xtgmf]k; 6 22/06/2023 glf4tdfy {l'a 7,q glu ,0tspkp,tsklk,a d7u mq j ;x;'-q oma '-kf rkp.8h dkooerk0v'ra d mvj 'mPj ;cfowd ©ດຍ ພະາ ໂດຍ: ມາລີດາ dkg2c-[0v'vhkpcf'[=]ydkog4y'gInvo dh5ps]yo fyocfocsj' r6 zk c,joE * ຄ້ອຍຄໍ່າຍາມແລງ ເວລາ 4 -5 ໂມງ ມີອີກໜຶ່ງພາບເປັນຄວາມຊົງ ຈໍາຂອງປະຊາຊົນໃນຂອບເຂດບ້ານ ເມືອງນ້ອຍ, ບ້ານ ຊຽງດາ ທີ່ເຫັນກັນ ຈົນ ຂຸ້ນ ເຄີຍນັ້ນ ກໍ ຄື ຜູ້ ເຖົ້າ, ເດັກນ້ອຍ ລວມທັງຄົນໄວໜຸ່ມສາວ ພາກັນລັດຊື້ ເຄື່ອງດື່ມທີ່ສົດຊື່ນຈາກ ລົດຈັກສາມ ລໍ້ຂາຍ ນໍ້າກາ ເຟອ້າຍ ແດງ ຂາ ປະ ຈໍາ ເຈົ້າເກົ່າ ທີ່ຫລາຍຄົນຄອຍຖ້າ ເຖິງວ່າ * ຄົນກັບທໍາມະຊາດ, ທໍາມະ ຊາດກັບບັນດາສິ່ງມີຊີວິດ ຕິດພັນກັນ ແກະບໍ່ອອກ. ພູຜາປ່າໄມ້ ແມ່ນໍ້າລໍາເຊ ເວລາໃດກໍ່ເປັນຄຸນແກ່ສິ່ງມີຊີວິດ, ໃນ ນັ້ນ ລວມທັງມະນຸດມະນາຕາດໍາໆ ພວກ ເຮົາ. ກຸ້ຍຫລິນ ເມືອງແຫ່ງພູຜາ- ແມ່ນໍ້າ ອັນສຸດສວຍງາມຕາເວລາໄດ້ ເຫັນຍາມໃດກໍ່ເບີກບານຈິດໃຈບໍ່ອາດ ພັນລະນາໄດ້ໝົດຄວາມຮູ້ສຶກ. ກຸ້ຍຫລິນ ເປັນນະຄອນໜຶ່ງ ເຊິ່ງ ຕັ້ງຢູ່ທາງທິດຕາເວັນອອກສຽງເໜືອ ຂອງເຂດປົກຄອງຕົນເອງ ເຜົ່າຈ້ວງ ກວາງຊີທາງທິດໃຕ້ຂອງ ສປ ຈີນ. ກຸ້ຍຫລິນ ຂຶ້ນຊື່ລືນາມ ເລື່ອງທິວທັດ ທໍາມະຊາດສວຍງາມມາແຕ່ດົນນານ, ເປັນໜຶ່ງໃນຈໍານວນສະຖານທີ່ທ່ອງ ທ່ຽວທີ່ໄດ້ຮັບຄວາມນິຍົມແຖວໜ້າ ຂອງ ສປ ຈີນ, ປະຊາຊົນອາໄສໃນນະ ຄອນແຫ່ງນີ້ສ່ວນຫລາຍແມ່ນຄົນຊົນ ເຜົ່າຈ້ວງ. ເມື່ອເວົ້າເຖິງ ກຸ້ຍຫລິນ, ຄົນຈີນໃຫ້ຊື່ວ່າ ສະຫວັນບົນໂລກ ຫລື ຊື່ໄຫວເຖົາຫຍວນ. ເຄີຍມີຄໍາຊ່າລືກັນ ວ່າ ຖ້າຈິດຕະກອນຜູ້ໃດບໍ່ທັນໄປກຸ້ຍ ຫລິນ ກໍ່ຈະບໍ່ສາມາດແຕ້ມຮູບທໍາມະ ຊາດຢ່າງສວຍງາມໄດ້ (ວ່າຊັ້ນ). ຜູ້ຂຽນໄດ້ມີໂອກາດໄປຢ້ຽມຢາມ ນະຄອນກຸ້ຍຫລິນ ເປັນເທື່ອທໍາອິດ ໃນ ລະຫວ່າງວັນທີ 6-8 ມິຖຸນາ 2023 ຫາກໍ່ຜ່ານມານີ້, ໂອກາດເຂົ້າຮ່ວມກອງ ປະຊຸມສື່ມວນຊົນ ຄູ່ຮ່ວມມືຈີນ-ອາຊຽນ 2023 ຈັດຂຶ້ນທີ່ນະຄອນໜານໜິງ ໂດຍວິທະຍຸ ແລະ ໂທລະພາບສູນກາງ ຈີນ (CMG) ແລະ ເຂດປົກຄອງຈ້ວງ ກວາງຊີ. ພາຍຫລັງສໍາເລັດກອງປະ (ຕອນ: ປະທັບໃຈ ໜອງກຸ້ຍ ແລະ ຊ່ານ) ຊຸມເປັນທາງການ ໃນຕອນເຊົ້າວັນທີ 6 ມິຖຸນາ2023, ຄະນະສື່ມວນຊົນ ຈາກປະເທດສະມາຊິກອາຊຽນ ໄດ້ທະ ຍອຍກັນອອກຈາກໂຮງແຮມ ແກຣນ ເມ ໂຕຣ ພÐາກ ໜານໜິງ ໃນເວລາ ປະ ມານບ່າຍ 2 ໂມງ ເພື່ອໄປເຄື່ອນໄຫວ ຕາມແຜນຂອງເຈົ້າພາບເປັນສອງກຸ່ມ ເຊິ່ງກຸ່ມຄະນະນໍາສື່ແມ່ນມຸ່ງສູ່ນະຄອນ ກຸ້ຍຫລິນ ດ້ວຍລົດໄຟຄວາມໄວສູງ. ເດີນທາງຮອດນະຄອນກຸ້ຍຫລິນ ເປັນເວລາຄ້າຍແລງ ບ່າຍ 5 ໂມງ 40, ທ້ອງຟ້າຄ້ອຍຄໍ່າຍາມແລງຍັງແຈ້ງສະ ຫວ່າງດີ, ພາຍຫລັງໄປເຖິງບ່ອນພັກ ເອົາເຄື່ອງຂອງຂຶ້ນຫ້ອງແລ້ວ ຄະນະກໍ່ ພ້ອມກັນໄປຮັບປະທານອາຫານແລງ ຢູ່ຮ້ານອາຫານແຫ່ງໜຶ່ງໃກ້ກັບໂຮງ ແຮມ ກຸ້ຍຫລິນ ບຣາໂວ (GuJlJn #raWo )otel). ພາຍຫລັງເສັດສິ້ນຄາບເຂົ້າ ແລງແລ້ວ, ເຈົ້າພາບ ໂດຍຄະນະໂຄສະ ນາອົບຮົມນະຄອນກຸ້ຍຫລິນ ກໍ່ໄດ້ນໍາ ພາຄະນະພວກເຮົາຂີ່ເຮືອທ່ຽວໜອງ ຊົມພາບຍາມຄໍ່າຄືນ ວິຖີຊີວິດ ແລະ ທໍາ ມະຊາດສອງຝາກແຄມໜອງໃຫຍ່ ຊື່ ກຸ້ຍ ແລະ ຊ່ານ. ພາບແສງໄຟຟ້າສະ ທ້ອນໜ້ານໍ້າ ເປັນລະຍິບລະຍັບສຸດທີ່ ສວຍງາມ, ດົນໆເຮືອໄດ້ລອດຂົວທີ່ມີ ສີສັນແຕກຕ່າງກັນ (20 ກວ່າຂົວ), ພື້ນ ຂົວບາງບ່ອນ ມີການສະຫລັກອັກສອນ ຈີນ ທີ່ມີຄວາມໝາຍຫລາຍຢ່າງ, ບາງ ບ່ອນມີຮູບແຕ້ມ, ບາງບ່ອນເຮັດຄືດັ່ງ ໃນຖໍ້າທີ່ມີຫີນຍ້ອຍ...