5648

xtgmf]k; 6 27/06/2023 glf4tdfy {l'a 7,q glu ,0tspkp,tsklk,a d7u mq j ;x;'-q oma '-kf rkp.8h dkooerk0v'ra d “ ” ໂດຍ: ລູກສາວຫລ້າ Ihkovksko Backyard Cafe & Playground .-hme,t-kflhk'7;k,l5d gxaospa'9bj'gvUo;jk mjk/iaj' ໂດຍ: ເກີດຂວັນໃຈ ມາລີຈັນສີ * ສາຍນໍ້າສີມໍລະກົດໄຫລຈາກ ພູຫີນປູນ ໃນພາກກາງຂອງ ສປປ ລາວ ເນມະມິດກໍ່ໃຫ້ເກີດຄວາມ ສວຍສົດງາມ ແລະ ເປັນທີ່ຢູ່ອາໃສ ຂອງສັດນໍ້ານາໆຊິດ ເຊິ່ງກາຍເປັນ ແຫລ່ງ ທ່ອງທ່ຽວອັນໜ້າມະຫັດ ສະຈັນ ອີກແຫ່ງໜຶ່ງທີ່ເຮັດໃຫ້ນັກ ທ່ອງທ່ຽວໄຝ່ຝັນ ຢາກໄປສໍາຜັດໃນ ບັນຍາກາດໃກ້ທໍາມະຊາດງຽບສະ ຫງົບນັ້ນຄື: ທ່າຝຣັ່ງວັງນໍ້າສີຄາມ ເຊິ່ງເປັນວັງນໍ້າອີກແຫ່ງໜຶ່ງໃນສາ ຍ ນໍ້າໂດນ ນອນຢູ່ໃນເຂດບ້ານສອງ ຄອນ ກັບບ້ານທອກ, ຫ່າງຈາກຕົວ ເມືອງທ່າແຂກ ແຂວງຄໍາມ່ວນ ປະ ມານ 18 ກິໂລແມັດ. * ປັດຈຸບັນ, ທຳມະຊາດໄດ້ກາຍ ເປັນທ່າແຮງດ້ານການທ່ອງທ່ຽວ ແລະ ການບໍລິການຕ່າງໆ ເນື່ອງຈາກວ່າ ຫລາຍຄົນກໍຄິດຢາກພາຄອບຄົວໄປ ຫລິ້ນໄປທ່ຽວ ຫາສະຖານທີ່ພັກຜ່ອນ ງາມໆ, ກິນອາຫານແຊບໆ ເພື່ອພັກ ຜ່ອນຈິດໃຈ ແລະ ສູດດົມອາກາດກາດ ບໍລິສຸດ. ແຕ່ການຈະອອກໄປບ່ອນໃດ ບ່ອນໜຶ່ງ ສໍາລັບຄົນທີ່ມີຄອບຄົວ ຫລື ຜູ້ທີ່ມີລູກນ້ອຍ ກໍ່ຈະຄໍານຶງເຖິງຄວາມ ຕາມປະຫວັດນັ້ນທ່າຝຣັ່ງ ແມ່ນ ເອີ້ນຕາມຄວາມລື້ງເຄີຍຂອງຊາວ ບ້ານ ມາແຕ່ສະໄໝຝຣັ່ງມາປົກຄອງ ລາວ, ເພາະວັງນໍ້ານີ້ຝຣັ່ງມັກພາ ຄອບຄົວໄປອາບນໍ້າ ແລະ ພັກຜ່ອນ, ເປັນວັງນໍ້າເລິກ, ບາງບ່ອນກໍ່ມີກ້ອນ ຫີນພົ້ນຈາກໜ້ານໍ້າທີ່ມີສີຟ້າ, ສີ ຂາວ ແລະ ສີດໍາແຕກຕ່າງກັນໄປໃຫ້ ພວກເຮົາໄດ້ເຫັນ ໂດຍຕັ້ງຢູ່ລະ ຫວ່າງກາງຂອງພູ 3 ໜ່ວຍ, ສອງ ໜ່ວຍຕັ້ງຢູ່ທັງສອງຂ້າງ ແລະ ອີກ ໜຶ່ງໜ່ວຍຈະຢູ່ກາງ, ໜຶ່ງໃນພູ 3 ໜ່ວຍນີ້ ມີຊື່ວ່າພູມ່ວງ (ເວລາ ຍ່າງ ເຂົ້າບ້ານທອກ ຢູ່ຟາກນໍ້າເບື້ອງ ຊ້າຍ ). ໃນສະໄໝກ່ອນອາເມລິກາ ເຄີຍໃຊ້ເປັນປ້ອມສອດແນມການ ເຄື່ອນຍ້າຍກຳລັງຂອງກອງທັບ ປະຊາຊົນລາວໂດຍສະເພາະແມ່ນ ການເຄື່ອນທັບເຂົ້າມາ ເພື່ອປົດ ປ່ອຍຕົວເມືອງທ່າແຂກ. ເພາະພູ ໜ່ວຍນີ້ ເມື່ອຂຶ້ນໄປແລ້ວຈະສາ ມາດແນມເຫັນຕົວເມືອງທ່າແຂກ ໄດ້ຢ່າງທົ່ວເຖິງ. ທ່າຝຣັ່ງແຫ່ງນີ້ ແມ່ນໄດ້ຮັບ ການພັດທະນາໂດຍ ບໍລິສັດ ເຄເຄ ພັດທະນາການທ່ອງທ່ຽວຈໍາກັດ ແລະ ໄດ້ເລີ່ມເປີດໃຫ້ບໍລິການຢ່າງ ເປັນທາງການໃນວັນທີ 18 ທັນວາ 2018 ເຊິ່ງໄດ້ມີຫລາຍກິດຈະກຳ ໃຫ້ທ່ານໄດ້ສຳຜັດໃນເວລາມາ ທ່ຽວ ໂດຍໄດ້ຮັບຄວາມນິຍົມຊົມ ຊອບຈາກນັກທ່ອງທ່ຽວທັງພາຍ ໃນ ແລະ ຕ່າງປະເທດທີ່ແວ່ມາຢ້ຽມ ຢາມສະຖານທີ່ແຫ່ງນີ້ບໍ່ໄດ້ຂາດ ສາຍ ເຊິ່ງໄດ້ກາຍເປັນສະຖານທີ່ໄດ້ ຮັບຄວາມສົນໃຈສໍາລັບພັກຜ່ອນ ຍ່ອນໃຈໃນມື້ພັກ ວັນເສົາ-ອາທິດ ແລະ ວັນເທສະການຕ່າງໆ. ດັ່ງທີ່ຮູ້ນໍາກັນແຂວງຄໍາມ່ວນ ມີແຫລ່ງທ່ອງທ່ຽວຢ່າງຫລວງ ຫລາຍທີ່ໜ້າສົນໃຈ ແຕ່ນັກທ່ອງ ທ່ຽວຈໍານວນຫລາຍ ຍັງບໍ່ຮັບຮູ້ຂໍ້ ມູນ ແຫລ່ງທ່ອງທ່ຽວເທົ່າທີ່ຄວນ, ຍິ່ງກວ່ານັ້ນ ເສັ້ນທາງເຂົ້າເຖິງບາງ ແຫລ່ງທ່ອງທ່ຽວຍັງມີຄວາມລໍາ ບາກຢູ່. ໃນອະນາຄົນອັນໃກ້ນີ້ ເມື່ອ ພັກ-ລັດຖະບານໄດ້ຖືເອົາວຽກງານ ການທ່ອງທ່ຽວເປັນໜຶ່ງໃນວຽກບຸ ລິມະສິດ ແລະ ຍັງເປັນຖານສ້າງ ລາຍຮັບອັນດັບຕົ້ນຂອງປະເທດ ຄາດວ່າ: ຖ້າອໍານາດການປົກຄອງ ແຂວງ ແລະ ເມືອງເພີ່ມການໂຄສະ ນາ ຫລື ລົງທຶນໃນການພັດທະນາພື້ນ ຖານໂຄງລ່າງ, ໃຫ້ຂໍ້ມູນລະອຽດ ຕໍ່ນັກທ່ອງທ່ຽວ ຈະຊ່ວຍເຮັດໃຫ້ນັກ ທ່ອງທ່ຽວເຂົ້າມາຢ້ຽມຢາມແຂວງ ດັ່ງກ່າວເພີ່ມຂຶ້ນບໍ່ໜ້ອຍກວ່າແຂວງ ອື່ນໆໃນປະເທດລາວ. ສະດວກສະບາຍ, ສະຖານທີ່ກວ້າງ ຂວາງ, ມີເຄື່ອງຫລິ້ນ ເພື່ອໃຫ້ລູກໄດ້ ມີບ່ອນແລ່ນຫລິ້ນຢ່າງມີຄວາມສຸກ. ສະນັ້ນ, ເພື່ອແນະນຳທາງເລືອກໃຫ້ ທ່ານຜູ້ອ່ານ ຄໍລໍາສົ່ງເສີມທຸລະກິດມື້ນີ້ ຂໍແນະນໍາຮ້ານອາຫານ ເປີດໃໝ່ ໃນ ນະຄອນຫລວງວຽງຈັນ ນັ້ນຄືຮ້ານ Backyard Cafe & Playground ເປັນຮ້ານທີ່ມີເນື້ອທີ່ກວ້າງຂວາງ, ມີ ບ່ອນໃຫ້ນັ່ງຫລິ້ນຢ່າງສະດວກ, ສະ ບາຍ ມີເຄື່ອງຫລິ້ນສໍາລັບເດັກນ້ອຍ, ຜູ້ໃຫຍ່ ນັ້ນກໍຄື ການຫລິ້ນວ່າວໃນລະດູ ໜາວ. ນອກນີ້, ຍັງມີອາຫານແຊບໆ, ເຄື່ອງດື່ມເພື່ອສຸຂະພາບ ແລະ ອາຫານ ຫວານໄວ້ບໍລິການລູກຄ້າອີກດ້ວຍ. ທ່ານນາງ ດາລາແສງ ສຸກອາລຸນ ເຈົ້າຂອງຮ້ານ Backyard Cafe& Playground ໃຫ້ຮູ້ວ່າ: ເມື່ອກ່ອນຕົນ ເອງເຄີຍເຮັດອາຊີບຄູ ແລະ ມີໂອກາດ ພານັກຮຽນໄປທັດສະນະສຶກສາ ຈຶ່ງ ເຫັນໂອກາດ ໃນການສ້າງທຸລະກິດ ບວກ ກັບມີເນື້ອທີ່ເໝາະສົມທີ່ສ້າງໄວ້ສຳລັບ ພັກຜ່ອນພາຍໃນຄອບຄົວ. ດັ່ງນັ້ນ, ຈຶ່ງພັດທະນາສວນແຫ່ງນີ້ໃຫ້ກາຍເປັນ ສວນອາຫານ ແລະ ເລີ່ມໃຫ້ບໍລິການ ໃນທ້າຍປີ 2022 ຜ່ານມາ ກໍ່ຮັບຄວາມ ສົນໃຈຈາກນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ດ້ວຍການຕົບແຕ່ງ ທີ່ມີຄວາມທັນສະໄໝ, ປະສົມປະສານ ກັບທຳມະຊາດ, ມີເດີ່ນຫຍ້າສີຂຽວທີ່ ກວ້າງຂວາງ ທີ່ລູກຄ້າ ສາມາດປູສາດ ນັ່ງໄດ້ຕາມອັດທະຍາໄສ. ພ້ອມນີ້, ກໍມີ ກິດຈະກຳ, ການຫລິ້ນວ່າວໃນລະດູໜາວ ມີ ແລະ ໃຫ້ອາຫານສັດອີກດ້ວຍ. ນອກນີ້, ຍັງມີລາຍການອາຫານທີ່ຫລາກ ຫລາຍ ທັງອາຫານຫວານ, ອາຫານຄາວ ແລະ ເຄື່ອງດື່ມ ເພື່ອສຸຂະພາບໃຫ້ລູກຄ້າ ໄດ້ ຮັບປະທານ ຊຶ່ງໂດດເດັ່ນທີ່ສຸດຄືເຂົ້າ ໜົມຫວານປະເພດເຄັກ ແລະ ຄົວຊອງ, ເຄື່ອງດື່ມ ເພື່ອສຸຂະພາບ, ກາເຟແຊບໆ ຫອມໆທີ່ຂົ້ວສົດໃໝ່ທຸກໆມື້ ແລະ ເມນູ ຈືນປາພື້ນເມືອງໄວ້ບໍລິການລູກຄ້າ. ທັງ ໝົດນັ້ນໄດ້ກາຍເປັນທ່າແຮງ ເຮັດໃຫ້ ຮ້ານມີລູກຄ້າເພີ່ມຂຶ້ນເລື້ອຍ ໂດຍລູກ ຄ້າກໍມີທັງພາຍໃນ ແລະ ຕ່າງປະເທດ ທີ່ເຂົ້າມາທ່ຽວຊົມຢ່າງຫລວງຫລາຍ ເຖິງຈະເປີດໄດ້ບໍ່ດົນ ຊຶ່ງຈຸດນີ້ແມ່ນກຳ ລັງໃຈທີ່ດີໃຫ້ແກ່ພວກຂ້າພະເຈົ້າທີ່ຈະ ທຸ້ມເທເຫື່ອແຮງ ແລະ ສະຕິປັນຍາ ໃນ ການພັດທະນາແຫລ່ງທອງທ່ຽວໃຫ້ ໄດ້ມາດຕະຖານດີຍິ່ງໆຂຶ້ນ. ທ່ານນາງ ດາລາແສງ ເວົ້າຕື່ມວ່າ: ສຳລັບແຜນພັດທະນາໃນປີ 2023 ແມ່ນເນັ້ນໃສ່ກຸ່ມລູກຄ້າເປົ້າໝາຍທີ່ ເປັນຄອບຄົວ ແລະ ໄວໜຸ່ມມາເປັນ ອັນ ດັບທຳອິດ ເພາະຂ້າພະເຈົ້າຄິດວ່າຖ້າ ສະຖາບັນຄອບຄົວ ແລະ ໄວໜຸ່ມ ມີ ຄວາມຮັກຄວາມສາມັກຄີ, ມີຄວາມອົບ ອຸ່ນ ແລະ ນໍາໃຊ້ເວລາຫວ່າງໃນການ ສ້າງກິດຈະກຳດີໆຮ່ວມກັນ ກໍ່ຈະເຮັດ ໃຫ້ສັງຄົມມີຄວາມຜາສຸກ. ສໍາລັບທ່ານໃດທີ່ກໍາລັງຊອກຫາ ຮ້ານອາຫານງາມ, ອາຫານແຊບໆ ຕ້ອງຮ້ານ Backyard Cafe & Playground ເປີດບໍລິການລູກຄ້າໃນວັນ ອັງຄານ-ວັນອາທິດເວລາ10:00ໂມງ- 21:00ໂມງ ແລະ ວັນເສົາ-ວັນອາທິດ ເປີດ 09:00 ໂມງ-22:00 ໂມງ; ສະ ຖານທີ່ຕັ້ງຢູ່ບ້ານດົງຄຳຊ້າງ, ເມືອງ ຫາດຊາຍຟອງ, ນະຄອນຫລວງວຽງ ຈັນ ຫລື ສອບຖາມຂໍ້ມູນເພີ່ມຕື່ມໄດ້ທີ່ : Backyard Cafe&Playground ພາບປະກອບ ພາບປະກອບ

RkJQdWJsaXNoZXIy MTc3MTYxMQ==