5636

08 xtgmf]k; 37ltok c]t []= dy ko 09/06/2023 ]q'g]yddkoIj;,,n s]kpfhko grnjvdkorafmtok dtlyde]ts;jk'xtgmf ໃນວັນທີ 6 ມິຖຸນາ 2023, ກົມປຸກຝັງ ກະ ຊວງກະສິກໍາ ເເລະ ປ່າໄມ້ ສປປ ລາວ, ສູນວິໄຈພັນ ພືດເຂດ ຮ້ອນອາຊີໃຕ້ ຂອງສະຖາບັນວິທະຍາ ສາດກະສິກຳເຂດຮ້ອນ ເເຫ່ງ ສປ ຈີນ ເເລະ ບໍລິ ສັດ ເສສວນຢາງກວ່າງ ເຈ່ຍລັນ ພັດທະນາກະ ສິກຳຍຸກສະໄໝໃໝ່ຈໍາ ກັດ ໄດ້ປືກສາຫາລືກັບ ຝ່າຍຈີນ ຢູ່ທີ່ສະຖາບັນ ວິທະຍາສາດກະສິກຳ ເຂດຮ້ອນເເຫ່ງ ສປ ຈີນ ກ່ຽວກັບການຊ່ວຍພັດທະ ນາຄວາມທັນສະໄໝທາງ ດ້ານກະສິກໍາໃຫ້ເເກ່ປະ ເທດລາວ, ທີ່ລະບຸໄວ້ໃນ ບົດບັນທຶກຄວາມເຂົ້າ ໃຈການຮ່ວມມືດ້ານເຕັກ ໂນໂລຊີການກະສິກຳ (MOU) ທີ່ໄດ້ລົງນາມໃນ ເດືອນມີນາ ປີ 2023. ໃນກອງປະຊຸມ, ທຸກ ຝ່າຍໄດ້ຜ່ານການຄົ້ນ ຄວ້າ ເເລະ ປຶກສາຫາລື ເຫັນດີກໍານົດເອົາ ການ ນຳເຂົ້າເຕັກໂນໂລຊີດ້ານ ກະສິກຳທີ່ທັນສະໄໝ ເເລະ ປະສົບການການບໍ ລິຫານຄຸ້ມຄອງວິສາຫະ ກິດ ໂດຍນໍາໃຊ້ທ່າເເຮງ ດ້ານ ຊັບພະຍາກອນທຳ ມະຊາດທາງກະສິກຳ ຂອງລາວ, ສ້າງມາດຕະ ຖານທີ່ກ່ຽວຂ້ອງກ່ຽວ ກັບຕ່ອງໂສ້ອຸດສາຫະກໍາ ລວມຮອບດ້ານທາງ ດ້ານກະສິກຳເຂດຮ້ອນ, ສ້າງເວທີການຄ້າຂ້າມ ເເດນ ສຳລັບສິນຄ້າກະ ສິກຳ ເເລະ ສົ່ງເສີມການ ພັດທະນາ ເເບບດີຈິຕອນ ທາງດ້ານກະສິກຳເຂດ ຮ້ອນລະຫວ່າ ຈີນ-ລາວ, ຊຸກຍູ້ກາຮ່ວມມືດ້ານກະ ສິກຳລະຫວ່າງຈີນ-ລາວ, ການຮ່ວມມືວິສາຫະກິດ ການຄ້າ, ຊ່ວຍຊຸກຍູ້ທິດ ທາງການພັດທະນາກະສິ ກຳ ເເລະ ການຄ້າທາງສິນ ຄ້າ ກະສິກຳລະຫວ່າງ ຈີນ-ລາວ ອອກສູ່ສາກົນ. ນອກຈາກນັ້ນ, ພາຍ ໃຕ້ຫລັກການ ບົນພື້ນຖານ ການຮ່ວມກັນປຶກສາຫາ ລື, ຮ່ວມກັນສ້າງ ເເລະ ຮ່ວມກັນເເບ່ງປັນ, ອີງ ຕາມສັນຍາການຮ່ວມມື ດ້ານເຕັກໂນໂລຊີການກະ ສິກຳ(MO6) ໄດ້ກໍານົດ ການປະຕິບັດງານໂຄງ ການຄົ້ນຄວ້າວິໄຈດ້ານ ກະສິກຳ, ນະວັດຕະກຳ ເຕັກໂນໂລຊີເຄື່ອງກົນຈັກ ການກະເສດໃໝ່, ການ ສ້າງເເນວພັນຄຸນນະ ພາບພືດເຂດຮ້ອນ, ສ້າງ ເຂດພື້ນທີ່ສາທິດເພາະ ປູກພືດເຂດຮ້ອນ, ສ້າງ ສູນຝຶກອົບຮົມບຸກຄະ ລາກອນທາງດ້ານກະ ສິກໍາຂອງລາວ ເເລະ ສ້າງລະບົບມາດຕະຖານ ເເບບບູລະນາການ ໃນ ການກວດສອບ ເເລະ ຮັບ ຮອງເເບບຕ່ອງໂສ້ອຸດ ສາຫະກຳຮອບດ້ານກະສິ ກຳເຂດຮ້ອນ ແລະ ແຜນ ການ-ເປົ້າໝາຍການ ຮ່ວມມືຂອງສາຝ່າຍ. ສາມຝ່າຍໄດ້ກ່າວວ່າ: ຈະປະຕິບັດຕາມຂໍ້ລິເລີ່ມ hໜຶ່ງເເລວ ໜຶ່ງເສັ້ນ ທາງi, ຍຶດໝັ້ນໃນການ ຮ່ວມມືຢ່າງສັນຕິ, ເປີດ ກວ້າງ, ຮຽນຮູ້ເເລກ ປ່ຽນບົດຮຽນເຊິ່ງກັນ ເເລະກັນ, ມີຜົນປະໂຫຍດ ຮ່ວມກັນແບບຕ່າງຝ່າຍ ຕ່າງໄດ້ຮັບໄຊຊະນະ, ຍຶດ ໝັ້ນເເນວຄິດພັດທະນາ ເເບບສີຂຽວ, ຄວ້າໂອ ກາດໃນການດໍາເນີນງານ R$&1 ເເລະ ຂັບເຄື່ອນ ດ້ວຍນະວັດຕະກໍາໃໝ່, ຖືເອົາ ບໍລິສັດ ຢາງກວ່າງ ເຈ່ຍລັນ (ລາວ) ສວນອຸດ ສາຫະກໍາພັດທະນາກະ ສິກໍາ ລະບົບນິເວດ ເປັນ ເເກນກາງໃນການຈັດຕັ້ງ ດໍາເນີນງານຕາມເນື້ອໃນ ສັນຍາ ການຮ່ວມມືດ້ານ ເຕັກໂນໂລຊີການກະ ສິກຳ(MO6), ຍົກສູງ ຄຸນນະພາບ ເພື່ອໃຫ້ບັນ ລຸເເຜນເປົ້າໝາຍຕ່າງໆ ຕາມທີ່ກ່າວຂ້າງເທິງ, ນໍາ ໃຊ້ພູມປັນຍາຂອງຈີນ ຊ່ວຍຊຸກຍູ້ການພັດທະ ນາ ແລະ ປະດິດສ້າງໃໝ່ ໃຫ້ເເກ່ກະສິກຳຈີນ- ລາວ, ຮ່ວມສົ່ງເສີມປົກ ປັກຮັກສາລະບົບນິເວດ ເເລະ ເສດຖະກິດພາກ ພື້ນ, ສົ່ງເສີມການພັດທະ ນານະວັດຕະກໍາເເບບສີ ຂຽວ ເເລະ ຄວາມທັນສະ ໄໝຂອງຈີນ-ລາວ ໃນ ດ້ານເຕັກໂນໂລຊີກະສິ ກຳ, ການລົງທຶນດ້ານ ກະສິກຳ, ການຄ້າດ້ານ ກະສິກໍາ ເເລະ ອຸດສາຫະ ກຳກະສິກໍາຢ່າງຈິງຈັງ ເພື່ອອຸທິດຜົນງານ ເເລະ ສ້າງປະຊາຄົມຄູ່ຮ່ວມ ຊະຕາກໍາມວນມະນຸດ ໂລກ ບົນພື້ນຖານ ຂອງຂໍ້ ລິເລີ່ມ hໜຶ່ງເເລວ ໜຶ່ງ ເສັ້ນທາງi.

RkJQdWJsaXNoZXIy MTc3MTYxMQ==