5636

xtgmf]k; 3 09/06/2023 0kj ; c]t gsfdko dh k;l6 j ]t[q [75 h ,7v'dkog'y ocsj ']a f gxa oma oltw\mu j ,u 7;k,g0A ,c0'F 3xj '.l gxa ofu 9y 8vo c]t p5 8y me ¢£—¢£Ž©“’ າŸ—້ານ©ນນ —“Ê ¤§ໜÇ ©“’ «°¦’້ອÆນ ,ulafoE{lafxjk s]kpd;jk 150 -tofy .o]k;mu.j d9h tlo6 roa ໂດຍ: ຢ່າຕົ່ງ -;j pdoa xdq xda Ida lkly'j c;f]vh , grnjvxhv'daog-Nvp5']kp .-h[afgvmugva, .shxvfwr 4hkglpskpg4y'0Ao\qf38 ໃນໄລຍະນີ້ມີຂ່າວກ່ຽວກັບ ການລັກຂໍ້ມູນຈາກບັດ ເອທີເອັມ (A5M) ດ້ວຍການລັກຖອນເງິນ ອອກຈາກບັນຊີຜ່ານຕູ້ A5M ເປັນ ຈໍານວນຫລາຍໆລ້ານກີບ ຈົນເຮັດ ໃຫ້ຜູ້ຕົກເປັນເຫຍື່ອໄດ້ຮັບຜົນເສຍ ຫາຍຢ່າງຫລວງຫລາຍ ລວມເຖິງທະ ນາຄານທີ່ໃຫ້ບໍລິການເອງ. ດັ່ງໃນ ກໍລະນີ ໃນວັນທີ 10 ມີນາ 2023 ຜູ້ໃຊ້ເຟສບຸກທີ່ຊື່ວ່າ 7iZBMBL 7ongQrBDIBnI ໄດ້ອອກມາ ໂພສ ເຖິງເຫດການທີ່ຕົນເອງຕົກ ເປັນຜູ້ເສຍຫາຍຖືກລັກຖອນເງິນ ອອກຈາກບັນຊີໂດຍບໍ່ຮູ້ຕົວ ຫລາຍ ກວ່າ 57 ລ້ານກີບ. ກ່ອນໜ້າເຫດການດັ່ງກ່າວນັ້ນ ທາງທະນາຄານການຄ້າຕ່າງປະ ເທດລາວ ກໍ່ໄດ້ອອກແຈ້ງການເຕືອນ ໄພກ່ຽວກັບກຸ່ມຄົນບໍ່ຫວັງດີພະຍາ ຍາມລັກລອບເອົາຂໍ້ມູນບັດ ໂດຍ ຜ່ານຕູ້ A5M ແລະ ໄດ້ຮຽກຮ້ອງໃຫ້ ລູກຄ້າຂອງທະນາຄານມີຄວາມລະ ມັດລະວັງໃນການນຳໃຊ້ຕູ້ A5M ຫລາຍຂຶ້ນພ້ອມທັງເປັນຫູເປັນຕາ ນໍາກັນໃນການແຈ້ງຄວາມຜິດປົກ ກະຕິທີ່ເກີດຂຶ້ນກັບຕູ້ A5M ຜ່ານ ທາງສາຍດ່ວນ 1555 ຕະຫລອດ 24 ຊົ່ວໂມງ. ເມື່ອມີເຫດການແບບ ນີ້ທາງສູນສະກັດກັ້ນ ແລະ ແກ້ໄຂ ເຫດສຸກເສີນທາງຄອມພິວເຕີ ຫລື ສູນລາວເຊີດ ໄດ້ມີການເຜີຍແຜ່ຂໍ້ ມູນ ແລະ ວິທີປ້ອງກັນຕົນເອງຈາກ ການລັກຂໍ້ມູນບັດໃນລັກສະນະນີ້ ໄດ້ແນວໃດ. ໃນບົດຄວາມນີ້ໄດ້ອະ ທິບາຍກ່ຽວກັບໄພຄຸກຄາມດັ່ງກ່າວ ເພື່ອໃຫ້ເປັນຄວາມຮູ້ ແລະ ເປັນແນວ ທາງໃນການປ້ອງກັນຕົນເອງບໍ່ໃຫ້ ຕົກເປັນເຫຍື່ອຂອງ hA5M 4LiNNingi. ກ່ອນອື່ນຕ້ອງສ້າງຄວາມ ເຂົ້າໃຈກ່ຽວກັບ A5M 4LiNNing ແມ່ນຮູບແບບການດັກຂໍ້ມູນ ແລະ ດັກລະຫັດບັດ ໂດຍໃຊ້ວິທີ ການເຮັດປຸ່ມກົດປອມ ແລະ ເຄື່ອງ ອ່ານບັດປອມຕິດທັບກັບອຸປະກອນ ຂອງແທ້ເທິງເຄື່ອງ ຊຶ່ງເຄື່ອງອ່ານ ການປົກປັກຮັກສາສິ່ງແວດ ລ້ອມອ້ອມຮອບເຮືອນຊານບ້ານ ຊ່ອງ ແລະ ສະຖານທີ່ຕ່າງໆ ແມ່ນມີ ຄວາມສຳຄັນຫລາຍ ທັງແມ່ນໜ້າ ທີ່ຄວາມຮັບຜິດຊອບຂອງໝົດທຸກ ຄົນທີ່ຕ້ອງໄດ້ເອົາໃຈໃສ່ ໂດຍສະ ເພາະແມ່ນການຖາງຫຍ້າອ້ອມ ວັນທີ 5 ມິຖຸນາ ທີ່ຫາກໍຜ່ານ ມານີ້ ແມ່ນວັນທີ່ມີຄວາມໝາຍສຳ ຄັນທາງດ້ານສິ່ງແວດລ້ອມ ເພາະ ເປັນວັນ ສິ່ງແວດລ້ອມໂລກ ຄົບຮອບ 50 ປີ, ທັງເປັນວັນສິ່ງແວດລ້ອມ ແຫ່ງຊາດ ຄົບຮອບ 24 ປີ ການ ກຳ ນົດໃຫ້ມີວັນສິ່ງແວດລ້ອມ ກໍເພື່ອ ເປັນການປູກຈິດສຳນຶກໃຫ້ຄົນທົ່ວ ໂລກເຫັນໄດ້ຄວາມສຳຄັນຂອງ ການປົກປັກສາສິ່ງແວດລ້ອມ. ປະ ເທດລາວ ກໍເປັນອີກປະເທດໜຶ່ງທີ່ ເຫັນຄວາມສຳຄັນຂອງບັນຫາສິ່ງ ແວດລ້ອມ. ດັ່ງນັ້ນ, ພັກ-ລັດ ຈຶ່ງ ໄດ້ສ້າງນິຕິກຳ, ຂໍ້ກຳນົດກົດໝາຍ ຕ່າງໆຂຶ້ນມາ ເພື່ອເປັນເຄື່ອງມືໃນ ການປົກປັກຮັກສາສິ່ງແວດລ້ອມ ແຕ່ເຖິງປານນັ້ນ ຢູ່ປະເທດເຮົາກໍຍັງ ມີສັດນ້ຳ-ສັດປ່າ ປະມານ 157 ຊະ ນິດກຳລັງມີຄວາມສ່ຽງທີ່ໃກ້ຈະ ສູນພັນ ແລະ 115 ຊະນິດກຳລັງຖືກ ຂົ່ມຂູ່ (ຂໍ້ມູນຂອງກະຊວງຊັບພະ ຍາກອນທຳມະຊາດ ແລະ ສິ່ງແວດ ລ້ອມ) ສາເຫດເນື່ອງຈາກການນຳ ໃຊ້ຊັບພະຍາກອນທຳມະຊາດແບບ ຟຸມເຟືອຍ, ການຕັດໄມ້ທຳລາຍປ່າ ລວມເຖິງການຄຸ້ມຄອງໂຄງການ ລົງທຶນຍັງເຮັດບໍ່ໄດ້ດີເທົ່າທີ່ຄວນ ເຮັດໃຫ້ເກີດຜົນກະທົບຕໍ່ສະພາບ ແວດລ້ອມ ແລະ ສັງຄົມ, ປ່າໄມ້, ແຫລ່ງນ້ຳ, ຍັງມີປາກົດການຄ້າ ຂາຍສັດນ້ຳ-ສັດປ່າແບບຊະຊາຍ ແລະ ຜິດກົດໝາຍ. ອີກບັນຫາໜຶ່ງທີ່ສົ່ງຜົນກະທົບ ຕໍ່ສະພາບແວດລ້ອມ ແລະ ສັດນ້ຳສັດປ່າ ຍ້ອນການປ່ອຍສິ່ງເສດ ເຫລືອຈາກໂຮງງານອຸດສາຫະກຳ, ຈາກຄົວເຮືອນນັບມື້ເພີ່ມຂຶ້ນ, ມີ ານນຳໃຊ້ສານເຄມີເຂົ້າໃນການ ຜະລິດກະສິກຳ ແລະ ອື່ນໆ. ນອກ ຈາກຈະສົ່ງຜົນກະທົບຕໍ່ສັດນ້ຳ ແລະ ສັດປ່າແລ້ວ ຍັງເປັນສາເຫດ ຂອງພາວະໂລກຮ້ອນ, ການຂາດ ແຄນສະບຽງອາຫານ, ສະພາບ ແວດລ້ອມເປັນພິດ ແລະ ສົ່ງຜົນກະ ທົບຕໍ່ສຸຂະພາບຂອງມະນຸດ. ຕໍ່ກັບ ບັນຫາດັ່ງກ່າວ ພັກ-ລັດ ເຮົາ ຈຶ່ງ ເອົາໃຈໃສ່ ແລະ ຊຸກຍູ້ສົ່ງເສີມການ ປະຕິບັດນະໂຍບາຍການພັດທະນາ ເສດຖະກິດ-ສັງຄົມແບບສີຂຽວ ແລະ ໄດ້ວາງເປົ້າໝາຍຍຸດທະສາດ ດ້ານປ່າໄມ້ ເພື່ອບັນລຸການປົກຫຸ້ມ ປ່າໄມ້ໃຫ້ໄດ້ 70%ໃນປີ 2025. ອີງຕາມຂໍ້ມູນຂອງ ກອງທຶນອະ ນຸລັກສັດປາໂລກ (88') ໃຫ້ ຮູ້ວ່າ: ຢູ່ປະເທດເຮົາຍັງເປັນທີ່ ຢູ່ອາໄສຂອງສັດທີ່ໃກ້ຈະສູນພັນ ຂອງໂລກຫລາຍຊະນິດ ໜຶ່ງໃນນັ້ນ ກໍແມ່ນເສົາຫລາ ເຊິ່ງປັດຈຸບັນຄາດ ວ່າໃນໂລກນີ້ ມີພຽງ 100 ໂຕ ເທົ່າ ນັ້ນ ແລະ ໃນຈຳນວນດັ່ງກ່າວແມ່ນ ມີຢູ່ແຕ່ປະເທດລາວ ແລະ ຫວຽດ ນາມ ເທົ່ານັ້ນ. ດັ່ງນັ້ນ, ໃນປີ 2006 ອົງການສາກົນ ເພື່ອການອະນຸລັກ ທຳມະຊາດ (I6$/ ) ຈຶ່ງໄດ້ກໍາ ນົດເອົາເສົາຫລາເປັນສັດປ່າທີ່ hໃກ້ ຈະສູນພັນທີ່ສຸດi ຈາກທໍາມະຊາດ. ເສົາຫລາຖືກຄົ້ນພົບໃນປ່າເລິກໃນ ສາຍພູຫລວງ ລະຫວ່າງຊາຍແດນ ປະເທດລາວ ແລະ ຫວຽດນາມ ໃນປີ 1992. ໃນໄລຍະຜ່ານມາ, ເສົາຫລາ ຖືກຄຸກຄາມຢ່າງໜັກຈາກການລ່າ ສັດປ່າ, ບ້ວງ-ແຮ້ວ ແລະ ການທໍາ ລາຍທີ່ຢູ່ອາໃສຂອງມັນ, ຈາກການ ຕັດໄມ້ ແລະ ບຸກລຸກເນື້ອທີ່ປ່າໄມ້ ແບບຜິດກົດໝາຍ ລວມເຖິງການ ພັດທະນາ. ເສົາຫລາ ເຄີຍມີຫລາຍ ກວ່າ 1.000 ໂຕ ໃນໄລຍະທ້າຍສົງ ຄາມຫວຽດນາມ. ແຕ່ໃນປັດຈຸບັນ ຈາກການສໍາຫລວດຄາດຄະເນມີ ພຽງບໍ່ເທົ່າໃດຮ້ອຍໂຕ ຫລື ອາດມີ ບໍ່ຮອດຮ້ອຍໂຕໃນທໍາມະຊາດ. ນອກຈາກເສົາຫລາແລ້ວ, ຂະຍຸ ຫລື ໜູຊະນິດໜຶ່ງ ມີຊື່ເປັນພາສາ ອັງກິດວ່າ: LBoUiBn roDL rBU ທີ່ ມີຄຳວ່າ ລາວນຳໜ້າຊື່ນັ້ນ ເນື່ອງ ຈາກວ່າໃນໂລກນີ້ ມີພຽງປະເທດ ລາວເທົ່ານັ້ນທີ່ມີໂຕຂະຍຸ. ຂະຍຸມີ ລັກສະນະຄ້າຍຄືໂຕໜູ ແລະ ກະ ຮອກປະສົມກັນ, ມີຫາງເປັນພວງ ໜາ ແລະ ມີຂົນສີເທົາ ມັກອາໄສຢູ່ ຕາມພູຫີນປູນ. ນັກວິທະຍາສາດ ໄດ້ຄາດຄະເນວ່າ ສັດປະເພດນີ້ໄດ້ ສູນພັນຈາກໂລກໄປແລ້ວ ເມື່ອ 11 ລ້ານປີກ່ອນ. ແຕ່ເມື່ອປີ 2005, ນັກວິທະຍາສາດໄດ້ຄົ້ນພົບຂະຍຸ ໂດຍບັງເອີນ ຢູ່ພູຫີນປູນ ແຂວງຄຳ ມ່ວນ. ໃນປັດຈຸບັນໂຕຂະຍຸ ແມ່ນນັບ ມື້ມີຈຳນວນຫລຸດໜ້ອຍລົງ ເນື່ອງ ຈາກວ່າມັນໄດ້ຖືກລ່າມາເປັນອາ ຫານຂອງຄົນ ແລະ ຍັງພົບວ່າມີການ ລັກລອບຊື້ຂາຍ ຢູ່ຕາມທ້ອງຕະ ຫລາດ, ສະນັ້ນ ເພື່ອເປັນການອະ ນຸລັກສັດປ່າຊະນິດນີ້ລວມເຖິງສັດ ປ່າທີ່ໃກ້ຈະສູນພັນ ຢູ່ປະເທດເຮົາ ແລະ ໃນໂລກ ພວກເຮົາຕ້ອງຮ່ວມ ປະຕິບັດຕາມລະບຽບການ ກໍຄື ກົດ ໝາຍວ່າດ້ວຍ ການອະນຸລັກສັດ ນ້ຳ-ສັດປາ ໂດຍການບໍ່ຊື້, ບໍ່ຂາຍ ແລະ ບໍ່ລ່າສັດປາທີ່ໃກ້ ຈະສູນພັນ ຈົ່ງຮ່ວມໃຈກັນປົກປັກຮັກສາມໍລະ ດົກໂລກທາງທຳມະຊາດ ໃຫ້ຄົງຢູ່ ຕະຫລອດໄປ. ບັດປອມນີ້ ຈະອ່ານຂໍ້ມູນຈາກແຖບ ແມ່ເຫລັກເທິງບັດແລ້ວ ຄັດລອກລົງ ໃນໜ່ວຍຄວາມຈຳ ຊຶ່ງອຸປະກອນ ນີ້ຖືກດັດແປງໃຫ້ມີຂະໜາດນ້ອຍ ແລະ ໃກ້ຄຽງກັບເຄື່ອງອ່ານບັດຕົວ ຈິງ. ຫລັງຈາກທີ່ອ່ານຂໍ້ມູນໃນບັດ ຊຶ່ງເປັນຂໍ້ມູນເລກປະຈຳຕົວຂອງ ບັດໄດ້ແລ້ວ ກໍ່ຈະນຳມາເຮັດບັດ A5M ປອມຂັ້ນຕອນຕໍ່ໄປກໍ່ຈະເປັນ ການລັກລະຫັດຜ່ານ ໂດຍການໃຊ້ ກ້ອງຮູເຂັມ ເພື່ອລັກເບິ່ງລະຫັດຜ່ານ ຊຶ່ງຈະຕິດຕັ້ງໄວ້ບໍລິເວນໃກ້ໆ ແປ້ນ ໃສ່ລະຫັດ ເພື່ອເບິ່ງວ່າເລກລະຫັດ 6 ຕົວ ແມ່ນຫຍັງ. ວິທີນີ້ອາດຈະບໍ່ ປະສົບຜົນສຳເລັດເນື່ອງຈາກຄົນ ກົດອາດຈະເອົາມືບັງ ຫລື ມີແສງສະ ທ້ອນກໍ່ຈະເຮັດໃຫ້ພາບທີ່ໄດ້ບໍ່ຊັດ ເຈນ. ດັ່ງນັ້ນ, ຈຶ່ງມີການດັດແປງ ຫລື ພັດທະນາຂຶ້ນມາອີກ ດ້ວຍວິທີ ການດັກຂໍ້ມູນການກົດລະຫັດ ຫລື ທີ່ເອີ້ນວ່າ KFZ MoggFr ຊຶ່ງຈະຈື່ ການກົດແປ້ນພິມ ແລະ ບັນທຶກໄວ້ ໂດຍຜູ້ບໍ່ຫວັງດີຈະນຳເອົາຊັອບແວ ຕໍ່ເຂົ້າກັບແປ້ນຄີບອດປອມ ແລ້ວ ນຳມາປິດທັບຂອງແທ້ ວິທີນີ້ຈະມີ ຄວາມແມ່ນຢຳກວ່າການຕິດກ້ອງ ຮູເຂັມ. ເມື່ອຜູ້ບໍ່ຫວັງດີໄດ້ທັງບັດ ປອມ ແລະ ລະຫັດຜ່ານ ກໍ່ຈະນຳໄປ ກົດເງິນອອກຈາກບັນຊີໄດ້ຢ່າງສະ ດວກສະບາຍ. ສຳລັບວິທ່ີປ້ອງກັນນັ້ນ, ທ່ານ ຄວນຕັ້ງລະຫັດຜ່ານບັດ A5M ໃຫ້ ເດົາຍາກ ແລະ ປ່ຽນໃໝ່ເລື້ອຍໆ; ການໃຊ້ຕູ້ A5M ທຸກຄັ້ງຄວນສັງ ເກດຄວາມຜິດປົກກະຕິຂອງຕູ້ ເຊັ່ນ: ປຸ່ມກົດນູນຂຶ້ນ ແລະ ບ່ອນສຽບບັດ ຜິດປົກກະຕິ, ສັງເກດປ້າຍໂຄສະນາ ຢູ່ຂ້າງຕູ້ອາດມີການເຊື່ອງກ້ອງໄວ້; ຄວນນຳໃຊ້ຕູ້ A5M ທີ່ມີຄົນໃຊ້ ຫລາຍ, ນຳໃຊ້ຕູ້ A5M ທີ່ໃຊ້ເປັນ ປະຈຳເພື່ອຈະສັງເກດຄວາມຜິດ ປົກກະຕິໄດ້ງ່າຍ, ໃຊ້ມືບັງເວລາກົດ ລະຫັດຜ່ານບັດ A5M, ຖ້າພົບສິ່ງ ຜິດປົກກະຕິໃຫ້ຍົກເລີກການໃຊ້ ງານ ແລະ ແຈ້ງເຈົ້າໜ້າທີ່ທະນາ ຄານທັນທີ. ພ້ອມນີ້ ກໍບໍ່ຄວນຝາກບັດ ຫລື ມອບລະຫັດບັນໃຫ້ຄົນອື່ນ ກົດ ແທນ, ບໍ່ຄວນໃຊ້ຕູ້ A5M ໃນກໍລະ ນີພົບເຫັນບຸກຄົນຕ້ອງສົງໃສຢູ່ບໍລິ ເວນນັ້ນ, ບໍ່ຫລົງເຊື່ອບຸກຄົນອື່ນທີ່ ຈະກົດບັດ A5M ໃຫ້, ກໍລະນີບັດ ຄ້າງໃນຕູ້ຄວນແຈ້ງຫາເຈົ້າໜ້າທີ່ ທະນາຄານໂດຍກົງ. ຮອບໃຫ້ແປນ, ອະນາໄມຂີ້ເຫຍື້ອ, ກະປÐອງ, ໂຖ, ຢາງລົດ ແລະ ອື່ນໆ ທີ່ມີນ້ຳຂັງໃຫ້ມີຄວາມເປັນລະບຽບ ເພື່ອສ້າງຄວາມສະອາດທາງສິ່ງ ແວດລ້ອມ ທັງເປັນປ້ອງກັນ ແລະ ທຳລາຍແຫລ່ງເພາະພັນເຊື້ອຍຸງ ລາຍທີ່ຈະນຳເອົາພະຍາດມາສູ່ ພວກ ເຮົາໃນໄລຍະນີ້. ໄລຍະນີ້ ກໍ່ກ້າວສູ່ໄລຍະລະດູຝົນ ແລ້ວ ເຊິ່ງເຮັດໃຫ້ສະພາບແວດ ລ້ອມມີຄວາມຮົກເຮື້ອ ແລະ ມີນ້ຳຝົນ ຂັງໃນວັດຖຸຕ່າງໆເປັນຕົ້ນແມ່ນກະ ປອÐ ງ, ຢາງລົດ, ໂຖນ້ຳ, ໄຫນ້ຳ ແລະ ອື່ນໆ ທັງແມ່ນລະດູການເກີດພະ ຍາດລະບາດຕ່າງໆຕາມມາ, ໜຶ່ງ ໃນນັ້ນ ກໍ່ແມ່ນພະຍາດໄຂ້ຍຸງລາຍ ທີ່ມີການລະບາດ ໂດຍໃນແຕ່ລະປີມີ ຜູ້ຕິດເຊື້ອພະຍາດ ຫລື ໄຂ້ເລືອດ ອອກໃນຂອບເຂດທົ່ວປະເທດບໍ່ ໜ້ອຍ ແລະ ພະຍາດດັ່ງກ່າວ ກໍ່ເກີດ ຂຶ້ນໃນໄລຍະລະດູຝົນດັ່ງປັດຈຸບັນ ເຊິ່ງສາເຫດໜຶ່ງແມ່ນເກີດມາຈາກ ສະພາບແວດລ້ອມອ້ອມຮອບເຮືອນ ຊານບ້ານຊ່ອງ ບໍ່ໄດ້ຮັບການບົວລະ ບັດຮັກສາໃຫ້ມີຄວາມສະອາດ, ບໍ່ ໄດ້ຮັບການຖາງຫຍ້າໃຫ້ແປນ ໂດຍ ປະປ່ອຍໃຫ້ຮົກເຮື້ອຕາມເດີ່ນບ້ານ, ເດີ່ນເຮືອນ. ນອກຈາກນີ້, ການຖິ້ມ ຂີ້ເຫຍື້ອບໍ່ເປັນລະບຽບຮຽບໄດ້ ກາຍເປັນແຫລ່ງແພ່ພັນເຊື້ອຂອງ ຍຸງລາຍຫລາຍຂຶ້ນ ໂດຍສະເພາະ ແມ່ນກະປÐ ອງ, ຢາງລົດເກົ່າ ແລະ ວັດຖຸອື່ນໆທີ່ມີນໍ້າຂັງ. ແນວໃດກໍ່ດີ ເພື່ອເຮັດໃຫ້ພວກ ເຮົາດຳລົງຊີວິດປະຈຳວັນ ຢູ່ເຢັນ ເປັນສຸກ ໄປພ້ອມໆກັບສະພາບແວດ ລ້ອມ ສົດຊື່ນ ແລະ ເຮືອນຊານບ້ານ ຊ່ອງໜ້າຢູ່ ທັງປາສະຈາກພະຍາດ ຕ່າງໆ ໂດຍສະເພາະແມ່ນພະຍາດ ໄຂ້ຍຸງລາຍ ຫລື ໄຂ້ເລືອດອອກ, ພວກເຮົາສາມາດປ້ອງກັນໄດ້ ໂດຍ ຕ້ອງເປັນເຈົ້າການປົກປັກຮັກສາ ສິ່ງແວດລ້ອມ, ພ້ອມກັນຖາງຫຍ້າ ໃຫ້ແປນຕິດພັນກັບການເກັບມ້ຽນ ຂີ້ເຫຍື້ອໃຫ້ເປັນລະບຽບ, ທຳລາຍ ບ່ອນແພ່ພັນຂອງຍຸງລາຍໃນແຕ່ ລະມື້ເຊັ່ນວ່າ: ປິດຝາອ່າງນໍ້າ ຫລື ໄຫນ້ຳທີ່ເຮົາໃຊ້ປະຈຳວັນ. ເມື່ອ ເຫັນກະປÐ ອງ, ຢາງລົດເກົ່າ ແລະ ສິ່ງອື່ນໆທີ່ມີນ້ຳຂັງກໍ່ຕ້ອງຖອກ ນ້ຳຖິ້ມ ເພື່ອບໍ່ໃຫ້ຍຸງມີແຫລ່ງແພ່ ພັນ ແລະ ພ້ອມກັນປ່ອຍປາຫາງ ນົກຍຸງ ເພື່ອກິນໜອນນໍ້າຍຸງລາຍ ພຽງເທົ່ານີ້ຖ້າພວກເຮົາເຮັດປະຈຳ ກໍ່ຈະເຮັດໃຫ້ສະພາບແວດລ້ອມ ອ້ອມຮອບເຮືອນຊານຂອງພວກ ເຮົາໜ້າຢູ່ ລວມທັງຍັງສາມາດຫລີກ ເວັ້ນຈາກການແພ່ຂະຫຍາຍເຊື້ອຍຸງ ລາຍອີກຕື່ມ ແລະ ຫລີກເວັ້ນການ ເປັນພະຍາດໄຂ້ຍຸງລາຍໄປ ພ້ອມໆ ກັນເຊັ່ນກັນ.

RkJQdWJsaXNoZXIy MTc3MTYxMQ==