mk[mk,7;k,gsa o.lj Ij k'dq f\kp ;j kfh ;pdkomj v'mj P; lt[a [xa [x5 ' ltrkcsj '-kf ltg|u ]a f4t[kog]a j ' 75 h ,7v'dkooe.-h oE c]t -a [rtpkdvooE ]k; c]t lx- Ia [Iv'[q f]kp'ko 7;k,7n [|h k xt9exu 2022 ]a f4t[ko deoq fp5 fmtlkf75 h ,7v' dkooe.-h oE c]t -a [rtpkdvooE gzu pczj gvdtlko;Pd'ko 0v'sh v';j kdkol6 odk'ra d o; gxu f0t[;ome]kp cs]j 'crj ra o|vooE{p5 ']kp 7kf;j k9t,u oa dmj v'mj P;1h P,1k, c0;'sq ;ra o [+ 8j ed;j k 30 ra o7q o .oxu 2023 ll- .sh 7;k,lq o.9p5 fmtlkf75 h ,7v' oE c]t -a [rtpkdvooE csj '-kf ຖະໜົນ 450 ປີ ບ້ານດົງໂພນແຮ່ ເມືອງຫາດຊາຍຟອງ ນະຄອນຫລວງວຽງຈັນ www.kpl.gov.la , Facebook: ປະເທດລາວ Pathedlao, Email: kpl@laotel.com , Tel/Fax:(021) 215402 ວັນອັງຄານ 04.07.2023 ປີທີ 22 ສະບັບທີ 5.712 rda xt-k-oq xt8;y fa]k; mu,j du Pflts'k \oA pon K j -,q g-pu dv'xt-,5 ltw\lk,oa gmnvj m u 5 0v'ltrkcs'j -kf -f5 m u IX 1kj 'lf5 .9 ອ່ານຕໍ່ໜ້າ 2 ອ່ານຕໍ່ໜ້າ 4 ອ່ານຕໍ່ໜ້າ 4 ອ່ານຕໍ່ໜ້າ 2 ອ່ານຕໍ່ໜ້າ 2 ອ່ານຕໍ່ໜ້າ 6 ອ່ານຕໍ່ໜ້າ 2 ອ່ານຕໍ່ໜ້າ 4 ຂປລ. ໃນວາລະດຳເນີນກອງ ປະຊຸມສະໄໝສາມັນ ເທື່ອທີ 5 ຂອງ ສະພາແຫ່ງຊາດຊຸດທີ IX ໃນວັນທີ 3 ກໍລະກົດ 2023 ນີ້, ທ່ານ ລິນຄຳ ດວງສະຫວັນ ກຳມະການຄະນະ ປະຈຳສະພາແຫ່ງຊາດ, ປະທານ ກຳມາທິການເສດຖະກິດ, ເຕັກໂນ ໂລຊີ ແລະ ສິ່ງແວດລ້ອມ ໄດ້ປະ ກອບຄຳເຫັນໃສ່ບົດລາຍງານຂອງ ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ກ່ຽວກັບການ ສ້າງຍຸດທະສາດການຄຸ້ມຄອງ, ການນໍາໃຊ້ນໍ້າ ແລະ ຊັບພະຍາກອນ ນໍ້າແຫ່ງຊາດ ຮອດປີ 2030 ໂດຍ ລວມແລ້ວ ຄະນະປະຈຳສະພາແຫ່ງ ຊາດ ເຫັນດີເປັນເອກະພາບຕໍ່ເນື້ອ ຂປລ. ລັດຖະບານ ກໍຄື ກະຊວງ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ໄດ້ສ້າງຮ່າງແຜນຍຸດ ທະສາດການຄຸ້ມຄອງ, ການນໍາໃຊ້ ນໍ້າ ແລະ ຊັບພະຍາກອນນໍ້າແຫ່ງ ຊາດ ຮອດປີ 2030, ການສ້າງຍຸດ ທະສາດດັ່ງກ່າວ ໄດ້ປະຕິບັດຕາມ ຂັ້ນຕອນ, ມີການຄົ້ນຄວ້າ, ມີການ ທາບທາມຈາກບັນດາກະຊວງ ແລະ ພາກສ່ວນກ່ຽວຂ້ອງຢູ່ຂັ້ນສູນກາງ ແລະ ທ້ອງຖິ່ນຫລາຍຄັ້ງລວມທັງ ອົງການຈັດຕັ້ງສາກົນ ແລະ ຄູ່ຮ່ວມ ພັດທະນາຢ່າງກວ້າງຂວາງ.ພ້ອມ ທັງ ໄດ້ຜ່ານການເຫັນດີຈາກລັດ ຖະບານ. ພາຍຫລັງຮ່າງຍຸດທະ ຂປລ. ກະຊວງການຕ່າງປະ ເທດຮ່ວມກັບຫ້ອງການຜູ້ປະສານ ງານອົງການສະຫະປະຊາຊາດ (ສປຊ) ປະຈໍາ ສປປ ລາວ ຈັດ ຂປລ. ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ຮ່ວມກັບທະນາຄານພັດ ທະນາອາຊີ ຈັດກອງປະຊຸມທາບ ທາມຄວາມຄິດເຫັນ ເພື່ອປັບປຸງ ກົດໝາຍວ່າດ້ວຍການທ່ອງທ່ຽວ ສຳລັບ 6 ພາກກາງ ແລະ 4 ພາກ ໃນຂອງຮ່າງຍຸດທະສາດສະບັບ ດັ່ງກ່າວ ເປັນຕົ້ນ ແຜນງານ, ແຜນ ດຳເນີນງານ, ເປົ້າໝາຍ, ແຜນວຽກ ຈຸດສຸມ ແລະ ບັນດາກິດຈະກຳລວມ ທັງມາດຕະການໃນການຈັດຕັ້ງປະ ຕິບັດທີ່ໄດ້ກຳນົດໄວ້ໃນຮ່າງຍຸດທະ ສາດ, ແຕ່ຍັງມີຫລາຍບັນຫາສຳ ຄັນ ເປັນສິ່ງທ້າທາຍທີ່ລັດຖະບານ ຈະຕ້ອງໄດ້ສືບຕໍ່ຄົ້ນຄວ້າ, ປັບປຸງ ແລະ ແກ້ໄຂຢ່າງຮີບດ່ວນ ເພື່ອຮັບ ປະກັນເຮັດໃຫ້ການຄຸ້ມຄອງ, ນຳ ໃຊ້ນໍ້າ ແລະ ຊັບພະຍາກອນນໍ້າໃຫ້ ມີປະສິດທິພາບ, ປະສິດທິຜົນ. ທ່ານ ລິນຄຳ ດວງສະຫວັນ ສະ ເໜີໃຫ້ລັດຖະບານສືບຕໍ່ຄົ້ນຄວ້າ ກອງປະຊຸມຂັ້ນສູງຄະນະກໍາມະ ການຊີ້ນໍາຮ່ວມການຈັດຕັ້ງປະຕິບັັດ ຂອບການຮ່ວມມື ເພື່ອການພັດທະ ທ່ານ ຈັນທະເນດ ບົວລະພາ ນໍ້າ ຕາມຫລັກການຄຸ້ມຄອງແບບ ເຊື່ອມສານ ເພື່ອຮັບປະກັນໃຫ້ມີຄຸນ ນະພາບ ແລະ ປະລິມານທີ່ພຽງພໍ ເພື່ອຕອບສະໜອງໃຫ້ແກ່ການອຸປະ ໂພກ-ບໍລິໂພກ ແລະ ການພັດທະນາ ແບບຍືນຍົງ, ພ້ອມທັງຫລຸດຜ່ອນ ຜົນເສຍຫາຍຈາກນໍ້າ. ທ່ານ ຈັນທະເນດ ບົວລະພາ ຮອງລັດຖະມົນຕີ ກະຊວງຊັບພະ ຍາກອນທຳມະຊາດ ແລະ ສິ່ງແວດ ລ້ອມ ໄດ້ລາຍງານຕໍ່ກອງປະຊຸມປະ ຊຸມສະໄໝສາມັນ ເທື່ອທີ 5 ຂອງ ສະພາແຫ່ງຊາດ ຊຸດທີ IX ໃນວັນ ທີ 3 ກໍລະກົດ 2023 ນີ້ວ່າ: ເຫດ ກົດ 2023 ພາຍໃຕ້ການເປັນປະ ທານຂອງ ສະຫາຍ ທອງສະລິດ ມັງໜໍ່ເມກ ເລຂາທິການສູນກາງ ພັກ, ເລຂາຄະນະພັກ, ຫົວໜ້າຫ້ອງ ວ່າການສູນກາງພັກ, ມີຄະນະປະ ຈຳພັກ, ຄະນະພັກ, ຄະນະກົມ, ພະ ນັກງານຂັ້ນພະແນກ ແລະ ວິຊາ ການພະນັກງານ-ລັດຖະກອນເຂົ້າ ຮ່ວມ. ກອງປະຊຸມຄັ້ງນີ້, ໄດ້ຮັບຟັງ ການເຜີຍແຜ່ມະຕິຕົກລົງຂອງກົມ ການເມືອງສູນກາງພັກສະບັບເລກ ທີ 18/ກມສພ, ລົງວັນທີ 23 ມິຖຸນາ 2023 ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງຫ້ອງວ່າການ ສາດນີ້ ໄດ້ຖືກຮັບຮອງຈາກສະພາ ແລ້ວ ຈະເປັນບ່ອນອີງໃນການຄຸ້ມ ຄອງ, ນໍາໃຊ້ນໍ້າ ແລະ ຊັບພະຍາກອນ ສະຫາຍ ທອງສະລິດ ມັງໜໍ່ເມກ ຂປລ. ຫ້ອງວ່າການສູນກາງ ພັກ ຈັດກອງປະຊຸມເຜີຍແຜ່ນິຕິກຳ ກ່ຽວກັບວຽກງານຂອງຫ້ອງວ່າ ການສູນກາງພັກ ໃນວັນທີ 3 ກໍລະ ຂປລ. ໃນວາລະກອງປະຊຸມສະ ໄໝສາມັນ ເທື່ອທີ 5 ຂອງສະພາ ແຫ່ງຊາດ ຊຸດທີ IX ໃນວັນທີ 3 ກໍ ລະກົດ 20 23 ພາຍໃຕ້ການເປັນປະ ທານຂອງ ທ່ານ ສົມມາດ ພົນເສນາ ຮອງປະທານສະພາແຫ່ງຊາດ, ບັນດາສະມາຊິກສະພາ ແຫ່ງຊາດ (ສສຊ) ປະຈຳເຂດເລືອກຕັ້ງ ຕ່າງໆໄດ້ສຸມໃສ່ປະກອບຄຳຄິດຄຳ ເຫັນໃສ່ບົດລາຍງານຂອງລັດຖະ ບານກ່ຽວກັບຍຸດທະສາດການຄຸ້ມ ຄອງນໍ້າ ແລະ ຊັບພະຍາກອນນໍ້າ ແຫ່ງຊາດ ຮອດປີ 2030. ທັງນີ້ກໍ, ເພື່ອເຮັດໃຫ້ບົດລາຍງານດັ່ງກ່າວ ພາບປະກອບ
lkmk]tot]fa xt-kmxy tw8 xt-k-oq ]k; \oA pon K @ 0kj ; c]t gsfdko 04/07/2023 xtgmf]k; ເຜີຍແຜ່ເອກະສານ... ລັດຖະບານ ກຳນົດ... ລາວ ແລະ ສປຊ ຮັບຮອງ... ltrkcsj '-kf ltg|u ]a f4t[koln [8+ cdh w0[a osk1kgl[8y f .sh c0'cI'd;j kgdq j k ຂປລ. ການແກ້ໄຂບັນຫາຢາ ເສບຕິດ ຍັງແມ່ນວຽກງານທີ່ເຄັ່ງ ຮ້ອນທີ່ສັງຄົມ ກໍຄືບັນດາກະຊວງ, ຂະແໜງການທີ່ກ່ຽວຂ້ອງຕ້ອງໄດ້ ພ້ອມກັນສືບຕໍ່ຈັດຕັ້ງປະຕິບັດສະ ກັດກັ້ນ ແລະ ປາບປາມຜູ້ຜະລິດ, ຜູ້ຄ້າ, ຜູ້ຂາຍ, ຜູ້ເສບຢ່າງເປັນປົກ ກະຕິ, ຕໍ່ເນື່ອງໄປອີກຍາວນານ ເພື່ອ ເຮັດໃຫ້ບັນຫາຢາເສບຕິດຢູ່ ສປປ ລາວ ຫລຸດລົງເປັນກ້າວໆ, ແນໃສ່ ເຮັດໃຫ້ສັງຄົມມີຄວາມສະຫງົບ, ປອດໄພ ແລະ ອື່ນໆ. ທ່ານ ພົທ ສຸວອນ ເລືອງບຸນມີ ຮອງປະທານສະພາແຫ່ງຊາດ ໄດ້ ຕາງໜ້າໃຫ້ຄະນະປະຈຳສະພາ ແຫ່ງຊາດຂຶ້ນປະກອບຄຳເຫັນໃນ ກອງປະຊຸມສະໄໝສາມັນເທື່ອທີ 5 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 29 ມິຖຸນາ 2023 ນີ້, ຕໍ່ບົດ ລາຍງານຂອງລັດຖະບານກ່ຽວ ກັບການຈັດຕັ້ງປະຕິບັດວ່າລະແຫ່ງ ຊາດ ວ່າດ້ວຍການແກ້ໄຂບັນຫາຢາ ເສບຕິດ ໃນໄລຍະເກືອບ 2 ປີຜ່ານ ມາ, ຍັງມີດ້ານອ່ອນ-ຂໍ້ຄົງຄ້າງຈຳ ນວນໜຶ່ງທີ່ຈະຕ້ອງໄດ້ສືບຕໍ່ຈັດຕັ້ງ ປະຕິບັດ ເປັນຕົ້ນ ການຈັດຕັ້ງປະຕິ ບັດວາລະແຫ່ງຊາດ ຍັງຊັກຊ້າ, ຍັງບໍ່ທັນເລິກເຊິ່ງ ຍັງບໍ່ເຂົ້າເຖິງ ທຸກເປົ້າໝາຍ, ບັນດານິຕິກຳຍັງບໍ່ ທັນລະອຽດ, ຄົບຖ້ວນ ແລະ ອື່ນໆ. ຕໍ່ກັບບັນຫາດັ່ງກ່າວ, ຄະນະປະຈຳ ສະພາແຫ່ງຊາດ ສະເໜີໃຫ້ລັດຖະ ບານ ກໍຄື ກະຊວງ, ຂະແໜງການທີ່ ກ່ຽວຂ້ອງ ໃຫ້ສືບຕໍ່ເພີ່ມທະວີຍົກ ສູງບົດບາດ ແລະ ຄວາມສາມາດໃນ ການນຳພາ-ຊີ້ນຳຂອງຄະນະພັກ ແລະ ອົງການລັດ ແຕ່ລະຂັ້ນໃນ ການຈັດຕັ້ງປະຕິບັດການແກ້ໄຂບັນ ຫາຢາເສບຕິດໃຫ້ແຂງແຮງຂຶ້ນ ກວ່າເກົ່າ ໂດຍເຮັດໃຫ້ວຽກງານນີ້ ກາຍເປັນໜ້າທີ່, ພັນທະ ແລະ ຄວາມ ຮັບຜິດຊອບຂອງທຸກພາກສ່ວນ ໃນສັງຄົມ; ຖືເອົາບັນຫາແກ້ໄຂຢາ ເສບຕິດເປັນມາດຕະຖານເງື່ອນໄຂ ໜຶ່ງ ໃນຂະບວນການຮັກຊາດ ແລະ ພັດທະນາ; ສືບຕໍ່ສ້າງຄວາມຮັບຮູ້ ໃຫ້ສັງຄົມດ້ວຍການສຶກສາອົບຮົມ, ໂຄສະນາເຜີຍແຜ່ລະບຽບກົດໝາຍ, ຜົນຮ້າຍ ແລະ ຄວາມອັນຕະລາຍ ຂອງຢາເສບຕິດດ້ວຍຫລາຍຮູບ ແບບ, ຫລາຍວິທີຕື່ມອີກໂດຍຕິດພັນ ກັບການໂຄສະນາຕົວແບບດີເດັ່ນ ໃນການຕ້ານຢາເສບຕິດ, ຂະບວນ ການສ້າງຄອບຄົວ, ບ້ານ, ສຳນັກ ງານ-ອົງການ, ໂຮງຮຽນ, ໂຮງ ແຮມ, ຮ້ານບັນເທີງ ແລະ ຮ້ານອາ ຫານ ປອດຢາເສບຕິດໃຫ້ຫລາຍ ຂຶ້ນ; ສືບຕໍ່ປັບປຸງບັນດານິຕິກຳທີ່ ຈຳເປັນຮັບໃຊ້ໃຫ້ແກ່ການຈັດຕັ້ງ ປະຕິບັດວາລະແຫ່ງຊາດ ວ່າດ້ວຍ ການແກ້ໄຂບັນຫາຢາເສບຕິດໃຫ້ ຄົບຖ້ວນ, ລະອຽດ, ຈະແຈ້ງ, ເປັນ ຕົ້ນ ນິຕິກຳ ເພື່ອຈັດຕັ້ງປະຕິບັດ ໂທດປະຫານຊີວິດ, ນິຕິກຳຮັບໃຊ້ ໃຫ້ແກ່ການແກ້ໄຂບັນຫາຢາເສບ ຕິດປະເພດທີ່ເກີດຂຶ້ນໃໝ່ເຊັ່ນ: ນໍ້າ ໃບກະທ້ອມ, ກາເຟເຕັ່ນ, ກອກຢາ ສູບໄຟຟ້າ, ປຸ່ມເປົ້າອາຍແກັດກະ ຕຸ່ນປະສາດ ແລະ ອື່ນໆ; ສືບຕໍ່ການ ປັບປຸງກົງຈັກການຈັດຕັ້ງ, ແບບ ແຜນວິທີເຮັດວຽກຂອງພາກສ່ວນ ເຈົ້າໜ້າທີ່ ທີ່ກ່ຽວຂ້ອງ, ລວມທັງ ການປະກອບວັດຖຸ, ອຸປະກອນ, ພາ ຫະນະເຕັກນິກຕ່າງໆ ເພື່ອຮັບໃຊ້ ວາລະແຫ່ງຊາດ ໂດຍສະເພາະສຸມ ໃສ່ຂັ້ນເມືອງ, ຂັ້ນບ້ານໃຫ້ຫລາຍ ຂຶ້ນ ເພື່ອມີກຳລັງແຮງພຽງພໍໃນ ການປະຕິບັດການແກ້ໄຂບັນຫາ ຢາເສບຕິດຢູ່ຂັ້ນຮາກຖານ ໃຫ້ມີຄຸນ ນະພາບ ແລະ ມີປະສິດທິຜົນດີຂຶ້ນ; ເອົາໃຈໃສ່ສ້າງຄວາມເຂັ້ມແຂງ ດ້ານວິຊາສະເພາະໃຫ້ເຈົ້າໜ້າທີ່ ກ່ຽວຂ້ອງໂດຍຕົງຕໍ່ການແກ້ໄຂຄະ ດີຢາເສບຕິດ ໃຫ້ມີຄວາມເດັດຂາດ, ໂປ່ງໄສ ແລະ ເປັນມືອາຊີບໂດຍ ສະເພາະແມ່ນການປາບປາມຫົວ ໂປ່ໂຕການ ໃຫ້ມີການລົງໂທດຢ່າງ ເຂັ້ມງວດ, ເດັດຂາດຕາມກົດໝາຍ. ຄຽງຄູ່ກັນນັ້ນ,ຕ້ອງເດັດຂາດ ໃນ ການແກ້ໄຂບັນຫາຢາເສບຕິດທີ່ຕິດ ພັນກັບການກໍ່ໃຫ້ເກີດປະກົດການ ຫຍໍ້ທໍ້ໃນສັງຄົມ ເຊັ່ນ: ຂີ້ລັກ, ງັດ ແງະ, ປຸ້ນຈີ້, ຄາດຕະກຳ, ຄ້າປະ ເວນີ, ຄ້າມະນຸດ, ການຟອກເງິນ, ການພະນັນທີ່ຜິດກົດໝາຍທຸກຮູບ ແບບ ແລະ ອື່ນໆ ເພື່ອເຮັດໃຫ້ສັງ ຄົມມີຄວາມສະຫງົບ. ທ່ານຮອງປະທານສະພາແຫ່ງ ຊາດ ໄດ້ເນັ້ນອີກວ່າ: ໃຫ້ສົມທົບ ແໜ້ນ ລະຫວ່າງ 3 ຂະແໜງການ (ປ້ອງກັນຄວາມສະຫງົບ, ສາທາ ລະນະສຸກ, ແຮງງານ-ສະຫວັດດີ ການສັງຄົມ) ເພື່ອແບ່ງຄວາມຮັບ ຜິດຊອບກັນຢ່າງລະອຽດ, ຈະແຈ້ງ ໃນການບຳບັດ-ປິ່ນປົວ ຜູ້ທີ່ຖືກ ເຄາະຮ້າຍ ກໍຄື ຜູ້ເສບຢາ ໃຫ້ມີຄຸນ ນະພາບ, ນັບທັງການຝຶກສີມືແຮງ ງານ, ສ້າງອາຊີບໃຫ້ເຂົາເຈົ້າເມື່ອ ເວລາບຳບັດ-ປິ່ນປົວອອກໄປແລ້ວ ໃຫ້ມີວຽກເຮັດງານທຳ, ບໍ່ກັບໄປ ຫຍຸ້ງກ່ຽວກັບຢາເສບຕິດອີກ; ນັບ ທັງການຄົ້ນຄວ້າວາງມາດຕະການ ແກ້ໄຂ ໃນໄລຍະຍາວກ່ຽວກັບການ ສ້າງອາຊີບທີ່ໝັ້ນຄົງ, ສ້າງວຽກ ເຮັດງານທຳໃຫ້ຊາຍໜຸ່ມ ແລະ ຍິງ ໜຸ່ມ ໃນສັງຄົມໃຫ້ຫລາຍຂຶ້ນ. ພ້ອມ ນີ້ ກະຊວງປ້ອງກັນຄວາມສະຫງົບ ແລະ ພາກສ່ວນທີ່ກ່ຽວຂ້ອງຕ້ອງ ຊອກຫາທາງອອກ ແລະ ວິທີການ ແກ້ໄຂບັນຫາຄວາມແອ ອັດຂອງຜູ້ ຖືກຫາ ຢູ່ສະຖານທີ່ຄຸມຂັງຊົ່ວຄາວ ຢູ່ຂັ້ນເມືອງ, ຂັ້ນແຂວງ ແລະ ສົມ ທົບກັບຂະແໜງສາທາລະນະສຸກ ໃນການປະຕິບັດນະໂຍບາຍດ້ານ ມະນຸດສະທຳ ຕໍ່ຜູ້ຖືກຫາ, ນັກໂທດ ໃນຄະດີຢາເສບຕິດ ແລະ ຄະດີ ອື່ນໆ ໃຫ້ເຂົາເຈົ້າໄດ້ຮັບການປິ່ນ ປົວສຸຂະພາບໃນເວລາເຈັບເປັນນັບ ທັງຄົ້ນຄວ້າເພີ່ມອັດຕາກິນໃຫ້ມີ ຄວາມເໝາະສົມ ແລະ ສືບຕໍ່ເພີ່ມທະ ວີໃນການຮ່ວມມືກັບສາກົນ ເພື່ອ ດຶງດູດເອົາການສະໜັບສະໜູນ, ຊ່ວຍເຫລືອທາງດ້ານເຕັກນິກ, ວິຊາ ການ, ແລກປ່ຽນຂໍ້ມູນ-ຂ່າວສານ ແລະ ທຶນຮອນຈາກບັນດາປະເທດ ເພື່ອນມິດໃຫ້ມີປະສິດທິພາບ ແລະ ປະສິດທິຜົນດີຂຶ້ນກວ່າເກົ່າ. ຂ່າວ: ທະນູທອງ, ພາບ: ເກດສະໜາ ສສຊ ໃຫ້ຄວາມສົນໃຈ... ມີເນື້ອໃນຄົບຖ້ວນສົມບູນ, ທັງສອດ ຄ່ອງກັບນະໂຍບາຍ ແລະ ການພັດ ທະນາເສດຖະກິດ-ສັງຄົມຂອງ ລາວ. ທ່ານ ສຸກສຳລານ ໄຊຍະແສງ ສສຊ ປະຈຳເຂດເລືອອກຕັ້ງທີ 17 ແຂວງອັດຕະປື ໄດ້ມີຄຳເຫັນວ່າ: ຊັບພະຍາກອນນໍ້າ ທີ່ເປັນຊັບສົມບັດ ອັນລໍ້າຄ່າຂອງຊາດລາວ ສາມາດ ປະກອບສ່ວນເຂົ້າໃນແຜນພັດທະ ນາເສດຖະກິດ-ສັງຄົມແຫ່ງຊາດ. ແຕ່ເຖິງຢ່າງໃດກໍຕາມການປະຕິ ບັດຄຸ້ມຄອງບໍລິຫານການນໍາໃຊ້ຊັບ ພະຍາກອນນໍ້າແບບເຊື່ອມສານໃນ ໄລຍະຜ່ານມາ ຍັງບໍ່ທັນມີຄວາມ ເປັນເອກະພາບ, ຍັງເຮັດພໍໃຜພໍມັນ, ຍັງບໍ່ທັນມີແຜນການຄຸ້ມຄອງແບບ ຈິງຈັງ; ການສະໜອງຂໍ້ມູນຂ່າວ ສານກ່ຽວກັບການຈັດການນໍ້າ, ອຸ ທົກກະສາດ, ການຄິດໄລ່ປະລິມານ ນໍ້າຝົນ, ການຄາດຄະເນປະລິມານ ນໍ້າຝົນ ໃນແຕ່ລະໂຄງການທີ່ນໍາ ໃຊ້ນໍ້າສາຍຫລັກດຽວກັນ ຍັງຈັດ ຕັ້ງປະຕິບັດບໍ່ໄດ້ດີເທົ່າທີ່ຄວນສະ ແດງອອກແຕ່ລະເຂື່ອນໃນເວລາ ຕົ້ນປີ ບັນດາເຂື່ອນໄດ້ຈັດເກັບນໍ້າ ເພື່ອນໍາໃຊ້ໃນການຜະລິດແຕ່ພໍ ຮອດລະດູຝົນປະລິມານ ນໍ້າເພີ່ມຂຶ້ນ ບັນດາເຂື່ອນ ຈະປ່ອຍນໍ້າພ້ອມໆກັນ ສົ່ງຜົນກະທົບຕໍ່ເນື້ອທີ່ການຜະລິດ ຂອງປະຊາຊົນ, ຖ້າມີການຈັດການ ນໍ້າທີ່ດີ ເຊັ່ນ: ຄວນກັກເກັບນໍ້າປ່ອຍ ນ້ຳໃນລະດັບທີ່ເໝາະສົມ ຈຶ່ງຈະສົ່ງ ຜົນປະໂຫຍດອັນມະຫາສານຕໍ່ການ ຜະລິດ.ດັ່ງນັ້ນ, ສະເໜີໃຫ້ລັດຖະ ບານກໍຄື ພາກສ່ວນທີ່ກ່ຽວຂ້ອງ ຊອກຫາວິທີປົກປັກຮັກສາຕົ້ນນໍ້າ ໃຫ້ມີຄວາມອຸດົມສົມບູນ ເຊິ່ງໄລ ຍະຜ່ານມາ ເຫັນວ່າຍັງຈັດຕັ້ງບໍ່ໄດ້ ດີເທົ່າທີ່ຄວນ ໂດຍສະເພາະການຮັກ ສາປ່າສະຫງວນຕ່າງໆ; ສະເໜີ ໃຫ້ ລັດຖະບານ ເບິ່ງຄືນກ່ຽວກັບການ ຮັກສາລະບົບນິເວດຂອງຕົ້ນນຳ, ການນໍາໃຊ້ສານເຄມີຢູ່ບັນດາໂຄງ ການພັດທະນາກະສິກຳຂະໜາດ ໃຫຍ່ ລວມເຖິງການຂຸດຄົ້ ນແຮ່ທາດ ຕ່າງໆ ຍັງບໍ່ສາມາດຄຸ້ມຄອງໄດ້ ເຮັດໃຫ້ເກີດມີນໍ້າເສຍທີ່ເປັນອັນ ຕະລາຍຕໍ່ສິ່ງແວດລ້ອມ ເຊິ່ງຈະ ສົ່ງຜົນກະທົບອັນຍາວນານ ເຊັ່ນ: ນໍ້າຈະບົກແຫ້ງ, ການເສາະເຈື່ອນ ຂອງດິນ, ໂລກຈະຮ້ອນຂຶ້ນ ແລະ ອື່ນໆ. ພ້ອມນັ້ນ ຍັງສະເໜີລັດຖະ ບານກວດກາຄືນບັນດາໂຄງການ ຊົນລະປະທານຂະໜາດກາງ ແລະ ຂະໜາດໃຫຍ່ ໃນທົ່ວປະເທດ ກ່ຽວ ກັບປະສິດທິພາບ ແລະ ປະສິດທິຜົນ ໃນການນຳໃຊ້ສະໜອງນ້ຳແກ່ການ ຜະລິດ ເພາະບັນຫາດັ່ງກ່າວ ຕິດພັນ ກັບວາລະແຫ່ງຊາດ ໃນການແກ້ໄຂ ການຜະລິດທົດແທນການນໍາເຂົ້າ. ໂອກາດດຽວກັນ, ທ່ານ ນາງ ຈັນມະນີ ດວງຜາສຸກ ສສຊ ເຂດ ເລືອກຕັ້ງທີ 2 ແຂວງຜົ້ງສາລີ ກໍໄດ້ ມີຄຳເຫັນຕໍ່ບົດລາຍງານດັ່ງກ່າວ ໂດຍສະເພາະການບຳບັດນໍ້າເສຍ ເຊິ່ງຜ່ານມາເຫັນວ່າສົ່ງຜົນກະທົບ ຕໍ່ສິ່ງແວດລ້ອມ ກໍຄື ຜົນກະທົບຕໍ່ ນໍ້າ, ບັນດາໂຄງການຂຸດຄົ້ນແຮ່ ທາດຕ່າງໆ ເຖິງວ່າມີການບັດນໍ້າ ເສຍແຕ່ບໍ່ສາມາດກວດສອບໄດ້ວ່າ ການບຳບັດນໍ້າເສຍດັ່ງກ່າວຂອງ ແຕ່ລະໂຄງການມີຄຸນນະພາບໜ້ອຍ ຫລາຍປານໃດ. ສະເໜີໃຫ້ພາກ ສ່ວນກ່ຽວຂ້ອງເອົາໃຈໃສ່ຕິດຕາມ ກວດກາ ແລະ ຊຸກຍູ້ບໍລິສັດມີການ ບຳບັດນໍ້າເສຍໃຫ້ໄດ້ຄຸນນະພາບ ແທ້. ຕົວຢ່າງ: ຢູ່ແຂວງຜົ້ງສາລີ ປັດຈຸບັນມີໂຄງການສຳຫລວດ, ຊອກຄົ້ນແຮ່ທາດ 18 ໂຄງການ, ຖ້າ ຫາກລັດຖະບານ ບໍ່ວາງແຜນຍຸດ ທະສາດໃນການຄຸ້ມຄອງເຂັ້ມງວດ ໃນການບຳບັດນໍ້າເສຍໃຫ້ໄດ້ຄຸນ ນະພາບ ຄາດວ່າຈະມີຜົນກະທົບຕໍ່ ກັບສະພາບແວດລ້ອມ, ຕໍ່ການດຳ ລົງຊີວິດຂອງພະນັກງານ-ລັດຖະ ກອນ, ປະຊາຊົນຫລາຍຂຶ້ນ. ດັ່ງ ນັ້ນ, ຢາກໃຫ້ເບິ່ງຄືນ ແລະ ວາງແຜນລະ ອຽດ ໂດຍເອົາເຂົ້າຢູ່ໃນການວາງ ແຜນຍຸດທະສາດຮອດປີ 2030 ໃຫ້ຈະແຈ້ງ ແລະ ພາຍຫລັງຮັບ ຮອງແລ້ວ ຈົ່ງພ້ອມກັນຈັດຕັ້ງປະຕິ ບັດຢ່າງເຂັ້ມງວດ. ທ່ານ ສຸລາພອນ ອິນທະວົງ ສສຊ ເຂດເລືອກຕັ້ງທີ 13 ແຂວງສະ ຫວັນນະເຂດ ກໍໄດ້ມີຄຳເຫັນແລກ ປ່ຽນບາງກິດຈະກຳແຜນດຳເນີນ ງານຄື: ແຜນດຳເນີນງານທີ 3 ການ ປົກປັກຮັກສາ, ຟື້ນຟູນໍ້າ ແລະ ຊັບ ພະຍາກອນມະນຸດໂດຍຈະອີງໃສ່ ເຂດພື້ນທີ່ຂຸດຄົ້ນແຮ່ ແມ່ນເປັນສິ່ງ ທ້າທາຍ ແຕ່ນີ້ຮອດປີ 2030 ຫລື ອີກ 7 ປີໃນຕໍ່ໜ້າ, ຄາດຄະເນຈະມີ ເນື້ອທີ່ການສະຫລວດ ແລະ ຂຸດ ຄົ້ນແຮ່ທາດປະມານ 4 ລ້ານກວ່າ ເຮັກຕາ ຫລື ເທົ່າກັບ 17% ຂອງ ເນື້ອທີ່ທັງໝົດຂອງປະເທດເຮົາ. ສະນັ້ນ ຄວນມີການຄຸ້ມຄອງ, ການ ຈັດການນ້ຳ ແລະ ຊັບພະຍາກອນນ້ຳ ໃນເຂດພື້ນທີດັ່ງກ່າວ ໃຫ້ເໝາະສົມ ໃນການຫລຸດຜ່ອນຄວາມສ່ຽງ ການປົນເປື້ອນ ຂອງສານເຄມີ ຕ່າງໆ. ສິ່ງສຳຄັນ ຄວນມີການຟື້ນຟູ ແລະ ການບຳບັດນ້ຳເສຍຈາກນ້ຳ ແຮ່ທາດຕ່າງໆ ເພື່ອໃຫ້ສາມາດເອົາ ນ້ຳມານໍາໃຊ້ຄືນໃໝ່ຍິ່ງເປັນການ ດີ. ພ້ອມນັ້ນ ສະເໜີໃຫ້ລັດຖະບານ ກຳນົດວິທີການທີ່ເໝາະສົມສຳລັບ ການພັດພັດທະນາພື້ນຖານໂຄງ ລ່າງ ທີ່ຕິດພັນກັບການນຳໃຊ້ນໍ້າພື້ນ ທີ່ໂຄງການ, ທັງນີ້ ກໍເພື່ອປົກປ້ອງ ຜົນປະໂຫຍດຂອງປະຊາຊົນໃນ ການນໍ້າໃຊ້ນໍ້າສະອາດ, ທັງມີການ ແບ່ງປັນສັດສ່ວນໃຫ້ເຂົ້າເຖິງ ແຫລ່ງນໍ້າ ຫລື ຊັບພະຍາກອນນໍ້າທີ່ ສະອາດໃນເຂດຕົວເມືອງ ແລະ ຊົນ ນະບົດ ສຳລັບບໍລິໂພກ-ອຸປະໂພກ. ຂ່າວ: ກິດຕາ, ພາບ: ເກດສະໜາ ສູນກາງພັກສະບັບໃໝ່ ເຊິ່ງກຳນົດ ທີ່ຕັ້ງ ແລະ ພາລະບົດບາດ, ໜ້າທີ່ ແລະ ຂອບເຂດສິດໃນການເປັນ ເສນາທິການດ້ານເນື້ອໃນ, ເປັນໃຈ ກາງປະສານງານ ແລະ ສ້າງເງື່ອນ ໄຂອຳນວຍຄວາມສະດວກໃຫ້ແກ່ ຄະນະບໍລິຫານງານສູນກາງພັກ, ກົມການເມືອງສູນກາງພັກ, ຄະນະ ເລຂາທິການສູນກາງພັກ, ເລຂາທິ ການໃຫຍ່, ຜູ້ປະຈຳການຄະນະເລ ຂາທິການສູນກາງພັກ; ກຳນົດໂຄງ ປະກອບການຈັດຕັ້ງ ແລະ ບຸກຄະ ລາກອນ ເຊິ່ງຈະໄດ້ປັບປຸງໂຄງປະ ກອບການຈັດຕັ້ງຈາກ 12 ກົມ ມາເປັນ 11 ກົມ, ໄດ້ຮັບຟັງການ ເຜີຍແຜ່ມະຕິຕົກລົງຂອງຄະນະເລ ຂາທິການສູນກາງພັກ ສະບັບເລກ ທີ 389/ຄລສພ, ລົງວັນທີ 26 ມິຖຸນາ 2023 ວ່າດ້ວຍການປັບປຸງ ກົງຈັກການຈັດຕັ້ງຂອງຫ້ອງວ່າ ການສູນກາງພັກ, ພ້ອມນີ້ ກໍໄດ້ມີ ການແບ່ງວຽກ, ແບ່ງຄວາມຮັບຜິດ ຊອບໃນການຄຸ້ມຄອງຊີ້ນຳຂອງ ຄະນະປະຈຳພັກ, ຄະນະຫ້ອງວ່າ ການສູນກາງພັກຄືນໃໝ່ ເພື່ອເຮັດ ໃຫ້ວຽກງານໄດ້ຮັບການຈັດຕັ້ງປະ ຕິບັດຢ່າງຕໍ່ເນື່ອງ, ວ່ອງໄວ ແລະ ມີ ປະສິດທິຜົນຂຶ້ນໄປເລື້ອຍໆ. ໂອກາດນີ້, ສະຫາຍ ທອງສະລິດ ມັງໜໍ່ເມກ ຍັງໄດ້ໃຫ້ກຽດໂອ້ລົມ ຕໍ່ກອງປະຊຸມເພື່ອໃຫ້ພະນັກງານລັດຖະກອນພາຍໃນຫ້ອງວ່າການ ສູນກາງພັກ ໄດ້ຮັບຮູ້ ແລະ ເຂົ້າໃຈ ເປັນເອກະພາບກ່ຽວກັບການປັບ ປຸງພາລະບົດບາດ ແລະ ໂຄງປະ ກອບການຈັດຕັ້ງແມ່ນຄວາມຈຳ ເປັນພາວະວິໄສ ແລະ ເພື່ອຕອບ ສະໜອງກັບຄວາມຮຽກຮ້ອງຕ້ອງ ການຂອງໜ້າທີ່ການເມືອງໃນໄລ ຍະໃໝ່, ຈົ່ງພ້ອມກັນຍົກສູງຄວາມ ຮັບຜິດຊອບສຸມທຸກສະຕິປັນຍາ, ເຫື່ອແຮງຄວາມສາມາດການນຳ ພາຊີ້ນຳວຽກງານໃຫ້ມີປະສິດທິ ຜົນຍິ່ງກວ່າເກົ່າ. ຂ່າວ-ພາບ: ຫ້ອງວ່າການສູນກາງພັກ ຜົນ ແລະ ຄວາມຈຳເປັນໃນການ ສ້າງຍຸດທະສາດສະບັບນີ້, ເນື່ອງ ຈາກວ່ານໍ້າ ແລະ ຊັບພະຍາກອນ ນໍ້າມີຄວາມສໍາຄັນ ແລະ ຈໍາເປັນຕໍ່ ສິ່ງທີ່ມີຊີວິດ ແລະ ການພັດທະນາ ເສດຖະກິດ-ສັງຄົມ; ຮ່າງຍຸດທະ ສາດສະບັບນີ້, ປະກອບມີ IV ພາກ ໂດຍໄດ້ກໍານົດແຜນດໍາເນີນງານ ປີ 2021-2025 ປະກອບມີ 8 ແຜນດໍາເນີນງານ, 15 ເປົ້າໝາຍ, 27 ວຽກຈຸດສຸມ ແລະ 85 ກິດຈະ ກໍາ ເປັນຕົ້ນ ການຄຸ້ມຄອງອ່າງຮັບ ນໍ້າແບບເຊື່ອມສານ, ການຄຸ້ມຄອງ ລະບົບຂໍ້ມູນຂ່າວສານນໍ້າ ແລະ ຊັບ ພະຍາກອນ ນໍ້າ, ການປົກປັກຮັກສາ ແລະ ຟື້ນຟູນໍ້າ ແລະ ຊັບພະຍາກອນ ນໍ້າ, ການຄຸ້ມຄອງນໍ້າໃຕ້ດິນ, ການ ພັດທະນາໂຄງລ່າງພື້ນຖານທີ່ຕິດ ພັນກັບການນໍາໃຊ້ນໍ້າ, ການສ້າງ ກົນໄກທາງດ ານການເງິນ, ການພັດ ທະນາຊັບພະຍາກອນມະນຸດ ແລະ ການຮ່ວມມືກັບສາກົນ. ພາຍຫລັງຍຸດທະສາດການຄຸ້ມ ຄອງ, ການນໍາໃຊ້ນໍ້າ ແລະ ຊັບພະ ຍາກອນນໍ້າແຫ່ງຊາດ ໄດ້ຜ່ານຮັບ ການຮັບຮອງ ແລະ ປະກາດໃຊ້ແລ້ວ ຄາດວ່າຈະເຮັດໃຫ້ບັນລຸຫລາຍ ຄາດໝາຍ ເປັນຕົ້ນເປັນການຈັດ ຕັ້ງຜັນຂະຫຍາຍມະຕິກອງປະຊຸມ ໃຫຍ່ ຄັ້ງທີ XI ຂອງພັກ ປະຊາຊົນປະ ຕິວັດລາວ, ແຜນພັດທະນາເສດຖະ ກິດ-ສັງຄົມ 5 ປີ ຄັ້ງທີ IX ແລະ ແຜນ 5 ປີ 2021-2025 ຂອງຂະ ແໜງການຊັບພະຍາກອນທໍາມະ ຊາດ ແລະ ສິ່ງແວດລ້ອມ ໂດຍສະ ເພາະແມ່ນການຜັນຂະຫຍາຍກົດ ໝາຍວ່າດ້ວຍນໍ້າ ແລະ ຊັບພະຍາ ກອນນໍ້າ ສະບັບປັບປຸງ ປີ 2017 ລວມທັງແຜນແມ່ບົດຈັດສັນທີ່ດິນ ແຫ່ງຊາດ, ແຜນຈັດສັນທີ່ດິນ, ການ ຄຸ້ມຄອງຊັບພະຍາກອນທຳມະ ຊາດ ແລະ ສິ່ງແວດລ້ອມແບບຮອບ ດ້ານຂອງທ້ອງຖິ່ນ; ມີຄວາມເປັນ ເອກະພາບ ແລະ ມີຄວາມເຂົ້າໃຈ ຮ່ວມກັນລະຫວ່າງ ບັນດາຂະແໜງ ການຢູ່ຂັ້ນສູນກາງ ແລະ ທ້ອງຖິ່ນ ໃນການຄຸ້ມຄອງ, ການບໍລິຫານນໍ້າ ແລະ ການນໍາໃຊ້ນໍ້າ ແລະ ຊັບພະຍາ ກອນນໍ້າແບບເຊື່ອມສານ, ທັງຄຸ້ມ ຄອງປົກປັກຮັກສາ ແລະ ພັດທະນາ ຊັບພະຍາກອນນໍ້າ ເພື່ອໃຫ້ມີຄວາມ ອຸດົມສົມບູນຂອງລະບົບນິເວດວິ ທະຍາ ໂດຍຕິດພັນກັບການປັບປຸງ ຊີວິດການເປັນຢູ່ຂອງປະຊາຊົນໃຫ້ ດີຂຶ້ນ; ມີກົນໄກການຄຸ້ມຄອງ ແລະ ການມີສ່ວນຮ່ວມໃນຄຸ້ມຄອງນໍ້າ ແລະ ຊັບພະຍາກອນນໍ້າ, ທັງຮັບ ປະກັນການມີສ່ວນຮ່ວມໃນການ ຄຸ້ມຄອງອ່າງຮັບນໍ້າໃຫ້ຫລາຍຂຶ້ນ ລວມທັງການຄຸ້ມຄອງ, ການບໍລິ ຫານ, ການນໍາໃຊ້ນໍ້າ ແລະ ຊັບພະ ຍາກອນນໍ້າ ຢ່າງມີປະສິດທິພາບ ສູງເພື່ອຕອບສະໜອງຕໍ່ກັບການ ພັດທະນານໍ້າ ແລະ ຊັບພະຍາກອນ ນໍ້າຂອງບັນດາຂະແໜງການ. ພ້ອມ ນັ້ນ, ລັດຖະບານ ຍັງວາງແຜນການ, ການຕິດຕາມກວດກາ ແລະ ແຈ້ງ ເຕືອນໄພລ່ວງໜ້າ ເພື່ອຮັບປະກັນ ການຄຸ້ມຄອງຂໍ້ມູນຂ່າວສານດ້ານ ຊັບພະຍາກອນນໍ້າ ຢ່າງເປັນລະບົບ; ສາມາດຄຸ້ມຄອງ ແລະ ຫລຸດຜ່ອນ ຜົນກະທົບ ທີ່ເກີດຂຶ້ນຈາກໄພນໍ້າ ຖ້ວມ ແລະ ໄພແຫ້ງແລ້ງ ໂດຍປັບ ຕົວເຂົ້າກັບການປ່ຽນແປງດິນຟ້າ ອາກາດ, ປົກປັກຮັກສາ ແລະ ຟື້ນຟູ ນໍ້າ ແລະ ຊັບພະຍາກອນນໍ້າ ໃຫ້ມີຄຸນ ນະພາບທີ່ດີ ແລະ ມີຄວາມຫລາກ ຫລາຍ ແລະ ສົມດຸນທາງດ້ານລະ ບົບນິເວດວິທະຍາ, ປ່າໄມ້, ການປົກ ປັກຮັກສາສິ່ງແວດລ້ອມ ແລະ ການ ຄວບຄຸມມົນລະພິດ ທີ່ຕິດພັນກັບ ການຄຸ້ມຄອງຊັບພະຍາກອນນໍ້າ. ຂ່າວ: ທະນູທອງ, ພາບ: ເກດສະໜາ ນາແບບຍືນຍົງ ລະຫວ່າງລັດຖະ ບານ ແຫ່ງ ສປປ ລາວ ແລະ ອົງການ ສະຫະປະຊາຊາດ 2023 (The High-Level Joint Steering Committee Meeting 2023) ໃນວັນທີ 3 ກໍລະກົດ 2023 ພາຍ ໃຕ້ການເປັນປະທານຮ່ວມຂອງ ທ່ານ ໂພໄຊ ໄຂຄຳພິທູນ ຮອງລັດ ຖະມົນຕີກະຊວງການຕ່າງປະເທດ ແລະ ທ່ານ ນາງ ຊາຣາ ເຊເກັນ ເນສ ຜູ້ປະສານງານອົງການ ສປຊ ປະ ຈໍາ ສປປ ລາວ ພ້ອມດ້ວຍພາກສ່ວນ ກ່ຽວຂ້ອງເຂົ້າຮ່ວມ. ການຈັດກອງປະຊຸມຄັ້ງນີ້, ເພື່ອ ປຶກສາຫາລື, ພິຈາລະນາຮັບຮອງ ບົດລາຍງານຄວາມຄືບໜ້າປະຈຳ ປີ 2022 ຢ່າງເປັນທາງການຂອງ ຂອບການຮ່ວມມືລະຫວ່າງລັດຖະ ບານ ແຫ່ງ ສປປ ລາວ ແລະ ອົງ ການ ສປຊ ເພື່ອການພັດທະນາແບບ ຍືນຍົງ (UNSCDF); ນຳສະເໜີ ແຜນວຽກຮ່ວມປີ 2023 ແລະ ບາງໜ້າວຽກທີ່ໄດ້ ຈັດຕັ້ງປະຕິບັດ ໃນປີ 2023 ແລະ ປຶກສາຫາລືເພື່ອ ກະກຽມໃຫ້ການເຂົ້າຮ່ວມກອງປະ ຊຸມສຸດຍອດ ວ່າດ້ວຍເປົ້າໝາຍການ ພັດທະນາແບບຍືນຍົງ(ປພຍ) ຂອງຄະນະຜູ້ແທນ ແຫ່ງ ສປປ ລາວ ໃນເດືອນກັນຍາ 2023 ທີ່ນິວ ຢອກ, ສ ອາເມລິກາ. ໂອກາດນີ້, ທ່ານ ໂພໄຊ ໄຂຄຳ ພິທູນ ໄດ້ຢໍ້າຄືນເຖິງຄວາມໝາຍ ຄວາມສຳຄັນຂອງກົນໄກຂອບ ການຮ່ວມມືດັ່ງກ່າວ ເຊິ່ງນອກຈາກ ເປັນເວທີການປຶກສາຫາລືໃຫ້ແກ່ ບັນດາຈຸດປະສານງານຄະນະກໍາ ມະທິການ (Joint Steering Committee/JSC) ກ່ຽວກັບ ເເຜນງານກິດຈະກໍາບຸລິມະສິດ ເເລະ ບັນດາສິ່ງທ້າທາຍຕ່າງໆພາຍ ໃຕ້ 4 ຄາດໝາຍຫລັກຂອງຂອບ ການ ຮ່ວມມື UNSDCF 20222026 ຄື: ຊີວິດການເປັນຢູ່ທີດີ; ຄວາມຈະເລີນຮຸ່ງເຮືອງທີ່ກວມ ລວມ; ການຄຸ້ມຄອງບໍລິຫານລັດ ເເລະ ການປົກຄອງດ້ວຍກົດໝາຍ; ແລະ ສິ່ງເເວດລ້ອມ, ການປ່ຽນ ແປງດິນຟ້າອາກາດ ແລະ ການສ້າງ ຄວາມທົນທານແລ້ວ. ກອງປະຊຸມ ຄັ້ງນີ້, ຍັງເປັນກົນໄກທີ່ສຳຄັນໃນ ການຕິດຕາມກວດກາການຈັດຕັ້ງ ປະຕິບັດແຜນງານການຮ່ວມມື ຍ່ອຍຕ່າງໆ ລະຫວ່າງພາກລັດ ແລະ ອົງການເຄືອຂ່າຍ ສປຊ ຊຶ່ງ ສະໜັບສະໜູນໂດຍກົງຕໍ່ການຈັດ ຕັ້ງປະຕິບັດແຜນພັດທະນາເສດຖະ ກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ IX ລວມທັງເປັນການກຳນົດທິດທາງ ການເຄື່ອນໄຫວໃນຕໍ່ໜ້າໃຫ້ຖືກ ຕ້ອງສອດຄ່ອງກັບສະພາບການພັດ ທະນາຕົວຈິງຂອງ ສປປ ລາວ ໃນ ປັດຈຸບັນ. ຄະນະກຳມະການຊີ້ນຳຮ່ວມລະ ຫວ່າງລັດຖະບານ ແຫ່ງ ສປປ ລາວ ແລະ ອົງການສະຫະປະຊາຊາດ 2022-2026 ເປັນກົນໄກສຳຄັນ ເພື່ອທົບທວນການຈັດຕັ້ງປະຕິບັດ ຂອບການຮ່ວມມື UNSDCF 2022-2026 ໃນການສະໜອງ ການຊ່ວຍເຫລືອ ໃຫ້ແກ່ ສປປ ລາວ ດ້ານເຕັກນິກວິຊາການ, ການຂົນ ຂວາຍທຶນຮອນເຂົ້າໃນວຽກງານ ການຍົກລະດັບຊີວິດທີ່ດີຂອງປະຊາ ຊົນ, ເສີມສ້າງຄວາມຮຸ່ງເຮືອງສີວິ ໄລ, ການປົກຄອງທີ່ດີ ແລະ ລັດ ແຫ່ງ ກົດໝາຍ, ການປົກປັກຮັກສາ ສິ່ງແວດລ້ອມ, ການຮັບມືກັບການ ປ່ຽນແປງດິນຟ້າອາກາດ ແລະ ໄພ ທໍາມະຊາດ ແລະ ອື່ນໆ ຊຶ່ງມີຄວາມ ສອດຄ່ອງກັບບຸລິມະສິດ ແລະ ຍຸດ ທະສາດການສ້າງສາ ແລະ ພັດທະ ນາປະເທດຊາດຂອງ ສປປ ລາວ ກໍຄື ແຜນພັດທະນາເສດຖະກິດສັງຄົມແຫ່ງຊາດ 2021-2025, ວາລະ 2030 ເພື່ອການພັດທະນາ ແບບຍືນຍົງ ແລະ ເປົ້າໝາຍການ ພັດທະນາແບບຍືນຍົງ ຂອງອົງ ການ ສປຊ ແລະ ການກ້າວອອກ ຈາກສະຖານະພາບປະເທດດ້ອຍ ພັດທະນາຂອງ ສປປ ລາວ ໃນປີ 2026. ກອງປະຊຸມໃນຄັ້ງນີ້, ໄດ້ດໍາເນີນ ໄປດ້ວຍບັນຍາກາດທີ່ສ້າງສັນ ແລະ ສໍາເລັດລົງຢ່າງຈົບງາມ. ສໍາລັບ ໝາກຜົນຂອງກອງປະຊຸມດັ່ງກ່າວ ຈະເປັນບ່ອນອີງສຳຄັນໃນການ ສືບຕໍ່ຈັດຕັ້ງປະຕິບັດຂອບການ ຮ່ວມມື UNSDCF 2022-2026 ເພື່ອການພັດທະນາແບບຍືນຍົງລະ ຫວ່າງ ລັດຖະບານ ແຫ່ງ ສປປ ລາວ ແລະ ອົງການສະຫະປະຊາຊາດ.
xtgmf]k; 3 04/07/2023 0kj ; c]t gsfdko dh k;l6 j ]t[q [75 h ,7v'dkog'y ocsj ']a f gxa oma oltw\mu j ,u 7;k,g0A ,c0'F 3xj '.l gxa ofu 9y 8vo c]t p5 8y me ໂດຍ: ສຸພາສະຫວັນ ບົດສະເໜີ ໂດຍ: ສຸວັນນະ ໂດຍ: ຄ້ອງໃໝ່ xtdv[lj;o gruj,9eo;o lafoE{lafxjk grnvj 7;k,vf5 ,q l,q [o6 fkh o-;u tokMroa [aosk1kgl[8yf [aoskd;,3]d 8vh '-;j pdoa cdwh 0 .sch 0'cI' ll- ot7vos];' gvqk.9.lj 8yf8k,[aoskg7aj'Ihvo.ola'7q, ອົບຮົມ, ໂຄສະນາເຜີຍແຜ່ລະບຽບ ກົດໝາຍຜົນຮ້າຍຂອງຢາເສບຕິດ, ເນື້ອໃນວາລະແຫ່ງຊາດ ວ່າດ້ວຍ ການແກ້ໄຂບັນຫາຢາເສບຕິດ, ໂດຍ ຜ່ານພາຫະນະສື່ມວນຊົນ, ຕິດປ້າຍ ຄໍາຂວັນ, ປ້າຍຮູບຈິນຕະນາການ ແຈກຢາຍ ແຜ່ນພັບ, ໂປສເຕີ ທີ່ສະ ແດງເຖິງຜົນຮ້າຍຂອງຢາເສບຕິດ ຢ່າງກວ້າງຂວາງ, ຕໍ່ເນື່ອງໃຫ້ພະ ນັກງານ-ລັດຖະກອນ, ນັກຮຽນ, ນັກສຶກສາ, ຊາວໜຸ່ມ, ໄວໜຸ່ມ ແລະ ປະຊາຊົນລາວ ບັນດາເຜົ່າ. ຜ່ານການສຸມໃສ່ປະຕິບັດວາລະ ແຫ່ງຊາດວ່າດ້ວຍການແກ້ໄຂບັນ ຫາຢາເສບຕິດ, ພຶດຕິກໍາຕົວຈິງ ເຫັນໄດ້ວ່າ ພົນລະເມືອງລາວສ່ວນ ຫລາຍແມ່ນມີຄວາມຮັບຮູ້-ເຂົ້າໃຈ ຢ່າງຖືກຕ້ອງຕໍ່ກັບພິດໄພ, ຜົນຮ້າຍ ແລະ ຄວາມເປັນອັນຕະລາຍຂອງ ຢາເສບຕິດ. ພ້ອມກັນນີ້, ການສ້າງ ຄວາມເຂັ້ມແຂງທົ່ວສັງຄົມ ໂດຍ ການເຮັດໃຫ້ສະຖາບັນຄອບຄົວ, ຊຸມຊົນ ຕື່ນຕົວເຂົ້າຮ່ວມສະກັດກັ້ນ ແລະ ແກ້ໄຂບັນຫາຢາເສບຕິດ ເປັນ ຕົ້ນຄອບຄົວ, ບ້ານ, ຊຸມຊົນ, ພາກ ລັດ, ພາກເອກະຊົນໄດ້ມີສ່ວນຮ່ວມ ການແກ້ໄຂບັນຫາຢາເສບຕິດແທດ ເຖິງລະດັບຮາກຖານປະຊາຊົນ. ບັນຫາທີ່ຍັງຖືກຕັ້ງຂຶ້ນ ແມ່ນຈະ ເຮັດແນວໃດຈະໃຫ້ໄດ້ຮັບຄວາມ ຮ່ວມມືທົ່ວສັງຄົມຢ່າງແຂງແຮງ ໃນການຕ້ານ, ສະກັດກັ້ນ ແລະ ແກ້ ໄຂບັນຫາຢາເສບຕິດ ເຊິ່ງໃນສະ ພາວະຂອງຄວາມ ເປັນຈິງບັັນຫານີ້ ເບິ່ງຄືວ່າ ຍິ່ງປາບປາມຍິ່ງມີທ່າອ່ຽງ ເພີ່ມຂຶ້ນ, ການຈັບໄດ້ໄລ່ທັນການ ຄ້າຂາຍຈາກເຄີຍເປັນສິບກິໂລກາຍ ເປັນຮ້ອຍເປັນພັນ ແລະ ຫລາຍພັນ ກິໂລ ບໍ່ວ່າຢູ່ແຕ່ປະເທດເຮົາ, ບັນດາ ປະເທດອ້ອມແອ້ມ ກໍ່ລ້ວນຕົກໃນ ສະພາບດຽວກັນ, ທັງທີ່ໄດ້ມີການ ຮ່ວມມືກັນ(ແຂງແຮງ). ຄໍາເຫັນທີ່ນໍາແລກປ່ຽນ, ການ ແກ້ໄຂບັນຫາຢາເສບຕິດ ທີ່ຄວນ ສືບຕໍ່ ເພາະເຫັນວ່າຜ່ານມາພາກລັດ ກໍ່ໄດ້ມີຄວາມເອົາໃຈໃສ່ແລ້ວ ຄື: - ການສ້າງເງື່ອນໄຂອໍານວຍ ຄວາມສະດວກ ໃຫ້ບັນດາຄອບ ຄົວຂອງປະຊາຊົນບັນດາເຜົ່າ ຢູ່ ເຂດພູດອຍ ປະກອບອາຊີບທີ່ໝັ້ນ ຄົງ, ຖືກກົດໝາຍ ດ້ວຍການປູກພືດ ທົດແທນ ພືດທີ່ມີສານເສບຕິດ. - ສົ່ງເສີມການລ້ຽງສັດ, ປູກ ພືດ-ຜັກເປັນສິນຄ້າ, ລັດຫາຕະ ຫລາດຈໍາໜ່າຍຢ່າງ ເປັນລະບົບ . - ສໍາລັບຜູ້ຖືກເຄາະຮ້າຍຈາກ ຢາເສບຕິດ ແມ່ນໃຫ້ໄດ້ຮັບການ ບຳບັດປິ່ນປົວ, ຟື້ນຟູ ແລະ ອົບຮົມ ວິຊາຊີບ ຢູ່ໃນສູນປິ່ນປົວ ແລະ ໂຮງ ໝໍຊຸມຊົນຂອງລັດ... - ປັບປຸງ, ຂະຫຍາຍໂຮງໝໍຊຸມ ຊົນ ເພື່ອເປັນບ່ອນໃຫ້ຄໍາປຶກສາ, ປິ່ນປົວ ໃຫ້ຜູ້ເຄາະຮ້າຍຈາກຢາເສບ ຕິດ ໄດ້ກັບຄືນເປັນຄົນທີ່ມີຄຸນຄ່າ ແລະ ພົນລະເມືອງທີ່ດີ ໃນສັງຄົມ. - ສຸມໃສ່ ປະຕິບັດວຽກງານ 03 ສ້າງ ຕິດພັນກັບການສ້າງບ້ານ ໃຫ້ເປັນຫົວໜ່ວຍພັດທະນາ ໃຫ້ ປອດຈາກຢາເສບຕິດ. - ເອົາໃຈໃສ່ ແລະ ໃຫ້ຄວາມສໍາ ຄັນ ການປະຕິບັດມາດຕະການດ້ານ ກົດໝາຍ ຕໍ່ຜູ້ກະທຳຜິດຢ່າງເດັດ ຂາດ. - ສ້າງລະບົບຖານຂໍ້ມູນ ກ່ຽວ ຂ້ອງ ເພື່ອເປັນພື້ນຖານສະດວກ ແກ່ການຕິດຕາມກວດກາພຶດຕິກໍາ ສັງຄົມ. - ພົວພັນຮ່ວມມືຢ່າງແຂງແຮງ ບັນດາປະເທດເພື່ອນບ້ານໃກ້ຄຽງ ໃນການສະກັດ-ແກ້ໄຂບັນຫາຮ່ວມ ກັນຢ່າງທັນການ. ສະຫລຸບວ່າ ບັນຫາຢາເສບຕິດ ພວມເປັນພິດໄພໃນທົ່ວໂລກ, ຖ້າ ບັນດາປະເທດບໍ່ເອົາໃຈໃສ່ແຂງ ແຮງ ມັນກໍ່ກາຍເປັຍບັນບັນຫາໃຫຍ່ ກະທົບລາມໄປເປັນວົງກວ້າງ, ສໍາ ຄັນເຮັດໃຫ້ຄົນຮຸ່ນໜຸ່ມ ອັນເປັນ ອະນາຄົດຂອງປະເທດຊາດ ເມື່ອ ຕົກເປັນທາດຢາເສບຕິດ ກໍ່ຈະມີແຕ່ ຄວາມຈິບຫາຍກາຍເປັນຄົນອ່ອນ ແອທັງສະຕິປັນຍາ ແລະ ກໍາລັງວັງ ຊາ ເພິ່ງພາອາໄສບໍ່ໄດ້. ຄິດເບິ່ງ !? * ໃນໂອກາດເຂົ້າຮ່ວມກອງປະ ຊຸມສະໄໝສາມັນເທື່ອທີ 5 ຂອງສະ ພາແຫ່ງຊາດຊຸດທິ IX ພວມດໍາ ເນີນໃນປັດ ຈຸບັນນີ້, ທ່ານ ບຸນທາມ ພຸດທະວົງສາ ຮອງປະທານສະພາ ປະຊາຊົນ ນະຄອຫລວງວຽງຈັນ, ສະມາຊິກສະພາແຫ່ງຊາດ (ສສຊ) ເຂດ 1 ນະຄອນຫລວງວຽງຈັນ ໄດ້ ໃຫ້ສໍາພາດ ໂດຍຍົກໃຫ້ເຫັນວ່າ ຜ່ານການເຄື່ອນໄຫວຕິດຕາມກວດ ກາຂອງ ຄະນະສະມາຊິກສະພາ ແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 1 ສົມທົບກັບສະມາຊິກສະພາປະ ຊາຊົນນະຄອນຫລວງ ພົບວ່າບັນ ຫາພົ້ນເດັ່ນທີ່ຊາວນະຄອນຫລວງ ວຽງຈັນ ໄດ້ສະເໜີຕໍ່ຜູ້ແທນແມ່ນ ສະພາບເສດຖະກິດ-ການເງິນ, ໂດຍ * ຕະຫລອດໄລຍະຜ່ານມາ, ພັກ ແລະ ລັດຖະບານ ຍາມໃດກໍ່ໄດ້ ຖືສຳຄັນຕໍ່ວຽກງານປົກປັກຮັກສາ ຊັບພະຍາກອນທຳມະຊາດ, ໂດຍສະ ເພາະວຽກງານປົກປັກຮັກສາ, ອະ ນຸລັກສັດນໍ້າ ແລະ ສັດປ່າ ເພື່ອໃຫ້ ທຳມະຊາດມີຄວາມອຸດົມສົມບູນ ແລະ ບໍ່ມີວັນບົກແຫ້ງ. ການກຳນົດ ເອົາວັນທີ 13 ກໍລະກົດ ເປັນວັນ ອະນຸລັກສັດນ້ຳ ແລະ ສັດປ່າ ຂອງ ສປປ ລາວ ກໍເພື່ອເປັນການຈົດຈຳ ລ້ຳລຶກຄຸນງາມຄວາມດີ ແລະ ຜົນ ງານອັນໃຫຍ່ຫລວງຂອງ ປະທານ ສຸພານຸວົງ ຜູ້ນໍາທີ່ດີເດັ່ນ ແລະ ເຄົາ ລົບຮັກ ຂອງປວງຊົນລາວບັນດາ ເຜົ່າ ທີ່ໄດ້ອຸທິດໃຫ້ແກ່ພາລະກິດ ແຫ່ງການຕໍ່ສູ້ກູ້ຊາດ ກໍຄືການປົກ ປັກຮັກສາ ແລະ ສ້າງສາພັດທະນາ ປະເທດ ຊາດຂອງພວກເຮົາ ເຊິ່ງວັນ ດັ່ງກ່າວແມ່ນກົງກັບວັນເກີດຂອງ ເພິ່ນ ເພື່ອເປັນການປູກຈິດສຳນຶກ ໃຫ້ ແກ່ອະນຸຊົນ, ເຍົາວະຊົນຂອງຊາດ ກໍຄືລູກຫລານຜູ້ເກີດໃໝ່ໃຫຍ່ລຸນ ໃຫ້ມີສະຕິຮັກ ແລະ ຫວງແຫນສັດ ນໍ້າ-ສັດປ່າ ແລະ ທັງເປັນການປຸກ ລະດົມທົ່ວປວງຊົນ ເຂົ້າຮ່ວມໃນ ການຄຸ້ມຄອງ, ປົກປັກຮັກສາ, ພັດ * ວັນສາກົນຕ້ານຢາເສບຕິດ ຄົບຮອບ 36 ປີ (26 ມິຖຸນາ 1987– 26 ມິຖຸນາ 2023) ຫາກໍ່ຜ່ານມາ. ຢາເສບຕິດໄດ້ກາຍເປັນບັນຫາໃຫຍ່ ລະດັບໂລກ ທີ່ບັນດາປະເທດ ລ້ວນ ໃຫ້ຄວາມສໍາຄັນ ແລະ ເອົາໃຈໃສ່ ຮ່ວມມືກັນຕ້ານ, ສະກັດກັ້ນ, ຄວບ ຄຸມ ແລະ ແກ້ໄຂບັນຫາດັ່ງກ່າວ. ແຕ່ ປານນັ້ນບັນຫາດັ່ງກ່າວກໍ່ຍັງສືບຕໍ່ ເປັນໄພໃຫຍ່ຫລວງກະທົບຕໍ່ການ ພັດທະນາເສດຖະກິດ-ສັງຄົມ ຕະ ຫລອດມາ, ໝາຍວ່າເຮັດໄດ້ພໍທຸເລົາ ເບົາບາງລົງ, ເຖິງວ່າບາງປະເທດ ກໍານົດໂທດສູງຕໍ່ຜູ້ຄ້າຂາຍ-ເສບ.., ແຕ່ກໍ່ຍັງບໍ່ສາມາດກໍາຈັດໃຫ້ໝົດ ກ້ຽງໄດ້, ມີແຕ່ຈໍາກັດໄດ້ໃນລະດັບ ໃດໜຶ່ງ. ສະນັ້ນ ມັນຈຶ່ງຕ້ອງການ ຄວາມຮ່ວມມືຈາກທຸກພາກສ່ວນ ສັງຄົມ ແລະ ການຮ່ວມືພາກພື້ນສາກົນ ເຂົ້າຮ່ວມຢ່າງແຂງແຮງ ໃນການແກ້ໄຂບັນຫາຢາເສບຕິດ. ເວົ້າເຖິງບັນຫາຢາເສບຕິດ, ປັດ ຈຸບັນ, ຢູ່ປະເທດເຮົາ ກໍ່ພວມປະເຊີນ ກັບໄພຂົ່ມຂູ່ຈາກບັນຫາຢາເສບ ຕິດເຊັ່ນກັນ ເຊິ່ງໄດ້ແຜ່ລະບາດໄປ ທົ່ວທຸກບ່ອນ ນັບທັງຕົວເມືອງ, ຊົນ ນະບົດ ແລະ ເຂດຫ່າງໄກສອກຫລີກ ໃນລະດັບທີ່ແຕກຕ່າງກັນ. ຍ້ອນເຫັນໄດ້ເຖິງໄພອັນຕະ ລາຍ ແລະ ຄວາມຈໍາເປັນພາວະວິໄສ ໃນການແກ້ໄຂບັນຫາຢາເສບຕິດ ໃຫ້ເດັດຂາດ, ໃນຊຸມປີຜ່ານມາ ພັກລັດຖະບານລາວ ຈຶ່ງໄດ້ນຳພາ-ຊີ້ ນໍາ ການຈັດຕັ້ງປະຕິບັດວຽກງານ ດັ່ງກ່າວ ຢ່າງຈົດຈໍ່ຕະຫລອດມາ, ໂດຍສະເພາະການຈັດຕັ້ງປະຕິບັດ ວາລະແຫ່ງຊາດ ວ່າດ້ວຍການແກ້ ໄຂບັນຫາຢາເສບຕິດ (20212023), ໂດຍໄດ້ສຸມໃສ່ບັນດາວຽກ ຈຸດສຸມໃນວາລະແຫ່ງຊາດ, ທຸກຂະ ແໜງການທີ່ກ່ຽວຂ້ອງແມ່ນໄດ້ສຸມ ໃສ່ຢ່າງເປັນຂະບວນແຂງແຮງ ໂດຍສະເພາະ ວຽກງານສ້າງຄວາມ ຮັບຮູ້ທົ່ວສັງຄົມ ດ້ວຍການສຶກສາ ສະເພາະອັດຕາເງິນເຟີ້ ແລະ ຄ່າ ຄອງຊີບທີ່ເພີ່ມຂຶ້ນ, ອັນໄດ້ສົ່ງຜົນ ກະທົບຕໍ່ການດໍາລົງຊີວິດຂອງປະ ຊາຊົນຢ່າງໜັກໜ່ວງ. ສ່ວນບັນຫາ ເຄັ່ງຮ້ອນອື່ນ ກໍແມ່ນການຊົດເຊີຍ ໃຫ້ປະຊາຊົນທີ່ໄດ້ຮັບຜົນກະທົບ ຈາກໂຄງການພັດທະນາຂະໜາດ ໃຫຍ່ຢູ່ນະຄອນຫລວງວຽງຈັນ ເປັນຕົ້ນ: ໂຄງການທາງລົດໄຟ ລາວ-ຈີນ, ໂຄງການທ່າບົກທ່ານາ ແລ້ງເຂດໂລຈິສຕິກ ທີ່ບໍ່ທັນໄດ້ຮັບ ການແກ້ໄຂຢ່າງຂາດໂຕ. ນອກນີ້, ຍັງມີບັນຫາມົ້ວສຸມຢາເສບຕິດຂອງ ໄວໜຸ່ມ-ຊາວໜຸ່ມ ທີ່ມີລັກສະນະເປີດ ແປນ ແລະ ເຂົ້າເຖິງໄດ້ງ່າຍ. ທ່ານ ບຸນທາມ ພຸດທະວົງສາ ໄດ້ກ່າວຕື່ມວ່າ: ຕໍ່ບັນຫາດັ່ງກ່າວ, ຄະນະສະມາຊິກສະພາແຫ່ງຊາດ ໃນນາມເປັນຕົວແທນຂອງຊາວ ນະຄອນຫລວງວຽງຈັນ ກໍໄດ້ເອົາ ໃຈໃສ່ຕິດຕາມ ແລະ ສຸມໃສ່ປະກອບ ຄໍາເຫັນ ໃນວາລະລາຍງານຂອງ ລັດຖະບານໃນກອງປະຊຸມສະພາ ເພື່ອໃຫ້ລັດຖະບານ ກໍຄືຂະແໜງ ການກ່ຽວຂ້ອງມີຄໍາເຫັນຊີ້ແຈງ ກ່ຽວກັບທິດທາງ, ມາດຕະການ ແລະ ວິທີການແກ້ໄຂຕ່າງໆ, ພ້ອມ ນີ້ກໍໄດ້ມີຂໍ້ສະເໜີຕໍ່ລັດຖະບານ ໃນ ການແກ້ໄຂບັນຫາເຄັ່ງຮ້ອນ ເພື່ອ ຫລຸດຜ່ອນຄວາມກົດດັນທາງເສດ ຖະກິດ ແລະ ໄພສັງຄົມອື່ນໆ, ຫລຸດ ຜ່ອນຂໍ້ຂັດແຍ່ງຕ່າງໆລະຫວ່າງ ໂຄງການພັດທະນາ ແລະ ປະຊາຊົນ ຢ່າງເໝາະສົມຍຸຕິທໍາ. ແນວໃດກໍຕາມ, ໃນໂອກາດນີ້ ທ່ານ ບຸນທາມ ພຸດທະວົງສາ ໄດ້ ຮຽກຮ້ອງໃຫ້ປະຊາຊົນຊາວນະ ຄອນຫລວງວຽງຈັນ, ພະນັກງານລັດຖະກອນ, ທະຫານ, ຕໍາຫລວດ ຈົ່ງມີຄວາມອົດທົນຜ່ານຜ່າຄວາມ ຫຍຸ້ງຍາກຕ່າງໆໄປພ້ອມກັນ, ດ້ວຍ ການເພີ່ມທະວີສຸມໃສ່ການຜະລິດ ໃຫ້ຫລາຍ, ຫັນມາຊົມໃຊ້ຜະລິດຕະ ພັນພາຍໃນໃຫ້ຫລາຍຂຶ້ນ ແລະ ຕ້ານ ການຟຸມເຟືອຍໃນສັງຄົມ ໃຫ້ເປັນ ຮູບປະທໍາ. ທະນາ ແລະ ນຳໃຊ້ສັດນ້ຳ ແລະ ສັດ ປ່າ, ແນໃສ່ເຮັດໃຫ້ປະຊາກອນສັດ ນັບມື້ມີຄວາມອຸດົມສົມບູນ ແລະ ກາຍ ເປັນທ່າແຮງໃນການຄ້ຳປະ ກັນດ້ານສະບຽງອາຫານ, ໂພຊະ ນາການ ກໍຄືການປັບປຸງຊີວິດການ ເປັນຢູ່ຂອງປະຊາຊົນໃຫ້ນັບມື້ດີຂຶ້ນ ທັງເປັນການສືບສານຮີດຄອງປະເພ ນີໃນໄລຍະເຂົ້າພັນສາໃຫ້ມີຄວາມ ໝາຍຄວາມສຳຄັນຍິ່ງໆຂຶ້ນ. ໄປຄຽງຄູ່ກັບການປ່ອຍປາ ແລະ ສັດປະເພດຕ່າງໆສູ່ແຫລ່ງນໍ້າ ທໍາມະຊາດໃນລະດູການປີນີ້, ກໍ່ມີ ຄວາມຈໍາເປັນທີ່ ຂະແໜງການລັດ ທີ່ກ່ຽວຂ້ອງຂັ້ນຕ່າງໆ ຈະຕ້ອງໄດ້ ສືບຕໍ່ຕິດຕາມ, ກວດກາ ແລະ ປຸກລະ ດົມຂົນຂວາຍປະຊາຊົນໃຫ້ຕື່ນຕົວ ສະໝັກໃຈເປັນແບບຢ່າງໃນການ ມອບອາວຸດລ່າສັດ ແລະ ເຄື່ອງມື ຫາປາແບບດັບສູນ ໃຫ້ແກ່ອົງການ ປົກຄອງທ້ອງຖິ່ນ ແລະ ເຈົ້າໜ້າທີ່ ກ່ຽວຂ້ອງ ເພື່ອຄຸ້ມຄອງໃຫ້ຖືກຕ້ອງ ຕາມລະບຽບກົດໝາຍ. ສືບຕໍ່ໂຄສະ ນາຢ່າງຕໍ່ເນື່ອງດ້ວຍຫລາຍຮູບ ຫລາຍສີຫ້າມບໍ່ໃຫ້ມີການຈັບ, ຊື້- ຂາຍ, ສັດນ້ຳ ແລະ ລ່າສັດປ່າ ປະ ເພດຫວງຫ້າມ ຫລື ບັນຊີ I ແລະ ປະ ເພດຄຸ້ມຄອງ ຫລື ບັນຊີ II ໃນທຸກລະ ດູການຢ່າງເດັດຂາດ; ບໍ່ນຳເອົາສັດ ນ້້ຳ, ສັດປ່າປະເພດຫວງຫ້າມ ທີ່ຍັງ ມີຊີວິດ, ຊາກ, ສິ້ນສ່ວນ ແລະ ອະໄວ ຍະວະຕ່າງໆ ຂອງສັດອອກຈາກ ຖິ່ນທີ່ຢູ່ອາໄສ ຫລື ແຫລ່ງ ກຳເນີດ ມາໄວ້ໃນຄອບຄອງໂດຍບໍ່ໄດ້ຮັບ ອະນຸຍາດ; ບໍ່ຄວນລ່າສັດນ້ຳ, ສັດ ປ່າປະເພດທົ່ວໄປ ຫລື ບັນຊີ III ໃນ ສະຖານທີ່ຫວງຫ້າມ, ເຂດອະນຸລັກ ພັນສັດ, ເຂດວັງສະຫງວນ ໂດຍສະ ເພາະໃນໄລຍະເຂົ້າພັນສາ; ບຸກລຸກ ປ່າ ມັນແມ່ນພັນທະ ແລະ ໜ້າທີ່ ຂອງທຸກຄົນ; ທົ່ວປວງຊົນລາວທັງ ຊາດ ຈົ່ງພ້ອມກັນເຂົ້າຮ່ວມປ່ອຍ ປາ ເພື່ອເພີ່ມຄວາມອຸດົມສົມບູນ ໃຫ້ແກ່ທຳມະຊາດ, ກໍ່ຄືແຫລ່ງນໍ້າ ຕ່າງໆໃນທົ່ວປະເທດ ແລະ ຮ່ວມມື ກັນອະນຸລັກສັດນໍ້າ, ສັດປ່າ ໃຫ້ຢູ່ຄູ່ ແຫລ່ງທຳມະຊາດຂອງມັນ, ສືບຕໍ່ ແຜ່ຂະຫຍາຍພັນ ສ້າງຄວາມອຸດົມ ຮັ່ງມີດ້ານຊີວະນາໆພັນທັງບົກ ແລະ ແມ່ນໍ້າຢ່າງຍືນຍົງ. ທຳລາຍເຂດອະນຸລັກພັນສັດ, ວັງ ສະຫງວນ, ຖິ່ນທີ່ຢູ່ອາໄສ ແລະ ແຫລ່ງອາຫານຂອງສັດນ້ຳ ແລະ ສັດປ່າ ໂດຍທາງກົງ ແລະ ທາງ ອ້ອມ; ບໍ່ໃຫ້ມີການຈັບຈອງ, ຍ້າຍ, ປ່ຽນ ແປງ ຫລື ທຳລາຍ ເຄື່ອງໝາຍ ເຂດແດນວັງສະຫງວນ, ເຂດອະນຸ ລັກພັນສັດ ແລະ ຖິ່ນທີ່ຢູ່ອາໄສ. ພ້ອມ ດຽວກັນກໍ່ປຸກລະດົມຢ່າງແຂງແຮງ ຫ້າມບໍ່ໃຫ້ມີການຫາປາໃນໄລຍະ ລະດູປາໄຂ່ ຫລື ໄລຍະເຂົ້າພັນສາ ຢູ່ ຕາມເຂດທີ່ປາຂຶ້ນໄຂ່ ເປັນຕົ້ນແມ່ນ ເຂດວັງສະຫງວນຕ່າງໆ ຫລື ຕັນ ທາງເດີນຂອງປາຂຶ້ນໄປໄຂ່ຕາມ ຫ້ວຍ ແລະ ສາຍນ້ຳ ດ້ວຍວິທີການ ຕ່າງໆ ທີ່ເປັນການລະເມີດລະບຽບ ກົດໝາຍກ່ຽວກັບ ສັດນ້ຳ ແລະ ສັດປ່າ ແລະ ກົດໝາຍວ່າດ້ວຍການປະມົງ. ການປົກປັກຮັກສາສັດນໍ້າ-ສັດ ພາບປະກອບ
RkJQdWJsaXNoZXIy MTc3MTYxMQ==