5644

xtgmf]k; 6 21/06/2023 glf4tdfy {l'a 7,q glu ,0tspkp,tsklk,a d7u mq j ;x;'-q oma '-kf rkp.8h dkooerk0v'ra d ໂດຍ: ເກີດຂວັນໃຈ ມາລີຈັນສີ wm oe.-h]qfw2 ]k;{9uo grnjvgxufglAomk'dko7hk rhv,daocdhw0xkdqfdkosp=hm=h grnjv8hvoIa[ dv'xt-5,]af4t,qo8umjv'mjP;vk-Po ໂດຍ: ສຸວັນນະ * ໃນບົດກ່ອນຄໍລຳນີ້ໄດ້ນຳສະ ເໜີແລ້ວກ່ຽວກັບກະກຽມຄວາມ ພ້ອມດ້ານຕ່າງໆເພື່ອຮອງຮັບການ ເປັນເຈົ້າພາບກອງປະຊຸມລັດຖະ ມົນຕີທ່ອງທ່ຽວອາຊຽນ ຊຶ່ງຈະຈັດ ຂຶ້ນໃນລະຫວ່າງວັນທີ 22-27 ມັງ ກອນ 2024 ໃນນັ້ນກໍມີຫລາຍ ກອງປະຊຸມ ແລະ ກິດຈະກຳປິ່ນ ອ້ອມເຊັ່ນ: ຈະມີງານວາງສະແດງ * ປະເທດໄທແມ່ນໜຶ່ງໃນບັນດາ 10 ປະເທດສະມາຊິກອາຊຽນ ທີ່ນຳໃຊ້ເສັ້ນທາງລົດໄຟ ລາວ-ຈີນ ເພື່ອສົ່ງສິນຄ້າໄປ ສປ ຈີນ ແລະ ບັນ ດາປະເທດຕ່າງໆ ຊຶ່ງພາຍຫລັງທີ່ ສປປ ລາວ ໄດ້ເປີດໃຫ້ບໍລິການເສັ້ນ ທາງລົດໄຟລາວ-ຈີນ ນັບແຕ່ທ້າຍ ປີ 2021 ຜ່ານມາກໍເຫັນວ່າບັນດາ ຊາດອາຊຽນໄດ້ຕື່ນຕົວ ແລະ ສົນ ໃຈຫລາຍຂຶ້ນ ໃນການພັດທະນາ ຜະລິດຕະພັນການທ່ອງທ່ຽວ, ການພົບປະ, ຊື້-ຂາຍ ລາຍການທ່ອງ ທ່ຽວ (Buyers meet Sellers) ຂອງຜູ້ປະກອບການທຸລະກິດທ່ອງ ທ່ຽວອາຊຽນ ແລະ ສາກົນ, ການ ຈັບຄູ່ປຶກສາຫາລືທຸລະກິດການທ່ອງ ທ່ຽວ (Business Matching) ແລະ ຈັດລາຍການທ່ອງທ່ຽວ. ພ້ອມນັ້ນ, ຍັງຈະມີ ພິທີມອບ-ຮັບ ລາງວັນການທ່ອງທ່ຽວອາຊຽນ ດີເດັ່ນ ປະຈຳປີ 2023, ມີພິທີ ເປີດ-ປິດ ມະຫະກໍາການທ່ອງທ່ຽວ ອາຊຽນ (ATF) 2024. ທ່ານນາງ ສວນສະຫວັນ ວິຍະ ເກດ ລັດຖະມົນຕີກະຊວງຖະແຫລງ ຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ໄດ້ຍົກໃຫ້ເຫັນວ່າ: ສຳລັບການເປັນ ເຈົ້າພາບງານ ATF 2024 ທີ່ຈະ ມາເຖິງນີ້ ຈະເປັນກາລະໂອກາດທີ່ ສໍາຄັນ ເພື່ອໂຄສະນາເຜີຍແຜ່ນະ ໂຍບາຍຂອງ ພັກ-ລັດເຮົາ ໃນການ ພັດທະນາເສດຖະກິດ-ສັງຄົມ, ການ ໂຄສະນາການທ່ອງທ່ຽວລາວສູ່ເວ ທີສາກົນ; ເປັນການເພີ່ມທະວີການ ຮ່ວມມືກັບບັນດາປະເທດສະມາ ຊິກອາຊຽນ, ປະເທດຄູ່ເຈລະຈາ, ອົງການຈັດຕັ້ງສາກົນ ເພື່ອຈັດ ຕັ້ງຜັນຂະຫຍາຍແຜນຍຸດທະສາດ ການທ່ອງທ່ຽວ ອາຊຽນ 20212025 ໃຫ້ປະກົດຜົນເປັນຈິງ. ພ້ອມກັນນີ້, ຍັງເປັນການເພີ່ມທະວີ ການຍາດແຍ່ງເອົາການຮ່ວມມື, ການຊ່ວຍເຫລືອຈາກປະເທດຄູ່ເຈ ລະຈາ ແລະ ອົງການຈັດຕັ້ງສາກົນ ອື່ນໆ. ໃນຖານະຂະແໜງການທ່ອງ ທ່ຽວ ສປປ ລາວ ເປັນປະທານກອງ ປະຊຸມທ່ອງທ່ຽວອາຊຽນ 2024 ນີ້ ຈະປະຕິບັດພັນທະ ແລະ ເປັນແກນ ກາງຂອງອາຊຽນ ເຮັດໃຫ້ກອງປະ ຊຸມ ແລະ ງານດັ່ງກ່າວບັນລຸຜົນສຳ ເລັດຕາມຄາດໝາຍ. ສປປ ລາວ ເປັນປະເທດໜຶ່ງ ໃນ ອາຊຽນ ທີ່ມີແຫລ່ງທ່ອງທ່ຽວທາງ ທຳມະຊາດ, ປະຫວັດສາດ ແລະ ວັດ ທະນະທຳ ໂດຍສະເພາະແມ່ນທາງ ທຳມະຊາດທີ່ອຸດົມສົມບູນ, ສວຍ ງາມ ແລະ ໜ້າຫລົງໄຫລ ອັນໄດ້ສ້າງ ຄວາມປະທັບໃຈໃຫ້ແກ່ນັກທ່ອງ ທ່ຽວໃນພາກພື້ນ ແລະ ໃນໂລກ ຊຶ່ງ ໃນຫລາຍເດືອນຜ່ານມາປະເທດ ລາວ ກໍຖືກຍົກໃຫ້ເປັນປະເທດທີ່ໜ້າ ທ່ຽວຈາກຫລາຍສຳນັກຂ່າວ ແລະ ວາລະສານລະດັບໂລກ ຊຶ່ງຖືວ່າເປັນ ເລື່ອງໜ້າຍິນດີ ແລະ ພາກພູມໃຈ ຢ່າງຍິ່ງ. ແນ່ນອນຄຽງຄູ່ກັບດ້ານ ດີກໍຍັງມີບາງຂໍ້ຄົງຄ້າງທີ່ຈະຕ້ອງ ໄປປັບປຸງແກ້ໄຂ ເພື່ອຕ້ອນຮັບນັກ ທ່ອງທ່ຽວທີ່ຈະຫລັ່ງໄຫລເຂົ້າມາ ປະເທດເຮົາ ໃນໄລຍະທີ່ໄດ້ຮັບກຽດ ເປັນເຈົ້າພາບຈັດກອງປະຊຸມລະ ດັບສາກົນດັ່ງກ່າວ. ໃນນັ້ນ, ບັນຫາ ສຳຄັນທີ່ຕ້ອງເອົາໃຈໃສ່ແມ່ນການ ກຳຈັດສິ່ງເສດເຫລືອ (ຂີ້ເຫຍື້ອ) ຢູ່ຕາມແຄມທາງ, ສະຖານທີ່ທ່ອງ ທ່ຽວ, ມາດຕະຖານໃນການບໍລິການ ນັກທ່ອງທ່ຽວ ແລະ ບັນຫາປາກົດ ການຫຍໍ້ທໍ້ອື່ນໆໃຫ້ຕົກໄປ. ແນ່ນອນວ່ານັກທທ່ອງທ່ຽວທີ່ ເຂົ້າມາປະເທດເຮົາ ແມ່ນຕ້ອງການ ສຳຜັດກັບຄວາມສວຍງາມທາງ ທຳມະຊາດ, ຄວາມສະຫງົບ ແລະ ໄມຕີຈິດອັນດີຂອງຄົນລາວ ທີ່ມີຕໍ່ ແຂກຕ່າງບ້ານຕ່າງເມືອງ ເຊື່ອວ່າ ຖ້າເຮົາພ້ອມກັນແກ້ໄຂຂໍ້ຄົງຄ້າງ ໃຫ້ຕົກໄປ ກໍຈະເປັນການສ້າງຊື່ ສຽງໃຫ້ປະເທດລາວ ເປັນທີ່ຮັບຮູ້ ໄປທົ່ວໂລກ. ດັ່ງນັ້ນ, ຈົ່ງພ້ອມກັນ ເປັນເຈົ້າພາບທີ່ດີໃນການຈັດກອງ ປະຊຸມລັດຖະມົນຕີທ່ອງທ່ຽວອາ ຊຽນ ໃນປີ 2024. ຫວ່າງບໍ່ດົນມານີ້, ຜູ້ປະກອບ ການຜະລິດກະສິກໍາໄທ ກໍໄດ້ອອກ ມາຍອມຮັບວ່າ: ເສັ້ນທາງລົດໄຟ ລາວ-ຈີນ ມີປະໂຫຍດຢ່າງຫລວງ ຫລາຍທັງສ້າງລາຍໄດ້, ສ້າງວຽກ ເຮັດງານທໍາ, ຂະຫຍາຍຖານການຕະ ຫລາດວ່ອງໄວ, ການສັ່ງຊື້ສິນຄ້າ ເພີ່ມຂຶ້ນ, ລູກຄ້າຕ່າງແດນເພິ່ງພໍໃຈ ຄວາມສົດຂອງສິນຄ້າ. ສະເພາະ ປີ 2023 ນີ້ໄທ ຈະສົ່ງອອກໝາກ ຖົ່ວລຽນ ຢ່າງໜ້ອຍ 700.000 ໂຕນ, ກັບມູນຄ່າຫລາຍຕື້ໂດລາ ສະຫະລັດ ໃນນັ້ນ 94% ສະເພາະ ໝາກຖົ່ວລຽນໄທ ໄດ້ສົ່ງໄປຕະ ຫລາດ ຈີນ, ປະມານ 4% ຂອງ ຫວຽດນາມ ສົ່ງໄປຈີນ ແລະ ສ່ວນ ທີ່ເຫລືອແມ່ນສະມາຊິກອາຊຽນ ອື່ນໆ. ພ້ອມນີ້, ກຸ່ມບໍລິສັດທາງລົດໄຟ ຈີນສາຂາຄຸນໝິງ ຍັງໃຫ້ຮູ້ວ່າ: ນັບແຕ່ວັນທີ 13 ມິຖຸນານີ້, ທາງ ລົດໄຟ ຈີນ-ລາວ ໄດ້ເປີດການບໍລິ ການຂົນສົ່ງຜູ້ໂດຍສານສາກົນຄົບ ຮອບ 2 ເດືອນ, ພາກສ່ວນທາງລົດ ໄຟສອງປະເທດໄດ້ເປີດຂະບວນລົດ ໄຟຂ້າມຊາດ 61 ຄູ່, ພາກສ່ວນກວດ ກາຊາຍແດນ ແລະ ອົງການພາສີ ໄດ້ກວດຂະບວນລົດໄຟເຂົ້າ-ອອກ ເມືອງ 122 ຖ້ຽວ, ໄດ້ຂົນສົ່ງຜູ້ໂດຍ ສານຂ້າມຊາດ 25.000 ຄົນຈາກ 39 ປະເທດ. ຜູ້ໂດຍສານສາກົນຕົ້ນ ຕໍແມ່ນນັກທ່ອງທ່ຽວ ແລະ ນັກທຸລະ ກິດ, ໃນນັ້ນ, ນັກທ່ອງທ່ຽວມີເຖິງ 