lkmk]tot]fa xt-kmxy tw8 xt-k-oq ]k; \oA pon K @ 0kj ; c]t gsfdko 04/07/2023 xtgmf]k; ເຜີຍແຜ່ເອກະສານ... ລັດຖະບານ ກຳນົດ... ລາວ ແລະ ສປຊ ຮັບຮອງ... ltrkcsj '-kf ltg|u ]a f4t[koln [8+ cdh w0[a osk1kgl[8y f .sh c0'cI'd;j kgdq j k ຂປລ. ການແກ້ໄຂບັນຫາຢາ ເສບຕິດ ຍັງແມ່ນວຽກງານທີ່ເຄັ່ງ ຮ້ອນທີ່ສັງຄົມ ກໍຄືບັນດາກະຊວງ, ຂະແໜງການທີ່ກ່ຽວຂ້ອງຕ້ອງໄດ້ ພ້ອມກັນສືບຕໍ່ຈັດຕັ້ງປະຕິບັດສະ ກັດກັ້ນ ແລະ ປາບປາມຜູ້ຜະລິດ, ຜູ້ຄ້າ, ຜູ້ຂາຍ, ຜູ້ເສບຢ່າງເປັນປົກ ກະຕິ, ຕໍ່ເນື່ອງໄປອີກຍາວນານ ເພື່ອ ເຮັດໃຫ້ບັນຫາຢາເສບຕິດຢູ່ ສປປ ລາວ ຫລຸດລົງເປັນກ້າວໆ, ແນໃສ່ ເຮັດໃຫ້ສັງຄົມມີຄວາມສະຫງົບ, ປອດໄພ ແລະ ອື່ນໆ. ທ່ານ ພົທ ສຸວອນ ເລືອງບຸນມີ ຮອງປະທານສະພາແຫ່ງຊາດ ໄດ້ ຕາງໜ້າໃຫ້ຄະນະປະຈຳສະພາ ແຫ່ງຊາດຂຶ້ນປະກອບຄຳເຫັນໃນ ກອງປະຊຸມສະໄໝສາມັນເທື່ອທີ 5 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 29 ມິຖຸນາ 2023 ນີ້, ຕໍ່ບົດ ລາຍງານຂອງລັດຖະບານກ່ຽວ ກັບການຈັດຕັ້ງປະຕິບັດວ່າລະແຫ່ງ ຊາດ ວ່າດ້ວຍການແກ້ໄຂບັນຫາຢາ ເສບຕິດ ໃນໄລຍະເກືອບ 2 ປີຜ່ານ ມາ, ຍັງມີດ້ານອ່ອນ-ຂໍ້ຄົງຄ້າງຈຳ ນວນໜຶ່ງທີ່ຈະຕ້ອງໄດ້ສືບຕໍ່ຈັດຕັ້ງ ປະຕິບັດ ເປັນຕົ້ນ ການຈັດຕັ້ງປະຕິ ບັດວາລະແຫ່ງຊາດ ຍັງຊັກຊ້າ, ຍັງບໍ່ທັນເລິກເຊິ່ງ ຍັງບໍ່ເຂົ້າເຖິງ ທຸກເປົ້າໝາຍ, ບັນດານິຕິກຳຍັງບໍ່ ທັນລະອຽດ, ຄົບຖ້ວນ ແລະ ອື່ນໆ. ຕໍ່ກັບບັນຫາດັ່ງກ່າວ, ຄະນະປະຈຳ ສະພາແຫ່ງຊາດ ສະເໜີໃຫ້ລັດຖະ ບານ ກໍຄື ກະຊວງ, ຂະແໜງການທີ່ ກ່ຽວຂ້ອງ ໃຫ້ສືບຕໍ່ເພີ່ມທະວີຍົກ ສູງບົດບາດ ແລະ ຄວາມສາມາດໃນ ການນຳພາ-ຊີ້ນຳຂອງຄະນະພັກ ແລະ ອົງການລັດ ແຕ່ລະຂັ້ນໃນ ການຈັດຕັ້ງປະຕິບັດການແກ້ໄຂບັນ ຫາຢາເສບຕິດໃຫ້ແຂງແຮງຂຶ້ນ ກວ່າເກົ່າ ໂດຍເຮັດໃຫ້ວຽກງານນີ້ ກາຍເປັນໜ້າທີ່, ພັນທະ ແລະ ຄວາມ ຮັບຜິດຊອບຂອງທຸກພາກສ່ວນ ໃນສັງຄົມ; ຖືເອົາບັນຫາແກ້ໄຂຢາ ເສບຕິດເປັນມາດຕະຖານເງື່ອນໄຂ ໜຶ່ງ ໃນຂະບວນການຮັກຊາດ ແລະ ພັດທະນາ; ສືບຕໍ່ສ້າງຄວາມຮັບຮູ້ ໃຫ້ສັງຄົມດ້ວຍການສຶກສາອົບຮົມ, ໂຄສະນາເຜີຍແຜ່ລະບຽບກົດໝາຍ, ຜົນຮ້າຍ ແລະ ຄວາມອັນຕະລາຍ ຂອງຢາເສບຕິດດ້ວຍຫລາຍຮູບ ແບບ, ຫລາຍວິທີຕື່ມອີກໂດຍຕິດພັນ ກັບການໂຄສະນາຕົວແບບດີເດັ່ນ ໃນການຕ້ານຢາເສບຕິດ, ຂະບວນ ການສ້າງຄອບຄົວ, ບ້ານ, ສຳນັກ ງານ-ອົງການ, ໂຮງຮຽນ, ໂຮງ ແຮມ, ຮ້ານບັນເທີງ ແລະ ຮ້ານອາ ຫານ ປອດຢາເສບຕິດໃຫ້ຫລາຍ ຂຶ້ນ; ສືບຕໍ່ປັບປຸງບັນດານິຕິກຳທີ່ ຈຳເປັນຮັບໃຊ້ໃຫ້ແກ່ການຈັດຕັ້ງ ປະຕິບັດວາລະແຫ່ງຊາດ ວ່າດ້ວຍ ການແກ້ໄຂບັນຫາຢາເສບຕິດໃຫ້ ຄົບຖ້ວນ, ລະອຽດ, ຈະແຈ້ງ, ເປັນ ຕົ້ນ ນິຕິກຳ ເພື່ອຈັດຕັ້ງປະຕິບັດ ໂທດປະຫານຊີວິດ, ນິຕິກຳຮັບໃຊ້ ໃຫ້ແກ່ການແກ້ໄຂບັນຫາຢາເສບ ຕິດປະເພດທີ່ເກີດຂຶ້ນໃໝ່ເຊັ່ນ: ນໍ້າ ໃບກະທ້ອມ, ກາເຟເຕັ່ນ, ກອກຢາ ສູບໄຟຟ້າ, ປຸ່ມເປົ້າອາຍແກັດກະ ຕຸ່ນປະສາດ ແລະ ອື່ນໆ; ສືບຕໍ່ການ ປັບປຸງກົງຈັກການຈັດຕັ້ງ, ແບບ ແຜນວິທີເຮັດວຽກຂອງພາກສ່ວນ ເຈົ້າໜ້າທີ່ ທີ່ກ່ຽວຂ້ອງ, ລວມທັງ ການປະກອບວັດຖຸ, ອຸປະກອນ, ພາ ຫະນະເຕັກນິກຕ່າງໆ ເພື່ອຮັບໃຊ້ ວາລະແຫ່ງຊາດ ໂດຍສະເພາະສຸມ ໃສ່ຂັ້ນເມືອງ, ຂັ້ນບ້ານໃຫ້ຫລາຍ ຂຶ້ນ ເພື່ອມີກຳລັງແຮງພຽງພໍໃນ ການປະຕິບັດການແກ້ໄຂບັນຫາ ຢາເສບຕິດຢູ່ຂັ້ນຮາກຖານ ໃຫ້ມີຄຸນ ນະພາບ ແລະ ມີປະສິດທິຜົນດີຂຶ້ນ; ເອົາໃຈໃສ່ສ້າງຄວາມເຂັ້ມແຂງ ດ້ານວິຊາສະເພາະໃຫ້ເຈົ້າໜ້າທີ່ ກ່ຽວຂ້ອງໂດຍຕົງຕໍ່ການແກ້ໄຂຄະ ດີຢາເສບຕິດ ໃຫ້ມີຄວາມເດັດຂາດ, ໂປ່ງໄສ ແລະ ເປັນມືອາຊີບໂດຍ ສະເພາະແມ່ນການປາບປາມຫົວ ໂປ່ໂຕການ ໃຫ້ມີການລົງໂທດຢ່າງ ເຂັ້ມງວດ, ເດັດຂາດຕາມກົດໝາຍ. ຄຽງຄູ່ກັນນັ້ນ,ຕ້ອງເດັດຂາດ ໃນ ການແກ້ໄຂບັນຫາຢາເສບຕິດທີ່ຕິດ ພັນກັບການກໍ່ໃຫ້ເກີດປະກົດການ ຫຍໍ້ທໍ້ໃນສັງຄົມ ເຊັ່ນ: ຂີ້ລັກ, ງັດ ແງະ, ປຸ້ນຈີ້, ຄາດຕະກຳ, ຄ້າປະ ເວນີ, ຄ້າມະນຸດ, ການຟອກເງິນ, ການພະນັນທີ່ຜິດກົດໝາຍທຸກຮູບ ແບບ ແລະ ອື່ນໆ ເພື່ອເຮັດໃຫ້ສັງ ຄົມມີຄວາມສະຫງົບ. ທ່ານຮອງປະທານສະພາແຫ່ງ ຊາດ ໄດ້ເນັ້ນອີກວ່າ: ໃຫ້ສົມທົບ ແໜ້ນ ລະຫວ່າງ 3 ຂະແໜງການ (ປ້ອງກັນຄວາມສະຫງົບ, ສາທາ ລະນະສຸກ, ແຮງງານ-ສະຫວັດດີ ການສັງຄົມ) ເພື່ອແບ່ງຄວາມຮັບ ຜິດຊອບກັນຢ່າງລະອຽດ, ຈະແຈ້ງ ໃນການບຳບັດ-ປິ່ນປົວ ຜູ້ທີ່ຖືກ ເຄາະຮ້າຍ ກໍຄື ຜູ້ເສບຢາ ໃຫ້ມີຄຸນ ນະພາບ, ນັບທັງການຝຶກສີມືແຮງ ງານ, ສ້າງອາຊີບໃຫ້ເຂົາເຈົ້າເມື່ອ ເວລາບຳບັດ-ປິ່ນປົວອອກໄປແລ້ວ ໃຫ້ມີວຽກເຮັດງານທຳ, ບໍ່ກັບໄປ ຫຍຸ້ງກ່ຽວກັບຢາເສບຕິດອີກ; ນັບ ທັງການຄົ້ນຄວ້າວາງມາດຕະການ ແກ້ໄຂ ໃນໄລຍະຍາວກ່ຽວກັບການ ສ້າງອາຊີບທີ່ໝັ້ນຄົງ, ສ້າງວຽກ ເຮັດງານທຳໃຫ້ຊາຍໜຸ່ມ ແລະ ຍິງ ໜຸ່ມ ໃນສັງຄົມໃຫ້ຫລາຍຂຶ້ນ. ພ້ອມ ນີ້ ກະຊວງປ້ອງກັນຄວາມສະຫງົບ ແລະ ພາກສ່ວນທີ່ກ່ຽວຂ້ອງຕ້ອງ ຊອກຫາທາງອອກ ແລະ ວິທີການ ແກ້ໄຂບັນຫາຄວາມແອ ອັດຂອງຜູ້ ຖືກຫາ ຢູ່ສະຖານທີ່ຄຸມຂັງຊົ່ວຄາວ ຢູ່ຂັ້ນເມືອງ, ຂັ້ນແຂວງ ແລະ ສົມ ທົບກັບຂະແໜງສາທາລະນະສຸກ ໃນການປະຕິບັດນະໂຍບາຍດ້ານ ມະນຸດສະທຳ ຕໍ່ຜູ້ຖືກຫາ, ນັກໂທດ ໃນຄະດີຢາເສບຕິດ ແລະ ຄະດີ ອື່ນໆ ໃຫ້ເຂົາເຈົ້າໄດ້ຮັບການປິ່ນ ປົວສຸຂະພາບໃນເວລາເຈັບເປັນນັບ ທັງຄົ້ນຄວ້າເພີ່ມອັດຕາກິນໃຫ້ມີ ຄວາມເໝາະສົມ ແລະ ສືບຕໍ່ເພີ່ມທະ ວີໃນການຮ່ວມມືກັບສາກົນ ເພື່ອ ດຶງດູດເອົາການສະໜັບສະໜູນ, ຊ່ວຍເຫລືອທາງດ້ານເຕັກນິກ, ວິຊາ ການ, ແລກປ່ຽນຂໍ້ມູນ-ຂ່າວສານ ແລະ ທຶນຮອນຈາກບັນດາປະເທດ ເພື່ອນມິດໃຫ້ມີປະສິດທິພາບ ແລະ ປະສິດທິຜົນດີຂຶ້ນກວ່າເກົ່າ. ຂ່າວ: ທະນູທອງ, ພາບ: ເກດສະໜາ ສສຊ ໃຫ້ຄວາມສົນໃຈ... ມີເນື້ອໃນຄົບຖ້ວນສົມບູນ, ທັງສອດ ຄ່ອງກັບນະໂຍບາຍ ແລະ ການພັດ ທະນາເສດຖະກິດ-ສັງຄົມຂອງ ລາວ. ທ່ານ ສຸກສຳລານ ໄຊຍະແສງ ສສຊ ປະຈຳເຂດເລືອອກຕັ້ງທີ 17 ແຂວງອັດຕະປື ໄດ້ມີຄຳເຫັນວ່າ: ຊັບພະຍາກອນນໍ້າ ທີ່ເປັນຊັບສົມບັດ ອັນລໍ້າຄ່າຂອງຊາດລາວ ສາມາດ ປະກອບສ່ວນເຂົ້າໃນແຜນພັດທະ ນາເສດຖະກິດ-ສັງຄົມແຫ່ງຊາດ. ແຕ່ເຖິງຢ່າງໃດກໍຕາມການປະຕິ ບັດຄຸ້ມຄອງບໍລິຫານການນໍາໃຊ້ຊັບ ພະຍາກອນນໍ້າແບບເຊື່ອມສານໃນ ໄລຍະຜ່ານມາ ຍັງບໍ່ທັນມີຄວາມ ເປັນເອກະພາບ, ຍັງເຮັດພໍໃຜພໍມັນ, ຍັງບໍ່ທັນມີແຜນການຄຸ້ມຄອງແບບ ຈິງຈັງ; ການສະໜອງຂໍ້ມູນຂ່າວ ສານກ່ຽວກັບການຈັດການນໍ້າ, ອຸ ທົກກະສາດ, ການຄິດໄລ່ປະລິມານ ນໍ້າຝົນ, ການຄາດຄະເນປະລິມານ ນໍ້າຝົນ ໃນແຕ່ລະໂຄງການທີ່ນໍາ ໃຊ້ນໍ້າສາຍຫລັກດຽວກັນ ຍັງຈັດ ຕັ້ງປະຕິບັດບໍ່ໄດ້ດີເທົ່າທີ່ຄວນສະ ແດງອອກແຕ່ລະເຂື່ອນໃນເວລາ ຕົ້ນປີ ບັນດາເຂື່ອນໄດ້ຈັດເກັບນໍ້າ ເພື່ອນໍາໃຊ້ໃນການຜະລິດແຕ່ພໍ ຮອດລະດູຝົນປະລິມານ ນໍ້າເພີ່ມຂຶ້ນ ບັນດາເຂື່ອນ ຈະປ່ອຍນໍ້າພ້ອມໆກັນ ສົ່ງຜົນກະທົບຕໍ່ເນື້ອທີ່ການຜະລິດ ຂອງປະຊາຊົນ, ຖ້າມີການຈັດການ ນໍ້າທີ່ດີ ເຊັ່ນ: ຄວນກັກເກັບນໍ້າປ່ອຍ ນ້ຳໃນລະດັບທີ່ເໝາະສົມ ຈຶ່ງຈະສົ່ງ ຜົນປະໂຫຍດອັນມະຫາສານຕໍ່ການ ຜະລິດ.ດັ່ງນັ້ນ, ສະເໜີໃຫ້ລັດຖະ ບານກໍຄື ພາກສ່ວນທີ່ກ່ຽວຂ້ອງ ຊອກຫາວິທີປົກປັກຮັກສາຕົ້ນນໍ້າ ໃຫ້ມີຄວາມອຸດົມສົມບູນ ເຊິ່ງໄລ ຍະຜ່ານມາ ເຫັນວ່າຍັງຈັດຕັ້ງບໍ່ໄດ້ ດີເທົ່າທີ່ຄວນ ໂດຍສະເພາະການຮັກ ສາປ່າສະຫງວນຕ່າງໆ; ສະເໜີ ໃຫ້ ລັດຖະບານ ເບິ່ງຄືນກ່ຽວກັບການ ຮັກສາລະບົບນິເວດຂອງຕົ້ນນຳ, ການນໍາໃຊ້ສານເຄມີຢູ່ບັນດາໂຄງ ການພັດທະນາກະສິກຳຂະໜາດ ໃຫຍ່ ລວມເຖິງການຂຸດຄົ້ ນແຮ່ທາດ ຕ່າງໆ ຍັງບໍ່ສາມາດຄຸ້ມຄອງໄດ້ ເຮັດໃຫ້ເກີດມີນໍ້າເສຍທີ່ເປັນອັນ ຕະລາຍຕໍ່ສິ່ງແວດລ້ອມ ເຊິ່ງຈະ ສົ່ງຜົນກະທົບອັນຍາວນານ ເຊັ່ນ: ນໍ້າຈະບົກແຫ້ງ, ການເສາະເຈື່ອນ ຂອງດິນ, ໂລກຈະຮ້ອນຂຶ້ນ ແລະ ອື່ນໆ. ພ້ອມນັ້ນ ຍັງສະເໜີລັດຖະ ບານກວດກາຄືນບັນດາໂຄງການ ຊົນລະປະທານຂະໜາດກາງ ແລະ ຂະໜາດໃຫຍ່ ໃນທົ່ວປະເທດ ກ່ຽວ ກັບປະສິດທິພາບ ແລະ ປະສິດທິຜົນ ໃນການນຳໃຊ້ສະໜອງນ້ຳແກ່ການ ຜະລິດ ເພາະບັນຫາດັ່ງກ່າວ ຕິດພັນ ກັບວາລະແຫ່ງຊາດ ໃນການແກ້ໄຂ ການຜະລິດທົດແທນການນໍາເຂົ້າ. ໂອກາດດຽວກັນ, ທ່ານ ນາງ ຈັນມະນີ ດວງຜາສຸກ ສສຊ ເຂດ ເລືອກຕັ້ງທີ 2 ແຂວງຜົ້ງສາລີ ກໍໄດ້ ມີຄຳເຫັນຕໍ່ບົດລາຍງານດັ່ງກ່າວ ໂດຍສະເພາະການບຳບັດນໍ້າເສຍ ເຊິ່ງຜ່ານມາເຫັນວ່າສົ່ງຜົນກະທົບ ຕໍ່ສິ່ງແວດລ້ອມ ກໍຄື ຜົນກະທົບຕໍ່ ນໍ້າ, ບັນດາໂຄງການຂຸດຄົ້ນແຮ່ ທາດຕ່າງໆ ເຖິງວ່າມີການບັດນໍ້າ ເສຍແຕ່ບໍ່ສາມາດກວດສອບໄດ້ວ່າ ການບຳບັດນໍ້າເສຍດັ່ງກ່າວຂອງ ແຕ່ລະໂຄງການມີຄຸນນະພາບໜ້ອຍ ຫລາຍປານໃດ. ສະເໜີໃຫ້ພາກ ສ່ວນກ່ຽວຂ້ອງເອົາໃຈໃສ່ຕິດຕາມ ກວດກາ ແລະ ຊຸກຍູ້ບໍລິສັດມີການ ບຳບັດນໍ້າເສຍໃຫ້ໄດ້ຄຸນນະພາບ ແທ້. ຕົວຢ່າງ: ຢູ່ແຂວງຜົ້ງສາລີ ປັດຈຸບັນມີໂຄງການສຳຫລວດ, ຊອກຄົ້ນແຮ່ທາດ 18 ໂຄງການ, ຖ້າ ຫາກລັດຖະບານ ບໍ່ວາງແຜນຍຸດ ທະສາດໃນການຄຸ້ມຄອງເຂັ້ມງວດ ໃນການບຳບັດນໍ້າເສຍໃຫ້ໄດ້ຄຸນ ນະພາບ ຄາດວ່າຈະມີຜົນກະທົບຕໍ່ ກັບສະພາບແວດລ້ອມ, ຕໍ່ການດຳ ລົງຊີວິດຂອງພະນັກງານ-ລັດຖະ ກອນ, ປະຊາຊົນຫລາຍຂຶ້ນ. ດັ່ງ ນັ້ນ, ຢາກໃຫ້ເບິ່ງຄືນ ແລະ ວາງແຜນລະ ອຽດ ໂດຍເອົາເຂົ້າຢູ່ໃນການວາງ ແຜນຍຸດທະສາດຮອດປີ 2030 ໃຫ້ຈະແຈ້ງ ແລະ ພາຍຫລັງຮັບ ຮອງແລ້ວ ຈົ່ງພ້ອມກັນຈັດຕັ້ງປະຕິ ບັດຢ່າງເຂັ້ມງວດ. ທ່ານ ສຸລາພອນ ອິນທະວົງ ສສຊ ເຂດເລືອກຕັ້ງທີ 13 ແຂວງສະ ຫວັນນະເຂດ ກໍໄດ້ມີຄຳເຫັນແລກ ປ່ຽນບາງກິດຈະກຳແຜນດຳເນີນ ງານຄື: ແຜນດຳເນີນງານທີ 3 ການ ປົກປັກຮັກສາ, ຟື້ນຟູນໍ້າ ແລະ ຊັບ ພະຍາກອນມະນຸດໂດຍຈະອີງໃສ່ ເຂດພື້ນທີ່ຂຸດຄົ້ນແຮ່ ແມ່ນເປັນສິ່ງ ທ້າທາຍ ແຕ່ນີ້ຮອດປີ 2030 ຫລື ອີກ 7 ປີໃນຕໍ່ໜ້າ, ຄາດຄະເນຈະມີ ເນື້ອທີ່ການສະຫລວດ ແລະ ຂຸດ ຄົ້ນແຮ່ທາດປະມານ 4 ລ້ານກວ່າ ເຮັກຕາ ຫລື ເທົ່າກັບ 17% ຂອງ ເນື້ອທີ່ທັງໝົດຂອງປະເທດເຮົາ. ສະນັ້ນ ຄວນມີການຄຸ້ມຄອງ, ການ ຈັດການນ້ຳ ແລະ ຊັບພະຍາກອນນ້ຳ ໃນເຂດພື້ນທີດັ່ງກ່າວ ໃຫ້ເໝາະສົມ ໃນການຫລຸດຜ່ອນຄວາມສ່ຽງ ການປົນເປື້ອນ ຂອງສານເຄມີ ຕ່າງໆ. ສິ່ງສຳຄັນ ຄວນມີການຟື້ນຟູ ແລະ ການບຳບັດນ້ຳເສຍຈາກນ້ຳ ແຮ່ທາດຕ່າງໆ ເພື່ອໃຫ້ສາມາດເອົາ ນ້ຳມານໍາໃຊ້ຄືນໃໝ່ຍິ່ງເປັນການ ດີ. ພ້ອມນັ້ນ ສະເໜີໃຫ້ລັດຖະບານ ກຳນົດວິທີການທີ່ເໝາະສົມສຳລັບ ການພັດພັດທະນາພື້ນຖານໂຄງ ລ່າງ ທີ່ຕິດພັນກັບການນຳໃຊ້ນໍ້າພື້ນ ທີ່ໂຄງການ, ທັງນີ້ ກໍເພື່ອປົກປ້ອງ ຜົນປະໂຫຍດຂອງປະຊາຊົນໃນ ການນໍ້າໃຊ້ນໍ້າສະອາດ, ທັງມີການ ແບ່ງປັນສັດສ່ວນໃຫ້ເຂົ້າເຖິງ ແຫລ່ງນໍ້າ ຫລື ຊັບພະຍາກອນນໍ້າທີ່ ສະອາດໃນເຂດຕົວເມືອງ ແລະ ຊົນ ນະບົດ ສຳລັບບໍລິໂພກ-ອຸປະໂພກ. ຂ່າວ: ກິດຕາ, ພາບ: ເກດສະໜາ ສູນກາງພັກສະບັບໃໝ່ ເຊິ່ງກຳນົດ ທີ່ຕັ້ງ ແລະ ພາລະບົດບາດ, ໜ້າທີ່ ແລະ ຂອບເຂດສິດໃນການເປັນ ເສນາທິການດ້ານເນື້ອໃນ, ເປັນໃຈ ກາງປະສານງານ ແລະ ສ້າງເງື່ອນ ໄຂອຳນວຍຄວາມສະດວກໃຫ້ແກ່ ຄະນະບໍລິຫານງານສູນກາງພັກ, ກົມການເມືອງສູນກາງພັກ, ຄະນະ ເລຂາທິການສູນກາງພັກ, ເລຂາທິ ການໃຫຍ່, ຜູ້ປະຈຳການຄະນະເລ ຂາທິການສູນກາງພັກ; ກຳນົດໂຄງ ປະກອບການຈັດຕັ້ງ ແລະ ບຸກຄະ ລາກອນ ເຊິ່ງຈະໄດ້ປັບປຸງໂຄງປະ ກອບການຈັດຕັ້ງຈາກ 12 ກົມ ມາເປັນ 11 ກົມ, ໄດ້ຮັບຟັງການ ເຜີຍແຜ່ມະຕິຕົກລົງຂອງຄະນະເລ ຂາທິການສູນກາງພັກ ສະບັບເລກ ທີ 389/ຄລສພ, ລົງວັນທີ 26 ມິຖຸນາ 2023 ວ່າດ້ວຍການປັບປຸງ ກົງຈັກການຈັດຕັ້ງຂອງຫ້ອງວ່າ ການສູນກາງພັກ, ພ້ອມນີ້ ກໍໄດ້ມີ ການແບ່ງວຽກ, ແບ່ງຄວາມຮັບຜິດ ຊອບໃນການຄຸ້ມຄອງຊີ້ນຳຂອງ ຄະນະປະຈຳພັກ, ຄະນະຫ້ອງວ່າ ການສູນກາງພັກຄືນໃໝ່ ເພື່ອເຮັດ ໃຫ້ວຽກງານໄດ້ຮັບການຈັດຕັ້ງປະ ຕິບັດຢ່າງຕໍ່ເນື່ອງ, ວ່ອງໄວ ແລະ ມີ ປະສິດທິຜົນຂຶ້ນໄປເລື້ອຍໆ. ໂອກາດນີ້, ສະຫາຍ ທອງສະລິດ ມັງໜໍ່ເມກ ຍັງໄດ້ໃຫ້ກຽດໂອ້ລົມ ຕໍ່ກອງປະຊຸມເພື່ອໃຫ້ພະນັກງານລັດຖະກອນພາຍໃນຫ້ອງວ່າການ ສູນກາງພັກ ໄດ້ຮັບຮູ້ ແລະ ເຂົ້າໃຈ ເປັນເອກະພາບກ່ຽວກັບການປັບ ປຸງພາລະບົດບາດ ແລະ ໂຄງປະ ກອບການຈັດຕັ້ງແມ່ນຄວາມຈຳ ເປັນພາວະວິໄສ ແລະ ເພື່ອຕອບ ສະໜອງກັບຄວາມຮຽກຮ້ອງຕ້ອງ ການຂອງໜ້າທີ່ການເມືອງໃນໄລ ຍະໃໝ່, ຈົ່ງພ້ອມກັນຍົກສູງຄວາມ ຮັບຜິດຊອບສຸມທຸກສະຕິປັນຍາ, ເຫື່ອແຮງຄວາມສາມາດການນຳ ພາຊີ້ນຳວຽກງານໃຫ້ມີປະສິດທິ ຜົນຍິ່ງກວ່າເກົ່າ. ຂ່າວ-ພາບ: ຫ້ອງວ່າການສູນກາງພັກ ຜົນ ແລະ ຄວາມຈຳເປັນໃນການ ສ້າງຍຸດທະສາດສະບັບນີ້, ເນື່ອງ ຈາກວ່ານໍ້າ ແລະ ຊັບພະຍາກອນ ນໍ້າມີຄວາມສໍາຄັນ ແລະ ຈໍາເປັນຕໍ່ ສິ່ງທີ່ມີຊີວິດ ແລະ ການພັດທະນາ ເສດຖະກິດ-ສັງຄົມ; ຮ່າງຍຸດທະ ສາດສະບັບນີ້, ປະກອບມີ IV ພາກ ໂດຍໄດ້ກໍານົດແຜນດໍາເນີນງານ ປີ 2021-2025 ປະກອບມີ 8 ແຜນດໍາເນີນງານ, 15 ເປົ້າໝາຍ, 27 ວຽກຈຸດສຸມ ແລະ 85 ກິດຈະ ກໍາ ເປັນຕົ້ນ ການຄຸ້ມຄອງອ່າງຮັບ ນໍ້າແບບເຊື່ອມສານ, ການຄຸ້ມຄອງ ລະບົບຂໍ້ມູນຂ່າວສານນໍ້າ ແລະ ຊັບ ພະຍາກອນ ນໍ້າ, ການປົກປັກຮັກສາ ແລະ ຟື້ນຟູນໍ້າ ແລະ ຊັບພະຍາກອນ ນໍ້າ, ການຄຸ້ມຄອງນໍ້າໃຕ້ດິນ, ການ ພັດທະນາໂຄງລ່າງພື້ນຖານທີ່ຕິດ ພັນກັບການນໍາໃຊ້ນໍ້າ, ການສ້າງ ກົນໄກທາງດ ານການເງິນ, ການພັດ ທະນາຊັບພະຍາກອນມະນຸດ ແລະ ການຮ່ວມມືກັບສາກົນ. ພາຍຫລັງຍຸດທະສາດການຄຸ້ມ ຄອງ, ການນໍາໃຊ້ນໍ້າ ແລະ ຊັບພະ ຍາກອນນໍ້າແຫ່ງຊາດ ໄດ້ຜ່ານຮັບ ການຮັບຮອງ ແລະ ປະກາດໃຊ້ແລ້ວ ຄາດວ່າຈະເຮັດໃຫ້ບັນລຸຫລາຍ ຄາດໝາຍ ເປັນຕົ້ນເປັນການຈັດ ຕັ້ງຜັນຂະຫຍາຍມະຕິກອງປະຊຸມ ໃຫຍ່ ຄັ້ງທີ XI ຂອງພັກ ປະຊາຊົນປະ ຕິວັດລາວ, ແຜນພັດທະນາເສດຖະ ກິດ-ສັງຄົມ 5 ປີ ຄັ້ງທີ IX ແລະ ແຜນ 5 ປີ 2021-2025 ຂອງຂະ ແໜງການຊັບພະຍາກອນທໍາມະ ຊາດ ແລະ ສິ່ງແວດລ້ອມ ໂດຍສະ ເພາະແມ່ນການຜັນຂະຫຍາຍກົດ ໝາຍວ່າດ້ວຍນໍ້າ ແລະ ຊັບພະຍາ ກອນນໍ້າ ສະບັບປັບປຸງ ປີ 2017 ລວມທັງແຜນແມ່ບົດຈັດສັນທີ່ດິນ ແຫ່ງຊາດ, ແຜນຈັດສັນທີ່ດິນ, ການ ຄຸ້ມຄອງຊັບພະຍາກອນທຳມະ ຊາດ ແລະ ສິ່ງແວດລ້ອມແບບຮອບ ດ້ານຂອງທ້ອງຖິ່ນ; ມີຄວາມເປັນ ເອກະພາບ ແລະ ມີຄວາມເຂົ້າໃຈ ຮ່ວມກັນລະຫວ່າງ ບັນດາຂະແໜງ ການຢູ່ຂັ້ນສູນກາງ ແລະ ທ້ອງຖິ່ນ ໃນການຄຸ້ມຄອງ, ການບໍລິຫານນໍ້າ ແລະ ການນໍາໃຊ້ນໍ້າ ແລະ ຊັບພະຍາ ກອນນໍ້າແບບເຊື່ອມສານ, ທັງຄຸ້ມ ຄອງປົກປັກຮັກສາ ແລະ ພັດທະນາ ຊັບພະຍາກອນນໍ້າ ເພື່ອໃຫ້ມີຄວາມ ອຸດົມສົມບູນຂອງລະບົບນິເວດວິ ທະຍາ ໂດຍຕິດພັນກັບການປັບປຸງ ຊີວິດການເປັນຢູ່ຂອງປະຊາຊົນໃຫ້ ດີຂຶ້ນ; ມີກົນໄກການຄຸ້ມຄອງ ແລະ ການມີສ່ວນຮ່ວມໃນຄຸ້ມຄອງນໍ້າ ແລະ ຊັບພະຍາກອນນໍ້າ, ທັງຮັບ ປະກັນການມີສ່ວນຮ່ວມໃນການ ຄຸ້ມຄອງອ່າງຮັບນໍ້າໃຫ້ຫລາຍຂຶ້ນ ລວມທັງການຄຸ້ມຄອງ, ການບໍລິ ຫານ, ການນໍາໃຊ້ນໍ້າ ແລະ ຊັບພະ ຍາກອນນໍ້າ ຢ່າງມີປະສິດທິພາບ ສູງເພື່ອຕອບສະໜອງຕໍ່ກັບການ ພັດທະນານໍ້າ ແລະ ຊັບພະຍາກອນ ນໍ້າຂອງບັນດາຂະແໜງການ. ພ້ອມ ນັ້ນ, ລັດຖະບານ ຍັງວາງແຜນການ, ການຕິດຕາມກວດກາ ແລະ ແຈ້ງ ເຕືອນໄພລ່ວງໜ້າ ເພື່ອຮັບປະກັນ ການຄຸ້ມຄອງຂໍ້ມູນຂ່າວສານດ້ານ ຊັບພະຍາກອນນໍ້າ ຢ່າງເປັນລະບົບ; ສາມາດຄຸ້ມຄອງ ແລະ ຫລຸດຜ່ອນ ຜົນກະທົບ ທີ່ເກີດຂຶ້ນຈາກໄພນໍ້າ ຖ້ວມ ແລະ ໄພແຫ້ງແລ້ງ ໂດຍປັບ ຕົວເຂົ້າກັບການປ່ຽນແປງດິນຟ້າ ອາກາດ, ປົກປັກຮັກສາ ແລະ ຟື້ນຟູ ນໍ້າ ແລະ ຊັບພະຍາກອນນໍ້າ ໃຫ້ມີຄຸນ ນະພາບທີ່ດີ ແລະ ມີຄວາມຫລາກ ຫລາຍ ແລະ ສົມດຸນທາງດ້ານລະ ບົບນິເວດວິທະຍາ, ປ່າໄມ້, ການປົກ ປັກຮັກສາສິ່ງແວດລ້ອມ ແລະ ການ ຄວບຄຸມມົນລະພິດ ທີ່ຕິດພັນກັບ ການຄຸ້ມຄອງຊັບພະຍາກອນນໍ້າ. ຂ່າວ: ທະນູທອງ, ພາບ: ເກດສະໜາ ນາແບບຍືນຍົງ ລະຫວ່າງລັດຖະ ບານ ແຫ່ງ ສປປ ລາວ ແລະ ອົງການ ສະຫະປະຊາຊາດ 2023 (The High-Level Joint Steering Committee Meeting 2023) ໃນວັນທີ 3 ກໍລະກົດ 2023 ພາຍ ໃຕ້ການເປັນປະທານຮ່ວມຂອງ ທ່ານ ໂພໄຊ ໄຂຄຳພິທູນ ຮອງລັດ ຖະມົນຕີກະຊວງການຕ່າງປະເທດ ແລະ ທ່ານ ນາງ ຊາຣາ ເຊເກັນ ເນສ ຜູ້ປະສານງານອົງການ ສປຊ ປະ ຈໍາ ສປປ ລາວ ພ້ອມດ້ວຍພາກສ່ວນ ກ່ຽວຂ້ອງເຂົ້າຮ່ວມ. ການຈັດກອງປະຊຸມຄັ້ງນີ້, ເພື່ອ ປຶກສາຫາລື, ພິຈາລະນາຮັບຮອງ ບົດລາຍງານຄວາມຄືບໜ້າປະຈຳ ປີ 2022 ຢ່າງເປັນທາງການຂອງ ຂອບການຮ່ວມມືລະຫວ່າງລັດຖະ ບານ ແຫ່ງ ສປປ ລາວ ແລະ ອົງ ການ ສປຊ ເພື່ອການພັດທະນາແບບ ຍືນຍົງ (UNSCDF); ນຳສະເໜີ ແຜນວຽກຮ່ວມປີ 2023 ແລະ ບາງໜ້າວຽກທີ່ໄດ້ ຈັດຕັ້ງປະຕິບັດ ໃນປີ 2023 ແລະ ປຶກສາຫາລືເພື່ອ ກະກຽມໃຫ້ການເຂົ້າຮ່ວມກອງປະ ຊຸມສຸດຍອດ ວ່າດ້ວຍເປົ້າໝາຍການ ພັດທະນາແບບຍືນຍົງ(ປພຍ) ຂອງຄະນະຜູ້ແທນ ແຫ່ງ ສປປ ລາວ ໃນເດືອນກັນຍາ 2023 ທີ່ນິວ ຢອກ, ສ ອາເມລິກາ. ໂອກາດນີ້, ທ່ານ ໂພໄຊ ໄຂຄຳ ພິທູນ ໄດ້ຢໍ້າຄືນເຖິງຄວາມໝາຍ ຄວາມສຳຄັນຂອງກົນໄກຂອບ ການຮ່ວມມືດັ່ງກ່າວ ເຊິ່ງນອກຈາກ ເປັນເວທີການປຶກສາຫາລືໃຫ້ແກ່ ບັນດາຈຸດປະສານງານຄະນະກໍາ ມະທິການ (Joint Steering Committee/JSC) ກ່ຽວກັບ ເເຜນງານກິດຈະກໍາບຸລິມະສິດ ເເລະ ບັນດາສິ່ງທ້າທາຍຕ່າງໆພາຍ ໃຕ້ 4 ຄາດໝາຍຫລັກຂອງຂອບ ການ ຮ່ວມມື UNSDCF 20222026 ຄື: ຊີວິດການເປັນຢູ່ທີດີ; ຄວາມຈະເລີນຮຸ່ງເຮືອງທີ່ກວມ ລວມ; ການຄຸ້ມຄອງບໍລິຫານລັດ ເເລະ ການປົກຄອງດ້ວຍກົດໝາຍ; ແລະ ສິ່ງເເວດລ້ອມ, ການປ່ຽນ ແປງດິນຟ້າອາກາດ ແລະ ການສ້າງ ຄວາມທົນທານແລ້ວ. ກອງປະຊຸມ ຄັ້ງນີ້, ຍັງເປັນກົນໄກທີ່ສຳຄັນໃນ ການຕິດຕາມກວດກາການຈັດຕັ້ງ ປະຕິບັດແຜນງານການຮ່ວມມື ຍ່ອຍຕ່າງໆ ລະຫວ່າງພາກລັດ ແລະ ອົງການເຄືອຂ່າຍ ສປຊ ຊຶ່ງ ສະໜັບສະໜູນໂດຍກົງຕໍ່ການຈັດ ຕັ້ງປະຕິບັດແຜນພັດທະນາເສດຖະ ກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ IX ລວມທັງເປັນການກຳນົດທິດທາງ ການເຄື່ອນໄຫວໃນຕໍ່ໜ້າໃຫ້ຖືກ ຕ້ອງສອດຄ່ອງກັບສະພາບການພັດ ທະນາຕົວຈິງຂອງ ສປປ ລາວ ໃນ ປັດຈຸບັນ. ຄະນະກຳມະການຊີ້ນຳຮ່ວມລະ ຫວ່າງລັດຖະບານ ແຫ່ງ ສປປ ລາວ ແລະ ອົງການສະຫະປະຊາຊາດ 2022-2026 ເປັນກົນໄກສຳຄັນ ເພື່ອທົບທວນການຈັດຕັ້ງປະຕິບັດ ຂອບການຮ່ວມມື UNSDCF 2022-2026 ໃນການສະໜອງ ການຊ່ວຍເຫລືອ ໃຫ້ແກ່ ສປປ ລາວ ດ້ານເຕັກນິກວິຊາການ, ການຂົນ ຂວາຍທຶນຮອນເຂົ້າໃນວຽກງານ ການຍົກລະດັບຊີວິດທີ່ດີຂອງປະຊາ ຊົນ, ເສີມສ້າງຄວາມຮຸ່ງເຮືອງສີວິ ໄລ, ການປົກຄອງທີ່ດີ ແລະ ລັດ ແຫ່ງ ກົດໝາຍ, ການປົກປັກຮັກສາ ສິ່ງແວດລ້ອມ, ການຮັບມືກັບການ ປ່ຽນແປງດິນຟ້າອາກາດ ແລະ ໄພ ທໍາມະຊາດ ແລະ ອື່ນໆ ຊຶ່ງມີຄວາມ ສອດຄ່ອງກັບບຸລິມະສິດ ແລະ ຍຸດ ທະສາດການສ້າງສາ ແລະ ພັດທະ ນາປະເທດຊາດຂອງ ສປປ ລາວ ກໍຄື ແຜນພັດທະນາເສດຖະກິດສັງຄົມແຫ່ງຊາດ 2021-2025, ວາລະ 2030 ເພື່ອການພັດທະນາ ແບບຍືນຍົງ ແລະ ເປົ້າໝາຍການ ພັດທະນາແບບຍືນຍົງ ຂອງອົງ ການ ສປຊ ແລະ ການກ້າວອອກ ຈາກສະຖານະພາບປະເທດດ້ອຍ ພັດທະນາຂອງ ສປປ ລາວ ໃນປີ 2026. ກອງປະຊຸມໃນຄັ້ງນີ້, ໄດ້ດໍາເນີນ ໄປດ້ວຍບັນຍາກາດທີ່ສ້າງສັນ ແລະ ສໍາເລັດລົງຢ່າງຈົບງາມ. ສໍາລັບ ໝາກຜົນຂອງກອງປະຊຸມດັ່ງກ່າວ ຈະເປັນບ່ອນອີງສຳຄັນໃນການ ສືບຕໍ່ຈັດຕັ້ງປະຕິບັດຂອບການ ຮ່ວມມື UNSDCF 2022-2026 ເພື່ອການພັດທະນາແບບຍືນຍົງລະ ຫວ່າງ ລັດຖະບານ ແຫ່ງ ສປປ ລາວ ແລະ ອົງການສະຫະປະຊາຊາດ.
RkJQdWJsaXNoZXIy MTc3MTYxMQ==