gfa ffj P;xt8y [a fco;mk'dko8j k'xtgmfla o8y rk[F gvdt]kfF ,y f8trk[ c]t dkoIj ;,,n 1j k'ltg\u 8Q oltg\u xkp 26/06/2023 xtgmf]k; 4 3]d c]t gsfdko *** ຕໍ່ຈາກໜ້າ 1 *** ຍົກລະດັບ... *** ຕໍ່ຈາກໜ້າ 1 *** *** ຕໍ່ຈາກໜ້າ 1 *** *** ຕໍ່ຈາກໜ້າ 1 *** *** ຕໍ່ຈາກໜ້າ 1 *** *** ຕໍ່ຈາກໜ້າ 1 *** ເປີດວາງສະແດງ.... ລາວສຳເລັດ.... 57 ປີ ແຫ່ງການເຕີບໃຫຍ່... ການເງິນ... ລາວ-ໄທ ຮ່ວມ... ຂປລ. ສະຖາບັນວິຈິດສິນແຫ່ງ ຊາດ ກະຊວງຖະແຫລງຂ່າວ, ວັດ ທະນະທໍາ ແລະ ທ່ອງທ່ຽວ(ຖວທ) ສປປ ລາວ ຮ່ວມກັບກົມວິຈິດສິນ, ຮູບຖ່າຍ ແລະ ວາງສະແດງກະຊວງ ວັດທະນະທໍາ, ກິລາ ແລະ ທ່ອງທ່ຽວ ສສ ຫວຽດນາມ ຈັດງານວາງສະ ແດງຮູບພາບ “ບັນດາມໍລະດົກໂລ ກຂອງຫວຽດນາມ ແລະ ລາວ” ໃນວັນທີ 23-29 ມິຖຸນາ 2023 ທີ່ ສູນວັດທະນະທໍາຫວຽດນາມ ປະ ຈໍາລາວ ໂດຍມີບັນດາຫົວໜ້າກົມ, ຮອງກົມ ພ້ອມດ້ວຍພະນັກງານ ອ້ອມຂ້າງກະຊວງ ຖວທ, ຜູ້ຕ່າງໜ້າ ຈາກສະຖານທູດບັນດາປະເທດອາ ຊຽນ ແລະ ແຂກຖືກເຊີນເຂົ້າຮ່ວມ ໂດຍຮູບພາບທີ່ນໍາມາວາງສະແດງ ຄັ້ງນີ້, ປະກອບມີ 180 ພາບ. ທ່ານ ສີສຸກ ແກ້ວວົງຊາຍ ຜູ້ ອໍານວຍການສະຖາບັນວິຈິດສິນ ແຫ່ງຊາດລາວ ໄດ້ໃຫ້ຮູ້ວ່າ: ການ ຈັດງານໃນຄັ້ງນີ້, ເປັນການວາງສະ ແດງຮູບພາບກ່ຽວກັບມໍລະດົກ ໂລກດ້ານວັດທະນະທຳ, ທຳມະ ຊາດຂອງຫວຽດນາມ ທີ່ວາງສະ ແດງໂດຍນັກຖ່າຍຮູບທີ່ມີຊື່ສຽງ ຂອງລາວ ແລະ ຫວຽດນາມຫລາຍ ທ່ານ ໄດ້ບັນທຶກຄວາມງາມ, ຄຸນຄ່າ ແລະ ຄວາມໝາຍອັນໃຫຍ່ຫລວງ ຂອງມໍລະດົກໃນຍຸກປັດຈຸບັນ, ຮູບ ພາບທີ່ສື່ໃຫ້ເຫັນເຖິງວັດທະນະທໍາ ທີ່ມີຊີວິດຊີວາ, ຄວາມສວຍສົດ ງົດງາມຂອງທິວທັດທຳມະຊາດ, ທຳມະຊາດທີ່ກ່ຽວພັນກັບບົດກາວີ, ຜົນງານອັນດີເລີດຂອງຜູ້ສ້າງ ຫລື ຜົນງານສະຖາປັດຕະຍະກຳບູຮານ, ບັນທຶກເລື່ອງລາວທາງປະຫວັດ ສາດ, ວັດທະນະທຳ, ແນວຄິດຈິດ ໃຈ, ຄວາມຮູ້, ຮີດຄອງປະເພນີ, ຄວາມເຊື່ອຖື, ຄວາມສວຍງາມຂອງ ລາວ ແລະ ຫວຽດນາມ. ພ້ອມ ກັນນີ້, ການຈັດງານດັ່ງກ່າວ ຍັງເປັນການ ເພີ່ມທະວີການແລກປ່ຽນ, ການ ຮ່ວມມືທາງດ້ານສິລະປະ-ວັດທະ ນະທຳລະຫວ່າງ 2 ປະເທດ ກໍຄື ຂອງສອງກະຊວງ. ທ່ານ ໂງ໋ຕວນຟອງ ຮອງຫົວ ໜ້າກົມວິຈິດສິນການຖ່າຍຮູບ ແລະ ວາງສະແດງ ກະຊວງວັດທະນະທໍາ ກິລາ ແລະ ທ່ອງທ່ຽວ ສສ ຫວຽດ ນາມ ໄດ້ໃຫ້ຮູ້ວ່າ: ນີ້ແມ່ນຄັ້ງທໍາອິດ ທີ່ງານວາງສະແດງຮູບພາບແນະ ນຳມໍລະດົກ ໂລກດ້ານວັດທະນະ ທຳ, ທຳມະຊາດ ຂອງຫວຽດນາມ ລວມມີ 26 ແຫ່ງ ແລະ ມໍລະດົກໂລກ ດ້ານວັດທະນະທໍາຂອງລາວມີ 3 ແຫ່ງ ໄດ້ຈັດຂຶ້ນຢູ່ລາວ, ຮູບຖ່າຍ 180 ແຜ່ນ ທີ່ໄດ້ນຳມາໃຫ້ປະຊາ ຊົນທົ່ວໄປໄດ້ຊົມຮູບພາບທີ່ມີຊີວິດ ຊີວາ. ພ້ອມນີ້, ທ່ານຍັງໄດ້ແດງ ພາດຕໍ່ນັກຂ່າວສຳນັກຂ່າວສານ ປະເທດລາວ ໃນວັນທີ 23 ມິຖຸນາ 2023 ເນື່ອງໃນໂອກາດວັນສ້າງ ຕັ້ງກອງກາຍະສິນແຫ່ງຊາດ ຄົບ ຮອບ 57 ປີ ໂດຍທ່ານໄດ້ຍົກໃຫ້ ເຫັນມູນເຊື້ອ ແລະ ຜົນງານທີ່ກອງ ກາຍະສິນຍາດມາໄດ້ໃນໄລຍະ ຜ່ານມາ ເຊິ່ງກອງກາຍະສິນແຫ່ງ ຊາດ ໄດ້ຮັບການສ້າງຕັ້ງຂຶ້ນໃນ ວັນທີ 20 ມິຖຸນາ 1966 ທີ່ພູແຄ, ເມືອງວຽງໄຊ ແຂວງຫົວພັນ, ໃນ ເບື້ອງຕົ້ນ ໄດ້ຝຶກແອບຮໍ່າຮຽນເປັນ ເວລາ 10 ເດືອນ ໂດຍໄດ້ຮັບການ ຊ່ວຍເຫລືອຈາກຊ່ຽວຊານຫວຽດ ນາມ ກໍສາມາດສ້າງລາຍການສະ ແດງໄດ້ 10 ກວ່າລາຍການ. ພາຍ ຫລັງປະເທດຊາດໄດ້ຮັບການປົດ ປ່ອຍ ໃນປີ 1975 ກອງກາຍະສິນ ກໍໄດ້ເຄື່ອນໄຫວສະແດງກາຍະ ສິນນັບແຕ່ເໜືອຕະຫລອດໃຕ້, ເຄື່ອນໄຫວສະແດງຮັບໃຊ້ຢູ່ທຸກ ເຂດແຂວງ, ເຂດຫ່າງໄກສອກຫລີກ, ເຂດທຸລະກັນດານ, ຈົນມາຮອດ ປັດຈຸບັນກອງກາຍະສິນແຫ່ງຊາດ ມີນັກສະແດງທັງໝົດ 30 ກວ່າຄົນ, ມີລາຍການສະແດງທັງໝົດ 30 ກວ່າລາຍການ. ໃນນັ້ນ, ລາຍການ ພົ້ນເດັ່ນທີ່ສັງຄົມ ກໍຄືຜູ້ເບິ່ງ, ຜູ້ຊົມ ທຸກເພດ, ທຸກໄວໃຫ້ຄວາມສົນໃຈ ເປັນພິເສດ ແມ່ນລາຍການສະແດງ ຂອງສັດ, ລາຍການສະແດງຢູ່ເທິງ ອາກາດທີ່ຫວາດສຽວ,ຕື່ນຕາຕື່ນ ໃຈ ແລະ ອື່ນໆ, ອັນທີ່ພົ້ນເດັ່ນໃນໄລ ຍະຜ່ານມາ ກອງກາຍະສິນແຫ່ງ ຊາດ ໄດ້ອອກໄປສະແດງແຂ່ງຂັນ ໃນເວທີລະດັບສາກົນເຊິ່ງສາມາດ ຍາດໄດ້ຫລຽນຄຳ ແລະ ຫລຽນເງິນ, ເຮັດໃຫ້ ສປປ ລາວ ເປັນທີ່ຮູ້ຈັກ ຂອງສັງຄົມໃນທົ່ວໂລກຫລາຍຂຶ້ນ. ທ່ານນາງ ວອນວິໄລ ໃຫ້ຮູ້ອີກ ວ່າ: ສຳລັບແຜນການໃນຕໍ່ໜ້າ ກອງກາຍະສິນແຫ່ງຊາດ ຈະສືບຕໍ່ ປັບປຸງວຽກງານກາຍະສິນໃຫ້ມີ ຄວາມກ້າວໜ້າ ເປັນຕົ້ນປັບປຸງພື້ນ ຖານໂຄງລ່າງໃຫ້ມີຄວາມສວຍສົດ ງົດງາມ, ປັບປຸງຮູບແບບການສະ ແດງໃຫ້ມີຫລາຍຮູບແບບ, ຫລາຍ ສີສັນ ເພື່ອກຽມພ້ອມທຸກດ້ານ, ທຸກ ເວລາເຂົ້າໃນການສະແດງຮັບໃຊ້ ພັກ, ລັດ, ຮັບໃຊ້ສັງຄົມໂດຍສະ ເພາະກຽມໃຫ້ແກ່ ສປປ ລາວ ຈະ ເປັນເຈົ້າພາບຈັດກອງປະຊຸມສຳຄັນ ຕ່າງໆ ແລະ ເປີດປີທ່ອງທ່ຽວລາວ ໃນປີ 2024 ທີ່ຈະມາເຖິງນີ້. ພ້ອມ ເຊິນ ຣຸນຢູນ (Chen Run Yun) ຮອງຫົວໜ້າສະຖາບັນການຝຶກອົບ ຮົມສາກົນກະຊວງການຄ້າ ສປ ຈີນ, ມີຜູ້ຕາງໜ້າຈາກກົມຈັດຕັ້ງ ພະນັກງານ ແລະ ກົມກວດກາ ກະ ຊວງ ຜທ, ພ້ອມດ້ວຍສໍາມະນາກອນ ເຂົ້າຮ່ວມຢ່າງພ້ອມພຽງ. ທ່ານ ຄໍາແພງ ລັດມະນີ ກ່າວ ວ່າ: ໃນຊຸມປີຜ່ານມາພາຍໃຕ້ການ ນໍາພາຂອງສອງພັກ ແລະ ລັດຖະ ບານຂອງສອງປະເທດລາວ ແລະ ຈີນ; ສອງປະເທດໄດ້ມີການຮ່ວມ ມືພາຍໃຕ້ຈິດໃຈ 4 ດີ (ບ້ານໃກ້ ເຮືອນຄຽງທີ່ດີ, ເພື່ອນທີ່ດີ, ຄູ່ຮ່ວມ ມືທີ່ດີ ແລະ ສະຫາຍທີ່ດີ), ເຮັດໃຫ້ ການຮ່ວມມືຂອງສອງຝ່າຍ ໄດ້ກ້າວ ເຂົ້າສູ່ລະດັບອັນໃໝ່ທີ່ສູງກວ່າເກົ່າ, ສອງລັດຖະບານລາວ ແລະ ຈີນ ແມ່ນໄດ້ໃຫ້ຄວາມສຳຄັນສູງຕໍ່ ວຽກງານການຮ່ວມມືດ້ານການ ພັດທະນາຊັບພະຍາກອນມະນຸດ ໂດຍສະເພາະການຍົກລ ະດັບຄວາມ ສາມາດໃຫ້ແກ່ບຸກຄະລາກອນລາວ ຜ່ານການຈັດຝຶກອົບຮົມ ແລະ ສໍາ ມະນາ ໃນຫົວຂໍ້ຕ່າງໆ. ສະນັ້ນ ຈຸດ ປະສົງໃນການຈັດຝຶກອົບຮົມໃນຄັ້ງ ນີ້ ກໍເພື່ອຍົກລະດັບຄວາມຮູ້ຄວາມ ສາມາດໃຫ້ແກ່ພະນັກງານ-ລັດຖະ ກອນລາວ ໂດຍສະເພາະດ້ານວຽກ ງານການວາງແຜນ ແລະ ຍຸດທະ ສາດການພັດທະນາເສດຖະກິດ ຂອງລາວ ຊຶ່ງບົດຮຽນປະສົບການ ທີ່ວິທະຍາກອນ ແລະ ຄູ-ອາຈາ ນ ຈາກ ສປ ຈີນ ໄດ້ນຳສະເໜີນັ້ນລ້ວນ ແຕ່ເປັນສິ່ງລໍ້າຄ່າທີ່ພະນັກງານ, ບຸກ ຄະລາກອນຢູ່ໃນຂົງເຂດວຽກງານ ແຜນການ ແລະ ການລົງທຶນຄວນ ຈະຕ້ອງໄດ້ສຶກສາຮ່ຳຮຽນ ແລະ ຖອດຖອນບົດຮຽນ ເພື່ອນໍາມາໝູນ ໃຊ້ໃນວຽກງານທີ່ຕົນຮັບຜິດຊອບ. ທ່ານ Chen Run Yun ໄດ້ ເຂົ້າຮ່ວມພິທີປິດ ໂດຍຜ່ານລະບົບ (Online) ຊຶ່ງທ່ານໄດ້ກ່າວວ່າ: ນັບຕັ້ງ ແຕ່ການລະບາດຂອງພະ ຍາດໂຄວິດ-19 ເປັນຕົ້ນມາ, ການ ຈັດຝຶກອົບຮົມແບບຊ່ອງໜ້າຫົວຂໍ້ ນີ້ ເປັນຫົວຂໍ້ທໍາອິດທີ່ຈັດຂຶ້ນຢູ່ ຕ່າງປະເທດ ຊຶ່ງກະຊວງການຄ້າ ຈີນ ກໍໄດ້ເລືອກເອົາ ສປປ ລາວ ເປັນແຫ່ງທຳອິດ ໃນການຈັດສຳມະ ນາຢູ່ຕ່າງປະເທດ. ສະຖາບັນການ ຝຶກອົບຮົມພະນັກງານການຄ້າສາ ກົນ, ກະຊວງການຄ້າ ສປ ຈີນ (AIBO) ໄດ້ເອົາໃຈໃສ່ສູງ ໃນການ ກະ ກຽມ ແລະ ດຳເນີນການຈັດຊຸດ ຝຶກອົບຮົມໃນຄັ້ງນີ້ ໂດຍໄດ້ມີການ ເຊື້ອເຊີນວິທະຍາກອນ ແລະ ຄູ-ອາ ຈານຈາກມະຫາວິທະຍາໄລ Qing Hua ຊຶ່ງເປັນມະຫາວິທະຍາໄລ ທີ່ມີຊື່ສຽງອັນດັບໜຶ່ງ ຂອງ ສປ ຈີນ ແລະ ລະດັບແຖວໜ້າຂອງໂລກ ເພື່ອມາແບ່ງປັນປະສົບການຄວາມ ຮູ້ອັນມີຄຸນຄ່າ ແລະ ລະອຽດເລິກ ເຊິ່ງ ໃຫ້ແກ່ສໍາມະນາກອນ ເຊັ່ນ: ແນວຄວາມຄິດການຫັນປ່ຽນເປັນ ອຸດສາຫະກໍາການຜະລິດຂອງຈີນ, ປະສົບການສຳລັບນະໂຍບາຍການ ຫັນເປັນດີຈິຕອນຂອງຈີນ, ການ ວາງແຜນການພັດທະນາ ແລະ ການ ຈັດຕັ້ງປະຕິບັດແຜນການຂອງ ຈີນ ແລະ ອື່ນໆ ລວມ 20 ຫົວຂໍ້ ແລະ ຂປລ.ໃນລະຫວ່າງວັນທີ 2224 ມິຖຸນາ 2023 ນີ້, ທີ່ເມືອງວັງ ວຽງ ແຂວງວຽງຈັນ, ຄະນະຮັບຜິດ ຊອບຄົ້ນຄວ້າປັບປຸງກົດໝາຍວ່າ ດ້ວຍການບັນຊີຂອງກະຊວງການ ເງິນ ໄດ້ສືບຕໍ່ຈັດກອງປະຊຸມຄົ້ນ ຄວ້າປະກອບຄຳຄິດຄຳເຫັນໃສ່ ຮ່າງກົດໝາຍວ່າດ້ວຍການບັນຊີ (ສະບັບປັບປຸງ) ໃຫ້ມີເນື້ອໃນຄົບ ຖ້ວນ, ສົມບູນ, ສອດຄ່ອງກັບສະ ພາບ, ເງື່ອນໄຂໃນປັດຈຸບັນ; ທັງ ເປັນການຍົກສູງປະສິດທິພາບໃນ ການພັດທະນາວຽກງານການ ບັນຊີໃຫ້ຮອງຮັບໃນສະພາບການ ຫັນປ່ຽນທາງດ້ານເສດຖະກິດທັງ ພາຍໃນ, ພາກພື້ນ ແລະ ສາກົນ ໃນ ແຕ່ລະໄລຍະ. ກອງປະຊຸມຄັ້ງນີ້ ໂດຍປະຕິບັດ ຕາມແຜນການສ້າງ ແລະ ປັບປຸງ ກົດໝາຍ ໄລຍະ 05 ປີ(20 212025) ແລະ ແຜນປີ 2022 ຂອງ ຂະແໜງການເງິນ ແລະ ເປັນການ ສືບຕໍ່ຄົ້ນຄວ້າປະກອບຄຳຄິດຄຳ ເຫັນໃສ່ຮ່າງກົດໝາຍດັ່ງກ່າວໃຫ້ມີ ເນື້ອໃນຄົບຖ້ວນ, ສົມບູນ, ກ່ອນທີ່ ຈະໄດ້ນໍາສະເໜີຮ່າງກົດໝາຍວ່າ ດ້ວຍການບັນຊີ (ສະບັບປັບປຸງ) ເຂົ້າກອງປະຊຸມສະໄໝສາມັນ ເທື່ອ ທີ 6 ສະພາແຫ່ງຊາດຊຸດທີ IX ໃນ ທ້າຍປີ 2023 ນີ້. ສຳລັບການຈັດຕັ້ງປະຕິບັດກົດ ໝາຍວ່າດ້ວຍການບັນຊີ ໃນໄລຍະ ຜ່ານມາເຫັນວ່າການກຳນົດເນື້ອ ໃນບາງມາດຕາຍັງບໍ່ຄົບຖ້ວນ, ບໍ່ ຮັດ ກຸມ, ບໍ່ຈະແຈ້ງ, ບໍ່ຊັດເຈນເຮັດ ໃຫ້ການຕີຄວາມໝາຍຕໍ່ບາງເນື້ອ ໃນ ບໍ່ເປັນເອກະພາບກັນ ຫລື ບໍ່ໄປ ໃນທິດທາງດຽວກັນ, ການກໍານົດ ສາຍພົວພັນ, ພາລະບົດບາດລະ ຫວ່າງຂະແໜງການເງິນ ແລະ ບາງຂະແໜງການຂອງລັດ ທີ່ເຄື່ອນ ໄຫວໃນວຽກງານທີ່ກ່ຽວພັນກັນ ໂດຍສະ ເພາະໃນວຽກງານຄຸ້ມຄອງ ກວດກາບັນຊີ ແລະ ກວດສອບອິດ ສະລະ ເຮັດໃຫ້ການນໍາໄປຈັດຕັ້ງ ຜັນຂະຫຍາຍພົບຂໍ້ຫຍຸ້ງຍາກ ຫລື ບໍ່ ໄດ້ດີເທົ່າທີ່ຄວນ. ສະນັ້ນ,ການປັບ ປຸງກົດໝາຍວ່າດ້ວຍການບັນຊີ, ເປັນການຍົກສູງປະສິດທິພາບໃນ ການຄຸ້ມຄອງວຽກງານບັນຊີສາ ມາດຮອງຮັບການຫັນປ່ຽນໃໝ່ໃນ ການພັດທະນາເສດຖະກິດ-ສັງຄົມ ພາຍໃນປະເທດ, ສອດຄ່ອງກັບການ ຂະຫຍາຍຕົວຂອງເສດຖະກິດພາກ ພື້ນ ແລະ ສາກົນແຕ່ລະໄລຍະ. ກົດ ໝາຍດັ່ງກ່າວໄດ້ປະກອບສ່ວນອັນ ສຳຄັນເຂົ້າໃນການຍົກສູງປະສິດທິ ພາບຂອງການຄຸ້ມຄອງລັດຄຸ້ມ ຄອງສັງຄົມດ້ວຍກົດໝາຍ, ເປັນ ເຄື່ອງມືໃຫ້ອົງການຈັດຕັ້ງພັກ-ລັດ ໂດຍສະເພາະຂະແໜງການເງິນ ນຳໃຊ້ເປັນບ່ອນອີງໃນການນຳ ຍາສາດການກິລາ, ການຄົ້ນຄວ້າ ວິໄຈດ້ານກິລາ, ການຝຶກອົບຮົມໄລ ຍະສັ້ນ ແລະ ໄລຍະຍາວວິທະຍາ ສາດການກິລາ ແລະ ແລກປ່ຽນຄູ- ອາຈານ ແລະ ນັກສຶກສາ ເຊິ່ງກັນ ມີຄູ-ອາຈານຈີນ ມາຜັດປ່ຽນກັນ ບັນລະຍາຍ 7 ທ່ານ. ການຈັດຊຸດຝຶກອົບຮົມຄັ້ງນີ້ ແມ່ນເລີ່ມມາແຕ່ວັນທີ 1-21 ມິ ຖຸນາ 2023, ລວມເວລາ 21 ວັນ, ທີ່ນະຄອນຫລວງວຽງຈັນ ຊຶ່ງສຳ ມະນາກອນລາວ ກໍມີຄວາມຕັ້ງໃຈ ນຳໃຊ້ໂອກາດນີ້ໃນການຮໍ່າຮຽນ ແລະ ຍົກຄໍາຖາມແລກປ່ຽນປະສົບ ການ ກັບບັນດາຄູ-ອາຈານ ຈາກຈີນ ຢ່າງກົງໄປກົງມາ, ຜ່ານການຝຶກ ອົບຮົມໃນຄັ້ງນີ້ ຈະສາມາດນໍາເອົາ ບົດຮຽນໄປໝູນໃຊ້ເຂົ້າໃນການຈັດ ຕັ້ງປະຕິບັດວຽກງານຕົວຈິງທີ່ຕົນ ຮັບຜິດຊອບໃຫ້ເກີດປະສິດທິຜົນ ສູງສຸດ. ຄວາມຂອບໃຈມາຍັງບັນດາອົງ ການ, ໜ່ວຍງານທີ່ກ່ຽວຂ້ອງຂອງ ຫວຽດນາມ ແລະ ລາວ ທີ່ໄດ້ປະ ສານສົມທົບ, ທີ່ໄດ້ເອື້ອອຳນວຍ ຄວາມສະດວກ ແລະ ບັນດານັກສິລະ ປິນຮູບພາບໄດ້ສົມທົບກັນສະໜອງ ອຸປະກອນໃຫ້ງານວາງສະແດງຮູບ ພາບ “ບັນດາມໍລະດົກໂລກຂອງ ຫວຽດນາມ ແລະ ລາວ ໄດ້ຮັບຜົນສຳ ເລັດຢ່າງຈົບງາມຕາມຄາດໝາຍ. ພາບ: ອ່າຍຄຳ ພາ-ຊີ້ນຳຄຸ້ມຄອງວຽກງານບັນຊີ, ກວດສອບອິດສະລະ, ມາດຕະຖານ ການບັນຊີ, ມາດຕະຖານການລາຍ ງານການເງິນ ແລະ ມາດຕະຖານ ວິຊາຊີບດ້ານການກວດສອບຢ່າງ ລວມສູນ ແລະ ເປັນເອກະພາບໃນ ຂອບເຂດທົ່ວປະເທດໃຫ້ມີປະສິດ ທິພາບ ແລະ ປະສິດທິຜົນ. ໂອກາດນີ້, ທ່ານ ນາງ ດາວອນ ທອງຈັນຫົວໜ້າກົມຄຸ້ມຄອງການ ບັນຊີກະຊວງການເງິນ ປະທານ ກອງປະຊຸມໄດ້ມີຄໍາເຫັນວ່າ: ກອງ ປະຊຸມວິຊາການຄັ້ງນີ້ ຈັດຂຶ້ນໃນ ທ່າມບັນຍາກາດທີ່ທົ່ວພັກ, ທົ່ວກອງ ທັບ ແລະ ທົ່ວປວງຊົນລາວພວມດຳ ເນີນກອງປະຊຸມກາງສະໄໝຂອງ ພັກແຕ່ລະຂັ້ນ ພ້ອມທັງຂຸ້ນຂ້ຽວ ໃນການກະກຽມສະຫລຸບການຈັດ ຕັ້ງປະຕິບັດວາລະແຫ່ງຊາດ ວ່າ ດ້ວຍການແກ້ໄຂຄວາມຫຍຸ້ງຍາກ ທາງດ້ານເສດຖະກິດ-ການເງິນ, ຄຳສັ່ງເລກທີ 18/ນຍວ່າ ດ້ວຍເພີ່ມ ທະວີການຄຸ້ມຄອງ ແລະ ຕ້ານ ການຮົ່ວໄຫລຂອງລາຍຮັບງົບປະ ມານແຫ່ງລັດ ແລະ ວຽກງານວິຊາ ສະເພາະໃນຂະແໜງການຂອງ ຕົນຢ່າງເປັນຂະບວນການຟົດຟື້ນ. ພ້ອມດຽວກັນນີ້, ບັນດາຜູ້ແທນເຂົ້າ ຮ່ວມກອງປະຊຸມໄດ້ລົງເລິກສຸມໃສ່ ການປະກອບຄໍາຄິດຄໍາເຫັນຕໍ່ຮ່າງ ກົດໝາຍວ່າດ້ວຍການບັນຊີທີ່ໄດ້ ຈັດຂຶ້ນຢູ່ໃນ 4 ພາກຜ່ານມາໃນ ຂອບເຂດທົ່ວປະເທດ ເພື່ອເຮັດໃຫ້ ຮ່າງກົດໝາຍດັ່ງກ່າວ ມີເນື້ອໃນຄົບ ຖ້ວນ ແລະ ສອດຄ່ອງກັບສະພາບ ເງື່ອນໄຂໃນປັດຈຸບັນກໍຄືອະນາ ຄົດ, ພ້ອມທັງເປັນການຍົກສູງປະສິດ ທິພາບ ໃນການພັດທະນາວຽກງານ ການບັນຊີໃຫ້ຮອງຮັບການຫັນ ປ່ຽນ ທາງດ້ານເສດຖະກິດພາຍໃນ ປະເທດ ແລະ ສອດຄ່ອງກັບພາກພື້ນ ແລະ ສາກົນໃນແຕ່ລະໄລຍະຕາມທີ່ ໄດ້ກຳນົດໄວ້ໃນວິໄສທັດຮອດປີ 2030 ແລະ ແຜນຍຸດທະສາດພັດ ທະນາການເງິນແຫ່ງລັດຮອດປີ 2025, ແນໃສ່ຊຸກຍູ້ໃຫ້ບັນດາຫົວ ໜ່ວຍຖືບັນຊີຈັດຕັ້ງປະຕິບັດວຽກ ງານບັນຊີໃຫ້ຖືກຕ້ອງ, ໂປ່ງໃສ ແລະ ສອດຄ່ອງ ຕາມມາດຕະຖານ ການບັນຊີ ແລະ ລະບຽບການທີ່ ກ່ຽວຂ້ອງ. ການປັບປຸງກົດໝາຍວ່າດ້ວຍ ການບັນຊີ ໃນຄັ້ງນີ້ ແມ່ນເປັນ ເທື່ອທີ 3 ນັບແຕ່ສະພາແຫ່ງຊາດໄດ້ຮັບ ຮອງເອົາໃນປີ 1990 ເປັນຕົ້ນມາ ເຊິ່ງເທື່ອທີ 01 ໄດ້ປັບປຸງໃນປີ 2007 ແລະ ເທື່ອທີ 02 ໄດ້ປັບປຸງ ໃນປີ 2013; ຮ່າງກົດໝາຍວ່າ ດ້ວຍການບັນຊີ (ສະບັບປັບປຸງ) ໃນເທື່ອນີ້ປະກອບມີ X ພາກ; 12 ໝວດ ແລະ 93 ມາດຕາ(ທຽບກັບ ກົດໝາຍສະບັບປີ 2013 ມີ XI ພາກ, 12 ໝວດ ແລະ 101 ມາດ ຕາ). ໃນນີ້, ໄດ້ປັບປຸງມີ 47 ມາດ ຕາ, ສ້າງໃໝ່ 04 ມາດຕາ, ຕັດອອກ 08 ມາດຕາ ແລະ ຮັກສາໄວ້ຄືເກົ່າ 42 ມາດຕາ. ເຊິນ ຣຸນຢູນ (Chen Run Yun) ຮອງຫົວໜ້າສະຖາບັນການຝຶກ ອົບຮົມສາກົນກະຊວງການຄ້າ ສປ ຈີນ, ມີຜູ້ຕາງໜ້າຈາກກົມຈັດຕັ້ງ ພະນັກງານ ແລະ ກົມກວດກາກະ ຊວງ ຜທ, ພ້ອມດ້ວຍສໍາມະນາກອນ ເຂົ້າຮ່ວມຢ່າງພ້ອມພຽງ. ທ່ານ ຄໍາແພງ ລັດມະນີ ກ່າວ ນັ້ນ, ໃນຕົ້ນປີ 2024 ກອງກາຍະ ສິນແຫ່ງຊາດ ຈະເປີດການສະແດງ ກາຍະສິນຢ່າງເປັນປົກກະຕິເປັນ ຕົ້ນ 1 ເດືອນ ສະແດງ 3-5 ຄັ້ງ ຫລື ສະແດງອາທິດລະເທື່ອ ເພື່ອຕອບ ສະໜອງຄວາມຕ້ອງການຂອງສັງ ຄົມ ທັງພາຍໃນ ແລະ ຕ່າງປະເທດ ໄດ້ເບິ່ງ, ໄດ້ຊົມກາຍະສິນຂອງຄົນ ລາວ ຢ່າງທົ່ວເຖິງ ແລະ ເປັນປະຈຳ. ຂ່າວ: ທະນູທອງ, ພາບ: ຂັນໄຊ ແລະ ກັນ. ພິທີເຊັນສັນຍາບົດບັນທຶກການ ຮ່ວມມື(MOA) ໄດ້ມີຂຶ້ນໃນວັນທີ 20 ມິຖຸນາ 2023 ທີ່ມະຫາວິທະຍາ ໄລແຫ່ງຊາດ, ນະຄອນຫລວງວຽງ ຈັນ ລະຫວ່າງ ທ່ານ ອິນຕອງ ເລີດສິນໄຊ ຄະນະບໍດີ ຄະນະວິທະ ຍາ ສາດການກິລາ-ກາຍະກຳມະຫາວິ ທະຍາໄລແຫ່ງຊາດ ແລະ ທ່ານ ໄຊພັດ ຣໍສິຣິຣັດ ຄະນະບໍດີຄະນະ ວິທະຍາສາດການກິລາ ມະຫາວິທະ ຍາໄລຈຸ ລາລົງກອນ(ປະເທດໄທ) ໂດຍໃຫ້ກຽດເຂົ້າຮ່ວມເປັນສັກຂີພິ ຍານຂອງ ທ່ານ ອຸດົມ ພອນຄຳເພັງ ອະທິການບໍດີມະຫາວິທະຍາໄລ ແຫ່ງຊາດພ້ອມດ້ວຍບັນດາຮອງ ຄະນະບໍດີ ຂອງທັງສອງພາກສ່ວນ, ຄູອາຈານ ແລະ ພະນັກງານທີ່ກ່ຽວ ຂ້ອງຢ່າງພ້ອມພຽງ. ສຳລັບເນື້ອໃນບົດບັນທຶກສັນ ຍາການຮ່ວມມື ໄດ້ເນັ້ນເພີ່ມທະວີ ການແລກປ່ຽນ ແລະ ຮ່ວມມືດ້ານ ການ ສຶກສາ ໂດຍສະເພາະໄດ້ຕົກລົງ ເຂົ້າຮ່ວມການສ້າງບົດບັນທຶກສັນ ຍາການຮ່ວມມື (MOA) ທີ່ທັງ ສອງຝ່າຍມີຄວາມສົນໃຈຮ່ວມກັນ ໃນການສ້າງຕັ້ງການຮ່ວມມືດ້ານ ກິດຈະກຳການສຶກສາ ແລະ ຄົ້ນ ຄວ້າວິໄຈ ທີ່ກ່ຽວຂ້ອງກັບການພັດ ທະນາ ແນໃສ່ສົ່ງເສີມຜົນປະໂຫຍດ ຮ່ວມກັນຂອງສອງສະຖາບັນໂດຍ ໄດ້ມີການກໍານົດໄວ້ ຄື: ຕ້ອງມີໂຄງ ການຝຶກອົບຮົມລວມທັງຫລັກສູດທີ່ ມີການຮັບຮອງວຸດທິການສຶກສາ ແລະ ບໍ່ມີວຸດທິ, ການຮ່ວມມືຄົ້ນ ຄວ້າວິໄຈໃນຂົງເຂດທີ່ສອງຝ່າຍມີ ຄວາມສົນໃຈຮ່ວມກັນ, ການແລກ ປ່ຽນເອກະສານທາງວິຊາການທີ່ ສອງຝ່າຍມີ, ການແລກປ່ຽນນັກ ວິຊາການໃນການພັດທະນາວຽກ ງານວິຊາການ ເພື່ອຄວາມກ້າວໜ້າ ທາງວິຊາການ ແລະ ສະໜັບສະໜູນ ການຮ່ວມມືກັນຈັດສຳມະນາ, ກອງ ປະຊຸມປະຕິບັດການ ແລະ ກອງ ປະຊຸມວິຊາການອື່ນໆ ກ່ຽວກັບບັນ ຫາທີ່ມີຄວາມສົນໃຈຮ່ວມກັນ. ໂດຍບົດສະເໜີວຽກງານຮ່ວມ ມືດ້ານວິຊາການສະບັບນີ້ ຈະໄດ້ສະ ເໜີຜ່ານບັນດາຄະນະນຳຂອງແຕ່ ລະສະຖາບັນ ແລະ ແຕ່ລະຝ່າຍຈະ ສະເໜີຊື່ສະມາຊິກຂອງຕົນເປັນ ຜູ້ຕາງໜ້າຮັບຜິດຊອບໂຄງການ ຮ່ວມມືແຜນງານຂອງບຸກຄົນພາຍ ໃຕ້ບົດບັນທຶກຄວາມເຂົ້າໃຈສະບັບ ນີ້ ຈະຕ້ອງຮ່ວມກັນ ແລະ ຈັດຕັ້ງ ປະຕິບັດໂດຍ ຜູ້ໄດ້ຮັບມອບໝາຍ ຈາກທັງສອງຝ່າຍ ແລະ ຄວາມ ຄືບໜ້າຂອງໜ້າວຽກຂອງແຕ່ລະ ໂຄງການຕ້ອງໄດ້ຮັບການກວດ ສອບ ແລະ ຢັ້ງຢືນຈາກເຈົ້າໜ້າທີ່ ໂຄງການ ທີ່ໄດ້ຮັບມອບໝາຍ ຈາກ ສອງຝ່າຍ. ຂ່າວໂດຍ: ສົງການ ພັນແພງດີ ວ່າ: ໃນຊຸມປີຜ່ານມາພາຍໃຕ້ການ ນໍາພາຂອງສອງພັກ ແລະ ລັດຖະ ບານຂອງສອງປະເທດລາວ ແລະ ຈີນ; ສອງປະເທດໄດ້ມີການຮ່ວມມື ພາ ຍໃຕ້ຈິດໃຈ 4 ດີ (ບ້ານໃກ້ເຮືອນ ຄຽງທີ່ດີ, ເພື່ອນທີ່ດີ,ຄູ່ຮ່ວມມືທີ່ດີ ແລະ ສະຫາຍທີ່ດີ), ເຮັດໃຫ້ການ ຮ່ວມມືຂອງສອງຝ່າຍ ໄດ້ກ້າວເຂົ້າ ສູ່ລະດັບອັນໃໝ່ທີ່ສູງກວ່າເກົ່າ, ສອງລັດຖະບານລາວ ແລະ ຈີນ ແມ່ນ ໄດ້ໃຫ້ຄວາມສຳຄັນສູງ ຕໍ່ວຽກ ງານການຮ່ວມມືດ້ານການພັດທະ ນາຊັບພະຍາກອນມະນຸດ ໂດຍສະ ເພາະການຍົກລະດັບຄວາມສາ ມາດ ໃຫ້ແກ່ບຸກຄະລາກອນລາວ ຜ່ານການຈັດຝຶກອົບຮົມ ແລະສໍາ ມະນາໃນຫົວຂໍ້ຕ່າງໆ. ສະນັ້ນ ຈຸດ ປະສົງໃນການຈັດຝຶກອົບຮົມໃນຄັ້ງ ນີ້ກໍເພື່ອຍົກລະດັບຄວາມຮູ້ຄວາມ ສາມາດໃຫ້ແກ່ພະນັກ ງານ-ລັດຖະ ກອນລາວ ໂດຍສະເພາະດ້ານວຽກ ງານການວາງແຜນ ແລະ ຍຸດທະ ສາດການພັດທະນາເສດຖະກິດ ຂອງລາວ ຊຶ່ງບົດຮຽນປະສົບກ ານ ທີ່ວິທະຍາກອນ ແລະ ຄູ-ອາຈານ ຈາກ ສປ ຈີນ ໄດ້ນຳສະເໜີນັ້ນລ້ວນ ແຕ່ເປັນສິ່ງລໍ້າຄ່າທີ່ພະນັກງານ, ບຸກ ຄະລາກອນຢູ່ໃນຂົງເຂດວຽກງານ ແຜນການ ແລະ ການລົງທຶນຄວນ ຈະຕ້ອງໄດ້ສຶກສາຮ່ຳຮຽນ ແລະ ຖອດຖອນບົດຮຽນ ເພື່ອນໍາມາໝູນ ໃຊ້ໃນວຽກງານທີ່ຕົນຮັບຜິດຊອບ. ທ່ານ Chen Run Yun ໄດ້ ເຂົ້າຮ່ວມພິທີປິດໂດຍຜ່ານລະບົບ (Online) ຊຶ່ງທ່ານໄດ້ກ່າວວ່າ: ນັບຕັ້ງແຕ່ການລະບາດຂອງພະ ຍາດໂຄວິດ-19 ເປັນຕົ້ນມາ, ການ ຈັດຝຶກອົບຮົມແບບຊ່ອງໜ້າຫົວ ຂໍ້ນີ້ເປັນຫົວຂໍ້ທໍາອິດທີ່ຈັດຂຶ້ນຢູ່ ຕ່າງປະເທດ ຊຶ່ງກະຊວງການຄ້າ ຈີນ ກໍໄດ້ເລືອກເອົາ ສປປ ລາວເປັນ ແຫ່ງທຳອິດໃນການຈັດສຳມະນາ ຢູ່ຕ່າງປະເທດ. ສະຖາບັນການຝຶກ ອົບຮົມພະນັກງານການຄ້າສາກົນ, ກະຊວງການຄ້າ ສປ ຈີນ(AIBO) ໄດ້ເອົາໃຈໃສ່ສູງໃນການກະກຽມ ແລະ ດຳເນີນການຈັດຊຸດຝຶກອົບ ຮົມໃນຄັ້ງນີ້ ໂດຍໄດ້ມີການເຊື້ອເຊີນ ວິທະຍາກອນ ແລະ ຄູ-ອາຈານຈາກ ມະຫາວິທະຍາໄລ Qing Hua ຊຶ່ງ ເປັນມະຫາວິທະຍາໄລທີ່ມີ ຊື່ສຽງ ອັນດັບໜຶ່ງຂອງ ສປ ຈີນ ແລະ ລະດັບແຖວໜ້າຂອງໂລກ ເພື່ອມາ ແບ່ງປັນປະສົບການຄວາມຮູ້ອັນ ມີຄຸນຄ່າ ແລະ ລະອຽດເລິກເຊິ່ງ ໃຫ້ແກ່ສໍາມະນາກອນ ເຊັ່ນ: ແນວ ຄວາມຄິດການຫັນປ່ຽນເປັນອຸດສາ ຫະກໍາການຜະລິດຂອງຈີນ, ປະສົບ ການສຳລັບນະໂຍບາຍການຫັນ ເປັນດີຈິຕອນຂອງຈີນ, ການວາງ ແຜນການພັດທະນາ ແລະ ການ ຈັດຕັ້ງປະຕິບັດແຜນການຂອງຈີນ ແລະ ອື່ນໆ ລວມ 20 ຫົວຂໍ້ ແລະ ມີ ຄູ-ອາຈານຈີນ ມາຜັດປ່ຽນກັນບັນ ລະຍາຍ 7 ທ່ານ. ການຈັດຊຸດຝຶກອົບຮົມຄັ້ງນີ້ ແມ່ນ ເລີ່ມມາແຕ່ວັນທີ 1-21 ມິຖຸນາ 2023, ລວມເວລາ 21 ວັນ, ທີ່ນະ ຄອນຫລວງວຽງຈັນ ຊຶ່ງສຳມະນາ ກອນລາວ ກໍມີຄວາມຕັ້ງໃຈນຳໃຊ້ ໂອກາດນີ້ໃນການຮໍ່າຮຽນ ແລະ ຍົກຄໍາຖາມແລກປ່ຽນປະສົບການ ກັບບັນດາຄູ-ອາຈານຈາກຈີນຢ່າງ ກົງໄປກົງມາ, ຜ່ານການຝຶກອົບຮົມ ໃນຄັ້ງນີ້ ຈະສາມາດນໍາເອົາບົດ ຮຽນໄປໝູນໃຊ້ ເຂົ້າໃນການຈັດຕັ້ງ ປະຕິບັດວຽກງານຕົວຈິງ ທີ່ຕົນ ຮັບຜິດຊອບໃຫ້ເກີດປະສິດທິຜົນ ສູງສຸດ.
RkJQdWJsaXNoZXIy MTc3MTYxMQ==