lkmk]tot]fa xt-kmxy tw8 xt-k-oq ]k; \oA pon K @ 0kj ; c]t gsfdko 03/07/2023 xtgmf]k; ລັດຖະບານ ກຳນົດ...ປົກປ້ອງ ປະທານປະເທດ ຕ້ອນຮັບ... ປະທານສະພາແຫ່ງຊາດ... ຄົ້ນຄວ້າຮ່າງສົນທິສັນຍາ... ຫາລືວຽກສຳຫລວດ... ຂປລ. ຕອນເຊົ້າຂອງວັນທີ 30 ມິຖຸນາ 2023, ທີ່ທໍານຽບປະທານ ປະເທດ, ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຍື່ນສານຕາ ຕັ້ງຈາກທູດ 5 ປະເທດ ເພື່ອດໍາລົງ ຕໍາແໜ່ງເປັນເອກອັກຄະລັດຖະ ທູດວິສາມັນຜູ້ມີອໍານາດເຕັມປະຈໍາ ສປປ ລາວ ເຊິ່ງປະກອບມີທ່ານ ນາງ ຟຣໍເຣັນ ເບີກີ້ ອາກໍນໍ (Florence Buerki Akonor) ເອກອັກ ຄະລັດຖະທູດ ແຫ່ງ ສາທາລະນະ ລັດ ການາ ປະຈໍາ ສປປ ລາວ ໂດຍ ມີສໍານັກງານຕັ້ງຢູ່ກົວລາລຳເປີ, ມາ ເລເຊຍ, ທ່ານ ນາງ ເບັດຕີ້ໂອເຢ ລາບີກົບ (Betty Oyella Bigombe) ເອກອັກຄະລັດຖະທູດ ແຫ່ງສາທາລະນະລັດ ອູການດາ ປະ ຈໍາ ສປປ ລາວ ມີສໍານັກງານຕັ້ງ ຢູ່ ກົວລາລຳເປີ, ມາເລເຊຍ, ທ່ານ ອາວ ກູສ ໂຕໂມເຣຢີ ຊາລກາໂດ (Augusto Morelli Salgado) ເອກອັກຄະລັດຖະທູດ ແຫ່ງ ສາທາ ລະນະລັດ ເປຣູ ປະຈໍາ ສປປ ລາວ, ມີສໍານັກງານຕັ້ງຢູ່ ຮ່າໂນ້ຍ ສສ ຫວຽດນາມ, ທ່ານ ຈາໂຣສລາຟ ໂອກທ (Jaroslav Auxt)ເອກອັກ ຄະລັດຖະທູດ ແຫ່ງ ສາທາລະນະລັດ ສະໂລວັກ ປະຈໍາ ສປປ ລາວ ມີສໍາ ນັກງານຕັ້ງຢູ່ ບາງກອກ, ລາຊະອາ ນາຈັກໄທ ແລະ ທ່ານກາຣາບີໂຕ ເຊກູຣາ ບຣີອູນນີ (Briunny GARABITO SEGURA) ເອກອັກ ຄະລັດຖະທູດ ແຫ່ງ ສາທາລະນະ ລັດ ໂດມີນີກັນ ປະຈຳ ສປປ ລາວ ເຊິ່ງມີສໍານັກງານຕັ້ງຢູ່ ປັກກິ່ງ ສປ ຈີນ. ໂອກາດນີ້, ທ່ານປະທານປະເທດ ທອງລຸນ ສີສຸລິດ ໄດ້ສະແດງຄວາມ ຍິນດີຕ້ອນຮັບ ແລະ ຊົມເຊີຍບັນດາ ທ່ານເອກອັກຄະລັດຖະທູດທີ່ໄດ້ຖືກ ແຕ່ງຕັ້ງໃຫ້ມາດຳລົງຕຳແໜ່ງ ເປັນເອກອັກຄະລັດຖະທູດວິສາມັນ ຜູ້ມີອຳນາດເຕັມຄົນໃໝ່ ປະຈໍາ ສປປ ລາວ ໃນຄັ້ງນີ້, ພ້ອມທັງສະແດງ ຄວາມຫວັງວ່າໃນໄລຍະທີ່ດຳລົງ ຕຳແໜ່ງເປັນເອກອັກຄະລັດຖະທູດ ປະຈຳ ສປປ ລາວ, ບັນດາທ່ານທູດ ຈະເປັນຂົວຕໍ່ປະສານງານ ເພື່ອເສີມ ຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີ ໃຫ້ນັບມື້ ແຕກດອກອອກຜົນຍິ່ງໆຂຶ້ນໃນອະ ນາຄົດ ເຊິ່ງລັດຖະບານ ແລະ ພາກ ສ່ວນກ່ຽວຂ້ອງຕ່າງໆຂອງລາວ ພ້ອມທີ່ຈະໃຫ້ການຮ່ວມມື, ສະໜັບ ສະໜູນ ແລະ ອໍານວຍຄວາມສະ ດວກ ເພື່ອໃຫ້ບັນດາທ່ານສາມາດ ເຮັດສໍາເລັດໜ້າທີ່ທີ່ໄດ້ຮັບມອບ ໝາຍຢ່າງຈົບງາມ. ພ້ອມນີ້, ກໍໄດ້ສະ ເໜີໃຫ້ບັນດາທ່ານເອກອັກຄະລັດ ຖະທູດ ຈົ່ງສືບຕໍ່ຊຸກຍູ້ໃຫ້ມີການແລກ ປ່ຽນການຢ້ຽມຢຽມເຊິ່ງກັນ ແລະ ກັນ ລະຫວ່າງບັນດາການນຳຂັ້ນ ສູງຈົນເຖິງການໄປມາຫາສູ່ກັນລະ ຫວ່າງປະຊາຊົນດ້ວຍກັນໃຫ້ຫລາຍ ຂຶ້ນ, ທັງນີ້ ກໍເພື່ອເປັນພື້ນຖານ ແລະ ສົ່ງເສີມການຮ່ວມມືດ້ານເສດຖະ ກິດ, ການຄ້າ ແລະ ການລົງທຶນນຳ ກັນ ຫລື ໃນຂະແໜງການຮ່ວມມື ດ້ານຕ່າງໆ ທີ່ສອງຝ່າຍມີທ່າແຮງ ແລະ ມີຄວາມສົນໃຈຮ່ວມກັນ . ໃນໂອກາດດຽວກັນ, ທ່ານປະ ທານປະເທດຍັງໄດ້ສະແດງຄວາມ ຂອບໃຈຕໍ່ການຮ່ວມມື, ສະໜັບສະ ໜູນ ແລະ ຊ່ວຍເຫລືອຂອງບັນດາ ປະເທດເພື່ອນມິດຕໍ່ ສປປ ລາວ ໃນ ໄລຍະຜ່ານມາ ເຊິ່ງໄດ້ປະກອບສ່ວນ ສຳຄັນເຂົ້າໃນການພັດທະນາເສດ ຖະກິດ-ສັງຄົມຂອງ ສປປ ລາວ. ພ້ອມນີ້, ກໍໄດ້ແຈ້ງໃຫ້ຊາບວ່າ ສປປ ລາວ ກໍາລັງກະກຽມຈະເປັນປະທານ ອາຊຽນ ໃນປີ 2024 ແລະ ຫວັງ ຢ່າງຍິ່ງວ່າ ຈະໄດ້ຮັບການສະໜັບ ສະໜູນຊ່ວຍເຫລືອ ແລະ ການຮ່ວມ ມື ຈາກບັນດາທູດທັງໝົດ ເພື່ອເຮັດ ໃຫ້ການເປັນປະທານອາຊຽນ ໃນ ຄັ້ງນີ້ປະສົບຜົນສໍາເລັດຢ່າງຈົບ ງາມ ແລະ ຕອນທ້າຍ, ທ່ານກໍໄດ້ຝາກ ຄວາມຢື້ຢາມຖາມຂ່າວອັນອົບອຸ່ນ ແລະ ຄໍາອວຍພອນໄຊອັນປະເສີດໄປ ຍັງບັນດາຜູ້ນຳທັງ 5 ປະເທດ ແລະ ຖືໂອກາດນີ້ ເຊື້ອເຊີນມາຢ້ຽມຢາມ ສປປ ລາວ ໃນເວລາທີ່ສະດວກ, ອວຍ ພອນໃຫ້ບັນດາທ່ານທູດຈົ່ງປະສົບ ຜົນສຳເລັດໃນການປະຕິບັດໜ້າທີ່ ການທູດຢູ່ ສປປ ລາວ ໃນຄັ້ງນີ້. ໃນຂະນະດຽວກັນ, ບັນດາທ່ານ ເອກອັກຄະລັດຖະທູດ ກໍໄດ້ສະແດງ ຄວາມຂອບໃຈຕໍ່ຄໍາເວົ້າອັນຈົບ ງາມຂອງທ່ານປະທານປະເທດ ແຫ່ງ ສປປ ລາວ ແລະ ການຕ້ອນຮັບ ອັນອົບອຸ່ນ ໃນໂອກາດມາປະຕິບັດ ໜ້າທີ່ຢູ່ ສປປ ລາວ, ພ້ອມທັງ ສະແດງ ຄວາມຍິນດີທີ່ຈະສືບຕໍ່ຊຸກຍູ້, ສົ່ງ ເສີມສາຍພົວພັນມິດຕະພາບອັນ ດີງາມ ແລະ ການຮ່ວມມືຢ່າງມີໝາກ ຜົນ ລະຫວ່າງປະເທດຂອງຕົນກັບ ສປປ ລາວ ໃຫ້ນັບມື້ນັບໄດ້ຮັບການ ເສີມຂະຫຍາຍ ແລະ ແຕກດອກ ອອກຜົນຍິ່ງໆຂຶ້ນໃນອະນາຄົດ. ຂ່າວ: ວຽງສະຫວັນ ໃນໂອກາດວັນລັດຖະສະພາໂລກ ແລະ ວັນສ້າງຕັ້ງສະຫະພັນລັດ ຖະສະພາສາກົນ (IPU) ຄົບຮອບ 134 ປີ ໃນນາມປະທານສະພາ ແຫ່ງຊາດ ແລະ ປະທານຄະນະສະ ຫະພັນລັດຖະສະພາສາກົນຂອງ ສປປ ລາວ, ຂ້າພະເຈົ້າ ຂໍສົ່ງຄວາມ ຊົມເຊີຍ ແລະ ພອນໄຊອັນປະເສີດ ໄປຍັງບັນດາການນຳ, ສະມາຊິກ ລັດຖະສະພາປະເທດສະມາຊິກໄອ ພີຢູ ທຸກທົ່ວໜ້າ ແລະ ບັນດາສະມາ ຊິກສະພາແຫ່ງຊາດ ຊຸດທີ IX ຂອງ ສປປ ລາວ ຢ່າງສຸດອົກສຸດໃຈ. ສະຫະພັນລັດຖະສະພາສາກົນ ຫລື IPU ແມ່ນອົງການລັດຖະສະ ພາລະດັບໂລກ ມີສະມາຊິກທັງໝົດ 178 ປະເທດ ແລະ ມີອົງການຈັດ ຕັ້ງສາກົນ ເປັນພາຄີ 14 ອົງການ ໂດຍມີຈຸດປະສົງ ເພື່ອສ້າງເປັນເວທີ ສົ່ງເສີມການຕິດຕໍ່ພົວພັນ, ການປະ ສານງານ ແລະ ການແລກປ່ຽນປະ ສົບການລະຫວ່າງລັດຖະສະພາ ແລະ ສະມາຊິກລັດຖະສະພາບັນດາ ປະເທດໃນໂລກ; ພິຈາລະນາບັນ ຫາສໍາຄັນຂອງໂລກ, ສົ່ງເສີມການ ປົກຄອງດ້ວຍລະບຽບກົດໝາຍ, ສົ່ງເສີມບົດບາດຍິງ-ຊາຍ ແລະ ຊາວໜຸ່ມ, ສົ່ງເສີມສັນຕິພາບ, ມິດຕະ ພາບ ແລະ ການຮ່ວມມື ເພື່ອການ ພັດທະນາແບບຍືນຍົງ ຢູ່ໃນບັນດາ ປະເທດສະມາຊິກໄອພີຢູ. ນັບແຕ່ໄດ້ເຂົ້າເປັນສະມາຊິກ ສະຫະພັນລັດຖະສະພາສາກົນ ໃນ ວັນທີ 4 ເມສາ 1990 ເປັນຕົ້ນມາ, ສະພາແຫ່ງຊາດລາວ ໄດ້ຕັ້ງໜ້າ ເຂົ້າຮ່ວມເຄື່ອນໄຫວຢ່າງຫ້າວຫັນ ໃນກອງປະຊຸມໃຫຍ່ ແລະ ກອງປະ ຊຸມລະດັບຕ່າງໆຂອງສະຫະພັນ ລັດຖະສະພາສາກົນ ເຊິ່ງເປັນການ ເຜີຍແຜ່ແນວທາງນະໂຍບາຍຂອງ ພັກ-ລັດຖະບານ ສປປ ລາວ ທັງ ເປັນການປະກອບສ່ວນອັນສຳຄັນ ເຂົ້າໃນການສົ່ງເສີມສັນຕິພາບ, ສະ ຖຽນລະພາບ ແລະ ຄວາມໝັ້ນຄົງ ໃນພາກພື້ນ ແລະ ໃນໂລກ. ເປັນທີ່ຮູ້ກັນດີວ່າໃນກອງປະຊຸມ ສະຫະພັນລັດຖະສະພາສາກົນ ຄັ້ງ ທີ 129 ແລະ ກອງປະຊຸມສະມັດຊາ ໃຫຍ່ສະຫະປະຊາຊາດໃນປີ 2018 ໄດ້ມີການຮັບຮອງເອົາມະຕິທີ່ໄດ້ ກຳນົດເອົາວັນທີ 30 ມິຖຸນາ ຂອງ ທຸກໆປີ ເປັນວັນລັດຖະສະພາໂລກ ຂອງທຸກປະເທດສະມາຊິກສະຫະ ພັນລັດຖະສະພາສາກົນ ເພື່ອລະນຶກ ແລະ ທົບທວນຄືນການປະຕິບັດໜ້າ ທີ່ໃນຖານະເປັນອົງການນິຕິບັນ ຍັດ, ອົງການຕົວແທນແຫ່ງສິດ ແລະ ຜົນປະໂຫຍດ, ຄວາມມຸ່ງມາດ ປາຖະໜາຂອງປະຊາຊົນ, ການປະ ກອບສ່ວນເຂົ້າໃນການສົ່ງເສີມສັນ ຕິພາບ, ສະຖຽນລະພາບ, ຄວາມ ໝັ້ນຄົງ ແລະ ການຮ່ວມມືເພື່ອການ ພັດທະນາແບບຍືນຍົງ ໃນທົ່ວໂລກ. ການສະເຫລີມສະຫລອງວັນ ລັດຖະສະພາໂລກປີນີ້ຈັດຂຶ້ນພາຍ ໃຕ້ຄຳຂວັນ “ລັດຖະສະພາເພື່ອ ໂລກ-Parliaments for the Planet” ເຊິ່ງເປັນຫົວຂໍ້ ທີ່ມີຄວາມ ໝາຍສໍາຄັນ ແລະ ສອດຄ່ອງກັບ ສະພາບການທີ່ໂລກຂອງພວກເຮົາ ກໍາລັງຜະເຊີນຢູ່ ເຊັ່ນ: ບັນຫາໂລກ ລະບາດ, ໄພພິບັດທາງທໍາມະຊາດ, ໄພອຶດຫິວ, ໄພເງິນເຟີ້, ບັນຫາພະ ລັງງານ, ການຂວໍ້າບາດທາງດ້ານ ເສດຖະກິດ ແລະ ຄວາມຂັດແຍ່ງ ດ້ານການທະຫານໃນຫລາຍພາກ ພື້ນຂອງໂລກ, ອັນໄດ້ສົ່ງຜົນກະທົບ ທີ່ໜັກໜ່ວງຕໍ່ການພັດທະນາເສດ ຖະກິດ-ສັງຄົມ ແລະ ຊີວິດການເປັນ ຢູ່ຂອງປະຊາຊົນ ທັງຢູ່ໃນບັນດາປະ ເທດທີ່ພັດທະນາ ແລະ ກຳລັງພັດ ທະນາລວມທັງ ສປປ ລາວ ຢ່າງ ຫລີກລ່ຽງບໍ່ໄດ້ສະມາຊິກລັດຖະສະ ພາ ແລະ ໃນນາມຕົວແທນຂອງປະ ຊາຊົນລາວບັນດາເຜົ່າໃນຖານະທີ່ ເປັນສະມາຊິກ ພ້ອມແລ້ວທີ່ຈະສືບ ຕໍ່ຮ່ວມມື ແລະ ສະໜັບສະໜູນແຜນ ດຳເນີນງານຕ່າງໆຂອງສະຫະພັນ ລັດຖະສະພາສາກົນ. ສຸດທ້າຍນີ້, ຂ້າພະເຈົ້າຂໍອວຍ ພອນແດ່ບັນດາທ່ານສະມາຊິກສະ ພາແຫ່ງຊາດ ແລະ ບັນດາແຂກຜູ້ມີ ກຽດ ຈົ່ງມີສຸຂະພາບເຂັ້ມແຂງ,ມີ ຄວາມຜາສຸກໃນຊີວິດສ່ວນຕົວ ແລະ ປະສົບຜົນສໍາເລັດໃນໜ້າທີ່ວຽກ ງານອັນມີກຽດຂອງບັນດາທ່ານ. ຂ່າວ: ທະນູທອງ, ພາບ: ອ່າຍຄຳ ຕີກະຊວງແຮງງານ ແລະ ສະ ຫວັດດີການສັງຄົມ ລາຍງານໃນ ກອງປະຊຸມສະໄໝສາມັນເທື່ອທີ 5 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 30 ມິຖຸນາ 2023 ນີ້ວ່າ: ຍຸດທະສາດການປົກປ້ອງສັງຄົມ ສາມາດແຍກເປັນ 2 ລະບົບຄື: ລະ ບົບປະກອບເງິນສົມທົບທີ່ເປັນລະ ບົບປະກັນສັງຄົມ ເຊິ່ງຜູ້ປະກອບ ເງິນສົມທົບ ແລະ ຜູ້ຢູ່ໃຕ້ການດູແລ ຂອງຜູ້ປະກອບເງິນສົມທົບຈະໄດ້ ຮັບສິດອຸດໜູນຕາມເງື່ອນໄຂທີີ່ກຳ ນົດໄວ້ໃນກ ດໝາຍ ແລະ ລະບົບບໍ່ ປະກອບເງິນສົມທົບ ທີ່ເປັນລະບົບ ສະຫວັດດີການສັງຄົມ ເຊິ່ງລັດ ແລະ ສັງຄົມ ສະໜອງຄວາມຕ້ອງການ ອັນຈຳເປັນຂັ້ນພື້ນຖານ ສຳລັບການ ດຳລົງຊີວິດໃຫ້ແກ່ກຸ່ມເປົ້າໝາຍທີ່ ທຸກຍາກ, ຜູ້ດ້ອຍໂອກາດ ແລະ ຜູ້ ປະສົບໄພພິບັດຕ່າງໆ. ສຳລັບເປົ້າໝາຍລວມ ຮອດປີ 2025, ລະບົບປົກປ້ອງສັງຄົມຈະ ໄດ້ຮັບການພັດທະນາ ໃຫ້ມີຄວາມ ເຂັ້ມແຂງ ແລະ ມີປະສິດທິພາບດີ ຂຶ້ນ ເຮັດໃຫ້ການບໍລິການປົກປ້ອງ ສັງຄົມກວມເອົາກຸ່ມເປົ້າໝາຍຢ່າງ ກວ້າງຂວາງກວ່າເກົ່າ ແລະ ມີມາດ ຕະຖານດ້ານການບໍລິການທີ່ີ່ມີຄຸນ ນະພາບດີຂຶ້ນ. ລັດຖະບານ ໄດ້ກຳ ນົດ 3 ເປົ້າໝາຍຫລັກ ເພື່ອຂະຫຍາຍ ການປົກຄຸມຕາມກຸ່ມເປົ້າໝາຍ ໃນ ການເຂົ້າເຖິງການບໍລິການປົກ ປ້ອງສັງຄົມ ໃຫ້ມີປະສິດທິຜົນເປັນ ຕົ້ນ ພັດທະນາ ແລະ ສ້າງຄວາມ ເຂັ້ມແຂງໃຫ້ລະບົບປະກັນສຸຂະ ພາບ; ພັດທະນາ ແລະ ສ້າງຄວາມ ເຂັ້ມແຂງໃຫ້ລະບົບປະກັນສັງຄົມ ແລະ ພັດທະນາສ້າງຄວາມເຂັ້ມ ແຂງ ໃຫ້ລະບົບສະຫວັດດີການສັງ ຄົມ. ພ້ອມນັ້ນ, ຍັງຈະພັດທະນາລະ ບົບນິຕິກໍາກ່ຽວກັບວຽກປະກັນສຸ ຂະພາບ ສໍາລັບທຸກຄົນ; ພັດທະນາ ລະບົບ ແລະ ສ້າງຄວາມອາດສາ ມາດໃຫ້ກັບອົງການຈັດຕັ້ງບໍລິ ຫານລະບົບປະກັນສຸຂະພາບແຫ່ງ ຊາດ ໃຫ້ມີປະສິດທິຜົນ; ພັດທະນາ ແລະ ກຳນົດມາດຕະຖານຂັ້ນພື້ນ ຖານ ສຳລັບສະຖານທີ່ໃຫ້ບໍລິການ ປິ່ນປົວສຸຂະພາບ; ຂະຫຍາຍການ ເຂົ້າເຖິງການບໍລິການປິ່ນປົວສຸຂະ ພາບຂອງປະຊາຊົນ ໃນເຂດຊົນນະ ບົດ ແລະ ຈັດສັນງົບປະມານລັດ ແລະ ການລະດົມແຫລ່ງທຶນໃຫ້ພຽງພໍ ກັບວຽກປະກັນສຸຂະພາບ. ຂະ ຫຍາຍການປົກຄຸມປະກັນສັງຄົມ ສຳລັບຜູ້ອອກແຮງງານ ໃຫ້ກວມ ເອົາກຸ່ມເປົ້າໝາຍຕ່າງໆ; ຈັດຕັ້ງປະ ຕິບັດການກວດກາ ຫົວໜ່ວຍວິສາ ຫະກິດທີ່ໄດ້ຂຶ້ນທະບຽນວິສາຫະ ກິດ; ສົ່ງເສີມການເຂົ້າຮ່ວມປະກັນ ສັງຄົມ; ຄົ້ນຄວ້າ ແລະ ວິໄຈຄະນິດ ສາດປະກັນສັງຄົມ; ປັບປຸງລະບົບ ການເກັບທຶນສົມທົບຂອງປະກັນ ສັງຄົມ, ສ້າງກົນໄກການບໍລິການ ໃນການເຂົ້າຮ່ວມລະບົບປະກັນສັງ ຄົມ ສຳລັບຜູ້ອອກແຮງງານນອກ ລະບົບຕາມກຸ່ມອາຊີບຕ່າງໆ ແລະ ການຮັບອຸດໜູນແບບເໝາະສົມ. ຈັດກິດຈະກຳ ບໍລິການອຸດໜູນ ແລະ ການສົງເຄາະເດັກແມ່ຍິງຖືພາ ແລະ ເດັກ; ການບໍລິການອຸດໜູນ ຫລື ການສົງເຄາະຜູ້ພິການ ແລະ ຜູ້ທີ່ ລອດຊີວິດຈາກອຸບັດເຫດລະເບີດ ຕົກຄ້າງ; ການບໍລິການອຸດໜູນ ຫລື ການສົງເຄາະໃຫ້ຜູ້ອາຍຸສູງ; ການ ບໍລິການສົງເຄາະໃຫ້ຜູ້ປະສົບເຄາະ ຮ້າຍ ຈາກໄພພິບັດຕ່າງໆ; ຂະຫຍາຍ ໂຄງການອາຫານ ທ່ຽງສຳລັບເດັກ ນັກຮຽນທຸກຄົນໃນໂຮງຮຽນຂັ້ນ ອະນຸບານ, ກຽມປະຖົມ, ປະຖົມ ແລະ ມັດທະຍົມຕອນຕົ້ນຂອງລັດຢູ່ບັນ ດາບ້ານ ແລະ ເມືອງທີ່ທຸກຍາກໃນ ທົ່ວປະເທດ; ເພີ່ມການສະໜອງທຶນ ການສຶກສາ ແລະ ເບ້ຍລ້ຽງອຸດໜູນ ສຳລັບນັກຮຽນມັດທະຍົມຕອນຕົ້ນ ໂດຍໃຫ້ບຸລິມະສິດກັບນັກຮຽນ ຈາກຄອບຄົວທຸກຍາກ ແລະ ດ້ອຍ ໂອກາດ; ເພີ່ມການສະໜອງງົບປະ ມານບໍລິຫານໂຮງຮຽນໃຫ້ທັນ ຕາມກຳນົດເວລາໂດຍຂະຫຍາຍ ຂອບເຂດການປົກຄຸມບັນດາໂຮງ ຮຽນລະບົບສາມັນ ໃນທົ່ວປະເທດ; ໃຫ້ການສະໜອງທຶນອາຊີວະສຶກ ສາ, ຝຶກວິຊາຊີບ ຫລື ສີມືແຮງງານ ໃຫ້ຜູ້ຢູ່ໃນໄວອອກແຮງງານທີ່ທຸກ ຍາກ ແລະ ດ້ອຍໂອກາດໃຫ້ເຂົ້າເຖິງ ການມີວຽກເຮັດທີ່ມີຄູນຄ່າ ແລະ ເປັນທຳ; ສົ່ງເສີມການຈັດຕັ້ງຮ່ວມ ມືການຜະລິດ, ສະຫະກອນ ແລະ ການບໍລິການດ້ວຍຮູບແບບຕ່າງໆ ເພື່ອການສ້າງວຽກເຮັດງານທຳທີ່ ມີຄຸນຄ່າ ແລະ ເປັນທຳ. ທ່ານ ນາງໃບຄຳ ຂັດທິຍະ ຊີ້ ໃຫ້ເຫັນວ່າ: ຍຸດທະສາດການປົກ ປ້ອງສັງຄົມແຫ່ງຊາດ ມີບົດບາດ ແລະ ຄວາມໝາຍສຳຄັນ ໃນການ ຈັດຕັ້ງຜັນຂະຫຍາຍແນວທາງນະ ໂຍບາຍຂອງພັກກ່ຽວກັບການ ສ້າງສັງຄົມສາມັກຄີປອງດອງປະ ຊາທິປະໄຕ ສີວິໄລ ແລະ ຍຸຕິທໍາທັງ ຕິດພັນກັບຍຸດທະສາດຂອງອົງ ການສະຫະປະຊາຊາດ ກ່ຽວກັບ ການບໍ່ປະຖິ້ມໃຜຢູ່ຂ້າງຫລັງ; ລະ ບົບສະຫວັດດີການສັງຄົມແມ່ນ ການແຈກຢາຍລາຍໄດ້, ແຈກຢາຍ ໝາກຜົນຂອງການພັດທະນາໄປ ສູ່ທຸກກຸ່ມເປົ້າໝາຍໃນສັງຄົມ; ຍຸດ ທະສາດການປົກປ້ອງສັງຄົມແຫ່ງ ຊາດ ໄດ້ຮັບການຄົ້ນຄວ້າປຶກສາ ຫາລືຮ່ວມກັນ ດ້ວຍຄວາມຮັບຜິດ ຊອບສູງລະຫວ່າງບັນດາຂະແໜງ ການຂອງລັດ, ອົງການຕາງໜ້າຜູ້ ອອກແຮງງານ, ອົງການຕາງໜ້າຜູ້ ໃຊ້ແຮງງານ, ອົງການເຄືອຂ່າຍສະ ຫະປະຊາຊາດ ແລະ ຄູ່ຮ່ວມພັດທະ ນາທີ່ກ່ຽວຂ້ອງຢ່າງກວ້າງຂວາງ. ສຳລັບວິໄສທັດຮອດປີ 2030, ປະຊາຊົນລາວຕາມກຸ່ມເປົ້າໝາຍ ຕ່າງໆ ຈະໄດ້ຮັບການເຂົ້າເຖິງການ ບໍລິການລະບົບປົກປ້ອງສັງຄົມ ດ້ານການປະກັນສຸຂະພາບ, ການ ປະກັນສັງຄົມ ແລະ ສະຫວັດດີການ ສັງຄົມຂັ້ນພື້ນຖານຢ່າງກວ້າງ ຂວາງ, ສະເໝີພາບ, ມີປະສິດທິພາບ ແລະ ຄວາມຍືນຍົງ. ຂ່າວ: ທະນູທອງ, ພາບ: ອ່າຍຄຳ ຈາກອົງການໄອຍະການປະຊາຊົນ ສູງສຸດ, ສານປະຊາຊົນສູງສຸດ, ບັນ ດາກະຊວງ, ສຳນັກງານທີ່ກ່ຽວ ຂ້ອງເຂົ້າຮ່ວມ. ກອງປະຊຸມໃນຄັ້ງນີ້, ໄດ້ພ້ອມ ກັນປຶກສາຫາລື ແລະ ປະກອບຄຳ ເຫັນຄົ້ນຄວ້າກ່ຽວກັບໂຄງປະກອບ ເນື້ອໃນຂອງບັນດາມາດຕາຂອງ ສົນທິສັນຍາວ່າດ້ວຍການຮ່ວມມື ລະຫວ່າງປະເທດທາງອາຍາລາວລັດເຊຍ, ລາວ-ສ ເກົາຫລີ ແລະ ສົນ ທິສັນຍາວ່າດ້ວຍການສົ່ງຜູ້ຮ້າຍ ຂ້າມແດນ ລາວ-ສ ເກົາຫລີ ແລະ ບັນຫາທີ່ໄດ້ຕັ້ງຂຶ້ນທີ່ຕ້ອງການນຳ ໄປປຶກສາຫາລືໃນກອງປະຊຸມຄັ້ງ ຕໍ່ໄປ ແລະ ນຳໄປເປັນປະເດັນເພື່ອ ເຈລະຈາກັບສະຫະພັນທະລັດ ລັດ ເຊຍ ແລະ ສາທາລະນະລັດ ເກົາຫລີ ໃນອະນາຄົດ. ສົນທິສັນຍາດັ່ງກ່າວ, ເມື່ອສ້າງ ສຳເລັດແລ້ວ ຈະເປັນພື້ນຖານສຳ ຄັນໃຫ້ແກ່ການຮ່ວມມືລະຫວ່າງ ປະເທດທາງອາຍາ, ການສົ່ງຜູ້ ຮ້າຍຂ້າມແດນລະຫວ່າງ ລາວ- ລັດເຊຍ, ລາວ-ສ ເກົາຫລີ ເພື່ອຕ້ານ ອາຊະຍາກຳຂ້າມຊາດ, ນຳເອົາຜູ້ ກະທຳຜິດມາລົງໂທດ, ເຮັດໃຫ້ສັງ ຄົມຂອງປະເທດເຮົາມີຄວາມສະ ຫງົບ ແລະ ມີຄວາມເປັນລະບຽບ ຮຽບຮ້ອຍ, ເສດຖະກິດໄດ້ຮັບການ ພັດທະນາຕໍ່ເນື່ອງກ້າວໜ້າຢ່າງ ບໍ່ຢຸດຢັ້ງ. ຂ່າວ-ພາບ: ໄອຍະການ ອາໄສຄັ້ງທີ V ປີ 2025, ທ່ານ ຄຳເຈນ ວົງໂພສີ ລັດຖະມົນຕີກະ ຊວງແຜນການ ແລະ ການລົງທຶນ (ຜທ) ພ້ອມດ້ວຍເຈົ້າແຂວງ, ຮອງ ເຈົ້າແຂວງ ແລະ ຂະແໜງການ ກ່ຽວຂ້ອງ ເຂົ້າຮ່ວມ. ກອງປະຊຸມຄັ້ງນີ້, ຈະເປັນພື້ນ ຖານໃຫ້ຄະນະຊີ້ນໍາໄດ້ປືກສາຫາລື ປະກອບຄຳເຫັນ ແລະ ແລກປ່ຽນນໍາ ກັນ ເພື່ອໃຫ້ສາມາດປັບປຸງແຜນ ດຳເນີນງານໄດ້ລະອຽດບົນພື້ນ ຖານຄວາມເປັນເອກະພາບຂອງ ທຸກພາກສ່ວນ, ພ້ອມນີ້ກອງປະຊຸມ ຈະໄດ້ພິຈາລະນາຮັບຮອງຂໍ້ຕົກ ລົງຂອງຄະນະຊີ້ນຳຂັ້ນແຂວງ, ຂໍ້ ຕົກລົງວ່າດ້ວຍການແບ່ງຄວາມ ຮັບຜິດຊອບຂອງຄະນະຊີ້ນໍາ,ແຜນ ດໍາເນີນການສໍາຫລວດ, ເຄື່ອງໝາຍ ການສໍາຫລວດ ແລະ ກາຈໍ້າ, ຄຳ ຂວັນປຸກລະດົມການສໍາຫລວດ ພົນລະເມືອງ ແລະ ທີ່ຢູ່ອາໄສລະດັບ ຊາດຄັ້ງທີ V ປີ 2025, ຮັບຟັງລາຍ ງານການກະກຽມ ແລະ ຄວາມຄືບ ໜ້າໃນການຈັດຕັ້ງປະຕິບັດການ ສຳຫລວດພົນລະເມືອງ ແລະ ທີ່ ພັກອາໄສທົ່ວປະເທດຄັ້ງທີ V ປີ 2025, ປຶກສາຫາລືສ້າງຄວາມ ເປັນເອກະພາບຕໍ່ກັບການແບ່ງ ຄວາມຮັບຜິດຊອບຂອງຄະນະຊີ້ນຳ ການສຳຫລວດພົນລະເມືອງ ແລະ ທີ່ພັກອາໄສ ໃນແຕ່ລະຂັ້ນ, ປຶກສາ ຫາລືກ່ຽວກັບແຜນການສຳຫລວດ ພົນລະເມືອງ ແລະ ທີ່ຢູ່ອາໄສທົ່ວ ປະເທດຄັ້ງທີ V ປີ 2025 ແລະ ປຶກ ສາຫາລືບາງວຽກງານລະອຽດຈຳ ນວນໜຶ່ງ. ທ່ານ ກິແກ້ວ ໄຂຄຳພິທູນ ໄດ້ ໃຫ້ຮູ້ວ່າ: ວຽກສຳຫລວດພົນລະ ເມືອງ ແລະ ທີ່ພັກອາໄສ ໄດ້ຈັດຕັ້ງ ປະຕິບັດຢູ່ໃນທຸກໆ 10 ປີ ເພື່ອເກັບ ກຳສະຖິຕິພົນລະເມືອງລາວ ແລະ ຕ່າງປະເທດທີ່ດຳລົງຊີວິດຢູ່ລາວ, ທັງເກັບກໍາສະພາບການຂະຫຍາຍ ຕົວຂອງພົນລະເມືອງ, ເກັບກຳສະ ພາບການທີ່ຢູ່ອາໄສຂອງພົນລະ ເມືອງ, ເກັບກໍາຂໍ້ມູນພື້ນຖານຂອງ ພົນລະເມືອງລາວກ່ຽວກັບການ ສຶກສາ, ສາທາລະນະສຸກ, ຄຸນລັກ ສະນະທີ່ຢູ່ອາໄສ, ການດຳລົງຊີວິດ ແລະ ສະພາບການຍົກຍ້າຍຂອງ ພົນລະເມືອງ, ເກັບກໍາສະພາບກຳ ລັງແຮງງານ ແລະ ສະພາບການມີ ວຽກເຮັດງານທຳ, ສ້າງຖານຂໍ້ມູນ ໃຫ້ແກ່ການຄາດຄະເນພົນລະເມືອງ ໃນການຂຶ້ນສຳມະນໂນຄົວ ແລະ ຂຶ້ນທະບຽນພົນລະເມືອງ, ສ້າງ ແລະ ປັບປຸງລະບົບຂໍ້ມູນຂ່າວສານສະ ຖິຕິດ້ານຕ່າງໆ ໃຫ້ມີຄວາມຄົບຖ້ວນ ສົມບູນຍິ່ງຂຶ້ນໃຫ້ທຽບທັນກັບ ພາກພື້ນ ແລະ ສາກົນ, ສໍາຫລວດຂໍ້ ມູນທາງດ້ານເສດຖະກິດ ແລະ ສະ ພາບທ່າອ່ຽງໃນດ້ານອື່ນໆ. ປັດຈຸບັນ, ສະພາບການຂອງ ໂລກ ແລະ ພາກພື້ນໄດ້ມີການຜັນແປ ໄປຢ່າງສັບສົນ ຊຶ່ງຄາດຄະເນໄດ້ ຍາກ ຕິດພັນກັບສະພາບການທົດ ຖອຍຂອງເສດຖະກິດໂລກ ຊຶ່ງເປັນ ສິ່ງທ້າທາຍ ແລະ ສົ່ງຜົນກະທົບ ຕໍ່ກັບສະພາບເສດຖະກິດ-ສັງຄົມ ຂອງປະເທດ ໂດຍສະເພາະແມ່ນ ການທີ່ຈະບັນລຸຄາດໝາຍແຜນ ພັດທະນາເສດຖະກິດ-ສັງຄົມແຫ່ງ ຊາດ ຄັ້ງທີ IX, ສອງວາລະແຫ່ງ ຊາດ ແລະ ເປົ້າໝາຍການພັດທະ ນາແບບຍືນຍົງ (SDGs) 2030, ການສໍາຫລວດພົນລະເມືອງ ແລະ ທີ່ ຢູ່ອາໄສທົ່ວປະເທດຈະເປັນແຫລ່ງ ຂໍ້ມູນທີ່ສໍາຄັນ ເພື່ອຢັ້ງຢືນຜົນສຳ ເລັດໃນການຈັດຕັ້ງປະຕິບັດບັນ ດາຄາດໝາຍດັ່ງກ່າວ. ໃນນີ້, ຈະສາ ມາດຮູ້ໄດ້ຂະໜາດຂອງພົນລະ ເມືອງໃນປີ 2025 ມີຈຳນວນເທົ່າ ໃດ (ປັດຈຸບັນອີງຕາມການຄາດຄະ ເນປີ 2023 ແມ່ນ 7,5 ລ້ານຄົນ), ສະພາບການເຄື່ອນຍ້າຍຂອງພົນ ລະເມືອງ, ອັດຕາການຂະຫຍາຍຕົວ ຂອງພົນລະເມືອງຕໍ່ປີ, ການປ່ຽນ ແປງທາງໂຄງປະກອບທາງເພດ ແລະ ອາຍຸ, ກໍາລັງແຮງງານຕາມ ເກນອາຍຸ, ການເກີດ, ການເສຍຊີ ວິດ, ຄວາມພິການ ແລະ ຂໍ້ມູນທີ່ສໍາ ຄັນອື່ນໆ ຊຶ່ງຂໍ້ມູນເຫລົ່ານີ້ມີປະ ໂຫຍດຫລວງຫລາຍສາມາດນຳ ໃຊ້ເຂົ້າໃນການກຳນົດນະໂຍບາຍ, ວາງແຜນ ແລະ ຄຸ້ມຄອງດ້ານພົນ ລະເມືອງ, ດ້ານເສດຖະກິດ-ສັງຄົມ ລວມທັງດ້ານຄວາມໝັ້ນຄົງຂອງ ປະເທດ, ເປັນຂໍ້ມູນພື້ນຖານໃນການ ຄາດຄະເນປະຊາກອນ ໃນຊຸມປີຕໍ່ ໜ້າ, ການສໍາຫລວດຄັ້ງນີ້ຈະໄດ້ນໍາ ໃຊ້ເຄື່ອງມືທັນສະໄໝໂດຍສະເພາະ ແມ່ນພາບຖ່າຍທາງດາວທຽມ ເພື່ອ ສ້າງແຜນທີ່ເຂດສໍາຫລວດ, ມີ ຖານຂໍ້ມູນກ່ຽວກັບຈຸດທີ່ຕັ້ງຂອງ ໂຄງສ້າງທີ່ພັກອາໄສ, ຄົວເຮືອນ ແລະ ສາມາດເຜີຍແຜ່ຂໍ້ມູນດ້ວຍຮູບ ແບບແຜນ ແລະ ເຕັກນິກເຕັກໂນ ໂລຊີອື່ນໆ. ຂ່າວ: ສຸກສະຫວັດ
RkJQdWJsaXNoZXIy MTc3MTYxMQ==