5636

gfa ffj P;xt8y [a fco;mk'dko8j k'xtgmfla o8y rk[F gvdt]kfF ,y f8trk[ c]t dkoIj ;,,n 1j k'ltg\u 8Q oltg\u xkp 09/06/2023 xtgmf]k; 4 3]d c]t gsfdko ຕໍ່າ‹ໜ້າ lt4kom6f]k; mujot7vos];'xkiu 8hvoIa[dko1hP,1k,0v'ok''k,]k; xtgmf va'3fik ຂປລ. ເມື່ອບໍ່ດົນມານີ້, ສະຖານ ເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ທີ່ນະຄອນຫລວງປາຣີປະ ເທດຝຣັ່ງ ໄດ້ຕ້ອນຮັບການຢ້ຽມ ຢາມຂອງ ນາງ ປ່າເຢັ້ງຊາ ລໍ່ ນາງ ງາມຈັກກະວານລາວ ປີ 2022 ແລະ ນາງ ປີຍະມາດ ພູນປະເສີດ ນາງງາມມິສອິນເຕີຣເນຊັນແນວ ລາວ ປີ 2018 ເຊິ່ງໃຫ້ການຕ້ອນ ຮັບໂດຍ ທ່ານ ອະໂສກະ ຣາຊະພົນ ອຸປະທູດຊົ່ວຄາວ ແຫ່ງ ສປປ ລາວ ປະຈຳປະເທດຝຣັ່ງ ພ້ອມດ້ວຍພັນ ລະຍາ; ທ່ານ ນາງ ວອນສີ ອຸດທະຈັກ ພັນລະຍາທ່ານເອກອັກຄະລັດຖະ ທູດລາວ ທີ່ນະຄອນຫລວງປາຣີ, ພ້ອມດ້ວຍພະນັກງານພາຍໃນສະ ຖານທູດ, ບັນດາສະມາຄົມຄົນເຊື້ອ ຊາດລາວ ຢູ່ປະເທດຝຣັ່ງ ຕະຫລອດ ຮອດພໍ່ແມ່ພີ່ນ້ອງຄົນເຊື້ອຊາດລາວ ທີ່ອາໄສຢູ່ປະເທດຝຣັ່ງ ເຂົ້າຮ່ວມ. ໃນການຕ້ອນຮັບໃນຄັ້ງນີ້, ສອງ ນາງງາມລາວ ຕ່າງກໍໄດ້ໃຫ້ຮູ້ເຖິງ ຄວາມສຳຄັນຂອງການປະຕິບັດໜ້າ ທີ່ຂອງນາງງາມລາວ, ເຜີຍແຜ່ວັດ ທະນະທຳອັນດີງາມຂອງຊາດລາວ ເຮົາສູ່ເວທີສາກົນ ແລະ ໃຫ້ໂລກໄດ້ ຮັບຮູ້ກ່ຽວກັບ ປະເທດລາວເຮົານັບ ມື້ນັບຫລາຍຂຶ້ນ. ນອກຈາກນັ້ນ, ສອງນາງງາມລາວ ກໍໄດ້ຮຽກຮ້ອງ ໃຫ້ພໍ່ແມ່ພີ່ນ້ອງຊາວລາວທີ່ດຳລົງຊີ ວິດຢູ່ຕ່າງປະເທດ ໃຫ້ພ້ອມກັນສົ່ງ ເສີມ ແລະ ປົກປັກຮັກ ສາຮີດຄອງປະ ເພນີອັນດີຂອງຊາດລາວໄວ້, ສ້າງ ຄວາມສາມັກຄີຮັກແພງກັນໃຫ້ເປັນ ປຶກແຜ່ນ ແລະ ຊ່ວຍເຫລືອເຊິ່ງກັນ ແລະ ກັນ. ໃນໂອກາດນີ້, ທ່ານ ມິ່ງ ບຸບຜາ ທີ່ເປັນຄົນເຊື້ອຊາດຈີນ-ລາວ ແລະ ເປັນຮອງປະທານ ຂອງລີກສາທາ ລະນະປະໂຫຍກສາກົນ ຂອງຝຣັ່ງ ກໍໄດ້ຂຶ້ນມອບຫລຽນ ທີ່ມີຊື່ວ່າ: L a M é daille du C ivis me et du B en evolat ເຊິ່ງເປັນຫລຽນກຽດ ຕິຍົດຂອງພົນລະເມືອງດີ ແລະ ອາ ສາສະໝັກຜູ້ດີເດັ່ນ ໃຫ້ແກ່ນາງ ປ່າເຢັ້ງຊາ ລໍ່ ແລະ ນາງ ປີຍະມາດ ພູນປະເສີດ, ຫລຽນດັ່ງກ່າວແມ່ນ ຖືກຮັບຮູ້ໂດຍລັດຖະບານຝຣັ່ງ ແລະ ມອບໃຫ້ແກ່ບຸກຄົນທີ່ມີຄຸນງາມ ຄວາມດີຕໍ່ປະເທດຊາດບ້ານເມືອງ ເທົ່ານັ້ນ. ສະນັ້ນ, ຈຶ່ງເຫັນໄດ້ວ່າ ບົດບາດຂອງສອງນາງງາມລາວ ໃນວຽກງານການເຄື່ອນໄຫວຢູ່ຕ່າງ ປະເທດ ໂດຍສະເພາະແມ່ນການ ຢ້ຽມຢາມຖາມຂ່າວ ແລະ ສ້າງ ຄວາມຮັກແພງກັບຄົນເຊື້ອຊາດ ລາວ ທີ່ອາໄສຢູ່ປະເທດຝຣັ່ງແມ່ນ ເຮັດໄດ້ຢ່າງກວ້າງຂວາງ ຊຶ່ງສະ ແດງ ໃຫ້ເຫັນວ່າ ມີຄວາມເໝາະສົມ ແລ້ວທີ່ທັງສອງນາງງາມລາວເຮົາ ໄດ້ຮັບຫລຽນກຽດຕິຍົດດັ່ງກ່າວ. ພ້ອມກັນນີ້, ທ່ານ ອະໂສກະ ຣາ ຊະພົນ ກໍໄດ້ມີຄຳເຫັນ ເຊິ່ງທ່ານໄດ້ ກ່າວຍິນດີຕ້ອນຮັບສອງນາງງາມ ລາວ ພ້ອມທັງສະແດງຄວາມຍ້ອງ ຍໍຊົມເຊີຍຕໍ່ຜົນງານປະກອບສ່ວນ ຂອງແມ່ຍິງລາວ ທັງຢູ່ພາຍໃນ ແລະ ຕ່າງປະເທດ ເຂົ້າໃນວຽກງານ ໂຄສະ ນາເຜີຍແຜ່ຮີດຄອງປະເພນີອັນດີ ງາມຂອງລາວ ເປັນການປະກອບ ສ່ວນເຂົ້າໃນການປົກປັກຮັກສາ ແລະ ກໍ່ສ້າງປະເທດຊາດ; ຊີ້ໃຫ້ເຫັນ ເຖິງຄວາມເອົາໃຈໃສ່ຂອງພັກ ແລະ ລັດຖະບານຕໍ່ບົດບາດຂອງແມ່ຍິງ ລາວ ເຊິ່ງຍາມໃດກໍໄດ້ປະກອບສ່ວນ ເຂົ້າຢູ່ໃນວຽກງານສຳຄັນຂອງກົງ ຈັກລັດຖະບານຫລາຍ ດ້ານໂດຍສະ ເພາະແມ່ນການສົ່ງເສີມການຈັດ ການປະກວດນາງສາວລາວເພື່ອ ເຮັດໃຫ້ເວທີດັ່ງກ່າວນັບມື້ນັບມີຊື່ ສຽງໃນລະດັບສາກົນຂຶ້ນໄປເລື້ອຍໆ. ໃນຕອນບ່າຍຂອງວັນດຽວກັນ, ສະຖານທູດ ກໍໄດ້ຈັດພາເຂົ້າສາມັກຄີ ໂດຍການປະກອບສ່ວນຂອງພີ່ນ້ອງ ຊາວລາວທີ່ມາຮ່ວມງານ ແລະ ຈັດ ກິດຈະກຳມ່ວນຊື່ນຢູ່ພາຍໃນສະ ຖານທູດ ຢ່າງເປັນຂະບວນຟົດຟື້ນ ເຊິ່ງໄດ້ເຮັດໃຫ້ຜູ້ມາຮ່ວມງານມີ ຄວາມເພິ່ງພໍໃຈເປັນຢ່າງດີ. ປະເທດ ອັງໂດຣາ (AnEorrB) ຫລື