5637

dt-;'dkog'o xtdkfdko9a f8A ' c]t ra ddkoIa [v5 f|6 o[eoko y dP,9aflqj'g0Qklko9hk; 900 38o .sh 4 c0;'0v']k; dkooe0Aol6' rad{]aflqj'lko -q,g-upg4y'76jIj;,8ec|j' lkov;prvo;ao-kfltstrao iafg-p dv'xt-5,7q[7tot[=]ysko'kol6odk'rad 7A'mu 6 gooA |da .slh [n 8g+ vkq .9.lsj ]kp[oa skle7oa ຖະໜົນ 450 ປີ ບ້ານດົງໂພນແຮ່ ເມືອງຫາດຊາຍຟອງ ນະຄອນຫລວງວຽງຈັນ www.kpl.gov.la , Facebook: ປະເທດລາວ Pathedlao, Email: kpl@laotel.com , Tel/Fax:(021) 215402 ວັນຈັນ 12.06.2023 ປີທີ 22 ສະບັບທີ 5.637 rda xt-k-oq xt8;y fa]k; mu,j du Pflts'k \oA pon K j rvh ,doa l,5 .l9j fa 8'A xt8[y fa 2 ;k]tcs'j -kf .sgh xoa I[6 xtme  ອ່ານຕໍ່ໜ້າ 2 dt-;' 4;m ,v[3m]t37j '.sh c0;'7e,j ;o  ອ່ານຕໍ່ໜ້າ 4  ອ່ານຕໍ່ໜ້າ 2  ອ່ານຕໍ່ໜ້າ 2  ອ່ານຕໍ່ໜ້າ 2  ອ່ານຕໍ່ໜ້າ 2  ອ່ານຕໍ່ໜ້າ 2  ອ່ານຕໍ່ໜ້າ 2 le,tokdko75h,7v'c[[fu9y8vo c]t dkooe.-hvyog8ugoaf 7totm6f]k; Ij;,'ko-kxtokdyflq[ dq'l5ody8y,tlad csj' lxx ]k; xt9e lt,kraomt]aflt;yfl ຂປລ. ໃນວັນທີ 9 ມິຖຸນາ 2023 ນີ້, ທ່ານ ທອງລຸນ ສີສຸລິດ ປະ ທານປະເທດ ແລະ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ສົ່ງສານຊົມເຊີຍເຖິງທ່ານ ເຟີດີນານ ໂຣມວນເດດ ມາ ກອດ ຈູເນຍ ປະທານາທິບໍດີ ແຫ່ງ ສາທາລະນະລັດ ຟີລິບປິນ ເນື່ອງໃນ ໂອກາດວັນປະກາດເອກະລາດ ຄົບຮອບ 125 ປີ ແຫ່ງ ສາທາລະນະ ລັດ ຟີລິບປິນ. ເນື້ອໃນສານລະບຸໄວ້ວ່າ: ເນື່ອງໃນໂອກາດວັນປະກາດເອກະລາດ ຄົບຮອບ 125 ປີ ແຫ່ງ ສາທາລະນະລັດ ຟີລິບປິນ, ໃນນາມປະຊາຊົນ ລາວ ແລະ ໃນນາມສ່ວນຕົວຂ້າພະເຈົ້າ ມີຄວາມຮູ້ສຶກປິຕິຍິນດີເປັນຢ່າງ ຍິ່ງສົ່ງຄໍາຊົມເຊີຍອັນອົບອຸ່ນ ແລະ ພອນໄຊອັນປະເສີດມາຍັງທ່ານ ແລະ ປະຊາຊົນ ຟີລິບປິນ ເພື່ອນມິດທຸກຖ້ວນໜ້າ. ຂ້າພະເຈົ້າ ມີຄວາມພາກພູມໃຈເປັນຢ່າງຍິ່ງທີ່ເຫັນວ່າ ສາຍພົວ ພັນມິດຕະພາບອັນອົບອຸ່ນ ແລະ ການຮ່ວມມືທີ່ດີງາມລະຫວ່າງສອງ ປະເທດພວກເຮົາ ໄດ້ຮັບການເສີມຂະຫຍາຍຢ່າງຕໍ່ເນື່ອງຕະຫລອດ ໄລຍະ 6 ທົດສະວັດທີ່ຜ່ານມາ. ຂ້າພະເຈົ້າ ເຊື່ອໝັ້ນວ່າ ສາຍພົວພັນມິດ ຕະພາບອັນດີງາມດັ່ງກ່າວ ຈະສືບຕໍ່ເສີມຂະຫຍາຍໃນທຸກໆດ້ານໃນ ຂປລ. ໃນລະຫວ່າງວັນທີ 8-9 ມິຖຸນາ 2023, ສະພາແຫ່ງຊາດ ແຫ່ງ ສປປ ລາວ ໄດ້ເປັນເຈົ້າພາບ ຂປລ. ວັນທີ 8 ມິຖຸນາ 2023, ກະຊວງຖະແຫລງຂ່າວ, ວັດທະນະ ທຳ ແລະ ທ່ອງທ່ຽວ (ຖວທ) ໄດ້ ມອບໂທລະໂຄ່ງ 50 ຊຸດ ໃຫ້ແກ່ ແຂວງຄຳມ່ວນ ໃນໂຄງການປັບປຸງ ຂະຫຍາຍຕາໜ່າງໂທລະໂຄ່ງທົ່ວ ປະເທດ (ໄລຍະ 2) ເພື່ອແຈກຢາຍ ໃຫ້ແກ່ 50 ບ້ານ ໃນ 7 ເມືອງ ປະ ກອບມີ: ເມືອງທ່າແຂກ ຈຳນວນ 7 ບ້ານ, ຫີນບູນ 2 ບ້ານ, ບົວລະພາ 11 ບ້ານ, ໄຊບົວທອງ 4 ບ້ານ, ເຊ ບັ້ງໄຟ 3 ບ້ານ, ມະຫາໄຊ 21 ບ້ານ ແລະ ເມືອງຍົມມະລາດ 2 ບ້ານ. ຈຸດປະສົງຂອງການຂະຫຍາຍ ຕາໜ່າງໂທລະໂຄ່ງໃນຂອບເຂດ ທົ່ວປະເທດ ກໍເພື່ອເປັນການຜັນຂະ ຂປລ. ກະຊວງການເງິນຈັດພິທີ ປະກາດການຈັດຕັ້ງຂັ້ນກົມ ແລະ ຂັ້ນພະແນກ, ພ້ອມທັງປະຕິບັດນະໂຍ ບາຍຕໍ່ພະນັກງານ-ລັດຖະກອນຮັບ ອຸດໜູນບໍານານ ໃນວັນທີ 8 ມິຖຸນາ 2023 ໂດຍການເປັນປະທານຂອງ ທ່ານ ບຸນປອນ ວັນນະຈິດ ຮອງລັດ ຖະມົນຕີກະຊວງການເງິນ, ມີທ່ານ ກົງຄຳ ສິດທິວໍລະດາ ຫົວໜ້າກົມຈັດ ຕັ້ງ ແລະ ພະນັກງານ, ທ່ານ ສົມບູນ ອິນທະປັດຖາ ຫົວໜ້າຫ້ອງການກະ ຂປລ. ໃນວັນທີ 8 ມິຖຸນາ 2023 ຜ່ານມາ, ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ໄດ້ສົ່ງສານອວຍພອນເຖິງທ່ານ ວະລາດີເມຍ ປູຕິນ ປະທານາທິບໍດີ ແຫ່ງ ສະຫະພັນ ຣັດເຊຍ ເນື່ອງໃນ ໂອກາດວັນຊາດ ແຫ່ງ ສະຫະພັນ ຣັດເຊຍ. ເນື້ອໃນສານໄດ້ລະບຸວ່າ: ເນື່ອງໃນໂອກາດວັນຊາດ ແຫ່ງ ສະຫະພັນ ຣັດເຊຍ, ຕາງໜ້າໃຫ້ປະຊາຊົນລາວ ແລະ ໃນນາມສ່ວນຕົວ, ຂ້າພະເຈົ້າ ຂໍ ສະແດງຄວາມຊົມເຊີຍອັນອົບອຸ່ນ ແລະ ພອນໄຊອັນປະເສີດ ມາຍັງທ່ານ ແລະ ຜ່ານທ່ານ ໄປຍັງປະຊາຊົນ ຣັດເຊຍ ເພື່ອນມິດທຸກຖ້ວນໜ້າ. ຂ້າພະເຈົ້າ ເຊື່ອໝັ້ນວ່າ ສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນ ດີງາມ ບົນພື້ນຖານການເປັນຄູ່ຮ່ວມມືຍຸດທະສາດ, ຄວາມເຂົ້າອົກເຂົ້າ ໃຈ, ໄວ້ເນື້ອເຊື່ອໃຈ ແລະ ສະໜັບສະໜູນເຊິ່ງກັນ ແລະ ກັນ ລະຫວ່າງ ສອງປະເທດພວກເຮົາ ຈະສືບຕໍ່ໄດ້ຮັບການຮັດແໜ້ນ ແລະ ເສີມຂະ ຫຍາຍຍິ່ງຂຶ້ນ ເພື່ອຜົນປະໂຫຍດຂອງປະຊາຊົນສອງຊາດພວກເຮົາ ກໍຄື ເພື່ອສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມື ເພື່ອການພັດທະນາ ຢູ່ໃນພາກພື້ນ ແລະ ໃນໂລກ. ຂ້າພະເຈົ້າ ຂໍອວຍພອນໃຫ້ທ່ານ ຈົ່ງມີສຸຂະພາບເຂັ້ມແຂງ, ມີ ຄວາມຜາສຸກ ແລະ ປະສົບຜົນສໍາເລັດອັນໃຫຍ່ຫລວງໃນການນໍາພາ ຂປລ. ກອງປະຊຸມຄົບຄະນະຄັ້ງ ທີ 6 ຂອງຄະນະບໍລິຫານງານສູນ ກາງພັກ ສະໄໝທີ XI ໄດ້ຈັດຂຶ້ນໃນ ລະຫວ່າງວັນທີ 5-9 ມິຖຸນາ 2023 ນີ້, ໂດຍການເປັນປະທານຂອງສະ ຫາຍ ທອງລຸນ ສີສຸລິດ ເລຂາທິການ ໃຫຍ່ ຄະນະບໍລິຫານງານສູນກາງ ພັກ ປະຊາຊົນປະຕິວັດລາວ, ໂດຍມີ ບັນດາສະຫາຍກຳມະການກົມການ ເມືອງສູນກາງພັກ, ຄະນະເລຂາທິ ການສູນກາງພັກ, ບັນດາສະຫາຍ ກຳມະການສູນກາງພັກສົມບູນ ແລະ ສຳຮອງ, ບັນດາສະຫາຍເລຂາ ຄະນະພັກກະຊວງ, ອົງການ, ເລຂາ ຄະນະພັກແຂວງຈຳນວນໜຶ່ງເຂົ້າ ຮ່ວມ. ຫຍາຍແນວທາງນະໂຍບາຍຂອງ ພັກ-ລັດ, ແຜນພັດທະນາເສດຖະ ກິດ-ສັງຄົມ ແລະ ເຜີຍແຜ່ຂໍ້ມູນຂ່າວ ສານ, ແຈ້ງກ່ຽວກັບສະພາບການ ຕ່າງໆ ໂດຍສະເພາະສະພາບການ ປ່ຽນແປງຂອງດິນຟ້າອາກາດ ເພື່ອ ໃຫ້ປະຊາຊົນໄດ້ມີສະຕິລະວັງຕົວ ທ່ານ ບຸນປອນ ວັນນະຈິດ ຈັດສຳມະນາຮ່ວມກັບສະມັດຊາລັດ ຖະສະພາທີ່ໃຊ້ພາສາຝຣັ່ງ (APF) ຂປລ. ໃນວັນທີ 2-3 ມິຖຸນາ 2023 ຜ່ານມາ, ຄະນະທູດຈາກ 4 ປະເທດຄື: ທ່ານເອກອັກຄະລັດ ຖະທູດ ແຫ່ງ ສປປ ລາວ ປະຈໍາ ສະມາພັນທະລັດສະວິດສ, ທ່ານເອກ ອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈໍາສະຫະລັດອາເມລິກາ; ທ່ານ ເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈໍາ ລາຊະອານາຈັກອັງກິດ ແລະ ທ່ານ ເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈໍາ ສາທາລະ ນະລັດ ໂອຕຣິດ ພ້ອມຄະນະໄດ້ສໍາ ເລັດການເຂົ້າຮ່ວມງານຊາປະນາ ກິດສົບ ທ່ານ ດຣ. ກີໂດ ໂຈເຊັບ ກາແປລລີ ກົງສຸນກິຕິມະສັກ ແຫ່ງ ສປປ ລາວ ປະຈໍາສະມາພັນທະລັດ ສະວິດສ ທີ່ ກັງຕົງ Schwyz, ປະເທດ ສະວິດ ດ້ວຍຜົນສໍາເລັດ ອັນຈົບງາມ. ໃນພິທີດັ່ງກ່າວ, ຄະນະທູດໄດ້ ວາງພວງມາລາໄວ້ອາໄລ ໃນນາມ ລັດຖະບານ ແລະ ປະຊາຊົນລາວ. ພ້ອມກັນນີ້, ທ່ານທູດ ລັດສະໝີ ແກ້ວມະນີ ໄດ້ຕາງໜ້າຂຶ້ນອ່ານ ສານເສົ້າສະຫລົດໃຈຂອງທ່ານ

lkmk]tot]fa xt-kmxy tw8 xt-k-oq ]k; \oA pon K @ 0kj ; c]t gsfdko 12/06/2023 xtgmf]k; ກອງປະຊຸມຄົບຄະນະ... ສານອວຍພອນ.... ກຽມຈັດສົ່ງເຂົ້າສານ... ການນຳຂັ້ນສູງ... ສຳມະນາການຄຸ້ມຄອງ... ກະຊວງ ຖວທ... ກະຊວງການເງິນ.... ຂປລ. ສາທາລະນະລັດເກົາຫລີ, ປະເທດອຽກລັງ ແລະ ຜູ້ໃຫ້ທຶນຈາກ ຫລາຍພາກສ່ວນ ໄດ້ຊ່ວຍເຫລືອ ເຂົ້າສານຈ້າວ 900 ໂຕນ ໃຫ້ກັບພໍ່ ແມ່ປະຊາຊົນ 100.000 ກວ່າຄົນ ຢູ່ 16 ເມືອງໃນ 4 ແຂວງ ຄື: ແຂວງ ອຸດົມໄຊ, ຫລວງນໍ້າທາ, ເຊກອງ ແລະ ແຂວງສາລະວັນ ໂດຍຜ່ານອົງ ການອາຫານໂລກ ແຫ່ງສະຫະປະ ຊາຊາດ ປະຈຳລາວ ແລະ ມອບຕໍ່ ໃຫ້ກະຊວງແຮງງານ ແລະ ສະ ຫວັດດີການສັງຄົມ ໃນວັນທີ 9 ມິຖຸນາ 2023 ທີ່ນະຄອນຫລວງ ວຽງຈັນ. ຈາກນັ້ນ, ອົງການກາແດງ ແຫ່ງຊາດລາວ ຈະເປັນຜູ້ຈັດສົ່ງ ເຂົ້າສານຈ້າວ ໃຫ້ໄປຮອດໄປເຖິງ ມືຂອງປະຊາຊົນ. ທ່ານ ລີປ່າວ ຢ່າງ ຮອງລັດຖະ ມົນຕີກະຊວງແຮງງານ ແລະ ສະ ຫວັດດີການສັງຄົມ (ຮສສ) ໄດ້ ກ່າວວ່າ: ການຈັດສົ່ງເຂົ້າສານຈະ ເລີ່ມຈັດຕັ້ງປະຕິບັດໃນເດືອນກໍລະ ກົດ ຫາ ກັນຍາ 2023 ເພື່ອຊ່ວຍ ເຫລືອຜູ້ດ້ອຍໂອກາດທີ່ບໍ່ສາມາດ ເຂົ້າເຖິງການຄໍ້າປະກັນດ້ານສະ ບຽງອາຫານ. ນອກຈາກນີ້, ຍັງເຮັດ ໃຫ້ກະຊວງ ຮສສ ບັນລຸຕົວຊີ້ວັດ ໃນແຜນວຽກຈຸດສຸມກ່ຽວກັບການ ກອງປະຊຸມຄັ້ງນີ້, ໄດ້ພ້ອມກັນ ຕີລາຄາການຈັດຕັ້ງປະຕິບັດແຜນ ພັດທະນາເສດຖະກິດ-ສັງຄົມ, ແຜນ ງົບປະມານ-ເງິນຕາ 6 ເດືອນຕົ້ນປີ ແລະ ໃຫ້ທິດຊີ້ນໍາຕໍ່ທິດທາງ, ແຜນ ວຽກຈຸດສຸມ ສໍາລັບ 6 ເດືອນທ້າຍ ປີ 2023, ຕິດພັນກັບການປະຕິບັດ ສອງວາລະແຫ່ງຊາດ; ໄດ້ຕີລາ ຄາການຜັນຂະຫຍາຍ ແລະ ຈັດ ຕັ້ງປະຕິບັດມະຕິສໍາຄັນ 2 ສະບັບ ຄື: ມະຕິຂອງກົມການເມືອງສູນ ກາງພັກ ວ່າດ້ວຍການເພີ່ມທະວີ ວຽກງານປ້ອງກັນຄວາມສະຫງົບ ໃນສະພາບການໃໝ່ ແລະ ມະຕິ ຂອງ ຄະນະເລຂາທິການສູນກາງພັກ ວ່າ ດ້ວຍວຽກງານພົວພັນຄົນເຊື້ອຊາດ ລາວ ຢູ່ຕ່າງປະເທດ; ໄດ້ປຶກສາຫາລື ແລະ ໃຫ້ທິດຊີ້ນໍາຕໍ່ການກະກຽມ ແລະ ດໍາເນີນກອງປະຊຸມໃຫຍ່ 3 ຂັ້ນ ຂອງພັກ. ນອກນັ້ນ ຍັງໄດ້ປຶກສາ ຫາລື ແລະ ເປັນເອກະພາບໃຫ້ທິດຊີ້ ນໍາຕໍ່ບັນດາເອກະສານສໍາຄັນຂອງ ພັກເຮົາ, ບົນພື້ນຖານຖອດຖອນບົດ ຮຽນຈາກພຶດຕິກຳຕົວຈິງ ຂອງ ການປະຕິບັດແນວທາງການປ່ຽນ ແປງໃໝ່ ຂອງພັກ ກໍຄື ບົດຮຽນອັນ ດີຈາກປະເທດເພື່ອນມິດ. ກອງປະ ຊຸມໄດ້ມີຄວາມເປັນເອກະພາບສູງ ໃນການສືບຕໍ່ຍູ້ແຮງການຜັນຂະ ຫຍາຍແນວທາງປ່ຽນແປງໃໝ່ ຮອບດ້ານມີຫລັກການຂອງພັກສູ່ ລວງເລິກ, ສ້າງການຫັນປ່ຽນທີ່ແຂງ ແຮງ, ເລິກເຊິ່ງ ແລະ ຮອບດ້ານ; ກະ ກຽມສ້າງໂຄງການການເມືອງຂອງ ພັກ ເພື່ອກຳນົດວິໄສທັດ, ຍຸດທະ ສາດ, ແນວທາງ ແລະ ເສັ້ນທາງເດີນ ຂອງປະເທດຊາດກ້າວຂຶ້ນສູ່ຈຸດ ໝາຍສັງຄົມນິຍົມຢ່າງໜັກແໜ້ນ. ກອງປະຊຸມໄດ້ເຫັນດີເປັນ ເອກະພາບ ຕໍ່ວຽກງານຈໍານວນໜຶ່ງ ຂອງຄະນະບໍລິຫານງານສູນກາງ ພັກ ທີ່ຕ້ອງສຸມໃສ່ນໍາພາຊີ້ນໍາ ເປັນ ຕົ້ນ, ເອົາໃຈໃສ່ວຽກງານສຶກສາອົບ ຮົມການເມືອງ-ແນວຄິດ ພາຍໃນຄະ ນະພັກ, ສະມາຊິກພັກ,ຖັນແຖວພະ ນັກງານ, ທະຫານ, ຕໍາຫລວດ ແລະ ທົ່ວປວງຊົນ ສືບຕໍ່ຮັກສາຄວາມສາ ມັກຄີພາຍໃນ ໃຫ້ໜັກແໜ້ນ, ຜ່ານ ຜ່າຄວາມຫຍຸ້ງຍາກດ້ານເສດຖະ ກິດ-ການເງິນ; ຄະນະພັກທຸກຂັ້ນ ຕ້ອງເພີ່ມທະວີຄວາມມີສະຕິລະວັງ ຕົວ, ນໍາພາວຽກງານປ້ອງກັນຊາດປ້ອງກັນຄວາມສະຫງົບ ໃຫ້ແທດ ຕົວຈິງ, ຮັກສາຄວາມເປັນລະບຽບ ຮຽບຮ້ອຍ ແລະ ສະພາບແວດລ້ອມ ທີ່ອໍານວຍ ໃຫ້ແກ່ການການສ້າງ ສາພັດທະນາເສດຖະກິດ-ສັງຄົມ; ຍູ້ແຮງຂະບວນການແຂ່ງຂັນຮັກ ຊາດ ແລະ ພັດທະນາ, ສ້າງໃຫ້ໄດ້ ຫລາຍຕົວແບບຂອງການພັດທະ ນາ, ການຜະລິດເປັນສິນຄ້າ ເພື່ອ ແກ້ໄຂຄວາມທຸກຍາກ, ສ້າງລາຍຮັບ ໃຫ້ປະຊາຊົນເພີ່ມຫລາຍຂຶ້ນ; ວາງ ມາດຕະການລະອຽດ, ຮັດກຸມຕື່ມ ອີກ ໃນການຄຸ້ມຄອງເສດຖະກິດມະ ຫາພາກ ເພື່ອແກ້ໄຂບັນຫາໃຫ້ຖືກ ຕ້ອງ ແລະ ໄປຖືກທິດ, ຮັບປະກັນ ຄວາມມີສະຖຽນລະພາບຢ່າງໜັກ ແໜ້ນ; ຕັ້ງໜ້າຂຸດຄົ້ນ ແລະ ສ້າງ ຖານລາຍຮັບໃໝ່, ສະກັດກັ້ນຊ່ອງ ຫວ່າງການຮົ່ວໄຫລຂອງງົບປະ ມານ, ພ້ອມນັ້ນ ກໍ່ເຂັ້ມງວດໃນການ ຄຸ້ມຄອງລາຍຈ່າຍໃຫ້ຮັດກຸມບົນ ຈິດໃຈປະຢັດ; ຊຸກຍູ້ສົ່ງເສີມການຜະ ລິດດ້ວຍນະໂຍບາຍທີ່ຖືກຕ້ອງ, ສອດຄ່ອງກວ່າເກົ່າ; ເອົາໃຈໃສ່ຄຸ້ມ ຄອງຕະຫລາດ; ດຶງດູດການທ່ອງ ທ່ຽວ, ກະຕຸ້ນເສດຖະກິດກໍຄືການຜະ ລິດ ແລະ ການບໍລິການຂອງປະຊາ ຊົນໃຫ້ແຂງແຮງຂຶ້ນກວ່າເກົ່າ; ຊີ້ນໍາການດໍາເນີນກອງປະຊຸມສະ ຫລຸບຕີລາຄາກາງສະໄໝ ຂອງບັນ ດາອົງຄະນະພັກກະຊວງ, ອົງການ ແລະ ທ້ອງຖິ່ນ ໃຫ້ໄປຕາມແຜນ ແລະ ມີຜົນສໍາເລັດ, ເຊິ່ງຖືເປັນບັ້ນດໍາ ເນີນຊີວິດການເມືອງທີ່ສໍາຄັນ, ຊອກໃຫ້ເຫັນບັນຫາ ແລະ ສາເຫດທີ່ ແທ້ຈິງ, ພ້ອມທັງວາງມາດຕະການ ແລະ ວິທີປັບປຸງແກ້ໄຂໃຫ້ຖືກຕ້ອງ; ປັບປຸງລະບອບ, ກົນໄກ, ວິທີເຮັດ ວຽກ ແລະ ການແບ່ງງານ, ແບ່ງ ຄວາມຮັບຜິດຊອບຊີ້ນໍາຂອງກົມ ການເມືອງ, ຄະນະເລຂາທິການສູນ ກາງພັກ ກໍຄື ຂອງຄະນະປະຈໍາພັກ, ຄະນະພັກ ຢູ່ແຕ່ລະບ່ອນເພື່ອແນໃສ່ ຍົກສູງປະສິດທິຜົນໃນການນໍາພາ ຊີ້ນໍາ, ຕີຈັງຫວະ ແລະ ແກ້ໄຂບັນ ຫາໃຫ້ແທດເຖິງຕົວຈິງ; ສືບຕໍ່ປະ ຕິບັດແນວທາງການຕ່າງປະເທດ ຢ່າງຕັ້ງໜ້າ; ຍາດແຍ່ງການຮ່ວມມື, ການຊ່ວຍເຫລືອ ຈາກປະເທດເພື່ອນ ມິດ ແລະ ອົງການຈັດຕັ້ງສາກົນ ເຂົ້າໃນການພັດທະນາ, ການຟື້ນຟູ ແລະ ຂະຫຍາຍເສດຖະກິດ, ການຜະ ລິດ-ທຸລະກິດ ຂອງປະເທດເຮົາໃຫ້ ແຂງແຮງ. ສືບຕໍ່ວຽກງານພົວພັນ ຄົນເຊື້ອຊາດລາວຢູ່ຕ່າງປະເທດ ເພື່ອເພີ່ມທະວີປະກອບສ່ວນເຂົ້າໃນ ການພັດທະນາປະເທດຊາດໃຫ້ ຫລາຍຂຶ້ນ. ກອງປະຊຸມຄົບຄະນະບໍລິຫານ ງານສູນກາງພັກ ຄັ້ງທີ 6 ຍັງໄດ້ ເນັ້ນໜັກໃຫ້ສືບຕໍ່ຜັນຂະຫຍາຍມະ ຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງ ພັກ ໃຫ້ແຂງແຮງ ແລະ ໃຫ້ເປັນຂະ ບວນການຟົດຟື້ນ; ຮຽກຮ້ອງໃຫ້ບັນ ດາສະຫາຍສູນກາງ ສືບຕໍ່ເສີມຂະ ຫຍາຍມູນເຊື້ອຄວາມສາມັກຄີເປັນ ປຶກແຜ່ນພາຍໃນພັກ ແລະ ພາຍໃນ ຊາດ, ເພີ່ມທະວີຄວາມເອົາໃຈໃສ່ ນໍາພາ-ຊີ້ນໍາ, ປັບປຸງ, ຍົກສູງຄວາມ ສາມາດ ແລະ ຄວາມຮັບຜິດຊອບ ໃນການປະຕິບັດໜ້າທີ່ການເມືອງ ທີ່ໄດ້ຮັບມອບໝາຍໃຫ້ສູງຂຶ້ນກວ່າ ເກົ່າ; ສືບຕໍ່ນໍາເອົາເນື້ອໃນຈິດໃຈ ຂອງກອງປະຊຸມຄັ້ງນີ້ໄປເຜີຍແຜ່ ເຊື່ອມຊຶມ ແລະ ຊີ້ນຳການຜັນຂະ ຫຍາຍ, ຈັດຕັ້ງປະຕິບັດໃຫ້ປາກົດ ຜົນເປັນຈິງ. ອະນາຄົດ ເພື່ອນໍາເອົາຜົນປະໂຫຍດ ແລະ ສ້າງຄວາມສົມບູນພູນສຸກມາ ສູ່ປະຊາຊົນສອງຊາດພວກເຮົາ. ຂ້າພະເຈົ້າຂໍຖືເອົາໂອກາດອັນສະ ຫງ່າລາສີນີ້ ອວຍພອນໄຊມາຍັງ ທ່ານ ຈົ່ງມີພະລານາໄມສົມບູນ, ມີ ຄວາມຜາສຸກ ແລະ ປະສົບຜົນສໍາເລັດ ໃນໜ້າທີ່ວຽກງານອັນມີກຽດສູງ ສົ່ງຂອງທ່ານ ແລະ ຂໍໃຫ້ປະຊາຊົນ ຟີລິບປິນ ເພື່ອນມິດ ຈົ່ງສືບຕໍ່ມີຄວາມ ຈະເລີນກ້າວໜ້າ ແລະ ວັດທະນະ ຖາວອນຍິ່ງໆຂຶ້ນ.ໃນໂອກາດດຽວ ກັນ, ທ່ານ ສະເຫລີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ, ລັດຖະ ມົນຕີກະຊວງການຕ່າງປະເທດ ກໍ ໄດ້ສົ່ງສານຊົມເຊີຍເຖິງ ທ່ານ ໂຈເຊ ເອັນຣິເກ ອອດເຕຣຍ ມານາໂລ ລັດ ຖະມົນຕີຕ່າງປະເທດແຫ່ງ ສາທາ ລະນະລັດ ຟີລິບປິນ ຕື່ມອີກ. ປະເທດຊາດຂອງທ່ານ ໄປສູ່ຄວາມ ວັດທະນະຖາວອນ ແລະ ປະຊາຊົນ ຣັດເຊຍ ຈົ່ງມີຄວາມສົມບູນພູນສຸກ. ໂອກາດນີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ກໍໄດ້ສົ່ງສານອວຍພອນ ເຖິງ ທ່ານ ມີຄາອີນ ມີຊູສະຕິນ ນາຍົກ ລັດຖະມົນຕີ ແຫ່ງສະຫະພັນ ຣັດເຊຍ ເນື່ອງໃນໂອກາດວັນຊາດ ແຫ່ງ ສະ ຫະພັນ ຣັດເຊຍ ເຊັ່ນດຽວກັນ. ພາຍໃຕ້ຫົວຂໍ້: “ການຄຸ້ມຄອງແບບ ດີຈິຕອນ ແລະ ການນຳໃຊ້ອິນເຕີ ເນັດ: ລະຫວ່າງອະທິປະໄຕຂອງ ຊາດ ແລະ ໂລກາພິວັດ” ພາຍໃຕ້ ການເປັນປະທານຂອງ ທ່ານ ສັນຍາ ປຣະເສີດ ປະທານກຳມາທິການ ການຕ່າງປະເທດ, ປະທານຄະນະ ສະມາຊິກລັດຖະສະພາຂອງບັນດາ ປະເທດທີ່ໃຊ້ພາສາຝຣັ່ງ (APF) ຂອງ ສປປ ລາວ, ໂດຍມີສະມາຊິກ ສະພາແຫ່ງຊາດ ທີ່ໃຊ້ພາສາຝຣັ່ງ ຈາກ ສສ ຫວຽດນາມ, ກຳປູເຈຍ, ລາວ, ເອີຣົບ ແລະ ກອງເລຂາ APF ເຂົ້າຮ່ວມ. ໂອກາດນີ້, ທ່ານ ນາງ ສູນທອນ ໄຊຍະຈັກ ເລຂາທິການສູນກາງ ພັກ, ຮອງປະທານສະພາແຫ່ງຊາດ ລາວ ໄດ້ສະແດງຄວາມຍິນດີຕ້ອນ ຮັບຢ່າງອົບອຸ່ນຕໍ່ຄະນະຜູ້ແທນຕ່າງ ປະເທດ ແລະ ໄດ້ຍົກໃຫ້ເຫັນເຖິງ ຄວາມໝາຍສຳຄັນຂອງເຕັກໂນ ໂລຊີ ແລະ ຂໍ້ມູນຂ່າວສານ ທີ່ໄດ້ຖືກ ນຳໃຊ້ເຂົ້າໃນທຸກຂົງເຂດວຽກງານ ທັງພາກລັດ ແລະ ເອກະຊົນ ໃນລະ ດັບສູນກາງຈົນຮອດທ້ອງຖິ່ນຢ່າງ ກວ້າງຂວາງ ຊຶ່ງນັບມື້ມີບົດບາດ ແລະ ກາຍເປັນເຄື່ອງມືທີ່ສຳຄັນຕໍ່ກັບ ວຽກງານບໍລິຫານລັດ, ປ້ອງກັນ ຊາດ-ປ້ອງກັນຄວາມສະຫງົບ, ການຂັບເຄື່ອນການພັດທະນາເສດ ຖະກິດ-ສັງຄົມ ແລະ ອື່ນໆ, ລວມທັງ ການເຜີຍແຜ່ຂ່າວສານຕໍ່ສາທາລະ ນະຊົນ, ການພົວພັນລະຫວ່າງຄົນ ກັບຄົນໃນຊີວິດປະຈຳວັນ ແລະ ການພົວພັນຮ່ວມມືກັບສາກົນ. ພ້ອມນີ້, ທ່ານຍັງໄດ້ຍົກໃຫ້ເຫັນເຖິງ ນະໂຍບາຍຂອງ ສປປ ລາວ ທີ່ໄດ້ຖື ເອົາວຽກງານດັ່ງກ່າວ ເປັນຂົງເຂດ ບູລິມະສິດໃນການບໍລິຫານ, ການ ຄຸ້ມຄອງລັດ-ຄຸ້ມຄອງສັງຄົມ, ການ ຄົ້ນຄວ້າ ແລະ ການພັດທະນາ. ພ້ອມ ກັນນັ້ນ, ສະພາແຫ່ງຊາດລາວ ກໍໄດ້ ນຳໃຊ້ລະບົບດີຈິຕອນ ເຂົ້າໃນການ ເຜີຍແຜ່ແນວທາງນະໂຍບາຍ, ລະ ບຽບກົດໝາຍ ແລະ ແຜນພັດທະນາ ເສດຖະກິດ-ສັງຄົມຕ່າງໆ ແລະ ການປະຕິບັດໜ້າທີ່ຂອງຕົນໃຫ້ປະ ຊາຊົນໄດ້ຮັບຊາບທົ່ວສັງຄົມ, ພ້ອມ ທັງຮັບຟັງ ແລະ ເກັບກຳຄວາມຄິດ ເຫັນຂອງປະຊາຊົນຕໍ່ບັນຫາຕ່າງໆ ໃນສັງຄົມ. ພ້ອມນີ້, ຜູ້ເຂົ້າຮ່ວມກໍໄດ້ຮັບ ຟັງການນຳສະເໜີບົດກ່ຽວກັບການ ຄຸ້ມຄອງອິນເຕີເນັດ: ພັນທະສັນຍາ ແລະ ຄວາມອັນຕະລາຍຂອງພື້ນທີ່ ວ່າງອັນບໍ່ມີຂອບເຂດ; ພາບລວມ ກ່ຽວກັບການຄຸ້ມຄອງດີຈິຕອນ ແລະ ການນໍາໃຊ້ອິນເຕີເນັດຢູ່ ສປປ ລາວ; ການຈັດຕັ້ງປະຕິບັດອະທິປະ ໄຕແຫ່ງຊາດ ໃນຍຸກສະໄໝໂລກາ ພິວັດ; ຄວາມໝາຍ ແລະ ບົດບາດ ຂອງລັດຖະສະພາຕໍ່ວຽກງານການ ຄຸ້ມຄອງວຽກງານດີຈິຕອນ; ບັນດາ ເຄື່ອງມື, ລະບຽບການທີ່ນໍາໃຊ້ໃນ ລະດັບສາກົນໃນການຄວບຄຸມວຽກ ງານດີຈິຕອນ ທີ່ສະເໜີໂດຍຄະ ນະຜູ້ແທນສະມັດຊາລັດຖະສະພາ ທີ່ໃຊ້ພາສາຝຣ່ັງ ແລະ ຜູ້ແທນສະ ພາແຫ່ງຊາດລາວ. ຈາກນັ້ນ, ຄະນະ ຜູ້ແທນກອງປະຊຸມ ກໍໄດ້ພ້ອມກັນ ແລກປ່ຽນສົນທະນາ ແລະ ປຶກສາ ຫາລືກັນກ່ຽວກັບຫົວຂໍ້ຕ່າງໆຢ່າງ ກົງໄປກົງມາ ແລະ ສ້າງສັນ ໂດຍໄດ້ ຍົກສູງຄວາມຮັບຮູ້, ຄວາມເຂົ້າໃຈ ແລະ ເຫັນໄດ້ຜົນປະໂຫຍດ ແລະ ສິ່ງທ້າທາຍ ລວມທັງວິທີການຄຸ້ມ ຄອງລະບົບດີຈິຕອນ ແລະ ການນຳ ໃຊ້ອິນເຕີເນັດໃຫ້ມີປະສິດທິພາບ ແລະ ປະສິດທິຜົນສູງຂຶ້ນ. ການສຳມະນາຄັ້ງນີ້, ໄດ້ຮັບຜົນ ສຳເລັດຕາມລະດັບຄາດໝາຍ ແລະ ໄດ້ໃຫ້ບົດຮຽນທີ່ດີແກ່ຄະນະ ຜູ້ແທນທີ່ເຂົ້າຮ່ວມກອງປະຊຸມ ເພື່ອ ນຳໄປສືບຕໍ່ຜັນຂະຫຍາຍໃນການ ປະຕິບັດຕົວຈິງ ແລະ ນຳເອົາຜົນ ປະໂຫຍດສູງສຸດມາໃຫ້ປະຊາຊົນ ຂອງແຕ່ລະປະເທດ. ຂ່າວ: ສຸກສະຫວັດ,ພາບ: ຂັນໄຊ ແລະ ກຽມພ້ອມຮັບມືໄດ້ທັນເວລາ. ເນື່ອງຈາກວ່າປະຊາຊົນທີ່ຢູ່ໃນ ສປປ ລາວ ສ່ວນໃຫຍ່ແມ່ນມີອາຊີບ ທຳການຜະລິດກະສິກຳ ແລະ ຢູ່ ແບບ ກະແຈກກະຈາຍຄຽງຄູ່ກັບການ ພັດທະນາສື່ທີ່ທັນສະໄໝການຂະ ຫຍາຍລະບົບໂທລະໂຄ່ງຈຶ່ງເຫັນ ວ່າມີຄວາມສຳຄັນ ແລະ ຈຳເປັນ ໃນການໂຄສະນາເຜີຍແຜ່ຂໍ້ມູນທີ່ ມີຄວາມແທດເໝາະກັບສະພາບ ປັດຈຸບັນ ໂດຍສະເພາະໃນເຂດຊົນ ນະບົດຫ່າງໄກສອກຫລີກ. ລະບົບ ໂທລະໂຄ່ງທີ່ມອບໃນຄັ້ງນີ້, ແມ່ນໄດ້ ມີການຕິດຕັ້ງອຸປະກອນທີ່ສາມາດ ຮັບສັນຍານຈາກສະຖານີວິທະຍຸ ຂອງຂັ້ນສູນກາງ, ຂັ້ນແຂວງ ແລະ ວິທະຍຸຂອງເມືອງ ເພື່ອສົ່ງຕໍ່ຂໍ້ມູນ ຂ່າວສານລົງສູ່ພໍ່ແມ່ປະຊາຊົນໄດ້ ຢ່າງກວ້າງຂວາງ ແລະ ທົ່ວເຖິງ. ນອກຈາກມອບໂທລະໂຄ່ງດັ່ງ ກ່າວແລ້ວ, ຄະນະທີມງານຈາກກະ ຊວງ ກໍຄື ກົມທີ່ກ່ຽວຂ້ອງຍັງໄດ້ຝຶກ ອົບຮົມທາງດ້ານທິດສະດີ, ການຕິດ ຕັ້ງ ແລະ ການຮັກສາໂທລະໂຄ່ງຂັ້ນ ພື້ນຖານໃຫ້ແກ່ພະນັກງານຮັບຜິດ ຊອບຂັ້ນແຂວງ, ຂັ້ນເມືອງໃຫ້ສາ ມາດນໍາເອົາຄວາມຮູ້ດັ່ງກ່າວໄປ ເຜີຍແຜ່ ແລະ ຈັດຕັ້ງປະຕິບັດຢູ່ໃນ ບ້ານເປົ້າໝາຍຂອງທ້ອງຖິ່ນຕົນ. ໃນໂອກາດລົງມາເຄື່ອນໄຫວ ວຽກງານຢູ່ແຂວງຄຳມ່ວນ, ທ່ານ ຮອງລັດຖະມົນຕີ ກະຊວງ ຖວທ ພ້ອມດ້ວຍຄະນະ ຍັງໄດ້ລົງຢ້ຽມ ຢາມສະຖານທີ່ທ່ອງທ່ຽວ ທ່າຝຣັ່ງ ແລະ ຖໍ້ານາງແອ່ນ ເມືອງທ່າແຂກ ຕື່ມອີກ. ຂ່າວ: ກອງຄຳ ຊວງການເງິນ; ຕາງໜ້າບັນດາຫົວ ໜ້າກົມອ້ອມຂ້າງກະຊວງ, ຄະນະ ພະແນກ-ຮອງພະແນກ, ພ້ອມດ້ວຍ ພະນັກງານຫລັກແຫລ່ງຂອງກະ ຊວງ ເຂົ້າຮ່ວມ. ໃນພິທິ, ທ່ານ ຫອມຮັກ ສຸນາວັນ ຮອງຫົວໜ້າກົມຈັດຕັ້ງ ແລະ ພະ ນັກງານກະຊວງການເງິນ, ໄດ້ຜ່ານ ຂໍ້ສະບັບເລກທີ 1110/ກງ, ລົງວັນທີ 12 ເມສາ 2023, ລັດຖະມົນຕີກະ ຊວງການເງິນ ຕົກລົງອະນຸມັດໃຫ້: ທ່ານ ອັກຄະວອນ ຫລວງສຸວັນ ນະວົງ ພັກການຮັບອຸດໜູນບຳນານ ນັບແຕ່ງວດ III (7,8,9) ປີ 2023 ເປັນຕົ້ນໄປ; ຜ່ານດໍາລັດວ່າດ້ວຍ ການແຕ່ງຕັ້ງຫົວໜ້າກົມເຕັກໂນໂລ ຊີຂໍ້ມູນຂ່າວສານການເງິນ ກະຊວງ ການເງິນ ສະບັບເລກທີ 209/ນຍ, ວັນທີ 17 ພຶດສະພາ 2023 ນາຍົກ ລັດຖະມົນຕີແຕ່ງຕັ້ງ: ທ່ານ ວິໄລທອງ ສຸດທະວິໄລ ເປັນຫົວໜ້າກົມເຕັກ ໂນໂລຊີຂໍ້ມູນຂ່າວສານການເງິນ. ພ້ອມນັ້ນ, ໄດ້ຜ່ານຂໍ້ຕົກລົງວ່າດ້ວຍ ການແຕ່ງຕັ້ງຮອງຫົວໜ້າກົມພາສີ, ແຕ່ງຕັ້ງຮອງຫົວໜ້າຄັງເງິນແຫ່ງ ຊາດ, ແຕ່ງຕັ້ງຮອງຜູ້ອໍານວຍການ ບໍລິສັດ ອາລິອັນສ ປະກັນໄພລາວ; ຍົກຍ້າຍ ແລະ ແຕ່ງຕັ້ງຮອງຜູ້ອຳ ນວຍການບໍລິສັດ ລັດວິສາຫະກິດ ຫວຍພັດທະນາ; ຍົກຍ້າຍ ແລະ ແຕ່ງ ຕັ້ງຫົວໜ້າພະແນກຄຸ້ມຄອງເຄືອ ຂ່າຍ ແລະ ຄວາມປອດໄພກົມເຕັກ ໂນໂລຊີຂໍ້ມູນຂ່າວສານການເງິນ ກະຊວງການເງິນ ໄປຮັບໜ້າທີ່ໃໝ່ ຢູ່ບໍລິສັດ ໂອຊີເຄລາວ ທາວເວີໂກ ຈຳກັດ. ພ້ອມນີ້, ກໍໄດ້ຜ່ານຂໍ້ຕົກລົງ ຍົກຍ້າຍ-ແຕ່ງຕັ້ງ: ຫົວໜ້າ-ຮອງ ຫົວໜ້າພະແນກຈັດຕັ້ງ, ບໍລິຫານ ແລະ ການເງິນ; ຫົວໜ້າ-ຮອງຫົວ ໜ້າພະແນກກວດກາພາຍໃນ; ຫົວ ໜ້າ-ຮອງຫົວໜ້າພະແນກນິຕິກຳ; ຫົວໜ້າ-ຮອງຫົວໜ້າພະແນກຄຸ້ມ ຄອງຂໍ້ມູນຂ່າວສານສ່ວຍອາກອນ; ຫົວໜ້າ-ຮອງຫົວໜ້າພະແນກແຜນ ການ ແລະ ການຮ່ວມມືອາກອນສາ ກົນ; ຫົວໜ້າ-ຮອງຫົວໜ້າພະແນກ ຝຶກອົບຮົມ ແລະ ພັດທະນາບຸກຄະ ລາກອນ; ຫົວໜ້າ-ຮອງຫົວໜ້າພະ ແນກຄຸ້ມຄອງລາຍຮັບສ່ວຍສາ ອາກອນ; ຫົວໜ້າ-ຮອງຫົວໜ້າພະ ແນກຄຸ້ມຄອງອາກອນມູນຄ່າເພີ່ມ; ຫົວໜ້າ-ຮອງຫົວໜ້າພະແນກຄຸ້ມ ຄອງລາຍຮັບບໍ່ແມ່ນພາສີ ແລະ ສ່ວຍສາອາກອນ; ຫົວໜ້າ-ຮອງຫົວ ໜ້າພະແນກບໍລິຫານຄວາມສ່ຽງ ແລະ ກວດກາ. ໃນພິທີ, ຍັງໄດ້ຜ່ານຂໍ້ຕົກລົງວ່າ ດ້ວຍການຍົກຍ້າຍ ແລະ ແຕ່ງຕັ້ງພະ ນັກງານຮັບໜ້າທີ່ໃໝ່ຢູ່ກົມເຕັກ ໂນໂລຊີຂໍ້ມູນຂ່າວສານການເງິນ, ຍົກຍ້າຍ ແລະ ແຕ່ງຕັ້ງຫົວໜ້າພະ ແນກຄຸ້ມຄອງຊຸດຄຳສັ່ງ ແລະ ຖານ ຂໍ້ມູນເປັນຫົວໜ້າພະແນກພັດທະນາ ລະບົບ ແລະ ຝຶກອົບຮົມ ແລະ ຮອງ ພະແນກຈຳນວນໜຶ່ງ; ຍົກຍ້າຍ ແລະ ແຕ່ງຕັ້ງຮອງຫົວໜ້າພະແນກພັດ ທະນາລະບົບ ແລະ ຝຶກອົບຮົມເປັນ ຮັກສາການຫົວໜ້າພະແນກຄຸ້ມຄອງ ເຄືອຂ່າຍ ແລະ ຄວາມປອດໄພ, ພ້ອມດ້ວຍຮອງພະແນກຈໍານວນ ໜຶ່ງ; ແຕ່ງຕັ້ງຫົວໜ້າ-ຮອງຫົວໜ້າ ພະແນກກວດສອບ ແລະ ບໍາລຸງຮັກ ສາລະບົບ. ໂອກາດນີ້, ທ່ານ ບຸນປອນ ວັນນະຈິດ ສະແດງຄວາມຊົມເຊີຍຕໍ່ ບັນດາທ່ານທີ່ໄດ້ຮັບການແຕ່ງຕັ້ງ ຮັບໜ້າທີ່ໃໝ່ໃນຄັ້ງນີ້ ແລະ ເນັ້ນໃຫ້ ສືບຕໍ່ການຈັດປະຕິບັດວຽກງານ, ສູ້ຊົນສືບຕໍ່ປັບປຸງວຽກງານໃຫ້ດີ ຂຶ້ນຕື່ມ, ສືບຕໍ່ແກ້ໄຂບັນດາວຽກທີ່ ຍັງຄົງຄ້າງ ເພື່ອໃຫ້ການດຳເນີນ ວຽກງານຂອງຕົນເອງຮັບຜິດຊອບ ໃນໄລຍະຜ່ານມາມີຜົນສຳເລັດ, ບັນ ດາສະຫາຍທີ່ໄດ້ຮັບການແຕ່ງຕັ້ງໃນ ຄັ້ງນີ້, ຈົ່ງຕັ້ງໃຈ, ບຸກບືນ ແລະ ຝຶກຝົນ ຫລໍ່ຫລອມຕົນເອງ, ສືບຕໍ່ຮຽນຮູ້ ແລະ ເອົາໃຈໃສ່ໃຫ້ຄວາມຮ່ວມມື ໃນ ການຈັດຕັ້ງປະຕິບັດວຽກງານງານ ຮ່ວມກັນໃຫ້ກົມກ່ຽວ ເພື່ອພ້ອມກັນ ກ້າວໜ້າປັບປຸງໃຫ້ວຽກງານມີລັກ ສະນະຫັນປ່ຽນ ແລະ ໃຫ້ດີຂຶ້ນ ເລື້ອຍໆໃນຕໍ່ໜ້າ. ຂ່າວ-ພາບ: ກະຊວງການເງິນ ປັບປຸງລະບົບສະຫວັດດີການສັງຄົມ ໃຫ້ກຸ່ມຜູ້ດ້ອຍໂອກາດໃຫ້ສາມາດ ເຂົ້າເຖິງການບໍລິການສັງຄົມສົງ ເຄາະທີ່ມີປະສິດທິພາບດີຂຶ້ນ ເຊິ່ງ ການຊ່ວຍເຫລືອດັ່ງກ່າວ, ເປັນການ ປະກອບສ່ວນສຳຄັນ ໃຫ້ລັດຖະບານ ລາວ ໃນການແກ້ໄຂຄວາມທຸກຍາກ ຂອງປະຊາຊົນລາວບັນດາເຜົ່າ ໂດຍ ສອດຄ່ອງຕາມແນວທາງນະໂຍ ບາຍຂອງພັກ ແລະ ລັດຖະບານ ທີ່ ກຳນົດໄວ້. ເປົ້າໝາຍຂອງການຊ່ວຍເຫລືອ ແມ່ນອີງໃສ່ຄະແນນຊີ້ວັດຈາກ ຄວາມປອດໄພດ້ານສະບຽງອາ ຫານຂອງປະຊາກອນ, ການຂາດ ສານອາຫານ ແລະ ຄວາມທຸກຍາກ, ລວມທັງພື້ນທີ່ທີ່ມີໄພອຶດຫິວທີ່ລະ ບຸໂດຍລັດຖະບານ ແລະ ການກວດ ສອບຄວາມປອດໄພດ້ານອາຫານ ທີ່ມີຄວາມຖີ່ສູງ ຂອງອົງການອາ ຫານໂລກ ເຊິ່ງກຳນົດວ່າແຕ່ລະຄົນ ທີ່ອາໄສຢູ່ພາຍໃນພື້ນທີ່ເປົ້າໝາຍ ຈະໄດ້ຮັບເຂົ້າສານ ຈຳນວນ 8,4 ກິໂລກຣາມ, ການຊ່ວຍເຫລືອດ້ານ ສະ ບຽງອາຫານນີ້, ຈະຊ່ວຍໃຫ້ຫລຸດ ຊ່ອງວ່າງໃນການຂາດອາຫານແກ່ ຄອບຄົວ ທີ່ມີຄວາມສ່ຽງສູງໂດຍ ສະເພາະໃນລະດູຝົນ ຫລື ລະດູຂາດ ແຄນອາຫານ ເນື່ອງຈາກເຂົ້າທີ່ສະ ສົມໄວ້ບໍ່ພຽງພໍທີ່ຈະຊ່ວຍໃຫ້ຮອດ ລະດູການເກັບກ່ຽວ. ນອກຈາກນີ້, ການຊ່ວຍເຫລືອດັ່ງກ່າວ ຈະຊ່ວຍ ໃຫ້ບັນດາຄອບຄົວຮັບມືກັບຄ່າໃຊ້ ຈ່າຍ ໃນການດຳລົງຊີວິດທີ່ນັບມື້ນັບ ສູງຂຶ້ນ ເຊິ່ງມີປັດໄຈມາຈາກອັດຕາ ເງິນເຟີ້, ຜົນກະທົບທາງເສດຖະກິດ ທີ່ສືບເນື່ອງມາຈາກການລະບາດ ຂອງພະຍາດໂຄວິດ-19. ທ່ານ ຢານ ເດວບາເຣີ ຜູ້ອຳ ນວຍການ ແລະ ຕາງໜ້າອົງການ ອາຫານໂລກ ປະຈຳ ສປປ ລາວ ກ່າວວ່າ: ໃນຖານະເປັນອົງການມະ ນຸດສະທຳທີ່ໃຫຍ່ທີ່ສຸດໃນໂລກແມ່ນ ໜ້າທີ່ຂອງພວກເຮົາ ເພື່ອໃຫ້ແນ່ໃຈ ວ່າປະຊາຊົນມີອາຫານພຽງພໍໃນເວ ລາທີ່ເກີດວິກິດການຕ່າງໆ. ດັ່ງທີ່ ຮູ້ນຳກັນແລ້ວວ່າປັດຈຸບັນ 60% ຂອງປະຊາຊົນລາວ ກຳລັງຫາທຸກ ວິທີທາງໃນການຮັບມື ເພື່ອຫາລາຍ ຮັບເພື່ອມາຈຸນເຈືອຄອບຄົວ; 16% ຂອງປະຊາກອນໃນເຂດຊົນນະບົດ ແມ່ນຜະເຊີນກັບບັນຫາດ້ານຄວາມ ບໍ່ໝັ້ນຄົງດ້ານອາຫານຕ້ອງສະໜັບ ສະໜູນຊ່ວຍເຫລືອຢ່າງຮີບດ່ວນ ເພື່ອຊ່ວຍໃຫ້ພວກເຂົາສາມາດກັບ ມາລຸກຂຶ້ນຢືນໄດ້ອີກຄັ້ງ ຫລັງຈາກ ຜະເຊີນກັບສົ່ງທ້າທາຍໃນໄລຍະທີ່ ຜ່ານມາ ກ່ອນທີ່ເສດຖະກິດຂອງ ປະເທດຈະກັບມາຟື້ນໂຕອີກຄັ້ງ. ຂ່າວ: ກິດຕາ

