07 xtgmf]k; gsfdko{dkorfaa mtok 30/06/2023 g,nv';P'7e me]kpg7njv']jklafoEF lafxjk c]t ;af45[+4nd8hv'8k,dqf\kp mk[mk,7egsao .ljIjk'xB,76j,n dkolerkf c]t 7e.shdkoz6hg0QkIj;,7tfu7hk,to5f cdjomhk; Ia[2a'7ecotoe dkogxuf0t[;odko c0j'0ao Iad-kf c]t rafmtokw]pt.\j lt,k7q,oadm5]tdyf|5j, c0;'7e,j;o lts]5[dkoxt8y[af;Pd'kow]pt 2022-2023 ຂປລ. ກອງປະຊຸມທາບທາມ ຄຳເຫັນ ໃສ່ຮ່າງປື້ມຄູ່ມືວ່າດ້ວຍ ການສໍາພາດ ແລະ ການເອົາຄໍາໃຫ້ ການຜູ້ເຂົ້າຮ່ວມຄະດີຄ້າມະນຸດ ເປັນ ຕົ້ນຜູ້ ຖືກເຄາະຮ້າຍ, ພະຍານ ແລະ ການຕິດຕາມກວດກາ ຂອງອົງການ ໄອຍະການປະຊາຊົນ ຈັດຂຶ້ນໃນ ວັນທີ 27 ມິຖຸນາ 2023 ທີ່ແຂວງ ສະຫວັນນະເຂດ ໂດຍການເປັນ ປະທານຂອງ ທ່ານ ວິລະສິ ສິງ ກາວົງໄຊ ຫົວໜ້າສະຖາບັນຄົ້ນ ຄວ້າ ແລະ ຝຶກອົບຮົບໄອຍະການ ອົງການໄອຍະການປະຊາຊົນສູງ ສຸດ, ຄະນະຮັບຜິດຊອບຂຽນປື້ມຄູ່ ມືດັ່ງກ່າວເຂົ້າຮ່ວມ. ກອງປະຊຸມຄັ້ງນີ້ ກໍເພື່ອປະກອບ ຄວາມຄິດຄວາມເຫັນ ແລະ ອະ ທິບາຍກ່ຽວກັບການສຳພາດ, ການ ເອົາຄໍາໃຫ້ການຜູ້ຖືກເຄາະຮ້າຍ ແລະພະຍານ ໃນຄະດີຄ້າມະນຸດ ໂດຍ ພະນັກງານໄອຍະການປະຊາຊົນ, ຂໍ້ມູນຫລັກຖານ ທີ່ໄດ້ມາຈາກການ ຂປລ. ແຫລ່ງຂ່າວຈາກ ແຂວງ ຄຳມ່ວນ ໃຫ້ຮູ້ວ່າ: ສະມາຄົມນັກທຸລະ ກິດໜຸ່ມ (ສທໜ) ແຂວງຄຳມ່ວນ ສະຫລຸບຜົນງານການເຄື່ອນໄຫວ ວຽກງານ ປີ 2022-2023 ແລະ ປະ ກາດການຈັດຕັ້ງຄະນະບໍລິຫານ ງານສທໜໃນວັນທີ27ມີຖຸນາ2023 ໂດຍການເຂົ້າຮ່ວມຂອງທ່ານ ວັນ ໄຊ ພອງສະຫວັນ ເຈົ້າແຂວງຄຳ ມ່ວນ, ມີບັນດາສ ະຫ າຍໃນຄະນະບໍລິ ຫານງານຊາວໜຸ່ມແຂວງ, ຄະນະ ບໍລິ ຫ ານງ ານສະມ າຄົ ມນັ ກທຸ ລ ະກິ ດ ໜຸ່ມ ແລະ ຂະແໜງການກ່ຽວຂ້ອງ ເຂົ້າຮ່ວມ. ທ່ານ ນາງ ສີພັນດອນ ຫລວງ ຄຳທີ ຄະນະບໍລິຫານງານ ສທໜ ແຂວງ ໄດ້ສະຫລຸບການເຄື່ອນໄຫວ ວຽກງານແຕ່ປີ 2022-2023 ແລະ ທິດທາງແຜນການເຄື່ອນໄຫວປີ 2023-2024 ໂດຍໄດ້ຍົກໃຫ້ເຫັນ ຜົນງານການເຄື່ອນໄຫວວຽກງານ ໃນຜ່ານມາ, ຕະຫລອດເຖິງດ້ານ ອ່ອນ ແລະ ຂໍ້ຄົງຄ້າງທີ່ຈະຕ້ອງໄດ້ ສືບຕໍ່ແກ້ໄຂ. ຄະນະບໍລິຫານງານ ສທໜ ແຂວງຄໍາມ່ວນ ສະໄໝທີ III ປະກອບມີ 29 ທ່ານ, ຍິງ 9 ທ່ານ, ຕະຫລອດໄລຍະຜ່ານມາ ສທໜ ໄດ້ເອົາໃຈໃສ່ປະຕິບັດຕາມພາລະ ບົດບາດ, ສິດ ແລະ ໜ້າທີ່ ຂອງຕົນໃນ ການປຸກລະດົມເຕົ້າໂຮມ ແລະ ສຶກ ສາອົບຮົມບັນດາຊາວໜຸ່ມທີ່ປະ ກອບອາຊີບທຸລະກິດຢູ່ພາຍໃນ ແຂວງຄຳມ່ວນ ໃຫ້ມີຄວາມສາມັກຄີ ເພື່ອປະຕິບັດແນວທາງນະໂຍບາຍ ຂອງພັກ ແລະ ລະບຽບກົດໝາຍ ຂອງລັດ, ເອົາໃຈໃສ່ປັບປຸງການຈັດ ຕັ້ງ, ແບບແຜນວິທີເຮັດວຽກ, ແບບ ແຜນນໍາພາໃຫ້ມີຄວາມສອດຄ່ອງ, ດ້ານວຽກຂະບວນການ ແລະ ການ ປະກອບສ່ວນຊ່ວຍເຫລືອທາງສັງ ຄົມ, ອົງການຈັດຕັ້ງພັກ-ລັດ ບໍ່ວ່າ ຈະເປັນດ້ານວັດຖຸ, ອຸປະກອນ, ງົບ ປະມານ. ສິ່ງທີ່ພົ້ນເດັ່ນແມ່ນການ ປະກອບສ່ວນເຂົ້າໃນຂະບວນການ ກໍ່ສ້າງເສັ້ນທາງປູເບຕົງເສີມເຫລັກ ຜ່ານພູຊ້າງນ້ອຍ (ບ້ານຕາດ) ເມືອງ ຍົມມະລາດ, ປະກອບສ່ວນຊຸກຍູ້ ກອງປະຊຸມພິທີການ, ງານປະເພນີ, ພິທີສໍາຄັນຕ່າງໆ, ຊຸກຍູ້ຊ່ວຍເຫລືອ ສັງຄົມ, ຄອບຄົວທຸກຍາກ, ຜູ້ທີ່ໄດ້ຮັບ ຂປລ. ແຫລ່ງຂ່າວຈາກ ແຂວງ ວຽງຈັນ ໃຫ້ຮູ້ວ່າ: ກອງບັນຊາການ ປກສ ເມືອງວຽງຄໍາ ແຂວງວຽງຈັນ ຈັດພິທີທໍາລາຍເຄື່ອງລ່າສັດນໍ້າສັດປ່າ ແລະ ວັດຖຸທີ່ບໍ່ຖືກຕ້ອງ ຕາມ ກົດໝາຍ ໃນວັນທີ 27 ມິຖຸນາ 2023 ໂດຍການເປັນປະທານຂອງທ່ານ ພອນແກ້ວ ຂຸນພົນ ເຈົ້າເມືອງວຽງ ຄໍາ ປະທານປ້ອງກັນຊາດປ້ອງກັນ ຄວາມສະຫງົບ ເມືອງວຽງຄໍາ, ທ່ານ ຄໍາໝັ້ນ ແສນບຸດດີ ຄະນະພັກຮາກ ຖານຫົວໜ້າກອງບັນຊາການປກສ ເມືອງວຽງຄໍາ ພ້ອມດ້ວຍພະນັກງານ ປກສ ເມືອງວຽງຄໍາ ແລະ ນາຍບ້ານ 17 ບ້ານ ທົ່ວເມືອງເຂົ້າຮ່ວມ. ໃນພິທີ ທ່ານ ນວນດໍາ ໄຊຍະລາດ ຮອງຫົວໜ້າກອງບັນຊາການ ປກສ ເມືອງວຽງຄໍາ ໄດ້ສະຫລຸບກ່ຽວກັບ ການທ້ອນໂຮມ ແລະ ເກັບກູ້ອາວຸດ ຂປລ. ແຫລ່ງຂ່າວຈາກ ແຂວງ ໄຊຍະບູລີ ໃຫ້ຮູ້ວ່າ: ທ່ານ ອໍາຄາ ລັດສະໝີ ເຈົ້າເມືອງແກ່ນທ້າວ ແຂວງໄຊຍະບູລີ ພ້ອມດ້ວຍກໍາມະ ການປະຈໍາພັກເມືອງ, ຫົວໜ້າຫ້ອງ ການ, ກົມກອງ, ອົງການຈັດຕັ້ງ ແລະ ພະນັກງານຫ້ອງການພາຍໃນເມືອງ ໄດ້ເຂົ້າຮ່ວມກອງປະຊຸມ ເຜີຍແຜ່ ຄໍາແນະນໍາ ກ່ຽວກັບການເປີດຂະ ບວນການແຂ່ງຂັນ ຮັກຊາດ ແລະ ພັດທະນາ ໄລຍະໃໝ່ ແລະ ທົບທວນ ຄືນວຽກງານປັບປຸງກົງຈັກການຈັດ ຕັ້ງ-ການກຳນົດຕຳແໜ່ງງານທົ່ວ ແຂວງໄຊຍະບູລີ (ແບບທາງໄກ) ເມື່ອມໍ່ໆ ເຊິ່ງຈັດຂຶ້ນທີ່ພະແນກ ສຶກສາທິການແລະ ກິລາແຂວງ ໂດຍການເປັນປະທານຂອງທ່ານ ເພັດພິໄຊ ສູນວິໄລ ກໍາມະການ ປະຈໍາພັກແຂວງ, ຮອງເຈົ້າແຂວງ ໄຊຍະບູລີ. ໃນກອງປະຊຸມ ທ່ານ ເພັດພິໄຊ ສູນວິໄລ ໄດ້ເຜີຍແຜ່ຄຳແນະນຳ ຂອງຄະນະປະຈຳພັກແຂວງ ສະບັບ ເລກທີ 193/ຄພຂ.ຊຍ ວ່າດ້ວຍ ການສືບຕໍ່ສ້າງຂະບວນການແຂ່ງ ຂັນ ຮັກຊາດ ແລະ ພັດທະນາ ໄລ ຍະໃໝ ເຊິ່ງຄໍາແນະດັ່ງກ່າວມີຈຸດ ປະສົງເພື່ອປຸກລະດົມກໍາລັງແຮງ ຂອງທຸກພາກສ່ວນໃນທົ່ວສັງຄົມ ເຊີດຊູມູນເຊື້ອຮັກຊາດຄວາມພິລະ ອາດຫານ, ນໍ້າໃຈດຸໝັ່ນ, ປະຢັດ, ຊື່ສັດ, ອົດທົນ, ປະດິດສ້າງ, ເສີມ ຂະຫຍາຍສິດເປັນເຈົ້າຂອງປະຊາ ຊົນບັນດາເຜົ່າຊາວແຂວງໄຊຍະບູ ລີ, ແຂ່ງຂັນກັນປົກປັກຮັກສາ ແລະ ສ້າງສາພັດທະນາແຂວງ, ສູ້ຊົນ ປະຕິບັດບັນດາຄາດໝາຍທີ່ພັກ ແລະ ລັດວາງອອກແຕ່ລະໄລຍະ ເປັນຕົ້ນ ແມ່ນການລຶບລ້າງຄວາມທຸກຍາກ, ສ້າງບ້ານພັດທະນາ, ການຫັນເປັນ ອຸດສາຫະກໍາ ແລະ ທັນສະໄໝ ເພື່ອ ພ້ອມກັນໃນທົ່ວປະເທດຫລຸດພົ້ນ ອອກຈາກຄວາມດ້ອຍພັດທະນາ. ສ້າງໃຫ້ປະຊາຊົນບັນດາເຜົ່າ, ບັນດາ ຊັ້ນຄົນພາຍໃນແຂວງມີສະຕິຊາດ ເອກະພາບອັນໜຶ່ງອັນດຽວ, ສະຕິ ເອກະລາດ, ເປັນເຈົ້າຕົນເອງ, ມີຈິດ ໃຈປະຢັດມັດທະຍັດ, ມີຄວາມດຸໝັ່ນ ຄົ້ນຄວ້າຮໍ່າຮຽນ, ດຸໝັ່ນໃນການ ອອກແຮງງານ, ຍົກສູງສະຕິຕື່ນ ຕົວ, ນໍ້າໃຈບຸກບືນ ແລະ ສ້າງໃຫ້ ມີຕົວແບບດີເດັ່ນກ້າວໜ້າ, ເປັນເຈົ້າ ໃນການສ້າງຊົນນະບົດໃໝ່ດ້ວຍ ຈິດໃຈທີ່ເຂັ້ມແຂງ ແລະ ເພື່ອເຮັດໃຫ້ ແນວທາງ, ແຜນນະໂຍບາຍປ່ຽນ ແປງໃໝ່ຂອງພັກ, ລະບຽບກົດໝາຍ, ບັນດາຄາດໝາຍສູ້ຊົນທີ່ພັກ-ລັດ ງາງອອກ ແຕ່ລະໄລຍະໄດ້ຮັບການ ຜົນກະທົບຈາກໄພທຳມະຊາດ ລວມ ມູນຄ່າຫລາຍກວ່າ 400 ລ້ານກີບ. ໂອກາດດັ່ງກ່າວ, ຜູ້ເຂົ້າຮ່ວມຍັງ ໄດ້ຮັບຟັງການຜ່ານ ຂໍ້ຕົກລົງ ຂອງ ທ່ານເຈົ້າແຂວງຄຳມ່ວນ ສະບັບ ເລກທີ 19/ຈຂ.ຄມ ວ່າດ້ວຍການ ແຕ່ງຕັ້ງຄະນະຊີ້ນຳ ແລະ ກອງເລ ຂາຊ່ວຍວຽກ ຄະນະບໍລິຫານງານ ສທໜ ແຂວງຄຳມ່ວນ ແລະ ຂໍ້ຕົກ ລົງ ຂອງທ່ານເຈົ້າແຂວງຄຳມ່ວນ ສະບັບເລກທີ 240/ຈຂ.ຄມ, ລົງ ວັນທີ 1 ພະຈິ ກ 2022 ວ່າດ້ວຍການ ບົ່ງຕົວແຕ່ງຕັ້ງປະທານ, ຮອງປະ ທານ, ຄະນ ະປ ະຈ ຳ ແລະ ກຳມ ະກ ານ ສທໜ ແຂວງຄຳມ່ວນ ສະໄໝທີ III ທົດແທນຕຳແໜ່ງຫວ່າງ ໂດຍ ເຫັນດີບົ່ງຕົວແຕ່ງຕັ້ງ ທ່ານ ນາງ ພະ ນົມພອນ ຢ້ຽມພະບູ ຮອງປະທານ ສທໜ ເປັນປະທານ ສທໜ (ຄົນໃໝ່) ທົດແທນ ທ່ານ ໄຊສົງຄາມ ວໍລະຈິດ ປະທານ ສທໜ (ຜູ້ເກົ່າ) ທີ່ຍົກຍ້າຍ ໄປຮັບໜ້າທີ່ຢູ່ກົມກອງໃໝ່, ທ່ານ ນາງ ສີພັນດອນ ຫລວງຄໍາທີ ຄະນະ ປະຈໍາ ສທໜ ເປັນຮອງ, ທ່ານ ສີສົມ ພອນ ຫລວງຄໍາທີ ເປັນຄະນະປະຈໍາ ແລະ ທ່ານ ຄໍາມ່ວນ ບຸນຖະໜອມ ອໍານວຍການໂຮງງານເຟີນີເຈີຄໍາ ມ່ວນເປັນກໍາມະການ. ພ້ອມກັນນີ້, ໄດ້ມີ ການມອບຫລຽນທີ່ລະນຶ ກ 65 ປີ ຂອງສູນກາງ ຊປປລ ແລະ ໃບ ຍ້ອງຍໍ ຂອງຄະນະບໍລິຫານງານ ຊາວໜຸ່ມແຂວງ ໃຫ້ແກ່ບຸກຄົນທີ່ ມີຜົນງານດີເດັ່ນໃນການປະກອບ ສ່ວນເຄື່ອນໄຫວວຽກງານໃນໄລຍະ ຜ່ານມາ ອີກດ້ວຍ. ໂອກາດດຽວກັນ, ທ່ານ ວັນໄຊ ພອງສະຫວັນ ໄດ້ມີຄຳເຫັນຊີ້ນຳ ມາໃຫ້ຄະນະບໍລິຫານງານ ສທໜ ຈົ່ງພ້ອມກັນຈັດຕັ້ງເຊື່ອມຊຶມກົດ ລະບຽບການເຄື່ອນໄຫວຂອງນັກ ທຸລະກິດໜຸ່ມ ຕາມພາລະບົດບາດ, ສິດ ແລະ ໜ້າທີ່ຄວາມຮັບຜິດຊອບ ຂອງຄະນະບໍລິຫານງານ, ສະມາຊິກ ເພື່ອກໍາແໜ້ນແລະ ເປັນເຈົ້າກ ານໃນ ການປຸກລະດົມເຕົ້າໂຮມກໍາລັງໃຫ້ ທຸລະກິດໜຸ່ມເຕີບໃຫຍ່ຂະຫຍາຍຕົວ; ເຕົ້າໂຮມຄວາມສາມັກຄີພາຍໃນ ຢ່າງແໜ້ນແຟ້ນ, ມີການປຶກສາຫາລື, ເອກະພາບພາຍໃນຄະນະ, ແບ່ງ ຄວາມຮັບຜິດຊອບ,ຈັດຕັ້ງນຳພາ ສະມາຊິກຂອງຕົນເຂົ້າສູ່ຂະບວນ ການດ້ ານຕ່ າງໆ ໃຫ້ໜັກແໜ້ນ, ເຂັ້ມ ແຂງ; ເພີ່ມທະວີວຽກງານໂຄສະນາ ປະຊາສໍາພັນພາລະບົດບາດຂອງ ຕົນ ເພື່ອລະດົມນັກທຸລະກິດເຂົ້າຮ່ວມ ເປັນສະມາຊິກດ້ວຍຄວາມສະໝັກໃຈ ຢ່າງເປັນຂະບວນ ພ້ອມທັງ ຈັດສໍາ ມະນາແລກປ່ຽນບົດຮຽນ, ພົວພັນ ປະສານງານລະຫວ່າງບັນດາທຸລະ ກິດທັງພາຍໃນ ແລະ ຕ່າງປະເທດ, ຊອກຫາທຸກວິທີໃນການຊຸກຍູ້ຊ່ວຍ ເຫລືອເຊິ່ງກັນ ແລະ ກັນ, ຄຽງຄູ່ກັນ ນັ້ນໃຫ້ເປັນເຈົ້າການປະສານສົມທົບ ກັບພາກສ່ວນກ່ຽວຂ້ອງ, ຂະແໜງ ການຂອງລັດ ໃນກ ານສ້ າງເງື່ອນໄຂ ອຳນວຍດວກເຄື່ອນໄຫວດຳເນີນທຸ ລະກິດ ໃຫ້ສອດຄ່ອງກັບແນວທາງ ຂອງພັກ ແລະ ລະບຽບກົດໝາຍ ຂອ ງລັດວາງອອກ. ຈັດຕັ້ງປະຕິບັດບົນຈິດໃຈມີການ ແຂ່ງຂັ້ນຢ່າງເປັນຂະບວນຟົດຟື້ນ ແຂງແຮງຂອງທຸກຂະແໜງການ, ອົງການ, ບັນດາເມືອງ, ຮາກຖານ ແລະ ທຸກພາກສ່ວນເສດຖະກິດສັງຄົມ, ແນໃສ່ເຮັດໃຫ້ແນວທາງ ແຜນນະໂຍບາຍຂອງພັກ-ລັດວາງ ອອກ ແຕ່ລະໄລຍະເກີດຜົນຕົວຈິງໃນ ຊີວິດສັງຄົມ ທັງເປັນການສົ່ງເສີມ, ຊຸກຍູ້ບຸກຄະລາກອນ, ສ້າງວຽກ ດີຄົນເດັ່ນ ໂດຍຜ່ານຂະບວນການ ແຂ່ງຂັນທີ່ມີການຈັດຕັ້ງ, ມີເນື້ອ ໃນ ແລະ ຄາດໝາຍສູ້ຊົນຈະແຈ້ງ, ເສີມຂະຫຍາຍສະຕິປັນຍາ, ຫົວ ຕິດປະດິດສ້າງຂອງນັກພັດທະນາ ກອນ, ຜູ້ປະກອບການດຶງດູດເອົາ ທຶນຮອນ, ບົດຮຽນທີ່ດີຈາກພາຍໃນ ແລະ ຕ່າງປະເທດປະກອບສ່ວນເຂົ້າ ໃນການສ້າງສາ ແລະ ພັດທະນາ. ນອກຈາກນີ້, ກໍເພື່ອຈົດຈໍາບຸນຄຸນ ແລະ ຄຸນງາມຄວາມດີ, ສືບທອດ ຜົນງານຂອງບຸກຄົນ, ການຈັດຕັ້ງ ທີ່ໄດ້ອຸທິດສະຕິປັນຍາ, ເຫື່ອແຮງ ຂອງຕົນໃຫ້ແກ່ພາລະກິດປົກປັກ ຮັກສາ-ພັດທະນາປະເທດຊາດແລະ ການແກ້ໄຂຄວາມທຸກຍາກ ທັງເປັນ ການກະຕຸກຊຸກຍູ້ໃຫ້ທຸກຄົນ ແລະ ການຈັດຕັ້ງມີການແຂ່ງຂັນກັນປະ ກອບສ່ວນເຂົ້າໃນການພັດທະນາ ຫລາຍຂຶ້ນ. ໃນໂອກາດດຽວກັນ, ໃນກອງ ປະຊຸມຍັງໄດ້ເຜີຍແຜ່ ຄຳແນະນຳ ເພີ່ມເຕີມຂອງພະແນກພາຍໃນ ແຂວງ ກ່ຽວກັບການຈັດຕັ້ງປະຕິບັດ ຄຳແນະນໍາ ຂອງຄະນະປະຈໍາພັກ ແຂວງ ສະບັບເລກທີ 193/ຄພຂ.ຊຍ ແລະ ຜ່ານບົດລາຍງານ ສະພາບການ ປັບປຸງກົງຈັກການຈັດຕັ້ງ ແລະ ການ ກຳນົດຕຳແໜ່ງງານຢູ່ພາຍໃນ ແຂວງ ຕື່ມອີກ. ລ່າເນື້ອ, ໝໍ້ຊ໋ອດປາ ແລະ ເຄື່ອງປະ ກອບສະນິດອື່ນໆ ເກັບກໍາຂຶ້ນບັນຊີ ເປົ້າໝາຍໄດ້ທັງໝົດ 168 ຄົນ ໃນນັ້ນ, ມີເປົ້າໝາຍປືນລ່າເນື້ອ 127 ເປົ້າ ໝາຍ, ໝໍ້ຊ໋ອດ 4 ເປົ້າໝາຍ, ປັດຈຸ ບັນເກັບກູ້ໄດ້ປືນລ່າເນື້ອ ປະເພດປືນ ແກັບ ຈໍານວນ 38 ກະບອກ ແລະເກັບ ກູ້ເຄື່ອງຫາປາ ບໍ່ຖືກຕ້ອງ (ໝໍ້ຊ໋ອດ) ໄດ້ຈໍານວນ 12 ເຄື່ອງ ແລະ ລົດຈັກ ດັດແປງສະພາບເຕັກນິກ ທໍ່ດັງຈໍາ ນວນ 8 ທໍ່ , ຢາງນ້ອຍ 4 ເສັ້ນ ພ້ອມ ທັງໄດ້ສຶກສາອົບຮົມຜູ້ກະທໍາຜິດ ແລະ ໃຫ້ຂຽນໃບຮັບສະພາບ ຕົນເອງ ໃວ້ເພື່ອເປັນການຕິດຕາມໃນຕໍ່ໜ້າ. ໂອກາດນີ້, ທ່ານ ພອນແກ້ວ ຂຸນພົນ ໄດ້ມີຄໍາເຫັນໂອ້ລົມ ແລະ ຍ້ອງຍໍຊົມ ເຊີຍຕໍ່ຜົນງານ ການຈັດຕັ້ງປະຕິບັດ ຕໍ່ໜ້າທີ່ວຽກງານ ທີ່ການຈັດຕັ້ງ ມອບໝາຍໃຫ້ ພ້ອມທັງເນັ້ນໃຫ້ພະ ນັກງານ ອົງການຈັດຕັ້ງ ທີ່ກ່ຽວຂ້ອງ ຈົ່ງພ້ອມກັນເອົາໃຈໃສ່ ຕ້ານ ແລະ ສະກັດກັ້ນ ທຸກຮູບແບບບໍ່ໃຫ້ມີຊອງ ຫວ່າງ ທໍາການຜະລິດອາວຸດລ່າ ເນື້ອສັດນໍ້າ-ສັດປ່າ ທີ່ບໍ່ຖືກຕ້ອງ ຕາມກົດໝາຍ ຢ່າງເຂັ່ງຄັດ ແລະ ນໍາ ເອົາຜູ້ກະທໍາຜິດ ມາສຶກສາອົບຮົມ ການເມືອງແນວຄິດ ຕາມລະບຽບ ກົດໝາຍ. ສຳພາດ, ການເອົາຄຳໃຫ້ການ ຈະ ເປັນພື້ນຖານ ໃຫ້ແກ່ການກຳນົດ ເຫດການຂອງຄະດີ ເພື່ອດຳເນີນ ຄະດີຕໍ່ຜູ້ກະທຳຜິດ ການຄ້າມະນຸດ ຕາມລະບຽບກົດໝາຍ ທັງນີ້ກໍເພື່ອ ເປັນຫລັກຖານໃນການພິສູດຂໍ້ເທັດ ຈິງ ຫລື ຄວາມເປັນຈິງຂອງພຶດຕິ ກໍາ ຫລື ເຫດການ ເພື່ອຊີ້ໃຫ້ເຫັນ ວ່າ ພຶດຕິກຳດັ່ງກ່າວ ແມ່ນເຫດການ ຂອງການກະທໍາຜິດທາງອາຍາ, ຄົບອົງປະກອບຂອງການກະທໍາ ຜິດທາງອາຍາ, ມີສາເຫດທີ່ພາໃຫ້ ມີການຫລຸດຜ່ອນ ຫລື ເພີ່ມຄວາມ ຮັບຜິດຊອບທາງອາຍາ. ທ່ານ ວິລະສິ ສິງກາວົງໄຊ ໄດ້ຍົກ ໃຫ້ເຫັນ ການຄ້າມະນຸດເປັນອາຊະ ຍາກໍາ ທີ່ມີຄວາມອັນຕະລາຍຮ້າຍ ແຮງ ແລະ ມີຜົນກະທົບຕໍ່ ສິດ ແລະ ເສລີພາບ ຂອງພົນລະເມືອງ ການ ກະທຳຜິດດັ່ງກ່າວ ແມ່ນພາລະ ບົດບາດ, ສິດ ແລະ ໜ້າທີ່ ຂອງ ອົງການໄອຍະການປະຊາຊົນ ໃນຖາ ນະເປັນອົງການປົກປ້ອງກົດໝາຍ ເປັນອົງການຕິດຕາມກວດກາການ ເຄົາລົບ ແລະ ປະຕິບັດກົດໝາຍ ແລະ ສັ່ງຟ້ອງຜູ້ຖືກຫາຂຶ້ນສານຮັບ ປະກັນໃຫ້ການດໍາເນີນຄະດີອາຍາ ໄດ້ດໍາເນີນຢ່າງຮອບດ້ານຄົບຖ້ວນ, ພາວະວິໄສ, ຖືກຕ້ອງ, ເປັນທໍາ ນໍາ ເອົາຜູ້ກະທໍາຜິດມາລົງໂທດຕາມ ກົດໝາຍ ບໍ່ໃຫ້ຜູ້ບໍລິສຸດຕ້ອງຖືກ ລົງໂທດ, ບໍ່ໃຫ້ພໍ່ແມ່ປະຊາຊົນຕົກ ເປັນເຫຍື່ອຂອງການຄ້າມະນຸດ. ພ້ອມທັງຮຽກຮ້ອງໃຫ້ຜູ້ເຂົ້າຮ່ວມ ກອງປະຊຸມ ຕ້ອງເພີ່ມທະວີຄວາມ ຮັບຜິດຊອບ ດ້ວຍການເອົາໃຈໃສ່ ປະກອບຄຳຄິດຄຳເຫັນ ໃສ່ຮ່າງ ປື້ມຄູ່ມື ການເອົາຄຳໃຫ້ການຜູ້ຖືກ ເຄາະຮ້າຍ ໃນຄະດີຄ້າມະນຸດ ໃຫ້ມີ ຄວາມຄົບຖ້ວນທາງດ້ານທິດສະດີ ແລະ ພຶດຕິກຳ ເພື່ອສາມາດນຳໄປ ຈັດຕັ້ງປະຕິບັດ ເຂົ້າໃນວຽກງານ ຕົວຈິງ ຂອງອົງການໄອຍະການ.
RkJQdWJsaXNoZXIy MTc3MTYxMQ==