8.000 ກວ່າເທື່ອຄົນ, ກວມ 33%. ຂະນະທີ່, ຜົນຂອງການທາບ ທາມ ແລະ ສໍາຫລວດຄວາມຄິດກ່ຽວ ກັບໂຄງການກໍ່ສ້າງທາງລົດໄຟ ເຊື່ອມໂຍງເຊື່ອມຈອດເຂົ້າຫາກັນ ລະຫວ່າງ ສປປ ລາວ-ຈີນ-ໄທ ພົບ ວ່າຫລາຍກວ່າ 70% ຕ້ອງການໃຫ້ ລັດຖະບານໄທ ເລັ່ງກໍ່ສ້າງເສັ້ນທາງ ລົດໄຟ ລາວ-ຈີນ-ໄທ ໃຫ້ແລ້ວໄວ ເທົ່າທີ່ຈະເປັນໄປໄດ້ ອັນເນື່ອງມາ ຈາກວ່າສິນຄ້າກະສິກໍາຂອງໄທສົ່ງ ອອກໄປຈີນເປັນອັນດັບຕົ້ນໆ ຂອງ ໂລກ ຖ້າປຽບທຽບກັບການສົ່ງ ອອກ ໄປສະຫະລັດ, ເອີຣົບ ແລະ ຊາດ ອື່ນໆ ໂດຍສະເພາະໝາກຖົ່ວລຽນ ຖືວ່າເປັນສິນຄ້າ ອັນດັບທີ 1 ຂອງ ໄທ ສົ່ງໄປຈີນ ແລະ ສາມາດສ້າງລາຍ ຮັບໃຫ້ປະເທດໄທ ຫລາຍທີ່ສຸດ. ໃນປັດຈຸບັນ, ໂຄງການກໍ່ສ້າງ ເສັ້ນທາງລົດໄຟໄທ-ລາວ-ຈີນ ຫລື ໄທ-ຈີນໄລຍະທີ 1 ຈາກນະຄອນ ຫລວງບາງກອກ ເຖິງຈັງຫວັດນະ ຄອນຣາຊະສີມາຂອງໄທ ທັງ ໝົດ 6 ສະຖານີ, ປະກອບດ້ວຍ 15 ສັນຍາ ມີຄວາມຄືບໜ້າ ເປັນຢ່າງດີ ແລະ ຄາດວ່າຈະໃຫ້ສໍາເລັດພາຍໃນປີ 2026, ສ່ວນໂຄງການກໍ່ສ້າງຂົວ ຂ້າມແມ່ນໍ້າຂອງ ຄູ່ຂະໜານກັບຂົວ ມິດຕະພາບໄທ-ລາວແຫ່ງທີ 1 ເພື່ອ ຮອງການແລ່ນຜ່ານນັ້ນກໍມີຄວາມ ຄືບໜ້າເຊັ່ນກັນ. ເສັ້ນທາງລົດໄຟ ແບບເຊື່ອມໂຍງ ເຊື່ອມຈອດລະຫວ່າງພາກພື້ນ ແລະ ສາກົນ ອັນເນື່ອງມາຈາກຄວາມ ສະດວກສະບາຍ, ວ່ອງໄວ-ປະຢັດ ເວລາ, ປະຢັດຕົ້ນທຶນຂອງການຂົນ ສົ່ງ, ບັນທຸກສິນຄ້າໄດ້ຫລາຍ, ມີ ຄວາມປອດໄພສູງ, ສາມາດເຮັດ ໃຫ້ສິນຄ້າມີຄວາມສົດ ແລະ ອື່ນໆ. ຄາດວ່າໃນອະນາຄົດອັນໃກ້ນີ້ ພາຍ ຫລັງເສັ້ນທາງໄຟລາວ-ຈີນ ສໍາ ເລັດເຊື່ອມຈອດກັບໄທ ແລ້ວນັ້ນ ອາດ ພັດທະນາເຊື່ອມຈອດເຊື່ອມຕໍ່ ກັບປະເທດມາເລເຊຍ, ສິງກະໂປ ແລະ ເຂົ້າຫາປະເທດອື່ນໆ ໃນອາ ຊຽນຢ່າງຕັ້ງໜ້າ.

RkJQdWJsaXNoZXIy MTc3MTYxMQ==