5645

gxufl6o;k'ltcf';afmtotme]qfw2 16jlt4kouot7vos];';P'9ao ຖະໜົນ 450 ປີ ບ້ານດົງໂພນແຮ່ ເມືອງຫາດຊາຍຟອງ ນະຄອນຫລວງວຽງຈັນ www.kpl.gov.la , Facebook: ປະເທດລາວ Pathedlao, Email: kpl@laotel.com , Tel/Fax:(021) 215402 ວັນພະຫັດ 22.06.2023 ປີທີ 22 ສະບັບທີ 5.704 rda xt-k-oq xt8;y fa]k; mu,j du Pflts'k \oA pon K j rvh ,doa l,5 .l9j fa 8'A xt8[y fa 2 ;k]tcs'j -kf .sgh xoa I[6 xtme  ອ່ານຕໍ່ໜ້າ 8  ອ່ານຕໍ່ໜ້າ 2  ອ່ານຕໍ່ໜ້າ 2  ອ່ານຕໍ່ໜ້າ 2  ອ່ານຕໍ່ໜ້າ 2  ອ່ານຕໍ່ໜ້າ 4  ອ່ານຕໍ່ໜ້າ 2  ອ່ານຕໍ່ໜ້າ 2 mqj;xtgmfgxuflv[gla'9q[-Ao ,7 lqdIPo 2022-2023 7tot[]= sy ko'korda c0;'7e,;j o fegouodv'xt-5,7q[7tot dk'ltw\ c8j'8A'rtoad'kovq'dkowvptdko xt-k-qog0f I xt9eg,nv'la'mv' g9Q k|h kmu j vk;5 3lvk-Po sk]n gvdtlko le7a ofh kodkora fmtoklkmk]totl5 d 7tot[=]ysko'koraddt-;' xdl fegoou dv'xt-,5 7[q 7totdk'ltw\ dt-;' 4;m ,v[3m]t37j' 50 -5f .shc0;'vaf8txn dv'xt-5,7q[7totdk'ltw\ 0v'7tot[= ]y sko'kora ddt-;'rkp.o *ການສອບເສັງຈົບຊັ້ນ ມ7 ສົກ ຮຽນ 2022-2023 ໄດ້ເປີດຂຶ້ນ ໃນຕອນເຊົ້າວັນທີ 21 ມິຖຸນາ 2023 ພ້ອມກັນທົ່ວປະເທດ ໂດຍສອບ ເສັງ 5 ວິຊາຄື: ວິຊາຄະນິດສາດ, ພາ ສາລາວ-ວັນນະຄະດີ, ກຸ່ມວິທະຍາ ສາດທໍາມະຊາດ, ກຸ່ມວິທະຍາສາດ ສັງຄົມ ແລະ ວິຊາພາສາອັງກິດ. ການສອບເສັງຈົບຊັ້ນ ມ7 ຈະ ດຳເນີນເປັນເວລາ 3 ວັນ ຈົນຮອດ ວັນທີ 23 ມິຖຸນາ 2023 ເພື່ອ ເຮັດໃຫ້ການສອບເສັງຄັ້ງນີ້ ບັນລຸ ຕາມຄາດໝາຍ ແລະ ຮັກສາໄດ້ ຄວາມເປັນລະບຽບຮຽບຮ້ອຍນັ້ນ ແຕ່ລະແຂວງ, ເມືອງທົ່ວປະເທດ ໄດ້ກຽມຄວາມພ້ອມດ້ານຕ່າງໆ ເປັນຕົ້ນ: ເອກະສານ, ສູນສອບເສັງ, ຂປລ. ກອງປະຊຸມຄົບຄະນະ ກາງສະໄໝ ຂອງຄະນະບໍລິຫານ ງານພັກແຂວງຄຳມ່ວນ ສະໄໝທີ X ໄດ້ໄຂຂຶ້ນໃນວັນທີ 20 ມິຖຸນາ 2023 ໃຫ້ກຽດເຂົ້າຮ່ວມຂອງ ສະ ຫາຍ ບຸນທອງ ຈິດມະນີ ກຳມະການ ກົມການເມືອງສູນກາງພັກ, ຜູ້ປະ ຈຳການຄະນະເລຂາທິການສູນ ກາງພັກ, ຮອງປະທານປະເທດແຫ່ງ ສປປ ລາວ, ມີສະຫາຍເລຂາ ພັກ ແຂວງ, ຮອງເລຂາພັກແຂວງ, ບັນດາສະຫາຍໃນຄະນະບໍລິຫານ ງານພັກແຂວງ, ຄະນະສະພາປະ ຊາຊົນແຂວງ, ຄະນະພັກຮາກຖານ, ຂປລ. ກອງປະຊຸມຄົບຄະນະກາງສະໄໝ ຂອງ ຄະນະບໍລິຫານງານພັກກະຊວງພາຍໃນ ສະໄໝທີ II ຂປລ. ກອງປະຊຸມເຈົ້າໜ້າທີ່ອາ ວຸໂສ ດ້ານສາທາລະນະສຸກອາຊຽນ ຄັ້ງທີ 17 ແລະ ກອງປະຊຸມທີ່ກ່ຽວ ຂ້ອງຈັດຂຶ້ນໃນວັນທີ 19-23 ມິຖຸນາ ຂປລ.ໃນວັນທີ 22 ມິຖຸນາ 2023 ທີ່ພະແນກຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ (ຖວທ) ແຂວງອັດຕະປື ໄດ້ມີພິທີ ມອບ-ຮັບອຸປະກອນຊຸດໂທລະໂຄ່ງ ຈໍານວນ 50 ຊຸດ ຕາງໜ້າມອບໂດຍ ທ່ານ ສົມສະຫວາດ ພົງສາ ຫົວໜ້າ ກົມສື່ມວນຊົນ ກະຊວງ ຖວທ ແລະ ຕາງໜ້າຮັບໂດຍ ທ່ານ ກົງຈັກ ສີສະຫວາດ ຫົວໜ້າພະແນກ ຖວທ ແຂວງອັດຕະປື, ໂດຍການໃຫ້ກຽດ ສອບເສັງຈົບຊັ້ນມັດທະຍົມຕອນປາຍ (ມ7) ແຂວງຫລວງພະບາງ ອົງການຈັດຕັ້ງມະຫາຊົນ, ຄະນະ ບໍລິຫານງານພັກເມືອງ 10 ເມືອງ ແລະ ໜ່ວຍພັກຮາກຖານອ້ອມຂ້າງ ແຂວງ ເຂົ້າຮ່ວມ. ສະຫາຍ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ, ເລຂາພັກ ແຂວງເຈົ້າແຂວງຄຳມ່ວນ ໄດ້ກ່າວ ວ່າ: ກອງປະຊຸມຄັ້ງນີ້, ຈະໄດ້ສັງ ເກດຕີລາຄາບັນດາໝາກຜົນຂອງ ການຈັດຕັ້ງປະຕິບັດມະຕິກອງປະ ຊຸມໃຫຍ່ ຄັ້ງທີ X ຂອງອົງຄະນະ ພັກແຂວງຄໍາມ່ວນ, ແຜນພັດທະ ນາເສດຖະກິດ-ສັງຄົມ ໃນໄລຍະ ກາງສະໄໝຕິດພັນກັບການຈັດຕັ້ງ ຜັນຂະຫຍາຍ, ວຽກງານສອງວາ ລະແຫ່ງຊາດ ແລະ ທິດທາງແຜນ ການ, ຄາດໝາຍສູ້ຊົນໃນຕໍ່ໜ້າ, ຍົກ ໃຫ້ເຫັນດ້ານດີ, ດ້ານອ່ອນ-ຂໍ້ ສະຫາຍ ນາງ ສີໃສ ລືເດດມູນສອນ ຈັດຂຶ້ນຢ່າງເປັນທາງການໃນວັນທີ 21-23 ມິຖຸນາ 2023 ໂດຍການ ໃຫ້ກຽດເຂົ້າຮ່ວມຂອງສະຫາຍ ນາງ ສີໃສ ລືເດດມູນສອນ ກຳມະ ການກົມການເມືອງສູນກາງພັກ, ຄະນະເລຂາທິການສູນກາງພັກ, ຫົວ ໜ້າຄະນະຈັດຕັ້ງສູນກາງພັກ, ມີສະ ຫາຍ ທອງຈັນ ມະນີໄຊ ກຳມະການ ສູນກາງພັກ, ເລຂາພັກກະຊວງ, ລັດ ຖະມົນຕີກະຊວງພາຍໃນ, ມີຮອງເລ ຂາພັກກະຊວງ, ຄະນະປະຈຳພັກ, ກຳມະການພັກກະຊວງ, ຄະນະ ໜ່ວຍພັກ, ຄະນະຫ້ອງການ, ກົມ, ສູນ ແລະ ສະຖາບັນ, 3 ອົງການຈັດ ຫງົບ(ປກສ) ສະໄໝທີ V ຈັດຂຶ້ນ ໃນວັນທີ 20 ມິຖຸນາ 2023 ໂດຍ ການເປັນປະທານຂອງສະຫາຍ ພົອ ວິໄລ ຫລ້າຄຳຟອງ ກຳມະການກົມ ການເມືອງສູນກາງພັກ, ເລຂາທິ ການສູນກາງພັກ, ຮອງນາຍົກລັດຖະ ມົນຕີ, ລັດຖະມົນຕີກະຊວງ ປກສ, ມີຮອງເລຂາ, ຄະນະປະຈໍາພັກ, ຄະ ນະພັກກະຊວງ, ຄະນະພັກຮາກຖານ ແລະ ແຂກຮັບເຊີນເຂົ້າຮ່ວມ. ສະຫາຍ ພົທ ກົງທອງ ພົງວິຈິດ ກຳມະການສູນກາງພັກ, ຮອງເລ ຂາພັກ, ຮອງລັດຖະມົນຕີກະຊວງ ປກສ ໄດ້ກ່າວວ່າ: ກອງປະຊຸມກາງ ສະຫາຍ ພົອ ວິໄລ ຫລ້າຄຳຟອງ ຂປລ. ກອງປະຊຸມຄົບຄະນະ ກາງສະໄໝ ຂອງ ຄະນະບໍລິຫານງານພັກ ກະຊວງປ້ອງກັນຄວາມສະ 2023 ທີ່ນະຄອນຫລວງວຽງຈັນ ໃນຮູບແບບເຊິ່ງໜ້າ ແລະ ອອນລາຍ ໂດຍການເປັນປະທານຂອງທ່ານ ຂປລ. ເມື່ອບໍ່ດົນມານີ້, ໄດ້ມີພິ ທີປະກາດການແຕ່ງຕັ້ງພະນັກງານ ອົງການໄອຍະການປະຊາຊົນເຂດ I ປະຈໍາເມືອງສັງທອງ ນະຄອນ ຫລວງວຽງຈັນ ແລະ ເປີດນໍາໃຊ້ ຫ້ອງການອົງການໄອຍະການປະ ຊາຊົນເຂດ I ປະຈໍາເມືອງສັງທອງ ຢ່າງເປັນທາງການ ໂດຍມີ ທ່ານ ອ່ອນຈັນ ມະນີວັນ ຫົວໜ້າກົມຕິດ ຕາມກວດກາການດຳເນີນຄະດີອາ ຍາ ອົງການໄອຍະການປະຊາຊົນ ສູງສຸດ (ອອປສ), ທ່ານ ພົງສະຫວັນ ສີຣິພັນ ເຈົ້າເມືອງສັງທອງ, ມີຮອງ ຫົວໜ້າກົມກວດກາ ອອປສ, ຫົວໜ້າ ອົງການໄອຍະການປະຊາຊົນນະ ຄອນຫລວງວຽງຈັນ, ຫົວໜ້າອົງ ການໄອຍະການປະຊາຊົນເຂດ I ພ້ອມດ້ວຍພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ. ໃນພິທີ, ທ່ານ ຄໍານຸທອນ ສູນວິ ເລີດ ຮອງຫົວໜ້າກົມຈັດຕັ້ງ-ພະ

lkmk]tot]fa xt-kmxy tw8 xt-k-oq ]k; \oA pon K @ 0kj ; c]t gsfdko 22/06/2023 xtgmf]k; ທົ່ວປະເທດ ເປີດສອບເສັງ.... ກະຊວງ ຖວທ... ກອງປະຊຸມຄົບຄະນະ... ຄະນະບໍລິຫານພັກແຂວງ.... ຄະນະບໍລິຫານພັກກະຊວງ.... ເຈົ້າໜ້າທີ່ອາວຸໂສ... ຫ້ອງສອບເສັງ. ໃນນັ້ນ, ສະເພາະຢູ່ ນະຄອນຫລວງວຽງຈັນ ຈັດເປັນ 22 ສູນສອບເສັງຄື: ເມືອງ ຈັນທະບູ ລີ 2 ສູນ, ເມືອງສີໂຄດຕະບອງ, ເມືອງໄຊເສດຖາ ເມືອງລະ 3 ສູນ, ເມືອງສີສັດຕະນາກ, ເມືອງນາຊາຍ ທອງ ເມືອງລະ 2 ສູນ, ເມືອງໄຊທານີ 6 ສູນ, ເມືອງຫາດຊາຍຟອງ, ເມືອງ ສັງທອງ ເມືອງລະ 1 ສູນ ແລະ ເມືອງປາກງື່ມ 2 ສູນ ມີຈໍານວນ ນັກສອບເສັງ 9.489 ຄົນ, ມີຫ້ອງ ສອບເສັງ 456 ຫ້ອງສະເລ່ຍຫ້ອງ ລະ 22-23 ຄົນ. ສ່ວນຢູ່ແຂວງບໍ່ແກ້ວ ມີນັກຮຽນ ມ7 ທີ່ມີໜ້າສອບເສັງຈົບຊັ້ນຕົວຈິງ 1.368 ຄົນ ຍິງ 627 ຄົນ, ມີ 17 ສູນສອບເສັງ ແລະ 82 ຫ້ອງສອບ ເສັງ. ໃນນີ້, ເມືອງຫ້ວຍຊາຍ ມີ 7 ສູນສອບເສັງ 41 ຫ້ອງສອບເສັງ, ມີນັກຮຽນ 680 ຄົນ ຍິງ 309 ຄົນ, ເມືອງຕົ້ນເຜິ້ງ 2 ສູນສອບເສັງ 14 ຫ້ອງເສັງ, ມີນັກຮຽນ 232 ຄົນ ຍິງ 97 ຄົນ, ເມືອງປາກທາ 2 ສູນສອບເສັງ ມີ 5 ຫ້ອງເສັງ,ມີນັກ ຮຽນ 88 ຄົນ ຍິງ 50 ຄົນ, ເມືອງ ຜາອຸດົມ 4 ສູນສອບເສັງ ມີ 16 ຫ້ອງເສັງ, ມີນັກຮຽນ 272 ຄົນ ຍິງ 125 ຄົນ ແລະ ເມືອງເມິງ ມີ 2 ສູນ ສອບເສັງ, ມີ 6 ຫ້ອງເສັງ. ສຳຫລັບແຂວງຫລວງພະບາງ ມີນັກຮຽນຊັ້ນ ມ7 ທີ່ມີເງື່ອນ ໄຂ ສອບເສັງຈຳນວນ 2.993 ຄົນ, ຍິງ 1. 276 ຄົນ, ແບ່ງອອກເປັນ 38 ສູນສອບເສັງ ລວມມີ 147 ຫ້ອງ ແລະ ຢູ່ແຂວງໄຊສົມບູນມີສູນ ສອບເສັງທັງໝົດ 9 ສູນ, ຫ້ອງ ສອບເສັງມີ 47 ຫ້ອງ, ນັກສອບ ເສັງທັງໝົດ 983 ຄົນ; ຍິງ 383 ຄົນ. ໃນການສອບເສັງຄັ້ງນີ້ທຸກພາກ ສ່ວນໄດ້ເອົາໃຈໃສ່ປະຕິບັດລະບຽບ ຂອງການສອບເສັງຢ່າງເຂັ້ມງວດ, ຮັບປະກັນຄວາມໂປ່ງໃສ ແລະ ຮັບ ປະກັນໃຫ້ການສອບເສັງບັນລຸຕາມ ລະດັບຄາດໝາຍທີ່ວາງໄວ້. ຄົງຄ້າງ, ສາເຫດ ແລະ ບົດຮຽນ ທີ່ຖອດຖອນໄດ້ ພ້ອມທັງຄົ້ນຄວ້າ, ກຳນົດທິດທາງແຜນການ ແຕ່ນີ້ ຮອດປີ 2025 ໃຫ້ມີຄວາມສອດ ຄ່ອງກັບສະພາບຈຸດພິເສດ, ທ່າແຮງ ແລະ ເງື່ອນໄຂຂອງແຂວງ ແນໃສ່ ເຮັດໃຫ້ການຈັດຕັ້ງປະຕິບັດມະຕິ ກອງປະຊຸມໃຫຍ່ຄັ້ງທີ X ຂອງອົງ ຄະນະພັກແຂວງ ກໍຄືແຜນພັດທະ ນາເສດຖະກິດ-ສັງຄົມ ບັນລຸຜົນ ສຳເລັດຕາມຄາດໝາຍ. ພ້ອມດຽວ ກັນ, ຍັງໄດ້ຕີລາຄາຄືນຄວາມຮັບ ຜິດຊອບໜ້າທີ່ການເມືອງຕໍ່ການ ນຳພາລວມ ແລະ ບຸກຄົນໃນຄະນະ ພັກແຂວງ ເພື່ອເສີມຂະຫຍາຍດ້ານ ດີ, ປັບປຸງດ້ານອ່ອນ-ຂໍ້ຄົງຄ້າງ ໃຫ້ ດີຂຶ້ນ ເປັນການຍົກສູງຄວາມສາ ມາດໃນການນຳພາ ແນໃສ່ເຮັດໃຫ້ ການປະຕິບັດໜ້າທີ່ການເມືອງບັນ ລຸຕາມແຜນການ. ໃນວາລະກອງປະຊຸມ, ຍັງໄດ້ ດຳເນີນການທາບທາມຄວາມເຊື່ອ ໝັ້ນໄວ້ວາງໃຈ ຕໍ່ການນຳພາລວມ ແລະ ບຸກຄົນຄະນະບໍລິຫານງານພັກ ແຂວງ ແລະ ປະກອບຄຳເຫັນໃສ່ ຮ່າງບົດສະຫລຸບການນຳພາຈັດ ຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ X ຂອງອົງຄະນະພັກແຂວງ, ຮ່າງບົດສະຫລຸບການຈັດຕັ້ງປະ ຕິບັດແຜນພັດທະນາເສດຖະກິດສັງຄົມ ແລະ ທິດທາງແຜນການ, ຄາດໝາຍສູ້ຊົນໃນຕໍ່ໜ້າ, ຮັບຟັງ ການປະກອບຄຳເຫັນໃນບາງຂົງ ເຂດວຽກງານທີ່ສຳຄັນຂອງ ແຂວງ ເປັນຕົ້ນ ການຕີລາຄາວຽກງານ ການເມືອງ-ແນວຄິດຂອງແຂວງ, ການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ນແຂງ, ໜັກແໜ້ນ, ການຈັດຕັ້ງ ປະຕິບັດວຽກງານຂົງເຂດ ປກຊປກສ ຕິດພັນກັບການປະຕິບັດວາ ລະແຫ່ງຊາດ ວ່າດ້ວຍການແກ້ໄຂ ບັນຫາຢາເສບຕິດ, ການດຶງດູດ ການລົງທຶນພາຍໃນ ແລະ ຕ່າງປະ ເທດ ແລະ ການຈັດຕັ້ງປະຕິບັດວຽກ ງານປະຕູດຽວ, ການເກັບລາຍຮັບ, ຄຸ້ມຄອງລາຍຈ່າຍຕິດພັນກັບການ ຫັນເປັນທັນສະໄໝ, ວຽກງານສາທາ ລະນະສຸກ, ມາດຕະການປ້ອງກັນ ພະຍາດໂຄວິດ-19 ແລະການປ້ອງ ກັນພະຍາດຕາມລະດູການ, ການ ດຶງດູດການທ່ອງທ່ຽວພາຍໃນ ແຂວງ ແລະ ການສ້າງບ້ານສາມັກ ຄີປອງດອງ. ພ້ອມທັງດຳເນີນກອງ ປະຊຸມຄົບຄະນະກາງສະໄໝຄະ ນະບໍລິຫານງານພັກແຂວງຄຳມ່ວນ ສະໄໝທີ X ເຊິ່ງຈະດໍາເນີນໄປຮອດ ວັນທີ 23 ມິຖຸນາຈຶ່ງຈະສໍາເລັດ. ສະໄໝຂອງຄະນ ະບໍລິຫານງານພັກ ກະຊວງ ປກສ ຄັ້ງນີ້, ສຸດທີ່ມີຄວາມ ໝາຍສໍາຄັນງຕໍ່ກັບຊີວິດການເມືອງ ຂອງກຳລັງປ້ອງກັນຄວາມສະຫງົບ ເພາະເປັນການປະຕິບັດກົດລະບຽບ ຂອງພັກ, ທັງແມ່ນຄວາມຮຽກຮ້ອງ ຕ້ອງການພາວະວິໄສ ເພື່ອກວດ ກາ, ຕີລາຄາຄືນການຈັດຕັ້ງປະຕິ ບັດເນື້ອໃນມະຕິກອງປະຊຸມໃຫຍ່ ຄັ້ງທີ V ຂອງຄະນະພັກກະຊວງ ປ້ອງກັນຄວາມສະຫງົບ ໃນໄລຍະ ກາງສະໄໝຜ່ານມາ ແລະ ເພື່ອສືບ ຕໍ່ຈັດຕັ້ງປະຕິບັດໃນອີກເຄິ່ງສະໄໝ ຕໍ່ໜ້າ, ທັງປັບປຸງພັກ, ປັບປຸງກໍາລັງ ປ້ອງກັນຄວາມສະຫງົບມີຄວາມ ປອດໃສ, ເຂັ້ມແຂງ, ໜັກແໜ້ນ ແລະ ທັນສະໄໝຂຶ້ນເທື່ອລະກ້າວ. ພ້ອມນີ້, ກອງປະຊຸມຍັງໄດ້ຜ່ານ ຄໍາສັ່ງຂອງຄະນະເລຂາທິການສູນ ກາງພັກ ສະບັບເລກທີ 268/ຄລສພ ແລະ ຜ່ານມາດຖານຄະນະບໍລິຫານ ງາຍສູນກາງພັກກະຊວງ, ໜ້າທີ່ ແລະ ສິດ ຂອງຄະນະພັກກະຊວງ ແລະ ຂໍ້ຫ້າມສໍາລັບສະມາຊິກພັກ. ໂອກາດດັ່ງກ່າວ, ສະຫາຍ ພົອ ວິໄລ ຫລ້າຄໍາຟອງ ມີຄໍາເຫັນຊີ້ນໍາຕໍ່ ການທາບທາມຄວາມໄວ້ວາງໃຈ, ພ້ອມທັງຮຽກຮ້ອງໃຫ້ຄະນະພັກ, ຄະນະບັນຊາແຕ່ລະຂັ້ນຕ້ອງປະຕິ ບັດຢ່າງເຖິງຖອງ, ຈິງໃຈກ້າເບິ່ງສະ ພາບຕົວຈິງທີ່ເກີດຂຶ້ນຢູ່ໃນກຳລັງ, ທັງອັນລວມ ແລະ ອັນສະເພາະຢູ່ ແຕ່ລະກົມກອງ-ທ້ອງຖິ່ນທີ່ຕົນຮັບ ຜິດຊອບນຳພາ, ຕີລາຄາໃຫ້ຖືກ ຕ້ອງ, ຊັດເຈນບັນຫາຄົງຄ້າງທີ່ເກີດ ຂຶ້ນ, ສ້າງຄວາມເຂົ້າໃຈເປັນເອກະ ພາບ ແລະ ຕັດສິນໃຈແກ້ບັນຫາຢ່າງ ເອົາຈິງເອົາຈັງ, ເຮັດໃຫ້ການຫັນ ເນື້ອໃນມະຕິກອງປະຊຸມໃຫຍ່ ຄັ້ງທີ V ຂອງຄະນະພັກກະຊວງກາຍເປັນ ທິດທາງໜ້າທີ່ຕົ້ນຕໍ, ສອດຄ່ອງ ກັບສະພາບຕົວຈິງຂອງກົມກອງ ທ້ອງຖິ່ນຕົນ ໃຫ້ບັນລຸຕາມຄາດ ໝາຍ, ມີເນື້ອໃນເລິກເຊິ່ງ ແລະ ດີຂຶ້ນ ກວ່າເກົ່າ. ຂ່າວ: ສຸກສະຫວັດ,ຂໍ້ມູນ: ຈັນສະໝອນ ຕັ້ງມະຫາຊົນ ແລະ ແຂກຖືກເຊີນ ເຂົ້າຮ່ວມ. ສະຫາຍ ທອງຈັນ ມະນີໄຊ ໄດ້ ກ່າວວ່າ: ກອງປະຊຸມຄົບຄະນະກາງ ສະໄໝຂອງຄະນະບໍລິຫານງານພັກ ກະຊວງພາຍໃນຄັ້ງນີ້ ສຸດທີ່ມີຄວາມ ໝາຍ ແລະ ຄວາມສໍາຄັນຢ່າງຍິ່ງ ຊຶ່ງຈະໄດ້ລົງເລິກສັງເກດຕີລາຄາ ບັນດາຜົນສຳເລັດໃນການນຳພາຊີ້ນຳຈັດຕັ້ງຜັນຂະຫຍາຍມະຕິ ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ, ມະຕິກອງປະຊຸມໃຫຍ່ ຄັ້ງທີ II ຂອງ ອົງຄະນະພັກກະຊວງພາຍໃນ, ການ ຈັດຕັ້ງປະຕິບັດແຜນພັດທະນາໃນ ໄລຍະກາງສະໄໝຜ່ານມາ ແລະ ທິດທາງນຳພາ-ຊີ້ນຳ ຈັດຕັ້ງປະຕິ ບັດຄາດໝາຍສູ້ຊົນແຕ່ລະດ້ານໃນ ຕໍ່ໜ້າຕິດພັນກັບການປະຕິບັດສອງ ວາລະແຫ່ງຊາດ ໂດຍສະເພາະແມ່ນ ການນຳພາ-ຊີ້ນຳ ຢ່າງຮອບດ້ານ ຂອງຄະນະບໍລິຫານງານພັກກະ ຊວງຕະຫລອດໄລຍະກາງສະໄໝ ແຕ່ປີ 2021-2023 ກໍຄືໄລຍະ 2 ປີເຄິ່ງທີ່ຜ່ານມາ, ຍົກໃຫ້ເຫັນ ດ້ານດີ-ຜົນງານ, ດ້ານອ່ອນ-ຂໍ້ຄົງ ຄ້າງ, ສາເຫດ ແລະ ບົດຮຽນທີ່ຖອດ ຖອນໄດ້. ພ້ອມທັງຄົ້ນຄວ້າ, ກຳນົດ ທິດທາງແຜນການ ແຕ່ນີ້ຮອດປີ 2025 ໃຫ້ມີຄວາມສອດຄ່ອງກັບ ສະພາບຈຸດພິເສດ, ທ່າແຮງ ແລະ ເງື່ອນໄຂຂອງກະຊວງໄປຄຽງຄູ່ ກັບການກຳນົດວິທີການ ແລະ ມາດ ຕະການໃນການແກ້ໄຂໃນຕໍ່ໜ້າທີ່ ຊັດເຈນ ແນໃສ່ເຮັດໃຫ້ການຈັດຕັ້ງ ປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງ ທີ II ຂອງອົງຄະນະພັກກະຊວງ, ແຜນການ 5 ປີ ຄັ້ງທີ II ຂະແໜງ ການພາຍໃນບັນລຸຜົນສຳເລັດຕາມ ຈຸດປະສົງຄາດໝາຍທີ່ວາງໄວ້. ພ້ອມກັນນັ້ນ, ຍັງເປັນການກວດກາ ຄືນຄວາມຮັບຜິດຊອບໜ້າທີ່ການ ເມືອງ ຂອງຄະນະບໍລິຫານງານພັກ ກະຊວງຕໍ່ອັນລວມ ແລະ ອັນສະ ເພາະຂອງແຕ່ລະສະຫາຍແນໃສ່ ເສີມຂະຫຍາຍດ້ານດີ ແລະ ປັບ ປຸງດ້ານອ່ອນ-ຂໍ້ຄົງຄ້າງໃຫ້ດີຂຶ້ນ ເພື່ອເຮັດໃຫ້ການປະຕິບັດໜ້າທີ່ການ ເມືອງ ທີ່ໄດ້ຮັບມອບໝາຍບັນລຸຕາມ ຄາດໝາຍທີ່ວາງໄວ້, ພ້ອມທັງເປັນ ການຍົກສູງຄວາມສາມາດນຳພາ ແລະ ລັກສະນະເປັນແບບຢ່າງນໍາ ໜ້າຂອງຄະນະພັກໃຫ້ດີຂຶ້ນ. ກອງປະຊຸມຄັ້ງນີ້, ຍັງໄດ້ເຊື່ອມ ຊຶມຄຳສັ່ງຂອງຄະນະເລຂາທິການ ສູນກາງພັກ ສະບັບເລກທີ 268/ ຄລສພ, ລົງວັນທີ 20 ມັງກອນ 2023 ວ່າດ້ວຍການດໍາເນີນກອງ ປະຊຸມຄົບຄະນະກາງສະໄໝຂອງ ຄະນະບໍລິຫານງານພັກແຕ່ລະຂັ້ນ, ມາດຕະຖານຄະນະບໍລິຫານງານ ພັກກະຊວງ, ສິດ ແລະ ໜ້າທີ່ຂອງ ຄະນະບໍລິຫານງານພັກ ແລະ ຂໍ້ ຫ້າມສຳລັບສະມາຊິກພັກ; ດຳເນີນ ການທາບທາມຄວາມເຊື່ອໝັ້ນໄວ້ ວາງໃຈຕໍ່ການນຳພາລວມ ແລະ ບຸກ ຄົນໃນຄະນະບໍລິຫານງານພັກກະ ຊວງສະໄໝທີ II, ພ້ອມທັງດຳເນີນ ກອງປະຊຸມເປີດກວ້າງຄົບຄະນະ ກາງສະໄໝຂອງຄະນະບໍລິຫານ ງານພັກກະຊວງ ສະໄໝທີ II ເພື່ອ ສັງເກດຕີລາຄາ ແລະ ທົບທວນຄືນ ການນຳພາ-ຊີ້ນຳຈັດຕັ້ງປະຕິບັດ ມະຕິກອງປະຊຸມໃຫຍ່ ຄັ້ງທີ II ຂອງອົງຄະນະພັກກະຊວງພາຍໃນ ກາງສະໄໝ ແລະ ສະຫລຸບຕີລາຄາ ການຈັດຕັ້ງປະຕິບັດແຜນການ 5 ປີ ຄັ້ງທີ II ຂະແໜງການພາຍໃນ ກາງສະໄໝຢ່າງຮອບດ້ານ ແລະ ກຳນົດທິດທາງແຜນການນຳພາຊີ້ນຳ ແລະ ຈັດຕັ້ງປະຕິບັດໃນຕໍ່ ໜ້າ. ພ້ອມກັນນັ້ນ, ກໍໄດ້ດຳເນີນຊີ ວິດການເມືອງໃນຄະນະບໍລິຫານ ງານພັກກະຊວງ ເພື່ອສຳຫລວດ ການນຳພາລວມ ແລະ ບຸກຄົນໃນຄະ ນະບໍລິຫານງານພັກກະຊວງພາຍ ໃນ ເພື່ອເປັນການເສີມຂະຫຍາຍ ດ້ານຕັ້ງໜ້າ ແລະ ປັບປຸງແກ້ໄຂດ້ານ ອ່ອນ ແລະ ຂໍ້ຄົງຄ້າງຂອງແຕ່ລະສະ ຫາຍໃນຄະນະບໍລິຫານງານພັກກະ ຊວງ ເປັນການຍົກສູງປັບປຸງປົວ ແປງພັກໃຫ້ໜັກແໜ້ນ, ເຂັ້ມແຂງ. ໃນໂອກາດນີ້, ສະຫາຍ ນາງ ສີໃສ ລືເດດມູນສອນ ໄດ້ເນັ້ນໜັກໃຫ້ບັນ ດາສະຫາຍຜູ້ແທນກອງປະຊຸມເຊີດ ຊູຄວາມຮັບຜິດຊອບຂອງຕົນ ເຂົ້າ ໃນການທາບທາມຄວາມເຊື່ອໝັ້ນ ໄວ້ວາງໃຈຕໍ່ການນຳພາລວມ ແລະ ບຸກຄົນໃນຄະນະບໍລິຫານງານພັກ ກະຊວງຢ່າງພາວະວິໄສ ຖືກຕ້ອງ ຕາມຄວາມເປັນຈິງ, ຢຶດໝັ້ນຕາມ ຫລັກການ, ກົດລະບຽບ ແລະ ທັດສະ ນະຂອງພັກຢ່າງຖືກຕ້ອງທີ່ສຳຄັນ ຕ້ອງຫລີກລ່ຽງການມີທັດສະນະ ອັກຄະຕິສ່ວນຕົວ ເພື່ອເປັນການ ໂຄ່ນລົ້ມໂຈມຕີບຸກຄົນໃດບຸກຄົນໜຶ່ງ ຫລື ຕໍ່ການຈັດຕັ້ງໃດໜຶ່ງຕໍ່ການນຳ ພາລວມ ໂດຍບໍ່ມີການວິເຄາະວິໄຈ ໄຕ່ຕອງຖີ່ຖ້ວນຢ່າງພາວະວິໄສ ແລະ ແທດເຖິງຕົວຈິງ ທີ່ຈະພາໃຫ້ບຸກຄົນ ຫລື ການຈັດຕັ້ງນັ້ນໆມີການເສື່ອມ ເສຍ, ການຕຳນິສົ່ງຂ່າວຕ້ອງມີລັກ ສະນະທີ່ສ້າງສັນບົນຫລັກການຂອງ ພັກ ຮັບປະກັນເຮັດໃຫ້ບຸກຄົນ, ຄະ ນະພັກດັ່ງກ່າວໄດ້ຮັບຮູ້ ແລ້ວນຳ ເອົາຄໍາຕໍານິສົ່ງຂ່າວໄປພິຈະລະນາ ເພື່ອເປັນບົດຮຽນໃນການສືບຕໍ່ນຳ ພາ-ຊີ້ນຳ ແລະ ຈັດຕັ້ງປະຕິບັດວຽກ ງານຮອບດ້ານຂອງອົງຄະນະພັກ ກະຊວງ ເປັນຕົ້ນ ການກໍ່ສ້າງພັກ ໃຫ້ປອດໃສ, ເຂັ້ມແຂງ, ໜັກແໜ້ນ ແລະ ປັບປຸງຕົນເອງໃຫ້ມີການຫັນ ປ່ຽນທີ່ຕັ້ງໜ້າ; ແຕ່ລະສະຫາຍໃນ ຄະນະບໍລິຫານງານພັກກະຊວງ ຈົ່ງ ໄດ້ຍົກສູງຄວາມຮັບຜິດຊອບຕໍ່ພັກ ໃນການສືບຕໍ່ເອົາໃຈໃສ່ນຳພາ-ຊີ້ ນຳ ແລະ ຈັດຕັ້ງປະຕິບັດວຽກງານ ໃຫ້ມີການຫັນປ່ຽນຢ່າງແຂງແຮງ, ເລິກເຊິ່ງ ແລະ ຮອບດ້ານຕາມຈິດ ໃຈຊີ້ນຳຂອງມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ. ຂ່າວ: ກະຊວງພາຍໃນ, ພາບ: ສຳນານ ຂປລ. ໃນວັນທີ 19 ມິຖຸນາ 2023 ທີ່ກະຊວງການເງິນ, ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະ ຊວງການເງິນ ໄດ້ຕ້ອນຮັບການເຂົ້າ ຢ້ຽມຂໍ່ານັບຂອງ ທ່ານ ຈຸງ ຢົງ ຊູ (Mr. JUNG Yung Soo), ເອກ ອັກຄະລັດຖະທູດວິສາມັນ ຜູ້ມີອຳ ນາດ ເຕັມ ແຫ່ງ ສາທາລະນະລັດ ເກົາຫລີ ປະຈຳ ສປປ ລາວ ພ້ອມຄະ ນະ ເພື່ອຂໍທິດຊີ້ນໍາ ແລະ ປຶກສາຫາ ລືກ່ຽວກັບການຮ່ວມມືລະຫວ່າງ ສປປ ລາວ ແລະ ສ ເກົາຫລີ. ສປປ ລາວ ແລະ ສ ເກົາຫລີ ໄດ້ ສ້າງຕັ້ງສາຍພົວພັນການທູດໃນ ວັນທີ 25 ຕຸລາ 1995, ສ ເກົາຫລີ ໄດ້ເປີດສະຖານທູດເອກອັກຄະລັດ ຖະທູດປະຈຳ ສປປ ລາວ ໃນເດືອນ ກັນຍາ 1996 ແລະ ສປປ ລາວ ໄດ້ ເປີດສະຖານເອກອັກຄະລັດຖະທູດ ປະຈຳ ສ ເກົາຫລີ ໃນເດືອນມັງກອນ 2001. ຕະຫລອດໄລຍະຜ່ານມາ ສອງປະເທດ ມີສາຍພົວພັນທີ່ດີ ແລະ ນັບມື້ນັບແໜ້ນແຟ້ນ ໂດຍໄດ້ ສົ່ງເສີມໃຫ້ສອງປະເທດມີການຮ່ວມ ມືດ້ານເສດຖະກິດ, ການຄ້າ ແລະ ການລົງທຶນຫລາຍຂຶ້ນ. ສຳລັບ ການຮ່ວມມື ລາວ-ເກົາຫລີ ນັບແຕ່ປີ 2005 ເປັນຕົ້ນມາ, ກອງທຶນຮ່ວມ ມືເພື່ອການພັດທະນາເສດຖະກິດ (EDCF) ພາຍໃຕ້ການບໍລິຫານ ຂອງທະນາຄານສົ່ງອອກ-ນໍາເຂົ້າ (KEXIM) ແລະ ການຊີ້ນໍາຂອງ ກະຊວງເສດຖະກິດ ແລະ ການເງິນ ສ ເກົາຫລີ ໄດ້ສະໜອງເງິນກູ້ເງື່ອນ ໄຂຜ່ອນຜັນ ໃຫ້ແກ່ ສປປ ລາວ ທັງ ໝົດ 18 ໂຄງການ. ໃນນັ້ນ, ມີ 9 ໂຄງການທີ່ໄດ້ຈັດຕັ້ງປະຕິບັດສໍາ ເລັດ ແລະ ມີ 9 ໂຄງການທີ່ກໍາລັງ ຈັດຕັ້ງປະຕິບັດ. ປັດຈຸບັນ, ສປປ ລາວ ກໍາລັງຈັດ ຕັ້ງປະຕິບັດຂອບການຮ່ວມມືກັບ ກອງທຶນຮ່ວມມື ເພື່ອການພັດທະນາ ເສດຖະກິດ ໄລຍະ ປີ 2020-2023 ທີ່ເຊັນໃນວັນທີ 5 ກັນຍາ 2019, ເຊິ່ງມີມູນຄ່າທັງໝົດ ປະມານ 500 ລ້ານໂດລາສະຫະລັດ ສໍາລັບ 14 ໂຄງການ, ມາຮອດປັດຈຸບັນມີ ພຽງແຕ່ສັນຍາເງິນກູ້ເພີ່ມສຳລັບ ໂຄງການປ້ອງກັນຕາຝັ່ງເຈື່ອນ ແຂວງຈໍາປາສັກ ໄລຍະ 1 (LAO- ]af4t,qo8udkog'o8hvoIa[m6f l gdqks]u xt9e]k; y 18 Supplementary Loan ທີ່ ໄດ້ສໍາເລັດການເຈລະຈາ ແລະ ໄດ້ ລົງນາມໃນສັນຍາເງິນກູ້ເພີ່ມ ໂດຍ ທ່ານຮອງລັດຖະມົນຕີກະຊວງການ ເງິນ ໃນວັນທີ 14 ຕຸລາ 2022. ສ່ວນ ໂຄງການອື່ນໆໃນຂອບການຮ່ວມມື ແມ່ນຍັງບໍ່ໄດ້ທັນມີຄວາມຄືບໜ້າ ຈາກຝ່າຍຜູ້ສະໜອງທຶນເຊັ່ນ: ໂຄງ ການສ້າງ ລະບົບຂໍ້ມູນຂ່າວສານຄຸ້ມ ຄອງລາຍຮັບສ່ວຍສາອາກອນຂອງ ສປປ ລາວ (TaxRIS) ໄລຍະ2, ໂຄງການສ້າງສູນບໍລິຫານຈັດການ ນ້ຳ ເພື່ອການກະສິກຳແຫ່ງຊາດ, ໂຄງການປ້ອງກັນຕາຝັ່ງເຈື່ອນຢູ່ ແຂວງສະຫວັນນະເຂດ. ໂອກາດດັ່ງກ່າວ, ທ່ານລັດຖະ ມົນຕີກະຊວງການເງິນຍັງ ໄດ້ສະ ແດງຄວາມຂອບໃຈຕໍ່ການຊ່ວຍ ເຫລືອ ແລະ ສະໜັບສະໜູນຂອງລັດ ຖະບານ ສ ເກົາຫລີ ຕໍ່ການພັດທະ ນາເສດຖະກິດ-ສັງຄົມ ຂອງ ສປປ ລາວ ໃນໄລຍະຜ່ານມາ ໃນຫລາຍ ຂົງເຂດ ຜ່ານກອງທຶນ EDCF. ພ້ອມນີ້, ທ່ານຍັງໄດ້ສະເໜີໃຫ້ຝ່າຍ ສ ເກົາຫລີ ສືບຕໍ່ສະໜັບສະໜູນດ້ານ ທຶນຮອນ ກໍຄື ເງິນກູ້ດອກເບ້ຍຜ່ອນ ຜັນໃຫ້ໂຄງການ 14 ໂຄງການທີ່ ນອນ ຢູ່ໃນຂອບການຮ່ວມມືໄລຍະ ປີ 2020-2023 ຕາມແຜນໂດຍສະ ເພາະ ໂຄງການ TaxRIS ໄລຍະ 2 ທີ່ຈະຊ່ວຍເພີ່ມປະສິດທິພາບໃນ ການຄຸ້ມຄອງລາຍຮັບອາກອນໂດຍ ການປັບປຸງການເຮັດວຽກຂອງລະ ບົບ TaxRIS ທີ່ສ້າງໃນໄລຍະທີ 1 ແລະ ເພື່ອໃຫ້ສອດຄ່ອງກັບກົດ ໝາຍ. ຂ່າວ-ພາບ: ກະຊວງການເງິນ ດຣ ໄພວັນ ແກ້ວປະເສີດ ຮອງລັດ ຖະມົນຕີກະຊວງສາທາລະນະສຸກ, ເຈົ້າໜ້າທີ່ອາວຸໂສດ້ານສາທາລະ ນະສຸກ ຈາກບັນດາປະເທດສະມາຊິກ ອາຊຽນ ແລະ ກອງເລຂາອາຊຽນ ເຂົ້າຮ່ວມ. ໃນກອງປະຊຸມ, ຜູ້ເຂົ້າຮ່ວມຈະ ໄດ້ປຶກສາຫາລືໃນຫລາຍບັນຫາ ດ້ານສາທາລະນະສຸກ ແລະ ບັນດາ ເອກະສານສຳຄັນທາງດ້ານການ ພັດທະນາສາທາລະນະສຸກອາຊຽນ ໂດຍສະເພາະແມ່ນຄວາມຄືບໜ້າ ການຈັດຕັ້ງປະຕິບັດແຜນພັດທະ ນາສາທາລະນະສຸກອາຊຽນ ສົກປີ 2021-2025, ລວມທັງບັນດາ ແຜນຈັດຕັ້ງປະຕິບັດທີ່ຮ່ວມມືກັບ ບັນດາປະເທດຄູ່ເຈລະຈາ ແລະ ຄູ່ ຮ່ວມພັດທະນາ. ນອກຈາກນີ້, ກອງປະຊຸມຈະໄດ້ ມີການທົບທວນບັນດາກິດຈະກໍາ, ໂຄງການທີ່ໄດ້ຈັດຕັ້ງປະຕິບັດໃນ ໄລຍະຜ່ານມາຈົນຮອດປັດຈຸບັນ ແລະ ວາງທິດທາງແຜນການໃນຕໍ່ ໜ້າຮ່ວມກັນ ເປັນຕົ້ນ ການຕິດຕາມ ແລະ ລາຍງານຄວາມຄືບໜ້າບັນດາ ວຽກງານທີ່ໄດ້ຕົກລົງໃນກອງປະ ຊຸມຄັ້ງຜ່ານມາ ຂອງເຈົ້າໜ້າທີ່ອາ ວຸໂສ ດ້ານສາທາລະນະສຸກອາຊຽນ ຄັ້ງທີ 16 ແລະ ກອງປະຊຸມລັດຖະ ມົນຕີ ສາທາລະນະສຸກອາຊຽນ ຄັ້ງທີ 15 ໂດຍໄດ້ເນັ້ນໜັກ ແລະ ປຶກສາ ຫາລືໃນຫລາຍບັນຫາສຳຄັນ ເຊັ່ນ: ຄວາມຄືບໜ້າໃນການຈັດຕັ້ງປະຕິ ບັດວຽກງານແຜນພັດທະນາສາ ທາລະນະສຸກອາຊຽນ ຂອງບັນດາ ກຸ່ມສຸຂະພາບອາຊຽນ ໃນໄລຍະ 2021-2025, ການຈັດຕັ້ງປະຕິບັດ ບັນດາຖະແຫລງການຜູ້ນໍາອາຊຽນ ທີ່ຕິດພັນກັບວຽກງານສາທາລະນະ ສຸກ, ປຶກສາຫາລືກ່ຽວກັບຄວາມ ຄືບໜ້າການພິຈາລະນາສັນຍາການ ສ້າງຕັ້ງສູນອາຊຽນ ວ່າດ້ວຍພາ ວະສຸກເສີນດ້ານສາທາລະນະສຸກ ແລະ ພະຍາດທີ່ເກີດຂຶ້ນໃໝ່ ແລະ ຂອບເຂດລະບົບກົນໄກການປະ ສານງານອາຊຽນ ກ່ຽວກັບພາວະ ສຸກເສີນດ້ານສາທາລະນະສຸກພ້ອມ ບັນຫາອື່ນໆທີ່ສຳຄັນ ທີ່ຈະໄດ້ປຶກ ສາຫາລືຮ່ວມກັນ ຂອງເຈົ້າໜ້າທີ່ ອາວຸໂສ ດ້ານການພັດທະນາສາທາ ລະນະສຸກລະຫວ່າງບັນດາປະເທດ ສະມາຊິກອາຊຽນ, ປະເທດຄູ່ເຈລະ ຈາ ແລະ ບັນດາປະເທດຄູ່ຮ່ວມພັດ ທະນາຕ່າງໆ. ເຂົ້າຮ່ວມຂອງທ່ານ ໂພສີ ແກ້ວມະ ນີວົງ ຮອງລັດຖະມົນຕີກະຊວງ ຖວທ, ມີທ່ານ ບຸນເສີດ ເສດທິລາດ ຮອງເຈົ້າແຂວງອັດຕະປື, ມີຫົວໜ້າ ກົມສື່ມວນຊົນ, ຫົວໜ້າພະແນກ ຖວທ ແຂວງ ພ້ອມດ້ວຍຄະນະ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ. ອຸປະກອນຊຸດໂທລະໂຄ່ງມອບ- ຮັບໃນຄັ້ງນີ້, ປະກອບມີເຄື່ອງຂະ ຫຍາຍສຽງ, ຊຸດປາກໂທລະໂຄ່ງ, ສາຍໂທລະໂຄ່ງ, ເຄື່ອງຮັບສັນຍານ ວິທະຍຸ, ຈານຮັບດາວທຽມ ສຳລັບ ຮັບສັນຍານວິທະຍຸ ແລະ ອຸປະກອນ ເສີມ ອື່ນໆອີກຈະນວນໜຶ່ງ ເຊິ່ງຈະ ໄດ້ປະກອບຕິດຕັ້ງຢູ່ຂັ້ນບ້ານໃນ ທົ່ວ ແຂວງ ເພື່ອໃຫ້ອົງການປົກຄອງ ບ້ານນຳໃຊ້ເຂົ້າໃນການໂຄສະນາ ປະຊາສຳພັນວຽກງານຂ່າວສານ ຕ່າງໆພາຍໃນບ້ານ ແລະ ທັງເປັນ ການເພີ່ມທະວີ ເປັນກະບອກສຽງ ໃນການໂຄສະນາເຜີຍແຜ່ແນວທາງ ນະໂຍບາຍຂອງ ພັກ-ລັດ ເປັນຕົ້ນ: ການກະຈາຍຂໍ້ມູນຂ່າວສານ, ສາລະ ໜ້າຮູ້ ໃຫ້ປະຊາຊົນພາຍໃນບ້ານໄດ້ ຮັບຟັງ ແລະ ຮັບຮູ້ວຽກງານໃຫ້ ທັນກັບສະພາບການເຊັ່ນ: ການເຝົ້າ ລະວັງການແພ່ລະບາດຂອງພະ ຍາດ, ສະພາບໄພພິບັດຕ່າງໆ ແລະ ອື່ນໆ. ລະບົບໂທລະໂຄ່ງທີ່ນຳມາ ມອບໃນຄັ້ງນີ້ແມ່ນໄດ້ຮັບການຊ່ວຍ ເຫລືອຂອງກະຊວງຖະແຫລງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ. ພ້ອມດຽວກັນນີ້, ຍັງໄດ້ມີການ ຝຶກອົບຮົມຍົກລະດັບກ່ຽວກັບວຽກ ເຕັກນິກ ການນຳໃຊ້ໂດຍພື້ນຖານ, ການຕິດຕັ້ງໂທລະໂຄ່ງ, ຕິດຕັ້ງຈານ ດາວທຽມ, ການນຳໃຊ້ອຸປະກອນ, ການບໍາລຸງຮັກສາອຸປະກອນຢ່າງ ຖືກຕ້ອງຕາມຫລັກການ ໃຫ້ພະນັກ ງານວິຊາການເຕັກນິກທີ່ກ່ຽວຂ້ອງ ຂອງແຂວງ ແລະ ພະນັກງານຈາກ 5 ເມືອງເປົ້າໝາຍ ເພື່ອໃຫ້ໄປນຳ ໃຊ້ຢ່າງຖືກວິທີໃຫ້ມີຄວາມຍືນຍົງ. ຂ່າວ: ນັກຂ່າວແຂວງອັດຕະປື

xtgmf]k; 3 22/06/2023 0kj ; c]t gsfdko dh k;l6 j ]t[q [75 h ,7v'dkog'y ocsj ']a f gxa oma oltw\mu j ,u 7;k,g0A ,c0'F 3xj '.l gxa ofu 9y 8vo c]t p5 8y me ໂດຍ: ສຸວັນນະ ຮິບໂຮມໂດຍ: ພະກາ ໂດຍ: ຄ້ອງໃໝ່ rvh ,doa cdwh 0[oa sk1kgl[8fy .o\6-j k;|5,j {gpkq ;t-oq ldb lk[oa fk7el[a vadlvol6' c]t 8=jk * ຫລັກໄວຍາກອນລາວຂອງ ເຮົາປັດຈຸບັນ ຈໍານວນພະຍັນຊະນະ ທັງໝົດ 33 ຕົວ ນັ້ນມີພະຍັນຊະນະ ເຄົ້າ ມີທັງໝົດ 27 ຕົວ ແລະ ຢູ່ໃນ ພະຍັນຊະນະເຄົ້າ ຍັງຖືກແບ່ງອອກ ເປັນ 3 ໝູ່ຄື: ອັກສອນສູງ(6 ຕົວ), ອັກສອນກາງ(8 ຕົວ) ແລະ ອັກສອນຕໍ່າ(13 ຕົວ). ນອກຈາກ ພະຍັນຊະນະເຄົ້າ ຍັງມີພະຍັນຊະນະ ປະສົມ ທີ່ມາຈາກພະຍັນຊະນະເຄົ້າ 2 ຕົວປະສົມກັນເປັນຕົວດຽວ, ຕົວ ທີ່ຢູ່ທາງໜ້າແມ່ນຕົວ ຫ ຊຶ່ງເປັນ ອັກສອນສູງ ລວມຮູບພະຍັນຊະນະ ປະສົມມີທັງ ໝົດ 6 ຕົວ, ໝາຍວ່າ ພະຍັນຊະນະປະສົມ 6 ຕົວແມ່ນຈັດ ຢູ່ໃນໝູ່ອັກສອນສູງ ນັ້ນເອງ. ໃນຜ່ານມາ, ພວກເຮົາອາດເຄີຍ ພົບເຫັນການໃຊ້ ຫລື ຂຽນຄໍາສັບ ຈໍານວນໜຶ່ງ ຊຶ່ງມີພື້ນສຽງຄ້າຍ ກັນແດ່, ສະຫລະຄ້າຍກັນແດ່ ໂດຍຜູ້ ບໍ່ລະວັງແທ້ກໍ່ເຂົ້າໃຈວ່າອັນໃດກໍ່ຖື ກໝົດ. ຕາມຫລັກໄວຍາກອນລາວ ກ່ຽວກັບການໃຊ້ອັກສອນສູງ ແລະ ອັກສອນຕໍ່າ ທີ່ກໍານົດໄວ້ໃນປຶ້ມໄວ ຍາກອນລາວປັດຈຸບັນ ຈັດພິມໂດຍ ກະຊວງສຶກສາທິການ ແລະ ກິລາ ປີ 2020 ໄດ້ລະບຸວ່າ: hການໃຊ້ອັກ ສອນສູງ ແລະ ອັກສອນຕໍ່າ ໝາຍ ເຖິງການຂຽນໃຫ້ຖືກຕາມຫລັກ ຕົວອັກສອນ. ຄໍາທີ່ມັກຫລົງກັນ ແມ່ນຄໍາທີ່ມີສຽງຄືກັນ ຫລື ຄ້າຍຄື ກັນ ແຕ່ຂຽນຕ່າງກັນ ແລະ ມີຄວາມ ໝາຍຕ່າງກັນ ໂດຍສະເພາະແມ່ນ ອັກສອນສູງ ແລະ ອັກສອນຕໍ່າທີ່ມີ ໄມ້ເອກ...i. ຄໍາທີ່ມີສຽງຄືກັນ ຫລື ຄ້າຍຄື ກັນ ແຕ່ຂຽນຕ່າງກັນ, ມີຄວາມໝາຍ ຕ່າງກັນ ໃນພາສາລາວ ມີຢ່າງ ຫລວງຫລາຍ, ໂດຍສະເພາະຄໍາທີ່ ປະກອບສ້າງຂຶ້ນດ້ວຍອັກສອນສູງ ແລະ ອັກສອນຕໍ່າ ທີ່ມີສະຫລະເຄົ້າ, ວັນນະຍຸດເອກ ຫລື ໄມ້ເອກ ແລະ ຕົວສະກົດຕາຍ (ກດບ), ຈຶ່ງຂໍນໍາ ມາສຶກສາທົບທວນນໍາກັນຕື່ມອີກ ເທື່ອໜຶ່ງ ຄື: ຂ່າ(ຫົວຂ່າ, ໄມ້ແຕ້ ຂ່າ), ຄ່າ (ຄຸນຄ່າ, ຄ່າຄອງ ຊີບ...); ຂູ່(ຂົ່ມຂູ່...), ຄູ່(ຄຽງຄູ່, ຄູ່ຮັກ...), ໄຂ່ (ໄຂ່ໄກ່, ໄຂ່ເປັດ...), ໄຄ່ (ຮັກໄຄ່, ໄຄ່ໄດ້...), ໃຂ່(ໃຂ່- ແຫ້ງ), ໃຄ່(ໃຄ່ພອງ...), ຂໍ່າ (ຂໍ່ານັບ), ຄໍ່າ (ຄໍ່າມືດ...), ຂ່າງ (ໝາກຂ່າງ), ຄ່າງ (ໂຕຄ່າງ), ຂ່າຍ (ຂ່າຍນົກ, ຕາຂ່າຍ, ເຄືອ ຂ່າຍ...), ຄ່າຍ (ຮູບຄໍານີ້ບໍ່ມີ), ຂ່າວ (ຂ່າວສານ, ຂ່າວຄາວ...), ຄ່າວ (ເຊືອກຄ່າວ), ແຂ່ງ (ແຂ່ງ ຂັນ), ແຄ່ງ (ແຄ່ງຂາ...), ຂິ່ງ (ປາຂິ່ງ), ຄິ່ງ (ສຽງຄິ່ງໆ), ຂຸ່ນ (ນໍ້າຂຸ່ນ), ຄຸ່ນ (ຄຸ່ນແຄ້ນ), ຂຸ່ຍ (ເປົ່າຂຸ່ຍ...), ຄຸ່ຍ(ມື່ນຄຸ່ຍລຸ່ຍ), ເຂັ່ນ (ເຂັ່ນຂ້າ...), ເຄັ່ນ(ເຄັ່ນ ແຄ້ນ), ຂົ່ມ (ຂົ່ມເຫັງ...), ໂຂ່ງ (ທ້ອງໂຂ່ງ), ໂຄ່ງ (ເສືອໂຄ່ງ, ໂທລະໂຄ່ງ...), ຂໍ່(ນົກຂໍ່), ຄໍ່ (ປະຄໍ່), ສູ່ (ສູ່ກິນ, ສູ່ຂໍ...), ຊູ່ (ຊູ່ຄົນ, ຊຸມຊູ່), ແສ່ (ມີກິ່ນ ເໝັນ), ແຊ່(ແຊ່ນໍ້າ)... ດັ່ງນັ້ນ ຈຶ່ງນໍາມາສຶກສາຮ່ວມ ກັນຄືດັ່ງນີ້ແລ, ພໍ້ກັນໃໝ່ບົດຕໍ່ໄປ. * ພັກ ແລະ ລັດ ສປປ ລາວ ຍາມໃດກໍຖືຢາເສບຕິດ ເປັນປາກົດ ການຫຍໍ້ທໍ້ທີ່ໃຫຍ່ ແລະ ອັນຕະລາຍ ທີ່ສຸດຕໍ່ຊີວິດ, ຊັບສິນ, ຄວາມປອດ ໄພຂອງປະຊາຊົນລາວ ບັນດາເຜົ່າ ໂດຍສະເພາະແມ່ນຊາວໜຸ່ມ, ເຍົາ ວະຊົນ ແລະ ຄວາມໝັ້ນຄົງຂອງ ຊາດ. ຍິ່ງໃນປັດຈຸບັນສື່ສັງຄົມ ອອນລາຍຂະຫຍາຍຕົວຢ່າງກວ້າງ ຂວາງອັນໄດ້ສ້າງຄວາມສະດວກ ໃຫ້ກຸ່ມຄົນບໍ່ດີ ໂຄສະນາເຜີຍແຜ່, ຕົວະຍົວະໃຫ້ຊາວໜຸ່ມ, ເຍົາວະຊົນ ຫລົງເຊື່ອໃນກົນອຸບາຍຕ່າງໆ ຂອງພວກເຂົາ, ທັງຍັງສ້າງແຮງ ຈູງໃຈໃໝ່ຂຶ້ນມາເລື້ອຍໆ ເຮັດໃຫ້ ຊາວໜຸ່ມ, ເຍົາວະຊົນ ຫລົງເຂົ້າໄປ ໃນວົງຈອນຂອງຢາເສບຕິດແບບ ບໍ່ຮູ້ໂຕ ຊຶ່ງຢາເສບຕິດທີ່ພວມລະ ບາດຢ່າງຮຸນແຮງໃນກຸ່ມໄວໜຸ່ມ ປັດຈຸບັນແມ່ນ: ຢາສູບໄຟຟ້າ, ການ ສູບປຸມເປົ້າ, ນໍ້າກະທ້ອມ ແລະ ອື່ນໆ ໂດຍມີການໂຄສະນາດ້ວຍສີສັນ, ຮູບຊົງສີສວຍງາມ, ທັນສະໄໝເພື່ອ ລໍ້ຕາລໍ້ໃຈ ໃຫ້ກຸ່ມເປົ້າໝາຍໃຫ້ຫລົງ ເຊື່ອ. ໃນໄລຍະຜ່ານມາ, ຊາວໜຸ່ມ, ເຍົາວະຊົນຈຳນວນບໍ່ໜ້ອຍ ໄດ້ຕົກ ເປັນທາດຂອງຢາເສບຕິດ ຕ້ອງ ໄດ້ເອົາເຂົ້າຢູ່ສູນບຳບັດໃນທົ່ວປະ ເທດ, ຈຳນວນໜຶ່ງກໍຖືກຕັດອິດສະ ລະພາບຍ້ອນໄດ້ກະທຳຜິດ, ຈຳ ນວນໜຶ່ງເປັນບ້າເສຍຈິດເປັນພາ ລະຂອງຄອບຄົວ ແລະ ສັງຄົມ, ຈຳ ນວນໜຶ່ງພວມເສບ, ຈຳນວນໜຶ່ງ ພວມມີຄວາມສ່ຽງຕໍ່ການເສບຢາ ເສບຕິດ. ຕໍ່ກັບບັນຫາດັ່ງກ່າວ, ໃນ ໄລຍະຜ່ານມາ ພັກ ແລະ ລັດຖະບານ ຈຶ່ງໄດ້ແກ້ໄຂດ້ວຍຫລາຍຮູບການ, ຫລາຍວິທີ ແລະ ຫລາຍມາດຕະ ການ. ແຕ່ເຖິງປານນັ້ນກໍຕາມບັນ ຫາຢາເສບຕິດຍັງນັບ ມື້ເພີ່ມຂຶ້ນໃນ ຫລາຍເຂດແຂວງ ແລະ ທ້ອງຖິ່ນ. ດ້ວຍເຫດນີ້, ລັດຖະບານຈຶ່ງມີວາ ລະແຫ່ງຊາດ ເພື່ອແກ້ໄຂບັນຫາຢາ ເສບຕິດໃຫ້ຄ່ອຍໆໝົດໄປໃນສັງ ຄົມລາວ ຊຶ່ງພາຍຫລັງທີ່ລັດຖະ ບານໄດ້ກໍານົດວາລະແຫ່ງຊາດ ວ່າ ດ້ວຍການແກ້ໄຂບັນຫາຢາເສບຕິດ ແລ້ວ ສູນກາງຊາວໜຸ່ມປະຊາຊົນ ປະຕິວັດລາວ ທີ່ມີຄວາມຮັບຜິດ ຊອບ ໂດຍກົງຕໍ່ການພັດທະນາຊາວ ໜຸ່ມ, ເຍົາວະຊົນ ກໍໄດ້ຄົ້ນຄວ້າຫາ ວິທີແກ້ໄຂ ໂດຍກໍານົດເປັນໂຄງ ການຈຸດສຸມ ເລັ່ງໃສ່ໂຄງການສຶກ ສາອົບຮົມ, ປູກຈິດສຳນຶກ ແລະ ເຜີຍ ແຜ່ກົດໝາຍໃຫ້ກັບຊາວໜຸ່ມ, ໂຄງ ການຄືນຄົນດີສູ່ສັງຄົມ, ໂຄງການ ໃຫ້ຄຳປຶກສາທາງດ້ານຈິດໃຈຂັ້ນ ພື້ນຖານແກ່ຜູ້ຕິດຢາເສບຕິດ ແລະ ໂຄງການສົ່ງເສີມພອນສະຫວັນ ໂດຍແນໃສ່ກຸ່ມເປົ້າໜາຍນັກຮຽນ, ນັກສຶກສາ, ລັດຖະກອນ, ພະນັກ ງານກຳລັງປະກອບອາວຸດ, ພະນັກ ງານ ລັດວິສາຫະກິດ, ກະສິກອນ, ພະນັກງານຫົວໜ່ວຍທຸລະກິດ, ກຳ ມະກອນຢູ່ໂຮງຈັກໂຮງງານ ແລະ ອື່ນໆ. ໄປພ້ອມກັບການຈັດຕັ້ງຊາວ ໜຸ່ມໄປທັດສະນະສຶກສາສະຖານ ທີ່ບຳບັດ, ກັກຂັງຜູ້ຕິດຢາເສບຕິດ ແລະ ຕົວແບບການສ້າງເສດຖະກິດ ຄອບຄົວຂອງຜູ້ທີ່ຫາຍຈາກການ ຕິດສິ່ງເສບຕິດ, ຈັດເວທີສົນທະນາ ລະຫວ່າງຊາວ ໜຸ່ມ ແລະ ຜູ້ເຄີຍຕົກ ເປັນເຫຍື່ອຈາກການຕິດຢາເສບຕິດ ແລະ ຄອບຄົວທີ່ປອດສິ່ງເສບຕິດ, ສ້າງ ແລະ ສະແດງລະຄອນ, ສ້າງ ສາລະຄະດີກ່ຽວກັບຜົນຮ້າຍຂອງ ຢາເສບຕິດ ເພື່ອເຜີຍແຜ່ໃນທົ່ວສັງ ຄົມ. ຈັດກິດຈະກຳຖາມ-ຕອບກ່ຽວ ກັບຢາເສບຕິດ, ຂະບວນແຂ່ງຂັນ ສ້າງສະຕິເຄົາລົບ ແລະ ປະຕິບັດ ກົດ ໝາຍໃນຄອບຄົວ, ຝຶກວິຊາຊີບທີ່ ເໝາະສົມໃຫ້ຊາວໜຸ່ມທີ່ຕິດຢາເສບ ຕິດຢູ່ສູນບຳບັດ ແລະ ຄ້າຍດັດສ້າງ ໄປຄ່ຽງຄູ່ກັບຝຶກວິຊາຊີບດ້ານ ຕ່າງໆໃຫ້ຊາວໜຸ່ມທີ່ຫາຍດີຈາກ ການບຳບັດຕັ້ງສູນສ້າງວຽກເຮັດ ງານທຳ, ສູນວາງສະແດງສິນຄ້າ ແລະ ຂາຍສິນຄ້າຜະລິດຈາກຜູ້ທີ່ ຫາຍດີຈາກການບຳບັດ. ສ້າງໜ່ວຍ ງານໃຫ້ຄຳປຶກສາຢູ່ ຄຊປປລ ແຕ່ ລະຂັ້ນ, ໂຄສະນາຄວາມສຳຄັນໃນ ການນຳໃຊ້ເຄືອຄ່າຍສາຍດ່ວນໃຫ້ ການຊ່ວຍເຫລືອຜູ້ມີບັນຫາທັນເວ ລາດ້ວຍຮູບການຕ່າງໆ, ຈັດຝຶກອົບ ຮົມສ້າງອາສາສະໝັກເພື່ອນຊ່ວຍ ເພື່ອນຈັດການແຂ່ງຂັນກິລາພື້ນ ເມືອງ, ສາກົນປະເພດຕ່າງໆໃຫ້ຕໍ່ ເນື່ອງຕາມຄວາມເໝາະສົມແຕ່ລະ ໄລຍະ ແລະ ແຕ່ລະລະດັບຈັດຂະ ບວນການແຂ່ງຂັນແຕ່ງເພັງ, ຮ້ອງ ເພງ, ກອນລຳ, ກາບກອນ ແລະ ອື່ນໆ. ດັ່ງທີ່ຮູ້ນໍາກັນແລ້ວວ່າ ຢາເສບ ຕິດແມ່ນບັນຫາໃຫຍ່ ແລະ ໄດ້ແຜ່ ລາມໄປທົ່ວໂລກ ທັງມີການຄິດຄົ້ນ ວິວັດທະນາການຈາກຢາເສບຕິດ ປະເພດເກົ່າໄປສູ່ປະເພດໃໝ່ ທີ່ມີ ຄວາມທັນສະໄໝ ທັງອັນຕະລາຍ ຮ້າຍແຮງຂຶ້ນເລື້ອຍໆ. ດັ່ງນັ້ນ, ເພື່ອກຳຈັດບັນຫາດັ່ງກ່າວໃຫ້ໝົດ ໄປຈາກສັງຄົມ ແລະ ກຸ່ມໄວໝຸ່ມ, ເຍົາວະຊົນນັ້ນທຸກພາກສ່ວນໃນສັງ ຄົມຕ້ອງຮ່ວມແຮງ, ຮ່ວມໃຈ ແລະ ພ້ອມກັນປະຕິບັດຕະການດັ່ງກາວ ຢ່າງເຂັ້ມງວດ. ສຳຄັນແມ່ນສະຖາ ບັນຄອບຄອບ, ຊຸມຊົນ, ໂຮງຮຽນ, ສະຖາບັນການສຶກສາ ຕ້ອງປູກຈິດ ສຳນຶກໃຫ້ຊາວໜຸ່ມ-ເຍົາວະຊົນ ແລະ ຊ່ວຍເປັນຫູເປັນຕາ ໃຫ້ເຈົ້າໜ້າ ທີ່ ແລະ ຊ່ວຍກັນໂຄສະນາເຜີຍແຜ່ ຜົນຮ້າຍຂອງຢາເສບຕິດໃຫ້ທົ່ວສັງ ຄົມໄດ້ຮັບຮູ້ຢ່າງທົ່ວເຖິງ. * ບົດລາຍງານ hສະຖານະພາບ ທົ່ວໂລກ ຄວາມປອດໄພທາງຖະ ໜົນເວລາສໍາລັບການປະຕິບັດi ໂດຍອົງການອະນາໄມໂລກ ເມື່ອບໍ່ ດົນນີ້ ໃຫ້ຮູ້ວ່າ, ໃນແຕ່ລະປີມີຜູ້ເສຍ ຊີວິດຫລາຍກວ່າ 1,2 ລ້ານຄົນ ຢູ່ ຕາມຖະໜົນຫົນທາງ ໃນໂລກ ແລະ ໃນລະຫວ່າງ 20 ຫາ 50 ລ້ານຄົນ ໄດ້ຮັບບາດເຈັບ. ຢູ່ໃນພາກພື້ນສ່ວນ ໃຫຍ່ຂອງໂລກນີ້ ການບາດເຈັບ ຍ້ອນການສັນຈອນຕາມທ້ອງຖະ ໜົນຍັງເພີ່ມຂຶ້ນ. ໃນໄລຍະ 5 ປີຜ່ານມາ, ປະເທດ s]f5 zvj ov[5 fa gsf8k,4t|oq [oq 7;k,I[a zfy -v[0v'oda 0[a 0j u ສ່ວນໃຫຍ່ໄດ້ຮັບຮອງເອົາຂໍ້ສະເໜີ ແນະນໍາຂອງບົດລາຍງານໂລກ ກ່ຽວກັບການປ້ອງກັນການບາດ ເຈັບຈາກການຈະລາຈອນທາງຖະ ໜົນ ເຊິ່ງໄດ້ໃຫ້ຄຳແນະນຳກ່ຽວ ກັບວິທີທີ່ປະເທດຕ່າງໆສາມາດປະ ຕິບັດວິທີການທີ່ສົມບູນແບບເພື່ອ ປັບປຸງຄວາມປອດໄພ ແລະ ຫລຸດ ຈຳນວນຜູ້ເສຍຊີວິດຕາມຖະໜົນ. ຢ່າງໃດກໍ່ຕາມ, ມາຮອດປັດຈຸບັນ, ບໍ່ມີການປະເມີນທົ່ວໂລກກ່ຽວກັບ ຄວາມປອດໄພທາງຖະໜົນທີ່ຊີ້ໃຫ້ ເຫັນເຖິງຂອບເຂດຂອງວິທີການ ນີ້ຖືກປະຕິບັດ. ບົດລາຍງານສະຖາ ນະທົ່ວໂລກກ່ຽວກັບຄວາມປອດ ໄພຕາມຖະໜົນແມ່ນເປັນການປະ ເມີນຄວາມກວ້າງໃຫຍ່ຄັ້ງທຳອິດ ຂອງສະຖານະຄວາມປອດໄພທາງ ຖະໜົນໃນ 178 ປະເທດ, ໂດຍນຳ ໃຊ້ຂໍ້ມູນທີ່ໄດ້ມາຈາກການສຳ ຫລວດມາດຕະຖານທີ່ໄດ້ຈັດຂຶ້ນໃນ ປີ 2008. (ອ້າງອີງ: GLO#AL STATUS RE1ORT ON ROAD SAFETY TIME FOR ACTION. IttpT://appT.XIo. Jnt/JrJT/CJtTtream). ອ້າງອີງຈາກຂໍ້ມູນລາຍງານ ຂອງຕໍາຫລວດຈະລາຈອນນະຄອນ ຫລວງວຽງຈັນ, ໃນຮອບໜຶ່ງອາ ທິດຜ່ານມາ ຢູ່ນະຄອນຫລວງວຽງ ຈັນ ມີອຸບັດເຫດຕາມຖະໜົນເກີດ ຂຶ້ນເກືອບ 20 ກໍລະນີ, ຕາມລາຍ ງານທາງການແມ່ນບໍ່ມີການເສຍ ຊີວິດ, ແຕ່ມູນຄ່າຄວາມເສຍຫາຍ ແມ່ນ ຫລາຍກວ່າ 500 ລ້ານກີບ, ທຽບໃສ່ອາທິດກ່ອນຈໍານວນອຸບັດ ເຫດແມ່ນຫລຸດລົງ... ບັນຫາທີ່ຖືກຕັ້ງຂຶ້ນ, ເຖິງວ່າຕະ ຫລອດໄລຍະຜ່ານມາ, ການປ້ອງກັນ ສະກັດກັ້ນອຸບັດເຫດຕາມຖະໜົນ ໄດ້ ຮັບການຈັດຕັ້ງປະຕິບັດຢ່າງແຂງ ແຮງ, ແຕ່ພຶດຕິກໍາຕົວຈິງຍັງເຫັນ ວ່າທ່າອ່ຽງຂອງການເກີດອຸບັດເຫດ ແມ່ນຍັງເປັນສິ່ງທ້າທາຍໃຫ້ແກ່ ການແກ້ໄຂ ເຊິ່ງຕະຫລອດໄລຍະ ຜ່ານມາກໍ່ໄດ້ຮັບການສະຫລຸບຕີລາ ຄາຢ່າງພາວະວິໄສວ່າ ສາເຫດຕົ້ນຕໍ ກໍ່ແມ່ນມາຈາກການຖືເບົາປະຕິບັດ ລະບຽບກົດໝາຍກ່ຽວກັບການຂັບ ຂີ່ ກໍ່ຄືການຈະລາຈອນທາງບົກ ແລະ ອື່ນໆທີ່ກ່ຽວຂ້ອງ, ອັນໝາຍ ວ່າເກີດຈາກ hຜູ້ຂັບຂີ່i ທີ່ຖືເບົາ ທັງເລື່ອງ ກວດກາສະພາບເຕັກນິກ ລົດ, ລະເມີດລະບຽບກົດໝາຍຈະ ລາຈອນ(ຂັບຂີ່ດ້ວຍຄວາມໄວເກີດ ກໍານົດ, ຜິດຊ່ອງທາງຈະລາຈອນ, ມຶນເມົາ, ເຫງົານອນ-ອ່ອນເພຍ, ປະ ໝາດ ...). ສະນັ້ນ, ຈະແກ້ໃຫ້ຜ່ອນ ລົງໄດ້ກໍ່ຍັງຕ້ອງແກ້ຢູ່ບ່ອຕົ້ນຕໍຄື hຜູ້ຂັບຂີ່i, ຫລາຍຄໍາ ເຫັນກໍ່ວ່າ ອັນ ອື່ນໆກໍ່ເປັນພຽງແຕ່ ສ່ວນປະກອບ, ເປັນຕົ້ນ ສະພາບເສັ້ນທາງກໍ່ສໍາຄັນ ພື້ນຖານ, ແຕ່ມີສະຕິ ເຫັນທາງບໍ່ດີ ກໍ່ຕ້ອງຄ່ອຍໄປຄ່ອຍມາ ແລະ ອື່ນໆ (ແຕ່ກໍ່ບໍ່ໝາຍວ່າບໍ່ຈໍາເປັນປັບປຸງ ຖະໜົນຫົນທາງໃຫ້ດີ ໄດ້ມາດຕະ ຖານ-ປອດໄພ). ເບິ່ງຕົວເລກຄວາມເສຍຫາຍ ຈາກການປະເມີນ 500 ກວ່າລ້ານ ໃນອາທິດຜ່ານມາ, ເຖິງວ່າບໍ່ຫລາຍ ທຽບໃສ່ຫລາຍປະເທດ, ແຕ່ໃນຖານະ ປະເທດເຮົາຍັງບໍ່ທັນຫລຸດພົ້ນຈາກ ຄວາມດ້ອຍພັດທະນາ ແລະ ຈໍານວນ ພົນລະເມືອງກໍ່ບໍ່ຫລາຍ ແລ້ວກໍ່ຍັງ ຖືວ່າເປັນມູນຄ່າເສຍຫາຍບໍ່ໜ້ອຍ, ເພາະຖ້າວ່າຕົວເລກນັ້ນກາຍເປັນ ຄ່າສະເລ່ຍແລ້ວ ບວກແຕ່ລະປີກໍ່ຕົກ ເປັນເງິນຫລວງຫລາຍ ເຊິ່ງສາ ມາດນໍາມາພັດທະນາອັນໃດກໍ່ພໍໄດ້ ເປັນຕ່ອນເປັນໂຕຢູ່. ຕາມບົດລາຍ ງານຂອງອົງການອະນາໄມໂລກ ໃຫ້ຮູ້ວ່າຫລາຍກວ່າ 90 ຄົນທີ່ເສຍ ຊີວິດຢູ່ເທິງຖະໜົນຫົນທາງໃນໂລກ ແມ່ນເກີດຂຶ້ນໃນປະເທດທີ່ມີລາຍ ຮັບຕ່ຳ ແລະ ລາຍຮັບປານກາງ ເຊິ່ງມີພາຫະນະໜ້ອຍກວ່າເຄິ່ງໜຶ່ງ ຂອງໂລກ. ບັນຫາປະກົດການຫຍໍ້ທໍ້ ເທິງຖະ ໜົນຫົນທາງ, ຈະແກ້ໃຫ້ຂາດຕົວ ແມ່ນຄົງຈະເປັນໄປບໍ່ໄດ້, ແຕ່ເຮັດ ແນວໃດແມ່ນຕ້ອງພ້ອມກັນສຸມ ຄວາມເອົາໃສ່ຫລາຍດ້ານໄປຄຽງ ຄູ່ກັນເພື່ອບັນເທົາ ແລະ ຫລຸດຜ່ອນ ຈໍານວນ ແລະ ຄວາມເສຍຫາຍທັງ ຊີວິດ ແລະ ຊັບສິນ. ການປຸກລະດົມ ໂຄສະນາ ສ້າງສະຕິກົດໝາຍ ໂດຍ ສະເພາະການປະຕິບັດກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ແລະ ບັນດານິຕິກໍາກ່ຽວຂ້ອງ ໃຫ້ ເຂົ້າເລິກບັນດາກຸ່ມຄົນທົ່ວປະເທດ ໃຫ້ມີການຂັບຂີ່ທີ່ປອດໄພນັ້ນແມ່ນ ສໍາຄັນຫລາຍ, ດ້ວຍກໍາລັງບຸກຄະ ລາກອນ, ກໍາລັງທຶນຮອນ ກໍ່ຄືງົບ ປະມານທີ່ຍັງມີລັກສະນະຈໍາກັດນີ້ ພວກເຮົາຈະເຮັດແນວໃດ ໃຫ້ວຽກ ງານນີ້ມີປະສິດທິຜົນ ນັ້ນແມ່ນສິ່ງ ທ້າທາຍທົດສອບ ປັດຈຸບັນ ແລະ ອະນາຄົດ ພາບປະກອບ

RkJQdWJsaXNoZXIy MTc3MTYxMQ==