5650

lkmk]tot]fa xt-kmxy tw8 xt-k-oq ]k; \oA pon K @ 0kj ; c]t gsfdko 29/06/2023 xtgmf]k; ກະຊວງ ອຄ ເພ່ີມທະວີ... ລັດຖະມົນຕີກະຊວງ ຜທ... ກະຊວງການເງິນ.... ສານອວຍພອນ.... ສສຊ ເຂດ 13 ສະເໜີ... ຂປລ. ໃນວາລະກອງປະຊຸມສະ ໄໝສາມັນ ເທື່ອທີ 5 ຂອງສະພາ ແຫ່ງຊາດ ຊຸດທີ IX ໃນວັນທີ 27 ມິຖຸນາ 2023 ໂດຍການເປັນປະ ທານຂອງ ທ່ານ ໄຊສົມພອນ ພົມວິ ຫານ ປະທານສະພາແຫ່ງຊາດ, ທ່ານ ກົງແກ້ວ ມີວໍລະຈັກ ສະມາຊິກ ສະພາແຫ່ງຊາດ ປະຈຳເຂດເລືອກ ຕັ້ງທີ 13 ແຂວງສະຫວັນນະເຂດ ໄດ້ສະເໜີໃຫ້ລັດຖະບານມີມາດຕະ ການຄຸ້ມຄອງດິນກະສິກຳ-ປ່າໄມ້ ເປັນຕົ້ນການບຸກລຸກປ່າໄມ້ ເພື່ອປູກ ມັນຕົ້ນຂອງປະຊາຊົນໄດ້ແຜ່ຫລາຍ ແລະ ໄດ້ລຸກລໍ້າເຂົ້າໃນເຂດທີ່ດິນ 3 ປະເພດປ່າຫລາຍເຖິງ 200 ກວ່າ ບ້ານ. ຕໍ່ບັນຫານີ້ຫາກຍັງບໍ່ຮີບ ດ່ວນແກ້ໄຂຄາດວ່າປ່າໄມ້ຢູ່ເຂດ ດັ່ງກ່າວ ອາດຈະຖືກທຳລາຍຫລາຍ ຂຶ້ນ ເນື່ອງຈາກປະຊາຊົນຫັນມາ ປູກມັນຕົ້ນຫລາຍຂຶ້ນ. ທ່ານ ກົງແກ້ວ ມີວໍລະຈັກ ໄດ້ ຍົກໃຫ້ເຫັນກ່ຽວກັບການຈັດຕັ້ງ ປະຕິບັດຄຳສັ່ງເລກທີ 15/ນຍ ວ່າ ດ້ວຍການເພີ່ມທະວີຄວາມເຂັ້ມ ງວດໃນການຄຸ້ມຄອງ, ການຂຸດຄົ້ນ ໄມ້, ການເຄື່ອນຍ້າຍໄມ້ ແລະ ທຸລະ ກິດໄມ້. ຕໍ່ບັນຫານີ້ ຜ່ານການຕິດ ຕາມກວດກາຍັງເຫັນມີການລະ ເມີດຢູ່ ໂດຍສະເພາະການດັດສົມ ໂຮງງານປຸງແຕ່ງໄມ້ ຍັງບໍ່ທັນຖືກ ແກ້ໄຂ ເຊິ່ງບັນດາໂຮງງານດັ່ງກ່າວ ຍັງມີການເຄື່ອນໄຫວ ແລະ ຕັ້ງຢູ່ ໃນເຂດ 3 ປະເພດປ່າ, ພ້ອມກັນນັ້ນ ຂະບວນການຜະລິດຖ່ານດຳ-ຖ່ານ ຂາວ ກໍຍັງແຜ່ຫລາຍ ສົ່ງຜົນໃຫ້ມີ ການຕັດໄມ້, ການທຳລາຍປ່າໄມ້ ຫລາຍສົມຄວນ. ສະນັ້ນ ຈຶ່ງສະເໜີ ໃຫ້ກະຊວງກະສິກຳ-ປ່າໄມ້ ແລະ ກະຊວງອຸດສະຫະກຳ ແລະ ການຄ້າ ພິຈາລະນາຄືນໃໝ່ ໃນວຽກການ ມອບ-ໂອນ ໂຮງງານປຸງແຕ່ງກະ ສິກຳ ວ່າຈະມອບສິດໃຫ້ພາກສ່ວນ ໃດແທ້, ເນື່ອງຈາກວ່ານິຕິກຳບໍ່ທັນ ຊັດເຈນ, ລວມທັງການກຳນົດມາດ ຖານ ໃນການອະນຸຍາດສ້າງຕັ້ງ ເພື່ອເປັນບ່ອນອີງໃຫ້ແກ່ທ້ອງຖິ່ນ ໄດ້ຈັດຕັ້ງປະຕິບັດ. ສຳລັບການສຳປະທານທີ່ດິນ ຂອງບໍລິສັດຕ່າງໆ ກໍໜ້າເປັນຫ່ວງ ເຊັ່ນດຽວກັນ, ສັງເກດເຫັນວ່າເຂດ ໃດທີ່ມີການສຳປະທານທີ່ດິນປະຊາ ຊົນເຂດນັ້ນ ຈະບໍ່ມີທີ່ດິນທຳການ ຜະລິດ ເຊິ່ງລັດຖະບານຕ້ອງໄດ້ລົງ ກວດກາ ແລະ ເກັບກຳຂໍ້ມູນໃຫ້ລະ ອຽດຕື່ມ ກ່ອນການອະນຸຍາດສຳປະ ທານທີ່ດິນ. ພ້ອມນັ້ນ, ຢາກໃຫ້ລັດ ຖະບານລົງເລິກເບິ່ງການດຳລົງ ຊີວິດຂອງປະຊາຊົນ ຫລື ຖ້າອະນຸ ຍາດ ກໍຕ້ອງໄດ້ເວົ້າເຖິງການຈັດ ສັນປະຊາຊົນ ໃຫ້ມີຊີວິດທີ່ດີຂຶ້ນ ແລະ ມີສະຖານທີ່ທຳການຜະລິດ ເພື່ອຮັບໃຊ້ຊີວິດການເປັນຢູ່ຂອງ ເຂົາເຈົ້າ. ສ່ວນການຂຸດຄົ້ນແຮ່ທາດ ໂດຍສະເພາະແມ່ນບໍ່ຄຳເຊໂປນ ຢູ່ ເມືອງວິລະບູລີ ແຂວງສະຫວັນນະ ເຂດ ປັດຈຸບັນການຂຸດຄົ້ນແຮ່ທອງ, ແຮ່ຄຳ ແລະ ອື່ນໆ ແມ່ນຂະຫຍາຍ ເປັນວົງກວ້າງໃນເຂດເມືອງເຮັດ ໃຫ້ແມ່ນ້ຳແຫ້ງ, ນ້ຳສ້າງຈາກເຄີຍ ມີນ້ຳໃຊ້ປົກກະຕິ ກໍກາຍເປັນບໍ່ມີ ນ້ຳເຮັດໃຫ້ບາງເຂດຂາດນ້ຳໃຊ້ ເປັນຕົ້ນຢູ່ບ້ານເມືອງຫລວງ ເຊິ່ງ ອຳນາດການປົກຄອງ ແລະ ບໍລິສັດ ບູນ, ມີຄວາມຜາສຸກ ແລະ ປະສົບຜົນ ສຳເລັດໃນໜ້າທີ່ອັນສູງສົ່ງຂອງ ພະອົງ ແລະ ອວຍພອນໃຫ້ປະຊາ ຊົນ ລຸກຊຳບວກ ເພື່ອນມິດຈົ່ງສືບ ຕໍ່ມີຄວາມກ້າວໜ້າ ແລະ ວັດທະນາ ຖາວອນ. ຕ້ອງໄດ້ຈັດສັນນ້ຳໃຊ້ຊີວິດປະຈຳ ວັນໃຫ້. ສະເໜີໃຫ້ລັດຖະບານຮີບ ຮ້ອນແກ້ໄຂ ເພື່ອຮັບມືສະພາບການ ຕໍ່ໜ້າ, ທັງເປັນການປ້ອງກັນຜົນ ກະທົບທີ່ຈະອາດເກີດຂຶ້ນຕໍ່ບັນດາ ບ້ານທີ່ນອນໃນເຂດນັ້ນ. ຕໍ່ກັບການພັດທະນາດ້ານວັດ ທະນະທຳ-ສັງຄົມ ໂດຍສະເພາະ ແມ່ນການສຶກສາເຫັນວ່າຢູ່ທ້ອງ ຖິ່ນ ໂດຍສະເພາະແມ່ນ ແຂວງສະ ຫວັນນະເຂດ ຍັງຄົງຈະສືບຕໍ່ມີຜົນ ກະທົບຕໍ່ການຮຽນ-ການສອນເປັນ ຕົ້ນ: ການສະໜອງຄູບໍ່ທົ່ວເຖິງ ເຊິ່ງ ແຂວງສະຫວັນນະເຂດ ມີໂຮງ ຮຽນອະນຸບານທັງໝົດ 497 ແຫ່ງ, ປະຖົມ 1.236 ແຫ່ງ, ມັດທະຍົມ ຕົ້ນ-ປາຍ 232 ແຫ່ງ, ມີລັດຖະກອນ ຄູ, ອາຈານ ຖ້າທຽບໃສ່ຄວາມຕ້ອງ ການແລ້ວເຫັນວ່າຍັງບໍ່ພຽງພໍ ສະ ເລ່ຍ 3 ປີຜ່ານມາ ມີພະນັກງານ ຄູທີ່ຮັບບຳນານ, ເສຍຊີວິດ, ຍົກ ຍ້າຍເຖິງ 200 ຄົນ/ປີ, ແຕ່ການສະ ໜອງຕົວເລກຄູມີພຽງ 50-60 ຄົນ/ ປີ ເຊິ່ງເຫັນວ່າເລກຕົວດັ່ງກ່າວຍັງ ບໍ່ສົມດູນກັບຄວາມເປັນຈິງ. ຂ່າວ: ກິດຕາ, ພາບ: ອ່າຍຄຳ ໜອງສິນເຊື່ອໃຫ້ແກ່ກຸ່ມ, ສະຫະ ກອນ ແລະ ການປະຕິບັດວຽກງານ ການຄ້າຊາຍແດນ ແລະ ອື່ນໆ. ຕໍ່ກັບບັນຫາດັ່ງກ່າວ, ທ່ານນາງ ຈັນສຸກ ແສງພະຈັນ ໃຫ້ຮູ້ວ່າ: ໃນ ໄລຍະຜ່ານມາກະຊວງອຸດສາຫະ ກຳ ແລະ ການຄ້າ ໄດ້ປຸກລະດົມໃຫ້ ສັງຄົມ ຫັນມາຊົມໃຊ້ສິນຄ້າພາຍໃນ ໃຫ້ນັບມື້ຫຍຂຶ້ນ ໂດຍໄດ້ສະໜອງ ຂໍ້ມູນລາຍການສິນຄ້າອຸດສາຫະ ກໍາພາຍໃນ ທີ່ ສປປ ລາວ ສາມາດ ຜະລິດໃຫ້ກະຊວງແຜນການ ແລະ ການລົງທຶນ ເພື່ອແຈ້ງໃຫ້ບັນດາ ໂຄງການລົງທຶນຊົມໃຊ້ສິນຄ້າຜະ ລິດພາຍໃນແທນການນຳເຂົ້າ, ຈັດ ງານວາງສະແດງສິນຄ້າຢ່າງເປັນ ຂະບວນ ເປັນຕົ້ນ ງານສິນຄ້າໜຶ່ງ ເມືອງ ໜຶ່ງຜະລິດຕະພັນ, ງານສີມື ຫັດຖະກໍາ ແລະ ອື່ນໆ. ສຳລັບການ ສົ່ງເສີມການຜະລິດພາຍໃນ ເພື່ອທົດ ແທນການນໍາເຂົ້າ ແລະ ສົ່ງເສີມ ການສົ່ງອອກ, ໄດ້ມີການປຶກສາຫາ ລືພົບປະແລກປ່ຽນກັບພາກສ່ວນ ກ່ຽວຂ້ອງ ໂດຍສະເພາະກະຊວງ ກະສິກໍາ ແລະ ປ່າໄມ້ ກ່ຽວກັບການ ຜັນຂະຫຍາຍວຽກງານການຄຸ້ມ ຄອງການນຳເຂົ້າສິນຄ້າ ທີ່ພາຍໃນ ສາມາດຜະລິດໄດ້ ແລະ ຫລຸດຜ່ອນ ການສົ່ງອອກວັດຖຸດິບ ແລະ ຈັດສັນ ສະໜອງໃຫ້ແກ່ອຸດສາຫະກໍາພາຍ ໃນ ເພື່ອສ້າງມູນຄ່າເພີ່ມກ່ອນການ ສົ່ງອອກ ໂດຍສະເພາະການສະ ໜອງ ໃຫ້ແກ່ອຸດສາຫະກໍາທີ່ມີທ່າ ແຮງ ແລະ ມີໜໍ່ແໜງແລ້ວເຊັ່ນ: ໂຮງງານປຸງແຕ່ງມັນຕົ້ນ, ໂຮງ ງານປຸງແຕ່ງກາເຟ ແລະ ອື່ນໆ ລວມທັງສະໜອງວັດຖຸດິບສາລີ ໃຫ້ແກ່ການລ້ຽງງົວ (ແຂວງຊຽງ ຂວາງ), ການສ້າງກິດຈະກຳສົ່ງ ເສີມການນຳໃຊ້ສິນຄ້າຜະລິດໄດ້ ພາຍໃນ ໂດຍສະເພາະແມ່ນສິນຄ້າ ກະສິກຳ ຊຶ່ງສອງກະຊວງມີແຜນ ຈະຈັດງານຕະຫລາດນັດສິນຄ້າ ກະສິກຳ ຮ່ວມກັບທ້ອງຖິ່ນ ແລະ ທັງ ສອງກະຊວງ ຍັງຈະໄດ້ສືບຕໍ່ຜັນຂະ ຫຍາຍເປັນແຜນດຳເນີນງານລະ ອຽດຮ່ວມກັນ. ສ່ວນການຊຸກຍູ້ສົ່ງເສີມບັນດາ ຈຸນລະວິສາຫະກິດ, ວິສາຫະກິດຂະ ໜາດນ້ອຍ ແລະ ກາງ ໃຫ້ມີຄວາມ ເຂັ້ມແຂງໃນການຜະລິດ ແລະ ປຸງ ແຕ່ງຜະລິດຕະພັນກະສິກຳທີ່ ສປປ ລາວ ມີທ່າແຮງ ກໍໄດ້ສະໜອງທຶນ ກູ້ຢືມດອກເບ້ຍຕໍ່າ ຄຽງຄູ່ກັບການ ສ້າງຄວາມເຂັ້ມແຂງທາງດ້ານ ເຕັກນິກວິຊາການ ເພື່ອຍົກສູງຄຸນ ນະພາບການຜະລິດ ໃຫ້ສາມາດ ຕອບສະໜອງຄວາມຕ້ອງການ ຂອງຕະຫລາດພາຍໃນສາມາດ ແຂ່ງຂັນໃນຕະຫລາດສາກົນ. ສຳລັບວຽກງານການຊຸກຍູ້ສົ່ງ ເສີມການຜະລິດພາຍໃນ ເພື່ອທົດ ແທນການນໍາເຂົ້າ ແລະ ສົ່ງເສີມ ການສົ່ງອອກ ໃຫ້ມີປະສິດທິຜົນ, ກະ ຊວງ ອຄ ຈະສືບຕໍ່ສົມທົບກັບພາກ ສ່ວນກ່ຽວຂ້ອງ ໂດຍສະເພາະທະ ນາຄານແຫ່ງ ສປປ ລາວ ໂດຍກຳ ນົດຈຸມສຸມຈັດຕັ້ງປະຕິບັດຄື: ຈຸດສຸມ 1 ເດືອນ ໃຫ້ສາມາດສຳເລັດການ ລົງທະບຽນຜູ້ນຳເຂົ້າ ແລະ ສົ່ງອອກ ແລະ ສະໜອງຂໍ້ມູນບັນຊີ/ຊຳລະ ຮັບຊຳລະຂອງວິສາຫະກິດທີ່ຂຶ້ນ ກັບການຄຸ້ມຄອງຕິດຕາມຂອງກະ ຊວງອຸດສາຫະກຳ ແລະ ການຄ້າ (ຍານພາຫະນະທາງບົກ ແລະ ນ້ຳ ມັນເຊື້ອໄຟ); ຈຸດສຸມ 3 ເດືອນ:ໃຫ້ ສາມາດສຳເລັດການລົງທະບຽນຜູ້ ນຳເຂົ້າ ແລະ ສົ່ງອອກ ແລະ ສະ ໜອງຂໍ້ມູນບັນຊີ/ຊຳລະຮັບຊຳລະ ຂອງວິສາຫະກິດທີ່ຂຶ້ນກັບການ ຄຸ້ມຄອງຕິດຕາມຂອງກົມປູກຝັງ, ກົມລ້ຽງສັດ ແລະ ການປະມົງ, ກົມ ອາຫານ ແລະ ຢາ ເປັນຜູ້ຄຸ້ມຄອງ; ຈຸດສຸມ 6 ເດືອນ ໃຫ້ສາມາດສຳ ເລັດການລົງທະບຽນຜູ້ນຳເຂົ້າ ແລະ ສົ່ງອອກ ແລະ ສະໜອງຂໍ້ມູນບັນຊີ/ ຊຳລະ ຮັບຊຳລະຂອງວິສາຫະກິດ ທີ່ຂື້ນກັບການຄຸ້ມຄອງຕິດຕາມ ລາຍການສິນຄ້າອື່ນໆ ແລະ ໃຫ້ສຳ ເລັດການສ້າງຖານຂໍ້ມູນຜູ້ນຳເຂົ້າ ແລະ ສົ່ງອອກ ລວມສູນຢູ່ກະຊວງ ພ້ອມທັງເຊື່ອມໂຍງລະບົບກັບທະ ນາຄານ ແຫ່ງ ສປປ ລາວ ແລະ ກົມ ພາສີ, ກະຊວງການເງິນ. ສ່ວນວຽກງານສົ່ງເສີມການຜະ ລິດເປັນສິນຄ້າ ເພື່ອສະໜອງພາຍ ໃນ ແລະ ສົ່ງອອກ ຈະສືບຕໍ່ສົ່ງເສີມ ບັນດາຈຸນລະວິສາຫະກິດ ໃຫ້ມີ ຄວາມເຂັ້ມແຂງໃນການຜະລິດສິນ ຄ້າສະໜອງແກ່ຕະຫລາດພາຍໃນ ແລະ ສົ່ງອອກ ໂດຍການສະໜອງທຶນ ດອກເບ້ຍຕ່ຳ ຄຽງຄູ່ກັບການສ້າງ ຄວາມເຂັ້ມແຂງທາງດ້ານເຕັກນິກ ວິຊາການ ເພື່ອຍົກສູງຄຸນນະພາບ ແລະ ເຕັກນິກການຜະລິດ; ສືບຕໍ່ ວຽກງານການຫັນເປັນທັນສະໄໝ ແລະ ເຊື່ອມສານຂໍ້ມູນຂອງທຸກ ພາກສ່ວນ ໂດຍເລີ່ມຈາກບັນດາກະ ຊວງເສດຖະກິດໃຫ້ເຂົ້າກັນເປັນ ຖານຂໍ້ມູນດຽວ, ຄົ້ນຄວ້າຄວາມ ເປັນໄປໄດ້ໃນການຈົດທະບຽນຜູ້ສະ ໜອງຢູ່ຕ່າງປະເທດຂອງບາງສິນ ຄ້າຍຸດທະສາດເປັນຕົ້ນ ນ້ຳມັນເຊື້ອ ໄຟເພື່ອດັດສົມການນຳເຂົ້າ. ຂະນະທີ່ການສະໜອງສິນເຊື່ອ ໃຫ້ແກ່ຈຸນລະວິສາຫະກິດ, ວິສາ ຫະກິດຂະໜາດນ້ອຍ ແລະ ກາງ (ຈນກ) ແມ່ນສະໜອງຜ່ານທະນາ ຄານທຸລະກິດ ແລະ ສະຖາບັນການ ເງິນອື່ນ ແຕ່ບໍ່ໄດ້ສະໜອງໃຫ້ ຈນກ ໂດຍກົງ. ປັດຈຸບັນແມ່ນສະໜອງ ຜ່ານ 8 ທະນາຄານທຸລະກິດ, 11 ສະຖາບັນການເງິນຈຸລະພາກ ແລະ 2 ກອງທຶນອື່ນທີ່ເປັນຄູ່ຮ່ວມສັນຍາ. ອີກບັນຫາສໍາຄັນ, ກະຊວງ ອຄ ໄດ້ມີກົນໄກການຊຸກຍູ້, ຕິດຕາມ ແລະ ກວດກາ ຫົວໜ່ວຍທຸລະກິດທີ່ ໄດ້ຮັບສິນເຊື່ອ ເພື່ອຮັບປະກັນວ່າ ການປ່ອຍເງິນຂອງທະນາຄານ ແລະ ສະຖາບັນການເງິນສອດຄ່ອງ ຕາມລະບຽບການ ແລະ ຖືກເປົ້າ ໝາຍສົ່ງເສີມ. ຜ່ານການລົງຕິດ ຕາມກວດກາ ແລະ ຊຸກຍູ້ ກໍພົບເຫັນ ກໍລະນີບໍ່ສອດຄ່ອງຈໍານວນໜຶ່ງ (ນ້ອຍໜຶ່ງ) ຊຶ່ງກໍໄດ້ຕັກເຕືອນ ແລະ ຕິດຕາມຢ່າງຮັດກຸມ ເພື່ອປ້ອງກັນ ບັນຫາ. ຂ່າວ: ທະນູທອງ, ພາບ: ເກດສະໜາ ຂປລ. ໃນໂອກາດເດີນທາງ ຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປ ຈີນ ໃນລະຫ່ວາງວັນທີ 25 ມິຖຸນາ ຫາ ວັນທີ 1 ກໍລະ ກົດ 2023, ສະຫາຍ ໄຊຊະນະ ໂຄດພູທອນ ກໍາມະການ ສູນກາງພັກ, ຫົວໜ້າອົງການໄອຍະ ການປະຊາຊົນສູງສຸດ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະ, ໄດ້ເຂົ້າ ຢ້ຽມຢາມ ແລະ ພົບປະກັບ ສະຫາຍ ຢິ່ງ ຢົງ ກໍາມະການສູນກາງພັກ ກອມມູນິດຈີນ, ຫົວໜ້າອົງການໄອ ຍະການປະຊາຊົນສູງສຸດ ແຫ່ງ ສປ ຈີນ ພ້ອມດ້ວຍຄະນະທີ່ນະຄອນ ຫລວງປັກກິ່ງ. ການພົບປະໃນຄັ້ງນີ້, ສອງ ຝ່າຍໄດ້ປຶກສາຫາລືແລກປ່ຽນ ຄວາມຄິດຄວາມເຫັນໃນຫລາຍບັນ ຫາທີ່ສໍາຄັນທີ່ຕ່າງຝ່າຍຕ່າງມີ ຄວາມສົນໃຈນໍາກັນ, ພ້ອມທັງຕີລາ ຄາສູງຕໍ່ຜົນສຳເລັດໃນການພົວພັນ ຮ່ວມມືລະຫວ່າງ ສປປ ລາວ ແລະ ສປ ຈີນ ໂດຍສະເພາະແມ່ນສອງອົງ ການໄອຍະການປະຊາຊົນສູງສຸດ ຂອງສອງປະເທດ ໃນໄລຍະຜ່ານ ມາ ແລະ ໄດ້ເຊັນບົດບັນທຶກຊ່ວຍ ຈຳ ເພື່ອສືບຕໍ່ພົວພັນຮ່ວມມືກັນລະ ຫວ່າງສອງອົງການໄອຍະການປະ ຊາຊົນຂອງສອງປະເທດໃຫ້ນັບ ມື້ນັບກ້າວສູ່ລວງເລິກ ເຊິ່ງເນຶ້ອໃນ ບົດບັນທຶກຊ່ວຍຈໍານັ້ນ ທັງສອງ ຝ່າຍຈະໄດ້ເພີ່ມທະວີການແລກ ປ່ຽນຢ້ຽມຢາມຄະນະຜູ້ແທນ ເຊິ່ງ ກັນ ແລະ ກັນ ໂດຍຜັດປ່ຽນກັນເປັນ ເຈົ້າພາບສອງປີຕໍ່ຄັ້ງ; ສອງຝ່າຍ ເຫັນດີແລກປ່ຽນຄະນະຜູ້ແທນ ທາງດ້ານວິຊາການ ເພື່ອຖອດ ຖອນບົດຮຽນທີ່ຕົນເອງສົນໃຈໃນ ດ້ານຕ່າງໆ ກ່ຽວກັບວຽກງານຂອງ ອົງການໄອຍະການປະຊາຊົນສອງ ຝ່າຍ; ອົງການໄອຍະການປະຊາ ຊົນແຫ່ງ ສປ ຈີນ ເຫັນດີຕ້ອນຮັບ ພະນັກງານໄອຍະການປະຊາຊົນ ສປປ ລາວ ໄປຝຶກອົບຮົມໃນຫົວຂໍ້ ຕ່າງໆຢູ່ ສປ ຈີນ ປີລະ 15 ທ່ານ ໂດຍມອບໃຫ້ສະຖາບັນຝຶກອົບຮົມ ວຽກງານໄອຍະການ ຈີນ-ອາຊຽນ ທີ່ນະຄອນນານໜິງ ເຂດປົກຄອງ ຕົນເອງເຜົ່າຈ້ວງ ກວາງຊີ ເປັນຜູ້ ຈັດຕັ້ງປະຕິບັດ; ສືບຕໍ່ເພີ່ມທະວີ ການພົວພັນຮ່ວມມືທາງອາຍາ ຂອງອົງການໄອຍະການປະຊາຊົນ 5 ແຂວງ ພາກເໜືອ ສປປ ລາວ ແລະ ອົງການໄອຍະການປະຊາຊົນ ແຂວງຢຸນນານ ສປ ຈີນ ໃນລະຫວ່າງ ເດືອນພະຈິກ 2023. ພ້ອມນັ້ນ, ສອງຝ່າຍຍັງເຫັນດີແລກປ່ຽນຂໍ້ ມູນຂ່າວສານ ແລະ ສະໜອງຂໍ້ມູນ ກ່ຽວກັບກົດໜາຍ, ນິຕິກໍາ ແລະ ວາລະສານທີ່ຕິດພັນກ່ຽວກັບວຽກ ງານໄອຍະການ ເພື່ອເປັນພື້ນຖານ ໃຫ້ແກ່ການຮ່ວມມື, ການຄົ້ນຄວ້າ ແລະ ນໍາໃຊ້ເຂົ້າໃນການປະຕິບັດ ໜ້າທີ່ວິຊາສະເພາະໃຫ້ນັບມື້ດີຂຶ້ນ ຢ່າງບໍ່ຢຸດຢັ້ງ ແລະ ສອງຝ່າຍເຫັນ ດີມອບໃຫ້ ກົມແຜນການ ແລະ ຮ່ວມ ມືກັບຕ່າງປະເທດ ອົງການໄອຍະ ການປະຊາຊົນສູງສຸດ ສປປ ລາວ ແລະ ກົມພົວພັນຕ່າງປະເທດອົງ ການໄອຍະການປະຊາຊົນສູງສຸດ ສປ ຈີນ ເປັນໃຈກາງໃນການຈັດຕັ້ງ ປະຕິບັດໃຫ້ເກີດດອກອອກຜົນ. ໃນການຢ້ຽມຢາມ ແລະ ເຮັດ ວຽກ ຢູ່ ສປ ຈີນ ໃນຄັ້ງນີ້, ນອກຈາກ ພົບປະເຮັດວຽກຮ່ວມກັບອົງການ ໄອຍະການປະຊາຊົນສູງສຸດແຫ່ງ ສປ ຈີນ ຢ່າງເປັນທາງການແລ້ວ, ຄະນະຜູ້ແທນອົງການໄອຍະການ ປະຊາຊົນສູງສຸດແຫ່ງ ສປປ ລາວ ຍັງໄດ້ທ່ຽວຊົມສະຖານທີ່ປະຫວັດ ສາດ, ອານຸສອນສະຖານອະດີດຜູ້ ນຳ ສປ ຈີນ ແລະ ສະຖານທີ່ວັດທະ ນະທຳທີ່ມີຊື່ສຽງຂອງ ສປ ຈີນ ຈຳ ນວນໜຶ່ງ. ຂ່າວ: ວົງເດືອນ vq 'dkowvptdkoxt-k-q ol6 'l5 f ]k;{9u o ln [8+ Ia fc|h odkoIj ;,,n lv'/j kp ການລົງທຶນໃນປີ 2023 ພາຍຫລັງ ສະພາເເຫ່ງຊາດ ໄດ້ຮັບຮອງ ແລະ ການຄຸ້ມຄອງເເຜນການລົງທຶນ ຂອງລັດ ແລະ ອື່ນໆ. ທ່ານ ຄໍາເຈນ ວົງໂພສີ ກ່າວວ່າ: ສຳລັບການຈັດຕັ້ງປະຕິບັດມາດ ຕະການຊຸກຍູ້ອັດຕາການເຕີບໂຕ ຂອງເສດຖະກິດ ຂອງບັນດາຂະ ແໜງການທີ່ກ່ຽວຂ້ອງ ເຊິ່ງໃນ ໄລຍະຜ່ານມາລັດຖະບານ ໄດ້ສຸມ ທຸກຄວາມພະຍາຍາມສ້າງສິ່ງອໍາ ນວຍຄວາມສະດວກໃຫ້ເເກ່ພາກທຸ ລະກິດ ເເລະ ຈຸນລະວິສາຫະກິດ, ວິ ສາຫະກິດຂະໜາດນ້ອຍ ເເລະ ຂະ ໜາດກາງ ໃຫ້ເຂົ້າເຖິງເເຫລ່ງທຶນ ດ້ວຍນະໂຍບາຍຂອງລັດຖະບານ ທີ່ເໝາະສົມ ເພື່ອໃຫ້ພາກສ່ວນ ກ່ຽວຂ້ອງສາມາດຜະສິດກະສິກໍາ, ອຸດສະຫະກໍາ, ຫັດຖະກໍາ ເເລະ ການ ບໍລິການຕາມນິຕິກໍາທີ່ກ່ຽວຂ້ອງ. ພ້ອມທັງເລັ່ງຂະຫຍາຍຖານລາຍ ຮັບໃຫ້ກວ້າງຂວາງຫລາຍຂຶ້ນຕື່ມ ອີກ, ຂຸດຄົ້ນລາຍຮັບທີ່ບົ່ມຊ້ອນ ດ້ວຍມາດຕະການ, ວິທີການ, ລວມ ທັງການໃຊ້ມາດຕະການທີ່ທັນສະ ໄໝປັບປຸງກົງຈັກການຈັດຕັ້ງຂົງ ເຂດດັ່ງກ່າວ. ພ້ອມນັ້ນ, ລັດຖະບານ ຍັງສືບຕໍ່ປັງປຸງນະໂຍບາຍ ເປັນຕົ້ນ ນະໂຍບາຍພາສີ-ອາກອນ, ນະໂຍ ບາຍການນຳເຂົ້າ-ສົ່ງອອກ ແລະ ກົນໄກການບໍລິການຕ່າງໆ ໃຫ້ສອດ ຄ່ອງຂຶ້ນກວ່າເກົ່າ. ບົນພື້ນຖານດັ່ງ ກ່າວ, ຜູ້ປະກອບການທັງພາຍໃນ ແລະ ຕ່າງປະເທດ ກໍໄດ້ສືບຕໍ່ເຂົ້າ ມາລົງທຶນຢູ່ຫລາຍຂົງເຂດ ເຊັ່ນ: ຂົງເຂດກະສິກຳ, ການບໍລິການ ແລະ ອື່ນໆ. ລັດຖະບານ ຍັງສືບຕໍ່ປັບ ປຸງນະໂຍບາຍ, ປັບປຸງກົດໝາຍສົ່ງ ເສີມການລົງທຶນ, ສົ່ງເສີມເຂດເສດ ຖະກິດພິເສດ ແລະ ອື່ນໆ. ສຳລັບ ສາເຫດແຕ່ລະໂຄງການ ທີ່ໄດ້ຮັບງົບປະມານແຕກຕ່າງກັນ (ບາງໂຄງການໄດ້ຫລາຍ, ບາງ ໂຄງການໄດ້ໜ້ອຍ) ແມ່ນຂຶ້ນກັບ ການຄົ້ນຄວ້າໂຄງການທີ່ອີງໃສ່ ຄວາມສຳຄັນ ແລະ ຄວາມຈໍາເປັນ ຂອງໂຄງການ, ຂຶ້ນກັບສະຖານທີ່ ບ່ອນຈັດຕັ້ງປະຕິບັດໂຄງການ. ສຳ ລັບການແກ້ໄຂໜີ້ບ້ວງ 8.000 ຕື້ ກີບ (ອວ່າຍໜີ້ 3 ແຈ) ແມ່ນເປັນ ການແກ້ໄຂສະພາບຄ່ອງໃຫ້ແກ່ຜູ້ ປະກອບການຕົວຈິງ ທີ່ລົງທຶນເຮັດ ໂຄງການຂອງລັດຖະບານກ່ອນ ທີ່ພວກເຮົາຄ້າງຊໍາລະຫລາຍປີ ເຮັດໃຫ້ຜູ້ປະກອບການພົບຄວາມ ຫຍຸ້ງຍາກດ້ານອັດຕາແລກປ່ຽນ, ດອກເບ້ຍ ແລະ ອື່ນໆ. ດັ່ງນັ້ນ, ລັດຖະບານ ຈຶ່ງແກ້ໄຂບັນດາໂຄງ ການນີ້ກ່ອນ. ສ່ວນການປັບປຸງ ລາຄາຫົວໜ່ວຍການກໍ່ສ້າງ ທີ່ຕິດ ພັນກັບການເພີ່ມຂຶ້ນຂອງວັດສະດຸ ເຫັນວ່າຫລາຍໂຄງການຈະມີການ ປັບປຸງລາຄາໃໝ່ ເຊິ່ງບັນຫານີ້ ແມ່ນເປັນຄວາມຈິງ ເພາະຖ້າເອົາ ຕາມສັນຍາເກົ່າອາດບໍ່ສອດຄ່ອງ ກັບສະພາບຕົວຈິງ, ດັ່ງນັ້ນ ກະຊວງ ແຜນການ ແລະ ການລົງທຶນ ຈຶ່ງໄດ້ ສົມທົບກັບຂະແໜງການກ່ຽວຂ້ອງ ແຕ່ກໍເຫັນວ່າຂະແໜງການໄດ້ສຳ ເລັດແລ້ວ, ຖ້າຜ່ານກະຊວງໂຍທາທິ ການ ແລະ ຂົນສົ່ງ ສຳເລັດໝົດກໍຈະ ສະເໜີໃຫ້ລັດຖະບານຮັບຮອງ. ຂ່າວ: ທະນູທອງ ພາບ: ເກດສະໜາ ໝາຍ, ກະຊວງການເງິນໄດ້ມີຄວາມ ພະຍາຍາມ ໃນການຫັນເປັນທັນ ສະໄໝ ເພື່ອເຮັດໃຫ້ການຈັດເກັບ ລາຍຮັບມີຄວາມໂປ່ງໃສ ຊຶ່ງການ ຫັນເປັນທັນສະໄໝ ຖືເປັນວຽກບຸ ລິມະສິດທີ່ຕ້ອງໄດ້ສຸມໃສ່ ໂດຍສະ ເພາະການເຊື່ອມຕໍ່ລະບົບກັບບັນ ດາຂະແໜງການທີ່ກ່ຽວຂ້ອງເຊັ່ນ: ການເກັບພາສີທີ່ດິນຜ່ານລະບົບ ທັນສະໄໝ, ການຂະຫຍາຍຖານອາ ກອນມູນຄ່າເພີ່ມໃນການລົງທຶນ. ຕໍ່ ບັນຫາດັ່ງກ່າວ, ພວກເຮົາຈະໄດ້ສືບ ຕໍ່ເຮັດໃຫ້ສຳເລັດ ແລະ ຍັງຈະໄດ້ ສ້າງຖານຂໍ້ມູນ ເພື່ອສືບຕໍ່ກັບລະ ບົບຂອງທະນາຄານ, ພ້ອມທັງຍົກ ລະດັບລະບົບການແຈ້ງພາສີຜ່ານ ປະຕູດຽວແຫ່ງຊາດ ໃຫ້ເປັນລະບົບ ທີ່ທັນສະໄໝກວ່າເກົ່າ ເພື່ອຮອງ ຮັບການແຈ້ງພາສີແບບອອນລາຍ ຖ້ານໍາໃຊ້ລະບົບນີ້ຈະເຮັດໃຫ້ມີ ຄວາມສະດວກຫລາຍຂຶ້ນ. ກະຊວງການເງິນ ຍັງໄດ້ມີການ ຄົ້ນຄວ້າກົດໝາຍ ວ່າດ້ວຍອາກອນ ທີ່ດິນ ຊຶ່ງອາກອນທີ່ດິນເປັນເງື່ອນ ໄຂໜຶ່ງທີ່ເຮັດໃຫ້ລາຍຮັບເພີ່ມຂຶ້ນ. ໃນໄລຍະຜ່ານມາ ອັດຕາການເກັບ ລາຍຮັບພາສີທີ່ດິນເປັນແບບເດັດ ຖານ, ສະນັ້ນ ຈະໄດ້ກຳນົດເປັນອັດ ຕາທຽບຖານຊຶ່ງຈະມີຄວາມສອດ ຄ່ອງໃກ້ຄຽງກັບຕົວຈິງຫລາຍຂຶ້ນ. ປັດຈຸບັນກຳລັງຢູ່ໃນຂັ້ນຕອນພິຈາ ລະນາກົນໄກດັ່ງກ່າວ ເພື່ອຄວາມ ສະດວກໃນການຈັດຕັ້ງປະຕິບັດ, ສຳຄັນທີ່ສຸດ ພວກເຮົາຕ້ອງເລັ່ງຂະ ຫຍາຍຖານອາກອນມູນຄ່າເພີ່ມ, ສືບຕໍ່ຊຸກຍູ້ໃຫ້ບັນດາຫົວໜ່ວຍທຸລະ ກິດຕ້ອງໄດ້ຖືບັນຊີ ເຂົ້າໃນລະບົບ ໃຫ້ກວມເອົາອັດຕາ 60% ຂອງຫົວ ໜ່ວຍ ທີ່ມີເງື່ອນໄຂຕາມມະຕິສະ ພາ, ພ້ອມທັງເຊື່ອມຕໍ່ຖານຂໍ້ມູນກັບ ການສຳປະທານ, ການຂຸດຄົ້ນແຮ່ ທາດຈາກບັນດາຂະແໜງການທີ່ ກ່ຽວຂ້ອງທີ່ເປັນຖານລາຍຮັບໃຫ້ ແກ່ພວກເຮົາ. ພ້ອມນີ້, ກະຊວງການເງິນຍັງ ໄດ້ປັບປຸງອັດຕາອາກອນ, ປັບປຸງ ອາກອນຊົມໃຊ້ ທີ່ມີລັກສະນະຟູມ ເຟືອຍເພີ່ມຕື່ມ ແລະ ອື່ນໆ ທີ່ມີຄວາມ ຈຳເປັນ ເພື່ອເປັນການຫລຸດຜ່ອນ ຄ່າໃຊ້ຈ່າຍ. ຢ່າງໃດກໍ່ຕາມການຫັນ ເປັນທັນສະໄໝຖືເປັນສິ່ງທ້າທາຍ ເນື່ອງຈາກ ເບື້ອງຜູ້ປະກອບການ ແລະ ເຈົ້າໜ້າທີ່ຕ່າງໆ ຈຳນວນ ໜຶ່ງ ບໍ່ໃຫ້ຄວາມຮ່ວມມື ພ້ອມທັງມີ ການຫລົບຫລີກ ຊຶ່ງເປັນຂໍ້ຫຍຸ້ງຍາກ ໃນການຈັດຕັ້ງປະຕິບັດ. ຂ່າວ:ທະນູທອງ-ພາບ: ເກດສະຫນາ

RkJQdWJsaXNoZXIy MTc3MTYxMQ==