5647

lko0v' mjko lvow- luraofvo okpqd]af4t,qo8u csj' lxx ]k; xtmkol6odk'co;]k;lhk'-kf rq[xt 1hP,1k,de,tdkoco;]k;lhk'-kf g,nv'mjkrt[kf ຖະໜົນ 450 ປີ ບ້ານດົງໂພນແຮ່ ເມືອງຫາດຊາຍຟອງ ນະຄອນຫລວງວຽງຈັນ www.kpl.gov.la , Facebook: ປະເທດລາວ Pathedlao, Email: kpl@laotel.com , Tel/Fax:(021) 215402 ວັນຈັນ 26.06.2023 ປີທີ 22 ສະບັບທີ 5.706 rda xt-k-oq xt8;y fa]k; mu,j du Pflts'k \oA pon K j rvh ,doa l,5 .l9j fa 8'A xt8[y fa 2 ;k]tcs'j -kf .sgh xoa I[6 xtme  ອ່ານຕໍ່ໜ້າ 2  ອ່ານຕໍ່ໜ້າ 2  ອ່ານຕໍ່ໜ້າ 4 - ພີ່ນ້ອງຮ່ວມຊາດ ທີ່ນັບຖື ແລະ ຮັກແພງ! ເນື່ອງໃນໂອກາດ ວັນສາກົນຕ້ານຢາເສບຕິດ ຄົບຮອບ 36 ປີ (26 ມິຖຸນາ 1987-26 ມິຖຸນາ 2023) ທີ່ຈະມາເຖິງນີ້, ໃນນາມຕາງ ໜ້າໃຫ້ພັກ ແລະ ລັດຖະບານ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະ ຊາຊົນລາວ ແລະ ໃນນາມສ່ວນຕົວ, ຂ້າພະເຈົ້າ ຂໍນໍາເອົາຄວາມຢ້ຽມຢາມ ເນື່ອງໃນໂອກາດ ວັນສາກົນຕ້ານຢາເສບຕິດ ຄົບຮອບ 36 ປີ (26 ມິຖຸນາ 1987-26 ມິຖຸນາ 2023) ຂປລ. ຕະຫລອດໄລຍະ 57 ປີຜ່ານມາ ເຖິງປັດຈຸບັນ, ກອງກາຍະ ສິນແຫ່ງຊາດ ໄດ້ມີການເຕີບໃຫຍ່ ຂະຫຍາຍຕົວທັງປະລິມານ ແລະ ຄຸນນະພາບ, ໄດ້ເຄື່ອນໄຫວສະແດງ ກາຍະສິນຮັບໃຊ້ປະຊາຊົນລາວ ບັນດາເຜົ່າ ນັບແຕ່ເໜືອຕະຫລອດ ໃຕ້, ໄດ້ປະກອບສ່ວນນຳກອງສະ ແດງຕ່າງໆ ເພື່ອສະແດງຮັບໃຊ້ກອງ ປະຊຸມໃຫຍ່ລະດັບຊາດ, ລະດັບ ສາກົນ, ສະແດງຮັບໃຊ້ກິລາແຫ່ງ ຊາດ, ກິລາຊີເກມ, ກິລາມະຫາວິທະ ຍາໄລແຫ່ງອາຊຽນ, ອອກເຄື່ອນ ໄຫວສະແດງພົບປະແລກປ່ຽນ ແລະ ງານແຂ່ງຂັນກາຍະສິນນາໆຊາດ ແລະ ອື່ນໆ. ຂປລ. ວັນທີ 23 ມິຖຸນາ 2023 ນີ້, ທ່ານ ສິນລະວົງ ຄຸດໄພທູນ ກໍາ ມະການກົມການເມືອງສູນກາງພັກ, ປະທານສູນກາງແນວລາວສ້າງ ຊາດ ພ້ອມຄະນະໄດ້ລົງພົບປະຢ້ຽມ ຢາມກຳມະການແນວລາວສ້າງ ຂປລ. ກອງປະຊຸມຄວາມຄືບໜ້າ ກ່ຽວກັບການກະກຽມຈັດປີທ່ອງ ທ່ຽວລາວ ປີ 2024 ຈັດຂຶ້ນໃນວັນ ທີ 23 ມິຖຸນາ ຢູ່ຫ້ອງວ່າການສຳນັກ ງານນາຍົກລັດຖະມົນຕີ ໂດຍການ ເປັນປະທານຂອງ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ, ມີ ທ່ານ ນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ), ມີຮອງລັດຖະມົນຕີ, ຮອງ ເຈົ້າແຂວງ, ຫົວໜ້າພະແນກຖະ ແຫລງຂ່າວ ວັດທະນາທຳ ແລະ ທ່ອງ ທ່ຽວແຂວງທົ່ວປະເທດ ເຂົ້າຮ່ວມ. ສຳລັບແຂວງສາລະວັນ ນຳໂດຍ -q,g-updv'xt-5,ltw\lk,aogmnjvmu 5 0v'ltrkcsj'-kf -5fmu IX 1jk'l5f.9 7;k,7n[|hkdko9af xumjv'mjP;]k; xu 2024 ]k; leg]afdkopqd]tfa[p5fmtlkf lhk'czorafmtokglf4tdyf ]k;{wm Ij;,daolqj'glu,rafmtok[5d7t]kdvody]k 57 xu csj'dkog8u[.spj 0tspkp8q;0v'dv'dkptlyocsj'-kf ຊາດ ແລະ ພະນັກງານຫລັກແຫລ່ງ ອ້ອມຂ້າງເມືອງທ່າພະບາດ ແຂວງ dkog'o ln[8+7Qo7;hkxtdv[7egsao .ljIjk'dqf\kp;jkfh;pdko[ao-u y gxuf;k'ltcf'I6[rk[,=]tfqd3]d 0v's;Pfok, c]t ]k;  ອ່ານຕໍ່ໜ້າ 4  ອ່ານຕໍ່ໜ້າ 4  ອ່ານຕໍ່ໜ້າ 4  ອ່ານຕໍ່ໜ້າ 2  ອ່ານຕໍ່ໜ້າ 4 ທ່ານ ສົມໃຈ ອຸ່ນຈິດ ຮອງເຈົ້າ ແຂວງສາລະວັນ ຜູ້ຊີ້ນຳວຽກງານ ຂົງເຂດວັດທະນະທຳ-ສັງຄົມ, ພ້ອມ ຄະນະເຂົ້າຮ່ວມຜ່ານລະບົບກອງ ປະຊຸມທາງໄກ. ໃນກອງປະຊຸມ ທ່ານ ນາງ ສວນສະຫວັນ ວິຍະເກດ ໄດ້ລາຍ ງານກ່ຽວກັັບຄວາມຄືບໜ້າ ແລະ ແຜນກະການກະກຽມຈັດງານປີ ທ່ອງທ່ຽວລາວ ປີ 2024 ວ່າ: ອີງ ຕາມມະຕິຕົກລົງຂອງກອງປະຊຸມ ລັດຖະບານສະໄໝສາມັນ ປະຈຳ ເດຶອນພຶດສະພາ ກ່ຽວກັບກະກຽມ ການຈັດຕັ້ງປະຕິບັດປີທ່ອງທ່ຽວ ທ່ານນາງ ວອນວິໄລ ລັດຖະຟ້າ ສະຫວ່າງ ຜູ້ອຳນວຍການກອງ ກາຍະສິນແຫ່ງຊາດ ໄດ້ໃຫ້ສຳ ທ່ານນາງ ວອນວິໄລ ລັດຖະຟ້າສະຫວ່າງ *ທາມກາງບັນຍາກາດທີ່ທົ່ວພັກ, ທົ່ວລັດ ແລະ ປວງຊົນລາວທັງ ຊາດ ພວມອອກແຮງແຂ່ງຂັນຈັດຕັ້ງປະຕິບັດມະຕິກອງປະຊຸມ ໃຫຍ່ ຄັ້ງທີXI ຂອງພັກໄລຍະກາງສະໄໝເຂົ້າສູ່ວຽກງານຕົວຈິງ ຢ່າງມີຜົນສຳເລັດ, ພ້ອມກັບການຈັດຕັ້ງປະຕິບັດແຜນພັດທະນາເສດ ຖະກິດ-ສັງຄົມ 