5645

gfa ffj P;xt8y [a fco;mk'dko8j k'xtgmfla o8y rk[F gvdt]kfF ,y f8trk[ c]t dkoIj ;,,n 1j k'ltg\u 8Q oltg\u xkp 22/06/2023 xtgmf]k; 4 3]d c]t gsfdko ອ່ານຕໍ່ສະບັບໜ້າ ຕໍ່ຈາ‹ໜ້າ [5o[aort-klk,tgoo gxaog;mulbdlkvq[Iq,ly]tmecdj-k;|5j,{gpqk;t-qo 75o'k,7;k,fu mujgxaove,t8t0v'z6hoe 2 xtgmf.odkogrjuj,mt;u c]t rafmtoklkprq;rao]ts;jk' lxx ]k; c]t lxx gdqks]u *ຄັ້ງໜຶ່ງໃນຊີວິດໄດ້ບໍາເພັນ ຕົນສຶກສາພະທໍາຄໍາສັ່ງສອນຂອງ ສໍາມາສໍາພຸດທະເຈົ້າຢ່າງຖ່ອງ ແທ້ໄລຍະອັນສັ້ນ ກໍລ້ວນແຕ່ເປັນ ການສ້າງກຸສົນອັນຍິ່ງໃຫຍ່ໃຫ້ແກ່ ຕົນເອງ ບິດາ-ມານດາ ແລະ ຍາດຕິ ພີ່ນ້ອງຕາມວິຖີຊາວພຸດລາວທີ່ສືບ ທອດປະຕິບັດກັນມາ ເຊິ່ງກຳນົດ ບວດບັນພະຊາສາມະເນນ ແມ່ນບໍ່ໄດ້ ກຳນົດຂ້າງຂຶ້ນ ຫລື ຂ້າງແຮມ ເຊັ່ນ: ການຈັດບຸນບັນພະຊາສາມະເນນ ແລະ ອົມຮົມສິລະທໍາແກ່ຊາວໜຸ່ມເຍົາວະຊົນ ວັດຖິ່ນແກ້ວ ແກ້ວກູ່ປະ ເຊໄຊຍາຣາມ ບ້ານແສງສະຫວ່າງ ເມືອງແກ້ວອຸດົມ ແຂວງວຽງຈັນ ຂອງໂຄງການເມດຕາທໍາ ໂດຍມີພະ ອາຈານ ອະທິປະໄຕ ໄມຕີຈິດ ຫົວ ໜ້າຫ້ອງການອົງການພຸດທະສາ ສະໜາສຳພັນແຫ່ງ ສສປ ລາວ ທັງ ເປັນປະທານໂຄງການເມດຕາທໍາ, ພະອາຈານ ບຸນທະວີ ປະສິດທິສັກ ຫົວໜ້າກຳມາທິການສາທາຣະນຸ ປະການສູນກາງ ອພສ ມີຊາວໜູ່ມເຍົາວະຊົນນັກຮຽນເຂົ້າຮ່ວມ ທັງ ໝົດ 92 ຄົນ. ການຈັດບຸນບັນພະຊາສາມະ ເນນ ແລະ ອົມຮົມ ສີລະທໍາແກ່ຊາວ ໜຸ່ມ-ເຍົາວະຊົນ ເປັນອີກວີທີໜຶ່ງທີ່ ໄດ້ມີໂອກາດອົມຮົມສິລະປະທໍາ ແກ່ ນັກຮຽນ ໃນໄລຍະພັກຮຽນເຮັດໃຫ້ ເຂົາເຈົ້າໄດ້ໃຊ້ເວລາວ່າງໃຫ້ເປັນ ປະໂຫຍດ ທັງເປັນໂອກາດດີສໍາລັບ ພໍ່ແມ່-ຜູ້ປົກຄອງ ແລະ ຜູ້ໄຝ່ໃນບຸນ ທັງຫລາຍຈະໄດ້ເຮັດບຸນຄັ້ງຍິ່ງໃຫຍ່ ຮ່ວມກັນ ເພາະເປັນການສືບຕໍ່ພະ ພຸດທະສາສະໜາອີກທາງໜຶ່ງ ຊຶ່ງ ບຸນບັນພະຊາລວມໝູ່ຄັ້ງນີ້, ມີຊາວ ໜູ່ມ-ເຍົາວະຊົນນັກຮຽນເຂົ້າຮ່ວມ ທັງໝົດ 92 ຄົນ. ພ້ອມນີ້ງານ ດັ່ງກ່າວ ຈະເປັນສ່ວນໜຶ່ງທີ່ສໍາຄັນໃນການ ສຶກສາອົບຮົມແນວຄິດຈິດໃຈ ໃຫ້ ເຂົາເຈົ້າຫັນມາເຊື່ອມຊຶມກໍາແໜ້ນ ດ້ານແນວທາງນະໂຍບາຍ ຂອງພັກ- ລັດ, ຮູ້ປະຕິບັດຕາມຮີດຄອງປະເພ ນີ, ຈະລິຍະທໍາ, ຄຸນນະທໍາ, ຄ່ານິຍົມ ທີ່ດີງາມ ເພື່ອເຮັດໃຫ້ການດໍາລົງຊີ ວິດໃນສັງຄົມມີຄວາມສະຫງົບສຸກ ຮົ່ມເຢັນບົນພື້ນຖານເອົາຫລັກສິລະ ທໍາທາງພຸດທະສາສະໜາເປັນ ບ່ອນອີງ ໃນການປະຕິບັດ. ສໍາລັບ ອານິສົງ ຂອງການບວດ ມີຢູ່ 9 ປະການຄື: ໜຶ່ງ. ເປັນຜູ້ຮູ້ ຈັກການບໍລິຫານເວລາຄືເປັນຜູ້ຮູ້ ກາລະເທສະເຖິງວ່າຊ່ວງເວລາໃນ ການບວດຈະສັ້ນ ແຕ່ຖ້າຕັ້ງໃຈປະຕິ ບັດຢ່າງແທ້ຈິງ ກໍ່ຈະໄດ້ຮັບຄວາມ ສຸກຄວາມສະຫງົບ ຈາກການບໍາ ເພັນສຳມະນະທໍາ; ສອງ. ມີໂອກາດ ໄດ້ສຶກສາຫລັກທຳ ຝຶກວິໄນ ແລະ ເຂົ້າໃຈວັດທະນະທໍາໃນການຢູ່ ຮ່ວມກັນເປັນໜູ່ຄະນະ ຖ້າຕັ້ງໃຈຝຶກ ຝົນອົບຮົມຕົນເອງຢ່າງແທ້ຈິງຕໍ່ ໄປກໍ່ຈະເປັນຄົນມີລະບຽບວິໄນດີ; ສາມ. ຝຶກສໍາມະທິ ທຳຈິດໃຫ້ສະຫງົບ ເຊິ່ງຈະເປັນຜົນດີຕໍ່ການຮຽນ ແລະ ການທໍາງານຕ່າງໆ; ສີ່.ທໍາໃຫ້ມີ ຄວາມອົດທົນບໍ່ຫວັ່ນໄຫວຕໍ່ອຸປະ ສັກໃດໆ, ທໍາໃຫ້ຮູ້ຈັກຕົນເອງຄືຮູ້ວ່າ ຕົນເອງມີຄວາມຮູ້ຄວາມສາມາດ ຄຸນນະທໍາເທົ່າໃດເພື່ອຈະປັບປຸງພັດ ທະນາຕົນເອງໃຫ້ດີຍິ່ງຂຶ້ນ; ຫ້າ. ໄດ້ຊື່ວ່າເປັນຜູ້ລິເລີ່ມຖາກຖາງຫົນ ທາງໄປພະນິພານ ຄື ຜູ້ບວດຍ່ອມໄດ້ ໂອກາດໃນການສະສົມບາລະມີ, ບາລະມີທີ່ເກີດຈາກການອອກບວດ ຕາມຮອຍພະບາດຂອງພະພຸດທະ ເຈົ້າ; ຫົກ. ຜູ້ບວດຍ່ອມໄດ້ບຸນໃຫຍ່ ທີ່ຈະຊ່ວຍປິດອະບາຍ ເປີດຫົນ ທາງສະຫວັນ ແລະ ພະນິພານຕິດ ຕາມຕົວໄປທຸກພົບທຸກຊາດຍາວ ນານເຖິງ 64 ກໍາ; ເຈັດ. ຜູ້ບວດ ແລະ ຜູ້ສະໜັບສະໜູນການບວດ, ເຈົ້າສັດທາບວດຍ່ອມໄດ້ອານິສົງ ຜົນທີ່ໄດ້ຈາກການທໍາຄວາມດີຄື ເປັນຜູ້ທີ່ມີປັນຍາສໍາມະທິສົມບູນ ດ້ວຍໂພຄະສັບ ແລະ ອາລິຍະຊັບຈະ ໄດ້ເກີດໃນດິນແດນທີ່ມີພະພຸດທະ ສາສະໜາຈະເລີນຮຸ່ງເຮືອງໄປ ນັບພົບນັບຊາດບໍ່ຖ້ວນ; ແປດ. ສ້າງ ຜູ້ນໍາທາງສີລະທໍາໃຫ້ເກີດຂຶ້ນໃນປະ ເທດຊາດ ແລະ ສັງຄົມຈະໄດ້ຊ່ວຍ ກັນສືບທອດອາຍຸພຸດທະສາສະໜາ ໃຫ້ຢູ່ຄູ່ປະເທດຊາດ ແລະ ສັງຄົມ ຕະຫລອດໄປ; ເກົ້າ. ສ້າງຄວາມ ຮັກຄວາມສາມັກຄີໃຫ້ເກີດແກ່ພຸດ ທະບໍລິສັດສີ່ ເພື່ອໃຫ້ທຸກພາກສ່ວນ ມີບົດບາດໃນການຟື້ນຟູສິລະທໍາ ແລະ ພັດທະນາສັງຄົມຢ່າງຢືນຍົງ ສືບຕໍ່ໄປຊົ່ວຟ້າກະລະນານ. ແຕ່ງຕັ້ງພະນັກງານ... ນັກງານ ອອປສ ໄດ້ຜ່ານຂໍ້ຕົກລົງ ຂອງຫົວໜ້າ ອອປສ ວ່າດ້ວຍການ ຈັດຕັ້ງ ແລະ ການເຄື່ອນໄຫວຂອງ ພະນັກງານອົງການໄອຍະການ ປະຊາຊົນເຂດປະຈຳເມືອງ, ເທສະ ບານ, ນະຄອນຫລວງວຽງຈັນ ແລະ ຂໍ້ຕົກລົງວ່າດ້ວຍການແຕ່ງຕັ້ງພະ ນັກງານອົງການໄອຍະການປະຊາ ຊົນເຂດ I ປະຈໍາເມືອງສັງທອງ. ໂອກາດນີ້, ທ່ານ ອ່ອນຈັນ ມະນີວັນ ໄດ້ເນັ້ນຫລາຍບັນຫາສໍາ ຄັນຕໍ່ຜູ້ທີ່ໄດ້ຮັບການແຕ່ງຕັ້ງໃໝ່ ໃຫ້ ມີຄຸນທາດການເມືອງໜັກແໜ້ນ, ມີຄຸນສົມບັດສິນທໍາປະຕິວັດ, ມີຈັນ ຍາບັນ, ຈັນຍາທໍາ, ແບບແຜນວິທີ ເຮັດວຽກ, ມີຄວາມຮັບຜິດຊອບສູງ ຕໍ່ໜ້າທີ່ ທີ່ໄດ້ຮັບມອບໝາຍ. ໂອກາດນີ້, ອົງການໄອຍະການ ປະຊາຊົນສູງສຸດ ກໍໄດ້ມອບເງິນ 50 ລ້ານກີບ ໃຫ້ອົງການປົກຄອງເມືອງ ສັງທອງ ເພື່ອຮັບໃຊ້ເຂົ້າໃນວຽກ ງານພາຍໃນເມືອງ ແລະ ມອບເງິນ 10 ລ້ານກີບ ແລະ ຄອມພິວເຕີຕັ້ງ ໂຕະ, ປິ່ນເຕີ, ໂຕະ, ຕັ່ງ, ລົດຈັກຍີ່ຫໍ້ ເວັບ 100 (8aWe 100) ຈຳນວນ 1 ຄັນ, ຕູ້ໃສ່ເອກະສານ ແລະ ອຸປະ ກອນອື່ນໆຈໍານວນໜຶ່ງ ເພື່ອຮັບໃຊ້ ວຽກງານໄອຍະການປະຈຳເມືອງ ໃຫ້ມີຄວາມສະດວກ-ວ່ອງໄວ ໃນ ການແກ້ໄຂວຽກງານ. ຂ່າວ-ພາບ: ນ້ອຍມີນາ (ເນື່ອງໃນໂອກາດສະເຫລີມສະຫລອງວັນສ້າງຕັ້ງສາຍພົວພັນການທູດລະຫວ່າງ ສປປ ລາວ ແລະ ສປປ ເກົາຫລີ ຄົບຮອບ 49 ປີ, ວັນ 24 ມິຖຸນາ 1974-24 ມິຖຸນາ 2023) *ໃນວັນທີ 24 ມິຖຸນາ 2023 ປະຊາຊົນ ສປປ ເກົາຫລີ ແລະ ສປປ ລາວ ຈະພ້ອມກັນສະເຫລີມສະ ຫລອງວັນສ້າງຕັ້ງສາຍພົວພັນ ການທູດຂອງສອງປະເທດ ຄົບ ຮອບ 49 ປີ ເຊິ່ງປະຊາຊົນສອງ ຊາດພວກເຮົາ ພວມຫວນຄືນປະ ຫວັດສາດແຫ່ງການພັດທະນາສາຍ ພົວພັນມິດຕະພາບທີ່ເປັນມູນເຊື້ອ ຂອງສອງປະເທດ ສປປ ເກົາຫລີ ແລະ ສປປ ລາວ. ໃນປີ 1974 ເຊິ່ງແມ່ນ 49 ປີ ທີ່ຜ່ານມາ, ໄດ້ ເກີດມີທ່າອ່ຽງທີ່ປະຊາຊົນຢູ່ໃນປະ ເທດທີ່ກໍາລັງພັດທະນາໄດ້ລຸກຮືຂຶ້ນ ສາຍພົວພັນຂອງສອງປະເທດ. ອະດີດການນຳຂອງສອງປະ ເທດໄດ້ເພີ່ມທະວີສະໜັບສະໜູນ ການຮ່ວມມືທີ່ເປັນມູນເຊື້ອ ແລະ ເພີ່ມທະວີຄວາມສາມັກຄີແບບພິເສດ ເຊິ່ງກັນ ແລະ ກັນ ໃນການຕໍ່ສູ້ຕ້ານ ລັດທິຈັກກະພັດນິຍົມ ແລະ ຮັດແໜ້ນ ຄວາມສາມັກຄີຂອງຊາດ. ເນື່ອງ ໃນໂອກາດສະເຫລີມສະຫລອງ ວັນສ້າງຕັ້ງກອງປະຊຸມບັນດຸງ (#anEung) ຄົບຮອບ 10 ປີ, ໄດ້ມີການພົບປະທີ່ມີຄວາມໝາຍລະ ຫວ່າງສະຫາຍ ສຸພານຸວົງ ປະທານ ສູນກາງແນວລາວຮັກຊາດ ແລະ ສະຫາຍ ກິມ ອິນຊຸງ ຜູ້ນໍາທີ່ຍິ່ງໃຫຍ່ ຂອງປະຊາຊົນ ເກົາຫລີ ທີ່ນະຄອນ ຫລວງຈາກາຕາ, ປະເທດອິນໂດ ເນເຊຍ ໃນເດືອນເມສາ 1965 ເຊິ່ງ ນັບຕັ້ງແຕ່ນັ້ນເປັນຕົ້ນມາການພົວ ພັນລະຫວ່າງ ສປປ ເກົາຫລີ ແລະ ສປປ ລາວ ໄດ້ກໍ່ໃຫ້ເກີດມີບັນດາເຫດ ການທີ່ຄວາມໝາຍຢ່າງບໍ່ຢຸດຢັ້ງ. ເປັນຕົ້ນແບບ ແລະ ບັນທຶກເຂົ້າໃນ ປະຫວັດສາດໜ້າໃໝ່ ເພື່ອສະໜັບ ສະໜູນເຈດຈຳນົງ ແລະ ຄວາມສົນ ໃຈຂອງເຂົາເຈົ້າພາຍໃຕ້ຮົ່ມເງົາ ຂອງທຸງໄຊແຫ່ງເອກະລາດ. ໃນສະ ພາບການປະຫວັດສາດດັ່ງກ່າວ, ສປປ ເກົາຫລີ ແລະ ສປປ ລາວ ໄດ້ ສ້າງສາຍພົວພັນການທູດໃນວັນທີ 24 ເດືອນມິຖຸນາ 1974. ສາຍພົວພັນມິດຕະພາບທີ່ເປັນ ມູນເຊື້ອອັນສະໜິດແໜ້ນ ລະຫວ່າງ ສປປ ເກົາຫລີ ແລະ ສປປ ລາວ ໄດ້ຮັບການເສີມຂະຫຍາຍ ແລະ ພັດທະນາໃນແຕ່ລະໄລຍະ ເພື່ອແນ ໃສ່ປະກອບສ່ວນປະຕິບັດບັນດາ ຈຸດໝາຍລວມຂອງປະຊາຊົນສອງ ຊາດ, ຮັບປະກັນຜົນປະໂຫຍດ ຂອງ ປະຊາຊົນ ແລະ ຄວາມຈະເລີນກ້າວ ໜ້າທາງສັງຄົມ. ສິ່ງທັງໝົດ ເຫລົ່ານີ້ ຈະບໍ່ສາມາດປະສົບຜົນສຳເລັດໄດ້ ຖ້າປາສະຈາກຄຸນງາມຄວາມດີທີ່ ເປັນອຳມະຕະຂອງຜູ້ນຳສອງປະ ເທດທີ່ໄດ້ບັນລຸໃນການພັດທະນາ

RkJQdWJsaXNoZXIy MTc3MTYxMQ==