gfa ffj P;xt8y [a fco;mk'dko8j k'xtgmfla o8y rk[F gvdt]kfF ,y f8trk[ c]t dkoIj ;,,n 1j k'ltg\u 8Q oltg\u xkp 04/07/2023 xtgmf]k; 4 3]d c]t gsfdko *** ຕໍ່ຈາກໜ້າ 1 *** *** ຕໍ່ຈາກໜ້າ 1 *** *** ຕໍ່ຈາກໜ້າ 1 *** 6 gfvn o8oQ x u 37'dkolq'j gl,u gv,a gvla gv,a v u [oa ]z5 oq leg]fa s]kpfkh o ,v[{I[a |kh msj u ;q |kh rklu xt9eot7vos];';P'9oa ນວ ເປີດຂະບວນ... ຂປລ. ໂຄງການສົ່ງເສີມຈຸນລະ ວິສາຫະກິດ, ວິສາຫະກິດຂະໜາດ ນ້ອຍ ແລະ ກາງ ໃຫ້ສາມາດເຊືອມ ຕໍ່ກັບຕະຫລາດ ໃນຕ່ອງໂສ້ອຸດສາ ຫະກຳທ່ອງທ່ຽວລາວແບບຢືນ ຢົງ (SUSTOUR Laos) ຈັດ ກອງປະຊຸມລາຍງານຄວາມຄືບ ໜ້າການຈັດຕັ້ງປະຕິບັດໂຄງການ 6 ເດືອນຕົ້ນປີ 2023 ຄັ້ງທີ 3 ເມື່ອ ບໍ່ດົນມານີ້, ໂດຍມີ ທ່ານ ໄຊສົມເພັດ ນໍລະສິງ ຫົວໜ້າກົມສົ່ງເສີມການ ຄ້າ, ກະຊວງອຸດສາຫະກຳ ແລະ ການຄ້າ, ທ່ານ ນາງ ຣໍເຣດຕ້າ ໂຮ ເບີນ ຮອງອຳນວຍການ, ອົງການ ແພລນລາວ ແລະ ພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ. ໃນ 6 ເດືອນຕົ້ນປີ 2023 ໂຄງ ການດັ່ງກ່າວ ໄດ້ຈັດຕັ້ງປະຕິບັດ ຫລາຍກິດຈະກຳ ແລະ ບັນລຸຜົນ ຫລາຍດ້ານເຊັ່ນ: ມີ 6 ໂຮງແຮມ ໃນລາວ ໄດ້ຮັບການຢັ້ງຢືນຈາກ ແຜນງານ ທຣາວເວວໄລຟ ເຊັ່ນ: ໂຮງແຮມເມຊົງດາລາບົວ, ໂຮງ ແຮມເມຊົງ ສຸວັນນະພູມ, ໂຮງແຮມ ສະພັດຕຣາຫລວງພະບາງ, ໂຮງ ແຮມຫລວງພະບາງວິວ, ໂຮງແຮມ ຊາລານາ ບູຕິກ ແລະ ຕົ້ນອາທິດທີ່ ຜ່ານມາ ແມ່ນໂຮງແຮມ ອິນທິຣາ ວັງວຽງ ຫາກໍໄດ້ຮັບການຢັ້ງຢືນ; ໂຄງການດັ່ງກ່າວໄດ້ເລີ່ມຈັດຕັ້ງ ປະຕິບັດແຜນງານການຢັ້ງຢືນຂອງ ລາວຍືນຍົງ, ເປັນແຜນງານການ ຢັ້ງຢືນທີ່ຈະຖືກນຳໃຊ້ພາຍໃນລາວ ໂດຍຖອດແບບມາຈາກແຜນງານ ການຢັ້ງຢືນຂອງ ທຣາເວວໄລຟ ເຊິ່ງກວມເອົາຫົວໜ່ວຍທຸລະກິດ ຈຸນລະວິສາຫະກິດ, ວິສາຫະກິດຂະ ໜາດນ້ອຍ ແລະ ກາງ (MSMEs) ທີ່ນອນຢູ່ໃນຂະແໜງການອາຫານ ແລະ ເຄື່ອງດື່ມ, ຫັດຖະກຳ ແລະ ຂອງທີ່ລະນຶກ, ຄົມມະນາຄົມ ແລະ ຂົນສົ່ງ ແລະ ການທ່ອງທ່ຽວຮູບ ແບບວັດທະນະທຳ. ປັດຈຸບັນມີຢູ່ 73 ຫົວໜ່ວຍທຸລະກິດ MSMEs ທີ່ໄດ້ລົງທະບຽນກັບແຜນງານລາວ ຍືນຍາວ ແລະ ຄາດວ່າຈະມີຫົວ ໜ່ວຍທຸລະກິດໄດ້ຮັບການຢັ້ງຢືນ ຈາກແຜນງານທຣາວເວວໄລຟ ໃນຕໍ່ໜ້າ. ນອກຈາກນີ້, ຍັງໄດ້ຈັດ ຝຶກອົບຮົມ ແລະ ສ້າງຄວາມສາ ມາດໃຫ້ 193 ຫົວໜ່ວຍທຸລະກິດ MSMEs ໃນອຸດສາຫະກຳການ ທ່ອງທ່ຽວໃນຫລາຍຫົວຂໍ້ເຊັ່ນ: ຂັ້ນຕອນ ແລະ ມາດຖານໃນການຢັ້ງ ຢືນຂອງແຜນງານທຣາເວວໄລຟ ແລະ ລາວຍືນຍົງ, ການເຂົ້າເຖິງ ແຫລ່ງທຶນ, ການທ່ອງທ່ຽວແບບ ຊຸມ ຊົນທີ່ຍືນຍົງ ແລະ ມີສ່ວນຮ່ວມ ແລະ ແນວຄວາມຄິດກ່ຽວກັບການ ຈັດຕັ້ງປະຕິບັດວຽກງານການອຸ ປະໂພກ-ບໍລິໂພກແບບຍືນຍົງ. ມາຮອດເດືອນມິຖຸນາ 2023, ໂຄງການດັ່ງກ່າວ, ໄດ້ເຮັດວຽກ ໂດຍກົງກັບ 400 ກວ່າຫົວໜ່ວຍ ທຸລະກິດ MSMEs ທີ່ນອນຢູ່ໃນ ອຸດສາຫະກຳການທ່ອງທ່ຽວ; ມີ ການຈ້າງງານເກີດຂຶ້ນຫລາຍກ່ວາ 6.000 ຄົນ ແລະ ໂຄສະນາສົ່ງ ເສີມວຽກງານການທ່ອງທ່ຽວລາວ ແບບຍືນຍົງ ໃຫ້ເຂົ້າເຖິງນັກທ່ອງ ທ່ຽວທັງພາຍໃນ ແລະ ຕ່າງປະເທດ ຫລາຍກວ່າ 4 ລ້ານຄົນ. ແຕ່ນີ້ຫາ ທ້າຍປີ 2023, ໂຄງການດັ່ງກ່າວ ໂດຍການຮ່ວມມືກັບກະຊວງອຸດ ສາຫະກຳ ແລະ ການຄ້າ, ສະພາ ການຄ້າ ແລະ ອຸດສາຫະກຳແຫ່ງ ຊາດລາວ, ສູນສະຫະພາບເອີຣົບ ທາງດ້ານການທ່ອງທ່ຽວລະບົບນິ ເວດ ແລະ ກະສິກຳ (ECEAT) ຄາດວ່າການຈັດຕັ້ງປະຕິບັດກິດ ຈະກຳຈະສືບຕໍ່ຄືບໜ້າຢ່າງເປັນຮູບ ປະທຳ ໃນການສົ່ງເສີມການທ່ອງ ທ່ຽວລາວແບບຍືນຍົງ. ໂຄງການສົ່ງເສີມຈຸນລະວິສາ ຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ ໃຫ້ສາມາດເຊືອມຕໍ່ກັບ ຕະຫລາດໃນຕ່ອງໂສ້ອຸດສາຫະກຳ ທ່ອງທ່ຽວລາວແບບຢືນຢົງມີພື້ນ ທີ່ເປົ້າໝາຍ 11 ຕົວເມືອງ ທີ່ນອນຢູ່ ໃນນະຄອນຫລວງວຽງຈັນ, ແຂວງ ວຽງຈັນ ແລະ ແຂວງຫລວງພະ ບາງ; ຈຸນລະວິສາຫະກິດ, ວິສາຫະ ກິດຂະໜາດນ້ອຍ ແລະ ກາງ ຢູ່ໃນ ຕ່ອງໂສ້ອຸດສາຫະກຳທ່ອງທ່ຽວ ລາວ ໄດ້ຮັບການສະໜັບສະໜູນ ແລະ ສົ່ງເສີມການຈັດຕັ້ງປະຕິບັດ ວຽກງານການອຸປະໂພກບໍລິໂພກ ແບບຍືນຍົງ ໂດຍຜ່ານຕ່ອງໂສ້ທຸລະ ກິດ ລວມເຖິງການນຳໃຊ້ຜູ້ສະໜອງ ຢູ່ພາຍໃນທ້ອງຖິ່ນ, ຊື້ຜະລິດຕະພັນ ທີ່ເປັນມິດຕໍ່ສິ່ງແວດລ້ອມ, ອະນຸລັກ ແຫລ່ງທຳມະຊາດ ແລະ ມີຄວາມ ຮັບຜິດຊອບຕໍ່ສັງຄົມທີ່ເປັນແນວ ທາງໃນການພົວພັນ ແລະ ເຂົ້າຫາ ຊຸມຊົນ; ນຳແນວທາງການຈັດຕັ້ງ ປະຕິບັດແບບຍືນຍົງມາຈັດຕັ້ງປະ ຕິບັດໂດຍການອອກໃບຢັ້ງຢືນ ຂອງແຜນງານທຣາເວວ ໄລຟ (Travelife) ໃຫ້ບັນດາຫົວໜ່ວຍ ທຸລະກິດທີ່ນອນຢູ່ໃນຂະແໜງການ ທ່ອງທ່ຽວໃນລາວ ເຊິ່ງເປັນໃບ ຢັ້ງຢືນທີ່ເປັນທີ່ຍອມຮັບ ແລະ ນຳ ໃຊ້ໃນສາກົນ. ທຣາເວວໄລຟ ເປັນໜຶ່ງໃນການ ຢັ້ງຢືນແຖວໜ້າ ໃນອຸດສາຫະກຳ ການທ່ອງທ່ຽວສາກົນ, ໂຄງການ ນີ້ໄດ້ກະຕຸ້ນຄວາມຕ້ອງການຂອງ ຕະຫລາດການທ່ອງທ່ຽວແບບຍືນ ຍົງ ໂດຍສົ່ງເສີມການຕະຫລາດໃຫ້ ປະເທດລາວ ໃຫ້ກາຍເປັນຈຸດໝາຍ ປາຍທາງສີຂຽວ ແລະ ສ້າງຄວາມ ຕື່ນຕົວຂອງຜູ້ບໍລິໂພກກ່ຽວກັບ ການທ່ອງທ່ຽວແບບ ຍືນຍົງ ໃນກຸ່ມ ນັກທ່ອງທ່ຽວ ແລະ ຕົວແທນບໍລິ ສັດທ່ອງທ່ຽວສາກົນ. ພາບ: ກິດຕາ ຂປລ. ພິທີມອບ-ຮັບໜ້າທີ່ ລະ ຫວ່າງ ທ່ານ ທອງພັດ ລາດຊະວົງ ຫົວໜ້າພາສີປະຈໍານະຄອນຫລວງ ວຽງຈັນ(ຜູ້ເກົ່າ) ແລະ ທ່ານ ພຸດ ທະນິກອນ ເຄນນະວົງ ຫົວໜ້າພາສີ ປະຈໍາ ນະຄອນຫລວງວຽງຈັນ ຜູ້ໃໝ່ ຈັດຂຶ້ນໃນວັນທີ 30 ມິຖຸນາ 2023 ໂດຍມີ ທ່ານ ພູເຂົາຄໍາ ວັນນະວົງໄຊ ຫົວໜ້າກົມພາສີກະ ຊວງການເງິນ ແລະ ທ່ານ ເດດ ສົງຄາມ ທໍາມະວົງ ເຈົ້າເມືອງສີສັດ ຕະນາກ, ມີຫົວໜ້າພະແນກການ ເງິນນະຄອນຫລວງວຽງຈັນ, ມີ ຄະນະຈັດຕັ້ງ ນະຄອນຫລວງວຽງ ຈັນ, ຮອງຫົວໜ້າກົມພາສີ, ຮອງ ເຈົ້າເມືອງຫາດຊາຍຟອງ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ. ການມອບ-ຮັບໜ້າທີ່ຄັ້ງນີ້,ໂດຍ ປະຕິບັດຕາມຂໍ້ຕົກລົງສະບັບເລກທີ 1158/ກງ, ລົງວັນທີ 20 ເມສາ 2023 ວ່າດ້ວຍການຍົກຍ້າຍ ແລະ ແຕ່ງຕັ້ງພະນັກງານຮັບໜ້າທີ່ໃໝ່ ຢູ່ກົມພາສີ ແລະຂໍ້ຕົກລົງສະບັບເລກ ທີ 1711/ກງ, ລົງວັນທີ 12 ມິຖຸນາ 2023 ວ່າດ້ວຍການຍົກຍ້າຍແລະ ແຕ່ງຕັ້ງຫົວໜ້າພາສີປະຈໍານະ ຄອນຫລວງວຽງຈັນ, ລັດຖະມົນຕີ ກະຊວງການເງິນໄດ້ຕົກລົງຍົກ ຍ້າຍ ແລະ ແຕ່ງຕັ້ງ ທ່ານ ທອງພັດ ລາດຊະວົງ ຫົວໜ້າພາສີປະຈໍານະ ຄອນຫລວງວຽງຈັນ ເປັນຫົວໜ້າ ພະແນກຈັດຕັ້ງ, ບໍລິຫານ ແລະ ການເງິນກົມພາສີ ແລະ ຍົກຍ້າຍແຕ່ງຕັ້ງ ທ່ານ ພຸດທະນິກອນ ເຄນ ນະວົງ ຫົວໜ້າພະແນກຮ່ວມມືພາ ສີສາກົນ ກົມພາສີກະຊວງການເງິນ ເປັນຫົວໜ້າພາສີປະຈໍານະຄອນ ຫລວງວຽງຈັນ. ໂອກາດນີ້, ທ່ານ ເດດສົງຄາມ ທໍາມະວົງ ໂດຍເນັ້ນໃຫ້ຜູ້ທີ່ຮັບໜ້າ ທີ່ໃໝ່ໃນຄັ້ງນີ້ ປັບປຸງບັນດາວຽກ ງານທີ່ຍັງຄົງຄ້າ ແລະ ສືບຕໍ່ເສີມຂະ ຫຍາຍດ້ານດີ, ປະຕິບັດວຽກງານ ຕາມທິດຊີ້ນໍາຂອງພັກ, ນໍາພາການ ຈັດຕັ້ງໃຫ້ບັນລຸເປົ້າໝາຍຕາມການ ມອບໝາຍ, ລົງເລິກໃກ້ຊິດຕິດແທດ ກັບຮາກຖານ, ເຕົ້າໂຮມຄວາມສາ ມັກຄີພາຍໃນ, ສ້າງຄົນໃຫ້ມີຄວາມ ຮູ້ຄວາມສາມາດ ແລະ ມີປະສິດທິ ພາບໃນການປະຕິບັດວຽກງານ ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດ ວຽກງານ, ມີປະສິດທິພາບ ແລະ ປະ ສິດທິຜົນຕາມສະພາບການປ່ຽນ ແປງໄປແຕ່ລະໄລຍະ. ຂ່າວ-ພາບ: ກະຊວງການເງິນ ຂປລ. ວັນທີ 1 ກໍລະກົດ 2023 ນີ້, ເມືອງໄຊທານີ ນະຄອນຫລວງ ວຽງຈັນ ໄດ້ເປີດຂະບວນການອະ ນາໄມທຳລາຍແຫລ່ງແພ່ພັນໜອນ ນໍ້າ-ຍຸງລາຍ ຢູ່ບ້ານອຸດົມຜົນ ໂດຍ ມີທ່ານ ສະໜອງ ທອງຊະນະ ຮອງ ລັດຖະມົນຕີ ກະຊວງສາທາລະ ນະສຸກ, ມີບັນດາການນຳນະຄອນ ຫລວງ, ເມືອງໄຊທານີ, ຄະນະກົມ, ຫ້ອງການ, ສູນອ້ອມຂ້າງກະຊວງ ສາທາລະນະສຸກ, ອຳນາດການ ປົກຄອງບ້ານ ແລະ ພໍ່ແມ່ປະຊາຊົນ ເຂົ້າຮ່ວມ. ໃນພິທີ, ທ່ານ ສະໜອງ ທອງ ຊະນະ ໄດ້ຊີ້ນໍາໃຫ້ທຸກພາກສ່ວນ ຕ້ອງຊ່ວຍກັນເປັນເຈົ້າການໃນການ ນຳພາ-ຊີ້ນໍາ ແລະ ໃຫ້ການຮ່ວມມື ໃນການສະກັດກັ້ນ ແລະ ຕ້ານພະ ຍາດໄຂ້ຍຸງລາຍ ໂດຍການນໍາໃຊ້ ມາດຕະການທີ່ສຳຄັນຫັນເອົາການ ມີສ່ວນຮ່ວມ ແລະ ເປັນເຈົ້າການ ຂອງບຸກຄົນ, ຄອບຄົວໃນການປະ ຕິບັດຫລັກການ 5 ປ ແລະ ສິ່ງສຳ ຄັນຖ້າມີຄົນເປັນໄຂ້ແມ່ນໃຫ້ໄປ ກວດ ແລະ ປິ່ນປົວຢູ່ໂຮງໝໍຂອງລັດ ຫ້າມບໍ່ໃຫ້ໄປກວດຕາມຄຣີນິກ ຫລື ຊື້ຢາມາກິນເອງ ຫລື ປິ່ນປົວຕົນ ເອງຢູ່ບ້ານໂດຍການໃສ່ນໍໍ້າທະເລ ເພາະອາດຈະພາໃຫ້ມີອາການສົນ ແລະ ເປັນສາເຫດໃຫ້ເສຍຊີວິດໄດ້. ໃນມື້ດຽວກັນ, ຢູ່ເມືອງສັງທອງ ນະຄອນຫລວງວຽງຈັນ (ນວ) ເປີດຂະບວນການອະນາໄມທຳ ລາຍແຫລ່ງແພ່ພັນໜອນນໍ້າ-ຍຸງ ລາຍ ໂດຍການເຂົ້າຂອງທ່ານ ໄພວັນ ແກ້ວປະເສີດ ຮອງລັດຖະ ມົນຕີກະຊວງສາທາລະນະສຸກ, ທ່ານ ນາງ ລຳພອຍ ສີອັກຄະຈັນ ຮອງປະທານສະພາປະຊາຊົນນະ ຄອນຫລວງວຽງຈັນ, ມີຄະນະພະ ສະພາແຫ່ງຊາດ ສະເໜີ... ສ້າງ, ປັບປຸງກົດໝາຍ ແລະ ນິຕິກໍາ ໃຕ້ກົດໝາຍ ໃນຂົງເຂດນໍ້າ ແລະ ຊັບ ພະຍາກອນນ້ຳ ເພື່ອເປັນເຄື່ອງມື ໃຫ້ແກ່ການຈັດຕັ້ງປະຕິບັດຍຸດທະ ສາດການຄຸ້ມຄອງ, ການນໍາໃຊ້ນ້ຳ ແລະ ຊັບພະຍາກອນນໍ້າແຫ່ງຊາດ ຮອດປີ 2030 ໃຫ້ສຳເລັດຕາມຄາດ ໝາຍ ແລະ ໃຫ້ສອດຄ່ອງກັບຍຸດທະ ສາດ ຂອງຂະແໜງການທີ່ກ່ຽວ ຂ້ອງເປັນຕົ້ນ ຂະແໜງກະສິກຳ ແລະ ປ່າໄມ້, ໂຍທາທິການ ແລະ ຂົນສົ່ງ, ພະລັງງານ ແລະ ບໍ່ແຮ່, ການທ່ອງ ທ່ຽວ, ສຶກສາ, ສາທາລະນະ ສຸກ ແລະ ແຜນແມ່ບົດຈັດສັນທີ່ດິນແຫ່ງ ຊາດ. ພ້ອມທັງໃຫ້ເອົາໃຈໃສ່ສ້າງ, ກຳນົດກົນໄກການປະສານງານກັບ ພາກສ່ວນກ່ຽວຂ້ອງໃຫ້ເປັນລະບົບ ຄົບຊຸດ ໂດຍສະເພາະການສະໜອງ ຂໍ້ມູນຂ່າວສານ, ເຄື່ອງມື, ອຸປະ ກອນ ແລະ ການແບ່ງຄວາມຮັບຜິດ ຊອບຢ່າງຂາດຕົວ ເພື່ອບໍ່ໃຫ້ມີ ການຖິ້ມຄວາມຮັບຜິດຊອບໃຫ້ ກັນ; ເອົາໃຈໃສ່ໃນການຕິດຕາມ ກວດກາການຈຳກັດ ແລະ ບໍາບັດ ນໍ້າເປື້ອນ, ນໍ້າເສຍຈາກຄົວເຮືອນ, ໂຮງ ງານອຸດສາຫະກຳ ແລະ ກິດຈະ ການອື່ນໆ ກ່ອນປ່ອຍອອກສູ່ຄອງ, ຮ່ອງລະບາຍນໍ້າ ແລະ ນໍ້າທຳມະ ຊາດ ເພື່ອຮັບປະກັນບໍ່ໃຫ້ມີຜົນກະ ທົບຕໍ່ສິ່ງແວດລ້ອມ, ສັງຄົມ ແລະ ທຳມະຊາດຫລາຍ; ຄຸ້ມຄອງຫ້ວຍ, ໜອງ, ຮ່ອງຄອງ, ບຶງຕ່າງໆ ໂດຍ ບໍ່ໃຫ້ຖົມ, ສ້າງສິ່ງກີດຂວາງຕໍ່ລະ ບົບລະບາຍນໍ້າ ຫລື ຈັບຈອງເອົາ ເປັນຂອງສ່ວນຕົວ, ພ້ອມທັງເຂັ້ມ ງວດປະຕິບັດມາດຕະການດ້ານ ກົດໝາຍຕໍ່ຜູ້ລະເມີດ; ກົນໄກການ ຄຸ້ມຄອງບໍລິຫານ ແລະ ຈັດການນໍ້າ ຢູ່ໃນເຂດອ່າງຮັບນ້ຳຕ້ອງໄດ້ມີ ການປະສານສົມທົບ ແລະ ເອກະ ພາບກັນ ລະຫວ່າງ ຂະແໜງການທີ່ ກ່ຽວຂ້ອງຂອງສູນກາງ ແລະ ທ້ອງ ຖິ່ນ ເພື່ອຮັບປະກັນບໍ່ໃຫ້ມີຜົນກະ ທົບຕໍ່ກັບການຄຸ້ມຄອງ, ນຳໃຊ້ນ້ຳ ແລະ ຊັບພະຍາກອນນໍ້າ; ເອົາໃຈໃສ່ ໃນການປົກປັກຮັກສາ, ຟື້ນຟູນໍ້າ ແລະ ຊັບພະຍາກອນນໍ້າ ເປັນຕົ້ນ ເຂດປ່າຍອດນໍ້າ, ທີ່ດິນບໍລິເວນນໍ້າ ເພື່ອຮັບປະກັນໃຫ້ມີຄຸນນະພາບດີ, ມີປະລິມານທີ່ພຽງພໍ ເພື່ອຕອບ ສະໜອງໃຫ້ແກ່ການບໍລິໂພກ-ອຸ ປະໂພກ. ສຳລັບການຈັດຕັ້ງຜັນຂະຫຍາຍ ຍຸດທະສາດສະບັບນີ້, ສະເໜີໃຫ້ມີ ການປະສານສົມທົບກັບພາກສ່ວນ ກ່ຽວຂ້ອງ ທັງສູນກາງ ແລະທ້ອງ ຖິ່ນຢ່າງກົມກຽວ ແລະ ເປັນເອກະ ພາບກັນ ເພື່ອຮັບປະກັນໃຫ້ການຈັດ ຕັ້ງປະຕິບັດຍຸດທະສາດດັ່ງກ່າວ ມີປະສິດທິພາບ ແລະ ປະສິດທິຜົນ, ພ້ອມທັງໃຫ້ເອົາໃຈໃສ່ການຄຸ້ມ ຄອງ, ຕິດຕາມ, ກວດກາການນຳ ໃຊ້ນໍ້າໃຕ້ດິນໃຫ້ເປັນລະບົບ ແລະ ຖືກຕ້ອງຕາມລະບຽບການຄຸ້ມ ຄອງນ້ຳໃຕ້ດິນ ເພື່ອຮັບປະກັນການ ນໍາໃຊ້ນໍ້າໃຕ້ດິນໃຫ້ຖືກຕ້ອງຕາມ ເປົ້າໝາຍ, ປະຢັດ, ມີປະສິດທິຜົນແນ ໃສ່ຮັກສາຄວາມສົມດຸນທາງດ້ານ ປະລິມານ ແລະ ຄຸນນະພາບຂອງ ນໍ້າໃຕ້ດິນ; ສ້າງ ແລະ ພັດທະນາບຸກ ຄະລາກອນທີ່ຮັບຜິດຊອບວຽກ ງານນໍ້າ ແລະ ຊັບພະຍາກອນນໍ້າໃຫ້ ໄດ້ທັງປະລິມານ ແລະ ຄຸນນະພາບ ສາມາດຕອບສະໜອງໄດ້ຕາມ ຄວາມຮຽກຮ້ອງຕ້ອງການຂອງ ວຽກງານດັ່ງກ່າວ ແລະ ໃຫ້ເອົາໃຈ ໃສ່ໂຄສະນາເຜີຍແຜ່ຂໍ້ມູນຂ່າວ ສານວຽກງານນໍ້າ ແລະ ຊັບພະຍາ ກອນນ້ຳ ຢ່າງກວ້າງຂວາງໃຫ້ທຸກ ພາກສ່ວນໃນສັງຄົມ, ປະຊາຊົນ ເຂົ້າ ໃຈ ແລະ ມີສ່ວນຮ່ວມໃນການຈັດ ຕັ້ງປະຕິບັດວຽກງານດັ່ງກ່າວຢ່າງ ເປັນປະຈຳ. ຂ່າວ: ທະນູທອງ, ພາບ: ເກດສະໜາ ທາບທາມຄວາມເຫັນ... ຮອງເຈົ້າແຂວງຈຳປາສັກ, ມີຄະ ນະຮັບຜິດຊອບທາບທາມຮ່າງກົດ ໝາຍຈາກສູນກາງ, ມີຜູ້ຕາງໜ້າ ຈາກພະແນກ ຖວທ 6 ແຂວງ ພາກກາງ ແລະ 4 ແຂວງພາກໃຕ້ ເຂົ້າຮ່ວມ. ທ່ານ ອຸ່ນທວງ ຂາວພັນ ໄດ້ໃຫ້ ຮູ້ວ່າ: ຈຸດປະສົງ ຂອງກອງປະຊຸມ ຄັ້ງນີ້, ເພື່ອພ້ອມກັນຄົ້ນຄວ້າປະ ກອບຄຳເຫັນຕໍ່ໂຄງສ້າງ ແລະ ເນື້ອ ໃນຂອງຮ່າງກົດໝາຍດັ່ງກ່າວ ໃຫ້ລະອຽດໃນທຸກໆໝວດ, ມາດ ຕາ ແລະ ປັບປຸງບາງຄຳສັບແນໃສ່ ເຮັດໃຫ້ຮ່າງກົດໝາຍວ່າດ້ວຍການ ທ່ອງທ່ຽວມີເນື້ອໃນຄົບຖ້ວນ, ຮັດ ກຸມ ແລະ ສົມບູນຫລາຍຂຶ້ນ, ພ້ອມ ທັງຮັບປະກັນໃຫ້ສອດຄ່ອງກັບ ເຕັກນິກວິຊາການຂອງການຮ່າງ ກົດ ໝາຍ ເພື່ອນຳເອົາຮ່າງກົດໝາຍ ດັ່ງກ່າວ ເຂົ້າພິຈາລະນາໃນກອງ ກອງປະຊຸມສະໄໝສາມັນ ເທື່ອທີ 6 ຂອງສະພາແຫ່ງຊາດ ຊຸດທີ IX ປະ ຈໍາປີ 2023 ທີ່ຈະມາເຖິງ. ຮ່າງກົດໝາຍວ່າດ້ວຍການ ທ່ອງທ່ຽວ (ສະບັບປັບປຸງມີທັງໝົດ 12 ໝວດ 144 ມາດຕາ ໂດຍມີຈຸດ ປະສົງ ເພື່ອກຳນົດຫລັກການ, ລະ ບຽບການ ແລະ ມາດຕະການກ່ຽວ ກັບການເຄື່ອນໄຫວ, ຄຸ້ມຄອງ ແລະ ຕິດຕາມກວດກາວຽກງານທ່ອງ ທ່ຽວ ເພື່ອເຮັດໃຫ້ວຽກງານດັ່ງ ກ່າວມີຄຸນນະພາບ, ປະສິດທິພາບ, ມີຄວາມສະຫງົບ, ປອດໄພ, ເປັນລະ ບຽບຮຽບຮ້ອຍ, ປົກປ້ອງສິດຜົນປະ ໂຫຍດຂອງບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ, ຮັບປະກັນປົກປັກ ຮັກສາຊັບພະຍາກອນທ່ອງທ່ຽວ, ຜະລິດຕະພັນທ່ອງທ່ຽວໃຫ້ຄົງຄຸນ ຄ່າ, ຂະຫຍາຍຕົວ ແລະ ໄດ້ມາດຕະ ຖານ ແນໃສ່ສົ່ງເສີມ ແລະ ພັດທະ ນາການທ່ອງທ່ຽວດ້ານທຳມະ ຊາດ, ວັດທະນະທຳ, ປະຫວັດສາດ ແລະ ການທ່ອງທ່ຽວແບບປະຊາ ຊົນມີສ່ວນຮ່ວມ, ດຶງດູດນັກທ່ອງ ທ່ຽວ, ນັກລົງທຶນທັງພາຍໃນ ແລະ ຕ່າງປະເທດ, ພ້ອມທັງກະຕຸ້ນການ ຜະລິດສິນຄ້າພາຍໃນ, ສ້າງວຽກ ເຮັດງານທຳ, ສ້າງລາຍຮັບ, ກະ ຈາຍລາຍໄດ້ສູ່ສັງຄົມ, ສາມາດ ເຊື່ອມໂຍງກັບພາກພາກພື້ນ ແລະ ໃຕ້ ໃນວັນທີ 3 ກໍລະກົດ 2023 ທີ່ ແຂວງຈຳປາສັກ ໂດຍເປັນປະທານ ຂອງທ່ານ ອຸ່ນທວງ ຂາວພັນ ຮອງ ລັດຖະມົນຕີ ຖວທ, ຫົວໜ້າຄະນະ ຮັບຜິດຊອບຊີ້ນໍາລວມ ໃນການ ປັບປຸງຮ່າງກົດໝາຍວ່າດ້ວຍການ ທ່ອງທ່ຽວ, ທ່ານ ໂສມ ບຸດຕະກຸນ ສາກົນ, ປະກອບສ່ວນເຂົ້າໃນການ ພັດທະນາເສດຖະກິດ-ສັງຄົມຂອງ ຊາດ ໃຫ້ຂະຫຍາຍຕົວຕາມທິດສີ ຂຽວ ແລະ ຍືນຍົງ. ຂ່າວ: ເກດສະໜາ ແກ້ວສຸວັນນະແສງ ແນກສາທາລະນະສຸກ ນວ, ຕາງ ໜ້າກົມ, ສູນ, ສາທາເມືອງສັງທອງ, ໂຮງໝໍເມືອງ, ມີແພດໝໍ, ພະຍາ ບານ, ພໍ່ແມ່ປະຊາຊົນ ລວມທັງສາມ ອົງການຈັດຕັ້ງຂອງເມືອງ ແລະ ນ້ອງໆນັກຮຽນ ເຂົ້າຮ່ວມ. ໂອກາດນີ້, ທ່ານ ໄພວັນ ແກ້ວ ປະເສີດ ໄດ້ຊີ້ນຳໃຫ້ທຸກພາກສ່ວນ ຕ້ອງຊ່ວຍກັນເປັນເຈົ້າການໃນການ ນຳພາ-ຊີ້ນໍາ ແລະ ໃຫ້ການຮ່ວມມື ໃນການສະກັດກັ້ນ ແລະ ຕ້ານພະ ຍາດໄຂ້ຍຸງລາຍ ໂດຍການນໍາໃຊ້ ມາດຕະການທີ່ສຳຄັນ, ຫັນເອົາ ການມີສ່ວນຮ່ວມ ແລະ ເປັນເຈົ້າ ການຂອງບຸກຄົນ, ຄອບຄົວໃນການ ປະຕິບັດຫລັກການ 5 ປ ແລະ ສິ່ງ ສຳຄັນຖ້າມີຄົນເປັນໄຂ້ໃຫ້ໄປກວດ ແລະ ປິ່ນປົວຢູ່ໂຮງໝໍຂອງລັດ, ຫ້າມ ບໍ່ໃຫ້ໄປກວດຕາມຄຣີນິກ ຊື້ ຢາມາກິນເອງ ຫລື ປິ່ນປົວຕົນເອງ ຢູ່ບ້ານ ໂດຍການໃສ່ນໍໍ້າທະເລເພາະ ອາດຈະພາໃຫ້ມີອາການສົນ ແລະ ເປັນສາເຫດໃຫ້ເສຍຊີວິດໄດ້. ຂ່າວ-ພາບ: ສູນຂ່າວສານການແພດ ສຸຂະສຶກສາ
RkJQdWJsaXNoZXIy MTc3MTYxMQ==