5651

[= ]y la f [6 1v']k; 9eda f g-a o,v[ ]q fg, 600 7a o .sh ]a f4t[ko]k; lkov;prvo;a olh k'8A ' ra dxt-k-q o dex6 g9p 7q [Iv[ 72 xu 7totz6 h cmoln j ,;o-q o]k; Ij ;,dv'xt-5 ,l5 fpvf dkoIj ;,,n fh koln j ,;o-q oc,j oE0v'{c,j oE]h ko-h k' ]a f4t[ko xt8y [a f 5 ;Pd95 fl5 , cdh w07;k,sp5 h 'pkdfh koglf4tdy f{dkog'oy lt,k7q ,g2u ou g9u ]k; dP,9a f ;k'ltcf'g7n j v'gIn vo]k; xt9e 2023 ຖະໜົນ 450 ປີ ບ້ານດົງໂພນແຮ່ ເມືອງຫາດຊາຍຟອງ ນະຄອນຫລວງວຽງຈັນ www.kpl.gov.la , Facebook: ປະເທດລາວ Pathedlao, Email: kpl@laotel.com , Tel/Fax:(021) 215402 ວັນສຸກ 30.06.2023 ປີທີ 22 ສະບັບທີ 5.710 rda xt-k-oq xt8;y fa]k; mu,j du Pflts'k \oA pon K j -,q g-pu dv'xt-,5 ltw\lk,oa gmnvj m u 5 0v'ltrkcs'j -kf -f5 m u IX 1kj 'lf5 .9  ອ່ານຕໍ່ໜ້າ 2  ອ່ານຕໍ່ໜ້າ 2  ອ່ານຕໍ່ໜ້າ 2  ອ່ານຕໍ່ໜ້າ 2  ອ່ານຕໍ່ໜ້າ 2  ອ່ານຕໍ່ໜ້າ 2  ອ່ານຕໍ່ໜ້າ 4  ອ່ານຕໍ່ໜ້າ 4  ອ່ານຕໍ່ໜ້າ 4 ຂປລ. ສະມາຄົມເຟີນີເຈີລາວ ກຳລັງກະກຽມຈັດງານວາງສະ ແດງເຄື່ອງເຮືອນລາວ ຄັ້ງທີ 6 ປະ ຈຳປີ 2023 ທີ່ສູນການຄ້າລາວໄອເຕັກ (ຕຶກເກົ່າ) ນະຄອນຫລວງ ຊວງ, ຂະແໜງການເອົາໃຈໃສ່ຈັດ ຕັ້ງຜັນຂະຫຍາຍແຜນຍຸດທະສາດ ແລະ ແຜນພັດທະນາເສດຖະກິດ ດີຈິຕອນ ແຫ່ງຊາດຢ່າງຕັ້ງໜ້າ ໃຫ້ມີປະສິດທິຜົນ ແລະ ປະກົດຜົນ ເປັນຈິງ. ທ່ານ ບໍ່ວຽງຄຳ ວົງດາລາ ລັດ ຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານໄດ້ຊີ້ແຈງ ໃນກອງປະ ຊຸມສະໄໝສາມັນເທື່ອທີ 5 ຂອງ ສະພາແຫ່ງຊາດ ຊຸດທີ IX ໃນວັນ ທີ 28 ມິຖຸນາ 2023 ນີ້ວ່າ: ປັດຈຸ ບັນມີ 14 ແຜນງານທີ່ໄດ້ກຳນົດໄວ້ ໃນແຜນພັດທະນາເສດຖະກິດ ສະພາແຫ່ງຊາດ ຊຸດທີ IX ໃນວັນ ທີ 29 ມິຖຸນາ 2023 ນີ້, ທ່ານ ລີເບີ ລີບົວປາວ ປະທານກຳມາທິການ ແຜນການ, ການເງິນ ແລະ ການ ກວດສອບໄດ້ຕາງໜ້າໃຫ້ຄະນະປະ ຈຳສະພາແຫ່ງຊາດ ມີຄຳເຫັນຕໍ່ ບົດລາຍງານຂອງລັດຖະບານ ກ່ຽວກັບການຈັດຕັ້ງປະຕິບັດວາ ລະແຫ່ງຊາດ ວ່າດ້ວຍການແກ້ໄຂ ຄວາມຫຍຸ້ງຍາກທາາງດ້ານເສດ ຖະກິດ-ການເງິນ ທີ່ສະເໜີໂດຍ ທ່ານ ຄຳເຈນ ວົງໂພສີ ລັດຖະມົນ ຕີກະຊວງແຜນການ ແລະ ການລົງ ທຶນ ໂດຍສະເໜີໃຫ້ລັດຖະບານເອົາ xdl gvq k.9.lj cdh w0[a osk1kgl[8y f 6 gfn vo8Q oxu cdh w07tfu wfh 2.241 g]n j v' dt-;' 8l l5,.ljxt8y[af 14 czo'ko saogxaomaoltw\ ວຽງຈັນ ໂດຍຜູ້ປະກອບການໃນ ຂອບເຂດທົ່ວປະເທດ ຈະນຳສິນຄ້າ ເຄື່ອງເຮືອນລາວ, ສິນຄ້າເຟີນີເຈີ ແລະ ເຄື່ອງຕົບແຕ່ງເຮືອນລາວ ຂປລ. ພິທີລົງນາມບົດບັນທຶກ ຄວາມເຂົ້າໃຈ (MOU) ກ່ຽວກັບ ບໍລິສັດ ບູຢອງລາວ ຈຳກັດສະໝັກ ໃຈມອບລົດເມຊ່ວຍເຫລືອລ້າໃຫ້ ແກ່ລັດຖະບານ ແຫ່ງ ສປປ ລາວ ຂປລ. ກອງປະຊຸມປຶກສາຫາລື ດ້ານການເມືອງ ຂັ້ນຮອງລັດຖະ ມົນຕີ ຄັ້ງທີ 8 ລະຫວ່າງ ກະຊວງ ການຕ່າງປະເທດ ແຫ່ງ ສປປ ລາວ ແລະ ກະຊວງການຕ່າງປະເທດ ແຫ່ງ ສສ ຫວຽດນາມ ຈັດຂຶ້ນໃນ ວັນທີ 28 ມິຖຸນາ 2023, ທີ່ກະຊວງ ການຕ່າງປະເທດ ແຫ່ງ ສປປ ລາວ, ຝ່າຍລາວ ນໍາໂດຍ ສະຫາຍ ໂພໄຊ ໄຂຄໍາພິທູນ ຮອງລັດຖະມົນຕີກະ ຊວງການຕ່າງປະເທດ ແຫ່ງ ສປປ ລາວ ແລະ ຝ່າຍຫວຽດນາມ ນໍາໂດຍ ສະຫາຍ ໂດ ຮຸ່ງ ຫວຽດ ຮອງລັດ ຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສສ ຫວຽດນາມ, ພ້ອມດ້ວຍ ການນໍາຂັ້ນກົມ ແລະ ວິຊາການ xb dlksk]n fh kodkog,n v' 0A oIv']a f4t,q o8u 7A 'mu 8 ກ່ຽວຂ້ອງ ຈາກສອງກະຊວງການ ຕ່າງປະເທດເຂົ້າຮ່ວມ. ໃນກອງປະຊຸມ, ສອງຝ່າຍໄດ້ ປຶກສາຫາລືແລກປ່ຽນຄໍາຄິດເຫັນ ຮ່ວມກັນຢ່າງຈິງໃຈ ແລະ ກົງໄປ ກົງມາ, ຮ່ວມກັນທົບທວນຄືນການ ພົວພັນຮ່ວມມື ລະຫວ່າງສອງປະ ເທດ ກໍຄື ຂອງສອງກະຊວງການ ຕ່າງປະເທດຕະຫລອດໄລຍະ 6 ເດືອນຜ່ານມາ; ສອງຝ່າຍເຫັນດີ ເປັນເອກະພາບຕີລາຄາສູງຕໍ່ສາຍ ພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການ ຮ່ວມມືຮອບດ້ານ ລະຫວ່າງສອງ ພັກ, ສອງລັດ ແລະ ປະຊາຊົນສອງ ທ່ານ ບໍ່ວຽງຄຳ ວົງດາລາ ຂປລ. ໃນໄລຍະຜ່ານມາ, ກະ ຊວງເຕັກໂນໂລຊີ ແລະ ການສື່ສານ (ຕສ) ໄດ້ສົມທົບກັບບັນດາກະ ທ່ານ ລີເບີ ລີບົວປາວ ໃຈໃສ່ຮີບຮ້ອນໃນການແກ້ໄຂບັນ ຫາເງິນເຟີ້ ດ້ວຍການຄົ້ນຄວ້າ ແລະ ປະຕິບັດລະບົບມາດຕະການທີ່ຄົບ ຊຸດ ໃຫ້ເປັນຮູບປະທຳ. ທ່ານ ລີເບີ ລີບົວປາວ ຢ້ຳອີກ ວ່າການເລັ່ງແກ້ໄຂບັນຫາເງິນເຟີ້ ຄວນດຳເນີນໄປຢ່າງເຄັ່ງຮ້ອນ ເພາະມາຮອດປັດຈຸບັນ ໄດ້ສົ່ງຜົນ ກະທົບບໍ່ໜ້ອຍຕໍ່ປະຊາຊົນ ໂດຍ ໃຫ້ຮີບຮ້ອນຄົ້ນຄວ້ານະໂຍບາຍນຳ ໃຊ້ປະລິມານເງິນ M2 (ເງິນທີ່ບໍ່ຢູ່ ໃນລະບົບທະນາຄານ) ທີ່ເພີ່ມຂຶ້ນ ເພື່ອຊຸກຍູ້ສົ່ງເສີມການຜະລິດທຸລະ ຂປລ. ໃນວາລະດຳເນີນກອງ ປະຊຸມສະໄໝສາມັນ ເທື່ອທີ 5 ຂອງ ຂປລ. ໃນໄລຍະຜ່ານມາ,ກະ ຊວງປ້ອງກັນຄວາມສະຫງົບ (ປກສ) ໄດ້ເອົາໃຈໃສ່ປະຕິບັດວາ ລະແຫ່ງຊາດ ວ່າດ້ວຍການແກ້ໄຂ ບັນຫາຢາເສບຕິດ ເຊິ່ງ 6 ເດືອນ ຕົ້ນປີ 2023, ສາມາດແກ້ໄຂຄະ ດີຢາເສບຕິດໄດ້ທັງໝົດ 2.241 ເລື່ອງ, ຈັບຜູ້ຖືກຫາໄດ້ 3.445 ຄົນ, ຍິງ 410 ຄົນ, ຄົນຕ່າງ ປະເທດ 76 ຄົນ, ຍິງ 3 ຄົນ, ຢຶດຢາບ້າ ໄດ້ 45.931.979 ເມັດ, ນ້ຳໜັກລວມ 4.681,49 ກິໂລກຣາມ, ຢາໄອສ 2.499,71 ກິໂລກຣາມ, ເຮໂຣອິນ 184,07 ກິໂລກຣາມ, ກັນຊາ 4.009,2 ກິໂລກຣາມ, ຢາຝິ່ນ 125,35 ກິໂລກຣາມ, ຢາອີ 1.602 ເມັດ ກັບ 20 ກິໂລກຣາມ, ເຄຕາມິນ 625,41 ກິໂລກຣາມ, ແປ້ງຝຸ່ນປະ ສົມຢາເສບຕິດ 26.235,53 ກິໂລ ກຣາມ, ສານເຄມີຕົ້ນ ປະເພດທາດ ແຫລວ ແລະ ກ້ອນ 61 ໂຕນ, ຢຶດ ລົດໃຫຍ່ໄດ້ 61 ຄັນ, ລົດຈັກ 228 ຄັນ, ເຮືອ 2 ລໍາ. ທ່ານ ພົອ ວິໄລ ຫລ້າຄໍາຟອງ ຂປລ. ຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ ໄດ້ສົ່ງສານອວຍພອນເຖິງ ຄະນະບໍລິຫານງານສູນກາງພັກປະຊາຊົນ ກໍາປູເຈຍ ເນື່ອງໃນໂອກາດ ວັນສ້າງຕັ້ງ ພັກປະຊາຊົນ ກໍາປູເຈຍ ຄົບ ຮອບ 72 ປີ (28/6/1951-28/6/2023) ເນື້ອໃນສານໄດ້ລະບຸວ່າ: ເນື່ອງໃນໂອກາດ ວັນສ້າງຕັ້ງພັກປະຊາ ຊົນ ກໍາປູເຈຍ ຄົບຮອບ 72 ປີ, ຄະນະບໍລິຫານງານສູນກາງພັກ ປະຊາ ຊົນ ປະຕິວັດລາວ ມີຄວາມປີຕິຍິນດີສົ່ງຄຳອວຍພອນໄຊອັນປະເສີດ ມາ ຍັງຄະນະບໍລິຫານງານສູນກາງພັກປະຊາຊົນ ກໍາປູເຈຍ ນະໂອກາດນີ້. ພວກຂ້າພະເຈົ້າຕີລາຄາສູງຕໍ່ຜົນສໍາເລັດອັນໃຫຍ່ຫລວງແຫ່ງການ ສ້າງສາ ແລະ ພັດທະນາປະເທດຊາດ ທີ່ປະຊາຊົນ ກໍາປູເຈຍ ພາຍໃຕ້ ການນໍາພາຂອງ ພັກປະຊາຊົນ ກໍາປູເຈຍ ຍາດມາໄດ້ຕະຫລອດໄລຍະ 72 ປີ ຜ່ານມາ,ອັນໄດ້ເຮັດໃຫ້ປະເທດມີສະຖຽນລະພາບທາງດ້ານ ການເມືອງ, ສັງຄົມມີຄວາມສະຫງົບ, ເສດຖະກິດ ສືບຕໍ່ໄດ້ຮັບການຂະ ຫຍາຍຕົວຢ່າງຕໍ່ເນື່ອງ ແລະ ໝັ້ນທ່ຽງ, ຊີວິດການເປັນຢູ່ຂອງ ປະຊາຊົນ ກໍາປູເຈຍ ອ້າຍນ້ອງ ນັບມື້ໄດ້ຮັບການປັບປຸງປົວແປງດີຂຶ້ນເທື່ອລະ ກ້າວ, ຖານະບົດບາດອິດທິພົນຂອງ ພັກປະຊາຊົນ ກໍາປູເຈຍ ນັບມື້ ltrkcsj '-kf ltg|u .sh ]a f4t[ko cdh w0[a oskg'og2U 1j k'g]a j 'fj ;o y

lkmk]tot]fa xt-kmxy tw8 xt-k-oq ]k; \oA pon K @ 0kj ; c]t gsfdko 30/06/2023 xtgmf]k; ສານອວຍພອນ... ບໍລິສັດ ບູຢອງລາວ... ກະຊວງ ຕສ ສຸມໃສ່... ລັດຖະບານປະຕິບັດ.... ສະພາແຫ່ງຊາດ... ປກສ ເອົາໃຈໃສ່ ... ຂປລ. ນັບແຕ່ເດືອນກັນຍາປີ 2021 ມາຮອດປັດຈຸບັນ, ລັດຖະ ບານ ກໍຄື ບັນດາຂະແໜງການ ແລະ ທ້ອງຖິ່ນທີ່ກ່ຽວຂ້ອງ ໄດ້ມີຄວາມ ພະຍາຍາມໃນການຜັນຂະຫຍາຍ ເນື້ອໃນ ແລະ ຄາດໝາຍໃນວາລະ ແຫ່ງຊາດ ໂດຍສະເພາະວາລະແຫ່ງ ຊາດ ວ່າດ້ວຍການແກ້ໄຂຄວາມ ຫຍຸ້ງຍາກທາງດ້ານເສດຖະກິດການເງິນ ເຂົ້າສູ່ວຽກງານຕົວຈິງ ຂອງຕົນໃນ 5 ວຽກຈຸດສຸມຄື:ການ ສົ່ງເສີມການຜະລິດ-ການບໍລິການ ເພື່ອທົດແທນການນຳເຂົ້າ ແລະ ເປັນສິນຄ້າສົ່ງອອກ; ການສ້າງ ຄວາມເຂັ້ມແຂງ ດ້ານການເກັບ ລາຍຮັບງົບປະມານ; ການສົ່ງເສີມ ການປະຢັດ, ຕ້ານການຟູມເຟືອຍ, ຍົກສູງປະສິດທິຜົນການລົງທຶນລາຍຈ່າຍງົບປະມານ ແລະ ການ ແກ້ໄຂໜີ້ສິນພາຍໃນ ແລະ ຕ່າງປະ ເທດ; ການສ້າງສະຖຽນລະພາບ ດ້ານເງິນຕາ ແລະ ການຍົກສູງປະ ສິດທິພາບການຄຸ້ມຄອງລັດດ້ວຍ ກົດໝາຍ. ຜ່ານການຈັດຕັ້ງປະຕິບັດ ຕົວຈິງໃນໄລຍະ 2 ປີ ຜ່ານມາ ບັນ ດາຂະແໜງການໄດ້ປະຕິບັດຕາມ ບົດບາດໜ້າທີ່ຂອງຕົນດ້ວຍຄວາມ ພະຍາຍາມເຮັດໃຫ້ 5 ວຽກຈຸດສຸມ ໄດ້ຮັບຜົນສໍາເລັດເປັນກ້າວໆມາ. ທ່ານ ຄຳເຈນ ວົງໂພສີ ລັດຖະ ມົນຕີກະຊວງແຜນການ ແລະ ການ ລົງທຶນລາຍງານໃນກອງປະຊຸມສະ ໄໝສາມັນ ເທື່ອທີ 5 ຂອງສະພາ ແຫ່ງຊາດ ຊຸດທີ IX ໃນວັນທີ 29 ມິຖຸນາ 2023 ນີ້ວ່າ: ການຈັດຕັ້ງ ປະຕິບັດວາລະແຫ່ງຊາດວ່າດ້ວຍ ການແກ້ໄຂຄວາມຫຍຸ້ງຍາກທາງ ດ້ານເສດຖະກິດ-ການເງິນ ໃນໄລ ຍະຜ່ານມາ ສູນກາງພັກ, ລັດຖະ ບານ, ສະພາແຫ່ງຊາດ ໄດ້ມີການ ຊີ້ນຳ-ນຳພາຢ່າງຈົດຈໍ່, ເຮັດໃຫ້ 5 ວຽກຈຸດສຸມດັ່ງກ່າວ, ມີຫລາຍໜ້າ ວຽກໄດ້ຮັບຜົນສຳເລັດເປັນກ້າວໆ, ອັນພົ້ນເດັ່ນແມ່ນລາຍຮັບງົບປະ ມານ ມີທ່າອ່ຽງເພີ່ມຂຶ້ນ ແລະ ຄຸ້ມ ຄອງລາຍຈ່າຍຕາມທິດປະຢັດ, ເຮັດ ໃຫ້ການແກ້ໄຂຄວາມຫຍຸ້ງຍາກ ດ້ານເສດຖະກິດ-ການເງິນໄດ້ໃນ ລະດັບປະຄັບປະຄອງ, ກົງຈັກການ ຈັດຕັ້ງມີຄວາມກະທັດຮັດກວ່າ ເກົ່າ, ສະຕິຄວາມຕື່ນຕົວໃນການປະ ຢັດມັດທະຢັດການນຳໃຊ້ງົບປະ ມານຂອງລັດ, ຂອງການຈັດຕັ້ງທຸກ ຂັ້ນໄດ້ຮັບການປັບປຸງຕື່ມອີກ ຊຶ່ງ ທັງໝົດນັ້ນ, ຈະເປັນພື້ນຖານສໍາຄັນ ເພື່ອສືບຕໍ່ບຸກບືນຕໍ່ໄປ, ແຕ່ເຖິງຢ່າງ ໃດກໍຕາມ, ຍັງມີບາງຄາດໝາຍ ຫລາຍດ້ານບໍ່ທັນບັນລຸ, ມີບາງດ້ານ ສົ່ງຜົນກະທົບຕໍ່ສິ່ງແວດລ້ອມ, ທໍາ ມະຊາດ ແລະ ສັງຄົມ. ຜົນສຳເລັດທີ່ຍາດໄດ້ໃນໄລຍະ ຜ່ານມາ ແມ່ນມີຫລາຍດ້ານທີ່ໄດ້ ຮັບການຈັດຕັ້ງປະຕິບັດຢ່າງເປັນ ຮູບປະທຳ ເປັນຕົ້ນ ວຽກຈຸດສຸມ ການສົ່ງເສີມການຜະລິດ-ການບໍລິ ການ ເພື່ອທົດແທນການນໍາເຂົ້າ ແລະ ເປັນສິນຄ້າສົ່ງອອກ ໂດຍສະ ເພາະດ້ານກະສິກຳ-ປ່າໄມ້ ໄດ້ມີຜົນ ສໍາເລັດທີ່ພົ້ນເດັ່ນ ໂດຍສຸມໃສ່ຜະ ລິດສະບຽງອາຫານ ເພື່ອຮັບໃຊ້ ພາຍໃນ ເຊິ່ງສາມາດຜະລິດເຂົ້າ ເພື່ອຄໍ້າປະກັນສະບຽງອາຫານ, ການຜະລິດເຂົ້າ ໃນປີ 2022 ປະຕິ ບັດໄດ້ 957.629 ເຮັກຕາ, ຜົນຜະ ລິດ 3,78 ລ້ານໂຕນ, ທຽບໃສ່ກ່ອນ ມີວາລະແຫ່ງຊາດ ແມ່ນເພີ່ມຂຶ້ນ 0,3%. ມາຮອດເດືອນພຶດສະພາ 2023 ສາມາດເກັບກ່ຽວຜົນຜະ ລິດເຂົ້ານາແຊງ ໄດ້ 441.850 ໂຕນ ແລະ ປູກພືດສະບຽງອາຫານ ໄດ້ປະມານ 1,07 ລ້ານໂຕນ ໃນ ເນື້ອທີ່ 125.870 ເຮັກຕາ ເຊິ່ງຈຸດ ພິເສດໃນການເກັບກ່ຽວເຂົ້ານາ ແຊງໃນປີນີ້ ແມ່ນປະຕິບັດໄດ້ຕາມ ແຜນຍ້ອນປະຊາຊົນຫັນມານຳໃຊ້ ກົນຈັກທົດແທນການນຳໃຊ້ແຮງ ງານຄົນຫລາຍຂຶ້ນ. ສ່ວນການ ປູກພືດສະບຽງອາຫານ ເພື່ອບໍລິ ໂພກພາຍໃນ ແລະ ປ້ອນໂຮງງານ ອຸດສາຫະກຳປຸງແຕ່ງໃນປີ 2022 ໄດ້ຜົນຜະລິດ 2.369.580 ໂຕນ, ທຽບໃສ່ກ່ອນປະຕິບັດວາລະແຫ່ງ ຊາດ ເພີ່ມຂຶ້ນ 14,4%, ມາຮອດ ເດືອນພຶດສະພາ 2023 ການປູກພືດ ເປັນສິນຄ້າລະດູແລ້ງໄດ້ 45.359 ເຮັກຕາ, ໃນປີ 2022 ສາມາດ ຜະລິດຊີ້ນ, ໄຂ່ ແລະ ປາ ໄດ້ທັງໝົດ 507.644 ໂຕນ, ທຽບໃສ່ກ່ອນປະຕິ ບັດວາລະແຫ່ງຊາດ ເພີ່ມຂຶ້ນ4,5% (ຈາກ 485.480 ໂຕນ), ມາ ຮອດປັດຈຸບັນຜະລິດໄດ້ 263.095 ໂຕນ, ປະຕິບັດໄດ້ 49,5% ຂອງ ແຜນການປີ. ນອກນັ້ນ ຍັງສາມາດ ຮັບປະກັນໄດ້ພືດສະບຽງອາຫານ ເພື່ອບໍລິໂພກພາຍໃນ ແລະ ປ້ອນ ໂຮງງານອຸດສະຫະກຳປຸງແຕ່ງ ແລະ ສົ່ງອອກ ມາຮອດເດືອນພຶດສະ ພາ 2023 ການປູກພືດສິນຄ້າລະ ດູແລ້ງໄດ້ 45.359 ເຮັກຕາ. ໃນໄລຍະ 6 ເດືອນຕົ້ນປີ 2023, ສາມາດຜະລິດພະລັງງານໄຟຟ້າ ໄດ້ 24.316 ລ້ານກິໂລວັດໂມງ, ມູນຄ່າ 21.965 ຕື້ກີບ, ທຽບໃສ່ 6 ເດືອນຕົ້ນປີ 2022 (23.911 ລ້ານ ກິໂລວັດໂມງ) ເພີ່ມຂຶ້ນ 1,69%, ມີມູນຄ່າ (18.100 ຕື້ກີບ) ເພີ່ມ ຂຶ້ນ 21,35% ແລະ ຖ້າທຽບໃສ່ ແຜນການປີ (51.134 ລ້ານກິໂລ ວັດໂມງ) ປະຕິບັດໄດ້ 47,55%, ມູນຄ່າ (41.321 ຕື້ກີບ) ປະຕິບັດ ໄດ້ 53,15%. ສ່ວນດ້ານບໍ່ແຮ່ ໃນ ໄລຍະ 6 ເດືອນຕົ້ນປີ 2023 ສາ ມາດຄາດຄະເນມູນຄ່າໄດ້ 10.805 ຕື້ກີບ, ທຽບໃສ່ 6 ເດືອນຕົ້ນປີ 2022 ເພີ່ມຂຶ້ນ 10,8% (ການເພີ່ມ ຂຶ້ນແມ່ນມາຈາກກິດຈະການບໍ່ແຮ່ ທີ່ສາມາດຜະລິດໄດ້ຕາມແຜນ ແລະ ຈາກກິດຈະການແບບທົດລອງ ທີ່ກວມປະມານ 8%) ແລະ ຖ້າ ທຽບໃສ່ແຜນການປີປະຕິບັດໄດ້ 54,58%. ໃນນັ້ນ, ຂຸດຄົ້ນເພື່ອຈຳ ໜ່າຍພາຍ ໃນໄດ້ 156 ລ້ານໂດລາ ສະຫະລັດ ທຽບໃສ່ໄລຍະດຽວກັນ ກັບປີຜ່ານມາ ເພີ່ມຂຶ້ນ 7,58% ເປັນ ຕົ້ນ ຫີນກາວ, ແຮ່ເກືອໂປຣຕາສ (ເກືອກາລີ), ຫີນປູນ ທີ່ສະໜອງ ເຂົ້າໃນໂຮງງານອຸດສາຫະກໍາ ພາຍໃນ. ສຳລັບ ດ້ານການທ່ອງທ່ຽວ ໄດ້ປະຕິບັດມາດຕະການເປີດປະ ເທດ ແລະ ສະໜັບສະໜູນພາກທຸ ລະກິດທ່ອງທ່ຽວປັບປຸງຄວາມ ພ້ອມແຕ່ລະດ້ານ, ສິ່ງອໍານວຍ ຄວາມສະດວກ ແລະ ເພີ່ມການໂຄ ສະນາການທ່ອງທ່ຽວ ໃນຫລາຍ ຊ່ອງທາງ ເຊິ່ງເຮັດໃຫ້ໝົດປີ 2022 ມີນັກທ່ອງທ່ຽວເຂົ້າມາທ່ຽວທັງ ໝົດ 2.979.724 ເທື່ອຄົນ ທຽບ ໃສ່ແຜນປີ 2022 ປະຕິບັດໄດ້ລື່ນ ປະມານ 52% ແລະ ສ້າງລາຍຮັບ ທັງໝົດປະມານ 537.539.389 ໂດລາສະຫະລັດ. ໃນນີ້, ນັກທ່ອງ ທ່ຽວສາກົນ ຈໍານວນ 1.294.365 ເທື່ອຄົນ, ທຽບໃສ່ແຜນປີ 2022 ປະຕິບັດໄດ້ລື່ນແຜນ 43% ແລະ ໃນໄລຍະ 5 ເດືອນຕົ້ນປີ 2023 ມີນັກທ່ອງທ່ຽວຕ່າງປະເທດເຂົ້າມາ ທັງໝົດ 1.405.265 ເທື່ອຄົນ, ໃນນີ້ ກວມສັດສ່ວນຫລາຍກວ່າໝູ່ ແມ່ນນັກທ່ອງທ່ຽວຈາກບັນດາປະ ເທດອາຊຽນ ປະມານ 65%. ຂ່າວ: ທະນູທອງ, ພາບ: ເກດສະໜາ ທ່ານ ພົອ ວິໄລ ຫລ້າຄໍາຟອງ ຮອງນາຍົກລັດຖະມົນຕີ, ລັດຖະມົນ ຕີກະຊວງ ປກສ ລາຍງານໃນກອງ ປະຊຸມສະໄໝສາມັນ ເທື່ອທີ 5 ຂອງ ສະພາແຫ່ງຊາດ ຊຸດທີ IX ໃນວັນ ທີ 29 ມິຖຸນາ 2023 ນີ້ວ່າ: ຜ່ານ ການຈັດຕັ້ງປະຕິບັດວາລະແຫ່ງ ຊາດວ່າດ້ວຍການແກ້ໄຂບັນຫາ ຢາເສບຕິດ ນັບແຕ່ປີ 2021-2023 ໃນໄລຍະແຕ່ເດືອນກໍລະກົດ 2021 ຫາ ເດືອນມິຖຸນາ 2023 ທົ່ວປະ ເທດ ສາມາດແກ້ໄຂຄະດີຢາເສບ ຕິດໄດ້ທັງໝົດ 9.516 ເລື່ອງ, ຈັບຜູ້ຖືກຫາໄດ້ 13.941 ຄົນ, ຍິງ 1.588 ຄົນ, ຄົນຕ່າງປະເທດ 283 ຄົນ, ຍິງ 17 ຄົນ; ຢຶດຢາບ້າ ໄດ້ 297.085.327 ເມັດ, ຢາບ້າເປັນ ຝຸ່ນ 59,52 ກິໂລກຣາມ ນໍ້າໜັກ 29.956,35 ກິໂລກຣາມ, ຢາໄອສ 7.193,38 ກິໂລກຣາມ, ເຮໂຣອິນ 507,12 ກິໂລກຣາມ, ກັນຊາ 20.214,41 ກິໂລກຣາມ, ຢາຝິ່ນ 380,32 ກິໂລກຣາມ, ຢາອີ 5.689 ເມັດ, ກັບ 20 ກິໂລກຣາມ, ຢາອີ ເປັນຝຸ່ນ 0,08 ກິໂລກຣາມ, ແປ້ງ ຝຸ່ນປະສົມຢາເສບຕິດ 51.153,62 ກິໂລກຣາມ, ເຄຕາມິນ 2.558,79 ກິໂລກຣາມ, ໂຄເຄນ 3 ກິໂລ ກຣາມ, ຄາເຟອິນ 168 ກຣາມ, ນໍ້າຢາສານເຄມີ 10,84 ກຣາມ ແລະ ນໍ້າກົດ 9.400 ລິດ, ຢຶດລົດ ໃຫຍ່ໄດ້ 321 ຄັນ, ລົດຈັກ 1.574 ຄັນ, ເຮືອ 5 ລໍາ. ນອກນີ້, ຍັງໄດ້ສຳຫລວດເນື້ອ ທີ່ລັກລອບປູກຝິ່ນຢູ່ 9 ແຂວງ ພາກເໜືອ ກວດພົບເຫັນສວນຝິ່ນ 4.393 ກວ່າຕອນ ແລະ ໄດ້ລົງທຳ ລາຍຖິ້ມ 1.437 ເຮັກຕາ, ນໍາເອົາ ເປົ້າໝາຍຜູ້ຕິດຢາເສບຕິດເຂົ້າປິ່ນ ປົວຢູ່ສູນບໍາບັດປິ່ນປົວ ແລະ ຟື້ນ ຟູສຸຂະພາບຜູ້ຕິດຢາເສບຕິດ 13 ແຫ່ງ ມີທັງໝົດ 10.900 ຄົນ, ຍິງ 361 ຄົນ. ໃນນັ້ນ, ມີຜູ້ທີ່ປິ່ນປົວດີ ກັບຄືນບ້ານທັງໝົດ 5.734 ຄົນ, ຍິງ 209 ຄົນ, ສືບຕໍ່ປິ່ນປົວ 2.994 ຄົນ, ຍິງ 104 ຄົນ, ມອບຢາປິ່ນປົວ ແລະ ໃຫ້ຄໍາປຶກສາຜູ້ຕິດຢາເສບຕິດ ຂັ້ນຊຸມຊົນ ທັງໝົດ 28 ແຫ່ງ ມີ ຜູ້ເຂົ້າມາປິ່ນປົວ 424 ຄົນ, ຍິງ 8 ຄົນ, ຮັບຄຳປຶກສາ ແລະ ຕໍ່ຢາ 1.360 ຄັ້ງ, ປະສານສົມທົບກັບກະ ຊວງ-ອົງການທີ່ກ່ຽວຂ້ອງຕິດ ຕາມ, ກວດກາການນຳເຂົ້າສານ ເຄມີຕົ້ນ 4 ລາຍການ ຄື: ປະເພດ ອາຊິດຊູນຟູຣິກ 4.289,936 ກິ ໂລກຣາມ, ໂຮໂດຣບໍຣິກອາຊິດ 34,510 ກິໂລກຣາມ, ໂສດຽມຄາ ໂບເນັດ 500.000 ກິໂລກຣາມ ແລະ ໂສດຽມໄຊຍາໄນ 36.000 ກິໂລກຣາມ ແລະ ອື່ນໆ. ທ່ານ ພົອ ວິໄລ ຫລ້າຄໍາຟອງ ກ່າວອີກວ່າ: ກະຊວງ ປກສ ໄດ້ເປັນ ເຈົ້າການໃນການສ້າງຄວາມຮັບຮູ້ ໃນທົ່ວສັງຄົມດ້ວຍການສຶກສາອົບ ຮົມ, ໂຄສະນາເຜີຍແຜ່ລະບຽບກົດ ໝາຍ ແລະ ຜົນຮ້າຍຂອງຢາເສບ ຕິດໃຫ້ບັນດາກະຊວງ ແລະ ອົງການ ທຽບເທົ່າກະຊວງ ໄດ້ຈັດຕັ້ງເຊື່ອມ ຊຶມບັນດາເອກະສານກ່ຽວກັບວາ ລະແຫ່ງຊາດ ວ່າດ້ວຍການແກ້ ໄຂບັນຫາຢາເສບຕິດ ຢູ່ບັນດາກົມ ກອງອ້ອມຂ້າງກະຊວງ, ສະຖາບັນ ການສຶກສາຂັ້ນຕ່າງໆ, ໂຮງຈັກໂຮງງານລວມທັງຂະແໜງການ ສາຍຕັ້ງຂອງຕົນ, ອົງການປົກຄອງ ນະຄອນຫລວງວຽງຈັນ, ບັນດາ ແຂວງໃນທົ່ວປະເທດໄດ້ລົງເຜີຍ ແຜ່ຢູ່ຂັ້ນເມືອງ, ຂັ້ນກຸ່ມບ້ານ, ຂັ້ນ ບ້ານ. ນອກນັ້ນ, ຍັງໄດ້ໂຄສະນາ ເຜີຍແຜ່ດ້ວຍຮູບການຕ່າງໆເຊັ່ນ: ຕິດຕັ້ງປ້າຍຄຳຂວັນ 275 ປ້າຍ, ປ້າຍຂະໜາດໃຫຍ່ 49 ບ້ານ, ພິມ ໂປສເຕີ 1.150 ແຜ່ນ, ແຜ່ນພັບ 2.100 ແຜ່ນ, ແຜ່ນ DVD 300 ແຜນ, ໂຄສະນາເລື່ອງສັ້ນ 4 ເລື່ອງ, ລະຄອນສັ້ນ 1 ເລື່ອງ, ບົດເພງ 15 ບົດ ໂດຍຜ່ານສື່ມວນຊົນ ຈາກວິທະ ຍຸກະຈາຍສຽງ, ໂທລະພາບ, ໜັງສື ພິມ, ວາລະສານ ແລະ ສື່ສັງຄົມ ອອນລາຍ. ຂ່າວ: ທະນູທອງ ພາບ: ເກດສະໜາ ດີຈິຕອນ ແຫ່ງຊາດ ເປັນຕົ້ນ ການ ປັບປຸງດ້ານນິຕິກຳ; ປັບປຸງ ແລະ ຂະຫຍາຍໂຄງລ່າງພື້ນຖານເຕັກໂນ ໂລຊີດີຈິຕອນ; ສ້າງການເຊື່ອມໂຍງ ເຊື່ອມຈອດ; ສ້າງລັດຖະບານດີຈິ ຕອນ; ສ້າງລະບົບການຊຳລະດ້ວຍ ດີຈິຕອນ; ພັດທະນາຊັບພະຍາກອນ ມະນຸດດ້ານດີຈິຕອນ; ສົ່ງເສີມການ ດຳເນີນທຸລະກິດ MSME ແລະ ການບໍລິການ; ສົ່ງເສີມການເພີ່ມປະ ສິດທິພາບການຜະລິດດ້ວຍເຕັກ ໂນໂລຊີດີຈິຕອນ; ສົ່ງເສີມການພັດ ທະນາກະສິກຳໃໝ່ດ້ວຍລະບົບ ເຕັກໂນໂລຊີດີຈິຕອນ; ສ້າງລະບົບ ໂລຈິສະຕິກ ສໍາລັບການພັດທະນາ ເສດຖະກິດດີຈິຕອນ; ສ້າງຄວາມ ປອດໄພທາງດ້ານດີຈິຕອນ; ສ້າງ ຄວາມພ້ອມເພື່ອສ້າງເມືອງອັດສະ ລິຍະ; ສ້າງກອງທຶນພັດທະນາໂທ ລະຄົມມະນາຄົມ ແລະ ການຫັນເປັນ ດີຈິຕອນ ແລະ ຮ່ວມມືດ້ານດີຈິຕອນ ກັບຕ່າງປະເທດ. ສະເພາະການປັບປຸງ ແລະ ຂະ ຫຍາຍໂຄງລ່າງພື້ນຖານເຕັກໂນ ໂລຊີ ດີຈິຕອນ ກະຊວງເຕັກໂນໂລຊີ ແລະ ການສື່ສານ ໄດ້ສຸມໃສ່ປັບປຸງ, ຂະຫຍາຍລະບົບເຕັກນິກສູນຂໍ້ມູນ (DATA CENTER) ໃຫ້ສາມາດ ຮອງຮັບຄວາມຕ້ອງການໃນການ ຫັນເປັນດີຈິຕອນ; ສຳເລັດການສະ ໜອງລະບົບໂຄງລ່າງພື້ນຖານ ສູນຂໍ້ມູນລະບົບຄຣາວ ແລະ ລະບົບ ເຄືອຂ່າຍ ເພື່ອຮັບປະກັນການເຮັດ ວຽກຂອງລະບົບການບໍລິຫານລັດ ດ້ວຍເອເລັກໂຕຣນິກ; ສົມທົບກັບ ກະຊວງການເງິນ ເພື່ອປະຕິບັດການ ຈັດເກັບລາຍຮັບຫັນເປັນທັນສະໄໝ ແບບດີຈິຕອນ ໃນການປັບປຸງຍົກ ລະດັບວຽກລາຍຮັບພາສີ, ອັນພົ້ນ ເດັ່ນແມ່ນການຍົກລະບົບແຈ້ງພາ ສີປະຕູດຽວແຫ່ງຊາດ ອາຊີກູດາ ພລັສ ແລະ ໄດ້ປັບປຸງວຽກງານລາຍ ຮັບຂອງສ່ວຍສາອາກອນໂດຍຂະ ຫຍາຍລະບົບ TaxRIS ເພີ່ມຂຶ້ນ 54 ເມືອງ ແລະ 6 ເຂດເສດຖະກິດ ພິເສດ. ສຳລັບການສ້າງລັດຖະບານ ດີຈິຕອນ ໄດ້ສຳເລັດການຕິດຕັ້ງ ເຊື່ອມໂຍງເຄືອຂ່າຍອິນຕຣາເນັດ ພາກລັດ ຫາ 18 ກະຊວງ/ອົງການ ຢູ່ສູນກາງ ແລະ 18 ແຂວງ/ ນະ ຄອນຫລວງ, ຕິດຕັ້ງເຄືອຂ່າຍອິນ ຕຣາເນັດ/ອິນເຕີເນັດ ເຊື່ອມໂຍງ ທຸກຫ້ອງການກະຊວງເຕັກໂນໂລ ຊີ ແລະ ການສື່ສານ ເພື່ອເປັນພື້ນຖານ ການສ້າງຫັນເປັນ Smart Mini stry; ສໍາເລັດການສ້າງລະບົບຫ້ອງ ການທັນສະໄໝ (e-office), ລະ ບົບສື່ສານພາກລັດ (G-Chat, GShare), ລະບົບກອງປະຊຸມທາງ ໄກ (Video Conference) ເພື່ອ ຮັບໃຊ້ວຽກງານຕ່າງໆດ້ວຍລະ ບົບເອເລັກໂຕຣນິກ ສ່ວນການສ້າງ ລະບົບການຊຳລະດ້ວຍດີຈິຕອນ ໄດ້ສຳເລັດການພັດທະນາແອັບ ພລີເຄຊັນ ແບບລວມສູນດີຈິຕອນ ເປັນຕົ້ນແມ່ນ M-Money ແລະ U-Money ເປັນລະບົບຊຳລະເງິນ ຜ່ານລະບົບມືຖື ແລະ ອິນເຕີເນັດ. ສຳລັບການເພີ່ມປະສິດທິພາບ ການຜະລິດດ້ວຍເຕັກໂນໂລຊີດີຈິ ຕອນ ໄດ້ຍາດແຍ່ງໂຄງການຊ່ວຍ ເຫລືອລ້າຈາກ ສ ເກົາຫລີ ເພື່ອສະ ໜັບສະໜູນການສ້າງອຸດທະຍານ ດີຈິຕອນ (Digital Park) ແລະ ຝຶກອົບຮົມຊ່ຽວຊານດ້ານໄອຊີທີຢູ່ ສປປ ລາວ ແລະ ໄດ້ຄົ້ນຄວ້າພັດ ທະນາລະບົບໃຫ້ອາຫານພືດ (ໃສ່ ປຸຍ) ແບບອັດຕະໂນມັດ, ໄດ້ ຄົ້ນຄວ້ານຳໃຊ້ເຮືອບິນບໍ່ມີຄົນຂັບ (ໂດຣນ) ເພື່ອຮັບໃຊ້ໃນວຽກກະ ສິກຳ, ການສຳຫລວດ ແລະ ຖ່າຍ ພາບ; ສົ່ງເສີມການນຳໃຊ້ຕາໜ່າງ ໂລຈິສຕິກ ແລະ ໄປສະນີໃນການ ຈັດສົ່ງ ແລະ ແຈກຢາຍສິນຄ້າທີ່ຊື້ ຂາຍຜ່ານທາງເອເລັກໂຕຣນິກ ລະ ຫວ່າງເຈົ້າຂອງຮ້ານ ແລະ ຜູ້ຊື້ ໄດ້ 60%; ປັດຈຸບັນມີຜູ້ໃຫ້ການບໍລິ ການໄປສະນີ ທັງໝົດ 63 ບໍລິສັດ. ໃນນັ້ນ, ໃຫ້ບໍລິການລະຫວ່າງປະ ເທດ 11 ບໍລິສັດ, ໃຫ້ບໍລິການພາຍໃນ ປະເທດ 7 ບໍລິສັດ ແລະ ໃຫ້ບໍລິການ ພາຍໃນແຂວງ 52 ບໍລິສັດ; ຕາ ໜ່າງໄປສະນີຂະຫຍາຍໃນທຸກ ແຂວງກວມເອົາ 80% ຂອງຕົວ ເມືອງໃນທົ່ວປະເທດ. ສ່ວນການ ສ້າງຄວາມພ້ອມ ເພື່ອສ້າງເມືອງ ອັດສະລິຍະ ກະຊວງເຕັກໂນໂລຊີ ແລະ ການສື່ສານ ໄດ້ຂຽນບົດຄົ້ນ ຄວ້າຄວາມໝາຍ, ຮູບແບບ, ຄຸນລັກ ສະນະ ແລະ ອົງປະກອບຂອງຕົວ ເມືອງດັ່ງກ່າວແລ້ວ. ຂ່າວ: ທະນູທອງ, ພາບ: ເກດສະໜາ ກິດ ໃຫ້ຂະຫຍາຍຕົວ ກໍຄືຊຸກຍູ້ການ ເຕີບໂຕຂອງເສດຖະກິດ; ຄຸ້ມຄອງ ອັດຕາແລກປ່ຽນເຮັດໃຫ້ເງິນກີບ ແຂງຄ່າຂຶ້ນດ້ວຍການປະຕິບັດກົດ ໝາຍວ່າດ້ວຍການຄຸ້ມຄອງເງິນຕາ ຕ່າງປະເທດ ໃຫ້ເຂັ້ມງວດ ແລະ ມີ ຜົນສັກສິດ. ພ້ອມນັ້ນ ໃຫ້ຄົ້ນຄວ້າ, ປະຕິບັດນະໂຍບາຍຜ່ອນຜັນພາສີ ອາກອນຕາມກໍລະນີ ແລະ ຕາມ ຄວາມເໝາະສົມ, ມີນະໂຍບາຍງົບ ປະມານລົງທຶນ ເພື່ອຊຸກຍູ້ສົ່ງເສີມ ການຜະລິດ ແລະ ຊຸກຍູ້ການເຕີບໂຕ ເສດຖະກິດ; ວາງມາດຕະການສົ່ງ ເສີມການຜະລິດ ເພື່ອຕອບສະໜອງ ຄວາມຕ້ອງການຕະຫລາດພາຍໃນ ໃຫ້ພຽງພໍ ໂດຍສະເພາະສະບຽງ ອາຫານ, ໄຟຟ້າ, ນໍ້າປະປາ, ພາຫະ ນະຂົນສົ່ງ ແລະ ເຄື່ອງໃຊ້ສອຍຮັບ ໃຊ້ຊີວິດປະຈຳວັນຂອງປະຊາຊົນ; ຄົ້ນຄວ້າ ແລະ ປະຕິບັດມາດຕະການ ດັດສົມສິນຄ້ານຳເຂົ້າ-ສົ່ງອອກ, ລາຄາສິນຄ້າຍຸດທະສາດ ແລະ ສິນ ຄ້າທີ່ຈຳເປັນຕໍ່ຄ່າຄອງຊີບ ແລະ ຊີ ວິດການເປັນຢູ່ຂອງປະຊາຊົນໃຫ້ ດີຂຶ້ນກວ່າເກົ່າ; ວາງມາດຕະການ ດ້ານຈິດຕະສາດສັງຄົມ ໂດຍສະ ເພາະວຽກການໂຄສະນາ, ຊຸກຍູ້ ສົ່ງເສີມໃຫ້ປະຊາຊົນນຳໃຊ້ຜະລິດ ຕະພັນພາຍໃນ ແລະ ເງິນກີບ. ພ້ອມນັ້ນ, ໃຫ້ລັດຖະບານເລັ່ງ ສ້າງແຜນແກ້ໄຂໜີ້ສິນສາທາລະ ນະ ສໍາລັບໄລຍະການປະຕິບັດວາ ລະແຫ່ງຊາດ ໃຫ້ຊັດເຈນ ທັງກຳນົດ ຄາດໝາຍ ແລະ ມາດຕະການຈັດ ຕັ້ງປະຕິບັດໃຫ້ເປັນຮູບປະທຳ ໂດຍ ສະເພາະໃຫ້ເອົາໃຈໃສ່ແກ້ໄຂບັນ ຫາໜີ້ສິນ ທີ່ເນື່ອງມາຈາກການລະ ເມີດ ຫລື ບໍ່ສາມາດປະຕິບັດບາງ ມາດຕາຂອງກົດໝາຍວ່າດ້ວຍງົບ ປະມານ, ກົດໝາຍວ່າດ້ວຍໜີ້ສິນ ສາທາລະນະ ແລະ ກົດໝາຍວ່າ ດ້ວຍການລົງທຶນຂອງລັດ ໃຫ້ເຂັ້ມ ງວດ ແລະ ມີຜົນສັກສິດ. ພ້ອມນັ້ນ ໃຫ້ມີການຄົ້ນຄວ້າປະເມີນປະສິດ ທິພາບ, ປະສິດທິຜົນການໃຊ້ຈ່າຍ ງົບປະມານຂອງລັດ ທັງບ້ວງບໍລິ ຫານ, ການລົງທຶນພາຍໃນ,ການ ຊ່ວຍເຫລືອ ແລະ ການກູ້ຢືມຈາກ ຕ່າງປະເທດ ແລະ ຖອດຖອນບົດ ຮຽນທີ່ດີສຳລັບແຜນການລົງທຶນ ຂອງລັດໃນຕໍ່ໜ້າ. ທ່ານ ລີເບີ ລີບົວປາວ ຍັງໄດ້ ສະເໜີໃຫ້ລັດຖະບານໃຫ້ເພີ່ມທະ ວີຄົ້ນຄວ້າ ແລະ ສົ່ງເສີມການສົ່ງ ອອກຕາມ 3 ປະເພດ ຄື: ການຜະລິດ ເພື່ອສົ່ງເສີມການສົ່ງອອກ, ການ ສົ່ງອອກຜ່ານ Re export ແລະ ການສົ່ງອອກກັບທີ່. ໃນນັ້ນ, ການ ຜະລິດເພື່ອສົ່ງເສີມການສົ່ງອອກ ໃຫ້ເອົາໃຈໃສ່ຄົ້ນຄວ້າ ແລະ ຄຸ້ມ ຄອງລາຍຮັບຈາກການສົ່ງອອກ ໃຫ້ສອດຄ່ອງຕາມກົດໝາຍວ່າ ດ້ວຍການຄຸ້ມຄອງເງິນຕາຕ່າງປະ ເທດ ມາດຕາ 12 ທີ່ໄດ້ກໍານົດວ່າຜູ້ ສົ່ງອອກສິນຄ້າ ແລະ ການບໍລິການ ຕ້ອງໂອນລາຍຮັບທັງໝົດຈາກ ການສົ່ງອອກ ເຂົ້າມາ ສປປ ລາວ ຜ່ານບັນຊີເງິນຝາກສະເພາະຢູ່ ສປປ ລາວ. ທັງນີ້ຍັງເຫັນວ່າການຈັດຕັ້ງ ປະຕິບັດລາຍຮັບເປັນເງິນຕາຕ່າງ ປະເທດ ຈາກການສົ່ງອອກໄລຍະ 5 ເດືອນຕົ້ນປີ 2023, ລັດຖະບານ ປະຕິບັດໄດ້ພຽງ 36%, ມະຕິສະ ພາແຫ່ງຊາດບໍ່ໃຫ້ຫລຸດ 50% ຂອງມູນຄ່າສົ່ງອອກ; ສິ່ງສຳຄັນໃຫ້ ສຸມໃສ່ຜະລິດສິນຄ້າສົ່ງອອກທີ່ມີ ການປຸງແຕ່ງ, ມີຄວາມຍືນຍົງ ແລະ ມີມູນຄ່າເພີ່ມສູງ. ຂ່າວ: ທະນູທອງ ພາບ: ເກດສະໜາ ຈຳນວນ 600 ຄັນ, ຕາງໜ້າລັດ ຖະບານ ແຫ່ງ ສປປ ລາວ ລົງນາມ ໂດຍ ທ່ານ ອາລຸນໄຊ ສູນນະລາດ ລັດຖະມົນຕີ, ຫົວໜ້າ ຫສນຍ ແລະ ທ່ານ ລີ ຈຸງ ກືນ (LEE JOONG KEUN) ປະທານ ບໍລິສັດ ບູຢອງ ລາວ ຈຳກັດ ໂດຍມີຮອງລັດຖະມົົນ ຕີ, ພະນັກງານກະຊວງ-ອົງການ ແລະ ບໍລິສັດທີ່ກ່ຽວຂ້ອງເຂົ້າຮ່ວມ ເປັນສັກຂີພິຍານ. ໃນບົດບັນທຶກດັ່ງກ່າວ, ບໍລິສັດ ບູຢອງລາວ ຈໍາກັດ ສະໝັກໃຈມອບ ລົດເມ (ຂະໜາດ 22 ບ່ອນນັ່ງ) ຊ່ວຍເຫລືອລ້າ ຈໍານວນ 600 ຄັນ ໃຫ້ແກ່ລັດຖະບານ ແຫ່ງ ສປປ ລາວ ເພື່ອປະກອບສ່ວນເຂົ້າໃນການພັດ ທະນາເສດຖະກິດ-ສັງຄົມຂອງ ສປປ ລາວ ໂດຍສະເພາະ ເພື່ອປັບປຸງ ລະບົບການຂົນສົ່ງສາທາລະນະໃຫ້ ມີປະສິດທິພາບ ແລະ ນັບມື້ນັບດີຂຶ້ນ, ຫລຸດຜ່ອນການນໍາໃຊ້ລົດສ່ວນຕົວ, ປະຢັດພະລັງງານເຊື້ອໄຟ, ຫລຸດ ຜ່ອນບັນຫາລົດຕິດ, ແກ້ໄຂສະພາບ ການສັນຈອນ ແອອັດ ໃຫ້ມີຄວາມ ສະດວກ ແລະ ວ່ອງໄວ. ສຳລັບ ແຜນການມອບລົດດັ່ງກ່າວແມ່ນ ຈະມອບ ຈໍານວນ 400 ຄັນ ພາຍໃນ ປີ 2023 ແລະ ມອບສ່ວນທີ່ເຫລືອ ຈໍານວນ 200 ຄັນ ຈະມອບພາຍ ໃນປີ 2024, ພ້ອມກັນນັ້ນ ບໍລິສັດ ບູຢອງລາວ ຈຳກັດ ຍັງຮັບປະກັນ ສ້ອມແປງລົດດັ່ງກ່າວ ຕາມທີ່ບໍລິ ສັດຜະລິດລົດເມໄດ້ກໍານົດ 3 ປີ ຫລື ແລ່ນໄດ້ 200.000 ກິໂລແມັດ. ໂອກາດນີ້, ທ່ານ ອາລຸນໄຊ ສູນນະລາດ ຕາງໜ້າລັດຖະບານ ແຫ່ງ ສປປ ລາວ ສະແດງຄວາມ ຂອບໃຈ ແລະ ຕີລາຄາສູງຕໍ່ບໍລິສັດ ບູຢອງລາວ ຈຳກັດ ທີ່ໃຫ້ການສະ ໜັບສະໜູນຊ່ວຍເຫລືອລົດດັ່ງກ່າວ ໃຫ້ແກ່ລັດຖະບານ ກໍຄື ປະຊາຊົນ ລາວ ໃນຄັ້ງນີ້, ເຊິ່ງ ຫສນຍ ຈະສົມ ທົບກັບກະຊວງໂຍທາທິການ ແລະ ຂົນສົ່ງ ສ້າງແຜນແຈກຢາຍລົດດັ່ງ ກ່າວ ໃຫ້ຖືກເປົ້າໝາຍ, ເອົາໃຈໃສ່ ຄຸ້ມຄອງນຳໃຊ້ ໃຫ້ຍາວນານ ແລະ ເກີດປະໂຫຍດສູງສຸດຕໍ່ປະເທດ ຊາດ ແລະ ປະຊາຊົນລາວ; ຈະສືບ ຕໍ່ພົວພັນຮ່ວມມືກັບ ບໍລິສັດ ບູຢອງ ລາວ ຈຳກັດ ເພື່ອເປັນການປະກອບ ສ່ວນເສີມສ້າງສາຍພົວພັນ ແລະ ການຮ່ວມມື ສະຫວ່າງ ສປປ ລາວ ແລະ ສ ເກົາຫລີ ໃຫ້ນັບແໜ້ນແຟ້ນ ແລະ ເກີດດອກອອກຜົນຫລາຍຂຶ້ນ ເປັນກ້າວໆ. ພາບ: ຂັນໄຊ ນັບສູງເດັ່ນຂຶ້ນ ໃນເວທີການເມືອງ ພາຍໃນປະເທດ ແລະ ເວທີສາກົນ. ພວກຂ້າພະເຈົ້າ ມີຄວາມປິຕິຊົມ ຊື່ນ ເປັນຢ່າງຍິ່ງທີ່ເຫັນວ່າສາຍພົວ ພັນມິດຕະພາບ, ຄວາມສາມັກຄີ ອັນເປັນມູນເຊື້ອ ແລະ ການພົວພັນ ຮ່ວມມືແບບຄູ່ຮ່ວມຍຸດທະສາດ ຮອບດ້ານໝັ້ນຄົງຍາວນານລະ ຫວ່າງ 2 ພັກ, 2 ລັດ ແລະ ປະຊາຊົນ 2 ຊາດ ລາວ-ກໍາປູເຈຍ ນັບມື້ນັບ ໄດ້ຮັບການເສີມຂະຫຍາຍ, ປະ ກອບສ່ວນສໍາຄັນເຂົ້າໃນພາລະກິດ ສ້າງສາພັດທະນາ ຂອງສອງປະ ເທດ ລາວ ແລະ ກໍາປູເຈຍ. ພວກຂ້າພະເຈົ້າ ເຊື່ອໝັ້ນຢ່າງ ໜັກແໜ້ນວ່າ ພາຍໃຕ້ການນໍາພາ ອັນຖືກຕ້ອງ ແລະ ສະຫລາດສ່ອງ ໃສຂອງພັກປະຊາຊົນ ກໍາປູເຈຍ ອັນມີ ສົມເດັດ ອັກຄະມະຫາເສນາ ບໍດີ ເຕໂຈ ຮຸນແຊນ ເປັນຜູ້ນໍາ, ພັກປະ ຊາຊົນ ກໍາປູເຈຍ ຈະສືບຕໍ່ຍາດໄດ້ ຜົນສໍາເລັດໃໝ່ໃຫຍ່ຫລວງກວ່າ ເກົ່າ ໃນພາລະກິດສ້າງສາພັດທະ ນາປະເທດຊາດ ກ້າວສູ່ຄວາມຈະ ເລີນວັດທະນະຖາວອນ. ຂໍອວຍພອນໃຫ້ສາຍພົວພັນມິດ ຕະພາບ, ການຮ່ວມມືທີ່ເປັນມູນເຊື້ອ ອັນດີງາມ ລະຫວ່າງ ພັກປະຊາຊົນ ປະຕິວັດລາວ ແລະ ພັກປະຊາຊົນ ກຳປູເຈຍ ຈົ່ງໄດ້ຮັບການເສີມຂະ ຫຍາຍຍິ່ງໆຂຶ້ນ ເພື່ອຜົນປະໂຫຍດ ຂອງປະຊາຊົນ ສອງຊາດ ກໍຄື ພາ ລະກິດແຫ່ງການເສີມສ້າງສັນຕິ ພາບ, ມິດຕະພາບ ແລະ ການຮ່ວມມື ເພື່ອການພັດທະນາໃນພາກພື້ນ ແລະ ໃນໂລກ.

xtgmf]k; 3 30/06/2023 0kj ; c]t gsfdko dh k;l6 j ]t[q [75 h ,7v'dkog'y ocsj ']a f gxa oma oltw\mu j ,u 7;k,g0A ,c0'F 3xj '.l gxa ofu 9y 8vo c]t p5 8y me ໂດຍ: ເຂົ້າຈານນໍ້າ+ ພາບ: ເກດສະໜາ ໂດຍ: ຢ່າຕົ່ງ v5flkstde c]t dko7hk ,uczo75h,7v'{ ljq'glu,m5]tdyf0t|kfohvp{dk' 1jk'8+gonjv' rhv,daogxaog9QkdkoxjvplafoE{lafxjk 7nol6jme,t-kf * ຍັງອີກບໍ່ພໍເທົ່າໃດມື້ ກໍ່ຈະ ຮອດວັນປ່ອຍປາ ແລະ ອະນຸລັກ ສັດນ້ຳ-ສັດປາແຫ່ງຊາດແລ້ວ ເຊິ່ງ ການທີ່ ພັກ-ລັດຖະບານ ກຳນົດ ເອົາວັນທີ 13 ກໍລະກົດ ຂອງ ທຸກໆປີເປັນວັນປ່ອຍປາ ແລະ ອະ ນຸລັກສັດນໍ້າ-ສັດປ່າ ກໍເພື່ອເປັນ ການປຸກລະດົມໃຫ້ທຸກພາກສ່ວນ ທັງພາກລັດ, ເອກະຊົນ, ນິຕິບຸກຄົນ ເປັນເຈົ້າການສ້າງຂະບວນການ ປ່ອຍສັດນ້ຳ-ສັດຄືນສູ່ທຳມະຊາດ ເຊິ່ງໃນປັດຈຸບັນ ມີບາງທ້ອງຖິ່ນ ກໍ່ໄດ້ ພ້ອມກັນຈັດຕັ້ງປ່ອຍສັດນ້ຳສັດປ່າຄືນສູ່ແຫລ່ງນ້ຳທຳມະຊາດ ແລະ ປ່າໄມ້ຢ່າງເປັນເຈົ້າການ. ດັ່ງ ຄໍລຳ “ຂຽວສົດ ສະອາດ ງົດງາມ” ໄດ້ສະເໜີໃນທ້າຍອາທິດຜ່ານມາ ໃນຫົວຂໍ້ “ເມືອງລະມາມ ປ່ອຍປາ 2.000 ໂຕສູ່ວັງສະຫງວນຕັ້ງໃໝ່” ໃຫ້ທ່ານຜູ້ອ່ານມາແລ້ວ. ດັ່ງຮູ້ນຳກັນແລ້ວວ່າ: ໃນວັນທີ 13 ກໍລະກົດຂອງທຸກໆປີ ເຊິ່ງ ແມ່ນວັນທີ່ມີຄວາມໝາຍສໍາຄັນ ອີກວັນໜຶ່ງທີ່ ພວກເຮົາຕ້ອງໄດ້ ອອກແຮງແຂ່ງຂັນສ້າງຜົນງານ * ມີຫລາຍບັນຫາທີ່ບັນດາ ສສຊ ແຕ່ລະເຂດໃຫ້ຄວາມສົນໃຈ ກ່ຽວ ກັບການຈັດຕັ້ງປະຕິບັດແຜນພັດ ທະນາເສດຖະກິດ-ສັງຄົມ, ແຜນງົບ ປະມານແຫ່ງລັດ ແລະ ແຜນເງິນຕາ ເຊິ່ງຢູ່ໃນບົດລາຍງານດັ່ງກ່າວ ມີ ຫລາຍດ້ານທີ່ລັດຖະບານໄດ້ເອົາ ໃຈໃສ່ຢ່າງຕັ້ງໜ້າ. ຂະນະດຽວກັນ ສສຊ ກໍ່ໄດ້ສະເໜີຫລາຍບັນຫາ ໃຫ້ລັດຖະບານກໍ່ຄືພາກສ່ວນກ່ຽວ ຂ້ອງເລັ່ງແກ້ໄຂດ່ວນ. ຄໍລໍາສຽງ ຈາກສະພາ ໜັງສືພິມປະເທດລາວ ສະບັບນີ້ ຂໍພາທ່ານຜູ້ອ່ານມາຮູ້ກ່ຽວ ກັບການຊີ້ແຈງຂອງກະຊວງອຸດ ສາຫະກຳ ແລະ ການຄ້າກ່ຽວກັບ ຄຳຊັກຖາມທີ່ວ່າ:“ການຈັດຕັ້ງປະ ຕິບັດວຽກງານສົ່ງເສີມຈຸນລະວິສາ ຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ ສະໜອງແຫລ່ງທຶນສິນ ເຊື່ອໃຫ້ແກ່ຊາວກະສິກອນ, ຜູ້ປະ ກອບການຜະລິດຄືແນວໃດ? ໂດຍ ສະເພາະການສະໜອງສິນເຊື່ອ ໃຫ້ແກ່ກຸ່ມ ແລະ ສະຫະກອນການ ຜະລິດເປັນແນວໃດ? ໄດ້ມີການ ຊຸກຍູ້ຕິດຕາມ ກ່ຽວກັບຄວາມຍືນ ຍົງໃນການໃຊ້ແຫລ່ງທຶນຕໍ່ກຸ່ມດັ່ງ ກ່າວຄືແນວໃດ?” ຕໍ່ກັບຄຳຊັກຖາມດັ່ງກ່າວນັ້ນ, ທ່ານ ນາງ ຈັນສຸກ ແສງພະຈັນ, ຮອງລັດຖະມົນຕີກະຊວງອຸດສາ ຫະກໍາ ແລະ ການຄ້າ ໄດ້ຊີ້ແຈງວ່າ: ການສະໜອງສິນເຊື່ອຂອງກອງ ທຶນສົ່ງເສີມຈຸນລະວິສາຫະກິດ, ວິ ສາຫະກິດຂະໜາດນ້ອຍ ແລະ ກາງ (ທສວ) ໃຫ້ແກ່ຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍແລະ ກາງ (ຈນກ) ແມ່ນສະໜອງຜ່ານ ທະນາຄານທຸລະກິດ ແລະ ສະຖາ ບັນການເງິນອື່ນ ທສວ ບໍ່ໄດ້ສະ ໜອງໃຫ້ ຈນກ ໂດຍກົງ. ປັດຈຸບັນ ແມ່ນສະໜອງຜ່ານ 08 ທະນາ ຄານທຸລະກິດ, 11 ສະຖາບັນການ ເງິນຈຸລະພາກ ແລະ 02 ກອງທຶນ ທີ່ເປັນຄູ່ຮ່ວມສັນຍາ. ສຳລັບແແຫລ່ງທຶນ ທສວ ປະ ກອບມີ 05 ບ້ວງເງິນຄື: ບ້ວງເງິນ ກໍ່ຕັ້ງທສວ ທີ່ລັດຖະບານປະກອບ ທຶນໃຫ້ 32 ຕື້ກີບ, ບ້ວງເງິນໂຄງ ການເຂົ້າເຖິງແຫລ່ງທຶນຂອງວິສາ ຫະກິດຂະໜາດນ້ອຍ ແລະ ກາງ ທີ່ເປັນເງິນກູ້ຢືມດອກເບ້ຍຜ່ອນຜັນ ແລະ ເງິນຊ່ວຍເຫລືອລ້າຈາກທະນາ ຄານ ໂລກ 111,68 ຕື້ກີບ, ບ້ວງ ເງິນສະສົມຂອງ ທສວ ທີ່ໄດ້ຮັບ ຈາກດອກເບ້ຍບ້ວງເງິນສະໜອງ ທຶນໃຫ້ສະຖາບັນການເງິນ (ຮອດປີ 2022 ມີ 17,65 ຕື້ກີບ ຄາດຄະເນປີ 2023 ຈະມີທຶນເພີ່ມຕື່ມ 5 ຕື້ກີບ), ບ້ວງເງິນປະກອບທຶນຂອງລັດຖະ ບານໃຫ້ ທສວ ແຕ່ປີ 2020 ຫາ 2022 ມີ500ຕື້ກີບ (ປີ 2020 ຈຳ ນວນ 200 ຕື້ກີບ, ປີ 2021 ຈຳ ນວນ100 ຕື້ກີບ ແລະ ປີ 2022 ຈຳ ນວນ200ຕື້ກີບ). ສໍາລັບປີ 2023 ລັດຖະບານ ມີແຜນຈະປະກອບທຶນ ໃຫ້ ທສວ 06 ເດືອນ ຕົ້ນປີ 100 ຕື້ກີບ ແລະ 06 ເດືອນ ທ້າຍປີ 100 ຕື້່ກີບ ແລະ ບ້ວງເງິນໂຄງການ ເຂົ້າ ເຖິງແຫລ່ງທຶນຂອງ ຈນກ ເພື່ອຮັບ ມືກັບຜົນກະທົບຈາກໂຄວິດ-19 ທີ່ ເປັນເງິນກູ້ຢືມດອກເບ້ຍຜ່ອນຜັນ ຈາກທະນາຄານໂລກ 34 ລ້ານໂດ ລາສະຫະລັດ. ສ່ວນການສະໜອງສິນເຊື່ອບ້ວງ ຕ່າງໆຂອງ ທສວ ຜ່ານມາ ແມ່ນໄດ້ ສະໜອງໃຫ້ແກ່ຜູ້ປະກອບກິດຈະ ການໃນຂະແໜງກະສິກຳ (ປູກຝັງ ແລະ ລ້ຽງສັດ) ເປັນອັນດັບໜຶ່ງ ກວມອັດຕາສ່ວນເຖິງ 48,55% ເປັນວົງເງິນຫລາຍກວ່າ305 ຕື້ກີບ. ພ້ອມນັ້ນ, ຜູ້ປະກອບການດ້ານ ກະສິກໍາ ຍັງສາມາດເຂົ້າຫາແຫລ່ງ ທຶນບ້ວງເງິນປະກອບທຶນ ຂອງລັດ ຖະບານ (ອັດຕາດອກເບ້ຍ 3% ຕໍ່ປີ) ຜ່ານທະນາຄານທຸລະກິດ ໄດ້ ຫລາຍກວ່າຂະແໜງອື່ນຈໍານວນ ກວ່າ 270 ຕື້ກີບ ກວມ 63% ຂອງ ທຶນທັງໝົດ. ໄລຍະຜ່ານມາ, ທະນາຄານ ແລະ ສະຖານບັນການເງິນທີ່ເປັນຄູ່ ຮ່ວມມືກັບທສວໄດ້ປ່ອຍກູ້ໃຫ້ຄອບ ຄົວຫລືຜູ້ປະກອບກິດຈະການທີ່ ເປັນ ສະມາຊິກຂອງກຸ່ມຄື: ສະມາຊິກກຸ່ມ ປູກຜັກອິນຊີ ບ້ານບຸ່ງພ້າວ, ເມືອງ ທຸລະຄົມ, ແຂວງວຽງຈັນ; ສະມາ ຊິກກຸ່ມປູກຜັກອິນຊີ ບ້ານທົ່ງມັ່ງ, ເມືອງໄຊທານີ, ນະຄອນຫລວງ ວຽງຈັນ ແລະ ສະມາຊິກສະຫະກອນ ຜະລິດກາເຟຄຸນນະພາບຈິງໃຈ ຢູ່ເມືອງປາກຊ່ອງ, ແຂວງຈໍາປາ ສັກ ເນືື່ອງຈາກວ່າເຂົາເຈົ້າເປັນກຸ່ມ ທຸລະກິດທີ່ຂ້ອນຂ້າງເຂັ້ມແຂງ ແລະ ມີຄວາມຮັບຜິດຊອບສູງຕໍ່ການ ຈ່າຍຄືນໜີ້ສິນທີ່ໄດ້ສະໜອງໃຫ້. ຢ່າງໃດກໍ່ດີຮອດປັດຈຸບັນ, ທະ ນາຄານ ແລະ ສະຖານບັນການເງິນ ທີ່ເປັນຄູ່ຮ່ວມມື ຍັງບໍ່ໄດ້ປ່ອຍສິນ ເຊື່ອໃຫ້ກຸ່ມ ແລະ ສະຫະກອນການ ຜະລິດເທື່ອ ສາເຫດຕົ້ນຕໍທີ່ເຮັດໃຫ້ ບໍ່ສາມາດປ່ອຍກູ້ໃຫ້ກຸ່ມ ຫລື ສະຫະ ກອນຍ້ອນວ່າ ກຸ່ມ ຫລື ສະຫະກອນ ການຜະລິດ ບໍ່ມີຫລັກຊັບຄໍ້າປະກັນ ເປັນອັນລວມ ແລະ ສະມາຊິກພາຍ ໃນກຸ່ມ ຫລື ສະຫະກອນບໍ່ຍິນຍອມ ທີ່ຈະເອົາຊັບສິນສ່ວນຕົວ ໄປເປັນ ຫລັກຊັບຄໍ້າປະກັນລວມໃຫ້ຜູ້ອື່ນ ແລະ ບໍ່ມີໃຜທີ່ຈະຍິນຍອມເຊັນຄໍ້າ ປະກັນກູ້ຢືມເງິນໃຫ້ກັນ ເພາະຖ້າ ຫາກກຸ່ມ ຫລື ສະຫະກອນ ບໍ່ສາ ມາດຊໍາລະເງິນຄືນໃຫ້ສະຖາບັນ ການເງິນ ເຊິ່ງຜູ້ທີ່ເຊັນຄໍ້າປະກັນ ຕ້ອງຮັບຜິດຊອບຕໍ່ການກູ້ຢືມຕໍ່ໜ້າ ກົດໝາຍ. ທສວ ແມ່ນການລົງທຶນຂອງ ລັດທີ່ມີຄວາມຍືນຍົງ, ມີທຶນບໍ່ບົກ ແຫ້ງ ແລະ ບໍ່ໄດ້ລົບກວນງົບປະ ມານຂອງລັດໃນແຕ່ລະປີ ລັດຖະ ບານໄດ້ປະກອບທຶນສ້າງຕັ້ງ 32 ຕື້ກີບ ນັບແຕ່ປີ 2011 ຮອດປັດຈຸ ບັນເງິນທຶນດັ່ງກ່າວຍັງຄົງເດີມບໍ່ ໄດ້ສູນຫາຍໂດຍໄດ້ສະໜອງໃຫ້ທະ ນາຄານພັດທະນາລາວ ສະໜອງ ໃຫ້ ຈນກ ເຊິ່ງໃນ 32 ຕື້ກີບ ນັ້ນໄດ້ ໝູນວຽນສະໜອງສິນເຊື່ອໃຫ້ ຈນກ (ເກັບຕົ້ນທຶນຄືນໄດ້ແລ້ວສະ ໜອງໃຫ້ຜູ້ໃໝ່) ເຮັດໃຫ້ຕົວເລກ ສະໜອງສິນເຊື່ອ ເພີ່ມຂຶ້ນ ຮອດປັດ ຈຸບັນມີທຶນ 100,43 ຕື້ກີບ.