5645

05 xtgmf]k; 37ltok c]t []= dy ko 22/06/2023 ນໍ້າປະປາມີຄຸນຄ່າ ພວກເຮົາຄວນຊ່ວຍກັນປະຢັດ ທຸກທ່ານ ຮູ້ດີວ່າ ì ຂາດນໍ້າ ຄື ຂາດຊີວິດ î ລັດວິສາຫະກິດ ນ້ຳປະປານະຄອນຫຼວງ Nampapa Nakhone Luang ຖ້າພົບເຫັນທໍ່ໍນໍ້າປະປາແຕກ - ຮົ່ວ ຫຼື ມີບັນຫາກ່ຽວກັບນໍ້າປະປາ ນຳພະນັກງານຈົດເລກນໍ້າ-ສົ່ງບິນ ສຳນັກງານໃຫຍ່ ຫຼື ສາຂານໍ້າປະປາ ໃກ້ບ້ານທ່ານ ຜ່ານ Application ທະນາຄານໂດຍກົງ ຜ່ານຕູ້ ATM ຜ່ານເຄື່ອງຮູດບັດ EDC ສຳນັກງານໃຫຍ່ໂພນເຄັງ ສາຍດ່ວນ Call Center 1169 ຊ່ອງທາງການຊຳລະຄ່ານ້ຳປະປາ ທ່ານສາມາດກວດໜີ້ຄ່ານໍ້າປະປາ ແລະ ຂໍ້ມູນອື່ນໆ ຂອງລັດວິສາຫະກິດນໍ້າປະປາໄດ້ຜ່ານທາງ Application Nampapa ພິມຄຳວ່າ nampapa (ສາມາດດາວໂຫຼດຜ່ານທາງ App Store & Play Store) ຫຼື www.nampapalao.com ຫຼື ທ່ານສາມາດຊຳລະຄ່ານໍ້າປະປາຜ່ານບັນຊີທະນາຄານລຸ່ມນີ້ ຊື່ທະນາຄານ: ທະນາຄານ ອິນໂດຈີນ ເລກທີບັນຊີ: 0101000588338 ຊື່ທະນາຄານ: ທະນາຄານ ຮ່ວມພັດທະນາ ເລກທີບັນຊີ: 00110020000002305 ຊື່ທະນາຄານ: ທະນາຄານ ສົ່ງເສີມກະສິກຳ ເລກທີບັນຊີ: 0200-11-0001258 ຊື່ທະນາຄານ: ທະນາຄານ ລາວ-ຫວຽດນາມ ເລກທີບັນຊີ: 01000120000084 ຊື່ທະນາຄານ: ຄັງເງິນແຫ່ງຊາດ ເລກທີບັນຊີ: 47200000.00.99000.5663 ຊື່ທະນາຄານ: ທະນາຄານການຄ້າຕ່າງປະເທດ ເລກບັນຊີ: 010.11.0000247126001 010.11.0000615559001 BCEL One ຊື່ທະນາຄານ: ທະນາຄານ ພັດທະນາລາວ ເລກທີບັນຊີ: 0302000010000113 (ສຳນັກງານໃຫຍ່) 0300100010000059 (ສາຂານະຄອນຫຼວງ) ທາດໄຍຫີນຂາວ ວັດຖຸດິບໜຶ່ງທີ່ຈໍາເປັນໃນອຸດສາຫະກໍາລາວ ທາດໄຍຫີນຂາວ (chrysotile) ແມ່ນກຸ່ມແຮ່ອະນົງຄະທາດຊະນິດໜຶ່ງ ທີ່ເກີດຂຶ້ນຕາມທໍາມະຊາດ ຊຶ່ງມີຄຸນສົມບັດ ທົນທານຕໍ່ຄວາມຮ້ອນ, ທົນທານຕໍ່ແຮງຮຸກຖູ, ແຮງໜີບ, ກັນສຽງ ແລະ ອື່ນໆ ຈຶ່ງມີການນໍາໃຊ້ຢ່າງກວ້າງຂວາງ ມາໄດ້ ຫຼາຍສະຕະວັດແລ້ວ, ສໍາລັບການນໍາໃຊ້ໃນຂະແໜງການອຸດສາຫະກໍາ ໄດ້ເລີ່ມນໍາໃຊ້ມາ 100 ກວ່າປີ ເພື່ອເປັນສ່ວນ ປະສົມໃນການຜະລິດວັດຖຸອຸປະກອນຕ່າງໆ ເປັນຕົ້ນ ປະສົມໃສ່ແຜ່ນກະເບື້ອງມຸງຫຼັງຄາ, ກະ ເບື້ອງແຜ່ນລຽບ, ຊີມັງ, ແຜ່ນຄາດ ແລະ ແຜ່ນເບກລົດ, ເຊືອກ, ເຈັ້ຍ, ແຜ່ນກັນຄວາມຮ້ອນ, ເສື້ອກັນຄວາມຮ້ອນ, ຝາເຮືອນ, ທໍ່ນໍ້າແຮງດັນສູງ, ທໍ່ ສົ່ງອາຍນໍ້າຮ້ອນ, ໝໍ້ຕົ້ມນໍ້າ, ຊິ້ນສ່ວນເຮືອບິນ, ຍານອາວະກາດ, ອຸປະກອນດ້ານການທະຫານ ແລະ ອື່ນໆ. ໃນອົງປະກອບຄຸນລັກສະນະທາງດ້ານວັດຖຸ, ເຄມີ ແລະ ຜົນກະທົບທາງຊີວະພາບທາດໄຍຫີນ (Asbestos) ໄດ້ຈັດແບ່ງ ອອກເປັນ 2 ກຸ່ມຄື: ກຸ່ມ Amphibole ແລະ ກຸ່ມ Serpentine. ທາດໄຍຫີນກຸ່ມແອັມຟີໂບນ(Amphibole)ປະກອບມີ 5 ທາດຄື: Crocidolite, Amosite, Tremolite, Actinolite, ແລະ Anthophyllite. ກຸ່ມແອັມຟີໂບນນີ້ເປັນກຸ່ມທີ່ມີຄວາມເປັນອັນຕະລາຍຮ້າຍແຮງຕໍ່ສຸຂະພາບ ເນື່ອງ ຈາກມີຄຸນລັກສະນະເປັນເສັ້ນໄຍຍາວ ແລະ ແຂງ ທັງສາມາດຕົກຄ້າງໃນປອດທີ່ບໍ່ຍ່ອຍສະລາຍເປັນເວລາຫຼາຍປີ. ປະຈຸ ບັນໄດ້ມີການຫ້າມນໍາໃຊ້ໃນຜະລິດຕະພັນທີ່ຮັບໃຊ້ຊີວິດປະຈໍາວັນຂອງຄົນໃນທົ່ວໂລກ ແຕ່ກໍຍັງມີການນໍາໃຊ້ໃນ ຂົງເຂດວຽກງານການທະຫານ ແລະ ອາວະກາດ. ທາດໄຍຫີນກຸ່ມເຊີເພັນທາຍ(Serpentine)ປະກອບມີ 1 ທາດຄື: Chrysotile (ທາດໄຍຫີນຂາວ) ແມ່ນກຸ່ມທີ່ມີ ຄວາມເປັນອັນຕະລາຍຕໍ່າຕໍ່ສຸຂະພາບ ເນື່ອງຈາກເປັນເສັ້ນໄຍສັ້ນ ແລະ ຮ່າງກາຍສາມາດຍ່ອຍສະລາຍໄດ້, ເມື່ອເຂົ້າສູ່ ປອດຂອງຄົນ ກໍຈະສະລາຍໄດ້ພາຍໃນເວລາ 14 ວັນ,ຊຶ່ງມີຄວາມສ່ຽງ ຕໍ່າຫຼາຍທີ່ຈະກໍ່ໃຫ້ເກີດໂລກມະເຮັງປອດ ແລະ ມະເຮັງເຫຍື່ອຫຸ້ມປອດ ເມື່ອທຽບກັບທາດໄຍຫີນກຸ່ມ Amphibole ທີ່ສາມາດສະສົມໃນປອດເປັນເວລາຫຼາຍປີ ແລະ ເຮັດໃຫ້ເກີດເປັນພະຍາດມະເຮັງເຫຍື່ອຫຸ້ມປອດໃນເວລາ 20 ປີ.ແຕ່ກໍມີຫຼາຍອົງກອນມັກເອົາທາດໄຍຫີນໃນກຸ່ມ Serpentine ຫຼື Chrysotile ໄປລວມກັບທາດໄຍຫີນກຸ່ມ Amphibole ແລ້ວສະຫຼຸບວ່າມີຄວາມເປັນອັນຕະລາຍຄື ກັນ. ໂດຍອີງໃສ່ຂໍ້ມູນ ແລະ ບົດຮຽນການນໍາໃຊ້ທາດໄຍຫີນຂາວຂອງປະເທດທີ່ນໍາໃຊ້ໄຍຫີນຂາວມາເປັນເວລາດົນນານ ກວ່າ 100 ປີຄືປະເທດລັດເຊຍ ແລະ ອີງໃສ່ສະພາບເງື່ອນໄຂຂອງການພັດທະນາເສດຖະກິດ-ສັງຄົມຂອງ ສປປ ລາວ, ປະເທດເຮົາແມ່ນ ຍັງມີເງື່ອນໄຂທີ່ສາມາດນํາໃຊ້ທາດໄຍຫີນຂາວເຂົ້າໃນຂະບວນການຜະລິດໃນຂະແໜງການ ອຸດສາຫະກໍາ ແລະ ຊົມໃຊ້ຜະລິດຕະພັນທີ່ມີສ່ວນປະສົມຂອງທາດໄຍຫີນຂາວໄດ້ເປັນປົກກະຕິຕາມແຈ້ງການຂອງຫ້ອງ ວ່າການສໍານັກງານນາຍົກລັດຖະມົນຕີ ສະບັບເລກທີ 1391/ຫສນຍ, ລົງວັນທີ 16 ສິງຫາ 2019, ເນື່ອງຈາກວ່າ ທາດໄຍຫີນຂາວດັ່ງກ່າວ ແມ່ນກຸ່ມທີ່ມີຄວາມສ່ຽງຕໍ່າທີ່ຈະເປັນອັນຕະລາຍຕໍ່ສຸຂະພາບຂອງຄົນ ເມື່ອທຽບໃສ່ທາດໄຍ ຫີນຂາວກຸ່ມອື່ນໆ . ແຕ່ຄຽງຄູ່ກັນນັ້ນ ກໍຕ້ອງໄດ້ເອົາໃຈໃສ່ຄຸ້ມຄອງ ແລະ ມີມາດຕະການປ້ອງກັນ ໃນເວລາຜະລິດ ແລະ ຊົມໃຊ້ຜະລິດຕະພັນດັ່ງກ່າວໃຫ້ຖືກວິທີ ແລະ ຖືກຕ້ອງຕາມມາດຕະຖານເຕັກນິກ, ທັງນີ້ ກໍເພື່ອບໍ່ໃຫ້ເກີດມີຜົນກະທົບ ທາງລົບທີ່ອາດເປັນອັນຕະລາຍຕໍ່ສຸຂະພາບຂອງກໍາມະກອນຜູ້ທີ່ເຮັດການຜະລິດ ແລະ ປະຊາຊົນຜູ້ຊົມໃຊ້ ເປັນຕົ້ນ ການ ໃສ່ຜ້າອັດປາກ ແລະ ອຸປະກອນໃນລະຫວ່າງເຮັດວຽກທີ່ມີສໍາຜັດກັບຝຸ່ນ, ການນໍາໃຊ້ນໍາເຂົ້າໃນຂະບວນການຜະລິດເພື່ອ ບໍ່ໃຫ້ມີຝຸ່ນຟຸ້ງກະຈາຍ, ແລະ ການຮັກສາຄວາມສະອາດຂອງສະຖານທີ່ເຮັດວຽກ.ຝຸ່ນລະອອງທຸກຊະນິດລ້ວນແຕ່ມີ ຄວາມເປັນອັນຕະລາຍຕໍ່ສຸຂະພາບ ແລະ ອາດກໍ່ໃຫ້ເກີດໂລກເປັນມະເຮັງໄດ້ ຖ້າຫາກຮ່າງກາຍຄົນເຮົາໄດ້ຮັບມັນໃນ ປະລິມານທີ່ຫຼາຍ, ເປັນເວລາດົນ ແລະ ເກີນກວ່າມາດຕະຖານທີ່ໄດ້ກํານົດໄວ້.

RkJQdWJsaXNoZXIy MTc3MTYxMQ==