xtgmf]k; 3 26/06/2023 0kj ; c]t gsfdko dh k;l6 j ]t[q [75 h ,7v'dkog'y ocsj ']a f gxa oma oltw\mu j ,u 7;k,g0A ,c0'F 3xj '.l gxa ofu 9y 8vo c]t p5 8y me ໂດຍ: ບຸນຕອມ ຜັນຂະຫຍາຍມະຕິ ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ vq'7totraddt-;'p58yme ,uzqoleg]afrQogfajos]kpfhko oEdtmjv, lkogl[8yf mujlqj'zqodtmq[8+Ijk'dkp * ດ້ວຍຄວາມຕັ້ງໜ້າເປັນເຈົ້າ ການໃນການຊີ້ນຳ-ນຳພາຂອງຄະ ນະບໍລິຫານງານພັກກະຊວງຍຸຕິທຳ ແລະ ຄວາມອົດທົນຜ່ານຜ່າຂໍ້ຫຍຸ້ງ ຍາກຂອງບັນດາສະຫາຍສະມາຊິກ ພັກ ເຮັດໃຫ້ການຈັດຕັ້ງປະຕິບັດ ມະຕິກອງປະຊຸມໃຫຍ່ ຄັ້ງທີ V ໄລ ຍະກາງສະໄໝຂອງອົງຄະນະພັກ ກະຊວງຍຸຕິທຳໄດ້ມີຜົນສຳເລັດພົ້ນ ເດັ່ນຫລາຍດ້ານ. ສະຫາຍ ໄພວີ ສີບົວລິພາ ກຳມະ ການສູນກາງພັກ ເລຂາຄະນະບໍລິ ຫານງານພັກ ລັດຖະມົນຕີກະຊວງ ຍຸຕິທຳ ໄດ້ລາຍງານໃຫ້ຮູ້ເມື່ອບໍ່ດົນ ມານີ້, ບາງເນື້ອໃນສຳຄັນວ່າ: ມະ ຕິກອງປະຊຸມໃຫຍ່ຜູ້ແທນອົງຄະນະ ພັກກະຊວງຍຸຕິທຳ ຄັ້ງທີ V ໄດ້ກຳ ນົດ 3 ທິດທາງ ແລະ ຄາດໝາຍສູ້ ຊົນຕົ້ນຕໍ. 1; ກໍ່ສ້າງ ແລະ ປັບປຸງ ພັກ ໃນທົ່ວອົງຄະນະພັກກະຊວງໃຫ້ ປອດໃສ, ເຂັ້ມແຂງ, ໜັກແໜ້ນ, ມີ ຄວາມສາມັກຄີເປັນເອ ກະພາບສູງ, ມີລະບຽບວິໄນເຂັ້ມງວດ, ມີແບບ ແຜນນຳພາທີ່ວິທະຍາສາດ, ປະດິດ ສ້າງ, ແທດຕົວຈິງ. ຈຳກັດບັນດາໜໍ່ ແໜງປະກົດການຫຍໍ້ທໍ້ຕ່າງໆພາຍ ໃນອົງຄະນະພັກ, 2. ຍົກສູງຄຸນນະ ພາບໃນການພັດທະນາກົດໝາຍ ແລະ ວຽກງານຍຸຕິທຳ ເພື່ອໃຫ້ຂະ ແໜງຍຸຕິທຳ ກາຍເປັນຂະແໜງ ການໜຶ່ງ ສາມາດດຳລົງບົດບາດ ແຫ່ງການຈັດຕັ້ງປະຕິບັດແນວທາງ ນະໂຍບາຍຂອງພັກທີ່ວ່າ: ຍົກສູງ ປະສິດທິພາບການຄຸ້ມຄອງລັດ ຄຸ້ມ ຄອງສັງຄົມດ້ວຍກົດໝາຍ ແລະ ຍົກ ສູງຄຸນນະພາບການດຳເນີນຄະດີ ຕາມຂະບວນຍຸຕິທຳໃຫ້ມີປະສິດທິ ຜົນສູງ, 3. ສືບຕໍ່ກໍ່ສ້າງ ແລະ ປັບປຸງ ຖັນແຖວພະນັກງານຫລັກແຫລ່ງ ໃຫ້ຮັບປະກັນຄວາມໜັກແໜ້ນດ້ານ ຄຸນທາດການເມືອງ, ຄຸນສົມບັດສິນ ທຳປະຕິວັດ, ມີຄວາມຈົງຮັກພັກດີ ຕໍ່ພັກ, ມີນ້ຳໃຈຮັບໃຊ້ຊາດ ຮັບໃຊ້ ປະຊາຊົນດ້ວຍຄວາມບໍລິສຸດໃຈ, ມີ ຄວາມຮູ້, ຄວາມສາມາດ ສົມຄູ່ກັບ ຕຳແໜ່ງງານ ແລະ ໜ້າທີ່ຮັບຜິດ ຊອບຂອງແຕ່ລະສະຫາຍ. ບົນພື້ນ ຖານທິດທາງ ແລະ ຄາດໝາຍສູ້ຊົນ ດັ່ງກ່າວ, ຄະນະບໍລິຫານງານພັກ ກະຊວງ ໄດ້ຕັ້ງໜ້ານຳພາ-ຊີ້ນຳ ການຈັດຕັ້ງປະຕິບັດວຽກງານແຕ່ ລະດ້ານ. ສະຫາຍ ໄພວີ ສີບົວລິພາ ກ່າວ ໃຫ້ຮູ້ອີກວ່າ: ດ້ານການເມືອງ-ແນວ ຄິດ ຄະນະບໍລິຫານງານພັກ ໄດ້ຖືສຳ ຄັນ ແລະ ເອົາໃຈໃສ່ວຽກງານສຶກ ສາອົບຮົມການເມືອງ-ແນວຄິດ ໃຫ້ ສະມາຊິກພັກ, ພະນັກງານ-ລັດຖະ ກອນ, ຈັດຕັ້ງເຊື່ອມຊຶມມະຕິກອງ ປະຊຸມໃຫຍ່ຄັ້ງທີ XI ຂອງພັກ, ກົດ ລະບຽບພັກສະໄໝທີ XI ຢ່າງທົ່ວ ເຖິງ, ຈັດຕັ້ງບັນດາມະຕິ, ຄຳສັ່ງ ຂອງພັກ, ປາຖະກະຖາວັນສຳຄັນ ຕ່າງໆ ລວມທັງໝົດ 29 ຄັ້ງ ມີຜູ້ ເຂົ້າຮ່ວມ 4.051 ເທື່ອຄົນ, ເອົາໃຈ ໃສ່ກຳສະພາບແນວຄິດ ແລະ ການ ເຄື່ອນໄຫວ ພ້ອມສຶກສາອົບຮົມ ແນວຄິດຂອງສະມາຊິກພັກ, ພະ ນັກງານ-ລັດຖະກອນໃຫ້ມີຄວາມ ອຸ່ນອ່ຽນຕໍ່ສະພາບຄວາມຫຍຸ້ງ ຍາກດ້ານຕ່າງໆເປັນຕົ້ນ ແນວຄິດ ອຸ່ນອ່ຽນທຸ່ນທ່ຽງຕໍ່ການປັບປຸງກົງ ຈັກການຈັດຕັ້ງ, ສະພາບຄວາມ ຫຍຸ້ງຍາກທາງດ້ານເສດຖະກິດການເງິນ ຊຶ່ງໄດ້ສົ່ງຜົນກະທົບຕໍ່ຊີ ວິດການເປັນຢູ່ຂອງສະມາຊິກພັກ, ພະນັກງານ-ລັດຖະກອນຢ່າງທັນ ການ. ພິເສດໄດ້ຕ້ອນຮັບການມາ ຢ້ຽມຢາມ ແລະ ໂອ້ລົມຂອງບັນດາ ສະຫາຍກົມການເມືອງ, ຄະນະເລ ຂາທິການສູນກາງພັກ 3 ສະຫາຍ ເນື່ອງໃນໂອກາດການດໍາເນີນ ກອງ ປະຊຸມວຽກງານຍຸຕິທຳປະຈຳປີ, ກອງປະຊຸມເຊື່ອມຊຶມເອກະສານ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XI ຂອງພັກ ແລະ ກອງປະ ຊຸມເຜີຍແຜ່ສະພາບການຂອງໂລກ ແລະ ພາກພື້ນໃຫ້ພະນັກງານຫລັກ ແຫລ່ງ, ສະມາຊິກພັກ, ພະນັກງານລັດຖະກອນຂອງກະຊວງຍຸຕິທຳ ເຮັດໃຫ້ຄະນະພັກແຕ່ລະຂັ້ນ, ສະມາ ຊິກພັກ ແລະ ພະນັກງານ-ລັດຖະ ກອນມີຄວາມອຸ່ນອ່ຽນທຸ່ນທ່ຽງ, ເຊື່ອໝັ້ນ ແລະ ເປັນເອກະພາບສູງຕໍ່ ການນຳພາ-ຊີ້ນຳຂອງພັກ, ມີສະຕິ ລະວັງຕົວຕໍ່ກົນອຸບາຍຂອງສັດຕູ, ພາຍໃນມີຄວາມສະຫງົບ, ອົດທົນ ຜ່ານຜ່າຂໍ້ຫຍຸ້ງຍາກເຮັດສຳເລັດ ໜ້າທີ່ການເມືອງຂອງຕົນ ແລະ ສ້າງ ຄວາມເຊື່ອໝັ້ນຂອງສັງຄົມຕໍ່ວຽກ ງານຍຸຕິທຳນັບມື້ນັບຫລາຍຂຶ້ນ. ສະຫາຍ ໄພວີ ສີບົວລິພາ ໄດ້ ກ່າວເນັ້ນຕື່ມອີກວ່າ: ສຳລັບການ ນໍາພາວຽກງານວິຊາສະເພາະ ຄະ ນະບໍລິຫານງານພັກ ໄດ້ຊີ້ນຳການ ຄົ້ນຄວ້າ, ຜັນຂະຫຍາຍມະຕິກອງ ປະຊຸມໃຫຍ່ ຄັ້ງທີ V ແລະ ມະຕິ ກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ ມາເປັນ 7 ແຜນງານ 52 ໂຄງການ ພ້ອມທັງຊີ້ນຳການຈັດຕັ້ງປະຕິບັດ ຊຶ່ງສັງລວມໄດ້ຜົນສໍາເລັດທີ່ພົ້ນ ເດັ່ນດັ່ງນີ້: ວຽກງານການສ້າງ ແລະ ປັບປຸງກົດໝາຍ ໄດ້ເອົາໃຈ ໃສ່ຊີ້ນຳວຽກງານສ້າງ ແລະ ປັບ ປຸງກົດໝາຍຕາມແຜນການສ້າງ ແລະ ປັບປຸງກົດໝາຍທີ່ສະພາແຫ່ງ ຊາດຮັບຮອງ, ຊີ້ນຳການສ້າງ ແລະ ປັບປຸງກົດໝາຍທີ່ຢູ່ໃນຄວາມຮັບ ຜິດຊອບກະຊວງຍຸຕິທໍາ 6 ສະບັບ, ໃນນີ້ຖືກຮັບຮອງ ແລະ ປະກາດໃຊ້ ແລ້ວ 4 ສະບັບ; ເປັນເຈົ້າການປະ ສານສົມທົບກັບບັນດາກະຊວງ, ອົງການໃນການສ້າງ ແລະ ປັບປຸງ ກົດໝາຍທີ່ຢູ່ໃນແຜນການ ແລະ ຕິດ ພັນກັບ 2 ວາລະແຫ່ງຊາດໄດ້ 39 ສະບັບ; ຄົ້ນຄວ້າ, ສະເໜີດັດແກ້ ແຜນການສ້າງ ແລະ ປັບປຸງກົດ ໝາຍແຕ່ປີ 2023 ຫາ 2025, ຊີ້ນຳ ການຄົ້ນຄວ້າ, ສ້າງນິຕິກໍາໃຕ້ກົດ ໝາຍທີ່ຢູ່ໃນຄວາມຮັບຜິດຊອບ ຂອງກະຊວງຍຸຕິທໍາ 3 ສະບັບ, ຄົ້ນ ຄວ້າ, ກວດກາຄວາມສອດຄ່ອງ ທາງດ້ານກົດໝາຍຂອງຮ່າງນິຕິ ກຳໃຕ້ກົດໝາຍ, ອອກຄຳເຫັນທາງ ດ້ານກົດໝາຍຕໍ່ສັນຍາຕ່າງໆທີ່ລັດ ຖະບານເປັນຄູ່ສັນຍາຈຳນວນໜຶ່ງ. * ປັດຈຸບັນ, ຊາວໜຸ່ມ ແລະ ປະຊາຊົນຈໍານວນບໍ່ໜ້ອຍ ຍັງບໍ່ ທັນເຂົ້າໃຈກ່ຽວກັບນໍ້າກະທ່ອມ ຍ້ອນຍັງມີການຊົມໃຊ້ນໍ້າດັ່ງກ່າວ ເຊິ່ງໃນຄວາມຈິງແລ້ວໃນນໍ້າກະ ທ່ອມມັນບໍ່ໄດ້ມີແຕ່ນໍ້າກະທ່ອມ ເທົ່ານັ້ນ, ແຕ່ຍັງມີຢາດີໄອ, ນໍ້າໂອ ອິຊິ, ນໍ້າຕານ ແລະ ຢາໂຕອື່ນປະສົມ ຢູ່ນໍາຕາມຄວາມຕ້ອງການຂອງ ຜູ້ຊົມໃຊ້. ໃນໄລຍະຜ່ານມາ, ເຈົ້າ ໜ້າທີ່ຕໍາຫລວດກວດກາ ແລະ ຄວບຄຸມຢາເສບຕິດໄດ້ຮ່ວມກັບ ຂະແໜງສາທາລະນະສຸກເຄື່ອນ ໄຫວກວດກາຕົວຈິງເຫັນວ່າ: ຍັງ ມີການລັກລອບຜະລິດ ແລະ ຈໍາ ຢ່າງແນ່ນອນເພາະມັນມີສ່ວນໃນ ການລະຫງັບລະບົບປະສາດ. ນອກ ຈາກນີ້ ຍັງພົບເຫັນການລັກລອບ ຜະລິດນໍ້າກະທ່ອມຈໍານວນຫລາຍ ສົມຄວນ, ໃນນີ້ ພົບເຫັນຫລາຍ ແມ່ນຢູ່ບ້ານຄໍາຮຸ່ງ ແລະ ບ້ານສີວິ ໄລ, ເມືອງ ໄຊທານີ, ລວມເຖິງຢູ່ ເຂດຕະຫລາດກາງຄືນເມືອງຈັນ ທະບູລີ. ພັນໂທ ປານີ ສຸດສະຫວັດ ໃຫ້ ຮູ້ຕື່ມວ່າ: ໄລຍະຜ່ານມາ, ເຈົ້າໜ້າ ທີ່ກ່ຽວຂ້ອງໄດ້ເຄື່ອນໄຫວໂຄສະ ນາຢູ່ຕາມຈຸດສຸມຕ່າງໆ ກ່ຽວກັບ ຜົນຮ້າຍຂອງນໍ້າກະທ່ອມ, ແຕ່ໃນ ຕົວຈິງຍັງປະກົດເຫັນການລະເມີດ ຜະລິດ ແລະ ຈໍາໜ່າຍນໍ້າກະທ່ອມຢູ່ ໂດຍສະເພາະຢູ່ຈຸດຕະຫລາດກາງ ຄືນ ເມືອງຈັນທະບູລີ ແມ່ນພົບເຫັນ ເພີ່ມຂຶ້ນເຖີງວ່າໄລຍະຜ່ານມາພາກ ສ່ວນກ່ຽວຂ້ອງໄດ້ໄປແກ້ໄຂຢູ່ຈຸດ ດັ່ງກ່າວແລ້ວກໍຕາມ ຫລື ເວົ້າໄດ້ ວ່າ: ຜູ້ລັກລອບຈໍາໜ່າຍຮູ້ແລ້ວແຕ່ ຕ່າວພາໂລ. ນອກຈາກນີ້ ໄດ້ກວດ ພົບການລັກລອບປູກໃບກະທ່ອມ ຢູ່ເຂດຕີນພູພະນັງພາຍໃນເມືອງ ສັງທອງ ຈໍານວນ 2 ສວນ, ລວມ ຫລາຍຮ້ອຍໂຕນ. ທ່ານກ່າວຢໍ້າຕື່ມວ່າ: ເພື່ອເຮັດ ໃຫ້ການແກ້ໄຂບັນຫານໍ້າກະທ່ອມ ກໍຄື ຢາເສບຕິດຊະນິດອື່ນໆ ໃຫ້ ນັບມື້ດີຂຶ້ນກວ່າເກົ່າ, ເຈົ້າໜ້າທີ່ ກ່ຽວຂ້ອງຈະເອົາໃຈໃສ່ປະຕິບັດ ມາດຕະການຕໍ່ຜູ້ລະເມີດຢ່າງເຂັ້ມ ງວດທີ່ສຸດ. ນອກຈາກນີ້ ຈະສຸມໃສ່ ເຄື່ອນໄຫວໂຄສະນາຢູ່ຕາມຈຸດສຸມ ຕ່າງໆ ໃຫ້ທົ່ວເຖີງ ເພື່ອສ້າງຄວາມ ຮັບຮູ້ເຂົ້າໃຈກ່ຽວກັບຜູ້ຮ້າຍຂອງ ຢາເສບຕິດ ໂດຍສະເພາະໃນໝູ່ໄວ ໜຸ່ມໃຫ້ນັບມື້ຫລາຍຂຶ້ນກວ່າເກົ່າ. ໜ່າຍນໍ້າດັ່ງກ່າວຈໍານວນບໍ່ໜ້ອຍ, ເຖິງວ່າສ່ວນໜຶ່ງໄດ້ເຮັດບົດບັນ ທຶກ, ສຶກສາອົບຮົມ ແລະ ກ່າວ ເຕືອນໄປແລ້ວ, ແຕ່ຍັງກັບມາເຮັດ ແບບເກົ່າອີກ. ດັ່ງທີ່, ພັນໂທ ປານີ ສຸດສະຫວັດ ຫົວໜ້າພະແນກກວດກາ ແລະ ຄວບ ຄຸມຢາເສບຕິດນະຄອນຫລວງ ວຽງຈັນຫລວງວຽງຈັນໃຫ້ຮູ້ວ່າ: ນັບແຕ່ຈັດຕັ້ງວາລະແຫ່ງຊາດ ວ່າ ດ້ວຍການແກ້ໄຂບັນຫາຢາເສບ ຕິດເປັນຕົ້ນມາ, ເຈົ້າໜ້າທີ່ສາມາດ ຢຶດໃບກະທ່ອມໄດ້ຫລາຍກວ່າ 800 ກິໂລກລາມ, ລວມເຖິງຢາດີ ໄອຝາແດງ, ນໍ້າຕານໝາກພ້າວ, ນໍ້າໝາກພ້າວເປັນກ່ອງ, ໂອອິຊິ ແລະ ອື່ນໆ ເຊິ່ງຂະແໜງສາທາ ລະນະສຸກຢືນ ຢັນວ່າ: ສິ່ງດັັ່ງກ່າວ ນີ້ເມື່ອປະສົມເຂົ້າກັນ ແມ່ນສົ່ງຜົນ ກະທົບຕໍ່ຮ່າງກາຍຂອງຄົນເຮົາ
RkJQdWJsaXNoZXIy MTc3MTYxMQ==