5653

xtgmf]k; 6 04/07/2023 glf4tdfy {l'a 7,q glu ,0tspkp,tsklk,a d7u mq j ;x;'-q oma '-kf rkp.8h dkooerk0v'ra d 7kf;jk 9t,uoadmjv'mjP;1hP,1k, c0;'sq;rao [+8=jkd;jk 30 rao7qo.oxu 2023 ໂດຍ: ເກີດຂວັນໃຈ ມາລີຈັນສີ ໂດຍ: ລູກສາວຫລ້າ oE\kddhP'lqfxvflkoryf r;,wfhIa[7;k,oypq,9kdla'7q, * ຄໍລໍາສົ່ງເສີມ ສະບັບກ່ອນໄດ້ ນໍາສະເໜີກ່ຽວກັບຮ້ານອາຫານ ໄປແລ້ວມື້ນີ້ ຂໍພາທ່ານມາຮູ້ຈັກກັບ ນໍ້າໝາກກ້ຽງສົດ Bee orange juice ທີ່ຜະລິດໂດຍຄົນລາວ ປາສະ ຈາກສານເຄມີ ດີຕໍ່ສຸຂະພາບ ກໍາລັງ ໄດ້ຮັບຄວາມນິຍົມຈາກສັງຄົມ, ມີລົດຊາດດັ້ງເດີມຈາກນໍ້າໝາກ ກ້ຽງແທ້ ທີ່ປາສະຈາກສານກັນບູດ ຈຶ່ງຕອບໂຈດຜູ້ບໍລິໂພກໄດ້ ເພາະ ກິນງ່າຍ ແລະ ໃຫ້ຄວາມສົດຊື່ນອີກ ດ້ວຍ. ສະນັ້ນ, ຈຶ່ງເຮັດໃຫ້ຜູ້ຜະລິດ ແລະ ຜູ້ຈໍາໜ່າຍຜະລິດຕະພັນນີ້ຍິ້ມ ໄດ້ ເມື່ອຍອດຈໍາໜ່າຍນັບມື້ນັບເພີ່ມ ຂຶ້ນເໝືອນກັບ ຄອບຄົວ ນາງ ຟ້າ ໄຊຍະລາດ ຜູ້ຈໍາໜ່າຍຜະລິດຕະພັນ * ແຂວງຫົວພັນ ຕັ້ງເປົ້າໄວ້ວ່າ ຈະມີນັກທ່ອງທ່ຽວ ເດີນທາງມາ ພາຍໃນແຂວງຫົວພັນ ນັບມື້ເພີ່ມ ຂຶ້ນ ພາຍຫລັງເປີດນໍາໃຊ້ສະໜາມ ບິນໜອງຄ້າງ ຢູ່ ເມືອງຊໍາເໜືອ ນັບ ແຕ່ກາງເດືອນພຶດສະພາ ປີ 2023 ຜ່ານມາ ພ້ອມດຽວກັນນີ້ອົງການ ປົກຄອງກ່ຽວຂ້ອງ ກໍໄດ້ກຽມພັດ ທະນາຫລາຍແຫລ່ງທ່ອງທ່ຽວໃຫ້ ໄດ້ມາດຕະຖານໂດຍສະເພາະແມ່ນ ພື້ນຖານໂຄງລ່າງເສັ້ນທາງ, ໂຮງ ແຮມ, ເຮືອນພັກ, ອາຫານ ແລະ ການບໍລິການ. ດັ່ງທີ່ຮູ້ນໍາກັນແຂວງຫົວພັນ ແມ່ນແຂວງໜຶ່ງ ທີ່ນອນຢູ່ໃນບັນ ດາແຂວງ ພາກເໜືອຂອງລາວ ນໍ້າໝາກກ້ຽງສົດ Bee orange juice. ນາງ ຟ້າ ໄຊຍະລາດ ປະຊາຊົນ ບ້ານຫາດຊາຍຂາວ ເມືອງຫາດ ຊາຍຟອງ ນະຄອນຫລວງວຽງຈັນ ອາຍຸ 17 ປີ ຜູ້ຈໍາໜ່າຍນໍ້າໝາກກ້ຽງ ສົດປອດສານພິດ Bee orange