gfa ffj P;xt8y [a fco;mk'dko8j k'xtgmfla o8y rk[F gvdt]kfF ,y f8trk[ c]t dkoIj ;,,n 1j k'ltg\u 8Q oltg\u xkp 27/06/2023 xtgmf]k; 4 3]d c]t gsfdko *** ຕໍ່ຈາກໜ້າ 1 *** *** ຕໍ່ຈາກໜ້າ 1 *** *** ຕໍ່ຈາກໜ້າ 1 *** *** ຕໍ່ຈາກໜ້າ 1 *** ເຂົ້າໝົມປັງ ພິກກີ້ບີ... ກະຊວງການຕ່າງປະເທດ... 5 ເດືອນຕົ້ນປີ... 6 ເດືອນຕົ້ນປີ... ຂປລ. ວັນທີ 26 ມິຖຸນາ 2023 ທີ່ກະຊວງການຕ່າງປະເທດ, ໄດ້ມີ ກອງປະຊຸມພົບປະສອງຝ່າຍລະ ຫວ່າງ ທ່ານ ສະເຫລີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ, ລັດຖະມົນ ຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ພ້ອມຄະນະ ແລະ ທ່ານ ແຊມບຣີ ອັບດຸນ ກາເດຍ (Zambry Abdul Kadir), ລັດຖະມົນຕີ ກະຊວງການຕ່າງປະເທດ ມາເລເຊຍ ພ້ອມຄະນະ, ໃນໂອກາດເດີນທາງ ມາຢ້ຽມຢາມເຮັດວຽກຢູ່ ສປປ ລາວ ໃນວັນທີ 25-26 ມິຖຸນາ 2023. ໂອກາດນີ້, ທ່ານຮອງນາຍົກລັດ ຖະມົນຕີ ສະເຫລີມໄຊ ກົມມະສິດ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຕີລາຄາສູງຕໍ່ການມາຢ້ຽມ ຢາມ ເຮັດວຽກຢູ່ ສປປ ລາວ ຂອງ ທ່ານລັດຖະມົນຕີ ແຊມບຣີ ອັບດຸນ ກາເດຍ ພ້ອມຄະນະ ໃນຄັ້ງນີ້ ເຊິ່ງ ປະກອບສ່ວນອັນສໍາຄັນເຂົ້າໃນ ການເສີມຂະຫຍາຍສາຍພົວພັນມິດ ຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງ ສອງປະເທດ ກໍຄື ການ ພົວພັນຮ່ວມມື ລະຫວ່າງ ສອງກະ ຊວງການຕ່າງປະເທດ ສປປ ລາວ ແລະ ມາເລເຊຍ. ທ່ານຮອງນາຍົກ ລັດຖະມົນຕີ ສະເຫລີມໄຊ ກົມມະສິດ ໄດ້ສະແດງຄວາມຊົມເຊີຍຕໍ່ທ່ານ ແຊມບຣີ ອັບດຸນ ກາເດຍ ທີ່ໄດ້ຮັບ ການແຕ່ງຕັ້ງເປັນລັດຖະມົນຕີກະ ຊວງການຕ່າງປະເທດ ແຫ່ງ ມາເລ ເຊຍ ໃນເດືອນທັນວາ 2022, ພ້ອມ ທັງຍິນດີທີ່ຈະເຮັດວຽກຮ່ວມກັນກັບ ທ່ານ ລັດຖະມົນຕີ ແຊມບຣີ ອັບດຸນ ກາເດຍ ຢ່າງໃກ້ຊິດ ເພື່ອສືບຕໍ່ຮັດ ແໜ້ນການພົວພັນຮ່ວມມື ທັງໃນ ຂອບສອງຝ່າຍ ແລະ ຫລາຍຝ່າຍ ໂດຍສະເພາະໃນຂອບການຮ່ວມມື ພາກພື້ນອາຊຽນ ແລະ ຂອບການ ຮ່ວມມືສາກົນອື່ນໆ. ໃນການພົບປະສອງຝ່າຍໄດ້ປຶກ ສາຫາລື ແລະ ທົບທວນຄືນການ ພົວພັນການຮ່ວມມື ຂອງສອງປະທດ ນັບຕັ້ງແຕ່ໄດ້ສ້າງຕັ້ງສາຍພົວພັນ ການທູດນໍາກັນ ໃນວັນທີ 1 ກໍລະກົດ 1966 ເປັນຕົ້ນມາ ແລະ ເຫັນດີເປັນ ເອກະພາບຕີລາຄາສູງຕໍ່ສາຍພົວ ພັນມິດຕະພາບ ແລະ ການຮ່ວມມືອັນ ດີງາມ ລະຫວ່າງ ສອງປະເທດ ທີ່ໄດ້ ຮັບການຍົກສູງຂຶ້ນຢ່າງຕໍ່ເນື່ອງ ແລະ ກວ້າງຂວາງ ເຊິ່ງສະແດງອອກ ໃນການແລກປ່ຽນການຢ້ຽມຢາມ ຂອງຄະນະຜູ້ແທນລະດັບຕ່າງໆ ຢ່າງເປັນປົກກະຕິ ນໍາໄປສູ່ຄວາມ ໄວ້ເນື້ອເຊື່ອໃຈ ແລະ ເຂົ້າອົກເຂົ້າໃຈ ເຊິ່ງກັນ ແລະ ກັນ, ການໄປມາຫາສູ່ ກັນ ລະຫວ່າງ ປະຊາຊົນກັບປະຊາ ຊົນຂອງສອງປະເທດ ນັບມື້ນັບເພີ່ມ ຂຶ້ນ ເປັນພື້ນຖານອັນໜັກແໜ້ນເຮັດ ໃຫ້ການພົວພັນຂອງສອງປະເທດ ກ້າວຂຶ້ນສູ່ລະດັບສູງ, ການຮ່ວມມື ໃນຫລາຍໆດ້ານກໍ່ໄດ້ຮັບການເສີມ ຂະຫຍາຍ ເປັນ ຕົ້ນດ້ານປ້ອງກັນປະ ເທດ, ການຄ້າ, ການລົງທຶນ, ພະລັງ ງານ, ການສຶກສາ, ການທະນາຄານ ແລະ ອື່ນໆ. ໃນຂະນະດຽວກັນ, ສອງ ຜ່ານມານີ້ວ່າ: ພິກກີ້ບີ ເລີ່ມເປີດ ໃຫ້ບໍລິການຢູ່ນະຄອນຫລວງວຽງ ຈັນ ໃນປີ 2019 ເປັນ ຕົ້ນມາ ເຊິ່ງຢູ່ໃນ ໄລຍະການແພ່ລະບາດຂອງພະຍາດ ໂຄວິດ-19, ແຕ່ກໍໄດ້ຮັບຜົນຕອບ ຮັບທີ່ດີຈາກຜູ້ບໍລິໂພກເນື່ອງຈາກ ວ່າໄດ້ປະຕິບັດຕາມມາດຕະການ ປ້ອງກັນການຕິດເຊື້ອໂຄວິດ-19 ຢ່າງເຄັ່ງຄັດ, ໃນປີທຳອິດສາມາດ ຂະຫຍາຍສາຂາໄດ້ເຖິງ 60 ສາຂາ ໃນທົ່ວປະເທດ, ມາຮອດປັດຈຸບັນມີ ທັງໝົດ 100 ກວ່າສາຂາ, ມີໂຮງ ງານຜະລິດເຂົ້າຈີ່, ຜະລິດຊອດປຸງ ແຕ່ງຕ່າງໆ ຢູ່ນະຄອນຫລວງວຽງ ຈັນ 1 ແຫ່ງ ແລະ ອີກ 1 ແຫ່ງກຳລັງ ດຳເນີນການກໍ່ສ້າງຄາດວ່າຈະສຳ ລັດ 100% ໃນອີກ 2 ເດືອນຕໍ່ໜ້າ ເພື່ອຮອງຮັບໃຫ້ແກ່ການຂະຫຍາຍ ສາຂາ ໄປຕ່າງປະເທດ ໃນໄວໆນີ້. ພິກກີ້ບີ ສາມາດກິນໄດ້ທຸກເວ ລາ, ເປັນທັງອາຫານເຊົ້າ, ອາຫານ ສວຍ ແລະ ອາຫານແລງ, ທັງມີໂພ ສະພາ 234.160 ຕື້ກີບ), ສຳລັບ ຕົວເລກລວມຍອດຜະລິດຕະພັນ ພາຍໃນ(GDP) ຕໍ່ຫົວຄົນ ແລະ ລາຍໄດ້ແຫ່ງຊາດ (GNI) ຕໍ່ຫົວຄົນ ແມ່ນທ້າຍປີຈິ່ງຈະສາມາດລາຍ ງານໄດ້. ທ່ານ ຄຳເຈນ ວົງໂພສີ ລັດຖະ ມົນຕີກະຊວງແຜນການ ແລະ ການ ລົງທຶນລາຍງານໃຫ້ຮູ້ໃນວາລະດຳ ເນີນກອງປະຊຸມສະໄໝສາມັນ ເທື່ອ ທີ 5 ຂອງສະພາແຫ່ງຊາດ ຊຸດ ທີ IX ໃນວັນທີ 26 ມິຖຸນາ 2023 ນີ້ວ່າ: ລັດຖະບານໄດ້ເອົາໃຈໃສ່ສົ່ງ ເສີມ ແລະ ສ້າງເງື່ອນໄຂດ້ານຕ່າງໆ ໃນຂົງເຂດດັ່ງກ່າວຢ່າງຕັ້ງໜ້າ ລວມທັງຕາມແລວທາງເສດຖະ ກິດຕ່າງໆ ໂດຍສະເພາະໃນການ ປັບປຸງພື້ນຖານໂຄງລ່າງ, ການສະ ໜອງເຕັກນິກ-ວິຊາການ, ປັດໄຈ ການຜະລິດລວມທັງການອຳນວຍ ຄວາມສະດວກໃນການຂົນສົ່ງ ແລະ ອື່ນໆ ຊຶ່ງເຮັດໃຫ້ຄາດໝາຍການ ຜະລິດ-ການບໍລິການທີ່ກໍານົດໄວ້ ໃນແຜນການມີທັງໝົດ 10 ຕົວຊີ້ ບອກແມ່ນສືບຕໍ່ຂະຫຍາຍຕົວດີຢ່າງ ຕໍ່ເນື່ອງ, ປະກອບສ່ວນເຮັດໃຫ້ເສດ ຖະກິດ ຂອງ ສປປ ລາວ ມີທ່າອ່ຽງ ຂະຫຍາຍຕົວຂຶ້ນເລື້ອຍໆ ເຊິ່ງຫລາຍ ຂະແໜງການ ກໍໄດ້ມີການພັດທະ ນາ ແລະ ຂະຫຍາຍຕົວຂຶ້ນຢ່າງບໍ່ຢຸດ ຢັ້ງ ເປັນຕົ້ນ, ຂະແໜງກະສິກຳຂະ ຫຍາຍຕົວ 3,8%, ກວມເອົາ14,6% ຂອງ GDP (ມະຕິສະພາ:ໝົດປີ ໃຫ້ຂະຫຍາຍຕົວ 2,5% ແລະ ກວມ ເອົາ17,2%ຂອງGDP);ຂະແໜງ ອຸດສາຫະກຳຂະຫຍາຍຕົວ 4,7%, ກວມເອົາ 36,6% ຂອງ GDP (ມະຕິສະພາ: ໝົດປີໃຫ້ຂະຫຍາຍ ຕົວ 5,0% ແລະ ກວມ 34,2% ຂອງ GDP); ຂະແໜງບໍລິການ ຂະຫຍາຍຕົວ 5,6%, ກວມເອົາ 37,6% ຂອງ GDP (ມະຕິສະພາ: ໝົດປີໃຫ້ຂະຫຍາຍຕົວ 4,7% ແລະ ກວມເອົາ 37,5% ຂອງ GDP) ແລະ ພາສີ-ອາກອນຜະລິດຕະພັນ ຂະຫຍາຍຕົວ 3,7%, ກວມເອົາ 11,2% ຂອງ GDP (ມະຕິສະ ພາ: ໝົດປີໃຫ້ຂະຫຍາຍຕົວ 4,3% ແລະ ກວມ 11,1% ຂອງ GDP). ປັດໄຈຕົ້ນຕໍ ທີ່ຊຸກຍູ້ໃຫ້ເສດຖະກິດ ສືບຕໍ່ຂະຫຍາຍຕົວດີຂຶ້ນ ທຽບໃສ່ GDP. ໃນນັ້ນ, ລາຍຮັບ ພາຍໃນ 34.898 ຕື້ກີບ, ລາຍຮັບຈາກການ ຊ່ວຍເຫລືອຫລ້າ 3.550 ຕື້ກີບ. ສ່ວນ ແຜນລາຍຈ່າຍທັງໝົດ 43.498 ຕື້ກີບ ເທົ່າກັບ 18,58%ຂອງ GDP; ແຜນຂາດດຸນ 5.050 ຕື້ກີບ, ເທົ່າກັບ 2,16% ຂອງ GDP. ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ລາຍ ງານໃນກອງປະຊຸມສະໄໝສາມັນ ເທື່ອທີ 5 ຂອງສະພາແຫ່ງຊາດຊຸດ ທີ IX ໃນວັນທີ 26 ມິຖຸນາ 2023 ນີ້ວ່າ: ໃນໄລຍະ 5 ເດືອນ ຕົ້ນປີນີ້, ກະຊວງການເງິນ ສາມາດຈັດເກັບ ລາຍຮັບ ໄດ້ທັງໝົດ 15.155 ຕື້ກີບ, ໃນນັ້ນ, ລາຍຮັບພາຍໃນ 14.848 ຕື້ກີບ, ລາຍຮັບທ້ອງຖິ່ນປະຕິບັດ ໄດ້ 4.545 ຕື້ກີບ ແລະ ລາຍຮັບຈາກ ການຊ່ວຍເຫລືອລ້າ ປະຕິບັດໄດ້ 307 ຕື້ກີບ, ຄາດວ່າການເກັບ ລາຍຮັບ 6 ເດືອນຕົ້ນປີ ຈະສາມາດ ປະເທດ ລາວ-ມາເລເຊຍ ກໍສືບຕໍ່ມີ ການພົວພັນຮ່ວມມືທີ່ດີ ແລະໃຫ້ການ ສະໜັບສະໜູນ ເຊິ່ງກັນ ແລະ ກັນ ໃນເວທີພາກພື້ນ ແລະ ສາກົນໂດຍ ສະເພາະໃນຂອບອາຊຽນ, ອົງການ ສະຫະປະຊາຊາດ ແລະ ຂອບການ ຮ່ວມມືອື່ນໆ. ພ້ອມກັນນີ້, ສອງຝ່າຍ ໄດ້ເຫັນດີເປັນເອກະພາບທີ່ຈະສືບ ຕໍ່ຊຸກຍູ້ເປີດກ້ວາງ ແລະ ລົງເລິກການ ພົວພັນຮ່ວມມືໃນຂົງເຂດຕ່າງໆ ທີ່ສອງຝ່າຍຍັງມີທ່າແຮງບົ່ມຊ້ອນ. ພິເສດໃນການພົບປະຄັ້ງນີ້, ສອງ ຝ່າຍຍັງໄດ້ປຶກສາຫາລື ເພື່ອກະ ກຽມຄວາມພ້ອມໃນດ້ານຕ່າງໆ ໃຫ້ແກ່ການເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການຂອງ ທ່ານ ອັນວາ ອິບບຣາຮິມ ນາຍົກລັດ ຖະມົນຕີ ແຫ່ງ ມາເລເຊຍ ພ້ອມດ້ວຍ ພັນລະຍາ ແລະ ຄະນະ ໃນວັນທີ 26-27 ມິຖຸນາ 2023 ນີ້, ລວມເຖິງ ການປຶກສາຫາລືເພື່ອກະກຽມໃຫ້ ແກ່ກອງປະຊຸມກໍາມາທິການຮ່ວມ ວ່າດ້ວຍການຮ່ວມມື ລະຫວ່າງ ສປປ ລາວ-ມາເລເຊຍ (JCB C) ຄັ້ງທີ 4 ທີ່ສປປ ລາວ ຈະເປັນເຈົ້າ ພາບຈັດຂຶ້ນໃນປີ 2024. ນອກນັ້ນ, ສອງຝ່າຍຍັງໄດ້ແລກປ່ຽນຄໍາຄິດ ເຫັນກ່ຽວກັບສະພາບການພົ້ນເດັ່ນ ໃນພາກພື້ນ ແລະ ສາກົນ ຈໍານວນ ໜຶ່ງ ທີ່ສອງຝ່າຍມີຄວາມສົນໃຈ. ພ້ອມກັນນັ້ນ, ທ່ານ ຮອງນາຍົກ ລັດຖະມົນຕີ ສະເຫລີມໄຊ ກົມມະສິດ ໄດ້ຕາງໜ້າໃຫ້ລັດຖະບານ ແລະ ປະຊາຊົນລາວສະແດງຄວາມຂອບ ໃຈ ແລະ ຕີລາຄາສູງຕໍ່ການສະໜັບ ສະໜູນ ແລະ ການຊ່ວຍເຫລືອຂອງ ລັດຖະບານ ແລະ ປະຊາຊົນ ມາເລ ເຊຍ ໃນໄລຍະຜ່ານມາ ໂດຍສະເພາະ ໃນຂະແໜງການພັດທະນາຊັບພະ ຍາກອນມະນຸດ ໂດຍຜ່ານ ໂຄງການ MTCP (Malaysian Technical Cooperation Programme), ທຶນການສຶກສາ ແລະ ທຶນຝຶກອົບຮົມຕ່າງໆ, ການຊ່ວຍ ເຫລືອໃນໄລຍະການແພ່ລະບາດ ຂອງພະຍາດໂຄວິດ-19 ແລະ ອື່ນໆ. ພ້ອມນີ້, ກໍໄດ້ແຈ້ງໃຫ້ຝ່າຍມາເລ ເຊຍ ຊາບກ່ຽວກັບການກະກຽມ ຄວາມພ້ອມໃນການເປັນປະທານ ອາຊຽນ ຂອງ ສປປ ລາວ, ລວມເຖິງ ການເປີດປີທ່ອງທ່ຽວລາວ ໃນປີ 