5652

m6 f]k; 1h P,1k,3I'IPog8a doy ddko-j k' g1p]t,a o ;y -h k; mu j xtgmfg1p]t,a o gfa ffj P;xt8y [a fco;mk'dko8j k'xtgmfla o8y rk[F gvdt]kfF ,y f8trk[ c]t dkoIj ;,,n 1j k'ltg\u 8Q oltg\u xkp 03/07/2023 xtgmf]k; 4 3]d c]t gsfdko *** ຕໍ່ຈາກໜ້າ 1 *** *** ຕໍ່ຈາກໜ້າ 1 *** *** ຕໍ່ຈາກໜ້າ 1 *** *** ຕໍ່ຈາກໜ້າ 1 *** ຂປລ. ເມື່ອບໍ່ດົນມານີ້, ທ່ານ ໄມບົວ ໄຊຍະວົງ ເອກອັກຄະລັດຖະ ທູດລາວ ປະຈຳປະເທດເຢຍລະ ມັນ ແລະ ທ່ານ ຄໍາສະໄຫວ ຍອມ ມີລາວົງ ອໍານວຍການໂຮງຮຽນ ເຕັກນິກການຊ່າງ ລາວ-ເຢຍລະ ມັນ, ພ້ອມຄະນະຄູ-ອາຈານໄດ້ເດີນ ທາງໄປຢ້ຽມຢາມໂຮງຮຽນເຕັກ ນິກການຊ່າງເຢຍລະມັນ ວິຊ້າວ ຊຶ່ງເປັນໂຮງຮຽນອາຊີວະສຶກສາ ຂະໜາດກາງຂອງລັດ ຕັ້ງຢູ່ລັດ ບາວາເຣຍ ທາງພາກໃຕ້ຂອງ ເຢຍ ລະມັນ ທີ່ມີຊື່ສຽງ ແລະ ມີຫລາກ ຫລາຍສາຂາອາຊີບ ເຊັ່ນ: ສາຂາໄອ ທີ (IT) ແລະ ດີຈິຕອນ (Digital) ແມ່ນມີຄວາມໂດດເດັ່ນ. ນອກນັ້ນ, ຍັງມີຊ່າງອຸດສາຫະກໍາ, ໄມ້, ກົນ ຈັກ, ເອເລັກໂຕຣນິກ, ບໍລິການໂຮງ ແຮມ, ທ່ອງທ່ຽວ, ຮ້ານອາຫານ, ປຸງແຕ່ງ ແລະ ອື່ນໆ. ຈາກນັ້ນ, ກໍໄດ້ເດີນທາງໄປ ຢ້ຽມຢາມສູນຝຶກອົບຮົມວິຊາຊີບ ສາກົນ ໃນພາກຕາເວັນອອກ ຢູ່ລັດ ບາວາເຣຍ (ÜBZO) ເຊິ່ງເປັນສະ ຖາບັນຝຶກອົບຮົມເອກະຊົນ ແຫ່ງ ທໍາອິດ ໃນປະເທດເຢຍລະມັນ ທີ່ພັດ ທະນາຄວາມສາມາດດ້ານເຕັກໂນ ໂລຊີການຜະລິດ, ສາມາດສ້າງໂປ ຮຽນວິຊາຊີບ ຢູ່ໂຮງຮຽນເຕັກນິກ ລາວ-ເຢຍລະມັນ. ນັບແຕ່ປີ 2019 ເປັນຕົ້ນມາໄດ້ໃຫ້ທຶນແກ່ນັກສຶກສາ ລາວ ຈໍານວນ 23 ທຶນ ໄປຮຽນຕໍ່ວິ ຊາຊີບ ແລະ ປະລິນຍາຕີ ທີ່ປະເທດ ເຢຍລະມັນ ເຊິ່ງເປັນການຮ່ວມມື ລະຫວ່າງ ບໍລິສັດ BHS, ເຢຍລະມັນ ແລະ ໂຮງຮຽນເຕັກນິກລາວ-ເຢຍ ລະມັນ ຂອງລາວ. ໃນໂອກາດຢ້ຽມຢາມຄັ້ງນີ້, ທ່ານທູດ ໄດ້ພົບປະກັບ ທ່ານ ຄຣິດສ ຕຽນ ແອ່ງງ້ຽນ (Christian Engel)ປະທານບໍລິສັດ BHS, ທ່ານ ເອຣິສ ບາວເອີ (Erich Bauer) ອໍານວຍການສູນຝຶກອົບຮົມວິຊາ ຊີບສາກົນ (ÜBZO) ຊຶ່ງໄດ້ຖືໂອ ກາດດັ່ງກ່າວ ຕາງໜ້າໃຫ້ລັດຖະ ບານລາວ ສະແດງຄວາມຂອບໃຈ ບໍລິສັດ BHS ທີ່ໄດ້ໃຫ້ການຊ່ວຍ ເຫລືອແກ່ ສປປ ລາວ ໃນຂະແໜງ ການສຶກສາ ໂດຍສະເພາະວຽກງານ ອາຊີວະສຶກສາ ຕະຫລອດໄລຍະ ຜ່ານມາ ແລະ ສະເໜີໃຫ້ສືບຕໍ່ເພີ່ມ ການຊ່ວຍເຫລືອດັ່ງກ່າວໃນຕໍ່ໜ້າ. ນອກນັ້ນ, ຍັງໄດ້ໂອ້ລົມກັບນັກສຶກ ສາລາວ ທີ່ໄດ້ຮັບທຶນການສຶກສາໃນ ລະດັບປະລິນຍາຕີ ແລະ ຊັ້ນກາງ ຈາກບໍລິສັດ BHS ທີ່ກໍາລັງຮຽນຢູ່ ສູນຝຶກອົບຮົມວິຊາຊີສາກົນ ໃນ ເມືອງ ວາຍເຮີຮຳເມີ, ລັດບາວາ ເຣຍ ຕື່ມອີກ. ເຊັນສັນຍາສ້າງຕັ້ງ... ລັດຖະບານ ກຳນົດ...ພັດທະ... ເຊັນສັນຍາ ເພີ່ມຊ່ອງທາງ... ມອບ-ຮັບ ສາງເກັບ.... ກະຊວງສາທາລະນະສຸກໄດ້ຖື ເອົາວຽກງານສົ່ງເສີມສຸຂະພາບ ເປັນຕົ້ນຕໍ ແລະ ຖືເອົາການບໍລິການ ສຸຂະພາບທີ່ດີ, ມີຄຸນນະພາບທາງ ການແພດ ຢູ່ທຸກຂັ້ນ ນັບທັງສູນກາງ ແລະ ທ້ອງຖິ່ນ ເປັນສຳຄັນ ແລະ ກໍແມ່ນສິ່ງທີ່ສັງຄົມ ກໍຄື ພໍ່ແມ່ປະຊາ ຊົນບັນດາເຜົ່າມີຄວາມຮຽກຮ້ອງ ຕ້ອງການຫລາຍທີ່ສຸດ. ສະນັ້ນ, ຕໍ່ກັບຄວາມຮຽກຮ້ອງຕ້ອງການ ດັ່ງກ່າວ, ຄະນະນຳກະຊວງສາທາ ລະນະສຸກ ຍາມໃດກໍມີຄວາມພະຍາ ຍາມພັດທະນາ ແລະ ສ້າງເງື່ອນໄຂ ຕ່າງໆ ໂດຍນໍາໃຊ້ຊັບພະຍາກອນ ທີ່ມີຢູ່ພາຍໃນ ແລະ ການປະຕິບັດນະ ໂຍບາຍການຕ່າງປະເທດ ເພື່ອຍາດ ແຍ່ງເອົາການຊ່ວຍເຫລືອສະໜັບ ສະໜູນງົບປະມານ-ຕອບສະໜອງ ການພັດທະນາພື້ນຖານໂຄງລ່າງ ໂດຍສະເພາະ ໄດ້ສຸມໃສ່ຊຸກຍູ້, ຊີ້ນຳ ແລະ ໃຫ້ການສະໜັບສະໜູນການ ຈັດຕັ້ງປະຕິບັດບັນດາ 11 ຕົວຊີ້ວັດ ທີ່ສະພາຮັບຮອງ ເປັນຕົ້ນ ການຫລຸດ ຜ່ອນອັດຕາການຕາຍຂອງແມ່ ແລະ ເດັກ ເປັນຕົວຊີ້ວັດທີ່ສຳຄັນທີ່ ຈະຕ້ອງໄດ້ບັນລຸ. ພ້ອມນັ້ນ, ກໍມີຕົວ ຊີ້ວັດອື່ນໆ ທີ່ປິ່ນອ້ອມ ແລະ ອັນສໍາ ຄັນໜຶ່ງ ແມ່ນການສັກວັກຊິນກັນພະ ຍາດຮອບປົກກະຕິ ແລະ ວັກຊິນ ປ້ອງກັນພະຍາດໂຄວິດ-19 ໃຫ້ບັນ ລຸຕາມຄາດໝາຍທີ່ວາງໄວ້. ທ່ານ ບຸນແຝງ ພູມມະໄລສິດ ຍັງໄດ້ສະແດງຄວາມຂອບໃຈເປັນ ຢ່າງສູງ ມາຍັງອົງການ JICA ກໍຄື ລັດຖະບານ ຍີ່ປຸ່ນ ຍາມໃດກໍເປັນຫ່ ວງເປັນໄຍເຖິງສຸຂະພາບຂອງປະ ຊາຊົນລາວ ແລະ ໄດ້ປະກອບສ່ວນ ຢ່າງເປັນຮູບປະທຳ ເຂົ້າໃນການຍົກ ສູງສຸຂະພາບ, ປັບປຸງຄຸນນະພາບຊີ ວິດຂອງປະຊາຊົນລາວ ໃຫ້ນັບມື້ ນັບດີຂຶ້ນ ແລະ ຂອບໃຈມາຍັງອົງ ການ UNICEF ທີ່ໄດ້ຊ່ວຍອຳນວຍ ຄວາມສະດວກໃນການປະສານ ງານບໍລິຫານຈັດການດ້ານຕ່າງໆ ເພື່ອນຳເອົາເຮືອນເຢັນ ພ້ອມອຸປະ ກອນທີ່ຈຳເປັນດັ່ງກ່າວນີ້ ເຂົ້າມາ ໄດ້ຢ່າງທວງທັນສະພາບການ ແລະ ເຊື່ອໝັ້ນວ່າດ້ວຍສາຍພົວພັນການ ຮ່ວມມື ລະຫວ່າງ ສອງຝ່າຍ ແລະ ຄວາມຮັກແພງທີ່ດີຈະສືບຕໍ່ໄດ້ຮັບ ການເສີມຂະຫຍາຍເພີ່ມພູນໃຫ້ເກີດ ດອກອອກຜົນຂຶ້ນໄປເລື້ອຍໆ. ພາຍ ຫລັງໄດ້ເລີ່ມນຳໃຊ້ລະບົບເຢັນນີ້ ແລ້ວ ພວກເຮົາກໍຈະໄດ້ເອົາໃຈໃສ່ ຄຸ້ມຄອງບົວລະບັດ-ຮັກສາ, ໃຫ້ສາ ມາດນຳໃຊ້ໄດ້ດົນນານມີປະສິດທິ ພາບ ແລະ ເກີດປະໂຫຍດສູງສຸດ. ພ້ອມກັນນີ້, ທ່ານລັດຖະມົນຕີກໍ ໄດ້ສະແດງຄວາມຂອບໃຈນໍາອົງ ການຈັດຕັ້ງສາກົນ ແລະ ຄູ່ຮ່ວມພັດ ທະນາຕ່າງໆ ທີ່ສະໜັບສະໜູນວຽກ ງານບໍລິການໃຫ້ວັກຊິນກັນພະຍາດ ຢູ່ ສປປ ລາວ ດ້ວຍດີຕະຫລອດມາ ເພື່ອສູ້ຊົນເຮັດໃຫ້ອັດຕາການສັກ ວັກຊິນ ແລະ ຢອດວັກຊິນສູງຂຶ້ນ ເລື້ອຍໆ, ທັງເລັ່ງໃສ່ການຄວບຄຸມ ໝາກແດງໃຫຍ່, ໝາກແດງໜ້ອຍ ແລະ ກຳຈັດພະຍາດບາດທະຍັກ ໃນແມ່ ແລະ ເດັກ ເກີດໃໝ່ອີກດ້ວຍ. ຂ່າວ: ວຽງສະຫວັນ, ພາບ: ຂັນໄຊ ຄາດໝາຍ ແລະ ວຽກຈຸດສຸມໃນ ການນຳໃຊ້ຊັບພະຍາກອນແຮ່ທາດ ແຕ່ລະປະເພດໃນແຕ່ລະໄລຍະ. ທ່ານ ໂພໄຊ ໄຊຍະສອນ ລັດຖະ ມົນຕີກະຊວງພະລັງງານ ແລະ ບໍ່ແຮ່ ລາຍງານໃນກອງປະຊຸມສະໄໝ ສາມັນເທື່ອທີ 5 ຂອງສະພາ ແຫ່ງ ຊາດ ຊຸດທີ IX ໃນວັນທີ 30 ມິຖຸນາ 2023 ນີ້ວ່າ: ສຳລັບຍຸດທະສາດ 10 ປີ (2021- 2030) ໄດ້ເນັ້ນການ ຊອກຮູ້ ແລະ ປະເມີນທ່າແຮງຊັບ ພະກອນແຮ່ທາດທົ່ວປະເທດ ແລະ ນໍາໃຊ້ຊັບພະຍາກອນແຮ່ທາດໃຫ້ ມີປະສິດທິພາບ, ປະສິດທິຜົນ, ມີ ຄວາມຍືນຍົງ ແລະ ສີຂຽວ ເຊິ່ງປະ ກອບມີ 6 ເປົ້າໝາຍ ແລະ 49 ວຽກ ຈຸດສຸມ ເປັນຕົ້ນ ການສໍາຫລວດ ສ້າງຂໍ້ມູນພື້ນຖານດ້ານທໍລະນີສາດ ແລະ ແຮ່ທາດ, ທັງປະເມີນຊັບພະຍາ ກອນແຮ່ທາດທົ່ວປະເທດ; ກໍານົດ ນະໂຍບາຍການບໍລິຫານຈັດການ/ ຄຸ້ມຄອງ ແລະ ພັດທະນາແຮ່ທາດ ໃຫ້ເກີດຜົນປະໂຫຍດສູງສຸດຕາມ ທິດສີຂຽວ; ການພັດທະນາກົນໄກ ບໍລິຫານຈັດການ, ຄຸ້ມຄອງ, ຕິດ ຕາມກວດກາ ແລະ ການບັງຄັບໃຊ້ ກົດໝາຍ; ສົ່ງເສີມການມີສ່ວນຮ່ວມ ໃນການຄຸ້ມຄອງ ແລະ ພັດທະນາຊັບ ພະຍາກອນແຮ່ທາດ; ສ້າງຄວາມ ເຂັ້ມແຂງໃຫ້ລັດວິສາຫະກິດ ແລະ ໃນວັນທີ 28 ມິຖຸນາ 2023 ທີ່ສຳ ນັກງານໃຫຍ່ ລັດວິສາຫະກິດໄຟ ຟ້າລາວ ໂດຍການຮ່ວມລົງນາມ ລະຫວ່າງ ທ່ານ ວິລະພອນ ວິຊຸນ ນະລາດ ຮອງຜູ້ອຳນວຍການໃຫຍ່ ລັດວິສາຫະກິດໄຟຟ້າລາວ ເເລະ ທ່ານ ຫງວຽນ ຮ່ວງ ມິງ ຜູ້ອໍານວຍ ການ ບໍລິສັດ ສະຕາ ຟິນເທັກຈໍາກັດ ຜູ້ດຽວ (u-money). ການຮ່ວມມືຄັ້ງນີ້, ຈະເຮັດໃຫ້ ປະຊາຊົນໃນຂອບເຂດນະຄອນ ຫລວງ ສະດວກສະບາຍຍິ່ງຂຶ້ນ ໂດຍບໍ່ຕ້ອງເສຍເວລາໃນການຊໍາ ລະຄ່າບໍລິການໄຟຟ້າ ແລະ ໃນອະ ນາຄົດອັນໃກ້ຈະຂະຫຍາຍທົ່ວປະ ເທດ. ການຮ່ວມມືກັນໃນຄັ້ງນີ້ ເຊິ່ງ ເປັນນິມິດໝາຍທີ່ດີໃນການເພີ່ມ ຄວາມຫລາກຫລາຍການໃຫ້ບໍລິ ການຂອງທັງສອງຝ່າຍ ພຽງແຕ່ມີ ແອັບ u-money ກໍສາມາດຊໍາລະ ຄ່າໄຟຟ້າໄດ້ໂດຍບໍມີຄ່າທໍານຽມ ໃດໆ ແລະ ຮັບປະກັນໄດ້ເຖິງຄວາມ ປອດໄພ ເນື່ອງຈາກ ຢູມັນນີ ໄດ້ຮັບ ໃບອານຸຍາດຈາກທະນາຄານແຫ່ງ ສປປ ລາວ ໃນການດໍາເນີນທຸລະກິດ ດ້ານກະເປົາເງິນເອເລັກໂຕຣນິກ ເປັນໄລຍະເວລາ 5 ປີແລ້ວ ແລະ ໄດ້ຮັບຫລາກຫລາຍລາງວັນ ຈາກ ຕ່າງປະເທດ ທີ່ຍອມຮັບວ່າ ລະບົບ ຢູມັນນີ ຖືກພັດທະນາທຽບເທົ່າ ສາກົນ ເຖິງປັດຈຸບັນມີຜູ້ລົງທະບຽນ ນໍາໃຊ້ແລ້ວຫລາຍກວ່າ 1,7 ລ້ານ ບັນຊີ ແລະ ໄດ້ເຊື່ອມຕໍ່ກັບທະນາ ຄານໃຫຍ່ໆໃນທົ່ວ ສປປ ລາວ ເຖິງ 7 ທະນາຄານ ເຊິ່ງຈະເຮັດໃຫ້ລູກຄ້າ ທ່ານ ຄຳແສງ ສຸດທະລີ ຜູ້ອຳ ນວຍການບໍລິສັດ ຄຳແສງ ພັດທະ ນາກະສິກຳ ຄົບວົງຈອນ ຈຳກັດ ຜູ້ ດຽວ ໂດຍມີ ທ່ານ ເພັດ ພົມພິພັກ ລັດຖະມົນຕີກະຊວງກິສິກຳ ແລະ ປ່າໄມ້, ທ່ານ ບຸນປອນ ວັນນະຈິດ ຮອງລັດຖະມົນຕີກະຊວງການ ເງິນ, ມີຮອງຫົວໜ້າຫ້ອງການ ກະ ຊວງ, ຮອງຫົວໜ້າກົມ, ພ້ອມພາກ ສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ. ການຮ່ວມຮຸ້ນສ້າງຕັ້ງ ບໍລິສັດ ລັດລວມສູນຜະລິດຕະພັນສິນຄ້າ ກະສິກຳລາວ ແລະ ຂົນສົ່ງສາກົນ ມີເປົ້າໝາຍ ເພື່ອສົ່ງເສີມໃຫ້ປະຊາ ຊົນມີໂອກາດຜະລິດກະສິກຳເປັນ ສິນຄ້າຫລາຍຂຶ້ນ, ເພື່ອສົ່ງການ ຂາຍໃນຕະຫລາດພາຍໃນ ແລະ ສົ່ງ ອອກຕ່າງປະເທດ ໂດຍສະເພາະ ແມ່ນອາໄສສິ່ງເອື້ອອຳນວຍຄວາມ ສະດວກທີ່ມີໃນປັດຈຸບັນ ໃຫ້ເປັນ ເງື່ອນໄຂ ແລະ ທ່າແຮງໃນການຜະ ລິດ ແລະ ຂົນສົ່ງຜົນຜະລິດກະສິ ກຳເປັນສິນຄ້າ ເປັນຕົ້ນ ເສັ້ນທາງ ລົດໄຟ ລາວ-ຈີນ ເພື່ອສົ່ງສີນຄ້າກະ ສິກໍາລາວໄປຂາຍໃນຕະຫລາດ ສປ ຈີນ ແລະ ປະເທດອື່ນໆຕາມຄວາມ ເໝາະສົມ. ພ້ອມນີ້, ຍັງຈະ ເປັນການ ສົ່ງເສີມຄວາມອາດສາມາດໃນ ພະນັກງານໃນຂະແໜງການບໍ່ແຮ່ ແລະ ການເຊື່ອມສານເປົ້າໝາຍການ ພັດທະນາແບບຍືນຍົງ (SDG) ແລະ ການເຕີບໂຕສີຂຽວ (GG) ເຂົ້າໃນການຈັດຕັ້ງປະຕິບັດແຜນ ພັດທະນາພະລັງງານ ແລະ ບໍ່ແຮ່. ສະເພາະວິໄສທັດຮອດປີ 2035 ໄດ້ກຳນົດທິດທາງ, ວິໄສທັດ, ເປົ້າ ໝາຍລວມ, ຫລັກການພື້ນຖານ ການສ້າງຍຸດທະສາດການພັດທະ ນາແຮ່ທາດ ແລະ ສິ່ງທ້າທາຍຢ່າງ ຊັດເຈນ ຄື: “ພັດທະນາວຽກງານ ທໍລະນີສາດ ແລະ ບໍ່ແຮ່ ຕາມທິດຫັນ ເປັນອຸດສາຫະກຳທີ່ທັນສະໄໝ, ໂປ່ງໄສ ແລະ ນຳໃຊ້ທ່າແຮງຊັບພ ະ ຍາກອນແຮ່ທາດຢ່າງປະຢັດ, ມີປະ ສິດທິພາບ ແລະ ປະສິດທິຜົນສູງ ຕາມເປົ້າໝາຍການພັດທະນາສີ ຂຽວ ແລະ ຍືນຍົງ”. ສຳລັບເປົ້າ ໝາຍ ແລະ ວຽກງານຈຸດສຸມຂອງ ຍຸດທະສາດ ແມ່ນຈະໄດ້ດຳເນີນ ການສຳຫລວດທໍລະນີສາດ ແລະ ແຮ່ທາດຂັ້ນພື້ນຖານ ເພື່ອສືບຕໍ່ປັບ ປຸງຂໍ້ມູນທໍລະນີສາດ-ແຮ່ທາດ, ທໍ ລະນີໄພພິບັດ-ດິນເຈື່ອນ ແລະ ສຶກ ສາແລກປ່ຽນຂໍ້ມູນກັບບັນດາປະ ເທດທີ່ມີຊາຍແດນຕິດຈອດກັບ ສປປ ລາວ; ຊຸກຍູ້, ສົ່ງເສີມໂຄງການ ຫລື ກິດຈະການຊອກຄົ້ນ ແລະ ສຳ ຫລວດແຮ່ທາດ ໃຫ້ກ້າວເຂົ້າສູ່ຂັ້ນ ຕອນການຂຸດຄົ້ນ, ປຸງແຕ່ງ-ຜະລິດ, ຈຳໜ່າຍຫລາຍກວ່າ 70% ຂອງ ກິດຈະການທີ່ມີຢູ່ໃນປັດຈຸບັນ. ພ້ອມ ນັ້ນ, ໄດ້ສະເໜີລັດຖະບານໃຫ້ບຸລິ ມະສິດໂກຕາບຸກຄະລາກອນ ໃນຂະ ແໜງທໍລະນີສາດ ແລະ ແຮ່ທາດທັງ ສູນກາງ ແລະ ທ້ອງຖິ່ນ ເພີ່ມຕື່ມ ຢ່າງໜ້ອຍໃຫ້ໄດ້ 100 ຄົນ ໃນປີ 2025 ແລະ 200 ຄົນໃນປີ 2030 ເພື່ອໃຫ້ພຽງພໍກັບຄວາມຮຽກຮ້ອງ ຕ້ອງການຂອງວຽກງານການຄຸ້ມ ຄອງກິດຈະການບໍ່ແຮ່ ໃນແຕ່ລະ ໄລຍະ, ພ້ອມທັງຍົກລະດັບວິຊາສະ ເພາະບຸກຄະລາກອນໃນຂະແໜງ ການໃຫ້ສູງຂຶ້ນ, ສືບຕໍ່ຊຸກຍູ້, ສົ່ງເສີມ ແລະ ສ້າງເງື່ອນໄຂບັນດາໂຄງການ ທີ່ມີໃນປັດຈຸບັນ ແລະ ພາກອຸດສາ ຫະກຳບໍ່ແຮ່ ໃຫ້ມີການພັດທະນາ ອຸດສາຫະກໍາຕໍ່ເນື່ອງເລີ່ມແຕ່ອຸດ ສາຫະກໍາຂັ້ນຕົ້ນ, ຂັ້ນກາງ ແລະ ຂັ້ນ ສຸດ ທ້າຍ ຢູ່ເຂດທີ່ມີຄວາມເໝາະສົມ ເພື່ອພັດທະນາແຮ່ທາດ ໃຫ້ເກີດປະ ໂຫຍດສູງສຸດ. ທ່ານ ໂພໄຊ ໄຊຍະສອນ ກ່າວ ອີກວ່າ: ຍຸດທະສາດການພັດທະນາ ແຮ່ທາດ ແມ່ນການວາງແຜນທີ່ມີ ເປົ້າ ໝາຍ, ຄາດໝາຍ ແລະຈຸດສຸມ ທີ່ມີລັກສະນະເປັນລະບົບ ແລະ ຕໍ່ ເນື່ອງ ໂດຍໄດ້ຄົ້ນຄວ້າ ແລະ ສ້າງ ຂຶ້ນໂດຍສອດຄ່ອງຕາມກົດໝາຍ, ນະໂຍບາຍ ແລະ ແຜນພັດທະນາເສດ ຖະກິດ-ສັງຄົມແຫ່ງຊາດ ໃນແຕ່ລະ ໄລຍະລວມທັງແນວໂນ້ມ ແລະ ສິ່ງ ທ້າທາຍຕໍ່ການພັດທະນາແຮ່ທາດ ຢູ່ພາຍໃນປະເທດ, ພາກພື້ນ ແລະ ສາກົນ; ຍຸດທະສາດການພັດທະ ນາແຮ່ທາດ ຈະຖືກປະຕິບັດໃນໄລ ຍະ 10 ປີ ແລະ ສອດຄ່ອງກັບວິໄສ ທັດການພັດທະນາແຮ່ທາດ ໃນ ໄລຍະ 15 ປີ ຕາມທີ່ໄດ້ກຳນົດໄວ້ໃນ ມາດຕາ 12 ແລະ ການສ້າງຍຸດທະ ສາດດັ່ງກ່າວແມ່ນອີງໃສ່ຫລັກ ການພື້ນຖານຕາມທີ່ກຳນົດໄວ້ໃນ ມາດຕາ 13 ຂອງກົດໝາຍວ່າດ້ວຍ ແຮ່ທາດຄື: ໃຫ້ສອດຄ່ອງກັບຍຸດ ທະສາດການພັດທະນາເສດຖະ ກິດ-ສັງຄົມແຫ່ງຊາດ, ວຽກງານ ປ້ອງກັນຊາດ-ປ້ອງກັນຄວາມສະ ຫງົບ ແລະ ຄວາມປອດໄພ; ຮັບປະ ກັນຄວາມສົມດູນ ລະຫວ່າງການ ສະຫງວນ ແລະ ການຂຸດຄົ້ນ, ການ ນຳໃຊ້ຢ່າງປະຢັດ ແລະ ມີປະສິດທິ ຜົນຕາມທິດສີຂຽວ ແລະ ຍືນຍົງ; ຮັບ ປະກັນການສະໜອງແຮ່ທາດ ແລະ ຜະລິດຕະພັນແຮ່ທາດ ເພື່ອພັດທະ ນາເສດຖະກິດ-ສັງຄົມ ແລະ ສົ່ງ ອອກຕ່າງປະເທດ; ນຳໃຊ້ຜົນການ ສຳຫລວດທໍລະນີສາດ ແລະ ແຮ່ ທາດຂັ້ນພື້ນຖານ ໃຫ້ສອດຄ່ອງກັບ ສົນທິສັນຍາ, ສັນຍາສາກົນທີ່ ສປປ ລາວ ເປັນພາຄີ. ນອກນັ້ນ, ຍັງໄດ້ ຖອດຖອນບົດຮຽນຈາກຍຸດທະ ສາດພັດທະນາແຮ່ທາດ ຂອງປະ ເທດ ເພື່ອນມິດ ເຊັ່ນ: ການຈັດກຸ່ມ ແຮ່ທາດ, ການບໍລິຫານຈັກການແຮ່ ທາດ ແລະ ການຈັດຕັ້ງປະຕິບັດ, ເຕັກນິກການຊອກຄົ້ນສໍາຫລວດ, ການປະເມີນປະລິມານຊັບພະຍາ ກອນ ແລະ ການປະເມີນປະລິມານ ສະສົມແຮ່ທາດ, ລວມທັງດ້ານສິ່ງ ແວດລ້ອມ, ສຸຂະພາບ ແລະ ຄວາມ ປອດໄພໃນອຸດສາຫະກໍາບໍ່ແຮ່. ຂ່າວ: ທະນູທອງ,ພາບ: ອ່າຍຄຳ ແກຣມໃໝ່ທີ່ປັບຕົວເຂົ້າກັບຄວາມ ຕ້ອງການຂອງບໍລິສັດ ແລະ ຕອບ ສະໜອງກັບການປ່ຽນແປງລະບົບ ດີຈິຕອນອຸດສາຫະກໍາ. ພ້ອມນັ້ນ, ກໍໄດ້ໄປຢ້ຽມຢາມ ບໍລິສັດ BHS ເປັນບໍລິສັດຊັ້ນນໍາທີ່ມີປະສົບການ ຫລາຍກວ່າ 60 ປີ ໃນການຜະລິດ ເຄື່ອງຈັກອຸດສາຫະກໍາຜະລິດເຈ້ຍ, ເຄື່ອງຈັກຜະລິດແກັດເຈ້ຍ ສົ່ງໄປ ໃນທົ່ວໂລກ 50% ແມ່ນມາຈາກບໍລິ ສັດດັ່ງກ່າວ, ປັດຈຸບັນມີສາຂາຢູ່ປະ ເທດ ສ ເຊັກ, ອີຕາລີ, ອາເມລິກາ, ບຣາຊິນ, ມາເລເຊຍ ແລະ ສປ ຈີນ. ບໍລິສັດ BHS ໄດ້ໃຫ້ການຊ່ວຍ ເຫລືອສ້າງໂຮງຮຽນປະຖົມສີເກີດ ແລະ ໂຮງຮຽນປະຖົມ ແລະ ມັດທະ ຍົມຜາງແຫ້ງ ເມືອງນາຊາຍທອງ, ນະຄອນຫລວງວຽງຈັນ ແຕ່ປີ 2004 ແລະ 2011 ເປັນຕົ້ນມາ ລວມ ທັງສົ່ງເສີມກິດຈະກໍາໃນການຮຽນ ການສອນ,ອຸປະກອນ ແລະ ສົ່ງເສີມ ໃຫ້ນັກຮຽນຂົ້າສູ່ການສຶກສາອາຊີ ວະ ເພື່ອຫລຸດພົ້ນຄວາມທຸກຍາກ. ນອກນັ້ນ, ຍັງໃຫ້ທຶນການສຶກສາແກ່ ນັກຮຽນໃນໂຮງຮຽນດັ່ງກ່າວ ແລະ ຊົນນະບົດ ປີລະ 40 ທຶນ ເພື່ອເຂົ້າ 2023 ທີ່ສູນສະໜອງຢາ ແລະ ອຸປະກອນການແພດບ້ານຊຽງດາ ເມືອງໄຊເສດຖາ ນະຄອນຫລວງ ວຽງຈັນ, ກ່າວມອບໂດຍທ່ານ ນາງ ງາເຊະ ໂທຊີໂອະ ຜູ້ຕາງໜ້າອົງ ການ ໄຈກາ ປະຈຳລາວ ແລະ ກ່າວ ຮັບໂດຍ ທ່ານ ບຸນແຝງ ພູມມະໄລ ສິດ ລັດຖະມົນຕີກະຊວງສາທາລະ ນະສຸກ, ມີທ່ານ ໂຄບະຍະຊິ ເຄັນ ອິຈິ ເອກອັກຄະຣາຊະທູດ ຍີ່ປຸ່ນ ປະຈຳ ລາວ, ທ່ານ ນາງ ເພຍ ເຣເບັນໂລ ບຣິດໂຕ ຕາງໜ້າອົງການ ອຸຍນີເຊບ ປະຈຳລາວ, ພ້ອມດ້ວຍພາກສ່ວນ ກ່ຽວຂ້ອງເຂົ້າຮ່ວມ ທ່ານ ບຸນແຝງ ພູມມະໄລສິດ ໄດ້ກ່າວວ່າ: ການຊ່ວຍເຫລືອດັ່ງ ກ່າວ ແມ່ນມີຄຸນຄ່າສູງ ແລະ ຈະໄດ້ ປະກອບສ່ວນຢ່າງມີປະສິດທິຜົນ ເຂົ້າໃນການສ້າງເງື່ອນໄຂອຳນວຍ ຄວາມສະດວກ ໃຫ້ແກ່ວຽກງານ ການບໍລິການສັກວັກຊິນກັນພະ ຍາດ ໃນ ສປປ ລາວ, ຮັບປະກັນຄຸນ ນະພາບຂອງວັກຊິນ ໃຫ້ຢູ່ໃນຄວາມ ເຢັນຕາມມາດຕະຖານກ່ອນນຳ ໃຊ້ກັບປະຊາຊົນ ດ້ວຍຄວາມປອດ ໄພ ແນໃສ່ຫລຸດຜ່ອນອັດຕາການ ເຈັບເປັນ, ການເສຍຊີວິດ ຂອງແມ່ ແລະ ເດັກ ລົງເທື່ອລະກ້າວ. ສະດວກ ຍິ່ງຂື້ນໃນການຊໍາລະຜ່ານ ຊ່ອງທາງນີ້. ຍຸກດີຈິຕອນປັດຈຸບັນ ຈະເຮັດໃຫ້ທ່ານໄດ້ສະດວກສະ ບາຍບໍ່ຕ້ອງເສຍເວລາກັບຊີວິດ ແບບເດີມໆທີ່ຕ້ອງຂັບລົດໄປຈ່າຍ ຄ່າບິນອີກແລ້ວ, ບໍ່ຕ້ອງເສຍງົບປະ ມານເພີ່ມກັບການເດີນທາງ, ຈັດ ການແບບງ່າຍໆ ແລະ ໄວທີສຸດ ດ້ວຍ ຢູມັນນີ. ປັດຈຸບັນ, ຢູມັນນີ ໄດ້ກາຍເປັນ ຊ່ອງທາງ ໜຶ່ງແກ່ປະຊາຊົນໃນ ຂອບ ເຂດແຂວງ ເພື່ອນໍາໃຊ້ໃນການ ຊໍາລະ, ການໂອນເງິນ-ຖອນເງິນ ສົດອອກ ແລະ ມີຄາຊໍາລະຄ່າບໍລິ ການດ້ານໂທລະຄົມຕ່າງໆ ເຮັດໃຫ້ ມີຄວາສະດວກ ໃຫ້ແກ່ລູກຄ້າປະຊາ ຊົນທົ່ວໄປ ທີ່ອາໄສຢູ່ທຸກຂົງເຂດ ທົ່ວປະເທດລາວ ສາມາດເຂົ້າເຖິງ ທະນາຄານແບບ ດີຈິຕອນ ໄດ້ຢ່າງ ງ່າຍດາຍທີ່ສຸດ. ການຮ່ວມມືໃນຄັ້ງນີ້, ຖືເປັນອີກ ໜຶ່ງຍຸດທະສາດໃນການພັດທະນາ ຂອງ ບໍລິສັດ ສະຕາຟິນ ເທັກ ຈຳກັດ ຜູ້ດຽວ ເພື່ອຕອບສະໜອງຄວາມ ຕ້ອງການຂອງລູກຄ້ານັບມື້ນັບເພີ່ມ ຂຶ້ນ ແລະ ຍັງຈະສືບຕໍ່ຄົ້ນຄວ້າການ ຮ່ວມ ມືອື່ນໆ ທີ່ເປັນປະໂຫຍດໃຫ້ ແກ່ສັງຄົມໃນອະນາຄົດ ເພື່ອເປັນ ສ່ວນໜຶ່ງໃນການສົ່ງເສີມການພັດ ທະນາດ້ານການເງິນ-ການທະນາ ຄານ, ກະເປົາເງິນ ອີເລັກໂຕຣນິກ ເທິງມືຖື ໃຫ້ນັບມື້ນັບດີຂຶ້ນເລື້ອຍໆ ໂດຍຄໍານຶງເຖິງຄວາມຕ້ອງການ ຂອງລູກຄ້າ ບົນພື້ນຖານຄວາມຮັບ ຜິດຊອບສູງຕໍ່ສັງຄົມ ເພື່ອໃຫ້ລູກ ຄ້ານັ້ນກໍຄືສັງຄົມໄດ້ຮັບຄວາມສະ ດວກປອດໄພ, ວ່ອງໄວ ເເລະ ຜົນ ປະໂຫຍດສູງສຸດ. ການຜະລິດກະສິກຳພາຍໃນ ສປປ ລາວ ເພື່ອຮັບໃຊ້ພາຍໃນ ແລະ ສົ່ງ ຂາຍໄປຍັງຕະຫລາດສາກົນ, ສິ່ງ ສຳຄັນແມ່ນຈະສົ່ງເສີມໃຫ້ປະຊາ ຊົນສາມາດປູກພືດເປັນສິນຄ້າໃຫ້ ຫລາຍຂຶ້ນ, ສ້າງ ລາຍຮັບເຂົ້າຄອບ ຄົວ, ສ້າງວຽກເຮັດງານທຳໃຫ້ ແກ່ປະຊາຊົນລາວ ໃນຂອບເຂດ ທົ່ວປະເທດ ແລະ ເປັນການປະຕິບັດ ນະໂຍບາຍການລຶບລ້າງຄວາມທຸກ ຍາກຂອງປະຊາຊົນເທື່ອລະກ້າວ, ທັງເປັນການສ້າງລາຍຮັບເຂົ້າງົບ ປະມານ ແຫ່ງລັດ ຕື່ມອີກ. ນອກຈາກນີ້, ການສ້າງຕັ້ງບໍລິ ສັດ ລັດລວມສູນຜະລິດຕະພັນສິນ ຄ້າກະສິກຳລາວ ແລະ ຂົນສົ່ງສາ ກົນ ຍັງເປັນການດຶງດູດເອົານັກລົງ ທຶນຈາກຕ່າງປະເທດ ໂດຍສະເພາະ ຈາກ ສປ ຈີນ ມາລົງທຶນຢູ່ ສປປ ລາວ; ສ້າງສູນລວມຜະລິດຕະພັນ ສິນຄ້າກະສິກໍາລາວ, ສ້າງເປັນລະ ບົບສາງຕາມມາດຕະຖານສາກົນ ລວມສູນ ຢູ່ນະຄອນຫລວງວຽງຈັນ, ບັນດາແຂວງ ແລະ ຢູ່ບັນດາເມືອງ ໃນຂອບເຂດທົ່ວປະເທດ.ຄຽງຄູ່ ກັນນີ້, ບໍລິສັດ ຍັງຮັບເກັບຊື້ຜູ້ຜະລິດ ກະສິກໍາຂອງປະຊາຊົນອີກດ້ວຍ. ຂ່າວ-ພາບ: ກະຊວງການເງິນ ໃນວັນທີ 28 ມິຖຸນາ 2023 ໂດຍ ການຮ່ວມລົງນາມ ລະຫວ່າງທ່ານ ສອນເພັດ ອິນທະວົງ ຫົວໜ້າກົມ ປະຕິຮູບລັດວິສາຫະກິດ ແລະ ການ ປະກັນໄພ ກະຊວງການເງິນ ແລະ

RkJQdWJsaXNoZXIy MTc3MTYxMQ==