xtgmf]k; 6 29/06/2023 glf4tdfy {l'a 7,q glu ,0tspkp,tsklk,a d7u mq j ;x;'-q oma '-kf rkp.8h dkooerk0v'ra d “ ” ໂດຍ: ມາລິດາ mhk; ]hk [=]ydko]qfoemjP;fu ,uw,8u9yf g/usvp96[ vkskopvfoypq,0v'7qo9uo * ປັດຈຸບັນ, ບັນຍາກາດການ ທ່ອງທ່ຽວຢູ່ປະເທດເລີ່ມຄຶກຄື້ນ ພໍສົມຄວນ ໂດຍສະເພາະພາຍຫລັງ ທີ່ເປີດການນຳໃຊ້ເສັ້ນທາງລົດໄຟ ລາວ-ຈີນ ເຮັດໃຫ້ນັກທ່ອງທ່ຽວ ເຂົ້າມາປະເທດເຮົາຫລາຍຂຶ້ນ. ເມື່ອ ນັກທ່ອງທ່ຽວເຂົ້າມາສິ່ງ ທີ່ຈຳເປັນ ທີ່ສຸດຂອງເຂົາເຈົ້າໃນການເດີນ ທາງກໍແມ່ນລົດຂົນສົ່ງ; ດ້ວຍເຫດນີ້ ອາຊີບບໍລິການລົດຂົນສົ່ງນໍາທ່ຽວ ຈຶ່ງຂະຫຍາຍຕົວຢ່າງວ່ອງໄວ ໃນ ເຂດທີ່ມີທ່າແຮງດ້ານການທ່ອງ ທ່ຽວ. ເມື່ອເວົ້າເຖິງລົດບໍລິການນໍາ ທ່ຽວແລ້ວຫລາຍໆທ່ານ ກໍລ້ວນ ແຕ່ຕ້ອງການນຳໃຊ້ລົດທີ່ບໍລິການ ທີ່ຖືກໃຈ, ໄວ້ວາງໃຈ ແລະ ລາຄາ ສົມເຫດສົມຜົນ ເມື່ອຖືກໃຈແລ້ວ ກໍຍາກກັບມາໃຊ້ບໍລິການອີກ. ມື້ນີ້, ເພື່ອເປັນອີກທາງເລືອກໜຶ່ງໃຫ້ຜູ້ ອ່ານຄໍລຳສົ່ງເສີມທຸລະກິດຂໍນໍາສະ ເໜີ ຄວາມປະທັບໃຈ ໃນການນໍາ ກໍ່ສາມາດໃຊ້ບໍລິການໄດ້ຮັບຮອງ ວ່າບໍລິການດີ, ເວົ້າມ່ວນ, ທີ່ສໍາຄັນ ມີຄວາມຊໍານານໃນເສັ້ນທາງເປັນ ຢ່າງດີ ແລະ ຮັບປະກັນວ່າເຖິງຈຸດ ໝາຍປາຍທາງຢ່າງປອດໄພແນ່ ນອນ ຊຶ່ງຜູ້ຂຽນໄດ້ໃຊ້ບໍລິການມາ ແລ້ວ. ທ້າວ ລ້າ ທ້າມູນ ປະຊາຊົນ ບ້ານ ນາເຕີຍ ເມືອງຫລວງນໍ້າທາ ແຂວງ ຫລວງນໍ້າທາ ເວົ້າສູ່ຟັງວ່າ: ເມື່ອ ກ່ອນ ຕົນເອງກໍເຮັດອາຊີບກະສິກໍາ ທົ່ວໄປ ພາຍຫລັງມີສະຖານີລົດໄຟ ລາວ-ຈີນ ປະຊາຊົນພາຍໃນບ້ານ ນາເຕີຍ ກໍໄດ້ຫັນປ່ຽນອາຊີບຕາມ ທ່າແຮງ ແລະ ເງື່ອນໄຂຂອງໃຜ ລາວ. ສໍາລັບຕົນເອງ ກໍໄດ້ຫັນມາຍຶດ ອາຊີບ ບໍລິການລົດນໍາທ່ຽວ ໂດຍ ຊື້ລົດສ່ວນໂຕ ແລ້ວໄປເຂົ້າຄິວຢູ່ບໍ ລິສັດອິນເຕີຂົນສົ່ງທາງບົກຮ່ວມມື ກັບບໍລິສັດ ເພັດອາລຸນ ໃນການບໍລິ ການຂົນສົ່ງທາງບົກ ລະຫວ່າງສອງ ແຂວງບໍ່ແກ້ວ, ຫລວງນໍ້າທາ ແລະ ໄລຍະຕໍ່່ມາບໍລິສັດ ອິນເຕີ ໄດ້ມາສໍາ ປະທານ ບໍລິການຂົນສົ່ງໃນສະຖາ ນີລົດໄຟ ນາເຕີຍ ຕົນເອງຈຶ່ງໄດ້ ມາບໍລິການຮັບ-ສົ່ງນັກທ່ອງທ່ຽວ ຈາກສະຖານີລົດໄຟ ລາວ-ຈີນ ໄປ ຫາເມືອງຕົ້ນເຜິ້ງ ຫລື ເຂດເສດຖະ ກິດພະເສດສາມຫລ່ຽມຄໍາ ເພາະ ແມ່ນຈຸດໝາຍປາຍທາງ ທີ່ໄດ້ຮັບ ຄວາມນິຍົມຢ່າງຫລວງຫລາຍ ຈາກນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ. ສໍາລັບຄ່າບໍລິ ການຮັບສົ່ງນັກທ່ອງທ່ຽວຈາກ ສະຖານີລົດນາເຕີຍ ຫາເມືອງຕົ້ນ ເຜິ້ງ ທັງໄປ ແລະ ກັບ ແມ່ນລາຄາ 3.500.000 ກີບ. ແຕ່ສໍາລັບຄ່າ ບໍລິການກໍ່ຈະມີຫລາຍລາຄາແຕກ ຕ່າງກັນຕາມຄວາມຕ້ອງການຂອງ ນັກທ່ອງທ່ຽວ. ເອົາເປັນວ່າທ່ານ ໃດມີແຜນເດີນທາງໄປ ແຂວງບໍ່ ແກ້ວ ກໍສາມາດຕິດຕໍ່ຫາເພິ່ນ ໄດ້ ຜ່ານເບີໂທ 020 2891 6337. ທ້າວ ລ້າ ເວົ້າຕື່ມວ່າ: ພາຍຫລັງ ໄດ້ຫັນປ່ຽນອາຊີບ ມາບໍລິການຮັບ ສົ່ງນັກທ່ອງທ່ຽວ ກໍເຮັດໃຫ້ເສດ ຖະກິດຂອງຄອບຄົວດີຂຶ້ນ ເຖິງວ່າ ນັກທ່ອງທ່ຽວ ຈະເພີ່ມຂຶ້ນ ຫລື ຫລຸດ ລົງກໍຕາມ ແຕ່ອາຊີບນີ້ກໍເປັນອາຊີບ ທີ່ສ້າງລາຍຮັບເຂົ້າຄອບຄົວໄດ້ ຢ່າງໝັ້ນຄົງ. ດັ່ງນັ້ນ, ຈຶ່ງເອົາລູກມາ ເຮັດນໍາຜູ້ໜຶ່ງ ແລະ ກໍາລັງຂົນຂວາຍ ໃຫ້ລູກອີກຄົນໜຶ່ງເຮັດອາຊີບນີ້ ອີກ. ແຕ່ແນວໃດກໍດີ ເພື່ອເຮັດໃຫ້ ອາຊີບກາຍເປັນທ່າແຮງທີ່ໝັ້ນຄົງ ຂອງປະຊາຊົນໃນເຂດນີ້ ກໍຂໍສະ ເໜີໃຫ້ພາກສ່ວນກ່ຽວຂ້ອງຊ່ວຍ ແກ້ໄຂບັນຫາລາຄານໍ້າມັນ ແລະ ລາຄາສິນຄ້າຕ່າງໆ ໃຫ້ຢູ່ໃນລະດັບ ເໝາະສົມທີ່ບໍ່ສົ່ງຜົນກະທົບຕໍ່ການ ດຳລົງຊີວິດຂອງປະຊາຊົນ. ໃຊ້ບໍລິການລົດນໍາທ່ຽວອ້າຍລ້າ ຈາກແຂວງຫລວງນໍ້າທາ ຈຸດບໍລິ ການ ສະຖາລົດໄຟນາເຕີຍ ຫາ ເຂດ ເສດຖະກິດພິເສດສາມຫລ່ຽມຄໍາ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ເພື່ອ ທ່ານໃດມີຈຸດປະສົງເດີນທາງໄປ * ມື້ນີ້ ຜູ້ຂຽນຈະພາທ່ານຜູ້ອ່ານ ໄປສຳຜັດສິ່ງແປກສຳລັບຄົນລາວ ແຕ່ບໍ່ແປກສຳລັບຄົນຈີນ ແລະ ເມື່ອ ໄດ້ລອງຈະຕ້ອງຖືກໃຈແນ່ນອນ. ເມື່ອເວົ້າເຖິງຫອຍຈູບ ຄົນລາວເຮົາ ແມ່ນຮູ້ຈັກດີ ເພາະສາມາດນຳມາ ປະກອບເປັນອາຫານພື້ນເມືອງ ຫລາຍລາຍການເຊັ່ນ: ຕົ້ມຫອຍຈໍ້າ ແຈ່ວສົ້ມ, ເຮັດອ່ອມ, ເຮັດແກງ...ທັງ ເປັນອາຫານທີ່ລົດຊາດແຊບເປັນທີ່ ນິຍົມປະເພດໜຶ່ງຂອງຄົນລາວ. ຈຸດພິເສດຂອງຫອຍຈູບ ແມ່ນມີ ລົດຊາດຂົມອ່ຳລ່ຳ, ຊີ້ນແໜ້ນ, ກິນ ພໍດີຄຳ. ອັນທີ່ວ່າແປກສຳລັບຄົນ ລາວ ນັ້ນກໍຄືວ່າ ຄົນຈີນ ໂດຍສະ ເພາະແມ່ນປະຊາຊົນທີ່ອາໃສຢູ່ ເຂດປົກຄອງຕົນເອງຈ້ວງກວາງຊີ ຫລື ແຂວງກວາງຊີ ມັກເອົາຫອຍ ຈູບມາໃສ່ໃນເຝີ ເອີ້ນວ່າເຝີຫອຍຈູບ ແລະ ຄົນຈີນກວາງຊີ ກໍກິນເຝີ ຫອຍ ຈູບມາຫລາຍຮ້ອຍປີແລ້ວ ຈົນເຮັດ ໃຫ້ການຂາຍເຝີຫອຍຈູບ ກາຍເປັນ ອາຊີບໜຶ່ງທີ່ສ້າງລາຍຮັບເປັນກອບ ເປັນກຳຂອງຄົນຈີນກວາງຊີມາໄດ້ ຫລາຍເຊັ່ນຄົນ. ໃນລະຫວ່າງ 7-8 ປີຜ່ານມາ ທຸລະກິດເຝີຫອຍຈູບ ໄດ້ກາຍເປັນ ທຸລະກິດລະດັບອຸດສາຫະກຳຂະ ໜາດໃຫຍ່ ເມື່ອບໍລິສັດ ອາຫານ ກວາງຊີ ຊັນຢວນ (Guangxi Shanyuan Food Co., Ltd) ໄດ້ຮັບການສ້າງຕັ້ງຂຶ້ນໃນທ້າຍປີ 2015 ແລະ ຜະລິດເຝີຫອຍຈູບສຳ ເລັດຮູບ ເຮັດໃຫ້ເຝີຫອຍຈູບທີ່ເຄີຍ ມີຂາຍແຕ່ໃນຮ້ານເຝີ ຫລື ຮ້ານອາ ຫານຕາມສັ່ງ ກາຍເປັນຜະລິດຕະ ພັນສຳເລັດຮູບ, ສາມາດນຳໄປກິນ ຢູ່ໃສກໍໄດ້. ພາຍຫລັງທີ່ໂຮງງານໄດ້ ຮັບການສ້າງຕັ້ງພຽງໄລຍະສັ້ນໆ ຜະລິດຕະພັນເຝີຫອຍຈູບຂອງບໍລິ ສັດອາຫານ ກວາງຊີ ຊັນຢວນ ກໍໄດ້ ກາຍເປັນທີ່ນິຍົມຢ່າງກວ້າງຂວາງ ຈົນເຮັດໃຫ້ບໍລິສັດໄດ້ຍົກລະດັບກຳ ລັງການຜະລິດດ້ວຍການນຳໃຊ້ເຕັກ ໂນໂລຊີຫຸ້ມຫໍ່ແບບທັນສະໄໝເຂົ້າ ມານຳໃຊ້ແທນແຮງງານຄົນ, ເຮັດ ໃຫ້ສາມາດຜະລິດເຝີຫອຍຈູບສຳ ເລັດຮູບໄດ້ເຖິງ 400.000 ກັບຕໍ່ມື້. ຜະລິດຕະພັນຂອງບໍລິສັດ, ນອກ ຈາກຈະເປັນທີ່ນິຍົມພາຍໃນປະເທດ ຈີນແລ້ວ ຍັງເປັນທີ່ນິຍົມຢູ່ຕ່າງປະ ເທດອີກດ້ວຍ ເຫັນໄດ້ຈາກອັດຕາ ສ່ວນຂອງຜະລິດຕະພັນຂອງບໍລິ ສັດກວມເອົາ 50% ຂອງເຝີຫອຍ ຈູບສຳເລັດຮູບທັງໝົດ ທີ່ ສປ ຈີນ ສົ່ງອອກໄປຕ່າງປະເທດ ແລະ ຕະ ຫລາດສົ່ງອອກທີ່ສຳຄັນສ່ວນໃຫຍ່ ກໍແມ່ນ ສສ ຫວຽດນາມ ແລະ ປະ ເທດອື່ນໆໃນຂົງເຂດອາຊຽນ. ບໍລິສັດ ອາຫານ ກວາງຊີ ຊັນ ຢວນ ຕັ້ງຢູ່ເຂດຜະລິດເຝີຫອຍຈູບ ຂອງນິຄົມອຸດສາຫະກຳເຫີຊີ, ເມືອງ ຫລິວນານ, ນະຄອນຫລິວໂຈ, ແຂວງ ກວາງຊີ. ວິສາຫະກິດອາຫານແຫ່ງ ນີ້ ນອກຈາກຈະມີໜ່ວຍງານລ້ຽງ ຫອຍຈູບແລ້ວ ຍັງມີໜ່ວຍງານວິ ໄຈ-ພັດທະນາ (R&D), ໜ່ວຍງານ ປຸງແຕ່ງ ແລະ ໜ່ວຍງານຈຳໜ່າຍ. ຜະລິດຕະພັນເຝີຫອຍຈູບຂອງໂຮງ ງານມີຫລາກຫລາຍຊະນິດ ແລະ ຫລາຍລົດຊາດ ມີທັງລົດດັ່ງເດີມ, ລົດເຜັດ, ລົດຜັກທຽມ, ລົດພິກໄທ ແລະ ລົດຕົ້ມຍຳກຸ້ງ ເພື່ອຕອບສະ ໜອງຄວາມຕ້ອງການຂອງກຸ່ມບໍ ລິໂພກທີ່ມີລົດນິຍົມແຕກຕ່າງກັນ. ທ້າວ ຣອກກີ ເອັມ ເລຊິແກສ (Rocky M. Lesigues) ນັກ ທ່ອງທ່ຽວຈາກປະເທດ ຟີລິບປິນ ບອກວ່າ: ຕົນເອງມັກເຝີຫອຍຈູບນີ້ ຫລາຍມັນແຊບຫລາຍ ມີຊີ້ນຫອຍ ທີ່ເປັນຕາກິນ ຕອນກັບໄປຟີລິບປິນ ຂ້ອຍອາດຈະຊອກກິນອີກ ຫລື ບໍ່ກໍ ອາດຈະມາຈີນອີກ ເພື່ອມາກິນເຝີ ຫອຍຈູບນີ້ສະເພາະ. ມີຄົນເວົ້າວ່າ ເຂົາກິນເຝີຫອຍຈູບ ປະມານ 2 ຄັ້ງ ຕໍ່ອາທິດ ແຕ່ສຳລັບຂ້ອຍແລ້ວກິນ ສອງຄັ້ງຕໍ່ມື້ກໍຍັງໄດ້. ທ້າວ ໂຣບບີ ຮາບິຕີ (Robby Habitie) ນັກທ່ອງທ່ຽວຈາກອິນ ໂດເນເຊຍ ໄດ້ບອກຜູ້ຂຽນວ່າ: ພາຍ ຫລັງທີ່ໄດ້ລອງຊີມ ເຝີຫອຍຈູບ ເປັນເທື່ອທຳອິດປາກົດວ່າແຊບ ຫລາຍ, ຢູ່ປະເທດຕົນບໍ່ເຄີຍກິນ ຫອຍປະເພດນີ້ ເພາະຄິດວ່າມັນກຸຍ ແຕ່ມາໄດ້ລອງປາກົດວ່າມັນແຊບ ຫລາຍ ແລະ ບໍ່ໄດ້ກຸຍຄືທີ່ຄິດ. ທ່ານໃດທີ່ໄດ້ໄປປະເທດຈີນ ຫລື ແຂວງກວາງຊີ ກໍລອງໄປຊີມ ເບິ່ງ ບາງເທື່ອນອກຈາກຈະສຳຜັດ ໄດ້ເຖິງລົດຊາດເຝີຫອຍຈູບທີ່ ແຊບແລ້ວ ອາດຈະເກີດມີແນວຄິດ ຢາກຈະປະຍຸກຫອຍຈູບ ອາຫານ ພື້ນບ້ານຂອງລາວເຮົາ ໃຫ້ກາຍ ເປັນຜະລິດຕະພັນໃໝ່ໆອອກສູ່ສັງ ຄົມກໍເປັນໄດ້. mvj 'mPj ;cfowd ໂດຍ: ແສງທອງ ພະສະຫວັດ
RkJQdWJsaXNoZXIy MTc3MTYxMQ==