ທສວ ສະໜອງສິນເຊື່ອຜ່ານທະນາຄານ ທຸລະກິດ ແລະ ສະຖາບັນການເງິນ ອື່ນ, ການປະຕິບັດໃນຮູບການດັ່ງ ກ່າວແມ່ນມີຄວາມຍືນຍົງ ແລະ ເປັນທີ່ຍອມຮັບຂອງສາກົນ ຈຶ່ງເຮັດ ໃຫ້ອົງການການເງິນຂອງສາກົນ ເຊັ່ນ: ທະນາຄານໂລກ ມີຄວາມເຊື່ອ ໝັ້ນ ແລະ ໄດ້ສະໜອງເງິນກູ້ຢືມ ດອກ ເບ້ຍຜ່ອນຜັນ ແລະ ຊ່ວຍເຫລືອ ລ້າ 111,68 ຕື້ກີບ ໃນປີ 2016 ພາຍໃຕ້ໂຄງການເຂົ້າເຖິງແຫລ່ງ ທຶນຂອງວິສາຫະກິດຂະໜາດນ້ອຍ ແລະ ກາງ ແລະ ໃນປີ 2021 ໄດ້ໃຫ້ ເງິນກູ້ຢືມດອກເບ້ຍຜ່ອນຜັນ ເພື່ອ ປ່ອຍກູ້ໃຫ້ ຈນກ 34 ລ້ານໂດລາ ສະ ຫະລັດ ພາຍໃຕ້ໂຄງການເຂົ້າເຖິງ ແຫລ່ງທຶນຂອງ ຈນກ ເພື່ອຮັບມືກັບ ຜົນກະທົບຈາກໂຄວິດ-19. ການ ປ່ອຍສິນເຊື່ອຜ່ານທະນາຄານທຸລະ ກິດ ແມ່ນມີຜົນດີຫລາຍປະການສາ ມາດຮັບປະກັນການເກັບຄືນສິນ ເຊື່ອ ແລະ ປ້ອງກັນໄດ້ໜີ້ສິນທີ່ບໍ່ເກີດ ດອກອອກຜົນ (NPL). ດັ່ງນັ້ນ, ລັດ ຈຶ່ງບໍ່ຄວນປ່ອຍ ເງິນກູ້ດ້ວຍຕົນເອງ ເນື່ອງຈາກ ຖອດຖອນບົດຮຽນໃນໄລຍະຜ່ານ ມາທຸກກອງທຶນທີ່ລັດ ເປັນຜູ້ປ່ອຍ ກູ້ດ້ວຍຕົນເອງ ເຫັນວ່າ ບໍ່ມີປະສິດ ທິຜົນ.ໃນການຈັດຕັ້ງປະຕິບັດຕົວ ຈິງ ທສວ ໄດ້ຄັດເລືອກທະນາຄານ ທຸລະກິດ ແລະ ສະຖາບັນການເງິນ ອື່ນ ເປັນຄູ່ຮ່ວມມື ຕາມເງື່ອນໄຂທີ່ ກຳນົດໃນດຳລັດ ວ່າດ້ວຍ ທສວ. ສະ ນັ້ນ, ການປ່ອຍສິນເຊື່ອບ້ວງເງິນ ຕ່າງໆຂອງ ທສວ ແມ່ນໃນຮູບແບບ ການກູ້ຢືມ 2 ຂັ້ນຕອນຄື: ທສວ ສະໜອງທຶນໃຫ້ສະຖາບັນການ ເງິນທີ່ເປັນຄູ່ຮ່ວມມື ໂດຍມີສັນຍາ ສະໜອງທຶນຮ່ວມກັນ ແລະ ສະ ຖາບັນການເງິນເຫລົ່ານັ້ນປ່ອຍສິນ ເຊື່ອໃຫ້ ຈນກ ທີ່ໄດ້ເງື່ອນໄຂຂອງ ທສວ ໂດຍມີສັນຍາປ່ອຍກູ້ລະ ຫວ່າງສະຖາບັນການເງິນ ແລະ ຈນກ ທີ່ກູ້ຢືມ. ແນວໃດກໍ່ດີບັນຫາສໍາຄັນ, ກະ ຊວງ ອຄ ໄດ້ມີກົນໄກການຊຸກຍູ້, ຕິດຕາມ ແລະ ກວດກາ ຫົວໜ່ວຍທຸ ລະກິດທີ່ໄດ້ຮັບສິນເຊື່ອຈາກກອງ ທຶນສົ່ງເສີມ ຈນວ ເພື່ອຮັບປະກັນ ວ່າການປ່ອຍເງິນຂອງທະນາ ຄານ ແລະ ສະຖາບັນການເງິນສອດຄ່ອງ ຕາມລະບຽບການ ແລະ ຖືກເປົ້າ ໝາຍສົ່ງເສີມ. ຜ່ານການລົງຕິດ ຕາມກວດກາ ແລະ ຊຸກຍູ້ກໍພົບເຫັນກໍ ລະນີບໍ່ສອດຄ່ອງຈໍານວນນ້ອຍໜຶ່ງ ເຊິ່ງກໍໄດ້ຕັກເຕືອນ ແລະ ຕິດຕາມ ຢ່າງຮັດກຸມເພື່ອປ້ອງກັນບັນຫາ. ຂ່ຳນັບຮັບຕ້ອນນັ້ນກໍ່ຄື: ວັນວັນເກີດ ຂອງທ່ານ ປະທານ ສຸພານຸວົງ ຜູ້ ນຳທີ່ເຄົາຮັກຂອງປວງຊົນລາວທັງ ຊາດ, ວັນປ່ອຍປາ ແລະ ອະນຸລັກ ສັດນ້ຳ-ສັດປາແຫ່ງຊາດຂອງຊາດ ລາວເຮົາ ເຊິ່ງວັນ ດັ່ງກ່າວ ໃນແຕ່ ລະປີລັດຖະບານກໍ່ຄືພາກສ່ວນ ກ່ຽວຂ້ອງ ໃນຂອບເຂດທົ່ວປະ ເທດກໍ່ໄດ້ເອົາໃຈໃສ່ຊຸກຍູ້ທົ່ວສັງ ຄົມ ຫ້າງຫາກະກຽມຫລາຍປັດໄຈ ທີ່ຈຳເປັນ ໂດຍສະເພາະແມ່ນຜະ ລິດລູກປາຕອບສະໜອງຕໍ່ຄວາມ ຕ້ອງການໃນໂອກາດສະເຫລີມສະ ຫລອງວັນປ່ອຍປາ ແລະ ອະນຸລັກ ສັດນ້ຳ-ສັດປ່າແຫ່ງຊາດ ຢ່າງຄຶກ ຄື້ນ ທັງໄດ້ຈັດພິທີປ່ອຍປາ ແລະ ສັດປ່າລົງສູ່ແຫລ່ງນ້ຳທຳມະຊາດ, ປ່າໄມ້ຫລາຍສິບລ້ານໂຕ ໃນແຕ່ ລະປີ. ການປ່ອຍປາ ແລະ ສັດປ່າ ໃນວັນດັ່ງກ່າວ ແມ່ນເປົ້າໝາຍໜຶ່ງ ທີ່ຫວັງເຮັດໃຫ້ແຫລ່ງນ້ຳທຳມະ ຊາດ, ບຶງ, ອ່າງເກັບນ້ຳ, ໜອງນ້ຳ ແລະ ປ່າໄມ້ມີຄວາມຍືນຍົງຕະ ຫລອດໄປ. ຢ່າງໃດກໍ່ດີສິ່ງແວດ ລ້ອມທາງນ້ຳ ແລະ ທາງບົກຈະ ມີ ຄວາມອຸດົນສົມບູນ ພວກເຮົາ ຕ້ອງໄດ້ເອົາໃຈໃສ່ປະກອບສ່ວນ ໃນການປົກປັກຮັກສາ ແລະ ຊົມ ໃຊ້ ຢ່າງຍືນຍົງ, ຫ້າມຫາສັດ ນ້ຳສັດປ່າແບບດັບສູນຕິດພັນກັບການ ຈັດຕັ້ງປະຕິບັດລະບຽບກົດໝາຍ ກ່ຽວຂ້ອງ ຢ່າງເຂັ້ມງວດ. ກ່ອນໜ້າປີ 2019 ໂດຍສະເພາະ ແມ່ນໄລຍະທີ່ຍັງບໍ່ມີພະຍາດໂຄ ວິດ-19 ແພ່ລະບາດໃນປະເທດ ລາວເຮົາ, ກະຊວງກະສິກຳ ແລະ ປ່າໄມ້ ກໍ່ໄດ້ເອົາໃຈໃສ່ຊຸກຍູ້ທຸກ ພາກ ສ່ວນທັງພາກລັດ, ເອກະຊົນ, ຜູ້ປະ ກອບການໃນຂອບເຂດທົ່ວປະເທດ ປ່ອຍປານັບເດືອນກໍລະກົດ ຫາ ເດືອນກັນຍາໃນທຸກໆປີປະມານ 40- 50 ລ້ານໂຕ ລົງໃສ່ແຫລ່ງນ້ຳທຳ ມະຊາດເຊັ່ນ: ນ້ຳຂອງ ແລະ ແມ່ນ້ຳ ສາຂາ, ອ່າງເກັບນ້ຳເຂື່ອນໄຟຟ້າ ແລະ ອື່ນໆຢ່າງເປັນຂະບວນຟົດຟື້ນ. ນອກຈາກນີ້, ກໍ່ໄດ້ມີແນວທາງ ນະໂຍບາຍທີ່ເໝາະສົມໃນການຄຸ້ມ ຄອງຊັບພະຍາກອນທຳມະຊາດ ແລະ ປົກປັກຮັກສາສັດນ້ຳ-ສັດປ່າ ໂດຍໄດ້ຜັນຂະຫຍາຍອອກເປັນ ກົດໝາຍວ່າດ້ວຍການອະນຸລັກສັດ ນ້ຳ ແລະ ສັດປ່າແຕ່ປີ 2004. ຂະ ນະດຽວກັນກໍ່ໄດ້ມີການສົ່ງເສີມ ໃຫ້ມີການລ້ຽງ ແລະ ຂະຫຍາຍ ພັນສັດນ້ຳ ແລະ ສັດປ່າ ເພື່ອເພີ່ມ ຈຳນວນສັດດັ່ງກ່າວໃຫ້ຫລາຍຂຶ້ນ, ໄດ້ດຳເນີນການສຶກສາຄົ້ນຄວ້າ ທາງດ້ານວິທະຍາສາດ, ສົ່ງເສີມ ການໃຫ້ຫລຸດຜ່ອນການພັດທະ ນາເສດຖະກິດ ແລະ ການທຳມາ ຫາກິນທີ່ນຳໃຊ້ຊັບພະຍາກອນທຳ ມະຊາດແບບບໍ່ຍືນຍົງ, ຟຸມເຟືອຍ ແລະ ກໍ່ໃຫ້ເກີດຜົນກະທົບທາງກົງ ແລະ ທາງອ້ອມ, ພ້ອມທັງໄດ້ວາງ ຄາດໝາຍສູ້ຊົນໃນການຄຸ້ມຄອງ ແລະ ປົກປັກຮັກສາຊັບພະ ຍາກອນ ທຳມະຊາດ ໃຫ້ສາມາດຍົກລະດັບ ອັດຕາປົກຫຸ້ມຂອງເນື້ອທີ່ປ່າໄມ້ ໃຫ້ໄດ້ 70% ໃນປີ 2025. ພາບປະກອບ

RkJQdWJsaXNoZXIy MTc3MTYxMQ==