5637

gfa ffj P;xt8y [a fco;mk'dko8j k'xtgmfla o8y rk[F gvdt]kfF ,y f8trk[ c]t dkoIj ;,,n 1j k'ltg\u 8Q oltg\u xkp 12/06/2023 xtgmf]k; 4 3]d c]t gsfdko *** ຕໍ່ຈາກໜ້າ 1 *** zQ'lk]u mqf]v'g8adoyddkox6dg0Qkokfh;pdqo9ad0t|kfohvp ຄະນະທູດລາວ... ສະເຫລີມໄຊ ກົມມະສິດ ຮອງນາ ຍົກລັດຖະມົນຕີ, ລັດຖະມົນຕີກະ ຊວງການຕ່າງປະເທດ ແລະ ໄດ້ສົ່ງ ຂໍ້ຄວາມສະແດງຄວາມເສົ້າສະ ຫລົດໃຈຢ່າງສຸດຊຶ້ງ ຂອງ ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ຕໍ່ການຈາກໄປ ຂອງທ່ານກົງສຸນກິດຕິມະສັກ ເຊິ່ງຖືວ່າເປັນການສູນເສຍຄັ້ງໃຫຍ່ ບໍ່ພຽງແຕ່ສໍາລັບປະເທດສະວິດສ, ແຕ່ຍັງເປັນການສູນເສຍຄັ້ງໃຫຍ່ ຂອງລັດຖະບານ ແລະ ປະຊາຊົນ ລາວ. ນອກຈາກນີ້, ກໍໄດ້ປະກາດ ຢ່າງເປັນທາງການ ວ່າ: ທ່ານ ດຣ ກິໂດ ໂຈເຊັບ ກາແປນລີ ເປັນພົນລະ ເມືອງກິຕິມະສັກ ຂອງ ສປປ ລາວ”. ຕະຫລອດໄລຍະ 27 ປີ (19962023), ທ່ານ ດຣ ກາແປນລີ ໄດ້ປະກອບສ່ວນອັນສໍາຄັນເຂົ້າໃນ ການພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ ໂດຍສະເພາະການ ໃຫ້ການຊ່ວຍເຫລືອໃນຂະແໜງ ສຶກສາ, ກິລາ ແລະ ສາທາລະນະ ສຸກ (ກໍ່ສ້າງໂຮງຮຽນ ຈຳນວນ 27 ຫລັງ ພ້ອມສະໜອງອຸປະກອນ ການຮຽນ-ການສອນ ແລະ ລະບົບ ນໍ້າດື່ມແກ່ໂຮງຮຽນ ລວມມູນຄ່າ ທັງໝົດຫລາຍກວ່າ 2 ລ້ານໂດ ລາສະຫະລັດ). ຄຽງຄູ່ກັນນີ້, ນັບ ແຕ່ປີ 2006 ເປັນຕົ້ນມາ, ທ່ານ ໄດ້ຮັບການແຕ່ງຕັ້ງເປັນກົງສຸນກິຕິ ມະສັກ ແຫ່ງ ສປປ ລາວ ປະຈຳສະ ມາພັນທະລັດສະວິດສ ເຊິ່ງໄດ້ ປະກອບສ່ວນອັນສໍາຄັນເຂົ້າໃນ ການໂຄສະນາ-ເຜີຍແຜ່ວຽກງານ ເສດຖະກິດ-ການຄ້າ-ການລົງທຶນ, ວຽກງານກົງສຸນ ແລະ ວຽກງານ ການທ່ອງທ່ຽວ. ພິເສດ, ຄຽງຄູ່ກັບ ການໃຫ້ການຊ່ວຍເຫລືອທີ່ກ່າວມາ ນັ້ນ, ໃນປີ 2007-2008, ທ່ານ ດຣ ກາແປນລີ ຍັງໄດ້ໃຫ້ການຊ່ວຍ ເຫລືອໃນໄລຍະການສ້າງຕັ້ງສຳນັກ ງານຜູ້ຕາງໜ້າຖາວອນ/ສະຖານ ເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈໍາສະມາພັນທະລັດສະ ວິດສ ທີ່ ເຊີແນວ. ອີງໃສ່ຜົນງານ ແລະ ຄຸນງາມ ຄວາມດີຂ້າງເທິງ, ທ່ານ ດຣ. ກາ ແປລລີ ໄດ້ຮັບຫລຽນໄຊພັດທະນາ ຊັ້ນ III, ຫລຽນກາມິດຕະພາບ ແລະ ໃບຍ້ອງຍໍຈາກລັດຖະບານ ແລະ ອໍານາດການປົກຄອງທ້ອງຖິ່ນຈໍາ ນວນໜຶ່ງ. ທ່ານ ດຣ ກິໂດ ກາແປນລີ ໂຈເຊັບ ໄດ້ເສຍຊີວິດໃນວັນທີ 22 ພຶດສະພາ 2023, ລວມອາຍຸ 79 ປີ. ຂປລ. ແຫລ່ງຂ່າວຈາກແຂວງ ຜົ້ງສາລີ ໃຫ້ຮູ້ວ່າ: ພະແນກກະສິກຳ ແລະ ປ່າໄມ້ ແຂວງຜົ້ງສາລີ ຮ່ວມ ກັບພະແນກກະສິກຳແລະ ປ່າໄມ້ ແຂວງດຽນບຽນ ສສ ຫວຽດນາມ ສາທິດ ແລະ ທົດລອງເຕັກນິກການ ປູກເຂົ້ານາ ດ້ວຍກົນຈັກຂະໜາດ ນ້ອຍ ຢູ່ 6 ບ້ານ ຂອງເມືອງບຸນເໜືອ ຄື: ບ້ານຫ້ວຍຕູ້, ເດື່ອ, ຍໍ້, ຊຽງປີ້, ນໍ້າ ແພ ແລະ ບ້ານໂພນໂຮມ ໃນວັນ ທີ 7 ມີຖຸນາ 2023. ທ່ານ ສົມຈິດ ສິດທິວົງ ຫົວໜ້າ ພະແນກກະສິກຳ ແລະ ປ່າໄມ້ແຂວງ ຜົ້ງສາລີ ໄດ້ກ່າວວ່າ: ການນຳໃຊ້ ກົນຈັກດຳນາຂະໜາດນ້ອຍໃນຄັ້ງ ນີ້, ເປັນບາດກ້າວສໍາຄັນ ເພື່ອຜັກດັນ ການຫັນເປັນກະສິກຳທັນສະໄໝ ເທື່ອລະກ້າວ ເຊິ່ງການທົດລອງນໍາ ໃຊ້ອຸປະກອນ ແລະ ເຄື່ອງຈັກດັ່ງ ກ່າວເຂົ້າໃນການຜະລິດຄັ້ງນີ້ປະ ກອບມີ: ເຄື່ອງກົນຈັກດຳນາ ຈຳ ນວນ 2 ເຄື່ອງ, ເຄື່ອງຫວານຕາກ້າ 1 ເຄື່ອງ, ຖາດກ້າ 3.677 ອັນ, ຝຸ່ນ ຊີວະພາບ 40 ກິໂລກຣາມ, ແນວ ພັນເຂົ້າພັນປັບປຸງທີ່ມີຄຸນນະພາບ ສູງ ຈາກ ສສ ຫວຽດນາມ 135 ກິໂລ ໃນເນື້ອທີ່ 5,05 ເຮັກຕາ. ທ່ານ ສົມຈິດ ສິດທິວົງ ກ່າວ ຕື່ມວ່າ: ພື້ນທີ່ ແລະ ສະພາບພູມສັນ ຖານການຜະລິດນາ ຢູ່ແຂວງຜົ້ງ ສາລີ ເປັນພື້ນທີ່ນາທົ່ງນ້ອຍ ແລະ ເປັນນາຂັ້ນໄດ ການນຳໃຊ້ກົນຈັກ ຂະໜາດນ້ອຍເຂົ້າໃນການຜະລິດ ເປັນທາງເລືອກໜຶ່ງທີ່ເໝາະສົມ ກວ່າການນໍາໃຊ້ກົນຈັກໃຫຍ່, ເຕັກ ນິກການຜະລິດເຂົ້ານາໃນຮູບແບບ ລັກສະນະດັ່ງກ່າວ ໄດ້ຮັບຄວາມນິ ຍົມຫລາຍ ຢູ່ບັນດາແຂວງພາກເໜືອ ນາ ກ່ອນຈະໃຊ້ກົນຈັກດຳນາຕ້ອງ ຜ່ານການກ້າເຂົ້ານາແບບໃໝ່ (ກ້າ ໃສ່ທາດ) ຖືກຕາມເຕັກນິກ ເຊິ່ງ ການທົດລອງ ແລະ ຜົນໄດ້ຮັບຈາກ ການດຳນາແບບກົນຈັກ ໄດ້ຮັບຜົນ ຢັ້ງຢືນຢ່າງເປັນທາງການຈາກປະ ເທດເພື່ອນບ້ານວ່າ ຜົນຜະລິດສູງ ກວ່າ ແລະ ປະຫຍັດຕົ້ນທຶນການຜະ ລິດ; ຕົວຢ່າງຢູ່ປະເທດຫວຽດນາມ ສາມາດໃຫ້ຜົນຜະລິດເຂົ້າປະມານ 8 ໂຕນຕໍ່ເຮັກຕາ; ແຕ່ສຳລັບຢູ່ ແຂວງຜົ້ງສາລີ ຄາດວ່າຈະໃຫ້ໄດ້ ຮັບຜົນຜະລິດປະມານ 5,5-6 ໂຕນ ຕໍ່ເຮັກຕາ; (ທຽບກັບຜົນຜະລິດເດີມ ປະມານ 4 ໂຕນຕໍ່ເຮັກຕາ).ຖ້າ ຫາກປະຊາຊົນ ຫລື ຜູ້ເຂົ້າຮ່ວມໂຄງ ການຫາກຈັດຕັ້ງປະຕິບັດຖືກຕ້ອງ ຕາມເຕັກນິກ ແລະ ບໍ່ມີໄພພິບັດອື່ນ ເກີດຂຶ້ນ ອາດຈະໄດ້ຮັບຜົນຫລາຍ ກວ່າການຄາດຄະເນກໍເປັນໄດ້. ຂອງປະເທດຫວຽດນາມ ໂດຍສະ ເພາະເຂດພູດອຍ ເຊິ່ງມີພື້ນທີ່ຄ້າຍໆ ກັບແຂວງຜົ້ງສາລີ. ນອກຈາກການ ນໍາໃຊ້ກົນຈັກຂະໜາດນ້ອຍແລ້ວ ຍັງປະກອບມີເຕັກນິກການກ້າເຂົ້າ ຂປລ. ແຫລ່ງຂ່າວຈາກແຂວງ ອຸດົມໄຊ ໃຫ້ຮູ້ວ່າ: ຫ້ອງວ່າການ ແຂວງອຸດົມໄຊ ຮ່ວມກັບກະຊວງ ເຕັກໂນໂລຊີ ແລະ ການສື່ສານ ຈັດ ຝຶກອົບຮົມການນຳໃຊ້ລະບົບຫ້ອງ ການທັນສະໄໝ (E-Office) ໃນ ລະຫວ່າງ ວັນທີ 6-8 ມິຖຸນາ 2023 ໂດຍການເຂົ້າຮ່ວມຂອງ ທ່ານ ວຽງອຸດົມ ຈັນທະວົງ ຮອງຫົວໜ້າ ຫ້ອງວ່າການແຂວງອຸດົມໄຊ, ທ່ານ ພູຊະນະ ສິລິວົງ ຫົວໜ້າພະແນກລະ ບົບຫ້ອງການລັດດີຈິຕອນສູນບໍລິ ຫານລັດດີຈິຕອນ ກະຊວງເຕັກໂນ ໂລຊີ ແລະ ການສື່ສານ ພ້ອມດ້ວຍ ນັກສຳມະນາກອນຈາກແຂວງ ແລະ ບັນດາເມືອງເຂົ້າຮ່ວມ. ການຝຶກອົບຮົມຄັ້ງນີ້ ເພື່ອເປັນ ການຍູ້ແຮງການຫັນເປັນດີຈິຕອນ ໃນພາກລັດ ຢູ່ແຂວງອຸດົມໄຊ ໂດຍ ສະເພາະການນຳໃຊ້ລະບົບຫ້ອງ ການທັນສະໄໝ ຊຶ່ງປັດຈຸບັນບັນດາ ກະຊວງ ແລະ ອົງການຂັ້ນສູນກາງ ແລະ ທ້ອງຖິ່ນຈຳນວນໜຶ່ງ ກໍເລີ່ມ ນຳໃຊ້ແລ້ວ ຄາດວ່າລະບົບດັ່ງກ່າວ ຈະຍົກສູງການຄຸ້ມຄອງການຈໍລາ ຈອນເອກະສານ, ຄຸ້ມຄອງບໍລິຫານ pqd]tfa[dkooe.-h]t[q[shv'dkomaoltw\ .shrtoad'ko0Aoc0;' c]t g,nv' vq[Iq,0t[;odko8hkodko]t[kf rtpkfw0hp5']kp 16j[hko]hv'x= ວຽກດ້ວຍລະບົບທັນສະໄໝ ແລະ ຈະເຮັດໃຫ້ວຽກງານສະດວກວ່ອງ ໄວ ແລະ ມີປະສິດທິຜົນສູງຂຶ້ນກວ່າ ເກົ່າ. ການຝຶກອົບຮົມໃນຄັ້ງນີ້ຖືເປັນ ບາດກ້າວອັນໃໝ່ຂອງຫ້ອງວ່າ ການ ແຂວງອຸດົມໄຊ ໃນການປັບປຸງ ລະບົບບໍລິຫານຂອງຕົນ ໃຫ້ທັນສະ ໄໝ ທັງເປັນການຜັນຂະຫຍາຍ ແຜນວຽກ 5 ປີ ຂອງຫ້ອງວ່າການ ແຂວງ ໃຫ້ປາກົດຜົນເປັນຈິງ. ສຳລັບບົດຮຽນທີ່ນຳມາຝຶກຄັ້ງ ນີ້ ປະກອບມີການນໍາສະເໜີພາບ ລວມກ່ຽວກັບສະພາບການທັນສະ ໄໝ ຂອງລັດຖະບານ ແລະ ການນໍາ ໃຊ້ລະບົບຫ້ອງການທັນສະໄໝ, ແນະນໍາອົງປະກອບໜ້າຕາ ແລະ ບັນດາໜ້າທີີ່ຂອງລະບົບການໃຊ້ ລະບົບຂອງລະບົບ e-Office, ແນະນໍາ ແລະ ທົດລອງນໍາໃຊ້ລະບົບ ພື້ນຖານການເຂົ້າລະບົບ ແລະ ການ ແກ້ໄຂຂໍ້ມູນພື້ນຖານ, ການສ້າງ ແຟັມເອກະສານຂາເຂົ້າ, ການຮ່າງ ເອກະສານຂາເຂົ້າ, ການສົ່ງແຕ່ລະ ສະຖານະແກ້ໄຂຫລັກ, ແກ້ໄຂຮ່ວມ, ຕິດຕາມ-ການຂໍຄືນເອກະສານ, ທົດ ລອງຕົວຈິງການສ້າງແຟັມ ແລະ ການຮ່າງເອກະສານຂາເຂົ້າຈັດ ການແຟັມ ແລະ ເອກະສານຂາອອກ ແນະນໍາການໃຊ້ລະບົບການເຄື່ອນ ໄຫວ (Appointment) ການສ້າງ ແລະ ກວດເບິ່ງຕາຕະລາງເຄື່ອນ ໄຫວ, ຈັດການຫ້ອງປະຊຸມ ແລະ ຈອງຫ້ອງປະຊຸມ ແລະ ອື່ນໆ ທີ່ ກ່ຽວຂ້ອງ. ໂອກາດນີ້, ທ່ານ ວຽງອຸດົມ ຈັນທະວົງ ໄດ້ຮຽກຮ້ອງມາຍັງຜູ້ ເຂົ້າຮ່ວມຝຶກອົບຮົມ ຈົ່ງຍົກສູງ ຄວາມຮັບຜິດຊອບ ໃນການຄົ້ນ ຄວ້າສຶກສາຮໍ່າຮຽນ ໃຫ້ເລິກເຊິ່ງ, ຮຽນແລ້ວ ສາມາດນຳໄປຈັດຕັ້ງ ປະຕິບັດໄດ້, ພ້ອມກັນຕັດສິນໃຈ ສ້າງການຫັນປ່ຽນຢ່າງແຂງແຮງ ໃນການຫັນເປັນທັນສະໄໝຢູ່ຫ້ອງ ວ່າການຕາມທິດຂອງຂັ້ນເທິງໃຫ້ມີ ປະສິດທິພາບ ແລະ ປະສິດທິຜົນ. ຂ່າວ-ພາບ: ແສງອາທິດ ຂປລ. ແຫລ່ງຂ່າວຈາກແຂວງ ໄຊຍະບູລີ ໃຫ້ຮູ້ວ່າ: ເມືອງໄຊຍະບູລີ ແຂວງໄຊຍະບູລີ ຈັດຝຶກອົບຮົມ ຂະບວນການຕ້ານການລະບາດພະ ຍາດໄຂ້ຍຸງລາຍ ຢູ່ບ້ານລ້ອງປໍ ໃຫ້ ພະນັກງານໂຄສະນາສຸຂະສຶກສາ ໃນວັນທີ 6 ມິຖຸນາ 2023 ໂດຍ ການເຂົ້າຮ່ວມຂອງທ່ານ ຄຳພຸດ ອິນທະວົງ ຮອງເຈົ້າເມືອງໄຊຍະ ບູລີ, ທ່ານ ດຣ ແກ່ນ ດວງດີ ຮອງ ຫົວໜ້າພະແນກສາທາລະນະສຸກ ແຂວງໄຊຍະບູລີ ພ້ອມດ້ວຍພະນັກ ງານວິຊາການເຂົ້າຮ່ວມ. ທ່ານ ຄຳພຸດ ອິນທະວົງ ໄດ້ ກ່າວວ່າ: ປັດຈຸບັນໄດ້ເກີດການແພ່ ລະບາດຂອງພະຍາດໄຂ້ຍຸງລາຍ ຢູ່35 ບ້ານ ໃນເມືອງໄຊຍະບູລີ ມາ ແຕ່ຕົ້ນປີ ຫາປັດຈຸບັນ ເຊິ່ງມີຄົນຕິດ ເຊື້ອພະຍາດໄຂ້ຍຸງລາຍແລ້ວ 237 ຄົນ, ຍັງບໍ່ທັນມີລາຍງານຜູ້ເສຍຊີ ວິດ, ບ້ານທີ່ຕິດເຊື້ອພະຍາດດັ່ງກ່າວ ຫລາຍກວ່າໝູ່ແມ່ນບ້ານລ້ອງປໍ ມີຜູ້ຕິດເຊື້ອ 60 ຄົນ. ຕໍ່ກັບບັນຫາ ດັ່ງກ່າວ ອົງການປົກຄອງເມືອງ ໄຊຍະບູລີ ໄດ້ພ້ອມກັນເຮັດກິດຈະ ກຳ ກຳຈັດໜອນນໍ້າຍຸງລາຍ ດ້ວຍ ການທໍາລາຍແຫລ່ງແພ່ພັນຂອງ ໜອນນ້ຳຢູ່ແຕ່ລະຄອບຄົວທັງໃນ ເຮືອນ ແລະ ນອກເຮືອນໃຫ້ໄດ້ 100% (ທຸກຄອບຄົວ) ໃຫ້ສຸຂະສຶກ ສາແນະນຳກຳຈັດໜອນນໍ້າຍຸງ ລາຍເປັນລາຍບຸກຄົນ, ແຕ່ລະຄອບ ຄົວ ໃຫ້ປະຕິບັດຕາມຫລັກການ 5ປ (ປິດຝາ, ປ່ຽນນ້ຳ, ປ່ອຍປາຫາງ ນົກຍຸງ, ປັບສຸຂະອານະໄມ ແລະ ປະຕິບັດໃຫ້ເປັນປົກກະຕິ) ທີ່ທາງ ກະຊວງສາທາລະນະສຸກວາງອອກ ຢ່າງເຂັ້ມງວດ ພ້ອມນີ້, ໄດ້ສອບ ຖາມຜູ້ເປັນໄຂ້ຢູ່ແຕ່ລະເຮືອນ, ຖ້າ ພົບຕ້ອງແນະນຳໄປກວດຢັ້ງຢືນ ນຳແພດ, ຢູ່ແຕ່ລະໜ່ວຍຕ້ອງສ້າງ ຂະບວນການອະນາໄມຮ່ວມກັນ ເພື່ອເປັນການຄວບຄຸມການລະ ບາດຂອງເຊື້ອພະຍາດດັ່ງກ່າວໃຫ້ ຢຸດຕິລົງໄວ, ບໍ່ສົ່ງຜົນເສຍຫາຍຕໍ່ ຊັບສິນ ແລະ ຊີວິດຂອງປະຊາຊົນ. ໂອກາດນີ້, ທ່ານຮອງເຈົ້າເມືອງ ໄຊຍະບູລີ ໄດ້ເນັ້ນໃຫ້ພະນັກງານ ທີ່ຈະລົງໂຄສະນາສຸຂະສຶກສາ, ລົງກວດພະຍາດໄຂ້ຍຸງລາຍ, ກວດ ກາໜອນນໍ້າຍຸງລາຍຢູ່ແຕ່ລະຄອບ ຄົວ ແລະ ພົ່ນຢາຂ້າເຊື້ອທຳລາຍ ແຫລ່ງແພ່ພັນຂອງຍຸງລາຍ ຕ້ອງ ຟັງຄຳແນະນຳຂອງຄະນະຮັບຜິດ ຊອບກ່ອນຈະລົງວຽກ, ສິ່ງສຳຄັນ ຕ້ອງມີຄວາມຮັບຜິດຊອບ, ມີ ຄວາມພະຍາຍາມ ໃຫ້ຖືຂະບວນ ການນີ້ເປັນການຊ່ວຍເຫລືອປະຊາ ຊົນ ກໍຄືຊ່ວຍເຫລືອຕົນເອງໃຫ້ພົ້ນ ຈາກຄວາມສ່ຽງການເຈັບເປັນ ແລະ ເສຍຊີວິດ, ຜ່ານການປະຕິບັດ ໜ້າທີ່ຖ້າມີວຽກໃດຫຍຸ້ງຍາກໃຫ້ ປະສານສົມທົບກັບຄະນະຮັບຜິດ ຊອບຄົ້ນຄວ້ານໍາສະເໜີແກ້ໄຂໃຫ້ ທັນການ. ຂ່າວ-ພາບ: ສົມພົງ ສີສະຫັວດ

RkJQdWJsaXNoZXIy MTc3MTYxMQ==