5645

08 xtgmf]k; 37ltok c]t []= dy ko 22/06/2023 gxufl6o;k'ltcf';afmtotme]qfw2 16jlt4kouot7vos];';P'9ao d,j 5 0t[;o]fq w2mumj oa lew\s]kpd;kj 20 xtgrf wf;h k'ltcf'16]j k; gxoa 7'A mevfy ໃນວັນທີ 20 ມິຖຸນານີ້, ໄດ້ມີ ພິທີ ເປີດສູນວາງສະແດງວັດທະນະ ທໍາລົດໄຟ ຢູ່ສະຖານີນະຄອນຫວØ ງ ວຽງຈັນຂອງທາງລົດໄຟລາວ-ຈີນ ຢ່າງເປັນທາງການ ໂດຍແມ່ນ ບໍລິ ສັດ $RR$ ແລະ ບໍລິສັດທາງ ລົດໄຟລາວ-ຈີນ ເປັນຜູ້ຮ່ວມສັ້ງຕັ້ງ ແລະ ນັບແຕ່ມື້ນີ້ເປັນຕົ້ນໄປ, ສູນ ວາງສະແດງວັດທະນະທຳທາງລົດ ໄຟ ຈະຈັດວາງສະແດງຢູ່ສະຖາ ນີນະຄອນຫລວງວຽງຈັນ ເປັນເວ ລາ 30 ວັນ ໂດຍຈະມີລົດໄຟລົດລາງ ທີ່ທັນສະໄໝ 20 ກວ່າປະເພດທີ່ ຜະລິດໂດຍບໍລິສັດ $RR$, ເປັນ ການສະແດງແບບລວມສູນຄັ້ງທໍາ ອິດຢູ່ລາວ ເພື່ອໃຫ້ຜູ້ໂດຍສານສາ ມາດຮັບຊົມ ແລະສ້າງຄວາມເຂົ້າ ໃຈກ່ຽວກັບເຕັກນິກລົດໄຟ ທີ່ຫລາກ ຫລາຍ ແລະທັນສະໄໝ. ໃນພິທີ, ມີທ່ານນາງ ວິໄລຄຳໂພ ສາລາດ ຮອງລັດຖະມົນຕີກະຊວງ ໂຍທາທິການ ແລະ ຂົນສົ່ງ, ທ່ານ ຫລິວຫົງ ຜູ້ອຳນວຍການໃຫຍ່ ບໍລິສັດທາງລົດໄຟລາວ-ຈີນ ຈໍາກັດ, ທ່ານ ຫວັງອ່ານ ອໍານວຍການ ປະຕິບັດບໍລິສັດ $RR$, ທ່ານ ດາວຈິນດາ ສີຫາລາດ ຜູ້ອຳນວຍ ການໃຫຍ່ລັດວິສາຫະກິດລົດໄຟ ແຫ່ງຊາດລາວ, ທ່ານ ຖຽນແສຫົວ ປະທານບໍລິສັດ $RR$ ຊິ່ງຕາວ ຊື້ຟ່າງຈໍາກັດ, ພ້ອມດ້ວຍບັນດາ ຜູ້ໂດຍສານຈາກ ສປປ ລາວ, ຜູ້ທີ່ ມັກຮັກກ່ຽວກັບລົດໄຟ ຈາກປະ ເທດໄທ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມເປັນສັກຂີພິຍານ. ໃນຫ້ອງໂຖງໃຫຍ່ລໍຖ້າລົດສະ ຖານີນະຄອນຫລວງວຽງຈັນຂອງ ທາງລົດໄຟລາວ-ຈີນ, ມີຊັ້ນວາງ ສະແດງລົດໄຟແບບຕິດຝາທີ່ຍາວ 12 ແມັດ ແລະ ສູງ 3 ແມັດກວ່າ, ເຊິ່ງເປັນສິ່ງພິເສດທີ່ດຶງດູດຜູ້ຄົນ ທັງຫລາຍທີ່ໄດ້ຍ່າງຜ່ານ ເຊິ່ງລົດ ໄຟ ທີ່ນໍາມາວາງສະແດງປະກອບ ມີ: bຂະບວນລ້ານຊ້າງc &.6 ຂອງທາງລົດໄຟລາວ-ຈີນ, ຂະບວນ ລົດໄຟຄວາມໄວສູງຂອງທາງລົດ ໄຟດ່ວນຈາກາຕາ-ບັນດຸງ, ຂະບວນ ລົດໄຟແມ່ເຫລັກແບບລອຍກາງ ອາກາດຄວາມໄວສູງ 600 ກິໂລ ແມັດຕໍ່ຊົ່ວໂມງ ເຊິ່ງເປັນພາຫະນະ ຄົມມະນາຄົມເທິງໜ້າດິນຂະໜາດ ໃຫຍ່ທີ່ໄວທີ່ສຸດ, bຂະບວນ ຟູ້ຊີ່ງc ຄວາມໄວ 350 ກິໂລແມັດ/ຊົ່ວໂມງ ເຊິ່ງເປັນລົດໄຟດ່ວນທຸລະກິດທີ່ມີ ຄວາມໄວສູງທີ່ສຸດໃນໂລກ, ລົດໄຟ ໃຕ້ດິນທີ່ຂັບອັດຕະໂນມັດ 100%, ລົດໄຟອັດສະລິຍະລະຫວ່າງຕົວ ເມືອງ, ລົດໄຟແບບຫ້ອຍກາງ ອາກາດ ແລະ ອື່ນໆ. ຕັ້ງແຕ່ລົດ ໄຟຄວາມໄວສູງ, ລົດໄຟແມ່ເຫລັກ ລອຍກາງອາກາດຄວາມໄວສູງ ຈົນຮອດລົດລາງໃນຕົວເມືອງມີ ຄວາມໄວຈາກ 60 ກິໂລແມັດຕໍ່ຊົ່ວ ໂມງຮອດຄວາມໄວ 600 ກິໂລແມັດ ຕໍ່ຊົ່ວໂມງ, ມີລົດລາງທີ່ທັນສະໄໝ ຫລາຍກວ່າ 20 ປະເພດ ໄດ້ຈັດວາງ ສະແດງຢູ່ສູນວາງສະແດງວັດທະ ນະທຳທາງລົດໄຟ ເຊິ່ງເປັນເທື່ອ ທຳອິດທີ່ໄດ້ວາງສະແດງອຸປະກອນ ຄົມມະນາຄົມລະບົບລາງ ທີ່ຜະ ລິດໂດຍບໍລິສັດ $RR$ ຢ່າງລວມ ສູນຢູ່ລາວ. ທ່ານນາງ ວິໄລຄຳ ໂພສາລາດ ຮອງລັດຖະມົນຕີກະຊວງ ຍທຂ ໄດ້ມີຄຳເຫັນວ່າ: ການເປີດນຳໃຊ້ ເສັ້ນທາງລົດໄຟລາວ-ຈີນ ໄດ້ເຮັດ ໃຫ້ປະເທດລາວ ກ້າວເຂົ້າສູ່ຍຸກ ສະໄໝແຫ່ງຂະບວນລົດໄຟ&.6, ປັດຈຸບັນນີ້ bຂະບວນລ້ານຊ້າງc ທີ່ ໄດ້ແລ່ນວ່ອງໄວນັ້ນ ໄດ້ກາຍເປັນ bນາມບັດc ຫລື ເປັນສິ່ງເອກອ້າງ ຂອງລາວ, ໄດ້ເປັນກຳລັງແຮງປະ ກອບສ່ວນເຂົ້າໃນການພັດທະນາ ດ້ານເສດຖະກິດ-ສັງຄົມ ຂອງ ສອງປະເທດລາວ ແລະ ຈີນ ແລະ ເປັນສັນຍະລັກດ້ານມິດຕະພາບ ຂອງສອງປະເທດລາວ-ຈີນ. ການທີ່ ບໍລິສັດ $RR$ ຈັດກິດຈະກໍາ ວາງສະແດງວັດທະນະທໍາທາງ ລົດໄຟ ທີ່ສະຖານີນະຄອນຫລວງ ວຽງຈັນ ໄດ້ສະແດງໃຫ້ເຫັນເຖິງ ເຕັກນິກຜະລິດລົດໄຟລົດລາງ ແບບທັນສະໄໝໃນໂລກ, ປະຊາ ຊົນລາວສາມາດສຳຜັດກັບເຕັກ ນິກລົດໄຟລົດລາງ ແລະ ວັດທະນະ ທຳລົດໄຟທີ່ທັນສະໄໝແບບໃກ້ໆ. ພ້ອມນີ້ ທ່ານນາງ ວິໄລຄຳ ໂພສາ ລາດ ຍັງໄດ້ສະແດງຄວາມຫວັງວ່າ ທາງລົດໄຟລາວ-ຈີນ ຈະພັດທະນາ ຢ່າງຮຸ່ງເຮືອງ ແລະ ມີວິສາຫະກິດ ຈີນ ນັບມື້ນັບເພີ່ມຂຶ້ນ, ປະກອບ ສ່ວນເຂົ້າໃນການພັດທະນາກິດຈະ ການທາງລົດໄຟຂອງລາວ ໂດຍ ການໝູນໃຊ້ທ່າແຮງຂອງຕົນທາງ ດ້ານເຕັກນິກ ແລະ ການບໍລິຫານ. ສູນວາງສະແດງວັດທະນະ ທຳທາງລົດໄຟ ໄດ້ດຶງດູດໃຫ້ຜູ້ ໂດຍສານຈໍານວນຫລາຍເຂົ້າມາ ຊົມ ແລະ ຖ່າຍຮູບກັບຫຸ່ນຈຳລອງ ຂອງລົດໄຟ, ເຮັດໃຫ້ເຂົາເຈົ້າສຳຜັດ ກັບມົນສະເໜ່ດ້ານເຕັກໂນໂລຊີ ຂອງຂະບວນລົດໄຟລົດລາງໃກ້ໆ. ທ້າວ ລາສີ ທຳມະວົງສາ ນັກສຶກສາປີ 4 ມະຫາວິທະຍາໄລ ແຫ່ງຊາດລາວ ໄດ້ກ່າວວ່າ: bນີ້ ເປັນເທື່ອທໍາອິດທີ່ໄດ້ເຫັນລົດໄຟ ທັນສະໄໝຫລາຍປະເພດ ຮູ້ສຶກ ວ່າໄດ້ຕື່ນຕາຕື່ນໃຈc ເຊິ່ງເຮັດໃຫ້ ເຮົາໄດ້ຮັບຮູ້ກ່ຽວກັບລົດໄຟແຕ່ ລະປະເພດຫລາຍຂຶ້ນ. ຄົນໄທ (2iV8enCin)ເຊິ່ງ ເປັນຜູ້ທີ່ມັກຮັກກ່ຽວກັບລົດໄຟ ທີ່ ເດີນທາງມາຈາກປະເທດໄທເພື່ອ ມາຊົມ ສູນວາງສະແດງວັດທະນະ ທຳທາງລົດໄຟ ໄດ້ກ່າວວ່າ: ໄດ້ມາ ທ່ອງທ່ຽວຢູ່ສປປ ລາວ ແລະ ໄດ້ນັ່ງລົດໄຟbຂະບວນລ້ານຊ້າງc ແລ້ວຫລາຍຄັ້ງ, ອຸປະກອນຕ່າງໆ ໃນລົດໄຟທັນສະໄໝຫລາຍ, ຕູ້ ລົດໄຟສະບາຍຫລາຍ, ໄດ້ສ້າງ ຄວາມປະທັບໃຈແກ່ຕົນເອງ ແລະ ຫວັງວ່າປະເທດໄທກໍຈະມີລົດໄຟ ທັນສະໄໝໃນໄວໆນີ້} bຂະບວນລ້ານຊ້າງc &.6 ໃນ ເສັ້ນທາງລົດໄຟລາວ-ຈີນໄດ້ຜະລິດ ໂດຍບໍລິສັດ $RR$ ພາຍໃຕ້ການ ຈັດຕັ້ງຂອງບໍລິສັດທາງລົດໄຟ ລາວ-ຈີນ, ເຊິ່ງຂະບວນລົດໄຟແບບ ນີ້ແມ່ນໄດ້ອອກແບບສະເພາະ ໂດຍ ອີງຕາມສະພາບແວດລ້ອມ-ທຳມະ ຊາດຂອງລາວ, ເງື່ອນໄຂດ້ານສະ ພາບເສັ້ນທາງ ແລະ ວັດທະນະທຳ ທ້ອງຖິ່ນ, ຄວາມໄວສູງສຸດໃນການ ແລ່ນລົດໄຟແມ່ນ 160 ກິໂລແມັດ ຕໍ່ຊົ່ວໂມງ, ມີຈຸດພິເສດຕ່າງໆເຊັ່ນ: ມີເຕັກນິກທີ່ທັນສະໄໝ, ມີຄວາມ ປອດໄພ ແລະ ເຊື່ອຖືໄດ້, ສາມາດ ບັນຈຸຜູ້ໂດຍສານຈໍານວນຫລາຍ ແລະ ນັ່ງໄດ້ສະບາຍ. ທ່ານ ວົງທອງ ສຸພັນທອງ ຮອງຫົວໜ້າວິສະວະກອນໃຫຍ່ບໍ ລິສັດທາງລົດໄຟລາວ-ຈີນ ຈໍາກັດ ໄດ້ໃຫ້ຮູ້ວ່າ: bຂະບວນລ້ານຊ້າງc &.6 ໄດ້ດໍາເນີນການມາເປັນ ເວລາໜຶ່ງປີກວ່າ, ດ້ວຍຈຸດພິເສດ ທີ່ປອດໄພ, ສະດວກວ່ອງໄວ, ສະ ອາດ ແລະ ນັ່ງໄດ້ສະບາຍ, ເຮັດ ໃຫ້ລົດໄຟໄດ້ຮັບຄວາມນິຍົມຫລາຍ ຈາກປະຊາຊົນລາວ, ເປັນວິທີ ເດີນທາງລຳດັບທຳອິດຂອງ ຄົນທັງຫລາຍ ໃນເວລາຕ້ອງ ການຈະອອກເດີນທາງ, ມາຮອດ ປັດຈຸບັນນີ້, ຂະບວນລົດໄຟໄດ້ແລ່ນ ຢ່າງປອດໄພເປັນເວລາ 563 ມື້, ໄດ້ຂົນສົ່ງຜູ້ໂດຍສານຫລາຍກວ່າ 2.631.800 ເທື່ອຄົນ. ທ່ານ ຫວັງອ່ານ ອຳນວຍການ ປະຕິບັດຂອງ ບໍລິສັດ $RR$ ໄດ້ ໃຫ້ຄວາມເຫັນວ່າ: bຂະບວນລ້ານ ຊ້າງc ເປັນຜົນສຳເລັດດ້ານການ ຮ່ວມມືມິດຕະພາບລະຫວ່າງຈີນ ແລະ ລາວ, ຫວັງວ່າbສູນວາງສະ ແດງວັດທະນະທຳທາງລົດໄຟc ຈະເປັນຕົວເຊື່ອມສາຍສຳພັນ, ສະ ແດງໃຫ້ເຫັນເຖິງຜົນສຳເລັດດ້ານ ການຮ່ວມມືລະຫວ່າງຈີນ ແລະ ລາວ ໃຫ້ດີຂຶ້ນກວ່າເກົ່າ, ດຶງດູດ ໃຫ້ປະຊາຊົນສ້າງຄວາມຮູ້ຄວາມ ເຂົ້າໃຈກ່ຽວກັບ ຜະລິດຕະພັນຄົມ ມະນາຄົມລະບົບລາງ ແລະ ວັດທະ ນະທຳລົດໄຟ, ເພີ່ມພູນຄູນສ້າງ ການແລກປ່ຽນ ແລະ ມິດຕະພາບ ລະຫວ່າງປະຊາຊົນສອງຊາດ. ໃນຖານະເປັນຜູ້ຜະລິດອຸປະ ກອນຄົມມະນາຄົມລະບົບລາງ, ບໍ ລິສັດ $RR$ ຍຶດໝັ້ນມະໂນພາບ ທີ່ຕັ້ງໝັ້ນໃນທ້ອງ ຖິ່ນ ແລະ ປະ ກອບສ່ວນເຂົ້າໃນທ້ອງຖິ່ນ, ຈະ ຮັບໃຊ້ເສັ້ນທາງລົດໄຟລາວ-ຈີນ, ການພັດທະນາຂອງເສດຖະກິດ- ສັງຄົມຂອງລາວ ກໍຄືປະຊາຊົນ ລາວໃຫ້ດີສະເໝີຕົ້ນສະເໝີປາຍ. ບໍລິສັດ $RR$ ເປັນຜູ້ ສະໜອງອຸປະກອນຄົມມະນາຄົມ ລະບົບລາງຂະໜາດໃຫຍ່ ແລະ ມີ ອຸປະກອນຫລາຍປະເພດ ແລະ ກໍາ ໄດ້ເຕັກໂນໂລຊີໃນແຖວນໍາໜ້າ ຂອງໂລກ, ສູນວາງສະແດງວັດທະ ນະທຳລົດໄຟທີ່ສ້າງຕັ້ງຂຶ້ນໃນສະ ຖານີນະຄອນຫລວງວຽງຈັນ ຂອງ ທາງລົດໄຟລາວ-ຈີນ ເປັນສູນວາງ ສະແດງວັດທະນະທຳລົດໄຟ ທຳ ອິດທີ່ບໍລິສັດ $RR$ ໄດ້ສ້າງ ຕັ້ງຂຶ້ນໃນທົ່ວໂລກ, ເປັນປ່ອງຢ້ຽມ ສໍາລັບການວາງສະແດງເຕັກນິກ ແລະ ວັດທະນະທຳກ່ຽວກັບຄົມ ມະນາຄົມລະບົບລາງ ໃຫ້ແກ່ປະ ຊາຊົນແລະ ໄດ້ກ່າຍຂົວຕໍ່ທີ່ສໍາຄັນ ສໍາລັບການແລກປ່ຽນວັດທະນະທໍາ ລົດໄຟລະຫວ່າງສອງປະເທດ ສປປ ລາວ ແລະ ສປ ຈີນ. Á່າ– –າŽ ວ«Æ ͦ ©ພາÃາດ ¢ອŽÃດÅ •¤–Ê ”‹Ç ¤‘ວŽ ’Áຂ Á່າ– ÃວÆ ŽÊ ຜÌອÏ ¦–ວ’‹າ–ª ’່ ບÃÄ Æ ດÅ ÁາŽÃດÊ «œÃາວ –Ç າÄ ‹ດÅ Á່າ– ວŽÅ ອ່າ– ອາÄ –ວ’‹າ–˜¤”ບÆ ດÅ ຂອŽ ບÃÄ Æ ດÅ $33$

RkJQdWJsaXNoZXIy MTc3MTYxMQ==