xtgmf]k; 3 29/06/2023 0kj ; c]t gsfdko dh k;l6 j ]t[q [75 h ,7v'dkog'y ocsj ']a f gxa oma oltw\mu j ,u 7;k,g0A ,c0'F 3xj '.l gxa ofu 9y 8vo c]t p5 8y me ໂດຍ: ຢ່າຕົ່ງ ຮິບໂຮມໂດຍ: ພະກາ ໂດຍ: ຄ້ອງໃໝ່ g/dy {/db .orklk]k; ll- ltg|u.sh]af4t[ko g]aj'cdhw0[aosk 8yfraoda[-u;yfdkogxao16j0v'xt-k-qo * ຄໍລຳ ສຽງຈາກສະພາສະບັບ ວານນີ້, ກໍ່ໄດ້ສະເໜີກ່ຽວກັບ (ຫລາຍ ບັນຫາທີ່ປະຊາຊົນຢາກ ໃຫ້ລັດຖະ ບານແກ້ໄຂຢ່າງເລັ່ງດ່ວນ) ຈາກ ສະມາຊິກສະພາແຫ່ງຊາດ (ສສຊ) ເຂດເລືອກຕັ້ງທີ 4 ແຂວງອຸດົມໄຊ ໃຫ້ທ່ານຜູ້ອ່ານແລ້ວ, ເຊິ່ງສະບັບ ນີ້ຂໍພາທ່ານໄປຮູ້ກ່ຽວກັບການປະ ກອບຄຳຄິດຄຳເຫັນຂອງ ສສຊ ເຂດ ເລືອກຕັ້ງທີ 13 ແຂວງສະຫວັນ ນະເຂດ ແລະ ເຂດເລືອກຕັ້ງທີ 18 ແຂວງໄຊສົມບູນ ຕໍ່ບົດລາຍງານ ຂອງລັດຖະບານກ່ຽວກັບການເຄື່ອນ ໄຫວວຽກງານພົ້ນເດັ່ນ 6 ເດືອນຕົ້ນ ປີ ແລະ ທິດທາງແຜນວຽກຈຸດສຸມ 6 ເດືອນທ້າຍປີ 2023 ນີ້ຕື່ມ. ຕາມການປະກອບຄຳຄິດຄຳເຫັນ ຂອງ ທ່ານ ໄຊຍະເດດ ຜຸຍຍະວົງ ສສຊ ເຂດເລືອກຕັ້ງທີ 13, ແຂວງສະ ຫວັນນະເຂດວ່າ: ຜ່ານມາການຮັບ ຟັງບົດລາຍງານຂອງລັດຖະບານ ກໍ່ເຫັນວ່າມີຫລາຍດ້ານ ລັດຖະບານ ກໍ່ໄດ້ເອົາໃຈໃສ່ສຸມທຸກເງື່ອນໄຂ, ທຶນຮອນເຂົ້າໃນການພັດທະນາ ເພື່ອເຮັດໃຫ້ຊີວິດການເປັນຂອງປະ ຊາຊົນໄດ້ຮັບການພັດທະນາດີຂຶ້ນ. ແນວໃດກໍ່ດີ ໃນນາມເປັນຕົວແທນ ຂອງປະຊາຊົນ ຂໍສະເໜີໃຫ້ລັດຖະ ບານແກ້ໄຂບັນຫາຄ່າແຮງງານຂອງ ກຳມະ ກອນຊາວຜູ້ອອກແຮງງານ ຕາມໂຮງຈັກໂຮງງານ ໂດຍເລີ່ມ ຈາກບັນດາບໍລິສັດທຳການຜະລິດ * ຄໍາສັບໃນພາສາລາວເຮົາຈໍາ ນວນໜຶ່ງ ມີສຽງສະຫລະໃກ້ຄຽງ ກັນ, ທັງສຽງສັ້ນ-ຍາວ ແລະ ອື່ນໆ. ຈໍານວນໜຶ່ງມີເຄົ້າມາຈາກພາສາ ອື່ນໆ, ບາງກໍລະນີກໍ່ຍັງຮັກສາພື້ນ ສຽງເດີມ, ແຕ່ບາງຄໍາກໍ່ມີການ ແປງສະຫລະ ຕາມຄວາມເໝາະ ສົມ. ບົດນີ້ ຂໍນໍາເອົາຄໍາ: ຝຶກ ແລະ ເຝິກ ມາທົບທວນນໍາກັນອີກ. ວັດຈະນານຸກົມລາວ, ນັບທັງສະ ບັບຄົ້ນຄວ້າຮຽບຮຽງໂດຍທ່ານ ດຣ ທອງຄໍາ ອ່ອນມະນີສອນ ແລະ ສະບັບຂອງທ່ານ ສີວຽງແຂກ ກອນນີວົງ ໄດ້ລະບຸໄວ້ຄື: ຝຶກເປັນ ຄໍາກິລິຍາ ຫລື ກໍາມະ ໝາຍເຖິງ ເຝິກ, ແອບ, ຫັດ ເຊັ່ນ: ຝຶກງົວ ຝຶກ ຄວາຍ ໃຫ້ໃຊ້ປະໂຫຍດໄດ້. ເຝິກ ເປັນກໍາກິລິຍາ ໝາຍເຖິງ ແອບ, ຫັດ, ເຮັດໃຫ້ເປັນ, ຝຶກ. ອີງຕາມຄໍານິຍາມໃນວັດຈະນາ ນຸກົມທີ່ຍົກມາ ກໍ່ໝາຍວ່າ ທັງສອງ ຮູບຄໍາມີຄວາມໝາຍ ດຽວກັນ, ແຕ່ ຕ່າງກັນຢູ່ຮູບຂຽນ ເຊິ່ງການໃຊ້ຕົວ ຈິງ ກໍ່ມັກມີການຖົກຖຽງ ກັນເປັນໄລ ຍະ. ຕາມທັດສະນະຂອງຄະນາ ຈານ ມະຫາວິທະຍາໄລແຫ່ງຊາດ ຄະນະອັກສອນສາດ, ໂດຍສະເພາະ ພາກວິຊາພາສາ ລາວ-ສື່ມວນຊົນ ເຄີຍໃຫ້ທັດສະນະເອົາໄວ້ວ່າ: ຄຳ ເພື່ອສົ່ງອອກ ແລະ ສ້າງລາຍໄດ້ໃຫ້ ບໍລິສັດເປັນສະກຸນເງິນຕ່າງປະເທດ ຕ້ອງຊຸກຍູ້ໃຫ້ບໍລິສັດຄິດໄລ່ເງິນ ເດືອນ ໂດຍທຽບຖານການຄິດໄລ່ ເງິນເດືອນໃສ່ເງິນຕາຕ່າງປະເທດ ຕາມອັດຕາແລກປ່ຽນ ເພື່ອເຮັດໃຫ້ ແຮງງານລາວທີ່ອອກແຮງງານ ຕາມບໍລິສັດຕ່າງໆມີເງິນ ເດືອນ ກຸ້ມກິນ ທັງເປັນການສະກັດກັ້ນການ ຫລັ່ງໄຫລໄປອອກແຮງງານຢູ່ຕ່າງ ປະເທດ ຊຶ່ງອາດສົ່ງຜົນກະທົບຕໍ່ ແຜນພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ. ສຳລັບແຮງງານ ລາວ ທີ່ໄປເຮັດວຽກຢູ່ປະເທດ ເພື່ອນ ບ້ານ ກໍສະເໜີໃຫ້ກະຊວງການຕ່າງ ປະເທດ ປະສານສົມທົບກັບກະຊວງ ແຮງງານ ແລະ ສະຫວັດດີການສັງຄົມ ແຕ່ງຕັ້ງທີ່ປຶກສາແຮງງານ (ທູດແຮງງານ) ໄປປະຈໍາຢູ່ບັນດາ ປະເທດທີ່ມີແຮງງານລາວເຮັດວຽກ ຫລາຍ ແນໃສ່ປົກປ້ອງບໍ່ໃຫ້ແຮງ ງານລາວຕົກຢູ່ໃນເຄືອຂ່າຍການ ຄ້າມະນຸດ ບໍ່ວ່າທາງດ້ານການຂູດ ຮີດແຮງງານກໍ່ຄືການຄ້າມະນຸດ. ສສຊ ເຂດເລືອກຕັ້ງທີ 18 ແຂວງ ໄຊສົມບູນ ທ່ານ ວິໄຊທໍ່ ເພຍຫລວງ ຈົ່ງເສີ ໄດ້ໃຫ້ສຳພາດວ່າ: ຜ່ານການ ລົງເຄື່ອນໄຫວເຜີຍແຜ່ຜົນສຳເລັດ ກອງປະຊຸມແຕ່ລະຄັ້ງ ກໍໄດ້ຮັບຄຳສະ ເໜີຈາກປະຊາຊົນຫລາຍສົມຄວນ ຊຶ່ງອັນຕົ້ນຕໍແມ່ນບັນການສຶກສາ ເຊິ່ງ ເຫັນວ່າມີບາງໂຮງຮຽນຄູສອນບໍ່ ພຽງພໍ. ພ້ອມນີ້, ບັນຫານ້ຳລິນຊົມ ໃຊ້ເຂົ້າໃນການດຳລົງຊີວິດປະຈຳ ວັນແມ່ນຍັງຂາດເຂີນ ນ້ຳບໍ່ພຽງພໍ ຕໍ່ຄວາມຕ້ອງການ, ມີການເປ່ເພໃຊ້ ງານບໍ່ໄດ້. ສ່ວນບັນຫາລາຄາສິນ ຄ້າທີ່ເພີ່ມສູງຂຶ້ນ ກໍຂໍໃຫ້ພາກສ່ວນ ກ່ຽວຂ້ອງເອົາໃຈໃສ່ຄຸ້ມຄອງລາ ຄາສິນຄ້າ ເຊິ່ງປັດຈຸບັນລາຄາຊີ້ນ ແມ່ນໄດ້ເພີ່ມສູງຫລາຍ ໂດຍສະ ເພາະແມ່ນຊີ້ນໝູຈາກ 60.000 ກີບ ມາເປັນ 80.000 ກວ່າກີບ ແລະ ຊີ້ນອື່ນໆກໍ່ເພີ່ມຂຶ້ນເຊັ່ນດຽວກັນ. ຂະນະທີ່ບັນຫາຖະໜົນຫົນທາງກໍ່ ແມ່ນ ອີກບັນຫາໜຶ່ງທີ່ສ້າງຄວາມ ຫຍຸ້ງຍາກຫລາຍໃນການສັນຈອນ ໄປມາ ຊຶ່ງສາເຫດທີ່ພາໃຫ້ເສັ້ນ ຫລັກໆຂອງແຂວງໄຊສົມບູນເປ່ ເພ ຍ້ອນມີການຂົນສົ່ງແຮ່ຫລາຍ, ການຄວບຄຸມການຂົນສົ່ງກໍ່ຍັງບໍ່ ທີ່ມີຄວາມໝາຍວ່າ“ແອບ, ຫັດ, ເຮັດໃຫ້ເປັນ” ນີ້, ແຕ່ດັ້ງເດີມຄົນ ລາວເຮົາມັກຈະໃຊ້ຄຳວ່າ “ເຝິກ”. ສ່ວນຄຳວ່າ “ຝຶກ” ເລີ່ມປາກົດ ເຫັນໃຊ້ເປັນລາຍລັກອັກສອນຢູ່ໃນ ປຶ້ມແບບສອນອ່ານພາສາລາວ ປີ 1932 ເຊັ່ນ: ບົດຝຶກຫັດ. ນັບແຕ່ ນັ້ນມາກໍ່ປາກົດເຫັນມີການໃຊ້ທັງ “ເຝິກ”ແລະ “ຝຶກ” ຢູ່ໃນປຶ້ມຕ່າງໆ. ຈົນຮອດປີ1960, ວັດຈະນານຸກົມ ລາວສະບັບມະຫາສີລາວີລະວົງ ໄດ້ບັນທຶກຄໍາ “ເຝິກ”ແລະ “ຝຶກ” ໂດຍ ນິຍາມຄຳ“ເຝິກ” ວ່າ“ແອບ, ຫັດ, ເຮັດໃຫ້ເປັນ”. ສ່ວນຄຳ“ຝຶກ” ນັ້ນແມ່ນໃຫ້ເບິ່ງນິຍາມຢູ່ຄຳວ່າ “ເຝິກ” ເຊິ່ງກໍ່ສະແດງວ່າທັງ “ເຝິກ” ແລະ “ຝຶກ”ມີຄວາມໝາຍ ດຽວກັນໃຊ້ຄຳໃດກໍ່ໄດ້. ນັບແຕ່ປີ 1962-1975, ຢູ່ໃນ ປຶ້ມແບບຮຽນຂອງກະຊວງສຶກ ສາທິການໄດ້ນຳໃຊ້ຄຳວ່າ “ເຝິກ” ເຊັ່ນ: ບົດເຝິກຫັດ. ຄຽງຄູ່ກັນນັ້ນ ຄຳວ່າ “ຝຶກ” ກໍ່ປາກົດເຫັນໃຊ້ໃນ ເອກະສານຈຳນວນໜຶ່ງ. ພາຍຫລັງສ້າງຕັ້ງ ສປປ ລາວ ເປັນຕົ້ນມາ, ຢູ່ໃນປຶ້ມແບບຮຽນ ຂອງສະຖາບັນຄົ້ນຄວ້າວິທະຍາ ສາດການສຶກສາກໍ່ນຳໃຊ້ຄຳວ່າ “ເຝິກ” ດັ່ງບົດເຝິກຫັດ. ສ່ວນຄຳວ່າ “ຝຶກ”ກໍ່ປາກົດເຫັນໃຊ້ຢູ່ໃນບາງ ເອກະສານ ແລະ ສື່ສິ່ງພິມບໍ່ວ່າໜັງ ສືພິມຫລື ວາລະສານ. ດ້ວຍເຫດ ນັ້ນຢູ່ໃນວັດຈະນານຸກົມພາສາລາວ ຫລື ວັດຈະນານຸກົມລາວ-ພາສາ ອື່ນຫລາຍສະບັບໄດ້ບັນຈຸໄວ້ທັງ ສອງຄໍາ. ມີແຕ່ໃນວັດຈະນານຸກົມ ພາສາລາວສະບັບສະຖາບັນວິທະ ຍາສາດສັງຄົມແຫ່ງຊາດ ບັນຈຸແຕ່ ຄຳວ່າ “ເຝິກ” ເທົ່ານັ້ນ ແລະ ໄດ້ ໃຫ້ຄຳນິຍາມວ່າ “ເຝິກ” ເປັນຄຳ ກິລິຍາໝາຍເຖິງ “ແອບ, ຫັດ, ເຮັດ ໃຫ້ເປັນ, ເຮັດໃຫ້ມີຄວາມຊຳນານ ຄ່ອງ ແຄ້ວ, ເຊັ່ນ: ໃນແຕ່ລະແລງ ລາວໄດ້ໄປເຝິກການຟ້ອນເພື່ອຈະ ໄປປະກວດໃນງານປະກວດຟ້ອນ ງາມ... ສະນັ້ນ ຈຶ່ງພໍສະຫລຸບໄດ້ ໂດຍ ອີງໃສ່ຫລາຍຄໍາເຫັນຂອງຄະນາ ຈານດ້ານພາສາສາດ ວ່າ, ທັງ “ເຝິກ” ແລະ “ຝຶກ” ລ້ວນແຕ່ໄດ້ຮັບ ການນຳໃຊ້ຢູ່ໃນສັງຄົມປັດຈຸບັນ, ໃຊ້ໃນຄວາມໝາຍດຽວກັນ, ຕ່າງ ແຕ່ “ເຝິກ” ເປັນຄຳທີ່ໃຊ້ມາແຕ່ເດີມ ດາ, ສ່ວນ “ຝຶກ” ແມ່ນຄຳໃຊ້ຮ່ວມ ກັນກັບພາສາໄທ ແລະ ທ່າອ່ຽງໃນ ການນຳໃຊ້ຫລາຍກໍ່ ແມ່ນ “ເຝິກ” ເພາະໄດ້ນຳໃຊ້ຢ່າງເປັນທາງການ ຢູ່ໃນປຶ້ມແບບຮຽນຕັ້ງແຕ່ຊັ້ນ ປ1 ເຖິງ ມ7... ດັ່ງນັ້ນ ຈຶ່ງນໍາມາເພື່ອສຶກສາ ທົບທວນນໍາກັນຄືດັ່ງນີ້ແລ, ພໍ້ກັນ ໃໝ່ບົດຕໍ່ໄປ. * ການປູກໄມ້ໃນລະດູຝົນແມ່ນ ຖືກຕາມທໍາມະຊາດຂອງດິນຟ້າ ອາກາດ ເພື່ອໃຫ້ເບ້ຍໄມ້, ຕົ້ນ ໄມ້...ທີ່ປູກລົງໄປ-ຫວ່ານໄປຢູ່ ລອດປອດໄພງອກງາມ, ກາຍ ເປັນ ປ່າໄມ້ໃນແຕ່ລະລະດັບເປັນເຂດສີ ຂຽວງາມຕາ, ໃຫ້ສັດສາວາສິ່ງໄດ້ ອາໄສ, ຄົນໄດ້ນໍາໃຊ້ປະໂຫຍດ ອັນຫລາກຫລາຍ, ທັງກາຍເປັນ ແຫລ່ງສະໜອງອາກາດສົດຊື່ນ, ອຸດົມສົມບູນ ທາງດ້ານຊີວະນາໆ ພັນ. ສະນັ້ນ, ການປົກປັກຮັກສາ ແຫລ່ງນໍ້າ, ປ່າຍອດຫ້ວຍນໍ້າລໍາ ເຊ ກໍ່ຄືການຟື້ນຟູປ່າແມ່ນສໍາຄັນ ແລະ ຈໍາເປັນ. ປະເທດເຮົາ ປະກອບດ້ວຍຫ້ວຍ ນໍ້າລໍາເຊ ຫລວງຫລາຍຮ້ອຍແຫ່ງ ທີ່ເປັນສາຂາຂອງແມ່ນໍ້າຂອງ, ໃນ ນັ້ນມີກວ່າ 80 ແຫ່ງ ເປັນສາຕົ້ນຕໍ 9aflaoxqdxadIadlksh;poE]eg- c]t 2No26xjk .ogoNvmujfyogxqjk;jk' ຂອງ ແມ່ນໍ້າຂອງ. ສະພາບຕົວຈິງ ໄດ້ໃຫ້ພວກເຮົາເຫັນ ໂດຍບໍ່ອາດ ປະຕິເສດໄດ້ວ່າ ມີຫລາຍຫ້ວຍນໍ້າ ລໍາເຊອັນເປັນສາຂາຂອງແມ່ນໍ້າ ສາຍຫລັກບົກແຫ້ງ ເປັນເວລາ ຫລາຍເດືອນໃນແຕ່ລະປີ, ຍ້ອນປ່າ ຍອດຫ້ວຍຖືກທໍາລາຍ ດ້ວຍເຫດ ຜົນຫລາຍປະການ. ເມື່ອເປັນ ຄື ແນວນັ້ນ ຈຶ່ງມີຄວາມຈໍາເປັນຕ້ອງ ໄດ້ເອົາໃຈໃສ່ຢ່າງແຂງແຮງ ໃນ ການສໍາຫລວດຄືນບັນດາແຫລ່ງ ນໍ້າສໍາຄັນເຫລົ່ານັ້ນ ເພື່ອຈັດສັນເນື້ອ ທີ່, ບໍ່ໃຫ້ມີການບຸກລຸກຖາກຖາງ ປ່າໄມ້ເຂດຕົ້ນກໍາເນີດແຫລ່ງນໍ້າ, ຟື້ນຟູບູລະນະ-ປົກປັກຮັກສາເນື້ອ ທີ່ປ່າໄມ້ທີ່ເປັນບໍ່ເກີດຂອງຫ້ວຍນໍ້າ ລໍາທານ ກໍ່ຄືປ່າຍອດຫ້ວຍ, ປູກໄມ້ ປ້ອງກັນການເຊາະເຈື່ອນຕາມແຄມ ຫ້ວຍນໍ້າລໍາເຊຕ່າງໆ ໃຫ້ໄດ້ຮັບ ໝາກຜົນເປັນຮູບປະທໍາ. ປະທານ ໄກສອນ ພົມວິຫານ ຜູ້ ນໍາອັນແສນເຄົາລົບຮັກຂອງປວງ ຊົນລາວບັນດາເຜົ່າ ເຄີຍໄດ້ໃຫ້ທິດຊີ້ ນໍາ ບາງວິທີແກ້ໄຂບັນຫາປ່າໄມ້ໃນ ສະເພາະໜ້າ ແລະ ຍາວນານ ວ່າ: “ບັນຫາການປູກປ່າ, ຟື້ນຟູປ່າ, ບູ ລະນະ ແລະ ອະນຸລັກປ່າໄມ້-ທໍາມະ ຊາດ ເປັນວຽກຕົ້ນຕໍຂອງວຽກ ງານປ່າໄມ້”. ໂດຍເຫັນໄດ້ຫລາຍປີ ຜ່ານມາ ພວກເຮົາໄດ້ມີການປູກໄມ້ ຍັງບໍ່ທັນຫລາຍເທົ່າທີ່ຄວນໃນເວ ລາ ນັ້ນ (1991), ປະທານ ໄກສອນ ພົມວິຫານ ໄດ້ມີຄໍາເຫັນຊີ້ນໍາຕໍ່ ກອງປະຊຸມສູນກາງ ຄັ້ງທີ 3 ສະໄໝ ທີ IV ມີ ບາງເນື້ອ ໃນສໍາຄັນວ່າ, ຄວນຈັດຕັ້ງປະຕິບັດນະໂຍບາຍ ປ່າໄມ້ຊຸມຊົນ ເພື່ອໃຫ້ຜູ້ປູກໄມ້ມີສິດ ເປັນເຈົ້າຂອງ ແລະ ນໍາໃຊ້ຜົນປະ ໂຫຍດ ຈາກຕົ້ນໄມ້ທີ່ປູກໃນດິນຂອງ ຕົນ, ໝາຍວ່າ ປູກໃນດິນທີ່ເປັນກໍາ ມະສິດຂອງຕົນເອງ ພ້ອມທັງບົວ ລະບັດ ແລະ ປົກປັກຮັກສາຕົ້ນໄມ້ ໃຫ້ໃຫຍ່ຈົນສາມາດຕັດນໍາເອົາໄປ ໃຊ້ສອຍ ຫລື ຂາຍໄດ້; ມີນະໂຍບາຍ ສົ່ງເສີມການປູກຕົ້ນໄມ້ຊະນິດໃຫຍ່ ໄວ ເພື່ອປະດິດເປັນເຈ້ຍສົ່ງອອກ ພ້ອມກັນນັ້ນ ກໍ່ມີນະໂຍບາຍສົ່ງເສີມ ດ້ານສິນເຊື່ອ, ດອກເບ້ຍ, ນະໂຍບາຍ ຍົກເວັ້ນພາສີ, ລົງທຶນສ້າງສວນ ກ້າເບ້ຍ ເພື່ອສະໜອງໃຫ້ປະຊາ ຊົນຢ່າງທົ່ວເຖິງ; ພ້ອມກັນນັ້ນ ກໍ່ ປູກຕົ້ນໄມ້ຊະນິດທີ່ມີຄຸນຄ່າສູງ ເພື່ອທົດແທນໄມ້ທີ່ໄດ້ຕັດແລ້ວ... ລັດຕ້ອງວາງມາດຕະການບັງຄັບ ໃຫ້ຜູ້ລົງທຶນປູກຕົ້ນໄມ້ຊະນິດມີຄ່າ ສູງ ຕໍ່າສຸດ 25% ຂອງພື້ນທີ່. ຜູ້ ສໍາປະທານເນື້ອທີ່ດິນປ່າໄມ້ ເພື່ອ ປູກໄມ້ ຕ້ອງເຮັດສັນຍາກັບລັດ. ສໍາລັບຕົ້ນໄມ້ທີ່ປູກນັ້ນ ຈະເປັນກໍາ ມະສິດຂອງເຈົ້າຂອງສໍາປະທານ ຈົນເຖິງເວລາມີການມອບສໍາປະ ທານຄືນໃຫ້ລັດ; ການນໍາໃຊ້ເຕັກນິກ ແບບຢອນຕັດ ຫລື ຕັດດ້ວຍວິທີ ເລືອກກໍ່ເປັນວິທີທີ່ດີ ເພື່ອສົ່ງເສີມ ການຟື້ນຟູປ່າໄມ້ແບບທໍາມະຊາດ, ແຕ່ຍ້ອນການຕັດບໍ່ຖືກຕ້ອງຕາມ ຫລັກວິຊາການ, ສະພາບປ່າໄມ້, ການລາກແກ່ໄມ້ໄດ້ທໍາລາຍເບ້ຍ ໄມ້ຢ່າງຫລວງຫລາຍ. ສະນັ້ນ ຈຶ່ງ ຕ້ອງຝຶກອົບຮົມວິຊາການຕັດໄມ້ ຢ່າງເປັນປະຈໍາ ເພື່ອໃຫ້ມີຄວາມຊໍາ ນານໃນການຕັດໄມ້. ປະທານ ໄກສອນ ພົມວິຫານ ຍັງໄດ້ເວົ້າວ່າ ການປູກຂະຫຍາຍ ແລະ ຟື້ນຟູບູລະນະປ່າໄມ້, ລັດຕ້ອງ ມີນະໂຍບາຍແບບໃໝ່ຄືແທນທີ່ຈະ ອາໄສແຕ່ລັດ ຫລື ຜູ້ສໍາປະທານປ່າ ເປັນຜູ້ເຮັດແຕ່ຝ່າຍດຽວ, ລັດຄວນ ຫັນມາຊຸກຍູ້ສົ່ງເສີມໃຫ້ເອກະຊົນ ໂດຍສະເພາະປະຊາຊົນຊາວໄຮ່ນາ ໄດ້ມີສ່ວນຮ່ວມຫລາຍຂຶ້ນ ເຊິ່ງມີ ມາດຕະການທີ່ຄວນນໍາໃຊ້ຄື: ຈັດ ຕັ້ງລະບົບການປະມູນປູກໄມ້ແບບ ເສລີໃນເຂດທີ່ລັດຕ້ອງການ; ມອບ ເນື້ອທີ່ປ່າປ້ອງກັນແຫລ່ງນໍ້າ ແລະ ປ່າສະຫງວນພັນສັດໃຫ້ແຂວງ, ເມືອງ ແລະ ບ້ານຄຸ້ມຄອງປົກປັກຮັກ ສາ ແລະ ຟື້ນຟູຕາມລະບົບສາຍຕັ້ງ; ມອບດິນທີ່ບໍ່ມີປ່າໄມ້ໃຫ້ຄອບຄົວ ກະສິກອນ ຫລື ເອກະຊົນ ເພື່ອນໍາໃຊ້ ປູກໄມ້ເປັນກໍາມະສິດຂອງຕົນເອງ. ຜ່ານມາໄລຍະຫລາຍປີ, ພວກ ເຮົາໄດ້ຈັດຕັ້ງຜັນຂະຫຍາຍທິດຊີ້ ນໍານັ້ນ ມີຫລາຍອັນໄດ້ຮັບໝາກຜົນ ທີ່ດີ, ແຕ່ກໍ່ມີບາງທັດສະນະວ່າ ຍັງ ຕ້ອງໄດ້ພ້ອມກັນທົບທວນຄືນວ່າ ຍັງມີສ່ວນໃດທີ່ຍັງຈັດຕັ້ງຜັນຂະ ຫຍາຍບໍ່ທັນແທດເຖິງ, ແທດເໝາະ ກັບສະພາບ-ເງື່ອນໄຂຂອງການ ພັດທະນາ, ທັງນີ້ກໍ່ເພື່ອເຮັດໃຫ້ການ ປົກປັກຮັກສາ-ຟື້ນຟູ ແລະ ປູກໄມ້ ໄດ້ໝາກຜົນຕາມຈຸດປະສົງ ແລະ ລະດັບຄາດໝາຍ ເພື່ອໃຫ້ບັນດາ ແຫລ່ງນໍ້າບໍ່ມີມື້ບົກແຫ້ງ, ໃຫ້ເນື້ອ ທີ່ປ່າສີຂຽວປົກຫຸ້ມນັບມື້ຫລາຍ ໃນຂອບເຂດທົ່ວປະເທດ ຢ່າງໜ້ອຍ 70% (ສູ້ຊົນ!). ພາບປະກອບ ທັນຢູ່ໃນລະບຽບເທົ່າທີ່ຄວນ ເປັນ ຕົ້ນ: ຍັງມີການບັນທຸກແຮ່ເກີນນ້ຳ ໜັກທີ່ກຳນົດໄວ້ ແລະ ສົ່ງຜົນໃຫ້ ເສັ້ນທາງເປ່ເພຫລາຍ ສ້າງຄວາມ ຫຍຸ້ງຍາກບໍ່ໜ້ອຍຕໍ່ການສັນຈອນ ໄປມາໃນລະດູຝົນ. ຕໍ່ກັບຫາຕ່າງໆທີ່ປະຊາຊົນສະ ເໜີ, ຜ່ານມາ ຄະນະ ສສຊ ແຂວງໄຊ ສົມບູນ ກໍ່ໄດ້ເອົາໃຈໃສ່ຊີ້ນຳໃຫ້ ພາກສ່ວນກ່ຽວຂ້ອງກວດກາແກ້ ໄຂໃຫ້ປະຊາຊົນ ເພື່ອສາມາດຕອບ ສະໜອງຕາມຄວາມຕ້ອງການ ຂອງເຂົາເຈົ້າ. ຂະນະທີ່ບັນຫາການ ຂົນສົ່ງແຮ່ ຄະນະ ສສຊ ຈະສະເໜີ ຕໍ່ລັດຖະບານໃນກອງປະຊຸມສະໄໝ ສາມັນເທື່ອນີ້ ໃຫ້ເອົາໃຈໃສ່ຄວບ ຄຸມການຂົນສົ່ງໃຫ້ຢູ່ໃນລະບຽບ ຫລັກການທີ່ກຳນົດໄວ້. ທ່ານ ວິໄຊ ທໍ່ ເພຍຫລວງຈົ່ງເສີ ກ່າວ. ທ່ານ ໄຊຍະເດດ ຜຸຍຍະວົງ ທ່ານ ວິໄຊທໍ່ ເພຍຫລວງ ຈົ່ງເສີ
RkJQdWJsaXNoZXIy MTc3MTYxMQ==