5650

ເຖິງປັດຈຸບັນ ກັບລະບົບ 1G-5G ຂອງລະບົບສັນຍານໂທລະສັບແລະ ອິນເຕີເນັດ, ບັນດານິຕິກໍາທີ່ສະໜັບ ສະໜູນ ໃຫ້ແກ່ການຫັນເປັນລັດຖະ ບານດີຈິຕອນ, ສະພາບການນໍາໃຊ້ດີ ຈິຕອນ ຢູ່ ສປປ ລາວ ພ້ອມທັງໃຫ້ຮູ້ ກ່ຽວກັບສື່ສັງຄົມອອນລາຍ, ປະ ເພດຂອງສື່ສັງຄົມອອນລາຍ, ການ ນໍາໃຊ້ ແລະ ການຄຸ້ມຄອງ ສື່ສັງຄົມ ອອນລາຍ, ແນະນໍາການນໍາໃຊ້ ການ ປ້ອງກັນລະບົບເຟສບຸກ ແລະ ສື່ ອອນລາຍຕ່າງໆຢ່າງຖືກວິທີ. ໂອກາດນີ້, ທ່ານ ອິນປອນ ແກ້ວ ດາວົງ ໄດ້ມີຄຳເຫັນໂອ້ລົມ ເຊິ່ງໄດ້ ຍົກໃຫ້ເຫັນວ່າ: ການຫັນເປັນລັດຖະ ບານດີຈິຕອນ ແມ່ນຄວາມຈໍາເປັນ ພາວະວິໄສ ໃນການພັດທະນາປະ ເທດ ເວົ້າລວມ, ເວົ້າສະເພາະແມ່ນ ແຂວງບໍ່ແກ້ວ, ເນື່ອງຈາກວຽກດັ່ງ ກ່າວເປັນໜ້າທີ່ສຳຄັນພິເສດ ທັງ ເປັນວຽກສະເພາະໜ້າຮີບດ່ວນ, ເປັນວຽກຍຸດທະສາດຍາວນານ ໃນ ລະບົບການເມືອງທົ່ວສັງຄົມ ເຊິ່ງ ຕິດພັນຢ່າງແໜ້ນແຟ້ນກັບຂະບວນ ການເຊື່ອມໂຍງສາກົນ. ສະນັ້ນ, ພວກເຮົາຕ້ອງຮັບຮູ້ເຂົ້າໃຈ ເນື້ອ ໃນທາດແທ້ ຂອງການຫັນເປັນດີຈິ ຕອນ ໃຫ້ໄດ້ຢ່າງຖືກຕ້ອງຄົບຖ້ວນ ແລະ ເລິກເຊິ່ງ ເພື່ອຫັນປ່ຽນດ້ານ ແນວຄິດ ຈິນຕະນາການໃໝ່, ປັບປຸງ ແບບແຜນວິທີເຮັດວຽກ ແລະ ການ ຜະລິດ ໃຫ້ມີລັກສະນະກ້າວໜ້າ ທັນສະໄໝ ແລະ ວິທະຍາສາດ ເພື່ອ ສ້າງໂອກາດໃຫ້ ສປປ ລາວ ກໍຄື ແຂວງບໍ່ແກ້ວ ມີບາດກ້າວບຸກທະລຸ ໃໝ່ ໃນການພັດທະນາເສດຖະກິດ -ສັງຄົມ ເຊິ່ງຈໍາເປັນຕ້ອງຫັນເປັນ ດີຈິຕອນ ເພື່ອພັດທະນາແຂວງບໍ່ ແກ້ວ ໃຫ້ມີຄວາມຈະເລີນກ້າວໜ້າ ຢ່າງບໍ່ຢຸດຢັ້ງ. 07 xtgmf]k; gsfdko{dkorfaa mtok 29/06/2023 mqj;c0;'7e,j;o x6dg0Qkokxuwfh 23.792 gIad8k g-njv,-b,dkosaogxao]af4t[kofu9y8vo c]t 75h,7v'dkooe.-hlnjla'7q,vvo]kp dkooec0;'w-lq,[6o g0Qkrq[xtdkooe[ad1k' c0;'9exklad c]t gmnjvmPogs;h Iafc|hodkoIj;,,n ຂປລ. ແຫລ່ງຂ່າວຈາກ ແຂວງ ບໍ່ແກ້ວ ໃຫ້ຮູ້ວ່າ: ພະນັກງານຫລັກ ແຫລ່ງ ອ້ອມຂ້າງເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ເຊື່ອມຊຶມເອກະສານ ການຫັນເປັນລັດຖະບານດີຈິຕອນ ແລະ ວຽກງານຄຸ້ມຄອງການນໍາ ໃຊ້ສື່ສັງຄົມອອນລາຍ ໃນວັນທີ 27 ມິຖຸນາ 2023 ໂດຍການເປັນ ປະທານຂອງ ທ່ານ ອິນປອນ ແກ້ວ ດາວົງ ຮອງເຈົ້າເມືອງໆຕົ້ນເຜິ້ງ, ມີ ທ່ານ ທອງຈັນ ພົມມະຫານ ຫົວໜ້າ ພະແນກເຕັກໂນໂລຊີ ແລະ ການສື່ ສານແຂວງ ພ້ອມດ້ວຍສອງກອງ ບັນຊາການ ແລະ ພະນັກງານຫລັກ ແຫລ່ງອ້ອມຂ້າງເມືອງ ເຂົ້າຮ່ວມ. ການເຜີຍແຜ່ເອກະສານຄັ້ງນີ້, ໄດ້ຍົກໃຫ້ເຫັນພາບລວມ ການຫັນ ເປັນລັດຖະບານດີຈິຕອນ, ການພັດ ທະນາລັດຖະບານດີຈິຕອນ, ການປະ ເມີນຄວາມພ້ອມ ການຫັນເປັນລັດ ຖະບານດີຈີຕອນ, ຮ່າງແຜນແມ່ບົດ ລັດຖະບານດີຈິຕອນ, ສະພາບການ ພັດທະນາ ແລະ ການນໍາໃຊ້ເຕັກໂນ ໂລຊີດີຈິຕອນຂອງສາກົນ, ສະພາບ ການນໍາໃຊ້ ICT ຢູ່ ສປປ ລາວ, ເຊິ່ງ ລັດຖະບານທັນສະໄໝ ຫລື ດີຈິຕອນ ແມ່ນການເຊື່ອມໂຍງເຕັກໂນໂລຊີ ດີຈິຕອນ ເຂົ້າໃນທຸກຂະແໜງການ ລັດ ນໍາໄປສູ່ການປະຕິຮູບພື້ນຖານ ຂອງການບໍລິຫານ ແລະ ການບໍລິ ການລັດ ໃຫ້ທັນສະໄໝ, ວ່ອງໄວ ແລະ ໂປ່ງໃສ ເປັນຕົ້ນ ກອງປະຊຸມ ທາງໄກ, ການບໍລິຫານເອກະສານ, ການສື່ສານດີຈິຕອນ, ການບໍລິຫານ ວຽກງານ ແລະ ອື່ນໆ. ພ້ອມນັ້ນ, ຄະນະຮັບຜິດຊອບເຜີຍ ແຜ່ ຍັງໄດ້ບັນຍາຍໃຫ້ຮູ້ກ່ຽວກັບ ຄວາມໝາຍ ແລະ ຄວາມແຕກຕ່າງ ລະຫວ່າງ ການພັດທະນາອຸດສະຫະ ກໍາ 4.0 ໃນແຕ່ລະໄລຍະຜ່ານມາຈົນ ຂປລ. ແຫລ່ງຂ່າວຈາກ ແຂວງ ຈຳປາສັກ ໃຫ້ຮູ້ວ່າ: ການນຳແຂວງ ຈຳປາສັກ, ນຳໂດຍ ທ່ານວິໄລວົງ ບຸດດາຄຳ ກຳມະການສູນກາງພັກ, ເລຂາຄະນະພັກແຂວງ, ເຈົ້າແຂວງ ຈຳປາສັກ ໄດ້ເຄື່ອນໄຫວຢ້ຽມ ຢາມ ແລະ ພົບປະການນຳແຂວງ ເທື່ອທຽນເຫວ້ ສສ ຫວຽດນາມ ໃນວັນທີ 26 ມິຖຸນາ 2023 ໂດຍ ການຕ້ອນຮັບອັນອົບອຸ່ນຂອງ ທ່ານ ເລ ເຈຶອງ ລິວ ກຳມະການ ສູນກາງພັກກອມມູນິດຫວຽດນາມ, ເລຂາຄະນະພັກແຂວງ, ປະທານ ສະພາປະຊາຊົນແຂວງ, ຫົວໜ້າ ຄະນະຜູ້ແທນສະພາ ແຫ່ງຊາດ ແຂວງເທື່ອທຽນເຫວ້ ພ້ອມດ້ວຍ ຄະນະ. ໃນການພົບປະນີ້, ຫົວໜ້າຄະນະ ຜູ້ແທນຂອງສອງຝ່າຍ ໄດ້ມີຄຳ ເຫັນ ໂດຍໄດ້ແຈ້ງໃຫ້ຊາບສະພາບ ໂດຍລວມ ກ່ຽວກັບການພັດທະນາ ເສດຖະກິດ-ສັງຄົມ, ຕີລາຄາຄືນ ບັນດາໝາກຜົນການຮ່ວມມື ສອງ ຝ່າຍໃນໄລຍະຜ່ານມາ, ພ້ອມກັນ ນັ້ນ ກໍໄດ້ແລກປ່ຽນບາງຄຳເຫັນສຳ ຄັນ ສຳລັບທິດທາງການຮ່ວມມື ລະຫວ່າງແຂວງຈຳປາສັກ ກັບ ແຂວງເທື່ອທຽນເຫວ້ ໄລຍະ 2022-2026 ຈະໄດ້ສືບຕໍ່ການ ຮ່ວມມືດ້ານການເມືອງ, ການສຶກ ສາ, ການຮ່ວມມືທາງດ້ານເສດຖະ ກິດ ແມ່ນຈະໄດ້ສົ່ງເສີມດ້ານການ ຄົມມະນາຄົມ ບໍລິການ ຂົນສົ່ງໂລຈິສ ຕິກ, ທ່າກຳປັ່ນນ້ຳເລິກ ແລະ ການ ຮ່ວມມືວຽກງານວັດທະນະທຳ ຕິດ ພັນກັບການທ່ອງທ່ຽວ ເພື່ອໃຫ້ການ ຮ່ວມມືດັ່ງກ່າວ ໄດ້ຈັດຕັ້ງປະຕິບັດ ແຕກດອກອອກຜົນ ແລະ ມີປະສິດທິ ຜົນຍິ່ງໆຂຶ້ນ. ຂປລ. ແຫລ່ງຂ່າວຈາກ ແຂວງຄຳ ມ່ວນ ໃຫ້ຮູ້ວ່າ: ປັດຈຸບັນ, ການຕົກກ້າ ຂອງຊາວກະສິກອນ ໃນທົ່ວແຂວງ ຄຳມ່ວນ ປະຕິບັດໄດ້ 4.070 ໂຕນ ເທົ່າກັບ 75,50% ຂອງແຜນການ. ໃນຂະນະທີ່ ຊາວກະສິກອນສ່ວນໜຶ່ງ ໃນເຂດທີ່ມີເງື່ອນໄຂປູກເຂົ້າໄດ້ໃນ ເນື້ອທີ່ 23.792 ເຮັກຕາ ເທົ່າກັບ 26,48% ຂອງເນື້ອທີ່ແຜນການ ທັງໝົດໃນທົ່ວແຂວງ ໃນນີ້, ນາຫວ່ານ ປະຕິບັດໄດ້ 20.634 ເຮັກຕາ, ນາປັກ ດໍາປະຕິບັດໄດ້ 3.158 ເຮັກຕາ. ສ່ວນ ເນື້ອທີ່ນາ ເພື່ອຜະລິດເປັນສະບຽງ ອາຫານ ປະຕິບັດໄດ້ 15.965 ເຮັກ ຕາ, ເນື້ອທີ່ຜະລິດເຂົ້າເປັນສິນຄ້າ ປະຕິບັດໄດ້ 7.831 ເຮັກຕາ. ຂະແໜງປູກຝັງ, ພະແນກກະສິ ກໍາແລະ ປ່າໄມ້ແຂວງຄໍາມ່ວນ ໃຫ້ ຮູ້ວ່າ: ແຂວງຄຳມ່ວນ ວາງແຜນຜະ ລິດເຂົ້ານາປີ ໃນປີ 2023 ທັງໝົດ 89.848 ເຮັກຕາ ໃນນີ້, ແຜນການ ປູກເຂົ້າເພື່ອເປັນສະບຽງອາຫານ 61.356 ເຮັກຕາ, ແຜນການປູກເຂົ້າ ເພື່ອເປັນສິນຄ້າ 28.492 ເຮັກຕາ, ຂປລ. ແຫລ່ງຂ່າວຈາກ ແຂວງ ໄຊສົມບູນ ໃຫ້ຮູ້ວ່າ: ການນຳແຂວງ ໄຊສົມບູນ ນໍາໂດຍ ສະຫາຍ ພົຕ ວົງສອນ ອິນປານພິມ ຮອງເລຂາ ພັກແຂວງ ພ້ອມດ້ວຍຄະນະເຂົ້າ ພົບປະການນຳແຂວງບັກຢາງ ເພື່ອ ຢ້ຽມຢາມຖາມຂ່າວ ແລະ ແຈ້ງ ຈຸດປະສົງ ຂອງການມາເຄື່ອນໄຫວ ຢ້ຽມຢາມ ແລະ ເຮັດວຽກ ຢູ່ແຂວງ ບັກຢາງ ໃນວັນທີ 26 ມິຖຸນາ 2023 ທີ່ແຂວງບັກຢາງ ໂດຍການຕ້ອນຮັບ ຂອງສະຫາຍ ເຢືອງ ວັນ ຖ່າຍ ກຳມະການສູນການພັກ, ເລຂາພັກ ແຂວງ, ຫົວໜ້າຄະນະຜູ້ແທນສະພາ ແຫ່ງຊາດ ປະຈຳແຂວງບັກຢາງ ພ້ອມດ້ວຍຄະນະ. ສະຫາຍ ພົຕ ວົງສອນ ອິນປານ ພິມ ໄດ້ກ່າວວ່າ: ການມາຢ້ຽມຢາມ ແຂວງບັກຢາງ ຂອງຄະນະນຳ ແຂວງໄຊສົມບູນ ໃນຄັ້ງນີ້ ກໍເພື່ອ ແລກປ່ຽນບົດຮຽນທາງດ້ານວິຊາ ການ ກັບບັນດາພະແນກການທີ່ກ່ຽວ ຂ້ອງ ຂອງແຂວງບັກຢາງ ເປັນຕົ້ນ ແມ່ນ ແລກປ່ຽນບົດຮຽນທາງ ດ້ານວຽກກໍ່ສ້າງພັກ-ພະນັກງານ, ວຽກການຮ່ວມມືໃນຂົງເຂດການ ຄ້າ, ການລົງທຶນ ແລະ ວຽກການ ຮ່ວມມືໃນຂົງເຂດວັດທະນະທຳ, ກິລາ, ທອງທ່ຽວ ແລະ ຂໍ້ມູນຂ່າວ ສານ ທັງນີ້ກໍເພື່ອເປັນການສະຫລຸບ ສັງລວມຂໍ້ມູນ ແລະ ລາຍງານຕໍ່ ການນໍາແຂວງບັກຢາງ ເພື່ອຮັບປະ ກັນໃຫ້ການຊຸກຍູ້ຊ່ວຍເຫລືອໃຫ້ ຖືກຕ້ອງ ແລະ ສອດຄ່ອງຕາມສະ ພາບຄວາມເປັນຈິງ. ພ້ອມກັນນີ້, ກໍເພື່ອເປັນການເສີມຂະຫຍາຍສາຍ ພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການ ຮ່ວມມືຮອບດ້ານ ລະຫວ່າງ ສອງ ພັກ-ສອງລັດ ລາວ-ຫວຽດນາມກໍຄື ຂໍ້ຕົກລົງ ວ່າດ້ວຍການຮ່ວມມືລະ ຫວ່າງ ແຂວງໄຊສົມບູນ ກັບແຂວງ ບັກຢາງ ໃນການຮ່ວມມືພັດທະນາ, ຊຸກຍູ້ ແລະ ສະໜັບສະໜູນດ້ານ ເຕັກນິກວິຊາການຕ່າງໆ ໃຫ້ມີຄວາມ ເຂັ້ມແຂງ ແນໃສ່ພັດທະນາແຂວງ ໄຊສົມບູນ ໃຫ້ມີຄວາມກ້າວໜ້າຂຶ້ນ ຢ່າງບໍ່ຢຸດຢັ້ງ. ໂອກາດດຽວກັນນີ້, ຄະນະດັ່ງ ກ່າວ ຍັງໄດ້ໄປຢ້ຽມຢາມ ບໍລິສັດຕັດ ຫຍິບ LLG ແລະ ບໍລິສັດເຊືອງ ຊ່າງຜະລິດເຈ້ຍ ຊຶ່ງເປັນເຂດອຸດ ສາຫະກຳທີ່ໂດດເດັ່ນຂອງແຂວງ ບັກຢາງ ແລະ ຍັງເປັນອຸດສາຫະກຳ ອັນດັບໜຶ່ງຂອງປະເທດຫວຽດນາມ ຕື່ມອີກ. ແຕ່ເມື່ອທຽບໃສ່ເນື້ອທີ່ແຜນການປີ 2022 ເຫັນວ່າເນື້ອທີ່ຜະລິດເຂົ້ານາ ປີຫລຸດລົງ 388 ເຮັກຕາ ເນື່ອງຈາກ ເນື້ອທີ່ນາ ທີ່ຢູ່ພື້ນທີ່ຕໍ່າຖືກນໍ້າຖ້ວມ ເຮັດໃຫ້ຊາວກະສິກອນຈຳນວນໜຶ່ງ ຫັນໄປເຮັດນາແຊງທົດແທນນາປີ ແລະ ຫັນເນື້ອທີ່ນາໄປເປັນດິນປຸກ ສ້າງ ແລະ ອື່ນໆ. ຂໍ້ມູນຍັງໃຫ້ຮູ້ຕື່ມວ່າ: ດ້ານ ການຜະລິດພືດລະດູຝົນປີ 2023 ທົ່ວແຂວງ ມີເນື້ອທີ່ແຜນການ 2.745 ເຮັກຕາ, ຄາດຄະເນຜົນຜະລິດ 200.564 ໂຕນ, ທຽບໃສ່ເນື້ອທີ່ ແຜນການປີ 2022 ເນື້ອທີ່ເພີ່ມຂຶ້ນ 6.425 ເຮັກຕາ ໃນນີ້, ແຜນການປູກ ພືດ ເພື່ອເປັນສະບຽງອາຫານ2.461 ເຮັກຕາ, ຄາດຄະເນຜົນຜະລິດ 26.496 ໂຕນ, ແຜນການປູກພືດເພື່ອ ເປັນສິນຄ້າ 10.284 ເຮັກຕາ, ຄາດ ຄະເນຜົນຜະລິດ 174.068 ໂຕນ. ມາຮອດປັດຈຸບັນການປູກພືດລວມ ໃນທົ່ວແຂວງ ປະຕິບັດໄດ້ 9.292 ເຮັກຕາ ໃນນີ້, ປູກພືດເພື່ອເປັນສະ ບຽງອາຫານ ປະຕິບັດໄດ້1.428 ເຮັກ ຕາ ແລະ ປູກພືດເພື່ອເປັນສິນຄ້າ ປະຕິບັດໄດ້ 7.863 ເຮັກຕາ. ໂອກາດດັ່ງກ່າວ, ທ່ານເຈົ້າ ແຂວງຈຳປາສັກ ໄດ້ສະແດງຄວາມ ຂອບໃຈ ຄະນະພັກ, ຄະນະກຳມະ ການປະຊາຊົນ ແຂວງເທື່ອທຽນ ເຫ້ວ ທີ່ໄດ້ຕ້ອນຮັບຢ່າງອົບອຸ່ນ ສະໜິດສະໜົມ ແລະ ຍັງຕີລາຄາ ສູງຕໍ່ການພົບປະ ເຮັດວຽກສອງ ຝ່າຍໃນຄັ້ງນີ້ ເຊິ່ງໄດ້ເປັນຂີດໝາຍ ອັນສຳຄັນ ແລະ ປະກອບສ່ວນເສີມ ຂະຫຍາຍສາຍພົວພັນມິດຕະພາບ ອັນຍິ່ງໃຫຍ່, ຄວາມສາມັກຄີແບບ ພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງຊາດ ລາວ-ຫວຽດ ນາມ ເວົ້າລວມ, ເວົ້າສະເພາະ ແຂວງຈຳປາສັກ ແລະ ແຂວງເທື່ອ ທຽນເຫວ້ ໃຫ້ນັບມື້ພັດທະນາຂຶ້ນ ກວ່າເກົ່າ. ໃນໂອກາດເຄື່ອນໄຫວຢ້ຽມຢາມ ແຂວງເທື່ອທຽນເຫວ້ ສສ ຫວຽດ ນາມ, ທ່ານເຈົ້າແຂວງຈຳປາສັກ ແລະ ຄະນະ ຍັງໄດ້ຢ້ຽມຢາມ ເບິ່ງ ພື້ນຖານເສດຖະກິດ ທ່າກຳປັ່ນນ້ຳ ເລິກ, ທ່ຽວຊົມພະຣາຊະວັງເຫວ້ ທີ່ເປັນສະຖານທີ່ທ່ອງທ່ຽວທາງ ປະຫວັດສາດ ທີ່ມີຊື່ສຽງຂອງ ແຂວງ ເທື່ອທຽນເຫວ້ ກໍຄືຂອງປະເທດ ຫວຽດນາມ.

RkJQdWJsaXNoZXIy MTc3MTYxMQ==