xtgmf]k; 3 27/06/2023 0kj ; c]t gsfdko *** ອ່ານຕໍ່ສະບັບໜ້າ *** dh k;l6 j ]t[q [75 h ,7v'dkog'y ocsj ']a f gxa oma oltw\mu j ,u 7;k,g0A ,c0'F 3xj '.l gxa ofu 9y 8vo c]t p5 8y me ໂດຍ: ຢ່າຕົ່ງ ບົດສະເໜີ ໂດຍ: ສຸພາສະຫວັນ ໂດຍ: ຄ້ອງໃໝ່ dkptlyo]k; g8u[.spj8yfraodkoxt8y;af-kf c]t dkorafmtok.ow]pt.\j ]af lqj'glu,dkox6dw,h c]t g7nvj 'xkj 0v'f'q * ການປູກໄມ້ ພວມເປັນຂະບວນ ຟົດຟື້ນດີ, ຝົນຕົກມາອໍານວຍ, ລວມ ທັງການກະກຽມຜະລິດລະດູຝົນ ກໍ່ພວມຄຶກຄື້ນ. ຕົ້ນໄມ້ໃບຫຍ້າ ເບິ່ງ ຄືຈັ່ງວ່າຂຽວຂຶ້ນກວ່າເກົ່າ ພາຍ ຫລັງຝົນຮໍາຫລາຍຫ່າ ເປັນອັນສະ ຫວ່າງຕາ ເມື່ອຍາມໄດ້ແນມ. ຫລາຍ ບົດຜ່ານມາ ໃນເດືອນພຶດສະພາມິຖຸນາ ໄດ້ຍົກເອົາການປູກໄມ້ ໃຫ້ ເປັນປ່າ-ເປັນຮົ່ມ, ເປັນໄມ້ໃຊ້ສອຍ, ເປັນຢາ...ມີຄໍາເຫັນຈໍານວນໜຶ່ງ ຢາກໃຫ້ເວົ້າຕື່ມ ໂດຍສະເພາະນະ ໂຍບາຍຂອງລັດຕໍ່ວຽກງານປູກໄມ້ ຫລໍາໄປຫລໍາມາ ເພື່ອຊຸກຍູ້ສົ່ງເສີມ ການປູກໄມ້, ເຄື່ອງປ່າຂອງດົງ ຕະ ຫລອດການຟື້ນຟູປ່າ ເພີ່ມເນື້ອທີ່ ສີຂຽວໃນອັດຕາສ່ວນໃຫຍ່ໃນທົ່ວ ປະເທດ. ໃນປີ 2023, ຂະແໜງການທີ່ ກ່ຽວຂ້ອງຂອງລັດ ສົມທົບທຸກພາກ ສ່ວນກ່ຽວຂ້ອງ ພາກລັດ-ເອກະຊົນ ເອົາໃຈໃສ່ປຸກລະດົມແຕ່ຫົວທີ ເພື່ອ ຊຸກຍູ້ສົ່ງເສີມຂະແໜງການຕ່າງໆ ທີ່ກ່ຽວຂ້ອງທັງສູນກາງ ແລະ ທ້ອງ ຖິ່ນ ພ້ອມກັນປູກໄມ້ໃຫ້ໄດ້ຕາມແຜນ ການທີ່ວາງເອົາໄວ້ 3.000 ກວ່າ ເຮັກຕາ ເພື່ອເປັນການສືບຕໍ່ແຜນປູກ ໄມ້ໃນໄລຍະ 5 ປີ ແຕ່ 2021-2025 ໃຫ້ໄດ້ທັງໝົດ 2 ແສນເຮັກຕາ. ເວົ້າກ່ຽວກັບການປູກໄມ້, ພັກ- ລັດ ມີແນວທາງ-ນະໂຍບາຍຈະ ແຈ້ງ ໃນການສົ່ງເສີມ. ກົດໝາຍ ວ່າດ້ວຍປ່າໄມ້ ສະບັບປັບປຸງ ປີ 2019 ມາດຕາ 94 ການປູກໄມ້ ແລະ ເຄື່ອງປ່າຂອງດົງ ລະບຸແຈ້ງ ວ່າບຸກຄົນ, ຄອບຄົວ, ນິຕິບຸກຄົນ ຫລື ການຈັດຕັ້ງ ໄດ້ຮັບການສົ່ງ ເສີມປູກໄມ້ ແລະ ເຄື່ອງປ່າຂອງດົງ ເພື່ອເປັນສິນຄ້າ ແລະ ຕອບສະ ໜອງວັດຖຸດິບ ໃຫ້ແກ່ໂຮງງານ ອຸດສາຫະກໍາປຸງແຕ່ງ...ການປູກ ໄມ້ ແລະ ເຄື່ອງປ່າຂອງດົງ ຕ້ອງ ດໍາເນີນໃນສະຖານທີ່ທີ່ກໍານົດໃຫ້ ແລະ ຕ້ອງປະຕິບັດໃຫ້ຖືກຕ້ອງຕາມ ທີ່ໄດ້ກໍານົດໄວ້ໃນມາດຕາ 57 (ການກໍານົດເຂດຟື້ນຟູປ່າໄມ້, ປູກ ໄມ້ ແລະ ການເລືອກພັນໄມ້ທີ່ຈະ ປູກ) ຂອງກົດໝາຍປ່າໄມ້; ສໍາລັບ ບຸກຄົນ, ຄອບຄົວ, ນິຕິບຸກຄົນ ຫລື ການຈັດຕັ້ງ ທີ່ມີຈຸດປະສົງປູກໄມ້ ເປັນສິນຄ້າ ໃສ່ເນື້ອທີ່ດິນທີ່ຕົນໄດ້ ຮັບສິດນໍາໃຊ້ຢ່າງຖືກຕ້ອງຕາມ ກົດໝາຍສາມາດດໍາເນີນໄດ້ ໂດຍ ບໍ່ຕ້ອງຂໍອະນຸຍາດ. ມາດຕາ 60 (ປັບປຸງ) ການ ສົ່ງເສີມການປູກໄມ້ ແລະ ເຄື່ອງປ່າ ຂອງດົງ: ລັດສົ່ງເສີມບຸກຄົນ, ຄອບ ຄົວ, ນິຕິບຸກຄົນ ຫລື ການຈັດຕັ້ງ ປູກໄມ້ ແລະ ເຄື່ອງປ່າຂອງດົງ ເພື່ອ ປົກປັກຮັກສາສິ່ງແວດລ້ອມ ແລະ ເປັນສິນຄ້າ ດ້ວຍການວາງນະໂຍ ບາຍທີ່ເໝາະສົມຕໍ່ການປູກ, ການ ລົງທຶນ ພາຍໃນ ແລະ ຕ່າງປະ ເທດ. ສໍາລັບນະໂຍບາຍນັ້ນ ຂຶ້ນກັບເປົ້າ ໝາຍຂອງການປູກໄມ້ ໃນແຕ່ລະປະ ເພດ ດັ່ງນີ້: 1. ການປູກໄມ້ ແລະ ເຄື່ອງປ່າຂອງດົງ ເພື່ອເປັນສິນຄ້າ ສາມາດດໍາເນີນໃນເຂດປ່າຊຸດໂຊມ ແລະ ທີ່ດິນປ່າປອກໂຫລ້ນໃນເຂດ ປ່າຜະລິດທີ່ລັດຈັດສັນໃຫ້ ຫລື ທີ່ ດິນຂອງບຸກຄົນ, ນິຕິບຸກຄົນ ຫລື ການຈັດຕັ້ງທີ່ລັດໄດ້ໃຫ້ສິດນໍາໃຊ້ ທີ່ດິນ. ສໍາລັບປ່າປູກ ທີ່ຂຶ້ນທະບຽນ ຢ່າງຖືກຕ້ອງຕາມກົດໝາຍນັ້ນ ຜູ້ ເປັນເຈົ້າຂອງຈະໄດ້ຮັບນະໂຍບາຍ ຍົກເວັ້ນຄ່າທໍານຽມການນໍາໃຊ້ທີ່ ດິນ, ຍົກເວັ້ນຄ່າບູລະນະປ່າໄມ້ ແລະ ຄ່າຊັບພະຍາກອນປ່າໄມ້, ສາ ມາດມອບໂອນ, ສືບທອດ ແລະ ເປັນ ຫລັກຊັບຄໍ້າປະກັນ, ໄດ້ຮັບການ ທົດແທນຄ່າເສຍຫາຍ ໃນກໍລະນີທີ່ ລັດຕ້ອງການນໍາໃຊ້ທີ່ດິນຕອນດັ່ງ ກ່າວ ເພື່ອເປົ້າໝາຍອື່ນ, ຊຸກຍູ້ທະ ນາຄານປ່ອຍສິນເຊື່ອໄລຍະຍາວ ດ້ວຍການກໍານົດດອກເບ້ຍທີ່ເໝາະ ສົມ ແລະ ນະໂຍບາຍອື່ນໆຕາມກົດ ໝາຍ; 2. ການປູກປ່າເພື່ອຈຸດປະສົງ ປົກປັກຮັກສາສິ່ງແວດລ້ອມ, ສາທາ ລະນະປະໂຫຍດ ໃນຕົວເມືອງ ແລະ ຊຸມຊົນ, ແຫລ່ງນໍ້າ, ຊີວະນາໆພັນ ແລະ ສົ່ງເສີມການບໍລິການທາງ ດ້ານລະບົບນິເວດປ່າໄມ້ ສາມາດດໍາ ເນີນໄດ້ໃນເຂດປ່າຊຸດໂຊມ ແລະ ທີ່ ດິນປ່າປອກໂຫລ້ນໃນປ່າປ້ອງກັນ, ປ່າສະຫງວນ, ບໍລິເວນແຄມນໍ້າ ແລະ ສະຖານທີ່ທີ່ລັດຈັດສັນໃຫ້ແຕ່ບໍ່ອະ ນຸຍາດໃຫ້ຂຸດຄົ້ນ ແລະ ນໍາໃຊ້ເພື່ອ ເປົ້າໝາຍທາງດ້ານການຄ້າ, ອະນຸ ຍາດໃຫ້ນໍາໃຊ້ຕາມປະເພນີໄດ້ໃນ ເຂດຄຸ້ມຄອງການນໍາໃຊ້ເທົ່ານັ້ນ..; 3. ເຄື່ອງປ່າຂອງດົງທີ່ປູກໃນປ່າ ປ້ອງກັນ ແລະ ປ່າສະຫງວນ ໃນເຂດ ຄຸ້ມຄອງການນໍາໃຊ້ທີ່ລັດຈັດສັນ ໃຫ້ນັ້ນ ສາມາດນໍາໃຊ້ໄດ້ແຕ່ບໍ່ໃຫ້ ສົ່ງຜົນກະທົບຕໍ່ແຫລ່ງນໍ້າ, ຊີວະ ນາໆພັນ ແລະ ສິ່ງແວດລ້ອມ. ເວົ້າລວມ, ລັດ ສົ່ງເສີມຢ່າງສອດ ຄ່ອງກັບສະພາບພັດທະນາເສດຖະ ກິດ-ສັງຄົມ ກ່ຽວກັບການປູກໄມ້ ແລະ ເຄື່ອງປ່າຂອງດົງ. ການມີແຕ່ ຂຸດຄົ້ນ ໂດຍບໍ່ມີການປູກຊອນ ແລະ ທົດແທນ, ຈະມີແຕ່ນັບມື້ດັບສູນ ພັນ. ການຂຸດຄົ້ນ-ນໍາໃຊ້ ໃຫ້ບໍ່ມີບົກ ແຫ້ງແມ່ນສໍາຄັນທີ່ສຸດຕໍ່ການພັດ ທະນາຕາມຍືນຍົງ ແລະ ສີຂຽວ. ເອົາຄືດັ່ງຄໍາອວຍພອນລາວເຮົາ ທີ່ວ່າກິນບໍ່ບົກ ຈົກບໍ່ລົງ...ໃນພຶດ ຕິກໍາຕົວຈິງ ກໍ່ຕ້ອງທັງກິນ-ທັງໃຊ້- ທັງຫາມາທົດແທນທ້ອນໄວ້ ຈຶ່ງຈະ ບໍ່ບົກບໍ່ລົງ. ທຸກມື້ນີ້ ເຄື່ອງປ່າຂອງ ດົງບໍ່ແມ່ນແຕ່ຫາມາກິນພາຍໃນ ຄອບຄົວ ຫລື ແຈກຢາຍພີ່ນ້ອງ ອ້ອມແອ້ມ, ແຕ່ເອົາມາເປັນສິນຄ້າ ຂາຍເອົາລາຍຮັບເຂົ້າຄອບຄົວ... ຖ້າບໍ່ຫລັກແຫ່ງການຂຸດຄົ້ນ ແລະ ບໍ່ ມີການປູກຕື່ມ ບໍ່ມື້ໃດມື້ໜຶ່ງ ເຄື່ອງປ່າ ຂອງດົງອັນມີຄ່າທັງເປັນອາຫານ ແລະ ເປັນຢາ ກໍ່ຈະຄ່ອຍໝົດໄປ. * “ໃນທ່າມກາງສົງຄາມຕີຕ້ານ ພວກຈັກກະພັດຜູ້ຮຸກຮານພວມຟົດ ເດືອດນັ້ນ, ເຂດປົດປ່ອຍເມືອງວຽງ ໄຊ ໄດ້ຮັບການຕ້ອນຮັບຄະນະກາ ຍະສິນ ແລະ ສິລະປະ ຂອງບັນດາ ປະເທດເພື່ອນມິດ ເຊັ່ນ: ສສ ຫວຽດ ນາມ, ອະດີດສະຫະພາບໂຊວຽດ, ສປ ຈີນ, ສ ກູບາ… ເຊິ່ງຜ່ານການສະ ແດງປຸກລະດົມສ້າງບັນຍາກາດ ຢູ່ ຕາມສໍານັກງານອົງການ, ກອງທະ ຫານ ແລະ ຕາມບ້ານປະຊາຊົນ ປະ ກົດວ່າສິລະປະກາຍະສິນ ໄດ້ກາຍ ເປັນສິລະປະຍອດນິຍົມຂອງຜູ້ຄົນ ທົ່ວໄປ ໂດຍສະແດງເຖິງຄວາມ ເຂັ້ມແຂງ, ອ່ອນຊ້ອຍ, ທັງງຶດງໍ້ອັດ ສະຈັນ ແລະ ມີທັງຕະຫລົກຊວນ ຫົວ ເຮັດໃຫ້ຜູ້ຊົມມີຄວາມປະທັບໃຈ ເປັນຢ່າງຍິ່ງ”. ນີ້ແມ່ນບາງຄໍາເວົ້າ ຂອງທ່ານນາງ ວອນວິໄລ ລັດຖະ ຟ້າສະຫວ່າງ ອໍານວຍການກອງກາ ຍະສິນແຫ່ງຊາດ ກະຊວງຖະແຫລງ ຂ່າວ, ວັດທະນະທໍາ ແລະ ທ່ອງ ທ່ຽວ ທີ່ໃຫ້ສໍາພາດຕໍ່ນັກຂ່າວສໍາ ນັກຂ່າວສານປະເທດລາວ ເນື່ອງ ໃນໂອກາດວັນສ້າງຕັ້ງກອງກາຍະ ສິນແຫ່ງຊາດຄົບຮອບ 57 ປີ. ທ່ານນາງ ວິໄລວອນ ລັດຖະຟ້າ ສະຫວ່າງ ໃຫ້ສໍາພາດວ່າ: ກ່ອນໜ້າ ນີ້, ປະມານ 57 ປີຄືນຫລັງ, ສະພາບ ການຕໍ່ສູ້ ເພື່ອຍາດເອົາເອກະລາດ ມາສູ່ມືປະຊາຊົນມີຄວາມດຸເດືອດ ຂ່ຽວຂາດ ແລະ ພົບຄວາມຫຍຸ້ງຍາກ ໃນອຸປະສັກນາໆປະການ, ໂດຍພາຍ ໃຕ້ການຊີ້ນຳ ເອົາໃຈໃສ່ຢ່າງໃກ້ສິດ ຕິດແທດ ແລະ ອົບຮົມບົ່ມສອນຈາກ ຄະນະໂຄສະນາອົບຮົມວັດທະນະ ທຳຢ່າງເອົາຈິງເອົາຈັງ, ໃນວັນທີ 20 ມິຖຸນາ 1966 ໜ່ວຍກາຍະສິນ ຈຶ່ງໄດ້ຮັບການສ້າງຕັ້ງຂຶ້ນຢ່າງເປັນ ທາງການທີ່ພູແຄ, ເມືອງວຽງໄຊ, ແຂວງຫົວພັນ. ໂດຍໄດ້ຮັບຄວາມ ຊ່ວຍເຫລືອ ຈາກພັກ-ລັດຖະບານ ຫວຽດນາມ ໃນການຊ່ວຍສ້າງຝຶກ ອົບຮົມໜ່ວຍກາຍະສິນໃຫ້ແກ່ລາວ ກະຊວງວັດທະນະທຳຫວຽດນາມ ກໍໄດ້ສົ່ງຊ່ຽວຊານຈາກກອງກາຍະ ສິນສູນກາງ ມາຮ່ວມມືກັບຄະນະ ໂຄສະນາອົບຮົມ ແລະ ວັດທະນະ ຮໍ່າຮຽນຍາວນານລະບົບ 4 ປີ ຕາມ ຫລັກສູດຊັ້ນກາງຂອງໂຮງຮຽນ ກາຍະສິນຫວຽດນາມ. ອໍານວຍການກອງກາຍະສິນ ແຫ່ງຊາດກ່າວວ່າ: ໃນເວລານັ້ນ, ສຳ ລັບນັກຮຽນທີ່ຝືກຊ້ອມຮໍ່າຮຽນຢູ່ ເຂດປົດປ່ອຍ ກໍພວມຢູ່ໃນແປວໄຟ ສົງຄາມ, ປະສົບກັບສຽງລະເບີດ, ລູກບົມຂອງຈັກກະພັດຜູ້ຮຸກຮານບໍ່ ເວັ້ນແຕ່ລະວັນ, ຈະຫາອຸປະກອນ ເພື່ອມາຝືກແອບວິຊາກາຍະສິນນັ້ນ ມັນເປັນເລື່ອງທີ່ຫາຍາກເຊັ່ນ: ຜ້າ ເສື່ອປູພື້ນຝຶກແອບພື້ນຖານ, ການຕີ ລັງກາ, ອຸປະກອນໝາກໂຍນຕ່າງໆ ກໍ່ບໍ່ພຽງພໍ, ແຕ່ຜູ້ຊ່ຽວຊານກໍໄດ້ໃຊ້ ວັດຖຸທຳມະຊາດມາໝູນໃຊ້ເຂົ້າໃນ ການຫັດແອບ, ເອົາຖໍ້າເປັນບ່ອນຝຶກ ຊ້ອມ, ສະຖານທີ່ກໍຄັບແຄບ, ແສງ ສະຫວ່າງກໍບໍ່ພຽງພໍ, ມັດເຊືອກໃສ່ ຕາມຫງ່າໄມ້ ເພື່ອຈ່ອງດຶງຮັບປະ ກັນໃນການຝືກແອບຮ່າງກາຍ, ເພາະວ່າທຸກຄົນ ບໍ່ເຄີຍຮູ້ເຫັນວິຊານີ້ ມາກ່ອນ, ຕ້ອງໄດ້ດັດປັບຮ່າງກາຍ ໃຫ້ເຂັ້ມແຂງ ແລະ ອ່ອນ ເໝືອນ ຄົນບໍ່ມີກະດູກ ຈິ່ງເຮັດໃຫ້ ເຈັບປວດ ທົ່ວຮ່າງກາຍ, ບາງຄັ້ງກໍເລືອດຕົກ ຢາງອອກ, ການທະນຸບຳລຸງສຸຂະ ພາບກໍບໍ່ພຽງພໍ, ຊໍ້າບໍ່ໜຳຍັງຖືກ ໂຈນອາກາດຍິງ ທຳລາຍຖືກສຳ ນັກງານຂອງກອງກາຍະສິນ, ອຸປະ ກອນທີ່ນຳເອົາມາແຕ່ຫວຽດນາມທີ່ ກຳລັງຝຶກແອບກັນຢູ່ນັ້ນກໍ່ຖືກໄຟ ໄໝ້ສູນເສຍໝົດ. dv'xt-5,ltw\lk,aogmnjvmu 5 0v'ltrkcsj'-kf -5fmu IX