2024. ໃນໂອກາດດຽວກັນນີ້, ທ່ານລັດ ຖະມົນຕີ ແຊມບຣີ ອັບດຸນ ກາເດຍ ກໍໄດ້ສະແດງຄວາມຂອບໃຈຕໍ່ການ ຕ້ອນຮັບອັນອົບອຸ່ນໃນຄັ້ງນີ້, ພ້ອມ ທັງສະແດງຄວາມຂອບໃຈຕໍ່ຝ່າຍ ລາວທີ່ໃຫ້ຄວາມຮ່ວມມືຢ່າງເຕັມ ທີ່ໃນການກະກຽມຄວາມພ້ອມເພື່ອ ກະກຽມຕ້ອນຮັບທ່ານນາຍົກລັດ ຖະມົນຕີ ອັນວາ ອິບບຣາຮິມ ພ້ອມ ດ້ວຍພັນລະຍາ ແລະ ຄະນະທີ່ຈະ ເດີນທາງມາຢ້ຽມຢາມທາງການຢູ່ ສປປ ລາວ ໃນວັນທີ 26-27 ມິຖຸນາ 2023 ນີ້. ພ້ອມນັ້ນ, ຍັງໄດ້ສະ ແດງຄວາມຂອບໃຈຕໍ່ລັດຖະບານ ແລະ ປະຊາຊົນລາວ ທີ່ໃຫ້ການຊ່ວຍ ເຫລືອແລະສະໜັບສະໜູນມາເລເຊຍ ໃນເວທີພາກພື້ນ ແລະ ສາກົນຕະ ຫລອດມາ, ສະແດງຄວາມຍິນດີທີ່ ຈະສືບຕໍ່ໃຫ້ການຮ່ວມມື, ຊ່ວຍເຫລືອ ແລະ ສະໜັບສະໜູນ ສປປ ລາວ ເພື່ອສືບຕໍ່ຮັດແໜ້ນສາຍພົວພັນມິດ ຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງ ມາເລເຊຍ ແລະ ສປປ ລາວ ໃຫ້ໄດ້ຮັບການເສີມຂະຫຍາຍ ຍິ່ງໆຂຶ້ນ ໂດຍສະເພາະໃນໂອກາດ ການເປັນປະທານອາຊຽນ ຂອງ ສປປ ລາວ ໃນປີ 2024 ນີ້. ຂ່າວ: ສຸກສະຫວັດ, ພາບ: ຂັນໄຊ ໄລຍະດຽວກັນຂອງປີຜ່ານມາແມ່ນ ຂະແໜງບໍລິການ ໂດຍສະເພາະມາ ຈາກການຄ້າຂາຍຍົກ-ຂາຍຍ່ອຍ ແລະ ສ້ອມແປງ, ນອກນັ້ນ, ການທ່ອງ ທ່ຽວ ແລະ ການຂົນສົ່ງກໍຍັງສືບ ຕໍ່ຂະຫຍາຍຕົວດີຢ່າງຕໍ່ເນື່ອງ. ສຳລັບດ້ານງົບປະມານລັດຖະ ບານ ໄດ້ສຸມໃສ່ຂຸດຄົ້ນແຫລ່ງລາຍ ຮັບທີ່ບົ່ມຊ້ອນດ້ວຍມາດຕະການ ຕ່າງໆ ເຊິ່ງໃນ 5 ເດືອນຕົ້ນປີ 2023 ສາມາດເກັບລາຍຮັບໄດ້ທັງໝົດ 15.155 ຕື້ກີບ, ຄາດຄະເນ 6 ເດືອນ ຕົ້ນປີ ລາຍຮັບທັງໝົດຈະປະຕິບັດ ໃຫ້ໄດ້ 18.424 ຕື້ກີບ, ດ້ານການລົງ ທຶນຈາກພາກເອກກະຊົນພາຍໃນ ແລະ ຕ່າງປະເທດ ໃນ 5 ເດືອນຕົ້ນ ປີໄດ້ອະນຸມັດການລົງທຶນຈາກຂະ ແໜງແຜນການ ແລະ ການລົງທຶນ, ຂະແໜງອຸດສາຫະກຳ ແລະ ການ ຄ້າ ແລະ ເຂດເສດຖະກິດພິເສດມີ ທັງໝົດ 8.673 ກິດຈະການ, ລວມ ມູນຄ່າທັງໝົດ 154.761,98 ຕື້ກີບ ແລະ ໃນ 6 ເດືອນຕົ້ນປີ ຄາດວ່າຈະ ປະຕິບັດໄດ້ 158.679,63 ຕື້ກີບ. ສ່ວນການພັດທະນາວັດທະນະ ທຳ-ສັງຄົມ ກໍ່ມີຫລາຍຂະແໜງການ ໄດ້ຮັບການພັດທະນາ ແລະ ເຕີບ ໃຫຍ່ຂະຫຍາຍຕົວຂຶ້ນໄປເລື້ອຍໆ ເປັນຕົ້ນ, ຂະແໜງສຶກສາທິການ ແລະ ກິລາ, ສາທາລະນະສຸກ, ຂະແໜງ ແຮງງານ ແລະ ສະຫວັດດີການສັງ ຄົມ, ຂະແໜງຖະແຫລງຂ່າວ, ວັດ ທະນະທຳ ແລະ ທ່ຽວທ່ຽວ, ຂະ ແໜງໂຍທາທິການ-ຂົນສົ່ງ ແລະ ດ້ານການພັດທະນາຊົນະນະບົດ ແລະ ແກ້ໄຂຄວາມທຸກຍາກຂອງປະ ຊາຊົນ ກໍໄດ້ຮັບການຈັດຕັ້ງປະຕິບັດ ແລະ ພັດທະນາຢ່າງຕໍ່ເນື່ອງ. ຂ່າວ: ທະນູທອງ ພາບ: ອ່າຍຄຳ ປະຕິບັດໄດ້ປະມານ 18.424 ຕື້ກີບ ຫລື ເທົ່າກັບ 48% ຂອງແຜນການປີ ສະເພາະລາຍຮັບພາຍໃນຄາດວ່າ ຈະໄດ້ 17.963 ຕື້ກີບ ເທົ່າກັບ 50% ຂອງແຜນການປີ. ການຈັດຕັ້ງປະຕິບັດລາຍຮັບ ທຽບໃສ່ໄລຍະດຽວກັນຂອງປີ ຜ່ານມາ ເຫັນວ່າ ເພີ່ມຂຶ້ນ 42% ເນື່ອງຈາກການຫັນຄຸ້ມຄອງເກັບ ລາຍຮັບຜ່ານລະບົບທັນສະໄໝຕິດ ພັນກັບການອັດຊ່ອງວ່າງການຮົ່ວ ໄຫລ ຂອງລາຍຮັບງົບປະມານ, ໃນນັ້ນ, ຂັ້ນທ້ອງຖິ່ນ ກໍເຫັນວ່າມີ ທ່າອ່ຽງເພີ່ມຂຶ້ນເຊັ່ນດຽວກັນທຽບ ໃສ່ໄລຍະດຽວກັນຂອງປີຜ່ານມາ, ມີ 7 ແຂວງ ສາມາດເກັບລາຍຮັບໄດ້ ເກີນ 50% ແຕ່ຍັງມີບາງແຂວງ ເກັບລາຍຮັບໄດ້ຕ່ຳບໍ່ເກີນ 30% ຂອງແຜນການປີ. ສໍາລັບຜົນກະ ທົບຂອງອັດຕາແລກປ່ຽນຕໍ່ກັບການ ເກັບລາຍຮັບ, ເຖິງແມ່ນວ່າການ ເກັບລາຍຮັບເປັນສະກຸນເງິນຕາ ຕ່າງປະເທດ ເພີ່ມຂຶ້ນກໍຕາມ ປະມານ 130% ເມື່ອທຽບໃສ່ປີຜ່ານມາ ເປັນ ເງິນປະມານ 100 ລ້ານໂດລາ, ແຕ່ກວມເອົາສັດສ່ວນພຽງເລັກ ໜ້ອຍ ຂອງລາຍຮັບທີ່ສາມາດເກັບ ໄດ້ຕົວຈິງ ປະມານ 214 ຕື້ກີບ ຫລື ກວມເອົາ 0,6% ຂອງລາຍຮັບ ພາຍໃນ. ທ່ານລັດຖະມົນຕີກະຊວງການ ເງິນ ກ່າວຕື່ມວ່າ: ສຳລັບດ້ານລາຍ ຈ່າຍສາມາດປະຕິບັດໄດ້ 10.905 ຕື້ກີບ, ເທົ່າກັບ 25% ຂອງແຜນ ການປີ, ໃນນັ້ນ, ຂັ້ນສູນກາງປະຕິ ບັດໄດ້ 7.721 ຕື້ກີບ, ເທົ່າກັບ 23% ຂອງແຜນການປີ ແລະ ຂັ້ນທ້ອງ ຖິ່ນປະຕິບັດໄດ້ 3.184 ຕື້ກີບ, ເທົ່າ ກັບ 39% ຂອງແຜນການປີ. ລາຍ ຈ່າຍທັງໝົດ ໄດ້ສຸມໃສ່ການເບີກ ຈ່າຍເງິນເດືອນ ແລະ ເງິນນະໂຍບາຍ ເປັນບຸລິມະສິດ ຊຶ່ງສຳເລັດການເບີກ ຈ່າຍເດືອນມິຖຸນາຢູ່ຂັ້ນສູນກາງ, ສ່ວນຂັ້ນທ້ອງຖິ່ນ ແມ່ນສຳເລັດເປັນ ສ່ວນໃຫ່ຍ ແລະ ພວມສືບຕໍ່ເບີກຈ່າຍ ໃຫ້ສຳເລັດ. ພ້ອມນັ້ນ, ກໍໄດ້ສຸມໃສ່ ຊຳລະໜີ້ສິນພາຍໃນ ແລະ ຕ່າງປະ ເທດຕາມຂໍ້ຜູກພັນສັນຍາ ແລະ ຮັບ ປະກັນລາຍຈ່າຍບໍລິຫານຂອງ ພັກລັດ ທີ່ຈຳເປັນ. ສ່ວນລາຍຈ່າຍເງິນໂຄງການ ລົງທຶນຂອງລັດ ກະຊວງການເງິນ ໄດ້ມີກົນໄກ ໃຫ້ບັນດາກະຊວງ, ອົງ ການ ແລະ ທ້ອງຖິ່ນ ທີ່ໄດ້ຮັບແຜນ ລົງທຶນແລ້ວ ສາມາດເບີກຈ່າຍໄດ້ 45% ຂອງແຜນການປີ, ພ້ອມນັ້ນ ກໍໄດ້ມີກົນໄກການຈັດຕັ້ງປະຕິບັດ ເງິນເກີນແຜນ ປີ 2022 ໃຫ້ແຂວງ ສາມາດນຳໃຊ້ 80% ເພື່ອກະຕຸ້ນ ເສດຖະກິດ ແຕ່ຫົວທີ ຊຶ່ງໄດ້ເລີ່ມຈັດ ຕັ້ງປະຕິບັດແຕ່ເດືອນພຶດສະພາ 2023 ເປັນຕົ້ນມາ. ພ້ອມດຽວກັນ ນັ້ນ, ກະຊວງການເງິນ ຍັງສາມ ມາດ ລະດົມແຫລ່ງທຶນ ເພື່ອມາດຸ່ນດ່ຽງ ງົບປະມານ ພາຍໃນ ແລະ ຕ່າງປະ ເທດ ໄດ້ 6.170 ຕື້ກີບ, ເທົ່າກັບ 15% ຂອງແຜນການປີ; ໃນນີ້,ອອກ ພັນທະບັດພາຍໃນ 840 ຕື້ກີບ, ເທົ່າ ກັບ 8% ຂອງແຜນການປີ ແລະ ກູ້ຢືມເປັນໂຄງການຈາກຕ່າງປະ ເທດ 5.330 ຕື້ກີບ, ເທົ່າກັບ 18% ຂອງແຜນການປີ. ຂ່າວ: ທະນູທອງ, ພາບ: ອ່າຍຄຳ ຊະນາການ, ສະອາດ, ປອດໄພ,ໃຊ້ ເວລາເຮັດບໍ່ຮອດ 3 ນາທີ ກໍສາ ມາດ ກິນໄດ້, ເໝາະສຳລັບຄົນທີ່ບໍ່ມີ ເວລາ ແຕ່ງກິນ. ປັດຈຸບັນ, ພິກກີ້ບີ ກຳລັງໄດ້ຮັບຄວາມນິຍົມຫລາຍ ຈາກສັງຄົມ ກໍຄື ຜູ້ບໍລິໂພກບໍ່ວ່າຈະ ເປັນຜູ້ນ້ອຍ, ຜູ້ໃຫຍ່, ຜູ້ເຖົ້າກໍມີຄວາມ ນິຍົມສົມຊອບ ເນື່ອງຈາກວ່າ ພິກ ກີ້ບີ ມີສ່ວນປະກອບຫລາຍຢ່າງທີ່ມີ ປະໂຫຍດຍັງອື່ມທ້ອງເປັນຕົ້ນ ມີຊີ້ນ, ຜັກ, ເຂົ້າໜົມປັງ ແລະ ອື່ນໆ. ພິກກີ້ບີ ອອກແບບໃຫ້ມີຂະໜາດນ້ອຍກະ ທັດຮັດ, ຮູບຊົງສາມຫລ່ຽມ, ມີຖົງ ຫຸ້ມຫໍ່ທີ່ສະອາດ ແລະ ລາຄາກໍບໍ່ ແພງ ເຊິ່ງລາຄາເລີ່ມຕົ້ນ ພຽງແຕ່ 8 ພັນກີບຂຶ້ນໄປ. ນອກຈາກນັ້ນ, ຮ້ານ ພິກກີ້ບີ ທຸກສາຂາທົ່ວປະເທດ ຍັງມີຜະລິດຕະພັນປັງໝູຝອຍ, ເຂົ້າ ຈີ່, ເຂົ້າໜົມປັງປະເພດຕ່າງໆ,ລວມ ທັງນ້ຳ ແລະ ເຄື່ອງດື່ມຕ່າງໆຕື່ມອີກ. ສຳລັບທ່ານໃດທີ່ສົນໃຈຢາກ ຈະຮ່ວມເຮັດທຸລະກິດ ກໍຄື ເປັນຕົວ ແທນຂາຍພິກກີ້ບີ ສາມາດຕິດຕໍ່ ໄດ້ທີ່ເບີ 020 99991411 ຫລື ສາຍດ່ວນ 1406 ໄດ້ທຸກເວລາ. ຂ່າວ: ກິດຕາ ຂປລ. ແຫລ່ງຂ່າວຈາກແຂວງ ຫລວງນ້ຳທາ ໃຫ້ຮູ້ວ່າ: ຫ້ອງການ ແຜນການ-ລົງທຶນເມືອງນາແລ ແລະ ຫ້ອງການກະສິກໍາ-ປ່າໄມ້ ເມືອງນາແລ ແຂວງຫລວງນໍ້າທາ ເຊັນສັນຍາການສົ່ງເສີມປູກສາລີ ແຂງ ຢູ່ເມືອງນາແລ ກັບວິສາຫະກິດ ຫວງຮາຍຊຽວ ສົ່ງເສີມການຜະລິດ ກະສິກຳສ່ວນບຸກຄົນ ໃນທ້າຍອາ ທິດຜ່ານມາ. ຕາງໜ້າເຊັນໂດຍທ່ານ ທອງໃສ ທອງສະໄໝ ຫົວໜ້າຫ້ອງ ການແຜນການ-ການລົງທຶນເມືອງ, ທ່ານ ອຸດົມພອນ ປັນຖາວອນ ຫົວ ໜ້າຫ້ອງການກະສິກໍາ-ປ່າໄມ້ເມືອງ ນາແລ ແລະ ທ່ານ ຫວງຮາຍຊຽວ ຜູ້ລົງທຶນໃນການສົ່ງເສີມປູກສາລີ ແຂງ, ມີທ່ານ ຄໍາພອຍ ແກ້ວບົວພາ ກໍາມະ ຮອງເຈົ້າເມືອງ ພ້ອມດ້ວຍ ຂະແໜງການທີ່ກ່ຽວຂ້ອງ ແລະ ອົງ ການປົກຄອງບ້ານ ເຂົ້າຮ່ວມ. ການສົ່ງເສີມປູກສາລີແຂງ ແມ່ນ ຈະປູກຢູ່ພາຍໃນ 10 ບ້ານ ຂອງ ເມືອງນາແລ ແຂວງຫລວງນໍ້າທາ, ເຊິ່ງແນວພັນ ແມ່ນທາງຜູ້ລົງທຶນ ຈະສະໜອງໃຫ້ ພ້ອມທັງເກັບຄ່າ ແນວພັນຄືນ ພາຍຫລັງທີ່ໄດ້ຮັບຜົນ ຜະລິດ. ສຳລັບການເກັບຊື້ຜົນຜະ ລິດນໍາຊາວກະສິກອນ ໃນແຕ່ລະ ບ້ານທີ່ໄດ້ຮັບການສົ່ງເສີມຕາມລາ ຄາຄໍ້າປະກັນ 2.000 ກີບ/kg ປະ ເພດຕາກແຫ້ງ (ຄວາມຊຸມຊື່ນ 13%), ຖ້າລາຄາໃນທ້ອງຕະຫລາດ ສູງເກີນລາຄາຄໍ້າປະກັນຜູ້ສົ່ງເສີມ ຈະຕ້ອງໄດ້ເກັບຊື້ຕາມລາຄາທ້ອງ ຕະຫລາດ. ໂອກາດດຽວກັນ, ທ່ານ ຄໍາພອຍ ແກ້ວບົວພາ ໄດ້ຍົກໃຫ້ຮູ້ເຖິງການ ລົງທຶນຢູ່ເມືອງນາແລ ໃນໄລຍະ ຜ່ານມາ ມີທັງຂໍ້ດີຂໍ້ຄົງຄ້າງທີ່ຈະ ຕ້ອງພ້ອມກັນຊຸກຍູ້ຊ່ວຍເຫລືອແກ້ ໄຂ ໂດຍເນັ້ນໃຫ້ຂະແໜງການທີ່ ກ່ຽວຂ້ອງລົງໃກ້ຊິດຕິດແທດໃນ ການຄຸ້ມຄອງການ ຈັດຕັ້ງປະຕິບັດ ການລົງທຶນແຕ່ເລີ່ມຕົ້ນຈົນສໍາເລັດ ການລົງທຶນ, ຜູ້ລົງທຶນຈະຕ້ອງປະຕິ ບັດຕາມບົດບັນທຶກສັນຍາປະຕິບັດ ຕາມເງື່ອນໄຂຕາມສະພາບຄວາມ ເປັນຈິງຂອງທ້ອງຖິ່ນ ທັງນີ້ກໍເພື່ອ ເປັນການສ້າງວຽກເຮັດງານທໍາໃຫ້ ປະຊາຊົນ ແລະ ສ້າງລາຍຮັບເຂົ້າສູ່ ຄອບຄົວ ເພື່ອແກ້ໄຂຊີວິດການເປັນ ຢູ່ຂອງປະຊາຊົນ ໃຫ້ດີຂຶ້ນກວ່າເກົ່າ ທັງນີ້ກໍເພື່ອເຮັດໃຫ້ທັງສອງຝ່າຍດຳ ເນີນໂຄງການ ສຳເລັດໄປຕາມລະ ດັບຄາດໝາຍທີ່ວາງໄວ້. ຂ່າວ: ພອນທິບ ພິລາວັນ lqj'glu,x6dlk]uc0' 16j 10 [hko 0v'g,nv'okc]
RkJQdWJsaXNoZXIy MTc3MTYxMQ==