ສວຍງາມ. ຕາມ ຍ່ານທາງນໍ້າທີ່ທຽວເຖິງ, ເຮືອນັກ ທ່ອງທ່ຽວ ສວນໄປມາ ເຮັດໃຫ້ນໍ້າໜອງ ມີຄື້ນຟອງພໍປະມານ ອັນເປັນສີສັນ ໂດຍ ທໍາມະຊາດ ເວລານໍ້າຖືກກະທົບຈາກ ສິ່ງວັດຖຸຂະໜາດໃຫຍ່ທີ່ຂຶ້ນ-ລ່ອງ. ພິເສດໃນຍາມຄໍ່າຄືນ ໄດ້ມີການສະແດງ ການຫາປາແບບບູຮານ ຂອງປະຊາ ຊົນຖິ່ນຖານແຫ່ງນີ້ ຄື ການໃຊ້ນົກເປັດ ໃຫຍ່ຫາປາ ໂດຍເຈົ້າຂອງລໍຖ້າຢູ່ແພ ໄມ້ປ່ອງ, ປ່ອຍເປັດ ແລ້ວເອົາໄມ້ຖໍ່ຟາດ ໜ້ານໍ້າ ແລະ ໂຫຍ້ມແພ ເພື່ອໃຫ້ປາແຕກ ຕື່ນ, ເປັດມຸດຫາເອົາປາຄາບຂຶ້ນມາ ເທິງແພແລ້ວ ເຈົ້າຂອງກໍ່ຈົກເອົາປາ ຈາກປາກນົກເປັດນໍ້ານັ້ນ ເຊິ່ງຄວາມ ຈິງແມ່ນເຈົ້າຂອງເປັດໄດ້ໃສ່ປອກ ຫລື ມັດຄໍມັນຮັດເຂົ້າເລັກນ້ອຍ ເພື່ອບໍ່ໃຫ້ ມັນກືນປາເວລາຄາບໄດ້. ແຕ່ກ່ອນໄດ້ ເຫັນແຕ່ໃນຂ່າວ, ສາລະຄະດີໂທລະ ພາບ...ໄດ້ມາເຫັນກັບຕາ ຈຶ່ງຮູ້ວ່າພູມ ປັນຍາຂອງມະນຸດນັ້ນ ມັນຈັ່ງແມ່ນ ຫລາກຫລາຍ. ຢູ່ນະຄອນກຸ້ຍຫລິນ ການ ສະແດງຫາປາ ໂດຍໃຫ້ນົກເປັດໃຫຍ່ ມຸດເອົາປານັ້ນ ຖືເປັນເອກະລັກໜຶ່ງເຊິ່ງ ໄດ້ມີຢູ່ຫລາຍເຂດແມ່ນໍ້າ ແລະ ໜອງ. ປັດຈຸບັນ ຮູ້ວ່າວິທີຫາປາ ແບບດັ້ງເດີມ ໄດ້ກາຍມາເປັນການສະແດງ ເພື່ອໃຫ້ ນັກທ່ອງທ່ຽວໄດ້ຊົມ, ສ້າງລາຍຮັບທີ່ ຍືນຍົງໃຫ້ແກ່ປະຊາຊົນທີ່ມີສ່ວນຮ່ວມ. ໂດຍສະເພາະຕາມລໍານໍ້າຫລີຈ່ຽງນໍ້າ ສາຍໃຫຍ່ຂອງກຸ້ຍຫລິນ ໄດ້ມີກິດຈະ ກໍາການສະແດງເອົານົກເປັດຫາປາ ຢູ່ຫລາຍບ່ອນປະທັບໃຈອີຫລີ. ກັບຄືນມາເວົ້າເຖິງໜອງໃຫຍ່ໃນ ນະຄອນກຸ້ຍຫລິນ ຄື ໜອງຊານ ຫລື ຊານຫູ ຍັງມີສິ່ງປຸກສ້າງເກົ່າແກ່, ກໍາ ແພງເມືອງບູຮານ ແລະ ຕົ້ນໄມ້ອາຍຸຍືນ ທີ່ຍັງຖືກຮັກສາໄວ້ ໃຫ້ພວກເຮົາໄດ້ຊົມ. ສິ່ງປຸກສ້າງບູຮານອັນມະຫັດສະຈັນ ສວຍງາມ ຍັງມີວັດບູຮານ (Sun anE Moon pagoEaT) ຈອມແຫລມຮູບ ທາດຕາມແບບສະຖາປັດຕະຍະກໍາຈີນ ດັ້ງເດີມ ສູງປະມານສີ່ສິບແມັດສອງ ຫລັງຕັ້ງສູງສະຫງ່າຜ່າເຜີຍຢູ່ກາງ ໜອງອັນກວ້າງໃຫຍ່ທີ່ງຽບສະຫງົບ. ແສງໄຟຍາມກາງຄືນ ສ່ອງສະທ້ອນ ຈາກແຕ່ລະຊັ້ນຂອງວັດອອກມາ ຫາ ໜ້ານໍ້າ ເວລາມີຄື້ນຟອງສ່ອງແສງ ລະຍິບລະຍັບສວຍງາມປະທັບໃຈຫາ ສິ່ງໃດປຽບບໍ່ໄດ້. ຢູ່ລຽບຕາມແຄມ ໜອງມີອາຄານເຮືອນຊານບ້ານຊ່ອງ ທັນສະໄໝສະຫລັບສິ່ງປຸກສ້າງສິລະ ປະດັ້ງເດີມຈີນ, ມີຖະໜົນລຽບອ້ອມ ໜອງ ທີ່ມີຕົ້ນໄມ້ຂຽວງາມອຸ່ມທຸ່ມຊື່ນ ຕາຊື່ນໃຈ, ອໍານວຍໃຫ້ປະຊາຊົນທີ່ອາ ໄສໄດ້ໃຊ້ເປັນບ່ອນພັກຜ່ອນ, ຫັດກາຍ. ປະການສໍາຄັນ ແມ່ນການບໍລິຫານຈັດ ການສະພາບແວດລ້ອມ, ນໍ້າໃນໜອງ ບໍ່ມີກິ່ນເໝັນ, ມີການຮັກສາຕົ້ນໄມ້ ຫລາກຫລາຍພັນ ລຽບຕາມແຄມໜອງ ໂດຍສະເພາະເຫັນຫລາຍຄືໄມ້ບ້ານ ເຮົາແມ່ນຕົ້ນໄຮນ້ອຍ ທີ່ມີຍອຍຢ່ອນ ຊາມຊະ, ບາງຕົ້ນເກົ່າແກ່ອາຍຸຫລາຍ ພັນປີ. ຈະທ່ອງທ່ຽວໜອງຊານ (ຊານຫູ) ກໍ່ຄືໜອງກຸ້ຍ ຫລື ກຸ້ຍຫູ (ຄວາມຈິງຢູ່ ກຸ້ຍຫລິນ ມີ 4 ໜອງໃຫຍ່ ເປັນແຫລ່ງ ທ່ອງທ່ຽວທີ່ຂຶ້ນຊື່ລືນາມໄກ ຄື: ໜອງ ຫລົງ ຫລື ຫລົງຫູ, ໜອງຊານ ຫລື ຊ່ານ ຫູ, ໜອງຣົງ ຫລື ຣົງຫູ ແລະ ໜອງກຸ້ຍ ຫລື ກຸ້ຍຫູ) ໃຫ້ໄດ້ອັດຖະລົດທັງໝົດຄົບ ຖ້ວນຈະຕ້ອງໃຊ້ເວລາພໍສົມຄວນອາດ ເປັນຫລາຍມື້ ເພື່ອໃຫ້ຮູ້ໄດ້ຢ່າງເລິກ ເຊິ່ງ. ຄະນະສື່ມວນຊົນອາຊຽນ ລ້ວນ ຕື່ນເຕັ້ນສະແດງອອກຜ່ານສີໜ້າທ່າ ທາງ ເພາະຫລາຍທ່ານຫາກໍ່ໄດ້ມາ ຢ້ຽມຢາມກຸ້ຍຫລິນເປັນຄັ້ງທໍາອິດ, ທຸກຄົນຖ່າຍຮູບ ເກືອບວ່າທຸກຊັອດບັນ ດາຍ່ານຂອງການເດີນທາງເຮືອທີ່ ລ້ວນມີຄວາມໜ້າສົນໃຈຕະຫລອດ ທາງ. ທ່ຽວຊົມສົມໃຈ ກໍ່ໄດ້ເວລາກັບ ທີ່ພັກ ເພື່ອເອົາແຮງໄວ້ໄປລ່ອງນໍ້າຫລີ ຈ່ຽງ ໃນມື້ອື່ນເຊົ້າ. ພາຍຫລັງລົງເຮືອ, ຄະນະຜູ້ແທນທັງສື່ອາຊຽນ ແລະ ເຈົ້າພາບ ກໍ່ທະຍອຍກັນເຂົ້າຫ້ອງນອນ ໃຜລາວອັດປະຕູງຽບ ໃນເວລາ 21 ໂມງປາຍ. ໃນ ບໍລິ ເວນ ນີ້ ຈະ ມີ ຮ້ານຂາຍ ນໍ້າຕາມ ແຄມທາງຢ່າງຫລວງຫລາຍ, ແຕ່ກໍ່ຖ້າ ວ່າຮ້ານອ້າ ຍ ເພີ່ນ ທີ່ເປັນ ຮ້ານໜຶ່ງທີ່ ສາມາດຄອງໃຈປະຊາຊົນເຂດນີ້ໄດ້ ຍ້ອນການບໍລິການທີ່ດີ, ຍິ້ມແຍ້ມແຈ່ມ ໃສ, ເວົ້າຈາສຸພາບ ນໍ້າກໍມີຫລາຍແບບ ໃຫ້ ເລືອກລົດ ຊາດ ກໍ່ ແຊບ ຊ້ອຍ, ເຂັ້ມ ຂຸ້ນຫອມຫວານກິນແລ້ວຮັບຮອງວ່າ ຖືກໃຈແນ່ນອນ ໂດຍສະເພາະແມ່ນນໍ້າ ໂກໂກ້ ບໍ່ວ່າຈະກິນໃສ່ໝາກຕາວ, ວຸ້ນ ດໍາ, ຫລື ໄຂ່ມຸກກໍ່ເຂົ້າກັນໝົດ. ອ້າຍ ແດງ ວົງສົດ ປັດຈຸບັນຢູ່ບ້ານ ຊຽງດາ ເມືອງໄຊເສດຖາ ນະຄອນ ຫລວງວຽງຈັນ ເວົ້າ ສູ່ ຟັງ ວ່າ: ກ່ອນ ຈະມາເຮັດອາຊີບນີ້ກໍໄດ້ເຮັດຫລາຍອາ ຊີບມາແລ້ວ ແຕ່ກໍ່ບໍ່ປະສົບຜົນສໍາເລັດ ແລະ ຍັງເປັນໜີ້ເປັນສີນເພີ່ມຂຶ້ນຫລາຍ ເທົ່າ ຈາກໜີ້ຫລັກສິບ, ຫລັກສາວລ້ານ ເພີ່ມຂຶ້ນເປັນ 40-50 ລ້ານຢ່າງໄວວາ ເມື່ອເຮົາມີໜີ້ ບໍ່ຮູ້ຈະເຮັດແນວໃດເພື່ອ ຫາເງິນມາໃຊ້ໜີ້ ຈຶ່ງຄິດອອກວ່າ ເມື່ອ ກ່ອນເຄີຍໄປຢູ່ໄທ ແລະ ເຫັນເຂົາຂາຍ ນໍ້າໂດຍໃສ່ລົດຈັກເລາະຂາຍຕາມບ້ານ ແລະ ເຫັນວ່າໄດ້ຂາຍດີ ຈຶ່ງປຶກສາກັນ ກັບເມຍແລ້ວຕັດສິນໃຈເຮັດອາຊີບນີ້ ແຕ່ປີ 2016 ໂດຍເລີ່ມຂາຍມື້ທໍາອິດລົງ ທຶນ 200.000 ກີບ ຫັກຕົ້ນທຶນແລ້ວ ເຫລືອ 80.000 ກີບ ກໍໄດ້ດີສົມຄວນ. ດັ່ງນັ້ນ, ຈຶ່ງເລີ່ມພັດທະນາລົດຊາດນໍ້າ ຂຶ້ນເລື້ອຍໆຈາກການແນະນໍາຂອງລູກ ຄ້າກໍມີການປັບສູດມາເລື້ອຍໆ ຈົນໄດ້ ນໍ້າ ທີ່ ແຊບຄື ທຸກ ມື້ ນີ້ ຈົນ ຫລາຍໆຄົນ ກໍ່ກາຍເປັນຂາປະຈໍາເລີຍ ກໍຍ້ອນ ຕິດ ໃຈໃນລົດຊາດ ແລະ ການບໍລິການທີ່ດີ ທີ່ ປະ ຕິບັດ ຕໍ່ລູກ ຄ້າ ບໍ່ວ່າ ຈະ ເປັນ ເດັກ ນ້ອຍ ຫລື ຜູ້ໃຫຍ່ ກໍຕ້ອງໃຫ້ກຽດເຂົາ ເຈົ້າ ຈຶ່ງ ເຮັດ ໃຫ້ ລູກ ຄ້າ ນິຍົມ ຊົມ ຊອບ ແລະ ພາກັນ ເອີ້ນຮ້ານກາເຟອ້າຍແດງ ຈົນເປັນທີ່ມາຂອງຊື່ຮ້ານດັ່ງທຸກມື້ນີ້. ສໍາລັບການ ຂາຍ ນໍ້າ ແມ່ນ ເລາະຂາຍ ພາຍ ໃນບ້ານ ເມືອງ ນ້ອຍ ແລະ ບ້ານ ຊຽງດາ ແຕ່ 11 - 17 ໂມງ ເຊິ່ງນໍ້າ ທີ່ ຂາຍ ກໍ ຈະ ມີ ກາ ເຟນົມເຢັນ, ໂອວັນ ຕິນ, ໂກໂກ້, ຊະໂລ, ຊາຂຽວ, ຊານົມ, ນໍ້າເຜືອກ ແລະ ອື່ນໆ ລາຄາເລີ່ມຕົ້ນ 6.000 ຫາ 15.000 ກີບ ສະເລ່ຍ ມື້ໜຶ່ງ ສາມາດຂາຍ ໄດ້ 2.500.000 ກີບ ຖ້າ ຫັກ ຕົ້ນ ທຶນ ແລ້ວກໍ ເຫລືອ 800.000-900.000 ກີບຕໍ່ມື້ . ອ້າຍ ແດງ ເວົ້າຕື່ມວ່າ: ພາຍຫລັງ ທີ່ເຮັດອາຊີບນີ້ເຮັດໃຫ້ຊີວິດການເປັນ ຢູ່ດີ ຂຶ້ນ ຫລາຍສາມາດ ປົດໜີ້ປົດ ສິນ ໄດ້ສໍາເລັດສາມາດຊື້ລົດໃຫຍ່ 1 ຄັນ, ສ້າງ ເຮືອນ ຢູ່ ໄດ້ໜຶ່ງຫລັງ ເຖິງບໍ່ ຫລູ ຫລາ ແຕ່ກໍ່ພໍໄດ້ຊົ້ນແດດຊົ້ນຝົນ ແລະ ອື່ນໆອີກ ເຊິ່ງທັງໝົດນີ້ ແມ່ນ ຄວາມ ພາກພູມ ໃຈ ເພາະ ທຸກ ສິ່ງ ທຸກ ຢ່າງ ສ້າງ ຈາກ ເຫ ອ ແຮງຂອງ ສອງຜົວ ເມຍທີ່ຮ່ວມແຮງຮ່ວມໃຈຊ່ວຍເຫລືອ ເຊິ່ງກັນ ແລະ ກັນ ຈົນຄອບຄົວມີການ ພັດທະນາຂຶ້ນເລື້ອຍໆດັ່ງທຸກມື້ນີ້. ເອົາ ເປັນ ວ່າ ທ່ານ ໃດ ສົນ ໃຈ ຢາກ ໄດ້ ເຄື່ອງ ດື່ມ ແຊບ ສໍາລັບ ງານລ້ຽງ, ງານ ສັງ ສັນ ຕ່າງໆ ສາມາດ ຕິດຕໍ່ພົວ ພັນ ອ້າຍ ແດງ ໄດ້ ທີ່ເບີ 020 5544 0202 ສໍາລັບອອກງານນອກສະຖານ ທີ່ລາຄາເລີ່ມຕົ້ນ ລິດ 45.000 ພັນກີບ.
RkJQdWJsaXNoZXIy MTc3MTYxMQ==