07 xtgmf]k; gsfdko{dkorfaa mtok 12/06/2023 gxufoe.-h37'dko-qo]txtmko 8q;c[[oEdt8t g,nv'[q;]trk fjkolkdqo0q;,yf8trk[ 3 gxuf0t[;o dkoc0j'0ao{phv'p= Iad-kf c]t rafmtok z6hxt9edkog9Qkc0;'g-dv' 8hvoIa[gvdvad 7t]af4tm6fltstrk[gvuiq[ c]t c[o-yd -5dp6hdkocdhw07;k,sph5'pkd fhkoglf4tdyf{dkog'yo 16jg,nv'xkd]kp ຂປລ. ແຫລ່ງຂ່າວຈາກ ແຂວງ ເຊກອງ ໃຫ້ຮູ້ວ່າ: ທ່ານ ຄໍາສອນ ກອນເຍີ ຜູ້ປະຈໍາການເຈົ້າແຂວງເຊ ກອງ ຕ້ອນຮັບ ທ່ານ ນາງ ອີນາ ມາຈູ ລໍນີແຕ ເອກອັກຄະລັດຖະທູດສະຫະ ພາບເອີຣົບ ປະຈໍາ ສປປ ລາວ ແລະ ທ່ານ ນາງ ຊີເບວ ເອກອັກຄະລັດຖະ ທູດ ແຫ່ງລາຊະອານາຈັກແບນຊິກ ປະຈໍາປະເທດໄທ ພ້ອມດ້ວຍຂະ ແໜງການທີ່ກ່ຽວຂ້ອງ ໄດ້ເຂົ້າ ຢ້ຽມພົບປະ ໃນວັນທີ 8 ມິຖຸນາ 2023 ທີ່ຫ້ອງວ່າການແຂວງເຊ ກອງ ໃນໂອກາດທີ່ເດີນທາງມາ ຢ້ຽມຢາມພື້ນທີ່ໂຄງການສ້າງ ຄວາມກ້າວໜ້າໃຫ້ແກ່ລະບົບປົກ ປ້ອງສັງຄົມ ແລະ ສິດທິດ້ານແຮງ ງານໃນຂະແໜງກະສິກໍາອາຫານ ທີ່ໄດ້ຮັບການສະໜັບສະໜູນໂດຍ ລັດຖະບານແບນຊິກ ແລະ ໂຄງການ ສ້າງຄວາມກ້າວໜ້າໃຫ້ແກ່ລະບົບ ປົກປ້ອງສັງຄົມ ແລະ ສິດທິດ້ານ ແຮງງານ ສໍາລັບຊາວກະສິກອນ ໃນສວນກາເຟ ແລະ ຊາ ຢູ່ ສປປ ລາວ (SOLAR) ທີ່ສະໜັບສະໜູນ ໂດຍສະຫະພາບເອີຣົບ. ໃນໂອກາດ ນີ້, ທ່ານ ນາງ ອີນາ ມາຈູລໍນີແຕແລະ ຂປລ. ພີທີມອບ-ຮັບ ແລະ ເປີດ ນໍາໃຊ້ ໂຄງການກໍ່ສ້າງຊົນລະປະ ທານຕົວແບບນໍ້າກະຕະ ຢູ່ເມືອງ ບົວລະພາ ແຂວງຄຳມ່ວນ ຈັດຂຶ້ນ ໃນວັນທີ 7 ມິຖຸນາ ຜ່ານມາພາຍ ຫລັງລົງມືກໍ່ສ້າງມາແຕ່ທ້າຍປີ 2020 ເປັນຕົ້ນມາ, ມີມູນຄ່າການ ກໍ່ສ້າງ 4,8 ລ້ານຢູໂຣ ໂດຍໄດ້ຮັບ ທຶນສະໜັບສະໜູນຈາກອົງການ ເພື່ອການພັດທະນາປະເທດຝຣັ່ງ (AFD) 4,5 ລ້ານຢູໂຣ ແລະ ລັດ ຖະບານ ສປປ ລາວ 200.000 ຢູໂຣ ແລະ ຜູ້ໄດ້ຮັບຜົນປະໂຫຍດ 100.000 ຢູໂຣ. ໂດຍການເປັນ ທານຂອງ ທ່ານ ທອງພັດ ວົງມະນີ ຮອງລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້, ມີທ່ານຮອງເຈົ້າແຂວງ ຄໍາ, ທູດຝຣັ່ງປະຈຳລາວ, ຫົວໜ້າ ອົງການ ເພື່ອການພັດທະນາປະທດ ຝຣັ່ງ (AFD), ຜູ້ອຳນວຍການໃຫຍ່ ບໍລິສັດ ອິນຊີພັດທະນາກໍ່ສ້າງ ຈຳກັດ(ບໍລິສັດຮັບເໝົ່າ), ພ້ອມ ດ້ວຍພະນັກງານ, ວິຊາການທັງ ສອງຝ່າຍ ແລະ ອຳນາດການປົກ ຄອງບ້ານເຂົ້າຮ່ວມ. ທ່ານ ແຫລວຄຳ ວົງສະຫວັນ ທອງ ປະທານ ບໍລິສັດ ອິນຊີພັດ ທະນາກໍ່ສ້າງ ຈຳກັດ ໄດ້ໃຫ້ຮູ້ວ່າ: ໂຄງການກໍ່ສ້າງຊົນລະປະທານຕົວ ແບບ ນໍ້າກະຕະ ຢູ່ເມືອງບົວລະພາ ຂປລ. ແຫລ່ງຂ່າວຈາກ ແຂວງ ຄຳມ່ວນ ໃຫ້ຮູ້ວ່າ: ດ່ານສາກົນຂົວ ມິດຕະພາບ 3 ແຂວງຄໍາມ່ວນ ເປີດ ຂະບວນການແຂ່ງຂັນ-ຍ້ອງຍໍ ພາຍ ໃຕ້ຄໍາຂວັນ “ຮັກຊາດ ແລະພັດທະ ນາ” ໃນວັນທີ 7 ມິຖຸນາ 2023 ໂດຍການເຂົ້າຮ່ວມຂອງ ສະຫາຍ ນາງ ອາລີ ບົວຈູມ ກໍາມະການພັກ ແຂວງ, ຫົວໜ້າພະແນກພາຍໃນ ແຂວງຄໍາມ່ວນ, ສະຫາຍ ພັອ ພົມມາ ເດດຂຸນຟອງ ເລຂາຄະນະພັກຮາກ ຖານ, ຫົວໜ້າຄຸ້ມຄອງດ່ານສາກົນ ຂົວມິດຕະພາບ 3, ມີຕາງໜ້າຂະ ແໜງການກ່ຽວຂ້ອງ ຕະຫລອດ ຮອດພະນັກງານ ຂົງເຂດດັ່ງກ່າວ ເຂົ້າຮ່ວມ. ສະຫາຍ ພັອ ພົມມາ ເດດຂຸນຟອງ ໄດ້ຜ່ານຂໍ້ຕົກລົງ ຂອງເຈົ້າແຂວງ ຄໍາມ່ວນ ວ່າດ້ວຍການແຕ່ງຕັ້ງຄະ ນະຮັບຜິດຊອບຂະບວນການແຂ່ງ ຂັນ-ຍ້ອງຍໍ “ຮັກຊາດ ແລະ ພັດທະ ນາ” ຂອງດ່ານສາກົນຂົວມິດຕະ ພາບ 3 ປະຈໍາປີ 