5 ປີ ຄັ້ງທີ 9 ນັ້ນ, ມື້ນີ້ກອງປະຊຸມສະໄໝສາມັນ ເທື່ອທີ 5 ຂອງສະພາແຫ່ງຊາດ ຊຸດທີ IX ໄດ້ຂຶ້ນຢ່າງເປັນທາງການ ແລະ ຈະ ດຳເນີນໄປຈົນເຖິງວັນທີວັນທີ 18 ກໍລະກົດ 2023 ທີ່ຫ້ອງປະຊຸມໃຫຍ່ ສະພາແຫ່ງຊາດ ນະຄອນຫລວງວຽງຈັນ ເຊິ່ງຈະໃຊ້ເວລາດໍາເນີນກອງ ປະຊຸມທັງໝົດ 17 ວັນ (ບໍ່ລວມເອົາວັນພັກທາງລັດຖະການ). ຕະຫລອດໄລຍະການດຳເນີນກອງປະຊຸມສະໄໝສາມັນເທື່ອທີ 5 ຂອງສະພາແຫ່ງຊາດ ຊຸດທີ IX ຈະໄດ້ພິຈາລະນາ ແລະ ຮັບຮອງເອົາ ບັນຫາສຳຄັນພື້ນຖານຂອງປະເທດຊາດ ເປັນຕົ້ນ: ວຽກງານຂອງລັດ ຖະບານຈະໄດ້ຮັບຟັງບົດລາຍງານຂອງລັດຖະບານ ກ່ຽວກັບການຈັດ ຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ 6 ເດືອນຕົ້ນປີ 2023 ແລະ ແຜນການ 6 ເດືອນທ້າຍປີ 2023;ແຜນງົບປະມານແຫ່ງລັດ 6 ເດືອນຕົ້ນປີ 2023 ແລະ ແຜນການ 6 ເດືອນທ້າຍປີ 2023; ແຜນເງິນ ຕາ 6 ເດືອນຕົ້ນປີ 2023 ແລະ ແຜນການ 6 ເດືອນທ້າຍປີ 2023;ການ ຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງ ຍາກດ້ານເສດຖະກິດ-ການເງິນ; ການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຢາເສບຕິດ;  ອ່ານຕໍ່ໜ້າ 2 ຂປລ. ເມ່ືອບໍ່ດົນມານີ້, ທີ່ສູນຝຶກ ອົບຮົມ, ສູນກາງແນວລາວສ້າງ ຊາດ, ນະຄອນຫລວງວຽງຈັນ ກະ ຊວງການຄ້າ ແຫ່ງ ສປ ຈີນ ຮ່ວມກັບ ຄະນະກໍາມະການຮ່ວມມື ລາວ-ຈີນ ໄດ້ຈັດພິທີປິດຊຸດຝຶກອົບຮົມໃນຫົວ ຂໍ້ “ຍຸດທະສາດ ແລະ ແຜນພັດທະ ນາເສດຖະກິດຂອງລາວ ປະຈຳ ປີ 2023”ໃຫ້ແກ່ສໍາມະນາກອນຈໍາ ນວນ 45 ທ່ານ ທີ່ມາຈາກສູນກາງ ແລະ ທ້ອງຖິ່ນຂອງຂະແໜງແຜນ ການ ແລະ ການລົງທຶນລາວ (ຜທ) ໃນທົ່ວປະເທດ. ເປັນກຽດເຂົ້າຮ່ວມ ຂອງ ທ່ານ ຄຳແພງ ລັດມະນີ ຮອງ ຫົວໜ້າຫ້ອງການຄະນະກໍາມະ ການຮ່ວມມືລາວ-ຈີນ, ທ່ານ ຫານ ເປັຍ ເລຂາເອກ ທີ່ປຶກສາດ້ານເສດ ຖະກິດ-ການຄ້າ ສະຖານທູດ ສປ ຈີນ ປະຈຳ ສປປ ລາວ, ທ່ານ ຂປລ. ຄະນະວິທະຍາສາດການ ກິລາ-ກາຍະກຳ(ຄວກ) ມະຫາວິ ທະຍາໄລແຫ່ງຊາດລາວ ແລະ ຄະ ນະວິທະຍາສາດການກິລາ ມະຫາວິ ທະຍາໄລ (ມລ) ຈຸລາລົງກອນປະ ເທດໄທ ໄດ້ຕົກລົງຮ່ວມມືກັນສົ່ງ ເສີມ ແລະ ພັດທະນາບຸກຄະລາກອນ ຂອງສອງຝ່າຍ ກໍຄື ສອງຊາດ ລາວ-ໄທ ແລະ ໄທ-ລາວ ດ້ວຍການ ແລກປ່ຽນການຮ່ວມມືດ້ານວິທະ

lkmk]tot]fa xt-kmxy tw8 xt-k-oq ]k; \oA pon K @ 0kj ; c]t gsfdko 26/06/2023 xtgmf]k; ສານ ຂອງທ່ານສອນໄຊ... ຄວາມຄືບໜ້າ... ຊົມເຊີຍກອງປະຊຸມ... ປະທານສູນກງແນວລາວ... ຖາມຂ່າວອັນອົບອຸ່ນ, ຄວາມສາມັກ ຄີຮັກແພງອັນສະໜິດສະໜົມມາຍັງ ພໍ່ແມ່ປະຊາຊົນ, ເພື່ອນມິດສະຫາຍ ນາຍ ແລະ ພົນທະຫານ, ນາຍ ແລະ ພົນຕໍາຫລວດ ແລະ ພະນັກງານລັດ ຖະກອນໃນຂອບເຂດທົ່ວປະເທດ, ຖືໂອກາດນີ້ ເປັນການຢືນຢັນຄືນ ເຖິງມານະຈິດທາງການເມືອງ ແລະ ຄວາມໝາຍໝັ້ນອັນແຮງກ້າ ຂອງ ວົງຄະນະຍາດສາກົນ ໃນການຮ່ວມ ມືກັນ ໃນຂະບວນການຕ້ານຢາເສບ ຕິດແລ້ວ, ຍັງເປັນໂອກາດອັນດີທີ່ ພວກເຮົາຈະໄດ້ພ້ອມກັນທົບທວນ ແລະ ສັງເກດຕີລາຄາຄືນກ່ຽວກັບ ຜົນສໍາເລັດ ແລະ ບັນຫາຂໍ້ຄົງຄ້າງ ໂດຍສະເພາະ ໃນການຈັດຕັ້ງປະຕິ ບັດວາລະແຫ່ງຊາດ ວ່າດ້ວຍການ ແກ້ໄຂບັນຫາຢາເສບຕິດ (20212023) ໃນ 01 ປີ ຜ່ານມາ. - ພີ່ນ້ອງຮ່ວມຊາດ ທີ່ນັບຖື ແລະ ຮັກແພງ! ເປັນທີ່ຊາບກັນດີແລ້ວວ່າ, ຢາ ເສບຕິດ ເປັນບັນຫາໃຫຍ່ລະດັບ ໂລກທີ່ບັນດາປະເທດຕ່າງກໍໃຫ້ ຄວາມສໍາ ຄັນ ແລະ ເອົາໃຈໃສ່ຮ່ວມມື ກັນຕ້ານ, ສະກັດກັ້ນ, ຄວບຄຸມ ແລະ ແກ້ໄຂບັນຫາດັ່ງກ່າວ. ປັດຈຸບັນ, ຢູ່ ປະເທດເຮົາ ກໍພວມຜະເຊີນກັບໄພ ຂົ່ມຂູ່ຈາກບັນຫາຢາເສບຕິດເຊັ່ນ ກັນ ເຊິ່ງໄດ້ແພ່ລະບາດໄປທົ່ວທຸກ ບ່ອນນັບທັງຕົວເມືອງ, ຊົນນະບົດ ແລະ ເຂດຫ່າງໄກສອກຫລີກໃນລະ ດັບທີ່ແຕກຕ່າງກັນ; ບັນຫາຢາເສບ ຕິດ ໄດ້ກາຍເປັນໜຶ່ງໃນບັນດາປະ ກົດການຫຍໍ້ທໍ້ທາງສັງຄົມ, ການລະ ບາດຂອງຢາເສບຕິດ ໄດ້ເປັນໜໍ່ ແໜງ ແລະ ເປັນສາເຫດຕົ້ນຕໍຂອງ ການເກີດຄວາມຮຸນແຮງກໍ່ອາຊະຍາ ກຳ ແລະ ສິ່ງຫຍໍ້ທໍ້ຕ່າງໆໃນສັງຄົມ ເຊິ່ງເປັນໄພອັນຕະລາຍ, ມີຄວາມ ສ່ຽງສູງຕໍ່ຄວາມໝັ້ນຄົງຂອງຊາດ ແລະ ໄດ້ສົ່ງຜົົນກະທົບໂດຍກົງຕໍ່ ການພັດທະນາເສດຖະກິດ-ສັງຄົມ, ຕໍ່ສຸຂະພາບຂອງປະຊາຊົນ, ພົນລະ ເມືອງລາວເຮົາ ໂດຍສະເພາະໄດ້ ເບື່ອເມົາຊາວໜຸ່ມ, ເຍົາວະຊົນທີ່ເປັນ ກໍາລັງແຮງງານຂອງປະເທດຊາດ, ເປັນຜູ້ສືບທອດພາລະກິດ ແລະ ອະ ນາຄົດຂອງປະເທດຊາດ. ປັດຈຸບັນ, ການຄ້າຂາຍຢາເສບ ຕິດໄດ້ກາຍເປັນຂະບວນການຂ້າມ ຊາດ ທີ່ລັດຖະບານ ແລະ ປະຊາຊົນ ລາວ ກໍຄືບັນດາປະຊາຊາດ ໃນທົ່ວ ໂລກພ້ອມກັນຕໍ່ຕ້ານ ຢ່າງແຂງແຮງ. ເຖິງແມ່ນວ່າຫລາຍປະເທດ ໄດ້ເພີ່ມ ທະວີມາດຕະການ, ຄວາມພະຍາ ຍາມໃນການຄວບຄຸມ, ສະກັດກັ້ນ, ປາບປາມ ແລະ ແກ້ໄຂບັນຫາດັ່ງ ກ່າວຢ່າງຕໍ່ເນື່ອງປານໃດກໍຕາມແຕ່ ການຜະລິດ, ການຄ້າຂາຍ, ຈໍາໜ່າຍ, ການນໍາໃຊ້, ການລໍາລຽງຂົນສົ່ງ ສິ່ງເສບຕິດຢູ່ໃນທົ່ວໂລກກໍ່ຍັງບໍ່ ຫລຸດລົງ ແລະ ມີທ່າອ່ຽງເພີ່ມຂຶ້ນ ຢ່າງໜ້າເປັນຫ່ວງ. ຍ້ອນເຫັນໄດ້ເຖິງໄພອັນຕະລາຍ ແລະ ຄວາມຈໍາເປັນພາວະວິໄສ ໃນ ການແກ້ໄຂບັນຫາຢາເສບຕິດໃຫ້ ເດັດຂາດ. ໃນຊຸມປີຜ່ານມາພັກ-ລັດ ຖະບານພວກເຮົາໄດ້ນຳພາ-ຊີ້ນໍາ ການຈັດຕັ້ງປະຕິບັດວຽກງານດັ່ງ ກ່າວ ຢ່າງຈົດຈໍ່ຕະຫລອດມາໂດຍ ສະເພາະການຈັດຕັ້ງປະຕິບັດວາລະ ແຫ່ງຊາດ ວ່າດ້ວຍການແກ້ໄຂບັນ ຫ າຢາເສບຕິດ (2021-2023). ມາຮອດເວລານີ້ ແມ່ນເປັນກໍານົດ ເວລາທີ່ຄາດໝາຍໄວ້ແລ້ວ ເຊິ່ງໄດ້ ສຸມໃສ່ 6 ວຽກຈຸດສຸມໃນວາລະແຫ່ງ ຊາດ, ທຸກຂະແໜງການທີ່ກ່ຽວຂ້ອງ ແມ່ນໄດ້ສຸມໃສ່ຢ່າງເປັນຂະບວນຟົດ ຟື້ນ ໂດຍສະເພາະວຽກງານສ້າງ ຄວາມຮັບຮູ້ທົ່ວສັງຄົມດ້ວຍການສຶກ ສາອົບຮົມ, ໂຄສະນາເຜີຍແຜ່ລະ ບຽບກົດໝາຍຜົນຮ້າຍຂອງຢາ ເສບຕິດ, ເນື້ອໃນວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບ ຕິດ ໂດຍຜ່ານພາຫະນະສື່ມວນຊົນ, ຕິດປ້າຍຄໍາຂວັນ, ປ້າຍຮູບຈິນຕະ ນາການແຈກຢາຍແຜ່ນພັບ, ໂປສເຕີ ທີ່ສະແດງເຖິງຜົນຮ້າຍຂອງຢາເສບ ຕິດຢ່າງກວ້າງຂວາງ, ຕໍ່ເນື່ອງໃຫ້ ພະນັກງານ-ລັດຖະກອນ, ນັກຮຽນ, ນັກສຶກສາ, ຊາວໜຸ່ມ, ໄວໜຸ່ມ ແລະ ປະຊາຊົນລາວບັນດາເຜົ່າ, ຈຶ່ງເຫັນ ໄດ້ວ່າພົນລະເມືອງລາວສ່ວນຫລາຍ ແມ່ນມີຄວາມຮັບຮູ້-ເຂົ້າໃຈຢ່າງຖືກ ຕ້ອງຕໍ່ກັບພິດໄພ, ຜົນຮ້າຍ ແລະ ຄວາມເປັນອັນຕະລາຍຂອງຢາເສບ ຕິດ. ພ້ອມກັນນີ້, ການສ້າງຄວາມ ເຂັ້ມແຂງທົ່ວສັງຄົມໂດຍການເຮັດ ໃຫ້ສະຖາບັນຄອບຄົວ, ຊຸມຊົນຕື່ນ ຕົວເຂົ້າຮ່ວມສະກັດກັ້ນ ແລະ ແກ້ໄຂ ບັນຫາຢາເສບຕິດ ເປັນຕົ້ນສະຖາບັນ ຄອບຄົວ, ບ້ານ, ຊຸມຊົນ, ພາກລັດ, ພາກເອກະຊົນ ໄດ້ມີສ່ວນຮ່ວມຈັດ ຕັ້ງປະຕິບັດວາລະແຫ່ງຊາດວ່າ ດ້ວຍການແກ້ໄຂບັນຫາຢາເສບຕິດ ໂດຍທຸກພາກສ່ວນ, ທຸກໜ່ວຍງານ ທີ່ກ່ຽວຂ້ອງ ແມ່ນໄດ້ເອົາໃຈໃສ່ໃກ້ ຊິດແທດເຖິງຮາກຖານປະຊາຊົນ ດ້ວຍການນໍາພາ-ຊີ້ນໍາ ເຮັດຕົວຈິງ ໃນຫລາຍວິທີທີ່ເປັນລະບົບ, ຮັບປະ ກັນດ້ານການເມືອງ, ກົດໝາຍ, ວິຊາ ສະເພາະທີ່ກ່ຽວຂ້ອງ. ນອກນັ້ນ, ພວກເຮົາຍັງໄດ້ເອົາໃຈໃສ່ສ້າງ ເງື່ອນໄຂອໍານວຍຄວາມສະດວກ ໃຫ້ບັນດາຄອບຄົວຂອງປະຊາຊົນ ບັນດາເຜົ່າ ຢູ່ເຂດພູດອຍຫັນໄປປະ ກອບອາຊີບທີ່ໝັ້ນຄົງ, ຖືກກົດໝາຍ ດ້ວຍການປູກພືດທົດແທນພືດທີ່ມີ ສານເສບຕິດ; ສົ່ງເສີມການລ້ຽງ ສັດ, ປູກພືດ-ຜັກເປັນສິນຄ້າເປັນຕົ້ນສະ ຫະກອນວັນໃໝ່ປູກກາເຟຢູ່ແຂວງ ຫົວພັນ ສົ່ງອອກຂາຍຕ່າງປະເທດ; ສໍາລັບຜູ້ຖືກເຄາະຮ້າຍ ຈາກຢາເສບ ຕິດ ແມ່ນໄດ້ຮັບການບຳບັດປິ່ນປົວ, ຟື້ນຟູ ແລະ ອົບຮົມວິຊາຊີບຢູ່ໃນ ສູນປິ່ນປົວ ແລະ ໂຮງໝໍຊຸມຊົນຂອງ ລັດໄດ້ຢ່າງມີປະສິດທິພາບດີພໍສົມ ຄວນ ແລະ ລັດຖະບານ ກໍໄດ້ມີທິດ ປັບປຸງ, ຂະຫຍາຍໂຮງໝໍຊຸມຊົນມີ ຈຳນວນເພີ່ມຂຶ້ນ ເພື່ອເປັນບ່ອນໃຫ້ ຄໍາປຶກສາ, ປິ່ນປົວເຮັດໃຫ້ຜູ້ເຄາະ ຮ້າຍຈາກຢາເສບຕິດເຫລົ່ານັ້ນ ໄດ້ ກັບຄືນເປັນຄົນທີ່ມີຄຸນຄ່າ ແລະ ພົນ ລະເມືອງທີ່ດີ ໃນສັງຄົມ. ພ້ອມກັນ ນີ້, ລັດຖະບານຍັງໄດ້ສຸມໃສ່ໃຫ້ທຸກ ພາກສ່ວນຮ່ວມກັນປະຕິບັດວຽກ ງານ 3 ສ້າງ ຕິດພັນກັບການສ້າງ ບ້ານ ໃຫ້ເປັນຫົວໜ່ວຍພັດທະນາ ໂດຍໄດ້ສ້າງບ້ານ, ໂຮງຮຽນ, ກົມ ກອງ, ຫົວໜ່ວຍການຜະລິດ, ບໍລິ ການທັງພາກລັດ ແລະ ເອກະຊົນຢູ່ ຕາມທ້ອງຖິ່ນຕ່າງໆ ໃຫ້ປອດຈາກ ຢາເສບຕິດ. ຄຽງຄູ່ກັນນັ້ນ, ລັດຖະ ບານຍັງໄດ້ເອົາໃຈໃສ່ ແລະ ໃຫ້ ຄວາມສໍາຄັນຕໍ່ການປະຕິບັດມາດ ຕະການດ້ານກົດໝາຍຕໍ່ຜູ້ກະທຳ ຜິດ. ສະເພາະໃນປີນີ້, ເຈົ້າໜ້າທີ່ ປ້ອງກັນຄວາມສະຫງົບ ແມ່ນສາ ມາດສະກັດກັ້ນ ແລະ ຕ້ານຢາເສບ ຕິດໄດ້ຫລາຍກໍລະນີ, ໄດ້ເພີ່ມທະວີ ຄວາມເປັນເຈົ້າການໃນການຕິດ ຕາມ, ກວດກາ ແລະແກ້ໄຂບັນຫາດັ່ງ ກ່າວຢ່າງຕັ້ງໜ້າ ໂດຍໄດ້ມ້າງຄະ ດີ, ຍຶດຢາເສບຕິດ, ຍຶດອາວຸດເສິກ, ຍຶດຊັບສິນ, ວັດຖຸມີຄ່າ, ສານເຄມີ ຕ່າງໆ ທີ່ພວກກຸ່ມຄົນບໍ່ດີນໍາມາຜະ ລິດເປັນຢາເສບຕິດ ແລະ ທີ່ສຳຄັນ ແມ່ນສາມາດຈັບກຸມຜູ້ກະທໍາຜິດມາ ດຳເນີນຄະດີຕາມລະບຽບກົດໝາຍ. - ພີ່ນ້ອງຮ່ວມຊາດ ທີ່ນັບຖື ແລະ ຮັກແພງທັງຫລາຍ ! ເນື່ອງໃນວັນສາກົນຕ້ານຢາ ເສບຕິດ ວັນທີ 26 ມິຖຸນາ 2023 ຄົບຮອບ 36 ປີ ໃນປີນີ້, ຕາງໜ້າ ໃຫ້ພັກ-ລັດຖະບານ ແຫ່ງສາທາລະ ນະລັດ ປະຊາທິປະໄຕປະຊາຊົນ ລາວ, ຂ້າພະເຈົ້າຂໍສະແດງຄວາມ ຍ້ອງຍໍຊົມເຊີຍຢ່າງສຸດໃຈຕໍ່ເຈົ້າໜ້າ ທີ່ປ້ອງກັນຊາດ, ປ້ອງກັນຄວາມສະ ຫງົບ ແລະ ທຸກພາກສ່ວນທີ່ກ່ຽວ ຂ້ອງທັງຢູ່ສູນກາງ ແລະ ທ້ອງຖິ່ນ ຕະຫລອດຮອດພໍ່ແມ່ປະຊາຊົນລາວ ບັນດາເຜົ່າ ໃນຂອບເຂດທົ່ວປະເທດ ທີ່ໄດ້ໃຫ້ການຮ່ວມມືປະກອບສ່ວນ ເຂົ້າໃນການຈັດຕັ້ງປະຕິບັດວາລະ ແຫ່ງຊາດ ວ່າດ້ວຍການແກ້ໄຂບັນ ຫາຢາເສບຕິດ(2021-2023) ໃນໄລຍະ 1 ປີຜ່ານມາ. ນະໂອກາດ ນີ້, ຕາງໜ້າໃຫ້ພັກ ແລະ ລັດຖະບານ ແຫ່ງ ສາທາລະນະລັດປະຊາທິປະ ໄຕ ປະຊາຊົນລາວ, ຂ້າພະເຈົ້າຂໍສະ ແດງຄວາມຂອບໃຈ ແລະ ຮູ້ບຸນຄຸນ ມາຍັງບັນດາປະເທດ ເພື່ອນມິດ, ຄູ່ ຮ່ວມພັດທະນາ, ອົງການຈັດຕັ້ງສາ ກົນ, ອົງການບໍ່ສັງກັດລັດຖະບານ ແລະ ພາກທຸລະກິດ ທັງພາຍໃນ ແລະ ຕ່າງປະເທດ ທີ່ໄດ້ໃຫ້ການຮ່ວມມື, ສະໜັບສະໜູນ, ອູ້ມຊູຊ່ວຍເຫລືອ ໃຫ້ແກ່ລັດຖະບານ ແລະ ປະຊາຊົນ ລາວ ໃນການຄວບຄຸມ, ສະກັດກັ້ນ, ຕ້ານ ແລະ ແກ້ໄຂບັນຫາຢາເສບຕິດ ໃຫ້ໄດ້ຮັບຜົນດີຕະຫລອດມາ ແລະ ຫວັງວ່າ ສາທາລະນະລັດ ປະຊາທິ ປະໄຕ ປະຊາຊົນລາວ ຈະສືບຕໍ່ໄດ້ຮັບ ການສະໜັບສະໜູນຊ່ວຍເຫລືອ ຕໍ່ໄປອີກໃນອະນາຄົດ. - ພີ່ນ້ອງຮ່ວມຊາດ ທີ່ນັບຖື ແລະ ຮັກແພງທັງຫລາຍ ! ຢາເສບຕິດເປັນບັນຫາທີ່ອັນຕະ ລາຍຮ້າຍແຮງ, ທ້າທາຍຂອງທຸກ ຊາດ ແລະ ເປັນໄພຂົ່ມຂູ່ຕໍ່ຄວາມ ສະຫງົບສຸກ, ຄວາມເປັນລະບຽບ ຮຽບຮ້ອຍຂອງສັງຄົມ ແລະ ຄວາມ ໝັ້ນຄົງຂອງບັນດາປະຊາຊາດໃນ ໂລກ. ດັ່ງນັ້ນ, ຂ້າພະເຈົ້າຂໍຮຽກຮ້ອງ ມາຍັງພະນັກງານ, ທະຫານ, ຕຳ ຫລວດ ແລະ ປະຊາຊົນລາວບັນດາ ເຜົ່າ, ທຸກເພດໄວໃນທົ່ວສັງຄົມຕະ ຫລອດຮອດບັນດາອົງການຈັດ ຕັ້ງພັກ-ລັດ, ອົງການປົກຄອງທ້ອງ ຖິ່ນ, ສະຖາບັນການສຶກສາ, ອົງການ ພຸດທະສາສະໜາ ແລະ ສະຖາບັນ ຄອບຄົວຕະຫລອດເຖິງຊາວຕ່າງ ດ້າວ, ຊາວຕ່າງປະເທດທີ່ດຳລົງ ຊີວິດ, ທຳມາຫາກິນ ແລະ ດຳເນີນ ທຸລະກິດ ຢູ່ ສປປ ລາວ ຈົ່ງໄດ້ພ້ອມ ກັນເປັນເຈົ້າການເຂົ້າຮ່ວມໃນການ ສະກັດກັ້ນ, ຕ້ານ ແລະ ແກ້ໄຂບັນ ຫາຢາເສບຕິດ, ປະຕິບັດວາລະແຫ່ງ ຊາດ ວ່າດ້ວຍການແກ້ໄຂບັນຫາຢາ ເສບຕິດ (2021-2023) ໃຫ້ຫລຸດ ລົງ ແລະ ໝົດສິ້ນໄປຈາກສັງຄົມ ລາວ ຂອງພວກເຮົາ. ແຜນການລົງທຶນ ແລະ ການຈັດສັນງົບປະມານໃຫ້ແກ່ໂຄງການລົງທຶນ ຂອງລັດ ປະຈໍາປີ 2024;ການສະເໜີຂໍດັດແກ້ແຜນງົບປະມານແຫ່ງລັດ 6 ເດືອນທ້າຍປີ 2023 ແລະ ແຜນລົງທຶນຂອງລັດ ປະຈໍາປີ 2023 ທີ່ຕິດພັນກັບ ມະຕິກອງປະຊຸມສະພາແຫ່ງຊາດ ວ່າດ້ວຍການຮັບຮອງຜົນການກວດກາ ຂອງອົງການກວດກາແຫ່ງລັດ ແລະ ຜົນການກວດສອບແຫ່ງລັດ ແລະ ມະຕິຂອງຄະນະປະຈໍາສະພາແຫ່ງຊາດ ວ່າດ້ວຍການຮັບຮອງການອອກ ພັນທະບັດອວ່າຍໜີ້ 3 ແຈ ຮ່ວງ 8 ພັນຕື້ກີບ;ຮ່າງຍຸດທະສາດການພັດ ທະນາແຮ່ທາດ 10 ປີ (2021-2030) ແລະ ວິໄສທັດຮອດປີ 2035; ຍຸດທະສາດການຄຸ້ມຄອງນໍ້າ ແລະ ຊັບພະຍາກອນນໍ້າແຫ່ງຊາດ ຮອດປີ 2030;ການຈັດຕັ້ງປະຕິບັດຍຸດທະສາດການປົກປ້ອງສັງຄົມ. ພ້ອມນີ້ກອງ ປະຊຸມຍັງຈະໄດ້ພິຈາລະນາ, ຮັບຮອງເອົາການສ້າງ ແລະ ປັບປຸງກົດໝາຍ ຈໍານວນ 10 ສະບັບ ໃນນັ້ນມີ ຮ່າງກົດໝາຍສ້າງໃໝ່ 4 ສະບັບ; ກົດໝາຍ ປັບປຸງ 6 ສະບັບ. ສ່ວນວຽກງານສານປະຊາຊົນສູງສຸດ ແລະ ອົງການໄອຍະການປະຊາ ຊົນສູງສຸດ ຈະໄດ້ຮັບຟັງແລະພິຈາລະນາກ່ຽວກັບການປະເມີນການຈັດ ຕັ້ງປະຕິບັດກົດໝາຍຂົງເຂດຍຸຕິທໍາ 2 ສະບັບ ຄື: ກົດໝາຍວ່າດ້ວຍສານ ປະຊາຊົນ, ກົດໝາຍວ່າດ້ວຍການດໍາເນີນຄະດີແພ່ງ;ການຈັດຕັ້ງປະຕິບັດ ກົດໝາຍຂົງເຂດຍຸຕິທໍາ 2 ສະບັບ ຄື: ກົດໝາຍວ່າດ້ວຍອົງການໄອຍະ ການປະຊາຊົນ ແລະ ກົດໝາຍວ່າດ້ວຍການດໍາເນີນຄະດີອາຍາ. ສຳລັບວຽກງານສະພາແຫ່ງຊາດ ຈະໄດ້ພິຈາລະນາບົດລາຍງານ ຂອງຄະນະປະຈໍາສະພາແຫ່ງຊາດ ກ່ຽວກັບການຈັດຕັ້ງປະຕິບັດແຜນ ການເຄື່ອນໄຫວວຽກງານ ໃນໄລຍະ 2 ກອງປະຊຸມທີ່ຜ່ານມາ ແລະ ທິດ ທາງແຜນການ 6 ເດືອນ, ແຕ່ກອງປະຊຸມສະໄໝສາມັນ ເທື່ອທີ 5 ຂອງ ສະພາແຫ່ງຊາດ ຊຸດທີ IX ຮອດກອງປະຊຸມສະໄໝສາມັນ ເທື່ອທີ 6 ຂອງ ສະພາແຫ່ງຊາດ ຊຸດທີ IX; ບົດປະກອບຄໍາເຫັນຂອງຄະນະປະຈໍາສະພາ ແຫ່ງຊາດ ມີຈໍານວນ 8 ບົດ ແລະ ບັນຫາສຳຄັນອື່ນໆຕື່ມອີກ. ຕະຫລອດໄລຍະຂອງການດຳເນີນກອງປະຊຸມ, ຄະນະເລຂາທິການ ສະພາແຫ່ງຊາດ ໄດ້ຈັດຕັ້ງໜ່ວຍງານຮັບຜິດຊອບໂທລະສັບສາຍດ່ວນ ເພື່ອຮັບເອົາຄຳຄິດຄຳເຫັນ ແລະ ຄຳສະເໜີໂດຍກົງຈາກປະຊາຊົນ ທີ່ຈະ ສົ່ງໄປຍັງກອງປະຊຸມ, ບັນດາທ່ານສາມາດສົ່ງຄຳຄິດຄຳເຫັນ ແລະ ຄຳ ສະເໜີໄປຍັງກອງປະຊຸມຜ່ານສາຍດ່ວນ: 156 ຮັບໃຊ້ກອງປະຊຸມສະ ໄໝສາມັນເທື່ອທີ 5 ຂອງສະພາແຫ່ງຊາດ ຊຸດທີ IX ຫລື ອີເມວ: nalao.156@gmail.com ເພື່ອຮີບໂຮມໃຫ້ພາກສ່ວນກ່ຽວຂ້ອງໄດ້ໄດ້ໄປ ພິຈາລະນາແລະແກ້ໄຂຕາມຄວາມເໝາສົມ. ອວຍພອນໃຫ້ການດຳເນີນກອງປະຊຸມສະໄໝສາມັນ ເທື່ອທີ 5 ຂອງ ສະພາແຫ່ງຊາດ ຊຸດທີ IX ມີຜົນສຳເລັດຢ່າງຈົບງາມ ບໍລິຄຳໄຊ ໂດຍໄດ້ຮັບການຕ້ອນຮັບ ຈາກ ທ່ານ ກອງແກ້ວ ໄຊສົງຄາມ ກຳມະການສູນກາງພັກ, ເລຂາພັກ ແຂວງ, ເຈົ້າແຂວງບໍລິຄຳໄຊ, ທ່ານ ບຸນຄຳ ໄຊເຍ່ຍລໍວື່ ຄະນະປະຈຳພັກ ແຂວງ, ປະທານແນວລາວສ້າງ ຊາດ ແຂວງບໍລິຄຳໄຊ, ມີຄະນະນຳ ຂອງແຂວງ ແລະ ຄະນະນຳຂອງ ເມືອງ ພ້ອມດ້ວຍພໍ່ແມ່ປະຊາຊົນ ຂອງເມືອງທ່າພະບາດ ໃຫ້ກຽດ ຕ້ອນຮັບ. ໃນໂອກາດນີ້, ປະທານສູນກາງ ແນວລາວສ້າງຊາດ ແລະ ໄດ້ລາຍ ງານສະພາບລວມຂອງແຂວງ ໂດຍຫຍໍ້ ເຊິ່ງໄດ້ຍົກໃຫ້ເຫັນວ່າ: ໃນໄລຍະຜ່ານມາ ແຂວງບໍລິຄຳໄຊ ໄດ້ເພີ່ມທະວີເອົາໃຈໃສ່ໃນການຈັດ ຕັ້ງປະຕິບັດແນວທາງນະໂຍບາຍ ຂອງພັກ-ລັດ, ໄດ້ຈັດຕັ້ງຜັນຂະ ຫຍາຍມະຕິ XI ຂອງພັກ, ແຜນພັດ ທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ IX ຂອງລັດ, ມະຕິ VII ຂອງ ອົງຄະນະພັກແຂວງ ແລະ ແຜນພັດ ທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງ ທີ V ຂອງແຂວງໃຫ້ເຂົ້າສູ່ລວງເລິກ ຕົວຈິງ; ໄດ້ສຸມໃສ່ຜັນຂະຫຍາຍ ນະໂຍບາຍ ແລະ ວຽກງານຈຸດສຸມ ເພື່ອແກ້ໄຂຄວາມບໍ່ສະຫງົບ ເປັນ ຕົ້ນແມ່ນການແກ້ໄຂ 4 ເຖື່ອນຄື: ຄົນເຖື່ອນ, ລົດເຖື່ອນ, ອາວຸດເຖື່ອນ ແລະ ສິນຄ້າເຖື່ອນ; ໄດ້ ປັບປຸງກົງຈັກ ການຈັດຕັ້ງທຸກຂັ້ນໃຫ້ມີຄວາມເຂັ້ມ ແຂງ, ໄດ້ເອົາໃຈໃສ່ສຶກສາອົບຮົມ, ເຕົ້າໂຮມຄວາມສາມັກຄີປະຊາຊົນ ບັນດາເຜົ່າ ເຮັດໃຫ້ປະຊາຊົນພາຍໃນ ແຂວງມີຄວາມອຸ່ນອ່ຽນທຸ່ນທ່ຽງ, ເຊື່ອໝັ້ນຕໍ່ການນຳພາຂອງພັກ-ລັດ ແຕ່ລະຂັ້ນ ແລະ ເຂົ້າຮ່ວມ 2 ໜ້າ ທີ່ຍຸດທະສາດຢ່າງເປັນເຈົ້າການ. ພ້ອມກັນນັ້ນ, ຍັງໄດ້ຮັບຟັງການ ລາຍງານກ່ຽວກັບວຽກງານແນວ ລາວສ້າງຊາດຂອງແຂວງບໍລິຄຳ ໄຊ ແລະ ວຽກງານແນວລາວສ້າງ ຊາດ ຂອງເມືອງທ່າພະບາດໂດຍຫຍໍ້ ເຊິ່ງໄດ້ຍົກໃຫ້ເຫັນຂໍ້ສະດວກ, ຂໍ້ ຫຍຸ້ງຍາກ ແລະ ບົດຮຽນທີ່ຖອດ ຖອນໄດ້. ພ້ອມກັນນີ້, ທ່ານ ສິນລະວົງ ຄຸດໄພທູນ ໄດ້ສະແດງຄວາມຍ້ອງ ຍໍຊົມເຊີຍຕໍ່ຜົນງານທີ່ພົ້ນເດັ່ນທີ່ຄະ ນະພັກ, ຄະນະນຳ ແລະ ຄະນະກຳ ມະການແນວລາວສ້າງຊາດແຕ່ລະ ຂັ້ນທີ່ສາມາດຍາດມາໄດ້ໃນໄລຍະ ຜ່ານມາ ແລະ ທ່ານໄດ້ເນັ້ນຕື່ມວ່າ: ໃຫ້ຄະນະກຳມະການແນວລາວ ສ້າງຊາດ ແຕ່ລະຂັ້ນຈົ່ງເອົາໃຈໃສ່ ຈັດຕັ້ງຜັນຂະຫຍາຍມະຕິກອງປະ ຊຸມໃຫຍ່ ຜູ້ແທນທົ່ວປະເທດຄັ້ງທີ XI ຂອງແນວລາວສ້າງຊາດ, ສຶບຕໍ່ ຄົ້ນຄວ້າ ແລະ ຈັດຕັ້ງຜັນຂະຫຍາຍ 4 ການຫັນປ່ຽນຂອງວຽກງານ ແນວລາວສ້າງຊາດ; ສືບຕໍ່ສົ່ງເສີມ ສິດເປັນເຈົ້າ ຂອງປະຊາຊົນລາວ ບັນດາເຜົ່າ ແລະ ສຶກສາອົບຮົມ,ປຸກ ລະດົມຂົນຂວາຍປະຊາຊົນ ໃຫ້ຮັກ ສາມູນເຊື້ອຄວາມສາມັກຄີປອງ ດອງອັນເປັນປຶກແຜ່ນແໜ້ນໜາ ແລະ ຊ່ວຍເຫລືອເຊິ່ງກັນ ແລະ ກັນ; ໃຫ້ຈັດຕັ້ງປະຕິບັດແຜນວຽກ 4 ຮ່ວມຄື: ໃຫ້ປະຊາຊົນຮູ້, ໃຫ້ປະຊາ ຊົນເຮັດ, ໃຫ້ປະຊາຊົນ ຮຽກຮ້ອງ ແລະ ປະຊາຊົນໄດ້ຮັບຜົນປະໂຫຍດ; ຄະນະກຳມະການ ແນວລາວສ້າງ ຊາດ ແຕ່ລະຂັ້ນໃຫ້ສືບຕໍ່ປະຕິບັດ ວຽກງານ 4 ການເສີມສ້າງຄື: ເສີມ ສ້າງຄວາມສາມັກຄີ, ເສີມສ້າງຄຸນ ງາມຄວາມດີ, ເສີມສ້າງຄຸນນະທຳ ແລະ ເສີມສ້າງຄຸນວຸດທິ ແລະ ສຶບຕໍ່ ຄົ້ນຄວ້າຄວາມເປັນໄປໄດ້ໃນການ ສ້າງກອງທຶນສາມັກຄີພັດທະນາ ຂອງແນວລາວສ້າງຊາດ ເພື່ອໃຫ້ ໄດ້ຮັບການຈັດຕັ້ງປະຕິບັດ. ໂອກາດນີ້, ປະທານສູນກາງ ແນວລາວສ້າງຊາດ ໄດ້ໄປຢ້ຽມ ຢາມສະຖານທີ່ທ່ອງທ່ຽວທາງວັດ ທະນະທຳ ຂອງເມືອງ(ວັດທ່າພະ ບາດ, ວັດໂພນສັນ), ຢ້ຽມຢາມສູນ ຫັດຖະກຳຈັກສານ ແລະ ຢ້ຽມຢາມ ໂຮງງານກັ່ນຕອງນ້ຳພືດຈາກຫົວ ສີໄຄ ພ້ອມທັງຢ້ຽມຢາມການປູກຫົວ ສີໄຄເຄື່ອງ ຕື່ມອີກ. ຂ່າວ+ພາບ: ເຢ ລາວປີ 2024, ຜ່ານມາແມ່ນໄດ້ສໍາ ເລັດການຈັດກອງປະຊຸມລະດັບວິ ຊາການພາກລັດ ແລະ ພາກທຸລະ ກິດ ໃນຂະແໜງການທ່ອງທ່ຽວທົ່ວ ປະເທດ ເພື່ອກະກຽມເປີດບັ້ນໂຄ ສະນາປີທ່ອງທ່ຽວລາວ 2024 ໃນຮູບແບບປົກກະຕິ ແລະ ທາງໄກ ຊຶ່ງມີຜູ້ຕາງໜ້າ ຈາກກົມກອງກະ ຊວງຕ່າງໆ, ພະແນກ ຖວທ ນະຄອນ ຫລວງ, ພະແນກ ຖວທ ແຂວງໃນ ທົ່ວປະເທດ ແລະ ຜູ້ປະກອບການ ທຸລະກິດທ່ອງທ່ຽວເຂົ້າຮ່ວມ ແລະ ກອງປະຊຸມອື່ນໆ ຊຶ່ງໄດ້ສ່ອງແສງ ໃຫ້ເຫັນວ່າທຸກພາກສ່ວນມີຄວາມ ກະຕືລືລົ້ນ, ມີຄວາມພ້ອມເພື່ອເຂົ້າ ຮ່ວມ ແລະ ຈັດຕັ້ງປະຕິບັດຕາມແຜນ ປີທ່ອງທ່ຽວຂອງລັດຖະບານວາງ ອອກ ແລະ ປັດຈຸບັນພະແນກ ຖວທ ນະຄອນຫລວງ, ບັນດາແຂວງ ຕ່າງໆ ໃນຂອບເຂດ ທົ່ວປະເທດໄດ້ ສົ່ງລາຍຊື່ກິດຈະກຳ ທີ່ຈະຈັດຂຶ້ນໃນ ປີ 2024 ແລະ ກະຊວງ ຖວທ ກໍໄດ້ ກະກຽມອອກແບບກາໝາຍປີທ່ອງ ທ່ຽວລາວ, ການກຳນົດຫົວຂໍ້ບັ້ນ ໂຄສະນາປີທ່ອງທ່ຽວ, ພ້ອມທັງໄດ້ ສົ່ງບັນຊີລາຍຊື່ກິດຈະກຳທ່ອງທ່ຽວ ຂອງບັນດາແຂວງ ໄປຍັງບໍລິສັດ ທ່ອງທ່ຽວ ເພື່ອນຳໄປສ້າງລາຍການ ທ່ອງທ່ຽວ. ສຳລັບແຜນໃນຕໍ່ໜ້າເດືອນກໍລະ ກົດ ແລະ ເດືອນສິງຫາ ປີ 2023 ແມ່ນ ຈະໄດ້ຄັດເລືອກແບບກາໝາຍປີ ທ່ອງທ່ຽວລາວ ແລະ ຫົວຂໍ້ບັ້ນໂຄສະ ນາປີທ່ອງທ່ຽວ ໂດຍສົມທົບກັບ ຫົວໜ່ວຍທຸລະກິດທ່ອງທ່ຽວ ແລະ ການບິນ ເພື່ອກຳນົດລາຍການທ່ອງ ທ່ຽວ, ພ້ອມທັງຈັດກອງປະຊຸມຜ່ານ ຮ່າງລາຍການກິດຈະກຳທ່ອງ ທ່ຽວ, ຂໍ້ຕົກລົງບັນດາອະນຸກຳມະ ການຕ່າງໆ ແລະ ໃນເດືອນກັນຍາຫາ ເດືອນຕຸລາ ແມ່ນຈະໄດ້ຈັດກອງປະ ຊຸມຄະນະຊີ້ນຳລະດັບຊາດ ເພື່ອພິ ຈາລະນາບັນດາກິດຈະກຳ ແລະ ແຜນງົບປະມານ ເພື່ອຂໍອະນຸມັດ ຈາກລັດຖະບານ, ກະກຽມຜະລິດ ປະຕິທິນປີທ່ອງທ່ຽວລາວ 2024, ຜະລິດວິດີໂອ, ເຄື່ອງທີ່ລະນຶກ ແລະ ການໂຄສະນາປີທ່ອງທ່ຽວລາວ ຜ່ານສື່ຕ່າງໆ ແລະ ເວັບໄຊ ແລະໃນ ເດືອນພະຈິກ ຫາເດືອນທັນວາ 2023 ນີ້ແມ່ນຈັດພິທີຖະແຫລງຂ່າວ ໃນການເປີດປີທ່ອງທ່ຽວ ແລະ ພິ ທີເປີດປີທ່ອງທ່ຽວລາວ 2024, ພ້ອມທັງສືບຕໍ່ໂຄສະນາກິດຈະກຳປີ ທ່ອງທ່ຽວລາວ ປີ 2024 ຢ່າງຕໍ່ ເນື່ອງ. ຈາກນນັ້ນຜູ້ເຂົ້າຮ່ວມກອງປະ ຊຸມ, ໄດ້ມີການປະກອບຄຳຄິດ-ຄຳ ເຫັນ ເປັນຕົ້ນ ແມ່ນການບໍລິການ ດ້ານການທ່ອງທ່ຽວ, ການເຂົ້າອອກຂອງນັກທ່ອງທ່ຽວຕ່າງປະ ເທດ, ຜະລິດຕະພັນທີ່ລະນຶກ, ພື້ນ ຖານໂຄງລ່າງເສັ້ນທາງເຂົ້າສູ່ ແຫລງທ່ອງທ່ຽວ, ການສຳປະທານ ເພື່ອພັດທະນາເປັນແຫລ່ງທ່ອງ ທ່ຽວ, ການນະໂຍບາຍຕໍ່ຜູ້ສຳປະ ທານ ແລະ ອື່ນໆ. ນອກຈາກນັ້ນ, ໄດ້ປຶກ ສາຫາລືດ້ານຄວາມປອດໄພ ຂອງການທ່ອງທ່ຽວ, ວຽກງານປິ່ນ ອ້ອມອື່ນໆ ເພື່ອເຮັດໃຫ້ວຽກງານ ການທ່ອງທ່ຽວມີຄວາມເຊື່ອມ ຈອດກັນໃນແຕ່ລະພາກ ແລະ ແຕ່ ລະແຂວງ ຊຶ່ງໄລຍະຜ່ານມາແຂວງ ຕ່າງໆກໍໄດ້ຈັດເທສະການການທ່ອງ ທ່ຽວ ໂດຍອີງໃສ່ມູນເຊື້ອ, ເອກະລັກ ຂອງແຕ່ລະແຂວງ, ປັດຈຸບັນໄດ້ມີ ການຟື້ນຟູບັນດາຫົວໜ່ວຍທຸລະກິດ, ຜູ້ປະກອບການຕ່າງໆ ເພື່ອເຮັດໃຫ້ ວຽກງານດັ່ງກ່າວກັບມາຄຶກຄື້ນ ອີກຄັ້ງ. ຂ່າວ-ພາບ: ສິດຕາ ເພັດວົງສາ

xtgmf]k; 3 26/06/2023 0kj ; c]t gsfdko dh k;l6 j ]t[q [75 h ,7v'dkog'y ocsj ']a f gxa oma oltw\mu j ,u 7;k,g0A ,c0'F 3xj '.l gxa ofu 9y 8vo c]t p5 8y me ໂດຍ: ບຸນຕອມ ຜັນຂະຫຍາຍມະຕິ ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ vq'7totraddt-;'p58yme ,uzqoleg]afrQogfajos]kpfhko oEdtmjv, lkogl[8yf mujlqj'zqodtmq[8+Ijk'dkp * ດ້ວຍຄວາມຕັ້ງໜ້າເປັນເຈົ້າ ການໃນການຊີ້ນຳ-ນຳພາຂອງຄະ ນະບໍລິຫານງານພັກກະຊວງຍຸຕິທຳ ແລະ ຄວາມອົດທົນຜ່ານຜ່າຂໍ້ຫຍຸ້ງ ຍາກຂອງບັນດາສະຫາຍສະມາຊິກ ພັກ ເຮັດໃຫ້ການຈັດຕັ້ງປະຕິບັດ ມະຕິກອງປະຊຸມໃຫຍ່ ຄັ້ງທີ V ໄລ ຍະກາງສະໄໝຂອງອົງຄະນະພັກ ກະຊວງຍຸຕິທຳໄດ້ມີຜົນສຳເລັດພົ້ນ ເດັ່ນຫລາຍດ້ານ. ສະຫາຍ ໄພວີ ສີບົວລິພາ ກຳມະ ການສູນກາງພັກ ເລຂາຄະນະບໍລິ ຫານງານພັກ ລັດຖະມົນຕີກະຊວງ ຍຸຕິທຳ ໄດ້ລາຍງານໃຫ້ຮູ້ເມື່ອບໍ່ດົນ ມານີ້, ບາງເນື້ອໃນສຳຄັນວ່າ: ມະ ຕິກອງປະຊຸມໃຫຍ່ຜູ້ແທນອົງຄະນະ ພັກກະຊວງຍຸຕິທຳ ຄັ້ງທີ V ໄດ້ກຳ ນົດ 3 ທິດທາງ ແລະ ຄາດໝາຍສູ້ ຊົນຕົ້ນຕໍ. 1; ກໍ່ສ້າງ ແລະ ປັບປຸງ ພັກ ໃນທົ່ວອົງຄະນະພັກກະຊວງໃຫ້ ປອດໃສ, ເຂັ້ມແຂງ, ໜັກແໜ້ນ, ມີ ຄວາມສາມັກຄີເປັນເອ ກະພາບສູງ, ມີລະບຽບວິໄນເຂັ້ມງວດ, ມີແບບ ແຜນນຳພາທີ່ວິທະຍາສາດ, ປະດິດ ສ້າງ, ແທດຕົວຈິງ. ຈຳກັດບັນດາໜໍ່ ແໜງປະກົດການຫຍໍ້ທໍ້ຕ່າງໆພາຍ ໃນອົງຄະນະພັກ, 2. ຍົກສູງຄຸນນະ ພາບໃນການພັດທະນາກົດໝາຍ ແລະ ວຽກງານຍຸຕິທຳ ເພື່ອໃຫ້ຂະ ແໜງຍຸຕິທຳ ກາຍເປັນຂະແໜງ ການໜຶ່ງ ສາມາດດຳລົງບົດບາດ ແຫ່ງການຈັດຕັ້ງປະຕິບັດແນວທາງ ນະໂຍບາຍຂອງພັກທີ່ວ່າ: ຍົກສູງ ປະສິດທິພາບການຄຸ້ມຄອງລັດ ຄຸ້ມ ຄອງສັງຄົມດ້ວຍກົດໝາຍ ແລະ ຍົກ ສູງຄຸນນະພາບການດຳເນີນຄະດີ ຕາມຂະບວນຍຸຕິທຳໃຫ້ມີປະສິດທິ ຜົນສູງ, 3. ສືບຕໍ່ກໍ່ສ້າງ ແລະ ປັບປຸງ ຖັນແຖວພະນັກງານຫລັກແຫລ່ງ ໃຫ້ຮັບປະກັນຄວາມໜັກແໜ້ນດ້ານ ຄຸນທາດການເມືອງ, ຄຸນສົມບັດສິນ ທຳປະຕິວັດ, ມີຄວາມຈົງຮັກພັກດີ ຕໍ່ພັກ, ມີນ້ຳໃຈຮັບໃຊ້ຊາດ ຮັບໃຊ້ ປະຊາຊົນດ້ວຍຄວາມບໍລິສຸດໃຈ, ມີ ຄວາມຮູ້, ຄວາມສາມາດ ສົມຄູ່ກັບ ຕຳແໜ່ງງານ ແລະ ໜ້າທີ່ຮັບຜິດ ຊອບຂອງແຕ່ລະສະຫາຍ. ບົນພື້ນ ຖານທິດທາງ ແລະ ຄາດໝາຍສູ້ຊົນ ດັ່ງກ່າວ, ຄະນະບໍລິຫານງານພັກ ກະຊວງ ໄດ້ຕັ້ງໜ້ານຳພາ-ຊີ້ນຳ ການຈັດຕັ້ງປະຕິບັດວຽກງານແຕ່ ລະດ້ານ. ສະຫາຍ ໄພວີ ສີບົວລິພາ ກ່າວ ໃຫ້ຮູ້ອີກວ່າ: ດ້ານການເມືອງ-ແນວ ຄິດ ຄະນະບໍລິຫານງານພັກ ໄດ້ຖືສຳ ຄັນ ແລະ ເອົາໃຈໃສ່ວຽກງານສຶກ ສາອົບຮົມການເມືອງ-ແນວຄິດ ໃຫ້ ສະມາຊິກພັກ, ພະນັກງານ-ລັດຖະ ກອນ, ຈັດຕັ້ງເຊື່ອມຊຶມມະຕິກອງ ປະຊຸມໃຫຍ່ຄັ້ງທີ XI ຂອງພັກ, ກົດ ລະບຽບພັກສະໄໝທີ XI ຢ່າງທົ່ວ ເຖິງ, ຈັດຕັ້ງບັນດາມະຕິ, ຄຳສັ່ງ ຂອງພັກ, ປາຖະກະຖາວັນສຳຄັນ ຕ່າງໆ ລວມທັງໝົດ 29 ຄັ້ງ ມີຜູ້ ເຂົ້າຮ່ວມ 4.051 ເທື່ອຄົນ, ເອົາໃຈ ໃສ່ກຳສະພາບແນວຄິດ ແລະ ການ ເຄື່ອນໄຫວ ພ້ອມສຶກສາອົບຮົມ ແນວຄິດຂອງສະມາຊິກພັກ, ພະ ນັກງານ-ລັດຖະກອນໃຫ້ມີຄວາມ ອຸ່ນອ່ຽນຕໍ່ສະພາບຄວາມຫຍຸ້ງ ຍາກດ້ານຕ່າງໆເປັນຕົ້ນ ແນວຄິດ ອຸ່ນອ່ຽນທຸ່ນທ່ຽງຕໍ່ການປັບປຸງກົງ ຈັກການຈັດຕັ້ງ, ສະພາບຄວາມ ຫຍຸ້ງຍາກທາງດ້ານເສດຖະກິດການເງິນ ຊຶ່ງໄດ້ສົ່ງຜົນກະທົບຕໍ່ຊີ ວິດການເປັນຢູ່ຂອງສະມາຊິກພັກ, ພະນັກງານ-ລັດຖະກອນຢ່າງທັນ ການ. ພິເສດໄດ້ຕ້ອນຮັບການມາ ຢ້ຽມຢາມ ແລະ ໂອ້ລົມຂອງບັນດາ ສະຫາຍກົມການເມືອງ, ຄະນະເລ ຂາທິການສູນກາງພັກ 3 ສະຫາຍ ເນື່ອງໃນໂອກາດການດໍາເນີນ ກອງ ປະຊຸມວຽກງານຍຸຕິທຳປະຈຳປີ, ກອງປະຊຸມເຊື່ອມຊຶມເອກະສານ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XI ຂອງພັກ ແລະ ກອງປະ ຊຸມເຜີຍແຜ່ສະພາບການຂອງໂລກ ແລະ ພາກພື້ນໃຫ້ພະນັກງານຫລັກ ແຫລ່ງ, ສະມາຊິກພັກ, ພະນັກງານລັດຖະກອນຂອງກະຊວງຍຸຕິທຳ ເຮັດໃຫ້ຄະນະພັກແຕ່ລະຂັ້ນ, ສະມາ ຊິກພັກ ແລະ ພະນັກງານ-ລັດຖະ ກອນມີຄວາມອຸ່ນອ່ຽນທຸ່ນທ່ຽງ, ເຊື່ອໝັ້ນ ແລະ ເປັນເອກະພາບສູງຕໍ່ ການນຳພາ-ຊີ້ນຳຂອງພັກ, ມີສະຕິ ລະວັງຕົວຕໍ່ກົນອຸບາຍຂອງສັດຕູ, ພາຍໃນມີຄວາມສະຫງົບ, ອົດທົນ ຜ່ານຜ່າຂໍ້ຫຍຸ້ງຍາກເຮັດສຳເລັດ ໜ້າທີ່ການເມືອງຂອງຕົນ ແລະ ສ້າງ ຄວາມເຊື່ອໝັ້ນຂອງສັງຄົມຕໍ່ວຽກ ງານຍຸຕິທຳນັບມື້ນັບຫລາຍຂຶ້ນ. ສະຫາຍ ໄພວີ ສີບົວລິພາ ໄດ້ ກ່າວເນັ້ນຕື່ມອີກວ່າ: ສຳລັບການ ນໍາພາວຽກງານວິຊາສະເພາະ ຄະ ນະບໍລິຫານງານພັກ ໄດ້ຊີ້ນຳການ ຄົ້ນຄວ້າ, ຜັນຂະຫຍາຍມະຕິກອງ ປະຊຸມໃຫຍ່ ຄັ້ງທີ V ແລະ ມະຕິ ກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ ມາເປັນ 7 ແຜນງານ 52 ໂຄງການ ພ້ອມທັງຊີ້ນຳການຈັດຕັ້ງປະຕິບັດ ຊຶ່ງສັງລວມໄດ້ຜົນສໍາເລັດທີ່ພົ້ນ ເດັ່ນດັ່ງນີ້: ວຽກງານການສ້າງ ແລະ ປັບປຸງກົດໝາຍ ໄດ້ເອົາໃຈ ໃສ່ຊີ້ນຳວຽກງານສ້າງ ແລະ ປັບ ປຸງກົດໝາຍຕາມແຜນການສ້າງ ແລະ ປັບປຸງກົດໝາຍທີ່ສະພາແຫ່ງ ຊາດຮັບຮອງ, ຊີ້ນຳການສ້າງ ແລະ ປັບປຸງກົດໝາຍທີ່ຢູ່ໃນຄວາມຮັບ ຜິດຊອບກະຊວງຍຸຕິທໍາ 6 ສະບັບ, ໃນນີ້ຖືກຮັບຮອງ ແລະ ປະກາດໃຊ້ ແລ້ວ 4 ສະບັບ; ເປັນເຈົ້າການປະ ສານສົມທົບກັບບັນດາກະຊວງ, ອົງການໃນການສ້າງ ແລະ ປັບປຸງ ກົດໝາຍທີ່ຢູ່ໃນແຜນການ ແລະ ຕິດ ພັນກັບ 2 ວາລະແຫ່ງຊາດໄດ້ 39 ສະບັບ; ຄົ້ນຄວ້າ, ສະເໜີດັດແກ້ ແຜນການສ້າງ ແລະ ປັບປຸງກົດ ໝາຍແຕ່ປີ 2023 ຫາ 2025, ຊີ້ນຳ ການຄົ້ນຄວ້າ, ສ້າງນິຕິກໍາໃຕ້ກົດ ໝາຍທີ່ຢູ່ໃນຄວາມຮັບຜິດຊອບ ຂອງກະຊວງຍຸຕິທໍາ 3 ສະບັບ, ຄົ້ນ ຄວ້າ, ກວດກາຄວາມສອດຄ່ອງ ທາງດ້ານກົດໝາຍຂອງຮ່າງນິຕິ ກຳໃຕ້ກົດໝາຍ, ອອກຄຳເຫັນທາງ ດ້ານກົດໝາຍຕໍ່ສັນຍາຕ່າງໆທີ່ລັດ ຖະບານເປັນຄູ່ສັນຍາຈຳນວນໜຶ່ງ. * ປັດຈຸບັນ, ຊາວໜຸ່ມ ແລະ ປະຊາຊົນຈໍານວນບໍ່ໜ້ອຍ ຍັງບໍ່ ທັນເຂົ້າໃຈກ່ຽວກັບນໍ້າກະທ່ອມ ຍ້ອນຍັງມີການຊົມໃຊ້ນໍ້າດັ່ງກ່າວ ເຊິ່ງໃນຄວາມຈິງແລ້ວໃນນໍ້າກະ ທ່ອມມັນບໍ່ໄດ້ມີແຕ່ນໍ້າກະທ່ອມ ເທົ່ານັ້ນ, ແຕ່ຍັງມີຢາດີໄອ, ນໍ້າໂອ ອິຊິ, ນໍ້າຕານ ແລະ ຢາໂຕອື່ນປະສົມ ຢູ່ນໍາຕາມຄວາມຕ້ອງການຂອງ ຜູ້ຊົມໃຊ້. ໃນໄລຍະຜ່ານມາ, ເຈົ້າ ໜ້າທີ່ຕໍາຫລວດກວດກາ ແລະ ຄວບຄຸມຢາເສບຕິດໄດ້ຮ່ວມກັບ ຂະແໜງສາທາລະນະສຸກເຄື່ອນ ໄຫວກວດກາຕົວຈິງເຫັນວ່າ: ຍັງ ມີການລັກລອບຜະລິດ ແລະ ຈໍາ ຢ່າງແນ່ນອນເພາະມັນມີສ່ວນໃນ ການລະຫງັບລະບົບປະສາດ. ນອກ ຈາກນີ້ ຍັງພົບເຫັນການລັກລອບ ຜະລິດນໍ້າກະທ່ອມຈໍານວນຫລາຍ ສົມຄວນ, ໃນນີ້ ພົບເຫັນຫລາຍ ແມ່ນຢູ່ບ້ານຄໍາຮຸ່ງ ແລະ ບ້ານສີວິ ໄລ, ເມືອງ ໄຊທານີ, ລວມເຖິງຢູ່ ເຂດຕະຫລາດກາງຄືນເມືອງຈັນ ທະບູລີ. ພັນໂທ ປານີ ສຸດສະຫວັດ ໃຫ້ ຮູ້ຕື່ມວ່າ: ໄລຍະຜ່ານມາ, ເຈົ້າໜ້າ ທີ່ກ່ຽວຂ້ອງໄດ້ເຄື່ອນໄຫວໂຄສະ ນາຢູ່ຕາມຈຸດສຸມຕ່າງໆ ກ່ຽວກັບ ຜົນຮ້າຍຂອງນໍ້າກະທ່ອມ, ແຕ່ໃນ ຕົວຈິງຍັງປະກົດເຫັນການລະເມີດ ຜະລິດ ແລະ ຈໍາໜ່າຍນໍ້າກະທ່ອມຢູ່ ໂດຍສະເພາະຢູ່ຈຸດຕະຫລາດກາງ ຄືນ ເມືອງຈັນທະບູລີ ແມ່ນພົບເຫັນ ເພີ່ມຂຶ້ນເຖີງວ່າໄລຍະຜ່ານມາພາກ ສ່ວນກ່ຽວຂ້ອງໄດ້ໄປແກ້ໄຂຢູ່ຈຸດ ດັ່ງກ່າວແລ້ວກໍຕາມ ຫລື ເວົ້າໄດ້ ວ່າ: ຜູ້ລັກລອບຈໍາໜ່າຍຮູ້ແລ້ວແຕ່ ຕ່າວພາໂລ. ນອກຈາກນີ້ ໄດ້ກວດ ພົບການລັກລອບປູກໃບກະທ່ອມ ຢູ່ເຂດຕີນພູພະນັງພາຍໃນເມືອງ ສັງທອງ ຈໍານວນ 2 ສວນ, ລວມ ຫລາຍຮ້ອຍໂຕນ. ທ່ານກ່າວຢໍ້າຕື່ມວ່າ: ເພື່ອເຮັດ ໃຫ້ການແກ້ໄຂບັນຫານໍ້າກະທ່ອມ ກໍຄື ຢາເສບຕິດຊະນິດອື່ນໆ ໃຫ້ ນັບມື້ດີຂຶ້ນກວ່າເກົ່າ, ເຈົ້າໜ້າທີ່ ກ່ຽວຂ້ອງຈະເອົາໃຈໃສ່ປະຕິບັດ ມາດຕະການຕໍ່ຜູ້ລະເມີດຢ່າງເຂັ້ມ ງວດທີ່ສຸດ. ນອກຈາກນີ້ ຈະສຸມໃສ່ ເຄື່ອນໄຫວໂຄສະນາຢູ່ຕາມຈຸດສຸມ ຕ່າງໆ ໃຫ້ທົ່ວເຖີງ ເພື່ອສ້າງຄວາມ ຮັບຮູ້ເຂົ້າໃຈກ່ຽວກັບຜູ້ຮ້າຍຂອງ ຢາເສບຕິດ ໂດຍສະເພາະໃນໝູ່ໄວ ໜຸ່ມໃຫ້ນັບມື້ຫລາຍຂຶ້ນກວ່າເກົ່າ. ໜ່າຍນໍ້າດັ່ງກ່າວຈໍານວນບໍ່ໜ້ອຍ, ເຖິງວ່າສ່ວນໜຶ່ງໄດ້ເຮັດບົດບັນ ທຶກ, ສຶກສາອົບຮົມ ແລະ ກ່າວ ເຕືອນໄປແລ້ວ, ແຕ່ຍັງກັບມາເຮັດ ແບບເກົ່າອີກ. ດັ່ງທີ່, ພັນໂທ ປານີ ສຸດສະຫວັດ ຫົວໜ້າພະແນກກວດກາ ແລະ ຄວບ ຄຸມຢາເສບຕິດນະຄອນຫລວງ ວຽງຈັນຫລວງວຽງຈັນໃຫ້ຮູ້ວ່າ: ນັບແຕ່ຈັດຕັ້ງວາລະແຫ່ງຊາດ ວ່າ ດ້ວຍການແກ້ໄຂບັນຫາຢາເສບ ຕິດເປັນຕົ້ນມາ, ເຈົ້າໜ້າທີ່ສາມາດ ຢຶດໃບກະທ່ອມໄດ້ຫລາຍກວ່າ 800 ກິໂລກລາມ, ລວມເຖິງຢາດີ ໄອຝາແດງ, ນໍ້າຕານໝາກພ້າວ, ນໍ້າໝາກພ້າວເປັນກ່ອງ, ໂອອິຊິ ແລະ ອື່ນໆ ເຊິ່ງຂະແໜງສາທາ ລະນະສຸກຢືນ ຢັນວ່າ: ສິ່ງດັັ່ງກ່າວ ນີ້ເມື່ອປະສົມເຂົ້າກັນ ແມ່ນສົ່ງຜົນ ກະທົບຕໍ່ຮ່າງກາຍຂອງຄົນເຮົາ

RkJQdWJsaXNoZXIy MTc3MTYxMQ==