ຣາຊາລັດ ອັງໂດຣາ (1rinDiQBU EgAnEorrB) ມີນະ ຄອນຫລວງຊື່ວ່າ: ອັງດໍລາວິໄອເຍີ (AnEorrB MB 7FMMB). ອັງໂດຣາ ເປັນປະເທດທີ່ບໍ່ມີທາງອອກສູ່ທະ ເລ ມີເນື້ອທີ່ຂະໜາດນ້ອຍເກືອບ ໂດຍ: ດາວັນ 468 ກິໂລຕາແມັດ ຢູ່ທາງຕາເວັນ ຕົກສ່ຽງໃຕ້ຂອງທະວີບເອີຣົບ, ມີ ອານາເຂດຕິດກັບ ປະເທດຝຣັ່ງ ແລະ ແອັດສະປາຍ. ມີປະຊາກອນ 79.034 ຄົນ(ໃນປີ 2021); ປະຊາ ຊົນສ່ວນໃຫຍ່ ນັບຖືສາສະໜາຄຣິສ ນິກາຍໂຣມັນຄາທໍລິກ; ໃຊ້ພາສາ ຄາຕາລານ ເປັນພາສາທາງການ; ນຳ ໃຊ້ສະກຸນເງິນ ເອີໂຣ(&uro). ສ່ວນວັນຊາດແມ່ນວັນທີ 08 ກັນຍາ. ປະເທດ ອັງໂດຣາ ປະເທດ ສປປ ລາວ ໄດ້ສ້າງຕັ້ງສາຍພົວພັນທາງ ການທູດຮ່ວມກັນ ນັບແຕ່ວັນທີ 8.06.2007 ເປັນຕົ້ນມາ ຫລັງ ຈາກນັ້ນ ສອງປະເທດກໍໄດ້ຮ່ວມມື ກັນພັດທະນາເສີມສ້າງສາຍພົວພັນ ຂອງສອງຝ່າຍໃຫ້ນັບມື້ຂະຫຍາຍ ຕົວຂຶ້ນເລື້ອຍໆ. ສະພາບເສດຖະກິດຂອງ ອັງໂດ ຣາ ເປັນປະເທດປອດພາສີ, ມີລາຍ ຮັບຫລັກມາຈາກການທ່ອງທ່ຽວ ກວມເອົາ 80% ຂອງລວມຍອດຜະ ລິດຕະພັນພາຍໃນປະເທດ((D1) ປະມານ 3,33 ຕື້ໂດລາສະຫະລັດ (ໃນປີ2021); ອັດຕາສະເລ່ຍຕໍ່ຫົວ ຄົນເກືອບ 42.137 ກວ່າໂດລາສະ ຫະລັດຕໍ່ປີ; ການເຕີບໂຕທາງດ້ານ ເສດຖະກິດ 8,9% ຕໍ່ປີ ໂດຍພາກ ການຜະລິດທີ່ສຳຄັນຄື: ຢາສູບ ແລະ ການລ້ຽງສັດ. ສຳລັບສິນຄ້າການສົ່ງອອກຄື: ໃບຢາສູບ, ເຄື່ອງສຽງ, ເຄື່ອງເຟີ ນີເຈີ, ອຸປະກອນສື່ສານ; ສ່ວນສິນຄ້າ ການນຳເຂົ້າເຊັ່ນ: ສິນຄ້າອຸປະໂພກ ບໍລິໂພກ, ຜະລິດຕະພັນ ອາຫານ ແລະ ກະແສໄຟຟ້າ ຊຶ່ງມີປະເທດ ຄູ່ການຄ້າທີ່ສຳຄັນລວມມີ ແອັດ ສະປາຍ, ຝຣັ່ງ, ເຢຍລະມັນ ແລະ ອິຕາລີ ຕາມລຳດັບ. ນອກຈາກນີ້ ອັງໂດຣາ ຍັງເປັນ ປະເທດທີ່ມີຊື່ສຽງດ້ານການທ່ອງ ທ່ຽວ ທີ່ີມີ ສໄຕຍຸດກາງເດີນ ໃນ ເມືອງມີອາຄານຫີນ ແລະ ໂບດສທີ່ ເກົ່າແກ່ ຢ່າງຫລວງຫລາຍທີ່ຍັງຄົງ ຮັກສາ, ອາຄານເຫລົ່ານີ້ມີຄວາມ ໂດດເດັ່ນຫລາຍ ແລະ ຍັງຄົງອະນຸ ລັກໄວ້ເປັນຢ່າງດີ; ມີຂົວຫີນທີ່ສ້າງ ຂຶ້ນໃນຍຸກກາງ; ໃຈກາງເມືອງອັນ ດໍຣຣາລາ ເວລລາສູນ Ter molú dic C aldea ຊຶ່ງເປັນສູນສະປາ ທີ່ ໃຫຍ່ທີ່ສຸດ ໃນເອີຣົບ ຄອງເສັ້ນ ຂອບຟ້າ ເມືອງຫລວງ ທີ່ມີຫໍຄອຍ ແກ້ວປິຣ ມິດອັນງົດງາມ ແລະ ອື່ນໆ ຊຶ່ງດຶງດູດນັກທ່ອງທ່ຽວເປັນຈຳ ນວນຫລວງຫລາຍໃນແຕ່ລະປີ. ເພີ່ມທະວີການຕິດຕາມ... ດັດສ້າງ ແລະ ວຽກງານຕິດຕາມ ກວດກາການດຳເນີນຄະດີແພ່ງທົ່ວ ປະເທດ ຄັ້ງທີ I ໂດຍການເປັນປະ ທານຂອງ ທ່ານ ບຸນທັນ ບຸນທະວິໄລ ຮອງຫົວໜ້າອົງການໄອຍະການ ປະຊາຊົນສູງສຸດ, ມີຫົວໜ້າອົງການ ໄອຍະການທະຫານຂັ້ນສູງ, ຜູ້ຕາງ ໜ້າອົງການໄອຍະການປະຊາຊົນ 3 ພາກ, ແຂວງ, ເຂດ, ພ້ອມດ້ວຍຜູ້ ຕາງໜ້າ ຈາກຂະແໜງການທີ່ກ້ຽວ ຂ້ອງໃນຂອບເຂດທົ່ວປະເທດເຂົ້າ ຮ່ວມ. ໂອກາດດັ່ງກ່າວ, ທ່ານ ຂັນທະວີ ວິໄລສັກ ຫົວໜ້າກົມຕິດຕາມກວດ ກາຄ້າຍຄຸມຂັງ-ດັດສ້າງ ແລະ ທ່ານ ບົວລີ ເພັດມີໄຊ ຫົວໜ້າກົມຕິດ ຕາມກວດກາການດຳເນີນຄະດີ ແພ່ງອົງການໄອຍະການປະຊາຊົນ ສູງສຸດ ໄດ້ຜັດປ່ຽນກັນຂຶ້ນຜ່ານບົດ ສະຫລຸບຕີລາຄາຜົນສຳເລັດ, ຂໍ້ ຄົງຄ້າງ ແລະ ທິດທາງລວມວຽກ ງານຈຸດສຸມແຕ່ລະດ້ານໃນຊຸມປີຕໍ່ ໜ້າ. ຫລັງຈາກນັ້ນ, ທ່ານ ບຸນທັນ ບຸນທະວິໄລໄດ້ມີຄໍາຖາມເຈາະຈິ້ມ ເພື່ອເປັນພື້ນຖານໃຫ້ບັນດາທ່ານ ທີ່ເຂົ້າຮ່ວມກອງປະຊຸມໄດ້ປະກອບ ຄຳຄິດເຫັນຢ່າງເລິກເຊິ່ງເປັນຕົ້ນ ຊອກໃຫ້ເຫັນບັນຫາຂໍ້ຄົງຄ້າງສາ ເຫດຕົ້ນຕໍ ແລະ ວິທີການແກ້ໄຂໃຫ້ ຖືກຕ້ອ ງກັບຕົວຈິງ ແລະ ກົດໝາຍ ແນໃສ່ໃຫ້ມີລັກສະນະວິທະຍາສາດ, ຕິດຕາມກວດກາການປະຕິບັດຄໍາ ຕັດສິນຄຳພິພາກສາຂອງສານ ອາຍາກ່ຽວກັບການປະຕິບັດໂທດ ຕັດອິດສະລະພາບ, ໂທດປັບໄໝ, ການໃຊ້ແທນຄ່າເສຍຫາຍທາງແພ່ງ ແລະ ຕິດຕາມກວດກາການປະຕິບັດ ຄຳຕັດສິນຄຳພິພາກສາທາງແພ່ງ ຂອງຄະນະສານແພ່ງ, ແຮງງານ, ການຄ້າ, ຄອບຄົວ ແລະ ເດັກ. ທ່ານ ບຸນທັນ ບຸນທະວິໄລ ໄດ້ເນັ້ນຕື່ມອີກວ່າ: ເຖິງວ່າວຽກ ງານຕິດຕາມກວດກາຄ້າຍຄຸມຂັງດັດສ້າງ ແລະ ວຽກງານຕິດຕາມ ກວດກາການດຳເນີນຄະດີແພ່ງໄດ້ ມີຜົນສໍາເລັດຢ່າງຕັ້ງໜ້າກໍຕາມ ແຕ່ ເຫັນວ່າການນຳໃຊ້ກົດໝາຍຂອງ ພາກສ່ວນອົງການໄອຍະການປະ ຊາຊົນ, ເຈົ້າໜ້າທີ່ຄ້າຍຄຸມຂັງ-ດັດ ສ້າງ, ສານປະຊາຊົນ ແລະ ກະຊວງ ວິໄຈ, ໄຈ້ແຍກຄັກແນ່ ໂດຍສະເໜີ ໃຫ້ແຕ່ລະທ່ານຍົກບັນຫາຂຶ້ນມາປະ ກອບຄວາມເຫັນ, ແລກປ່ຽນ ເພື່ອ ຄວາມ ເປັນເອກະພາບ ຕາມກົດໝາຍ ແລະ ສາມາດຈັດຕັ້ງປະຕິບັດໄດ້ ພ້ອມທັງສະເໜີກອງປະຊຸມຮັບ ຮອງເພື່ອນໍາໄປໝູນໃຊ້ເຂົ້າສູ່ວຽກ ງານຕົວຈິງຕາມໜ້າທີ່ຂອງແຕ່ລະ ກົມກອງ, ທ້ອງຖິ່ນໃຫ້ມີປະສິດທິ ພາບສູງ. ທ່ານ ບຸນທັນ ບຸນທະວິໄລ ຍັງໄດ້ ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ ຜົນສຳເລັດຂອງອົງການໄອຍະ ການປະຊາຊົນ ໃນວຽກງານຕິດ ຕາມກວດກາຄ້າຍຄຸມຂັງ-ເດັດສ້າງ ແລະ ວຽກງານຕິດຕາມກວດກາ ການດຳເນີນຄະດີແພ່ງໃນໄລຍະ ຜ່ານມາ, ພ້ອມທັງໃຫ້ທິດຊີ້ນຳວ່າ ທັງສອງວຽກງານດັ່ງກ່າວແມ່ນ ເປັນພາລະບົດບາດໜຶ່ງໃນການຕິດ ຕາມກວດກາການເຄົາລົບ ແລະ ການປະຕິບັດກົດໝາຍຂອງອົງ ການໄອຍະການປະຊາຊົນ ໃນໄລຍະ ຜ່ານມາ. ນອກຈາກເປັນການຊຸກ ຍູ້ພາກສ່ວນກ່ຽວຂ້ອງປະຕິບັດ ກົດໝາຍໃຫ້ມີຄວາມຖືກຕ້ອງແລ້ວ ຍັງໄດ້ຕິດຕາມກວດກາການນໍາໃຊ້ ກົດໝາຍບໍ່ຖືກຕ້ອງຕໍ່ຜູ້ຖືກຫາ, ນັກ ໂທດ, ຜູ້ທີ່ຖືກກັກຂັງເກີນ, ກັກຂັງ ບໍ່ມີຄຳສັ່ງ, ມາດຕະການປັບໄໝ ແລະ ການແກ້ໄຂຂໍ້ຂັດແຍ່ງທີ່ມີການ ລະເມີດກົດໝາຍ ເຊັ່ນ ກົດໝາຍ ວ່າດ້ວຍການດຳເນີນຄະດີອາຍາ, ກົດໝາຍວ່າດ້ວຍການດໍາເນີນຄະດີ ແພ່ງ, ກົດໝາຍອາຍາ, ປະມວນກົດ ໝາຍອາຍາ, ກົດໝາຍແພ່ງ,ປະ ມວນກົດໝາຍແພ່ງ ແລະ ກົດໝາຍ ອື່ນທີ່ກ່ຽວຂ້ອງ. ພ້ອມກັນນີ້ກໍໄດ້ ຍຸຕິທຳ ຍັງບໍ່ທັນເຮັດໄດ້ຢ່າງເລິກ ເຊິ່ງກວ້າງຂວາງ, ການເປັນເຈົ້າ ການປະຕິບັດກົດໝາຍໃນຂົງເຂດ ຮັບຜິດຊອບຂອງຕົນ ຍັງບໍ່ທັນເຂັ້ມ ງວດ ແລະ ສັກສິດເທົ່າທີ່ຄວນ, ສະຕິເຄົາລົບກົດໝາຍຍັງບໍ່ທັນສູງ, ການນຳໃຊ້ກົດໝາຍບາງບັນຫາຍັງ ມີອັນປົນເປກັນ, ທັງບໍ່ທັນມີຄວາມ ເປັນເອກະພາບໃນທາງດ້ານຈັດຕັ້ງ ປະຕິບັດ ຈຶ່ງເຮັດໃຫ້ມີຫາງສຽງ ຈາກສັງຄົມວ່າ ເປັນປາກົດການລະ ເມີດກົດໝາຍຂອງບັນດາເຈົ້າໜ້າທີ່ ປກສ, ພະນັກງານໄອຍະການ, ຜູ້ພິ ພາກສາຂອງສານ ແລະ ພະນັກງານ ຈັດຕັ້ງປະຕິບັດຄຳຕັດສິນຂອງສານ ຍັງມີຫລາຍ ໂດຍສະພາະຕໍ່ກັບ ການຕິດຕາມກວດກາກ່ຽວກັບສອງ ວຽກງານດັ່ງກ່າວ ຂອງອົງການໄອ ຍະການປະຊາຊົນຍັງບໍ່ທັນເຂົ້າສູ້ ລວງເລິກ, ກົນໄກການປະສານງານ ກັບພາກສ່ວນຕ່າງໆທີ່ກຽວຂ້ອງ ມີແລ້ວ ແຕ່ການຈັດຕັ້ງປະຕິບັດຕົວ ຈິງຍັງບໍ່ທັນເປັນລະບົບ, ການເກັບ ກໍາສະຖິຕິນັກໂທດ, ຜູ້ຖືກຫາ, ຜູ້ຖືກ ກັກຂັງເກີນ, ບໍ່ມີຄຳສັ່ງ, ສະຖິຕິຄະດີ ທາງແພ່ງ ແລະ ສະຖິຕິການຈັດຕັ້ງ ປະຕິບັດຄໍາຕັດສິນຂອງສານ (ທັງ ທາງອາຍາ ແລະ ທາງແພ່ງ) ຈຳ ນວນໜຶ່ງກໍຍັງເປັນການສັງລວມ ເອົາ ໂດຍເປັນອັນສັງລວມທີ່ບໍ່ຊັດ ເຈນ. ດັ່ງນັ້ນ ໃນຊຸມປີຕໍ່ໜ້ານີ້ ອົງການ ໄອຍະການປະຊາຊົນ ແລະ ອົງການ ໄອຍະການທະຫານທົ່ວປະເທດ ຕ້ອງເພີ່ມທະວີຄວາມຮັບຜິດຊອບ ຂອງຕົນໃນການຄົ້ນຄວ້າ, ເຊື່ອມ ຊຶມ, ກຳແໜ້ນວຽກງານຕິດຕາມ ກວດກາຄ້າຍຄຸມຂັງ-ດັດສ້າງ ແລະ ການຕິດຕາມກວດກາການດຳເນີນ ຄະດີແພ່ງໃຫ້ເພີ່ມທະວີສູງຂຶ້ນເປັນ ກວ່າເກົ່າ, ຍົກລະດັບພະນັກງານໄອ ຍະການປະຊາຊົນ, ທັງປັບປຸງ ແລະ ປະຕິບັດກົນໄກປະສານສົມທົບໃຫ້ ເຂັ້ມແຂງ, ສ້າງ ແລະ ປັບປຸງນິຕິກຳ ເປັນຕົ້ນ ຄຳສັ່ງ, ຄຳແນະນຳ, ປຶ້ມຄູ່ມື ກ່ຽວກັບການຕິດຕາມກວດກາຄ້າຍ ຄຸ້ມຂັງ-ດັດສ້າງ ແລະ ຕິດຕາມ ກວດກາການດຳເນີນຄະດີແພ່ງ ລວມເຖິງການຕິດຕາມກວດກາ ການປະຕິບັດຄຳຕັດສິນຂອງສານ. ພາບ: ເກດສະໜາ

RkJQdWJsaXNoZXIy MTc3MTYxMQ==