ຖະໜົນ 450 ປີ ບ້ານດົງໂພນແຮ່ ເມືອງຫາດຊາຍຟອງ ນະຄອນຫລວງວຽງຈັນ www.kpl.gov.la , Facebook: ປະເທດລາວ Pathedlao, Email: kpl@laotel.com , Tel/Fax:(021) 215402 ວັນອັງຄານ 20.06.2023 ປີທີ 22 ສະບັບທີ 5.702 rda xt-k-oq xt8;y fa]k; mu,j du Pflts'k \oA pon K j rvh ,doa l,5 .l9j fa 8'A xt8[y fa 2 ;k]tcs'j -kf .sgh xoa I[6 xtme ອ່ານຕໍ່ໜ້າ 2 ອ່ານຕໍ່ໜ້າ 2 g]0kmydko.spj ln[8+1hP,1k, g0fxqd7v'8qogv' gzqjk9h;'d;k'-u Iv'okpqd]af4t,qo8u -Uoe7totoe g,nv'xkdmk .shgvqk.9.lj[aoskle7ao8jk'M ]k; l5,.ljrafmtok]t[q[ sl= t\f5 .sgh xoa moa ltw\ mk[mk,7egsa o.lj Ij k'dq f\kp;j kfh ;p dko[a o-u lt[a [xa [x5 '16 j 8 c0;'rkdg|n v xtdkfg,n v'-P'Ij vo gxa og,n v'15 f8y dko4j kp-t-kp dkod+lhk'xhv'dao8k/aj'g9njvoc7,0v' 7n[|hk 30% l5fxtma[.9K g,njvwfhwx c0;'zQ'lk]u fyocfomtg]\vd l gdqks]u ltcf'ly]txt rNog,nv'16j lxx ]k; ອ່ານຕໍ່ໜ້າ 2 ອ່ານຕໍ່ໜ້າ 2 ອ່ານຕໍ່ໜ້າ 2 ອ່ານຕໍ່ໜ້າ 2 ອ່ານຕໍ່ໜ້າ 2 ອ່ານຕໍ່ໜ້າ 6 ຂປລ. ໂອກາດເຄື່ອນໄຫວວຽກງານຢູ່ແຂວງບໍ່ ແກ້ວ ໃນວັນທີ 16 ມິຖຸນາຜ່ານມາ, ທ່ານ ພົອ ວິໄລ ຫລ້າຄຳຟອງ ກຳມະການກົມການ ເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງ ກັນຄວາມສະຫງົບ, ພ້ອມດ້ວຍຄະນະຈາກສູນກາງ ໄດ້ເຄື່ອນໄຫວພົບປະ ແລະ ໂອ້ລົມພະນັກງານຫລັກ ແຫລ່ງເມືອງປາທາ ໂດຍທ່ານ ໄດ້ເນັ້ນໃຫ້ເອົາໃຈໃສ່ ຫລາຍບັນຫາສຳຄັນ ເປັນຕົ້ນ ແມ່ນຄະນະນຳເມືອງຕ້ອງ ມີແບບແຜນວິທີເຮັດວຽກ, ມີຄວາມສາມັກຄີເປັກປຶກ ແຜ່ນປະຕິບັດແນວທາງຂອງພັກ-ລັດ ໃຫ້ມີຜົນສັກ ສິດ, ເຮັດໃຫ້ຖືກທິດສອດຄ່ອງກັບທ່າແຮງຕົວຈິງ ຂອງທ້ອງຖິ່ນຕົນ, ແກ້ໄຂຈຸດບົກຜ່ອງທາງດ້ານແນວ ຄິດການກະທຳທີ່ບໍ່ສອດຄ່ອງກັບແນວທາງ; ປັບປຸງ ພັກໃຫ້ປອດໃສ ເຂັ້ມແຂງ ໜັກແໜ້ນ; ວິທີການນໍາພາ ໃຫ້ກົມກຽວກັບບົດບາດການນໍາພາຮັບປະກັນຄວາມຖືກ ຕ້ອງ ສອດຄ່ອງ ກັບແນວທາງຂອງພັກ. ພ້ອມນີ້, ໃຫ້ເພີ່ມທະວີນໍາພາຫົວຄິດປະດິດສ້າງ, ຂປລ. ໃນໂອກາດການເຄື່ອນ ໄຫວຢ້ຽມຢາມ ສປ ຈີນ, ພາຍຫລັງ ສຳເລັດການຢ້ຽມຢາມ ຢູ່ແຂວງ ຢຸນນານ, ສະຫາຍ ທອງລຸນ ສີສຸລິດ ຂປລ. ສະມາຄົມມິດຕະພາບ ລາວ-ສ ເກົາຫລີ ຮ່ວມກັບອົງການ ແລກປ່ຽນວັດທະນະທໍາສາກົນ ສ ຂປລ. ທ່ານນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີກະຊວງຖະ ແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ແຫ່ງ ສປປ ລາວ ກ່າວໃນ ກອງປະຊຸມວັດທະນະທຳອາຊຽນຈີນ ຄັ້ງທີ 18 ພາຍໃຕ້ຫົວຂໍ້ “ການ ສ້າງຫໍສະໝຸດທັນສະໄໝ ແລະ ສົ່ງເສີມການອ່ານ” ທີ່ຈັດຂຶ້ນຢູ່ ເມືອງໜານໜິງ, ເຂດປົກຄອງ ຕົນ ເອງ ກວາງຊີ, ສປ ຈີນ ໃນວັນທີ 19 ມິຖຸນາ 2023 ນີ້ວ່າ: ສປປ ລາວ ໄດ້ເອົາໃຈໃສ່ພັດທະນາລະບົບຫໍສະ ໝຸດໃຫ້ກາຍເປັນທັນສະໄໝ ໂດຍ ໄດ້ຈັດກິດຈະກຳການສົ່ງເສີມການ ຂປລ. ໂຄງການກໍ່ສ້າງປ້ອງກັນ ຕາຝັ່ງເຈື່ອນ ແລະ ພັດທະນາແຄມ ນ້ຳຂອງ ຢູ່ນະຄອນຫລວງວຽງຈັນ (ນວ) ໄລຍະທີ 2 ສໍາເລັດແລ້ວ 30%, ປັດຈຸບັນພວມສຸມໃສ່ກໍ່ສ້າງ ເຂດເຊື່ອມຕໍ່ລະຫວ່າງໂຄງການໄລ ຍະ 1 ກັບໄລຍະ2 ລະຫວ່າງບ້ານ ຫລັກ 3 ຫາທ່າເຮືອ ຫລັກ 4 ເມືອງ ສີສັດຕະນາກ, ຍາວປະມານ 1 ກິໂລ ແມັດກວ່າ ແລະ ແຕ່ທ່າເຮືອຫລັກ 4 ຫາ ບ້ານເມືອງວາ ເມືອງສີໂຄດຕະ ບອງ. ຄາດວ່າໂຄງການດັ່ງກ່າວຈະ ສຳເລັດ 100% ໃນປີ 2025. ທ່ານ ພຸດທະເສນ ສິນທະວົງ ຮອງຫົວໜ້າພະແນກໂຍທາທິການ ຂປລ. ຄະນະຮັບຜິດຊອບຄົ້ນ ຄວ້າປັບປຸງກົດໝາຍວ່າດ້ວຍການ ບັນຊີຂອງກະຊວງການເງິນ ຈັດ ພາບປະກອບ ພາບປະກອບ ສະຫາຍ ທອງລຸນ ສີສຸລິດ (ຊ້າຍ) ເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສປປ ລາວ ແລະ ຄະນະຜູ້ແທນ ຂັ້ນສູງຂອງພັກ, ລັດລາວ ໄດ້ສືບ ຕໍ່ຢ້ຽມຢາມເຂດປົກຄອງຕົນເອງ ເຜົ່ າຈ້ວງກວາງຊີ ແລະ ໄດ້ຕ້ອນຮັບ ການເຂົ້າຢ້ຽມຂໍ່ານັບ ຂອງສະຫາຍ ຫລິວ ໜິງ ກຳມະການສູນກາງພັກ, ເລຂາຄະນະພັກເຂດ, ປະທານສະ ພາປະຊາຊົນເຂດປົກຄອງຕົນເອງ ເຜົ່າຈ້ວງກວາງຊີ ທີ່ນະຄອນໜານ ນິງ ໃນວັນທີ 18 ມິຖຸນາ 2023. ສະຫາຍ ທອງລຸນ ສີສຸລິດ ໄດ້ຕີ ລາຄາສູງຕໍ່ຜົນສໍາເລັດທີ່ປະຊາຊົນ ເຂດກວາງຊີ ຍາດມາໄດ້ໃນພາລະ ກິດແຫ່ງການສ້າງສາພັດທະນາ ທ່ານ ພົອ ວິໄລ ຫລ້າຄຳຟອງ ກ້າຄິດ, ກ້າເຮັດ, ກ້າຮັບຜິດຊອບ, ຮັບໃຊ້ຊາດຮັບໃຊ້ ປະຊາຊົນດ້ວຍຄວາມບໍລິສຸດໃຈ; ເວົ້າຕ້ອງຄຽງຄູ່ກັບ ການປະຕິບັດຕົວຈິງ. ເກົາຫລີ ໄດ້ຈັດງານສະແດງວັດທະ ນະທຳພື້ນເມືອງ ສ ເກົາຫລີ ແລະ ທ່ານນາງ ສວນສະຫວັນ ວິຍະເກດ ອ່ານຫລາຍຮູບແບບໃນຂອບເຂດ ທົ່ວປະເທດ ເພື່ອປູກຝັງຈິດສຳນຶກ ໃຫ້ເດັກນ້ອຍ ແລະ ຊາວໜຸ່ມເຫັນໄດ້ ກອງປະຊຸມທາບທາມປະກອບຄຳ ຄິດຄຳເຫັນໃສ່ຮ່າງກົດໝາຍວ່າ ຄວາມສຳຄັນ, ມີຄວາມຜູກພັນໃນ ການອ່ານ ແລະ ສາມາດເຂົ້າເຖິງ ຫໍສະໝຸດໄດ້ທັງຢູ່ສູນກາງ ແລະ ທ້ອງຖິ່ນ. ປັດຈຸບັນແມ່ນພວມຢູ່ໃນ ຂັ້ນຕອນເລີ່ມຕົ້ນຂອງການສ້າງ ຖານຂໍ້ມູນ ແລະ ການພັດທະນາລະ ບົບ, ໃນຂະນະດຽວກັນການຄົ້ນຫາ ຂໍ້ມູນ ແລະ ບໍລິການການອ່ານໄດ້ ໃຫ້ບໍລິການຢູ່ກັບສະຖານທີ່ເທົ່ານັ້ນ ເນື່ອງຈາກວ່າລະບົບອອນລາຍ ແມ່ນບໍ່ສາມາດເຂົ້າເຖິງຖານຂໍ້ມູນ ຕາມທີ່ຕ້ອງການໄດ້ເທື່ອ. ຂປລ. ແຫລ່ງຂ່າວຈາກແຂວງ ໄຊຍະບູລີ ໃຫ້ຮູ້ວ່າ: ປະກາດເມືອງ ຊຽງຮ່ອນ ເປັນເມືອງຢຸດຕິການຖ່າຍ ຊະຊາຍ ເປັນເມືອງທີ 9 ຂອງແຂວງ ໄຊຍະບູລີ ໃນວັນທີ 16 ມິຖຸນາ 2023 ໂດຍການເປັນປະທານຂອງ ທ່ານ ເພັດພິໄຊ ສູນວິໄລ ຮອງເຈົ້າ ແຂວງໄຊຍະບູລີ, ທ່ານ ກົງທອງ ສິດທິໄຊ ເຈົ້າເມືອງໆຊຽງຮ່ອນ, ທ່ານ ດຣ ບຸນບູລີ ຖານະວັນ ຮອງຫົວ ໜ້າພະແນກສາທາລະນະສຸກແຂວງ ພ້ອມດ້ວຍອົງການປົກຄອງບ້ານ ເຂົ້າຮ່ວມ. ທ່ານ ບຸນຈັນ ແກ້ວວິຊາ ຮອງ ເຈົ້າເມືອງໆຊຽງຮ່ອນ ໄດ້ລາຍ
lkmk]tot]fa xt-kmxy tw8 xt-k-oq ]k; \oA pon K @ 0kj ; c]t gsfdko 20/06/2023 xtgmf]k; ຮອງນາຍົກລັດຖະມົນຕີ... ເລຂາທິການໃຫຍ່... ປະກາດເມືອງ... ການກໍ່ສ້າງ... ທາບທາມຄຳເຫັນໃສ່ຮ່າງ... ສ ເກົາຫລີ ສະແດງ... ລາວ ສຸມໃສ່ພັດທະນາ.... ເສດຖະກິດ-ສັງຄົມ ໃນຊຸມປີຜ່ານ ມາ ໂດຍສະເພາະແມ່ນຜົນສໍາເລັດ ໃນການລຶບລ້າງຄວາມທຸກຍາກ ແລະ ພັດທະນາພື້ນຖານໂຄງລ່າງ ທີ່ທັນສະໄໝ ກໍຄື ການຈັດງານວາງ ສະແດງສິນຄ້າ ຈີນ-ອາຊີໃຕ້ ແລະ ເວທີສຳມະນາສາກົນຕ່າງໆທີ່ພົ້ນ ເດັ່ນ ແລະ ມີບົດບາດສຳຄັນ ໃນການ ຊຸກຍູ້ການຮ່ວມມືຂອງພາກພື້ນ; ໄດ້ຕີລາຄາສູງ ຕໍ່ການພົວພັນຮ່ວມມື ແລະ ໄປມາຫາສູ່ເຊິ່ງກັນ ແລະ ກັນ ໃນລະດັບຕ່າງໆ ລະຫວ່າງ ສປປ ລາວ-ເຂດປົກຄອງຕົນເອງເຜົ່າ ຈ້ວງກວາງຊີ ໃນໄລຍະຜ່ານມາ ໂດຍສະເພາະແມ່ນການຮ່ວມມື ແລກປ່ຽນບົດຮຽນທາງດ້ານທິດ ສະດີ ແລະ ພຶດຕິກຳຕົວຈິງ ລະ ຫວ່າງ ພັກປະຊາຊົນປະຕິວັດລາວ ກັບຄະນະພັກກອມມູນິດຈີນເຂດ ປົກຄອງຕົນເອງເຜົ່າຈ້ວງກວາງ ຊີ, ການຮ່ວມມືດ້ານເສດຖະກິດການຄ້າ, ການສົ່ງເສີມໃຫ້ນັກທຸລະ ກິດຈີນ ໄປລົງທຶນຢູ່ ສປປ ລາວ, ຕະຫລອດຮອດດ້ານວັດທະນະທຳສັງຄົມ, ການສຶກສາ, ສາທາລະນະ ສຸກ ແລະ ການຊ່ວຍເຫລືອບຳລຸງກໍ່ ສ້າງພະນັກງານ-ບຸກຄະລາກອນກໍ ຄື ໃຫ້ທຶນແກ່ນັກສຶກສາລາວ ໄປສຶກ ສາຢູ່ກວາງຊີ ເຊິ່ງເປັນການປະກອບ ສ່ວນອັນສໍາຄັນເຂົ້າໃນວຽກງານ ການສ້າງຖັນແຖວພະນັກງານ-ບຸກ ຄະລາກອນທີ່ມີຄຸນນະພາບໃຫ້ແກ່ ສປປ ລາວ. ສະຫາຍ ທອງລຸນ ສີສຸລິດ ຍັງ ໄດ້ລົງເລິກແລກປ່ຽນກ່ຽວກັບທິດ ທາງໃນການເສີມຂະຫຍາຍສາຍ ພົວພັນສອງຝ່າຍ ໃນຕໍ່ໜ້າໃຫ້ມີບາດ ກ້າວໃໝ່ທີ່ເລິກເຊິ່ງກວ່າເກົ່າ, ສືບ ຕໍ່ລົງເລິກການແລກປ່ຽນບົດຮຽນ ດ້ານການພັດທະນາຊົນບົດ ແລະ ການລຶບລ້າງຄວາມທຸກຍາກ; ສະ ຫາຍຍັງໄດ້ຊີ້ນໍາໃຫ້ສອງຝ່າຍສືບ ຕໍ່ຮັດແໜ້ນການໄປມາຫາສູ່ກັນຢ່າງ ໃກ້ຊິດ, ຍູ້ແຮງການພົວພັນດ້ານ ການທູດປະຊາຊົນໃຫ້ກວ້າງຂວາງ ແລະ ມີປະສິດທິຜົນກວ່າເກົ່າ, ນຳ ໃຊ້ເສັ້ນທາງລົດໄຟ ລາວ-ຈີນ ໃຫ້ດີ, ປະກອບສ່ວນຊຸກຍູ້ການພົວພັນຮ່ວມ ມືດ້ານເສດຖະກິດ-ການຄ້າ, ການ ທ່ອງທ່ຽວ ແລະ ເປີດກວ້າງເສັ້ນ ທາງການເຊື່ອມໂຍງເຊື່ອມຈອດ ກັນຂອງສອງຝ່າຍດ້ວຍຫລາຍຮູບ ແບບ, ຫລາຍຊ່ອງທາງ ແລະ ກວ້າງ ຂວາງຍິ່ງຂຶ້ນ. ສະຫາຍ ຫລິວ ໜິງ ໄດ້ສະແດງ ຄວາມຍິນດີຕ້ອນຮັບ ແລະ ຕີລາຄາ ສູງຕໍ່ການຢ້ຽມຢາມ ສປ ຈີນ ຂອງ ສະຫາຍ ທອງລຸນ ສີສຸລິດ ເລຂາ ທິການໃຫຍ່, ປະທານປະເທດແຫ່ງ ສປປ ລາວ ໃນຄັ້ງນີ້ ແລະ ໄດ້ແຈ້ງ ສະພາບການພັດທະນາເສດຖະກິດສັງຄົມ ຂອງເຂດປົກຄອງຕົນເອງ ເຜົ່າຈ້ວງກວາງຊີ ໃຫ້ຝ່າຍລາວ ຊາບ ແລະ ຍັງໄດ້ສະແດງຄວາມ ຍິນ ດີທີ່ຈະສືບຕໍ່ຮັດແໜ້ນການໄປມາ ຫາສູ່ກັນ, ພົວພັນຮ່ວມມື ແລະ ແລກ ປ່ຽນບົດຮຽນນຳກັນກັບຝ່າຍລາວ; ເອົາໃຈໃສ່ໃນການປະກອບສ່ວນ ເຂົ້າໃນການຈັດຕັ້ງຜັນຂະຫຍາຍ ເນື້ອໃນຈິດໃຈທີ່ການນໍາຂອງສອງ ພັກ, ສອງປະເທດ ໄດ້ເຫັນດີເປັນ ເອກະພາບນຳກັນ ເພື່ອປະກອບສ່ວນ ຢ່າງຕັ້ງໜ້າ ເຂົ້າໃນການເສີມຂະ ຫຍາຍສາຍພົວພັນມິດຕະພາບຄູ່ ຮ່ວມມືຍຸດທະສາດຮອບດ້ານໝັ້ນ ຄົງຍາວນານຕາມທິດ 4 ດີ ລະ ຫວ່າງສອງພັກ, ສອງລັດ ລາວ-ຈີນ ກໍຄື ການປະກອບສ່ວນສ້າງຄູ່ຮ່ວມ ຊະຕາກໍາ ລາວ-ຈີນ ໃຫ້ກ້າວເຂົ້າ ສູ່ລວງເລິກ. ໃນໂອກາດຢ້ຽມຢາມເຂດປົກ ຄອງຕົນເອງເຜົ່າຈ້ວງກວາງຊີ, ສະຫາຍ ທອງລຸນ ສີສຸລິດ ຍັງໄດ້ ຢ້ຽມຢາມ ມະຫາວິທະຍາໄລຊົນເຜົ່າ ກວາງຊີ ແລະ ໄດ້ກ່າວປາໄສ ໃນ ຫົວຂໍ້ “ສືບສານມູນເຊື້ອມິດຕະພາບ, ສືບຕໍ່ສ້າງຄູ່ຮ່ວມຊະຕາກຳລາວ- ຈີນ ໃຫ້ເຂົ້າສູ່ລວງເລິກ,ພ້ອມກັນ ກ້າວເດີນໄປໜ້າສູ່ອະນາຄົດ”; ນອກຈາກນັ້ນ, ຍັງຢ້ຽມຢາມບ້ານ ຊົນນະບົດທີ່ເປັນຕົວແບບການພັດ ທະນາຊົນນະບົດ-ລຶບລ້າງຄວາມ ທຸກຍາກ ແລະ ຢ້ຽມຢາມສະຖານ ທີ່ສຳຄັນທາງດ້ານວັດທະນະທຳທຳມະຊາດ ຈຳນວນໜຶ່ງຂອງນະ ຄອນໜານນິງ ຕື່ມອີກ. ມີຄຸນນະທໍາ, ວິໄສທັດກວ້າງໄກ, ມີຄວາມເສຍສະລະສູງ, ມີຄວາມ ຮັບຜິດຊອບຕໍ່ໜ້າທີ່ການເມືອງ ຂອງຕົນ, ແກ້ພະຍາດອາດຍາສິດ, ການສວຍໃຊ້ສິດອໍານາດໜ້າທີ່ ຕຳແໜ່ງໃນການສໍ້ລາດບັງຫລວງ ຫລື ເຄື່ອນໄຫວກະທຳຜີດອື່ນໆ ຫາກເກີດຂຶ້ນບ່ອນໃດຕ້ອງແກ້ໄຂ ຢ່າງເດັດຂາດ ແລະ ວ່ອງໄວທີ່ສຸດ; ສ້າງເສດຖະກິດການຜະລິດ-ປູກ ຝັງ-ລ້ຽງສັດ ໃຫ້ກາຍເປັນສິນຄ້າ, ໃຊ້ທ່າແຮງທີ່ມີໃຫ້ເກີດປະໂຫຍດ ສູງສຸດ, ສ້າງລາຍຮັບໃຫ້ແກ່ປະຊາ ຊົນ ເພື່ອແກ້ໄຂຄວາມທຸກຍາກໃຫ້ ໝົດໄປ; ວຽກງານ ປກຊ-ປກສ ທົ່ວປວງຊົນຮອບດ້ານ, ສຸມໃສ່ວຽກ ງານກໍ່ສ້າງຮາກຖານການເມືອງ ປູກລະດົມປະຊາຊົນ ໃຫ້ມີສ່ວນ ຮ່ວມປະຕິບັດ 2 ວາລະແຫ່ງຊາດ ໃຫ້ກາຍເປັນພັນທະໜ້າທີ່ຄວາມ ຮັບຜິດຊອບຂອງທົ່ວປວງຊົນຮອບ ດ້ານ, ຈັດຕັ້ງປະຕິບັດໃຫ້ເປັນປົກ ກະຕິ-ຕໍ່ເນື່ອງມີປະສິດທິຜົນສູງ,ປັບ ປຸງ ປກຊ-ປກສ ບ້ານໃຫ້ເຂັ້ມແຂງ, ເອົາໃຈໃສ່ຄຸ້ມຄອງຄົນເຂົ້າອອກ ເມືອງ ໃຫ້ເຂັ້ມງວດ, ສະກັດກ້ັນການ ລັກລອຍເຂົ້າ-ອອກທີ່ບໍ່ຖືກຕ້ອງ, ການຂົນສົ່ງເຄື່ອງຜິດກົດໝາຍ ແລະ ອັດປ່ອງຂ້າມລອຍໃຫ້ໄດ້, ສະ ກັດກັ້ນ ແລະ ແກ້ໄຂບັນຫາການຄ້າ ມະນຸດໃຫ້ຫລຸດນ້ອຍລົງ, ບໍ່ໃຫ້ລູກ ຫລານປະຊາຊົນລາວ ຕົກເປັນຜູ້ຖືກ ເຄາະຮ້າຍຈາກການຄະມະນຸດ; ຈັດ ຕັ້ງຜັນຂະຫຍາຍມະຕິ, ຄໍາສັ່ງຂອງ ພັກ-ລັດ, ເຜີຍແຜ່ເຊື່ອມຊຶມໃຫ້ພະ ນັກງານ, ທະຫານ, ຕໍາຫລວດ ແລະ ປະຊາຊົນຢ່າງທົ່ວເຖິງ, ເປັນປົກກະ ຕິຕໍ່ເນື່ອງ ເຊິ່ງທັງໝົດນັ້ນ, ກໍເພື່ອ ພ້ອມກັນພັດທະນາເສດຖະກິດ-ສັງ ຄົມ ຂອງເມືອງປາກທາ ໃຫ້ມີການ ຂະຫຍາຍຕົວໃນລະດັບທີ່ແນ່ນອນ, ວຽກງານ ປກຊ-ປກສ ໃຫ້ມີຄວາມ ເຂັ້ມແຂງ, ສັງຄົມມີຄວາມສະຫງົບມີຄວາມເປັນລະບຽບຮຽບຮ້ອຍ ໂດຍພື້ນຖານ, ຊີວິດການເປັນຢູ່ຂອງ ປະຊາຊົນໄດ້ຮັບການປັບປຸງດີຂຶ້ນ ເລື້ອຍໆ. ໂອກາດດຽວກັນ, ທ່ານ ສາລີ ວັນນະສານ ຮອງເລຂາພັກເມືອງ ປາກທາ ກໍໄດ້ໃຫ້ຮູ້ວ່າ: ຕະຫລອດ ໄລຍະຜ່ານມາ, ຄະນະພັກແຕ່ລະ ຂັ້ນເອົາໃຈໃສ່ສຶກສາອົບຮົມການ ເມືອງ-ແນວຄິດເປັນກົກ, ຈັດຕັ້ງ ເຜີຍແຜ່ຜົນສຳເລັດ ແລະ ເຊື່ອມຊຶມ ບັນດາມະຕິກອງປະຊຸມໃຫຍ່ຂອງ ພັກແຕ່ລະຂັ້ນວຽກງານ ປກຊ-ປກສ ໃຫ້ສະມາຊິກພັກ-ພະນັກງານ, ທະ ຫານ-ຕຳຫລວດ ແລະ ປະຊາຊົນ ບັນດາເຜົ່າໄດ້ຮັບຮູ້, ເຂົ້າໃຈ ແລະ ເປັນເຈົ້າການເຂົ້າຮ່ວມຈັດຕັ້ງປະຕິ ບັດຢ່າງເປັນຂະບວນກວ້າງຂວາງ ຫັນເອົາພະນັກງານລົງກໍ່ສ້າງຮາກ ຖານການເມືອງແກ້ໄຂປາກົດການ ຫຍໍ້ທໍ້ຕິດພັນກັບວຽກງານ 3 ສ້າງ ແລະ ຕິດພັນກັບການສ້າງບ້ານປ້ອມ ໝັ້ນກຸ່ມບ້ານສູ້ຮົບຕິດລຽນ, ພ້ອມ ທັງໄດ້ປັບປຸງຕາໜ່າງການປ້ອງກັນ ຊາດ-ປ້ອງກັນຄວາມສະຫງົບຢູ່ ຮາກຖານບ້ານຕາມຂອບເຂດຊາຍ ແດນ ໃຫ້ມີຄວາມສະຫງົບເຂັ້ມແຂງ ຮອບດ້ານ. ສຳລັບຂົງເຂດເສດຖະ ກິດ: ລວມຍອດຜະລິດຕະພັນພາຍ ໃນປະຕິບັດໄດ້ 214,6 ຕື້ກວ່າກີບ, ເສດຖະກິດຂະຫຍາຍຕົວ 0,60%. ໃນນີ້, ດ້ານກະສິກຳປ່າໄມ້ 144,6 ຕື້ກວ່າກີບ ກວມ 67,55% ຂະ ຫຍາຍຕົວ 0,59%, ອຸດສາຫະກຳ ເກືອບ 21 ຕື້ກີບ ກວມ 9,77%, ຂະ ຫຍາຍຕົວ 0,63%, ການບໍລິການ 48,5 ຕື້ກວ່າກີບກວມ 22,68%, ຂະຫຍາຍຕົວ 0,62%, ສະເລ່ຍລາຍ ຮັບຕໍ່ຫົວຄົນໄດ້ 9.869.340 ກີບ, ຮອດປັດຈຸບັນເກັບລາຍຮັບເຂົ້າງົບ ປະມານໄດ້ 402 ລ້ານກວ່າກີບ ເທົ່າ ກັບ 32,41% ຂອງແຜນການປີ. ຂ່າວ: ສຸກສະຫວັດ ຂໍ້ມູນ: ພັຕ ຄຳແສງ ປັນຍາ ງານການຈັດຕັ້ງປະຕິບັດວຽກງານ ຊຸມຊົນ ເປັນເຈົ້າການດ້ານສຸຂະອະ ນາໄມວ່າ: ເມືອງຊຽງຮ່ອນ ປະກອບ ມີ 43 ບ້ານ, ມີ 6.900 ກວ່າຄອບ ຄົວມີພົນລະເມືອງທັງໝົດ35.146 ຄົນ, ຍິງ 17.300 ກວ່າຄົນ. ໄລ ຍະຜ່ານມາ ອົງຄະນະພັກເມືອງໄດ້ ນຳພາ-ຊີ້ນໍາປຸກລະດົມໃຫ້ພໍ່ແມ່ປະ ຊາຊົນແຕ່ລະບ້ານ ເປັນເຈົ້າການ ສ້າງຂະບວນການຮອບດ້ານ, ລົງ ຕິດຕາມ, ຊຸກຍູ້ກວດກາຢ່າງເປັນ ປົກກະຕິ, ໄດ້ປັບປຸງຕາໜ່າງສາທາ ລະນະສຸກ ເພື່ອບໍລິການປະຊາຊົນ ໃຫ້ມີສຸຂະພາບແຂງແຮງອາຍຸຍືນ ສະເລ່ຍເພີ່ມຂຶ້ນ. ປັດຈຸບັນທົ່ວເມືອງ ມີໂຮງໜໍນ້ອຍ 7 ແຫ່ງ, ສ້າງໄດ້ ບ້ານສາທາລະນະສຸກແບບຢ່າງ ຕາມແບບຟອມ 10 ມາດຖານ 30 ຕົວຊີ້ວັດຂອງກະຊວງສາທາລະ ນະສຸກວາງອອກ ໄດ້ 43 ບ້ານ, ມີອາສາສະໝັກສາທາລະນະສຸກ ບ້ານ (ອສບ) 126 ຄົນ, ບ້ານຊົມໃຊ້ ນໍ້າປະປາ 13 ບ້ານ, ກຽມຈະເປີດຊົມ ໃຊ້ໃໝ່ 4 ບ້ານ, ນໍ້າລິນ 24 ບ້ານ, ໃຊ້ນໍ້າບາດານ 56 ບໍ່, ໃຊ້ນໍ້າສ້າງ ມີແທ່ງຊີມັງ 1.578 ສ້າງ, ມີປະ ຊາກອນຊົມໃຊ້ນໍ້າສະອາດທັງໝົດ 26.296 ຄົນ, ອັດຕາການຊົມ ໃຊ້ນໍ້າສະອາດກວມ 73% ຂອງປະ ຊາກອນທັງໝົດ, ອັດຕາການຊົມ ໃຊ້ວິດຖ່າຍ 6.832 ຄອບຄົວກວມ 97,65% ຂອງຄອບຄົວທັງໝົດ ຄຽງຄູ່ກັນນັ້ນວຽກງານສາທາລະ ນະສຸກເມືອງ ຍັງໄດ້ສຸມໃສ່ໃນການ ຈັດຕັ້ງປະຕິບັດ 11 ຕົວຊີ້ບອກຕິດ ພັນ ກັບວຽກງານສຸຂະພິບານ ແລະ ສ້າງບ້ານຢຸດຕິການຖ່າຍຊະຊາຍ, ສ້າງບ້ານສາທາລະນະສຸກແບບ ຢ່າງ 10 ມາດຖານ 30 ຕົວຊີ້ວັດ ແລະ ສະໜອງນໍ້າສະອາດໃຊ້ໃຫ້ພຽງ ພໍກັບຄວາມຕ້ອງການ ເຊິ່ງສາມາດ ບັນລຸຕົວຊີ້ບອກສໍາເລັດ 100%. ໂອກາດນີ້, ທ່ານ ເພັດພິໄຊ ສູນວິໄລ ໄດ້ເນັ້ນໃຫ້ອົງການປົກຄອງ ເມືອງ ແລະ ພາກສ່ວນທີ່ກ່ຽວຂ້ອງ ເອົາໃຈໃສ່ສືບຕໍ່ແກ້ໄຂບັນຫາສິ່ງ ທ້າທາຍກໍຄືບັນຫາສິ່ງແວດລ້ອມ ທີ່ໄດ້ຖືກທໍາລາຍຫລາຍ ເຮັດໃຫ້ປັດ ໄຈນໍ້າບົກແຫ້ງ, ປູກຈິດສໍານຶກສ້າງ ເປັນນິໄສຕັ້ງແຕ່ຮຸ່ນນ້ອຍ, ໂຄສະນາ ປູກຈິດສໍານຶກຫລາຍຮູບແບບ, ເອົາ ໃຈໃສ່ປະເມີນກວດກາເປັນແຕ່ລະ ໄລຍະ ແລະ ພ້ອມກັນຮັກສານາມ ມະຍົດເມືອງຢຸດຕິຖ່າຍຊະຊາຍໄວ້ ໃຫ້ໝັ້ນຄົງ. ຂ່າວ: ດອນ ຂຽວພະນາ ການສະແດງຮ່ວມຂອງນັກສະແດງ ຈາກວິທະຍາໄລສິລະປະແຫ່ງຊາດ ທີ່ຫໍວັດທະນະທຳແຫ່ງຊາດ, ນະ ຄອນຫລວງວຽງຈັນ. ໃຫ້ກຽດຕາງ ໜ້າໂດຍແມ່ນ ທ່ານ ນາງ ບົວໄຂ ເພັງພະຈັນ ຫົວໜ້າກົມສິລະປະ ແລະ ວັດທະນະທໍາ, ກະຊວງຖະແຫລງ ຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ; ທ່ານ ຄຳສວຍ ແກ້ວດາລາວົງ ປະ ທານສະມາຄົມມິດຕະພາບ ລາວ-ສ ເກົາຫລີ, ທ່ານ Yang PyungSoo ປະທານອົງການແລກປ່ຽນວັດທະ ນະທຳສາກົນ ສ ເກົາຫລີ, ທ່ານ ຈອງ ຢອງ ຊູ (Jung Yung-soo) ເອກອັກຄະລັດຖະທູດວິສາມັນຜູ້ມີ ອຳນາດເຕັມແຫ່ງ ສ ເກົາຫລີ ປະ ຈຳ ສປປ ລາວ, ພ້ອມຫົວໜ້າຄະນະ- ນັກ ສະແດງສິລະປະພື້ນເມືອງ ສ ເກົາ ຫລີ ແລະ ຊາວນະຄອນຫລວງວຽງ ຈັນ ເຂົ້າຮ່ວມ. ການສະແດງສິລະປະວັດທະນະ ທຳພື້ນເມືອງ ສ ເກົາຫລີ ຄັ້ງນີ້ ປະ ກອບດ້ວຍກອງສິລະປະການສະ ແດງກົກຊອງ ຮັນອູຣິຊິວເບີ, ກອງ ສະແດງສິລະປະດາມຢາງ, ກອງ ສະແດງສິລະປະພື້ນເມືອງເກົາຫລີ, ກອງສິລະປະກວາງຈູ, ກອງສະແດງ ສິລະປະກວາງຈຸບິດໂກທຶນຮັນອຸຣິ ຢອນເຮ, ກອງສິລະປະດົນຕີຢາງຈຸ, ກອງສິລະປະໂກຢາງ, ກອງສິລະ ປະກອນຟ້ອນແດກູ ຈອງຮອງສຸກ, ກອງສິລະປະດົນຕີແດກູຢອງ ທີ່ໄດ້ ນໍາເອົາອາລົມຈິດ, ຄວາມເບີກບານ ມ່ວນຊື່ນ ທີ່ສ່ອງແສງໃຫ້ເຫັນວິຖີ ຊີວິດ ແລະ ວັດທະນະທໍາອັນສວຍ ສົດງົດງາມຂອງຊາວ ເກົາຫລີ ມາ ສູ່ປະຊາຊົນລາວ ເພື່ອເປັນການ ຮັດແໜ້ນຄວາມສາມັກຄີ ທັງເປັນ ການແລກປ່ຽນການສະແດງສີລະ ປະວັນນະຄະດີ, ວັດທະນະທຳສ້າງ ຄວາມເຂົ້າໃຈເຊິ່ງກັນ ແລະ ກັນລະ ຫວ່າງປະຊາຊົນສອງຊາດ, ທັງເປັນ ການສະເຫລີມສະຫລອງວັນສ້າງ ຕັ້ງການພົວພັນການທູດ ລະຫວ່າງ ສປປ ລາວ ແລະ ສ ເກົາຫລີ ຄົບ ຮອບ 28 ປີ(25/10/199525/10/2023) ທີ່ຈະມາເຖິງໃນນີ້. ໂອກາດດັ່ງກ່າວ, ທ່ານ ຄຳສວຍ ແກ້ວດາລາວົງ ໄດ້ມີຄໍາເຫັນວ່າ: ຄະນະຂອງອົງການແລກປ່ຽນການ ສະແດງສິລະປະວັດທະນະທໍາ ສາກົນ ສ ເກົາຫລີ ໄດ້ເຄີຍນຳພາຄະ ນະມາສະແດງຢູ່ ສປປ ລາວ ແລ້ວ ຄັ້ງໜຶ່ງໃນປີ 2017 ເພື່ອເປັນການ ສະເຫລີມສະຫລອງວັນສ້າງຕັ້ງ ການພົວພັນການທູດ ລະຫວ່າງ ສປປ ລາວ ແລະ ສ ເກົາຫລີ ຄົບຮອບ 22 ປີ ຢ່າງມີຜົນສໍາເລັດອັນຈົບ ງາມເຊື່ອໝັ້ນວ່າ: ໃນປີ 2025 ຊຶ່ງ ເປັນການສະເຫລີມສະຫລອງວັນ ສ້າງຕັ້ງສາຍພົວພັນການທູດລະ ຫວ່າງສອງປະເທດພວກເຮົາຄົບ ຮອບ 28 ປີ, ຄະນະສີລະປະດັ່ງກ່າວ ຈະສືບຕໍ່ມາສະແດງໃຫ້ພີ່ນ້ອງປະ ຊາຊົນລາວບັນດາເຜົ່າ ໄດ້ຮັບຊົມ, ຮຽນຮູ້ ແລະ ເຂົ້າໃຈສິລະປະ, ວັດທະ ນະທໍາອັນໂດດເດັ່ນ, ເປັນເອກະລັກ ສະເພາະ ແລະ ມີຊື່ສຽງໂດ່ງດັງ ທົ່ວ ໂລກນັ້ນມາສະແດງອີກໃນຕໍ່ໜ້າ. ທ່ານທູດ ຈອງ ຢອງ ຊູ ໄດ້ກ່າວ ວ່າ: ສ ເກົາຫລີ ແລະ ສປປ ລາວ ຫາກໍ່ສ້າງຕັ້ງສາຍພົວພັນການທູດ ນໍາກັນ ໃນປີ 1995, ແຕ່ວ່າສອງປະ ເທດພວກເຮົາ ສາມາດບັນລຸການ ຮ່ວມມືໃນຫລາຍຂົງເຂດກາຍມາ ເປັນຄູ່ຮ່ວມພັດທະນາທີ່ສໍາຄັນໄດ້ ໃນມື້ນີ້. ສໍາລັບການຮ່ວມມືຂອງ ສອງປະເທດທາງດ້ານການຄ້າ ແລະ ການຮ່ວມມື ເພື່ອການພັດທະນາ ຖືວ່າ ສ ເກົາຫລີ ນອນໃນລະຫວ່າງ ອັນດັບທີ 2 ຫາອັນດັບທີ 5 ຊຶ່ງ ເຫັນໄດ້ວ່າການພົວພັນຮ່ວມມືຂອງ ສອງປະເທດ ໄດ້ຮັບການຟື້ນຟູຄືນ ໃໝ່ຢ່າງໄວວາ ພາຍຫລັງການ ສິ້ນສຸດຂອງການລະບາດພະຍາດ ໂຄວິດ. ສະເພາະໃນ 4 ເດືອນຕົ້ນປີ 2023 ນີ້ ກໍມີນັກທ່ອງທ່ຽວ ສ ເກົາຫລີ ມາທ່ຽວ ສປປ ລາວ ຫລາຍ ກວ່າ 5 ໝື່ນຄົນ ແລະ ກໍມີແຮງງານ ລາວຈໍານວນຫລາຍ ໄດ້ໄປເຮັດວຽກ ຢູ່ ສ ເກົາຫລີ ໃນຂະແໜງກະສິກໍາ ແລະໂຮງຈັກໂຮງງານ ຊຶ່ງທ່ານທູດ ຫວັງວ່າການແລກປ່ຽນຢ້ຽມຢາມ ເຊິ່ງກັນ ແລະ ກັນ ລະຫວ່າງປະຊາ ຊົນສອງຊາດ ຈະປະກອບສ່ວນອັນ ສໍາຄັນເຂົ້າໃນການເສີມຂະຫຍາຍ ການຮ່ວມມືຂອງສອງປະເທດໃຫ້ມີ ບາດກ້າວພົ້ນເດັ່ນຂຶ້ນຕື່ມ. ຂ່າວ: ຣັດສະໝີ ດວງສັດຈະ ທ່ານນາງ ສວນສະຫວັນ ວິຍະເກດ ກ່າວເນັ້ນອີກວ່າ: ສປປ ລາວ ຍັງຈະໄດ້ເອົາໃຈໃສ່ພັດທະນາ ແລະ ປັບປຸງວຽກງານຫໍສະໝຸດ ດ້ວຍການຮ່ວມມືກັບບັນດາປະເທດ ເພື່ອນມິດຍຸດທະສາດໃນພາກພື້ນ ເພື່ອຈັດຕັ້ງປະຕິບັດໂຄງການຕ່າງໆ ເຊັ່ນ: ໂຄງການສ້າງຖານຂໍ້ມູນໃບ ລານລາວ, ໂຄງການສົ່ງເສີມການ ອ່ານແບບດີຈິຕອນ, ໂຄງການສ້າງ ຖານຂໍ້ມູນຄຸ້ມຄອງຊັບສິນທາງດ້ານ ວັດທະນະທຳ ໃນ ສປປ ລາວ ແລະ ໂຄງການອື່ນໆ ຊຶ່ງຈະນຳໄປສູ່ການ ຄຸ້ມຄອງ ແລະ ການບໍລິການທີ່ທັນ ສະໄໝ. ທ່ານນາງ ສວນສະຫວັນ ວິຍະເກດ ກ່າວອີກວ່າ: ເຖິງແມ່ນວ່າ ວຽກງານຫໍສະໝຸດໄດ້ຮັບການສະ ໜັບສະໜູນທີ່ສຳຄັນຈາກພັກ, ລັດ, ເອກະຊົນ ແລະ ພາກສ່ວນທີ່ກ່ຽວ ຂ້ອງລວມທັງອົງການຈັດຕັ້ງສາ ກົນ ແຕ່ ສປປ ລາວ ກໍຍັງຜະເຊີນ ກັບຄວາມຫຍຸ້ງຍາກ ເປັນຕົ້ນດ້ານ ເຕັກນິກວິຊາການ, ບຸກຄະລາກອນ ແລະ ອື່ນໆ ຊຶ່ງເປັນສິ່ງທ້າທາຍອັນ ຕົ້ນຕໍ ທີ່ຈະຕ້ອງໄດ້ສຸມໃສ່ປັບປຸງໃຫ້ ເໝາະສົມກັບການຫັນປ່ຽນເປັນຫໍ ສະໝຸດທັນສະໄໝ ໃນຊຸມປີຕໍ່ໜ້າ. ສປປ ລາວ ພ້ອມແລ້ວທີ່ຈະເຮັດວຽກ ຮ່ວມກັບບັນດາປະເທດສະມາຊິກ ອາຊຽນ ແລະ ບັນດາປະເທດຄູ່ ເຈລະຈາອາຊຽນ ໂດຍສະເພາະ ສປ ຈີນ ທີ່ເປັນຄູ່ຮ່ວມມືຍຸດທະສາດ ຮອບດ້ານທີ່ມີຄວາມກ້າວໜ້າທາງ ດ້ານເຕັກໂນໂລຊີ ແລະ ຊ່ຽວຊານ ດ້ານເຕັກນິກວິຊາການ. ຂໍ້ມູນ-ພາບ: ວິທະຍຸແຫ່ງຊາດ ດ້ວຍການບັນຊີ (ສະບັບປັບປຸງ) ໃນລະຫວ່າງວັນທີ 15-16 ມິຖຸນາ 2023 ຢູ່ແຂວງອຸດົມໄຊ ໂດຍການ ເປັນປະທານຮ່ວມຂອງ ທ່ານ ສຸລິຍາ ສຸພິທັກ ຫົວໜ້າພະແນກການເງິນ ແຂວງແຂວງອຸດົມໄຊ ແລະ ທ່ານ ນາງ ດາວອນ ທອງຈັນ ຫົວໜ້າກົມ ຄຸ້ມຄອງການບັນຊີກະຊວງການ ເງິນ, ມີຄະນະຮັບຜິດຊອບຄົ້ນຄວ້າ ປັບປຸງກົດໝາຍ, ຄະນະວິຊາການ ຈາກບັນດາກົມອ້ອມຂ້າງກະຊວງ ການເງິນ, ກົມກົດໝາຍກະຊວງຍຸ ຕິທໍາ, ກຳມາທິການກົດໝາຍ ແລະ ກຳມາທິການແຜນການ, ການເງິນ ແລະ ການກວດສອບຂອງສະພາ ແຫ່ງຊາດ, ທະນາຄານແຫ່ງ ສປປ ລາວ ຕາງໜ້າຈາກບັນດາຂະແໜງ ການ, ອົງການທຽບເທົ່າອ້ອມຂ້າງ ແຂວງອຸດົມໄຊ ແລະ ບັນດາຂະ ແໜງການອ້ອມຂ້າງພະແນກການ ເງິນ 8 ແຂວງພາກເໜືອເຂົ້າຮ່ວມ. ທ່ານ ສຸລິຍາ ສຸພິທັກ ຫົວໜ້າພະ ແນກການເງິນແຂວງອຸດົມໄຊ ໄດ້ ໃຫ້ຮູ້ວ່າ: ກອງປະຊຸມຄັ້ງນີ້, ເປັນ ການປະຕິບັດຕາມແຜນການສ້າງ ແລະ ປັບປຸງກົດໝາຍໄລຍະ5 ປີ (2021-2025) ຂອງຂະແໜງ ການເງິນ ເຊິ່ງກົດໝາຍວ່າດ້ວຍການ ບັນຊີ ທີ່ຈະໄດ້ນຳເຂົ້າກອງປະຊຸມ ສະໄໝສາມັນເທື່ອທີ 6 ຂອງສະ ພາແຫ່ງຊາດຊຸດທີ IX ໃນທ້າຍ ປີ 2023. ສະນັ້ນ, ເພື່ອເປັນການຈັດ ຕັ້ງຜັນຂະຫຍາຍເນື້ອໃນທີ່ໄດ້ກຳ ນົດໄວ້ໃນກົດໝາຍວ່າດ້ວຍການ ບັນຊີ ໂດຍສະເພາະການຄຸ້ມຄອງ ແລະ ການຈັດຕັ້ງປະຕິບັດວຽກງານ ບັນຊີຂອງຫົວໜ່ວຍຖືບັນຊີແຫ່ງ ລັດ ແລະ ຫົວໜ່ວຍຖືບັນຊີວິສາຫະ ກິດໃຫ້ມີຄວາມຊັດເຈນ, ສອດຄ່ອງ ກັບຕົວຈິງໃຫ້ດີຂຶ້ນ ແນໃສ່ເພື່ອ ເປັນເຄື່ອງມືໃນການຊຸກຍູ້ໃຫ້ບັນ ດາຫົວໜ່ວຍຖືບັນຊີຈັດຕັ້ງປະຕິ ບັດວຽກງານບັນຊີຖືກຕ້ອງ, ໂປ່ງໄສ ແລະ ສອດຄ່ອງຕາມມາດຕະຖານ ການບັນຊີ ແລະ ລະບຽບການທີ່ ກ່ຽວຂ້ອງ, ພ້ອມທັງເປັນເຄື່ອງມືໃນ ການຄຸ້ມຄອງການເງິນແລະ ສະ ໜອງຂໍ້ມູນຂ່າວສານດ້ານການເງິນ ຊຶ່ງເປັນປະໂຫຍດສຳຄັນໃຫ້ແກ່ການ ຕິດຕາມກວດກາ ແລະ ປະເມີນຜົນ ການຈັດຕັ້ງປະຕິບັດແຜນງົບປະ ມານແຫ່ງລັດໄລຍະ 5 ປີ (20212025) ແລະ ຊ່ວຍສ້າງຖານລາຍ ຮັບງົບປະມານແຫ່ງລັດ. ເພື່ອເຮັດໃຫ້ການຄົ້ນຄວ້າປັບ ປຸງກົດໝາຍວ່າດ້ວຍການບັນຊີມີ ຄວາມເລິກເຊິ່ງ ແລະ ກວ້າງຂວາງ ຮັບປະກັນຄວາມຄົບຖ້ວນ, ຖືກຕ້ອງ ແລະ ສອດຄ່ອງຕາມສະພາບເສດ ຖະກິດ-ສັງຄົມ ພາຍໃນປະເທດ; ສອດຄ່ອງບັນດາປະເທດໃນພາກ ພື້ນ ແລະ ສາກົນສາມາດຕອບສະ ໜອງແນວທາງນະໂຍບາຍ, ຕາມ ວິໄສທັດ ແລະ ແຜນຍຸດທະສາດພັດ ທະນາວຽກງານບັນຊີ ແລະ ເຮັດ ໃຫ້ ກອງປະຊຸມໃນຄັ້ງນີ້ ສໍາເລັດຕາມ ຄາດໝາຍທີ່ວາງໄວ້. ສໍາລັບຮ່າງ ກົດໝາຍວ່າດ້ວຍການບັນຊີ (ສະ ບັບປັບປຸງ) ປະກອບມີ X ພາກ 12 ໝວດ ແລະ 93 ມາດຕາ (ທຽບ ກັບກົດໝາຍ ສະບັບປີ 2013 ມີ XI ພາກ, 12 ໝວດ ແລະ 101 ມາດ ຕາ). ໃນນີ້, ໄດ້ປັບປຸງ 47 ມາດ ຕາ, ສ້າງໃໝ່ 4 ມາດຕາ, ຕັດອອກ 8 ມາດຕາ ແລະ ຮັກສາໄວ້ ຄືເກົ່າ 42 ມາດຕາ. ໃນກອງປະຊຸມ, ຜູ້ເຂົ້າຮ່ວມຍັງ ໄດ້ປະກອບຄຳຄິດຄຳເຫັນ ແລະ ແລກປ່ຽນຮ່ວມກັນຕໍ່ບັນດາມາດຕາ ແລະ ເນື້ອໃນທີ່ຄະນະຮັບຜິດຊອບ ໄດ້ກະກຽມນໍາມາສະເໜີ. ຈາກນັ້ນ, ປະທານກອງປະຊຸມຍັງໄດ້ມີຄຳ ເຫັນເຈາະຈິ້ມ ເພື່ອເປັນແນວທາງ ໃຫ້ຜູ້ທີ່ເຂົ້າຮ່ວມກອງປະຊຸມໄດ້ປະ ກອບຄໍາຄິດຄໍາເຫັນຖືກຕ້ອງຕາມ ເປົ້າໝາຍ ຂອງການຄົ້ນຄວ້າກົດ ໝາຍດັ່ງກ່າວ ແລະ ໄດ້ຮຽກຮ້ອງ ໃຫ້ສຸມສະຕິປັນຍາເຂົ້າໃສ່ການຄົ້ນ ຄວ້າປະກອບຄໍາເຫັນຢ່າງກົງໄປກົງ ມາ ເພື່ອໃຫ້ຮ່າງກົດໝາຍສະບັບດັ່ງ ກ່າວ ມີເນື້ອໃນຄົບຖ້ວນ, ສົມບູນ ແລະ ສາມາດຈັດຕັ້ງປະຕິບັດໄດ້ ຕົວຈິງ. ຂ່າວ-ພາບ: ກະຊວງການເງິນ ແລະ ຂົນສົ່ງ ນວ ໃຫ້ສໍາພາດເມື່ອ ບໍ່ດົນມານີ້ວ່າ: ການກໍ່ສ້າງປ້ອງກັນ ຕະຝັ່ງເຈື່ອນຢູ່ແຄມນ້ຳຂອງແນໃສ່ ປ້ອງກັນຜົນກະທົບຈາກໄພພິບັດ ທາງທໍາມະຊາດ (ນໍ້າຖ້ວມ), ທັງ ປ້ອງກັນດິນເຊາະເຈື່ອນ ແລະ ເພື່ອ ພັດທະນາແຄມຂອງ ໃຫ້ກາຍເປັນ ສະຖານທີ່ທ່ອງທ່ຽວຍາມແລງທີ່ ສວຍງາມກໍຄື ເພີ່ມສະຖານທີ່ທ່ອງ ທ່ຽວຂອງ ນວ ໃຫ້ຫລາຍຂຶ້ນ ເພື່ອ ເຮັດໃຫ້ປະຊາຊົນທ້ອງຖິ່ນ ກໍຄື ຊາວ ຄ້າຂາຍ ຢູ່ບໍລິເວນດັ່ງກ່າວໄດ້ມີລາຍ ຮັບຫລາຍຂຶ້ນກວ່າເກົ່າ. ນອກນີ້, ຍັງມີແຜນກໍ່ສ້າງສວນສາທາລະນະ ຢູ່ບ້ານແກ້ງຍາງ ເມືອງຫາດຊາຍ ຟອງ ມີເນື້ອທີ່ປະມານ 6 ເຮັກຕາ; ປັດຈຸບັນພະແນກໂຍທາທິການ ແລະ ຂົນສົ່ງ ນວ ໄດ້ລົງສົມທົບກັບອົງ ການປົກຄອງເມືອງ ເພື່ອເກັບກໍາຂໍ້ ມູນປະຊາຊົນ ທີ່ໄດ້ຮັບຜົນກະທົບ ຈາກໂຄງການດັ່ງກ່າວ ເພື່ອສະເໜີ ຜ່ານໃນກອງປະຊຸມສະພາ ນວ ທີ່ ຈະຈັດຂຶ້ນ ໃນລະຫວ່າງ ເດືອນກໍລະ ກົດຫາເດືອນສິງຫາ ທີ່ຈະມາເຖິງນີ້. ໂຄງການກໍ່ສ້າງປ້ອງກັນຕາຝັ່ງ ເຈື່ອນ ແລະ ພັດທະນາແຄມຂອງຢູ່ ນວ ລວມມູນຄ່າການກໍ່ສ້າງທັງໝົດ 67 ລ້ານໂດລາສະຫະລັດ, ໃນນີ້ໄດ້ ຮັບທຶນກູ້ຢືມດອກເບ້ຍຕໍ່າຈາກໂຄງ ການເອທີຊີເອັຟ ຂອງສາທາລະນະ ລັດ ເກົາຫລີ ມູນຄ່າ 57 ລ້ານໂດລາ ສະຫະລັດ ແລະ ທຶນສົມທົບ ຂອງ ລັດຖະບານລາວ ປະມານ 9,9 ລ້ານ ໂດລາສະຫະລັດ. ຂໍ້ມູນ-ພາບ: ວິທະຍຸແຫ່ງຊາດ
xtgmf]k; 3 20/06/2023 0kj ; c]t gsfdko dh k;l6 j ]t[q [75 h ,7v'dkog'y ocsj ']a f gxa oma oltw\mu j ,u 7;k,g0A ,c0'F 3xj '.l gxa ofu 9y 8vo c]t p5 8y me ບົດສະເໜີ ໂດຍ: ບຸນອູ້ມ ໂດຍ: ຄ້ອງໃໝ່ rtoda 'kocrf\8= vh 'dec|oh shkmyfoe lkmk]totl5d ໂດຍ: ຢ່າຕົ່ງ .-hg;]k;jk'.shgxaog'yo grnjv-u;yfdkogxao16jmujfu0Bo x6d4ndgxQk\kp c]t ltrk[fyo{vkdkf * ພັກ-ລັດເຮົາ ຍາມໃດກໍໃຫ້ຄວາມ ສໍາຄັນ ແລະ ເອົາໃຈໃສ່ຕໍ່ວຽກງານສາ ທາລະນະສຸກ ເພື່ອໃຫ້ປະຊາຊົນລາວ ບັນດາເຜົ່າ ມີສຸຂະພາບແຂງແຮງ, ຄວາມຜາສຸກ ແລະ ປະເທດຊາດຮັ່ງມີ ເຂັ້ມແຂງ. ທັງນີ້ ກໍເພື່ອເປັນການສະ ແດງໃຫ້ເຫັນເຖິງບົດບາດ, ຄວາມສໍາ ຄັນຂອງບັນດາແພດໝໍ ແລະ ພະນັກ ງານສາທາລະນະສຸກ ໄດ້ປະຕິບັດໜ້າ ທີ່ວຽກງານຕາມການມອບໝາຍ, ພ້ອມທັງປັບປຸງຕົນເອງ ໃຫ້ມີຄວາມຮູ້, ຄວາມສາມາດ, ມີຈັນຍາທໍາໃນການ ຮັບໃຊ້ປະຊາຊົນ. ໃນໂອກາດວັນແພດລາວ ຄົບຮອບ 58 ປີ, ທ່ານ ສອນໄຊ ລາດຊະວົງ ເລຂາໜ່ວຍພັກ, ຜູ້ອໍານວຍການໂຮງ ໝໍມິດຕະພາບ 150 ຕຽງ ໄດ້ຍົກ ໃຫ້ ເຫັນເຖິງແນວຄິດຊີ້ນໍາຂອງປະທານ ໄກສອນ ພົມວິຫານ ກ່ຽວກັບວັນແພດ ລາວ ໃນກອງປະຊຸມສາທາລະນະສຸກ ທົ່ວປະເທດ ຄັ້ງທີ II ວັນທີ 11 ມີນາ 1987, ເນັ້ນປັດໄຈສຸຂະພາບແມ່ນມີ ຄວາມໝາຍສໍາຄັນທີ່ສຸດ ປະຊາຊົນ ລາວເຮົາ ກໍມີມູນເຊື້ອແຕ່ໃດໆມາທີ່ຖື ວ່າສຸຂະພາບແມ່ນສິ່ງທີ່ປະເສີດ ແລະ ມີຄຸນຄ່າເໜືອກວ່າເງິນຄໍາ ຊຶ່ງສະແດງ ອອກໃນຄໍາເວົ້າຄໍາທໍາອິດເວລາພົບພໍ້ ກັນຄື “ສະບາຍດີ” ຫລື “ຢູ່ດີມີແຮງບໍ່” ຫລື ຄໍາເວົ້າທີ່ວ່າ; “ສຸກກາຍສະບາຍ ໃຈ”. ພ້ອມນີ້, ທ່ານໄດ້ກ່າວເນັ້ນວ່າ: ພັກ, ລັດເຮົາ ໄດ້ມອບພາລະໜ້າທີ່ເບິ່ງ * ເຂົ້າສູ່ລະດູຝົນແລ້ວ, ຂະ ບວນການປູກໄມ້ ເຊິ່ງເລີ່ມມາຕັ້ງ ແຕ່ວັນທີ 1 ມິຖຸນາ ໄດ້ເປັນຂະບວນ ຟົດຟື້ນແຂງແຮງໃນຂອບເຂດທົ່ວ ປະເທດ. ແຕ່ລະປີການປູກໄມ້ ແມ່ນ ໄດ້ມີການກະກຽມເປັນແຜນການ ແລະ ມີເປົ້າໝາຍຈະແຈ້ງ ເພື່ອຍົກ ລະດັບເນື້ອທີ່ປົກຫຸ້ມຂອງປ່າໄມ້ໃຫ້ ໄດ້ 70% ຂອງເນື້ອທີ່ທົ່ວປະເທດ. ການຈະໄດ້ມາຄືແນວນັ້ນລ້ວນແຕ່ ໄດ້ຜ່ານຂະບວນການ ທີ່ຕ້ອງໃຊ້ ທັງເວລາ, ການລົງທຶນລົງແຮງ... ກວ່າຈະໄດ້ໄມ້ພໍເປັນຮົ່ມຢ່າງໜ້ອຍ ກໍ່ສາມສີ່ປີ, ບາງຊະນິດໄມ້ໃຫຍ່ ຊ້າກໍ່ຍິ່ງໃຊ້ເວລາຫລາຍ, ນັ້ນແມ່ນ ເລື່ອງທໍາມະຊາດ ທີ່ຂຶ້ນກັບແນວ ພັນ ແລະ ດິນ-ອາກາດ . ການປູກໄມ້ ທັງໃຫ້ເປັນປ່າເພື່ອ ປະໂຫຍດອະນັນນັ້ນ ຜ່ານມາແມ່ນ ໄດ້ມີໝາກຜົນເປັນໜ້າພໍໃຈໃນລະ ດັບພື້ນຖານພໍສົມຄວນ, ອັນໄດ້ເຮັດ ໃຫ້ເນື້ອທີ່ປ່າໄມ້ນັບມື້ຫລາຍ ພາຍ ຫລັງໄດ້ປະຕິບັດຢ່າງເອົາຈິງເອົາ ຈັງຂະບວນການປູກໄມ້ ໂດຍຖືເອົາ ວັນທີ 1 ມິຖຸນາ ຂອງທຸກປີ ເປັນວັນ ປູກຕົ້ນໄມ້ແຫ່ງຊາດ, ເປັນການເລີ່ມ ຂະບວນການໃນທຸກປີ ໃຫ້ສົມຄູ່ກັບ ການພັດທະນາຍືນຍົງ. ການປູກໄມ້ໃນແຕ່ລະລະດູການ, ເຖິງແມ່ນໄດ້ປະຕິບັດຢ່າງມີຈຸດສຸມ ແລະ ມີໝາກຜົນໃນລະດັບແນ່ນອນ ໃດໜຶ່ງແລ້ວກໍ່ຕາມ, ແຕ່ບົນພື້ນຖານ ຄວາມເປັນຈິງຂອງສະພາບດິນຟ້າ ອາກາດ, ກໍ່ມີຄໍາຄິດຄໍາເຫັນຈໍາ ນວນໜຶ່ງ ເຫັນວ່າການປູກໄມ້ຄວນ ຖືສໍາຄັນແທ້ໆ ສະພາບແວດລ້ອມ ດິນຟ້າອາກາດ ເພາະແຕ່ລະເຂດ ອາດຈະມີຄວາມແຕກຕ່າງກັນ, ແມ່ນຢູ່ວ່າໂດຍພື້ນຖານນັ້ນປູກໄດ້ ທຸກບ່ອນ ແຕ່ບາງຊະນິດພືດ ຕ້ອງ ບົວລະບັດດີຈຶ່ງໃຫຍ່ເປັນຕົ້ນ ເຂດ ອາກາດໜາວຄືແຂວງພາກເໜືອ ໄມ້ໃຫ້ໝາກຫລາຍຊະນິດຢູ່ວຽງ ຈັນ ແລະ ເຂດທົ່ງພຽງພາກກາງໃຕ້ ເອົາໄປປູກແມ່ນໃຫຍ່ຍາກ, ມີ ຫລາຍທີ່ບໍ່ລອດ. ບັນຫາທີ່ຖືກຕັ້ງ ຂຶ້ນແມ່ນການລົງທຶນເອົາໄມ້ໃຫຍ່ນໍາ ເຂົ້າມາຈາກຕ່າງປະເທດທີ່ອາດ ຈະບໍ່ເໝາະສົມກັບດິນ-ອາກາດມາ ປູກ, ປູກແລ້ວກໍ່ນານຟື້ນ, ຟື້ນແລ້ວ ກໍ່ນານໃຫຍ່, ບໍ່ຂຽວສົດງົດງາມ ດັ່ງໃຈຫວັງ. ໄມ້ພື້ນເມືອງລາວ ມີ ຫລາຍ ແລະ ເໝາະສົມກັບດິນແຕ່ລະ ບ່ອນແຕກຕ່າງກັນໄປ. ການສຶກສາ ດິນ-ອາກາດ ເພື່ອປູກ ແມ່ນສໍາຄັນ ໃນສະພາບເງື່ອນໄຂທີ່ເຮົາຍັງບໍ່ ທັນມີທຶນຫລາຍເຂົ້າໃນວຽກງານ ບົວລະບັດປົກປັກຮັກສາ ຫລື ປູກ ຫລໍາໄປຫລໍາມາ. ບາງຄໍາຄິດເຫັນ ເວົ້າວ່າ ອີງໃສ່ສະພາບຈຸດພິເສດອາ ກາດບ້ານເຮົາຮ້ອນ, ທຸກຄອບຄົວ ຫົວເຮືອນ ແລະ ຄວາມຕ້ອງການສາ ທາລະນະແມ່ນຄວາມຮົ່ມເຢັນ, ສະ ນັ້ນ ອາດຈະຕ້ອງຄໍານຶງເຖິງການ ປູກໄມ້ທີ່ໃຫຍ່ໄວ້, ເປັນຮົ່ມບັງແດດ ໄດ້ດີ, ບໍ່ຈໍາເປັນຕ້ອງແມ່ນໄມ້ອຸດ ສາຫະກໍາເນື້ອແຂງ ມີລາຄາ ເພາະ ວ່າບໍ່ຈໍາເປັນຕ້ອງຄຶດໃສ່ວ່າຕ້ອງ ຕັດໄປ...ໃນອະນາຄົດ. ເຂດໃນ ເມືອງໃຫຍ່ ຄວນປູກໄມ້ພື້ນເມືອງທີ່ ໃຫຍ່ໄວ, ເນື້ອໄມ້ໜຽວ- ທົນທານ ສະ ພາບອາກາດຮ້ອນ...ຖ້າທຸກບ່ອນ ສໍານັກງານອົງການທີ່ມີເນື້ອທີ່ອໍາ ນວຍຄວນປູກໃຫ້ມີຮົ່ມບັງແດດ, ທັງໄດ້ຟອກອາກາດ ແລະ ສະບາຍ ຕາໄດ້ເບິ່ງໄດ້ແຍງໃຫ້ສົດຊື່ນໃຈ. ເວົ້າເຖິງການປູກໄມ້, ຄືດັ່ງຫລາຍ ທ່ານໄດ້ເຫັນໄດ້ຜ່ານກາຍເວລາໄປ ຢ້ຽມຢາມ...ປະເທດເພື່ອນທາງຕາ ເວັນອອກ ແລະ ເໜືອ, ເຂດທີ່ເຄີຍ ເປັນປ່າເຫລົ່າຊຸດ ໂຊມເປັນໜ່ວຍ ພູໆ ເຂົາເຈົ້າປູກໄມ້ປະເພດໃຫຍ່ໄວ ເປັນຕົ້ນ ຈໍາພວກກະຖິນນະລົງເທພາ...ໄມ້ປະເພດນີ້ໃຫຍ່ໄວ ທັງ ສາມາດນໍາໃຊ້ໄດ້ອີກເວລາໃຫຍ່ໄດ້ ຂະໜາດ. ຕາມເສັ້ນທາງ ເຂົາເຈົ້າ ກໍ່ປູກໄມ້ທີ່ເໝາະສົມສະພາບດິນອາກາດ ເຊັ່ນ ຕົ້ນໄຮ, ຕົ້ນມ່ວງປ່າ, ງິ້ວ, ໝາກສົ້ມຫໍ້ (ໝາກຂີ້ແຂ້ວ)... ສະເພາະຕົ້ນໄຮໃບນ້ອຍ ເຫັນວ່າ ໃຫຍ່ໄວ ເປັນຮົ່ມດີ ຖືກກັບສະພາບ ອາກາດຮ້ອນ(ບ້ານເຮົາມີບໍ່ອຶດ). ໄມ້ຊຸມທີ່ຍົກຂຶ້ນ ລ້ວນແຕ່ເປັນໄມ້ ພື້ນເມືອງທີ່ເຮົາກໍ່ມີ, ດ້ວຍເຫດນັ້ນ ຈໍາເປັນຫຍັງຕ້ອງໄປລົງທຶນຊື້ຕົ້ນ ປາມ ແລະ ບັນດາໄມ້ນໍາເຂົ້າ ລາ ຄາແພງ. ສະຫລຸບວ່າ ການປູກໄມ້ ຄວນ ແກ່ການພິຈາລະນາໃຫ້ເໝາະສົມ ກັບສະພາບດິນ-ອາກາດ, ສໍາຄັນກໍ່ ແມ່ນສຸມໃສ່ປູກໄມ້ໃຫ້ຖືກເປົ້າໝາຍ ຂອງການຊົມໃຊ້ ເຂດໃດຄວນປູກ ໄມ້ໃຫຍ່ໄວ ເພື່ອເປັນຮົ່ມ, ເຂດໃດ ປູກໄວ້ເປັນໄມ້ອຸດສາຫະກໍາໄລຍະ ຍາວ ເຊິ່ງຜ່ານມາກໍ່ເຮັດໄດ້ດີແລ້ວ ຄວນສືບຕໍ່ມູນເຊື້ອນັ້ນຢ່າງແຂງ ແຮງ. ແຍງດູແລ ແລະ ປົກປັກຮັກສາສຸຂະພາບ ປະຊາຊົນບັນດາເຜົ່າ ໃຫ້ຂະແໜງການ ສາທາລະນະສຸກຮັບຜິດຊອບໂດຍກົງ. ອັນນີ້, ແມ່ນພາລະໜ້າທີ່ອັນໜັກໜ່ວງ ແລະ ທັງແມ່ນກຽດອັນ ໃຫ່ຍຫລວງ ທີ່ສຸດ ຂອງພະນັກງານພາລະກອນ ໃນ ທົ່ວຂະແໜງສາທາລະນະສຸກ. ດັ່ງນັ້ນ, ຕ້ອງກໍາແໜ້ນຫ້າທິດນໍາ ສາທາລະນະສຸກຂອງພັກຄື: ໜຶ່ງ; ສາ ທາລະນະສຸກ ຕ້ອງຮັບໃຊ້ການຜະລິດ, ຮັບໃຊ້ຊີວິດການເປັນຢູ່ຂອງປະຊາຊົນ ແລະ ຮັບໃຊ້ສອງໜ້າທີ່ຍຸດທະສາດຮັບ ໃຊ້ວຽກງານກໍ່ສ້າງສັງຄົມນິຍົມ.ສອງ; ວຽກງານສາທາລະນະສຸກຕ້ອງຮັບໃຊ້ ຢ່າງຕັ້ງໜ້າກ່ຽວກັບນະໂຍບາຍຕໍ່ບັນ ດາເຜົ່າຂອງພັກ. ສາມ; ຕ້ອງປະຕິບັດ ວຽກງານກັນພະຍາດຢ່າງຕັ້ງໜ້າ. ສີ່; ຕ້ອງປະສານສົມທົບການແພດທັນ ສະໄໝກັບການແພດພື້ນເມືອງ ແລະ ຢາພື້ນເມືອງ, ກໍ່ສ້າງພື້ນຖານສາທາ ລະນະສຸກທີ່ມີລັກສະນະຊາດ ແລະ ທັນ ສະໄໝ. ຫ້າ; ຕ້ອງອີງໃສ່ມະຫາຊົນ ເພື່ອ ກໍ່ສ້າງພື້ນຖານສາທາລະນະສຸກທົ່ວ ປວງຊົນ. ວັນແພດລາວ ແມ່ນວັນທີ່ມີ ຄວາມໝາຍເພື່ອລະນຶກເຖິງການກໍາ ເນີດ, ການເຕີບໃຫຍ່ຂະຫຍາຍຕົວ ຂອງວຽກງານຮັກສາສຸຂະພາບຂອງ ພໍ່ແມ່ປະຊາຊົນບັນດາເຜົ່າ ແລະ ການ ພັດທະນາບຸກຄະລາກອນສາທາລະ ນະສຸກ ເພື່ອຈາລຶກບຸນຄຸນຕໍ່ ແພດໝໍ ແລະ ພະນັກງານສາທາລະນະສຸກລາວ ທີ່ໄດ້ເສຍສະລະອຸທິດສະຕິປັນຍາ ແລະ ເຫື່ອແຮງເປັນເຈົ້າການໃນການປະຕິ ບັດໜ້າທີ່ໃນແຕ່ລະໄລຍະ. ການສະເຫລີມສະຫລອງວັນ ແພດ ລາວ ເພື່ອເຮັດໃຫ້ພົນລະເມືອງລາວບັນ ດາເຜົ່າທຸກຊັ້ນຄົນ ໃນສັງຄົມ, ແພດໝໍ ແລະ ພະນັກງານສາທາລະນະສຸກ ເຫັນ ໄດ້ການເຕີບໃຫຍ່ຂະຫຍາຍຕົວຢ່າງ ບໍ່ຢຸດຢັ້ງ ຂອງວຽກງານສາທາລະນະ ສຸກ, ຂອງຖັນແຖວແພດໝໍລາວ ໃນ ແຕ່ລະໄລຍະ. ເພື່ອຈາລຶກຄຸນງາມ ຄວາມດີທີ່ໄດ້ປະກອບສ່ວນເຂົ້າໃນ ການຮັກສາສຸຂະພາບປະຊາຊົນ, ພະ ນັກງານ, ທະຫານ-ຕໍາຫລວດ ໃນຂະ ບວນການຕໍ່ສູ້ກູ້ຊາດໃນເມື່ອກ່ອນ ກໍ ຄືການປົກປັກຮັກສາ ແລະ ສ້າງສາພັດ ທະນາປະເທດຊາດ ໃນປັດຈຸບັນ. ເພື່ອ ປູກຈິດສໍານຶກໃຫ້ແກ່ແພດໝໍ ແລະ ພະ ນັກງານສາທາລະນະສຸກ ຮຸ່ນສືບທອດ ຮຽນເອົາແບບຢ່າງອັນດີງາມຂອງ ແພດໝໍ ແລະ ພະນັກງານສາທາລະນະ ສຸກຮຸ່ນກ່ອນ, ອອກແຮງຝຶກຝົນຫລໍ່ ຫລອມຕົນເອງ ໃຫ້ກາຍເປັນແພດໝໍ ທີ່ພຽບພ້ອມໄປດ້ວຍຄຸນສົມບັດ, ຈັນຍາ ທໍາວິຊາຊີບ ແລະ ຄວາມຊໍານານງານ ດ້ານວິຊາສະເພາະ ໃຫ້ສົມກັບກຽດສັກ ສີທີ່ເປັນນັກຮົບເສື້ອຂາວປະຕິວັດຂອງ ພັກ ເພື່ອສ້າງໂອກາດໃຫ້ແພດໝໍ ແລະ ພະນັກງານສາທາລະນະສຸກ ໄດ້ທົບ ທວນຄືນ ຫ້າວຽກງານໃຫຍ່ດ້ານສາ ທາລະນະສຸກຂອງພັກເຮົາ ເພື່ອເຊີດ ຊູກຽດສັກສີ, ຖານະບົດບາດ ແລະ ຄຸນ ງາມຄວາມດີຂອງແພດໝໍ ແລະ ພະ ນັກງານສາທາລະນະສຸກ ຕໍ່ສັງຄົມ ແລະ ປະເທດຊາດ. * ວັນເວລາມັນບໍ່ລໍຖ້າໃຜ ແລະ ອາ ຍຸສັງຂານກໍ່ນັບມື້ສູງຂຶ້ນໄປເລື້ອຍໆ. ດັ່ງນັ້ນ, ມີບາງຄົນຈຶ່ງດິ້ນຮົນໝູນໃຊ້ ວັນເວລາທີ່ອາຍຸຍັງແຂງແຮງສ້າງ ເສດຖະກິດຄອບຄົວດ້ວຍຫລາຍຮູບ ແບບ ເພື່ອທ້ອນເງິນເກັບໄວໃຊ້ໃນບັ້ນ ປາຍຂອງຊີວິດ. ຂະນະທີ່ຍັງມີບາງ ຄົນໃນໄລຍະທີ່ຍັງແຂງແຮງ ແລະ ຫາ ເງິນໄດ້ກໍ່ໃຊ້ຈ່າຍ ຫລິ້ນກິນຟຸມເຟືອຍ ໂດຍບໍ່ຄິດເຖິງອະນາຄົດບັ້ນປາຍເລີຍ. ຢ່າງໃດກໍ່ດີ ມື້ນີ້ ຄໍລຳ ພັດທະນາອາຊີບ ຂໍນຳເອົາຊາວໜຸ່ມຕົວແບບການປະ ກອບອາຊີບເສີມມາສະເໜີໃຫ້ຮູ້ຈັກ, ໂດຍຊາວໜຸ່ມຫ້າວຫັນຜູ້ນີ້ ມີຊື່ ສະ ຫາຍ ນາງ ພູວັນ ຈັນທະວົງ ຢູ່ບ້ານເຄືອ ເຂົາກາດ ເມືອງໄຊບູລີ ແຂວງສະ ຫວັນນະເຂດ ເຊິ່ງມີອາຊີບຫລັກໆ ເປັນພະນັກງານສັງກັດຢູ່ກອງບັນຊາ ການ ປກສ ເມືອງໄຊບູລີ ເຊິ່ງໄດ້ກາຍ ເປັນຕົວແບບ ທັງເປັນຕົວແທນໃຫ້ແກ່ ຮາກຖານຊາວໜຸ່ມ ປກສ ເມືອງໄຊບູລີ ເຂົ້າຮ່ວມໃນກອງປະຊຸມໃຫຍ່ຜູ້ແທນ ຊາວໜຸ່ມເມືອງໄຊບູລີຄັ້ງທີ VII. ໃນໂອກາດເຂົ້າຮ່ວມກອງປະຊຸມ ຄັ້ງນີ້, ສະຫາຍ ນາງ ພູວັນ ຈັນທະວົງ ກໍ່ໄດ້ມີຄຳເຫັນວ່າ: ຄວາມຈິງແລ້ວ ຄອບຄົວກໍ່ມີທ່າແຮງທາງດ້ານເນື້ອທີ່ ດິນກວ່າ 30 ເຮັກຕາ ແລະ ກ່ອນໜ້າ ປີ 2014 ດິນດັ່ງກ່າວ ກໍ່ບໍ່ໄດ້ທຳການຜະ ລິດຫຍັງ ພຽງແຕ່ລ້ຽງສັດປະຖົມປະ ຖານໃນແຕ່ລະປີ, ອີກຢ່າງໜຶ່ງທຶນການ ພັດທະນາກໍ່ຄືບຸກເບີກກໍ່ມີຈຳກັດ, ແຕ່ ດ້ວຍຄວາມຕັດສິນໃຈຢາກສ້າງເສດ ຖະກິດຄອບຄົວເສີມ ເພື່ອສ້າງລາຍຮັບ ເພີ່ມໃຫ້ຄອບຄົວ ຈຶ່ງໄດ້ຕັດສິນໃຈໃຫ້ ໂຮງງານນໍ້າຕານມິດລາວຈໍາກັດ ສາ ຂາບ້ານແກ້ງແຮດ ເມືອງໄຊບູລີ ລົງທຶນ ເຂົ້າໃນການບຸກເບີກເນື້ອທີ່ດິນ ກວ່າ 30 ເຮັກຕາໃນທ້າຍປີ 2014 ທັງ ໄດ້ ປູກອ້ອຍໃນປີ 2015. ຢ່າງໃດກໍ່ດີ ມາ ຮອດປີ 2016 ກໍ່ໄດ້ເກັບກ່ຽວຜົນຜະ ລິດອ້ອຍສົ່ງປ້ອນໂຮງງານນໍ້າຕານ ມິດລາວ ສາຂາບ້ານແກ້ງແຮດ ເຊິ່ງໄດ້ ຜົນຜະລິດຫລາຍກວ່າ 3.120 ໂຕນ. ໃນນັ້ນ, ລາຄາ 275.000 ກີບຕໍ່ໂຕນ, ສະເລ່ຍລາຍຮັບໄດ້ເງິນຫລາຍກວ່າ 859 ລ້ານກີບ. ຫລັງຈາກຫັກຄ່າໜີ້ສິນ ແລະ ຄ່າສິ້ນເປືອງຕ່າງໆ ອອກໝົດ ກໍ່ຍັງໄດ້ກຳໄລຫລາຍກວ່າ 230 ລ້ານ ກີບ. ແນວໃດກໍ່ຕາມ ເມື່ອເຫັນຄອບຄົວ ມີລາຍຮັບດີຕິດພັນກັບມີຕະຫລາດ ຮອງຮັບຢ່າງໝັ້ນຄົງ ຈຶ່ງໄດ້ຂະຫຍາຍ ເນື້ອທີ່ຢູ່ຂ້າງໆທີ່ມີຍັງເງື່ອນໄຂສາ ມາດປູກໄດ້ໃນແຕ່ລະປີໄດ້ອີກປະມານ 10 ເຮັກຕາໃນປີ 2020-2021. ຂະນະ ທີ່ເກັບຜົນຜະລິດຂາຍ ແລະ ເມື່ອຫັກ ຄ່າໜີ້ສິນ, ຄ່າສິ້ນເປືອງຕ່າງໆ ກໍ່ຍັງ ເຫລືອເງິນກຳໄລຕົວຈິງປ ະມານ 327 ລ້ານກີບ. ສະຫາຍ ນາງ ພູວັນ ຈັນທະວົງ ກ່າວຕື່ມວ່າ: ນອກຈາກປູກອ້ອຍແລ້ວ, ຍັງສຸມໃສ່ປູກມັນຕົ້ນເພີ່ມອີກ 3 ເຮັກຕາ, ໃນປີໜຶ່ງໆໄດ້ສ້າງລາຍໄດ້ລະດັບ 70 ລ້ານກີບ. ນັບແຕ່ເລີ່ມທຳການຜະລິດ ເຊິ່ງເປັນອາຊີບເສີມແຕ່ປີ 20162023 ນີ້, ກໍ່ເຮັດໃຫ້ຄອບຄົວມີເງິນ ທ້ອນໄວ້ຫລາຍກວ່າ 1,6 ຕື້ກີບ. ດ້ວຍການຕັດສິນໃຈຄິດແລ້ວກ້າ ເຮັດ ຈຶ່ງໃຫ້ຄອບຄົວມີການພັດທະນາ ມີຢູ່ ມີກິນ. ພົ້ນເດັ່ນປັດຈຸບັນສາມາດສ້າງ ເຮືອນວິນລາຢູ່ຖາວອນ 1 ຫລັງ, ຊື້ລົດ ໃຫຍ່ 2 ຄັນ, ລົດຈັກ 1 ຄັນ, ລົດໄຖ ໃຫຍ່ 1 ຄັນ, ມີງົວ 20 ໂຕ, ນາ 1 ທົ່ງ ແລະ ດິນປຸກສ້າງ 4 ຕອນ. ເຖິງຢ່າງໃດກໍ່ດີ ບັນດາຊາວໜຸ່ມ ທີ່ຍັງມີກຳລັງແຂງແຮງບວກໃສ່ມີ ເງື່ອນໄຂ ໂດຍສະເພາະແມ່ນເນື້ອທີ່ດິນ ທີ່ສາມາດຜະລິດເປັນສິນຄ້າໄດ້ ກໍ່ລອງ ຕັດສິນໃຈລົງມືເຮັດຕົວຈິງ ເຊື່ອວ່າ ຕ້ອງປະສົບຜົນສຳເລັດ ດັ່ງທີ່ສະຫາຍ ນາງ ພູວັນ ຈັນທະວົງ ໄດ້ພິສູດໃຫ້ພວກ ເຮົາເຫັນມາຂັ້ນເທິງແລ້ວ.
RkJQdWJsaXNoZXIy MTc3MTYxMQ==