5645

xtgmf]k; 3 22/06/2023 0kj ; c]t gsfdko dh k;l6 j ]t[q [75 h ,7v'dkog'y ocsj ']a f gxa oma oltw\mu j ,u 7;k,g0A ,c0'F 3xj '.l gxa ofu 9y 8vo c]t p5 8y me ໂດຍ: ສຸວັນນະ ຮິບໂຮມໂດຍ: ພະກາ ໂດຍ: ຄ້ອງໃໝ່ rvh ,doa cdwh 0[oa sk1kgl[8fy .o\6-j k;|5,j {gpkq ;t-oq ldb lk[oa fk7el[a vadlvol6' c]t 8=jk * ຫລັກໄວຍາກອນລາວຂອງ ເຮົາປັດຈຸບັນ ຈໍານວນພະຍັນຊະນະ ທັງໝົດ 33 ຕົວ ນັ້ນມີພະຍັນຊະນະ ເຄົ້າ ມີທັງໝົດ 27 ຕົວ ແລະ ຢູ່ໃນ ພະຍັນຊະນະເຄົ້າ ຍັງຖືກແບ່ງອອກ ເປັນ 3 ໝູ່ຄື: ອັກສອນສູງ(6 ຕົວ), ອັກສອນກາງ(8 ຕົວ) ແລະ ອັກສອນຕໍ່າ(13 ຕົວ). ນອກຈາກ ພະຍັນຊະນະເຄົ້າ ຍັງມີພະຍັນຊະນະ ປະສົມ ທີ່ມາຈາກພະຍັນຊະນະເຄົ້າ 2 ຕົວປະສົມກັນເປັນຕົວດຽວ, ຕົວ ທີ່ຢູ່ທາງໜ້າແມ່ນຕົວ ຫ ຊຶ່ງເປັນ ອັກສອນສູງ ລວມຮູບພະຍັນຊະນະ ປະສົມມີທັງ ໝົດ 6 ຕົວ, ໝາຍວ່າ ພະຍັນຊະນະປະສົມ 6 ຕົວແມ່ນຈັດ ຢູ່ໃນໝູ່ອັກສອນສູງ ນັ້ນເອງ. ໃນຜ່ານມາ, ພວກເຮົາອາດເຄີຍ ພົບເຫັນການໃຊ້ ຫລື ຂຽນຄໍາສັບ ຈໍານວນໜຶ່ງ ຊຶ່ງມີພື້ນສຽງຄ້າຍ ກັນແດ່, ສະຫລະຄ້າຍກັນແດ່ ໂດຍຜູ້ ບໍ່ລະວັງແທ້ກໍ່ເຂົ້າໃຈວ່າອັນໃດກໍ່ຖື ກໝົດ. ຕາມຫລັກໄວຍາກອນລາວ ກ່ຽວກັບການໃຊ້ອັກສອນສູງ ແລະ ອັກສອນຕໍ່າ ທີ່ກໍານົດໄວ້ໃນປຶ້ມໄວ ຍາກອນລາວປັດຈຸບັນ ຈັດພິມໂດຍ ກະຊວງສຶກສາທິການ ແລະ ກິລາ ປີ 2020 ໄດ້ລະບຸວ່າ: hການໃຊ້ອັກ ສອນສູງ ແລະ ອັກສອນຕໍ່າ ໝາຍ ເຖິງການຂຽນໃຫ້ຖືກຕາມຫລັກ ຕົວອັກສອນ. ຄໍາທີ່ມັກຫລົງກັນ ແມ່ນຄໍາທີ່ມີສຽງຄືກັນ ຫລື ຄ້າຍຄື ກັນ ແຕ່ຂຽນຕ່າງກັນ ແລະ ມີຄວາມ ໝາຍຕ່າງກັນ ໂດຍສະເພາະແມ່ນ ອັກສອນສູງ ແລະ ອັກສອນຕໍ່າທີ່ມີ ໄມ້ເອກ...i. ຄໍາທີ່ມີສຽງຄືກັນ ຫລື ຄ້າຍຄື ກັນ ແຕ່ຂຽນຕ່າງກັນ, ມີຄວາມໝາຍ ຕ່າງກັນ ໃນພາສາລາວ ມີຢ່າງ ຫລວງຫລາຍ, ໂດຍສະເພາະຄໍາທີ່ ປະກອບສ້າງຂຶ້ນດ້ວຍອັກສອນສູງ ແລະ ອັກສອນຕໍ່າ ທີ່ມີສະຫລະເຄົ້າ, ວັນນະຍຸດເອກ ຫລື ໄມ້ເອກ ແລະ ຕົວສະກົດຕາຍ (ກດບ), ຈຶ່ງຂໍນໍາ ມາສຶກສາທົບທວນນໍາກັນຕື່ມອີກ ເທື່ອໜຶ່ງ ຄື: ຂ່າ(ຫົວຂ່າ, ໄມ້ແຕ້ ຂ່າ), ຄ່າ (ຄຸນຄ່າ, ຄ່າຄອງ ຊີບ...); ຂູ່(ຂົ່ມຂູ່...), ຄູ່(ຄຽງຄູ່, ຄູ່ຮັກ...), ໄຂ່ (ໄຂ່ໄກ່, ໄຂ່ເປັດ...), ໄຄ່ (ຮັກໄຄ່, ໄຄ່ໄດ້...), ໃຂ່(ໃຂ່- ແຫ້ງ), ໃຄ່(ໃຄ່ພອງ...), ຂໍ່າ (ຂໍ່ານັບ), ຄໍ່າ (ຄໍ່າມືດ...), ຂ່າງ (ໝາກຂ່າງ), ຄ່າງ (ໂຕຄ່າງ), ຂ່າຍ (ຂ່າຍນົກ, ຕາຂ່າຍ, ເຄືອ ຂ່າຍ...), ຄ່າຍ (ຮູບຄໍານີ້ບໍ່ມີ), ຂ່າວ (ຂ່າວສານ, ຂ່າວຄາວ...), ຄ່າວ (ເຊືອກຄ່າວ), ແຂ່ງ (ແຂ່ງ ຂັນ), ແຄ່ງ (ແຄ່ງຂາ...), ຂິ່ງ (ປາຂິ່ງ), ຄິ່ງ (ສຽງຄິ່ງໆ), ຂຸ່ນ (ນໍ້າຂຸ່ນ), ຄຸ່ນ (ຄຸ່ນແຄ້ນ), ຂຸ່ຍ (ເປົ່າຂຸ່ຍ...), ຄຸ່ຍ(ມື່ນຄຸ່ຍລຸ່ຍ), ເຂັ່ນ (ເຂັ່ນຂ້າ...), ເຄັ່ນ(ເຄັ່ນ ແຄ້ນ), ຂົ່ມ (ຂົ່ມເຫັງ...), ໂຂ່ງ (ທ້ອງໂຂ່ງ), ໂຄ່ງ (ເສືອໂຄ່ງ, ໂທລະໂຄ່ງ...), ຂໍ່(ນົກຂໍ່), ຄໍ່ (ປະຄໍ່), ສູ່ (ສູ່ກິນ, ສູ່ຂໍ...), ຊູ່ (ຊູ່ຄົນ, ຊຸມຊູ່), ແສ່ (ມີກິ່ນ ເໝັນ), ແຊ່(ແຊ່ນໍ້າ)... ດັ່ງນັ້ນ ຈຶ່ງນໍາມາສຶກສາຮ່ວມ ກັນຄືດັ່ງນີ້ແລ, ພໍ້ກັນໃໝ່ບົດຕໍ່ໄປ. * ພັກ ແລະ ລັດ ສປປ ລາວ ຍາມໃດກໍຖືຢາເສບຕິດ ເປັນປາກົດ ການຫຍໍ້ທໍ້ທີ່ໃຫຍ່ ແລະ ອັນຕະລາຍ ທີ່ສຸດຕໍ່ຊີວິດ, ຊັບສິນ, ຄວາມປອດ ໄພຂອງປະຊາຊົນລາວ ບັນດາເຜົ່າ ໂດຍສະເພາະແມ່ນຊາວໜຸ່ມ, ເຍົາ ວະຊົນ ແລະ ຄວາມໝັ້ນຄົງຂອງ ຊາດ. ຍິ່ງໃນປັດຈຸບັນສື່ສັງຄົມ ອອນລາຍຂະຫຍາຍຕົວຢ່າງກວ້າງ ຂວາງອັນໄດ້ສ້າງຄວາມສະດວກ ໃຫ້ກຸ່ມຄົນບໍ່ດີ ໂຄສະນາເຜີຍແຜ່, ຕົວະຍົວະໃຫ້ຊາວໜຸ່ມ, ເຍົາວະຊົນ ຫລົງເຊື່ອໃນກົນອຸບາຍຕ່າງໆ ຂອງພວກເຂົາ, ທັງຍັງສ້າງແຮງ ຈູງໃຈໃໝ່ຂຶ້ນມາເລື້ອຍໆ ເຮັດໃຫ້ ຊາວໜຸ່ມ, ເຍົາວະຊົນ ຫລົງເຂົ້າໄປ ໃນວົງຈອນຂອງຢາເສບຕິດແບບ ບໍ່ຮູ້ໂຕ ຊຶ່ງຢາເສບຕິດທີ່ພວມລະ ບາດຢ່າງຮຸນແຮງໃນກຸ່ມໄວໜຸ່ມ ປັດຈຸບັນແມ່ນ: ຢາສູບໄຟຟ້າ, ການ ສູບປຸມເປົ້າ, ນໍ້າກະທ້ອມ ແລະ ອື່ນໆ ໂດຍມີການໂຄສະນາດ້ວຍສີສັນ, ຮູບຊົງສີສວຍງາມ, ທັນສະໄໝເພື່ອ ລໍ້ຕາລໍ້ໃຈ ໃຫ້ກຸ່ມເປົ້າໝາຍໃຫ້ຫລົງ ເຊື່ອ. ໃນໄລຍະຜ່ານມາ, ຊາວໜຸ່ມ, ເຍົາວະຊົນຈຳນວນບໍ່ໜ້ອຍ ໄດ້ຕົກ ເປັນທາດຂອງຢາເສບຕິດ ຕ້ອງ ໄດ້ເອົາເຂົ້າຢູ່ສູນບຳບັດໃນທົ່ວປະ ເທດ, ຈຳນວນໜຶ່ງກໍຖືກຕັດອິດສະ ລະພາບຍ້ອນໄດ້ກະທຳຜິດ, ຈຳ ນວນໜຶ່ງເປັນບ້າເສຍຈິດເປັນພາ ລະຂອງຄອບຄົວ ແລະ ສັງຄົມ, ຈຳ ນວນໜຶ່ງພວມເສບ, ຈຳນວນໜຶ່ງ ພວມມີຄວາມສ່ຽງຕໍ່ການເສບຢາ ເສບຕິດ. ຕໍ່ກັບບັນຫາດັ່ງກ່າວ, ໃນ ໄລຍະຜ່ານມາ ພັກ ແລະ ລັດຖະບານ ຈຶ່ງໄດ້ແກ້ໄຂດ້ວຍຫລາຍຮູບການ, ຫລາຍວິທີ ແລະ ຫລາຍມາດຕະ ການ. ແຕ່ເຖິງປານນັ້ນກໍຕາມບັນ ຫາຢາເສບຕິດຍັງນັບ ມື້ເພີ່ມຂຶ້ນໃນ ຫລາຍເຂດແຂວງ ແລະ ທ້ອງຖິ່ນ. ດ້ວຍເຫດນີ້, ລັດຖະບານຈຶ່ງມີວາ ລະແຫ່ງຊາດ ເພື່ອແກ້ໄຂບັນຫາຢາ ເສບຕິດໃຫ້ຄ່ອຍໆໝົດໄປໃນສັງ ຄົມລາວ ຊຶ່ງພາຍຫລັງທີ່ລັດຖະ ບານໄດ້ກໍານົດວາລະແຫ່ງຊາດ ວ່າ ດ້ວຍການແກ້ໄຂບັນຫາຢາເສບຕິດ ແລ້ວ ສູນກາງຊາວໜຸ່ມປະຊາຊົນ ປະຕິວັດລາວ ທີ່ມີຄວາມຮັບຜິດ ຊອບ ໂດຍກົງຕໍ່ການພັດທະນາຊາວ ໜຸ່ມ, ເຍົາວະຊົນ ກໍໄດ້ຄົ້ນຄວ້າຫາ ວິທີແກ້ໄຂ ໂດຍກໍານົດເປັນໂຄງ ການຈຸດສຸມ ເລັ່ງໃສ່ໂຄງການສຶກ ສາອົບຮົມ, ປູກຈິດສຳນຶກ ແລະ ເຜີຍ ແຜ່ກົດໝາຍໃຫ້ກັບຊາວໜຸ່ມ, ໂຄງ ການຄືນຄົນດີສູ່ສັງຄົມ, ໂຄງການ ໃຫ້ຄຳປຶກສາທາງດ້ານຈິດໃຈຂັ້ນ ພື້ນຖານແກ່ຜູ້ຕິດຢາເສບຕິດ ແລະ ໂຄງການສົ່ງເສີມພອນສະຫວັນ ໂດຍແນໃສ່ກຸ່ມເປົ້າໜາຍນັກຮຽນ, ນັກສຶກສາ, ລັດຖະກອນ, ພະນັກ ງານກຳລັງປະກອບອາວຸດ, ພະນັກ ງານ ລັດວິສາຫະກິດ, ກະສິກອນ, ພະນັກງານຫົວໜ່ວຍທຸລະກິດ, ກຳ ມະກອນຢູ່ໂຮງຈັກໂຮງງານ ແລະ ອື່ນໆ. ໄປພ້ອມກັບການຈັດຕັ້ງຊາວ ໜຸ່ມໄປທັດສະນະສຶກສາສະຖານ ທີ່ບຳບັດ, ກັກຂັງຜູ້ຕິດຢາເສບຕິດ ແລະ ຕົວແບບການສ້າງເສດຖະກິດ ຄອບຄົວຂອງຜູ້ທີ່ຫາຍຈາກການ ຕິດສິ່ງເສບຕິດ, ຈັດເວທີສົນທະນາ ລະຫວ່າງຊາວ ໜຸ່ມ ແລະ ຜູ້ເຄີຍຕົກ ເປັນເຫຍື່ອຈາກການຕິດຢາເສບຕິດ ແລະ ຄອບຄົວທີ່ປອດສິ່ງເສບຕິດ, ສ້າງ ແລະ ສະແດງລະຄອນ, ສ້າງ ສາລະຄະດີກ່ຽວກັບຜົນຮ້າຍຂອງ ຢາເສບຕິດ ເພື່ອເຜີຍແຜ່ໃນທົ່ວສັງ ຄົມ. ຈັດກິດຈະກຳຖາມ-ຕອບກ່ຽວ ກັບຢາເສບຕິດ, ຂະບວນແຂ່ງຂັນ ສ້າງສະຕິເຄົາລົບ ແລະ ປະຕິບັດ ກົດ ໝາຍໃນຄອບຄົວ, ຝຶກວິຊາຊີບທີ່ ເໝາະສົມໃຫ້ຊາວໜຸ່ມທີ່ຕິດຢາເສບ ຕິດຢູ່ສູນບຳບັດ ແລະ ຄ້າຍດັດສ້າງ ໄປຄ່ຽງຄູ່ກັບຝຶກວິຊາຊີບດ້ານ ຕ່າງໆໃຫ້ຊາວໜຸ່ມທີ່ຫາຍດີຈາກ ການບຳບັດຕັ້ງສູນສ້າງວຽກເຮັດ ງານທຳ, ສູນວາງສະແດງສິນຄ້າ ແລະ ຂາຍສິນຄ້າຜະລິດຈາກຜູ້ທີ່ ຫາຍດີຈາກການບຳບັດ. ສ້າງໜ່ວຍ ງານໃຫ້ຄຳປຶກສາຢູ່ ຄຊປປລ ແຕ່ ລະຂັ້ນ, ໂຄສະນາຄວາມສຳຄັນໃນ ການນຳໃຊ້ເຄືອຄ່າຍສາຍດ່ວນໃຫ້ ການຊ່ວຍເຫລືອຜູ້ມີບັນຫາທັນເວ ລາດ້ວຍຮູບການຕ່າງໆ, ຈັດຝຶກອົບ ຮົມສ້າງອາສາສະໝັກເພື່ອນຊ່ວຍ ເພື່ອນຈັດການແຂ່ງຂັນກິລາພື້ນ ເມືອງ, ສາກົນປະເພດຕ່າງໆໃຫ້ຕໍ່ ເນື່ອງຕາມຄວາມເໝາະສົມແຕ່ລະ ໄລຍະ ແລະ ແຕ່ລະລະດັບຈັດຂະ ບວນການແຂ່ງຂັນແຕ່ງເພັງ, ຮ້ອງ ເພງ, ກອນລຳ, ກາບກອນ ແລະ ອື່ນໆ. ດັ່ງທີ່ຮູ້ນໍາກັນແລ້ວວ່າ ຢາເສບ ຕິດແມ່ນບັນຫາໃຫຍ່ ແລະ ໄດ້ແຜ່ ລາມໄປທົ່ວໂລກ ທັງມີການຄິດຄົ້ນ ວິວັດທະນາການຈາກຢາເສບຕິດ ປະເພດເກົ່າໄປສູ່ປະເພດໃໝ່ ທີ່ມີ ຄວາມທັນສະໄໝ ທັງອັນຕະລາຍ ຮ້າຍແຮງຂຶ້ນເລື້ອຍໆ. ດັ່ງນັ້ນ, ເພື່ອກຳຈັດບັນຫາດັ່ງກ່າວໃຫ້ໝົດ ໄປຈາກສັງຄົມ ແລະ ກຸ່ມໄວໝຸ່ມ, ເຍົາວະຊົນນັ້ນທຸກພາກສ່ວນໃນສັງ ຄົມຕ້ອງຮ່ວມແຮງ, ຮ່ວມໃຈ ແລະ ພ້ອມກັນປະຕິບັດຕະການດັ່ງກາວ ຢ່າງເຂັ້ມງວດ. ສຳຄັນແມ່ນສະຖາ ບັນຄອບຄອບ, ຊຸມຊົນ, ໂຮງຮຽນ, ສະຖາບັນການສຶກສາ ຕ້ອງປູກຈິດ ສຳນຶກໃຫ້ຊາວໜຸ່ມ-ເຍົາວະຊົນ ແລະ ຊ່ວຍເປັນຫູເປັນຕາ ໃຫ້ເຈົ້າໜ້າ ທີ່ ແລະ ຊ່ວຍກັນໂຄສະນາເຜີຍແຜ່ ຜົນຮ້າຍຂອງຢາເສບຕິດໃຫ້ທົ່ວສັງ ຄົມໄດ້ຮັບຮູ້ຢ່າງທົ່ວເຖິງ. * ບົດລາຍງານ hສະຖານະພາບ ທົ່ວໂລກ ຄວາມປອດໄພທາງຖະ ໜົນເວລາສໍາລັບການປະຕິບັດi ໂດຍອົງການອະນາໄມໂລກ ເມື່ອບໍ່ ດົນນີ້ ໃຫ້ຮູ້ວ່າ, ໃນແຕ່ລະປີມີຜູ້ເສຍ ຊີວິດຫລາຍກວ່າ 1,2 ລ້ານຄົນ ຢູ່ ຕາມຖະໜົນຫົນທາງ ໃນໂລກ ແລະ ໃນລະຫວ່າງ 20 ຫາ 50 ລ້ານຄົນ ໄດ້ຮັບບາດເຈັບ. ຢູ່ໃນພາກພື້ນສ່ວນ ໃຫຍ່ຂອງໂລກນີ້ ການບາດເຈັບ ຍ້ອນການສັນຈອນຕາມທ້ອງຖະ ໜົນຍັງເພີ່ມຂຶ້ນ. ໃນໄລຍະ 5 ປີຜ່ານມາ, ປະເທດ s]f5 zvj ov[5 fa gsf8k,4t|oq [oq 7;k,I[a zfy -v[0v'oda 0[a 0j u ສ່ວນໃຫຍ່ໄດ້ຮັບຮອງເອົາຂໍ້ສະເໜີ ແນະນໍາຂອງບົດລາຍງານໂລກ ກ່ຽວກັບການປ້ອງກັນການບາດ ເຈັບຈາກການຈະລາຈອນທາງຖະ ໜົນ ເຊິ່ງໄດ້ໃຫ້ຄຳແນະນຳກ່ຽວ ກັບວິທີທີ່ປະເທດຕ່າງໆສາມາດປະ ຕິບັດວິທີການທີ່ສົມບູນແບບເພື່ອ ປັບປຸງຄວາມປອດໄພ ແລະ ຫລຸດ ຈຳນວນຜູ້ເສຍຊີວິດຕາມຖະໜົນ. ຢ່າງໃດກໍ່ຕາມ, ມາຮອດປັດຈຸບັນ, ບໍ່ມີການປະເມີນທົ່ວໂລກກ່ຽວກັບ ຄວາມປອດໄພທາງຖະໜົນທີ່ຊີ້ໃຫ້ ເຫັນເຖິງຂອບເຂດຂອງວິທີການ ນີ້ຖືກປະຕິບັດ. ບົດລາຍງານສະຖາ ນະທົ່ວໂລກກ່ຽວກັບຄວາມປອດ ໄພຕາມຖະໜົນແມ່ນເປັນການປະ ເມີນຄວາມກວ້າງໃຫຍ່ຄັ້ງທຳອິດ ຂອງສະຖານະຄວາມປອດໄພທາງ ຖະໜົນໃນ 178 ປະເທດ, ໂດຍນຳ ໃຊ້ຂໍ້ມູນທີ່ໄດ້ມາຈາກການສຳ ຫລວດມາດຕະຖານທີ່ໄດ້ຈັດຂຶ້ນໃນ ປີ 2008. (ອ້າງອີງ: GLO#AL STATUS RE1ORT ON ROAD SAFETY TIME FOR ACTION. IttpT://appT.XIo. Jnt/JrJT/CJtTtream). ອ້າງອີງຈາກຂໍ້ມູນລາຍງານ ຂອງຕໍາຫລວດຈະລາຈອນນະຄອນ ຫລວງວຽງຈັນ, ໃນຮອບໜຶ່ງອາ ທິດຜ່ານມາ ຢູ່ນະຄອນຫລວງວຽງ ຈັນ ມີອຸບັດເຫດຕາມຖະໜົນເກີດ ຂຶ້ນເກືອບ 20 ກໍລະນີ, ຕາມລາຍ ງານທາງການແມ່ນບໍ່ມີການເສຍ ຊີວິດ, ແຕ່ມູນຄ່າຄວາມເສຍຫາຍ ແມ່ນ ຫລາຍກວ່າ 500 ລ້ານກີບ, ທຽບໃສ່ອາທິດກ່ອນຈໍານວນອຸບັດ ເຫດແມ່ນຫລຸດລົງ... ບັນຫາທີ່ຖືກຕັ້ງຂຶ້ນ, ເຖິງວ່າຕະ ຫລອດໄລຍະຜ່ານມາ, ການປ້ອງກັນ ສະກັດກັ້ນອຸບັດເຫດຕາມຖະໜົນ ໄດ້ ຮັບການຈັດຕັ້ງປະຕິບັດຢ່າງແຂງ ແຮງ, ແຕ່ພຶດຕິກໍາຕົວຈິງຍັງເຫັນ ວ່າທ່າອ່ຽງຂອງການເກີດອຸບັດເຫດ ແມ່ນຍັງເປັນສິ່ງທ້າທາຍໃຫ້ແກ່ ການແກ້ໄຂ ເຊິ່ງຕະຫລອດໄລຍະ ຜ່ານມາກໍ່ໄດ້ຮັບການສະຫລຸບຕີລາ ຄາຢ່າງພາວະວິໄສວ່າ ສາເຫດຕົ້ນຕໍ ກໍ່ແມ່ນມາຈາກການຖືເບົາປະຕິບັດ ລະບຽບກົດໝາຍກ່ຽວກັບການຂັບ ຂີ່ ກໍ່ຄືການຈະລາຈອນທາງບົກ ແລະ ອື່ນໆທີ່ກ່ຽວຂ້ອງ, ອັນໝາຍ ວ່າເກີດຈາກ hຜູ້ຂັບຂີ່i ທີ່ຖືເບົາ ທັງເລື່ອງ ກວດກາສະພາບເຕັກນິກ ລົດ, ລະເມີດລະບຽບກົດໝາຍຈະ ລາຈອນ(ຂັບຂີ່ດ້ວຍຄວາມໄວເກີດ ກໍານົດ, ຜິດຊ່ອງທາງຈະລາຈອນ, ມຶນເມົາ, ເຫງົານອນ-ອ່ອນເພຍ, ປະ ໝາດ ...). ສະນັ້ນ, ຈະແກ້ໃຫ້ຜ່ອນ ລົງໄດ້ກໍ່ຍັງຕ້ອງແກ້ຢູ່ບ່ອຕົ້ນຕໍຄື hຜູ້ຂັບຂີ່i, ຫລາຍຄໍາ ເຫັນກໍ່ວ່າ ອັນ ອື່ນໆກໍ່ເປັນພຽງແຕ່ ສ່ວນປະກອບ, ເປັນຕົ້ນ ສະພາບເສັ້ນທາງກໍ່ສໍາຄັນ ພື້ນຖານ, ແຕ່ມີສະຕິ ເຫັນທາງບໍ່ດີ ກໍ່ຕ້ອງຄ່ອຍໄປຄ່ອຍມາ ແລະ ອື່ນໆ (ແຕ່ກໍ່ບໍ່ໝາຍວ່າບໍ່ຈໍາເປັນປັບປຸງ ຖະໜົນຫົນທາງໃຫ້ດີ ໄດ້ມາດຕະ ຖານ-ປອດໄພ). ເບິ່ງຕົວເລກຄວາມເສຍຫາຍ ຈາກການປະເມີນ 500 ກວ່າລ້ານ ໃນອາທິດຜ່ານມາ, ເຖິງວ່າບໍ່ຫລາຍ ທຽບໃສ່ຫລາຍປະເທດ, ແຕ່ໃນຖານະ ປະເທດເຮົາຍັງບໍ່ທັນຫລຸດພົ້ນຈາກ ຄວາມດ້ອຍພັດທະນາ ແລະ ຈໍານວນ ພົນລະເມືອງກໍ່ບໍ່ຫລາຍ ແລ້ວກໍ່ຍັງ ຖືວ່າເປັນມູນຄ່າເສຍຫາຍບໍ່ໜ້ອຍ, ເພາະຖ້າວ່າຕົວເລກນັ້ນກາຍເປັນ ຄ່າສະເລ່ຍແລ້ວ ບວກແຕ່ລະປີກໍ່ຕົກ ເປັນເງິນຫລວງຫລາຍ ເຊິ່ງສາ ມາດນໍາມາພັດທະນາອັນໃດກໍ່ພໍໄດ້ ເປັນຕ່ອນເປັນໂຕຢູ່. ຕາມບົດລາຍ ງານຂອງອົງການອະນາໄມໂລກ ໃຫ້ຮູ້ວ່າຫລາຍກວ່າ 90 ຄົນທີ່ເສຍ ຊີວິດຢູ່ເທິງຖະໜົນຫົນທາງໃນໂລກ ແມ່ນເກີດຂຶ້ນໃນປະເທດທີ່ມີລາຍ ຮັບຕ່ຳ ແລະ ລາຍຮັບປານກາງ ເຊິ່ງມີພາຫະນະໜ້ອຍກວ່າເຄິ່ງໜຶ່ງ ຂອງໂລກ. ບັນຫາປະກົດການຫຍໍ້ທໍ້ ເທິງຖະ ໜົນຫົນທາງ, ຈະແກ້ໃຫ້ຂາດຕົວ ແມ່ນຄົງຈະເປັນໄປບໍ່ໄດ້, ແຕ່ເຮັດ ແນວໃດແມ່ນຕ້ອງພ້ອມກັນສຸມ ຄວາມເອົາໃສ່ຫລາຍດ້ານໄປຄຽງ ຄູ່ກັນເພື່ອບັນເທົາ ແລະ ຫລຸດຜ່ອນ ຈໍານວນ ແລະ ຄວາມເສຍຫາຍທັງ ຊີວິດ ແລະ ຊັບສິນ. ການປຸກລະດົມ ໂຄສະນາ ສ້າງສະຕິກົດໝາຍ ໂດຍ ສະເພາະການປະຕິບັດກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ແລະ ບັນດານິຕິກໍາກ່ຽວຂ້ອງ ໃຫ້ ເຂົ້າເລິກບັນດາກຸ່ມຄົນທົ່ວປະເທດ ໃຫ້ມີການຂັບຂີ່ທີ່ປອດໄພນັ້ນແມ່ນ ສໍາຄັນຫລາຍ, ດ້ວຍກໍາລັງບຸກຄະ ລາກອນ, ກໍາລັງທຶນຮອນ ກໍ່ຄືງົບ ປະມານທີ່ຍັງມີລັກສະນະຈໍາກັດນີ້ ພວກເຮົາຈະເຮັດແນວໃດ ໃຫ້ວຽກ ງານນີ້ມີປະສິດທິຜົນ ນັ້ນແມ່ນສິ່ງ ທ້າທາຍທົດສອບ ປັດຈຸບັນ ແລະ ອະນາຄົດ ພາບປະກອບ

RkJQdWJsaXNoZXIy MTc3MTYxMQ==