juice ເວົ້າສູ່ຟັງໃນໂອກາດເຂົ້າ ຮ່ວມງານວາງສະແດງຜະລິດຕະ ພັນກະສິກໍາ ປະຈໍາປີ 2023 ວ່າ: ຜະລິດຕະພັນທີ່ນໍາມາວາງສະແດງ ຂາຍ ໃນງານຄັ້ງນີ້ ຈະມີ 2 ແບບຄື ນໍ້າໝາກກ້ຽງ ແລະ ນໍ້າໝາກນອດ ສົດປອດສານພິດ ຊຶ່ງເປັນຄົນລາວ ເຮົາເອງ. ຜ່ານມາຖືວ່າໄດ້ຮັບຄວາມ ສົນໃຈຈາກມວນຊົນ ທີ່ເຂົ້າມາຮ່ວມ ງານ ເຖິງວ່າຈະບໍ່ບັນລຸຕາມຄາດ ໝາຍທີ່ວາງໄວ້ ແຕ່ກໍ່ເຮັດໃຫ້ຄົນຮູ້ ຈັກຜະລິດຕະພັນຫລາຍຂຶ້ນ ແລະ ເປັນການຕໍ່ຍອດການຂາຍໄດ້ ເພາະ ການເຂົ້າຮ່ວມງານວາງສະແດງ. ນອກຈາກການຂາຍສິນຄ້າແລ້ວ ຄືການສ້າງພາບຈໍາໃຫ້ສັງຄົມຮູ້ຈັກ ຜະລິດຕະພັນທີ່ຄົນລາວເຮົາຄົນຄົ້ນ ຄິດ ດ້ວຍການນໍາເອົາວັດຖຸດິບຈາກ ທໍາມະຊາດມາສ້າງມູນຄ້າເພີ່ມ ເພື່ອ ອໍານວຍຄວາມສະດວກໃຫ້ຜູ້ບໍລິ ໂພກ ແລະ ເປັນການສົ່ງເສີມຊາວ ສວນທີ່ປູກໝາກກ້ຽງອີກດ້ວຍ. ສະນັ້ນ, ກໍຂໍຝາກຜະລິດຕະພັນ ນໍ້າ ໝາກກ້ຽງ ແລະ ນໍ້າໝາກນອດປອດ ສານພິດ ຂອງພວກເຮົາດ້ວຍ ຊຶ່ງ ຂາຍບໍ່ແພງ 1 ຕຸກພຽງ 8.000 ກີບ ຖ້າລູກຄ້າ ທ່ານໃດທີ່ສົນໃຈຢາກ ເປັນໂຕແທນຈໍາໜ່າຍກໍສາມາດຕິດ ຕໍ່ໄດ້ ທີ່ເບີ 020 58605573 ໄດ້ ຖ້າສັງໃນຈໍານວນຫລາຍກໍໄດ້ລາ ຄາສົ່ງ. ນາງ ຟ້າ ໃຫ້ຮູ້ຕື່ມວ່າ: ຈຸດເລີ່ມ ຕົ້ນທີ່ໄດ້ມາເປັນໂຕແທນຈໍາໜ່າຍ ນໍ້າໝາກກ້ຽງ ຍ້ອນຄອບຄົວຕົນ ເອງ ກັບເຈົ້າຂອງໂຮງງານຜະລິດ ນໍ້າໝາກກ້ຽງເປັນພີ່ນ້ອງກັນ. ສະ ນັ້ນ, ຜູ້ເປັນແມ່ຈຶ່ງຮັບເປັນໂຕແທນ ຈໍາໜ່າຍ ໄດ້ຫລາຍປີຜ່ານມາແລ້ວ ແຕ່ໄດ້ຮັບຄວາມນິຍົມຈາກສັງຄົມ ແລະ ເລີ່ມເປັນທີ່ຮູ້ຈັກຢ່າງກວ້າງ ຂວາງແມ່ນສອງປີຜ່ານມານີ້ ເຊິ່ງ ປັດຈຸບັນສາມາດຈໍາໜ່າຍ ນໍ້າ ໝາກກ້ຽງ ແລະ ນໍ້າໝາກນອດໄດ້ 1.500 ຕຸກຕໍ່ມື້ ໂດຍການຂາຍຕາມ ງານວາງສະແດງທົ່ວໄປ, ຕາມຕະ ຫລາດ ແລະ ຈັດສົ່ງໃຫ້ໂຕແທນຈໍາ ໜ່າຍໃນຂອບເຂດນະຄອນຫລວງ ວຽງຈັນ. ເປັນເມືອງເກົ່າແກ່ ຂອງອານາຈັກ ລ້ານຊ້າງ ມາແຕ່ບູຮານນະການ ຈຶ່ງ ຂະໜານນາມວ່າ ເປັນເມືອງເໜືອ ແລະ ເຄີຍເປັນພາກສ່ວນໜຶ່ງຂອງ ເມືອງຊວາ (ແຂວງຫລວງພະ ບາງ) ໃນສະໄໝກ່ອນ ແລະ ເປັນ ເຂດທີ່ໝັ້ນ ຂອງການປະຕິວັດ, ເປັນ ຖິ່ນກຳເນີດ ຂອງພັກປະຊາຊົນປະ ຕິວັດລາວ, ແຂວງຫົວພັນ ຕັ້ງຢູ່ທິດ ຕາເວັນອອກສ່ຽງເໜືອ ຂອງປະ ເທດລາວ, ມີຊາຍແດນທິດຕາເວັນ ອອກ ຕິດກັບ 3 ແຂວງ ຂອງປະເທດ ສສ ຫວຽດນາມ ຄື: ຕິດກັບ ແຂວງ ເຊີນລາ 196 ກິໂລແມັດ, ແທັງ ຮວ່າ 296 ກິໂລແມັດ ແລະ ແຂວງ ເຫງະອານ 53 ກິໂລແມັດ, ທິດ ເໜືອ ຕິດກັບແຂວງຫລວງພະບາງ, ທິດຕາເວັນຕົກຕິດກັບແຂວງຊຽງ ຂວາງ ມີຄວາມຍາວ 260 ກິໂລ ແມັດ. ແຂວງຫົວພັນ ມີເນື້ອທີ່ທັງ ໝົດ: 17.500 ກິໂລຕາແມັດ ຫ່າງ ຈາກນະຄອນຫລວງວຽງຈັນ 650 ກິໂລແມັດ, ປະກອບມີ 10 ເມືອງ, 700 ບ້ານ, ມີພົນລະເມືອງ ທັງ ໝົດ: 300,000 ກວ່າຄົນ, ມີ 9 ເຜົ່າຊົນດຳລົງຊີວິດຢູ່ຮ່ວມກັນ. ທ່ານ ນາງ ມະໄລທອງ ບຸນຍາ ໄຊ ຫົວໜ້າຂະແໜງທ່ອງທ່ຽວ, ພະແນກຖະແຫລງຂ່າວ, ວັດທະນະ ທໍາ ແລະ ທ່ອງທ່ຽວແຂວງຫົວພັນ ລາຍງານເມື່ອບໍ່ດົນມານີ້ວ່າ: ນັບແຕ່ ເປີດນໍາໃຊ້ສະໜາມບິນໜອງຄ້າງ, ມາຮອດປັດຈຸບັນມີ 2 ສາຍການບິນ ທີ່ບໍລິການຖ້ຽວບິນຈາກນະຄອນ ຫລວງວຽງຈັນ-ຊໍາເໜືອ ເຊິ່ງແຕ່ ລະຖ້ຽວມີນັກທ່ອງທ່ຽວໃຊ້ບໍລິການ ເປັນຈໍານວນຫລາຍ ເຮັດໃຫ້ການ ທ່ອງທ່ຽວພາຍໃນແຂວງຫົວພັນ ຄຶກຄື້ນຫລາຍຂຶ້ນກວ່າເກົ່າ ເມື່ອ ທຽບໃສ່ເມື່ອກ່ອນ, ໃນນີ້ສ່ວນໃຫຍ່ ແມ່ນນັກທ່ອງທ່ຽວພາຍໃນປະເທດ ທີ່ໄປເປັນຄອບຄົວ ແລະ ເປັນກຸ່ມ, ສ່ວນນັກທ່ອງທ່ຽວຕ່າງປະເທດຍັງ ເຫັນວ່າຂ້ອນຂ້າງມີຈໍານວນໜ້ອຍ. ນັບແຕ່ເປີດນໍາໃຊ້ສະໜາມບິນດັ່ງ ກ່າວມາຮອດປັດຈຸບັນ ເຖິງວ່າຍັງ ບໍ່ທັນເກັບກໍາສະຖິຕິໄດ້ຢ່າງລະ ອຽດ, ແຕ່ເຫັນວ່າມີນັກທ່ອງທ່ຽວ ເພີ່ມຂຶ້ນຢ່າງຫລວງຫລາຍ ເຊິ່ງ ຫລັງຈາກເດີນທາງຮອດເມືອງຊໍາ ເໜືອແລ້ວ ນັກທ່ອງທ່ຽວໄດ້ເໝົາ ລົດຕູ້ໄປທ່ຽວຢູ່ສະຖານທີ່ທ່ອງ ທ່ຽວສໍາຄັນຕ່າງໆ ພາຍໃນແຂວງ ແລະ ບາງກຸ່ມເດີນທາງໄປທ່ຽວຕໍ່ ທີ່ປະເທດ ສສ ຫວຽດນາມ. ທ່ານຍັງໃຫ້ຮູ້ຕື່ມວ່າ: ເພື່ອດຶງ ດູດນັກທ່ອງທ່ຽວເຂົ້າໄປທ່ອງທ່ຽວ ແຂວງຫົວພັນ ນັບມື້ເພີ່ມຂຶ້ນ, ຂະ ແໜງການຖະແຫລງຂ່າວ, ວັດ ທະນະທໍາ ແລະ ທ່ອງທ່ຽວ ພວມສຸມ ໃສ່ພັດທະນາແຫລ່ງທ່ອງທ່ຽວ ໃນ ຫລາຍດ້ານເປັນຕົ້ນ: ກຽມສະເໜີ ກະຊວງຖະແຫລງຂ່າວ, ວັດທະ ນະທໍາ ແລະ ທ່ອງທ່ຽວ ຍົກລະດັບ ແຫລ່ງທ່ອງທ່ຽວພູຜາຖີ່ໃຫ້ສາ ມາດແຂ່ງຂັນ ແລະ ເຊື່ອມຕໍ່ກັບປະ ເທດໃກ້ຄຽງ, ປັບປຸງທາງເຂົ້າສວນ ອຸທິຍານຫີນ ຕັ້ງຢູ່ເມືອງຫົວເມືອງ, ສົ່ງເສີມການທ່ອງ ທ່ຽວໃນໂອກາດ ງານດອກຄາຍປ່າ, ພ້ອມທັງປູກ ຕົ້ນດອກຄາຍປ່າລຽບເສັ້ນທາງແຕ່ ສະໜາມບິນໜອງຄ້າງຫາເທສະ ບານແຂວງ 1 ໝື່ນເບ້ຍ ເພື່ອຄວາມ ສວຍງາມ, ປັບປຸງບັນດາຖໍ້າປະຫວັດ ສາດຢູ່ເມືອງວຽງໄຊ ແລະ ອື່ນໆ. ສໍາລັບສະຖິຕິນັກທ່ອງທ່ຽວທີ່ ເດີນທາງເຂົ້າໄປທ່ອງທ່ຽວຢູ່ແຂວງ ຫົວພັນ ໃນໄລຍະ 4 ເດືອນ (ມັງ ກອນ-ເມສາ) ປີ 2023 ນີ້ ມີທັງໝົດ 18.888 ຄົນ, ໃນນີ້ເປັນນັກທ່ອງ ທ່ຽວພາຍໃນ 7.214 ຄົນ ແລະ ນັກ ທ່ອງທ່ຽວສາກົນ11.674ຄົນ,ທຽບ ໃສ່ໄລຍະດຽວກັນຂອງປີ 2022 ເພີ່ມຂຶ້ນຫລາຍກວ່າ 300% ແລະ ທຽບໃສ່ແຜນການ 6 ເດືອນ ຕົ້ນປີ 2023 ນີ້ ປະຕິບັດໄດ້ 70,93%, ຄາດວ່າໝົດປີ 2023 ຈະມີນັກທ່ອງ ທ່ຽວເຂົ້າມາແຂວງດັ່ງກ່າວບໍ່ຕໍ່າ ກວ່າ 30.000 ກວ່າຄົນ. ແຂວງຫົວ ພັນປະກອບມີແຫລ່ງທ່ອງທ່ຽວທີ່ ໜ້າສົນໃຈທັງເກົ່າ ແລະ ໃໝ່ປະ ກອບມີຄື: ຫີນຕັ້ງ, ພູຜາຖີ່, ຖໍ້າຜູ້ນໍາ, ສວນດອກຊາກຸຣະ ຫລື ດອກຄາຍ, ນໍ້າຕົກຕາດສະເຫລີ ແລະ ອື່ນໆ. ພາບປະກອບ ພາບປະກອບ ພາບປະກອບ ພາບປະກອບ

RkJQdWJsaXNoZXIy MTc3MTYxMQ==