5651

lkmk]tot]fa xt-kmxy tw8 xt-k-oq ]k; \oA pon K @ 0kj ; c]t gsfdko 30/06/2023 xtgmf]k; ສານອວຍພອນ... ບໍລິສັດ ບູຢອງລາວ... ກະຊວງ ຕສ ສຸມໃສ່... ລັດຖະບານປະຕິບັດ.... ສະພາແຫ່ງຊາດ... ປກສ ເອົາໃຈໃສ່ ... ຂປລ. ນັບແຕ່ເດືອນກັນຍາປີ 2021 ມາຮອດປັດຈຸບັນ, ລັດຖະ ບານ ກໍຄື ບັນດາຂະແໜງການ ແລະ ທ້ອງຖິ່ນທີ່ກ່ຽວຂ້ອງ ໄດ້ມີຄວາມ ພະຍາຍາມໃນການຜັນຂະຫຍາຍ ເນື້ອໃນ ແລະ ຄາດໝາຍໃນວາລະ ແຫ່ງຊາດ ໂດຍສະເພາະວາລະແຫ່ງ ຊາດ ວ່າດ້ວຍການແກ້ໄຂຄວາມ ຫຍຸ້ງຍາກທາງດ້ານເສດຖະກິດການເງິນ ເຂົ້າສູ່ວຽກງານຕົວຈິງ ຂອງຕົນໃນ 5 ວຽກຈຸດສຸມຄື:ການ ສົ່ງເສີມການຜະລິດ-ການບໍລິການ ເພື່ອທົດແທນການນຳເຂົ້າ ແລະ ເປັນສິນຄ້າສົ່ງອອກ; ການສ້າງ ຄວາມເຂັ້ມແຂງ ດ້ານການເກັບ ລາຍຮັບງົບປະມານ; ການສົ່ງເສີມ ການປະຢັດ, ຕ້ານການຟູມເຟືອຍ, ຍົກສູງປະສິດທິຜົນການລົງທຶນລາຍຈ່າຍງົບປະມານ ແລະ ການ ແກ້ໄຂໜີ້ສິນພາຍໃນ ແລະ ຕ່າງປະ ເທດ; ການສ້າງສະຖຽນລະພາບ ດ້ານເງິນຕາ ແລະ ການຍົກສູງປະ ສິດທິພາບການຄຸ້ມຄອງລັດດ້ວຍ ກົດໝາຍ. ຜ່ານການຈັດຕັ້ງປະຕິບັດ ຕົວຈິງໃນໄລຍະ 2 ປີ ຜ່ານມາ ບັນ ດາຂະແໜງການໄດ້ປະຕິບັດຕາມ ບົດບາດໜ້າທີ່ຂອງຕົນດ້ວຍຄວາມ ພະຍາຍາມເຮັດໃຫ້ 5 ວຽກຈຸດສຸມ ໄດ້ຮັບຜົນສໍາເລັດເປັນກ້າວໆມາ. ທ່ານ ຄຳເຈນ ວົງໂພສີ ລັດຖະ ມົນຕີກະຊວງແຜນການ ແລະ ການ ລົງທຶນລາຍງານໃນກອງປະຊຸມສະ ໄໝສາມັນ ເທື່ອທີ 5 ຂອງສະພາ ແຫ່ງຊາດ ຊຸດທີ IX ໃນວັນທີ 29 ມິຖຸນາ 2023 ນີ້ວ່າ: ການຈັດຕັ້ງ ປະຕິບັດວາລະແຫ່ງຊາດວ່າດ້ວຍ ການແກ້ໄຂຄວາມຫຍຸ້ງຍາກທາງ ດ້ານເສດຖະກິດ-ການເງິນ ໃນໄລ ຍະຜ່ານມາ ສູນກາງພັກ, ລັດຖະ ບານ, ສະພາແຫ່ງຊາດ ໄດ້ມີການ ຊີ້ນຳ-ນຳພາຢ່າງຈົດຈໍ່, ເຮັດໃຫ້ 5 ວຽກຈຸດສຸມດັ່ງກ່າວ, ມີຫລາຍໜ້າ ວຽກໄດ້ຮັບຜົນສຳເລັດເປັນກ້າວໆ, ອັນພົ້ນເດັ່ນແມ່ນລາຍຮັບງົບປະ ມານ ມີທ່າອ່ຽງເພີ່ມຂຶ້ນ ແລະ ຄຸ້ມ ຄອງລາຍຈ່າຍຕາມທິດປະຢັດ, ເຮັດ ໃຫ້ການແກ້ໄຂຄວາມຫຍຸ້ງຍາກ ດ້ານເສດຖະກິດ-ການເງິນໄດ້ໃນ ລະດັບປະຄັບປະຄອງ, ກົງຈັກການ ຈັດຕັ້ງມີຄວາມກະທັດຮັດກວ່າ ເກົ່າ, ສະຕິຄວາມຕື່ນຕົວໃນການປະ ຢັດມັດທະຢັດການນຳໃຊ້ງົບປະ ມານຂອງລັດ, ຂອງການຈັດຕັ້ງທຸກ ຂັ້ນໄດ້ຮັບການປັບປຸງຕື່ມອີກ ຊຶ່ງ ທັງໝົດນັ້ນ, ຈະເປັນພື້ນຖານສໍາຄັນ ເພື່ອສືບຕໍ່ບຸກບືນຕໍ່ໄປ, ແຕ່ເຖິງຢ່າງ ໃດກໍຕາມ, ຍັງມີບາງຄາດໝາຍ ຫລາຍດ້ານບໍ່ທັນບັນລຸ, ມີບາງດ້ານ ສົ່ງຜົນກະທົບຕໍ່ສິ່ງແວດລ້ອມ, ທໍາ ມະຊາດ ແລະ ສັງຄົມ. ຜົນສຳເລັດທີ່ຍາດໄດ້ໃນໄລຍະ ຜ່ານມາ ແມ່ນມີຫລາຍດ້ານທີ່ໄດ້ ຮັບການຈັດຕັ້ງປະຕິບັດຢ່າງເປັນ ຮູບປະທຳ ເປັນຕົ້ນ ວຽກຈຸດສຸມ ການສົ່ງເສີມການຜະລິດ-ການບໍລິ ການ ເພື່ອທົດແທນການນໍາເຂົ້າ ແລະ ເປັນສິນຄ້າສົ່ງອອກ ໂດຍສະ ເພາະດ້ານກະສິກຳ-ປ່າໄມ້ ໄດ້ມີຜົນ ສໍາເລັດທີ່ພົ້ນເດັ່ນ ໂດຍສຸມໃສ່ຜະ ລິດສະບຽງອາຫານ ເພື່ອຮັບໃຊ້ ພາຍໃນ ເຊິ່ງສາມາດຜະລິດເຂົ້າ ເພື່ອຄໍ້າປະກັນສະບຽງອາຫານ, ການຜະລິດເຂົ້າ ໃນປີ 2022 ປະຕິ ບັດໄດ້ 957.629 ເຮັກຕາ, ຜົນຜະ ລິດ 3,78 ລ້ານໂຕນ, ທຽບໃສ່ກ່ອນ ມີວາລະແຫ່ງຊາດ ແມ່ນເພີ່ມຂຶ້ນ 0,3%. ມາຮອດເດືອນພຶດສະພາ 2023 ສາມາດເກັບກ່ຽວຜົນຜະ ລິດເຂົ້ານາແຊງ ໄດ້ 441.850 ໂຕນ ແລະ ປູກພືດສະບຽງອາຫານ ໄດ້ປະມານ 1,07 ລ້ານໂຕນ ໃນ ເນື້ອທີ່ 125.870 ເຮັກຕາ ເຊິ່ງຈຸດ ພິເສດໃນການເກັບກ່ຽວເຂົ້ານາ ແຊງໃນປີນີ້ ແມ່ນປະຕິບັດໄດ້ຕາມ ແຜນຍ້ອນປະຊາຊົນຫັນມານຳໃຊ້ ກົນຈັກທົດແທນການນຳໃຊ້ແຮງ ງານຄົນຫລາຍຂຶ້ນ. ສ່ວນການ ປູກພືດສະບຽງອາຫານ ເພື່ອບໍລິ ໂພກພາຍໃນ ແລະ ປ້ອນໂຮງງານ ອຸດສາຫະກຳປຸງແຕ່ງໃນປີ 2022 ໄດ້ຜົນຜະລິດ 2.369.580 ໂຕນ, ທຽບໃສ່ກ່ອນປະຕິບັດວາລະແຫ່ງ ຊາດ ເພີ່ມຂຶ້ນ 14,4%, ມາຮອດ ເດືອນພຶດສະພາ 2023 ການປູກພືດ ເປັນສິນຄ້າລະດູແລ້ງໄດ້ 45.359 ເຮັກຕາ, ໃນປີ 2022 ສາມາດ ຜະລິດຊີ້ນ, ໄຂ່ ແລະ ປາ ໄດ້ທັງໝົດ 507.644 ໂຕນ, ທຽບໃສ່ກ່ອນປະຕິ ບັດວາລະແຫ່ງຊາດ ເພີ່ມຂຶ້ນ4,5% (ຈາກ 485.480 ໂຕນ), ມາ ຮອດປັດຈຸບັນຜະລິດໄດ້ 263.095 ໂຕນ, ປະຕິບັດໄດ້ 49,5% ຂອງ ແຜນການປີ. ນອກນັ້ນ ຍັງສາມາດ ຮັບປະກັນໄດ້ພືດສະບຽງອາຫານ ເພື່ອບໍລິໂພກພາຍໃນ ແລະ ປ້ອນ ໂຮງງານອຸດສະຫະກຳປຸງແຕ່ງ ແລະ ສົ່ງອອກ ມາຮອດເດືອນພຶດສະ ພາ 2023 ການປູກພືດສິນຄ້າລະ ດູແລ້ງໄດ້ 45.359 ເຮັກຕາ. ໃນໄລຍະ 6 ເດືອນຕົ້ນປີ 2023, ສາມາດຜະລິດພະລັງງານໄຟຟ້າ ໄດ້ 24.316 ລ້ານກິໂລວັດໂມງ, ມູນຄ່າ 21.965 ຕື້ກີບ, ທຽບໃສ່ 6 ເດືອນຕົ້ນປີ 2022 (23.911 ລ້ານ ກິໂລວັດໂມງ) ເພີ່ມຂຶ້ນ 1,69%, ມີມູນຄ່າ (18.100 ຕື້ກີບ) ເພີ່ມ ຂຶ້ນ 21,35% ແລະ ຖ້າທຽບໃສ່ ແຜນການປີ (51.134 ລ້ານກິໂລ ວັດໂມງ) ປະຕິບັດໄດ້ 47,55%, ມູນຄ່າ (41.321 ຕື້ກີບ) ປະຕິບັດ ໄດ້ 53,15%. ສ່ວນດ້ານບໍ່ແຮ່ ໃນ ໄລຍະ 6 ເດືອນຕົ້ນປີ 2023 ສາ ມາດຄາດຄະເນມູນຄ່າໄດ້ 10.805 ຕື້ກີບ, ທຽບໃສ່ 6 ເດືອນຕົ້ນປີ 2022 ເພີ່ມຂຶ້ນ 10,8% (ການເພີ່ມ ຂຶ້ນແມ່ນມາຈາກກິດຈະການບໍ່ແຮ່ ທີ່ສາມາດຜະລິດໄດ້ຕາມແຜນ ແລະ ຈາກກິດຈະການແບບທົດລອງ ທີ່ກວມປະມານ 8%) ແລະ ຖ້າ ທຽບໃສ່ແຜນການປີປະຕິບັດໄດ້ 54,58%. ໃນນັ້ນ, ຂຸດຄົ້ນເພື່ອຈຳ ໜ່າຍພາຍ ໃນໄດ້ 156 ລ້ານໂດລາ ສະຫະລັດ ທຽບໃສ່ໄລຍະດຽວກັນ ກັບປີຜ່ານມາ ເພີ່ມຂຶ້ນ 7,58% ເປັນ ຕົ້ນ ຫີນກາວ, ແຮ່ເກືອໂປຣຕາສ (ເກືອກາລີ), ຫີນປູນ ທີ່ສະໜອງ ເຂົ້າໃນໂຮງງານອຸດສາຫະກໍາ ພາຍໃນ. ສຳລັບ ດ້ານການທ່ອງທ່ຽວ ໄດ້ປະຕິບັດມາດຕະການເປີດປະ ເທດ ແລະ ສະໜັບສະໜູນພາກທຸ ລະກິດທ່ອງທ່ຽວປັບປຸງຄວາມ ພ້ອມແຕ່ລະດ້ານ, ສິ່ງອໍານວຍ ຄວາມສະດວກ ແລະ ເພີ່ມການໂຄ ສະນາການທ່ອງທ່ຽວ ໃນຫລາຍ ຊ່ອງທາງ ເຊິ່ງເຮັດໃຫ້ໝົດປີ 2022 ມີນັກທ່ອງທ່ຽວເຂົ້າມາທ່ຽວທັງ ໝົດ 2.979.724 ເທື່ອຄົນ ທຽບ ໃສ່ແຜນປີ 2022 ປະຕິບັດໄດ້ລື່ນ ປະມານ 52% ແລະ ສ້າງລາຍຮັບ ທັງໝົດປະມານ 537.539.389 ໂດລາສະຫະລັດ. ໃນນີ້, ນັກທ່ອງ ທ່ຽວສາກົນ ຈໍານວນ 1.294.365 ເທື່ອຄົນ, ທຽບໃສ່ແຜນປີ 2022 ປະຕິບັດໄດ້ລື່ນແຜນ 43% ແລະ ໃນໄລຍະ 5 ເດືອນຕົ້ນປີ 2023 ມີນັກທ່ອງທ່ຽວຕ່າງປະເທດເຂົ້າມາ ທັງໝົດ 1.405.265 ເທື່ອຄົນ, ໃນນີ້ ກວມສັດສ່ວນຫລາຍກວ່າໝູ່ ແມ່ນນັກທ່ອງທ່ຽວຈາກບັນດາປະ ເທດອາຊຽນ ປະມານ 65%. ຂ່າວ: ທະນູທອງ, ພາບ: ເກດສະໜາ ທ່ານ ພົອ ວິໄລ ຫລ້າຄໍາຟອງ ຮອງນາຍົກລັດຖະມົນຕີ, ລັດຖະມົນ ຕີກະຊວງ ປກສ ລາຍງານໃນກອງ ປະຊຸມສະໄໝສາມັນ ເທື່ອທີ 5 ຂອງ ສະພາແຫ່ງຊາດ ຊຸດທີ IX ໃນວັນ ທີ 29 ມິຖຸນາ 2023 ນີ້ວ່າ: ຜ່ານ ການຈັດຕັ້ງປະຕິບັດວາລະແຫ່ງ ຊາດວ່າດ້ວຍການແກ້ໄຂບັນຫາ ຢາເສບຕິດ ນັບແຕ່ປີ 2021-2023 ໃນໄລຍະແຕ່ເດືອນກໍລະກົດ 2021 ຫາ ເດືອນມິຖຸນາ 2023 ທົ່ວປະ ເທດ ສາມາດແກ້ໄຂຄະດີຢາເສບ ຕິດໄດ້ທັງໝົດ 9.516 ເລື່ອງ, ຈັບຜູ້ຖືກຫາໄດ້ 13.941 ຄົນ, ຍິງ 1.588 ຄົນ, ຄົນຕ່າງປະເທດ 283 ຄົນ, ຍິງ 17 ຄົນ; ຢຶດຢາບ້າ ໄດ້ 297.085.327 ເມັດ, ຢາບ້າເປັນ ຝຸ່ນ 59,52 ກິໂລກຣາມ ນໍ້າໜັກ 29.956,35 ກິໂລກຣາມ, ຢາໄອສ 7.193,38 ກິໂລກຣາມ, ເຮໂຣອິນ 507,12 ກິໂລກຣາມ, ກັນຊາ 20.214,41 ກິໂລກຣາມ, ຢາຝິ່ນ 380,32 ກິໂລກຣາມ, ຢາອີ 5.689 ເມັດ, ກັບ 20 ກິໂລກຣາມ, ຢາອີ ເປັນຝຸ່ນ 0,08 ກິໂລກຣາມ, ແປ້ງ ຝຸ່ນປະສົມຢາເສບຕິດ 51.153,62 ກິໂລກຣາມ, ເຄຕາມິນ 2.558,79 ກິໂລກຣາມ, ໂຄເຄນ 3 ກິໂລ ກຣາມ, ຄາເຟອິນ 168 ກຣາມ, ນໍ້າຢາສານເຄມີ 10,84 ກຣາມ ແລະ ນໍ້າກົດ 9.400 ລິດ, ຢຶດລົດ ໃຫຍ່ໄດ້ 321 ຄັນ, ລົດຈັກ 1.574 ຄັນ, ເຮືອ 5 ລໍາ. ນອກນີ້, ຍັງໄດ້ສຳຫລວດເນື້ອ ທີ່ລັກລອບປູກຝິ່ນຢູ່ 9 ແຂວງ ພາກເໜືອ ກວດພົບເຫັນສວນຝິ່ນ 4.393 ກວ່າຕອນ ແລະ ໄດ້ລົງທຳ ລາຍຖິ້ມ 1.437 ເຮັກຕາ, ນໍາເອົາ ເປົ້າໝາຍຜູ້ຕິດຢາເສບຕິດເຂົ້າປິ່ນ ປົວຢູ່ສູນບໍາບັດປິ່ນປົວ ແລະ ຟື້ນ ຟູສຸຂະພາບຜູ້ຕິດຢາເສບຕິດ 13 ແຫ່ງ ມີທັງໝົດ 10.900 ຄົນ, ຍິງ 361 ຄົນ. ໃນນັ້ນ, ມີຜູ້ທີ່ປິ່ນປົວດີ ກັບຄືນບ້ານທັງໝົດ 5.734 ຄົນ, ຍິງ 209 ຄົນ, ສືບຕໍ່ປິ່ນປົວ 2.994 ຄົນ, ຍິງ 104 ຄົນ, ມອບຢາປິ່ນປົວ ແລະ ໃຫ້ຄໍາປຶກສາຜູ້ຕິດຢາເສບຕິດ ຂັ້ນຊຸມຊົນ ທັງໝົດ 28 ແຫ່ງ ມີ ຜູ້ເຂົ້າມາປິ່ນປົວ 424 ຄົນ, ຍິງ 8 ຄົນ, ຮັບຄຳປຶກສາ ແລະ ຕໍ່ຢາ 1.360 ຄັ້ງ, ປະສານສົມທົບກັບກະ ຊວງ-ອົງການທີ່ກ່ຽວຂ້ອງຕິດ ຕາມ, ກວດກາການນຳເຂົ້າສານ ເຄມີຕົ້ນ 4 ລາຍການ ຄື: ປະເພດ ອາຊິດຊູນຟູຣິກ 4.289,936 ກິ ໂລກຣາມ, ໂຮໂດຣບໍຣິກອາຊິດ 34,510 ກິໂລກຣາມ, ໂສດຽມຄາ ໂບເນັດ 500.000 ກິໂລກຣາມ ແລະ ໂສດຽມໄຊຍາໄນ 36.000 ກິໂລກຣາມ ແລະ ອື່ນໆ. ທ່ານ ພົອ ວິໄລ ຫລ້າຄໍາຟອງ ກ່າວອີກວ່າ: ກະຊວງ ປກສ ໄດ້ເປັນ ເຈົ້າການໃນການສ້າງຄວາມຮັບຮູ້ ໃນທົ່ວສັງຄົມດ້ວຍການສຶກສາອົບ ຮົມ, ໂຄສະນາເຜີຍແຜ່ລະບຽບກົດ ໝາຍ ແລະ ຜົນຮ້າຍຂອງຢາເສບ ຕິດໃຫ້ບັນດາກະຊວງ ແລະ ອົງການ ທຽບເທົ່າກະຊວງ ໄດ້ຈັດຕັ້ງເຊື່ອມ ຊຶມບັນດາເອກະສານກ່ຽວກັບວາ ລະແຫ່ງຊາດ ວ່າດ້ວຍການແກ້ ໄຂບັນຫາຢາເສບຕິດ ຢູ່ບັນດາກົມ ກອງອ້ອມຂ້າງກະຊວງ, ສະຖາບັນ ການສຶກສາຂັ້ນຕ່າງໆ, ໂຮງຈັກໂຮງງານລວມທັງຂະແໜງການ ສາຍຕັ້ງຂອງຕົນ, ອົງການປົກຄອງ ນະຄອນຫລວງວຽງຈັນ, ບັນດາ ແຂວງໃນທົ່ວປະເທດໄດ້ລົງເຜີຍ ແຜ່ຢູ່ຂັ້ນເມືອງ, ຂັ້ນກຸ່ມບ້ານ, ຂັ້ນ ບ້ານ. ນອກນັ້ນ, ຍັງໄດ້ໂຄສະນາ ເຜີຍແຜ່ດ້ວຍຮູບການຕ່າງໆເຊັ່ນ: ຕິດຕັ້ງປ້າຍຄຳຂວັນ 275 ປ້າຍ, ປ້າຍຂະໜາດໃຫຍ່ 49 ບ້ານ, ພິມ ໂປສເຕີ 1.150 ແຜ່ນ, ແຜ່ນພັບ 2.100 ແຜ່ນ, ແຜ່ນ DVD 300 ແຜນ, ໂຄສະນາເລື່ອງສັ້ນ 4 ເລື່ອງ, ລະຄອນສັ້ນ 1 ເລື່ອງ, ບົດເພງ 15 ບົດ ໂດຍຜ່ານສື່ມວນຊົນ ຈາກວິທະ ຍຸກະຈາຍສຽງ, ໂທລະພາບ, ໜັງສື ພິມ, ວາລະສານ ແລະ ສື່ສັງຄົມ ອອນລາຍ. ຂ່າວ: ທະນູທອງ ພາບ: ເກດສະໜາ ດີຈິຕອນ ແຫ່ງຊາດ ເປັນຕົ້ນ ການ ປັບປຸງດ້ານນິຕິກຳ; ປັບປຸງ ແລະ ຂະຫຍາຍໂຄງລ່າງພື້ນຖານເຕັກໂນ ໂລຊີດີຈິຕອນ; ສ້າງການເຊື່ອມໂຍງ ເຊື່ອມຈອດ; ສ້າງລັດຖະບານດີຈິ ຕອນ; ສ້າງລະບົບການຊຳລະດ້ວຍ ດີຈິຕອນ; ພັດທະນາຊັບພະຍາກອນ ມະນຸດດ້ານດີຈິຕອນ; ສົ່ງເສີມການ ດຳເນີນທຸລະກິດ MSME ແລະ ການບໍລິການ; ສົ່ງເສີມການເພີ່ມປະ ສິດທິພາບການຜະລິດດ້ວຍເຕັກ ໂນໂລຊີດີຈິຕອນ; ສົ່ງເສີມການພັດ ທະນາກະສິກຳໃໝ່ດ້ວຍລະບົບ ເຕັກໂນໂລຊີດີຈິຕອນ; ສ້າງລະບົບ ໂລຈິສະຕິກ ສໍາລັບການພັດທະນາ ເສດຖະກິດດີຈິຕອນ; ສ້າງຄວາມ ປອດໄພທາງດ້ານດີຈິຕອນ; ສ້າງ ຄວາມພ້ອມເພື່ອສ້າງເມືອງອັດສະ ລິຍະ; ສ້າງກອງທຶນພັດທະນາໂທ ລະຄົມມະນາຄົມ ແລະ ການຫັນເປັນ ດີຈິຕອນ ແລະ ຮ່ວມມືດ້ານດີຈິຕອນ ກັບຕ່າງປະເທດ. ສະເພາະການປັບປຸງ ແລະ ຂະ ຫຍາຍໂຄງລ່າງພື້ນຖານເຕັກໂນ ໂລຊີ ດີຈິຕອນ ກະຊວງເຕັກໂນໂລຊີ ແລະ ການສື່ສານ ໄດ້ສຸມໃສ່ປັບປຸງ, ຂະຫຍາຍລະບົບເຕັກນິກສູນຂໍ້ມູນ (DATA CENTER) ໃຫ້ສາມາດ ຮອງຮັບຄວາມຕ້ອງການໃນການ ຫັນເປັນດີຈິຕອນ; ສຳເລັດການສະ ໜອງລະບົບໂຄງລ່າງພື້ນຖານ ສູນຂໍ້ມູນລະບົບຄຣາວ ແລະ ລະບົບ ເຄືອຂ່າຍ ເພື່ອຮັບປະກັນການເຮັດ ວຽກຂອງລະບົບການບໍລິຫານລັດ ດ້ວຍເອເລັກໂຕຣນິກ; ສົມທົບກັບ ກະຊວງການເງິນ ເພື່ອປະຕິບັດການ ຈັດເກັບລາຍຮັບຫັນເປັນທັນສະໄໝ ແບບດີຈິຕອນ ໃນການປັບປຸງຍົກ ລະດັບວຽກລາຍຮັບພາສີ, ອັນພົ້ນ ເດັ່ນແມ່ນການຍົກລະບົບແຈ້ງພາ ສີປະຕູດຽວແຫ່ງຊາດ ອາຊີກູດາ ພລັສ ແລະ ໄດ້ປັບປຸງວຽກງານລາຍ ຮັບຂອງສ່ວຍສາອາກອນໂດຍຂະ ຫຍາຍລະບົບ TaxRIS ເພີ່ມຂຶ້ນ 54 ເມືອງ ແລະ 6 ເຂດເສດຖະກິດ ພິເສດ. ສຳລັບການສ້າງລັດຖະບານ ດີຈິຕອນ ໄດ້ສຳເລັດການຕິດຕັ້ງ ເຊື່ອມໂຍງເຄືອຂ່າຍອິນຕຣາເນັດ ພາກລັດ ຫາ 18 ກະຊວງ/ອົງການ ຢູ່ສູນກາງ ແລະ 18 ແຂວງ/ ນະ ຄອນຫລວງ, ຕິດຕັ້ງເຄືອຂ່າຍອິນ ຕຣາເນັດ/ອິນເຕີເນັດ ເຊື່ອມໂຍງ ທຸກຫ້ອງການກະຊວງເຕັກໂນໂລ ຊີ ແລະ ການສື່ສານ ເພື່ອເປັນພື້ນຖານ ການສ້າງຫັນເປັນ Smart Mini stry; ສໍາເລັດການສ້າງລະບົບຫ້ອງ ການທັນສະໄໝ (e-office), ລະ ບົບສື່ສານພາກລັດ (G-Chat, GShare), ລະບົບກອງປະຊຸມທາງ ໄກ (Video Conference) ເພື່ອ ຮັບໃຊ້ວຽກງານຕ່າງໆດ້ວຍລະ ບົບເອເລັກໂຕຣນິກ ສ່ວນການສ້າງ ລະບົບການຊຳລະດ້ວຍດີຈິຕອນ ໄດ້ສຳເລັດການພັດທະນາແອັບ ພລີເຄຊັນ ແບບລວມສູນດີຈິຕອນ ເປັນຕົ້ນແມ່ນ M-Money ແລະ U-Money ເປັນລະບົບຊຳລະເງິນ ຜ່ານລະບົບມືຖື ແລະ ອິນເຕີເນັດ. ສຳລັບການເພີ່ມປະສິດທິພາບ ການຜະລິດດ້ວຍເຕັກໂນໂລຊີດີຈິ ຕອນ ໄດ້ຍາດແຍ່ງໂຄງການຊ່ວຍ ເຫລືອລ້າຈາກ ສ ເກົາຫລີ ເພື່ອສະ ໜັບສະໜູນການສ້າງອຸດທະຍານ ດີຈິຕອນ (Digital Park) ແລະ ຝຶກອົບຮົມຊ່ຽວຊານດ້ານໄອຊີທີຢູ່ ສປປ ລາວ ແລະ ໄດ້ຄົ້ນຄວ້າພັດ ທະນາລະບົບໃຫ້ອາຫານພືດ (ໃສ່ ປຸຍ) ແບບອັດຕະໂນມັດ, ໄດ້ ຄົ້ນຄວ້ານຳໃຊ້ເຮືອບິນບໍ່ມີຄົນຂັບ (ໂດຣນ) ເພື່ອຮັບໃຊ້ໃນວຽກກະ ສິກຳ, ການສຳຫລວດ ແລະ ຖ່າຍ ພາບ; ສົ່ງເສີມການນຳໃຊ້ຕາໜ່າງ ໂລຈິສຕິກ ແລະ ໄປສະນີໃນການ ຈັດສົ່ງ ແລະ ແຈກຢາຍສິນຄ້າທີ່ຊື້ ຂາຍຜ່ານທາງເອເລັກໂຕຣນິກ ລະ ຫວ່າງເຈົ້າຂອງຮ້ານ ແລະ ຜູ້ຊື້ ໄດ້ 60%; ປັດຈຸບັນມີຜູ້ໃຫ້ການບໍລິ ການໄປສະນີ ທັງໝົດ 63 ບໍລິສັດ. ໃນນັ້ນ, ໃຫ້ບໍລິການລະຫວ່າງປະ ເທດ 11 ບໍລິສັດ, ໃຫ້ບໍລິການພາຍໃນ ປະເທດ 7 ບໍລິສັດ ແລະ ໃຫ້ບໍລິການ ພາຍໃນແຂວງ 52 ບໍລິສັດ; ຕາ ໜ່າງໄປສະນີຂະຫຍາຍໃນທຸກ ແຂວງກວມເອົາ 80% ຂອງຕົວ ເມືອງໃນທົ່ວປະເທດ. ສ່ວນການ ສ້າງຄວາມພ້ອມ ເພື່ອສ້າງເມືອງ ອັດສະລິຍະ ກະຊວງເຕັກໂນໂລຊີ ແລະ ການສື່ສານ ໄດ້ຂຽນບົດຄົ້ນ ຄວ້າຄວາມໝາຍ, ຮູບແບບ, ຄຸນລັກ ສະນະ ແລະ ອົງປະກອບຂອງຕົວ ເມືອງດັ່ງກ່າວແລ້ວ. ຂ່າວ: ທະນູທອງ, ພາບ: ເກດສະໜາ ກິດ ໃຫ້ຂະຫຍາຍຕົວ ກໍຄືຊຸກຍູ້ການ ເຕີບໂຕຂອງເສດຖະກິດ; ຄຸ້ມຄອງ ອັດຕາແລກປ່ຽນເຮັດໃຫ້ເງິນກີບ ແຂງຄ່າຂຶ້ນດ້ວຍການປະຕິບັດກົດ ໝາຍວ່າດ້ວຍການຄຸ້ມຄອງເງິນຕາ ຕ່າງປະເທດ ໃຫ້ເຂັ້ມງວດ ແລະ ມີ ຜົນສັກສິດ. ພ້ອມນັ້ນ ໃຫ້ຄົ້ນຄວ້າ, ປະຕິບັດນະໂຍບາຍຜ່ອນຜັນພາສີ ອາກອນຕາມກໍລະນີ ແລະ ຕາມ ຄວາມເໝາະສົມ, ມີນະໂຍບາຍງົບ ປະມານລົງທຶນ ເພື່ອຊຸກຍູ້ສົ່ງເສີມ ການຜະລິດ ແລະ ຊຸກຍູ້ການເຕີບໂຕ ເສດຖະກິດ; ວາງມາດຕະການສົ່ງ ເສີມການຜະລິດ ເພື່ອຕອບສະໜອງ ຄວາມຕ້ອງການຕະຫລາດພາຍໃນ ໃຫ້ພຽງພໍ ໂດຍສະເພາະສະບຽງ ອາຫານ, ໄຟຟ້າ, ນໍ້າປະປາ, ພາຫະ ນະຂົນສົ່ງ ແລະ ເຄື່ອງໃຊ້ສອຍຮັບ ໃຊ້ຊີວິດປະຈຳວັນຂອງປະຊາຊົນ; ຄົ້ນຄວ້າ ແລະ ປະຕິບັດມາດຕະການ ດັດສົມສິນຄ້ານຳເຂົ້າ-ສົ່ງອອກ, ລາຄາສິນຄ້າຍຸດທະສາດ ແລະ ສິນ ຄ້າທີ່ຈຳເປັນຕໍ່ຄ່າຄອງຊີບ ແລະ ຊີ ວິດການເປັນຢູ່ຂອງປະຊາຊົນໃຫ້ ດີຂຶ້ນກວ່າເກົ່າ; ວາງມາດຕະການ ດ້ານຈິດຕະສາດສັງຄົມ ໂດຍສະ ເພາະວຽກການໂຄສະນາ, ຊຸກຍູ້ ສົ່ງເສີມໃຫ້ປະຊາຊົນນຳໃຊ້ຜະລິດ ຕະພັນພາຍໃນ ແລະ ເງິນກີບ. ພ້ອມນັ້ນ, ໃຫ້ລັດຖະບານເລັ່ງ ສ້າງແຜນແກ້ໄຂໜີ້ສິນສາທາລະ ນະ ສໍາລັບໄລຍະການປະຕິບັດວາ ລະແຫ່ງຊາດ ໃຫ້ຊັດເຈນ ທັງກຳນົດ ຄາດໝາຍ ແລະ ມາດຕະການຈັດ ຕັ້ງປະຕິບັດໃຫ້ເປັນຮູບປະທຳ ໂດຍ ສະເພາະໃຫ້ເອົາໃຈໃສ່ແກ້ໄຂບັນ ຫາໜີ້ສິນ ທີ່ເນື່ອງມາຈາກການລະ ເມີດ ຫລື ບໍ່ສາມາດປະຕິບັດບາງ ມາດຕາຂອງກົດໝາຍວ່າດ້ວຍງົບ ປະມານ, ກົດໝາຍວ່າດ້ວຍໜີ້ສິນ ສາທາລະນະ ແລະ ກົດໝາຍວ່າ ດ້ວຍການລົງທຶນຂອງລັດ ໃຫ້ເຂັ້ມ ງວດ ແລະ ມີຜົນສັກສິດ. ພ້ອມນັ້ນ ໃຫ້ມີການຄົ້ນຄວ້າປະເມີນປະສິດ ທິພາບ, ປະສິດທິຜົນການໃຊ້ຈ່າຍ ງົບປະມານຂອງລັດ ທັງບ້ວງບໍລິ ຫານ, ການລົງທຶນພາຍໃນ,ການ ຊ່ວຍເຫລືອ ແລະ ການກູ້ຢືມຈາກ ຕ່າງປະເທດ ແລະ ຖອດຖອນບົດ ຮຽນທີ່ດີສຳລັບແຜນການລົງທຶນ ຂອງລັດໃນຕໍ່ໜ້າ. ທ່ານ ລີເບີ ລີບົວປາວ ຍັງໄດ້ ສະເໜີໃຫ້ລັດຖະບານໃຫ້ເພີ່ມທະ ວີຄົ້ນຄວ້າ ແລະ ສົ່ງເສີມການສົ່ງ ອອກຕາມ 3 ປະເພດ ຄື: ການຜະລິດ ເພື່ອສົ່ງເສີມການສົ່ງອອກ, ການ ສົ່ງອອກຜ່ານ Re export ແລະ ການສົ່ງອອກກັບທີ່. ໃນນັ້ນ, ການ ຜະລິດເພື່ອສົ່ງເສີມການສົ່ງອອກ ໃຫ້ເອົາໃຈໃສ່ຄົ້ນຄວ້າ ແລະ ຄຸ້ມ ຄອງລາຍຮັບຈາກການສົ່ງອອກ ໃຫ້ສອດຄ່ອງຕາມກົດໝາຍວ່າ ດ້ວຍການຄຸ້ມຄອງເງິນຕາຕ່າງປະ ເທດ ມາດຕາ 12 ທີ່ໄດ້ກໍານົດວ່າຜູ້ ສົ່ງອອກສິນຄ້າ ແລະ ການບໍລິການ ຕ້ອງໂອນລາຍຮັບທັງໝົດຈາກ ການສົ່ງອອກ ເຂົ້າມາ ສປປ ລາວ ຜ່ານບັນຊີເງິນຝາກສະເພາະຢູ່ ສປປ ລາວ. ທັງນີ້ຍັງເຫັນວ່າການຈັດຕັ້ງ ປະຕິບັດລາຍຮັບເປັນເງິນຕາຕ່າງ ປະເທດ ຈາກການສົ່ງອອກໄລຍະ 5 ເດືອນຕົ້ນປີ 2023, ລັດຖະບານ ປະຕິບັດໄດ້ພຽງ 36%, ມະຕິສະ ພາແຫ່ງຊາດບໍ່ໃຫ້ຫລຸດ 50% ຂອງມູນຄ່າສົ່ງອອກ; ສິ່ງສຳຄັນໃຫ້ ສຸມໃສ່ຜະລິດສິນຄ້າສົ່ງອອກທີ່ມີ ການປຸງແຕ່ງ, ມີຄວາມຍືນຍົງ ແລະ ມີມູນຄ່າເພີ່ມສູງ. ຂ່າວ: ທະນູທອງ ພາບ: ເກດສະໜາ ຈຳນວນ 600 ຄັນ, ຕາງໜ້າລັດ ຖະບານ ແຫ່ງ ສປປ ລາວ ລົງນາມ ໂດຍ ທ່ານ ອາລຸນໄຊ ສູນນະລາດ ລັດຖະມົນຕີ, ຫົວໜ້າ ຫສນຍ ແລະ ທ່ານ ລີ ຈຸງ ກືນ (LEE JOONG KEUN) ປະທານ ບໍລິສັດ ບູຢອງ ລາວ ຈຳກັດ ໂດຍມີຮອງລັດຖະມົົນ ຕີ, ພະນັກງານກະຊວງ-ອົງການ ແລະ ບໍລິສັດທີ່ກ່ຽວຂ້ອງເຂົ້າຮ່ວມ ເປັນສັກຂີພິຍານ. ໃນບົດບັນທຶກດັ່ງກ່າວ, ບໍລິສັດ ບູຢອງລາວ ຈໍາກັດ ສະໝັກໃຈມອບ ລົດເມ (ຂະໜາດ 22 ບ່ອນນັ່ງ) ຊ່ວຍເຫລືອລ້າ ຈໍານວນ 600 ຄັນ ໃຫ້ແກ່ລັດຖະບານ ແຫ່ງ ສປປ ລາວ ເພື່ອປະກອບສ່ວນເຂົ້າໃນການພັດ ທະນາເສດຖະກິດ-ສັງຄົມຂອງ ສປປ ລາວ ໂດຍສະເພາະ ເພື່ອປັບປຸງ ລະບົບການຂົນສົ່ງສາທາລະນະໃຫ້ ມີປະສິດທິພາບ ແລະ ນັບມື້ນັບດີຂຶ້ນ, ຫລຸດຜ່ອນການນໍາໃຊ້ລົດສ່ວນຕົວ, ປະຢັດພະລັງງານເຊື້ອໄຟ, ຫລຸດ ຜ່ອນບັນຫາລົດຕິດ, ແກ້ໄຂສະພາບ ການສັນຈອນ ແອອັດ ໃຫ້ມີຄວາມ ສະດວກ ແລະ ວ່ອງໄວ. ສຳລັບ ແຜນການມອບລົດດັ່ງກ່າວແມ່ນ ຈະມອບ ຈໍານວນ 400 ຄັນ ພາຍໃນ ປີ 2023 ແລະ ມອບສ່ວນທີ່ເຫລືອ ຈໍານວນ 200 ຄັນ ຈະມອບພາຍ ໃນປີ 2024, ພ້ອມກັນນັ້ນ ບໍລິສັດ ບູຢອງລາວ ຈຳກັດ ຍັງຮັບປະກັນ ສ້ອມແປງລົດດັ່ງກ່າວ ຕາມທີ່ບໍລິ ສັດຜະລິດລົດເມໄດ້ກໍານົດ 3 ປີ ຫລື ແລ່ນໄດ້ 200.000 ກິໂລແມັດ. ໂອກາດນີ້, ທ່ານ ອາລຸນໄຊ ສູນນະລາດ ຕາງໜ້າລັດຖະບານ ແຫ່ງ ສປປ ລາວ ສະແດງຄວາມ ຂອບໃຈ ແລະ ຕີລາຄາສູງຕໍ່ບໍລິສັດ ບູຢອງລາວ ຈຳກັດ ທີ່ໃຫ້ການສະ ໜັບສະໜູນຊ່ວຍເຫລືອລົດດັ່ງກ່າວ ໃຫ້ແກ່ລັດຖະບານ ກໍຄື ປະຊາຊົນ ລາວ ໃນຄັ້ງນີ້, ເຊິ່ງ ຫສນຍ ຈະສົມ ທົບກັບກະຊວງໂຍທາທິການ ແລະ ຂົນສົ່ງ ສ້າງແຜນແຈກຢາຍລົດດັ່ງ ກ່າວ ໃຫ້ຖືກເປົ້າໝາຍ, ເອົາໃຈໃສ່ ຄຸ້ມຄອງນຳໃຊ້ ໃຫ້ຍາວນານ ແລະ ເກີດປະໂຫຍດສູງສຸດຕໍ່ປະເທດ ຊາດ ແລະ ປະຊາຊົນລາວ; ຈະສືບ ຕໍ່ພົວພັນຮ່ວມມືກັບ ບໍລິສັດ ບູຢອງ ລາວ ຈຳກັດ ເພື່ອເປັນການປະກອບ ສ່ວນເສີມສ້າງສາຍພົວພັນ ແລະ ການຮ່ວມມື ສະຫວ່າງ ສປປ ລາວ ແລະ ສ ເກົາຫລີ ໃຫ້ນັບແໜ້ນແຟ້ນ ແລະ ເກີດດອກອອກຜົນຫລາຍຂຶ້ນ ເປັນກ້າວໆ. ພາບ: ຂັນໄຊ ນັບສູງເດັ່ນຂຶ້ນ ໃນເວທີການເມືອງ ພາຍໃນປະເທດ ແລະ ເວທີສາກົນ. ພວກຂ້າພະເຈົ້າ ມີຄວາມປິຕິຊົມ ຊື່ນ ເປັນຢ່າງຍິ່ງທີ່ເຫັນວ່າສາຍພົວ ພັນມິດຕະພາບ, ຄວາມສາມັກຄີ ອັນເປັນມູນເຊື້ອ ແລະ ການພົວພັນ ຮ່ວມມືແບບຄູ່ຮ່ວມຍຸດທະສາດ ຮອບດ້ານໝັ້ນຄົງຍາວນານລະ ຫວ່າງ 2 ພັກ, 2 ລັດ ແລະ ປະຊາຊົນ 2 ຊາດ ລາວ-ກໍາປູເຈຍ ນັບມື້ນັບ ໄດ້ຮັບການເສີມຂະຫຍາຍ, ປະ ກອບສ່ວນສໍາຄັນເຂົ້າໃນພາລະກິດ ສ້າງສາພັດທະນາ ຂອງສອງປະ ເທດ ລາວ ແລະ ກໍາປູເຈຍ. ພວກຂ້າພະເຈົ້າ ເຊື່ອໝັ້ນຢ່າງ ໜັກແໜ້ນວ່າ ພາຍໃຕ້ການນໍາພາ ອັນຖືກຕ້ອງ ແລະ ສະຫລາດສ່ອງ ໃສຂອງພັກປະຊາຊົນ ກໍາປູເຈຍ ອັນມີ ສົມເດັດ ອັກຄະມະຫາເສນາ ບໍດີ ເຕໂຈ ຮຸນແຊນ ເປັນຜູ້ນໍາ, ພັກປະ ຊາຊົນ ກໍາປູເຈຍ ຈະສືບຕໍ່ຍາດໄດ້ ຜົນສໍາເລັດໃໝ່ໃຫຍ່ຫລວງກວ່າ ເກົ່າ ໃນພາລະກິດສ້າງສາພັດທະ ນາປະເທດຊາດ ກ້າວສູ່ຄວາມຈະ ເລີນວັດທະນະຖາວອນ. ຂໍອວຍພອນໃຫ້ສາຍພົວພັນມິດ ຕະພາບ, ການຮ່ວມມືທີ່ເປັນມູນເຊື້ອ ອັນດີງາມ ລະຫວ່າງ ພັກປະຊາຊົນ ປະຕິວັດລາວ ແລະ ພັກປະຊາຊົນ ກຳປູເຈຍ ຈົ່ງໄດ້ຮັບການເສີມຂະ ຫຍາຍຍິ່ງໆຂຶ້ນ ເພື່ອຜົນປະໂຫຍດ ຂອງປະຊາຊົນ ສອງຊາດ ກໍຄື ພາ ລະກິດແຫ່ງການເສີມສ້າງສັນຕິ ພາບ, ມິດຕະພາບ ແລະ ການຮ່ວມມື ເພື່ອການພັດທະນາໃນພາກພື້ນ ແລະ ໃນໂລກ.

RkJQdWJsaXNoZXIy MTc3MTYxMQ==