5651

xtgmf]k; 3 30/06/2023 0kj ; c]t gsfdko dh k;l6 j ]t[q [75 h ,7v'dkog'y ocsj ']a f gxa oma oltw\mu j ,u 7;k,g0A ,c0'F 3xj '.l gxa ofu 9y 8vo c]t p5 8y me ໂດຍ: ເຂົ້າຈານນໍ້າ+ ພາບ: ເກດສະໜາ ໂດຍ: ຢ່າຕົ່ງ v5flkstde c]t dko7hk ,uczo75h,7v'{ ljq'glu,m5]tdyf0t|kfohvp{dk' 1jk'8+gonjv' rhv,daogxaog9QkdkoxjvplafoE{lafxjk 7nol6jme,t-kf * ຍັງອີກບໍ່ພໍເທົ່າໃດມື້ ກໍ່ຈະ ຮອດວັນປ່ອຍປາ ແລະ ອະນຸລັກ ສັດນ້ຳ-ສັດປາແຫ່ງຊາດແລ້ວ ເຊິ່ງ ການທີ່ ພັກ-ລັດຖະບານ ກຳນົດ ເອົາວັນທີ 13 ກໍລະກົດ ຂອງ ທຸກໆປີເປັນວັນປ່ອຍປາ ແລະ ອະ ນຸລັກສັດນໍ້າ-ສັດປ່າ ກໍເພື່ອເປັນ ການປຸກລະດົມໃຫ້ທຸກພາກສ່ວນ ທັງພາກລັດ, ເອກະຊົນ, ນິຕິບຸກຄົນ ເປັນເຈົ້າການສ້າງຂະບວນການ ປ່ອຍສັດນ້ຳ-ສັດຄືນສູ່ທຳມະຊາດ ເຊິ່ງໃນປັດຈຸບັນ ມີບາງທ້ອງຖິ່ນ ກໍ່ໄດ້ ພ້ອມກັນຈັດຕັ້ງປ່ອຍສັດນ້ຳສັດປ່າຄືນສູ່ແຫລ່ງນ້ຳທຳມະຊາດ ແລະ ປ່າໄມ້ຢ່າງເປັນເຈົ້າການ. ດັ່ງ ຄໍລຳ “ຂຽວສົດ ສະອາດ ງົດງາມ” ໄດ້ສະເໜີໃນທ້າຍອາທິດຜ່ານມາ ໃນຫົວຂໍ້ “ເມືອງລະມາມ ປ່ອຍປາ 2.000 ໂຕສູ່ວັງສະຫງວນຕັ້ງໃໝ່” ໃຫ້ທ່ານຜູ້ອ່ານມາແລ້ວ. ດັ່ງຮູ້ນຳກັນແລ້ວວ່າ: ໃນວັນທີ 13 ກໍລະກົດຂອງທຸກໆປີ ເຊິ່ງ ແມ່ນວັນທີ່ມີຄວາມໝາຍສໍາຄັນ ອີກວັນໜຶ່ງທີ່ ພວກເຮົາຕ້ອງໄດ້ ອອກແຮງແຂ່ງຂັນສ້າງຜົນງານ * ມີຫລາຍບັນຫາທີ່ບັນດາ ສສຊ ແຕ່ລະເຂດໃຫ້ຄວາມສົນໃຈ ກ່ຽວ ກັບການຈັດຕັ້ງປະຕິບັດແຜນພັດ ທະນາເສດຖະກິດ-ສັງຄົມ, ແຜນງົບ ປະມານແຫ່ງລັດ ແລະ ແຜນເງິນຕາ ເຊິ່ງຢູ່ໃນບົດລາຍງານດັ່ງກ່າວ ມີ ຫລາຍດ້ານທີ່ລັດຖະບານໄດ້ເອົາ ໃຈໃສ່ຢ່າງຕັ້ງໜ້າ. ຂະນະດຽວກັນ ສສຊ ກໍ່ໄດ້ສະເໜີຫລາຍບັນຫາ ໃຫ້ລັດຖະບານກໍ່ຄືພາກສ່ວນກ່ຽວ ຂ້ອງເລັ່ງແກ້ໄຂດ່ວນ. ຄໍລໍາສຽງ ຈາກສະພາ ໜັງສືພິມປະເທດລາວ ສະບັບນີ້ ຂໍພາທ່ານຜູ້ອ່ານມາຮູ້ກ່ຽວ ກັບການຊີ້ແຈງຂອງກະຊວງອຸດ ສາຫະກຳ ແລະ ການຄ້າກ່ຽວກັບ ຄຳຊັກຖາມທີ່ວ່າ:“ການຈັດຕັ້ງປະ ຕິບັດວຽກງານສົ່ງເສີມຈຸນລະວິສາ ຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ ສະໜອງແຫລ່ງທຶນສິນ ເຊື່ອໃຫ້ແກ່ຊາວກະສິກອນ, ຜູ້ປະ ກອບການຜະລິດຄືແນວໃດ? ໂດຍ ສະເພາະການສະໜອງສິນເຊື່ອ ໃຫ້ແກ່ກຸ່ມ ແລະ ສະຫະກອນການ ຜະລິດເປັນແນວໃດ? ໄດ້ມີການ ຊຸກຍູ້ຕິດຕາມ ກ່ຽວກັບຄວາມຍືນ ຍົງໃນການໃຊ້ແຫລ່ງທຶນຕໍ່ກຸ່ມດັ່ງ ກ່າວຄືແນວໃດ?” ຕໍ່ກັບຄຳຊັກຖາມດັ່ງກ່າວນັ້ນ, ທ່ານ ນາງ ຈັນສຸກ ແສງພະຈັນ, ຮອງລັດຖະມົນຕີກະຊວງອຸດສາ ຫະກໍາ ແລະ ການຄ້າ ໄດ້ຊີ້ແຈງວ່າ: ການສະໜອງສິນເຊື່ອຂອງກອງ ທຶນສົ່ງເສີມຈຸນລະວິສາຫະກິດ, ວິ ສາຫະກິດຂະໜາດນ້ອຍ ແລະ ກາງ (ທສວ) ໃຫ້ແກ່ຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍແລະ ກາງ (ຈນກ) ແມ່ນສະໜອງຜ່ານ ທະນາຄານທຸລະກິດ ແລະ ສະຖາ ບັນການເງິນອື່ນ ທສວ ບໍ່ໄດ້ສະ ໜອງໃຫ້ ຈນກ ໂດຍກົງ. ປັດຈຸບັນ ແມ່ນສະໜອງຜ່ານ 08 ທະນາ ຄານທຸລະກິດ, 11 ສະຖາບັນການ ເງິນຈຸລະພາກ ແລະ 02 ກອງທຶນ ທີ່ເປັນຄູ່ຮ່ວມສັນຍາ. ສຳລັບແແຫລ່ງທຶນ ທສວ ປະ ກອບມີ 05 ບ້ວງເງິນຄື: ບ້ວງເງິນ ກໍ່ຕັ້ງທສວ ທີ່ລັດຖະບານປະກອບ ທຶນໃຫ້ 32 ຕື້ກີບ, ບ້ວງເງິນໂຄງ ການເຂົ້າເຖິງແຫລ່ງທຶນຂອງວິສາ ຫະກິດຂະໜາດນ້ອຍ ແລະ ກາງ ທີ່ເປັນເງິນກູ້ຢືມດອກເບ້ຍຜ່ອນຜັນ ແລະ ເງິນຊ່ວຍເຫລືອລ້າຈາກທະນາ ຄານ ໂລກ 111,68 ຕື້ກີບ, ບ້ວງ ເງິນສະສົມຂອງ ທສວ ທີ່ໄດ້ຮັບ ຈາກດອກເບ້ຍບ້ວງເງິນສະໜອງ ທຶນໃຫ້ສະຖາບັນການເງິນ (ຮອດປີ 2022 ມີ 17,65 ຕື້ກີບ ຄາດຄະເນປີ 2023 ຈະມີທຶນເພີ່ມຕື່ມ 5 ຕື້ກີບ), ບ້ວງເງິນປະກອບທຶນຂອງລັດຖະ ບານໃຫ້ ທສວ ແຕ່ປີ 2020 ຫາ 2022 ມີ500ຕື້ກີບ (ປີ 2020 ຈຳ ນວນ 200 ຕື້ກີບ, ປີ 2021 ຈຳ ນວນ100 ຕື້ກີບ ແລະ ປີ 2022 ຈຳ ນວນ200ຕື້ກີບ). ສໍາລັບປີ 2023 ລັດຖະບານ ມີແຜນຈະປະກອບທຶນ ໃຫ້ ທສວ 06 ເດືອນ ຕົ້ນປີ 100 ຕື້ກີບ ແລະ 06 ເດືອນ ທ້າຍປີ 100 ຕື້່ກີບ ແລະ ບ້ວງເງິນໂຄງການ ເຂົ້າ ເຖິງແຫລ່ງທຶນຂອງ ຈນກ ເພື່ອຮັບ ມືກັບຜົນກະທົບຈາກໂຄວິດ-19 ທີ່ ເປັນເງິນກູ້ຢືມດອກເບ້ຍຜ່ອນຜັນ ຈາກທະນາຄານໂລກ 34 ລ້ານໂດ ລາສະຫະລັດ. ສ່ວນການສະໜອງສິນເຊື່ອບ້ວງ ຕ່າງໆຂອງ ທສວ ຜ່ານມາ ແມ່ນໄດ້ ສະໜອງໃຫ້ແກ່ຜູ້ປະກອບກິດຈະ ການໃນຂະແໜງກະສິກຳ (ປູກຝັງ ແລະ ລ້ຽງສັດ) ເປັນອັນດັບໜຶ່ງ ກວມອັດຕາສ່ວນເຖິງ 48,55% ເປັນວົງເງິນຫລາຍກວ່າ305 ຕື້ກີບ. ພ້ອມນັ້ນ, ຜູ້ປະກອບການດ້ານ ກະສິກໍາ ຍັງສາມາດເຂົ້າຫາແຫລ່ງ ທຶນບ້ວງເງິນປະກອບທຶນ ຂອງລັດ ຖະບານ (ອັດຕາດອກເບ້ຍ 3% ຕໍ່ປີ) ຜ່ານທະນາຄານທຸລະກິດ ໄດ້ ຫລາຍກວ່າຂະແໜງອື່ນຈໍານວນ ກວ່າ 270 ຕື້ກີບ ກວມ 63% ຂອງ ທຶນທັງໝົດ. ໄລຍະຜ່ານມາ, ທະນາຄານ ແລະ ສະຖານບັນການເງິນທີ່ເປັນຄູ່ ຮ່ວມມືກັບທສວໄດ້ປ່ອຍກູ້ໃຫ້ຄອບ ຄົວຫລືຜູ້ປະກອບກິດຈະການທີ່ ເປັນ ສະມາຊິກຂອງກຸ່ມຄື: ສະມາຊິກກຸ່ມ ປູກຜັກອິນຊີ ບ້ານບຸ່ງພ້າວ, ເມືອງ ທຸລະຄົມ, ແຂວງວຽງຈັນ; ສະມາ ຊິກກຸ່ມປູກຜັກອິນຊີ ບ້ານທົ່ງມັ່ງ, ເມືອງໄຊທານີ, ນະຄອນຫລວງ ວຽງຈັນ ແລະ ສະມາຊິກສະຫະກອນ ຜະລິດກາເຟຄຸນນະພາບຈິງໃຈ ຢູ່ເມືອງປາກຊ່ອງ, ແຂວງຈໍາປາ ສັກ ເນືື່ອງຈາກວ່າເຂົາເຈົ້າເປັນກຸ່ມ ທຸລະກິດທີ່ຂ້ອນຂ້າງເຂັ້ມແຂງ ແລະ ມີຄວາມຮັບຜິດຊອບສູງຕໍ່ການ ຈ່າຍຄືນໜີ້ສິນທີ່ໄດ້ສະໜອງໃຫ້. ຢ່າງໃດກໍ່ດີຮອດປັດຈຸບັນ, ທະ ນາຄານ ແລະ ສະຖານບັນການເງິນ ທີ່ເປັນຄູ່ຮ່ວມມື ຍັງບໍ່ໄດ້ປ່ອຍສິນ ເຊື່ອໃຫ້ກຸ່ມ ແລະ ສະຫະກອນການ ຜະລິດເທື່ອ ສາເຫດຕົ້ນຕໍທີ່ເຮັດໃຫ້ ບໍ່ສາມາດປ່ອຍກູ້ໃຫ້ກຸ່ມ ຫລື ສະຫະ ກອນຍ້ອນວ່າ ກຸ່ມ ຫລື ສະຫະກອນ ການຜະລິດ ບໍ່ມີຫລັກຊັບຄໍ້າປະກັນ ເປັນອັນລວມ ແລະ ສະມາຊິກພາຍ ໃນກຸ່ມ ຫລື ສະຫະກອນບໍ່ຍິນຍອມ ທີ່ຈະເອົາຊັບສິນສ່ວນຕົວ ໄປເປັນ ຫລັກຊັບຄໍ້າປະກັນລວມໃຫ້ຜູ້ອື່ນ ແລະ ບໍ່ມີໃຜທີ່ຈະຍິນຍອມເຊັນຄໍ້າ ປະກັນກູ້ຢືມເງິນໃຫ້ກັນ ເພາະຖ້າ ຫາກກຸ່ມ ຫລື ສະຫະກອນ ບໍ່ສາ ມາດຊໍາລະເງິນຄືນໃຫ້ສະຖາບັນ ການເງິນ ເຊິ່ງຜູ້ທີ່ເຊັນຄໍ້າປະກັນ ຕ້ອງຮັບຜິດຊອບຕໍ່ການກູ້ຢືມຕໍ່ໜ້າ ກົດໝາຍ. ທສວ ແມ່ນການລົງທຶນຂອງ ລັດທີ່ມີຄວາມຍືນຍົງ, ມີທຶນບໍ່ບົກ ແຫ້ງ ແລະ ບໍ່ໄດ້ລົບກວນງົບປະ ມານຂອງລັດໃນແຕ່ລະປີ ລັດຖະ ບານໄດ້ປະກອບທຶນສ້າງຕັ້ງ 32 ຕື້ກີບ ນັບແຕ່ປີ 2011 ຮອດປັດຈຸ ບັນເງິນທຶນດັ່ງກ່າວຍັງຄົງເດີມບໍ່ ໄດ້ສູນຫາຍໂດຍໄດ້ສະໜອງໃຫ້ທະ ນາຄານພັດທະນາລາວ ສະໜອງ ໃຫ້ ຈນກ ເຊິ່ງໃນ 32 ຕື້ກີບ ນັ້ນໄດ້ ໝູນວຽນສະໜອງສິນເຊື່ອໃຫ້ ຈນກ (ເກັບຕົ້ນທຶນຄືນໄດ້ແລ້ວສະ ໜອງໃຫ້ຜູ້ໃໝ່) ເຮັດໃຫ້ຕົວເລກ ສະໜອງສິນເຊື່ອ ເພີ່ມຂຶ້ນ ຮອດປັດ ຈຸບັນມີທຶນ 100,43 ຕື້ກີບ.ທສວ ສະໜອງສິນເຊື່ອຜ່ານທະນາຄານ ທຸລະກິດ ແລະ ສະຖາບັນການເງິນ ອື່ນ, ການປະຕິບັດໃນຮູບການດັ່ງ ກ່າວແມ່ນມີຄວາມຍືນຍົງ ແລະ ເປັນທີ່ຍອມຮັບຂອງສາກົນ ຈຶ່ງເຮັດ ໃຫ້ອົງການການເງິນຂອງສາກົນ ເຊັ່ນ: ທະນາຄານໂລກ ມີຄວາມເຊື່ອ ໝັ້ນ ແລະ ໄດ້ສະໜອງເງິນກູ້ຢືມ ດອກ ເບ້ຍຜ່ອນຜັນ ແລະ ຊ່ວຍເຫລືອ ລ້າ 111,68 ຕື້ກີບ ໃນປີ 2016 ພາຍໃຕ້ໂຄງການເຂົ້າເຖິງແຫລ່ງ ທຶນຂອງວິສາຫະກິດຂະໜາດນ້ອຍ ແລະ ກາງ ແລະ ໃນປີ 2021 ໄດ້ໃຫ້ ເງິນກູ້ຢືມດອກເບ້ຍຜ່ອນຜັນ ເພື່ອ ປ່ອຍກູ້ໃຫ້ ຈນກ 34 ລ້ານໂດລາ ສະ ຫະລັດ ພາຍໃຕ້ໂຄງການເຂົ້າເຖິງ ແຫລ່ງທຶນຂອງ ຈນກ ເພື່ອຮັບມືກັບ ຜົນກະທົບຈາກໂຄວິດ-19. ການ ປ່ອຍສິນເຊື່ອຜ່ານທະນາຄານທຸລະ ກິດ ແມ່ນມີຜົນດີຫລາຍປະການສາ ມາດຮັບປະກັນການເກັບຄືນສິນ ເຊື່ອ ແລະ ປ້ອງກັນໄດ້ໜີ້ສິນທີ່ບໍ່ເກີດ ດອກອອກຜົນ (NPL). ດັ່ງນັ້ນ, ລັດ ຈຶ່ງບໍ່ຄວນປ່ອຍ ເງິນກູ້ດ້ວຍຕົນເອງ ເນື່ອງຈາກ ຖອດຖອນບົດຮຽນໃນໄລຍະຜ່ານ ມາທຸກກອງທຶນທີ່ລັດ ເປັນຜູ້ປ່ອຍ ກູ້ດ້ວຍຕົນເອງ ເຫັນວ່າ ບໍ່ມີປະສິດ ທິຜົນ.ໃນການຈັດຕັ້ງປະຕິບັດຕົວ ຈິງ ທສວ ໄດ້ຄັດເລືອກທະນາຄານ ທຸລະກິດ ແລະ ສະຖາບັນການເງິນ ອື່ນ ເປັນຄູ່ຮ່ວມມື ຕາມເງື່ອນໄຂທີ່ ກຳນົດໃນດຳລັດ ວ່າດ້ວຍ ທສວ. ສະ ນັ້ນ, ການປ່ອຍສິນເຊື່ອບ້ວງເງິນ ຕ່າງໆຂອງ ທສວ ແມ່ນໃນຮູບແບບ ການກູ້ຢືມ 2 ຂັ້ນຕອນຄື: ທສວ ສະໜອງທຶນໃຫ້ສະຖາບັນການ ເງິນທີ່ເປັນຄູ່ຮ່ວມມື ໂດຍມີສັນຍາ ສະໜອງທຶນຮ່ວມກັນ ແລະ ສະ ຖາບັນການເງິນເຫລົ່ານັ້ນປ່ອຍສິນ ເຊື່ອໃຫ້ ຈນກ ທີ່ໄດ້ເງື່ອນໄຂຂອງ ທສວ ໂດຍມີສັນຍາປ່ອຍກູ້ລະ ຫວ່າງສະຖາບັນການເງິນ ແລະ ຈນກ ທີ່ກູ້ຢືມ. ແນວໃດກໍ່ດີບັນຫາສໍາຄັນ, ກະ ຊວງ ອຄ ໄດ້ມີກົນໄກການຊຸກຍູ້, ຕິດຕາມ ແລະ ກວດກາ ຫົວໜ່ວຍທຸ ລະກິດທີ່ໄດ້ຮັບສິນເຊື່ອຈາກກອງ ທຶນສົ່ງເສີມ ຈນວ ເພື່ອຮັບປະກັນ ວ່າການປ່ອຍເງິນຂອງທະນາ ຄານ ແລະ ສະຖາບັນການເງິນສອດຄ່ອງ ຕາມລະບຽບການ ແລະ ຖືກເປົ້າ ໝາຍສົ່ງເສີມ. ຜ່ານການລົງຕິດ ຕາມກວດກາ ແລະ ຊຸກຍູ້ກໍພົບເຫັນກໍ ລະນີບໍ່ສອດຄ່ອງຈໍານວນນ້ອຍໜຶ່ງ ເຊິ່ງກໍໄດ້ຕັກເຕືອນ ແລະ ຕິດຕາມ ຢ່າງຮັດກຸມເພື່ອປ້ອງກັນບັນຫາ. ຂ່ຳນັບຮັບຕ້ອນນັ້ນກໍ່ຄື: ວັນວັນເກີດ ຂອງທ່ານ ປະທານ ສຸພານຸວົງ ຜູ້ ນຳທີ່ເຄົາຮັກຂອງປວງຊົນລາວທັງ ຊາດ, ວັນປ່ອຍປາ ແລະ ອະນຸລັກ ສັດນ້ຳ-ສັດປາແຫ່ງຊາດຂອງຊາດ ລາວເຮົາ ເຊິ່ງວັນ ດັ່ງກ່າວ ໃນແຕ່ ລະປີລັດຖະບານກໍ່ຄືພາກສ່ວນ ກ່ຽວຂ້ອງ ໃນຂອບເຂດທົ່ວປະ ເທດກໍ່ໄດ້ເອົາໃຈໃສ່ຊຸກຍູ້ທົ່ວສັງ ຄົມ ຫ້າງຫາກະກຽມຫລາຍປັດໄຈ ທີ່ຈຳເປັນ ໂດຍສະເພາະແມ່ນຜະ ລິດລູກປາຕອບສະໜອງຕໍ່ຄວາມ ຕ້ອງການໃນໂອກາດສະເຫລີມສະ ຫລອງວັນປ່ອຍປາ ແລະ ອະນຸລັກ ສັດນ້ຳ-ສັດປ່າແຫ່ງຊາດ ຢ່າງຄຶກ ຄື້ນ ທັງໄດ້ຈັດພິທີປ່ອຍປາ ແລະ ສັດປ່າລົງສູ່ແຫລ່ງນ້ຳທຳມະຊາດ, ປ່າໄມ້ຫລາຍສິບລ້ານໂຕ ໃນແຕ່ ລະປີ. ການປ່ອຍປາ ແລະ ສັດປ່າ ໃນວັນດັ່ງກ່າວ ແມ່ນເປົ້າໝາຍໜຶ່ງ ທີ່ຫວັງເຮັດໃຫ້ແຫລ່ງນ້ຳທຳມະ ຊາດ, ບຶງ, ອ່າງເກັບນ້ຳ, ໜອງນ້ຳ ແລະ ປ່າໄມ້ມີຄວາມຍືນຍົງຕະ ຫລອດໄປ. ຢ່າງໃດກໍ່ດີສິ່ງແວດ ລ້ອມທາງນ້ຳ ແລະ ທາງບົກຈະ ມີ ຄວາມອຸດົນສົມບູນ ພວກເຮົາ ຕ້ອງໄດ້ເອົາໃຈໃສ່ປະກອບສ່ວນ ໃນການປົກປັກຮັກສາ ແລະ ຊົມ ໃຊ້ ຢ່າງຍືນຍົງ, ຫ້າມຫາສັດ ນ້ຳສັດປ່າແບບດັບສູນຕິດພັນກັບການ ຈັດຕັ້ງປະຕິບັດລະບຽບກົດໝາຍ ກ່ຽວຂ້ອງ ຢ່າງເຂັ້ມງວດ. ກ່ອນໜ້າປີ 2019 ໂດຍສະເພາະ ແມ່ນໄລຍະທີ່ຍັງບໍ່ມີພະຍາດໂຄ ວິດ-19 ແພ່ລະບາດໃນປະເທດ ລາວເຮົາ, ກະຊວງກະສິກຳ ແລະ ປ່າໄມ້ ກໍ່ໄດ້ເອົາໃຈໃສ່ຊຸກຍູ້ທຸກ ພາກ ສ່ວນທັງພາກລັດ, ເອກະຊົນ, ຜູ້ປະ ກອບການໃນຂອບເຂດທົ່ວປະເທດ ປ່ອຍປານັບເດືອນກໍລະກົດ ຫາ ເດືອນກັນຍາໃນທຸກໆປີປະມານ 40- 50 ລ້ານໂຕ ລົງໃສ່ແຫລ່ງນ້ຳທຳ ມະຊາດເຊັ່ນ: ນ້ຳຂອງ ແລະ ແມ່ນ້ຳ ສາຂາ, ອ່າງເກັບນ້ຳເຂື່ອນໄຟຟ້າ ແລະ ອື່ນໆຢ່າງເປັນຂະບວນຟົດຟື້ນ. ນອກຈາກນີ້, ກໍ່ໄດ້ມີແນວທາງ ນະໂຍບາຍທີ່ເໝາະສົມໃນການຄຸ້ມ ຄອງຊັບພະຍາກອນທຳມະຊາດ ແລະ ປົກປັກຮັກສາສັດນ້ຳ-ສັດປ່າ ໂດຍໄດ້ຜັນຂະຫຍາຍອອກເປັນ ກົດໝາຍວ່າດ້ວຍການອະນຸລັກສັດ ນ້ຳ ແລະ ສັດປ່າແຕ່ປີ 2004. ຂະ ນະດຽວກັນກໍ່ໄດ້ມີການສົ່ງເສີມ ໃຫ້ມີການລ້ຽງ ແລະ ຂະຫຍາຍ ພັນສັດນ້ຳ ແລະ ສັດປ່າ ເພື່ອເພີ່ມ ຈຳນວນສັດດັ່ງກ່າວໃຫ້ຫລາຍຂຶ້ນ, ໄດ້ດຳເນີນການສຶກສາຄົ້ນຄວ້າ ທາງດ້ານວິທະຍາສາດ, ສົ່ງເສີມ ການໃຫ້ຫລຸດຜ່ອນການພັດທະ ນາເສດຖະກິດ ແລະ ການທຳມາ ຫາກິນທີ່ນຳໃຊ້ຊັບພະຍາກອນທຳ ມະຊາດແບບບໍ່ຍືນຍົງ, ຟຸມເຟືອຍ ແລະ ກໍ່ໃຫ້ເກີດຜົນກະທົບທາງກົງ ແລະ ທາງອ້ອມ, ພ້ອມທັງໄດ້ວາງ ຄາດໝາຍສູ້ຊົນໃນການຄຸ້ມຄອງ ແລະ ປົກປັກຮັກສາຊັບພະ ຍາກອນ ທຳມະຊາດ ໃຫ້ສາມາດຍົກລະດັບ ອັດຕາປົກຫຸ້ມຂອງເນື້ອທີ່ປ່າໄມ້ ໃຫ້ໄດ້ 70% ໃນປີ 2025. ພາບປະກອບ

RkJQdWJsaXNoZXIy MTc3MTYxMQ==