xtgmf]k; 6 08/06/2023 glf4tdfy {l'a 7,q glu ,0tspkp,tsklk,a d7u mq j ;x;'-q oma '-kf rkp.8h dkooerk0v'ra d ໂດຍ: ເກີດຂວັນໃຈ ມາລີຈັນສີ ,u 16 0 d;jk[=]ylafpujx5jo g0Qk,k]q'mbo.o]k; dqf\kp ;jkfh;p lafoE c]t lafxjk ສປປ ລາວ ແມ່ນໜຶ່ງໃນບັນ ດາ 10 ປະເທດສະມາຊິກອາຊຽນ ທີ່ ໄດ້ຮັບການຊ່ວຍເຫລືອຢ່າງຫລວງ ຫລາຍຈາກປະເທດຍີ່ປຸ່ນ ໂດຍສະ ເພາະໃນຂົງເຂດການສຶກສາ, ສາ ທາ ລະນະສຸກ, ການຄ້າ, ການລົງ ທຶນ, ຄົມມະນາຄົມ, ກະສິກໍາ, ການ ແກ້ໄຂຄວາມທຸກຍາກ ແລະ ອື່ນໆ ນັບແຕ່ສອງປະເທດລາວ-ຍີ່ປຸ່ນ ໄດ້ ຮັບການສ້າງຕັ້ງສາຍພົວພັນການ ທູດຮ່ວມກັນ ຂະນະທີ່ ຍີ່ປຸ່ນ ຢືນຢັນ ຈະສືບຕໍ່ຮ່ວມມືໃຫ້ການຊ່ວຍເຫລືອ ສປປ ລາວ ແລະ ເພີ່ມທະວີການພົວ ພັນຮ່ວມມືໃຫ້ໜັກແໜ້ນກວ່າເກົ່າ. ເມື່ອບໍ່ດົນມານີ້, ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ພ້ອມຄະນະໄດ້ເດີນທາງເຂົ້າ ຮ່ວມກອງປະຊຸມສາກົນກ່ຽວກັບ ອະນາຄົດຂອງອາຊີ ຄັ້ງທີ 28 ໃນ ທ້າຍເດືອນພຶດສະພາ 2023 ຜ່ານ ມາທີ່ ປະເທດຍີ່ປຸ່ນ ເຊິ່ງທ່ານປະ ທານປະເທດ ແຫ່ງ ສປປ ລາວ ໄດ້ ມີຄໍາເຫັນໃນໂອກາດເຂົ້າຮ່ວມກອງ ມາພົບກັບຄໍລຳຊີວິດ ແລະ ກົດໝາຍມື້ນີ້ ຂໍນຳສະເໜີໃຫ້ທ່ານ ຜູ້ອ່ານໄດ້ຮູ້ຈັກເນື້ອໃນຂອງກົດ ໝາຍວ່າດ້ວຍ ສັດນ້ຳ ແລະ ສັດປ່າ ຊຶ່ງສະພາແຫ່ງຊາດລາວ ໄດ້ຮັບ ຮອງ ແລະ ປະກາດໃຊ້ຢ່າງເປັນ ທາງການ ໃນປີ 2007. ໃນກົດໝາຍ ສະບັບນີ້ກຳນົດຫລັກການ, ລະບຽບ ການ ແລະ ມາດຕະການ ກ່ຽວກັບ ວຽກງານ ສັດນ້ຳ ແລະ ສັດປ່າ ທຳ ມະຊາດ ເພື່ອສົ່ງເສີມການລ້ຽງ, ການຂະຫຍາຍພັນ ແລະ ການນຳໃຊ້ ສັດນ້ຳ ແລະ ສັດປ່າ ຢ່າງຍາວນານ ໂດຍບໍ່ໃຫ້ມີຜົນກະທົບຕໍ່ທຳມະ ຊາດ, ຖິ່ນທີ່ຢູ່ອາໄສ, ຈຳກັດການ ຫລຸດລົງ ແລະ ການສູນພັນຂອງ ສັດນ້ຳ ແລະ ສັດປ່າ ພ້ອມທັງປຸກລະ ດົມທົ່ວປວງຊົນ ໃຫ້ເຫັນໄດ້ຄວາມ ປະ ຊຸມສາກົນພາຍໃຕ້ຫົວຂໍ້ hຍົກສູງ ບົດບາດຂອງອາຊີ ເພື່ອຮັບມືກັບ ສິ່ງທ້າທາຍຂອງໂລກ ໃນປັດຈຸບັນi ໂດຍທ່ານປະທານ ປະເທດ ແຫ່ງ ສປປ ລາວ ໄດ້ຍົກໃຫ້ເຫັນຫລາຍ ບັນຫາສຳຄັນບາງຕອນວ່າ: ສິ່ງທີ່ ເກີດຂຶ້ນໃນພາກພື້ນອາຊີ ລວມທັງ ວິກິດການຕ່າງໆ ທີ່ພາກພື້ນ ແລະ ໂລກກໍາລັງປະເຊີນ ຢູ່ໃນປັດຈຸ ບັນ. ພ້ອມນີ້, ທ່ານຍັງໄດ້ມີຄຳເຫັນ ແລະ ຂໍສະເໜີບາງຂໍ້ຄິດ ເພື່ອແລກ ປ່ຽນສົນທະນາກັບບັນດາທ່ານທີ່ ເຂົ້າຮ່ວມກອງປະຊຸມສຳຄັນນີ້ ດັ່ງ ນີ້: ເພື່ອຢາກໃຫ້ພາກພື້ນອາຊີ ສືບ ຕໍ່ເປັນພາກພື້ນທີ່ມີຄວາມເຂັ້ມແຂງ, ມີບົດບາດ ແລະ ອິດທິພົນໃນເວທີ ສາກົນໄດ້ນັ້ນ, ພວກເຮົາຕ້ອງໄດ້ຍົກ ສູງການຮ່ວມມືໃນລະດັບຕ່າງໆ ທັງໃນຂອບສອງຝ່າຍ ແລະ ຫລາຍ ຝ່າຍ ດ້ວຍຄວາມຈິງໃຈ ເພື່ອຮ່ວມ ມືກັນບົນພື້ນຖານຕ່າງຝ່າຍຕ່າງ ມີຜົນປະໂຫຍດ, ບັນດາປະເທດທີ່ ພັດທະນາແລ້ວ ກໍຕ້ອງໄດ້ເອົາໃຈໃສ່ ສືບຕໍ່ຊ່ວຍເຫລືອບັນດາປະເທດກໍາ ລັງພັດທະນາ ເພື່ອຫລຸດຊ່ອງຫວ່າງ ຄວາມແຕກໂຕນຂອງການພັດທະ ນາໃນປະເທດຕ່າງໆຢູ່ໃນພາກພື້ນ ຂອງພວກເຮົາ, ພ້ອມທັງເປີດກວ້າງ ການຮ່ວມມືດ້ານຕ່າງໆ ເປັນຕົ້ນ ດ້ານການເມືອງ, ເສດຖະກິດ, ສັງ ຄົມ, ສົ່ງເສີມດ້ານການຄ້າ ແລະ ການ ລົງທຶນ ໃຫ້ນັບມື້ນັບກວ້າງຂວາງ ຂຶ້ນໃນທຸກໆດ້ານ; ກົນໄກການຮ່ວມ ມືໃນຂອບຕ່າງໆ ທີ່ສ້າງຕັ້ງຂຶ້ນໃນ ພາກພື້ນຄວນແນໃສ່ເພື່ອຂັບເຄື່ອນ ການພັດທະນາ ແລະ ການຫລຸດຜ່ອນ ຄວາມທຸກຍາກ ຂອງປະຊາຊົນໃນ ທຸກປະເທດຢ່າງແທ້ຈິງ, ນັ້ນກໍເພື່ອ ນຳເອົາຄວາມສົມບູນພູນສຸກມາສູ່ ປະຊາຊົນໃນພາກພື້ນ, ແຕ່ຫາກບໍ່ ແມ່ນການສ້າງຂຶ້ນມາເພື່ອການ ແຊກແຊງກິດຈະການພາຍໃນຂອງ ກັນ ແລະ ກັນ ແຕ່ຢ່າງໃດ, ຖ້າຫາກ ພວກເຮົາພ້ອມກັນຢືດຖືຫລັກການ ການຮ່ວມມືສາກົນ ແລະ ນໍາເອົາ ທ່າແຮງດ້ານຕ່າງໆແຫ່ງການພັດ ທະນາຂອງອາຊີ ທີ່ມີຢູ່ໃນປັດຈຸບັນ ບວກໃສ່ມູນເຊື້ອອັນດີງາມທີ່ພາກ ພື້ນອາຊີມີມາແຕ່ອະດີດ ເຊື່ອໝັ້ນວ່າ ພາກພື້ນຂອງພວກເຮົາຈະເປັນ ພາກພື້ນທີ່ມີຄວາມເຂັ້ມແຂງ, ມີ ຄວາມຈະເລີນສີວິໄລ ສົມກັບທີ່ມີ ການຂະໜານນາມໃຫ້ພາກພື້ນອາຊີ ໃນໄລຍະຜ່ານມາວ່າ: hສະຕະວັດທີ 21 ແມ່ນສະຕະວັດຂອງອາຊີi. ທ່ານ ປະທານປະເທດ ແຫ່ງ ສປປ ລາວ ຍົກໃຫ້ເຫັນຕື່ມອີກວ່າ: ປະເທດລາວເຮົາເປັນປະເທດນ້ອຍ, ຍັງຢູ່ໃນສະຖານະພາບດ້ອຍພັດທະ ນາ, ປະຊາຊົນລາວ ໄດ້ຜ່ານຄວາມ ທຸກ ແລະ ຄວາມທໍລະມານ ຈາກສົງ ຄາມທີ່ແກ່ຍາວຫລາຍສິບປີມານັ້ນ, ຈຶ່ງເຫັນຄຸນຄ່າຂອງສັນຕິພາບ, ເອກະລາດແຫ່ງຊາດ ເປັນຢ່າງດີ, ໃນເງື່ອນໄຂແຫ່ງສັນຕິພາບ ແລະ ຄວາມສະຫງົບຂອງປະເທດ, ສປປ ລາວ ມີຄວາມມານະພະຍາຍາມ ໃນ ການພັດທະນາເສດຖະກິດ-ສັງຄົມ ຢ່າງຕັ້ງໜ້າ ເພື່ອສ້າງຄວາມຢູ່ດີກິນ ດີໃຫ້ແກ່ປະຊາຊົນລາວ ບັນດາເຜົ່າ, ບວກກັບການສະໜັບສະໜູນ, ຊ່ວຍ ເຫລືອອັນມີປະສິດທິຜົນຂອງບັນ ດາປະເທດເພື່ອນມິດ ແລະ ອົງການ ຈັດຕັ້ງສາກົນ ເຊິ່ງເປັນຄູ່ຮ່ວມພັດ ທະນານັ້ນ, ເຮັດໃຫ້ມີຄວາມໝັ້ນໃຈ ທີ່ຈະສາມາດຜ່ານຜ່າຂໍ້ຫຍຸ້ງຍາກ ແລະ ສິ່ງທ້າທາຍນາໆປະການໃຫ້ ໄດ້ ໂດຍສະເພາະການຫັນປະເທດ ທີ່ບໍ່ມີຊາຍແດນຕິດທະເລໃຫ້ເປັນ ປະເທດມີການເຊື່ອມໂຍງ, ເຊື່ອມ ຈອດກັບສາກົນ ດ້ວຍການສະໜັບ ສະໜູນຈາກປະເທດເພື່ອນມິດ, ພະ ຍາຍາມເອົາປະເທດອອກຈາກສະ ຖານະພາບດ້ອຍພັດທະນາໃຫ້ໄດ້ ໃນອະນາຄົດ. ເຖິງແນວໃດກໍດີ ຫວ່າງບໍ່ດົນມາ ນີ້, ທ່ານ ໂຄບະຢະຊິ ເຄັນອິຈິ ເອກ ອັກຄະຣາຊະທູດຍີ່ປຸ່ນປະຈໍາ ສປປ ລາວ ໄດ້ຍົກໃຫ້ເຫັນການພົວພັນ ຮ່ວມມືຂອງສອງປະເທດລາວ-ຍີ່ ປຸ່ນ ຢ່າງຮອບດ້ານໃນໂອກາດສະ ຫລອງວັນປະສູດ ຂອງສົມເດັດພະ ເຈົ້າ ຈັກກະພັດຍີ່ປຸ່ນ ຄົບຮອບ 63 ພັນສາ ແລະ ວັນຊາດຍີ່ປຸ່ນ ໃນວັນ ທີ 21 ກຸມພາ 2023 ຜ່ານມາທີ່ ນະຄອນຫລວງວຽງຈັນວ່າ: ຕະ ຫລອດໄລຍະການສ້າງຕັ້ງພົວພັນ ຮ່ວມມືທີ່ມີມາແຕ່ດົນນານ, ຍີ່ປຸ່ນ ໄດ້ປະກອບສ່ວນຊ່ວຍເຫລືອ ສປປ ລາວ ຢ່າງໜັກແໜ້ນເຂົ້າໃນການ ພັດທະນາເສດຖະກິດ-ສັງຄົມ, ການ ສຶກສາ, ກະສິກໍາ, ສາທາລະນະສຸກ, ພື້ນຖານໂຄງລ່າງ ແລະ ອື່ນໆ ເປັນ ຕົ້ນ ນັບແຕ່ປີ 2018-2021 ມີນັກ ຮຽນນັກສຶກສາລາວ ຊັ້ນປະຖົມມັດທະຍົມ ໄດ້ເຂົ້າຮ່ວມຮຽນພາສາ ຍີ່ປຸ່ນ ເພີ່ມຂຶ້ນ 60%, ມາຮອດປັດ ຈຸບັນມີອາສາສະໝັກ ແລະ ຊ່ຽວ ຊານ ຍີ່ປຸ່ນຫລາຍກວ່າ 1.000 ຄົນ ມາເຮັດວຽກຢູ່ ສປປ ລາວ, ມີນັກ ລົງທຶນຊາວຍີ່ປຸ່ນ ເຂົ້າມາລົງທຶນ ໃນ ສປປ ລາວ ປະມານ 160 ກວ່າ ບໍລິສັດ. ສໍາລັບປີ 2023 ແລະ ອະ ນາຄົດຕໍ່ໜ້ານີ້ເຫັນວ່າເປັນປີທີ່ມີ ຄວາມໝາຍຄວາມສໍາຄັນ ສໍາລັບ ວັນສ້າງຕັ້ງ ສາຍພົວພັນຮ່ວມມື ອາ ຊຽນ-ຍີ່ປຸ່ນ ຄົບຮອບ 50 ປີ, ສປປ ລາວ ເປັນປະທານອາຊຽນຄັ້ງທີ 3 ປີ 2024, ການກະກຽມສະເຫລີມ ສະຫລອງ ສາຍພົວພັນການທູດຄົບ ຮອບ 70 ປີລະຫວ່າງ ສປປ ລາວຍີ່ປຸ່ນ ໃນປີ 2025 ເຊິ່ງນັ້ນຍີ່ປຸ່ນກໍ ໄດ້ຢືນຢັນໃຫ້ການສະໜັບສະໜູນ ສປປ ລາວຢ່າງໜັກແໜ້ນ. ສຳຄັນ, ເຊີດຊູສະຕິຮັກ, ຫວງແຫນ, ຖະໜອມ ແລະ ເປັນເຈົ້າການເຂົ້າ ຮ່ວມໃນການຄຸ້ມຄອງ, ກວດກາ, ອະນຸລັກ, ປົກປັກຮັກ ສາ, ພັດທະນາ ແລະ ນຳໃຊ້ສັດນ້ຳ ແລະ ສັດປ່າ ແບບຍືນຍົງແນໃສ່ຮັບປະກັນຄວາມ ອຸດົມສົມບູນ, ຄວາມສົມດຸນ ຂອງລະ ບົບນິເວດທຳມະຊາດ ປະກອບ ສ່ວນຍົກລະດັບ ຊີວິດການເປັນຢູ່ ຂອງປະຊາຊົນບັນດາເຜົ່າໃຫ້ດີຂຶ້ນ ແລະ ເປັນທ່າແຮງໃນການພັດທະ ນາເສດຖະກິດ-ສັງຄົມແຫ່ງຊາດ. ສັດນ້ຳ ແມ່ນສັດທຸກຊະນິດ ທີ່ ເກີດ ແລະ ຂະຫຍາຍຕົວຢູ່ໃນນ້ຳທຳ ມະຊາດ ຫລື ຖືກນຳ ເອົາຈາກທຳ ມະຊາດມາລ້ຽງເຊັ່ນ: ປາຂ່າ, ປາ ບຶກ, ປາເລີມ ແລະ ອື່ນໆ. ສັດປ່າ ແມ່ນສັດທຸກຊະນິດທີ່ເກີດ ແລະ ຂະຫຍາຍຕົວ ຢູ່ໃນປ່າທຳມະຊາດ ຫລື ຖືກນຳເອົາຈາກທຳມະຊາດ ມາລ້ຽງເຊັ່ນ: ຊ້າງ, ເສືອ, ໝີ, ກວາງ, ຟານ, ລີງ, ງູ, ນົກ ແລະ ອື່ນໆ. ສັດເຄິ່ງບົກເຄິ່ງນ້ຳ ເປັນທັງ ສັດນ້ຳ ແລະ ສັດປ່າ ເຊັ່ນ: ແຂ້, ເຕົ່າ ແລະ ອື່ນໆ. ສັດນ້ຳ ແລະ ສັດປ່າ ທຳມະຊາດ ທີ່ຢູ່ໃນ ດິນແດນ ຂອງສາທາລະນະ ລັດ ປະຊາທິປະໄຕ ປະຊາຊົນລາວ ເປັນກຳມະສິດ ຂອງວົງຄະນະຍາດ ແຫ່ງຊາດ ຊຶ່ງລັດເປັນຜູ້ຄຸ້ມຄອງ ຢ່າງລວມສູ ແລະ ເປັນເອກະພາບ ໃນຂອບເຂດທົ່ວປະເທດ. ສັດນ້ຳ ແລະ ສັດປ່າ ທີ່ບຸກຄົນ ແລະ ການຈັດ ຕັ້ງໄດ້ນຳມາລ້ຽງ ແລະ ຂະຫຍາຍ ພັນດ້ວຍເຫື່ອແຮງ ຫລື ທຶນຮອນ ຂອງຕົນ ແມ່ນເປັນກຳມະສິດຂອງ ບຸກຄົນ ແລະ ການຈັດຕັ້ງນັ້ນຕາມ ລະບຽບກົດໝາຍ. ລັດ ຊຸກຍູ້ສົ່ງ ເສີມການອະນຸລັກ, ປົກປັກຮັກສາ, ພັດທະນາ ແລະ ຂະຫຍາຍພັນ ສັດ ນ້ຳ ແລະ ສັດປ່າ ດ້ວຍການວາງນະ ໂຍບາຍ, ລະບຽບກົດໝາຍ, ທຶນ ຮອນ, ວິຊາການ, ເຕັກໂນໂລຊີ ແລະ ມາດຕະການຕ່າງໆ ເພື່ອເພີ່ມຈຳ ນວນສັດນ້ຳ ແລະ ສັດປ່າ ໃຫ້ຫລາຍ ຂຶ້ນ ແນໃສ່ຕອບສະໜອງຄວາມ ຮຽກຮ້ອງຕ້ອງການທາງດ້ານເສດ ຖະກິດ, ສັງຄົມ, ສິ່ງແວດລ້ອມ ແລະ ແກ້ໄຂຊີວິດ ການເປັນຢູ່ຂອງ ປະຊາຊົນ. ສົ່ງເສີມໃຫ້ບຸກຄົນ ແລະ ການຈັດຕັ້ງທັງພາຍໃນ ແລະ ຕ່າງ ປະເທດລົງທຶນ ເຂົ້າໃນການອະນຸ ລັກ, ປົກປັກຮັກສາ, ລ້ຽງ ແລະ ຂະຫຍາຍພັນ ດ້ວຍການໄດ້ຮັບນະ ໂຍບາຍຕ່າງໆ ເຊັ່ນ: ນະໂຍບາຍ ສິນເຊື່ອ, ຍົກເວັ້ນ ຫລື ຫລຸດຜ່ອນ ພາສີ, ອາກອນຕາມລະບຽບການ. າ¤ອ າ¤ອ
RkJQdWJsaXNoZXIy MTc3MTYxMQ==