5651

xtgmf]k; 6 30/06/2023 glf4tdfy {l'a 7,q glu ,0tspkp,tsklk,a d7u mq j ;x;'-q oma '-kf rkp.8h dkooerk0v'ra d ໂດຍ: ມາລີດາ dkomjv'mjP; vk-Po r;,2No261jk'8A'|hk dkosklafoE{lafxjk 8hv'xt8y[af8k,]t[P[dqf\kp ຂ້ອງ. ສຳລັບສັດນ້ຳ ແລະ ສັດປ່າ ປະ ເພດຄຸ້ມຄອງ ທີ່ໄດ້ກຳນົດໄວ້ໃນ ບັນ ຊີ II ແມ່ນ ບໍ່ອະນຸຍາດ ໃຫ້ຫາ ຫລື ລ່າ ເວັ້ນເສຍແຕ່ສັດບາງຊະນິດ, ບາງເຂດ ແລະ ບາງລະດູການ ທີ່ກຳ ນົດໃຫ້ ເພື່ອຊົມໃຊ້ຕາມຮີດຄອງ ໂດຍບໍ່ໃຫ້ນຳໃຊ້ເຄື່ອງມື ແບບດັບ ສູນ. ສຳລັບການຫາ ເພື່ອຈຸດປະສົງ ທາງທຸລະກິດສາມາດດຳເນີນໄດ້ ສະເພາະ ສັດນ້ຳເທົ່ານັ້ນແຕ່ຕ້ອງ ໄດ້ຮັບອະນຸຍາດ ຈາກກະຊວງກະສິ ກຳ ແລະ ປ່າໄມ້. ສ່ວນສັດນ້ຳ ແລະ ສັດປ່າ ປະ ເພດທົ່ວໄປ ທີ່ໄດ້ກຳນົດໄວ້ໃນບັນ ຊີ III ແມ່ນອະນຸຍາດໃຫ້ຫາ ຫລື ລ່າໄດ້ຕາມລະດູການທີ່ໄດ້ກຳນົດ ໄວ້ໂດຍນຳໃຊ້ເຄື່ອງມືທີ່ບໍ່ມີລັກ ສະນະດັບສູນ. ສຳລັບການຫາ ເພື່ອ ຈຸດປະສົງທາງທຸລະກິດ ສາມາດ ດຳເນີນໄດ້ສະເພາະ ສັດນ້ຳ ເທົ່ານັ້ນ ແຕ່ຕ້ອງໄດ້ຮັບອະນຸຍາດຈາກພະ ແນກກະສິກຳ ແລະ ປ່າໄມ້ແຂວງ, ນະຄອນ. * ໃນກົດໝາຍວ່າດ້ວຍສັດນໍ້າ ແລະ ສັດປ່າ ສະບັບປີ 2007, ມາດຕາ 24 ໄດ້ກຳນົດວ່າ: ການລ່າ ສັດນ້ຳ ແລະ ສັດປ່າ ຕ້ອງປະຕິບັດ ດັ່ງນີ້: ສັດນ້ຳ ແລະ ສັດປ່າ ປະເພດ ຫວງຫ້າມ ທີ່ໄດ້ກຳນົດໄວ້ໃນບັນຊີ I ແມ່ນບໍ່ອະນຸຍາດໃຫ້ຫາ ຫລື ລ່າ ຢ່າງເດັດຂາດ ເວັ້ນເສຍແຕ່ໃນກໍ ລະນີທີ່ຈຳເປັນ ເພື່ອການສຶກສາ ຄົ້ນຄວ້າ ແລະ ການຂະຫຍາຍພັນ ແຕ່ຕ້ອງໄດ້ຮັບອະນຸຍາດ ຈາກລັດ ຖະບານ. ຖ້າວ່າ ສັດ ກໍ່ຄວາມເສຍ ຫາຍຢ່າງຫລວງຫລາຍຕໍ່ຊັບສິນ ຂອງບຸກຄົນ ແລະ ການຈັດຕັ້ງ ຕ້ອງໄດ້ລາຍງານຕໍ່ອົງການປົກ ຄອງເມືອງ, ເທສະບານ ເພື່ອພິຈາ ລະນາແກ້ໄຂ. ສຳລັບສັດທີ່ກຳລັງ ທຳລາຍ, ກໍ່ກວນອາລະວາດຄົນ ຫລື ເປັນໄພອັນຕະລາຍຕໍ່ຊີວິດຂອງ ຄົນ ຕ້ອງແກ້ໄຂຢ່າງທັນການແລ້ວ ຈຶ່ງລາຍງານຕໍ່ການຈັດຕັ້ງທີ່ກ່ຽວ ພາບປະກອບ * ຄໍລໍາບັນເທີງສະບັບກ່ອນ ໄດ້ ນໍາສະເໜີ ສາວງາມໃນເວທີປະ ກວດມິສຢູນີເວີສລາວ 2023 ໂຕ ແທນຈາກແຂວງຜົ້ງສາລີແລ້ວ ມື້ ນີ້, ຈະຂໍພາທ່ານມາຮູ້ຈັກສາວງາມ ໂຕແທນຈາກແຂວງວຽງຈັນ ທີ່ມີ ຄວາມພ້ອມດ້ານບຸກຄະລິກໜ້າ ຕາ, ຄວາມຮູ້, ຄວາມສາມາດ ແລະ ຄວາມໝຸ້ງໝັ້ນໃນການນໍາຄວາມ ຝັນໃນເວທີນາງງາມ ເພື່ອເປັນແບບ ຢ່າງໃຫ້ແມ່ຍິງທີ່ຢູ່ເຂດຊົນນະບົດ ໃຫ້ມີຄວາມກ້າເຮັດ, ກ້າຕັດສິນໃຈ ບໍ່ວ່າເຮົາຈະມາຈາກໃສບໍ່ສໍາຄັນ, ສິ່ງສໍາຄັນຄືຄວາມໝຸ້ງໝັ້ນ, ຄວາມ ອົດທົນ, ຄວາມພະຍາຍາມເທົ່ານັ້ນ ທີ່ຈະເຮັດໃຫ້ເຮົາໄປເຖິງຈຸດໝາຍ ທີ່ວາງໄວ້ ເໝືອນກັບຕົນເອງທີ່ຕັດ ສິນໃຈກ້າວສູ່ການປະກວດຄັ້ງນີ້ ແລ້ວກໍຈະເຮັດໃຫ້ດີທີ່ສຸດເຖິງຜົນ ຈະອອກມາເປັນແນວໃດບໍ່ສໍາຄັນ ເພາະໄດ້ເຮັດເຕັມທີແລ້ວ. ນາງ ບັດແສງ ວົງຈັນທໍາ ຫລື ວັນ ອາຍຸ 20 ປີ ປັດຈຸບັນກຳລັງ ສຶກ ສາຢູ່ທີ່ ວິທະຍາໄລເຕັກນິກປາກປ່າ ສັກ, ພາກວິຊາບໍລິຫານການໂຮງ ແຮມ ແລະ ທ່ອງທ່ຽວ ເຜີຍໃຫ້ຟັງ ວ່າ: ຈຸດເລີ່ມຕົ້ນການປະກວດນາງ ງາມແມ່ນເລີ່ມຈາກການປະກວດ ນາງແບບຈຶ່ງສານຕໍ່ຄວາມຝັນ ການເປັນນາງງາມ ດ້ວຍການຕັດ ສິນໃຈລົງປະກວດເວທີ ມິສຢູນີເວີສ ລາວ 2023 ເປັນເວທີທຳອິດເພາະ ວ່າເວທີນີ້ ສ້າງຄຸນຄ່າໃຫ້ຜູ້ຍິງທີ່ [afcl' ;q'9aome lk;'k, 38cmo9kdc0;';P'9ao ມີຄວາມຝັນໄດ້ກ້າຄິດ, ກ້າຕັດສິນ ໃຈ ແລ້ວລົງມືເຮັດຈຶ່ງຈະປະສົບຜົນ ສໍາເລັດໄດ້.ສະນັ້ນ, ການລົງປະກວດ ເທື່ອນີ້ຈຶ່ງກຽມພ້ອມຝຶກຝົນທຸກ ດ້ານເປັນຕົ້ນ: ທັດສະນະຄະຕິ, ຄວາມ ຄິດ, ບຸກຄະລິກຄະພາບ, ການຍ່າງ ແບບ,ການເຂົ້າສັງຄົມ ແລະ ການ ຕອບຄໍາຖາມ ໃຫ້ຫລາຍທີ່ສຸດ ເພື່ອ ໃຫ້ໂຕເອງມີຄວາມພ້ອມ ທີ່ຈະເປັນ ມິສຢູນີເວີສ ຄົນທີ 7 ຂອງລາວ ເພາະຕໍາແໜ່ງນີ້ສໍາຄັນຫລາຍ ທີ່ ຈະເປັນກະບອກສຽງ ໃນການໂຄ ສະນາສິລະປະວັດທະນາທໍາ, ສະ ຖານທີ່ທ່ອງທ່ຽວລາວກໍຄືສະຖານ ທີ່ທ່ອງທ່ຽວ ເມືອງວັງວຽງ ແຂວງ ວຽງຈັນ ແລະ ວິຖີຊີວິດຂອງປະຊາ ຊົນລາວສູ່ສາຍຕາຊາວໂລກ. ສຸດ ທ້າຍນີ້ ຂໍຝາກທຸກຄົນເຊຍ ແລະ ໃຫ້ກຳລັງໃຈສາວໜ້າຄົມຈາກ ເມືອງວັງວຽງແຂວງວຽງຈັນເພື່ອ ຄວ້າມົງກຸດໃນປີີນີ້ໃຫ້ສຳເລັດສຳ ລັບຮອບຕັດສິນແມ່ນ ວັນທີ 23 ກໍລະກົດ 2023 ນີ້. ສາມາດຕິດ ຕາມການເຄື່ອນ ໄຫວໄດ້ທີ່: Facebook: Budseng Vongchanthum, IG: Vanh.Budseng, Tiktok : Vanh.Budseng, Page: Miss Universe Laos. * ສະມາຄົມປະຊາຊາດອາຊີຕາ ເວັນອອກສ່ຽງໃຕ້ (ອາຊຽນ) ປະ ກາດບົດລາຍງານສະແດງໃຫ້້ເຫັນ ວ່າ: ຂະແໜງການທ່ອງທ່ຽວຂອງ ພາກພື້ນພວມມີການຟື້ນຟູ, ດ້ວຍ ຈຳນວນເທື່ອຄົນຊອກຄົ້ນຫາໂຮງ ແຮມພັກເຊົ່າ, ອັດຕາຈົດທະບຽນ ການຢູ່ອາ ໄສຊົ່ວຄາວ ແລະ ຄວາມ ເຊື່ອໝັ້ນຕໍ່ການທ່ອງທ່ຽວລ້ວນແຕ່ ເພີ່ມຂຶ້ນ. ໃນບົດລາຍງານຂອງ ອາຊຽນ ໄດ້ຊີ້ໃຫ້ເຫັນຈຳນວນເທື່ອໃນການ ຊອກຄົ້ນຫາໂຮງແຮມໃນພາກພື້ນ ໄດ້ເພີ່ມຂຶ້ນ 28% ນັບແຕ່ຕົ້ນປີ 2022 ມາຮອດປັດຈຸບັນ, ໃນຂະ ນະທີ່ອັດຕາການຈົດທະບຽນການ ຢູ່ອາໄສຊົ່ວຄາວຢູ່ໂຮງແຮມກໍ່ເພີ່ມ ຂຶ້ນ 57%. ເບິ່ງລວມແລ້ວ, ຄວາມ ເຊື່ອໝັ້ນດ້ານການທ່ອງທ່ຽວໃນ ທົ່ວພາກພື້ນເພີ່ມຂຶ້ນປະມານ 40% ນັບແຕ່ຕົ້ນປີມາຮອດປັດຈຸບັນ. ຂະນະທີ່ ສປປ ລາວ ໜຶ່ງໃນບັນດາ ປະເທດສະມາຊິກອາຊຽນ ກໍໄດ້ ພັດທະນາຂະແໜງການທ່ອງທ່ຽວ ຢ່າງຕໍ່ເນື່ອງ ເພື່ອຮອງຮັບການ ເປີດປີທ່ອງທ່ຽວລາວ 2024 ດ້ວຍ ຫລາຍກິດຈະກຳດ້ວຍການບໍລິ ການລົດໄຟ ລາວ-ຈີນ ທີ່ອຳນວຍ ຄວາມສະດວກໃຫ້ແກ່ການຊຸກຍູ້ ການແລກປ່ຽນການທ່ອງທ່ຽວ ໃນພາກພື້ນອາຊຽນ ແລະ ສາກົນ. ຄ່ຽງຄູ່ກັບກິດຈະກຳປີທ່ອງ ທ່ຽວລາວ 2024 ສປປ ລາວ ຍັງ ຈະເປັນປະທານອາຊຽນ 2024. ພ້ອມດຽວກັນນີ້ ເພື່ອໂຄສະນາເຜີຍ ແຜ່ກິດຈະກຳທ່ອງທ່ຽວຕ່າງໆນັ້ນ ທາງກົມໂຄສະນາການທ່ອງທ່ຽວ ແລະ ກົມພັດທະນາການທ່ອງທ່ຽວ ກະຊວງຖະແຫລງຂ່າວ, ວັດທະນະ ທຳ ແລະ ທ່ອງທ່ຽວ ກໍໄດ້ປຶກສາຫາ ລືການກະກຽມເປີດບັ້ນໂຄສະນາ ປີທ່ອງທ່ຽວລາວ 2024 ເພື່ອລະ ດົມແນວຄວາມຄິດຂອງທຸກພາກ ສ່ວນໃນການສົ່ງເສີມ, ໂຄສະນາ ຜະລິດຕະພັນທ່ອງທ່ຽວທີ່ເປັນທ່າ ແຮງ, ສົ່ງເສີມກິດຈະກໍາທີ່ເປັນທ່າ ແຮງຂອງແຕ່ລະທ້ອງຖິ່ນ ແລະ ບຸນປະເພນີອັນດີງາມຂອງປະຊາ ຊົນລາວບັນດາເຜົ່າໃນທົ່ວປະເທດ ເພື່ອກຳນົດກິດຈະກຳບັນຈຸເຂົ້າໃນ ປະຕິທິນປີທ່ອງທ່ຽວລາວ 2024 ໃຫ້ມີຂະບວນການຟົດຟື້ນ. ພ້ອມນີ້, ຍັງເປັນການເປີດໂອກາດໃຫ້ພາກ ລັດ, ພາກທຸລະກິດທ່ອງທ່ຽວ ແລະ ທ້ອງຖິ່ນ ໄດ້ສົ່ງເສີມຜະລິດຕະ ພັນທ່ອງທ່ຽວ ທີ່ມີຢູ່ແລ້ວໃຫ້ຂະ ຫຍາຍຫລາຍຂຶ້ນ ແລະ ທ່າແຮງບົ່ມ ຊ້ອນດ້ານການທ່ອງທ່ຽວທີ່ມີຢູ່ໃນ ທ້ອງຖິ່ນຂອງຕົນ ເພື່ອສະເໜີເຂົ້າ ໃນລາຍການທ່ອງທ່ຽວ, ສ້າງລາຍ ການທ່ອງທ່ຽວໃຫ້ມີຄວາມຫລາກ ຫລາຍ ແລະ ນຳໃຊ້ເສັ້ນທາງລົດໄຟ ລາວ-ຈີນ ທີ່ເປັນທ່າແຮງສຳຄັນ ເຂົ້າໃນວຽກງານທ່ອງທ່ຽວໃຫ້ມີ ປະສິດທິພາບ ແລະ ປະສິດທິຜົນ ເພື່ອເປັນການດຶງດູດນັກທ່ອງທ່ຽວ ພາຍໃນ ແລະ ສາກົນ ເຂົ້າມາທ່ອງ ທ່ຽວໃນ ສປປ ລາວ ນັບມື້ເພີ່ມຂຶ້ນ. ຂະນະທີ່ ປີ 2023 ຜ່ານມາ ເຫັນໄດ້ວ່າ: ນັກທ່ອງທ່ຽວ ປະມານ 65% ຈະຮູ້ສຶກດີຂຶ້ນເມື່ອເຂົ້າພັກ ໂຮງແຮມ ທີ່ໄດ້ຮັບການຢັ້ງຢືນ ແລະ ມີກາໝາຍຄວາມຍືນຍົງ, ນັກທ່ອງ ທ່ຽວ 59% ມີຄວາມຕັ້ງໃຈທີ່ຈະ ເລືອກຜະລິດຕະພັນການທ່ອງ ທ່ຽວແບບຍືນຍົງ ແລະ ເປັນມິດຕໍ່ສິ່ງ ແວດລ້ອມ, ນັກທ່ອງທ່ຽວ 65% ຄິດວ່າການປົກປ້ອງສິ່ງແວດລ້ອມ ທາງທຳມະຊາດ ເປັນຮູບແບບການ ເດີນທາງທີ່ຍືນຍົງ ແລະ 43% ຂອງ ນັກທ່ອງທ່ຽວ ເລືອກກິດຈະກຳ ແລະ ລາຍການ ທ່ອງທ່ຽວທີ່ສົ່ງເສີມ ເສດຖະກິດທ້ອງຖິ່ນ.

RkJQdWJsaXNoZXIy MTc3MTYxMQ==