2023, ພ້ອມທັງ ໄດ້ຮັບຟັງແຜນການເຄື່ອນໄຫວ ວຽກງານແຂ່ງຂັນ-ຍ້ອງຍໍ ພາຍໃຕ້ ຄໍາຂວັນ “ຮັກຊາດ ແລະ ພັດທະນາ”, ເຊິ່ງໄດ້ກໍານົດບັນດາຂໍ້ແຂ່ງຂັນລະ ອຽດ ຂອງແຕ່ລະຂະແໜງປະກອບ ມີ 7 ຂໍ້ແຂ່ງຂັນ ເປັນຕົ້ນ ແຂ່ງຂັນ ນຳພາການເມືອງ-ແນວຄິດ, ດ້ານ ການຈັດຕັ້ງ-ພະນັກງານ, ແຂ່ງຂັນ ປະຕິບັດແບບແຜນວິທີເຮັດວຽກ ທີ່ດີ ມີວິທະຍາສາດ, ແຂ່ງຂັນປະ ຕິບັດລະບຽບກົດໝາຍຢ່າງເຂັ້ມ ງວດ, ແຂ່ງຂັ້ນປະຕິບັດວຽກງານ ວິຊາສະເພາະ, ແຂ່ງຂັນປະຕິບັດ ວຽກງານປ້ອງກັນຊາດ-ປ້ອງກັນ ຄວາມສະຫງົບ ແລະ ແຂ່ງຂັນກັນ ປະຕິບັດວຽກງານວັດທະນະທຳສັງຄົມ (ສ້າງຂະບວນການ) ໂດຍ ຕິດພັນກັບການຈັດຕັ້ງ-ຜັນຂະ ຫຍາຍວຽກງານ 2 ວາລະແຫ່ງຊາດ. ໂອກາດດັ່ງກ່າວ, ບັນດາຕາງໜ້າ ຄະນະຂະແໜງການພາຍໃນດ່ານ ໂດຍສະເພາະ ຫ້ອງການ ບໍລິຫານ ປະຈໍາດ່ານ, ຫ້ອງຕໍາຫລວດ ກວດ ຄົນເຂົ້າ-ອອກເມືອງປະຈໍາດ່ານ, ວຽກງານພາສີປະຈໍາດ່ານ, ວຽກ ງານກັກກັນສັດ-ພືດ-ອາຫານ-ຢາ ແລະ ຄວບຄຸມພະຍາດຕິດຕໍ່, ວຽກ ງານພົວພັນຊາຍແດນ ແລະ ກົງສູນ ແລະ ວຽກຄຸ້ມຄອງພື້ນຖານໂຄງ ລ່າງ ກໍໄດ້ຂຶ້ນຈັບມືກັນແຂ່ງຂັນ ເພື່ອ ເປີດຂະບວນການແຂ່ງຂັນ “ຮັກ ຊາດ ແລະ ພັດທະນາ” ຂອງດ່ານ ສາກົນຂົວມິດຕະພາບ 3 ຢ່າງເປັນ ທາງການ ບົນພື້ນຖານແນໃສ່ຮັບປະ ກັນໃນການຈັດຕັ້ງປະຕິບັດ ໃຫ້ໄດ້ ຕາມ 4 ຄາດໝາຍລວມ ຄື: ໃຫ້ໄວ, ໃຫ້ດີ, ໃຫ້ຫລາຍ ແລະ ໃຫ້ຖືກຕ້ອງ ຕາມກົດໝາຍ. ໂອກາດດຽວກັນນີ້, ສະຫາຍ ນາງ ອາລີ ບົວຈູມ ໄດ້ໂອ້ລົມ ແລະ ໄດ້ຍົກໃຫ້ເຫັນຄວາມໝາຍຄວາມ ສໍາຄັນ ຂອງການເປີດຂະບວນການ ແຂ່ງຂັນ-ຍ້ອງຍໍ “ຮັກຊາດ ແລະ ພັດທະນາ” ຢູ່ບັນດາຂະແໜງການ ຈັດຕັ້ງທຸກຂັ້ນ ແລະ ໄດ້ຮຽກຮ້ອງ ໃຫ້ຄະນະຮັບຜິດຊອບຂະແໜງ ການ ແຕ່ລະພາກສ່ວນສືບຕໍ່ເອົາໃຈ ໃສ່ນໍາພາ-ຊີ້ນໍາ, ສຶກສາອົບຮົມ ວຽກງານການເມືອງແນວຄິດໃຫ້ ແກ່ສະມາຊິກພັກ-ພະນັກງານ ຢ່າງ ເລິກເຊິ່ງ, ເອົາໃຈໃສ່ເປັນເຈົ້າການ ປະຕິບັດໜ້າທີ່ວິຊາສະເພາະດ້ວຍ ຄວາມຮັບຜິດຊອບສູງ ແລະ ເປັນ ລະບົບ, ປະຕິບັດວຽກງານຕາມລະ ບຽບກົດໝາຍຢ່າງເຂັ້ມງວດໃນ ການຄຸ້ມຄອງລາຍຮັບ ແລະ ເປັນ ເຈົ້າການປະສານງານກັບຂະແໜງ ການກ່ຽວຂ້ອງຢ່າງກົມກຽວ ເພື່ອ ຄວາມສອດຄ່ອງ, ສືບຕໍ່ຮັກສາ ຄວາມສາມັກຄີພາຍໃນໃຫ້ເປັນປຶກ ແຜ່ນ ແລະ ສິ່ງສໍາຄັນ ໃຫ້ພ້ອມກັນ ເປັນເຈົ້າການປະຕິບັດຂໍ້ແຂ່ງໃນຄັ້ງ ນີ້ຢ່າງເປັນຂະບວນຟົດຟື້ນ ແນໃສ່ ຮັບປະກັນໃນການຈັດຕັ້ງປະຕິບັດ ໃຫ້ປະກົດຜົນເປັນຈິງ ແລະ ບັນລຸຜົນ ສໍາເລັດຕາມແຜນການທີ່ວາງໄວ້. ຂປລ. ແຫລ່ງຂ່າວຈາກ ແຂວງ ໄຊຍະບູລີ ໃຫ້ຮູ້ວ່າ: ອົງການປົກ ຄອງເມືອງປາກລາຍ ແຂວງໄຊຍະ ບູລີ ຈັດກອງປະຊຸມ ຊຸກຍູ້, ຕິດຕາມ ການຈັດຕັ້ງປະຕິບັດ ວາລະແຫ່ງ ຊາດ ວ່າດ້ວຍ ການແກ້ໄຂຄວາມ ຫຍຸ້ງຍາກ ດ້ານເສດຖະກິດການເງິນ ໃນວັນທີ 8 ມິຖຸນາ 2023 ເພື່ອເປັນ ການກວດກາ, ຕິດຕາມ ແລະຊຸກ ຍູ້ການຈັດຕັ້ງປະຕິບັດວາລະແຫ່ງ ຊາດດັ່ງກ່າວ ໂດຍເປັນປະທານ ຂອງທ່ານ ບຸນລ້ວນ ຊົມສີຫາປັນ ຍາຮອງປະທານສະພາປະຊາຊົນ ແຂວງໄຊຍະບູລີ ພ້ອມດ້ວຍອົງ ການ, ກົມກອງ ແລະ ພາກສ່ວນ ກ່ຽວຂ້ອງ ພາຍໃນເມືອງເຂົ້າຮ່ວມ. ທ່ານ ກອງສີ ວົງສີ ເຈົ້າເມືອງໆປາກ ລາຍ ໄດ້ລາຍງານການຈັດຕັ້ງ ປະຕິບັດ ວາລະແຫ່ງຊາດ ວ່າດ້ວຍ ການແກ້ໄຂຄວາມທຸກຍາກ ທາງ ດ້ານເສດຖະກິດ-ການເງິນຂອງ ບັນດາຂະແໜງການໃນໄລຍະຜ່ານ ມາ ໂດຍໄດ້ຍົກໃຫ້ເຫັນຈຸດດີ, ຈຸດ ອ່ອນ ແລະ ຂໍ້ຄົງຄ້າງຕ່າງໆ ຂອງ ແຕ່ລະຂະແໜງການ, ເຊິ່ງໃນໄລຍະ 3 ເດືອນຜ່ານມາ ເຖິງວ່າສະພາບ ແວດລ້ອມພາຍໃນ-ພາຍນອກໄດ້ ຜັນແປຢ່າງສັບສົນ, ບັນຫາຄວາມ ຫຍຸ້ງຍາກດ້ານເສດຖະກິດ, ໄພ ເງິນເຟີ້, ໜີ້ສິນຍັງສືບຕໍ່ແກ່ຍາວ ບວກກັບສະພາບໄພທໍາມະຊາດ, ແຫ້ງແລ້ງ ເຊິ່ງມັນໄດ້ສົ່ງຜົນກະທົບ ທ່ານ ນາງ ຊີເບວ ໄດ້ຜັດປ່ຽນ ກັນລາຍງານກ່ຽວກັບການຈັດຕັ້ງ ປະຕິບັດບັນດາໂຄງການຢູ່ ສປປ ລາວ ກໍຄືແຂວງເຊກອງ, ຊຶ່ງສະ ຫະພາບເອີຣົບ ໄດ້ມີການລົງທຶນ ຫລາຍໂຄງການທີ່ປະຕິບັດຢູ່ ສປປ ລາວ ແລະ ໜຶ່ງໃນນັ້ນ ກໍມີໂຄງການ ສ້າງຄວາມກ້າວໜ້າໃຫ້ແກ່ລະບົບ ປົກປ້ອງສັງຄົມ ແລະ ສິດທິດ້ານ ແຮງງານ ສໍາລັບຊາວກະສິກອນ ໃນສວນກາເຟ ແລະ ຊາ ຢູ່ ສປປ ລາວ ທີ່ຈັດຕັ້ງປະຕິບັດຢູ່ແຂວງເຊ ກອງ. ນອກຈາກນີ້, ຍັງມີໂຄງການ ກ່ຽວຂ້ອງກັບໂພຊະນາການ, ການ ສຶກສາສໍາລັບການຊ່ວຍເຫລືອຂອງ ຣາຊະອານາຈັກແບນຊິກ ໂດຍແມ່ນ ທຶນສົມທົບກັບສະຫະພາບເອີຣົບ ຄືໂຄງການອ໊ອກຟາມ (OXFAM) ທີ່ຈັດຕັ້ງປະຕິບັດຢູ່ 17 ແຂວງຂອງ ສປປ ລາວ ໂດຍໄດ້ເນັ້ນໃສ່ການ ຄຸ້ມຄອງທາງສັງຄົມ ໃຫ້ກັບແຮງ ງານນອກລະບົບ ໂດຍສະເພາະແມ່ນ ແຮງງານເພດຍິງ. ໃນໂອກາດນີ້, ທ່ານ ຄໍາສອນ ກອນເຍີ ກໍໄດ້ກ່າວສະແດງຄວາມ ຕ້ອນຮັບ ພ້ອມທັງລາຍງານສະພາບ ທີ່ຕັ້ງ, ຈຸດພິເສດ, ທ່າແຮງ ແລະ ການພັດທະນາພື້ນຖານໂຄງລ່າງ, ເສດຖະກິດ-ສັງຄົມຂອງແຂວງ ໃຫ້ ທ່ານທູດສະຫະພາບເອີຣົບ ແລະ ທ່ານທູດຣາຊະອານາຈັກແບນຊິກ ຮັບຊາບ. ພ້ອມນີ້, ຍັງໄດ້ຕີລາຄາສູງ ແລະ ສະແດງຄວາມຂອບໃຈມາ ຍັງທ່ານທູດທັງສອງ ທີ່ໄດ້ໃຫ້ການ ປະກອບສ່ວນຊ່ວຍເຫລືອດ້ານທຶນ ຮອນ ແກ່ແຂວງເຊກອງໃນໄລຍະ ຜ່ານມາ ແລະ ສະເໜີຄວາມຕ້ອງ ການທຶນ ເພື່ອເລັ່ງໃສ່ການແກ້ໄຂ ຄວາມທຸກຍາກ ເປັນຕົ້ນ ແມ່ນດ້ານ ວຽກງານການສຶກສາ ຢູ່ສອງເມືອງ ພູດອຍ ຄື: ເມືອງກະລຶມ ແລະ ເມືອງ ດາກຈຶງ ໃຫ້ຊ່ວຍສົມທົບທຶນໃນ ການກໍ່ສ້າງໂຮງຮຽນ ທີ່ຍັງບໍ່ທັນ ພຽງພໍ, ວຽກງານສາທາລະນະສຸກ, ວຽກງານການປົກປ້ອງສິດທິຂອງ ແຮງງານ ທີ່ເຮັດວຽກນໍາບໍລິສັດ, ໂຮງຈັກໂຮງງານຕ່າງໆ ໃຫ້ມີຄວາມ ຍຸຕິທໍາ. ຕໍ່ການພັດທະນາເສດຖະກິດ-ສັງ ຄົມ ຂອງເມືອງປາກລາຍ, ແຕ່ດ້ວຍ ການນໍາພາ-ຊີ້ນໍາ ຂອງພັກ-ລັດຖະ ບານ, ເວົ້າລວມ, ເວົ້າສະເພາະແມ່ນ ຄວາມເອົາໃຈໃສ່ນໍາພາ-ຊີ້ນໍາ ຂອງ ອົງຄະນະພັກເມືອງ ແລະ ການປະ ກອບສ່ວນຢ່າງຕັ້ງໜ້າຂອງປະຊາ ຊົນບັນດາເຜົ່າ ໄດ້ເຮັດໃຫ້ເມືອງ ປາກລາຍ ມີສະຖຽນລະພາບທາງ ດ້ານການເມືອງຢ່າງໜັກແໜ້ນ, ເສດຖະກິດສືບຕໍ່ຂະຫຍາຍຕົວ ຢ່າງຕໍ່ເນື່ອງ, ການຄຸ້ມຄອງລັດ, ຄຸ້ມຄອງເສດຖະກິດ-ສັງຄົມ ຕາມ ລະບຽບກົດໝາຍໄດ້ຮັບການປັບ ປຸງດີຂຶ້ນ. ດ້ານງົບປະມານ ເມືອງ ປາກລາຍໄດ້ຮັບຕົວເລກມອບເໝົາ ທັງໝົດ 8,07 ຕື້ກີບ ທຽບໃສ່ປີ ຜ່ານມາເພີ່ມຂຶ້ນ 12,10%, ຜ່ານ ການຈັດຕັ້ງປະຕິບັດ 3 ເດືອນ ສາມາດຈັດເກັບລາຍຮັບໄດ້ 2,35 ຕື້ກີບ ເທົ່າກັບ 29,15% ຂອງ ແຜນການປີ; ດ້ານລາຍຈ່າຍ ຕາມ ແຜນການປີ 4,65 ຕື້ກີບ, ທຽບ ໃສ່ ປີຜ່ານມາຫລຸດລົງ 7,07%, ປະຕິບັດໄດ້ 1,03 ຕື້ກີບ, ເທົ່າກັບ 22,30% ຂອງແຜນການປີ. ສຳລັບການປ່ອຍສິນເຊື່ອຂອງ ທະນາຄານ ໃຫ້ບັນດາຫົວໜ່ວຍ ການຜະລິດ, ທຸລະກິດທັງໝົດ 106,12 ຕື້ກີບ, ທຽບໃສ່ເວລາ ດຽວກັນຂອງປີຜ່ານມາເພີ່ມຂຶ້ນ 98%, ລະດົມເງິນຝາກໄດ້116,24 ຕື້ກີບ, ເທົ່າກັບ52,81% ຂອງແຜນ ການປີ, ທຽບໃສ່ເວລາດຽວກັນ ເພີ່ມຂຶ້ນ15,97%. ສ່ວນສະພາບ ເງິນຕາເຫັນວ່າເງິນກີບອ່ອນຄ່າ ລົງທຽບໃສ່ໄລຍະດຽວກັນຂອງປີ ຜ່ານມາ ເງິນກີບທຽບໃສ່ສະກຸນເງິນ ໂດລາເທົ່າກັບ 47,89%, ເງິນກີບ ທຽບໃສ່ສະກຸນເງິນບາດເທົ່າກັບ 42,50%. ລາຄາສິນຄ້າອຸປະ ໂພກ-ບໍລິໂພກມີການເໜັງຕີງເພີ່ມ ຂຶ້ນ ຍ້ອນອັດຕາແລກປ່ຽນ ແລະ ລາຄານໍ້າມັນບໍ່ໝັ້ນທ່ຽງ. ໃນກອງປະຊຸມ ຜູ້ເຂົ້າຮ່ວມ ຍັງ ໄດ້ແລກປ່ຽນຄໍາຄິດຄໍາເຫັນຕໍ່ກັບ ບົດລາຍງານ ຂອງແຕ່ລະຫ້ອງການ ຢ່າງກົງໄປກົງມາ ເພື່ອເຮັດໃຫ້ການ ຈັດຕັ້ງປະຕິບັດ ວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງ ຍາກດ້ານເສດຖະກິດ-ການເງິນ ຢູ່ ເມືອງປາກລາຍ ໃຫ້ໄດ້ຮັບຜົນສໍາ ເລັດຕາມແຜນການທີ່ວາງໄວ້. ເປັນຊົນລະປະທານປະເພດນ້ຳໄຫລ ປະກອບມີ: 2 ປະຕູປ່ອຍນ້ຳ ຊ້າຍ ແລະ ຂວາ, ມີຄອງຫລັກ 2 ຄອງ, ຍາວ 3.295 ແມັດ ແລະ ຄອງຍ່ອຍ 13 ຄອງ, ຍາວ 5.016 ແມັດ, ສາ ມາດສະໜອງນ້ຳຫົດເນື້ອທີ່ດິນ ທຳ ການຜະລິດຂອງພໍ່ແມ່ປະຊາຊົນໄດ້ 100 ກວ່າເຮັກຕາ, ຄາດຄະເນໃນ ລະດູຝົນປະມານ 35-70 ເຮັກຕາ ເຊິ່ງກວມເອົາ 3 ບ້ານຄື: ບ້ານນາ ສົມບູນ, ບ້ານທ່າແຮ່ ແລະ ບ້ານ ປ່າກ້ວຍໃຕ້, ມີ 375 ຄອບຄົວ ທີ່ໄດ້ຊົມໃຊ້. ໂຄງການຊົນລະປະທານຕົວ ແບບນໍ້າກະຕະ ເມືອງບົວລະພາ ແມ່ນໂຄງການໜຶ່ງທີ່ນອນຢູ່ໃນ ແຜນການພັດທະນາພື້ນຖານໂຄ່ງ ລາງຂອງຂະແໜງການກະສິກຳ ແລະ ປ່າໄມ້ ເມືອງ, ແຂວງ ກໍຄື ຂັ້ນ ສູນກາງ ເພື່ອພັດທະນາໂຄງການ ຄໍ້າປະກັນດ້ານສະບຽງອາຫານ ແລະ ຫລຸດຜ່ອນຄວາມທຸກຍາກ ຂອງພໍ່ແມ່ປະຊາຊົນບັນດາເຜົ່າ ໃຫ້ ຫລຸດໜ້ອຍຖອຍລົງເທື່ອລະກ້າວ.
RkJQdWJsaXNoZXIy MTc3MTYxMQ==