5645

lkmk]tot]fa xt-kmxy tw8 xt-k-oq ]k; \oA pon K @ 0kj ; c]t gsfdko 22/06/2023 xtgmf]k; ທົ່ວປະເທດ ເປີດສອບເສັງ.... ກະຊວງ ຖວທ... ກອງປະຊຸມຄົບຄະນະ... ຄະນະບໍລິຫານພັກແຂວງ.... ຄະນະບໍລິຫານພັກກະຊວງ.... ເຈົ້າໜ້າທີ່ອາວຸໂສ... ຫ້ອງສອບເສັງ. ໃນນັ້ນ, ສະເພາະຢູ່ ນະຄອນຫລວງວຽງຈັນ ຈັດເປັນ 22 ສູນສອບເສັງຄື: ເມືອງ ຈັນທະບູ ລີ 2 ສູນ, ເມືອງສີໂຄດຕະບອງ, ເມືອງໄຊເສດຖາ ເມືອງລະ 3 ສູນ, ເມືອງສີສັດຕະນາກ, ເມືອງນາຊາຍ ທອງ ເມືອງລະ 2 ສູນ, ເມືອງໄຊທານີ 6 ສູນ, ເມືອງຫາດຊາຍຟອງ, ເມືອງ ສັງທອງ ເມືອງລະ 1 ສູນ ແລະ ເມືອງປາກງື່ມ 2 ສູນ ມີຈໍານວນ ນັກສອບເສັງ 9.489 ຄົນ, ມີຫ້ອງ ສອບເສັງ 456 ຫ້ອງສະເລ່ຍຫ້ອງ ລະ 22-23 ຄົນ. ສ່ວນຢູ່ແຂວງບໍ່ແກ້ວ ມີນັກຮຽນ ມ7 ທີ່ມີໜ້າສອບເສັງຈົບຊັ້ນຕົວຈິງ 1.368 ຄົນ ຍິງ 627 ຄົນ, ມີ 17 ສູນສອບເສັງ ແລະ 82 ຫ້ອງສອບ ເສັງ. ໃນນີ້, ເມືອງຫ້ວຍຊາຍ ມີ 7 ສູນສອບເສັງ 41 ຫ້ອງສອບເສັງ, ມີນັກຮຽນ 680 ຄົນ ຍິງ 309 ຄົນ, ເມືອງຕົ້ນເຜິ້ງ 2 ສູນສອບເສັງ 14 ຫ້ອງເສັງ, ມີນັກຮຽນ 232 ຄົນ ຍິງ 97 ຄົນ, ເມືອງປາກທາ 2 ສູນສອບເສັງ ມີ 5 ຫ້ອງເສັງ,ມີນັກ ຮຽນ 88 ຄົນ ຍິງ 50 ຄົນ, ເມືອງ ຜາອຸດົມ 4 ສູນສອບເສັງ ມີ 16 ຫ້ອງເສັງ, ມີນັກຮຽນ 272 ຄົນ ຍິງ 125 ຄົນ ແລະ ເມືອງເມິງ ມີ 2 ສູນ ສອບເສັງ, ມີ 6 ຫ້ອງເສັງ. ສຳຫລັບແຂວງຫລວງພະບາງ ມີນັກຮຽນຊັ້ນ ມ7 ທີ່ມີເງື່ອນ ໄຂ ສອບເສັງຈຳນວນ 2.993 ຄົນ, ຍິງ 1. 276 ຄົນ, ແບ່ງອອກເປັນ 38 ສູນສອບເສັງ ລວມມີ 147 ຫ້ອງ ແລະ ຢູ່ແຂວງໄຊສົມບູນມີສູນ ສອບເສັງທັງໝົດ 9 ສູນ, ຫ້ອງ ສອບເສັງມີ 47 ຫ້ອງ, ນັກສອບ ເສັງທັງໝົດ 983 ຄົນ; ຍິງ 383 ຄົນ. ໃນການສອບເສັງຄັ້ງນີ້ທຸກພາກ ສ່ວນໄດ້ເອົາໃຈໃສ່ປະຕິບັດລະບຽບ ຂອງການສອບເສັງຢ່າງເຂັ້ມງວດ, ຮັບປະກັນຄວາມໂປ່ງໃສ ແລະ ຮັບ ປະກັນໃຫ້ການສອບເສັງບັນລຸຕາມ ລະດັບຄາດໝາຍທີ່ວາງໄວ້. ຄົງຄ້າງ, ສາເຫດ ແລະ ບົດຮຽນ ທີ່ຖອດຖອນໄດ້ ພ້ອມທັງຄົ້ນຄວ້າ, ກຳນົດທິດທາງແຜນການ ແຕ່ນີ້ ຮອດປີ 2025 ໃຫ້ມີຄວາມສອດ ຄ່ອງກັບສະພາບຈຸດພິເສດ, ທ່າແຮງ ແລະ ເງື່ອນໄຂຂອງແຂວງ ແນໃສ່ ເຮັດໃຫ້ການຈັດຕັ້ງປະຕິບັດມະຕິ ກອງປະຊຸມໃຫຍ່ຄັ້ງທີ X ຂອງອົງ ຄະນະພັກແຂວງ ກໍຄືແຜນພັດທະ ນາເສດຖະກິດ-ສັງຄົມ ບັນລຸຜົນ ສຳເລັດຕາມຄາດໝາຍ. ພ້ອມດຽວ ກັນ, ຍັງໄດ້ຕີລາຄາຄືນຄວາມຮັບ ຜິດຊອບໜ້າທີ່ການເມືອງຕໍ່ການ ນຳພາລວມ ແລະ ບຸກຄົນໃນຄະນະ ພັກແຂວງ ເພື່ອເສີມຂະຫຍາຍດ້ານ ດີ, ປັບປຸງດ້ານອ່ອນ-ຂໍ້ຄົງຄ້າງ ໃຫ້ ດີຂຶ້ນ ເປັນການຍົກສູງຄວາມສາ ມາດໃນການນຳພາ ແນໃສ່ເຮັດໃຫ້ ການປະຕິບັດໜ້າທີ່ການເມືອງບັນ ລຸຕາມແຜນການ. ໃນວາລະກອງປະຊຸມ, ຍັງໄດ້ ດຳເນີນການທາບທາມຄວາມເຊື່ອ ໝັ້ນໄວ້ວາງໃຈ ຕໍ່ການນຳພາລວມ ແລະ ບຸກຄົນຄະນະບໍລິຫານງານພັກ ແຂວງ ແລະ ປະກອບຄຳເຫັນໃສ່ ຮ່າງບົດສະຫລຸບການນຳພາຈັດ ຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ X ຂອງອົງຄະນະພັກແຂວງ, ຮ່າງບົດສະຫລຸບການຈັດຕັ້ງປະ ຕິບັດແຜນພັດທະນາເສດຖະກິດສັງຄົມ ແລະ ທິດທາງແຜນການ, ຄາດໝາຍສູ້ຊົນໃນຕໍ່ໜ້າ, ຮັບຟັງ ການປະກອບຄຳເຫັນໃນບາງຂົງ ເຂດວຽກງານທີ່ສຳຄັນຂອງ ແຂວງ ເປັນຕົ້ນ ການຕີລາຄາວຽກງານ ການເມືອງ-ແນວຄິດຂອງແຂວງ, ການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ນແຂງ, ໜັກແໜ້ນ, ການຈັດຕັ້ງ ປະຕິບັດວຽກງານຂົງເຂດ ປກຊປກສ ຕິດພັນກັບການປະຕິບັດວາ ລະແຫ່ງຊາດ ວ່າດ້ວຍການແກ້ໄຂ ບັນຫາຢາເສບຕິດ, ການດຶງດູດ ການລົງທຶນພາຍໃນ ແລະ ຕ່າງປະ ເທດ ແລະ ການຈັດຕັ້ງປະຕິບັດວຽກ ງານປະຕູດຽວ, ການເກັບລາຍຮັບ, ຄຸ້ມຄອງລາຍຈ່າຍຕິດພັນກັບການ ຫັນເປັນທັນສະໄໝ, ວຽກງານສາທາ ລະນະສຸກ, ມາດຕະການປ້ອງກັນ ພະຍາດໂຄວິດ-19 ແລະການປ້ອງ ກັນພະຍາດຕາມລະດູການ, ການ ດຶງດູດການທ່ອງທ່ຽວພາຍໃນ ແຂວງ ແລະ ການສ້າງບ້ານສາມັກ ຄີປອງດອງ. ພ້ອມທັງດຳເນີນກອງ ປະຊຸມຄົບຄະນະກາງສະໄໝຄະ ນະບໍລິຫານງານພັກແຂວງຄຳມ່ວນ ສະໄໝທີ X ເຊິ່ງຈະດໍາເນີນໄປຮອດ ວັນທີ 23 ມິຖຸນາຈຶ່ງຈະສໍາເລັດ. ສະໄໝຂອງຄະນ ະບໍລິຫານງານພັກ ກະຊວງ ປກສ ຄັ້ງນີ້, ສຸດທີ່ມີຄວາມ ໝາຍສໍາຄັນງຕໍ່ກັບຊີວິດການເມືອງ ຂອງກຳລັງປ້ອງກັນຄວາມສະຫງົບ ເພາະເປັນການປະຕິບັດກົດລະບຽບ ຂອງພັກ, ທັງແມ່ນຄວາມຮຽກຮ້ອງ ຕ້ອງການພາວະວິໄສ ເພື່ອກວດ ກາ, ຕີລາຄາຄືນການຈັດຕັ້ງປະຕິ ບັດເນື້ອໃນມະຕິກອງປະຊຸມໃຫຍ່ ຄັ້ງທີ V ຂອງຄະນະພັກກະຊວງ ປ້ອງກັນຄວາມສະຫງົບ ໃນໄລຍະ ກາງສະໄໝຜ່ານມາ ແລະ ເພື່ອສືບ ຕໍ່ຈັດຕັ້ງປະຕິບັດໃນອີກເຄິ່ງສະໄໝ ຕໍ່ໜ້າ, ທັງປັບປຸງພັກ, ປັບປຸງກໍາລັງ ປ້ອງກັນຄວາມສະຫງົບມີຄວາມ ປອດໃສ, ເຂັ້ມແຂງ, ໜັກແໜ້ນ ແລະ ທັນສະໄໝຂຶ້ນເທື່ອລະກ້າວ. ພ້ອມນີ້, ກອງປະຊຸມຍັງໄດ້ຜ່ານ ຄໍາສັ່ງຂອງຄະນະເລຂາທິການສູນ ກາງພັກ ສະບັບເລກທີ 268/ຄລສພ ແລະ ຜ່ານມາດຖານຄະນະບໍລິຫານ ງາຍສູນກາງພັກກະຊວງ, ໜ້າທີ່ ແລະ ສິດ ຂອງຄະນະພັກກະຊວງ ແລະ ຂໍ້ຫ້າມສໍາລັບສະມາຊິກພັກ. ໂອກາດດັ່ງກ່າວ, ສະຫາຍ ພົອ ວິໄລ ຫລ້າຄໍາຟອງ ມີຄໍາເຫັນຊີ້ນໍາຕໍ່ ການທາບທາມຄວາມໄວ້ວາງໃຈ, ພ້ອມທັງຮຽກຮ້ອງໃຫ້ຄະນະພັກ, ຄະນະບັນຊາແຕ່ລະຂັ້ນຕ້ອງປະຕິ ບັດຢ່າງເຖິງຖອງ, ຈິງໃຈກ້າເບິ່ງສະ ພາບຕົວຈິງທີ່ເກີດຂຶ້ນຢູ່ໃນກຳລັງ, ທັງອັນລວມ ແລະ ອັນສະເພາະຢູ່ ແຕ່ລະກົມກອງ-ທ້ອງຖິ່ນທີ່ຕົນຮັບ ຜິດຊອບນຳພາ, ຕີລາຄາໃຫ້ຖືກ ຕ້ອງ, ຊັດເຈນບັນຫາຄົງຄ້າງທີ່ເກີດ ຂຶ້ນ, ສ້າງຄວາມເຂົ້າໃຈເປັນເອກະ ພາບ ແລະ ຕັດສິນໃຈແກ້ບັນຫາຢ່າງ ເອົາຈິງເອົາຈັງ, ເຮັດໃຫ້ການຫັນ ເນື້ອໃນມະຕິກອງປະຊຸມໃຫຍ່ ຄັ້ງທີ V ຂອງຄະນະພັກກະຊວງກາຍເປັນ ທິດທາງໜ້າທີ່ຕົ້ນຕໍ, ສອດຄ່ອງ ກັບສະພາບຕົວຈິງຂອງກົມກອງ ທ້ອງຖິ່ນຕົນ ໃຫ້ບັນລຸຕາມຄາດ ໝາຍ, ມີເນື້ອໃນເລິກເຊິ່ງ ແລະ ດີຂຶ້ນ ກວ່າເກົ່າ. ຂ່າວ: ສຸກສະຫວັດ,ຂໍ້ມູນ: ຈັນສະໝອນ ຕັ້ງມະຫາຊົນ ແລະ ແຂກຖືກເຊີນ ເຂົ້າຮ່ວມ. ສະຫາຍ ທອງຈັນ ມະນີໄຊ ໄດ້ ກ່າວວ່າ: ກອງປະຊຸມຄົບຄະນະກາງ ສະໄໝຂອງຄະນະບໍລິຫານງານພັກ ກະຊວງພາຍໃນຄັ້ງນີ້ ສຸດທີ່ມີຄວາມ ໝາຍ ແລະ ຄວາມສໍາຄັນຢ່າງຍິ່ງ ຊຶ່ງຈະໄດ້ລົງເລິກສັງເກດຕີລາຄາ ບັນດາຜົນສຳເລັດໃນການນຳພາຊີ້ນຳຈັດຕັ້ງຜັນຂະຫຍາຍມະຕິ ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ, ມະຕິກອງປະຊຸມໃຫຍ່ ຄັ້ງທີ II ຂອງ ອົງຄະນະພັກກະຊວງພາຍໃນ, ການ ຈັດຕັ້ງປະຕິບັດແຜນພັດທະນາໃນ ໄລຍະກາງສະໄໝຜ່ານມາ ແລະ ທິດທາງນຳພາ-ຊີ້ນຳ ຈັດຕັ້ງປະຕິ ບັດຄາດໝາຍສູ້ຊົນແຕ່ລະດ້ານໃນ ຕໍ່ໜ້າຕິດພັນກັບການປະຕິບັດສອງ ວາລະແຫ່ງຊາດ ໂດຍສະເພາະແມ່ນ ການນຳພາ-ຊີ້ນຳ ຢ່າງຮອບດ້ານ ຂອງຄະນະບໍລິຫານງານພັກກະ ຊວງຕະຫລອດໄລຍະກາງສະໄໝ ແຕ່ປີ 2021-2023 ກໍຄືໄລຍະ 2 ປີເຄິ່ງທີ່ຜ່ານມາ, ຍົກໃຫ້ເຫັນ ດ້ານດີ-ຜົນງານ, ດ້ານອ່ອນ-ຂໍ້ຄົງ ຄ້າງ, ສາເຫດ ແລະ ບົດຮຽນທີ່ຖອດ ຖອນໄດ້. ພ້ອມທັງຄົ້ນຄວ້າ, ກຳນົດ ທິດທາງແຜນການ ແຕ່ນີ້ຮອດປີ 2025 ໃຫ້ມີຄວາມສອດຄ່ອງກັບ ສະພາບຈຸດພິເສດ, ທ່າແຮງ ແລະ ເງື່ອນໄຂຂອງກະຊວງໄປຄຽງຄູ່ ກັບການກຳນົດວິທີການ ແລະ ມາດ ຕະການໃນການແກ້ໄຂໃນຕໍ່ໜ້າທີ່ ຊັດເຈນ ແນໃສ່ເຮັດໃຫ້ການຈັດຕັ້ງ ປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງ ທີ II ຂອງອົງຄະນະພັກກະຊວງ, ແຜນການ 5 ປີ ຄັ້ງທີ II ຂະແໜງ ການພາຍໃນບັນລຸຜົນສຳເລັດຕາມ ຈຸດປະສົງຄາດໝາຍທີ່ວາງໄວ້. ພ້ອມກັນນັ້ນ, ຍັງເປັນການກວດກາ ຄືນຄວາມຮັບຜິດຊອບໜ້າທີ່ການ ເມືອງ ຂອງຄະນະບໍລິຫານງານພັກ ກະຊວງຕໍ່ອັນລວມ ແລະ ອັນສະ ເພາະຂອງແຕ່ລະສະຫາຍແນໃສ່ ເສີມຂະຫຍາຍດ້ານດີ ແລະ ປັບ ປຸງດ້ານອ່ອນ-ຂໍ້ຄົງຄ້າງໃຫ້ດີຂຶ້ນ ເພື່ອເຮັດໃຫ້ການປະຕິບັດໜ້າທີ່ການ ເມືອງ ທີ່ໄດ້ຮັບມອບໝາຍບັນລຸຕາມ ຄາດໝາຍທີ່ວາງໄວ້, ພ້ອມທັງເປັນ ການຍົກສູງຄວາມສາມາດນຳພາ ແລະ ລັກສະນະເປັນແບບຢ່າງນໍາ ໜ້າຂອງຄະນະພັກໃຫ້ດີຂຶ້ນ. ກອງປະຊຸມຄັ້ງນີ້, ຍັງໄດ້ເຊື່ອມ ຊຶມຄຳສັ່ງຂອງຄະນະເລຂາທິການ ສູນກາງພັກ ສະບັບເລກທີ 268/ ຄລສພ, ລົງວັນທີ 20 ມັງກອນ 2023 ວ່າດ້ວຍການດໍາເນີນກອງ ປະຊຸມຄົບຄະນະກາງສະໄໝຂອງ ຄະນະບໍລິຫານງານພັກແຕ່ລະຂັ້ນ, ມາດຕະຖານຄະນະບໍລິຫານງານ ພັກກະຊວງ, ສິດ ແລະ ໜ້າທີ່ຂອງ ຄະນະບໍລິຫານງານພັກ ແລະ ຂໍ້ ຫ້າມສຳລັບສະມາຊິກພັກ; ດຳເນີນ ການທາບທາມຄວາມເຊື່ອໝັ້ນໄວ້ ວາງໃຈຕໍ່ການນຳພາລວມ ແລະ ບຸກ ຄົນໃນຄະນະບໍລິຫານງານພັກກະ ຊວງສະໄໝທີ II, ພ້ອມທັງດຳເນີນ ກອງປະຊຸມເປີດກວ້າງຄົບຄະນະ ກາງສະໄໝຂອງຄະນະບໍລິຫານ ງານພັກກະຊວງ ສະໄໝທີ II ເພື່ອ ສັງເກດຕີລາຄາ ແລະ ທົບທວນຄືນ ການນຳພາ-ຊີ້ນຳຈັດຕັ້ງປະຕິບັດ ມະຕິກອງປະຊຸມໃຫຍ່ ຄັ້ງທີ II ຂອງອົງຄະນະພັກກະຊວງພາຍໃນ ກາງສະໄໝ ແລະ ສະຫລຸບຕີລາຄາ ການຈັດຕັ້ງປະຕິບັດແຜນການ 5 ປີ ຄັ້ງທີ II ຂະແໜງການພາຍໃນ ກາງສະໄໝຢ່າງຮອບດ້ານ ແລະ ກຳນົດທິດທາງແຜນການນຳພາຊີ້ນຳ ແລະ ຈັດຕັ້ງປະຕິບັດໃນຕໍ່ ໜ້າ. ພ້ອມກັນນັ້ນ, ກໍໄດ້ດຳເນີນຊີ ວິດການເມືອງໃນຄະນະບໍລິຫານ ງານພັກກະຊວງ ເພື່ອສຳຫລວດ ການນຳພາລວມ ແລະ ບຸກຄົນໃນຄະ ນະບໍລິຫານງານພັກກະຊວງພາຍ ໃນ ເພື່ອເປັນການເສີມຂະຫຍາຍ ດ້ານຕັ້ງໜ້າ ແລະ ປັບປຸງແກ້ໄຂດ້ານ ອ່ອນ ແລະ ຂໍ້ຄົງຄ້າງຂອງແຕ່ລະສະ ຫາຍໃນຄະນະບໍລິຫານງານພັກກະ ຊວງ ເປັນການຍົກສູງປັບປຸງປົວ ແປງພັກໃຫ້ໜັກແໜ້ນ, ເຂັ້ມແຂງ. ໃນໂອກາດນີ້, ສະຫາຍ ນາງ ສີໃສ ລືເດດມູນສອນ ໄດ້ເນັ້ນໜັກໃຫ້ບັນ ດາສະຫາຍຜູ້ແທນກອງປະຊຸມເຊີດ ຊູຄວາມຮັບຜິດຊອບຂອງຕົນ ເຂົ້າ ໃນການທາບທາມຄວາມເຊື່ອໝັ້ນ ໄວ້ວາງໃຈຕໍ່ການນຳພາລວມ ແລະ ບຸກຄົນໃນຄະນະບໍລິຫານງານພັກ ກະຊວງຢ່າງພາວະວິໄສ ຖືກຕ້ອງ ຕາມຄວາມເປັນຈິງ, ຢຶດໝັ້ນຕາມ ຫລັກການ, ກົດລະບຽບ ແລະ ທັດສະ ນະຂອງພັກຢ່າງຖືກຕ້ອງທີ່ສຳຄັນ ຕ້ອງຫລີກລ່ຽງການມີທັດສະນະ ອັກຄະຕິສ່ວນຕົວ ເພື່ອເປັນການ ໂຄ່ນລົ້ມໂຈມຕີບຸກຄົນໃດບຸກຄົນໜຶ່ງ ຫລື ຕໍ່ການຈັດຕັ້ງໃດໜຶ່ງຕໍ່ການນຳ ພາລວມ ໂດຍບໍ່ມີການວິເຄາະວິໄຈ ໄຕ່ຕອງຖີ່ຖ້ວນຢ່າງພາວະວິໄສ ແລະ ແທດເຖິງຕົວຈິງ ທີ່ຈະພາໃຫ້ບຸກຄົນ ຫລື ການຈັດຕັ້ງນັ້ນໆມີການເສື່ອມ ເສຍ, ການຕຳນິສົ່ງຂ່າວຕ້ອງມີລັກ ສະນະທີ່ສ້າງສັນບົນຫລັກການຂອງ ພັກ ຮັບປະກັນເຮັດໃຫ້ບຸກຄົນ, ຄະ ນະພັກດັ່ງກ່າວໄດ້ຮັບຮູ້ ແລ້ວນຳ ເອົາຄໍາຕໍານິສົ່ງຂ່າວໄປພິຈະລະນາ ເພື່ອເປັນບົດຮຽນໃນການສືບຕໍ່ນຳ ພາ-ຊີ້ນຳ ແລະ ຈັດຕັ້ງປະຕິບັດວຽກ ງານຮອບດ້ານຂອງອົງຄະນະພັກ ກະຊວງ ເປັນຕົ້ນ ການກໍ່ສ້າງພັກ ໃຫ້ປອດໃສ, ເຂັ້ມແຂງ, ໜັກແໜ້ນ ແລະ ປັບປຸງຕົນເອງໃຫ້ມີການຫັນ ປ່ຽນທີ່ຕັ້ງໜ້າ; ແຕ່ລະສະຫາຍໃນ ຄະນະບໍລິຫານງານພັກກະຊວງ ຈົ່ງ ໄດ້ຍົກສູງຄວາມຮັບຜິດຊອບຕໍ່ພັກ ໃນການສືບຕໍ່ເອົາໃຈໃສ່ນຳພາ-ຊີ້ ນຳ ແລະ ຈັດຕັ້ງປະຕິບັດວຽກງານ ໃຫ້ມີການຫັນປ່ຽນຢ່າງແຂງແຮງ, ເລິກເຊິ່ງ ແລະ ຮອບດ້ານຕາມຈິດ ໃຈຊີ້ນຳຂອງມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ. ຂ່າວ: ກະຊວງພາຍໃນ, ພາບ: ສຳນານ ຂປລ. ໃນວັນທີ 19 ມິຖຸນາ 2023 ທີ່ກະຊວງການເງິນ, ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະ ຊວງການເງິນ ໄດ້ຕ້ອນຮັບການເຂົ້າ ຢ້ຽມຂໍ່ານັບຂອງ ທ່ານ ຈຸງ ຢົງ ຊູ (Mr. JUNG Yung Soo), ເອກ ອັກຄະລັດຖະທູດວິສາມັນ ຜູ້ມີອຳ ນາດ ເຕັມ ແຫ່ງ ສາທາລະນະລັດ ເກົາຫລີ ປະຈຳ ສປປ ລາວ ພ້ອມຄະ ນະ ເພື່ອຂໍທິດຊີ້ນໍາ ແລະ ປຶກສາຫາ ລືກ່ຽວກັບການຮ່ວມມືລະຫວ່າງ ສປປ ລາວ ແລະ ສ ເກົາຫລີ. ສປປ ລາວ ແລະ ສ ເກົາຫລີ ໄດ້ ສ້າງຕັ້ງສາຍພົວພັນການທູດໃນ ວັນທີ 25 ຕຸລາ 1995, ສ ເກົາຫລີ ໄດ້ເປີດສະຖານທູດເອກອັກຄະລັດ ຖະທູດປະຈຳ ສປປ ລາວ ໃນເດືອນ ກັນຍາ 1996 ແລະ ສປປ ລາວ ໄດ້ ເປີດສະຖານເອກອັກຄະລັດຖະທູດ ປະຈຳ ສ ເກົາຫລີ ໃນເດືອນມັງກອນ 2001. ຕະຫລອດໄລຍະຜ່ານມາ ສອງປະເທດ ມີສາຍພົວພັນທີ່ດີ ແລະ ນັບມື້ນັບແໜ້ນແຟ້ນ ໂດຍໄດ້ ສົ່ງເສີມໃຫ້ສອງປະເທດມີການຮ່ວມ ມືດ້ານເສດຖະກິດ, ການຄ້າ ແລະ ການລົງທຶນຫລາຍຂຶ້ນ. ສຳລັບ ການຮ່ວມມື ລາວ-ເກົາຫລີ ນັບແຕ່ປີ 2005 ເປັນຕົ້ນມາ, ກອງທຶນຮ່ວມ ມືເພື່ອການພັດທະນາເສດຖະກິດ (EDCF) ພາຍໃຕ້ການບໍລິຫານ ຂອງທະນາຄານສົ່ງອອກ-ນໍາເຂົ້າ (KEXIM) ແລະ ການຊີ້ນໍາຂອງ ກະຊວງເສດຖະກິດ ແລະ ການເງິນ ສ ເກົາຫລີ ໄດ້ສະໜອງເງິນກູ້ເງື່ອນ ໄຂຜ່ອນຜັນ ໃຫ້ແກ່ ສປປ ລາວ ທັງ ໝົດ 18 ໂຄງການ. ໃນນັ້ນ, ມີ 9 ໂຄງການທີ່ໄດ້ຈັດຕັ້ງປະຕິບັດສໍາ ເລັດ ແລະ ມີ 9 ໂຄງການທີ່ກໍາລັງ ຈັດຕັ້ງປະຕິບັດ. ປັດຈຸບັນ, ສປປ ລາວ ກໍາລັງຈັດ ຕັ້ງປະຕິບັດຂອບການຮ່ວມມືກັບ ກອງທຶນຮ່ວມມື ເພື່ອການພັດທະນາ ເສດຖະກິດ ໄລຍະ ປີ 2020-2023 ທີ່ເຊັນໃນວັນທີ 5 ກັນຍາ 2019, ເຊິ່ງມີມູນຄ່າທັງໝົດ ປະມານ 500 ລ້ານໂດລາສະຫະລັດ ສໍາລັບ 14 ໂຄງການ, ມາຮອດປັດຈຸບັນມີ ພຽງແຕ່ສັນຍາເງິນກູ້ເພີ່ມສຳລັບ ໂຄງການປ້ອງກັນຕາຝັ່ງເຈື່ອນ ແຂວງຈໍາປາສັກ ໄລຍະ 1 (LAO- ]af4t,qo8udkog'o8hvoIa[m6f l gdqks]u xt9e]k; y 18 Supplementary Loan ທີ່ ໄດ້ສໍາເລັດການເຈລະຈາ ແລະ ໄດ້ ລົງນາມໃນສັນຍາເງິນກູ້ເພີ່ມ ໂດຍ ທ່ານຮອງລັດຖະມົນຕີກະຊວງການ ເງິນ ໃນວັນທີ 14 ຕຸລາ 2022. ສ່ວນ ໂຄງການອື່ນໆໃນຂອບການຮ່ວມມື ແມ່ນຍັງບໍ່ໄດ້ທັນມີຄວາມຄືບໜ້າ ຈາກຝ່າຍຜູ້ສະໜອງທຶນເຊັ່ນ: ໂຄງ ການສ້າງ ລະບົບຂໍ້ມູນຂ່າວສານຄຸ້ມ ຄອງລາຍຮັບສ່ວຍສາອາກອນຂອງ ສປປ ລາວ (TaxRIS) ໄລຍະ2, ໂຄງການສ້າງສູນບໍລິຫານຈັດການ ນ້ຳ ເພື່ອການກະສິກຳແຫ່ງຊາດ, ໂຄງການປ້ອງກັນຕາຝັ່ງເຈື່ອນຢູ່ ແຂວງສະຫວັນນະເຂດ. ໂອກາດດັ່ງກ່າວ, ທ່ານລັດຖະ ມົນຕີກະຊວງການເງິນຍັງ ໄດ້ສະ ແດງຄວາມຂອບໃຈຕໍ່ການຊ່ວຍ ເຫລືອ ແລະ ສະໜັບສະໜູນຂອງລັດ ຖະບານ ສ ເກົາຫລີ ຕໍ່ການພັດທະ ນາເສດຖະກິດ-ສັງຄົມ ຂອງ ສປປ ລາວ ໃນໄລຍະຜ່ານມາ ໃນຫລາຍ ຂົງເຂດ ຜ່ານກອງທຶນ EDCF. ພ້ອມນີ້, ທ່ານຍັງໄດ້ສະເໜີໃຫ້ຝ່າຍ ສ ເກົາຫລີ ສືບຕໍ່ສະໜັບສະໜູນດ້ານ ທຶນຮອນ ກໍຄື ເງິນກູ້ດອກເບ້ຍຜ່ອນ ຜັນໃຫ້ໂຄງການ 14 ໂຄງການທີ່ ນອນ ຢູ່ໃນຂອບການຮ່ວມມືໄລຍະ ປີ 2020-2023 ຕາມແຜນໂດຍສະ ເພາະ ໂຄງການ TaxRIS ໄລຍະ 2 ທີ່ຈະຊ່ວຍເພີ່ມປະສິດທິພາບໃນ ການຄຸ້ມຄອງລາຍຮັບອາກອນໂດຍ ການປັບປຸງການເຮັດວຽກຂອງລະ ບົບ TaxRIS ທີ່ສ້າງໃນໄລຍະທີ 1 ແລະ ເພື່ອໃຫ້ສອດຄ່ອງກັບກົດ ໝາຍ. ຂ່າວ-ພາບ: ກະຊວງການເງິນ ດຣ ໄພວັນ ແກ້ວປະເສີດ ຮອງລັດ ຖະມົນຕີກະຊວງສາທາລະນະສຸກ, ເຈົ້າໜ້າທີ່ອາວຸໂສດ້ານສາທາລະ ນະສຸກ ຈາກບັນດາປະເທດສະມາຊິກ ອາຊຽນ ແລະ ກອງເລຂາອາຊຽນ ເຂົ້າຮ່ວມ. ໃນກອງປະຊຸມ, ຜູ້ເຂົ້າຮ່ວມຈະ ໄດ້ປຶກສາຫາລືໃນຫລາຍບັນຫາ ດ້ານສາທາລະນະສຸກ ແລະ ບັນດາ ເອກະສານສຳຄັນທາງດ້ານການ ພັດທະນາສາທາລະນະສຸກອາຊຽນ ໂດຍສະເພາະແມ່ນຄວາມຄືບໜ້າ ການຈັດຕັ້ງປະຕິບັດແຜນພັດທະ ນາສາທາລະນະສຸກອາຊຽນ ສົກປີ 2021-2025, ລວມທັງບັນດາ ແຜນຈັດຕັ້ງປະຕິບັດທີ່ຮ່ວມມືກັບ ບັນດາປະເທດຄູ່ເຈລະຈາ ແລະ ຄູ່ ຮ່ວມພັດທະນາ. ນອກຈາກນີ້, ກອງປະຊຸມຈະໄດ້ ມີການທົບທວນບັນດາກິດຈະກໍາ, ໂຄງການທີ່ໄດ້ຈັດຕັ້ງປະຕິບັດໃນ ໄລຍະຜ່ານມາຈົນຮອດປັດຈຸບັນ ແລະ ວາງທິດທາງແຜນການໃນຕໍ່ ໜ້າຮ່ວມກັນ ເປັນຕົ້ນ ການຕິດຕາມ ແລະ ລາຍງານຄວາມຄືບໜ້າບັນດາ ວຽກງານທີ່ໄດ້ຕົກລົງໃນກອງປະ ຊຸມຄັ້ງຜ່ານມາ ຂອງເຈົ້າໜ້າທີ່ອາ ວຸໂສ ດ້ານສາທາລະນະສຸກອາຊຽນ ຄັ້ງທີ 16 ແລະ ກອງປະຊຸມລັດຖະ ມົນຕີ ສາທາລະນະສຸກອາຊຽນ ຄັ້ງທີ 15 ໂດຍໄດ້ເນັ້ນໜັກ ແລະ ປຶກສາ ຫາລືໃນຫລາຍບັນຫາສຳຄັນ ເຊັ່ນ: ຄວາມຄືບໜ້າໃນການຈັດຕັ້ງປະຕິ ບັດວຽກງານແຜນພັດທະນາສາ ທາລະນະສຸກອາຊຽນ ຂອງບັນດາ ກຸ່ມສຸຂະພາບອາຊຽນ ໃນໄລຍະ 2021-2025, ການຈັດຕັ້ງປະຕິບັດ ບັນດາຖະແຫລງການຜູ້ນໍາອາຊຽນ ທີ່ຕິດພັນກັບວຽກງານສາທາລະນະ ສຸກ, ປຶກສາຫາລືກ່ຽວກັບຄວາມ ຄືບໜ້າການພິຈາລະນາສັນຍາການ ສ້າງຕັ້ງສູນອາຊຽນ ວ່າດ້ວຍພາ ວະສຸກເສີນດ້ານສາທາລະນະສຸກ ແລະ ພະຍາດທີ່ເກີດຂຶ້ນໃໝ່ ແລະ ຂອບເຂດລະບົບກົນໄກການປະ ສານງານອາຊຽນ ກ່ຽວກັບພາວະ ສຸກເສີນດ້ານສາທາລະນະສຸກພ້ອມ ບັນຫາອື່ນໆທີ່ສຳຄັນ ທີ່ຈະໄດ້ປຶກ ສາຫາລືຮ່ວມກັນ ຂອງເຈົ້າໜ້າທີ່ ອາວຸໂສ ດ້ານການພັດທະນາສາທາ ລະນະສຸກລະຫວ່າງບັນດາປະເທດ ສະມາຊິກອາຊຽນ, ປະເທດຄູ່ເຈລະ ຈາ ແລະ ບັນດາປະເທດຄູ່ຮ່ວມພັດ ທະນາຕ່າງໆ. ເຂົ້າຮ່ວມຂອງທ່ານ ໂພສີ ແກ້ວມະ ນີວົງ ຮອງລັດຖະມົນຕີກະຊວງ ຖວທ, ມີທ່ານ ບຸນເສີດ ເສດທິລາດ ຮອງເຈົ້າແຂວງອັດຕະປື, ມີຫົວໜ້າ ກົມສື່ມວນຊົນ, ຫົວໜ້າພະແນກ ຖວທ ແຂວງ ພ້ອມດ້ວຍຄະນະ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ. ອຸປະກອນຊຸດໂທລະໂຄ່ງມອບ- ຮັບໃນຄັ້ງນີ້, ປະກອບມີເຄື່ອງຂະ ຫຍາຍສຽງ, ຊຸດປາກໂທລະໂຄ່ງ, ສາຍໂທລະໂຄ່ງ, ເຄື່ອງຮັບສັນຍານ ວິທະຍຸ, ຈານຮັບດາວທຽມ ສຳລັບ ຮັບສັນຍານວິທະຍຸ ແລະ ອຸປະກອນ ເສີມ ອື່ນໆອີກຈະນວນໜຶ່ງ ເຊິ່ງຈະ ໄດ້ປະກອບຕິດຕັ້ງຢູ່ຂັ້ນບ້ານໃນ ທົ່ວ ແຂວງ ເພື່ອໃຫ້ອົງການປົກຄອງ ບ້ານນຳໃຊ້ເຂົ້າໃນການໂຄສະນາ ປະຊາສຳພັນວຽກງານຂ່າວສານ ຕ່າງໆພາຍໃນບ້ານ ແລະ ທັງເປັນ ການເພີ່ມທະວີ ເປັນກະບອກສຽງ ໃນການໂຄສະນາເຜີຍແຜ່ແນວທາງ ນະໂຍບາຍຂອງ ພັກ-ລັດ ເປັນຕົ້ນ: ການກະຈາຍຂໍ້ມູນຂ່າວສານ, ສາລະ ໜ້າຮູ້ ໃຫ້ປະຊາຊົນພາຍໃນບ້ານໄດ້ ຮັບຟັງ ແລະ ຮັບຮູ້ວຽກງານໃຫ້ ທັນກັບສະພາບການເຊັ່ນ: ການເຝົ້າ ລະວັງການແພ່ລະບາດຂອງພະ ຍາດ, ສະພາບໄພພິບັດຕ່າງໆ ແລະ ອື່ນໆ. ລະບົບໂທລະໂຄ່ງທີ່ນຳມາ ມອບໃນຄັ້ງນີ້ແມ່ນໄດ້ຮັບການຊ່ວຍ ເຫລືອຂອງກະຊວງຖະແຫລງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ. ພ້ອມດຽວກັນນີ້, ຍັງໄດ້ມີການ ຝຶກອົບຮົມຍົກລະດັບກ່ຽວກັບວຽກ ເຕັກນິກ ການນຳໃຊ້ໂດຍພື້ນຖານ, ການຕິດຕັ້ງໂທລະໂຄ່ງ, ຕິດຕັ້ງຈານ ດາວທຽມ, ການນຳໃຊ້ອຸປະກອນ, ການບໍາລຸງຮັກສາອຸປະກອນຢ່າງ ຖືກຕ້ອງຕາມຫລັກການ ໃຫ້ພະນັກ ງານວິຊາການເຕັກນິກທີ່ກ່ຽວຂ້ອງ ຂອງແຂວງ ແລະ ພະນັກງານຈາກ 5 ເມືອງເປົ້າໝາຍ ເພື່ອໃຫ້ໄປນຳ ໃຊ້ຢ່າງຖືກວິທີໃຫ້ມີຄວາມຍືນຍົງ. ຂ່າວ: ນັກຂ່າວແຂວງອັດຕະປື

RkJQdWJsaXNoZXIy MTc3MTYxMQ==