xtgmf]k; 3 12/06/2023 0kj ; c]t gsfdko dh k;l6 j ]t[q [75 h ,7v'dkog'y ocsj ']a f gxa oma oltw\mu j ,u 7;k,g0A ,c0'F 3xj '.l gxa ofu 9y 8vo c]t p5 8y me ໂດຍ : ແດງສະຫວັດ ແສນພານິດ. ຜັນຂະຫຍາຍມະຕິ ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ໂດຍ:ມາລິດາ g,nv'g-[A'w2 ,uzqoleg]af .odkoxt8y[afczorafmtokIv[fhko xd6 zda [;j q 0kplkh ']kpI[a \oA 7'q .s7h v[7;q * ສະຫາຍ ທອງໄຊ ມັງໜໍ່ເມກ ກໍາມະການພັກແຂວງ, ເລຂາຄະນະ ບໍລິຫານງານພັກເມືອງ, ເຈົ້າເມືອງ ເຊບັ້ງໄຟໄດ້ກ່າວກ່ຽວກັບໝາກຜົນ ຂອງການຈັດຕັ້ງປະຕິບັດມະຕິກອງ ປະຊຸມໃຫຍ່ສະໄໝທີ VI ຂອງອົງ ຄະນະພັກເມືອງໃນໄລຍະກາງສະ ໄໝຜ່ານມາວ່າ: ອົງຄະນະພັກເມືອງ ໄດ້ຍຶດໝັ້ນ ແລະ ປະຕິບັດຢ່າງເຂັ້ມ ງວດກ່ຽວກັບແບບແຜນນໍາພາ ແລະ ແບບແຜນວິທີເຮັດວຽກຂອງຄະ ນະພັກຢ່າງມີຄວາມຮັບຜິດຊອບ ສູງຕໍ່ໜ້າທີ່ການເມືອງທີ່ຖືກມອບ ໝາຍໃຫ້ ແລະ ຖືເອົາມະຕິເປັນໄມ້ * ວຽກງານສົ່ງເສີມການຜະ ລິດກະສິກໍາ ເພື່ອຄໍ້າປະກັນທາງ ດ້ານສະບຽງອາຫານ ແລະ ຜະລິດ ເປັນສິນຄ້າ ແມ່ນວຽກງານໜຶ່ງທີ່ ສໍາຄັນ ເພື່ອສົ່ງເສີມ ແລະ ສະໜັບສະ ໜູນວຽກງານປູກຝັງໃນຂັ້ນທ້ອງ ຖິ່ນໃຫ້ມີຄວາມເຂັ້ມແຂງໂດຍສະ ເພາະແມ່ນການປູກພືດຜັກເປັນສິນ ຄ້າເພາະເປັນການສົ່ງເສີມ ແລະ ສ້າງເງື່ອນໄຂໃຫ້ຊາວກະສິກອນ ໃນການຍົກລະດັບການຜະລິດ ສາ ມາດສ້າງລາຍຮັບຈາກການປູກ ພືດເປັນສິນຄ້າ ດັ່ງຄອບຄົວຂອງ ທ່ານ ສົມໝາຍ ບຸນທອງແອງ ຄອບ ຄົວຕົວແບບການປູກຜັກບົ່ວແບ່ງ ຢູ່ບ້ານນໍ້າເຫງັນ ເມືອງຫລວງນໍ້າ ທາ ແຂວງຫລວງນໍ້າທາ ເປັນຄອບ ຄົວໜຶ່ງທີ່ຍຶດຖືອາຊີບກະສິກໍາເປັນ ອາຊີບຫລັກ ຈົນສາມາດສ້າງລາຍ ຮັບເຂົ້າຄອບຄົວ 80-90 ລ້ານກີບ ຕໍ່ປີ. ທ່ານສົມໝາຍ ໃຫ້ຮູ້ວ່າ: ຈຸດ ເລີ່ມຕົ້ນທີ່ໄດ້ມາເຮັດອາຊີບນີ້ເຫັນ ທ່າແຮງ ແລະ ເງື່ອນໄຂທີ່ມີ ອີກ ຢ່າງໜຶ່ງຍ້ອນ ເຫັນຜູ້ເຖົ້າຜູ້ແກ່ ພາຍ ໃນບ້ານປູກຜັກບົ່ວແລ້ວ ໄດ້ຂາຍດີ ຈຶ່ງໄດ້ປຶກສາກັບເມຍແລ້ວ ເລີ່ມປູກ ຜັກບົ່ວຂາຍ ແຕ່ປີ 2008 ເປັນຕົ້ນ ມາຈົນເຖິງປັດຈຸບັນກໍເປັນເວລາ 15 ປີມາແລ້ວທີ່ໄດ້ຍຶດອາຊີບການ ປູກຜັກບົ່ວຂາຍ ເປັນຫລັກອາຊີບ ອື່ນກໍ່ບໍ່ໄດ້ເຮັດຫຍັງເລີຍ ມີແຕ່ເຮັດ ອາຊີບປູກຜັກບົ່ວແລ້ວເອົາເງິນມາ ຊື້ກິນ ໂດຍການປູກຜັກບົ່ວແມ່ນເ ຊົ່າເນື້ອທີ່ຂອງປະຊາຊົນພາຍໃນ ບ້ານ 1 ໄລ່ 6 ລ້ານກີບຕໍ່ປີໜຶ່ງ ຫລື ເຂົ້າເປືອກ1 ໂຕ່ນ ຖືວ່າກຸ້ມຄ່າ ເມື່ອ ມາສະເລ່ຍລາຍຮັບແລ້ວກໍຖືວ່າຍັງ ໄດ້ຢູ່ ເພາະການປູກຜັກບົ່ວບໍ່ໄດ້ ຫຍຸ້ງຍາກຫຍັງລົງທຶນກໍບໍ່ຫລາຍ ພຽງແຕ່ຊື້ແນວພັນ, ຊື້ຝຸ່ນຄອກ ຂີ້ເປັດ, ຂີ້ໄກ່ແມ່ນ ເປົ່າລະ 28 ພັນ ກີບ. ສໍາລັບ ການຂາຍຜັກບົ່ວ ແມ່ນ ຂາຍເປັນສອງແບບຄື ລິເອົາໃບ ຂາຍ ແລະ ຫລົກຂາຍທັງຕົ້ນ ໂດຍ ລາຄາຂາຍຂຶ້ນຢູ່ກັບຄວາມຕ້ອງ ການຂອງຕະຫລາດໃນແຕ່ລະມື້ ແຕ່ໄລຍະນີ້ ແມ່ນໝື່ນໜຶ່ງແສນ ປາຍກີບ ແລະ ປີໜຶ່ງສະເລ່ຍແລ້ວ ສາມາດ ສ້າງລາຍຮັບ 80-90 ລ້ານກີບຕໍ່ປີ ເພາະວ່າ ການປູກແມ່ນ ປູກຕະຫລອດປີເລີຍ. ທ່ານສົມໝາຍເວົ້າຕື່ມວ່າ: ການເຮັດອາຊີບນີ້ເຮັດໃຫ້ຊີວິດ ການເປັນຢູ່ຂອງຄອບຄົວດີຂຶ້ນ ຫລາຍ ມີລາຍຮັບໝັ້ນຄົງ ເພື່ອໝູນ ວຽນອາຊີບ, ສົ່ງລູກຮຽນໜັງສື ແລະ ເກັບທ້ອນໄວ້ໃນຍາມຈໍາເປັນ ເທົ່ານີ້ ກໍຮູ້ສຶກດີໃຈແລ້ວ ເພາະວ່າ ການເຮັດກະສິກໍາ ແມ່ນອາຊີບທີ່ມັກ ແລະ ເຮັດມາແຕ່ຍັງນ້ອຍໆ ເມື່ອ ໃຫຍ່ຂຶ້ນມາແລ້ວເຫັນໄດ້ທ່າແຮງ, ເງື່ອນໄຂບວກກັບຄວາມຕັດສິນ ໃຈເຮັດແທ້ທໍາຈິງຈຶ່ງປະສົບຜົນ ເລັດເປັນອາຊີບທີ່ສາມາດສ້າງ ລາຍຮັບເຂົ້າຄອບຄົວໄດ້ເປັນກອບ ເປັນກໍາ. ພາບປະກອບ ພາບປະກອບ ຫລາວັດແທກໃນການນໍາພາ-ຊີ້ນໍາ ຂອງບັນດາສະຫາຍເພື່ອເດັດດ່ຽວ ໃນການຈັດຕັ້ງປະຕິບັດໃນຄວາມ ຮັບຜິດຊອບຂອງຕົນ; ສຸມໃສ່ໃນ ການຈັດຕັ້ງປະຕິບັດໂດຍສະເພາະ ແມ່ນການແກ້ໄຂປາກົດການຫຍໍ້ທໍ້ ໃນສັງຄົມ ເພື່ອໃຫ້ມີຄວາມສະ ຫງົບ, ປອດໄພໂດຍພື້ນຖານ ແລະ ຕິດພັນກັບ 2 ວາລະແຫ່ງຊາດ ພ້ອມທັງສ້າງເງື່ອນໄຂໃນການພັດ ທະນາເສດຖະກິດ-ສັງຄົມ ຂອງ ເມືອງໃຫ້ມີການຂະຫຍາຍຕົວ, ຊຸກ ຍູ້ສົ່ງເສີມບັນດາໜໍ່ແໜງການຜະ ລິດຈາກການຜະລິດຂອງພໍ່ແມ່ປະ ຊາຊົນໃຫ້ກາຍເປັນການນໍາໃຊ້ເຄື່ອງ ມືເຕັກນິກທີ່ທັນສະໄໝເຂົ້າໃນໜ້າ ທີ່ວຽກງານ, ແກ້ໄຂບັນຫາຄວາມ ຍາກຈົນເປັນຕົ້ນແມ່ນການຈັດຕັ້ງ ປະຕິບັດຕາມດໍາລັດ 348 ໃຫ້ສໍາ ເລັດໂດຍພື້ນຖານ. ພ້ອມນີ້, ໄດ້ເອົາໃຈໃສ່ຄຸ້ມຄອງ ດ້ານລະບຽບວິໄນ ຕິດພັນກັບການ ສະກັດກັ້ນຕີຖອຍປາກົດການຫຍໍ້ ທໍ້ຄຽງຄູ່ກັບການຍົກລະດັບຄວາມ ຮູ້-ຄວາມສາມາດໃຫ້ແກ່ຖັນແຖວ ພະນັກງານ-ສະມາຊິກພັກໃຫ້ເປັນ ລະບົບຕໍ່ເນື່ອງ, ສ້າງໜ່ວຍພັກໃຫ້ມີ ຄວາມປອດໃສ, ເຂັ້ມແຂງ ແລະ ໜັກ ແໜ້ນເພື່ອຮັບປະກັນທາງດ້ານຄຸນ ນະພາບ; ໄດ້ເອົາໃຈໃສ່ສ້າງໃຫ້ພະ ນັກງານ-ສະມາຊິກພັກມີຄຸນທາດ ການເມືອງຄຸນສົມບັດສິນທໍາປະຕິ ວັດເພື່ອເຮັດໃຫ້ມະຫາຊົນມີຄວາມ ເຊື່ອໝັ້ນ ແລະ ໄວ້ເນື້ອເຊື່ອໃຈຕໍ່ຄະ ນະພັກຂອງພວກເຮົາ, ສືບຕໍ່ຫັນເອົາ ພະນັກງານລົງກໍ່ສ້າງຮາກຖານ ໄດ້ຍົກໃຫ້ເຫັນຕື່ມວ່າ: ຜ່ານການ ດໍາເນີນກອງປະຊຸມກາງສະໄໝ ຜ່ານມາສັງເກດຕີລາຄາເຫັນວ່າ ສາມາດຍາດໄດ້ຜົນງານທີ່ພົ້ນເດັ່ນ ຫລາຍດ້ານເຊິ່ງພາຍຫລັງທີ່ທາງ ແຂວງໄດ້ມອບຕົວເລກຄວາມຮັບ ຜິດຊອບດ້ານແຜນການຈັດເກັບ ລາຍຮັບພາຍໃນເມືອງໃນໄລຍະ ຊຸມປີ 2020 -2021 ແມ່ນບໍ່ສາ ມາດປະຕິບັດງົບປະມານໄດ້ຕາມ ແຜນການ,ແຕ່ມາຮອດປີ 2022 ດ້ານການຕົວເລກການຈັດເກັບລາຍ ຮັບເຂົ້າງົບປະມານພາຍໃນເມືອງ ແມ່ນປະຕິບັດໄດ້ 1,8 ຕື້ກວ່າກີບ ຖ້າ ທຽບໃສ່ແຜນການໄດ້ 100,17% ເຊິ່ງລາຍຮັບສ່ວນຫລາຍໄດ້ມາ ຈາກສ່ວຍສາອາກອນ 945 ລ້ານ ກວ່າກີບຖ້າທຽບໃສ່ແຜນການປີໄດ້ 99,88%, ລາຍຮັບວິຊາການປະຕິ ບັດໄດ້ 270 ລ້ານກີບ ທຽບໃສ່ແຜນ ການປະຕິບັດໄດ້ 100%, ລາຍຮັບ ຈາກພາສີທີ່ດິນປະຕິບັດໄດ້ 532 ລ້ານກີບ ຖ້າທຽບໃສ່ແຜນການປະ ຕິບັດໄດ້ 106,8% . ນອກຈາກນັ້ນ ແມ່ນການຈັດຕັ້ງປະຕິບັດດ້ານພື້ນ ຖານໂຄງລ່າງ ເຊິ່ງມີໂຄງການລົງ ທຶນຂອງລັດຈໍານວນ 9 ໂຄງການ ມູນຄ່າ 132,3 ຕື້ກວ່າກີບ, ຂັ້ນສູນ ກາງຄຸ້ມຄອງມີ 1 ໂຄງການຄື ໂຄງ ການກໍ່ສ້າງທາງປູຢາງ 2 ຊັ້ນ ນັບ ແຕ່ສາມແຍກບ້ານຄໍາບຸນ - ບ້ານແກ້ງ ແປມີມູນຄ່າການກໍ່ສ້າງ 139,3 ຕື້ ກວ່າກີບປັດຈຸບັນໂຄງການກໍ່ສ້າງ ມີ ຄວາມຄືບໜ້າ 88,5%, ຂັ້ນເມືອງ ຄຸ້ມຄອງມີ 8 ໂຄງການ ມູນຄ່າ 4 ຕື້ ກວ່າກີບ ໃນນັ້ນສໍາເລັດໄປແລ້ວມີ 5 ໂຄງການ ແລະ ຈະໄດ້ສືບຕໍ່ອີກ 3 ໂຄງການ ໃຫ້ສໍາເລັດ. ສໍາລັບໂຄງ ການທີ່ສໍາເລັດໃນປີ 2023 ເປັນຕົ້ນ ແມ່ນໂຄງການກໍ່ສ້າງທາງດິນແດງ ນັບແຕ່ບ້ານຫາດເພັກ-ບ້ານນາຊອນ, ສ່ວນໂຄງການສືບຕໍ່ໃນປີ 2023 ແມ່ນໂຄງການກໍ່ສ້າງອານຸສາວະລີ ປະທານ ໄກສອນ ພົມວິຫານ ມູນຄ່າ ການກໍ່ສ້າງ 185 ລ້ານກີບ ຄາດວ່າ ຈະໃຫ້ສໍາເລັດ ໃນປີ 2023 . ເດັ່ນ ກວ່າໝູ່ແມ່ນການມີສ່ວນຮ່ວມຂັ້ນ ແຂວງ, ຂັ້ນເມືອງ ແລະ ຂັ້ນບ້ານ ໃນການສ້ອມແປງເສັ້ນທາງຂອງພໍ່ ແມ່ປະຊາຊົນພາຍໃນ 45 ບ້ານທົ່ວ ເມືອງມູນຄ່າການກໍ່ສ້າງ 739 ລ້ານ ກວ່າກີບ ເຊິ່ງມາຮອດປັດຈຸບັນແມ່ນ ຍັງສືບຕໍ່ຢູ່. ເດັ່ນກວ່າໝູ່ແມ່ນການກໍ່ ສ້າງທາງປູເບຕົງຢູ່ບ້ານຫາດຄໍາ ຮຽງ, ບ້ານສັງ, ບ້ານສົ້ມ ແລະ ບ້ານ ຕຶງ ທີ່ໄດ້ຈັດຕັ້ງປະຕິບັດໃນສົກປີ 2022-2023 ນອກນັ້ນແມ່ນການ ປະດັບປະດາດອກໄຟເຍືອງທາງ ຕາມເສັ້ນທາງເລກທີ 13 ໃຕ້ທີ່ຢູ່ໃນ ເຂດເທສະບານເມືອງ ແລະ ດອກໄຟ ທີ່ໃຊ້ໂຊລາເຊວທີ່ໄດ້ຮັບທຶນຈາກ ແຂວງຈໍານວນ 100 ດອກ ແລະ ໄດ້ ຈາກການລະດົມຫ້ອງການອ້ອມ ຂ້າງເມືອງຈໍານວນ 20 ດອກ. ພ້ອມ ນັ້ນຍັງໄດ້ຍາດແຍ່ງທຶນຮອນຈາກ ບໍລິສັດວິລາໂກ ເພື່ອຕິດຕັ້ງໄຟເຍືອງ ທາງຢູ່ບ້ານບຶງຫົວນາ ຈໍານວນ 3 ດອກ ແລະ ແຜນກໍ່ສ້າງວິດຖ່າຍໃຫ້ ພໍ່ແມ່ປະຊາຊົນບ້ານບຶງຫົວນາ ຈໍາ ນວນ 80 ຫລັງຄາເຮືອນໃຫ້ສໍາເລັດ ໃນປີ 2023 . ຕາມ 4 ເນື້ອໃນ 4 ຄາດໝາຍຂອງ ການຈັດຕັ້ງປະຕິບັດວຽກງານສາມ ສ້າງເຂົ້າສູ່ລວງເລິກໂດຍສະເພາະ ແມ່ນໄດ້ຫັນເອົາພະນັກງານນໍາພາຄຸ້ມຄອງທີ່ໄດ້ກໍານົດໃນໄລຍະປີ 2020-2024 ຕິດພັນກັບບັນດາສະ ຫາຍໃນຄະນະປະຈໍາພັກເມືອງ, ກໍາ ມະການພັກເມືອງໃຫ້ລົງຮັບຜິດ ຊອບພາຍໃນ 45 ບ້ານທົ່ວເມືອງ ເພື່ອລົງໄປຊ່ວຍພໍ່ແມ່ປະຊາຊົນ ກວດກາຄືນແບບແຜນວິທີນໍາພາ, ວິທີເຮັດວຽກຂອງຄະນະພັກຮາກ ຖານຂັ້ນບ້ານທີ່ນອນຢູ່ໃນ 5 ໜ່ວຍ ງານໂດຍຕິດພັນກັບແຜນພັດທະນາ ເສດຖະກິດ-ສັງຄົມຂອງບ້ານ, ສຸມ ໃສ່ການຮ່ວມມືກັບພາກພື້ນ ແລະ ສາກົນໂດຍສະເພາະແມ່ນຕ້ອງໄດ້ ຍາດແຍ່ງເອົາການຊ່ວຍເຫລືອທາງ ເຕັກນິກ ແລະ ເຕັກໂນໂລຊີກໍ່ຄືຍາດ ແຍ່ງເອົາການລົງທຶນເຂົ້າໃນຂົງ ເຂດທີ່ມີເງື່ອນໄຂເຊິ່ງຢູ່ເມືອງເຊ ບັ້ງໄຟແມ່ນເໝາະສົມກັບການລົງ ທຶນໃນຂະແໜງກະສິກໍາ, ຂະແໜງ ອຸດສາຫະກໍາ ແລະ ຂະແໜງການ ບໍລິການ. ພ້ອມນັ້ນແມ່ນເອົາໃຈໃສ່ ປະຕິບັດຕາມທິດຊີ້ນໍາຂອງຂັ້ນເທິງ ໃນການຍາດແຍ່ງເອົາການຊ່ວຍ ເຫລືອເຂົ້າໃນຂະແໜງສຶກສາ, ສາ ທາ, ກະສິກໍາ ແລະ ຂົງເຂດອຸດສາ ຫະກໍາປຸງແຕ່ງ. ສະຫາຍ ທອງໄຊ ມັງໜໍ່ເມກ ພາບປະກອບ

RkJQdWJsaXNoZXIy MTc3MTYxMQ==