lkmk]tot]fa xt-kmxy tw8 xt-k-oq ]k; \oA pon K @ 0kj ; c]t gsfdko 21/06/2023 xtgmf]k; ຄະນະຊີ້ນຳລະດັບຊາດ... ແລກປ່ຽນບົດຮຽນ... ມອບ-ຮັບສາງ ກະຊວງ ຖວທ... ເລຂາທິການໃຫຍ່.... ພັດທະນາຄວາມສາມາດ... ຍາກຂອງປະຊາຊົນ ແລະ ຍຸດທະ ສາດການສ້າງສາພັດທະນານະ ຄອນສົງຊິ້ງໃຫ້ເປັນສູນກາງເຂດ ເສດຖະກິດຂະໜາດໃຫຍ່, ທັງເປັນ ສູນກາງໃນການເຊື່ອມໂຍງການພັດ ທະນາ ແລະ ການຂົນສົ່ງທາງບົກ- ທາງທະເລ ກັບເຂດພາກຕາເວັນຕົກ ຂອງຈີນ ແລະ ສາກົນ; ໄດ້ຕີລາຄາ ສູງຕໍ່ຄະນະພັກ-ອໍານາດການປົກ ຄອງນະຄອນສົງຊິ້ງ ທີ່ໄດ້ໃຫ້ຄວາມ ເອົາໃຈໃສ່ປະກອບສ່ວນຢ່າງຕັ້ງ ໜ້າເຂົ້າໃນການເສີມສ້າງສາຍພົວ ພັນຮ່ວມມື ລະຫວ່າງສອງພັກ, ສອງ ລັດ ລາວ-ຈີນ ກໍຄື ການຈັດຕັ້ງ ຜັນຂະຫຍາຍເນື້ອໃນຈິດໃຈທີ່ເປັນ ເອກະພາບກັນ ລະຫວ່າງ ການນໍາ ສູງສຸດ ຂອງສອງພັກ ໃນການຊຸກຍູ້ ການສ້າງຄູ່ຮ່ວມຊະຕາກຳ ລາວຈີນ ໃຫ້ເຂົ້າສູ່ງລວງເລິກ ແລະ ແຕກ ດອກອອກຜົນ. ສະຫາຍ ທອງລຸນ ສີສຸລິດ ຍັງ ໄດ້ລົງເລິກແລກປ່ຽນຄໍາຄິດເຫັນ ກ່ຽວກັບທິດທາງໃນການພົວພັນ ຮ່ວມມື ລະຫວ່າງ ສປປ ລາວ ກັບ ນະຄອນສົງຊິ້ງ ໃນຕໍ່ໜ້າໂດຍໄດ້ສະ ເໜີໃຫ້ສອງຝ່າຍສືບຕໍ່ຂຸດຄົ້ນການ ຮ່ວມມືໃນດ້ານຕ່າງໆທີ່ສອງຝ່າຍ ມີທ່າແຮງ ເປັນຕົ້ນ ດ້ານການຂົນສົ່ງ ສິນຄ້າລະຫວ່າງ ລາວ-ສົງຊິ້ງ ຜ່ານ ທາງລົດໄຟ ລາວ-ຈີນ ເຊິ່ງຈະເປັນ ການເປີດຕະຫລາດລາວ ສູ່ເຂດ ພາກກາງ-ຕາເວັນຕົກຂອງຈີນທັງ ເປັນເງື່ອນໄຂເອື້ອອຳນວຍໃຫ້ແກ່ ການສົ່ງສິນຄ້າລາວ ໄປຕ່າງປະ ເທດຜ່ານນະຄອນສົງຊິ້ງ ກໍຄືການ ຂົນສົ່ງສິນຄ້າ ຈາກນະຄອນສົງຊິ້ງ ໄປ ສປປ ລາວ ແລະ ປະເທດອາຊຽນ; ສະເໜີໃຫ້ສອງຝ່າຍສືບຕໍ່ເສີມຂະ ຫຍາຍການໄປມາຫາສູ່ກັນ, ລົງເລິກ ການແລກ ປ່ຽນຖອດຖອນບົດຮຽນ ທາງດ້ານວຽກງານແນວຄິດ-ທິດ ສະດີ ກໍຄືບົດຮຽນໃນການພັດທະນາ ຊົນນະບົດ, ການລຶບລ້າງຄວາມທຸກ ຍາກຂອງປະຊາຊົນນັບມື້ນັບຫລາຍ ຂຶ້ນ. ພ້ອມນັ້ນ, ກໍໄດ້ສະເໜີ ໃຫ້ນະ ຄອນສົງຊິ້ງຊ່ວຍຊຸກຍູ້ຂົນຂວາຍ ນັກລົງທຶນ ແລະ ວິສາຫະກິດຂອງຕົນ ໄປລົງທຶນຢູ່ ສປປ ລາວ ແລະ ຊຸກຍູ້ ໃຫ້ປະຊາຊົນຈີນ ໄປທ່ອງທ່ຽວຢູ່ ສປປ ລາວ ຫລາຍຂຶ້ນກວ່າເກົ່າ. ສະຫາຍ ຢວນ ເຈ່ຍຈຸນ ໄດ້ສະ ແດງຄວາມຊົມເຊີຍ ແລະ ຕີລາຄາ ສູງຕໍ່ການຢ້ຽມຢາມ ສປ ຈີນ ກໍຄື ນະຄອນສົງຊິ້ງ ໃນຄັ້ງນີ້, ພ້ອມ ທັງແຈ້ງໃຫ້ຊາບສະພາບການພັດ ທະນາເສດຖະກິດ-ສັງຄົມຂອງນະ ຄອນສົງຊິ້ງ ກໍຄື ບັນດາຜົນສໍາເລັດ ຂອງການພົວພັນຮ່ວມມືລະຫວ່າງ ສົງຊິ້ງ-ສປປ ລາວ ໃນໄລຍະຜ່ານ ມາ; ສະຫາຍ ໄດ້ສະແດງຄວາມຂອບ ໃຈຝ່າຍລາວ ທີ່ໄດ້ໃຫ້ການສະໜັບ ສະໜູນ ແລະ ສົ່ງຄະນະຜູ້ແທນຂອງ ລາວ ເຂົ້າຮ່ວມກອງປະຊຸມສາກົນ ທີ່ຈັດຂຶ້ນຢູ່ ນະຄອນສົງຊິ້ງ ໃນບໍ່ດົນ ຜ່ານມາ ແລະ ໄດ້ສະແດງຄວາມຍິນ ດີທີ່ຈະສືບຕໍ່ໍຊຸກຍູ້ການຈັດຕັ້ງຜັນ ຂະຫຍາຍຂໍ້ຕົກລົງ ລະຫວ່າງການ ນໍາ ສູງສຸດຂອງສອງພັກ, ສອງລັດ ລາວ-ຈີນ ເພື່ອເສີມຂະຫຍາຍການ ພົວພັນຮ່ວມມືສອງຝ່າຍໃນຕໍ່ໜ້າ ໃຫ້ມີໝາກມີຜົນຕົວຈິງທີ່ໃຫຍ່ ຫລວງກວ່າເກົ່າ. ໃນໂອກາດຢ້ຽມຢາມ ນະຄອນ ສົງຊິ້ງ, ສະຫາຍ ທອງລຸນ ສີສຸລິດ ຍັງໄດ້ຢ້ຽມຢາມຫໍມູນເຊື້ອປະຕິວັດ ຫົງແຢນ ເຊິ່ງເປັນສະຖານທີ່ປະຫວັດ ສາດ ທີ່ສຳຄັນຂອງພັກກອມມູນິດ ຈີນ, ຢ້ຽມຢາມພື້ນຖານການຜະລິດ ອຸດສາຫະກໍາທີ່ສໍາຄັນຂອງນະຄອນ ສົງຊິ້ງ ຕື່ມອີກ. ຕີ, ລັດຖະມົນຕີກະຊວງການຕ່າງປະ ເທດ, ຮອງປະທານ ແລະ ຜູ້ປະຈໍາ ການຄະນະຊີ້ນໍາລະດັບຊາດ ເພື່ອ ຈັດຕັ້ງປະຕິບັດ ປພຍ, ມີບັນດາລັດ ຖະມົນຕີ, ຮອງລັດຖະມົນຕີ, ຫົວໜ້າ ແລະ ຮອງຫົວໜ້າອົງການທຽບເທົ່າ ກະຊວງ, ຫົວໜ້າກົມ, ຮອງຫົວໜ້າ ກົມ ແລະ ຜູ້ຕາງໜ້າຈາກບັນດາກະ ຊວງ ແລະ ຂະແໜງການທີ່ກ່ຽວຂ້ອງ ອ້ອມຂ້າງສູນກາງເຂົ້າຮ່ວມ ໂດຍ ຮັບການສະໜັບສະໜູນຈາກອົງ ການ ອຸຍນີເຊບ ປະຈໍາ ສປປ ລາວ. ການຈັດກອງປະຊຸມໃນຄັ້ງນີ້, ເພື່ອທົບທວນຄືນການຈັດຕັ້ງປະຕິ ບັດ ປພຍ ຢູ່ ສປປ ລາວ ໄລຍະ 2 ປີຜ່ານມາ ແລະ ວາງທິດທາງແຜນ ການໃນຕໍ່ໜ້າ. ໃນນັ້ນ, ໄດ້ມີການ ລາຍງານຄວາມຄືບໜ້າ, ອັນພົ້ນ ເດັ່ນ, ຂໍ້ຄົງຄ້າງ ແລະ ສິ່ງທ້າທາຍ ຕ່າງໆ ໃນການຈັດຕັ້ງປະຕິບັດ ປພຍ ທີ່ເປັນບູລິມະສິດ ຂອງ ສປປ ລາວ ຕາມທີ່ໄດ້ເຊື່ອມສານເຂົ້າໃນແຜນ ພັດທະນາເສດຖະກິດ-ສັງຄົມ ແຫ່ງ ຊາດ 5 ປີ ຄັ້ງທີ 9 ກໍຄືແຜນພັດທະ ນາຂອງຂະແໜງການ ໂດຍສະ ເພາະໃນສະພາບການທີ່ຫລາຍປະ ເທດໃນທົ່ວໂລກ ກໍາລັງຟື້ນຟູຈາກ ຜົນກະທົບຂອງການລະບາດຂອງ ພະຍາດໂຄວິດ-19 ກໍຄື ວິກິດການ ທີ່ເກີດຂຶ້ນຈາກສະພາບການຜັນແປ ໃນພາກພື້ນ ແລະ ສາກົນ, ລວມທັງ ການປ່ຽນແປງດິນຟ້າອາກາດ. ພ້ອມນີ້, ກອງປະຊຸມຍັງໄດ້ຮັບຟັງ ການສະເໜີກ່ຽວກັບແຜນການຮ່າງ ບົດລາຍງານແຫ່ງຊາດ ແບບສະ ໝັກໃຈສະບັບ 3 ຂອງ ສປປ ລາວ ທີ່ຈະນຳໄປລາຍງານຕໍ່ອົງການສະ ຫະປະຊາຊາດໃນກາງປີ 2024, ພ້ອມທັງໄດ້ປຶກສາຫາລືກ່ຽວກັບ ການປັບປຸງກົນໄກ ແລະ ຂອດປະ ສານງານຂອງຄະນະຊີ້ນຳລະດັບ ຊາດ ກໍຄື ຄະນະຈຸດປະສານງານເພື່ອ ຈັດຕັ້ງປະຕິບັດ ປພຍ ໃຫ້ມີຄວາມ ສອດຄ່ອງ ແລະ ມີປະສິດທິພາບ ຍິ່ງຂຶ້ນ. ໂອກາດນີ້, ທ່ານຮອງນາຍົກລັດ ຖະມົນຕີ ສະເຫລີມໄຊ ກົມມະສິດ ໄດ້ເນັ້ນໜັກເຖິງຄວາມສຳຄັນຂອງ ກອງປະຊຸມໃນປີ 2023 ເຊິ່ງເປັນ ໄລຍະກາງສະໄໝຂອງການຈັດຕັ້ງ ປະຕິບັດວາລະ 2030 ເພື່ອການພັດ ທະນາແບບຍືນຍົງ ນັບແຕ່ຖືກຮັບ ຮອງເອົາໃນທ້າຍປີ 2015 ເປັນຕົ້ນ ມາ ກໍຄືຄວາມຈຳເປັນໃນການສືບ ຕໍ່ປຶກສາຫາລືຢ່າງລະອຽດ ເພື່ອ ຊອກຫາແນວທາງແກ້ໄຂສິ່ງທ້າ ທາຍຕ່າງໆ ທີ່ເປັນສິ່ງກີດຂວາງຕໍ່ ການພັດທະນາ ເພື່ອຮັບປະກັນການ ຈັດຕັ້ງປະຕິບັດ ປພຍ ໃຫ້ໄດ້ຕາມ ຈຸດປະສົງລະດັບຄາດໝາຍ ກໍຄືຕົວ ຊີ້ບອກ ປພຍ ຂອງປະເທດເຮົາ ເຊິ່ງຈະເປັນການປະກອບສ່ວນສຳ ຄັນໃນຄວາມພະຍາຍາມພັດທະ ນາປະເທດ ໃຫ້ຫລຸດພົ້ນອອກຈາກ ສະຖານະພາບດ້ອຍພັດທະນາພາຍ ໃນປີ 2026 ຕາມການຕົກລົງຂອງ ສະມັດຊາໃຫຍ່ ອົງການສະຫະປະ ຊາຊາດ ຢ່າງມີຄຸນນະພາບ, ໂລ່ງ ລ່ຽນ ແລະ ຍືນຍົງ ແນໃສ່ສ້າງຄວາມ ເຂັ້ມແຂງໃຫ້ແກ່ ສປປ ລາວ ດ້ານ ການຄ້າ-ການລົງທຶນ, ການພັດທະ ນາຊັບພະຍາກອນມະນຸດ, ການຮັບ ມືກັບໄພພິບັດທຳມະຊາດ ແລະ ການປ່ຽນແປງດິນຟ້າອາກາດ ໂດຍ ສຸມໃສ່ການພັດທະນາແບບຍືນຍົງ ຕາມທິດເຕີບໂຕສີຂຽວ, ສະອາດ ແລະ ການຫັນເປັນທັນສະໄໝໃນ ອະນາຄົດ. ພ້ອມນັ້ນ, ທ່ານຮອງນາ ຍົກລັດຖະມົນຕີ ຍັງໄດ້ຮຽກຮ້ອງໃຫ້ ທຸກກະຊວງຂະແໜງການ ແລະ ພາກສ່ວນທີ່ກ່ຽວຂ້ອງ ຕ້ອງສືບຕໍ່ ເພີ່ມທະວີຄວາມເປັນເຈົ້າການໃນ ການປະສານງານໃຫ້ມີຄວາມກົມ ກຽວກັນ ພ້ອມກັນຊຸກຍູ້ການຈັດຕັ້ງ ປະຕິບັດ ປພຍ, ມີການເກັບກໍາຂໍ້ມູນ, ມີການຕິດຕາມປະເມີນຜົນ ແລະ ລາຍງານຢ່າງຖືກຕ້ອງ ແລະ ເປັນ ປົກກະຕິໃນແຕ່ລະໄລຍະ, ພ້ອມທັງ ສືບຕໍ່ຄວາມພະຍາຍາມສ້າງຄວາມ ເຂົ້າໃຈຢ່າງກວ້າງຂວາງ ແລະ ສົ່ງ ເສີມການມີສ່ວນຮ່ວມຂອງທຸກພາກ ສ່ວນໃນສັງຄົມ ລວມທັງພາກລັດ ແລະ ເອກະຊົນ ທັງຢູ່ໃນຂັ້ນສູນກາງ ແລະ ທ້ອງຖິ່ນ ເພື່ອເຮັດໃຫ້ການພັດ ທະນາເສດຖະກິດ-ສັງຄົມຂອງພວກ ເຮົາ ມີຜົນສໍາເລັດຢ່າງເປັນຮູບປະ ທໍານັບແຕ່ນີ້ຮອດປີ 2030. ກອງປະຊຸມຄັ້ງນີ້, ໄດ້ດຳເນີນໄປ ດ້ວຍຜົນສຳເລັດຢ່າງຈົບງາມ ແລະ ດ້ວຍຄວາມຮັບຜິດຊອບສູງຂອງ ຜູ້ແທນເຂົ້າຮ່ວມກອງປະຊຸມທີ່ໄດ້ ມີການແລກປ່ຽນຄໍາຄິດຄໍາເຫັນ ກ່ຽວກັບການຈັດຕັ້ງປະຕິບັດ ປພຍ ຂອງຂະແໜງການຕົນເອງຢ່າງຕັ້ງ ໜ້າ ແລະ ກົງໄປກົງມາ, ພ້ອມທັງໄດ້ ຮັບຮອງເອົາທິດທາງແຜນການ ສຳລັບການຈັດຕັ້ງປະຕິບັດ ປພຍ ໃນຕໍ່ໜ້າ ກໍຄືການກະກຽມເຂົ້າຮ່ວມ ກອງປະຊຸມສຸດຍອດກ່ຽວກັບ ປພຍ (SDG Summit) ຂອງອົງການ ສປຊ ໃນເດືອນ ກັນຍາ 2023 ທີ່ ນິວຢອກ, ສ ອາເມລິກາ ແລະ ການ ຮ່າງບົດລາຍງານແຫ່ງຊາດແບບ ສະ ໝັກໃຈ ສະບັບທີ 3 ຂອງ ສປປ ລາວ ທີ່ຈະມີການນໍາສະເໜີຢູ່ກອງ ປະຊຸມເວທີການເມືອງລະດັບສູງ ສປຊ ໃນກາງປີ 2024. ຄະນະຊີ້ນໍາລະດັບຊາດ ເພື່ອຈັດ ຕັ້ງປະຕິບັດເປົ້າໝາຍການພັດທະ ນາແບບຍຶນຍົງຢູ່ ສປປ ລາວ ໄດ້ ຮັບການສ້າງຕັ້ງຂຶ້ນໃນປີ 2017 ພາຍໃຕ້ການເປັນປະທານຂອງທ່ານ ນາຍົກລັດຖະມົນຕີ ເຊິ່ງມີຈຸດປະ ສົງ ເພື່ອຊີ້ນໍາການຈັດຕັ້ງປະຕິບັດ ປພຍ ໃນລະດັບປະເທດ ເຊິ່ງແມ່ນວາ ລະການພັດທະນາຂອງອົງການ ສປຊ ທີ່ປະເທດສະມາຊິກ 193 ປະເທດ, ລວມທັງ ສປປ ລາວ ໄດ້ ຮັບຮອງເອົາ ເພື່ອຈັດຕັ້ງປະຕິບັດ ໃນໄລຍະ 15 ປີ (2015-2030), ເປົ້າໝາຍການພັດທະນາແບບຍືນ ຍົງມີ 17 ເປົ້າໝາຍ ເຊິ່ງກວມເອົາ ຂົງເຂດການພັດທະນາເສດຖະກິດສັງຄົມ, ການປົກປັກຮັກສາສິ່ງແວດ ລ້ອມ ແລະ ການເປັນຄູ່ຮ່ວມສາກົນ ເພື່ອການພັດທະນາແບບຍືນຍົງ. ສະເພາະຢູ່ ສປປ ລາວ, ລັດຖະ ບານໄດ້ຮັບຮອງເອົາ 1 ເປົ້າໝາຍ ແຫ່ງຊາດ ຄື: ຊີວິດທີ່ປອດໄພຈາກລະ ເບີດທີ່ບໍ່ທັນແຕກ ເປັນເປົ້າໝາຍທີ 18 ເພື່ອຈັດຕັ້ງປະຕິບັດຢູ່ ສປປ ລາວ. ຂ່າວ: ວຽງສະຫວັນ, ພາບ: ຂັນໄຊ ທະນະທຳ ແລະ ທ່ອງທ່ຽວ (ຖວທ) ໄດ້ມອບໂທລະໂຄ່ງຈໍານວນ 55 ຊຸດ ໃຫ້ພະແນກ ຖວທ ແຂວງເຊກອງ ໃນໂຄງການປັບປຸງຂະຫຍາຍຕາ ໜ່າງໂທລະໂຄ່ງທົ່ວປະເທດ (ໄລຍະ 2) ໃຫ້ແກ່ແຂວງເຊກອງ ເພື່ອ ນໍາໄປແຈກຢາຍໃຫ້ 55 ບ້ານ ໃນ 4 ເມືອງຄື: ເມືອງລະມາມ 15 ບ້ານ, ທ່າແຕງ 7 ບ້ານ, ກະລຶມ 19 ບ້ານ ແລະ ເມືອງດາກຈຶງ 14 ບ້ານ ຊຶ່ງ ຕາງໜ້າມອບໂດຍທ່ານ ສົມສະ ຫວາດ ພົງສາ ຫົວໜ້າກົມສື່ມວນ ຊົນກະຊວງ ຖວທ ແລະ ຮັບໂດຍ ທ່ານ ບູ່ໄຊ ໄຊຍະເສນ ຫົວໜ້າພະ ແນກ ຖວທ ແຂວງ, ມີທ່ານ ໂພສີ ແກ້ວມະນີວົງ ຮອງລັດຖະມົນຕີກະ ຊວງ ຖວທ, ທ່ານ ຄໍາສອນ ກອນເຍີ ຮອງເຈົ້າແຂວງເຊກອງ ແລະ ພາກ ສ່ວນກ່ຽວຂ້ອງເຂົ້າຮ່ວມ. ໃນໂອກາດນີ້, ທ່ານ ໂພສີ ແກ້ວມະນີວົງ ຮອງລັດຖະມົນຕີກະ ຊວງ ຖວທ ກ່າວວ່າ: ຈຸດປະສົງ ຂອງການຂະຫຍາຍຕາໜ່າງໂທລະ ໂຄ່ງໃນຂອບເຂດທົ່ວປະເທດ ກໍ ເພື່ອເປັນການສືບຕໍ່ຜັນຂະຫຍາຍ ແລະ ໂຄສະນາເຜີຍແຜ່ແນວທາງນະ ໂຍບາຍຂອງພັກ, ລະບຽບກົດໝາຍ, ແຜນພັດທະນາເສດຖະກິດ-ສັງ ຄົມຂອງລັດ ກໍຄືຂໍ້ມູນຂ່າວສານ, ສາລະຄວາມຮູ້ ແລະ ແຈ້ງການກ່ຽວ ກັບສະພາບການຕ່າງໆ ໂດຍສະ ເພາະການເຄື່ອນໄຫວ, ການພັດທະ ນາ, ການຜະລິດກະສິກໍາ, ການອະ ນາໄມ 3 ສະອາດ ແລະ ສະພາບການ ປ່ຽນແປງຂອງດິນຟ້າອາກາດ ເພື່ອໃຫ້ປະຊາຊົນຮັບຮູ້ເຂົ້າໃຈ, ມີ ສະຕິລະວັງຕົວ ແລະ ກຽມພ້ອມຮັບ ມືໄດ້ຢ່າງທັນການ. ທັງນີ້ ກໍເນື່ອງ ຈາກວ່າປະຊາຊົນໃນຂອບເຂດທົ່ວ ປະເທດ ກໍຄືແຂວງເຊກອງ ສ່ວນ ໃຫຍ່ແມ່ນມີອາຊີບເຮັດການຜະ ລິດກະສິກຳ ແລະ ຢູ່ແບບກະແຈກ ກະຈາຍ. ສະນັ້ນ, ການຂະຫຍາຍ ລະບົບໂທລະໂຄ່ງ ຈຶ່ງມີຄວາມສຳ ຄັນ ແລະ ຈຳເປັນໃນການໂຄສະນາ ເຜີຍແຜ່ຂໍ້ມູນທີ່ມີຄວາມແທດເໝາະ ກັບສະພາບປັດຈຸບັນ ໂດຍສະເພາະ ໃນເຂດຊົນນະບົດຫ່າງໄກສອກ ຫລີກ. ລະບົບໂທລະໂຄ່ງທີ່ນຳມາ ມອບໃນຄັ້ງນີ້, ແມ່ນໄດ້ມີການຕິດ ຕັ້ງອຸປະກອນ ທີ່ສາມາດຮັບສັນ ຍານ ຈາກສະຖານີວິທະຍຸຂັ້ນສູນ ກາງ ແລະ ຂັ້ນແຂວງ ກໍຄືເມືອງເພື່ອ ສົ່ງຕໍ່ຂໍ້ມູນຂ່າວສານລົງເຖິງປະຊາ ຊົນ ໃຫ້ໄດ້ຮັບຮູ້ຢ່າງກວ້າງຂວາງ ແລະ ທົ່ວເຖິງ. ໃນວັນທີ 19 ມິຖຸນາ 2023 ທີ່ພະແນກ ຖວທ ແຂວງສາລະວັນ, ກົມສື່ມວນຊົນກະຊວງຖະແຫລງ ຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ມອບອຸປະກອນຊຸດໂທ ລະໂຄ່ງຂອງໂຄງການປັບປຸງຂະ ຫຍາຍຕາໜ່າງ ໂທລະໂຄ່ງທົ່ວປະ ເທດ (ໄລຍະ 2) ໃຫ້ແຂວງສາລະ ວັນຈຳນວນ 50 ຊຸດ ຕາງໜ້າມອບ ໂດຍທ່ານ ສົມສະຫວາດ ພົງສາ ຫົວໜ້າກົມສື່ມວນຊົນ ກະຊວງ ຖວທ ແລະ ຕາງໜ້າຮັບໂດຍທ່ານ ມະໄລວອນ ສີປະເສີດ ຫົວໜ້າພະ ແນກ ຖວທ ແຂວງສາລະວັນ, ມີ ທ່ານ ໂພສີ ແກ້ວມະນີວົງ ຮອງລັດ ຖະມົນຕີກະຊວງ ຖວທ, ທ່ານ ສົມໃຈ ອຸ່ນຈິດ ຮອງເຈົ້າແຂວງສາລະວັນ ພ້ອມດ້ວຍພະນັກງານເຂົ້າຮ່ວມ ເປັນສັກຂີພິຍານ. ອຸປະກອນຊຸດໂທລະໂຄ່ງທີ່ນໍາ ມາມອບໃນຄັ້ງນີ້້ ປະກອບມີເຄື່ອງ ຂະຫຍາຍສຽງ, ຊຸດປາກໂທລະໂຄ່ງ, ສາຍໂທລະໂຄ່ງ, ເຄື່ຶອງຮັບສັນຍານ ວິທະຍຸ, ຈານຮັບດາວທຽມສຳລັບ ຮັບສັນຍານວິທະຍຸ ແລະ ອຸປະກອນ ເສີມອື່ນໆອີກຈະນວນໜຶ່ງ ເພື່ອຈະ ໄປກອບຕິດຕັ້ງໃຫ້ຈຳນວນ 50 ບ້ານ ນອນໃນ 8 ເມືອງ ຄື: ເມືອງສາ ລະວັນ ຈະໄດ້ຮັບ 6 ບ້ານ, ເລົ່າງາມ 7 ບ້ານ, ວາປີ 5 ບ້ານ, ລະຄອນເພັງ 5 ບ້ານ, ຕຸ້ມລານ 7 ບ້ານ, ຕະໂອ້ຍ 6 ບ້ານ, ສະໝ້ວຍ 8 ບ້ານ ແລະ ເມືອງຄົງເຊໂດນ 6 ບ້ານ. ພາຍຫລັງໄດ້ຈັດພິທີມອບ-ຮັບ ຊຸດອຸປະກອນໂທລະ ໂຄ່ງດັ່ງກ່າວ ແລ້ວ ກໍໄດ້ມີການຝຶກອົບຮົມກ່ຽວກັບ ຕິກນິກການນຳໃຊ້ໂດຍພື້ນຖານ, ການຕິດຕັ້ງໂທລະໂຄ່ງ, ຕິດຕັ້ງຈານ ດາວທຽມ, ການນຳໃຊ້ອຸປະກອນ, ການບໍາລຸງຮັກສາອຸປະກອນຢ່າງ ຖືກຕ້ອງຕາມຫລັກການ ໃຫ້ພະນັກ ງານວິຊາການເຕັກນິກທີ່ກ່ຽວຂ້ອງ ຂອງແຂວງ ແລະ ພະນັກງານ 8 ເມືອງເປົ້າໝາຍ ເພື່ອໃຫ້ໄປນຳໃຊ້ ຢ່າງຖືກວິທີໃຫ້ມີຄວາມຍືນຍົງ. ມາຮອດປັດຈຸບັນແຂວງສາລະວັນ ມີພາຫານະສື່ມວນຊົນ ທີ່ເປັນລະບົບ ໂທລະໂຄ່ງກວມ 70% ຂອງພື້ນທີ່ ທົ່ວແຂວງ. ຂ່າວ-ພາບ: ວິໄລວອນ ສິດທິໄຊ +ສັນຍາ ປກສ ນະຄອນຫລວງວຽງຈັນ ແລະ ຊ່ຽວຊານຈາກອົງການສະຫະປະ ຊາຊາດ ເພື່ອຕ້ານຢາເສບຕິດ ແລະ ອາຊະຍາກຳ ຫລື ຢູເອນໂອດີຊີ (UNODC) ເຂົ້າຮ່ວມ. ກອງປະຊຸມ, ໄດ້ພ້ອມກັນປຶກສາ ຫາລື ແລະ ແລກປ່ຽນບົດຮຽນກ່ຽວ ກັບວຽກງານຮ່ວມມືລະຫວ່າງປະ ເທດທາງອາຍາ ແລະ ການສົ່ງຜູ້ ຮ້າຍຂ້າມແດນ ຂອງພາກພື້ນ ແລະ ສາກົນ ເປັນຕົ້ນ ປະເທດຍີ່ປຸ່ນ, ສ ເກົາຫລີ, ໂມໂນວາ; ປຶກສາຫາລື ກ່ຽວກັບການຈັດຕັ້ງປະຕິບັດວຽກ ງານການຮ່ວມມື ລະຫວ່າງປະເທດ ທາງອາຍາ ແລະ ວຽກງານການສົ່ງ ຜູ້ຮ້າຍຂ້າມແດນຂອງອົງການໄອ ຍະການປະຊາຊົນສູງສຸດໃນຖາ ນະເປັນອົງການໃຈກາງປະສານ ງານວຽກງານຮ່ວມມືລະຫວ່າງປະ ເທດທາງອາຍາ ແລະ ການສົ່ງຜູ້ ຮ້າຍຂ້າມແດນກັບກະຊວງການ ຕ່າງປະເທດ, ກະຊວງ ປກສ, ກະ ຊວງຍຸຕິທໍາ ແລະ ສານປະຊາຊົນ ກ່ຽວກັບການປະສານງານ, ການ ແປພາສາ, ການປະກອບເອກະສານ ຄໍາຮ້ອງຂໍ, ຊ່ອງທາງປະສານງານ, ການໃຫ້ຄໍາເຫັນກ່ຽວກັບນະໂຍບາຍ ການຕ່າງປະເທດ ຂອ ງ ສປປ ລາວ ໃນບັນຫາດັ່ງກ່າວ ເພື່ອເປັນພື້ນ ຖານໃຫ້ແກ່ການຄົ້ນຄວ້າພິຈາລະ ນາຄໍາຮ້ອງຂໍຂອງຕ່າງປະເທດ ຕາມສົນທິສົນຍາ ແລະ ກົດໝາຍ ຢ່າງຖືກຕ້ອງ. ໂອກາດນີ້, ທ່ານ ຄຳເພັດ ສົມວໍລະຈິດ ໄດ້ສະແດງຄວາມຍ້ອງ ຍໍຊົມເຊີຍຜົນສໍາເລັດໃນການປະ ສຳຄັນໃນການແລກປ່ຽນສົນທະນາ ກັນເປັນຕົ້ນ ການປັບປຸງຄໍາແນະນຳ ຂອງກົມພາສີ ສະບັບເລກທີ 09045/ ກພສ ແລະ 00097/ກພສ ເພື່ອໃຫ້ ເຂົ້າກັບນິຕິກຳ ແລະ ການຈັດຕັ້ງປະ ຕິບັດຕົວຈິງໃນປັດຈຸບັນໂດຍຊ່ຽວ ຊານຈະຜັນຂະຫຍາຍຈາກຄໍາແນະ ນຳສະບັບດັ່ງກ່າວ ເພື່ອສະເໜີເປັນ ຄູ່ມືການປະຕິບັດງານໃຫ້ແກ່ເຈົ້າໜ້າ ທີ່ພາສີ ເພື່ອເປັນແນວທາງໃນການ ຈັດຕັ້ງປະຕິບັດວຽກງານດັ່ງກ່າວ. ນອກຈາກນີ້, ຍັງໄດ້ມີການສະເໜີ ເຄື່ອງມື e-toolsໃນການບໍລິຫານ ຄວາມສ່ຽງໃຫ້ແກ່ກົມພາສີ ເພື່ອໃຊ້ ໃນການກຳນົດເງື່ອນໄຂຄ່າຄວາມ ສ່ຽງ, ການເກັບກໍາປະຫວັດບໍລິສັດ ແລະ ການແລກປ່ຽນຂໍ້ມູນຂ່າວສານ ລະຫວ່າງສູນກາງ ແລະ ທ້ອງຖິ່ນ. ໂອກາດນີ້, ທ່ານ ສາຍມະໂນລິນ ສິນບັນດິດ ໄດ້ສະແດງຄວາມຂອບ ໃຈມາຍັງພາກສ່ວນທີ່ກ່ຽວຂ້ອງທີ່ ໄດ້ຈັດກອງປະຊຸມໃນຄັ້ງນີ້ຂຶ້ນມາ ແລະ ໄດ້ເອົາໃຈໃສ່ຖ່າຍທອດບົດ ຮຽນຕ່າງໆໃຫ້ແກ່ເຈົ້າໜ້າທີ່ພາສີ ລາວ ເພື່ອໃຫ້ສາມາດນໍາເອົາຄວາມ ຮູ້ທີ່ໄດ້ຈາກການແລກປ່ຽນໃນຄັ້ງນີ້ ໄປໝູນໃຊ້ເຂົ້າໃນການຈັດຕັ້ງປະ ຕິບັດວຽກງານ ໃຫ້ມີຜົນສໍາເລັດ ເປັນກ້າວໆ. ຂ່າວ-ພາບ: ກະຊວງການເງິນ ໄຟ ຂອງໂຮງຮຽນວັດທະນະທໍາ ຊົນເຜົ່າກອງທັບ ໄດ້ດໍາເນີນການກໍ່ ສ້າງມາແຕ່ວັນທີ 5-25 ເມສາ 2023 ເຊິ່ງປະກອບມີຖັງນໍ້າມັນ ເຊື້ອໄຟ 2 ຖັງ, ຫົວຈ່າຍຄົບຊຸດ 2 ຫົວຈ່າຍ ແລະ ໂຄງສ້າງປໍ້າ ໂດຍແມ່ນທຶນ ຂອງກະຊວງປ້ອງກັນປະເທດ ແລະ ກົມນໍ້າມັນເຊື້ອໄຟກົມໃຫຍ່ພະລາ ທິການກອງທັບ ເປັນຜູ້ຮັບເໝົາ ແລະ ໄດ້ກໍ່ສ້າງສໍາເລັດ 100%, ກ່າວມອບໂດຍ ສະຫາຍ ພົນຈັດ ຕະວາ ຈັນທະຈັກ ໄຊຍະວົງສາ ແລະ ກ່າວຮັບໂດຍ ສະຫາຍ ພັນເອກ ສະ ແຫວງ ແດນນາມົນ. ຈາກນັ້ນ, ກໍໄດ້ເຊັນມອບ-ຮັບ ໂຄງການດັ່ງກ່າວ ໂດຍການຮ່ວມ ລົງນາມລະຫວ່າງສະຫາຍ ພົນຈັດ ຕະວາ ຈັນທະຈັກ ໄຊຍະວົງສາ ຫົວ ໜ້າກົມນໍ້າມັນ ເຊື້ອໄຟ ແລະ ສະຫາຍ ພັນເອກ ວັນໄຊ ວົງປັນຍາ ຮອງອໍາ ນວຍການ, ຫົວໜ້າຫ້ອງພະລາທິ ການ-ເຕັກນິກໂຮງຮຽນວັດທະນະ ທໍາຊົນເຜົ່າກອງທັບ, ພ້ອມທັງເປີດ ປ້າຍນໍາໃຊ້ສາງ ແລະ ປໍ້າຈ່າຍນໍ້າ ມັນເຊື້ອໄຟ ຂອງໂຮງຮຽນວັດທະນະ ທໍາຊົນເຜົ່າກອງທັບຢ່າງເປັນທາງ ການ. ຂ່າວ-ພາບ: ໂສເຫລ້ ສີປະເສີດ ຕິບັດວຽກງານດັ່ງກ່າວ ໃນໄລຍະ ຜ່ານມາ ແລະ ຮຽກຮ້ອງໃຫ້ຜູ້ເຂົ້າ ຮ່ວມກອງປະຊຸມເອົາໃຈໃສ່ເປັນ ເສນາທິການ ໃຫ້ການຈັດຕັ້ງຂອງ ຕົນກ່ຽວກັບວຽກງານຮ່ວມມືລະ ຫວ່າງປະເທດທາງອາຍາ ແລະ ການສົ່ງຜູ້ຮ້າຍຂ້າມແດນ, ເພີ່ມທະ ວີຄວາມຮັບຜິດຊອບຂອງຕົນ ເຮັດ ໃຫ້ປະເທດເຮົາມີສົນທິສັນຍາໃນ ຂົງເຂດດັ່ງກ່າວ, ກັບບັນດາປະເທດ ໃນພາກພື້ນ ແລະ ສາກົນ, ບໍາລຸງກໍ່ ສ້າງພະນັກງານ, ໂຄສະນາເຜີຍ ແຜ່ໃຫ້ທົ່ວສັງຄົມໄດ້ຮັບຮູ້, ຍົກສູງ ກົນໄກປະສານງານລະຫວ່າງກະ ຊວງ, ຂະແໜງການໃນຂັ້ນສູນກາງ ແລະ ທ້ອງຖິ່ນ ໂດຍສະເພາະແມ່ນ ລະຫວ່າງ ອົງການໄອຍະການປະຊາ ຊົນ, ອົງການສືບສວນ-ສອບສວນ, ສານປະຊາຊົນ, ກະຊວງຍຸຕິທໍາ, ກະຊວງການຕ່າງປະເທດ ໃຫ້ມີ ຄວາມແໜ້ນແຟ້ນ, ໂລ່ງລ່ຽນ ແລະ ທັນການ, ສ້າງປຶ້ມຄູ່ມື, ຖານຂໍ້ມູນ ກ່ຽວກັບການຮ່ວມມືລະຫວ່າງປະ ເທດທາງອາຍາ ແລະ ການສົ່ງຜູ້ ຮ້າຍຂ້າມແດນ ຕາມທິດກ້າວໜ້າ ແລະ ທັນສະໄໝ ເທື່ອລະກ້າວ ແລະ ສາມາດເຊື່ອມໂຍງເຂົ້າກັບພາກພື້ນ ແລະ ສາກົນ ຢ່າງມີປະສິດທິຜົນ. ຂ່າວ-ພາບ: ທະນູທອງ
RkJQdWJsaXNoZXIy MTc3MTYxMQ==