5650

|j ;pra ddq ,g]0ko5 dko{dkooe slr fegou o-u ;y fdkog,n v' dk'ltw\mu V gfa ffj P;xt8y [a fco;mk'dko8j k'xtgmfla o8y rk[F gvdt]kfF ,y f8trk[ c]t dkoIj ;,,n 1j k'ltg\u 8Q oltg\u xkp 29/06/2023 xtgmf]k; 4 3]d c]t gsfdko *** ຕໍ່ຈາກໜ້າ 1 *** *** ຕໍ່ຈາກໜ້າ 1 *** *** ຕໍ່ຈາກໜ້າ 1 *** ຂປລ. ໜ່ວຍພັກກົມເລຂານຸ ການ-ການນໍາຫ້ອງວ່າການສູນ ກາງພັກ (ຫສພ) ເປີດກອງປະຊຸມ ດໍາເນີນຊີວິດການເມືອງກາງສະ ໄໝທີ V ໃນທ້າຍອາທິດຜ່ານມາ ໂດຍການເປັນປະທານຂອງສະຫາຍ ຜາຄໍາ ອິນແສງ ຄະນະປະຈໍາພັກ ຮອງຫົວໜ້າຫ້ອງວ່າການສູນກາງ ພັກ, ມີຄະນະໜ່ວຍພັກ, ສະມາຊິກ ພັກ ພາຍໃນໜ່ວຍພັກກົມເລຂານຸ ການ-ການນໍາ ແລະ ຄະນະຮັບຜິດ ຊອບການກະກຽມກອງປະຊຸມກາງ ສະໄໝ ຂອງອົງຄະນະພັກຫ້ອງວ່າ ການສູນກາງພັກ ເຂົ້າຮ່ວມຢ່າງ ພ້ອມພຽງ. ກອງປະຊຸມຄັ້ງນີ້, ເປັນການ ຂປລ. ອີງໃສ່ຄວາມຮຽກຮ້ອງ ຕ້ອງການ ແລະ ເຫັນໄດ້ເຖິງຄວາມ ຈໍາເປັນ ຂອງວຽກງານພັດທະນາ ຊັບພະຍາກອນມະນຸດ ຂອງຂະ ແໜງຄັງເງິນ ໂດຍສະເພາະແຜນ ການຝຶກອົບຮົມໃຫ້ພະນັກງານ- ລັດຖະກອນ ຂະແໜງຄັງເງິນ ໃຫ້ມີ ຄວາມຮູ້, ຄວາມສາມາດໃນລະດັບ ທີ່ແນ່ນອນ ເພື່ອສ້າງໃຫ້ເປັນພະນັກ ງານຊຳນານງານ, ຫັນເປັນວິ ຊາຊີບ ເທື່ອລະກ້າວ, ພ້ອມທັງຮັບປະກັນ ການຈັດຕັ້ງປະຕິບັດວຽກງານວິ ຊາສະເພາະໃນສະເພາະໜ້າ ແລະ ຍາວນານ ໃຫ້ມີປະສິດທິພາບປະສິດ ທິຜົນ. ໃນວັນທີ 26 ມິຖຸນາ 2023 ຄັງເງິນແຫ່ງຊາດ ຈັດຝຶກອົບຮົມ ການນຳໃຊ້ລະບົບຄຸ້ມຄອງຂໍ້ມູນ ຂ່າວສານຄັງເງິນ (ລະບົບ RTIS) ໃຫ້ພະນັກງານ-ລັດຖະກອນຄັງ ເງິນປະຈໍາແຂວງ, ຄັງເງິນ ປະຈໍາ ເມືອງ ແລະ ນະຄອນ (ຊຸດທີ I) ຂຶ້ນ ທີ່ສະຖາບັນການເງິນ-ການບັນຊີ ໂດຍການເປັນປະທານ ຂອງ ທ່ານ ນາງ ການ ສິງທາວົງໄຊ ຮອງຫົວ ໜ້າຄັງເງິນແຫ່ງຊາດ, ມີບັນດາຫົວ ໜ້າພະແນກ, ຮອງຫົວໜ້າພະແນກ, ນັກສໍາມະນາກອນ ພ້ອມດ້ວຍພາກ ສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ. ທ່ານ ນາງ ການ ສິງທາວົງໄຊ ໄດ້ມີຄຳເຫັນວ່າ: ການຈັດຊຸດຝຶກ ອົບຮົມການນຳໃຊ້ ລະບົບຄຸ້ມຄອງ ຂໍ້ມູນຂ່າວສານຄັງເງິນ (ລະບົບ RTIS) ໃນຄັ້ງນີ້ ເປັນການປະຕິບັດ ຕາມແຜນປີ 2023 ຊຶ່ງຈະດຳເນີນ ແຕ່ວັນທີ 26-30 ມິຖຸນາ 2023 ແລະ ບັນດານັກສຳມະນາກອນຈະ ໄດ້ຮຽນຮູ້ເຂົ້າໃຈກ່ຽວກັບບັນດາ ຫົວຂໍ້ ທີ່ສໍາຄັນຕ່າງໆ ເປັນຕົ້ນພື້ນ ຖານການນຳໃຊ້ຄອມພິວເຕີ, ການ ເຊື່ອມຕໍ່ຫາລະບົບ ແລະ ການແກ້ໄຂ ບັນຫາລະບົບ; ພາບລວມ ແລະ ການນໍາໃຊ້ລະບົບຄຸ້ມຄອງຂໍ້ມູນ ຂ່າວສານຄັງເງິນ (RTIS) ເຂົ້າ ນອກນັ້ນ, ກໍຍັງມີການປະກອບ ຄວາມເຫັນເປີດເຜີຍຕໍ່ບຸກຄົນຄະນະ ໜ່ວຍພັກ. ໂອກາດນີ້, ສະຫາຍປະທານ ກອງປະຊຸມໄດ້ເນັ້ນໃຫ້ຄະນະໜ່ວຍ ພັກ ສືບຕໍ່ນໍາພາວຽກງານການ ເມືອງ-ແນວຄິດ ໃຫ້ສະມາຊິກພັກ, ພະນັກງານພາຍໃນ ໜ່ວຍຢ່າງມີຈຸດ ສຸມ, ສອດຄ່ອງກັບສະພາບຕົວ ຈິງ, ຍົກສູງຄວາມຮັບຜິດຊອບ, ຄວາມເປັນເຈົ້າການໃນການເປັນ ເສນາທິການ, ເອົາໃຈໃສ່ສ້າງແຜນ ການເຄື່ອນໄຫວວຽກງານໃຫ້ການ ນໍາຂັ້ນສູງໃຫ້ທັນເວລາ, ການຄົ້ນ ຄວ້າບັນຫານໍາສະເໜີຂັ້ນເທິງໃຫ້ ຖືກຕ້ອງ, ວ່ອງໄວ, ຊັດເຈນ, ຍົກສູງ ຄວາມເປັນແບບຢ່າງນໍາໜ້າຂອງ ສະມາຊິກພັກໃນການເຄື່ອນໄຫວ ວຽກງານ ກໍຄືການດຳລົງຊີວິດ. ຂ່າວ-ພາບ: ຫສພ /b dvq [Iq ,dkooe.-h ]t[q [ RTIS .sh rtoa d'ko{]a f4tdvo 7a 'g'oy ທູດລາວ ປະຈຳຫວຽດນາມ... ພາບຫວຽດນາມ-ລາວ, ສະຫາຍ ຫງວຽນ ກວັ່ນ ຕຽນ ປະທານສະພາ ບໍລິຫານໂຮງຮຽນມະຫາວິທະຍາ ໄລແພດສາດຖ້າຍບິງ, ມີຜູ້ຕາງໜ້າ ຈາກ ສະມາຄົມມິດ ຕະພາບຫວຽດ ນາມ-ລາວ ແຂວງຖ້າຍບິງ ພ້ອມ ດ້ວຍຄະນະອຳນວຍການ, ພະນັກ ງານຄູອາຈານ ແລະ ພາກສ່ວນ ກ່ຽວຂ້ອງຂອງຫວຽດນາມເຂົ້າ ຮ່ວມ. ໂອກາດນີ້, ສະຫາຍ ແສງເພັດ ຮຸ່ງບຸນຍວງ ໄດ້ຫວນຄືນມູນເຊື້ອ ຄວາມເປັນມາຂອງສາຍພົວພັນ ລາວ-ຫວຽດນາມ ທີ່ມີໜຶ່ງບໍ່ມີສອງ ໃນໂລກນີ້ ໂດຍແມ່ນປະທານ ໂຮ່ຈ່ີ ມິງ ຜູ້ຍິ່ງໃຫຍ່ຮ່ວມກັບປະທານ ໄກສອນ ພົມວິຫານ, ປະທານ ສຸພານຸວົງ ທີ່ເຄົາລົບຮັກເປັນຜູ້ກໍ່ ສ້າງຕັ້ງ ແລະ ໄດ້ຮັບຖະນຸຖະໜອມ ຈາກການນໍາຫລາຍຮຸ່ນຄົນ, ພັກ, ລັດ ແລະ ປະຊາຊົນສອງປະເທດສືບ ຕໍ່ເພີ່ມພູນຄູນສ້າງຊຶ່ງສາຍພົວພັນ ດັ່ງກ່າວ ໄດ້ກາຍເປັນສາຍພົວພັນ ມິດຕະພາບອັນຍິ່ງໃຫຍ່, ຄວາມສາ ມັກຄີພິເສດ ແລະ ການຮ່ວມມືດ້ານ ທີ່ນັບມື້ເຂົ້າສູ່ລວງກວ້າງ ແລະ ລວງ ເລິກ, ມີປະສິດທິຜົນ. ນອກຈາກ ນີ້, ສະຫາຍກໍໄດ້ຕາງໜ້າພັກ, ລັດ ແລະ ປະຊາຊົນລາວ ສະແດງຄວາມ ຂອບໃຈຢ່າງສູງ ແລະ ສະແດງ ຄວາມຮູ້ບຸນຄຸນອັນເລິກເຊິ່ງຕໍ່ພັກ, ລັດ, ແລະ ປະຊາຊົນຫວຽດນາມ ອ້າຍນ້ອງ ໂດຍສະເພາະອຳນາດ ການປົກຄອງ ແຂວງຖ້າຍບິງພິເສດ ແມ່ນມະຫາວິທະຍາໄລແພດສາດ ຖ້າຍບິງ ທີ່ມີຜົນງານດີເດັ່ນປະກອບ ສ່ວນສຳຄັນເຂົ້າໃນການຄຸ້ມຄອງ ແລະ ກໍ່ສ້າງບຸກຄະລາກອນການ ແພດ ໃຫ້ແກ່ສາທາລະນະລັດປະ ຊາທິປະໄຕ ປະຊາຊົນລາວ ນັບແຕ່ ປີ 1969 ເປັນຕົ້ນມາ ຊຶ່ງຕະຫລອດ ໄລຍະ 54 ປີ ຜ່ານມາ ນອກຈາກມີ ຜົນງານຊ່ວຍສ້າງຊັບພະຍາກອນ ມະນຸດທາງດ້ານການແພດແລ້ວ, ຍັງຕັ້ງໜ້າປະກອບສ່ວນ ແລະ ເສີມຂະຫຍາຍສາຍພົວພັນລວມ ຂອງສອງປະເທດ ໂດຍສະເພາະ ແຂວງຖ້າຍບິງ ແລະ ສປປ ລາວ ຕະຫລອດມາ. ພ້ອມກັນນີ້, ສະຫາຍ ປະທານ ສະພາບໍລິຫານ ມະຫາວິທະຍາໄລ ແພດສາດ ຖ້າຍບິງ ກໍໄດ້ສະແດງ ຄວາມຂອບໃຈມາຍັງພັກ, ລັດ ແລະ ປະຊາຊົນລາວ ທີ່ຍາມໃດກໍໄດ້ໃຫ້ ການສະໜັບສະໜູນ ແລະ ຄຽງບ່າ ຄຽງໄຫລ່ກັບ ພັກ, ລັດ ແລະ ປະຊາ ຊົນຫວຽດນາມຕະຫລອດມາ, ນີ້ກໍ ເປັນການຢັ້ງຢືນອີກເທື່ອໜຶ່ງທີ່ພັກ, ລັດ ແລະ ປະຊາຊົນລາວ ໄດ້ມີຄວາມ ເຊື່ອໝັ້ນ ແລະ ໄວ້ວາງໃຈຕໍ່ມະຫາ ວິທະຍາໄລ ແພດສາດ ຖ້າຍບິງ, ໃນການກໍ່ສ້າງຊັບພະຍາກອນມະ ນຸດ, ທັງເປັນການປຸກລະດົມ ແລະ ໃຫ້ກຳລັງໃຈຕໍ່ມະຫາວິທະຍາໄລ ແພດສາດຖ້າຍບິງ ສືບຕໍ່ປະຕິບັດ ໜ້າທີ່ອັນສູງສົ່ງດັ່ງກ່າວໃຫ້ມີປະ ສິດທິພາບ ແລະ ປະສິດທິຜົນຂຶ້ນ ເລື້ອຍໆ. ນອກຈາກຮ່ວມພິທີມອບຫລຽນ ໄຊ, ຫລຽນກາແລ້ວ, ສະຫາຍເອກ ອັກຄະລັດຖະທູດ ຍັງໄດ້ຮ່ວມພິທີ ມອບ-ຮັບໃບປະກາດຂອງນັກສຶກ ສາລາວ ແລະ ກຳປູເຈຍ ທີ່ຈົບສົກ ສຶກສາ 2022-2023 ຈຳນວນ 72 ຄົນ, ໃນນັ້ນ, ມີນັກສຶກສາລາວ 55 ຄົນ. ຂ່າວ-ພາບ: ສະຖານທູດລາວທີ່ຮ່າໂນ້ຍ ໃນການຈັດຕັ້ງປະຕິບັດວຽກງານ ວິຊາສະເພາະ; ທົບທວນຄືນບັນຫາ ໃນການຈັດຕັ້ງປະຕິບັດວຽກງານ ວິຊາສະເພາະຄັງເງິນແຫ່ງຊາດ ກ່ອນ-ຫລັງການນໍາໃຊ້ລະບົບ RTIS; ການນຳໃຊ້ລະບົບຄຸ້ມຄອງ ຂໍ້ມູນຂ່າວສານຄັງເງິນ (RTIS) ໃນວຽກງານລາຍຮັບ-ລາຍຈ່າຍ; ເຮັດບົດທົດສອບປະເມີນຄວາມ ຮັບຮູ້ ພາຍຫລັງການຝຶກອົບຮົມ ການນຳໃຊ້ລະບົບຄຸ້ມຄອງຂໍ້ມູນ ຂ່າວສານຄັງເງິນ. ທ່ານ ນາງ ການ ສິງທະວົງໄຊ ຍັງໄດ້ເນັ້ນໃຫ້ນັກສຳມະນາກອນ ມີສ່ວນຮ່ວມເອົາໃຈໃສ່ຕັ້ງໃຈຄົ້ນ ຄວ້າເຊື່ອມຊຶມ ເປັນເຈົ້າການໃນ ການປະກອບຄໍາຄິດຄໍາເຫັນ, ແລກ ປ່ຽນບົດຮຽນ, ມີຄໍາຖາມ ເຈາະຈີ້ມ, ຖາມ-ຕອບ ບັນຫາທີ່ພົບເຫັນບັນ ຫາຕົວຈິງ ໃນການຈັດຕັ້ງປະຕິບັດ ການນຳໃຊ້ລະບົບຄຸ້ມຄອງຂໍ້ມູນ ຂ່າວສານ ໃນໄລຍະຜ່ານມາລະ ຫວ່າງ ນັກວິທະຍາກອນ ແລະ ນັກ ສຳມະນາກອນ ເພື່ອຊອກຫາວິທີແກ້ ໄຂ, ແນະນໍາວິທີທາງ, ກຳນົດບັນ ດາວິທີການ, ມາດຕະການໃນການ ປັບປຸງການນຳໃຊ້ລະບົບໃຫ້ສອດ ຄ່ອງກັບໜ້າວຽກຕົວຈິງ ແລະ ເພື່ອ ກ້າວໄປເຖິງຄວາມເຂົ້າໃຈທີ່ຈະ ແຈ້ງ ແລະ ມີຄວາມເປັນເອກະພາບ ຕໍ່ບັນດາບັນຫາທີ່ຍົກຂຶ້ນ ເພື່ອ ພ້ອມ ກັນປັບປຸງ ແລະ ແກ້ໄຂວຽກງານໃຫ້ ນັບມື້ນັບເຂັ້ມແຂງເປັນກ້າວໆ. ເຊັນສັນຍາຮ່ວມຫຸ້ນ... ສສກ ຜະລິດ... ການປະຕິບັດການສອນດ້ວຍຫລັກ ສູດສະບັບປັບປຸງໃຫ້ແກ່ຄູ ເຊິ່ງວິ ທີການຮຽນແບບໃໝ່ ເນັ້ນໃສ່ການ ຮຽນດ້ວຍການປະຕິບັດຕົວຈິງ ແລະ ເນັ້ນໃຫ້ນັກຮຽນມີສ່ວນຮ່ວມ ໃນທຸກກິດຈະກຳ ພ້ອມທັງຮຽນຮູ້ ການແກ້ໄຂບັນຫາ ແລະ ການຄົ້ນ ຄິດແບບວິເຄາະ. ການສ້າງວິດີໂອໃໝ່ນີ້, ໄດ້ຮັບ ການສະໜັບສະໜູນຈາກລັດຖະ ບານອົດສະຕຣາລີ ໂດຍຜ່ານແຜນ ງານບີຄວາ ເຊິ່ງໄດ້ຖ່າຍທຳຢູ່ໃນ ຫ້ອງຮຽນເຂດຫ່າງໄກສອກຫລີກ ພາຍໃນແຂວງຊຽງຂວາງ ເພື່ອສະ ແດງຕົວຢ່າງຕົວຈິງຂອງການປະ ຕິບັດເຕັກນິກດັ່ງກ່າວ. ວິດີໂອ ນີ້ໄດ້ ມີການແປພາສາມື ເພື່ອໃຫ້ຄູທີ່ສອນ ພາສາລາວດ້ວຍພາສາມືສາມາດ ເຂົ້າເຖິງໄດ້ຫລາຍຂຶ້ນ. ກິດຈະກຳ ໃນວິດີໂອ ແມ່ນເຮັດເປັນຄູ່ ແລະ ເປັນກຸ່ມ ເຊິ່ງເປັນວິທີທີ່ດີ ເພື່ອຊ່ວຍ ຊຸກຍູ້ການຮຽນຮູ້ ດ້ວຍການປະຕິ ບັດຕົວຈິງຂອງນັກຮຽນ ເນື່ອງຈາກ ຈະເຮັດໃຫ້ນັກຮຽນຮ່ວມມືກັນ ໃນ ກິດຈະກຳການຮຽນຮູ້ດັ່ງກ່າວ. ພ້ອມນີ້, ນັກຮຽນຈະໄດ້ເຮັດບົດຝຶກ ຫັດຮ່ວມກັນ, ໄດ້ສົນທະນາກັນ ແລະ ແລກປ່ຽນຄວາມຄິດເຫັນ ເຊິ່ງກັນ ແລະ ກັນ, ສິ່ງເຫລົ່ານີ້ຈະຊ່ວຍໃຫ້ ພວກເຂົາມີຄວາມໝັ້ນໃຈ ແລະ ພັດ ທະນາການເຮັດວຽກເປັນທີມ ແລະ ທັກສະການສື່ສານ. ນອກຈາກນີ້, ການເຮັດກິດຈະກຳເປັນຄູ່ ແລະ ເປັນກຸ່ມ ຍັງເປັນວິທີທີ່ດີທີ່ຈະຊຸກຍູ້ ໃຫ້ມີການຊ່ວຍເຫລືອຈາກເພື່ອນ ແລະ ຊ່ວຍໃຫ້ນັກຮຽນ ຮຽນຮູ້ການ ເຮັດວຽກຮ່ວມກັນ ແລະ ຍັງຈະ ຊ່ວຍສົ່ງເສີມໃຫ້ນັກຮຽນມີທັດສະ ນະຄະຕິໃນແງ່ດີຕໍ່ການຮຽນຫລາຍ ຂຶ້ນ, ເຮັດໃຫ້ນັກຮຽນມີຜົນການ ຮຽນດີຂຶ້ນ. ທ່ານ ຄຳຈັນ ລັດທະຍອດ ຮອງ ຜູ້ອຳນວຍການສະຖາບັນຄົ້ນຄວ້າ ວິທະຍາສາດການສຶກສາໄດ້ກ່າວ ວ່າ: ວິທີໜຶ່ງທີ່ສຳຄັນສຳລັບຄູ ເພື່ອ ອຳນວຍຄວາມສະດວກໃຫ້ແກ່ ການຮຽນ-ການສອນ ແມ່ນຜ່ານ ການເຮັດວຽກເປັນຄູ່ ແລະ ເປັນ ກຸ່ມ; ບົດຮຽນທັງໝົດໃນຫລັກສູດຊັ້ນ ປະຖົມສຶກສາໃໝ່ ໄດ້ລວມເອົາກິດ ຈະກຳທີ່ຕ້ອງໃຫ້ນັກຮຽນເຮັດວຽກ ເປັນຄູ່ ແລະ ກຸ່ມ. ວິດີໂອດັ່ງກ່າວໄດ້ແນະນຳຄູ ແລະ ຄູຝຶກ ກ່ຽວກັບ 4 ຂັ້ນຕອນ ຫລັກຄື: ພາກທີ 1 ຂອງວິດີໂອ ສະ ແດງ ໃຫ້ເຫັນວິທີການຈັດ ແລະ ວາງແຜນກິດຈະກໍາການເຮັດເປັນ ຄູ່ ຫລື ເປັນກຸ່ມລວມທັງການກະ ກຽມອຸປະກອນຕ່າງໆທີ່ຈໍາເປັນ; ພາກທີ 2 ຄໍາແນະນໍາກ່ຽວກັບວິທີ ການສ້າງກິດຈະກໍາ ແລະ ໃຫ້ແນ່ໃຈ ວ່າກຸ່ມມີຄວາມສົມດູນລະຫວ່າງ ຍິງ-ຊາຍ ແລະ ເໝາະສົມສຳລັບ ເດັກທຸກຄົນ; ພາກທີ 3 ສະແດງໃຫ້ ເຫັນວິທີທີ່ຄູສາມາດຕິດຕາມ ແລະ ໃຫ້ການຊ່ວຍເຫລືອນັກຮຽນ ແລະ ພາກສຸດທ້າຍ ກ່ຽວກັບກິດຈະກໍາ ການສົນທະນາ ແລະ ຖອດຖອນບົດ ຮຽນກ່ຽວກັບກິດຈະກຳທີ່ສາມາດ ນໍາໃຊ້ໃນຕອນທ້າຍຂອງບົດຮຽນ ເພື່ອຊຸກຍູ້ໃຫ້ນັກຮຽນບອກເລົ່າ ແນວຄວາມຄິດ ແລະ ສະທ້ອນຄືນ ໃຫ້ເຫັນສິ່ງທີ່ພວກເຂົາໄດ້ຮຽນຮູ້. ວິດີໂອສະແດງໃຫ້ເຫັນຕົວຢ່າງ ຂອງກິດຈະກໍາເປັນຄູ່ ແລະ ການ ເຮັດວຽກເປັນກຸ່ມທີ່ມີຫລາຍແບບ ຕ່າງກັນ ທີ່ຄູສາມາດປະຕິບັດໃນບົດ ຮຽນວິຊາພາສາລາວ, ວິຊາພາສາ ອັງກິດ ແລະ ວິຊາວິທະຍາສາດ ແລະ ສິ່ງແວດລ້ອມ. ວິດີໂອດັ່ງກ່າວ, ໄດ້ອອກອາ ກາດທາງຊ່ອງໂທລະພາບສຶກສາ Lao ESTV ທາງຊ່ອງໂທລະພາບ ດາວທຽວລາວແຊັດ ຊ່ອງ 8,ທາງ ແພລດຟອມ ຄັງປັນຍາລາວ ແລະ ຊ່ອງຢູທູບ, ວິດີໂອສໍາລັບການ ພັດ ທະນາຄູ Teacher Development Videos ປະກອບມີຫຫລາຍ ວິຊາຂອງຫລັກສູດສະບັບປັບປຸງ ໃໝ່ ແລະ ວິທີການສອນແບບໃໝ່ ດ້ວຍການປະຕິບັດຕົວຈິງ. ຄູສາ ມາດນໍາໃຊ້ວິດີໂອເຫລົ່ານັ້ນ ເພື່ອກະ ກຽມບົດສອນ, ປັບປຸງວິທີການສິດ ສອນຂອງພວກເຂົາ ແລະ ຮຽນຮູ້ ຫລື ທົບທວນຄືນເຕັກນິກໃດໜຶ່ງ ສະເພາະ. ພ້ອມນີ້, ຄູຍັງສາມາດ ເປີດຟາຍສຽງ, ເພງ ແລະ ບົດເລື່ອງ ພາສາອັງກິດໃຫ້ນັກຮຽນຟັງໃນ ຫ້ອງຮຽນໄດ້. ສາມາດຮັບຊົມ ວິດີໂອທາງ ລິ້ງນີ້: https://www.youtube.com/watch?v=T0e7_ KA4CzA ສຳຫລວດກວດກາ ແລະ ຕີລາຄາ ຄືນຄວາມຮັບຜິດຊອບລວມຂອງ ໜ່ວຍພັກ ແລະ ຂອງບຸກຄົນໃນຄະ ນະໜ່ວຍພັກຕໍ່ດ້ານດີ ແລະ ຈຸດ ອ່ອນຂໍ້ຄົງຄ້າງທີ່ຈະຕ້ອງໄດ້ປັບປຸງ ແກ້ໄຂໃນຕໍ່ໜ້າ ເພື່ອສືບຕໍ່ນໍາພາຈັດ ຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ V ແລະ ແຜນພັດທະນາຂະ ແໜງການ 5 ປີ ຂອງກົມເລຂານຸ ການ-ການນໍາຕິດພັນກັບການຜັນ ຂະຫຍາຍມະຕິ VII ຂອງອົງຄະນະ ພັກຫ້ອງວ່າການສູນກາງພັກ ໃຫ້ ບັນລຸຄາດໝາຍທີ່ວາງໄວ້. ພ້ອມນີ້, ກອງປະຊຸມຍັງໄດ້ມີການທາບທາມ ຄວາມເຫັນໄວ້ວາງໃຈຕໍ່ຄະນະບໍລິ ຫານງານພັກ ແລະ ບຸກຄົນຄະນະ ໜ່ວຍພັກ, ຜ່ານບົດສໍາຫລວດບຸກ ຄົນຄະນະໜ່ວຍພັກ ແລະ ມີການ ຊີ້ແຈງຕໍ່ຄວາມເຫັນສົ່ງຂ່າວຂອງ ສະມາຊິກພັກຕໍ່ຄະນະໜ່ວຍພັກ. ບຸນປອນ ວັນນະຈິດ ຮອງລັດຖະມົນ ຕີກະຊວງການເງິນ, ທ່ານນາງ ຈັນສຸກ ແສງພະຈັນ ຮອງລັດຖະມົນ ຕີກະຊວງອຸດ ສາຫະກໍາ ແລະ ການ ຄ້າ, ພ້ອມດ້ວຍພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ. ການເຊັນສັນຍາຮ່ວມຫຸ້ນສ້າງ ຕັ້ງບໍລິສັດ ລາວຣູສ ເທັກຄອມ ຈໍາກັດ ເພື່ອດຳເນີນທຸລະກິດຮ່ວມກັບບັນ ດາບໍລິສັດຂອງສະຫະພັນລັດເຊຍ ເພື່ອເປັນການສືບຕໍ່ສົ່ງເສີມສາຍ ພົວພັນມິດຕະພາບອັນດີງາມ ທີ່ມີມາ ແຕ່ດົນນານ ລະຫວ່າງ ອະດີດສະ ຫະພາບໂຊຫວຽດ, ປັດຈຸບັນແມ່ນ ສະຫະພັນລັດເຊຍ ກັບ ສປປ ລາວ ໃຫ້ມີຄວາມແໜ້ນແຟ້ນ ຍິ່ງຂຶ້ນ ແລະ ການຮ່ວມຫຸ້ນໃນຄັ້ງນີ້, ຈະໄດ້ຈັດ ຕັ້ງປະຕິບັດແຜນການຮ່ວມທຸລະ ກິດໃນດ້ານຕ່າງໆ ກັບບັນດາບໍລິສັດ ຂອງສະຫະພັນລັດເຊຍທີ່ຄາດຄະ ເນໄວ້ເຊັ່ນ: ຮ່ວມມືກັນທາງດ້ານ ການພັດທະນາ, ປຸງແຕ່ງແຮ່ທາດ ຄົບວົງຈອນ ແລະ ພະລັງງານ, ການ ບໍລິການນໍາເຂົ້າ-ສົ່ງອອກສິນຄ້າ ກະສິກຳ-ອຸດສາຫະກໍາ, ການພັດ ທະນາວຽກງານຂົນສົ່ງ-ໂລຈິສ ຕິກ, ການພັດທະນາ ແລະ ຖ່າຍ ທອດ ເຕັກໂນໂລຊີທີ່ທັນສະໄໝແບບຄົບ ວົງຈອນ. ນອກນີ້, ການດໍາເນີນທຸລະກິດ ຂອງບໍລິສັດ ຈະຕ້ອງໄດ້ສ້າງສາຍ ພົວພັນອັນແໜ້ນແຟ້ນກັບທຸກພາກ ສ່ວນ ແລະ ບັນດາອົງກອນທາງ ສັງຄົມລະຫວ່າງ ສປປ ລາວ ແລະ ສະຫະພັນລັດເຊຍ ເພື່ອຊ່ວຍສະ ໜັບສະໜູນເຊິ່ງກັນ ແລະ ກັນ ແນ ໃສ່ຍົກສູງການເພີ່ມທະວີສາຍພົວ ພັນທາງດ້ານເສດຖະກິດ-ເຕັກນິກ, ວັດທະນະທຳ-ສັງຄົມ ລະຫວ່າງ ສອງຊາດລາວ-ລັດເຊຍ ໃຫ້ນັບ ມື້ນັບເຕີບໃຫຍ່ຂະຫຍາຍຕົວຂຶ້ນ. ຂ່າວ-ພາບ: ກະຊວງການເງິນ

RkJQdWJsaXNoZXIy MTc3MTYxMQ==