xtgmf]k; 6 26/06/2023 glf4tdfy {l'a 7,q glu ,0tspkp,tsklk,a d7u mq j ;x;'-q oma '-kf rkp.8h dkooerk0v'ra d ໂດຍ: ໄໝຄຳຍ້ອມສິນ ພາບ: ສູນວັດທະນະທຳເດັກນ້ອຍ ສາລາສຸຈິປຸລິ -;u fy {;fa mtotme lP'c7o 0v'7qog-Nv-kf]k; dko9afxtgrf s]n [ao-ulafoE c]t lafxjk * ໃນມາດຕາ 22 ຂອງກົດໝາຍ ວ່າດ້ວຍສັດນໍ້າ ແລະ ສັດປ່າ ສະ ບັບປີ 2007 ໄດ້ລະບຸໄວ້ວ່າ: ການ ຈັດປະເພດ ຫລື ບັນຊີ ແມ່ນການຈັດ ແບ່ງປະເພດຂອງສັດແຕ່ລະຊະ ນິດພັນທີ່ແຕກຕ່າງກັນ ໂດຍອີງ ຕາມສະພາບ ແລະ ທ່າອ່ຽງຂອງ ຈຳນວນສັດເຊັ່ນ: ສັດ ໃກ້ຈະສູນ ພັນ, ຫາຍາກ, ໄພຂົ່ມຂູ່, ເງື່ອນໄຂ ໄມ້ ເປັນຜູ້ຮັບຮອງ ແລະ ປ່ຽນແປງ ບັນຊີ. ສຳລັບການຂຶ້ນທະບຽນນັ້ນ ໃນ ມາດຕາ 23 ກຳນົດວ່າ: ການຂຶ້ນທະ ບຽນ ແລະ ການແຈ້ງບັນຊີສັດນ້ຳ ແລະ ສັດປ່າ ຊຶ່ງສັດນ້ຳ ແລະ ສັດ ປ່າ ປະເພດຫວງຫ້າມ ແລະ ປະເພດ ຄຸ້ມຄອງ ທີ່ນຳມາລ້ຽງໃຫ້ປະຕິບັດ ດັ່ງນີ້: ສັດນ້ຳ ແລະ ສັດປ່າ ທີ່ນຳ ມາລ້ຽງ ເພື່ອເປັນທຸລະກິດຕ້ອງໄດ້ ຂຶ້ນທະບຽນ ນຳຫ້ອງການກະສິກຳ ແລະ ປ່າໄມ້ ເມືອງ, ເທສະບານ ແລ້ວໃຫ້ລາຍງານຕໍ່ພະແນກກະສິ ກຳ ແລະ ປ່າໄມ້ ແຂວງ, ນະຄອນ. ສັດນ້ຳ ແລະ ສັດປ່າ ທີ່ນຳມາລ້ຽງບໍ່ ເປັນທຸລະກິດ ແມ່ນບໍ່ໃຫ້ຂຶ້ນທະບຽນ ແຕ່ຕ້ອງໄດ້ແຈ້ງບັນຊີນຳໜ່ວຍ ງານປ່າໄມ້ ບ້ານແລ້ວໃຫ້ລາຍງານ ຕໍ່ຫ້ອງການກະສິກຳ ແລະ ປ່າໄມ້ ເມືອງ, ເທສະບານ. * ແຄນ ເປັນເຄື່ອງດົນຕີທີ່ມີສຽງ ອັນອອນຊອນ ເມື່ອຟັງແລ້ວຕ້ອງ ສະແດງອາການມ່ວນຊື່ນອອກມາ ນັ້ນສະແດງໃຫ້ເຫັນວ່າ ແຄນ ແມ່ນ ຜູກພັນກັບສາຍເລືອດລາວມາແຕ່ບູ ຮານມາແລ້ວ ຊຶ່ງສະແດງອອກຄື: ເມື່ອເວົ້າເຖິງແຄນ ຫລື ໄດ້ຍິນສຽງ ແຄນ ບໍ່ມີຄົນລາວຜູ້ໃດທີ່ຈະບໍ່ຮູ້ຈັກ, ແຄນ ກາຍເປັນດົນຕີ ປະຈໍາຊາດ ລາວ ອັນມີເອກະລັກສະເພາະມາ ແຕ່ເຫິງນານແລ້ວ ເພາະແຄນໄດ້ ເຊື່ອມຊືມເຂົ້າໃນຊີວິດວັດທະນະທໍາ ຂອງປະຊາຊົນລາວບັນດາເຜົ່າໃນ ທົ່ວປະເທດ ຊຶ່ງບັນດາຂັບລໍາທ້ອງ ຖິ່ນຕ່າງໆ ນັບແຕ່ເໜືອຈົນຮອດໃຕ້ ຂອງຖິ່ນທີ່ຢູ່ອາໄສ ແລະ ການຂະ ຫຍາຍພັນ ຊຶ່ງແມ່ນລັດຖະບານ ເປັນຜູ້ພິຈາລະນາຮັບຮອງ ແລະ ປ່ຽນແປງບັນຊີ ສັດປະເພດຫວງ ຫ້າມ ແລະ ສັດປະເພດຄຸ້ມຄອງ ຕາມ ການສະເໜີຂອງ ກະຊວງກະສິກຳ ແລະ ປ່າໄມ້. ສຳລັບສັດປະເພດທົ່ວ ໄປ ແມ່ນກະຊວງກະສິກຳ ແລະ ປ່າ ໃຕ້ມີ ລໍາມະຫາໄຊ, ລໍາຕັງຫວາຍ, ລໍາພູໄທ, ລໍາສາລະວັນ, ລໍາບ້ານ ຊອກ, ລໍາສີພັນດອນ ແລະ ອື່ນໆ ອີກຢ່າງຫລວງຫລາຍ. ແຕ່ເປັນຕາໜ້າເສຍດາຍອີກ ຢ່າງໜຶ່ງ ທີ່ໄວໜຸ່ມລາວໃນປັດຈຸບັນ ໃຫ້ຄວາມສົນໃຈ ແຄນ ແລະ ສຽງ ແຄນ ອັນເປັນເຄື່ອງດົນຕີທີ່ຮຽກວ່າ ເປັນເອກະລັກປະຈໍາຊາດລາວນັ້ນ ໜ້ອຍເກີນໄປ ຊຶ່ງນີ້ເປັນສິ່ງທີ່ພວກ ເຮົາຕ້ອງຄິດຫາວິທາງສົ່ງເສີມ ເພື່ອ ເຮັດໃຫ້ສຽງແຄນແດນຈໍາປາທີ່ບັນ ພະບຸລຸດປະດິດສ້າງຂຶ້ນນັ້ນ ໃຫ້ຍືນ ຍົງຕະຫລອດໄປ. ດັ່ງນັ້ນ, ຄໍລຳຊີ ວິດແລະວັດທະນະທຳ ມື້ນີ້ຈຶ່ງ ຂໍນໍາ ສະເໜີ ບັນດາຄວາມຮູ້ກ່ຽວກັບ ແຄນລາວແບບສັງເຂບ ໃຫ້ແກ່ບັນ ດາທ່ານໄດ້ຮັບຮູ້ ເພື່ອເປັນກະບອກ ສຽງປະກອບສ່ວນໃນການສ້າງ ຄວາມສົນໃຈໃຫ້ເກີດແນວຄິດຮັກ ຫອມແຄນ ແລະ ສຽງແຄນລາວ. ແຄນ ແມ່ນເຄື່ອງດົນຕີພື້ນເມືອງ ປະເພດເປົ່າຊະນິດໜຶ່ງໃນດົນຕີ ພື້ນເມືອງລາວສີ່ປະເພດຄື: ດີດ, ສີ, ຕີ ແລະ ເປົ່າ ເປັນເຄື່ອງດົນຕີທີ່ໄດ້ ຮັບຄວາມນິຍົມ ແລະ ນໍາໃຊ້ຢ່າງ ກວ້າງຂວາງ ໃນກຸ່ມຄົນເຊື້ອຊາດ ລາວ ນັບເປັນເວລາຫລາຍພັນປີ ມາແລ້ວ ບັນດານັກປາດອາຈານ ໃນ ສະໄໝບູຮານເພິ່ນໄດ້ຂຽນເປັນບົດ ນິຍາມໄວ້ວ່າ: “ຄົນລາວ ຢູ່ເຮືອນ ຮ້ານ ປາກເປົ່າແຄນ ມືປັ້ນເຂົ້າ ໜຽວ”. ຕາມຫລັກວິທະຍາສາດຍັງ ບໍ່ທັນມີໃຜຄົ້ນຄວ້າພົບຈຸດເລີ່ມຕົ້ນ ຂອງ ແຄນ ວ່າແມ່ນໃຜເປັນຜູ້ສ້າງ ຂຶ້ນມາ. ແຕ່ແນ່ນອນວ່າ ແຄນລາວ ແມ່ນຄົນລາວສ້າງຂຶ້ນເພາະສຽງ ດົນຕີກົມກືນກັບສຽງຂັບລໍາ ຂອງ ສໍານຽງສຽງເວົ້າພາສາລາວແທ້ໆ, ເມື່ອເອົາໄປເປົ່າກັບສໍານຽງພາສາ ອື່ນກໍໄດ້ຢູ່ ແຕ່ມັນກໍຂາດໆເຂີນໆບໍ່ ມ່ວນຊື່ນອອນຊອນ ຄືກັບສຽງຂັບ ລໍາພາສາລາວ. ຕາມຂໍ້ມູນທີ່ສາມາດ ຢັ້ງຢືນໄດ້ ວ່າ: ແຄນລາວ ມີຕົ້ນກໍາເນີດຢູ່ໃນ ກຸ່ມຄົນລາວ (ໄຕລາວ) ຢູ່ລຸ່ມແມ່ ນໍ້າຂອງ ແພ່ກະຈາຍອອກໄປສູ່ທ້ອງ ຖິ່ນອື່ນໆທີ່ໃກ້ຄຽງ ໂດຍມີຂໍ້ມູນ ຫລັກຖານຈາກການຄົ້ນພົບຄ້ອງ ບັ້ງບູຮານທີ່ມີຮູບສະຫລັກຄົນເປົ່າ ແຄນ ຈຶ່ງສາມາດສັນນິຖານໄດ້ວ່າ ແຄນລາວ ອາດກໍາເກີດມາໄດ້ຫລາຍ ກວ່າ 2.500 ປີແລ້ວ. ແຄນລາວ ປະກອບມີຫລາຍຮູບແບບດັ່ງນີ້: ແຄນລາວລຸ່ມ ມີ 4 ຊະນິດຄື : ແຄນ 5 ຄູ່, ແຄນ 6 ຄູ່, ແຄນ 7 ຄູ່, ແຄນ 8 ຄູ່. ແຄນລາວໃນສະໄໝກ່ອນ ແມ່ນມັກໃຊ້ເປົ່າຂັບລໍາຕ່າງໆ ສ່ວນ ຫລາຍແມ່ນແຄນ 5 ຄູ່ , 6 ຄູ່ ແລະ 7 ຄູ່ ເທົ່ານັ້ນ ແຕ່ຕໍ່ມາອີງໃສ່ສະພາບ ຄວາມຕ້ອງການຂອງຍຸກສະໄໝ ໃໝ່ ນັກປະດິດແຄນຈຶ່ງໄດ້ເພີ່ມສຽງ ແຄນຂຶ້ເປັນ 8 ຄູ່ ເພື່ອສາມາດຫລິ້ນ ກັບເຄື່ອງດົນຕີອື່ນໆໄດ້. ແຄນຂະມຸ ມີ 2 ຊະນິດຄື: ເຂດພາກເໜືອ, ກາງ ແລະ ໃຕ້ ນິຍົມໃຊ້ແຄນ 5 ຄູ່ ແລະ 6 ຄູ່ ຄືກັບລາວລຸ່ມ ໃຊ້ໃນການ ເປົ່າປະກອບສຽງ ຂັບລໍາ. ເຜົ່າຂະມຸ ເຂດ ສາລະວັນ, ເຊກອງ, ອັດຕະປື ເຂົາເຈົ້າປະດິດແຄນນໍ້າເຕົ້າຂຶ້ນ ເປັນເອກະລັກສະເພາະຂອງຕົນ ໃຊ້ເປົ່າສະແດງປະກອບກັບເຄື່ອງ ດົນຕີພື້ນເມືອງຊະນິດຕ່າງໆ ຫາກ ບໍ່ແມ່ນໃຊ້ເປົ່າໃນການຂັບລໍາ. ແຄນ ເຜົ່າມົ້ງ: ສ່ວນຫລາຍແມ່ນໃຊ້ເປົ່າ ສະແດງລວດລາຍ, ຄວາມສາມາດ ແລະ ພະລະກໍາລັງ ຄວາມກ້າຫານ ຂອງຜູ້ເປົ່າ, ບໍ່ໄດ້ປະກອບໃຫ້ກັບ ການຂັບລໍາພື້ນເມືອງແຕ່ຢ່າງໃດ. ຕໍ່ກັບການອະນຸລັກສົ່ງເສີມແຄນ ລາວນັ້ນ, ມີບັນດາທ່ານຜູ້ນໍາ ແລະ ນັກປາດອາຈານ ໄດ້ສັ່ງສອນ ໄວ້ວ່າ “ເສຍວັດທະນະທໍາແມ່ນເສຍຄວາມ ເປັນຊາດ” ປະເທດໃດໜຶ່ງຖ້າລູກ ຫລານຊາວໜຸ່ມ ຍິງ-ຊາຍ ຜູ້ສືບ ທອດອະນາຄົດຂອງປະເທດຊາດ ຫາກຖືເບົາ, ບໍ່ເອົາໃຈໃສ່, ປ່ອຍປະ ລະເລີຍ ຕໍ່ສິລະປະວັດທະນະທໍາ, ຮີດຄອງປະເພນີອັນດີງາມ ຂອງ ຊາດຕົນພາກັນໄປນິຍົມ, ຍົກຍ້ອງ ວັດທະນະທໍາຂອງຊາດອື່ນ ບໍ່ດົນ ນານ ຊາດຂອງຕົນກໍ່ຈະຖືກປ່ຽນ ແປງ ແລະ ຖືກຊາດອື່ນກືນກິນ ແລະ ເສື່ອມຫາຍໄປໃສທີ່ສຸດ. ດັ່ງນັ້ນ ຈຶ່ງ ຂໍໃຫ້ຄົນລາວທຸກໆຄົນ ບໍ່ວ່າໜຸ່ມ ນ້ອຍຍິງ - ຊາຍ ເຖົ້າແກ່ທີ່ມີນໍ້າໃຈ ຮັກຊາດ ແລະ ຮັກວັດທະນະທໍາ ທີ່ ເປັນມູນເຊື້ອຂອງຊາດລາວ ຈົ່ງ ພ້ອມກັນຫັນມາອະນຸລັກຮັກສາ ແລະ ສົ່ງເສີມຄົນລາວໃຫ້ຮູ້ຈັກເປົ່າ ແຄນ ຈົ່ງເລີ່ມແຕ່ມື້ນີ້ ບໍ່ມີຄໍາວ່າແກ່ ເກີນຮຽນ ພ້ອມກັນສືບຕໍ່ກ້າວໄປແຕ່ ລະຂັ້ນ ດ້ວຍຄວາມເຊື່ອໝັ້ນ “ຄວາມ ພະຍາຍາມ ຢູ່ບ່ອນໃດຄວາມສໍາ ເລັດຢູ່ບ່ອນນັ້ນ” ແມ່ນສັດຈະທໍາທີ່ ຖືກຕ້ອງຕະຫລອດການ. ກໍແມ່ນມີແຄນເປັນດົນຕີຫລັກ ເຊັ່ນ: ທາງພາກເໜືອ ແລະ ພາກກາງ ມີ ຂັບຊໍາເໜືອ, ຂັບຊຽງຂວາງ, ຂັບ ງື່ມ ແລະ ສິລະປະ ການເປົ່າແຄນ ຂອງຊົນເຜົ່າມົ້ງ...ສວ່ນທາງພາກ ພາບປະກອບ ພາບປະກອບ ພາບປະກອບ ພາບປະກອບ ພາບປະກອບ ພາບປະກອບ ພາບປະກອບ
RkJQdWJsaXNoZXIy MTc3MTYxMQ==