5647

ຮັບຈາກການຂາຍສັດລ້ຽງ, ຂາຍ ເຂົ້າ, ຂາຍນໍ້າຢາງພາລາ ແລະ ຂາຍ ພືດຜັກຕ່າງໆ ສາມາດສ້າງລາຍຮັບ ເຂົ້າພາຍໃນບ້ານເກືອບ 5 ຕື້ກີບຕໍ່ປີ , ສະເລ່ຍໃສ່ຫົວຄົນໄດ້ປະມານ 7 ລ້ານກວ່າກີບຕໍ່ຄົນຕໍ່ປີ ເຮັດໃຫ້ປະ ຊາຊົນສາມາດກຸ້ມຢູ່ກຸ້ມກິນ ແລະ ມີຊີ ວິດການເປັນຢູ່ທີ່ດີຂຶ້ນ ເທື່ອລະກ້າວ. ຜ່ານການລົງປະເມີນຕົວຈິງ ຕາມ 3 ມາດຕະຖານ ຂອງການ ສ້າງຄອບຄົວວັດທະນະທໍາ ແລະ 4 ມາດຕະຖານ, 26 ຕົວຊີ້ວັດ ຂອງ ການສ້າງບ້ານວັດທະນະທໍາ ຕິດ ພັນກັບຫລາຍຂະແໜງການ ເປັນ ຕົ້ນແມ່ນການກໍ່ສ້າງໜ່ວຍພັກປອດ ໃສ ເຂັ້ມແຂງ ໜັກແໜ້ນ, ຊາວໜຸ່ມ 4 ບຸກ, ແມ່ຍິງ 3 ດີ, ບ້ານແບບຢ່າງ ດ້ານສາທາລະນະສຸກ, ບ້ານປະຕິບັດ ກົດໝາຍ, ບ້ານສາມັກຄີປອງດອງ ແລະ ອື່ນໆ ສາມາດປະເມີນຄອບຄົວ ວັດທະນະທໍາໄດ້ 98% ໃນຈໍານວນ 109 ຄອບຄົວ ແລະ ປະເມີນບ້ານ ວັດທະນະທໍາໄດ້ 89% ຊຶ່ງຖືກຕ້ອງ ຕາມມາດຖານເງື່ອນໄຂ ທີ່ກະຊວງ ຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວໄດ້ກຳນົດໄວ້.ສະນັ້ນການ ນໍາແຂວງຈຶ່ງໄດ້ອອກຂໍ້ຕົກລົງຮັບ ຮອງເອົາບ້ານຫ້ວຍສຽດເປັນບ້ານ ວັດທະນະທໍາແຫ່ງໃໝ່ ໃຫ້ເມືອງ ລ້ອງຊານ. ໂອກາດນີ້, ທ່ານ ນາງເພັດສະ ໄໝ ໂພໄຊຍະວົງ ໄດ້ຍົກໃຫ້ເຫັນເຖິງ ຄວາມໝາຍສໍາຄັນ ຂອງການສ້າງ ບ້ານວັດທະນະທໍາ ໂດຍຕິດພັນກັບ ການພັດທະນາເສດຖະກິດ-ສັງຄົມ ຂອງບ້ານ ຄຽງຄູ່ກັບຫລາຍຂະແໜງ ການ, ຫລາຍມາດຖານເງື່ອນໄຂ ຊຶ່ງ ສະແດງໃຫ້ເຫັນເຖິງຄວາມສາ ມັກຄີ ທີ່ທຸກພາກສ່ວນໄດ້ພ້ອມກັນ ເອົາໃຈໃສ່ບຸກບືນ ແລະ ຜ່ານ ຜ່າອຸປະສັກຕ່າງໆ ຈົນສາມາດ ປະກາດຮັບຮອງເປັນບ້ານວັດທະ ນະທໍາ. ພ້ອມທັງຮຽກຮ້ອງໃຫ້ອໍາ ນາດການປົກຄອງບ້ານ ຕ້ອງເອົາໃຈ ໃສ່ເຊື່ອມຊຶມບັນດາເອກະສານສໍາ ຄັນຂອງພັກ-ລັດ ໃຫ້ປະຊາຊົນໄດ້ ຮັບຮູ້ ແລະ ເຂົ້າໃຈ, ເອົາໃຈ ໃສ່ປັບປຸງ ການຈັດຕັ້ງບ້ານໃຫ້ມີຄວາມເຂັ້ມ ແຂງ, ສືບຕໍ່ປົກປັກຮັກສານາມມະ ຍົດບ້ານວັດທະນະທໍາ ໃຫ້ຢູ່ຄຽງຄູ່ ກັບບ້ານຫ້ວຍສຽດຕະຫລອດໄປ. 07 xtgmf]k; gsfdko{dkorfaa mtok 26/06/2023 g,nv'\njoltgs]u,lts]v';aolyj'c;f]hv, csj'-kf c]t ;aolyj'c;f]hv,3]d g,nv'lk,ad7uw- ,us]kpdyf9tde g0QkIj;,rymu xtdkf 2 ;afgxao,=]tfqdcsj'-kf]tfa[mhv'4yjo 9exklad sk]ncdhw0 xtdqfdkosp=m= .o;Pd'komjv'mjP; h h xtdkf[hkosh;plPf gxao[hko;afmtotme csj'mu 19 0v'g,nv']hv'-ko ຂປລ. ແຫລ່ງຂ່າວຈາກແຂວງ ຈຳປາສັກ ໃຫ້ຮູ້ວ່າ: ພະແນກຖະ ແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ແຂວງຈຳປາ ສັກ ຈັດກອງປະຊຸມປຶກສາຫາລືລະ ຫວ່າງ ຂະແໜງການພາກລັດແລະ ພາກທຸລະກິດ ເພື່ອແກ້ໄຂປະກົດ ການຫຍໍ້ທໍ້ໃນວຽກງານທ່ອງທ່ຽວ ເມື່ອບໍ່ດົນມານີ້ໂດຍການເປັນປະ ທານຂອງທ່ານ ນາງ ແສງສຸວັນ ຊຸຍພະສິດ ຫົວໜ້າພະແນກ ຖວທ ແຂວງຈຳປາສັກ ພ້ອມດ້ວຍຜູ້ປະ ກອບການທຸລະກິດທ່ອງທ່ຽວ, ຕຳ ຫລວດທ່ອງທ່ຽວ, ຫົວໜ່ວຍທຸລະ ກິດທ່ອງທ່ຽວ ແລະ ພະນັກງານກ່ຽວ ຂ້ອງເຂົ້າຮ່ວມ. ທ່ານ ນາງ ແສງສຸວັນ ຊຸຍພະສິດ ໄດ້ກ່າວວ່າ: ໃນໄລຍະ 6 ເດືອນ ຕົ້ນປີ, ພະແນກ ຖວທ ແຂວງຈຳປາ ສັກ ໄດ້ສຸມໃສ່ການຟື້ນຟູວຽກງານ ທ່ອງທ່ຽວ ເປັນຕົ້ນແມ່ນ ປັບປຸງ ບັນດາພື້ນຖານໂຄງລ່າງທີ່ຮັບໃຊ້ ແກ່ການທ່ອງທ່ຽວ ແລະ ໂຄສະນາ ຂປລ. ແຫລ່ງຂ່າວຈາກ ແຂວງ ວຽງຈັນ ໃຫ້ຮູ້ວ່າ: ຫ້ອງການຊັບພະ ຍາກອນທຳມະຊາດ ແລະ ສິ່ງແວດ ລ້ອມເມືອງໝື່ນ ແຂວງວຽງຈັນ ຈັດ ພິທີສະເຫລີມສະຫລອງວັນສິ່ງແວດ ລ້ອມແຫ່ງຊາດ ແລະ ວັນສິ່ງແວດ ລ້ອມໂລກ ໃນທ້າຍອາທິດຜ່ານມາ ໂດຍການເຂົ້າຮ່ວມຂອງທ່ານ ພອນ ເທີດ ສຸຫວັດດີ ເຈົ້າເມືອງໆໝື່ນ, ທ່ານ ວຽງສະຫວັນ ພະສີສົມບູນ ຫົວໜ້າຫ້ອງການຊັບພະຍາກອນ ທຳມະຊາດ ແລະ ສິ່ງແວດລ້ອມ ເມືອງ ແລະ ພະນັກງານຫລັກແຫລ່ງ ເຂົ້າຮ່ວມ. ທ່ານ ວຽງສະຫັວນ ພະສີສົມບູນໄດ້ ຍົກໃຫ້ເຫັນເຖິງປະຫວັດຄວາມເປັນ ມາຂອງວັນສິ່ງແວດລ້ອມໂລກ ແລະ ວັນສິ່ງແວດລ້ອມແຫ່ງຊາດວ່າ: ວັນສິ່ງແວດລ້ອມໂລກ ເປັນວັນທີ່ມີ ຄວາມໝາຍຄວາມສຳຄັນຫລາຍ ຂປລ. ແຫລ່ງຂ່າວຈາກ ແຂວງ ອັດຕະປື ໃຫ້ຮູ້ວ່າ: ເມືອງສາມັກຄີໄຊ ແຂວງອັດຕະປື ໄດ້ນຳເອົາຫລາກ ຫລາຍກິດຈະກໍາເຂົ້າຮ່ວມພິທີປະ ກາດ 2 ວັດເປັນມໍລະດົກແຫ່ງຊາດ ລະດັບທ້ອງຖິ່ນ ຂອງແຂວງ ອັດຕະ ປື ເປັນຕົ້ນ ຕະຫລາດນັດ ສິນຄ້າ ໂອດັອບຂອງເມືອງສາມັກຄີໄຊ ໂດຍມີ 4 ຜະລິດຕະພັນຄື: ກຸ່ມ ຫັດຖະກຳຈັກສານບ້ານລະຍາວ, ກຸ່ມປັ້ນໝໍ້ ຫລໍ່ໄຫບ້ານທ່າຫີນ, ກຸ່ມ ຕ່ຳຜ້າກະໂດ ບ້ານສາມັກຄີ ແລະ ກຸ່ມຕ່ຳຜ້າຮຽງບ້ານສີວິໄລ ພ້ອມກັນ ນີ້ ຍັງໄດ້ນຳເອົານາງສາວທິດາ ຊົນເຜົ່າເຂົ້າຮ່ວມປະກວດຄື: ນາງ ສາວເຜົ່າລາວ, ເຜົ່າໂອຍ, ເຜົ່າຕະ ຂປລ. ແຫລ່ງຂ່າວຈາກ ແຂວງ ໄຊສົມບູນ ໃຫ້ຮູ້ວ່າ: ເມືອງລ້ອງຊານ ແຂວງໄຊສົມບູນ ປະກາດຮັບຮອງ ບ້ານຫ້ວຍສຽດ ເປັນບ້ານວັດທະນະ ທໍາ ແຫ່ງທີ 19 ຂອງເມືອງ ແລະ ແຫ່ງທີ 69 ຂອງແຂວງ ໃນວັນທີ23 ມິຖຸນາ 2023 ໂດຍການເປັນປະທານ ຂອງທ່ານ ນາງ ເພັດສະໄໝ ໂພໄຊ ຍະວົງ ປະທານຄະນະກວດກາພັກ, ອົງການກວດກາລັດ ແຂວງໄຊສົມ ບູນ, ທ່ານ ບຸນກອງ ຊົ່ງປ່າຢິ້ງ ເຈົ້າ ເມືອງລ້ອງຊານ ແລະ ທ່ານທົງ ສະຫວັນ ໂພສະລາດ ຫົວໜ້າພະແນກ ຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ແຂວງໄຊສົມບູນ ພ້ອມ ດ້ວຍອໍານາດການປົກຄອງບ້ານ, ພໍ່ ແມ່ປະຊາຊົນ ແລະ ນ້ອງນັກຮຽນ ເຂົ້າຮ່ວມ. ທ່ານ ຊູ້ຢູທໍ່ ຫວັງມາຢ່າງ ຮອງ ຫົວໜ້າຫ້ອງການຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວເມືອງ ລ້ອງຊານ ລາຍງານວ່າ: ບ້ານຫ້ວຍ ສຽດໄດ້ຮັບການສ້າງຕັ້ງຂຶ້ນໃນປີ 1997 ຫ່າງຈາກເທສະບານເມືອງ ປະມານ37ກິໂລແມັດ,ມີ98ຫລັງຄາ ເຮືອນ, ມີພົນລະເມືອງທັງໝົດ 671 ຄົນ ຍິງ320 ຄົນ, ປະຊາຊົນສ່ວນ ຫລາຍແມ່ນຢຶດຖືອາຊີບເຮັດໄຮ່, ປູກຢາງພາລາເປັນຕົ້ນຕໍ ແລະ ລ້ຽງ ສັດເປັນອາຊີບສໍາຮອງ ສະເລ່ຍລາຍ ຂ່າວ: ສຸກມີໄຊ ມາດຕະການ ແລະ ສິ່ງທ້າທ້າຍ ທີ່ຕ້ອງໄດ້ພ້ອມກັນປົກປັກຮັກສາ ສິ່ງແວດລ້ອມ ເພື່ອສະພາບແວດ ລ້ອມທີ່ດີພາຍໃຕ້ຄຳຂວັນ “ສິ່ງ ແວດລ້ອມຈະດີຖ້າຫລຸດຜ່ອນການ ໃຊ້ປຣາສະຕິກ” ລວມທັງການຄຸ້ມ ຄອງປົກປັກຮັກສາສິ່ງແວດລ້ອມຢູ່ ເມືອງໝື່ນ, ປູກຈິດສຳນຶກ, ປຸກລະ ດົມບຸກຄົນ, ສົ່ງເສີ່ມປົກປັກຮັກສາ ສິ່ງແວດລ້ອມ, ຮັບຮູ້ເຖິງຜົນປະ ໂຫຍດຄວາມສຳຄັນຂອງປ່າໄມ້ທີ່ ເປັນຊັບພະຍາກອນທຳມະຊາດອັນ ລ້ຳຄ່າ ແລະ ຮຽກຮ້ອງການຈັດຕັ້ງ ທຸກພາກສ່ວນຈົ່ງພ້ອມກັນຮັກສາ ປ່າໄມ້ທຳມະຊາດ ເພື່ອຕ້ານໂລກ ຮ້ອນ ແລະ ຕ້ານອຸທົກກະໄພ, ຮັກສາ ເບ້ຍໄມ້ທີ່ປູກໃຫ້ຈະເລີນເຕີບໂຕງອກ ງາມ, ເອົາໃຈໃສ່ບົວລະບັດຮັກສາ ເບ້ຍໄມ້ບໍ່ໃຫ້ຫ່ຽວແຫ້ງ ແບ່ງຄວາມ ຮັບຜິດຊອບໃນການຄຸ້ມຄອງ,ໃສ່ຝຸ່ນ ພູນດິນ, ຫົດນ້ຳ ແລະ ປູກທົດແທນ ຕົ້ນໄມ້ທີ່ຕາຍໄປແລ້ວ ເພື່ອເຮັດໃຫ້ ສຳນັກງານຫ້ອງການ, ບ້ານມີ ຄວາມຮົ່ມເຢັນ ເຮັດໃຫ້ທົ່ວເມືອງມີ ຕົ້ນໄມ້, ປ່າໄມ້ຂຽວງາມ, ຫລຸດພາ ວະໂລກຮ້ອນ ແລະ ຮັກສາຄວາມ ສົມບູນຂອງທຳມະຊາດ. ແຫລ່ງທ່ອງທ່ຽວໃຫ້ມີຄວາມໜ້າ ສົນໃຈ ແລະ ໜ້າທ່ຽວຊົມ, ເຄື່ອນ ໄຫວຊູກຍູ້ ປັບປຸງແຫລ່ງທ່ອງທ່ຽວ ທີ່ເປັນທ່າແຮງສຳຄັນຂອງແຂວງ, ໄດ້ສືບຕໍ່ຊຸກຍຸ້ການລົງທຶນສ້າງສິ່ງ ຮອງຮັບດ້ານທີ່ພັກ, ດ້ານການສະ ໜອງອາຫານ, ເຄື່ອງທີ່ລະນຶກ, ການທ່ອງທ່ຽວກະສິກຳ ແລະ ນຳ ໃຊ້ລົດໄຟຟ້າໃນເຂດດອນເດດ- ດອນຄອນ, ຊຸກຍູ້ຫົວໜ່ວຍທຸລະ ກິດດຳເນີນບໍລິການຫັນໄປສູ່ຄຸນ ນະພາບສາກົນຕາມ 7 ມາດຕະ ຖານອາຊຽນ ພ້ອມທັງໄດ້ລົງ ປະເມີນຄືນມາດຕະຖານໂຮງແຮມ ອາຊຽນ ທີ່ໄດ້ຮັບລາງວັນຜ່ານມາ ຈຳນວນ 11 ຫົວໜ່ວຍ. ໃນຕົ້ນປີນີ້ແຂວງຈຳປາສັກ ໄດ້ ຮັບລາງວັນມາດຕະຖານການທ່ອງ ທ່ຽວ6 ລາງວັນ ໃນນີ້, ມີມາດຕະຖານ ເຮືອນພັກແຮມປະຊາຊົນອາຊຽນ 2 ລາງວັນ (ບ້ານດອນແດງ ແລະ ບ້ານ ດອນໂຄ), ມາດຕະຖານການທ່ອງ ທ່ຽວແບບປະຊາຊົນມີສ່ວນຮ່ວມ 2 ລາງວັນ ຄື: ແຫລ່ງທ່ອງທ່ຽວຕາດ ເຍືອງ ແລະ ບ້ານໜອງຫລວງ, ມາດ ຕະຖານຫ້ອງນ້ຳສາທາລະນະອາ ຊຽນ 2 ລາງວັນ ຢູ່ແຫລ່ງທ່ອງທ່ຽວ ມໍລະດົກໂລກວັດພູຈຳປາສັກ ແລະ ແຫລ່ງທ່ອງທ່ຽວນ້ຳຕົກຕາດຟານ. ນອກຈາກນີ້, ຍັງໄດ້ຄຸ້ມຄອງ ຫົວໜ່ວຍທຸລະກິດນຳທ່ຽວ, ພະນັກ ງານນຳທ່ຽວ ແລະ ໄດ້ສຳເລັດການ ຝຶກອົບຮົມພະນັກງານນຳທ່ຽວ ລະດັບແຂວງ 1 ຄັ້ງ, ປະສານສົມທົມ ກັບຂະແໜງການກ່ຽວຂ້ອງໃນການ ລົງຕິດຕາມປະກົດການຫຍໍ້ທໍ້ໃນ ສະຖານທີ່ຮ້ານກິນດື່ມ-ບັນເທີງ ຢ່າງເປັນປົກະຕິ, ສ້າງທ່າແຮງດຶງ ດູດດ້ານການຕະຫລາດ, ການຈັດ ກິດຈະກຳ ເພື່ອສົ່ງເສີມວັດທະນະ ທຳ ແລະ ບຸນປະເພນີຕ່າງໆໃຫ້ ເປັນຂະບວນການຂອງສັງຄົມຢ່າງ ກວ້າງຂວາງ, ຊຸກຍູ້ການໂຄສະນາ ປະຊາສຳພັນຈຸດເດັ່ນຂອງແຂວງ ໃຫ້ເປັນຈຸດໝາຍປາຍທາງການ ທ່ອງທ່ຽວຜ່ານສື່ສັງຄົມອອນລາຍ ໃຫ້ມີຫລາຍຮູບແບບ ເພື່ອດຶງດູດ ນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດເຂົ້າມາທ່ຽວແຂວງຈຳ ປາສັກ ໃຫ້ຫລາຍກວ່າເກົ່າ. ສຳລັບໄລຍະ 6 ເດືອນຕົ້ນປີຜ່ານ ມາ ແຂວງຈຳປາສັກມີນັກທ່ອງທ່ຽວ ເຂົ້າມາທ່ອງທ່ຽທັງໝົດ143.689 ຄົນ ໃນນີ້, ແຂກພາຍໃນ 11.455 ຄົນ, ຊາຍແດນ 28.566 ຄົນ, ສາກົນ 103.668,ຄົນ ສາມາດສ້າງ ລາຍຮັບໄດ້ 28.717.040 ໂດລາ ສະຫະລັດ ທຽບໃສ່ແຜນປະຕິບັດໄດ້ 63% (ແຜນປີ 228,023 ຄົນ). ທ່ານ ຫົວໜ້າພະແນກ ຖວທ ແຂວງ ກ່າວຕື່ມວ່າ: ກອງປະຊຸມປຶກສາຫາ ລື ລະຫວ່າງ ຂະແໜງການພາກລັດ ແລະ ພາກທຸລະກິດ ເພື່ອແກ້ໄຂ ປະກົດການຫຍໍ້ທໍ້ໃນວຽກງານທ່ອງ ທ່ຽວ ແລະ ວິທີການໃນການດຶງດູດ ນັກທ່ອງທ່ຽວ ຄັ້ງນີ້ ຈະເປັນການ ປະກອບສ່ວນສໍາຄັນເຂົ້າໃນການ ຈັດຕັ້ງປະຕິບັດ ແຜນພັດທະນາການ ທ່ອງທ່ຽວ ໃຫ້ສາມາດດຶງດູດນັກ ທ່ອງທ່ຽວນັບມື້ນັບຫລາຍຂຶ້ນ. ຫລຽງ ແລະ ເຜົ່າອາຣັກ. ນອກນີ້ ຍັງ ໄດ້ສົ່ງນັກຮ້ອງສຽງດີ, ເປົ່າແຄນ, ຟ້ອນລໍາວົງລາວຢ້ອນຍຸກເຂົ້າປະ ກວດນຳອີກ. ຈຸດປະສົງກໍເພື່ອເປັນການເຂົ້າ ຮ່ວມໃນງານສະເຫລີມສະຫລອງ ພິທີປະກາດວັດຫລວງ ເມືອງເກົ່າ ແລະ ວັດທາດພຣະໄຊ ເມືອງໄຊ ເສດຖາ ເປັນມໍລະດົກແຫ່ງຊາດລະ ດັບທ້ອງຖິ່ນຂອງແຂວງອັດຕະປື ໃຫ້ມີບັນຍາກາດຄຶກຄື້ນມ່ວນຊື່ນ ໃນທົ່ວປວງຊົນຊາວແຂວງອັດຕະ ປື. ພາຍໃນງານດັ່ງກ່າວ ຍັງໄດ້ມີ ເທສະການອາຫານ ເພື່ອຊີມລົດ ຊາດອາຫານທີ່ເປັນເອກະລັກຂອງ ບັນດາເຜົ່ານຳອີກ, ເຊິ່ງງານດັ່ງ ກ່າວຈັດຂຶ້ນໃນລະຫວ່າງວັນທີ 2224 ມິຖຸນາ 2023,

RkJQdWJsaXNoZXIy MTc3MTYxMQ==