5637

xtgmf]k; 3 12/06/2023 0kj ; c]t gsfdko dh k;l6 j ]t[q [75 h ,7v'dkog'y ocsj ']a f gxa oma oltw\mu j ,u 7;k,g0A ,c0'F 3xj '.l gxa ofu 9y 8vo c]t p5 8y me ໂດຍ : ແດງສະຫວັດ ແສນພານິດ. ຜັນຂະຫຍາຍມະຕິ ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ໂດຍ:ມາລິດາ g,nv'g-[A'w2 ,uzqoleg]af .odkoxt8y[afczorafmtokIv[fhko xd6 zda [;j q 0kplkh ']kpI[a \oA 7'q .s7h v[7;q * ສະຫາຍ ທອງໄຊ ມັງໜໍ່ເມກ ກໍາມະການພັກແຂວງ, ເລຂາຄະນະ ບໍລິຫານງານພັກເມືອງ, ເຈົ້າເມືອງ ເຊບັ້ງໄຟໄດ້ກ່າວກ່ຽວກັບໝາກຜົນ ຂອງການຈັດຕັ້ງປະຕິບັດມະຕິກອງ ປະຊຸມໃຫຍ່ສະໄໝທີ VI ຂອງອົງ ຄະນະພັກເມືອງໃນໄລຍະກາງສະ ໄໝຜ່ານມາວ່າ: ອົງຄະນະພັກເມືອງ ໄດ້ຍຶດໝັ້ນ ແລະ ປະຕິບັດຢ່າງເຂັ້ມ ງວດກ່ຽວກັບແບບແຜນນໍາພາ ແລະ ແບບແຜນວິທີເຮັດວຽກຂອງຄະ ນະພັກຢ່າງມີຄວາມຮັບຜິດຊອບ ສູງຕໍ່ໜ້າທີ່ການເມືອງທີ່ຖືກມອບ ໝາຍໃຫ້ ແລະ ຖືເອົາມະຕິເປັນໄມ້ * ວຽກງານສົ່ງເສີມການຜະ ລິດກະສິກໍາ ເພື່ອຄໍ້າປະກັນທາງ ດ້ານສະບຽງອາຫານ ແລະ ຜະລິດ ເປັນສິນຄ້າ ແມ່ນວຽກງານໜຶ່ງທີ່ ສໍາຄັນ ເພື່ອສົ່ງເສີມ ແລະ ສະໜັບສະ ໜູນວຽກງານປູກຝັງໃນຂັ້ນທ້ອງ ຖິ່ນໃຫ້ມີຄວາມເຂັ້ມແຂງໂດຍສະ ເພາະແມ່ນການປູກພືດຜັກເປັນສິນ ຄ້າເພາະເປັນການສົ່ງເສີມ ແລະ ສ້າງເງື່ອນໄຂໃຫ້ຊາວກະສິກອນ ໃນການຍົກລະດັບການຜະລິດ ສາ ມາດສ້າງລາຍຮັບຈາກການປູກ ພືດເປັນສິນຄ້າ ດັ່ງຄອບຄົວຂອງ ທ່ານ ສົມໝາຍ ບຸນທອງແອງ ຄອບ ຄົວຕົວແບບການປູກຜັກບົ່ວແບ່ງ ຢູ່ບ້ານນໍ້າເຫງັນ ເມືອງຫລວງນໍ້າ ທາ ແຂວງຫລວງນໍ້າທາ ເປັນຄອບ ຄົວໜຶ່ງທີ່ຍຶດຖືອາຊີບກະສິກໍາເປັນ ອາຊີບຫລັກ ຈົນສາມາດສ້າງລາຍ ຮັບເຂົ້າຄອບຄົວ 80-90 ລ້ານກີບ ຕໍ່ປີ. ທ່ານສົມໝາຍ ໃຫ້ຮູ້ວ່າ: ຈຸດ ເລີ່ມຕົ້ນທີ່ໄດ້ມາເຮັດອາຊີບນີ້ເຫັນ ທ່າແຮງ ແລະ ເງື່ອນໄຂທີ່ມີ ອີກ ຢ່າງໜຶ່ງຍ້ອນ ເຫັນຜູ້ເຖົ້າຜູ້ແກ່ ພາຍ ໃນບ້ານປູກຜັກບົ່ວແລ້ວ ໄດ້ຂາຍດີ ຈຶ່ງໄດ້ປຶກສາກັບເມຍແລ້ວ ເລີ່ມປູກ ຜັກບົ່ວຂາຍ ແຕ່ປີ 2008 ເປັນຕົ້ນ ມາຈົນເຖິງປັດຈຸບັນກໍເປັນເວລາ 15 ປີມາແລ້ວທີ່ໄດ້ຍຶດອາຊີບການ ປູກຜັກບົ່ວຂາຍ ເປັນຫລັກອາຊີບ ອື່ນກໍ່ບໍ່ໄດ້ເຮັດຫຍັງເລີຍ ມີແຕ່ເຮັດ ອາຊີບປູກຜັກບົ່ວແລ້ວເອົາເງິນມາ ຊື້ກິນ ໂດຍການປູກຜັກບົ່ວແມ່ນເ ຊົ່າເນື້ອທີ່ຂອງປະຊາຊົນພາຍໃນ ບ້ານ 1 ໄລ່ 6 ລ້ານກີບຕໍ່ປີໜຶ່ງ ຫລື ເຂົ້າເປືອກ1 ໂຕ່ນ ຖືວ່າກຸ້ມຄ່າ ເມື່ອ ມາສະເລ່ຍລາຍຮັບແລ້ວກໍຖືວ່າຍັງ ໄດ້ຢູ່ ເພາະການປູກຜັກບົ່ວບໍ່ໄດ້ ຫຍຸ້ງຍາກຫຍັງລົງທຶນກໍບໍ່ຫລາຍ ພຽງແຕ່ຊື້ແນວພັນ, ຊື້ຝຸ່ນຄອກ ຂີ້ເປັດ, ຂີ້ໄກ່ແມ່ນ ເປົ່າລະ 28 ພັນ ກີບ. ສໍາລັບ ການຂາຍຜັກບົ່ວ ແມ່ນ ຂາຍເປັນສອງແບບຄື ລິເອົາໃບ ຂາຍ ແລະ ຫລົກຂາຍທັງຕົ້ນ ໂດຍ ລາຄາຂາຍຂຶ້ນຢູ່ກັບຄວາມຕ້ອງ ການຂອງຕະຫລາດໃນແຕ່ລະມື້ ແຕ່ໄລຍະນີ້ ແມ່ນໝື່ນໜຶ່ງແສນ ປາຍກີບ ແລະ ປີໜຶ່ງສະເລ່ຍແລ້ວ ສາມາດ ສ້າງລາຍຮັບ 80-90 ລ້ານກີບຕໍ່ປີ ເພາະວ່າ ການປູກແມ່ນ ປູກຕະຫລອດປີເລີຍ. ທ່ານສົມໝາຍເວົ້າຕື່ມວ່າ: ການເຮັດອາຊີບນີ້ເຮັດໃຫ້ຊີວິດ ການເປັນຢູ່ຂອງຄອບຄົວດີຂຶ້ນ ຫລາຍ ມີລາຍຮັບໝັ້ນຄົງ ເພື່ອໝູນ ວຽນອາຊີບ, ສົ່ງລູກຮຽນໜັງສື ແລະ ເກັບທ້ອນໄວ້ໃນຍາມຈໍາເປັນ ເທົ່ານີ້ ກໍຮູ້ສຶກດີໃຈແລ້ວ ເພາະວ່າ ການເຮັດກະສິກໍາ ແມ່ນອາຊີບທີ່ມັກ ແລະ ເຮັດມາແຕ່ຍັງນ້ອຍໆ ເມື່ອ ໃຫຍ່ຂຶ້ນມາແລ້ວເຫັນໄດ້ທ່າແຮງ, ເງື່ອນໄຂບວກກັບຄວາມຕັດສິນ ໃຈເຮັດແທ້ທໍາຈິງຈຶ່ງປະສົບຜົນ ເລັດເປັນອາຊີບທີ່ສາມາດສ້າງ ລາຍຮັບເຂົ້າຄອບຄົວໄດ້ເປັນກອບ ເປັນກໍາ. ພາບປະກອບ ພາບປະກອບ ຫລາວັດແທກໃນການນໍາພາ-ຊີ້ນໍາ ຂອງບັນດາສະຫາຍເພື່ອເດັດດ່ຽວ ໃນການຈັດຕັ້ງປະຕິບັດໃນຄວາມ ຮັບຜິດຊອບຂອງຕົນ; ສຸມໃສ່ໃນ ການຈັດຕັ້ງປະຕິບັດໂດຍສະເພາະ ແມ່ນການແກ້ໄຂປາກົດການຫຍໍ້ທໍ້ ໃນສັງຄົມ ເພື່ອໃຫ້ມີຄວາມສະ ຫງົບ, ປອດໄພໂດຍພື້ນຖານ ແລະ ຕິດພັນກັບ 2 ວາລະແຫ່ງຊາດ ພ້ອມທັງສ້າງເງື່ອນໄຂໃນການພັດ ທະນາເສດຖະກິດ-ສັງຄົມ ຂອງ ເມືອງໃຫ້ມີການຂະຫຍາຍຕົວ, ຊຸກ ຍູ້ສົ່ງເສີມບັນດາໜໍ່ແໜງການຜະ ລິດຈາກການຜະລິດຂອງພໍ່ແມ່ປະ ຊາຊົນໃຫ້ກາຍເປັນການນໍາໃຊ້ເຄື່ອງ ມືເຕັກນິກທີ່ທັນສະໄໝເຂົ້າໃນໜ້າ ທີ່ວຽກງານ, ແກ້ໄຂບັນຫາຄວາມ ຍາກຈົນເປັນຕົ້ນແມ່ນການຈັດຕັ້ງ ປະຕິບັດຕາມດໍາລັດ 348 ໃຫ້ສໍາ ເລັດໂດຍພື້ນຖານ. ພ້ອມນີ້, ໄດ້ເອົາໃຈໃສ່ຄຸ້ມຄອງ ດ້ານລະບຽບວິໄນ ຕິດພັນກັບການ ສະກັດກັ້ນຕີຖອຍປາກົດການຫຍໍ້ ທໍ້ຄຽງຄູ່ກັບການຍົກລະດັບຄວາມ ຮູ້-ຄວາມສາມາດໃຫ້ແກ່ຖັນແຖວ ພະນັກງານ-ສະມາຊິກພັກໃຫ້ເປັນ ລະບົບຕໍ່ເນື່ອງ, ສ້າງໜ່ວຍພັກໃຫ້ມີ ຄວາມປອດໃສ, ເຂັ້ມແຂງ ແລະ ໜັກ ແໜ້ນເພື່ອຮັບປະກັນທາງດ້ານຄຸນ ນະພາບ; ໄດ້ເອົາໃຈໃສ່ສ້າງໃຫ້ພະ ນັກງານ-ສະມາຊິກພັກມີຄຸນທາດ ການເມືອງຄຸນສົມບັດສິນທໍາປະຕິ ວັດເພື່ອເຮັດໃຫ້ມະຫາຊົນມີຄວາມ ເຊື່ອໝັ້ນ ແລະ ໄວ້ເນື້ອເຊື່ອໃຈຕໍ່ຄະ ນະພັກຂອງພວກເຮົາ, ສືບຕໍ່ຫັນເອົາ ພະນັກງານລົງກໍ່ສ້າງຮາກຖານ ໄດ້ຍົກໃຫ້ເຫັນຕື່ມວ່າ: ຜ່ານການ ດໍາເນີນກອງປະຊຸມກາງສະໄໝ ຜ່ານມາສັງເກດຕີລາຄາເຫັນວ່າ ສາມາດຍາດໄດ້ຜົນງານທີ່ພົ້ນເດັ່ນ ຫລາຍດ້ານເຊິ່ງພາຍຫລັງທີ່ທາງ ແຂວງໄດ້ມອບຕົວເລກຄວາມຮັບ ຜິດຊອບດ້ານແຜນການຈັດເກັບ ລາຍຮັບພາຍໃນເມືອງໃນໄລຍະ ຊຸມປີ 2020 -2021 ແມ່ນບໍ່ສາ ມາດປະຕິບັດງົບປະມານໄດ້ຕາມ ແຜນການ,ແຕ່ມາຮອດປີ 