le,tokdkolh k'7;k,lk,kf le]a [ 8u ,= c]a fltg8 .odkolt\a dg0Q kgxa olt,k-y dvk-Po gfa ffj P;xt8y [a fco;mk'dko8j k'xtgmfla o8y rk[F gvdt]kfF ,y f8trk[ c]t dkoIj ;,,n 1j k'ltg\u 8Q oltg\u xkp 30/06/2023 xtgmf]k; 4 3]d c]t gsfdko *** ຕໍ່ຈາກໜ້າ 1 *** *** ຕໍ່ຈາກໜ້າ 1 *** *** ຕໍ່ຈາກໜ້າ 1 *** ຂປລ. ວັນທີ 26 ມິຖຸນາ 2023 ທີ່ນະຄອນຫລວງວຽງຈັນ,ທ່ານ ທອງຜ່ານ ສະຫວັນເພັດ, ຮອງລັດ ຖະມົນຕີກະຊວງການຕ່າງປະເທດ, ຫົວໜ້າເຈົ້າໜ້າທີ່ອາວຸໂສອາຊຽນ ຂອງ ສປປ ລາວ ໄດ້ໃຫ້ກຽດເປັນ ປະທານເປີດສໍາມະນາກ່ຽວກັບ ການສ້າງຄວາມອາດສາມາດສໍາ ລັບ ຕີມໍແລັດສະເຕ ໃນການສະ ໝັກເຂົ້າເປັນສະມາຊິກອາຊຽນ. ພ້ອມນີ້, ກໍມີຜູ້ຕາງໜ້າຈາກສະຖານ ທູດອົດສະຕຣາລີ ແລະ ທ່ານເອກ ອັກຄະລັດຖະທູດ ຕີມໍແລັດສະເຕ ປະຈຳ ສປປ ເຂົ້າຮ່ວມ. ການສຳມະນາດັ່ງກ່າວ ແມ່ນ ຂໍ້ລິເລີ່ມຂອງ ສປປ ລາວ ທີ່ໄດ້ຮັບ ການສະໜັບສະໜູນຈາກອົດສະ ຕຣາລີ ຊຶ່ງຈັດຂຶ້ນເພື່ອເປັນການ ຖອດຖອນບົດຮຽນ ຂອງ ສປປ ລາວ ແລະ ຫວຽດນາມ ໃນການ ເຂົ້າເປັນສະມາຊິກອາຊຽນ ແລະ ແລະ ແລກປ່ຽນບົດຮຽນກ່ຽວກັບ ການຮ່ວມມື ແລະ ການປະສານງານ ໃນກົນໄກຂອງອາຊຽນ ພາຍໃຕ້ 3 ເສົາຄ້ຳປະຊາຄົມອາຊຽນ ໃນລະ ດັບພາກພື້ນ ແລະ ພາຍໃນປະເທດ ໃຫ້ແກ່ເຈົ້າໜ້າທີ່ຂອງ ຕີມໍແລັດສະ ເຕ. ຂໍ້ລິເລີ້ມນີ້ ແມ່ນເປັນການຈັດຕັ້ງ ປະຕິບັດ ແລະ ຜັນຂະຫຍາຍຄໍາຕົກ ລົງຂອງຜູ້ນໍາອາຊຽນໃນກອງປະ ຊຸມສຸດຍອດ ອາຊຽນ ຄັ້ງທີ 40 ແລະ 41 ໃນປີ 2022 ທີ່ໄດ້ເຫັນດີດ້ານ ຫລັກການຮັບຮອງເອົາ ຕີມໍແລັດ ສະເຕ ເຂົ້າເປັນສະມາຊິກອາຊຽນ ປະເທດທີ 11 ແລະ ໃຫ້ສະຖານະ ເປັນປະເທດສັງເກດການ, ແລະ ທັງຮຽກຮ້ອງໃຫ້ທຸກປະເທດສະມາ ຊິກອາຊຽນ ແລະ ຄູ່ເຈລະຈາໃຫ້ ການຊ່ວຍເຫລືອ ເພື່ອກຽມຄວາມ ພ້ອມເຂົ້າເປັນສະມາຊິກອາຊຽນ. ສໍາມະນາດັ່ງກ່າວ ແມ່ນຈະດໍາ ເນີນແຕ່ວັນທີ 26-30 ມິຖຸນາ 2023 ແລະ ມີຜູ້ເຂົ້າຮ່ວມຈາກກະ ຊວງການຕ່າງປະເທດ, ກະຊວງ ປ້ອງກັນປະເທດ, ກະຊວງປ້ອງກັນ ຄວາມສະຫງົບ, ກະຊວງອຸດສາຫະ ກໍາ ແລະ ການຄ້າ, ກະຊວງຖະ ແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ, ສູນກາງຊາວໜຸ່ມປະ ຊາຊົນປະຕິວັດລາວ, ສູນກາງສະ ຫະພັນແມ່ຍິງລາວ ຂອງ ສປປ ລາວ ແລະ ຜູ້ຕາງໜ້າຈາກກົມອາຊຽນ, ກະຊວງການຕ່າງປະເທດຂອງ ສສ ຫວຽດນາມ ເຂົ້າຮ່ວມເພື່ອ ແລກປ່ຽນບົດຮຽນ ໃຫ້ແກ່ເຈົ້າໜ້າ ທີ່ຂອງ ຕີມໍແລັດສະເຕ. ປຶກສາຫາລືດ້ານການເມືອງ... ຄະນະຜູ້ແທນສື່ມວນຊົນ... ຂປລ. ຄະນະຜູ້ແທນສື່ມວນ ຊົນລາວ, ນໍາໂດຍ ທ່ານ ວັນໄຊ ຕະ ວິນຍານ ກຳມະການຄະນະພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມ ສູນກາງພັກ, ຫົວໜ້າບັນນາທິການ ໃຫຍ່ໜັງສືພິມປະຊາຊົນ, ພ້ອມ ດ້ວຍທ່ານ ສະຫວັນຄອນ ລາຊະມຸນ ຕີ ປະທານສະມາຄົມນັກຂ່າວແຫ່ງ ສປປ ລາວ ພ້ອມຄະນະໄດ້ເຂົ້າ ຮ່ວມກອງປະຊຸມສຸດຍອດການ ຮ່ວມມືດ້ານສື່ມວນຊົນ ແມ່ນໍ້າຂອງ- ແມ່ນໍ້າລ້ານຊ້າງ ປີ 2023 ໄດ້ຈັດ ຂຶ້ນໃນວັນທີ 27 ມິຖຸນາ ທີ່ນະຄອນ ຫລວງປັກກິ່ງ ສປ ຈີນ ໂດຍການ ເປັນເຈົ້າພາບຂອງໜັງສືພິມປະຊາ ຊົນ ລາຍວັນ ແຫ່ງ ສປ ຈີນ ໂດຍມີ ທ່ານ ຫລີ ຊູເຫລີຍ (Li Shulei) ກຳມະການກົມການເມືອງສູນກາງ ພັກ, ຄະນະເລຂາທິການສູນກາງ ພັກ, ຫົວໜ້າຄະນະໂຄສະນາສູນກາງ ພັກກອມມູນິດຈີນ, ທ່ານ ທົວ ເຈິ້ນ (Tuo Zhen) ປະທານ ໜັງສືພິມ ປະຊາຊົນ ລາຍວັນ ແຫ່ງ ສປ ຈີນ, ມີບັນດາສື່ມວນຊົນຈາກ 6 ປະເທດ (ສປ ຈີນ ໃນນາມຄູ່ຮ່ວມພັດທະນາ ແລະ 5 ປະເທດລຸ່ມແມ່ນໍ້າຂອງ ຄື: ລາວ, ຫວຽດນາມ, ກຳປູເຈຍ, ມຽນ ມາ ແລະ ໄທ) ແລະ ພາກສ່ວນ ກ່ຽວຂ້ອງ ເຂົ້າຮ່ວມ. ກອງປະຊຸມຈັດຂຶ້ນພາຍໃຕ້ຫົວ ຂໍ້ “ການສົ່ງເສີມຄວາມຜູກພັນ ລະ ຫວ່າງປະຊາຊົນ ເພື່ອອະນາຄົດທີ່ ດີກວ່າຮ່ວມກັນ” ໂດຍໄດ້ມີຫົວຂໍ້ ຍ່ອຍສະເພາະອີກ 2 ຫົວຂໍ້ຄື: “ຍູ້ ແຮງເສດຖະກິດພາກພື້ນ ເພື່ອຜົນ ປະໂຫຍດຮ່ວມກັນ” ແລະ “ສົ່ງເສີ່ມ ການແລກປ່ຽນສື່ມວນຊົນ ເພື່ອ ຄວາມຜູກພັນທີ່ແໜ້ນແຟ້ນ” ຊຶ່ງສື່ ມວນຊົນຫລັກຈາກ 6 ປະເທດ ໄດ້ດຳເນີນການແລກປ່ຽນຄວາມ ຄິດເຫັນ, ປະສົບການຢ່າງເລິກເຊິ່ງ ແລະ ກົງໄປກົງມາ ພ້ອມທັງມີຂໍ້ສະ ເໜີ ເພື່ອສົ່ງເສີມສື່ມວນຊົນໃນບັນ ດາປະເທດແມ່ນໍ້າຂອງ ໃຫ້ມີຄວາມ ຜູກພັນແໜ້ນແຟ້ນຂຶ້ນ ຮ່ວມມືກັນໂຄ ສະນາເຜີຍແຜ່ການຈັດຕັ້ງປະຕິບັດ ແລະ ໝາກຜົນຂອງການຮ່ວມມືໃນ ຂອບແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ໃຫ້ປະຊາຊົນຂອງປະເທດຕົນ ໄດ້ ຮັບຮູ້ ແລະ ເຂົ້າໃຈຢ່າງຖືກຕ້ອງ, ປະກອບສ່ວນຍູ້ແຮງການຮ່ວມມື ໃຫ້ໄດ້ຮັບການສືບຕໍ່ ໂດຍມີຜົນປະ ໂຫຍດທີ່ເປັນຮູບປະທໍາເກີດຂຶ້ນ ຫລາຍກວ່າເກົ່າ. ທ່ານ ຫລີ ຊູເຫລີຍ ໄດ້ກ່າວວ່າ: ປີ 2016, ຂອບການຮ່ວມມືແມ່ນໍ້າ ຂອງ-ແມ່ນໍ້າລ້ານຊ້າງ ໄດ້ເລີ່ມຂຶ້ນ ໂດຍໄດ້ມີການພົວພັນຮ່ວມມືກັນ ແລະ ໃນ 7 ປີ ຜ່ານມາ ຂອບການ ຮ່ວມມືດັ່ງກ່າວ ໄດ້ນໍາເອົາຜົນປະ ໂຫຍດຫລາຍດ້ານມາສູ່ປະຊາຊົນ ຂອງບັນດາປະເທດແມ່ນໍ້າຂອງ ຊຶ່ງ ສື່ມວນຊົນຂອງພວກເຮົາຕ້ອງເສີມ ຂະຫຍາຍ 6 ແຜນງານສຳຄັນ ເພື່ອຜົນປະໂຫຍດລວມຂອງປະເທດ ລຸ່ມແມ່ນໍ້າຂອງ ໂດຍເອົາຕົວຢ່າງ ທີ່ດີມາໂຄສະນາເຜີຍແຜ່ສູ່ສັງຄົມ, ເພີ່ມທະວີການຮ່ວມມືເຂົ້າໃນໜຶ່ງ ແລວໜຶ່ງເສັ້ນທາງ, ການສຳພາດ, ຮ່ວມຊຸກຍູ້ການທ່ອງທ່ຽວ ແລະ ອື່ນໆ ເພື່ອເສີມຂະຫຍາຍການຮ່ວມ ມື, ສືບຕໍ່ຄວາມເຂົ້າໃຈຕໍ່ປະຊາຊົນສູ່ ປະຊາຊົນ ເພື່ອຈັດຕັ້ງຜັນຂະຫຍາຍ ຂອບການຮ່ວມມືແມ່ນໍ້າຂອງ-ແມ່ ນໍ້າລ້ານຊ້າງ. ໂອກາດດຽວກັນ, ທ່ານ ວັນໄຊ ຕະວິນຍານ ໄດ້ໃຫ້ຮູ້ວ່າ: ໃນໄລຍະ ຜ່ານມາ, ໜັງສືພິມປະຊາຊົນຍາມ ໃດກໍໃຫ້ການສະໜັບສະໜູນການ ຮ່ວມມືໃນຂອບແມ່ນໍ້າຂອງ-ແມ່ນໍ້າ ລ້ານຊ້າງ; ການຈັດຕັ້ງປະຕິບັດຂອບ ການຮ່ວມມືດັ່ງກ່າວ ມີຜົນສໍາເລັດ ຫລາຍດ້ານ ໂດຍສະເພາະແມ່ນການ ປົກປັກຮັກສາແຫລ່ງນໍ້າ, ອ່າງນໍ້າ ຂອງທີ່ພວມຜະເຊີນກັບສິ່ງທ້າທາຍ ຫລາຍຢ່າງເຊັ່ນ: ໄພແຫ້ງແລ້ງ, ໄພນໍ້າຖ້ວມ, ບັນຫາສິ່ງແວດລ້ອມ ແລະ ອື່ນໆ. ຂອບການຮ່ວມມືປະ ກອບສ່ວນສໍາຄັນເຂົ້າໃນການພັດ ທະນາເສດຖະກິດ-ສັງຄົມ ໃນພາກ ພື້ນແມ່ນໍ້າຂອງຢ່າງເປັນຮູບປະທໍາ ແລະ ມີໝາກຜົນ, ໃນນັ້ນມີ 36 ໂຄງການທີ່ພວມຈັດຕັ້ງປະຕິບັດຢູ່ ສປປ ລາວ ຊຶ່ງອັນພົ້ນເດັ່ນແມ່ນໂຄງ ການພັດທະນາຊົນນະບົດ ແລະ ຫລຸດຜ່ອນຄວາມທຸກຍາກລວມມູນ ຄ່າ 33 ລ້ານຢວນ (ປະມານ 42 ຕື້ກີບ); ໂຄງການປິ່ນປົວແກ່ນຕາ ຂຸ້ນບໍ່ເສຍຄ່າ ໂດຍແພດຊ່ຽວຊານ ຈາກ ສປ ຈີນ ທີ່ເດີນທາງມາໃຫ້ການ ກວດປິ່ນປົວຢູ່ ສປປ ລາວ ແລະ ໂຄງການສ້າງຄວາມອາດສາມາດ ໃຫ້ແກ່ພະນັກງານທີ່ຕິດພັນກັບ 5 ຂົງເຂດບຸລິມະສິດ ຂອງການຮ່ວມ ມື, ໃນອະນາຄົດບັນດາສື່ມວນຊົນ ເຂດລຸ່ມແມ່ນໍ້າຂອງ ມີຄວາມຈໍາ ເປັນທີ່ຈະຕ້ອງເສີມຂະຫຍາຍການ ຮ່ວມມືໂຄສະນາບັນດາຂໍ້ກໍານົດ, ນິຕິກໍາຕ່າງໆທີ່ກ່ຽວຂ້ອງກັບການ ຮ່ວມມືແມ່ນໍ້າຂອງ-ແມ່ນໍ້າລ້ານ ຊ້າງໃນການປົກປັກຮັກສາຊັບພະ ຍາກອນນໍ້າໃຫ້ມີຄວາມຍືນຍົງ, ປົກປັກຮັກສາລະບົບນິເວດທາງນໍ້າ ໃນອ່າງແມ່ນໍ້າຂອງຮ່ວມກັນລວມ ເຖິງການເຊາະເຈື່ອນຂອງຕາຝັ່ງ ແລະ ການຕື້ນເຂີນຂອງແມ່ນໍ້າ ຍ້ອນມີການນຳໃຊ້ນ້ຳຢ່າງຫລວງ ຫລາຍ ແລະ ການປ່ຽນແປງຂອງດິນ ຟ້າອາກາດທີ່ຮຸນແຮງຂຶ້ນ, ແລກ ປ່ຽນຂໍ້ມູນ ແລະ ຖອດຖອນບົດຮຽນ ຊຶ່ງກັນ ແລະ ກັນເປັນປົກກະຕິໃນ ການພັດທະນາຂອງແຕ່ລະປະເທດ ສະມາຊິກ, ຄໍານຶງເຖິງຄວາມສົມດຸນ ລະຫວ່າງຜົນປະໂຫຍດແຫ່ງຊາດ ແລະ ຜົນປະໂຫຍດລວມຂອງພາກ ພື້ນ ມາເປັນອັນດັບໜຶ່ງ. ທ່ານ ວັນໄຊ ຕະວິນຍານ ຍັງ ກ່າວຍໍ້າວ່າ: ໜັງສືພິມປະຊາຊົນ ສຽງຂອງສູນກາງພັກປະຊາຊົນປະ ຕິວັດລາວ ຢືນຢັນຈະສືບຕໍ່ໂຄສະ ນາການຮ່ວມມືໃນຂອບແມ່ນໍ້າລ້ານ ຊ້າງ-ແມ່ນໍ້າຂອງ, ຍຸດທະສາດພັດ ທະນາອ່າງແມ່ນໍ້າຂອງ ສົກ 2021- 2030 ຊຶ່ງໄດ້ສະແດງໃຫ້ເຫັນ ເຖິງວິວັດທະນາການໃໝ່ ໂດຍຄໍາ ນຶງເຖິງການສ້າງຜົນປະໂຫຍດສູງ ສຸດຂອງຊາດ ໄປຄຽງຄູ່ກັບຜົນປະ ໂຫຍດໃນພາກພື້ນ, ໂຄສະນາປຸກລະ ດົມໃຫ້ປະຊາຊົນລາວເຮັດໜ້າທີ່ “ເປັນເຈົ້າຂອງຮ່ວມກັນ” ຂອງ ທຸກໆຄົນ ເພື່ອພ້ອມກັນພັດທະນາ ແລະ ປົກປັກຮັກສາຄວາມອຸດົມສົມ ຊາດ ລາວ-ຫວຽດນາມ, ສືບຕໍ່ໄດ້ ຮັບການເພີ່ມທະວີຢ່າງມີຄວາມໜັກ ແໜ້ນ, ເຂົ້າສູ່ລວງເລິກ ແລະ ລວງ ກວ້າງ, ໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະ ກັນ ໃນລະດັບສູງ ແລະ ມີປະສິດທິ ຜົນສູງ. ໃນນັ້ນ, ມີການປະກອບ ສ່ວນສໍາຄັນຂອງສອງກະຊວງ ການຕ່າງປະເທດ ທີ່ເຮັດໜ້າທີ່ເປັນ ຂົວຕໍ່ປະສານງານ, ເຮັດໃຫ້ການພົວ ພັນຮ່ວມມືໃນຫລາຍໆດ້ານກ້າວ ຂຶ້ນສູ່ບາດກ້າວໃໝ່ເປັນກ້າວໆ ໂດຍ ສະເພາະການຮ່ວມມືທັງດ້ານການ ເມືອງ-ການຕ່າງປະເທດແມ່ນມີ ຜົນສໍາເລັດອັນຍິ່ງໃຫຍ່, ສອງຝ່າຍ ໄດ້ຮ່ວມກັນຈັດຕັ້ງຫລາຍກິດຈະກໍາ ແລະ ການເຄື່ອນໄຫວຢ່າງເປັນຂະ ບວນຟົດຟື້ນ ນັບແຕ່ສູນກາງຈົນ ຮອດທ້ອງຖິ່ນ ເພື່ອສະເຫລີມສະ ຫລອງປີສາມັກຄີມິດຕະພາບ ແລະ ສອງວັນປະຫວັດສາດ ກໍຄືວັນສ້າງ ຕັ້ງສາຍພົວພັນການທູດ ຄົບຮອບ 60 ປີ ແລະ ວັນເຊັນສົນທິສັນຍາ ມິດຕະພາບ ແລະ ການຮ່ວມມືຄົບ ຮອບ 45 ປີ, ການແລກປ່ຽນການ ຢ້ຽມຢາມຂອງຄະນະຜູ້ແທນລະດັບ ຕ່າງໆແຕ່ສູນກາງຈົນຮອດທ້ອງ ຖິ່ນ ສືບຕໍ່ຢ່າງເປັນປົກກະຕິດ້ວຍ ຫລາຍຮູບແບບ, ການໄປມາຫາສູ່ ກັນ ລະຫວ່າງ ປະຊາຊົນກັບປະຊາ ຊົນຂອງສອງປະເທດ ນັບມື້ນັບ ເພີ່ມຂຶ້ນ; ວຽກງານປ້ອງກັນຊາດປ້ອງກັນຄວາມສະຫງົບ ສືບຕໍ່ແໜ້ນ ແຟ້ນ, ສອງຝ່າຍຮ່ວມກັນສ້າງເສັ້ນ ຊາຍແດນ ລາວ-ຫວຽດນາມ ໃຫ້ ເປັນຊາຍແດນແຫ່ງສັນຕິພາບ ແລະ ພັດທະນາແບບຍືນຍົງ, ຢືນຢັນ ຄວາມສະຫງົບຂອງປະເທດຕົນ ກໍ ປຽບເໝືອນຂອງອີກປະເທດໜຶ່ງ; ການຮ່ວມມືດ້ານເສດຖະກິດ, ການ ຄ້າ ແລະ ການລົງທຶນມີການຂະ ຫຍາຍຕົວຢ່າງໜ້າພໍໃຈ, ມູນຄ່າ ການຄ້າສອງຝ່າຍ ໃນ 5 ເດືອນຕົ້ນ ປີ 2023 ບັນລຸໄດ້ 701,42 ລ້ານໂດ ລາສະຫະລັດ ເພີ່ມຂຶ້ນ 1,75% ທຽບ ໃສ່ໄລຍະດຽວກັນຂອງປີ 2022. ນອກນີ້, ການຮ່ວມມືດ້ານ ວັດທະນະທໍາ-ສັງຄົມ, ການສຶກສາ, ຄົມມະນາຄົມຂົນສົ່ງ, ພະລັງງານ, ກະສິກໍາ, ວັດທະນະທໍາ, ທ່ອງທ່ຽວ ແລະ ອື່ນໆ ສືບຕໍ່ໄດ້ຮັບການເອົາໃຈ ໃສ່ຈາກສອງຝ່າຍ. ພ້ອມນີ້, ສອງຝ່າຍໄດ້ປຶກສາຫາ ລືເພື່ອຮ່ວມກັນວາງທິດທາງແຜນ ການຮ່ວມມືໃນຕໍ່ໜ້າ ເພື່ອເພີ່ມທະວີ ຮັດແໜ້ນການພົວພັນຮ່ວມມືລະ ຫວ່າງສອງປະເທດ ໂດຍສະເພາະ ການກະກຽມໃຫ້ແກ່ບັນດາແຜນ ວຽກໃນທ້າຍປີ 2023 ນີ້, ເຊິ່ງເຫັນ ວ່າຕ້ອງໄດ້ເອົາໃຈໃສ່ຍົກສູງການ ພົວພັນຮ່ວມມືຂອງສອງກະຊວງ ການຕ່າງປະເທດໃຫ້ດີຂຶ້ນ ໂດຍສະ ເພາະໃນການເປັນໃຈກາງຊຸກຍູ້ຜັນ ຂະຫຍາຍທິດຊີ້ນໍາຂອງການນໍາ ຂັ້ນສູງ, ຕິດຕາມການຈັດຕັ້ງປະຕິບັດ ບັນດາຂໍ້ຕົກລົງທີ່ໄດ້ລົງນາມຮ່ວມ ກັນ, ການເປັນເສນາທິການໃນວຽກ ງານຕ່າງປະເທດ ແລະ ການເປັນ ໃຈກາງປະສານສົມທົບກັບບັນດາ ກະຊວງ ແລະ ຂະແໜງການກ່ຽວ ຂ້ອງຂອງທັງສອງປະເທດ ທັງສູນ ກາງ ແລະ ທ້ອງຖິ່ນ, ພ້ອມທັງຊຸກ ຍູ້ຕິດຕາມ ແລະ ແກ້ໄຂຂໍ້ຫຍຸ້ງຍາກ ໃນການພົວພັນຮ່ວມມືຕ່າງໆ ໃຫ້ມີ ປະສິດທິພາບ ແລະ ທັນການຂຶ້ນ ກວ່າເກົ່າ ແນໃສ່ຍົກສູງການພົວພັນ ຮ່ວມມືຂອງສອງປະເທດ ທັງໃນ ຂອບສອງຝ່າຍ ແລະ ຫລາຍຝ່າຍ ໃຫ້ມີປະສິດທິຜົນຍິ່ງໆຂຶ້ນ. ສະເພາະໃນຂອບການຮ່ວມມື ຂອງສອງກະຊວງການຕ່າງປະ ເທດ ລາວ-ຫວຽດນາມ, ສອງຝ່າຍ ເຫັນດີຮ່ວມກັນສືບຕໍ່ເອົາໃຈໃສ່ຈັດ ຕັ້ງປະຕິບັດຂໍ້ຕົກລົງຮ່ວມມືລະ ຫວ່າງສອງກະຊວງ ໄລຍະ 2021- 2025 ແລະ ແຜນປະຕິບັດງານ ການຮ່ວມມືດ້ານການທູດເສດຖະ ກິດ ໄລຍະ 2020-2025 ໃຫ້ປາ ກົດຜົນເປັນຮູບປະທໍາ, ທັງການ ຮ່ວມກັນຄົ້ນຄວ້າເອກະສານຕ່າງໆ, ການສ້າງຜູ້ແປພາສາ, ການຝຶກອົບ ຮົມນັກການທູດ, ການຍົກລະດັບບຸກ ຄະລາກອນກະຊວງການຕ່າງປະ ເທດ, ການປະສານສົມທົບກັນ ຂອງບັນດາສະຖານທູດ ແລະ ຫ້ອງ ການຕາງໜ້າ ຂອງສອງປະເທດ ຢູ່ປະເທດທີສາມ; ສອງຝ່າຍເຫັນ ດີ ສືບຕໍ່ເພີ່ມທະວີປະສານສົມທົບກັນ ຢ່າງໃກ້ຊິດໃນດ້ານຕ່າງໆ ເປັນຕົ້ນ ການພົວພັນຮ່ວມມືດ້ານການທູດ ເສດຖະກິດ, ວຽກງານກົງສຸນ, ວຽກງານການຂ່າວ, ຊາຍແດນ, ຝຶກ ອົບຮົມກໍ່ສ້າງບຸກຄະລາກອນ ແລະ ອື່ນໆ. ນອກຈາກນັ້ນ, ສອງຝ່າຍ ຍັງໄດ້ແລກປ່ຽນຄໍາເຫັນເຫັນກ່ຽວ ກັບສະພາບການພົ້ນເດັ່ນ ໃນພາກ ພື້ນ ແລະ ສາກົນ ທີ່ມີຄວາມສົນໃຈ ຮ່ວມກັນຈໍານວນໜຶ່ງ, ລວມເຖິງປຶກ ສາຫາລືເພື່ອເພີ່ມທະວີການພົວພັນ ຮ່ວມມືໃນອະນຸພາບພື້ນ, ພາກພື້ນ ແລະ ສາກົນ. ຄຽງຄູ່ກັນນີ້, ຝ່າຍ ລາວ ໄດ້ແຈ້ງໃຫ້ຊາບກ່ຽວກັບການ ກະກຽມເປັນປະທານອາຊຽນ ໃນ ປີ 2024 ແລະ ຍັງໄດ້ສະເໜີຝ່າຍ ຫວຽດນາມ ສືບຕໍ່ຊຸກຍູ້ການສະເໜີ ເອົາອຸທິຍານແຫ່ງຊາດ ຫີນໜາມໜໍ່ ຂອງ ສປປ ລາວ ເຂົ້າເປັນມໍລະ ດົກໂລກທາງທໍາມະຊາດຮ່ວມຊາຍ ແດນກັບອຸທິຍານແຫ່ງຊາດຟອງ ຍ່າແກບັງ ມໍລະດົກໂລກທາງທໍາ ມະຊາດຂອງ ສສ ຫວຽດນາມ. ໃນ ຂະນະດຽວກັນ, ຝ່າຍຫວຽດນາມ ໄດ້ຢືນຢັນຈະໃຫ້ການຊ່ວຍເຫລືອ ແລະ ສະໜັບສະໜູນ ສປປ ລາວ ຢ່າງສຸດຄວາມສາມາດ ໂດຍສະ ເພາະ ໃນການເປັນປະທານອາຊຽນ ໃນປີ 2024 ຂອງ ສປປ ລາວ ໃຫ້ ສໍາເລັດຜົນຢ່າງຈົບງາມ. ຂ່າວ: ສຸກສະຫວັດ ສະມາຄົມເຟີນິເຈີລາວ... ທີ່ສວຍງາມຫລາຍຮູບຫລາຍແບບ ຮ່ວມເຂົ້າຈັບຈອງເຕັມ 100% ໃນ ຫ້ອງວາງສະແດງ 131 ຫ້ອງ ຈາກ 50 ຫົວໜ່ວຍ ທີ່ຢູ່ພາຍໃນນະຄອນ ຫລວງວຽງຈັນ, ມາຈາກຕ່າງ ແຂວງ ແລະ ພິເສດຍັງມີສິນຄ້າໂອ ດັອບເຂົ້າຮ່ວມນໍາອີກ. ບູນຂອງແມ່ນໍ້າສາຍນີ້ໃຫ້ຄົງຢູ່ຕະ ຫລອດໄປ ປຽບດັ່ງແຫລ່ງຊັບພະ ຍາກອນອັນລໍ້າຄ່າ ໃຫ້ສາມາດຫລໍ່ ລ້ຽງ ແລະ ຄໍ້າຊູທຸກສັບພະສິ່ງທີ່ ອາໄສຢູ່ໃນຂົງເຂດນີ້. ຂ່າວ-ພາບ: ສຸກສະຫວັນ ທ່ານ ທອງດຳ ສີຫາມາຍາ ປະທານສະມາຄົມເຟີນີເຈີລາວໄດ້ ໃຫ້ຮູ້ວ່າ: ງານຄັ້ງນີ້, ຈະເລີ່ມຂຶ້ນໃນ ລະຫວ່າງວັນທີ 8-16 ກໍລະກົດ 2023 ທີ່ຈະມາເຖິງນີ້, ມາຮອດ ປັດ ຈຸບັນງານດັ່ງກ່າວມີຄວາມພ້ອມ ແລ້ວ 97% ເຊິ່ງຈຸດປະສົງການຈັດ ງານ ກໍເພື່ອປະຕິບັດຕາມນະໂຍ ບາຍຂອງພັກ ແລະ ລັດຖະບານໃນ ການຊຸກຍູ້ສົ່ງເສີມການຜະລິດພາຍ ໃນ, ທັງເປັນການໂຄສະນາເຜີຍ ແຜ່ໃຫ້ສັງຄົມຮັບຮູ້ຜະລິດຕະພັນ ເຄື່ອງເຮືອນລາວຫລາຍຂຶ້ນ, ໃຫ້ຜູ້ ຜະລິດສາມາດເຂົ້າຫາຕະຫລາດ ຈຳໜ່າຍສິນຄ້າທັງພາຍໃນ ແລະ ຕ່າງປະເທດ ເພື່ອກ້າວເຂົ້າສູ່ການ ສ້າງຕະໜ່າງວາງສະແດງ ແລະ ຂາຍສິນຄ້າເຄື່ອງເຮືອນລາວ ກັບ ພາກພື້ນ ແລະ ສາກົນໃນອະນາຄົດ. ພ້ອມກັນນີ້, ຍັງເປັນການສະເຫລີມ ສະຫລອງວັນສັ້ງຕັ້ງສະມາຄົມເຟີ ນິເຈີລາວ ຄົບຮອບ 20 ປີ ຕື່ມອີກ. ສຳລັບງານວາງສະແດງຄັ້ງນີ້, ຜູ້ປະກອບການ ໂດຍສະເພາະບັນ ດາໂຮງງານເຟີນິເຈີ, ໂຮງງານປຸງ ແຕ່ງໄມ້ສຳເລັດຮູບ ແລະ ຜູ້ປະກອບ ການຂາຍເຄື່ອງເຮືອນລາວ ຈະນຳ ຜະລິດຕະພັນທີ່ສວຍງາມເຮັດດ້ວຍ ໄມ້, ຫວາຍ, ໄມ້ປ່ອງ, ຜະລິດຕະພັນ ຫັດຖະກຳ, ເຄື່ອງແກະ ສະຫລັກຕະ ຫລອດຮອດວັດສະດຸເສດເຫລືອ ຕ່າງໆທີ່ເຮັດເປັນເຄື່ອງເຟີນິເຈີ ຫລື ເຄື່ອງເຮືອນລາວເຂົ້າຮ່ວມວາງສະ ແດງ. ນອກຈາກນັ້ນ, ພາຍໃນງານ ຍັງຈະມີກິດຈະກຳອື່ນໆອີກຫລາກ ຫລາຍເປັນຕົ້ນ ການສາທິດການຜະ ລິດເຄື່ອງເຟີນິເຈີ, ແກະສະຫລັກໄມ້, ການຈົກສະຫລາກຊີງລາງວັນ ແລະ ການສະແດງສິລະປະດົນຕີ ທີ່ ຈະສ້າງຄວາມເບີກບານມ່ວນຊື່ນ ໄດ້ຕະຫລອດງານ. ໂອກາດນີ້, ສະມາຄົມເຟີນິເຈີ ລາວ ຍັງໄດ້ເຊີນຊວນໃຫ້ພໍ່ແມ່ປະ ຊາຊົນລາວ ກໍຄື ຊາວນະຄອນ ຫລວງວຽງຈັນ ເຂົ້້າທ່ຽວຊົມ ແລະ ເລືອກຈັບຈ່າຍຊື້-ຂາຍສິນຄ້າເຄື່ອງ ເຮືອນລາວພາຍໃນງານດັ່ງກ່າວ, ທັງນີ້ ກໍເພື່ອເປັນການຊຸກຍູ້ສົ່ງເສີມ ທຸລະກິດ ກໍຄື ສິນຄ້າພາຍໃນທີ່ຜະ ລິດຈາກສີໄມ້ລາຍມືຂອງຄົນລາວ, ທັງເປັນການສ້າງຄວາມເຂັ້ມແຂງ ແກ່ສະພາບເສດຖະກິດ ແລະ ແກ້ ໄຂໄພເງິນເຟີ້ ທີ່ປະເທດຊາດຜະ ເຊີນໃນເວລານີ້.
RkJQdWJsaXNoZXIy MTc3MTYxMQ==