07 xtgmf]k; gsfdko{dkorfa mtok 09/06/2023 c0;'g-dv' 9tl6h-qo zt]yfg0Qk.shwfh 49.114 38o rtcod 4;m c0;' w-lq,[6o wfhIa[3m]t37j' gzupczjczorafmtok dkomjv'mjP; g,nv'g2nv' oaddy]k[ko[h;']=g]njvo7qorydko]k; pkfwfsh ]Pomv' .ovk-Porkikgd, ຂປລ. ແຫລ່ງຂ່າວຈາກ ແຂວງ ວຽງຈັນ ໃຫ້ຮູ້ວ່າ: ກະຊວງຖະແຫລງ ຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ຮ່ວມກັບມະຫາວິທະຍາໄລ ແຫ່ງຊາດ ແລະ ອົງການປົກຄອງ ແຂວງວຽງຈັນ ຈັດກອງປະຊຸມເຜີຍ ແຜ່ ແຜນພັດທະນາການທ່ອງທ່ຽວ ເມືອງເຟືອງ ສຳລັບປີ 2023-2033 ຢູ່ເມືອງເຟືອງ ແຂວງວຽງຈັນ ໂດຍ ການເຂົ້າຮ່ວມຂອງທ່ານ ອຸ່ນທວງ ຂາວພັນ ຮອງລັດຖະມົນຕີ ກະຊວງ ຖວທ, ທ່ານ ດາວເຮືອງ ນັນທະວົງ ຮອງເຈົ້າແຂວງວຽງຈັນ, ທ່ານ ຮຸ່ງ ເພັດ ຈັນທະວົງ ຮອງອະທິການບໍດີ ມະຫາວິທະຍາໄລແຫ່ງຊາດ ພ້ອມ ດ້ວຍຜູ້ປະກອບການ, ທຸລະກິດຮ້ານ ອາຫານ-ການທ່ອງທ່ຽວພາຍໃນ ເມືອງເຟືອງເຂົ້າຮ່ວມ. ທ່ານ ອຸ່ນທວງ ຂາວພັນ ໄດ້ ກ່າວວ່າ: ຈຸດປະສົງຂອງກອງປະຊຸມ ຄັ້ງນີ້ເພື່ອນຳເອົາແຜນພັດທະນາການ ທ່ອງທ່ຽວ ເມືອງເຟືອງ ສຳລັບປີ 2023-2033 ລົງເຜີຍແຜ່ໃຫ້ແກ່ ບັນດາຊາວເມືອງເຟືອງ ໄດ້ຮັບຮູ້ ແລະ ເຂົ້າໃຈເນື້ອໃນ ແລະ ຈຸດປະສົງ ຂອງແຜນການພັດທະນາ ແຫລ່ງ ທ່ອງທ່ຽວໃນເມືອງເຟືອງແບບຍືນ ຍົງ. ພ້ອມກັນນີ້, ຜູ້ເຂົ້າຮ່ວມກອງ ປະຊຸມ ໄດ້ຮັບຟັງການນຳສະເໜີ ແຜນພັດທະນາການທ່ອງທ່ຽວ ເມືອງເຟືອງ, ເຊິ່ງຍົກໃຫ້ເຫັນເຖິງ ສະພາບເສດຖະກິດ-ສັງຄົມ ໂດຍ ລວມ, ທ່າແຮງດ້ານການທ່ອງທ່ຽວ ຂອງເມືອງເຟືອງ, ວິເຄາະຈຸດດີ-ຈຸດ ອ່ອນ ສິ່ງທ້າທາຍຕ່າງໆ, ຈຸດໝາຍ ລວມຂອງການພັດທະນາການທ່ອງ ທ່ຽວຂອງເມືອງ, ຄາດໝາຍສູ້ຊົນ ແລະ ຮັບຟັງການສະເໜີແນວຄວາມ ຄິດໃນການພັດທະນາ ແລະ ການ ກຳນົດກິດຈະກຳການທ່ອງທ່ຽວໃນ ແຕ່ລະຂົງເຂດ ເພື່ອໃຫ້ສອດຄ່ອງ ແທດເໜາະກັບເຂດດັ່ງກ່າວ. ທ່ານ ດາວເຮືອງ ນັນທະວົງ ໄດ້ມີ ຄຳເຫັນວ່າ: ການສ້າງແຜນພັດທະ ນາການທ່ອງທ່ຽວ ຂອງເມືອງເຟືອງ ຂປລ. ແຫລ່ງຂ່າວຈາກ ແຂວງ ເຊກອງ ໃຫ້ຮູ້ວ່າ: ໃນປີ 2023 ແຂວງ ເຊກອງ ຈະສູ້ຊົນຜະລິດເຂົ້າເປືອກ ລວມ ໃຫ້ໄດ້ 49.114 ໂຕນ ໃນເນື້ອ ທີ່ 12.189 ເຮັກຕາ ໃນນີ້, ຜະລິດ ເຂົ້ານາແຊງໃຫ້ໄດ້ 3.437 ໂຕນ ໃນເນື້ອທີ່ 825 ເຮັກຕາ ແລະ ຜະ ລິດເຂົ້ານາປີ 42.956 ໂຕນ ໃນ ເນື້ອທີ່ 9.929 ເຮັກຕາ, ສະເລ່ຍ ເຂົ້າກິນໃຫ້ໄດ້ 351 ກິໂລເຂົ້າເປືອກ ຕໍ່ຄົນຕໍ່ປີ. ທ່ານ ເສີມສີ ສຸລິຕະ ຫົວໜ້າພະ ແນກກະສິກໍາ ແລະ ປ່າໄມ້ແຂວງ ເຊກອງ ໄດ້ລາຍງານເມື່ອບໍ່ດົນນີ້ ວ່າ: ໃນປີ 2022 ຜ່ານມາ, ແຂວງ ເຊກອງ ສາມາດຜະລິດເຂົ້າໄດ້ ທັງໝົດ 41.591 ໂຕນ ໃນເນື້ອທີ່ 11.143 ເຮັກຕາ ທຽບໃສ່ແຜນປີ ເທົ່າກັບ 99,41%, ສະເລ່ຍເຂົ້າ ກິນໄດ້ 288 ກິໂລຕໍ່ຄົນຕໍ່ປີ ເມື່ອ ທຽບໃສ່ມາດຖານການບໍລິໂພກ ເຂົ້າ(234 ກິໂລຕໍ່ຄົນຕໍ່ປີ) ເຫັນວ່າ ມີເຂົ້າເຫລືອກິນ 10.087 ໂຕນ. ສຳລັບການຜະລິດສະບຽງອາ ຫານ ເພື່ອບໍລິໂພກພາຍໃນ ແລະ ປ້ອນໂຮງງານປຸງແຕ່ງອຸດສາຫະ ຂປລ. ແຫລ່ງຂ່າວຈາກ ແຂວງ ໄຊສົມບູນ ໃຫ້ຮູ້ວ່າ: ຫ້ອງວ່າການ ແຂວງໄຊສົມບູນ ມອບໂທລະໂຄ່ງ ໃຫ້ພະແນກຖະແຫລງຂ່າວ, ວັດທະ ນະທຳ ແລະ ທ່ອງທ່ຽວ (ຖວທ) ແຂວງ ໃນວັນທີ 6 ມິຖຸນາ 2023, ຕາງໜ້າມອບໂດຍ ທ່ານ ອູ່ເງິນດວງ ມະນີ ຮອງຫົວໜ້າຫ້ອງວ່າການ ແຂວງ ແລະ ຕາງໜ້າຮັບ ໂດຍທ່ານ ສົມດາວີ ຄຳເມືອງຄູນ ຮອງຫົວ ໜ້າພະແນກ ຖະແຫລງຂ່າວ, ວັດ ທະນະທຳ ແລະ ທ່ອງທ່ຽວແຂວງ. ໂທລະໂຄ່ງທີ່ນຳມາມອບໃນ ຄັ້ງນີ້ ປະກອບມີ: ເຄື່ອງຂະຫຍາຍ ສຽງ 550 ວັດ ຈຳນວນ 5 ໜ່ວຍ, ດອກໂທລະໂຄ່ງ ຈຳນວນ 31 ດອກ, ສາຍໂທລະໂຄ່ງຈຳນວນ 40 ກໍ້, ໄມ ໂຄໂຟ່ນ ຈຳນວນ 5 ຊຸດ ລວມມູນ ນັກກິລາບານບ້ວງລໍ້ເລື່ອນຄົນ ພິການທີມຊາດລາວ (ຍິງ) ຊະນະ ທີມຊາດຟີລິບປິນ ໃນ 4 ຄວໍເຕີ ໄປ ແບບຂາດຮອຍ 54-14 ຄະແນນ ຍາດໄດ້ຫລຽນທອງທີ 2 ໃຫ້ທີມນັກ ກິລາບານບ້ວງລໍ້ເລື່ອນຄົນພິການ ລາວ ແລະ ເປັນຫລຽນທອງທີ 5 ໃຫ້ ທີມນັກກິລາຄົນພິການລາວ ໃນການ ແຂ່ງຂັນບານບ້ວງລໍ້ເລື່ອນ 5Y5 ໃນ ງານກິລາຄົນພິການອາຊຽນ ຫລື ອາຊຽນ ພາຣາເກມ ຄັ້ງທີ 12 ທີ່ລາ ຊະອານາຈັກກຳປູເຈຍ ເປັນເຈົ້ພາບ. ການແຂ່ງຂັນກິລາບານບ້ວງລໍ້ ເລື່ອນຄົນພິການ ປະເພດ 5Y5 (ຍິງ) ງານກິລາອາຊຽນ ພາຣາເກມ ຄັ້ງ ທີ 12 ຄູ່ຊີງຫລຽນທອງ ລະຫວ່າງ ລາວ ພົບກັບ ຟີລິບປິນ ຈັດຂຶ້ນໃນ ຕອນເຊົ້າວັນທີ 7 ມິຖຸນາ 2023 ທີ່ ສະໜາມກິລາແຫ່ງຊາດ ມໍລະດົກເຕ ໂຊ ການແຂ່ງຂັນຄູ່ຊີງດັ່ງກ່າວໃຫ້ ກຽດເຂົ້າຮ່ວມຊົມ ແລະ ເຊຍໂດຍ ທ່ານ ນາງ ດາລາວອນ ກິດຕະພັນ ຫົວໜ້າຫ້ອງການ ກະຊວງສຶກສາ ທິການ ແລະ ກິລາ ທັງເປັນຮອງປະ ່າ າ Êານ Åນ¨Ç ກໍແມ່ນໜຶ່ງໃນຍຸດທະສາດ ຂອງ ການພັດທະນາທີ່ເປັນລະບົບ ເພື່ອຄຸ້ມ ຄອງ ແລະ ຄວບຄຸມການຂະຫຍາຍ ຕົວ ຂອງວຽກງານການທ່ອງທ່ຽວ ໃນຕໍ່ໜ້າ ໃຫ້ມີຄວາມຍືນຍົງ ແລະ ຮັກສາໄດ້ດ້ານນຳໃຊ້ຊັບພະຍາ ກອນການທ່ອງທ່ຽວຢ່າງເໝາະສົມ, ການຮັກສາສິ່ງແວດລ້ອມ-ວັດທະ ນະທຳສັງຄົມ ທີ່ເປັນເອກະລັກ ໄວ້ ກັບທ້ອງຖິ່ນຕະຫລອດໄປ, ສາມາດ ດຶງດູດໃຫ້ມີນັກທ່ອງທ່ຽວເຂົ້າມາ ທ່ຽວ ເມືອງເຟືອງ ກໍຄືແຂວງວຽງ ຈັນໃຫ້ຫລາຍຂຶ້ນ. ເພື່ອເຮັດໃຫ້ແຜນ ພັດທະນາດັ່ງກ່າວນີ້ ໃຫ້ໄດ້ຮັບການ ຈັດຕັ້ງປະຕິບັດຢ່າງມີຮູບປະທຳ ນັ້ນ ຮຽກຮ້ອງໃຫ້ທຸກພາກສ່ວນ ທີ່ກ່ຽວຂ້ອງ ຈົ່ງເປັນເຈົ້າການໃນ ການຈັດຕັ້ງປະຕິບັດ ການພັດທະນາ ແລະ ຄຸ້ມຄອງວຽກງານທ່ອງທ່ຽວ ຂອງເມືອງເຟືອງ ໃຫ້ໄປຕາມແຜນ ແມ່ບົດຢ່າງເຂັ້ມງວດ ພ້ອມທັງນຳ ເອົາແຜນພັດທະນາດັ່ງກ່າວນີ້ ໄປ ຈັດຕັ້ງເຜີຍແຜ່ໃຫ້ພໍ່ແມ່ປະຊາຊົນ, ບັນດານັກທຸລະກິດ-ຜູ້ປະກອບການ ຢູ່ພາຍໃນເມືອງ ໃຫ້ຮັບຊາບ ແລະ ປະຕິບັດຕາມ ພ້ອມທັງເອົາເຂົ້າເປັນ ສ່ວນໜຶ່ງ ຂອງແຜນພັດທະນາ ເສດຖະກິດ-ສັງຄົມຂອງເມືອງ ເຟືອງ ຕາມແຕ່ໄລຍະ. ່າ າ ¦°Å້ນ £ÆÃາ ກໍາ ປະຕິບັດໄດ້ 5.373 ເຮັກຕາ, ຜົນ ຜະລິດ 41.011 ໂຕນ ທຽບໃສ່ ແຜນເທົ່າກັບ 83% ໃນນີ້, ຜັກກິນ ໃບປະຕິບັດໄດ້ 1.254 ເຮັກຕາ ຜົນຜະລິດ 8.032 ໂຕນ, ຜັກກິນ ໝາກ 1.619 ເຮັກຕາ ຜົນຜະລິດ 11.532 ໂຕນ, ຜັກກິນຫົວ 728 ເຮັກຕາ ຜົນຜະລິດ 9.307 ໂຕນ ແລະ ໄມ້ກິນໝາກປະຕິບັດໄດ້ 1.771 ເຮັກຕາ ຜົນຜະລິດ 12.139 ໂຕນ. ສ່ວນການປູກພືດເປັນສິນຄ້າ ເປັນຕົ້ນ ມັນຕົ້ນທາດແປ້ງ 13.048 ເຮັກຕາ ຜົນຜະລິດ 275.092 ໂຕນ, ກາເຟ 10.182 ເຮັກຕາ, ເນື້ອທີ່ ໃຫ້ໝາກ 8.064 ເຮັກຕາ ຜົນ ຜະລິດ 33.093 ໂຕນ, ກ້ວຍ 601 ເຮັກຕາ ຜົນຜະລິດ 10.263 ໂຕນ, ສາລີຫວານ 43 ເຮັກຕາ ຜົນຜະ ລິດ 197 ໂຕນ, ໄມ້ກິນໝາກຕ່າງໆ 1.535 ເຮັກຕາ ຜົນຜະລິດ 13.969 ໂຕນ, ຜັກກາດຫໍ່ 351 ເຮັກຕາ ຜົນຜະລິດ 12.618 ໂຕນ, ຜັກກະ ລໍ່າປີ 533 ເຮັກຕາ ຜົນຜະລິດ 36.747 ໂຕນ, ໂສມ 112 ເຮັກຕາ ຜົນຜະລິດ 245 ໂຕນ ແລະ ພືດ ສິນຄ້າອື່ນໆ 1.242 ເຮັກຕາ ຜົນ ຜະລິດ 6.096 ໂຕນ. ທ່ານຫົວໜ້າພະແນກກະສິກໍາ ແລະ ປ່າໄມ້ແຂວງ ໃຫ້ຮູ້ຕື່ມວ່າ: ປັດ ຈຸບັນ, ທົ່ວແຂວງມີຟາມລ້ຽງສັດ ທັງໝົດ 17 ຟາມ ໃນນີ້, ມີຟາມ ລ້ຽງງົວ 3 ຟາມ, ລ້ຽງໝູ 4 ຟາມ, ແບ້ 1 ຟາມ, ສັດປີກ 4 ຟາມ ແລະ ລ້ຽງປາ 5 ຟາມ. ອັນພົ້ນເດັ່ນ ແມ່ນ ໄດ້ລິເລີ່ມໂຄງການລ້ຽງງົວນົມ ແບບເປັນຟາມແຫ່ງທໍາອິດ ຢູ່ແຂວງ ເຊກອງ ຊຶ່ງປັດຈຸບັນແມ່ນຢູ່ໃນຂັ້ນ ຕອນການວາງແຜນນໍາເຂົ້າ ກົນຈັກ ແລະ ນໍາເຂົ້າງົວ ຄາດວ່າ ຈະຜະລິດ ນົມໄດ້ຈໍາໜ່າຍໃນປີ 2025. ທັງໝົດເຫລົ່ານີ້ ຈະປະກອບ ສ່ວນເຂົ້າໃນການພັດທະນາ ເສດ ຖະກິດ-ສັງຄົມ, ສ້າງວຽກເຮັດງານ ທໍາ ແລະ ແກ້ໄຂຄວາມທຸກຍາກຂອງ ປະຊາຊົນພາຍໃນແຂວງ. ຄ່າທັງໝົດ 177 ລ້ານກວ່າກີບ. ໂອກາດນີ້, ທ່ານ ສົມດາວີ ຄຳ ເມືອງຄູນ ໄດ້ກ່າວສະແດງຄວາມ ຂອບໃຈ ຕໍ່ຫ້ອງວ່າການແຂວງ ທີ່ໄດ້ ນຳເອົາໂທລະໂຄ່ງມາມອບໃຫ້ ພະ ແນກຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ໃນຄັ້ງນີ້ ແລະ ຈະນຳ ໃຊ້ໂທລະໂຄ່ງຈຳນວນດັ່ງກ່າວ ເຂົ້າ ໃນວຽກງານທາງລັດຖະການກໍຄື ການໂຄສະນາກະຈາຍຂໍ້ມູນຂ່າວ ສານຕ່າງໆ ຂອງພັກ-ຂອງລັດ ແລະ ທັງເປັນການຂະຫຍາຍລະບົບໂທ ລະໂຄ່ງ ໃຫ້ກວ້າງຂວາງ ໃນການ ກະຈາຍຂໍ້ມູນຂ່າວສານຕ່າງໆ ຂອງ ພັກ-ຂອງລັດໃຫ້ສັງຄົມໄດ້ຮັບຮູ້ ພ້ອມຈະນຳໄປໃຊ້ເຂົ້າໃນໜ້າທີ່ວຽກ ງານ ໃຫ້ເກີດປະໂຫຍດສູງສຸດ. ທານຄະນະກຳມະການພາລາແລັມ ປິກແຫ່ງຊາດລາວ ແລະ ທ່ານ ວິລະ ວັນ ບຸນສຸກໄທ ຫົວໜ້າກົມກິລາມວນ ຊົນ, ພະລະ ແລະ ສິລະປະສຶກສາ ກະ ຊວງສຶກສາທິການ ແລະ ກິລາ ທັງ ເປັນຮອງປະທານ ແລະ ເລຂາທິ ການ ຄະນະກຳມະການພາຣາແລັມ ປິກແຫ່ງຊາດລາວ, ຫົວໜ້າຄະນະ ນຳພານັກກິລາຄົນພິການລາວ ພ້ອມ ດ້ວຍຄະນະ ແລະ ບັນດາຄະນະຮັບ ຜິດບຊອບ, ກອງເລຂາ ຕະຫລອດ ຮອດບັນດາຊາວລາວ ທີ່ເຮັດວຽກ ຫລື ສຶກສາຕໍ່ ທີ່ຣາຊະອານາຈັກກຳ ປູເຈຍເຂົ້າຮ່ວມຊົມເຊີຍ. ການແຂ່ງຂັນກິລາດັ່ງກ່າວ ມີ ການຊີງໄຊ ທັງໝົດ 4 ຫລຽນຄຳ ຈາກປະເພດ 3Y3 ແລະ ປະເພດ 5Y5 ທັງຍິງ ແລະ ຊາຍ ລາຍການດັ່ງກ່າວ ສຳລັບປະເພດ 3Y3 ແມ່ນແຂ່ງຂັນ ພຽງຄວໍເຕີດຽວ ໃນເວລາ 10 ນາທີ, ສ່ວນປະເພດ 5Y5 ແຂ່ງຂັນ 1 ໃນ 4 ຄວໍເຕີ ຄວໍເຕີລະ 10 ນາທີ ສະເພາະ ສປປ ລາວ ແມ່ນໄດ້ສົ່ງນັກກິລາ ເຂົ້າຮ່ວມຊີງໄຊພຽງ 2 ລາຍການ ຈາກປະເພດ 3Y3 ທີມຍິງ ແລະ ປະເພດ 5Y5 ທີມຍິງ ຊຶ່ງທັງ 2 ລາຍການ ແມ່ນມີ 4 ຊາດ ເຂົ້າຮ່ວມ ປະກອບມີ ລາວ, ໄທ, ຟິລິບປິນ ແລະ ມາເລເຊຍ ແຂ່ງຂັນແບບພົບກັນໝົດ ຄັດເລືອກເອົາທີ 1-2 ໄປຊີງຫລຽນ ຄຳ ແລະ ທີ 3 ແລະ ທີ 4 ໄປຊີງ ຫລຽນທອງ. ການແຂ່ງຂັນລາຍການດັ່ງກ່າວ ຊຶ່ງກ່ອນໜ້ານີ້ ສາວບານບ້ວງລໍ້ ເລື່ອນຄົນພິການລາວ ກໍສາມາດ ເອົາຊະນະ ຟີລິບປິນ 8-5 ໃນຮອບ ຊີງຫລຽນທອງມາແລ້ວ ແລະ ນັດນີ້ ກໍໂຄຈອນມາພົບກັບ ຟີລິບປິນ ອີກ ຄັ້ງ ກໍເປັນ ສາວລາວ ຊະນະ ສາວ ຟິລິບປິນ ໃນ 4 ຄວໍເຕີ ໄປແບບຂາດ ຮອຍ 54-14 ຄະແນນ ໄດ້ຫລຽນ ທອງທີ 2 ໃຫ້ທັບນັກກິລາບານບ້ວງ ລໍ້ເລື່ອນຄົນພິການລາວ.
RkJQdWJsaXNoZXIy MTc3MTYxMQ==