xtgmf]k; 3 20/06/2023 0kj ; c]t gsfdko dh k;l6 j ]t[q [75 h ,7v'dkog'y ocsj ']a f gxa oma oltw\mu j ,u 7;k,g0A ,c0'F 3xj '.l gxa ofu 9y 8vo c]t p5 8y me ບົດສະເໜີ ໂດຍ: ບຸນອູ້ມ ໂດຍ: ຄ້ອງໃໝ່ rtoda 'kocrf\8= vh 'dec|oh shkmyfoe lkmk]totl5d ໂດຍ: ຢ່າຕົ່ງ .-hg;]k;jk'.shgxaog'yo grnjv-u;yfdkogxao16jmujfu0Bo x6d4ndgxQk\kp c]t ltrk[fyo{vkdkf * ພັກ-ລັດເຮົາ ຍາມໃດກໍໃຫ້ຄວາມ ສໍາຄັນ ແລະ ເອົາໃຈໃສ່ຕໍ່ວຽກງານສາ ທາລະນະສຸກ ເພື່ອໃຫ້ປະຊາຊົນລາວ ບັນດາເຜົ່າ ມີສຸຂະພາບແຂງແຮງ, ຄວາມຜາສຸກ ແລະ ປະເທດຊາດຮັ່ງມີ ເຂັ້ມແຂງ. ທັງນີ້ ກໍເພື່ອເປັນການສະ ແດງໃຫ້ເຫັນເຖິງບົດບາດ, ຄວາມສໍາ ຄັນຂອງບັນດາແພດໝໍ ແລະ ພະນັກ ງານສາທາລະນະສຸກ ໄດ້ປະຕິບັດໜ້າ ທີ່ວຽກງານຕາມການມອບໝາຍ, ພ້ອມທັງປັບປຸງຕົນເອງ ໃຫ້ມີຄວາມຮູ້, ຄວາມສາມາດ, ມີຈັນຍາທໍາໃນການ ຮັບໃຊ້ປະຊາຊົນ. ໃນໂອກາດວັນແພດລາວ ຄົບຮອບ 58 ປີ, ທ່ານ ສອນໄຊ ລາດຊະວົງ ເລຂາໜ່ວຍພັກ, ຜູ້ອໍານວຍການໂຮງ ໝໍມິດຕະພາບ 150 ຕຽງ ໄດ້ຍົກ ໃຫ້ ເຫັນເຖິງແນວຄິດຊີ້ນໍາຂອງປະທານ ໄກສອນ ພົມວິຫານ ກ່ຽວກັບວັນແພດ ລາວ ໃນກອງປະຊຸມສາທາລະນະສຸກ ທົ່ວປະເທດ ຄັ້ງທີ II ວັນທີ 11 ມີນາ 1987, ເນັ້ນປັດໄຈສຸຂະພາບແມ່ນມີ ຄວາມໝາຍສໍາຄັນທີ່ສຸດ ປະຊາຊົນ ລາວເຮົາ ກໍມີມູນເຊື້ອແຕ່ໃດໆມາທີ່ຖື ວ່າສຸຂະພາບແມ່ນສິ່ງທີ່ປະເສີດ ແລະ ມີຄຸນຄ່າເໜືອກວ່າເງິນຄໍາ ຊຶ່ງສະແດງ ອອກໃນຄໍາເວົ້າຄໍາທໍາອິດເວລາພົບພໍ້ ກັນຄື “ສະບາຍດີ” ຫລື “ຢູ່ດີມີແຮງບໍ່” ຫລື ຄໍາເວົ້າທີ່ວ່າ; “ສຸກກາຍສະບາຍ ໃຈ”. ພ້ອມນີ້, ທ່ານໄດ້ກ່າວເນັ້ນວ່າ: ພັກ, ລັດເຮົາ ໄດ້ມອບພາລະໜ້າທີ່ເບິ່ງ * ເຂົ້າສູ່ລະດູຝົນແລ້ວ, ຂະ ບວນການປູກໄມ້ ເຊິ່ງເລີ່ມມາຕັ້ງ ແຕ່ວັນທີ 1 ມິຖຸນາ ໄດ້ເປັນຂະບວນ ຟົດຟື້ນແຂງແຮງໃນຂອບເຂດທົ່ວ ປະເທດ. ແຕ່ລະປີການປູກໄມ້ ແມ່ນ ໄດ້ມີການກະກຽມເປັນແຜນການ ແລະ ມີເປົ້າໝາຍຈະແຈ້ງ ເພື່ອຍົກ ລະດັບເນື້ອທີ່ປົກຫຸ້ມຂອງປ່າໄມ້ໃຫ້ ໄດ້ 70% ຂອງເນື້ອທີ່ທົ່ວປະເທດ. ການຈະໄດ້ມາຄືແນວນັ້ນລ້ວນແຕ່ ໄດ້ຜ່ານຂະບວນການ ທີ່ຕ້ອງໃຊ້ ທັງເວລາ, ການລົງທຶນລົງແຮງ... ກວ່າຈະໄດ້ໄມ້ພໍເປັນຮົ່ມຢ່າງໜ້ອຍ ກໍ່ສາມສີ່ປີ, ບາງຊະນິດໄມ້ໃຫຍ່ ຊ້າກໍ່ຍິ່ງໃຊ້ເວລາຫລາຍ, ນັ້ນແມ່ນ ເລື່ອງທໍາມະຊາດ ທີ່ຂຶ້ນກັບແນວ ພັນ ແລະ ດິນ-ອາກາດ . ການປູກໄມ້ ທັງໃຫ້ເປັນປ່າເພື່ອ ປະໂຫຍດອະນັນນັ້ນ ຜ່ານມາແມ່ນ ໄດ້ມີໝາກຜົນເປັນໜ້າພໍໃຈໃນລະ ດັບພື້ນຖານພໍສົມຄວນ, ອັນໄດ້ເຮັດ ໃຫ້ເນື້ອທີ່ປ່າໄມ້ນັບມື້ຫລາຍ ພາຍ ຫລັງໄດ້ປະຕິບັດຢ່າງເອົາຈິງເອົາ ຈັງຂະບວນການປູກໄມ້ ໂດຍຖືເອົາ ວັນທີ 1 ມິຖຸນາ ຂອງທຸກປີ ເປັນວັນ ປູກຕົ້ນໄມ້ແຫ່ງຊາດ, ເປັນການເລີ່ມ ຂະບວນການໃນທຸກປີ ໃຫ້ສົມຄູ່ກັບ ການພັດທະນາຍືນຍົງ. ການປູກໄມ້ໃນແຕ່ລະລະດູການ, ເຖິງແມ່ນໄດ້ປະຕິບັດຢ່າງມີຈຸດສຸມ ແລະ ມີໝາກຜົນໃນລະດັບແນ່ນອນ ໃດໜຶ່ງແລ້ວກໍ່ຕາມ, ແຕ່ບົນພື້ນຖານ ຄວາມເປັນຈິງຂອງສະພາບດິນຟ້າ ອາກາດ, ກໍ່ມີຄໍາຄິດຄໍາເຫັນຈໍາ ນວນໜຶ່ງ ເຫັນວ່າການປູກໄມ້ຄວນ ຖືສໍາຄັນແທ້ໆ ສະພາບແວດລ້ອມ ດິນຟ້າອາກາດ ເພາະແຕ່ລະເຂດ ອາດຈະມີຄວາມແຕກຕ່າງກັນ, ແມ່ນຢູ່ວ່າໂດຍພື້ນຖານນັ້ນປູກໄດ້ ທຸກບ່ອນ ແຕ່ບາງຊະນິດພືດ ຕ້ອງ ບົວລະບັດດີຈຶ່ງໃຫຍ່ເປັນຕົ້ນ ເຂດ ອາກາດໜາວຄືແຂວງພາກເໜືອ ໄມ້ໃຫ້ໝາກຫລາຍຊະນິດຢູ່ວຽງ ຈັນ ແລະ ເຂດທົ່ງພຽງພາກກາງໃຕ້ ເອົາໄປປູກແມ່ນໃຫຍ່ຍາກ, ມີ ຫລາຍທີ່ບໍ່ລອດ. ບັນຫາທີ່ຖືກຕັ້ງ ຂຶ້ນແມ່ນການລົງທຶນເອົາໄມ້ໃຫຍ່ນໍາ ເຂົ້າມາຈາກຕ່າງປະເທດທີ່ອາດ ຈະບໍ່ເໝາະສົມກັບດິນ-ອາກາດມາ ປູກ, ປູກແລ້ວກໍ່ນານຟື້ນ, ຟື້ນແລ້ວ ກໍ່ນານໃຫຍ່, ບໍ່ຂຽວສົດງົດງາມ ດັ່ງໃຈຫວັງ. ໄມ້ພື້ນເມືອງລາວ ມີ ຫລາຍ ແລະ ເໝາະສົມກັບດິນແຕ່ລະ ບ່ອນແຕກຕ່າງກັນໄປ. ການສຶກສາ ດິນ-ອາກາດ ເພື່ອປູກ ແມ່ນສໍາຄັນ ໃນສະພາບເງື່ອນໄຂທີ່ເຮົາຍັງບໍ່ ທັນມີທຶນຫລາຍເຂົ້າໃນວຽກງານ ບົວລະບັດປົກປັກຮັກສາ ຫລື ປູກ ຫລໍາໄປຫລໍາມາ. ບາງຄໍາຄິດເຫັນ ເວົ້າວ່າ ອີງໃສ່ສະພາບຈຸດພິເສດອາ ກາດບ້ານເຮົາຮ້ອນ, ທຸກຄອບຄົວ ຫົວເຮືອນ ແລະ ຄວາມຕ້ອງການສາ ທາລະນະແມ່ນຄວາມຮົ່ມເຢັນ, ສະ ນັ້ນ ອາດຈະຕ້ອງຄໍານຶງເຖິງການ ປູກໄມ້ທີ່ໃຫຍ່ໄວ້, ເປັນຮົ່ມບັງແດດ ໄດ້ດີ, ບໍ່ຈໍາເປັນຕ້ອງແມ່ນໄມ້ອຸດ ສາຫະກໍາເນື້ອແຂງ ມີລາຄາ ເພາະ ວ່າບໍ່ຈໍາເປັນຕ້ອງຄຶດໃສ່ວ່າຕ້ອງ ຕັດໄປ...ໃນອະນາຄົດ. ເຂດໃນ ເມືອງໃຫຍ່ ຄວນປູກໄມ້ພື້ນເມືອງທີ່ ໃຫຍ່ໄວ, ເນື້ອໄມ້ໜຽວ- ທົນທານ ສະ ພາບອາກາດຮ້ອນ...ຖ້າທຸກບ່ອນ ສໍານັກງານອົງການທີ່ມີເນື້ອທີ່ອໍາ ນວຍຄວນປູກໃຫ້ມີຮົ່ມບັງແດດ, ທັງໄດ້ຟອກອາກາດ ແລະ ສະບາຍ ຕາໄດ້ເບິ່ງໄດ້ແຍງໃຫ້ສົດຊື່ນໃຈ. ເວົ້າເຖິງການປູກໄມ້, ຄືດັ່ງຫລາຍ ທ່ານໄດ້ເຫັນໄດ້ຜ່ານກາຍເວລາໄປ ຢ້ຽມຢາມ...ປະເທດເພື່ອນທາງຕາ ເວັນອອກ ແລະ ເໜືອ, ເຂດທີ່ເຄີຍ ເປັນປ່າເຫລົ່າຊຸດ ໂຊມເປັນໜ່ວຍ ພູໆ ເຂົາເຈົ້າປູກໄມ້ປະເພດໃຫຍ່ໄວ ເປັນຕົ້ນ ຈໍາພວກກະຖິນນະລົງເທພາ...ໄມ້ປະເພດນີ້ໃຫຍ່ໄວ ທັງ ສາມາດນໍາໃຊ້ໄດ້ອີກເວລາໃຫຍ່ໄດ້ ຂະໜາດ. ຕາມເສັ້ນທາງ ເຂົາເຈົ້າ ກໍ່ປູກໄມ້ທີ່ເໝາະສົມສະພາບດິນອາກາດ ເຊັ່ນ ຕົ້ນໄຮ, ຕົ້ນມ່ວງປ່າ, ງິ້ວ, ໝາກສົ້ມຫໍ້ (ໝາກຂີ້ແຂ້ວ)... ສະເພາະຕົ້ນໄຮໃບນ້ອຍ ເຫັນວ່າ ໃຫຍ່ໄວ ເປັນຮົ່ມດີ ຖືກກັບສະພາບ ອາກາດຮ້ອນ(ບ້ານເຮົາມີບໍ່ອຶດ). ໄມ້ຊຸມທີ່ຍົກຂຶ້ນ ລ້ວນແຕ່ເປັນໄມ້ ພື້ນເມືອງທີ່ເຮົາກໍ່ມີ, ດ້ວຍເຫດນັ້ນ ຈໍາເປັນຫຍັງຕ້ອງໄປລົງທຶນຊື້ຕົ້ນ ປາມ ແລະ ບັນດາໄມ້ນໍາເຂົ້າ ລາ ຄາແພງ. ສະຫລຸບວ່າ ການປູກໄມ້ ຄວນ ແກ່ການພິຈາລະນາໃຫ້ເໝາະສົມ ກັບສະພາບດິນ-ອາກາດ, ສໍາຄັນກໍ່ ແມ່ນສຸມໃສ່ປູກໄມ້ໃຫ້ຖືກເປົ້າໝາຍ ຂອງການຊົມໃຊ້ ເຂດໃດຄວນປູກ ໄມ້ໃຫຍ່ໄວ ເພື່ອເປັນຮົ່ມ, ເຂດໃດ ປູກໄວ້ເປັນໄມ້ອຸດສາຫະກໍາໄລຍະ ຍາວ ເຊິ່ງຜ່ານມາກໍ່ເຮັດໄດ້ດີແລ້ວ ຄວນສືບຕໍ່ມູນເຊື້ອນັ້ນຢ່າງແຂງ ແຮງ. ແຍງດູແລ ແລະ ປົກປັກຮັກສາສຸຂະພາບ ປະຊາຊົນບັນດາເຜົ່າ ໃຫ້ຂະແໜງການ ສາທາລະນະສຸກຮັບຜິດຊອບໂດຍກົງ. ອັນນີ້, ແມ່ນພາລະໜ້າທີ່ອັນໜັກໜ່ວງ ແລະ ທັງແມ່ນກຽດອັນ ໃຫ່ຍຫລວງ ທີ່ສຸດ ຂອງພະນັກງານພາລະກອນ ໃນ ທົ່ວຂະແໜງສາທາລະນະສຸກ. ດັ່ງນັ້ນ, ຕ້ອງກໍາແໜ້ນຫ້າທິດນໍາ ສາທາລະນະສຸກຂອງພັກຄື: ໜຶ່ງ; ສາ ທາລະນະສຸກ ຕ້ອງຮັບໃຊ້ການຜະລິດ, ຮັບໃຊ້ຊີວິດການເປັນຢູ່ຂອງປະຊາຊົນ ແລະ ຮັບໃຊ້ສອງໜ້າທີ່ຍຸດທະສາດຮັບ ໃຊ້ວຽກງານກໍ່ສ້າງສັງຄົມນິຍົມ.ສອງ; ວຽກງານສາທາລະນະສຸກຕ້ອງຮັບໃຊ້ ຢ່າງຕັ້ງໜ້າກ່ຽວກັບນະໂຍບາຍຕໍ່ບັນ ດາເຜົ່າຂອງພັກ. ສາມ; ຕ້ອງປະຕິບັດ ວຽກງານກັນພະຍາດຢ່າງຕັ້ງໜ້າ. ສີ່; ຕ້ອງປະສານສົມທົບການແພດທັນ ສະໄໝກັບການແພດພື້ນເມືອງ ແລະ ຢາພື້ນເມືອງ, ກໍ່ສ້າງພື້ນຖານສາທາ ລະນະສຸກທີ່ມີລັກສະນະຊາດ ແລະ ທັນ ສະໄໝ. ຫ້າ; ຕ້ອງອີງໃສ່ມະຫາຊົນ ເພື່ອ ກໍ່ສ້າງພື້ນຖານສາທາລະນະສຸກທົ່ວ ປວງຊົນ. ວັນແພດລາວ ແມ່ນວັນທີ່ມີ ຄວາມໝາຍເພື່ອລະນຶກເຖິງການກໍາ ເນີດ, ການເຕີບໃຫຍ່ຂະຫຍາຍຕົວ ຂອງວຽກງານຮັກສາສຸຂະພາບຂອງ ພໍ່ແມ່ປະຊາຊົນບັນດາເຜົ່າ ແລະ ການ ພັດທະນາບຸກຄະລາກອນສາທາລະ ນະສຸກ ເພື່ອຈາລຶກບຸນຄຸນຕໍ່ ແພດໝໍ ແລະ ພະນັກງານສາທາລະນະສຸກລາວ ທີ່ໄດ້ເສຍສະລະອຸທິດສະຕິປັນຍາ ແລະ ເຫື່ອແຮງເປັນເຈົ້າການໃນການປະຕິ ບັດໜ້າທີ່ໃນແຕ່ລະໄລຍະ. ການສະເຫລີມສະຫລອງວັນ ແພດ ລາວ ເພື່ອເຮັດໃຫ້ພົນລະເມືອງລາວບັນ ດາເຜົ່າທຸກຊັ້ນຄົນ ໃນສັງຄົມ, ແພດໝໍ ແລະ ພະນັກງານສາທາລະນະສຸກ ເຫັນ ໄດ້ການເຕີບໃຫຍ່ຂະຫຍາຍຕົວຢ່າງ ບໍ່ຢຸດຢັ້ງ ຂອງວຽກງານສາທາລະນະ ສຸກ, ຂອງຖັນແຖວແພດໝໍລາວ ໃນ ແຕ່ລະໄລຍະ. ເພື່ອຈາລຶກຄຸນງາມ ຄວາມດີທີ່ໄດ້ປະກອບສ່ວນເຂົ້າໃນ ການຮັກສາສຸຂະພາບປະຊາຊົນ, ພະ ນັກງານ, ທະຫານ-ຕໍາຫລວດ ໃນຂະ ບວນການຕໍ່ສູ້ກູ້ຊາດໃນເມື່ອກ່ອນ ກໍ ຄືການປົກປັກຮັກສາ ແລະ ສ້າງສາພັດ ທະນາປະເທດຊາດ ໃນປັດຈຸບັນ. ເພື່ອ ປູກຈິດສໍານຶກໃຫ້ແກ່ແພດໝໍ ແລະ ພະ ນັກງານສາທາລະນະສຸກ ຮຸ່ນສືບທອດ ຮຽນເອົາແບບຢ່າງອັນດີງາມຂອງ ແພດໝໍ ແລະ ພະນັກງານສາທາລະນະ ສຸກຮຸ່ນກ່ອນ, ອອກແຮງຝຶກຝົນຫລໍ່ ຫລອມຕົນເອງ ໃຫ້ກາຍເປັນແພດໝໍ ທີ່ພຽບພ້ອມໄປດ້ວຍຄຸນສົມບັດ, ຈັນຍາ ທໍາວິຊາຊີບ ແລະ ຄວາມຊໍານານງານ ດ້ານວິຊາສະເພາະ ໃຫ້ສົມກັບກຽດສັກ ສີທີ່ເປັນນັກຮົບເສື້ອຂາວປະຕິວັດຂອງ ພັກ ເພື່ອສ້າງໂອກາດໃຫ້ແພດໝໍ ແລະ ພະນັກງານສາທາລະນະສຸກ ໄດ້ທົບ ທວນຄືນ ຫ້າວຽກງານໃຫຍ່ດ້ານສາ ທາລະນະສຸກຂອງພັກເຮົາ ເພື່ອເຊີດ ຊູກຽດສັກສີ, ຖານະບົດບາດ ແລະ ຄຸນ ງາມຄວາມດີຂອງແພດໝໍ ແລະ ພະ ນັກງານສາທາລະນະສຸກ ຕໍ່ສັງຄົມ ແລະ ປະເທດຊາດ. * ວັນເວລາມັນບໍ່ລໍຖ້າໃຜ ແລະ ອາ ຍຸສັງຂານກໍ່ນັບມື້ສູງຂຶ້ນໄປເລື້ອຍໆ. ດັ່ງນັ້ນ, ມີບາງຄົນຈຶ່ງດິ້ນຮົນໝູນໃຊ້ ວັນເວລາທີ່ອາຍຸຍັງແຂງແຮງສ້າງ ເສດຖະກິດຄອບຄົວດ້ວຍຫລາຍຮູບ ແບບ ເພື່ອທ້ອນເງິນເກັບໄວໃຊ້ໃນບັ້ນ ປາຍຂອງຊີວິດ. ຂະນະທີ່ຍັງມີບາງ ຄົນໃນໄລຍະທີ່ຍັງແຂງແຮງ ແລະ ຫາ ເງິນໄດ້ກໍ່ໃຊ້ຈ່າຍ ຫລິ້ນກິນຟຸມເຟືອຍ ໂດຍບໍ່ຄິດເຖິງອະນາຄົດບັ້ນປາຍເລີຍ. ຢ່າງໃດກໍ່ດີ ມື້ນີ້ ຄໍລຳ ພັດທະນາອາຊີບ ຂໍນຳເອົາຊາວໜຸ່ມຕົວແບບການປະ ກອບອາຊີບເສີມມາສະເໜີໃຫ້ຮູ້ຈັກ, ໂດຍຊາວໜຸ່ມຫ້າວຫັນຜູ້ນີ້ ມີຊື່ ສະ ຫາຍ ນາງ ພູວັນ ຈັນທະວົງ ຢູ່ບ້ານເຄືອ ເຂົາກາດ ເມືອງໄຊບູລີ ແຂວງສະ ຫວັນນະເຂດ ເຊິ່ງມີອາຊີບຫລັກໆ ເປັນພະນັກງານສັງກັດຢູ່ກອງບັນຊາ ການ ປກສ ເມືອງໄຊບູລີ ເຊິ່ງໄດ້ກາຍ ເປັນຕົວແບບ ທັງເປັນຕົວແທນໃຫ້ແກ່ ຮາກຖານຊາວໜຸ່ມ ປກສ ເມືອງໄຊບູລີ ເຂົ້າຮ່ວມໃນກອງປະຊຸມໃຫຍ່ຜູ້ແທນ ຊາວໜຸ່ມເມືອງໄຊບູລີຄັ້ງທີ VII. ໃນໂອກາດເຂົ້າຮ່ວມກອງປະຊຸມ ຄັ້ງນີ້, ສະຫາຍ ນາງ ພູວັນ ຈັນທະວົງ ກໍ່ໄດ້ມີຄຳເຫັນວ່າ: ຄວາມຈິງແລ້ວ ຄອບຄົວກໍ່ມີທ່າແຮງທາງດ້ານເນື້ອທີ່ ດິນກວ່າ 30 ເຮັກຕາ ແລະ ກ່ອນໜ້າ ປີ 2014 ດິນດັ່ງກ່າວ ກໍ່ບໍ່ໄດ້ທຳການຜະ ລິດຫຍັງ ພຽງແຕ່ລ້ຽງສັດປະຖົມປະ ຖານໃນແຕ່ລະປີ, ອີກຢ່າງໜຶ່ງທຶນການ ພັດທະນາກໍ່ຄືບຸກເບີກກໍ່ມີຈຳກັດ, ແຕ່ ດ້ວຍຄວາມຕັດສິນໃຈຢາກສ້າງເສດ ຖະກິດຄອບຄົວເສີມ ເພື່ອສ້າງລາຍຮັບ ເພີ່ມໃຫ້ຄອບຄົວ ຈຶ່ງໄດ້ຕັດສິນໃຈໃຫ້ ໂຮງງານນໍ້າຕານມິດລາວຈໍາກັດ ສາ ຂາບ້ານແກ້ງແຮດ ເມືອງໄຊບູລີ ລົງທຶນ ເຂົ້າໃນການບຸກເບີກເນື້ອທີ່ດິນ ກວ່າ 30 ເຮັກຕາໃນທ້າຍປີ 2014 ທັງ ໄດ້ ປູກອ້ອຍໃນປີ 2015. ຢ່າງໃດກໍ່ດີ ມາ ຮອດປີ 2016 ກໍ່ໄດ້ເກັບກ່ຽວຜົນຜະ ລິດອ້ອຍສົ່ງປ້ອນໂຮງງານນໍ້າຕານ ມິດລາວ ສາຂາບ້ານແກ້ງແຮດ ເຊິ່ງໄດ້ ຜົນຜະລິດຫລາຍກວ່າ 3.120 ໂຕນ. ໃນນັ້ນ, ລາຄາ 275.000 ກີບຕໍ່ໂຕນ, ສະເລ່ຍລາຍຮັບໄດ້ເງິນຫລາຍກວ່າ 859 ລ້ານກີບ. ຫລັງຈາກຫັກຄ່າໜີ້ສິນ ແລະ ຄ່າສິ້ນເປືອງຕ່າງໆ ອອກໝົດ ກໍ່ຍັງໄດ້ກຳໄລຫລາຍກວ່າ 230 ລ້ານ ກີບ. ແນວໃດກໍ່ຕາມ ເມື່ອເຫັນຄອບຄົວ ມີລາຍຮັບດີຕິດພັນກັບມີຕະຫລາດ ຮອງຮັບຢ່າງໝັ້ນຄົງ ຈຶ່ງໄດ້ຂະຫຍາຍ ເນື້ອທີ່ຢູ່ຂ້າງໆທີ່ມີຍັງເງື່ອນໄຂສາ ມາດປູກໄດ້ໃນແຕ່ລະປີໄດ້ອີກປະມານ 10 ເຮັກຕາໃນປີ 2020-2021. ຂະນະ ທີ່ເກັບຜົນຜະລິດຂາຍ ແລະ ເມື່ອຫັກ ຄ່າໜີ້ສິນ, ຄ່າສິ້ນເປືອງຕ່າງໆ ກໍ່ຍັງ ເຫລືອເງິນກຳໄລຕົວຈິງປ ະມານ 327 ລ້ານກີບ. ສະຫາຍ ນາງ ພູວັນ ຈັນທະວົງ ກ່າວຕື່ມວ່າ: ນອກຈາກປູກອ້ອຍແລ້ວ, ຍັງສຸມໃສ່ປູກມັນຕົ້ນເພີ່ມອີກ 3 ເຮັກຕາ, ໃນປີໜຶ່ງໆໄດ້ສ້າງລາຍໄດ້ລະດັບ 70 ລ້ານກີບ. ນັບແຕ່ເລີ່ມທຳການຜະລິດ ເຊິ່ງເປັນອາຊີບເສີມແຕ່ປີ 20162023 ນີ້, ກໍ່ເຮັດໃຫ້ຄອບຄົວມີເງິນ ທ້ອນໄວ້ຫລາຍກວ່າ 1,6 ຕື້ກີບ. ດ້ວຍການຕັດສິນໃຈຄິດແລ້ວກ້າ ເຮັດ ຈຶ່ງໃຫ້ຄອບຄົວມີການພັດທະນາ ມີຢູ່ ມີກິນ. ພົ້ນເດັ່ນປັດຈຸບັນສາມາດສ້າງ ເຮືອນວິນລາຢູ່ຖາວອນ 1 ຫລັງ, ຊື້ລົດ ໃຫຍ່ 2 ຄັນ, ລົດຈັກ 1 ຄັນ, ລົດໄຖ ໃຫຍ່ 1 ຄັນ, ມີງົວ 20 ໂຕ, ນາ 1 ທົ່ງ ແລະ ດິນປຸກສ້າງ 4 ຕອນ. ເຖິງຢ່າງໃດກໍ່ດີ ບັນດາຊາວໜຸ່ມ ທີ່ຍັງມີກຳລັງແຂງແຮງບວກໃສ່ມີ ເງື່ອນໄຂ ໂດຍສະເພາະແມ່ນເນື້ອທີ່ດິນ ທີ່ສາມາດຜະລິດເປັນສິນຄ້າໄດ້ ກໍ່ລອງ ຕັດສິນໃຈລົງມືເຮັດຕົວຈິງ ເຊື່ອວ່າ ຕ້ອງປະສົບຜົນສຳເລັດ ດັ່ງທີ່ສະຫາຍ ນາງ ພູວັນ ຈັນທະວົງ ໄດ້ພິສູດໃຫ້ພວກ ເຮົາເຫັນມາຂັ້ນເທິງແລ້ວ.
RkJQdWJsaXNoZXIy MTc3MTYxMQ==