5652

xtgmf]k; 6 03/07/2023 glf4tdfy {l'a 7,q glu ,0tspkp,tsklk,a d7u mq j ;x;'-q oma '-kf rkp.8h dkooerk0v'ra d ຮຽບຮຽງໂດຍ: ໄໝຄຳຍ້ອມສິນ -;u fy {;fa mtotme [5odv's]q; xtgroumujgxao gvdt]adltgrkt 0v'-qogzqjkw8]N dkoxqdxadIadlk dkorafmtok lafoE c]t lafxjk * ໃນມາດມາດຕາ 25 ຂອງກົດ ໝາຍວ່າດ້ວຍສັດນໍ້າ ແລະ ສັດປ່າ ໄດ້ກຳນົດໄວ້ວ່າ: ການປົກປັກຮັກ ສາສັດນ້ຳ ແລະ ສັດປ່າ ແມ່ນການ ຮັກສາສັດນ້ຳ ແລະ ສັດປ່າ ປະເພດ ຫວງຫ້າມ, ປະເພດຄຸ້ມຄອງ ແລະ ປະເພດທົ່ວໄປ ໃຫ້ອຸດົມສົມບູນ, ຍືນ ຍົງ ທັງແມ່ນການປ້ອງກັນ ແລະ ຮັກ ສາຖິ່ນທີ່ຢູ່ອາໄສຂອງສັດ, ວັງສະ ຫງວນສັດນ້ຳ, ເຂດອະນຸລັກພັນສັດ ບໍ່ໃຫ້ຖືກທຳລາຍ, ພ້ອມກັນນັ້ນກໍ ຕ້ອງວາງມາດຕະການປົກປັກຮັກ ສາ ເພື່ອສະກັດກັ້ນການບຸກລຸກ, ການທຳລາຍຈາກການກະທຳຂອງ ຄົນ ຫລື ຈາກທຳມະຊາດ. ພ້ອມນີ້ ມາດຕາ 26 ຍັງກຳນົດ ກ່ຽວກັບການພັດທະນາ ສັດນ້ຳ ແລະ ສັດປ່າ ແມ່ນການຂະຫຍາຍ ພັນສັດນ້ຳ ແລະ ສັດປ່າປະເພດ ຫວງຫ້າມ, ປະເພດຄຸ້ມຄອງ ແລະ ປະເພດທົ່ວໄປ ຕາມທຳມະຊາດ ໃຫ້ມີຈຳນວນເພີ່ມຂຶ້ນ ດ້ວຍການ ນຳໃຊ້ມາດຕະການທາງດ້ານເຕັກ ນິກວິທະຍາສາດ ທັງແມ່ນການຟື້ນ ຟູບູລະນະຖິ່ນທີ່ຢູ່ອາໄສທີ່ເຊື່ອມ ໂຊມ ລວມທັງແຫລ່ງອາຫານ ແລະ ແຫລ່ງແຜ່ພັນ ເພື່ອໃຫ້ສັດດັ່ງກ່າວ ສາມາດດຳລົງຊີວິດຢ່າງເປັນປົກ ກະຕິ, ພ້ອມກັນນັ້ນ ກໍຕ້ອງປຸກລະ ດົມທົ່ວປວງຊົນມີສ່ວນຮ່ວມໃນ ການພັດທະນາ ສັດນ້ຳ ແລະ ສັດປ່າ ຢ່າງກວ້າງຂວາງ. ສຳລັບກອງທຶນອະນຸລັກປົກ ປັກຮັກສາສັດນ້ຳ ແລະ ສັດປ່າ, ມາດຕາ 27 ກຳນົດວ່າ: ແຫລ່ງຂອງ ກອງທຶນອະນຸລັກປົກປັກຮັກສາ ສັດນ້ຳ ແລະ ສັດປ່າ ແມ່ນກອງທຶນ ອັນດຽວກັນກັບກອງ ທຶນ ພັດທະນາ ປ່າໄມ້ ແລະ ຊັບພະຍາກອນປ່າໄມ້ ຊຶ່ງໄດ້ມາຈາກງົບປະມານຂອງ * ຊົນເຜົ່າລື້ ຫລື ໄຕລື້ ແມ່ນຊົນ ເຜົ່າໜຶ່ງໃນ 50 ຊົນເຜົ່າ ແລະ ແມ່ນ ໜຶ່ງໃນ 8 ຊົນເຜົ່າທີ່ໃຊ້ພາສາລາວ- ໄຕ ທີ່ມີຮີດຄອງປະເພນີທີ່ ເປັນເອ ກະລັກສະເພາະຕົວ, ມີຂະນົບທໍາ ນຽມ ແລະ ແບບແຜນການດໍາລົງ ຊີວິດທີ່ໃກ້ຄຽງກັບຊົນເຜົ່າລາວ ຫລາຍ. ແຕ່ເຖິງຢ່າງໃດກໍຕາມຊົນ ເຜົ່າລື້ ຖືວ່າແມ່ນຊົນເຜົ່າໜຶ່ງທີ່ມີ ຮາກຖານຄວາມເຊື່ອ ແລະ ຮີດ ຄອງປະເພນີທີ່ແໜ້ນໜາ ຊຶ່ງສ່ວນ ຫລາຍແມ່ນຕິດພັນກັບສາສະໜາ ພຸດເປັນຕົ້ນຕໍ. ຊົນເຜົ່າລື້ ເປັນຊົນເຜົ່າໜຶ່ງ ທີ່ ອາໄສຢູ່ທາງພາກເໜືອ ຂອງປະ ເທດລາວ ເຄີຍມີອານາຈັກເຂັ້ມແຂງ ໃນອາດີດ ແລະ ເຄີຍສ້າງອານາເຂດ ທີ່ເປັນປຶກແຜ່ນແໜ້ນໜາ ມີພາສາ ແລະ ຮີດຄອງປະເພນີ ທີ່ເປັນເອກະ ລັກສະເພາະຂອງຕົນເອງ. ເວົ້າກັນ ວ່າ ບັນພະບູລຸດ ຂອງຊົນເຜົ່າລື້ ມາ ຈາກສິບສອງພັນນາ ທີ່ໄດ້ຍ້າຍມາ ຢູ່ປະເທດລາວ ຕາມລຳແມ່ນ້ຳຂອງ ແລະ ສາຂາຂອງມັນໄດ້ປະມານ 600 ກວ່າປີມາແລ້ວ. ຊົນເຜົາລື້ ຍັງມີຮີດ 12 ຂອງຊົນເຜົ່າ ທີ່ມີລັກ ສະນະແຕກຕ່າງໄປຈາກຮີດ 12 ຂອງລາວ ທັງທາງດ້ານຊື່ຂອງບຸນ ແລະ ພິທີກໍາກໍແຕກຕ່າງກັນໄປ. ການນັບເດືອນຂອງຊົນເຜົ່າລື້ ຈະ ນັບໄປກ່ອນໜ້າເດືອນລາວ ໜຶ່ງ ເດືອນ ໝາຍຄວາມວ່າ ຫາກເດືອນ ລາວແມ່ນເດືອນສີ່ ກໍຈະເປັນເດືອນ ຫ້າ ສໍາລັບຊົນເຜົ່າລື້ ຊຶ່ງກໍມີຊື່ການ ເຮັດບຸນໃນ 12 ເດືອນດັ່ງນີ້. 1. ເດືອນຈຽງ ບຸນກອງຫລົວ (ກອງໂຫລ) 2. ເດືອນຍີ່ ບຸນເຂົ້າລົ້ນບາດ 3. ເດືອນ 3 ບຸນເຂົ້າໃສ່ເລົ້າ (ສູ່ ຂວັນເຂົ້າ) 4. ເດືອນ 4 ບຸນທານທຳຫລວງ (ບຸນພະເວດ) 5. ເດືອນ 5 ບຸນທານກາງບ້ານ, ບຸນຂຶ້ນທາດ 6. ເດືອນ 6 ບຸນປີໃໝ່ 7. ເດືອນ 7 ບຸນບວດພະ 8. ເດືອນ 8 ບຸນລ້ຽງຜີຕາແຮກ 9. ເດືອນ 9 ບຸນເຂົ້າພັນສາ 10. ເດືອນ 10 ບຸນເຂົ້າສະ ຫລາກ 11. ເດືອນ 11 ບຸນເຂົ້າສະ ຫລາກ 12. ເດືອນ 12 ບຸນອອກພັນສາ ສຳລັບບຸນກອງຫລົວ ແມ່ນບຸນປະ ເພນີປະຈໍາເດືອນໜຶ່ງຂອງຊົນເຜົ່າ ລື້ ທີ່ຍັງຄົງໄດ້ຮັບການປະຕິບັດສືບ ທອດກັນມາຈົນເຖິງປັດຈຸບັນນີ້. ຄໍາ ວ່າຫລົວ ໝາຍເຖິງຟືນ ຫລື ໄມ້ ທີ່ ຈະນໍາມາເຮັດຟືນ. ຈຸດປະສົງຂອງ ການເຮັດບຸນກອງຫລົວ ເພື່ອເປັນ ການເສຍເຄາະເສຍເຂັນ; ເນື່ອງຈາກ ຈະກ້າວເຂົ້າສູ່ປີໃໝ່ຟ້າໃໝ່ແລ້ວ ຂໍ ໃຫ້ເຄາະເຂັນເວນຮ້າຍສັບພະທຸກ, ສັບພະໂສກສັບພະໂລກ, ສັບພະໄພ ທັງມວນ ໃຫ້ຕົກໄປນໍາໄຟໄຫລໄປ ນໍານໍ້າ, ຕົກໄປນຳປີເກົ່າລ່ວງໄປນຳ ປີຫລັງຕາມຄວາມເຊື່ອທີ່ໄດ້ຮັບ ການສືບທອດມາຍາວນານ. ວິທີເຮັດບຸນກອງຫລົວພໍເຖິງມື້ ທີ່ທາງຄະນະບ້ານຕົກລົງກັນແລ້ວ ທຸກຄົນກໍຈະໄປຊອກຫາຕັດໄມ້ໃຫຍ່ ພໍຂະໜາດທີ່ຈະສາມາດຂຽນໜັງ ສືໃສ່ໄດ້. ຫລັງຈາກນັ້ນ, ກໍນໍາໄມ້ນັ້ນ ມາຂຽນຊື່ນາມສະກຸນ ແລະ ຄໍາປາ ຖະໜາຂອງຕົນໃສ່ໄມ້ນັ້ນຕ້ອງມີ ຄວາມຍາວຄ່າວາຂອງເຈົ້າຂອງ. ນອກຈາກນັ້ນ, ໄມ້ໜຶ່ງລໍາຍັງເປັນ ຕົວແທນຂອງຄົນໆໜຶ່ງ ໝາຍຄວາມ ວ່າເມື່ອຄອບຄົວມີເທົ່າໃດ ຄົນກໍ ຕ້ອງຕັດໄມ້ເທົ່ານັ້ນລໍາ. ບໍ່ພຽງແຕ່ ເທົ່ານັ້ນ, ໄມ້ຍັງເປັນຕົວແທນຂອງ ວັດຖຸສິ່ງຂອງ ແລະ ສັດສາວາສິ່ງ ອີກດ້ວຍໝາຍຄວາມວ່າ ນອກຈາກ ຈະເປັນການເສຍເຄາະແກ່ຄົນແລ້ວ ບຸກຄົນໃດຢາກເສຍເຄາະໃຫ້ສັດ ລ້ຽງຂອງຕົນເອງ ຫລື ວັດຖຸສິ່ງ ຂອງກໍສາມາດຕັດໄມ້ຕາມຈໍານວນ ທີ່ຕ້ອງການ. ຈາກນັ້ນນໍາໄປຂຽນ ອາດຈະຂຽນເອງເປັນອັກສອນ ລາວ ຫລື ຈະຫາຜູ້ທີ່ຂຽນອັກສອນ ທໍາໄດ້ກໍຍິ່ງດີໂດຍມີຄວາມເວົ້າດັ່ງ ນີ້: “ປັນຈະມັງ ອະກຸສະລັງ ອະຕະ ປາປັງ ສະປະປາປັງ ວິນາສັນຕຸ ເອວັງໂຫນຕຸ, ໝາຍມີຊື່ວ່າ (ອອກ ຊື່ນາມສະກຸນເຈົ້າຂອງ) ຈິປູຊາຫື້ ຫາຍພະຍາທິໂລກາທັງຫລາຍ ຕ່າງໆ ອົມສະວະຫະສິວິ”. ພໍເຖິງມື້ ບຸນ ໃນຕອນເຊົ້າປະຊາຊົນຈະພ້ອມ ກັນເຂົ້າໄປວັດ ເພື່ອຕັກບາດຢາດ ນໍ້າຖວາຍທານ. ພໍຕົກແລງຈະມີຂະ ບວນແຫ່ໄມ້ດັ່ງກ່າວນັ້ນ ໄປກອງ ກັນໄວ້ເປັນກອງສີ່ຫລ່ຽມ ໂດຍ ການຕັ້ງເສົາຫລັກໄວ້ສີ່ເສົາເປັນສີ່ ຫລ່ຽມແລ້ວຈຶ່ງນໍາໄມ້ນັ້ນໄປກອງ ກັນໄວ້. ຈາກນັ້ນ, ພະສົງຈະມີການ ສູດມຸງຄຸນ ແລະ ເສຍເຄາະ ແລ້ວຈຶ່ງ ພາກັນຈູດກອງຫລົວທີ່ກອງໄວ້ນັ້ນ ກໍເປັນອັນວ່າຈົບພິທີ. ລັດ, ການປະກອບສ່ວນຂອງບຸກ ຄົນ, ນິຕິບຸກຄົນ, ລວມໝູ່, ອົງການ ຈັດຕັ້ງສັງຄົມ, ອົງການຈັດຕັ້ງສາ ກົນ ແລະ ອື່ນໆ. ໃນການນໍາໃຊ້ກອງ ທຶນນັ້ນ ມາດຕາ 28 ກຳນົດວ່າ: ການຄຸ້ມຄອງ ແລະ ນຳໃຊ້ກອງທຶນ ກອງທຶນອະນຸລັກ ປົກປັກຮັກສາ ສັດນ້ຳ ແລະ ສັດປ່າ ໃຫ້ນຳໃຊ້ເຂົ້າ ໃນວຽກງານສັດນ້ຳ ແລະ ສັດປ່າ ເປັນຕົ້ນການສຳຫລວດ, ການຈັດ ແບ່ງປະເພດສັດນ້ຳ ແລະ ສັດປ່າ, ການປົກປັກຮັກສາຖິ່ນທີ່ຢູ່ອາໄສ, ເຂດຮັກສາພັນສັດ, ຂະຫຍາຍພັນ ສັດ, ການໂຄສະນາເຜີຍແຜ່ແນວ ທາງນະໂຍບາຍ, ລະບຽບກົດໝາຍ ແລະ ວຽກງານອື່ນ ກ່ຽວກັບສັດນ້ຳ ແລະ ສັດປ່າ. ພາບປະກອບ ພາບປະກອບ ພາບປະກອບ

RkJQdWJsaXNoZXIy MTc3MTYxMQ==