5644

xtgmf]k; 3 21/06/2023 0kj ; c]t gsfdko dh k;l6 j ]t[q [75 h ,7v'dkog'y ocsj ']a f gxa oma oltw\mu j ,u 7;k,g0A ,c0'F 3xj '.l gxa ofu 9y 8vo c]t p5 8y me ຜັນຂະຫຍາຍມະຕິ ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ໂດຍ: ສີວັນທອງ ທໍາມະນີ ໂດຍ: ໄໝຄຳຍ້ອມສິນ ln[8+xa[x5'ltrk[7jv' dko75h,7v''[xt,ko0v']af c]t lkh '7;k,g0,A c0'.odko75,h 7v'g'oy 8k 7;k,f5\ajo c]t Iad .ovk-u[ gIaf.sh-u;yffu0Bo * ໃນມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ໄດ້ກຳນົດກ່ຽວ ກັບການປັບປຸງສະພາບຄ່ອງໃຫ້ ງົບປະມານຂອງລັດ ແລະ ຄວາມ ເຂັ້ມແຂງໃນການຄຸ້ມຄອງເງິນຕາ ແມ່ນຕ້ອງເລີ່ມຈາກການປະຕິບັດ ວິໄນແຜນການ-ການເງິນຢ່າງເຂັ້ມ ງວດ, ຮັບປະກັນຄວາມສອດຄ່ອງ ລະຫວ່າງການສ້າງແຜນພັດທະ ນາທີ່ີມີຈຸດສຸມ ແລະ ມີປະສິດທິຜົນ ກັບຄວາມສາມາດສຳລະສະສາງ ຂອງງົບປະມານ. ຈາກນັ້ນກ້າວ ເຖິງສ້າງຄວາມເຂັ້ມໃນການຄຸ້ມ ຄອງລາຍຮັບ-ລາຍຈ່າຍງົບປະ ມານ ແລະ ຍົກສູງປະສິດທິຜົນການ ລົງທຶນຂອງລັດ. ນອກຈາກນີ້, ສືບຕໍ່ປັບໂຄງສ້າງ ໜີ້ສາທາລະນະ ແລະ ສ້າງເງື່ອນໄຂ ການສຳລະສະສາງໜີ້ສິນແບບຕັ້ງ ໜ້າ; ສ້າງລະບົບຄຸ້ມຄອງລາຍຮັບລາຍຈ່າຍງົບປະມານຂອງລັດໃຫ້ ເຂັ້ມແຂງດ້ວຍການປະຕິບັດເຂັ້ມ ງວດຫລັກການແຜນລາຍຈ່າຍ ຕ້ອງບົນພື້ນຖານຄວາມສາມາດ ຂອງລາຍຮັບງົບປະມານຕົວຈິງ ແລະ ສ້າງໂຄງການລົງທຶນໃໝ່ ຈາກງົບປະມານລັດທີ່ບໍ່ມີແຫລ່ງ ສຳລະສະສາງອັນຈະແຈ້ງ...; ຕ້ອງ ປະຕິບັດບັນດາມາດຕະການເພີ່ມ ລາຍຮັບງົບປະມານຢ່າງເຂັ້ມແຂງ ຕິດພັນກັບການຫັນລະບົບຄຸ້ມຄອງ ເກັບລາຍຮັບໃຫ້ທັນສະໄໝ; ຕ້ອງຖື ການປະຢັດລາຍຈ່າຍງົບປະມານ, ໂດຍສະເພາະການໃຊ້ຈ່າຍບໍລິຫານ ເປັນວາລະແຫ່ງຊາດ ແລະ ຕິດພັນ ການປັບປຸງກົງຈັກການຈັດຕັ້ງໃຫ້ ກະຊັບຢິ່ງຂຶ້ນ, ຫລຸດຈຳນວນລັດ ຖະກອນໃນກົງຈັກຢ່າງຕໍ່ເນື່ອງ. ຫັນເປັນທັນສະໄໝຢ່າງແຂງແຮງ ພ້ອມທັງກຳນົດລະອຽດຈະແຈ້ງ ແລະ ຈັດຕັ້ງປະຕິບັດເຂັ້ມງວດການ ນຳໃຊ້ງົບປະມານ ແລະ ຊັບສົມບັດ ຂອງລັດສຳລັບລັດຖະກອນທຸກ ປະເພດ. ປັບປຸງອົງປະກອບການລົງທຶນ ຈາກງົບປະມານຂອງລັດໂດຍຄຳ ນຶງເຖິງຄວາມສາມາດຕົວຈິງຂອງ ງົບປະມານ ແລະ ສູນການລົງທຶນ ໃສ່ບາງເປົ້າໝາຍຕົ້ນຕໍຄື: ບັນດາ ໂຄງການພັດທະນາດ້ານໂຄງລ່າງ ທີ່ມີປະສິດທິຜົນອັນແທ້ຈິງຕາມບໍລິ ເວນເຂດແຄວ້ນທີ່ມີຄວາມສຳຄັນ ເປັນໄມ້ງັດໃຫ້ແກ່ການພັດທະນາ ເສດຖະກິດ-ສັງຄົມ ແລະ ປ້ອງກັນ ຊາດ-ປ້ອງກັນຄວາມສະຫງົບ, ລວມທັງລົງທຶນພັດທະນາພື້ນຖານ ໂຄງລ່າງ-ວັດຖຸເຕັກນິກອັນຈຳເປັນ ໃນເຂດຈຸດສຸມຜະລິດສິນຄ້າ. ຮັບປະກັນຄວາມໝັ້ນຄົງຂອງ ລະບົບເງິນຕາຂອງຊາດ ແລະ ການ ຮັກສາສະຖຽນລະພາບຂອງອັນຕາ ແລກປ່ຽນ ລະຫວ່າງເງິນກີບກັບສະ ກຸນເງິນຕ່າງປະເທດ; ປັບປຸງລະບົບ ການຄຸ້ມຄອງຄັງສຳຮອງຂອງ ຊາດໃຫ້ມີຄວາມເຂັ້ມແຂງ ແລະ ສ້າງຄັງສຳຮອງດ້ວຍຫລາຍສະ ກຸນເງິນ ຫລື ດ້ວຍຄຳ. * ບໍ່ວ່າຈະເປັນອາຊີບໃດກໍຕາມ ຖ້າມີຄວາມອົດທົນ, ດຸໝັ່ນພາກ ພຽນ ກໍ່ຈະປະສົບຜົນສໍາເລັດໄດ້ ຢ່າງແນ່ນອນຄືກັບຄອບຄົວຂອງ ນາງ ລີຈັນ ອາຍຸ 43 ປີ ແລະ ທ້າວ ບິນລີ່ ຢາງຕົງເນັ່ງ ອາຍຸ 45 ປີ, ຢູ່ ບ້ານພູຂຽວ, ເມືອງໄຊ, ແຂວງອຸດົມ ໄຊ ເປັນຄອບຄົວຕົວແບບ ໃນ ການ ສ້າງເສດຖະກິດຄອບຄົວ ໂດຍການ ເຮັດຟາມລ້ຽງໄກ່ພັນໄຂ່ ເປັນອາ ຊີບ ເພື່ອສ້າງລາຍຮັບເຂົ້າຄອບ ຄົວໄດ້ຫລາຍລ້ານກີບຕໍ່ເດືອນ. ນາງ ລີຈັນ ໄດ້ເວົ້າວ່າ: ກ່ອນຈະ ມາລ້ຽງໄກ່ແມ່ນ ຂາຍເຄື່ອງຢູ່ຕະ ຫລາດລືໄຊ ແລະ ເງິນຈາກການ ຂາຍເຄື່ອງ ແມ່ນບໍ່ກຸ້ມກິນ ບວກກັບ ລູກຫລາຍຄົນ ແຕ່ລະຄົນແມ່ນຍັງ ນ້ອຍມີພາລະການໃຊ້ຈ່າຍຫລາຍ ກວ່າລາຍຮັບຈາກນັ້ນ ທັງສອງຜົວ ເມຍ ຈຶ່ງໄດ້ປຶກສາຫາລືກັນ ເພື່ອ ຊອກແນວທາງ ໃຫ້ຄອບຄົວມີລາຍ ຮັບເພີ່ມ ແລະ ມີຢູ່ມີກິນຄືກັບຄອບ ຄົວອື່ນ, ທັງສອງໄດ້ຕັດສິນໃຈລອງ ມາເຮັດສວນປູກໝາກໄມ້ກິນໝາກ, ສວນກາເຟ ແຕ່ເນື່ອງຈາກສະພາບ ດິນຟ້າອາກາດບ້ານເຮົາແຫ້ງແລ້ງ, ດິນປູກຝັງບໍ່ເໝາະສົມ ຈຶ່ງເຮັດໃຫ້ ຕົ້ນໝາກໄມ້ທີ່ປູກບໍ່ງາມ ແລະ ບໍ່ໄດ້ ຮັບຜົນຕາມທີ່ຕັ້ງເປົ້າໝາຍເອົາໄວ້. ຕໍ່ມາຮອດປີ 2018 ຈຶ່ງໄດ້ມີແນວ ຄິດລິເລີ່ມ ແລະ ທົດລອງລ້ຽງ ໄກ່ພັນ ໄຂ່ ເພາະພໍ່ແມ່ເຄີຍໄດ້ລ້ຽງຢູ່ເຮືອນ ຈໍານວນໜຶ່ງ ເພື່ອລ້ຽງໄວ້ກິນເທົ່າ ນັ້ນ ບວກກັບຕົນເອງກໍ່ມີຄວາມຮັກ ມັກໃນການເຮັດອາຊີບນີ້ ແລະ ມີສະ ຖານທີ່ເຊິ່ງເປັນສວນປູກຕົ້ນໄມ້ກິນ ໝາກມີຢູ່ແລ້ວ ພື້ນທີ່ດັ່ງກ່າວກວ້າງ ຂວາງລວມທັງໝົດ 7 ເຮັກຕາ ຈຶ່ງ ໄດ້ຕັດສິນໃຈລ້ຽງໄກ່ພັນໄຂ່ໃນເບື້ອງ ຕົ້ນແມ່ນ ພັນໄກ່, ຄອກໄກ່, ຫົວອາ ຫານ ແລະ ອື່ນໆ ແມ່ນນໍາເຂົ້າຈາກ ປະເທດເພື່ອນບ້ານທັງໝົດ ທໍາອິດ ແມ່ນທົດລອງເອົາໄກ່ມາລ້ຽງພຽງ 1.000 ໂຕ, ເຮັດເຮືອນໄກ່ 2 ຫລັງ ໂດຍການລອງຜິດ, ລອງຖືກ ເພາະ ວ່າຕົນເອງແມ່ນບໍ່ມີປະສົບການ, ບໍ່ໄດ້ຜ່ານຝຶກອົບຮົມຈາກໃສມາ ກ່ອນ ແລະ ບໍ່ມີຄວາມຮູ້ໃນດ້ານນີ້. ແຕ່ຍ້ອນຄວາມຮັກ, ມັກໃນອາຊີບ ລ້ຽງໄກ່ ຈຶ່ງໄດ້ຊອກຫາວິທີທາງ, ຊອກຮຽນຮູ້ດ້ວຍຕົນເອງຜ່ານທາງ ຢູທູບ (YouTube) ພາຍຫລັງທີ່ ໄດ້ລ້ຽງມາໄລຍະໜຶ່ງ ເຫັນວ່າໄດ້ ຮັບຜົນດີ, ຈຶ່ງໄດ້ຕັດສິນໃຈປັບປຸງ ສະຖານທີ່ລ້ຽງ ແລະ ຊື້ພັນໄກ່ມາ ເພີ່ມໃນໄລຍະທີ 2 ຈໍານວນ 4.000 ໂຕ ແລະ ໄດ້ຈ້າງພະນັກງານມາ ຊ່ວຍ 4 ຄົນ ເພື່ອຊ່ວຍບົວລະບັດ ຮັກສາ ເພາະແຕ່ລະມື້ຕ້ອງໄດ້ເອົາ ໃຈໃສ່ທຸກໆຂັ້ນຕອນເຊັ່ນ: ອານະ ໄມຄອກໄກ່, ໃຫ້ອາຫານ, ໃຫ້ນໍ້າ, ຂ້າເຊື້ອພະຍາດ ແລະ ເກັບໄຂ່. ນາງ ລີຈັນ ໄດ້ໃຫ້ຮູ້ຕື່ມອີກວ່າ: ແຕ່ລະມື້ແມ່ນຕ້ອງໄດ້ເບິ່ງ ແລະ ເອົາໃຈໃສ່ເປັນຢ່າງດີ ໂດຍສະເພາະ ແມ່ນການໃຫ້ອາຫານ ແລະ ນໍ້າ ແມ່ນຕ້ອງໄດ້ເກືອໃຫ້ຖືກເວລາ ມື້ 1 ແມ່ນເກືອ 2 ຄັ້ງ ຕອນເຊົ້າເວລາ 5 ໂມງ ແລະ ຕອນບ່າຍແມ່ນ 1 ໂມງ, ນໍ້າແມ່ນໃສ່ນໍ້າສະອາດ ແລະ ເປັນນໍ້າບາດານ ຖ້າເອົານໍ້າທົ່ວໄປ ໃຫ້ກິນຄື ນໍ້າປະປາ, ນໍ້າຫ້ວຍ ຈະ ເຮັດໃຫ້ໄກ່ຕິດພະຍາດ ໂດຍສະ ເພາະແມ່ນເຈັບທ້ອງ ເຊິ່ງທັງໝົດນີ້ ແມ່ນບໍ່ງ່າຍ ແລະ ກໍ່ບໍ່ຍາກໃນການ ລ້ຽງ ຖ້າເຮົາຮູ້ວິທີການລ້ຽງສິ່ງ ສໍາຄັນເຮົາຕ້ອງມີຄວາມອົດທົນ, ດຸ ໝັ່ນບວກກັບຄວາມສາມັກຄີຊ່ວຍ ເຫລືອເຊິ່ງກັນ ແລະ ກັນ ພາຍໃນຄອບ ຄົວກໍຈະສາມາດປະສົບຜົນສໍາເລັດ ໃນອາຊີບ ແລະ ສາມາດ ຂະຫຍາຍ ຟາມລ້ຽງໄກ່ອີກ 2 ຫລັງ ແຕ່ລະມື້ ສາມາດເກັບໄຂ່ໄດ້ 120 ແຕະຕໍ່ມື້ ແຕະ 1 ຂາຍ ໃນລາຄາ 52.000 ກີບ. ນອກຈາກນັ້ນ, ພາຍໃນຟາມຍັງໄດ້ ປູກຜັກ, ປູກຕົ້ນໄມ້ກິນໝາກ, ລ້ຽງ ປາຂາຍຈໍານວນໜຶ່ງ ແລະ ມີຝຸ່ນ ຄອກຂາຍນໍາອີກ (ຂີ້ໄກ່) ໃນລາຄາ 1 ເປົ່າ 20.000 ກີບ, ຖ້າເອົາຈໍາ ນວນຫລາຍ, ເປົາໜຶ່ງ 15.000 ກີບ ເຊິ່ງແຕ່ລະເດືອນສາມາດສ້າງລາຍ ຮັບເຂົ້າຄອບຄົວສະເລ່ຍ ພາຍຫລັງ ຫັກຕົ້ນທຶນອອກ ຈະເຫລືອກໍາໄລ 14-15 ລ້ານ ກີບຕໍ່ເດືອນ, ສະເລ່ຍ 1 ປີ ກໍາໄລ 168-180 ລ້ານກີບ. * ປັດຈຸບັນ, ທົ່ວປະເທດຍັງມີ ຄອບຄົວທຸກຍາກເຫລືອຢູ່ 60 ພັນ ຄອບຄົວ, ກວມເອົາປະມານ 5,34% ຂອງຈຳນວນພົນລະເມືອງລາວ; ບ້ານທຸກຍາກຍັງເຫລືອ 1.000 ກວ່າບ້ານ, ເມືອງທຸກຍາກຍັງເຫລືອ 20 ກວ່າເມືອງ, ກວມເອົາ 15% ຂອງຈຳນວນເມືອງທັງໝົດທົ່ວປະ ເທດ ແລະ ບ້ານພັດທະນາ 4 ພັນ ກວ່າບ້ານ, ກວມເອົາ 48,85% ຂອງຈຳນວນບ້ານທີ່ມີໃນທົ່ວປະ ເທດ. ຕະຫລອດໄລຍະຜ່ານມາ, ກອງ ທຶນພັດທະນາຊົນນະບົດ ແລະ ແກ້ ໄຂຄວາມທຸກຍາກ (ທລຍ) ສຸມໃສ່ ການແກ້ໄຂຄວາມທຸກຍາກຂອງ ປະຊົນດ້ວຍຫລາຍໂຄງການ ແລະ ກິດຈະກຳ ທີ່ຕິດພັນກັບທ່າແຮງບົ່ມ ຊ້ອນຂອງທ້ອງຖິ່ນ ແລະ ມີຜົນງານ ພົ້ນເດັ່ນຫລາຍໃນການປະກອບ ສ່ວນແກ້ໄຂຄວາມທຸກຍາກ ເພາະ ສາມາດຊ່ວຍປະຊາຊົນທຸກຍາກໃນ ເຂດຫ່າງໄກສອກຫລີກໄດ້ຫລາຍ ດ້ານເປັນຕົ້ນ: ຊ່ວຍກໍ່ສ້າງ ແລະ ສ້ອມແປງເສັ້ນທາງໃນຊົນນະບົດ ໃຫ້ສາມາດໄປມາໄດ້ຢ່າງສະດວກ, ສົ່ງເສີມໃຫ້ມີຊົນລະປະທານ, ສຸກ m]p xtdv[lj;ole7ao.odkocdhw0 7;k,m5dpkd 0v'xt-k-qo ສາລາ, ໂຮງຮຽນ ແລະ ອື່ນໆ ຊຶ່ງໄດ້ ຊ່ວຍເຮັດໃຫ້ອັດຕາການເຂົ້າຮຽນ ໜັງສືຂອງເດັກໃນເກນອາຍຸ 5 ປີ ຢູ່ບັນດາບ້ານ ຫລື ເມືອງເປົ້າໝາຍ ທີ່ຈະລົບລ້າງຄວາມທຸກຍາກ ບັນລຸ ຕາມເປົ້າໝາຍ. ນີ້ສະແດງໃຫ້ເຫັນ ວ່າ ທລຍ ໄດ້ເອົາໃຈໃສ່ເຮັດໜ້າ ທີ່ຂອງຕົນເອງຢ່າງຕັ້ງໜ້າ, ເນື່ອງ ຈາກພາກສ່ວນທີ່ກ່ຽວຂ້ອງໃນ ການຮັບຜິດຊອບວຽກນີ້ ແມ່ນໄດ້ ທຸ້ມເທເຫື່ອແຮງ ແລະ ສະຕິປັນຍາ ເຂົ້າໃນການພັດທະນາຊົນນະບົດ ໂດຍຖືປະຊາຊົນ, ບ້ານ, ເມືອງ ແລະ ຄອບຄົວທຸກຍາກເປັນເປົ້າໝາຍ ຊຶ່ງໄດ້ຮັບຜົນດີ ແລະ ໜ້າສັນລະ ເສີນເປັນຢ່າງຍິ່ງ. ຢ່າງໃດກໍ່ຕາມ ເພື່ອສືບຕໍ່ເອົາ ໃຈໃສ່ປະຕິບັດວຽກງານໃນຫລາຍ ດ້ານ ໃຫ້ດີຂຶ້ນກ່ວາເກົ່າ ເປັນຕົ້ນ: ຕ້ອງເອົາໃຈໃສ່ນະໂຍບາຍເປົ້າ ໝາຍເອົາປະຊາຊົນເປັນກົກ, ຖືປະ ຊາຊົນເປັນໃຈກາງ, ຖືເປົ້າໝາຍ ລົບລ້າງຄວາມທຸກຍາກທີ່ພວກ ເຮົາຈະພັດທະນາເປັນໃຈກາງ ຫລື ເອົາຄວາມຮຽກຮ້ອງຕ້ອງການຕົວ ຈິງຂອງປະຊາຊົນເປັນຈຸດເລີ່ມ ຂອງການສະໜອງຄວາມຮຽກ ຮ້ອງຕ້ອງການຂອງເຂົາເຈົ້າ ແລະ ເອົາຈຸດພິເສດ, ຄວາມສາມາດບົ່ມ ຊ້ອນຂອງທ້ອງຖິ່ນເປັນທ່າແຮງ ຕົ້ນຕໍ ໃນການຜະລິດ ເພື່ອສ້າງລາຍ ຮັບຂຶ້ນມາໃຫ້ໄດ້ໄວຂຶ້ນ, ສ້າງໃຫ້ ປະຊາຊົນມີສ່ວນຮ່ວມໃຫ້ຫລາຍ ເທົ່າທີ່ຈະຫລາຍໄດ້. ນອກຈາກນີ້ ກໍ່ຕ້ອງເຝິກອົບຮົມໃຫ້ປະຊາຊົນຮູ້ ຫັນປ່ຽນວິຖີຊີວິດ, ວິທີທຳມາຫາ ກິນໃໝ່ ເພື່ອຍົກລະດັບຊີວິດການ ເປັນຢູ່ຂອງເຂົາເຈົ້າໃຫ້ນັບມືດີຂຶ້ນ. q

RkJQdWJsaXNoZXIy MTc3MTYxMQ==