5648

lkmk]tot]fa xt-kmxy tw8 xt-k-oq ]k; \oA pon K @ 0kj ; c]t gsfdko 27/06/2023 xtgmf]k; ກອງປະຊຸມສະໄໝສາມັນ... ລັດຖະບານສຸມໃສ່... ປະທານປະເທດ ຕ້ອນຮັບ... ນາຍົກລັດຖະມົນຕີ... ຂປລ. ກອງປະຊຸມສະໄໝສາ ມັນເທື່ອທີ 5 ຂອງສະພາແຫ່ງຊາດ ຊຸດທີ IX ໄດ້ໄຂຂຶ້ນຢ່າງເປັນທາງ ການ ໃນວັນທີ 26 ມິຖຸນາ 2023 ເຊິ່ງຈະໄດ້ດຳເນີນໄປຈົນຮອດວັນ ທີ 18 ກໍລະກົດ 2023, ພາຍໃຕ້ການ ເປັນປະທານຂອງທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງ ຊາດ, ໃຫ້ກຽດເຂົ້າຮ່ວມຂອງທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ, ປະທານປະເທດ ແຫ່ງ ສປປ ລາວ, ທ່ານ ສອນໄຊ ສີພັນດອນ ນາຍົກ ລັດຖະມົນຕີ, ມີບັນດາການນຳພັກລັດ, ພ້ອມດ້ວຍບັນດາສະມາຊິກສະ ພາແຫ່ງຊາດ ປະຈຳເຂດເລືອກຕັ້ງ ຕ່າງໆເຂົ້າຮ່ວມ. ໂອກາດດັ່ງກ່າວ, ທ່ານ ໄຊສົມ ພອນ ພົມວິຫານ ປະທານສະພາ ແຫ່ງຊາດ ໄດ້ກ່າວວ່າ: ກອງປະຊຸມ ຄັ້ງນີ້, ຈະໄດ້ພິຈາລະນາຮັບຮອງ ບັນດາເນື້ອໃນທີ່ສຳຄັນ ເປັນຕົ້ນ, ບົດ ລາຍງານໂດຍສັງເຂບຂອງທ່ານ ນາຍົກລັດຖະມົນຕີກ່ຽວກັບການ ເຄື່ອນໄຫວວຽກງານພົ້ນເດັ່ນຂອງ ລັດຖະບານ 6 ເດືອນຕົ້ນປີ ແລະ ສະເໜີທິດທາງແຜນວຽກຈຸດສຸມ 6 ເດືອນທ້າຍປີ 2023; ບົດລາຍ ງານຂອງລັດຖະບານກ່ຽວກັບການ ຈັດຕັ້ງປະຕິບັດແຜນພັດທະນາ ເສດຖະກິດ-ສັງຄົມ 6 ເດືອນ ຕົ້ນປີ ແລະ ແຜນການ 6 ເດືອນທ້າຍປີ 2023; ທິດທາງແຜນການລົງທຶນ ຂອງລັດປະຈຳປີ 2024; ບົດລາຍ ງານຂອງລັດຖະບານກ່ຽວກັບການ ຈັດຕັ້ງປະຕິບັດແຜນງົບປະມານ ແຫ່ງລັດ 6 ເດືອນຕົ້ນປີ ແລະ ແຜນ ການ 6 ເດືອນທ້າຍປີ 2023; ບົດ ລາຍງານຂອງລັດຖະບານ ກ່ຽວ ກັບການຈັດຕັ້ງປະຕິບັດແຜນເງິນຕາ 6 ເດືອນຕົ້ນປີ ແລະ ແຜນການ 6 ເດືອນທ້າຍປີ 2023; ບົດລາຍ ງານຂອງລັດຖະບານ ກ່ຽວກັບການ ຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າ ດ້ວຍການແກ້ໄຂຄວາມຫຍຸ້ງຍາກ ດ້ານເສດຖະກິດ-ການເງິນ; ບົດ ລາຍງານຂອງລັດຖະບານ ກ່ຽວກັບ ການຈັດຕັ້ງປະຕິບັດວາລະແຫ່ງ ຊາດ ວ່າດ້ວຍການແກ້ໄຂບັນຫາ ຢາເສບຕິດ; ບົດລາຍງານຂອງລັດ ຖະບານກ່ຽວກັບຮ່າງຍຸດທະສາດ ການພັດທະນາແຮ່ທາດ 10 ປີ (2021-2030) ແລະ ວິໄສທັດ ຮອດປີ 2035; ບົດລາຍງານຂອງ ລັດຖະບານ ກ່ຽວກັບການຈັດຕັ້ງປະ ຕິບັດຍຸດທະສາດການປົກປ້ອງ ສັງຄົມ; ບົດລາຍງານຂອງລັດຖະ ບານກ່ຽວກັບຍຸດທະສາດການຄຸ້ມ ຄອງນໍ້າ ແລະ ຊັບພະຍາກອນນໍ້າ ແຫ່ງຊາດຮອດປີ 2030; ບົດລາຍ ງານກ່ຽວກັບການປະເມີນຜົນການ ຈັດຕັ້ງປະຕິບັດກົດໝາຍຂົງເຂດ ຍຸຕິທໍາ 4 ສະບັບ; ໃນນີ້ມີຂົງເຂດ ສານປະຊາຊົນສູງສຸດ 2 ສະບັບ ຄື: ກົດໝາຍວ່າດ້ວຍສານປະຊາຊົນ, ກົດໝາຍວ່າດ້ວຍການດໍາເນີນຄະ ດີແພ່ງ ແລະ ຂົງເຂດຂອງອົງການ ໄອຍະການປະຊາຊົນສູງສຸດ 2 ສະ ບັບ ຄື: ກົດໝາຍວ່າດ້ວຍອົງການ ໄອຍະການປະຊາຊົນ ແລະ ກົດໝາຍ ວ່າດ້ວຍການດຳເນີນຄະດີອາຍາ; ພິຈາລະນາ, ຮັບຮອງເອົາການສ້າງ ແລະ ປັບປຸງກົດໝາຍຈຳນວນ 10 ສະບັບ ໃນນີ້ມີກົດໝາຍສ້າງໃໝ່ 4 ສະບັບຄື: ຮ່າງກົດໝາຍວ່າດ້ວຍ ວຽກງານສາທາລະນະສຸກ, ຮ່າງ ກົດໝາຍວ່າດ້ວຍການຈັດຫາງານ, ຮ່າງກົດໝາຍວ່າດ້ວຍອາກອນທີ່ ດິນ, ຮ່າງກົດໝາຍວ່າດ້ວຍເຍົາວະ ຊົນລາວ ແລະ ກົດໝາຍປັບປຸງ 6 ສະບັບ ຄື: ກົດໝາຍວ່າດ້ວຍທະນາ ຄານທຸລະກິດ, ກົດໝາຍວ່າດ້ວຍ ສັດນໍ້າ ແລະ ການປະມົງ, ກົດໝາຍ ວ່າດ້ວຍສັດປ່າ, ກົດໝາຍວ່າດ້ວຍ ການພີມຈໍາໜ່າຍ, ກົດໝາຍວ່າ ດ້ວຍການປົກປ້ອງສິດ ແລະ ຜົນປະ ໂຫຍດຂອງເດັກ ແລະ ກົດໝາຍວ່າ ດ້ວຍສານທະຫານ. ພ້ອມທັງຮັບຟັງ ບົດລາຍງານຂອງຄະນະປະຈຳສະ ພາແຫ່ງຊາດ ກ່ຽວກັບການຈັດຕັ້ງ ປະຕິບັດແຜນການເຄື່ອນໄຫວວຽກ ງານ ໃນໄລຍະແຕ່ກອງປະຊຸມສະ ໄໝສາມັນ ເທື່ອທີ 4 ຫາ ເທື່ອທີ 5 ແລະ ທິດທາງແຜນການຮອດກອງ ປະຊຸມສະໄໝສາມັນ ເທື່ອທີ 6 ຂອງສະພາແຫ່ງຊາດ ຊຸດທີ IX. ນອກນັ້ນ, ຍັງຈະໄດ້ຮັບຟັງການຊີ້ ແຈງຂອງພາກສ່ວນກ່ຽວຂ້ອງຈຳ ນວນໜຶ່ງ ຕໍ່ຄຳຊັກຖາມຂອງບັນດາ ສະມາຊິກສະພາແຫ່ງຊາດ. ທ່ານ ໄຊສົມພອນ ພົມວິຫານ ຍັງໄດ້ຮຽກຮ້ອງໃຫ້ທຸກພາກສ່ວນ ທີ່ກ່ຽວຂ້ອງ ຈົ່ງສືບຕໍ່ໃຫ້ການຮ່ວມ ມື ແລະ ສະໜອງຂໍ້ມູນຕໍ່ບັນດາເນື້ອ ໃນທີ່ຈະນຳເຂົ້າພິຈາລະນາ ແລະ ຮັບ ຮອງໃນກອງປະຊຸມຄັ້ງນີ້, ພ້ອມທັງ ຮຽກຮ້ອງໃຫ້ບັນດາສະມາຊິກສະ ພາແຫ່ງຊາດ ຈົ່ງໄດ້ນໍາໃຊ້ສິດປະຊາ ທິປະໄຕ ແລະ ເຊີດຊູຄວາມຮັບຜິດ ຊອບການເມືອງຂອງຕົນ ໃນການ ສຸມໃສ່ຄົ້ນຄວ້າຢ່າງເລິກເຊິ່ງ, ປະ ກອບສ່ວນປະກອບຄຳເຫັນຕໍ່ທຸກບັນ ຫາຢ່າງຖີ່ຖ້ວນ, ສ້າງສັນ, ພາວະວິ ໄສ, ມີເຫດມີຜົນ, ຮັດກຸມບົນພື້ນ ຖານແນວທາງນະໂຍບາຍ ຂອງພັກ, ກົດໝາຍຂອງລັດ ແລະ ສະພາບ ຄວາມເປັນຈິງທາງດ້ານເສດຖະ ກິດ-ສັງຄົມຂອງປະເທດເຮົາໃນປັດ ຈຸບັນ ເພື່ອເຮັດໃຫ້ເນື້ອໃນທີ່ນໍາມາພິ ຈາລະນາ, ຮັບຮອງຄັ້ງນີ້ມີຄຸນນະ ພາບ ແລະ ສາມາດນຳໄປຈັດຕັ້ງປະຕິ ບັດຢ່າງເປັນຮູບປະທຳຢ່າງແທ້ຈິງ. ຂ່າວ: ທະນູທອງ, ພາບ: ອ່າຍຄຳ ໃໝ່ໃຫ້ແຂງແຮງເລິກເຊິ່ງຮອບດ້ານ ແລະ ຊຸກຍູ້ການຂະຫຍາຍຕົວຂອງ ເສດຖະກິດ ໃຫ້ຕໍ່ເນື່ອງລຽນຕິດ ຕາມມະຕິກອງປະຊຸມໃຫຍ່ຂອງພັກ ຄັ້ງທີ XI ຂອງພັກກຳນົດໄວ້. ແຕ່ ການປະຕິບັດແຜນດັ່ງກ່າວ, ດຳເນີນ ໄປໃນເງື່ອນໄຂທີ່ສະພາບການ ສາກົນ, ພາກພື້ນ ແລະ ຢູ່ພາຍໃນປະ ເທດມີທັງຂໍ້ສະດວກ, ກາລະໂອ ກາດ, ຂໍ້ຫຍຸ້ງຍາກ ແລະ ສິ່ງທ້າທາຍ ຫລາຍປະການ. ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ລາຍງານຕໍ່ກອງ ປະຊຸມສະໄໝສາມັນ ເທື່ອທີ 5 ຂອງ ສະພາແຫ່ງຊາດ ຊຸດທີ IX ໃນວັນທີ 26 ມິຖຸນາ 2023 ນີ້ວ່າ: ໃນໄລຍະ 6 ເດືອນຕົ້ນປີນີ້, ລັດຖະບານໄດ້ຊຸກຍູ້ ໃຫ້ບັນດາຫົວໜ່ວຍການຜະລິດກະ ສິກຳ, ອຸດສາຫະກຳ ແລະ ການບໍລິ ການທີ່ເປັນທ່າແຮງ ເພື່ອປະກອບ ສ່ວນການຂະຫຍາຍຕົວຂອງເສດ ຖະກິດໃຫ້ດີຂຶ້ນ, ອີງໃສ່ການຄິດໄລ່ GDP ໃນ 6 ເດືອນຕົ້ນປີນີ້ ເສດ ຖະກິດແຫ່ງຊາດຈະຂະຫຍາຍຕົວ ຢູ່ໃນລະດັບບໍ່ຫລຸດ 4,8% (ໃນນີ້: ໄຕມາດ 1 ຂະຫຍາຍຕົວ 4,8% ແລະ ໄຕມາດ 2 ຄາດວ່າຈະຂະຫຍາຍ ຕົວ 4,9% ຄິດເປັນມູນຄ່າຕາມລາ ຄາໃນປີ ເທົ່າກັບ 118.467 ຕື້ກີບ ເທົ່າກັບ 51% ຂອງແຜນການປີ (ຕາມມະຕິສະພາແຫ່ງຊາດ: ໝົດປີ ໃຫ້ບັນລຸ 4,5% ເທົ່າກັບ 234.160 ຕື້ກີບ). ລັດຖະບານ ໄດ້ເພີ່ມທະວີການ ຄຸ້ມຄອງ ແລະ ຕ້ານການຮົ່ວໄຫລ ຂອງລາຍຮັບງົບປະມານແຫ່ງລັດ ດ້ວຍການສຸມໃສ່ການຫັນການ ເກັບລາຍຮັບເປັນທັນສະໄໝ ແລະ ອອກນິຕິກຳລຸ່ມກົດໝາຍຈຳນວນ ໜຶ່ງ, ສຸມໃສ່ສ້າງຖານອາກອນມູນ ຄ່າເພີ່ມໄດ້ 10.887 ຫົວໜ່ວຍ ໃນຈຳນວນທັງໝົດ 14.657 ຫົວ ໜ່ວຍໃນຂອບເຂດທົ່ວປະເທດ, ກວມເອົາ 74% ແລະ ໄດ້ຊຸກຍູ້, ບັງ ຄັບໃຫ້ຫົວໜ່ວຍທຸລະກິດຖືບັນຊີ ໃນ ພັນລະຍາ ແລະ ຄະນະ ຈະດໍາເນີນ ການຢ້ຽມຢາມຢ່າງເປັນທາງການ ຢູ່ ສປປ ລາວ ໃນລະຫວ່າງວັນທີ 2627 ມິຖຸນາ 2023, ເພື່ອເປັນການ ຮັດແໜ້ນສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມທີ່ມີມາ ຍາວນານ ລະຫວ່າງ ສປປ ລາວ ແລະ ມາເລເຊຍ. ຂປລ. ວັນທີ 26 ມິຖຸນາ 2023 ຢູ່ທຳນຽບປະທານປະເທດ, ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການ ເຂົ້າຍື່ນສານຕາຕັ້ງຂອງທ່ານ ປຣາຊ່ານຕ໌ ອາເກີວາລ໌ (Prashant AGRAWAL) ເອກອັກຄະລັດ ຖະທູດແຕ່ງຕັ້ງ ແຫ່ງ ສາທາລະນະ ລັດ ອິນເດຍ ປະຈໍາ ສປປ ລາວ ແລະ ທ່ານ ມຽດ ເທັດ ອູ (Myat Thet OO) ເອກອັກຄະລັດຖະ ທູດແຕ່ງຕັ້ງ ແຫ່ງ ສາທາລະນະລັດ ສະຫະພາບ ມຽນມາ ປະຈໍາ ສປປ ລາວ ເພື່ອດຳລົງຕຳແໜ່ງເປັນເອກ ອັກຄະລັດຖະທູດວິສາມັນ ຜູ້ມີອຳ ນາດເຕັມ ປະຈຳ ສປປ ລາວ. ໂອກາດນີ້, ທ່ານ ທອງລຸນ ສີສຸລິດ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຊົມເຊີຍ ທ່ານທູດທັງສອງທີ່ ໄດ້ຮັບຄວາມໄວ້ເນື້ອເຊື່ອໃຈຈາກ ລັດຖະບານ ກໍຄື ປະຊາຊົນຂອງຕົນ ທີ່ໄດ້ຖືກແຕ່ງຕັ້ງມາດຳລົງຕຳແໜ່ງ ເປັນເອກອັກຄະລັດຖະທູດວິສາມັນ ຜູ້ມີອຳນາດເຕັມຄົນໃໝ່ ປະຈຳ ສປປ ລາວ, ພ້ອມທັງສະແດງຄວາມ ເຊື່ອໝັ້ນວ່າດ້ວຍປະສົບການທາງ ດ້ານການທູດ, ບົດຮຽນ ແລະ ຄວາມ ຮູ້ຄວາມສາມາດທີ່ອຸດົມສົມບູນຂອງ ທ່ານທູດທັງສອງ ຈະເປັນຂົວຕໍ່ ເຮັດໃຫ້ສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີທີ່ມີມາແລ້ວນັ້ນ ສືບຕໍ່ໄດ້ຮັບການເສີມຂະຫຍາຍເຂົ້າ ສູ່ລວງເລິກ ແລະ ລວງກວ້າງ, ມີປະ ສິດທິພາບ ແລະ ປະສິດທິຜົນສູງສຸດ ໃນອະນາຄົດ. ພ້ອມກັນນີ້, ທ່ານປະ ທານປະເທດ ກໍໄດ້ຕີລາຄາສູງຕໍ່ສາຍ ພົວພັນມິດຕະພາບອັນຍາວນານ ລະ ຫວ່າງ ສປປ ລາວ-ສ ອິນເດຍ ແລະ ສປປ ລາວ-ສສ ມຽນມາ ທີ່ສືບຕໍ່ ໄດ້ຮັບການເສີມຂະຫຍາຍເປັນ ກ້າວໆມາ, ການນໍາຂັ້ນສູງສອງປະ ເທດ ໄດ້ມີການພົບປະແລກປ່ຽນ ການຢ້ຽມຢາມເຊິ່ງກັນ ແລະ ກັນ, ໄດ້ມີການຮ່ວມມືກັນກວມເອົາ ຫລາຍຂົງເຂດ ເປັນຕົ້ນ ການຄ້າ, ການລົງທຶນ, ກະສິກຳ, ພະລັງງານ, ການສຶກສາ, ການພັດທະນາຊັບພະ ຍາກອນມະນຸດ ແລະ ດ້ານອື່ນໆ, ໃຫ້ການສະຫນັບສະໝູນຊ່ວຍເຫລືອ ເຊິ່ງກັນ ແລະ ກັນ ໃນເວທີພາກພື້ນ ແລະ ສາກົນ. ພ້ອມດຽວກັນ, ກໍສະ ເໜີມາຍັງທ່ານທູດທັງສອງ ຈົ່ງສືບ ຕໍ່ປະສານສົມທົບຮ່ວມກັບພາກສ່ວນ ກ່ຽວຂ້ອງຂອງ ສປປ ລາວ ເພື່ອຊອກ ຫາຊ່ອງທາງ ແລະ ທ່າແຮງໃນການ ຂະຫຍາຍການສົ່ງເສີມການຮ່ວມ ມືດ້ານຕ່າງໆທີ່ມີຄວາມສົນໃຈ ຮ່ວມກັນ, ຊຸກຍູ້ການຈັດຕັ້ງປະຕິບັດ ບັນດາບົດບັນທຶກຄວາມເຂົ້າໃຈທີ່ ສອງຝ່າຍໄດ້ຮ່ວມກັນລົງນາມການ ຮ່ວມມືໃນດ້ານຕ່າງໆ ໃຫ້ປະກົດຜົນ ເປັນຈິງ, ເອົາໃຈໃສ່ຮ່ວມກັນສ້າງບັນ ດານິຕິກໍາຕ່າງໆ ທີ່ຈະເປັນພື້ນການ ໃຫ້ແກ່ການຄ້າ, ການລົງທຶນກໍຄື ການໄປມາຫາສູ່ກັນລະຫວ່າງປະ ຊາຊົນສອງປະເທດໃຫ້ມີປະສິດ ທິຜົນຍິ່ງຂຶ້ນ. ພ້ອມນີ້, ກໍສະເໜີໃຫ້ ທ່ານທູດທັງສອງ ໄປຢ້ຽມຢາມບັນ ດາແຂວງຕ່າງໆຂອງ ສປປ ລາວ ເພື່ອເບິ່ງການພັດທະນາຕົວຈິງຂອງ ແຂວງ, ຊ່ວຍຍາດແຍ່ງ ແລະ ຂົນ ຂວາຍບັນດານັກທຸລະກິດ-ນັກລົງ ທຶນ ທີ່ມີຄວາມສົນໃຈໃຫ້ເຂົ້າມາລົງ ທຶນຢູ່ ສປປ ລາວ ໃຫ້ຫລາຍຂຶ້ນ. ໃນ ໂອກາດນີ້, ທ່ານປະທານປະເທດໄດ້ ສະແດງຄວາມຂອບໃຈຕໍ່ການສະ ໜັບສະໜູນ ແລະ ຊ່ວຍເຫລືອ ສປປ ລາວ ໃນໄລຍະຜ່ານມາ, ເຊິ່ງໄດ້ປະ ກອບສ່ວນສຳຄັນເຂົ້າໃນການພັດ ທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ, ພ້ອມທັງໄດ້ແຈ້ງໃຫ້ຊາບ ກ່ຽວກັບ ສປປ ລາວ ກຳລັງກະກຽມ ຄວາມພ້ອມໃນການເປັນປະທານ ອາຊຽນ ໃນປີ 2024 ແລະ ຫວັງ ຢ່າງຍິ່ງວ່າ ຈະໄດ້ຮັບການສະໜັບ ສະໜູນຊ່ວຍເຫລືອ ແລະ ການຮ່ວມ ມື ຈາກບັນດາທູດທັງສອງ ເພື່ອເຮັດ ໃຫ້ການເປັນປະທານອາຊຽນຂອງ ສປປ ລາວ ປະສົບຜົນສໍາເລັດຢ່າງ ຈົບງາມ, ອວຍພອນໃຫ້ທ່ານທູດທັງ ສອງຈົ່ງປະສົບຜົນສໍາເລັດໃນການ ປະຕິບັດໜ້າທີ່ການທູດຢູ່ ສປປ ລາວ ໃນຄັ້ງນີ້. ໃນຂະນະດຽວກັນ, ທ່ານທູດ ຂອງທັງສອງປະເທດ ກໍໄດ້ສະແດງ ຄວາມຂອບໃຈຕໍ່ຄໍາເວົ້າອັນຈົບງາມ ຂອງທ່ານປະທານປະເທດ ແລະ ການຕ້ອນຮັບອັນອົບອຸ່ນໃນໂອ ກາດມາປະຕິບັດໜ້າທີ່ຢູ່ ສປປ ລາວ, ພ້ອມທັງສະແດງຢືນຢັນຈະສືບຕໍ່ ຊຸກຍູ້ສົ່ງເສີມການພົວພັນຮ່ວມມື ລະຫວ່າງ ປະເທດຂອງຕົນກັບ ສປປ ລາວ ໃຫ້ນັບມື້ໄດ້ຮັບການເສີມຂະ ຫຍາຍຂຶ້ນສູ່ບາດກ້າວໃໝ່ໃນອະ ນາຄົດ, ທັງນີ້ ກໍເພື່ອນໍາເອົາຜົນປະ ໂຫຍດສູງສຸດມາສູ່ປະຊາຊົນຂອງ ທັງສອງປະເທດ. ໃນຕອນບ່າຍວັນດຽວກັນ, ທ່ານ ປະທານປະເທດ ທອງລຸນ ສີສຸລິດ ກໍໄດ້ມອບສານຕາຕັ້ງໃຫ້ແກ່ທ່ານ ກິ່ງໂພແກ້ວ ພົມມະຫາໄຊ ຫົວໜ້າ ກົມເສດຖະກິດ, ກະຊວງການຕ່າງ ປະເທດ ເພື່ອດຳລົງຕຳແໜ່ງເປັນ ເອກອັກຄະລັດຖະທູດແຕ່ງຕັ້ງ ແຫ່ງ ສປປ ລາວ ໄປປະຈຳ ຣາຊະອານາ ຈັກ ແບນຊິກ ແລະ ທ່ານ ຄຳພອນ ວົງສັນຕິ ຫົວໜ້າຫ້ອງການບໍລິການ ສະຖານທູດ, ກະຊວງການຕ່າງປະ ເທດ ເພື່ອດຳລົງຕຳແໜ່ງເປັນເອກ ອັກຄະລັດຖະທູດແຕ່ງຕັ້ງ ແຫ່ງ ສປປ ລາວ ໄປປະຈຳ ປະເທດ ຮົງ ກາຣີ. ໂອກາດນີ້, ທ່ານປະທານປະເທດ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ ທ່ານເອກອັກຄະລັດຖະທູດແຕ່ງ ຕັ້ງທັງສອງ ທີ່ຈະໄປປະຕິບັດໜ້າ ທີ່ການທູດຢູ່ຕ່າງປະເທດ ຈົ່ງສືບຕໍ່ ປະກອບສ່ວນສຸມທຸກເຫື່ອແຮງ ແລະ ຄວາມຮູ້ຄວາມສາມາດຂອງຕົນ ເຂົ້າໃນການເສີມຂະຫຍາຍສາຍພົວ ພັນມິດຕະພາບ ແລະ ການຮ່ວມມື ອັນດີ ລະຫວ່າງ ສປປ ລາວ ແລະ ປະເທດ ເພື່ອນມິດໃຫ້ແຕກດອກ ອອກຜົນຍິ່ງຂຶ້ນ, ຊຸກຍູ້ການພົບປະ ແລກປ່ຽນ ແລະ ການໄປມາຫາສູ່ກັນ ລະຫວ່າງ ຂັ້ນການນຳປະເທດ ແລະ ປະຊາຊົນດ້ວຍກັນ, ຊຸກຍູ້ຍາດແຍ່ງ ເອົາການຮ່ວມມື ແລະ ການສະໜັບ ສະໜູນຊ່ວຍເຫລືອດ້ານຕ່າງໆຈາກ ສາກົນ, ເອົາໃຈໃສ່ໂຄສະນາຂົນ ຂວາຍບັນດານັກລົງທຶນ, ນັກທຸລະ ກິດ ແລະ ນັກທ່ອງທ່ຽວຕ່າງປະເທດ ໃຫ້ເຂົ້າມາ ສປປ ລາວ ຫລາຍຂຶ້ນ, ຊຸກ ຍູ້ການຈັດຕັ້ງປະຕິບັດບັນດາເອກະ ສານການຮ່ວມມືຕ່າງໆ ທີ່ສອງ ຝ່າຍໄດ້ລົງນາມແລ້ວນັ້ນ ໃຫ້ປະກົດ ຜົນເປັນຈິງຍິ່ງຂຶ້ນ, ນຳເອົາຜົນປະ ໂຫຍດສູງສຸດມາສູ່ປະຊາຊົນລາວ ບັນດາເຜົ່າ, ປະກອບສ່ວນຢ່າງຕັ້ງ ໜ້າເຂົ້າໃນການພັດທະນາເສດຖະ ກິດ-ສັງຄົມ ຂອງ ສປປ ລາວ ກໍຄື ເພື່ອລຶບລ້າງຄວາມທຸກຍາກໃຫ້ແກ່ ປະຊາຊົນລາວ ແລະ ໃຫ້ສາມາດນຳ ພາປະເທດຊາດ ອອກຈາກສະຖາ ນະພາບດ້ອຍພັດທະນາໃນປີ 2026 ຕາມເປົ້າໝາຍທີ່ວາງໄວ້. ພາບ: ຂັນໄຊ ທ່ານ ທອງລຸນ ສີສຸລິດ (ຂວາ) ໄດ້ມອບສານຕາຕັ້ງໃຫ້ ທ່ານ ກິ່ງໂພແກ້ວ ພົມມະຫາໄຊ ເພື່ອດຳລົງຕຳແໜ່ງເປັນເອກອັກຄະລັດຖະທູດແຕ່ງຕັ້ງ ແຫ່ງ ສປປ ລາວ ໄປປະຈຳ ຣາຊະອານາຈັກ ແບນຊິກ ຂອບເຂດ ໄດ້ 14.283 ຫົວໜ່ວຍ; ໄດ້ສຸມໃສ່ຊຸກຍູ້ ແລະ ຕິດຕາມການ ເກັບລາຍຮັບຈາກຫົວໜ່ວຍລາຍ ຮັບໃຫຍ່ທີ່ມີແລ້ວຜ່ານມາ ໄດ້ເພີ່ມ ຂຶ້ນທຽບໃສ່ປີຜ່ານມາ, ພ້ອມທັງໄດ້ ມອບຫົວໜ່ວຍວິສາຫະກິດທີ່ສູນ ກາງຄຸ້ມຄອງໃຫ້ 101 ຫົວໜ່ວຍ ໃຫ້ 9 ແຂວງ ເປັນຜູ້ເກັບ. ຜ່ານການ ຈັດຕັ້ງປະຕິບັດເຫັນວ່າ ມີ 5 ແຂວງ ທີ່ກວມເອົາ 69 ຫົວໜ່ວຍ ສາມາດ ເກັບໄດ້ເກີນດຸນ ແລະ ເກັບໄດ້ເພີ່ມ ຂຶ້ນເຖິງ 41% ທຽບໃສ່ປີຜ່ານມາ, ການເຮັດທົດລອງແຮ່ທາດ ສາມາດ ສ້າງລາຍຮັບທີ່ເປັນຄ່າຊື້ສິດສຳປະ ທານ, ຄ່າຊັບພະຍາກອນທຳມະ ຊາດລ່ວງໜ້າ ແລະ ລາຍຮັບຈາກ ການສົ່ງອອກແຮ່ທາດ ໄດ້ 105 ຕື້ ກີບ ແລະ 48,71 ລ້ານໂດລາສະ ຫະລັດ. ນອກຈາກນັ້ນ, ຍັງໄດ້ທົດ ລອງປະຕິບັດໂຄງການຂຸດຄົ້ນບິດ ຄອຍ (Bitcoin) ແລະ ຊື້-ຂາຍ ເງິນຄຣິບໂຕ ຊຶ່ງສາມາດສ້າງລາຍ ຮັບເປັນເງິນກີບ 5,7 ຕື້ກີບ ແລະ 26,5 ລ້ານໂດລາສະຫະລັດ (ຄ່າ ລິຂະສິດ, ຄ່າອາກອນມອບເໝົາ), ມູນຄ່າການຊົມໃຊ້ໄຟຟ້າ ຈຳນວນ 195,5 ລ້ານໂດລາສະຫະລັດສາ ມາດແກ້ໄຂບັນຫາກະແສໄຟຟ້າ ເຫລືອໃນບາງບ່ອນ. ສະນັ້ນ, ຈຶ່ງ ເຮັດໃຫ້ການເກັບລາຍຮັບງົບປະ ມານ ມາຮອດໝົດເດືອນພຶດສະພາ 2023 ບັນລຸໄດ້ 15.155 ຕື້ກີບ ຫລື ປະມານ 39% ຂອງແຜນການປີ (ຕາມມະຕິສະພາ: ແຜນລາຍຮັບ ໝົດປີ 38.448 ຕື້ກີບ) ທຽບໃສ່ໄລ ຍະດຽວກັນຂອງປີຜ່ານມາເພີ່ມຂຶ້ນ 41% ຫລື ເປັນເງິນ 4.495 ຕື້ກີບ). ໃນນັ້ນ ພົ້ນເດັ່ນແມ່ນລາຍຮັບພາຍ ໃນສາມາດບັນລຸໄດ້ 11.848 ຕື້ກີບ, ເທົ່າກັບ 43% ຂອງແຜນການປີ ທຽບໃສ່ໄລຍະດຽວກັນຂອງປີຜ່ານ ມາ. ຄາດຄະເນລາຍຮັບ 6 ເດືອນ ຈະປະຕິບັດໄດ້ປະມານ 18.424 ຕື້ກີບເທົ່າກັບ 48%, ໃນນີ້, ມີ 9 ແຂວງສາມາດເກັບລາຍຮັບໄດ້ເກີນ 50% ແລ້ວ. ພ້ອມດຽວກັນນີ້, ລັດຖະບານ ຍັງ ໄດ້ປະຕິບັດລາຍຈ່າຍງົບປະມານ ບົນຈິດໃຈປະຢັດຕາມດຳລັດວ່າ ດ້ວຍການປະຢັດ ແລະ ຕ້ານການ ຟູມເຟືອຍ ກໍຄື ດໍາລັດວ່າດ້ວຍລົດ ຂອງລັດ ຢ່າງເປັນເຈົ້າການ. ພ້ອມ ນັ້ນ, ຍັງສາມາດປະຕິບັດລາຍຈ່າຍ ງົບປະມານໄປຕາມແຜນການ ແລະ ຮັບປະກັນການເບີກຈ່າຍທີ່ຈຳ ເປັນໄດ້ຕາມປົກກະຕິ ເປັນຕົ້ນ, ເງິນ ເດືອນ, ເງິນນະໂຍບາຍ, ການຊຳລະ ໜີ້ສິນພາຍໃນ ແລະ ຕ່າງປະເທດ ແລະ ອື່ນໆ. ສຳລັບລາຍຈ່າຍງົບປະ ມານ ມາຮອດໝົດເດືອນພຶດສະ ພາ ສາມາດບັນລຸໄດ້ 10.905 ຕື້ກີບ ເທົ່າກັບ 25% ຂອງແຜນການປີ, ລາຍຈ່າຍຕົ້ນຕໍແມ່ນສຸມໃສ່ການ ເບີກຈ່າຍເງິນເດືອນ ແລະ ເງິນອຸດ ໝູນ ຊຶ່ງເກືອບ 100% ແມ່ນສາ ມາດເບີກຈ່າຍໄດ້ບໍ່ກາຍວັນທີ 25 ຂອງທຸກໆເດືອນ. ພ້ອມກັນນັ້ນ, ກໍໄດ້ມີກົນໄກໃຫ້ບັນດາແຂວງປະ ຕິບັດເງິນເກີນແຜນປີ 2022 ໂດຍ ໃຫ້ແຂວງສາມາດນຳໃຊ້ 80% ເພື່ອແກ້ໄຂໜີ້ສິນ ແລະ ກະຕຸ້ນເສດ ຖະກິດໃນລະດູຝົນ. ລັດຖະບານ ຍັງໄດ້ເອົາໃຈໃສ່ ນຳພາຊີ້ນຳ-ບັນຊາການປະຕິບັດ 5 ແຜນວຽກຈຸດສຸມ ໃນປີ 2023 ເປັນຕົ້ນ, ການແກ້ໄຂໜີ້ສິນ, ການ ແກ້ໄຂບັນຫາຢາເສບຕິດ, ການພັດ ທະນາການບໍລິການ ແລະ ໂຄງລ່າງ ພື້ນຖານ ເພື່ອຮອງຮັບການທ່ອງ ທ່ຽວ, ການປັບປຸງ ແລະ ແກ້ໄຂກົນ ໄກ, ຂັ້ນຂອດ ເພື່ອສ້າງສະພາບແວດ ລ້ອມ ທີ່ອຳນວຍຄວາມສະດວກ ໃຫ້ ແກ່ການກຳເນີນທຸລະກິດ, ການລົງ ທຶນ, ການແກ້ໄຂຜົນການກວດສອບ ແລະ ກວດກາ ໄດ້ເອົາໃຈໃສ່ຊີ້ນຳ ການແກ້ໄຂຜົນການກວດສອບແຫ່ງ ລັດ ໂດຍສະເພາະຜົນການກວດ ສອບທີ່ຕິດພັນກັບການລົງທຶນຂອງ ລັດ, ການຮັກສາສະຖຽນລະພາບ ດ້ານເງິນຕາ, ການປະຕິຮູບລັດວິສາ ຫະກິດ, ພ້ອມທັງໄດ້ເອົາໃຈໃສ່ ແລະ ໃຫ້ຄວາມສຳຄັນຕໍ່ວຽກງານວັດ ທະນະທຳ-ສັງຄົມ, ສຶກສາ, ສາທາ ແລະ ແຮງງານສະຫວັດດີການ ສັງ ຄົມ ແລະ ການແກ້ໄຂຜົນກະທົບ ຈາກສິ່ງແວດລ້ອມ. ຂ່າວ: ທະນູທອງ, ພາບ: ອ່າຍຄຳ ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ (ຂວາ) ໄດ້ຕ້ອນຮັບ ການເຂົ້າຍື່ນສານຕາຕັ້ງຂອງ ທ່ານ ມຽດ ເທັດອູ ເອກອັກຄະລັດຖະທູດແຕ່ງຕັ້ງ ແຫ່ງ ສາທາລະນະລັດ ສະຫະພາບ ມຽນມາ ປະຈໍາ ສປປ ລາວ

RkJQdWJsaXNoZXIy MTc3MTYxMQ==