fegouowxfh;p[aopkdkf2qf2No ທຳ ເພື່ອຄັດເລືອກເອົານັກຮຽນເພດ ຍິງອາຍຸແຕ່ 8-18 ປີ, ນັກຮຽນຊາຍ ອາຍຸແຕ່ 15- 25 ປີ. ໃນນັ້ນ, ໄດ້ ເລືອກເປັນ 2 ໜ່ວຍຄື: ໜ່ວຍທີໜຶ່ງ ແມ່ນເລືອກເອົາ 12 ຄົນ (ຍິງ 5 ຄົນ) ໄປຝຶກແອບຮໍ່າຮຽນຢູ່ລາວແບບ ເລັ່ງລັດ, ອຸປະກອນກະທັດລັດເບົາ ບາງ ຊຶ່ງສາມາດເປ້ ຫລື ແບກໄປ ເຄື່ອນໄຫວໄດ້ ແລະ ໜ່ວຍທີສອງ ແມ່ນຄັດເລືອກຕື່ມອີກຈຳນວນ 14 ຄົນ (ຍິງ 5 ຄົນ) ເພື່ອສົ່ງໄປຝຶກແອບ * ກອງປະຊຸມສະໄໝສາມັນ ເທື່ອທີ 5 ຂອງສະພາແຫ່ງຊາດຊຸດ ທີ IX ໄດ້ດຳເນີນຢ່າງຟົດຟື້ນທ່າມ ກາງສະພາບຝົນຕົກລະດັບຄ່ອຍໃນ ຕອນເຊົ້າວັນທີ 26 ມິຖຸນາ 2023 ເຊິ່ງ ນັບແຕ່ເວລາ 7:30 ໂມງ ບັນດາ ການນຳພັກ-ລັດ, ອະດີດການນຳ, ສະມາຊິກສະພາແຫ່ງຊາດ ແຕ່ລະ ເຂດເລືອກຕັ້ງ, ແຂກຖືກເຊີນຕ່າງ ກໍຖະຍ່ອຍເຂົ້າສູ່ຫໍສະພາແຫ່ງຊາດ ດ້ວຍຂະບວນລົດນຳໜ້າຂອງເຈົ້າ ໜ້າທີ່ ແລະ ເວລາ 8:00 ໂມງ ກໍ່ກ້າວ ສູ່ກອງປະຊຸມຢ່າງເປັນທາງການ ເພື່ອເຮັດໃຫ້ກອງປະຊຸມຄັ້ງນີ້ ປະ ສົບຜົນສໍາເລັດຕາມຄາດໝາຍທີ່ ວາງໄວ້. ກອງປະຊຸມສະໄໝສາມັນເທື່ອ ທີ 5 ຂອງສະພາແຫ່ງຊາດຊຸດທີ IX ເປັນກອງປະຊຸມທີ່ມີບັນຍາດຟົດ ຟຶ້ນກວ່າຫລາຍຄັ້ງຜ່ານມາ ເນື່ອງ ຈາກບັນຫາການແພ່ລະບາດຂອງ ພະຍາດໂຄວິດ-19 ໄດ້ຫລຸດລົງ ແລະ ມີການຫລຸດຜ່ອນຫລາຍມາດ ຕະການ ໂດຍບັນດາການນຳ, ສະມາ ຊິກສະພາ ເມື່ອໄດ້ພົບໜ້າພໍ້ຕາກັນ ກໍ່ໄດ້ທັກທາຍສະບາຍດີ ດ້ວຍຄວາມ ຍິ້ມແຍ້ມແຈ້ມໃສ, ຖາມຂ່າວເຊິ່ງ ກັນ ແລະ ກັນດ້ວຍຄວາມອົບອຸ່ນ. ພິ ເສດທາງໃນຫ້ອງປະຊຸມ ຖືກຕົບ ແຕ່ ປະກັບປະດາດ້ວຍດອກໄມ້ຢ່າງ ສວຍງາມ, ຕິດຄຳຂວັນການດຳ ເນີນກອງປະຊຸມ, ໂຕະ, ຕັ່ງກໍ່ຖືກຈັດ ເປັນລະບຽບ, ຕິດຊື່ການນຳແຕ່ລະ ທ່ານ, ຊື່ບັນດາ ສສຊ ແຕ່ລະເຂດ ເລືອກຕັ້ງຢ່າງເປັນລະບຽບຈົບງາມ. ຂະນະທີ່ພາຍນອກຂອງການດຳ ເນີນກອງປະຊຸມຄັ້ງນີ້ ກໍ່ໄດ້ມີການ ປ້ອງຄວາມປອດຈາກອ້າຍນ້ອງກຳ ລັງ ປກສ-ປກຊ ຢູ່ຕະຫລອດ. ຢ່າງ ໃດກໍ່ດີສຳລັບອ້າຍນ້ອງນັກຂ່າວ ໜັງສືພິມ, ວິທະຍຸ, ໂທລະພາບຈາກ ທຸກສຳນັກງານກໍ່ໄດ້ກຽມຄວາມ ພ້ອມທາງດ້ານອຸປະກອນ ໃນວິຊາ ຊີບຕົນເຂົ້າຮັບໃຊ້ກອງປະຊຸມຢ່າງ ຈູບຈ້າວຫ້າວຫັນ, ຜູ້ຮັບໜ້າທີ່ຖ່າຍ ພາບກໍ່ໄດ້ຕັ້້ງໃຈຖ່າຍພາບຈາກມູນ ນີ້ສູ່ມູນນັ້ນ ເພື່ອໄດ້ພາບທີ່ສວຍ ງາມຕາມຄວາມຕ້ອງ. ຂະນະທີ່ຜູ້ ຮັບໜ້າທີ່ຂຽນຂ່າວກໍ່ໄດ້ເປີດຄອມ, ບັນທຶກສຽງ ເພື່ອເອົາຂໍ້ມູນມາຂຽນ ຂ່າວໃຫ້ໄດ້ຂ່າວທີ່ເດັ່ນ ແລະ ມີເນື້ອ ໃນຄົບຖວ້ນ. ນອກຈາກນີ້, ໜ່ວຍ ງານສາຍດ່ວນໃນກອງປະຊຸມກໍ່ ພ້ອມທີ່ຈະຮັບເອົາຄຳສະເໜີຕ່າງໆ ຈາກຈາກປະຊາຊົນ, ພະນັກງານ, ທະຫານ, ຕຳຫລວດ ທີ່ໂທຜ່ານ ສາຍດ່ວນ 156 ໄປຍັງກອງປະຊຸມ ເພື່ອໃຫ້ລັດຖະບານກໍ່ຄືພາກສ່ວນ ກ່ຽວຂ້ອງພິຈາລະນາແກ້ໃນຕໍ່ໜ້າ. ຢ່າງໃດກໍ່ດີ ພາຍຫລັງຄະນະປະ ທານກອງປະຊຸມເຂົ້າສູ່ເວທີ ກອງ ປະຊຸມ, ກໍ່ໄດ້ບັນເລງເພງຊາດ ແລະ ເຄົາລົບທຸງຊາດ, ຈາກນັ້ນ ທ່ານ ປະທານສະພາແຫ່ງຊາດ ໄຊ ສົມພອນ ພົມວິຫານ ກໍ່ໄດ້ກ່າວສູນ ທອນພົດ ເປີດກອງປະຊຸມຢ່າງເປັນ ທາງ ແລະ ດຳເນີນໄປຕາມວາຂອງ ກອງປະຊຸມ ໂດຍຈະດຳເນີນຈົນ ເຖິງວັນທີ 18 ກໍລະກົດ 2023 ນີ້. ຕະຫລອດໄລຍະຂອງກອງປະຊຸມ ບັນດາສະມາຊິກສະພາແຫ່ງຊາດ ແຕ່ລະເຂດ ກໍ່ພ້ອມທີ່ຈະນຳເອົາຄຳ ສະເໜີຕ່າງໆຂອງປະຊາຊົນເຂດ ຕົນສູ່ກອງປະຊຸມຄັ້ງນີ້ ດ້ວຍຄວາມ ຮັບຜິດຊອບສູງ ເພື່ອໃຫ້ໄດ້ຮັບການ ແກ້ໄຂຕາມຄວາມເໝາະສົມ ແລະ ພິຈາລະນາຮັບຮອງເອົາບັນຫາສຳ ຄັນຕ່າງໆຂອງຊາດຕື່ມອີກ. ພາບປະກອບ
RkJQdWJsaXNoZXIy MTc3MTYxMQ==