gfa ffj P;xt8y [a fco;mk'dko8j k'xtgmfla o8y rk[F gvdt]kfF ,y f8trk[ c]t dkoIj ;,,n 1j k'ltg\u 8Q oltg\u xkp 21/06/2023 xtgmf]k; 4 3]d c]t gsfdko xtgmfgrnjvo,yflkdqo *** ຕໍ່ຈາກໜ້າ 1 *** *** ຕໍ່ຈາກໜ້າ 1 *** 8u]k7k7nodko75h,7v'{oe.-hmborafmtok -5,-qo37'dkog0njvow22hkoEgmuo 1 /bdvq[Iq,g8adoyddko]hP' gzY'3do .shxt-k-qo g,nv'okc] xtgmf 8;addu ຂປລ. ແຫລ່ງຂ່າວຈາກແຂວງ ບໍລິຄຳໄຊ ໃຫ້ຮູ້ວ່າ: ພະແນກພະລັງ ງານ ແລະ ບໍ່ແຮ່ແຂວງບໍລິຄຳໄຊ ສະຫລຸບຕີລາຄາຄືນ ການຄຸ້ມຄອງນໍາໃຊ້ທຶນພັດທະນາຊຸມຊົນໂຄງ ການເຂື່ອນໄຟຟ້ານໍ້າເທີນ 1 ປະຈຳ 6 ເດືອນຕົ້ນປີ 2023 ແລະ ວາງທິດ ທາງແຜນການ 6 ເດືອນທ້າຍປີ ໃນ ວັນທີ 19 ມິຖຸນາ 2023 ໂດຍການ ເປັນປະທານຂອງທ່ານ ບຸນເສັງ ປະທຳມະວົງ ຮອງເຈົ້າແຂວງປະ ທານຄະນະກຳມະການຄຸ້ມຄອງນໍາໃຊ້ທຶນພັດທະນາຊຸມຊົນໂຄງ ການເຂື່ອນໄຟຟ້ານໍ້າເທີນ 1 ພ້ອມ ດ້ວຍພາກສ່ວນທີ່ກ່ຽວຂ້ອງເຂົ້າ ຮ່ວມ. ທ່ານ ຄຳສິງ ສາຍພູວົງ ຮອງ ຫົວໜ້າພະແນກພະລັງງານ ແລະ ບໍ່ແຮ່ແຂວງບໍລິຄຳໄຊ ໄດ້ລາຍງານ ວ່າ: ການຈັດຕັ້ງປະຕິບັດທຶນພັດທະ ນາຊຸມຊົນ ໂຄງການເຂື່ອນໄຟຟ້ານໍ້າ ເທີນ 1 ປີ ໃນໄລຍະຜ່ານມາສາມາດ ປະຕິບັດ 3 ກິດຈະກໍາຄື: ໂຄງການ ກໍ່ສ້າງເສັ້ນທາງປູຢາງ 2 ຊັ້ນ ໃນ ເທສະບານເມືອງປາກຊັນຈຳນວນ 5 ເສັ້ນຄວາມຍາວ 8 ກວ່າກິໂລ ແມັດ, ໂຄງການປູຢາງ 2 ຊັ້ນ ແຕ່ ແຍກທາງ 13 ໃຕ້ບ້ານນາເຄືອໃນ ຫາບ້ານນາຫີນ ເມືອງປາກກະດິງ ແລະ ໂຄງການກໍ່ສ້າງລະບົບນໍ້າປະ ປາ ບ້ານຈອມທອງ ເມືອງວຽງທອງ ລວມມູນຄ່າທັງໝົດ 54,7 ຕື້ກວ່າ ກີບ, ເຊິ່ງຊໍາລະແລ້ວ 7 ຕື້ກວ່າກີບ ຍັງຄ້າງຊໍາລະ 47,6 ຕື້ກວ່າກີບ. ປັດຈຸບັນບໍລິສັດ ໄຟຟ້ານໍ້າເທີນ 1 ຈໍາກັດ ໄດ້ປະຕິບັດພັນທະ ຈຳນວນ 500.000 ໂດລາສະຫະລັດ, ສໍາ ລັບ 6 ເດືອນທ້າຍປີ 2023 ຈະ ຈັດຕັ້ງປະຕິບັດ 4 ກິດຈະກຳຢູ່ ເມືອງປາກກະດິງ ຄື: ໂຄງການປັບ ປຸງເສັ້ນທາງປູຢາງ ເຂົ້າຮ່ອມບ້ານ ໂພນຈະເລີນ, ປັບປຸງລະບົບໄຟຟ້າ ບ້ານປາກປາງ ແລະ ບ້ານໂພນ ຈະ ເລີນ, ໂຄງການກໍ່ສ້າງເສັ້ນທາງປູ ຢາງບ້ານດອນໄຊ ຫາທ່າບັກໄປ ປາກ ປາງ ແລະ ໂຄງການກໍ່ສ້າງທາງ ດິນອັດແໜ້ນທາງຊອຍ ບ້ານຫາດ ຊາຍຄຳ. ນອກຈາກນີ້, ຜູ້ເຂົ້າຮ່ວມກອງ ປະຊຸມ ຍັງໄດ້ປະກອບຄຳເຫັນ ແລະ ປຶກສາຫາລືກັນຫລາຍດ້ານທັ້ງນີ້ ກໍເພື່ອເປັນບ່ອນອີງ ໃຫ້ຄະນະກຳ ມະການຄຸ້ມຄອງ-ນໍາໃຊ້ທຶນພັດທະ ນາຊຸມຊົນໂຄງການເຂື່ອນໄຟຟ້າ ນໍ້າ ເທີນ 1 ໃນການຈັດຕັ້ງປະຕິບັດກິດ ຈະກຳໃນຕໍ່ໜ້າໃຫ້ມີຜົນສຳເລັດ ຖືກຕ້ອງຕາມນິຕິກຳວາງອອກ. ໃນໂອກາດດຽວກັນ ໂຄງການ ດັ່ງກ່າວໄດ້ມອບເງິນຈຳນວນ 1 ລ້ານສະຫະລັດ ຕາງໜ້າມອບໂດຍ ອຳນວຍການໃຫຍ່ໂຄງການເຂື່ອນ ໄຟຟ້ານໍ້າເທີນ 1 ແລະ ຕາງໜ້າຮັບ ໂດຍທ່ານ ບຸນເສັງ ປະທຳມະວົງ. ຂປລ. ແຫລ່ງຂ່າວຈາກແຂວງ ຫລວງນ້ຳທາ ໃຫ້ຮູ້ວ່າ: ໂຄງການ ເຂື່ອນໄຟຟ້ານໍ້າທາ 1 ຈັດຝຶກອົບຮົມ ໃນຫົວຂໍ້ເຕັກນິກການລ້ຽງເຜິ້ງໂກນ ໃຫ້ປະຊາຊົນ 18 ຄອບຄົວ ຢູ່ບ້ານ ວາດ ເມືອງນາແລ ແຂວງຫລວງ ນໍ້າທາ ເມື່ອບໍ່ດົນມານີ້ ເພື່ອເປັນ ການສ້າງອາຊີບ ແລະ ສ້າງລາຍຮັບ ໂດຍຄູຝຶກຈາກສະມາຄົມລ້ຽງເຜິ້ງ ແຂວງອຸດົມໄຊ. ບ້ານວາດແມ່ນບ້ານໜຶ່ງໃນ 12 ບ້ານ ເຂດເມືອງນາແລ ທີ່ໄດ້ຮັບຜົນ ກະທົບຈາກໂຄງການເຂື່ອນໄຟຟ້າ ນໍ້າທາ 1, ເຊິ່ງທາງໂຄງການມີແຜນ ໃຫ້ທຸກຄອບຄົວລ້ຽງເຜິ້ງໂກນແບບ ທໍາມະຊາດ ໃຫ້ເປັນຕົວແບບກາຍ ເປັນຜະລິດຕະພັນ ຂອງເມືອງນາແລ ໃນຕໍ່ໜ້າ. ການຝຶກອົບຮົມຄັ້ງນີ້ ໄດ້ດຳເນີນ ເປັນເວລາ 2 ວັນ ພາຍຫລັງຮຽນ ທິດສະດີແລ້ວ ຄູຝຶກກໍໄດ້ນໍາພາ ສໍາ ມະນາກອນ ລົງມືປະຕິບັດຕົວຈິງ ໂດຍເລີ່ມຈາກການສ້າງໂກນເຜິ້ງ ຫລື ບ່ອນຢູ່ຂອງເຜິ້ງ, ການເລືອກ ສະຖານທີ່ໂກນເຜິ້ງ, ວິທີການນໍາ ເອົາ ເຜິ້ງເຂົ້າໂກນ, ແນະນໍາອຸປະກອນ ການລ້ຽງການເກັບກູ້ນໍ້າເຜິ້ງ ລວມ ເຖິງວິທີການບົວລະບັດຮັກສາ. ການ ລ້ຽງເຜິ້ງ ແມ່ນເປັນວຽກງານໜຶ່ງ ໄດ້ຄຽງຄູ່ກັບປະຊາຊົນລາວ ແລະ ໄດ້ສືບທອດຕໍ່ກັນມາແຕ່ປູ່ຢ່າຕາ ຍາຍ ໂດຍທຽບໃສ່ກິດຈະກໍາອື່ນໆ ແມ່ນກໍາໄລດີ ເນື່ອງຈາກລົງທຶນ ໜ້ອຍ, ເຮັດວຽກເບົາ, ໃຊ້ໂກນອາຍຸ ຍືນ ທັງນີ້ການລ້ຽງຍັງເປັນການປະ ສົມຝຸນລະອອງເກສອນໃຫ້ກັບຕົ້ນ ໄມ້ພືດພັນ, ຜົນລະປູກ ແລະ ຕົ້ນ ໄມ້ ທໍາມະຊາດ. ພ້ອມກັນນີ້, ນໍ້າເຜິ້ງຍັງ ໃຫ້ຄຸນປະໂຫຍດຕໍ່ການປຸງແຕ່ງຢາ ພື້ນເມືອງຫລາຍປະເພດ ທັງເປັນອາ ຫານເສີມໃນຮ່າງກາຍຂອງຄົນເຮົາ ແລະ ພາກສ່ວນຂີ້ເຜິ້ງຍັງສາມາດ ນຳມາປະດິດເປັນທູບທຽນບູຊາ ຫລື ຕົບແຕ່ງຜາສາດເຜິ້ງຢູ່ຕາມວັດ ວາອາລາມນຳອີກ. ຂ່າວ: ອຸດົມສຸກ ວັນສະໝອນ ວາລະສານ... ຍົກລະດັບ... ທ່ານ ວັນລາຕີ ຄຳວານວົງສາ ວ່າ ການຫົວໜ້າບັນນາທິການວາລະ ສານອະລຸນໃໝ່, ພ້ອມດ້ວຍພະນັກ ງານວິຊາການທີ່ກ່ຽວຂ້ອງຂອງທັງ ສອງຝ່າຍ ເຂົ້າຮ່ວມ. ທ່ານ ວັນລາຕີ ຄຳວານວົງສາ ໄດ້ໃຫ້ຮູ້ວ່າ: ວາລະສານອະລຸນໃໝ່ ສ້າງຕັ້ງມາໄດ້ 38 ປີ ແລ້ວ ຍັງເປັນ ສື່ສິ່ງພິມ (ສື່ເອເລັກໂຕຣນິກ ຍັງບໍ່ ທັນໄດ້ເຮັດເທື່ອ) ເຊິ່ງຍັງເປັນສິ່ງທ້າ ທາຍໃນອະນາຄົດ ທີ່ຄະນະພັກ-ຄະ ນະນຳຂອງຄະນະໂຄສະນາອົບຮົມ ສູນກາງພັກ ກໍຄື ວາລະສານອະລຸນ ໃໝ່ ພະຍາຍາມຢາກຫັນໃຫ້ເປັນສື່ ເອເລັກໂຕຣນິກ. ປັດຈຸບັນໄດ້ກະ ກຽມຄະນະຮັບຜິດຊອບໃນດ້ານ ຕ່າງໆ ເພື່ອກຽມສ້າງວາລະສານ ອະລຸນໃໝ່ ເປັນເອເລັກໂຕຣນິກ ໂດຍ ການສ້າງເວັບໄຊ ແລະ ສູ້ຊົນຈະ ໃຫ້ມີການເປີດນຳໃຊ້ວາລະສານ ອະລຸນໃໝ່ ແບບເອເລັກໂຕຣນິກ ຂຶ້ນໃນອະນາຄົດ ໂດຍໄດ້ມີການສົມ ທົບກັບກົມຮ່ວມມືຂ່າວສານ ຂອງຄະ ນະໂຄສະນາອົບຮົມສູນກາງພັກ ແລະ ເພື່ອນມິດຍຸດທະສາດ ຈາກ ສສ ຫວຽດນາມ ເພື່ອມາຊ່ວຍທາງ ດ້ານເຕັກນິກຕ່າງໆ. ປັດຈຸບັນໄດ້ ເປີດທົດລອງນຳໃຊ້ແລ້ວ. ສະນັ້ນ, ການມາພົບປະຄັ້ງນີ້ ເພື່ອມາແລກ ປ່ຽນບົດຮຽນ, ຂໍຄຳແນະນຳ ແລະ ຂໍ້ມູນນຳສຳນັກຂ່າວສານປະເທດ ລາວ ກ່ຽວກັບວິທີການນຳໃຊ້,ການ ຄຸ້ມຄອງ-ບໍລິຫານ, ການແຈກຢາຍ- ຈຳໜ່າຍ ແລະ ນິຕິກຳຄຸ້ມຄອງວ່າ ອັນໃດແດ່ທີ່ຄວນເຮັດ ແລະ ອັນໃດ ທີ່ຄວນຫລີກເວັ້ນໂດຍສະເພາະແມ່ນ ສື່ແບບໃໝ່. ແຜນງານບີຄວາ ເຊິ່ງເປັນແຜນງານ ເພື່ອປັບປຸງຄຸນນະພາບ ແລະ ຂະ ຫຍາຍໂອກາດເຂົ້າຮຽນ ສໍາລັບການ ສຶກສາຂັ້ນພື້ນຖານ ໃນ ສປປ ລາວ ໂດຍການເປັນປະທານຂອງທ່ານ ສີທາ ແກ້ວດາລາວົງ ຮອງຫົວໜ້າ ພະແນກສຶກສາທິການ ແລະ ກິລາ ແຂວງ ພ້ອມດ້ວຍຄູຝຶກ ຈາກສູນ ທ່ານ ສີສະຫວາດ ວົງສະຣາດ ຫົວໜ້າພະແນກເຕັກນິກ ສຳນັກ ຂ່າວສານປະເທດລາວ ໃຫ້ຮູ້ວ່າ: ສຳນັກຂ່າວສານປະເທດລາວ ເລີ່ມ ນຳໃຊ້ ເວັບໄຊ ໃນປີ 1991 ຕໍ່ມາໄດ້ ມີການປັບປຸງຍົກລະດັບ ແລະ ພັດທະ ນາລະບົບເຕັກນິກການສື່ສານອິນ ເຕີເນັດ ໃຫ້ສາມາດເຊື່ອມຕໍ່ກັບໂລກ ໄດ້ດ້ວຍການຂະຫຍາຍລະບົບອິນ ເຕີເນັດ ແລະ ມີເວັບໄຊ ສໍາລັບການ ກະຈາຍຂໍ້ມູນຂ່າວສານຕ່າງໆຜ່ານ www.kplnet.net ໃນຊຸມປີ 2000 ຜ່ານມາ ແລະ ປັບປຸງປ່ຽນ ຊື່ເປັນ www.kpl.net.la ໃນປີ 2010 ແລະ www.kpl.gov.la ໃນປີ 2014 ແລະ ໄດ້ຫັນເປັນລະ ບົບດີຈິຕອນ ໃນປີ 2018 ເຊິ່ງມີລະ ບົບຄວບຄຸມ ທີ່ເອີ້ນວ່າ SERVER ເປັນຂອງຕົນເອງ, ຄວບຄຸມ ແລະ ຄຸ້ມຄອງດ້ວຍຕົນເອງ ເພື່ອເກັບມ້ຽນ ຜະລິດຕະພັນຕ່າງໆ ຂອງສຳນັກໄວ້ ໃນສາງເກັບຮັກສາແບບຈຸດດຽວ. ສຳລັບໂຄງສ້າງລະບົບເຄືອຂ່າຍ ພາຍໃນສຳນັກ ລວມມີ 2 ລະບົບ ຄື: ໂຄງສ້າງລະບົບເຄືອຂ່າຍ Unitel 30 M ແລະ ໂຄງສ້າງລະບົບ ເຄືອຂ່າຍ LTC 20 M. ສ່ວນລະບົບ ຮັບສົ່ງຂໍ້ມູນພາຍໃນ ແລະ ຕ່າງປະ ເທດແມ່ນນຳໃຊ້ລະບົບຮັບສົ່ງຂໍ້ມູນ FTP ແລະ ໂປແກມ Filezila, ໂປ ແກມອັບເດດໜັງສືພິມ (Flipping book) ແລະ CMS, ສະໜອງຂໍ້ ມູນຂ່າວສານຜ່ານລະບົບ FTP server ໃຫ້ກັບ 8 ພະແນກ, ເຊິ່ງການ ເຜີຍແຜ່ຜະລິດຕະພັນຂ່າວສານ ຜ່ານລະບົບເວບໄຊໃໝ່ https:// kpl.gov.la. ນອກຈາກນີ້, ຂປລ ຍັງໄດ້ມີ ການພັດທະນາລະບົບປະມວນ ເພື່ອ ເກັບມ້ຽນ ແລະ ບໍລິການຮູບພາບ ແລະ ເອກະສານ ທັງອັນເກົ່າ ແລະ ອັນໃໝ່ ດ້ວຍລະບົບຊອບແວ ຄອມ ພິວເຕີ ທີ່ມີປະສິດທິຜົນ ດ້ວຍການ ຕິດຕັ້ງ 2 ລະບົບຖານຂໍ້ມູນ ຫລື ເອີ້ນວ່າ DATA BASE ແລະ ລະ ບົບຄວບຄຸມ ແລະ ຄຸ້ມຄອງ ຫລື SERVER ເປັນຂອງຕົນເອງທັງ ໝົດ, ແຕ່ເຖິງຢ່າງໃດກໍຕາມ ເຖິງວ່າ ສຳນັກຂ່າວສານປະເທດລາວ ເຊິ່ງ ເປັນອົງກອນໜຶ່ງຂອງລັດ ທີ່ໄດ້ ນຳໃຊ້ລະບົບຮັບສົ່ງຂ່າວທາງອິນ ເຕີເນັດ ມາເປັນເວລາຫລາຍປີ, ແຕ່ຍັງມີສິ່ງທ້າທາຍຫລາຍດ້ານ ເປັນຕົ້ນ ຍັງຂາດວິຊາການດ້ານ ເຕັກນິກ (ພະນັກງານຂຽນໂປຣ ແກຣມ) ຍັງອາໄສການຊ່ວຍເຫລືອ ຈາກປະເທດເພື່ອນມິດຢູ່ໂດຍສະ ເພາະ ສສ ຫວຽດນາມ. ຂ່າວ: ມະນີທອນ, ພາບ: ເກດສະໜາ ກາງ, ຄູສຶກສານິເທດຈາກ 7 ຕົວ ເມືອງ ແລະ ພະນັກງານວິຊາການ ທີ່ກ່ຽວຂ້ອງເຂົ້າຮ່ວມ. ກອງປະຊຸມ ຄັ້ງນີ້ ໄດ້ຄົ້ນຄວ້າ 3 ວິຊາຫລັກຄື: ພາສາລາວ, ວິທະຍາ ສາດ ແລະ ສິ່ງແວດລ້ອມ ແລະ ວິ ຊາພາສາອັງກິດ, ເຊິ່ງຜູ້ເຂົ້າຮ່ວມ ໄດ້ພ້ອມກັນຄົ້ນຄວ້າແລກປ່ຽນບົດ ຮຽນກ່ຽວກັບການນໍາໃຊ້ຫລັກສູດ ສະບັບປັບປຸງໃໝ່ດັ່ງກ່າວ ລະຫວ່າງ ຄູຝຶກຂັ້ນສູນກາງ ແລະ ຄູຝຶກຂັ້ນ ທ້ອງຖິ່ນ ເພື່ອໃຫ້ມີຄວາມເປັນເອກະ ພາບກັນພາຍໃນແຂວງ. ທ່ານ ສີທາ ແກ້ວດາລາວົງ ໄດ້ ກ່າວວ່າ: ການຝຶກອົບຮົມຄັ້ງນີ້, ແມ່ນ ເງື່ອນໄຂໜຶ່ງໃນການບັນລຸການຈັດ ຕັ້ງປະຕິບັດ 15 ຄາດໝາຍສູ້ຊົນ ຂອງກະຊວງ ແລະ 8 ຄາດໝາຍ ຂອງ ແຂວງຄື: ປັບປຸງລະບົບການສຶກ ສາໃຫ້ມີຄຸນນະພາບໂດຍເອົານັກ ຮຽນເປັນໃຈກາງ ພ້ອມທັງເນັ້ນໃຫ້ ຜູ້ເຂົ້າຮ່ວມ ເອົາໃຈໃສ່ສຶກສາຄົ້ນ ຄວ້າຮໍ່າຮຽນ, ຍົກສູງຄວາມຮັບຜິດ ຊອບຕໍ່ໜ້າທີ່ວຽກງານທີ່ຂັ້ນເທິງ ມອບໝາຍໃຫ້ສໍາເລັດຕາມແຜນ ທີ່ວາງໄວ້ການຝຶກອົບຮົມດັ່ງກ່າວ ຈະດໍາເນີນໄປຮອດວັນທີ 24 ມິຖຸນາ 2023. ຂ່າວ: ສີສຸພັນ * ປະເທດ ຕວັກກີ(Turkey) ຫລື ຊື່ທາງການວ່າ ສາທາລະນະລັດ ຕວັກກີ(Republic of Turkey) ມີນະຄອນຫລວງຊື່ວ່າ: ອັງກາ ລາ(Ankara) ແລະ ປະເທດ ສປປ ລາວ ໄດ້ສ້າງຕັ້ງສາຍພົວພັນ ທາງການທູດຮ່ວມກັນໃນວັນທີ 20.06.1958 ເປັນຕົ້ນມາ, ຫລັງ ຈາກນັ້ນ ທັງສອງປະເທດໄດ້ພ້ອມ ກັນເສີມສ້າງ ສາຍພົວພັນ ແລະ ຮ່ວມ ມືກັນພັດທະນາໃຫ້ນັບມື້ແໜ້ນແຟ້ນ ແລະ ແຕກດອກອອກຜົນຍິ່ງໆຂຶ້ນ. ຕວັກກີ ເປັນປະເທດສອງທະວີບ ຢູ່ໃນອາຊີ ແລະ ເອີຣົບ, ມີຊາຍແດນ ທິດຕາເວັນອອກ ຕິດກັບ ຊອກຊີ, ອາກເມນີ, ອາແຊກໄບຊານ ແລະ ອີຣານ; ທິດໃຕ້ຕິດກັບ ອີຣັກ, ຊີຣີ ແລະ ທະເລເມດີເຕເຣເນຍ; ທິດ ຕາ ເວັນຕົກຕິດກັບ ເກຣັກ, ບູນກາລີ ແລະ ທະເລແອຈຽນ; ທິດເໜືອຕິດ ກັບທະເລດຳ. ມີເນື້ອທີ່ທັງໝົດ 780.580 ກິໂລຕາແມັດ, ປະຊາ ກອນຫລາຍກວ່າ 85 ລ້ານຄົນ(ໃນ ປີ 2023), ໃຊ້ພາສາຕວັກກີ ເປັນ ພາສາທາງການ, ປະຊາຊົນສ່ວນ ໃຫຍ່ຖືສາສະໜາ ມຸສລິມ 99,8% ແລະ ສາສະໜາອື່ນໆ 0,2%; ໃຊ້ສະ ກຸນ ເງິນ ຕວັກກີໄລຣາ (Turkish Lira). ສ່ວນວັນຊາດ ແມ່ນວັນທີ 29.10.1923. ເສດຖະກິດຕວັກກີ ໄດ້ມີການ ປະຕິຮູບຫລາຍດ້ານ ສົ່ງຜົນໃຫ້ຈະ ເລີນເຕີບໃຫຍ່ຂຶ້ນ ຢາງວ່ອງໄວເປັນ ຕົ້ນແມ່ນ ລາຍໄດ້ຈາກການຜະລິດ ເພື່ອສົ່ງອອກ ແລະ ການທ່ອງທ່ຽວ ເປັນຫລັກ, ໂດຍໃຫ້ຄວາມ ສຳຄັນ ກັບຕະຫລາດຕ່າງ ປະເທດ, ການ ພັດທະນາພື້ນຖານໂຄງລ່າງ,ການ ພັດທະນາຕະຫລາດ ແລະ ຜະລິດ ຕະພັນ ໃຫ້ເປັນທີ່ຍອມຮັບຂອງຕະ ຫລາດຕ່າງປະເທດ ແລະ ສ້າງຄວາມ ເຊື່ອໝັ້ນ ເພື່ອດຶງດູດນັກລົງທຶນ ຈາກຕ່າງປະເທດອື່ນໆ ເຮັດໃຫ້ລວມ ຍອດຜະລິດຕະພັນ ພາຍໃນປະເທດ (GDP) ບັນລຸ 819 ພັນລ້ານໂດລາ ສະ ຫະລັດ(ໃນປີ2021); ສະເລ່ຍຕໍ່ ຫົວຄົນ 9.661 ກວ່າໂດລາສະຫະ ລັດຕໍ່ປີ; ອັດຕາການເຕີບໂຕດ້ານເສດ ຖະກິດ 11,4% ຕໍ່ປີ. ມູນຄ່າການສົ່ງ ອອກ ສິນຄ້າ 169.657 ລ້ານໂດ ລາສະຫະລັດ ເປັນຕົ້ນປະເພດເຄື່ອງ ນຸ່ງຫົ່ມ, ຜະລິດຕະພັນອາຫານ, ຜະລິດຕະພັນເຫລັກທີ່ໃຊ້ໃນອຸດສາ ຫະກຳ ແລະ ອຸປະກອນການຂົນ ສົ່ງ. ສ່ວນມູນຄ່າການນຳເຂົ້າບັນລຸ 219.514 ລ້ານໂດລາສະຫະລັດ ເຊັ່ນ: ເຄື່ອງກົນຈັກ, ຜະລິດຕະພັນ ເຄມີ, ນ້ຳມັນເຊື້ອໄຟ ແລະ ອື່ນໆ. ສ່ວນປະເທດ ຄູ່ການຄ້າສຳຄັນ: ເຢຍ ລະມັນ, ອີຣັກ, ອັງກິດ, ອິຕາລີ,. ຝຣັ່ງ, ແອັດສະປາຍ, ໂຮນລັງ, ອິດ ສະຣາແອນ ແລະ ຣັດເຊຍ ຕາມລຳ ດັບ. ນອກນີ້ຍັງມີສະຖານທີ່ທ່ອງ ທ່ຽວສວຍງາມຫລາຍແຫ່ງເປັນ ຕົ້ນ: ພະລາຊະວັງ ທອບກາປິ;ພິພິດ ຕະພັນກາງແຈ້ງ ເກີເຣເມ (Goreme Museum) ເປັນພິພິທະພັນກາງ ແຈ້ງ ທີ່ມີໂບສ, ຖໍ້າຕັ້ງລຽນກັນຊ້າຍ ລ້າຍ ຢູ່ຫລາຍແຫ່ງ ຊຶ່ງໂບສທີ່ ເປັນຖໍ້າທາງໃນລວມມີເຖິງ 365 ແຫ່ງ ເຕັມໄປດ້ວຍພາບ ຂຽນສີເຕັມ ຝາ ແລະ ເພດານ ແລະ ອື່ນໆ. ໂດຍ: ດາວັນ
RkJQdWJsaXNoZXIy MTc3MTYxMQ==