2022 ດ້ານການຕົວເລກການຈັດເກັບລາຍ ຮັບເຂົ້າງົບປະມານພາຍໃນເມືອງ ແມ່ນປະຕິບັດໄດ້ 1,8 ຕື້ກວ່າກີບ ຖ້າ ທຽບໃສ່ແຜນການໄດ້ 100,17% ເຊິ່ງລາຍຮັບສ່ວນຫລາຍໄດ້ມາ ຈາກສ່ວຍສາອາກອນ 945 ລ້ານ ກວ່າກີບຖ້າທຽບໃສ່ແຜນການປີໄດ້ 99,88%, ລາຍຮັບວິຊາການປະຕິ ບັດໄດ້ 270 ລ້ານກີບ ທຽບໃສ່ແຜນ ການປະຕິບັດໄດ້ 100%, ລາຍຮັບ ຈາກພາສີທີ່ດິນປະຕິບັດໄດ້ 532 ລ້ານກີບ ຖ້າທຽບໃສ່ແຜນການປະ ຕິບັດໄດ້ 106,8% . ນອກຈາກນັ້ນ ແມ່ນການຈັດຕັ້ງປະຕິບັດດ້ານພື້ນ ຖານໂຄງລ່າງ ເຊິ່ງມີໂຄງການລົງ ທຶນຂອງລັດຈໍານວນ 9 ໂຄງການ ມູນຄ່າ 132,3 ຕື້ກວ່າກີບ, ຂັ້ນສູນ ກາງຄຸ້ມຄອງມີ 1 ໂຄງການຄື ໂຄງ ການກໍ່ສ້າງທາງປູຢາງ 2 ຊັ້ນ ນັບ ແຕ່ສາມແຍກບ້ານຄໍາບຸນ - ບ້ານແກ້ງ ແປມີມູນຄ່າການກໍ່ສ້າງ 139,3 ຕື້ ກວ່າກີບປັດຈຸບັນໂຄງການກໍ່ສ້າງ ມີ ຄວາມຄືບໜ້າ 88,5%, ຂັ້ນເມືອງ ຄຸ້ມຄອງມີ 8 ໂຄງການ ມູນຄ່າ 4 ຕື້ ກວ່າກີບ ໃນນັ້ນສໍາເລັດໄປແລ້ວມີ 5 ໂຄງການ ແລະ ຈະໄດ້ສືບຕໍ່ອີກ 3 ໂຄງການ ໃຫ້ສໍາເລັດ. ສໍາລັບໂຄງ ການທີ່ສໍາເລັດໃນປີ 2023 ເປັນຕົ້ນ ແມ່ນໂຄງການກໍ່ສ້າງທາງດິນແດງ ນັບແຕ່ບ້ານຫາດເພັກ-ບ້ານນາຊອນ, ສ່ວນໂຄງການສືບຕໍ່ໃນປີ 2023 ແມ່ນໂຄງການກໍ່ສ້າງອານຸສາວະລີ ປະທານ ໄກສອນ ພົມວິຫານ ມູນຄ່າ ການກໍ່ສ້າງ 185 ລ້ານກີບ ຄາດວ່າ ຈະໃຫ້ສໍາເລັດ ໃນປີ 2023 . ເດັ່ນ ກວ່າໝູ່ແມ່ນການມີສ່ວນຮ່ວມຂັ້ນ ແຂວງ, ຂັ້ນເມືອງ ແລະ ຂັ້ນບ້ານ ໃນການສ້ອມແປງເສັ້ນທາງຂອງພໍ່ ແມ່ປະຊາຊົນພາຍໃນ 45 ບ້ານທົ່ວ ເມືອງມູນຄ່າການກໍ່ສ້າງ 739 ລ້ານ ກວ່າກີບ ເຊິ່ງມາຮອດປັດຈຸບັນແມ່ນ ຍັງສືບຕໍ່ຢູ່. ເດັ່ນກວ່າໝູ່ແມ່ນການກໍ່ ສ້າງທາງປູເບຕົງຢູ່ບ້ານຫາດຄໍາ ຮຽງ, ບ້ານສັງ, ບ້ານສົ້ມ ແລະ ບ້ານ ຕຶງ ທີ່ໄດ້ຈັດຕັ້ງປະຕິບັດໃນສົກປີ 2022-2023 ນອກນັ້ນແມ່ນການ ປະດັບປະດາດອກໄຟເຍືອງທາງ ຕາມເສັ້ນທາງເລກທີ 13 ໃຕ້ທີ່ຢູ່ໃນ ເຂດເທສະບານເມືອງ ແລະ ດອກໄຟ ທີ່ໃຊ້ໂຊລາເຊວທີ່ໄດ້ຮັບທຶນຈາກ ແຂວງຈໍານວນ 100 ດອກ ແລະ ໄດ້ ຈາກການລະດົມຫ້ອງການອ້ອມ ຂ້າງເມືອງຈໍານວນ 20 ດອກ. ພ້ອມ ນັ້ນຍັງໄດ້ຍາດແຍ່ງທຶນຮອນຈາກ ບໍລິສັດວິລາໂກ ເພື່ອຕິດຕັ້ງໄຟເຍືອງ ທາງຢູ່ບ້ານບຶງຫົວນາ ຈໍານວນ 3 ດອກ ແລະ ແຜນກໍ່ສ້າງວິດຖ່າຍໃຫ້ ພໍ່ແມ່ປະຊາຊົນບ້ານບຶງຫົວນາ ຈໍາ ນວນ 80 ຫລັງຄາເຮືອນໃຫ້ສໍາເລັດ ໃນປີ 2023 . ຕາມ 4 ເນື້ອໃນ 4 ຄາດໝາຍຂອງ ການຈັດຕັ້ງປະຕິບັດວຽກງານສາມ ສ້າງເຂົ້າສູ່ລວງເລິກໂດຍສະເພາະ ແມ່ນໄດ້ຫັນເອົາພະນັກງານນໍາພາຄຸ້ມຄອງທີ່ໄດ້ກໍານົດໃນໄລຍະປີ 2020-2024 ຕິດພັນກັບບັນດາສະ ຫາຍໃນຄະນະປະຈໍາພັກເມືອງ, ກໍາ ມະການພັກເມືອງໃຫ້ລົງຮັບຜິດ ຊອບພາຍໃນ 45 ບ້ານທົ່ວເມືອງ ເພື່ອລົງໄປຊ່ວຍພໍ່ແມ່ປະຊາຊົນ ກວດກາຄືນແບບແຜນວິທີນໍາພາ, ວິທີເຮັດວຽກຂອງຄະນະພັກຮາກ ຖານຂັ້ນບ້ານທີ່ນອນຢູ່ໃນ 5 ໜ່ວຍ ງານໂດຍຕິດພັນກັບແຜນພັດທະນາ ເສດຖະກິດ-ສັງຄົມຂອງບ້ານ, ສຸມ ໃສ່ການຮ່ວມມືກັບພາກພື້ນ ແລະ ສາກົນໂດຍສະເພາະແມ່ນຕ້ອງໄດ້ ຍາດແຍ່ງເອົາການຊ່ວຍເຫລືອທາງ ເຕັກນິກ ແລະ ເຕັກໂນໂລຊີກໍ່ຄືຍາດ ແຍ່ງເອົາການລົງທຶນເຂົ້າໃນຂົງ ເຂດທີ່ມີເງື່ອນໄຂເຊິ່ງຢູ່ເມືອງເຊ ບັ້ງໄຟແມ່ນເໝາະສົມກັບການລົງ ທຶນໃນຂະແໜງກະສິກໍາ, ຂະແໜງ ອຸດສາຫະກໍາ ແລະ ຂະແໜງການ ບໍລິການ. ພ້ອມນັ້ນແມ່ນເອົາໃຈໃສ່ ປະຕິບັດຕາມທິດຊີ້ນໍາຂອງຂັ້ນເທິງ ໃນການຍາດແຍ່ງເອົາການຊ່ວຍ ເຫລືອເຂົ້າໃນຂະແໜງສຶກສາ, ສາ ທາ, ກະສິກໍາ ແລະ ຂົງເຂດອຸດສາ ຫະກໍາປຸງແຕ່ງ. ສະຫາຍ ທອງໄຊ ມັງໜໍ່ເມກ ພາບປະກອບ

RkJQdWJsaXNoZXIy MTc3MTYxMQ==