5643

gfa ffj P;xt8y [a fco;mk'dko8j k'xtgmfla o8y rk[F gvdt]kfF ,y f8trk[ c]t dkoIj ;,,n 1j k'ltg\u 8Q oltg\u xkp 20/06/2023 xtgmf]k; 4 3]d c]t gsfdko ,;o-qos]kpd;jk 1.000 7qo Ij;,lts]v';ao3p7tlkdqo ຂປລ. ໃນໄລຍະ 6 ເດືອນຕົ້ນປີ 2023 ນີ້, ທົ່ວປະເທດ ສາມາດຮັບ ບໍລິຈາກເລືອດໄດ້ທັງໝົດ 36.095 ຖົງ, ເທົ່າກັບ 49% ຂອງແຜນການ ປີ, ໃນຂະນະທີ່ ໝົດປີ 2023 ນີ້, ສະພາແຫ່ງຊາດ ມີມະຕິຕົກລົງຮັບ ຮອງເອົາແຜນການຄາດໝາຍສູ້ ຊົນໃນການປຸກລະດົມຮັບບໍລິຈາກ ເລືອດໃນທົ່ວປະເທດ ໃຫ້ບັນລຸ 73.000 ຖົງ. ໃນນີ້, ສູນກາງຕ້ອງ ໃຫ້ບັນລຸ 30.520 ຖົງ ແລະ ທ້ອງ ຖິ່ນ ໃຫ້ບັນລຸ 42.480 ຖົງ ໂດຍໄດ້ ແບ່ງຕົວເລກ ໃຫ້ແຕ່ລະແຂວງນໍາ ໄປຈັດຕັ້ງປະຕິບັດ. ທ່ານ ພູທອນ ເມືອງປາກ ປະ ທານອົງການກາແດງແຫ່ງຊາດ ລາວ, ຮອງປະທານຄະນະກໍາມະ ການສົ່ງເສີມການບໍລິຈາກເລືອດສົ່ງເລືອດແຫ່ງຊາດ ກ່າວໃນໂອ ກາດສະເຫລີມສະຫລອງວັນຜູ້ບໍລິ ຈາກເລືອດໂລກ ໃນວັນທີ 14 ມິຖຸນາ 2023 ນີ້ວ່າ: ໃນໄລຍະຜ່ານມາກໍຄື ປັດຈຸບັນ, ການປຸກລະດົມຂົນຂວາຍ ບໍລິຈາກເລືອດແມ່ນໄດ້ຮັບການສະ ໜັບສະໜູນ ແລະ ເຂົ້າຮ່ວມຈາກ ທຸກພາກສ່ວນໃນສັງຄົມຢ່າງກວ້າງ 6 gfnvo8Qoxu mqj;xtgmf Ia[[=]y9kdg]nvfwfh 36 raod;jk4q' lt4k[aodko8jk'xtgmf leg]af dkopqd]tfa[rklkva'dyf -5fmu 45 dex6g9p{]k;{s;Pfok, sk]ndtdP, dv'xt-5,l5fpvf]af4tltrk 7A'mu 1 ອີກວ່າ: ຂະບວນການບໍລິຈາກເລືອດ ຢູ່ຂັ້ນສູນກາງເຫັນວ່າມີລັກສະນະ ພົ້ນເດັ່ນ ເປັນຕົ້ນບັນດາສຳນັກງານ, ອົງການ, ກະຊວງ, ສະຖາບັນການ ສຶກສາ, ຫ້າງຮ້ານ ແລະ ບໍລິສັດໄດ້ມີ ການເຂົ້າຮ່ວມຂະບວນການບໍລິ ຈາກເລືອດຢ່າງຕໍ່ເນື່ອງ, ເປັນປະຈໍາ ເຊິ່ງໃນຫລາຍປີທີ່ຜ່ານມາໄດ້ມີ ຜູ້ບໍລິຈາກເລືອດແບບປະຈຳຫລາຍ ຄັ້ງກວມເອົາ 60% ຂອງຈໍານວນຜູ້ ບໍລິຈາກເລືອດທັງໝົດ, ເດັ່ນກວ່າ ແມ່ນມີຜູ້ບໍລິຈາກເລືອດສະສົມໄດ້ ຫລາຍກວ່າ 70-80 ກວ່າຄັ້ງ. ສຳລັບ ບັນດາແຂວງ, ເມືອງ ໃນທົ່ວປະເທດ ກໍໄດ້ມີການປະກອບສ່ວນເຂົ້າໃນຂະ ບວນການບໍລິຈາກເລືອດຢ່າງເປັນ ຂະບວນການຟົດຟື້ນ, ມີລັກສະນະ ເພີ່ມຂຶ້ນ ແລະ ການປະກອບສ່ວນ ຂອງຜູ້ບໍລິຈາກເລືອດຫລາຍເທື່ອ ກໍ ມີລັກສະນະເພີ່ມຂຶ້ນເຊັ່ນດຽວກັນ, ເດັ່ນກວ່າໝູ່ ແມ່ນຢູ່ແຂວງບໍລິຄໍາໄຊ, ແຂວງວຽງຈັນ, ຫລວງພະບາງ, ໄຊຍະບູລີ, ຄໍາມ່ວນ ແລະ ແຂວງ ສາລະວັນ. ຂ່າວ-ພາບ: ທະນູທອງ ຂວາງ ນັບແຕ່ສູນກາງລົງຮອດ ທ້ອງຖິ່ນ ໂດຍສະເພາະ ໃນປີ 2022 ຜ່ານມາ, ສະຖາບັນເລືອດແຫ່ງຊາດ ແລະ ສູນເລືອດແຂວງ ໃນຂອບເຂດ ທົ່ວປະເທດ ໄດ້ຮ່ວມກັບການຈັດຕັ້ງ ຂັ້ນຕ່າງໆທີ່ກ່ຽວຂ້ອງ ປຸກລະດົມ ແລະ ຈັດຮັບບໍລິຈາກເລືອດໄດ້ ຫລາຍກວ່າ 1.993 ຄັ້ງ ແລະ ມີຜູ້ ເຂົ້າຮ່ວມຂະບວນປຸກລະດົມການບໍ ລິຈາກເລືອດ 190.318 ເທື່ອຄົນ ແລະ ໄດ້ຮັບເລືອດຕົວຈິງ 67.017 ເທື່ອຄົນ/ຖົງ ຫລື ເທົ່າກັບ 99% ຂອງແຜນການ (ແຜນການແມ່ນ 68.000 ຖົງ) ເຊິ່ງເປີເຊັນຜູ້ບໍລິ ຈາກເລືອດແບບສະໝັກໃຈບໍ່ຮຽກ ຮ້ອງສິ່ງຕອບແທນກວມເອົາ 71% ຂອງການບໍລິຈາກເລືອດທັງໝົດ, ອີກ 29% ແມ່ນການບໍລິຈາກເລືອດ ແບບພີ່ນ້ອງ, ສາມາດຕອບສະໜອງ ເລືອດ ແລະ ສ່ວນປະກອບຂອງເລືອດ ໄດ້ 78.523 ຖົງ, ຄົນເຈັບຫລາຍ ກວ່າ 45.000 ຄົນ ໄດ້ຮັບການໃສ່ ເລືອດ ແລະ ຫລາຍຊີວິດໄດ້ຮັບການ ຊ່ວຍເຫລືອ. ທ່ານ ພູທອນ ເມືອງປາກ ກ່າວ ຂປລ. ໃນວັນທີ 14 ມິຖຸນາ 2023 ຄະນະຜູ້ແທນສະພາແຫ່ງ ຊາດລາວ, ກຳປູເຈຍ ແລະ ສສ ຫວຽດນາມ ເຊິ່ງຝ່າຍລາວນຳ ໂດຍ ທ່ານ ສັນຍາ ປຣະເສີດ ປະທານ ກຳມາທິການການຕ່າງປະເທດໄດ້ ຈັດກອງປະຊຸມປຶກສາຫາລືແບບ ທາງໄກຮ່ວມກັບ ທ່ານ Suos Yara ປະທານກຳມາທິ ການການຮ່ວມ ມືສາກົນ, ຂໍ້ມູນ ແລະ ຂ່າວສານຂອງ ສະພາແຫ່ງຊາດກຳປູເຈຍ ແລະ ທ່ານ ນາງ Le Thu Ha ຮອງປະ ທານກຳມາທິການການຕ່າງປະ ເທດສະພາແຫ່ງຊາດ ຫວຽດນາມ ເພື່ອກະກຽມດ້ານຕ່າງໆ ໃຫ້ແກ່ກອງ ປະຊຸມສຸດຍອດລັດຖະສະພາ ກຳ ປູເຈຍ-ລາວ-ຫວຽດນາມ (CLV) ຄັ້ງທີ 1, ມີສະມາຊິກສະພາແຫ່ງ ຊາດ ພ້ອມດ້ວຍພະນັກງານ-ວິຊາ ການ ຈາກກຳມາທິການທີ່ກ່ຽວຂ້ອງ ເຂົ້າຮ່ວມ. ກອງປະຊຸມດັ່ງກ່າວ, ໄດ້ລົງເລິກ ປຶກສາຫາລືກັນກ່ຽວກັບຫົວຂໍ້ເນື້ອ ໃນຂອງກອງປະຊຸມ, ຮູບແບບການ ຈັດກອງປະຊຸມ ແລະ ຜົນສຳເລັດ ຂອງກອງປະຊຸມສຸດຍອດລັດຖະສະ ພາ ກຳປູເຈຍ-ລາວ-ຫວຽດນາມ (CLV) ຄັ້ງທີ 1. ໃນກອງປະຊຸມຄະ ນະຜູ້ແທນທັງສາມປະເທດ ໄດ້ສຸມ ໃສ່ປະກອບຄຳຄິດຄຳເຫັນ ແລະ ປຶກ ສາຫາລືຢ່າງກົງໄປກົງມາ ໃນການ ປັບປຸງຫົວຂໍ້ເນື້ອໃນຕາມແຕ່ລະຂົງ ເຂດວຽກງານຢ່າງລະ ອຽດ ແລະ ໄດ້ເຫັນດີເປັນເອກະພາບກັນຮັບ ຮອງເອົາເນື້ອໃນຕົ້ນຕໍ, ເນື້ອໃນ ຍ່ອຍ, ຄຳຂວັນ ແລະ ກົນໄກກອງປະ ຊຸມບົນຈິດໃຈມິດຕະພາບ, ຄວາມ ຮັກແພງສາມັກຄີ ລະຫວ່າງ ລາວ, ຫວຽດນາມ ແລະ ກຳປູ ເຈຍ ເຊິ່ງໄດ້ ສະແດງໃຫ້ເຫັນເຖິງຄວາມເອົາໃຈ ໃສ່ຮ່ວມກັນ ໃນການກະກຽມກອງ ປະຊຸມສຸດຍອດລັດຖະສະພາ CLV ຄັ້ງທໍາອິດ, ທີ່ສະພາແຫ່ງຊາດລາວ ຄາດວ່າຈະຈັດຂຶ້ນໃນເດືອນທັນວາ 2023, ທີ່ ນະ ຄອນຫລວງວຽງຈັນ, ສປປ ລາວ ພາຍໃຕ້ຫົວຂໍ້: “ເພີ່ມທະ ວີບົດບາດຂອງລັດຖະສະພາ ໃນ ການສົ່ງເສີມການຮ່ວມມືຮອບດ້ານ ລະຫວ່າງ ກຳປູເຈຍ-ລາວ-ຫວຽດ ນາມ’’. ຂ່າວ ສພຊ ຂປລ. ສະຖານທູດອິນເດຍ ປະ ຈຳ ສປປ ລາວ ຮ່ວມກັບສະມາຄົມ Art of Living ປະຈຳ ສປປ ລາວ ຈັດກິດຈະກຳສະເຫລີມສະຫລອງ ວັນໂຍຄະສາກົນ ຄັ້ງທີ IX ໃນຫົວ ຂໍ້ໂຍຄະເພື່ອມວນມະນຸດ “Yoga for Humanity” ໃນວັນທີ 17 ມິຖຸນາ 2023 ທີ່ເດີ່ນພະທາດຫລວງ ວຽງຈັນ ໂດຍການເຂົ້າຮ່ວມຂອງ ທ່ານ ອາມິດ ກູມາ ກຸບຕາ ( Amit Kumar Gupta) ອຸປະທູດ ອິນເດຍ ປະຈຳ ສປປ ລາວ, ທ່ານ ກິ່ງມະໂນ ພົມມະຫາໄຊ ຮອງລັດຖະມົນຕີກະ ຊວງສຶກສາທິການ ແລະ ກິລາ, ທ່ານ ສຸທັມ ສາກົນນິຍົມ ປະທານ ສະມາຄົມມິດຕະພາບ ລາວ-ອິນເດຍ ພ້ອມດ້ວຍບັນດານັກການທູດ, ການ ນຳຜູ້ອາວຸໂສຈາກບັນດາກະຊວງ, ສື່ມວນຊົນ ແລະ ຊາວອິນເດຍ ທີ່ ອາໄສຢູ່ ສປປ ລາວ ຫລາຍກວ່າ 1.000 ຄົນ ເຂົ້າຮ່ວມ. ທ່ານ ອາມິດ ກູມາ ກຸບຕາ ໄດ້ ກ່າວວ່າ: ສະມັດຊາໃຫຍ່ອົງການສະ ຫະປະຊາຊາດ ໄດ້ຕົກລົງເອົາວັນທີ 21 ມິຖຸນາ ຂອງທຸກໆປີ ເປັນວັນໂຍ ຄະສາກົນ. ນັບແຕ່ປີ 2015 ເປັນ ຕົ້ນມາ ສະຖານທູດອິນເດຍ ແລະ ລັດຖະບານລາວ ໄດ້ມີການຮ່ວມມື ກັນຈັດສະເຫລີມສະຫລອງວັນໂຍ ຄະສາກົນໃນທຸກໆປີ ເຊິ່ງໂຍຄະ ເປັນຂອງຂວັນອັນລ້ຳຄ່າຂອງປະ ເພນີບູຮານຂອງອິນເດຍ ທີ່ມອບໃຫ້ ແກ່ມະນຸດ. ການຫລິ້ນກິລາໂຍຄະ ແມ່ນເພື່ອຜົນປະໂຫຍດຂອງທຸກຄົນ ແລະ ມີຜົນດີຕໍ່ສຸຂະພາບ, ເປັນການ ສ້າງຄວາມສາມັກຄີ ແລະ ເຮັດໃຫ້ ຈິດໃຈມີຄວາມສະຫງົບ. ການປະ ຕິບັດໂຍຄະແມ່ນວິທີ ທີ່ຈະນໍາພາໄປ ສູ່ການມີສຸຂະພາບທີ່ດີ ຊຶ່ງການຝຶກ ຊ້ອມໂຍຄະໃນມື້ນີ້ແມ່ນດຳເນີນ ໂດຍຄູສອນໂຍຄະ ຈາກສູນ Art of Living ທີ່ປະຈຳຢູ່ນະຄອນຫລວງ ວຽງຈັນ. ທ່ານ ກິ່ງມະໂນ ພົມມະຫາໄຊ ໄດ້ກ່າວວ່າ: ການຈັດກິດຈະກຳສະ ເຫລີມສະຫລອງ ວັນໂຍຄະສາກົນ ປຽບ ເໝືອນບຸນມະໂຫລານອັນ ຍິ່ງໃຫຍ່ ຂອງວົງຄະນະຍາດສາ ກົນ ຊຶ່ງໄດ້ເລີ່ມສະເຫລີມສະຫລອງ ກັນມາຕັ້ງແຕ່ປີ 2016. ປັດຈຸບັນ ທົ່ວໂລກມີຜູ້ຝຶກຫລິ້ນໂຍຄະ ຫລາຍ ກວ່າ 300 ລ້ານຄົນ ແລະ ມີທ່າ ອ່ຽງຈະເພີ່ມຂຶ້ນຢ່າງຕໍ່ເນື່່ອງເພາະ ເປັນທີ່ຮັບຮູ້ຢ່າງກວ້າງຂວາງ ນໍາ ກັນວ່າ: ກິລາໂຍຄະ ເປັນກິລາປະ ເພດໜຶ່ງ ທີ່ມວນຊົນທຸກເພດ-ໄວ, ທຸກຊັ້ນຄົນໃນສັງຄົມສາມາດເຂົ້າ ເຖິງໄດ້ງ່າຍ ແລະ ເປັນກິລາຍອດນິ ຍົມປະເພດໜຶ່ງໃນໂລກ ທີ່ສາມາດ ຝຶກຫລິ້ນຢູ່ເຮືອນໃຜລາວໄດ້ຢ່າງ ສະດວກສະບາຍ. ອີກດ້ານໜຶ່ງ, ໂຍຄະ ຍັງໃຫ້ຜົນປະໂຫຍດຫລາຍ ຢ່າງຕໍ່ຄົນເຮົາ ນອກຈາກ ຈະເປັນກາ ນອອກກໍາລັງກາຍໂດຍທົ່ວໄປແລ້ວ, ແຕ່ຍັງເປັນການຊ່ວຍເສີມສ້າງພະ ລັງຈິດ-ພະລັງກາຍຂອງຄົນເຮົາ ໃຫ້ມີຄວາມເຂັ້ມແຂງຂຶ້ນຕື່ມອີກ ດ້ວຍ. ນອກຈາກນັ້ນ, ການຝຶກຫລິ້ນ ໂຍຄະ ຍັງສາມາດຊ່ວຍບັນເທົາ ຄວາມຕຶງຄຽດ ແລະ ຄວາມກັງວົນ ໃຫ້ແກ່ຄົນເຮົາໄດ້ອີກ. ສິ່ງສໍາຄັນທີ່ ສຸດແມ່ນ ໂຍຄະ ໄດ້ມີການປະກອບ ສ່ວນທີ່ສໍາຄັນເຂົ້າໃນການສົ່ງເສີມ ສັນຕິພາບ, ມິດຕະພາບ ແລະ ຄວາມ ຜາສຸກ ລະຫວ່າງ ບັນດາປະຊາຊາດ ຢູ່ໃນໂລກ ແລະ ຫວັງວ່າບັນດາທ່ານ ທີ່ເຂົ້າມາຮ່ວມງານ ໃນມື້ນີ້ຈະເປັນ ກໍາລັງແຮງອີກແຮງໜຶ່ງໃນການ ຊ່ວຍໂຄສະນາເຜີຍແຜ່ ແລະ ຊຸກ ຍູ້ສົ່ງເສີມການຝຶກຫລິ້ນ ແລະ ຄຸນ ປະໂຫຍດຂອງ ກິລາໂຍຄະ ອອກ ສູ່ສັງຄົມໃຫ້ນັບມື້ນັບກວ້າງຂວາງ ຂຶ້ນໄປເລື້ອຍໆ. ຂປລ. ສະຖາບັນການຕ່າງປະ ເທດ, ກະຊວງການຕ່າງປະເທດ ຈັດພິທີປິດຊຸດບຳລຸງພາສາອັງກິດ ຊຸດທີ 45 ສຳລັບພະນັກງານກະ ຊວງການຕ່າງປະເທດ, ຄະນະພົວ ພັນຕ່າງປະເທດສູນກາງພັກ, ບັນ ດາກະຊວງອ້ອມຂ້າງສູນກາງ ແລະ ທ້ອງຖິ່ນ ໃນວັນທີ 16 ມິຖຸນາ 2023 ພາຍຫລັງດໍາເນີນມາເປັນເວລາ 6 ເດືອນ (ເລີ່ມແຕ່ວັນທີ 16 ມັງ ກອນ-16 ມິຖຸນາ 2023) ໂດຍ ການເປັນປະທານຂອງ ທ່ານ ຕິ່ງ ສຸກສັນ ຮອງລັດຖະມົນຕີກະຊວງ ການຕ່າງປະເທດ, ມີຜູ້ຕາງໜ້າບັນ ດາກົມ ພາຍໃນກະຊວງການຕ່າງ ປະເທດ, ຄະນະຈັດຕັ້ງສູນກາງພັກ, ຄະນະພົວພັນຕ່າງປະເທດສູນກາງ ພັກ ແລະ ຜູ້ເຂົ້າຮັບການບໍາລຸງ ເຂົ້າຮ່ວມ. ບໍາລຸງດັ່ງກ່າວ ຍັງໄດ້ສ້າງກິດຈະກໍາ ເຄື່ອນໄຫວນອກຫລັກສູດ ເປັນຕົ້ນ ໄດ້ນໍາພາຜູ້ເຂົ້າຮວ່ມບໍາລຸງພາສາ ໄປທັດສະນະສຶກສາ ທີ່ບໍລິສັດເບຍ ລາວຈຳກັດ, ສູນພັດທະນາແມ່ຍິງພິ ການລາວ, ສູນຂໍ້ມູນ-ຂ່າວສານຄົນ ພິການ (COPE), ເຂື່ອນໄຟຟ້ານໍ້າ ງື່ມ 1 ແລະ ຈັດແຂ່ງຂັນກິລາ ແລະ ປູກຕົ້ນໄມ້ ເພື່ອຮັບຕ້ອນວັນສໍາຄັນ ຕ່າງໆຂອງຊາດ ແລະ ເພື່ອເປັນ ການຮັດແໜ້ນຄວາມສາມັກຄີລະ ຫວ່າງພະນັກງານສະຖາບັນການ ຕ່າງປະເທດ ແລະ ຜູ້ເຂົ້າຮ່ວມຊຸດບໍາ ລຸງດັ່ງກ່າວ ທີ່ມາຈາກພາກສ່ວນ ອື່ນໆ ໃຫ້ມີບັນຍາກາດຟົດຟື້ນ ແລະ ແໜ້ນແຟ້ນກວ່າເກົ່າ. ໂອກາດນີ້, ທ່ານ ຕິ່ງ ສຸກສັນ ໄດ້ໃຫ້ກຽດມອບໃບຢັ້ງຢືນໃຫ້ແກ່ຜູ້ ເຂົ້າຮ່ວມຝຶກອົບຮົມດັ່ງກ່າວ. ພ້ອມ ທັງໃຫ້ທິດຊີ້ນໍາຕໍ່ພະນັກງານທີ່ສໍາ ເລັດການບໍາລຸງພາສາອັງກິດຄັ້ງ ນີ້ ໂດຍໄດ້ເນັ້ນເຖິງຄວາມສຳຄັນ ແລະ ຄວາມຈຳເປັນຕໍ່ກັບການຍົກ ລະດັບພາສາຕ່າງປະເທດ ແລະ ວິ ຊາສະເພາະ ເພື່ອເປັນເຄື່ອງມືໃນ ການພົວພັນຮ່ວມມືກັບສາກົນໃນໄລ ຍະໃໝ່, ການຍົກລະດັບພາສາອັງ ກິດ ຈຶ່ງເປັນວຽກງານໜຶ່ງທີ່ຈໍາເປັນ ຕ້ອງໄດ້ເອົາໃຈໃສ່ຢ່າງຈິງຈັງ ເພື່ອ ສ້າງພື້ນຖານຄວາມຮູ້ດ້ານພາສາ ຕ່າງປະເທດ ໃຫ້ແກ່ພະນັກງານລັດ ໃຫ້ມີຄວາມຮູ້-ຄວາມສາມາດສູງ ຂຶ້ນກວ່າເກົ່າ, ນອກຈາກການນຳໃຊ້ ເຂົ້າໃນວຽກງານປະຈໍາວັນແລ້ວ, ຍັງສາມາດນຳໄປໝູນໃຊ້ໃນການ ເຂົ້າຮ່ວມກອງປະຊຸມ, ສໍາມະນາ ຕ່າງໆໃນເວທີພາກພື້ນ ແລະ ສາ ກົນ, ເຂົ້າຮ່ວມພົບປະ ກໍຄືການຕິດ ຕໍ່ພົວພັນວຽກງານທາງການກັບ ຕ່າງປະເທດ. ທ່ານ ໄມ ໄຊຍະວົງສ ຫົວໜ້າ ສະຖາບັນການຕ່າງປະເທດ ໄດ້ໃຫ້ ຮູ້ວ່າ: ຊຸດບໍາລຸງພາສາອັງກິດຊຸດ ທີ 45 ຄັ້ງນີ້, ແມ່ນໄດ້ບັນລຸຜົນສໍາ ເລັດຕາມຄາດໝາຍທີ່ວາງໄວ້, ຜູ້ ເຂົ້າຮ່ວມສາມາດຍົກລະດັບພາສາ ອັງກິດ ໄດ້ໃນລະດັບດີຂຶ້ນ ເປັນຕົ້ນ ການສົນທະນາ, ການນຳສະເໜີບົດ, ການຂີດຂຽນ ແລະ ການຟັງ. ພ້ອມ ກັນນັ້ນ, ຜູ້ເຂົ້າຮັບການບໍາລຸງຍັງ ໄດ້ຮຽນຮູ້ກ່ຽວກັບຄວາມຮູ້ພື້ນຖານ ຂອງວຽກງານອາຊຽນ, ກາລະໂອ ກາດ ແລະ ສິ່ງທ້າທາຍ ຂອງ ສປປ ລາວ ໃນການເຂົ້າເປັນສະມາຊິກອາ ຊຽນ ແລະ ການກະກຽມເປັນປະ ທານອາຊຽນ ຂອງ ສປປ ລາວ ໃນປີ 2024, ສະພາບການພົ້ນເດັ່ນພາກ ພື້ນ ແລະ ສາກົນ, ວຽກພິທີການ ທູດ, ມາລະຍາດທາງສັງຄົມ, ພາລະ ບົດບາດ-ຄວາມສໍາຄັນດ້ານວຽກ ງານພິທີການ ແລະ ການກະກຽມ ການ ເປັນເຈົ້າພາບຈັດກອງປະຊຸມ ສາກົນຕ່າງໆ ເພື່ອນໍາໄປໝູນ ໃຊ້ເຂົ້າ ໃນການປະຕິບັດວຽກງານວິຊາ ສະເພາະຢູ່ກົມກອງຂອງຕົນ. ຈາກ ນັ້ນ, ກໍໄດ້ມອບໃບຍ້ອງຍໍໃຫ້ຜູ້ເຂົ້າ ຮ່ວມບຳລຸງດີເດັ່ນປະຈໍາຊຸດຮຽນ ຕື່ມອີກ. ນອກຈາກ ການຮຽນ-ການ ສອນ ພາຍໃນຫ້ອງຮຽນແລ້ວ, ຊຸດ

RkJQdWJsaXNoZXIy MTc3MTYxMQ==